ຂະບວນການແຂ່ງຂັນຮັກຊາດ ກາຍເປັນການກະທຳປະຕິວັດ ມີລັກສະນະຕື່ນຕົວຢ່າງແທ້ຈິງ ຂອງທົ່ວສັງຄົມ*

ຂຽນໂດຍ: ສະຫາຍນາງ ສຈ. ດຣ. ຫງວຽນທີ້ຢວານ, ກຳມະການສູນກາງພັກ, ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ
02:00, 04-08-2013

ວ.ກ - ປຸກລະດົມບັນດາ​ຂະ​ບວນການ​ຮັກ​ຊາດຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ ແລະ ​ເປັນ​ປະຈຳ ແມ່ນ​ແບບ​ວິທີ​ການທີ່ສຳຄັນ​ ແລະ ​ຈຳ​ເປັນ​ຕ້ອງການ ເພື່ອ​ແນ​ໃສ່ສ້າງ​ໃຫ້​ມີ​ກຳລັງ​ຂັບ​ເຄື່ອນ​ການ​ພັດທະນາ ພາ​ປະ​ເທດ​ຊາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຕ່າງໆ ທຸກ​ຢ່າງ.




ສະຫາຍນາງ ສຈ. ດຣ. ຫງວຽນທີ້ຢວານ, ກຳມະການສູນກາງພັກ, ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ

     ທ່ານ​ປະທານ​ໂຮ່ຈີ​ມິນ ຍາມ​ໃດ​ກໍ່​ເຊີດ​ຊູ​ບົດບາດ​ຂ​ອງການ​ແຂ່ງຂັນ​ໃນ​ການ​ກໍ່ສ້າງ​ຜູ້​ຄົນ​ແລະ​ສັງຄົມ: “​ແຂ່ງຂັນ​ແມ່ນ​ກຳລັງ​ຂັບ​ເຄື່ອນ​ການ​ພັດທະນາ ​ແລະ ​ເປັນ​ມາດ​ຕະ​ເກນ​ສຳຄັນ​ເພື່ອກໍ່ສ້າງ​ຜູ້​ຄົນ​ໃໝ່”. ​ເພິ່ນ​ໄດ້​ຢັ້ງຢືນ​ວ່າ: “​ແຂ່ງຂັນ​ແມ່ນ​ຮັກ​ຊາດ, ຮັກ​ຊາດ​ກໍ່​ຕ້ອງ​ແຂ່ງຂັນ ​ແລະ ບັນດາ​ຜູ້​ທີ່​ແຂ່ງຂັນ ​ແມ່ນ​ບັນດາ​ຜູ້​ທີ່​ຮັກ​ຊາດ​ກວ່າ​ໝູ່” ​ແລະ​ໄດ້​ຕັກ​ເຕືອນ​ວ່າ: “...​ໃຜໆ​ກໍ່​ແຂ່ງຂັນ ​ໃຜໆກໍ່​ເຂົ້າ​ຮ່ວມ​ການ​ຕໍ່ຕ້ານ ​ແລະ ສ້າງສາ​ປະ​ເທດ​ຊາດ, ຂະ​ບວນການຈະ​ຟົດຟື້ນ. ການ​ແຂ່ງຂັນ​ຮັກ​ຊາດ​ຈະ​ລົງ​ເລິກ ​ແຜ່​ກວ້າງ​ອອກ​ທົ່ວ​ທຸກ​ດ້ານ ​ແລະ ທຸກ​ຊັ້ນ​ວັນນະ​ປະຊາຊົນ, ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຕ່າງໆ​ໄດ້ ​ແລະ ຜ່ານ​ຜ່າກົນອຸບາຍ​ທຸກ​ຢ່າງ​ຂອງ​ສັດຕູ ​ເພື່ອ​ໄປ​ເຖິງ​ໄຊຊະນະ​ສຸດ​ທ້າຍ”.

