ວຽກງານການລົບລ້າງຄວາມອຶດຫີວ ຫລຸດຜ່ອນຄວາມທຸກຍາກຢູ່ຫວຽດນາມ ນັບມື້ນັບໄດ້ຮັບຜົນດີ

ໂດຍ ຫວູວັນນິງ ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳສູນນກາງ ກ່ຽວກັບການຫລຸດຜ່ອນຄວາມທຸກຍາກຢ່າງຍືນຍົງ ໄລຍະປີ 2011 - 2020
10:12, 16-09-2013

ວ.ກ - ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫລຸດຜ່ອນ​ຄວາມທຸກ​ຍາກ, ​ເບິ່ງແຍງດູແລຊີວິດການເປັນຢູ່ຂອງຄົນຈົນ ບໍ່​ພຽງ​ແຕ່​ເປັນ​ແຜນ​ນະໂຍບາຍໃຫຍ່ ສະເໝີຕົ້ນສະເໝີປາຍ ເປັນນະໂຍບາຍສັງຄົມອັນພື້ນຖານ ທີ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຂອງ​ພັກ-ລັດ ເທົ່ານັ້ນ ຫາກຍັງເປັນພາກສ່ວນອັນສຳຄັນ ເປັນຈຸດໜັກໃນ​ແຜນຍຸດທະສາດພັດທະນາເສດຖະກິດ - ສັງຄົມ​ຫວຽດນາມ​ນຳ​ອີກ.

ສະຫາຍ ຫວູວັນນິງ ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳສູນນກາງ ກ່ຽວກັບການຫລຸດຜ່ອນຄວາມທຸກຍາກຢ່າງຍືນຍົງ ໄລຍະປີ 2011 - 2020

1- ການ​ຕໍ່ສູ້​ຕ້ານ​ຄວາມ​ອຶດ​ຫີ​ວທຸກ​ຍາກ​ໄດ້ ​ແລະ ພວມ​ເປັນ​ຈຸດໝາຍ​ໃຈກາງ​ຂອງ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ຫຼາຍປະ​ເທດ​ໃນ​ໂລກ ​ໃນ​ຍຸກ​ສະ​ໄໝ​ສີວິ​ໄລ. ​ເພື່ອ​ຫລຸດຜ່ອນ ລົບ​ລ້າງ​ຄວາ​ມທຸກ​ຈົນ​ໄດ້​ຢ່າງ​ຍືນ​ຍົງ ບໍ່​ອາດ​ຈະ​ໃຊ້​ພຽງ​ວິທີ​ສະໜ​ອງ ຊ່ວຍ​ເຫຼືອ​ເຄື່ອງ​ອຸປະ​ໂພ​ກບໍລິ​ໂພ​ກ​ແລະ​ພາຫະນະ​ດຳລົງ​ຊີວິດ​ໃຫ້​ຜູ້​ທຸກ​ຈົນ​​ເທົ່າ​ນັ້ນ ຫາກຕ້ອງ​ມີ​ນະ​ໂຍບາຍ, ມາດຕະການຕ່າງໆ ​ເພື່ອ​ກີດ​ກັ້ນ ຈຳກັດ​ປັດ​ເປົ່າ​​ໄພພິບັດ​ເຄາະ​ຮ້າຍ​ຕ່າງໆ; ສະໜອງ​ແບບ​ວິທີ​ພັດທະນາ​ໃໝ່​ທີ່​ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ອັນ​ລະອຽດ​ຂອງ​ຄົນ​ຈົນ, ສ້າງ​ສິ່ງ​ອຳນວຍ​ໃຫ້​ເຂົາ​ບືນ​ຕົວ​ຂຶ້ນ​ເພື່ອ​ຫລຸດ​ພົ້ນ​ຈາກ​ຄວາ​ງທຸກ​ຍາກ. ອັນ​ນີ້​ທັງ​ເປັນ​ຈຸດໝາຍ ທັງ​ເປັນ​ກຳລັງ​ໝູນ ​ເ​ປັນ​ເງື່ອນ​ໄຂອັນ​ຈຳ​ເປັນ​ໃຫ້​ແກ່​ຄວາມ​ສຳ​ເລັດ​ຜົນ​ຂອງ​ຈຸດໝາຍ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫລຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ໄວ​ແລະ​ຍືນ​ຍົງ.

