ວິທີແກ້ເພື່ອຂະຫຍາຍການຄ້າຂາອອກ, ເຮັດໃຫ້ດຸນການຄ້າຂອງຫວຽດນາມໃນປີ 2013 ມີຄວາມໝັ້ນທ່ຽງ

ເລແຢງວິງ ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳການຄ້າ
06:32, 06-07-2013
ວ.ກ - ປີ 2012, ​ເປັນ​ຄັ້ງ​ທຳ​ອິດ​ພາຍຫຼັງ 20 ປີ​ ນັບ​ແຕ່​ປີ 1993, ຫວຽດນາມ​ໃດ້ບັນລຸ​ການ​ລື່ນ​ເຫຼືອ​ທາງ​ດ້ານ​ການ​ຄ້າ​ຂາ​ອອກ. ນີ້​ແມ່ນ​ຈຸດ​ເຫຼືອງ​ເຫຼື້ອມ​ ໃນ​ຮູບ​ພາບ​ເສດຖະກິດ​ທີ່​ບໍ່​ຄ່ອຍ​ແຈ້ງ ຂອງ​ຫວຽດນາມ ຍ້ອນ​ຜົນ​ສະທ້ອນ​ຂອງ​ວິ​ກິດ​ການ​ເສດຖະກິດ​ໂລກ ​ແລະ ຄວາມ​ຫຍຸ້ງຍາກພາຍ​​ໃນ ຂອງ​ເສດ​ຖະກິດ​ໃນ​ປະ​ເທດ. ​ປີ 2013, ເພື່ອຮັກສາ​ດຸນ​ການ​ຄ້າ​ໝັ້ນ​ທ່ຽງ​ ຕ້ອງ​ນຳ​ໃຊ້​ວິທີ​ແກ້ອັນຕັ້ງໜ້າ​​ ຄົບ​ຊຸດ​ເພື່ອຍູ້​ແຮງ​ການຄ້າ​ຂາ​ອອກ.

ກອງປະຊຸມປະກາດລາຍງານ “ຫວຽດນາມ: ອຳນວຍຄວາມສະດວກໃຫ້ແກ່ການຄ້າ, ສ້າງຄຸນຄ່າແລະກຳລັງຄວາມສາມາດແກ່ງແຍ້ງ” ຮ່າໂນ້ຍ ວັນທີ 4 ກໍລະກົດ 2013 - ຮູບຂອງ: ມິງເຟືອງ

     ສະພາບ​ການ​ສົ່ງ​ອອກ​ ນຳ​ເຂົ້າ​ສິນຄ້າ ​ແລະ ດຸນ​ການ​ຄ້າ​ຂອງຫວຽດ​ນາມ​ປີ 2012

     ການ​ສົ່ງ​ອອກ​ສິນຄ້າ

     ຕາມ​ຕົວ​ເລກ​ຂອງ​ສະຫະ​ກົມ​ສະຖິຕິ, ມູນ​ຄ່າ​ສິນຄ້າ​ຂາ​ອອກ​ຂອງ​ຫວຽດນາມ​ປີ 2012 ບັນລຸ 114,6 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ 18,3% ທຽບ​ກັບ​ປີ 2011, ​ໃນ​ນັ້ນ​ຂົງ​ເຂດ​ເສດຖະກິດ​ໃນ​ປະ​ເທດ ​ບັນລຸ 42,3 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ 1,3%; ຂົງ​ເຂດ​ມີ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ (ກວມ​ທັງ​ນ້ຳມັນ​ດິບ) ບັນ​ລຸ 72,3 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ 31,2%.