     ​​ໂດຍເລີ່​ມຈາກ​ແນວ​ຄວາມ​ຄິດ​ຂອງ​ເພິ່ນ, ​ໃນ​ບັນດາ​ໄລຍະ​ປະຕິວັດທີ່​ຕ່າງ​ກັນຂອງ​ປະ​ເທດ​ຊາດ, ການ​ແຂ່ງຂັນ​ໄດ້​ກາຍ​ເປັນ​ອາວຸດ​ອັນ​ແຫຼມ​ຄົມ ​ເພື່ອ​ໃຫ້​ທົ່ວ​ປະ​ເທດ​ດຳ​ເນີນ​ການ​ຕໍ່ຕ້ານ​ຢ່າງ​ສຳ​ເລັດ​ມີ​ໄຊ, ​ເປັນ​ອາວຸດ​​ແຫ່ງຊາດອັນ​ສຳຄັນ ​ເພື່ອ​ໃຫ້​ປະຊາຊົນ​ເຮົາ​ສ້າງ​ຜົນສຳ​ເລັດອັນສະຫງ່າ​ງາມ​ຫຼາຍ​ຢ່າງ ​ໃນ​ກິດຈະການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ. ​ໃນ​ທັນທີ ພາຍຫຼັງ​ທີ່​ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ ​ໄດ້​ຖືກ​ສະຖາປະນາຂຶ້ນ, ​ໃນ​ສະພາບ​ການ “ເສັ້ນ​ຜົມນ້ອຍ​ຫ້ອຍ​ຫິນກ້ອນໝື່ນ”, ທ່າມກາງ​ຄວາມ​ຫຍຸ້ງຍາກ​ລຳບາກ​ຮ້ອຍ​ແປດ​ພັນ​ປະການ ຂອງ​ການ​ຕໍ່ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງຜູ້​ຮຸກ​ຮານ, ຄຳຮຽກຮ້ອງ​ແຂ່ງຂັນ​ຮັກ​ຊາດ ຂອງລຸງ​ໂຮ່ ​ໄດ້​ຮຽກຮ້ອງ ຊຸກຍູ້ ປຸກລະດົມ​ກຳລັງ​ໃຈ​ແລະ​ສະຕິ​ປັນຍາ​ຂອງ​ປະຊາຊົນ​ຫວຽດນາມ​ຫຼາຍ​ລ້ານ​ຄົນ ​ໃຫ້​​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວກັນ​ຕັດສິນ​ໃຈ ​ແຂ່ງຂັນ​ກັນ​ຕໍ່ສູ້​ຂັບ​ໄລ່​ພວກ​ສັດຕູ​ຜູ້​ຮຸກ​ຮານ​ ​ແລະ ຍາດ​ເອົາ​ໄຊຊະນະ​ດ້ຽນບຽນ​ຝູ ທີ່​​ໂດ່ງດັງ ສະໜັ່ນ​ຫວັ່​ນໄຫວທົ່ວ​ໂລກ.

     ​ໂດຍ​ປະຕິບັດ​ແນວທາງ​ປ່ຽນ​ແປງ​ໃໝ່​ທີ່​ພັກ​ກອມ​ມູນິດ​ຫວຽດນາມ​ລິ​ເລິ່ມ ​ແລະ ນຳພາ, ຂະ​ບວມ​ການ​ແຂ່ງຂັນ​ຮັກ​ຊາດ​ໄດ້​ມີ​ເນື້ອ​ໃນ​ໃໝ່, ​ເລັ່ງ​ໃສ່​ປະຕິບັດໜ້າ​ທີ່​ກໍ່ສ້າງ​ເສດຖະກິດ​ສິນຄ້າ​ຫຼາຍ​ພາກສ່ວນ ທີ່​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ​ຕາມ​ທິດ​ສັງຄົມ​ນິຍົມ. ບັນດາ​ຂະ​ບວນການ​ແຂ່ງຂັນ​ໄດ້​ສ້າງ​ບັນຍາກາດ​ແຂ່ງຂັນ​ຢ່າງ​ຟົດ​ຟື້ນ ຢູ່​ໃນ​ບັນດາ​ຂະ​ແໜງ​ການ ບັນດາ​ອົງ​ການ, ສ້າງ​ເປັນ​ກຳລັງ​ໝູນ​ຊຸກ​ຍູ້ທົ່ວ​ປວງ​ຊົນ ທົ່ວ​ກອງທັບ ອອກ​ແຮງ​ສູ້​ຊົນຍາດ​ເອົາ​ຜົນສຳ​ເລັດ​ຫຼາຍ​ຢ່າງ​ໃນ​ການ​ສ້າງສາ​ພັດທະນາ​ປະ​ເທດ… ​ແຂ່ງຂັນ​ໄດ້​ກາຍ​ເປັນ​ການ​ກະທຳ​ປະຕິວັດ ​ເຂົ້າ​ສູ່​ແນວ​ຄິດ​ຈິດ​ໃຈ ​ເຂົ້າ​​ເຖິງທຸກ​ຄົນ ທຸກ​ຄອບຄົວ ​ແລະ ມີ​ກຳລັງ​ຊີວິດ​ໃໝ່ ​ແຂງ​ແຮງ ​ແຜ່​ລາມ​ໄປ​ທົ່ວ​ປະຊາ​ຄົມ ທົ່ວ​ສັງຄົມ. ຂະ​ບວນການ “ທົ່ວ​ປວງ​ຊົນ​ກໍ່ສ້າງ​ຊີວິດ​ວັດທະນະທຳ​ຢູ່​ເຂ​ດປະຊາກອນ”, “ວັນ​ງານເພື່ອ​ຜູ້​ທຸກ​ຈົນ”... ​ແມ່ນ​ບັນດາ​ຂະ​ບວນການ​ແຂ່ງຂັນ​ທີ່​ຍືນ​ຍົງ​ຄົງ​ຕົວ​ພ້ອມ​ກັນ​ກັບ​ວັນ​ເວລາ, ດຶງ​ດູດ​ເອົາການ​ເຂົ້າ​ຮ່ວມ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງຂອງ​ມະຫາຊົນ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ມີຄຸນ​ນະພາ​ບ ປະສິດທິ​ຜົນສູງ. ຂະບວນການ “ທົ່ວ​ປະ​ເທດກໍ່ສ້າງ​ຊົນນະບົດ​ໃໝ່”; “ຮ່ຳຮຽນ​ ແລະ ​ປະຕິບັດ​ຕາມ​​ແວ່ນ​ແຍງ​ຄຸນສົມບັດ​ຂອງທ່ານ​ປະທານ​ໂຮ່ຈີ​ມິນ”, “​ແຂ່ງຂັນກັນປະຕິບັດບັນດາ​ວິທີ​ແກ້​ການພັດທະນາ​ເສດຖະກິດ - ສັງຄົມ, ຄອບງຳຈຳກັດໄພເງິນເຝີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ໃຫ້​ມີ​ຄວາມ​ໝັ້ນທ່ຽງ, ຮັບປະກັນ​ສະຫວັດ​ດິການ​ສັງຄົມ ​ແລະ ​ເພີ່ມ​ການ​ເຕີບ​ໂຕ​ເສດຖະກິດ​ແບບ​ຍືນ​ຍົງ”...​ເຖິງ​ວ່າ​ຫາ​ກໍ່​ຜັນ​ຂະຫຍາຍ​ໃນ​ສອງ​ສານ​ປີ​ເທົ່າ​ນັ້ນ ​ແຕ່ມັນກໍ່ໄດ້ສ້າງ​ຜົນສຳ​ເລັດ​ທີ່​ໜ້າ​ປະ​ທັບ​ໃຈ​ທີ່​ສຸດ.