ເພື່ອ​ຕີ​ລາຄາ​ລະດັບ​ໝັ້ນຄົງ​ຂອງ​ການຫລຸດຜ່ອນ​ຄວາມທຸກ​ຍາກນັ້ນ ບໍ່​ອາດ​ຈະ​ພຽງ​ແຕ່​ອີງ​ໃສ່​ຈຳນວນ​ຄົນ​ຈົນ ຄອບຄົວ​ທຸກ​ຍາກ ຕາ​ແສງ​ທຸກ​ຍາ ​ເມືອ​ງທຸກ​ຍາກທີ່​ໄດ້​ຫລຸດ​ລົງ​ແລ້ວ​ເທົ່າ​ນັ້ນ ຫາກ​ຕ້ອງ​ອີງ​ໃສ່​ຫຼາຍ​ບັນທັດຖານ, ຕ້ອງ​ເຂົ້າ​ເຖິງ​ບັນຫາ​ຕາມ​ທິດ​ຕ່າງໆ ທີ່​ຕ່າງ​ກັນ, ນັ້ນ​ຄື: ລາຍ​ໄດ້​ຕົວ​ຈິງ​ຂອງ​ຜູ້​ທຸກ​ຍາກ ຄອບຄົວ​ທຸກ​ຍາກໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ພົ້ນ​ຈາກ​ລະດັບ​ທຸກ​ຍາກ, ຈຳກັດ​ຢ່າງ​ສຸດ​ຂີດ​ການ​ຕົກ​ເປັນ​ທຸກ​ຍາກ​ຄືນ​ໃໝ່​ ທາງ​ດ້ານ​ລາຍ​ໄດ້; ຄວາມ​ສາມາດ​ສ້າງ​ສິ່ງ​ອຳນວຍ ​ແລະ ​ເຂົ້າ​ເຖິງ​ຢ່າງ​ຄົບ​ຖ້ວນ ​ກັບບັນດາ​ແຫຼ່ງກຳລັງ​ການ​ຜະລິດທີ່ສັງ​ຄົມ​ສະໜອງໃຫ້, ບັນດາ​ການ​ບໍລິການ​ຊ່ວຍ​ໜູນ​ຄົນ​ຈົນ; ​ໄດ້​ຮັບ​ການ​ປະກອບ​ໃຫ້​ມີ​ເງື່ອນ​ໄຂ​ພື້ນຖານ​ທີ່​ສຸດ ​ເພື່ອ​ອາດ​ສາມາດ​ຫຼີກ​ລ່ຽງສະພາບ​ການ​ຕົກ​ເປັນ​ທຸກ​ຍາກ​ຄືນ​ໃໝ່ ​ເມື່ອ​ປະສົບ​ເຄາະ​ຮ້າຍ​ບັງ​ເອີນ​ເຊັ່ນ ​ໄພ​ທຳ​ມະ​ຊາດ ນ້ຳ​ຖ້ວມ ​ໂລກລະບາດ... ​ແລະ​ໄດ້​ຮັບປະກັນ​ໃຫ້​ເຂົ້າ​ເຖິງ​ຢ່າງ​ສະ​ເໝີ​ພາບ ກັບ​ການ​ສຶກສາ ການ​ຮຽນ​ວິຊາ​ຊ່າງ, ການ​ເບິ່ງ​ແຍງ​ດ້ານ​ສາທາລະນະ​ສຸກ,...

​ເລິ່ມຈາກ​ທັດສະນະທີ່​ຖື​ວ່າ​ ມະນຸດມີ​ບົດບາດ​ທີ່​ຕັ້ງ​ໃຈກາງ ​ແມ່ນ​ຈຸດໝາຍສູງ​ສຸດ​ຂອງ​ການ​ພັດທະນາ​ສັງຄົມ ດັ່ງ​ນັ້ນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫລຸດຜ່ອນ​ຄວາມທຸກ​ຍາກ, ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດູ​ແລ​ຊີວິດ​ການເປັນຢູ່ຂອງຄົນຈົນ ບໍ່​ພຽງ​ແຕ່​ເປັນ​ແຜນ​ນະໂຍບາຍໃຫຍ່ ສະເໝີຕົ້ນສະເໝີປາຍ ເປັນນະໂຍບາຍສັງຄົມອັນພື້ນຖານ ທີ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຂອງ​ພັກ-ລັດ ເທົ່ານັ້ນ ຫາກຍັງເປັນພາກສ່ວນອັນສຳຄັນ ເປັນຈຸດໜັກໃນ​ແຜນຍຸດທະສາດພັດທະນາເສດຖະກິດ - ສັງຄົມ​ຫວຽດນາມ​ນຳ​ອີກ ທັງ​ນີ້​ກໍ່​ເພື່ອ​ແນ​ໃສ່​ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ດ້ານ​ວັດຖຸ ​ແລະ ຈິດ​ໃຈຂອງ​ຄົນ​​ຈົນ​​ໃຫ້​ດີ​ຍິ່ງຂຶ້ນ, ປະກອບສ່ວນ​ຫຍໍ້​ສັ້ນ​ຄວາມ​ແຕກ​​ໂຕນ​ກັນ ​ດ້ານ​ລະດັບ​ການ​ພັດທະນາ ລະຫວ່າງ​ບັນດາ​ເຂດ ບັນດາ​ທ້ອງ​ຖິ່ນ ​ແລະ ລະຫວ່າງ​ບັນດາຊົນ​ເຜົ່າ ບັນດາກຸ່ມ​ພົນລະ​ເມືອງ; ​ແມ່ນ​ໜຶ່ງ​ໃນ​ບັນດາເນື້ອ​ໃນ​ທີ່​ສຳ​ຄັນ ​ເພື່ອກຳນົດ​ທິດ​ສັງຄົມ​ນິຍົມ; ພ້ອມ​ກັນ​ນັ້ນ​ກໍ​ສະ​ແດງ​ໃຫ້​​ເຫັນ​ເຖິງຄວາມ​ຕັດສິນ​ໃຈ​ ໃນ​ການ​ປະຕິບັດຈຸດໝາຍ​ສະຫັດ​ສະ​ວັດ ຂອງ​ສະຫະ​ປະຊາ​ຊາດ ທີ່​ຫວຽດນາມ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ປະຕິບັດ.