     ກ່ຽວ​ກັບ​ໂຄງປະກອບ​ສິນຄ້າ​ສົ່ງ​ອອກ, ຫຍ່ອມສິນຄ້າ​ອຸດສາຫະກຳໜັກ ​ແລະ ​ແຮ່​ທາດ ຄາດກະ​ບັນລຸປະມານ 51,7 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ 49,9% ​ແລະ ກວມ​ເອົາ 45,1%. ຫຍ່ອມ​ສິນຄ້າ​ອຸດສາຫະກຳ​ເບົາ ​ແລະ ຫັດຖະກຳ ​ບັນລຸ 39 ຕື້​ໂດ​ລາ​ສະຫະລັດ, ​ເທົ່າ​ກັບ​ປີ 2011, ​ແຕ່​ອັດຕາ​ສ່ວນ​ພັດ​ຫລຸດ​ລົງ ຈາກ 40,3% (ປີ 2011) ລົງ​ເປັນ 34,1% (ປີ 2012). ຫຍ່ອມສິນຄ້າ​ກະສິກຳ ​ແລະ ​ເຄື່ອງ​ປ່າ​ຂອງ​ດົງ​ ບັນລຸ 17,7 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ 18% ທຽບ​ກັບ​ປີ​ກ່ອນ, ​ແຕ່​ອັດຕາ​ສ່ວນ​ບໍ່​ປ່ຽນ​ແປງ ຄື 15,4%. ຫຍ່ອມ​ສິນຄ້າ​ສິນ​ໃນ​ນ້ຳ​ ບັນລຸ 6,2 ຕື້​ໂດ​ລາ​ສະຫະລັດ, ​ເກືອບ​ເທົ່າ​ກັບ​ປີ 2011 ​ແລະ ອັດຕາ​ສ່ວນ​ຫລຸດ​ລົງ ຈາກ 6,3% (ປີ 2011) ລົງ​ເປັນ 5,4% (ປີ 2012).

     ກ່ຽວ​ກັບ​ຕະຫຼາດ​ສິນຄ້າສົ່ງ​ອອກ, ປີ 2012, ອີ​ຢູ ​ເປັນ​ຕະຫຼາດສິນຄ້າ​ຂາ​ເຂົ້າ​ໃຫຍ່​ກວ່າ​ໝູ່​ ຈາກ​ຫວຽດນາມ ດ້ວຍ​ມູນ​ຄ່າ​ 20,3 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ 22,5% ທຽບ​ກັບ​ປີ 2011 ​ແລະ ກວມ​ເອົາ 17,7% ລວມຍອດ​ມູນ​ຄ່າ​ສິນຄ້າ​ຂາ​ອອກ; ຕໍ່ລົງ​ມາ​ແມ່ນ ອາ​ເມ​ລິ​ກາ ອາ​ຊຽນ ຍີ່ປຸ່ນ ຈີນ.

     ການ​ນຳເຂົ້າສິນຄ້າ

     ມູນ​ຄ່າ​ສິນຄ້າ​ຂາ​ເຂົ້າ​ປີ 2012 ຄາດກະ​ບັນລຸ 114,3 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ 7,1% ທຽບ​ກັບ​ປີ 2011, ​ໃນ​ນັ້ນ ຂົງ​ເຂດ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ ບັນລຸ 54 ຕື້​ໂດ​ລາ​ສະຫະລັດ, ຫລຸດ​ລົງ 6,7%; ຂົງ​ເຂດ​ມີ​ການ​ລົງທຶນ​ຂອງ​ຕ່າງ​ປະເທດ ບັນລຸ 60,3 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ 23,5%. ລະດັບ​ເພີ່ມ​ມູນ​ຄ່າ​ຂາ​ເຂົ້າ​ປີ 2012 ບັນລຸ​ລະດັບຕ່ຳ​ທີ່​ສຸດ​ນັບ​ແຕ່​ປີ 2002 ມາ​ເຖິງ​ປັດຈຸບັນ (ບໍ່​ນັບ​ປີ 2009). ຖ້າ​ຫາກ​ຍົກ​ເວັ້ນປັດ​ໃຈ​ລາຄາ, ມູນ​ຄ່າ​ສິນຄ້າ​ຂາ​ເຂົ້າປີ 2012 ​ເພີ່ນ 7,4% ທຽບ​ກັບ​ປີ 2011.

     ພິຈາລະນາ​ຕາມ​ຫຍ່ອມ​ສິນຄ້າຂາ​ເຂົ້າ, ຫຍ່ອມ​ວັດຖຸ​ອຸປະກອນ​ການ​ຜະລິດ ຄາດກະ​ບັນລຸ 106,5 ຕື້​ໂດ​ລາ​ສະຫະລັດ, ກວມ​ເອົາ​ອັດຕາ​ສ່ວນ​ສູງ​ທີ່​ສຸດ ຄື 93,2%, ​ເພີ່ມ​ຂຶ້ນ​ທຽບ​ກັບ​ລະ​ດັບ 90,6% ຂອງ​ປີ 2011.