     ການ​ແຂ່ງຂັນ​ ​ໄດ້​ສົ່ງ​ເສີມນ້ຳ​ໃຈ​ອອກ​ແຮງ​ງານ​ຢ່າງ​ຫ້າວຫັນ​ຂອງ​ທຸກ​ຄົນ ທຸກ​ຊັ້ນ​ວັນນະ​ປະຊາຊົນ, ​ເປັນ​ກຳ​ລັງໝູນທີ່ປຸກລະດົມ​ໄດ້ຄວາມ​ຕັດສິນ​ໃຈ ​ຄວາມເປັນ​ເອກະ​ພາບ​ໃນ​ພັກ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ, ລະດົມ​ໄດ້​ເຫື່ອ​ແຮງ ສະຕິ​ປັນຍາ​ຂອງ​ປະຊາຊົນ ຂອງ​ນັກຮົບ ​ແລະ ບັນດາ​ຊັ້ນ​ວັນນະ​ປະຊາຊົນ​ໃນ​ຫຼາຍ​ຂົງ​ເຂດ ​ການ​ເມືອງ ການ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ສະຫງົບ, ຮັບປະກັນ​ສະຫວັດ​ດິການ​ສັງຄົມ, ປະກ​ອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້ຄວາມຈະ​ເລີ​ນ​ພັດທະນາ ກ້າວ​ຂຶ້ນ​ຂອງ​ປະ​ເທດ​ຊາດ…

     ພາກ​ພຶດຕິ​ກຳ​ຂອງຂະ​ບວນການ​ແຂ່ງຂັນຮັກ​ຊາດ​​ໃນ 65 ປີ​ທີ່​ຜ່ານ​ມາ​ ໄດ້​ສະໜອງ​ບົດຮຽນ​ອັນ​ລ້ຳ​ຄ່າ​ຫຼາຍ​ຢ່າງ  ໃຫ້​ພວກ​ເຮົາ​ໃນ​ໄລຍະ​ປັດຈຸບັນ…​ເພື່ອ​ໃຫ້ຂະ​ບວນການ​ແຂ່ງຂັນຮັກ​ຊາດກາຍ​ເປັນ​ການ​ກະທຳ​ປະຕິວັດອັນ​ແທ້​ຈິງ​ທີ່​ມີ​ລັກສະນະ​ຕື່ນ​ຕົວ​ຂອງ​ທົ່ວ​ສັງຄົມ, ພວກ​ເຮົາ​ຕ້ອງ​ປະຕິບັດ​ເປັນ​ຢ່າງ​ດີ​ວຽກ​ງານ​ຕ່າງໆ ລຸ່ມ​ນີ້:

     ທີ​ໜຶ່ງ, ສ້າງ​ໃຫ້ມີ​ການ​ຜັນ​ປ່ຽນຢ່າງ​ແທ້​ຈິງ​ໃນ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ວຽກ​ງານແຂ່ງຂັນ ການ​ຍ້ອງຍໍ ຂອງ​ຄະນະ​ພັກ ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ, ພິ​ເສດ​ແມ່ນ​ຕໍ່​ກັບ​ຜູ້ນຳ​ໜ້າ​ບັນດາ​ອົງການ ກົມ​ກອງ. ຄວາມ​ເປັນ​ຈິງ​ໄດ້​ໃຫ້​ເຫັນ​ວ່າ ຢູ່​ບ່ອນ​ໃດ​ທີ່​ຜູ້ນຳ​ໜ້າ​ເອົາ​ໃຈ​ໃສ່​ເຖິງຂະ​ບວນການ​ແຂ່ງຂັນ ​ແມ່ນ​ຢູ່​ບ່ອນ​ນັ້ນ ຂະ​ບວນການ​ແຂ່ງຂັນ​ໄດ້​ຮັບ​ການຈັດ​ຕັ້ງ ​ແລະ ດຳ​ເນີນ​ໄປ​ເປັນ​ຢ່າງ​ດີ. ຜູ້ນຳໜ້າ​ເປັນ​ແບບຢ່າງ​ຕື່ນ​ຕົວ ກໍ່​ຈະ​ເປັນ​ແວ່ນ​ແຍງ​ເພື່ອ​ໃຫ້​ຂັ້ນ​ລຸ່ມ​ຮ່ຳຮຽນ ​ເຮັດ​ຕາມ​ນຳ ​ແລະ ຕື່ນ​ຕົວແຂ່ງຂັນ. ຫົວໜ້າ - ຜູ້ນຳ​ໜ້າ​ບັນດາ​ອົງການ ກົມ​ກອງ​ຕ່າງໆ​ຕ້ອງຊີ້​ນຳ​ນຳພາ​ໂດຍ​ກົງ​ຕໍ່​ວຽກ​ງານ​ແຂ່ງຂັນ ການຍ້ອງຍໍ ​ແລະ ມີໜ້າ​ທີ່​ຮັບຜິດຊອບ​ກ່ຽວ​ກັບ​ໝາກຜົນ​ຂ​ອງຂະ​ບວນການ​ແຂ່ງຂັນຮັກ​ຊາດ ຂອງ​ອົງການ ກົມ​ກອງ​ຂອງ​ຕົນ. ການ​ນຳພາ​ຕ້ອງ​ຮອບດ້ານ ນັບ​ແຕ່​ການ​ກໍ່ສ້າງ ການຜັນ​ຂະຫຍາຍຂະ​ບວນການ ຈົນ​ເຖິງ​ “ການຮັກສາ​ຄວາມ​ຟົດ​ຟື້ນ” ຂອງຂະ​ບວນການ​ແຂ່ງຂັນຮັກ​ຊາດ; ມີ​ແຜນການ ​ແລະ ​ແບ່ງ​ງານ​ຢ່າງ​ຈະ​ແຈ້ງ, ພ້ອມ​ກັນ​ນັ້ນ​ກໍ່​ຖື​ເປັນ​ສຳຄັນ​ບົດບາດ​ຕິດຕາມ​ກວດກາ​ຂອງ​ວົງ​ຄະນະ​ຍາດ​ສັງຄົມ; ​ໃນ​ວຽກ​ງານ​ຊີ້​ນຳ ຈັດ​ຕັ້ງ​ປະຕິບັດ​ຕ້ອງ​ເປັນ​ເຈົ້າ​ການ ຕັ້ງໜ້າ ມີ​ຈຸດ​ໜັກ​ໃຈກາງ ຄົບ​ຊຸດ ຂາດ​ຕົວ, ບໍ່​ເຮັດ​ແບບ​ກະ​ແຈກ​ກະ​ຈ່າຍ…