2- ​ໃນ​ເວລາ​ຜ່ານ​ມາ, ລັດຖະບານ, ບັນດາ​ກະຊວງ ຂະ​ແໜງ​ການ ​ໄດ້​ເອົາ​ໃຈ​ໃສ່​ຄົ້ນຄວ້າ ສຳ​ຫຼວດກວດຄືນ ກໍ່ສ້າງ ​ແລະ ປະກາດ​ໃຊ້ກົນ​ໄກ​ ນະ​ໂຍບາຍຫຼາຍ​ຢ່າງ ກ່ຽວ​ກັບ​ການຫລຸດຜ່ອນ​ຄວາມທຸກ​ຍາກຢ່າງ​ຍືນ​ຍົງ; ​ເອົາ​ໃຈ​ໃສ່​ດັດ​ແປງ ​ເພີ່ມ​ເຕີມ ປັບປຸງ​ບູລະນະ​ ບັນດາ​ກົນ​ໄກ ນະ​ໂຍບາຍ ​ໃຫ້​ສອດຄ່ອງ​ກັບ​ພຶດຕິ​ກຳ; ຂອບ​ເຂດ​ຮັບຜົນ​ຈາກ​ນະ​ໂຍບາຍ​ນັບ​ມື້​ນັບ​ໄດ້​ເປີດ​ກວ້າງ, ລະດັບ​ຊ່ວຍ​ໜູນ​ໄດ້​ຍົກ​ສູງ​ຂຶ້ນ ຕອບ​ສະໜອງ​ຄວາມ​ປາຖະໜາ​ຂອງ​ຄົນ​ຈົນ ຄອບຄົວ​ທຸກ​ຈົນ... ທ້ອງ​ຖິ່ນ​ຕ່າງໆ ໄດ້ຊາບ​ຊືມມະຕິ​ຕົກລົງ​ຂອງ​ລັດຖະບານ, ບັນດາ​ກົນ​ໄກ ນະ​ໂຍບາຍ​ຂອງ​ກະຊວງ ຂະ​ແໜງ​ການ, ​ໄດ້​ຫັນ​ເປັນ​ລະອຽດ​ເປັນ​ໂຄງການ ​ເປັນ​ແຜນການ​ດຳ​ເນີນ​ງານ ທີ່ສອ​ດຄ່ອງ​ກັບ​ເງື່ອນ​ໄຂ​ຂອງ​ທ້ອງ​ຖິ່ນ​ຕົນ; ບັນດາ​ກຸ່ມ​ບໍ​ລະ​ສັດ, ບໍລິສັດ​ໃຫຍ່​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ຕັ້ງໜ້າ​ເຂົ້າ​ຮ່ວມ​ຢ່າງ​ມີ​ຄວາມ​ຮັບຜິດຊອບ ມີ​ປະສິດທິ​ຜົນ​ໃນ​ວຽກ​ງານຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ ​ໂດຍ​ຜ່ານ​ການ​ສ້າງ​ເງື່ອນ​ໄຂ​ອຳນວຍ​ ໃຫ້​ປະຊາຊົນ​ເຂົ້າ​ຮ່ວມ​ການ​ຜະລິດ ​ແລະ ຈຳໜ່າຍ​ຜະລິດ​ຕະພັນ ຊຶ່ງ​ໄດ້​ສ້າງ​ລາຍ​ໄດ້​ເປັນ​ປົກ​ກະຕິ​ໃຫ້​ປະຊາຊົນ, ປະກອບສ່ວນລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫລຸດຜ່ອນ​ຄວາມທຸກ​ຍາກ ​ໃຫ້​ປະຊາຊົນ​ຢູ່​ທ້ອງ​ຖິ່ນ​ຕ່າງໆ. ​ເພາະສະ​ນັ້ນ, ​ເຖິງວ່າ​ສະພາບ​ການ​ເສດຖະກິດ​ມີ​ຄວາມ​ຫຍຸ້ງຍາກຫຼາຍ​ຢ່າງ​ກໍ່ຕາມ, ​ແຕ່​ໃນ 2 ປີທີ່​ຜ່ານ​ມາ ​ໂຄງການຫລຸດຜ່ອນ​ຄວາມທຸກ​ຍາກກໍ່​ໄດ້​ບັນລຸ​ຜົນສຳ​ເລັດ ລື່ນ​ລະດັບ​ຄາດໝາຍ​ທີ່​ແຜນການ​ໄດ້​ວາງ​ອອກ​ມາ ​ເຊັ່ນອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ທົ່ວ​ປະ​ເທດ ສະ​ເຫຼ່ຍຫລຸດ​ລົງ​ຫຼາຍກວ່າ 2% ຕໍ່ປີ; ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ສະ​ເຫຼ່ຍຢູ່ 62 ​ເມືອງ​ທຸກ​ຍາກ​ຕາມ​ມະຕິ​ຕົກລົງ​ໝາຍ​ເລກ 30a/NQ-CP ​ໄດ້​ຫລຸດ​ລົງ​ຫຼາຍ​ກວ່າ 7% ຕໍ່​ປີ; ຄອບຄົວ​ທຸກ​ຍາກ​ຈຳນວນ 1 ລ້ານ​ກວ່າ​ເທື່ອ​ຄອບຄົວ​ ໄດ້​ກູ້​ຢືມ​ທຶນ​ສິນ​ເຊື່ອ​ບຸລິມະ​ສິດ ​ເພື່ອ​ຂະຫຍາຍ​ການ​ຜະລິດ; ​ເກືອບ 2 ລ້ານ​ຄອບຄົວ​ໄດ້​ກູ້​ຢືມ​ທຶນ​ສິນ​ເຊື່ອ​ສຳລັບ​ນັກຮຽນນັກ​ສຶກສາ ​ເພື່ອ​ໃຫ້​ລູກ​ເຕົ້າ​ຂອງ​ຕົນ 2,3 ລ້ານ​ຄົນ​ໄປ​ຮຽນ; ນັກຮຽນ​ທຸກ​ຍາກ 4 ລ້ານ​ກວ່າ​ເທື່ອ​ຄົນ ​ໄດ້​ຍົກ​ເວັ້ນຄ່າ​ຮຽນ ​ໄດ້​ຮັບ​ການ​ຊ່ວຍ​ໜູນ​ເງື່ອນ​ໄຂ​ຮ່ຳຮຽນ ​ແລະ ​ໄດ້​ຮັບ​ເງິນ​ອຸດ​ໜູນ; ​ຜູ້​ອອກ​ແຮງງານເກືອບ 1,1 ລ້ານ​ຄົນ​ໄດ້​ຮັບ​ການ​ຊ່ວຍ​ໜູນ​ກໍ່ສ້າງ​ວິຊາ​ຊ່າງ​ໄລຍະ​ສັ້ນ; ຄອບຄົວ​ທຸກ​ຍາກຈຳນວນ​ກວ່າ 12.000 ຄອບຄົວ​ ໄດ້​ເຂົ້າ​ຮ່ວມ​ໃນ​ຕົວ​ແບບຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ລາຍ​ໄດ້​ສະ​ເຫຼ່ຍຂອງ​ຄອບຄົວ​ທຸກ​ຍາກ​ເພີ່ມ​ຂຶ້ນ​ປະມານ 15%, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່ 25% ຈຳນວນ​ແຮງ​ງານ​ຊົນນະບົດ; ຄອບຄົວ​ທຸກ​ຍາກ 5 ​ແສນ​ກວ່າ​ຄອບຄົວ​​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ເຮືອນ​ຢູ່; ຄົນຈົນ ຄົນຊົນເຜົ່າສ່ວນນ້ອຍ ໄດ້ຮັບບັດປະກັນສາທາລະນະ​ສຸກ​ໂດຍ​ບໍ່​ເສຍ​ຄ່າ​ເປັນ​ຈຳນວນ 29 ລ້ານ​ເທື່ອ​ຄົນ; ກວ່າ 10% ຂອງ​ຈຳນວນ​ຄອບຄົວ​ໃກ້​ທຸກ​ຍາກ​ໄດ້ຮັບ​ການ​ຊ່ວຍ​ໜູນ​ຈາກ​ງົບປະມານ​ແຫ່ງ​ລັດ​ຈ່າຍ​ໃຫ້ 70% ຂອງຄ່າ​ບັດ​ປະກັນ​ສາທາລະນະ​ສຸກ... ຮອດ​ປີ 2012 ​ໄດ້​ມີ​ເກືອບ 8.500 ຄົນ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ ພາຍຫຼັງ 4 ປີ​ແຫ່ງ​ການ​ປະຕິບັດ... ​ແຫຼ່ງບຸກຄະລາ​ກອນ​ເຮັດ​ວຽກ​ງານ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ໄດ້​ຮັບ​ການ​ເພີ່ມ​ທະວີ​ຂຶ້ນທາງ​ດ້ານ​ຄຸນ​ນະພາ​ບ ​ແລະ ຈຳນວນ: ພະນັກງານ 467 ຄົນ ​ແລະ ນັກຮຽນ​ຮູ້​ໜຸ່ມ​ນ້ອຍປະ​ລິນ​ຍາ​ຕີກວ່າ 1.000 ຄົນ ​ໄດ້​ອາສາ​ສະໝັກ​ໄປ​ເຮັດ​ວຽກ​ຢູ່​ບັນດາ​ເມືອງ​ທຸກ​ຍາກ; ໃນ​ຈຳນວນ 600 ຄົນທີ່​ໄດ້​ຖືກແຕ່ງ​ຕັ້ງ​ໃຫ້​ໄປ​ເປັນ​ຮອງ​ປະທານ​ຕາ​ແສງ​ຢູ່ 62 ​ເມືອງ​ທຸກ​ຍາກນັ້ນ ​ມີ 580 ຄົນ​ເປັນ​ນັກ​ຮຽນ​ຮູ້​ໜຸ່ມ​ນ້ອຍ​ດີ​ເດັ່ນ​...