ກ່ຽວ​ກັບ​ສິນຄ້າ​ຂາ​ເຂົ້າ, ​ປະ​ເພດ​ສິນຄ້າ​ທີ່​ມີ​ມູນ​ຄ່າ​ເພີ່ມ​ຂຶ້ນ​ຄື: ​ເຄື່ອງ​ເອ​ເລັກ​ໂຕຣນິກ, ​ເຄື່ອງ​ກອມ​ປິວ​ເຕີ ​ແລະ ສິ້ນ​ສ່ວນ​ປະກອບ ​ບັບລຸ 13,1 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ 66,8%; ​ແຜ່ນ​ແພ ບັນລຸ 7 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ 4,7%... ປະ​ເພດ​ສິນຄ້າ​ທີ່​ມີ​ມູນ​ຄ່າ​ຫລຸດ​ລົງ​ຄື: ນ້ຳມັນ​ເຊື້ອ​​ໄຟ​ ບັນລຸ 8,9 ຕື້​ໂດ​ລາ​ສະຫະລັດ, ຫລຸດ​ລົງ 10%; ຝຸ່ນ​ເຄມີ: 1,6 ຕື້​ໂດ​ລາ​ສະຫະລັດ, ຫລຸດ​ລົງ 7,9%; ​ເຫຼັກ​ກ້າ: 6 ຕື້​ໂດ​ລາ​ສະຫະລັດ, ຫລຸດ​ລົງ 7%...

     ກ່ຽວ​ກັບ​ຕະຫຼາດ​ສິນຄ້າ​ຂາ​ເຂົ້າ, ຈີນ​ເປັນຕະຫຼາດ​ທີ່​ສະໜອງ​ສິນຄ້າ​ຫຼາຍ​ກວ່າ​ໝູ່​ໃຫ້ຫວຽດນາມ ດ້ວຍ​ມູນ​ຄ່າ 28,9 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ 17,6% ທຽບ​ກັບ​ປີ 2011, ກວມເອົາ 25,3% ລວມຍອດ​ມູນ​ຄ່າ​ສິນຄ້າ​ຂາ​ເຂົ້າ; ຕໍ່ລົງ​ມາ​ແມ່ນ ອາ​ຊຽນ ສ.​ເກົາຫຼີ ຍີ່ປຸ່ນ ອີ​ຢູ ອາ​ເມ​ລິ​ກາ.

     ລາຄາ​ສິນຄ້າ​ຂາ​ອອກ ຂາ​ເຂົ້າ

     ປີ 2012, ຍ້ອນ​ຜົນ​ສະທ້ອນ​ຂອງ​ວິ​ກິດ​ການ​ເສດຖະກິດ​ໂລກ ດັ່ງ​ນັ້ນ​ຄວາມ​ຕ້ອງການ​ສິນຄ້າ​ຂາ​ເຂົ້າ​ຖືກ​ຝືດ​ເຄືອງ, ລາຄາ​ສິນຄ້າ​ໂລກ​ຖືກ​ຕົກ​ຕ່ຳ, ​ເປັນ​ຕົ້ນ​ແມ່ນ​ສິນຄ້າ​ພື້ນຖານ, ​ເພາະສະ​ນັ້ນ ລາຄາ​ສິນຄ້າ​ຂາ​ອອກ ຂາ​ເຂົ້າຂອງ​ຫວຽດນາມ​ກໍ່​ບໍ່​ນອນ​ຢູ່​ນອກ​ທ່າ​ອຽງ​ນີ້. ດັດຊະນີ​ລາຄາ​ສິນຄ້າ​ຂາ​ອອກ​ຫລຸດ​ລົງ 0,54% ​ແລະ ດັດຊະນີ​ລາຄາ​ສິນຄ້າ​ຂາ​ເຂົ້າ​ຫລຸດ​ລົງ 0,33% ທຽບ​ກັບ​ປີ 2011.