     ທີ​ສອງ, ການ​ກໍ່ສ້າງຂະ​ບວນການ​ແຂ່ງຂັນຕ້ອງ​ກຳນົດ​ຢ່າງ​ຈະ​ແຈ້ງ​ຈຸດໝາຍ ທິດ​ທາງ ມາດ​ຕະການ ມາດຕາະຖານ​ອັນ​ລະອຽດ​ໃຫ້​ແກ່​ແຕ່ລະ​ຂະ​ແໜງ​ອາຊີບ ທ້ອງ​ຖິ່ນ ກົມ​ກອງ, ຕິດ​ແໜ້ນ​ກັບວຽກ​ງານ​ປະຈຳ​ວັນ​ຂອງ​ແຕ່ລະ​ເປົ້າ​ໝາຍ, ຫຼີກ​ລ່ຽງການ​ເຮັດ​ແບບ​ເຄືອບ​ຄຸມ ລວມໆ... ຕິດ​ແໜ້ນຂະ​ບວນການ​ແຂ່ງຂັນ ກັບ​ໜ້າ​ທີ່​ໃນ​ແຕ່ລະ​ໄລຍະ​ການ​ປະຕິວັດ. ປຸກລະດົມຂະ​ບວນການ​ແຂ່ງຂັນ ຕ້ອງ​ເລິ່ມຈາກ​ຄວາມ​ປາຖະໜາ​ອັນ​ຊອບ​ທຳ​ຂອງ​ປະຊາຊົນ, ​ແກ້​ໄຂ​ບັນຫາ​ຕ່າງໆ​ທີ່​ປະຊາຊົນ​ມຸ່ງ​ຫວັງ, ນຳ​ເອົາ​ຜົນ​ປະໂຫຍ​ດມາ​ໃຫ້​ປະຊາຊົນ ​ໃຫ້​ຊາດ. ​ເລືອກ​ເອົາຂະ​ບວນການ​ແຂ່ງຂັນທີ່​ແທດ​ເໝາະ ດ້ວຍ​ເນື້ອ​ໃນ​ຈະ​ແຈ້ງ ບົນ​ພື້ນຖານ​ໜ້າ​ທີ່​ການ​ເມືອງ​ອັນ​ລະອຽດ​ຂອງ​ອົງການ ກົມ​ກອງ, ພ້ອມ​ກັນ​ນັ້ນ​ກໍ່ຕິດ​ພັນ​ແໜ້ນ​ແຟ້ນກັບ​ຄວາມ​ມຸ່ງ​ມາດ​ປາຖະໜາ ​ແລະ ສິດຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ບຸກຄົນ​​ໃນ​ອົງການ ກົມ​ກອງ, ​ເພື່ອ​ໃຫ້ບຸກຄົນ​ແຕ່ລະຄົນ​ເຫັນ​ໄດ້​ວ່າ ການ​ແຂ່ງຂັນມີຄຸນ​ປະ​ໂຫຍ​ດຕໍ່​ກັບ​ຕົນ​ເອງ ຕໍ່​ກັບ​ຄອບຄົວ ​ແລະ ສັງຄົມ, ບໍ່​ປຸກລະດົມ​ຂະ​ບວນການ​ທີ່​ມີ​ລັກສະນະຮູບ​ການ ​ເນື້ອ​ໃນ​ບໍ່​ຈະ​ແຈ້ງ...ການ​ກໍ່ສ້າງ​ບັນດາ​ລະດັບ​ຄາດໝາຍ ມາດຕະຖານການ​ແຂ່ງຂັນ ຕ້ອງ​ລະອຽດ​ຕົວ​ຈິງ ສົມ​ເຫດ​ສົມ​ຜົນ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ພິຈາລະນາ​ຕີ​ລາຄາ​ການ​ແຂ່ງຂັນ, ຮັບປະກັນ​ລັກສະນະ​ພາວະ​ວິ​ໄສ, ສ່ອງ​ແສງ​ຖືກຕ້ອງ​ເຖິງ​ໝາກຜົນ​ຂອງຂະ​ບວນການ​ແຂ່ງຂັນ, ຫຼີກ​ລ່ຽງການ​ພິຈາລະນາ​ຕີ​ລາຄາ​ແບບ​ຮູບ​ການ.