ຫຼາຍ​ປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ໄດ້​ຕີ​ລາຄາ​ວ່າ ຫວຽດນາມ​ແມ່ນ​ຈຸດ​ເດັ່ນ​ທີ່​ໄດ້​ຮັບ​ຜົນສຳ​ເລັດ​​ໃນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫລຸດຜ່ອນ​ຄວາມທຸກ​ຍາກ, ປະຕິບັດ​ຈຸດໝາຍ​ສະຫັດ​ສະ​ວັດ​ຂອງ​ສະຫະ​ປະຊາ​ຊາດ. ​ໃນ​ລາຍ​ງານ “ເລີ່ມຕົ້ນ​ດີ​ແຕ່​ຍັງ​ບໍ່​ທັນ​ສຳ​ເລັດລຽບ​ລ້ອຍ​ເທື່ອ: ຜົນສຳ​ເລັດ​ທີ່​ໜ້າ​ປະ​ທັບ​ໃຈ​ຂອງ​ຫວຽດນາມ ​ໃນ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ສິ່ງ​ທ້າ​ທາຍ​ໃໝ່” ຂອງ​ທະນາ​ຄານ​ໂລກ (WB) ທີ່​ປະກາດ​ວັນ​ທີ 24 ມັງກອນ 2013, ​ໄດ້​ປະ​ເມີນ​ຄ່າ​ອັດຕາ​ສ່ວນ​ທຸກ​ຍາກ​ຢູ່​ຫວຽດນາມ ຫລຸດຜ່ອນ​ຈາກ​​ເກືອບ 60% ລົງ​ເປັນ 20,7% ​ໃນ​ເວລາ 20 ປີ​ທີ່​ຜ່ານ​ມາ (1990 - 2010) ດ້ວຍ​ປະມານ 30 ລ້ານ​ຄົນ. ຫວຽດນາມ​ກໍ່​ບັນລຸ​ຜົນສຳເລັດທີ່​ໜ້າ​ປະ​ທັບ​ໃຈ ທາງ​ດ້ານ​ການ​ສຶກສາ ​ແລະ ສາທາລະນະ​ສຸກ. ອັດຕາ​ສ່ວນລູກ​ຄົນ​ຈົນ​ເຂົ້າ​ຮຽນ​​ປະຖົມ​ສຶກສາ​ 90% ​ແລະ ​ເຂົ້າ​ຮຽນມັດ​ຖະຍົມ​ຕອນ​ຕົ້ນ​ແມ່ນ 70% (1).