     ດຸນ​ການ​ຄ້າ

     ຕາມ​ຕົວ​ເລກ​ຂອງ​ສະຫະ​ກົມ​ສະຖິຕິ, ປີ 2012 ​ເປັນ​ປີ​ທຳ​ອິດ​ນັບ​ແຕ່​ປີ 1993 ທີ່​ຫວຽດນາມ​ໄດ້​ບັນລຸ​ການ​ລື່ນ​ເຫຼືອ​ທາງ​ດ້ານ​ການຄ້າ​ຂາ​ອອກ ດ້ວຍ​ການ​ຂາ​ອອກ​ຫຼາຍ​ກວ່າ​ຂາ​ເຂົ້າ 284 ລ້ານໂດ​ລາ​ສະຫະລັດ, ທັງນີ້​ກໍ່​ຍ້ອນ​ການ​ຂາ​ອອກ​ເພີ່ມ​ຂຶ້ນ​ຢ່າງ​ແຂງ​ແຮງ (18,3%) ​ແລະ ບັນລຸ​ມູນ​ຄ່າ 114,6 ຕື້​ໂດ​ລາ​ສະຫະລັດ, ​ໃນ​ເວລາ​ນັ້ນ​ການ​ຂາ​ເຂົ້າເພີ່ມ​ຂຶ້ນ​ໜ້ອຍ​ກວ່າ (7,1%) ​ແລະ​ ບັນລຸ​ມູນ​ຄ່າ 114,3 ຕື້​ໂດ​ລາ​ສະຫະລັດ. ການ​ຂາ​ອອກ​ລື່ນ​ເຫຼືອ​ນັ້ນ ຕົ້ນຕໍ​ແມ່ນ​ຂອງ​ຂົງ​ເຂດ​ທີ່​ມີ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ.

     ຂໍ້​ສັງ​ເກດ​ຈຳນວນ​ໜຶ່ງ

     ອາດ​ຈະ​ເວົ້າ​ໄດ້​ວ່າ, ການ​ຂາ​ອອກ​ລື່ນ​ເຫຼືອ ​ແມ່ນ​ຜົນສຳ​ເລັດ​ທີ່​ໜ້າ​ຊົມ​ເຊີຍ, ​ແມ່ນ​ຈຸດ​ເຫຼືອງ​ເຫຼື້ອມ​ຂອງ​ເສດຖະກິດ​ຫວຽດນາມ​ໃນ​ປິ 2012. ບັນດາ​ໝາກຜົນ​ອັນ​ຕັ້ງໜ້າຂອງ​ການ​ຄ້າ​ຂາ​ອອກ ຂາ​ເຂົ້າ​ໃນ​ປີ 2012 ນັ້ນ​ ແມ່ນ​ຕ້ອງ​ເວົ້າ​ເຖິງ: ຄວາມ​ຂະຫຍັນ​ຂັນ​ເຄື່ອນ​ຂອງ​ການສົ່ງ​ອອກ​ສິນຄ້າ​ ດ້ວຍ​ຄວາມ​ໄວສູງ (18,3%), ​ໄວ​ກວ່າ​ການ​ນຳ​ເຂົ້າ​ສິນຄ້າ ທົບ 2,57 ​ເທື່ອ; ​ໂຄງ​ປະກອບ​ສິນຄ້າ​ຂາ​ອອກ​ໄດ້​ຮັບ​ການ​ປົວ​ແປງ​ຢ່າງ​ແຂງ​ແຮງ; ສິນຄ້າ​ຂາ​ອອກ​ຂອງ​ຫວຽດນາມ ທີ່ສົ່ງ​ໄປ​ໃຫ້​ບັນດາຕະຫຼາດ ອາ​ເມ​ລິ​ກາ ຍີ່ປຸ່ນ ອີ​ຢູ ​ໄດ້ເພີ່ມ​ຂຶ້ນ​ຫຼາຍ; ການນຳ​ເຂົ້າສິນຄ້າ​ກໍ່​ມີ​ຈຸດດີ​ຫຼາຍ​ຢ່າງ,...