     ທີ​ສາມ, ຕ້ອງ​ຖື​ວ່າການ​ຄົ້ນ​ເຜີຍ ບຳລຸງ ສະຫລຸບ ​ແລະ ທະວີຄູນ​​ແບບຢ່າງ​ດີ​ເດັ່ນ ​ເປັນ​ໜ້າ​ທີ່​ເປັນ​ປະຈຳ ​ແກ່ນສານ​ທີ່​ສຸດ​ ໃນ​ການ​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການຈັດ​ຕັ້ງ​ຊີ້​ນຳ​ບັນດາຂະ​ບວນການ​ແຂ່ງຂັນ. ບັນດາ​ກະຊວງ ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຕ້ອງ​ມີ​ແຜນການ​ອັນ​ລະອຽດ ​ເພື່ອ​ບຳລຸງ ກໍ່ສ້າງ​ບັນດາ​ຕົວ​ແບບ​ໃໝ່ ປັດ​ໃຈ​ໃໝ່​ໃນ​ແຕ່ລະ​ປີ ​ແລະ ​ໃນ​ແຕ່ລະ​ໄລຍະ, ຖ້າ​ຫາກ​ທະວີຄູນ​ແບບຢ່າງ​ດີ​ເດັ່ນ​ບໍ່​ໄດ້ ຂະ​ບວນການ​ແຂ່ງຂັນກໍ່​ຈະ​ບໍ່​ເສີມ​ຂະຫຍາຍ​ໄດ້​ກຳລັງ​ແຮງ​ສັງ​ລວມ. ວຽກ​ງານ​ກໍ່ສ້າງ​ແບບຢ່າງ​ດີ​ເດັ່ນ​ຕ້ອງ​ໄດ້​ປະຕິບັດ​​ເລີ່ມຕົ້ນ​ແຕ່ຮາກ​ຖານ ​ແລະ ຊີ້​ນຳປະຕິບັດ​​ໃຫ້​ດີຢ່າງ​ຄົບ​ຊຸດທັງ 4 ຂອດ: ຄົ້ນ​ເຜີຍ - ບຳລຸງ - ສະຫລຸບ - ທະວີຄູນ​ແບບຢ່າງ​ດີ​ເດັ່ນ. ​ໃຫ້​ບັນດາ​ອົງການ​ໜັງສືພິມ ​ໂຄສະນາ​ການ ຖະ​ແຫຼ​ງຂ່າວມີໜ້າ​ທີ່​ຮັບຜິດຊອບ​ໃນ​ການກຳນົດ​ທິດ​ຫາງ​ສຽງ​ສັງຄົມ ​ແລະ ທະວີຄູນ​ແບບຢ່າງ​ດີ​ເດັ່ນ ​ເພື່ອ​ໃຫ້​ບັນດາ​ຕົວຢ່າງ​ທີ່​ດີໃນຂະ​ບວນການ​ແຂ່ງຂັນ ​ໄດ້​ຮັບ​ການ​ລະດົມ​ກຳລັງ​ໃຈ​ຍ້ອງຍໍ​ຢ່າງ​ທັນການ, ສົ່ງ​ເສີມ​ຄວາມ​ຕັ້ງໜ້າ​ພະຍາຍາມ​ເຂົ້າ​ຮ່ວມການ​ແຂ່ງຂັນ…

     ທີ​ສີ່, ຖັນ​ແຖວ​ພະນັກງານ​ເຮັດ​ວຽກ​ງານແຂ່ງຂັນ ຕ້ອງ​ຂະຫຍັນ​ຂັນ​ເຄື່ອນ ປະດິດ​ສ້າງ ກິ້ງ​ເກືອ​ກລີ​ເລືອ​ກັບ​ຂະ​ບວນການຕົວ​ຈິງ. ຄວາມ​ເປັນ​ຈິງ​ໄດ້​ພິສູດ​ວ່າ “ພະນັກງານ​ໃດ, ຂະ​ບວນການ​ນັ້ນ”. ​ເຮັດວຽກງານ​ແຂ່ງຂັນກໍ່​ເປັນ​ອາຊີບ​ໜຶ່ງ - ອາຊີບ “ສະຕະ​ກະ​ອາຊີບ​ຮ້ອຍ​ສະ​ກູນ” ທີ່​ມີ​ຄວາມ​ພົວພັນ​ເຖິງ​ຫຼາຍ​ຂະ​ແໜງ​ການ ຫຼາຍ​ອາຊີບ​ທີ່​ຕ່າງ​ກັນ ​ເພາະວ່າ​ໃຜໆ​ກໍ່ອາດ​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ, ຂະ​ແໜງ​ການ​ໃດ ອາຊີບ​ໃດ​ກໍ່ອາດ​ຈະ​ແຂ່ງຂັນ ​ເພື່ອ​ບັນລຸ​ຈຸດໝາຍ​ທີ່​ໄດ້​ວາ​ມອອກ​ມາ. ມັນ​ຮຽກຮ້ອງ​ໃຫ້​ພະນັກງານ ​ລັດຖະກອນ​ທີ່​ເຮັດ​ວຽກ​ງານແຂ່ງຂັນ ຍ້ອງຍໍ ຕ້ອງ​​ເກັ່ງ​ໃນ​ການຈັດ​ຕັ້ງ ​ມີ​ຈິດ​ໃຈ​ໃສ​ແຈ້ງ ມີ​ຄຸນສົມບັດ​ສິນ​ທຳ​ດີ ມີ​ຫຼັກໝັ້ນການ​ເມືອ​ງໜັກ​ແໜ້ນ, ກຳ​ແໜ້ນ​ແຜນ​ນະ​ໂຍບາຍ ນະ​ໂຍບາຍ ກົດໝາຍ​ ຂອງ​ພັກ-ລັດ ກ່ຽວ​ກັບ​ການ​ແຂ່ງຂັນ ຍ້ອງຍໍ, ມີ​ຄວາມ​ຮູ້​ສັງ​ລວມກ່ຽວ​ກັບ​ຫຼາຍ​ຂົງ​ເຂດ, ພ້ອມ​ກັນ​ນັ້ນ​ກໍ່​ຕ້ອງ​ມານະ​ພະຍາຍາມ ສຸດ​ອົກ​ສຸດ​ໃຈ ຕິດ​ແໜ້ນ​ກັບຂະ​ບວນການ​ແຂ່ງຂັນ. ​ໃນ​ຍາວ​ນານ ຕ້ອງ​ມີ​ໂຮງຮຽນ​ກໍ່ສ້າງ​ພະນັກງານ​ເຮັດ​ວຽກ​ງານແຂ່ງຂັນ ຍ້ອງຍໍ ​ເພື່ອ​ກ້າວ​ໄປ​ເຖິງ​ການຫັນ​ເປັນ​ກາ​ນກຳ​ນົດ​ມາດຕະຖານ ຕໍ່​ກັບ​ຖັນ​ແຖວ​ພະນັກງານ​ນີ້, ຍົກ​ສູງຄຸນ​ນະພາ​ບນັບ​ແຕ່ການ​ກໍ່ສ້າງ ​ເລືອກ​ເຟ້ນພະນັກງານ ຈົນ​ເຖິງ​ການ​ປະຕິບັດ. ​ໃນສະ​ເພາ​ະໜ້າ ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ຂອດ​ເລືອກ​ເຟ້ນພະນັກງານ​ເຮັດ​ວຽກ​ງານ​ຍ້ອງຍໍ. ສືບ​ຕໍ່ກໍ່ສ້າງ ​ແລະ ປັບປຸງບູລະນະ​ກົງຈັກ​ເຮັດ​ວຽກ​ງານ​ແຂ່ງຂັນ ຍ້ອງຍໍ, ຫຼີກ​ລ່ຽງສະພາບ​ການ​ຄວບ​ໜ້າ​ທີ່, ສັບ​ຊ້ອນບຸກຄະລາ​ກອນ​ຢ່າງບໍ່​ໝັ້ນ​ທ່ຽງ ທີ່​ເປັນ​ຜົນ​ສະທ້ອນ​ບໍ່​ໜ້ອຍເຖິງ​ຄຸນ​ນະພາ​ບຂະ​ບວນການ​ແຂ່ງຂັນຮັກ​ຊາດ ຢູ່​ບັນດາ​ກົມ​ກອງ ທ້ອງ​ຖິ່ນ…