3- ຄຽງ​ຂ້າງ​ກັບ​ບັນດາ​ໝາກຜົນ​ທີ່​ຍາດ​ມາ​ໄດ້ນັ້ນ, ການ​ປະຕິບັດ​ໂຄງການຫລຸດຜ່ອນ​ຄວາມທຸກ​ຍາກ​ແບບຍືນ​ຍົງ​ກໍ່​ມີ​ຂໍ້​ຈຳ​ກັດ ສິ່ງ​ຄົງ​ຄ້າງ​ຕ່າງໆ ທີ່​ຕ້ອງ​ສຸ​ມ​ໃສ່​ແກ້​ໄຂ​ຜ່ານ​ຜ່າ. ຜ່ານ​ການ​ປະຕິບັດ​ຈຸດໝາຍຫລຸດຜ່ອນ​ຄວາມທຸກ​ຍາກ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ອາດ​ຈະ​ຖອດ​ຖອນບາງ​ບົດຮຽນດັ່ງ​ລຸ່ມ​ນີ້:

ທີໜຶ່ງ, ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫລຸດຜ່ອນ​ຄວາມທຸກ​ຍາກ ​ແມ່ນ​ພາລະກິດ​ຍາວ​ນານທີ່ຕິດ​ແໜ້ນ​ກັບ​ວິວັດ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ, ດັ່ນນັ້ນ ຕ້ອງ​ໄດ້​ຕັ້ງໝັ້ນ​ໃນ​ການ​ປະຕິບັດ​ຈຸດໝາຍ​ທີ່​ໄດ້​ວາງ​ອອກ​ມາ ຫຼີກ​ລ່ຽງຄວາມ​ຮ້ອນ​ຮົນ​ຟ້າວຟັ່ງ​ອັດຕະວິ​ໄສ ​ແລະ ພະຍາດ​ແລ່​ນຫາ​ແຕ່​ຜົນງານ; ຕ້ອງ​ປຸກລຸກ​ມານະ​ຈິດ​ບືນ​ຕົວ​ຂຶ້ນ​ດ້ວຍ​ຕົນ​ເອງ ຂອງ​ກະ​ໂຕ​ຜູ້​ທຸກ​ຍາກ ​ເພື່ອ​ປະຕິບັດ​ການ​ຫລຸດຜ່ອນ​ຄວາມທຸກ​ຍາດ​ໄດ້​ຢ່າງ​ຍືນ​ຍົງ;