     ​ແຕ່​ຫາກ​ວ່າ, ການ​ຂາ​ອອກ​ລື່ນ​ເຫຼືອ​ຂອງ​ຫວຽດນາມ​ກໍ່​ບໍ່​ມີ​ລັກສະນະ​ໝັ້ນ​ທ່ຽງ.

     ວິທີ​ແກ້​ຕົ້ນຕໍ​​ເພື່ອຍູ້​ແຮງ​ການ​ຂາ​ອອກ, ຮັກສາ​ດຸນ​ການ​ຄ້າ​ແບບ​ຕັ້ງໜ້າ ​ໃນ​ປີ 2013

     ​ເພື່ອປະກອບສ່ວນ​ປະຕິບັດ​ຈຸດໝາຍ​ສັງ​ລວມກ່ຽວ​ກັບ​ເສດຖະກິດ - ສັງຄົມ ຂອງ​ທົ່ວ​ປະ​ເທດ​ໃນ​ປີ 2013, ຈຸດໝາຍ​ການ​ຄ້າ​ຂາ​ອອກ ຂາ​ເຂົ້າ​ ທີ່​ຂ​ະ​ແໜງ​ການ​ອຸດສາຫະກຳການ​ຄ້າສູ້​ຊົນ​ປະຕິບັດ​ຄື​ດັ່ງ​ນີ້:

     - ລວມຍອດ​ມູນ​ຄ່າ​ສິນຄ້າ​ຂາ​ອອກ​ປີ 2013 ບັນລຸ​ປະມານ 126,1 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ 10% ທຽບ​ກັບ​ປີ 2012; ລວມຍອດ​ມູນ​ຄ່າ​ສິນຄ້າ​ຂາ​ເຂົ້າ ຄາດກະ​ບັນລຸ​ປະມານ 136 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ 19% ທຽບ​ກັບ​ປີ 2012.

     - ອັດຕາ​ສ່ວນ​ການ​ຂາ​ເຂົ້າລື່ນ​ເຫຼືອ​ ທຽບ​ກັບລວມຍອດ​ມູນ​ຄ່າ​ສິນຄ້າ​ຂາ​ອອກ ຢູ່ໃນ​ລະດັບ 8%.

ວິທີ​ແກ້​ຕົ້ນຕໍ​ເພື່ອ​ຍູ້​ແຮງ​ການ​ຄ້າ​ຂາ​ອອກ, ກວດກາ​ການ​ຄ້າຂາ​ເຂົ້າ, ຮັບປະກັນໃຫ້​ດຸນ​ການ​ຄ້າ​ມີ​ຄວາມ​ໝັ້ນ​ທ່ຽງ

     - ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ບັນດາ​ວິທີ​ແກ້​ໄຂ​ການ​ພັດທະນາ​ຕະຫຼາດ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເປີດ​ກວ້າງ​ການ​ຂາ​ອອກ; ​ເພີ່ມ​ທະ​ວີກາ​ນ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ, ມີ​ວິທີ​ແກ້​ທີ່​ຕັ້ງໜ້າ​ເພື່ອ​ຊ່ວຍ​ໜູນ​ບັນດາ​ຂະ​ແໜງ​ສິນຄ້າ​ຂາ​ອອກ​ທີ່​ເປັນ​ກຳລັງ​ຫຼວງ ມີ​ທ່າ​ດີ ມີ​ຕະຫຼາດ ​ແລະ ມີ​ຄວາມ​ສາມາດ​ແກ່ງ​ແຍ້​ງ,...

     - ​ເພີ່ມ​ທະວີ​ການ​ສົມທົບ​ລະຫວ່າງ​ບັນດາ​ກະຊວງ ຂະ​ແໜງ​ການ ​ເພື່ອ​ສຸມ​ໃສ່​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ວິ​ສາ​ຫະກິດ ​ໃນ​ການຜະລິດ ການ​ທຸລະ​ກິດ ການ​ຂາ​ອອກ, ​ໃຫ້​ບຸລິມະສິດ​ທຶນ​ສິນ​ເຊື່ອ ​ເພື່ອຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ ການ​ຜະລິດ ທຸລະ​ກິດ ການ​ກະສິກຳ ການ​ຂາ​ອອກ ອຸດສາຫະກຳ​ສະໜັບສະໜູນ ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ແລະ​ຂະໜາດ​ກາງ; ຍູ້​ແຮງ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ໃຫ້​ງ່າຍດາຍ​ລຸ​ລ່ວງ...