     ທີ​ຫ້າ, ການ​ແຂ່ງຂັນຕ້ອງ​ຕິດ​ແໜ້ນກັບ​ການ​ຍ້ອງຍໍ, ຢາກ​ໄດ້​ຄື​ແນວ​ນັ້ນ ​ໃນຂະ​ບວນການ​ແຂ່ງຂັນຕ້ອງ​ຕັ້ງໜ້າ​ຊອກ​ຫາ​ໃຫ້​ໄດ້​ບັນດາ​ປັດ​ໃຈ​ແບບຢ່າງ ​ເພື່​ອ “​ຍ້ອງຍໍໃຫ້​ລາງວັນ​ອັນ​ໃດ​ແມ່ນ​ສົ​ມຄ່າອັນ​ນັ້ນ... ການ​ຍ້ອງຍໍ​ຕ້ອງ​ມີ​ຄຸນ​ປະ​ໂຫຍ​ດລະດົມ​ກຳລັງ​ໃຈ ອົບຮົມ​ສຶກສາ ຍົກ​ເປັນ​ແບບຢ່າງ”, ການ​ຍ້ອງຍໍ​ຕ້ອງ​ຮັບປະກັນ​ລັກສະນະ​ຊັດ​ເຊ​ນ ທັນ​ການ, ຍ້ອງຍໍ​ຖືກ​ກັບ​ຄົນດີ ຖືກ​ກັບ​ວຽກເດັ່ນ ສະ​ເໝີ​ພາບ ​ເປີດ​ເຜີຍ ​ໂປ່​ງ​ໃສ… ຢາກ​ໄດ້​ຄື​ແນວ​ນັ້ນ ຕ້ອງ​ຕິດຕາ​ມຂະ​ບວນການ​ຢ່າງ​ເປັນ​ປະຈຳ, ມາດຕະຖານ​ຍ້ອງຍໍ​ຕ້ອງ​ຈະ​ແຈ້ງ ​ໂປ່​ງ​ໃສ. ຕ້ອງບັນລຸ​ເຖິງ “​ໃຈຍອມຮັບ​ວ່າ​ດີ, ປາກ​ສາລະພາບ​ວ່າຖືກ” ​ໃນ​ການ​ຍ້ອງຍໍ​ໃຫ້​ລາງວັນ.