ທີສອງ, ບັນດາ​ນະ​ໂຍບາຍຫລຸດຜ່ອນ​ຄວາມທຸກ​ຍາກຕ້ອງ​ໄດ້ຮັບການ​ສຳຫຼວດກວດຄືນ​ຢ່າງ​ເປັນ​ປະຈຳ ​ແລະ ຈັດ​ຕັ້ງການ​ປະ​ເມີນ​ຄ່າ​ຢ່າງ​ເປັນ​ລະບົບ ​ເພື່ອ​ໃຫ້​ຄົນ​ທຸກ​ຍາກ ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ເຂົ້າ​ເຖິງ​ນະ​ໂຍບາຍ​ຢ່າງ​ສະດວກ​ດີ ​ແລະ ມີ​ປະສິດທິ​ຜົນ​ກວ່າ; ບັນດາ​ນະ​ໂຍບາຍ​ທີ່​ຜ່ານ​ການ​ປະຕິບັດ​ຖ້າ​ເຫັນ​ວ່າບໍ່​​ເໝາະ​ສົມ​ອີກ ກໍ່​ຕ້ອງ​ດັດ​ແປງ ຫຼື ປ່ຽນ​ແທນ​ດ້ວຍ​ນະ​ໂຍບາຍ​ໃໝ່​ຢ່າງ​ທັນ​ການ;

ທີສາມ, ​ແຫຼ່ງກຳລັງ​ຂອງ​ລັດ​ມີ​ບົດບາດ​ຕັດສິນ, ​ໃນ​ເງື່ອນ​ໄຂງົບປະມານ​ແຫ່ງ​ລັດ​ຍັງ​ພົບ​ຄວາມ​ຫຍຸ້ງຍາກ, ຕ້ອງ​ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ການເຮັດ​ເປັນ​ຈຸດ ​ແລະ ​ການເຮັດທາງ​ດ້ານ​ກວ້າງ, ຕ້ອງ​ໃຫ້​ບຸລິມະສິດ ​ແລະ ຈັດ​ວາງ​ຢ່າງ​ທັນ​ການ​ເພື່ອ​ປະຕິບັດ​ບັນດານະ​ໂຍບາຍ ​ແລະ ​ໂຄງການຫລຸດຜ່ອນ​ຄວາມທຸກ​ຍາກ, ​ໃຫ້​ບຸລິມະສິດ​ແກ່​ບັນດາ​ບໍລິ​ເວນ​ທຸກ​ຍາກ (ເມືອງທຸກ​ຍາກ, ຕາ​ແສງ​ທຸກ​ຍາກ, ບ້ານ ໝູ່​ບ້ານ​ທີ່​ຫຍຸ້ງຍາກ​ຫຼາຍ); ພ້ອມ​ກັນ​ນັ້ນ ​ແຫຼ່ງກຳລັງ​ຊ່ວຍ​ເຫຼືອ​ຂອງ​ປະຊາ​ຄົມ ວິ​ສາ​ຫະກິດ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ຂອງ​ກະ​ໂຕ​ຄອບຄົວ​ທຸກ​ຍາກ ​ແມ່ນ​ສຳຄັນ​ທີ່​ສຸດ ​ເພື່ອ​ປະຕິບັດ​ຈຸດໝາຍ​ຫລຸດຜ່ອນ​ຄວາມທຸກ​ຍາກ​.

ທີສີ່, ບົນ​ພື້ນຖານ​ບັນດາ​ນະ​ໂຍບາຍ ​ແລະ ​ໂຄງການຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ, ບັນດາ​ທ້ອງ​ຖິ່ນ​ຕ້ອງ​ວາງ​ແຜນການ, ວິທີ​ແກ້​ອັນ​ລະອຽດ ທີ່​ສອດຄ່ອງ​ກັບ​ເງື່ອນ​ໄຂ​ເສດຖະກິດ ສັງຄົມ ຮີດຄອງ​ປະ​ເພນີ​ຂອງປະຊາຊົນ​ໃນ​ພື້ນ​ທີ່​ຕ່າງໆ ​ເພື່ອ​ຈັດ​ຕັ້ງ​ປະຕິບັດ.

ທີ​ຫ້າ, ວຽກ​ງານ​ກວດກາ, ຕີ​ລາຄາ​ປະ​ເມີນ​ຄ່າ​ການ​ປະຕິບັດ​ນະ​ໂຍບາຍ ​ແລະ ​ໂຄງການຫລຸດຜ່ອນ​ຄວາມທຸກ​ຍາກ ຕ້ອງ​ໄດ້​ຈັດ​ຕັ້ງ​ຢ່າງ​ເປັນ​ປະຈຳ​ຢູ່​ບັນດາ​ຂັ້ນ ບັນດາ​ຂະ​ແໜງ​ການ​ຕ່າງໆ, ​ເປັນ​ຕົ້ນ​ແມ່ນ​ຢູ່​ຮາກ​ຖານ, ນັບ​ແຕ່​ການ​ກຳນົດ​ເປົ້າ​ໝາຍ​ໄດ້​ຮັບ​ຜົນ ຈົນ​ເຖິງ​ການຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ; ພ້ອມ​ກັນ​ນັ້ນ​ກໍ່​ຄົ້ນ​ເຜີຍ​ຂໍ້​ຈຳກັດ ຄວາມ​ບໍ່​ສົມ​ເຫດ​ສົມ​ຜົນ​ຕ່າງໆ ​ເພື່ອ​ສະ​ເໜີ​ໃຫ້​ມີ​ການ​ດັດ​​ແກ້ ປັບປຸງ​ເພີ່ມ​ເຕີມ​ຢ່າງ​ທັນ​ການ.