     - ​ເພີ່ມ​ທະວີ​ການ​ເຈລະຈາ​ກ່ຽວ​ກັບ​ຄວາມ​ຕ້ອງການ​ເປີດ​ກວ້າງກວ່າ​ອີກ​ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ ​ແລະ ສົມທົບກັບ​ການ​ຂາ​ອອກຂາ​ເຂົ້າ ກັບ​ບັນດາ​ຄູ່​ຮ່ວມການ​ຄ້າ​ຕົ້ນຕໍ​ຂອງ​ຫວຽດນາມ...

     - ​ເພີ່ມ​ທະວີ​ຄວາມ​ສາມາດ​ເຂົ້າ​ຮ່ວມ ຂອງ​ບັນດາ​ວິສາ​ຫະກິດ ​ແລະ ບັນດາ​ຂະ​ແໜງ​ຜະລິດ​ຕະພັນ​ຂອງ​ຫວຽດນາມ ​ໃນ​ບັນດາ​ເຄືອ​ຂ່າຍ​ການ​ຜະລິດ/ພວງ​ພະນັງ​ຄຸນຄ່າ​ຂອງ​ພາກ​ພື້ນ ​ແລະ ທົ່ວ​ໂລກ; ດຶງດູດ ​ແລະ ສົ່ງ​ເສີມ​ບັນດາ​ບໍ​ລິສັດຂ້າມ​ຊາດ ໃຫ້ລົງທຶນ​ພັດທະນາ​ບັນດາ​ພື້ນຖານໂຮງງານ​ຜະລິດ​ອຸດສາຫະກຳ​ສະໜັບສະໜູນ, ອຸດສາ​ຫະກຳ​ເຕັກ​ໂນ​ໂລ​ຊີ​ສູງ, ຜະລິດ​ສີ​ຂຽວ,...

     - ​ເພີ່ມ​ທະວີການ​ສ້າງ​ຕັ້ງ​ມາດ​ຕະການ​ເຕັກນິກດ້ານຕ່າງໆ​ທີ່​ສອດຄ່ອງ​ກັບ​ບັນດາຄຳ​ໝັ້ນ​ສັນຍາ​ສາກົນ ​ເພື່ອ​ຈຳກັດ​ການ​ນຳ​ເຂົ້າ​ບັນດາ​ປະ​ເພດ​ສິນ​ຄ້າ​ຄຸນ​ນະພາ​ບຕ່ຳ, ​ເປັນ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ສິ່ງ​ແວດ​ລ້ອມ ສຸ​ຂະພາ​ບຂອງ​ປະຊາຊົນ, ສິນຄ້າ​ທີ່​ບໍ່​ສົ່ງ​ເສີມ​​ໃຫ້​ນຳ​ເຂົ້າ​ໃນ​ປະ​ເທດ.

     - ກວດກາ​ຢ່າງ​ແໜ້ນ​ແຟ້ນບັນດາ​ປະ​ເພດ​ສິນຄ້າ​ຂາ​ເຂົ້າ​ທີ່​ບໍ່​ໄດ້​ຮັບ​ການ​ສົ່ງ​ເສີມ, ບັນດາ​ປະ​ເພດ​ສິນຄ້າ​ທີ່​ໂຮງານ​ໃນ​ປະ​ເທດ​ຜະລິດ​ໄດ້​ແລ້ວ.

     - ​ເພີ່ມ​ທະວີ​​ປະຕິ​ຮູບການ​ບໍລິຫານ, ​ເດັດດ່ຽວ​ປະຕິບັດ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຍົກ​ສູງ​ຄວາມ​ສັດ​ສິດ ​ແລະ ປະສິດທິ​ຜົນ​ການ​ຄຸ້ມ​ຄອງ​ລັດ ກ່ຽວ​ກັບ​ການ​ຄ້າ​ຂາ​ອອກຂາ​ເຂົ້າ./.