     ທີ​ຫົກ, ຕ້ອງ​ເພີ່ມ​ທະວີ​ວຽກ​ງານ​ກວດກາ, ຕິດຕາມ​ກວດກາຂະ​ບວນການ​ແຂ່ງຂັນຮັກ​ຊາດ, ​ແກ້​ໄຂ​ຢ່າງ​ທັນ​ການ​ຂໍ້​ບົກພ່ອງ​ຄ້າງ​ຄາ​ຕ່າງໆ ທີ່​ເກີດ​ຂຶ້ນ​ມາ​ຈາກຂະ​ບວນການ​ແຂ່ງຂັນ ​ແລະ ວຽກ​ງານ​ການ​ຍ້ອງຍໍ; ພ້ອມກັນ​ນັ້ນ​ກໍ່​ດຳ​ເນີນ​ການ​ສະຫລຸບ​ເບື້ອງ​ຕົ້ນ ສະຫລຸບ​ສັງ​ລວມ ປະ​ເມີນ​ຄ່າ​ການ​ແຂ່ງ​ຂັນ​ໃນ​ແຕ່ລະ​ຈຸດ​ເວລາ, ​ເປັນ​ຕົ້ນ​ແມ່ນ​ຕໍ່​ກັບບັນດາ​ຂະ​ບວນການ​ຈຸດ​ໜັກ​ໃຈກາງ; ຈາກ​ນັ້ນ​ກໍ່​ຄົ້ນ​ເຜີຍ​ຢ່າງ​ທັນ​ການວ່າ ບ່ອນ​ໃດ​ເຮັດ​ດີ ບ່ອນ​ໃດ​ເຮັດ​ບໍ່​ດີ, ຊອກ​ຫາ​ໄດ້​ບັນດາ​ວິທີ​ແກ້ທີ່ແທດເໝາະ ​ເພື່ອກຳຈັດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ຂໍ້​ຈຳກັດ​ ຄ້າງຄາ​ຕ່າງໆ.

     ​ແຕ່​ລະສະ​ໄໝ ​ແຕ່ລະ​ໄລຍະ​ປະຫວັດສາດ​ຂອງ​ປະ​ເທດຊາດ ກໍ່​ລ້ວນ​ແຕ່​ວາງ​ໜ້າ​ທີ່​ປະຕິວັດໃໝ່​ອອກ​ມາ. ຂະ​ບວນການ​ແຂ່ງຂັນ ​ແມ່ນ​ຂະ​ບວນການ​ຂອງ​ລວມໝູ່, ຄົນ​ຜູ້​ໜຶ່ງ​ບໍ່​ອາດ​ແຂ່ງຂັນ​ໄດ້, ຢູ່​ບ່ອນ​ໃດ​ມີ​ໝູ່​ຄະນະ ​ມີ​ມະຫາຊົນ ກໍ່​ຈະ​ມີການ​ແຂ່ງຂັນ. ແຂ່ງຂັນ​ເພື່ອ​ບັນລຸ​​ຈຸດໝາຍ​ດີ​ທີ່​ສຸດ, ຍົກ​ສູງ​ສະມັດ​ຕະພາບ ຄຸນ​ນະພາ​ບ​ໃນ​ການ​ຜະລິດ, ຍົກ​ສູ​ງຊີວິດ​ການ​ເປັນ​ຢູ່​ດ້ານ​ວັດຖຸ​ແລະ​ຈິດ​ໃຈ​ຂອງ​ປະຊາຊົນ ​ແລະ ​ເພື່ອ​ສູ້​ຊົນ​ບັນລຸ​ຜົນສຳ​ເລັດ​ດີ​ທີ່​ສຸດ​ໃນ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ… ​ໃນ​ເວລາ​ທີ່​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ລ້ວນ​ແຕ່​ໃຫຍ່​ຫຼວງ​ແລະ​ສັບ​ໄຂວ່​ກັນ​ຄື​ປັດຈຸບັນ​ນີ້, ພວກ​ເຮົາ​ຍິ່ງ​ຕ້ອງ​ສືບ​ຕໍ່ໝູນ​ໃຊ້​ຢ່າງ​ປະດິດ​ສ້າງ ​ແນວ​ຄິດ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ ກ່ຽວ​ກັບການ​ແຂ່ງຂັນຮັກ​ຊາດ, ສ້າງ​​ໃຫ້ມີ​ບັນດາຂະ​ບວນການຮັກ​ຊາດ ທີ່​ກວ້າງຂວາງ​ເລິກ​ເຊິ່ງ ​ເປັນ​ປະຈຳ, ຖື​ວ່າ​ນັ້ນ​ເປັນ​ແບບ​ວິທີ​ການ​ອັນ​ຈຳ​ເປັນ ​ເພື່ອ​ສ້າງ​ໃຫ້​ມີ​ກຳ​ລັງ​ຂັບ​ເຄື່ອນ​ການ​ພັດທະນາ ​ນຳ​ເອົາ​ປະ​ເທດ​ຊາດ​ຫວຽດນາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ສິ່ງ​ທ້າ​ທາຍ./.

* ຄັດ​ແປ​ຈາກ​ບົດ​ທີ່​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 848 (​ເດືອນ​ມິຖຸນາ 2013)