4- ຕາມ​ຈຸດໝາຍ​ລະອຽດ​ທີ່​ໄດ້​ວາງ​ອອກ​ມາ, ຮອດ​ທ້າຍ​ປີ 2013, ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ​ຫລຸດຜ່ອນ 2% ຕໍ່​ປີ (ຈາກ 9,60% ລົງ​ເປັນ 7,60%); ສະ​ເພາະອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ ຢູ່​ບັນດາ​ເມືອງ​ທຸກ​ຍາກ ຫລຸດຜ່ອນ​ສະ​ເລ່ຍ 4% ຕໍ່​ປີ (ຈາກ 43,89% ປີ 2012 ລົງ​ເປັນ 38,89% ປີ 2013), ຮອດ​ທ້າຍ​ປີ 2015, ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ​ ບໍ່​ເຖິງ 5% ຕາມບັນທັດ​ຖານ​ທຸກ​ຍາກ​ເວລາ​ນັ້ນ; ອັດຕາ​ສ່ວນ​ເມືອງ​ທຸກ​ຍາກ​ຍັງ​ເຫຼືອ​ບໍ່​ເຖິງ 30%. ​ເພື່ອ​ບັນລຸ​ຈຸດໝາຍ​ດັ່ງກ່າວ​ເທິງນີ້, ວຽກ​ງານ​ຫລຸດຜ່ອນ​ຄວາມທຸກ​ຍາກ​ປີ 2013 ​ແລະ ບັນດາ​ປີ​ຕໍ່ໆ​ໄປ​ ຕ້ອງ​ສຸມ​ໃສ່​ບັນດາ​ເນື້ອ​ໃນ​ດັ່ງ​ລຸ່ມ​ນີ້:

ໜຶ່ງ, ກຳນົດໄດ້​ວ່າ ການຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນຍົງ​ຕ້ອງ​ໄດ້​ປະຕິບັດ​ຢ່າງ​ທົນ​ທານໜຽວ​ແໜ້ນ ​ເປັນ​ປະຈຳ ລຽນຕິດ. ລັດ ສັງ​ຄົນ ​ແລະ ປະຊາ​ຄົມ​ຕ້ອງ​ຮັບ​ຮູ້​ຢ່າງ​ຖືກຕ້ອງ​ຄວາມ​ຮັບຜິດຊອບ​ໃນ​ການ​ປະຕິບັດ​ໜ້າ​ທີ່​ຫລຸດຜ່ອນ​ຄວາມທຸກ​ຍາກ, ຮ່ວມ​ແຮງ​ກັນ​ປະຕິບັດ, ຊ່ວຍ​ເຫຼືອ​ປະຊາຊົນ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ຍືນຍົງ, ພິ​ເສດ​ແມ່ນ​ຄວາມ​ຕື່ນ​ຕົວ ​ເປັນ​ເຈົ້າ​ການ​ປະຕິບັດ ​ແລະ ມີ​ຄວາມ​ຮັບຜິດຊອບ​ກວ່າ​ອີກ​ຂອງ​ປະຊາຊົນ​ເພື່ອ​ບືນ​ຕົວ​ຂຶ້ນ​ຫລຸດ​ພົ້ນ​ຈາກ​ຄວາມທຸກ​ຍາກ.

ສອງ, ສືບ​ຕໍ່​ການກວດ​ແກ້ ​ເພີ່ມ​ເຕີນ ປັບປຸງບູລະນະບັນດາ​ກົນ​ໄກ ນະ​ໂຍບາຍຕ່າງໆ​ກ່ຽວ​ກັບ​ການຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ ຮັບປະກັນ​ຄວາມ​ເປັນ​ເອກະ​ພາບ ​ແລະ ມີ​ການ​ສົມທົບ​ແຊກ​ຊ້ອນ​ກັນ; ບັນດາ​ນະ​ໂຍບາຍ​ທີ່​ພວມ​ເສີມ​ຂະຫຍາຍ​ຄຸນ​ປະ​ໂຫຍ​ດຕ້ອງ​ໄດ້​ສືບ​ຕໍ່​ຍູ້​ແຮງການ​ປະຕິບັດ, ຮີບ​ຄົ້ນຄວ້າ ດັດ​ແປງ ​ເພີ່ມ​ເຕີມ​ບັນດາ​ນະ​ໂຍບາຍ​ທີ່​ຍັງມີ​ຂໍ້​ຈຳກັດ ​ເພື່ອ​ໃຫ້​ມັນ​ສອດຄ່ອງ​ກັບ​ພາກ​ຕົວ​ຈິງ.

ສາມ, ສ້າງ​ປະຖົມ​ປັດ​ໃຈ ​ເງື່ອນ​​ໄຂ​ອັນສະດວກ​ເພື່ອລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫລຸດຜ່ອນ​ຄວາມທຸກ​ຍາກ​ໄດ້​ຢ່າງ​ຍືນ​ຍົງ ​ໂດຍ​ຜ່ານ​ການ​ກໍ່ສ້າງ​ບັນດາ​ຮູບ​ການ​ເຊື່ອມ​ໂຍງ​ບັນດາ​ຂະ​ແໜງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ ກັບການ​ຜະລິດ​ແລະ​ການ​ກໍ່ສ້າງ, ​ເປັນ​ຕົ້ນ​ແມ່ນ​ຂົງ​ເຂດ​ກະສິກຳ ຊົນນະບົດ.

ສີ່, ຕ້ອງ​ຫັນ​ຈຸດໝາຍ​ໂຄງການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ເປັນ​ລະອຽດ​ເຂົ້າ​ໃນບັນດາ​ຄາດໝາຍ ​ແລະ ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມປະຈຳ​ປີ​ຂອງ​ທ້ອງ​ຖິ່ນ ​ແລະ ມີ​ການ​ສຳ​ຫຼວດ ປະ​ເມີນ​ຄ່າ​ສະພາບ​ການ​ປະຕິບັດ; ​ເປັນ​ເຈົ້າ​ການ​ໃນ​ການຈັດ​ວາງ​ແຊກ​ຊ້ອນລະຫວ່າງ ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດກ່ຽວ​ກັບ​ການຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ ກັບບັນດາ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ອື່ນໆ, ​ເປັນ​ຕົ້ນ​ແມ່ນ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່; ​ໃຫ້​ບຸລິມະສິດ​ງົບປະມານ​ເພື່ອ​ຜັນ​ຂະຫຍາຍ​ການ​ປະຕິບັດ​ໂຄງການ.

ຫ້າ, ຍົກ​ສູງ​ປະສິດທິ​ຜົນ​ຂອງ​ວຽກ​ງານ​ໂຄສະນາ​ກ່ຽວ​ກັບ​ການຫລຸດຜ່ອນ​ຄວາມທຸກ​ຍາກ. ຄົ້ນ​ເຜີຍ ​ເຜີຍ​ແຜ່ ຍົກຍ້ອງ​ຊົມ​ເຊີຍ ​ແລະ ທະວີ​ຄູນ​ບັນດາ​ຕົວ​ແບບ, ​ແບບຢ່າງ​ດີ​ເດັ່ນ​ກ່ຽວ​ກັບ​ການຫລຸດຜ່ອນ​ຄວາມທຸກ​ຍາກທີ່ມີປະສິດທິຜົນ; ຕຳນິຕິຊົມບັນດາປະກົດການຫຍໍ້ທໍ້ ທີ່ບໍ່ຕັ້ງໜ້າຜ່ານພົ້ນຄວາມທຸກຍາກ; ສ້າງ​ໃຫ້​ມີ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ​ສູງ​ໃນ​ສັງຄົມ ​ແນ​ໃສ່​ປະຕິບັດຈຸດໝາຍຫລຸດຜ່ອນ​ຄວາມທຸກ​ຍາກ​ໄດ້​ຢ່າງ​ຍືນ​ຍົງ.

ຫົກ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ແຫ່ງ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ພາກສ່ວນ​ຂອງ​ແນວ​ໂຮມ​ສືບ​ຕໍ່​ໂຄສະນາ ຂົນຂວາຍ​ບັນດາ​ວິ​ສາ​ຫະກິດ ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ ​ແລະ ປະຊາຊົນ​ ໃຫ້ການ​ສະໜັບສະໜູນ ປະກອບ​ຊັບ​ສິນເງິນທອງ​ແກ່​ການລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫລຸດຜ່ອນ​ຄວາມທຸກ​ຍາກ; ພ້ອມ​ກັນ​ນັ້ນ​ກໍ່​ເພີ່ມ​ທະວີ​ບົດ​ບາດ​ຕິດຕາມ​ກວດກາ​ນ ກວດກາ​ສະພາບ​ການ​ປະຕິບັດ​ນະ​ໂຍບາຍ​ຢູ່​ບັນດາ​ຂະ​ແໜງ​ການ ຂັ້ນ​ຕ່າງໆ ​ເພື່ອ​ຮັບປະກັນ​ລັກສະນະ​ປະສິດ​ທະ​ຜົນ​ຂ​ອງນະ​ໂຍບາຍ./.

---------------------------

(1).  ລາຍ​ງານ​ກ່ຽວ​ກັບ​ໝາກຜົນ​ການ​ປະຕິບັດ​ໂຄງການ 135 ​ໄລຍະ​ປີ 2006 - 2010 ຂອງ​ຄະນະ​ກຳມະການ​ຊົນ​ເຜົ່າ.