ວ.ກ.ອອນ​ໄລ - ​ເນື່ອງ​ໃນ​ໂອ​ການສະ​ເຫຼີ​ມສະຫຼອງ​ປີ​ໃໝ່ 2015, ວາລະສານ​ກອມ​ມູນິດຂໍ​ເປັນ​ກຽດ​ແນະນຳ​ ບົດ​ຂຽນ​ຂອງ​ສະ​ຫາຍ ​ເຈືອງ​ເຕີນ​ຊາງ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະທານ​ປະ​ເທດ​ແຫ່ງ ສສ.ຫວຽດນາມ, ທີ່​ຂຽນ​ໃຫ້​ສະ​ເພາະ​ວາລະສານ ພາຍ​ໃຕ້​ຫົວ​ຂໍ້ “ກຳ​ແໜ້ນ​ໂອ​ການ, ເສີມຂະຫຍາຍກຳລັງແຮງ ຂອງປວງປະຊາຊົນ, ປົກປັກຮັກສາ ຜົນປະໂຫຍດຂອງຊາດ, ນຳເອົາປະເທດຊາດ​ ກ້າວຂຶ້ນເລື້ອຍໆ"

ທ່ານປະທານປະເທດ ເຈືອງເຕິນຊາງ (ພາບ: badanang.vn)

ພ້ອມ​ກັນ​ກັບ​ມະນຸດຊາດ​ພວກ​ເຮົາ​ອຳ​ລາ​ປີ 2014, ປີ ມະ​ເມຍ. ສຳລັບພວກ​ເຮົາ, ປີ 2014 ​ແມ່ນ​ປີ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງຍາກ ​ເຄັ່ງຮ້ອນ ສັບສົນ ​ແລະ ສິ່ງ​ທ້າ​ທາຍ ລົມ​ແຮງ​ຟອງ​ຈັດ​ບໍ່​ຈັກ​ວ່າ​ເທົ່າ​ໃດ, ​ແຕ່​ພວກ​ເຮົາ​ກໍ່ຜ່ານຜ່າ​ໄດ້. ​ເຖິງ​ວ່າ​ຫັນ​ເບິ່ງ​ຄືນ​ຫຼັງ, ຍັງ​ມີ​ຄວາມ​ຮູ້ສຶກ​ອົບ​ອຸ່ນ​ແລະ​ໜາວ​ເຢັນ ຄວາມ​ມ່ວນ​ຊື່ນ​ທຸກ​ເສົ້າ​​ແຊກ​ຊ້ອນ​ກັນ​ຢູ່, ຍັງ​ມີ​ສິ່ງ​ຄົງ​ຄ້າງ​ຂ້ອງ​ໃຈ​ຕ່າງໆຫຼາຍ​ຢ່າງ ຊຶ່ງ​ຜູ້​ໃດ​ກໍ່​ເຫັນ ​ແລະ ພວມ​ຮ່ວມ​ແຮງ​ຮວມ​ໃຈ​ກັນ​ເພື່ອ​ແກ້​ໄຂ ຜ່ານ​ຜ່າ. ​ເມື່ອ​ລະດູບານ​ໃໝ່​ຂອງ​ປີ​ໃໝ່ 2015 ພວມ​ກ້າວ​ກ່າຍ​ມາ​ເຖິງ​ຊານເຮືອນ, ປະຊາຊົນ​ທັງ​ຊາດ​ຫວຽດນາມ​ເຮົາກໍ່​ເບີກບາ​ນມ່ວນ​ຊື່ນ, ມີ​ກຳລັງ​ຊີວິດ​ໃໝ່ ມີ​ຄວາມ​ຕັດ​ສີນ​ໃຈ​ໃໝ່, ສືບ​ຕໍ່​ມານະ​ພະຍາຍາມ​ເພື່ອ​ຍາດ​ເອົາຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ກວ່າ​ອີກ ໃນ​ປີ​ແຫ່ງບັນດາ​ເຫດການ​ອັນ​ຍິ່ງ​ໃຫຍ່: 85 ລະດູບານ​ໃໝ່​ແຫ່ງ​ການ​ກຳ​ເນີ​ດ​ເກີດ​ຂຶ້ນ​ຂອງ​ພັກ​ເຮົາ, 70 ລະດູ​ຮ່ວງ​ໂຮຍ​ແຫ່ງ​ການ​ປະຕິວັດ ​ແລະ ວັນຊາດ​ຂອງ​ປະ​ເທດ ສສ.ຫວຽດນາມ,  40 ປີ​ແຫ່ງ​ການ​ປົດ​ປ່ອຍ​ພາກ​ໃຕ້​ແລະ​ໂຮມປະ​ເທດ​ຊາດ​ເປັນ​ເອກະ​ພາບ, 125 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ​ທີ່​ເຄົາລົບຮັກ, 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ຂອງ​ປະ​ເທດ​ຊາດ​ບົນ​ເສັ້ນທາງ​ສັງຄົມ​ນິຍົມ, ກ້າວ​ໄປສູ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ... ດ້ວຍ​ວິ​ໄສ​ທັດ​ໃໝ່, ພາລະ​ໜ້າ​ທີ່​ໃໝ່, ກຳລັງ​ຕົວ​ຈິງ​ໃໝ່, ​ແບບ​ວິທີ​ການ​ເຄື່ອນ​ໄຫວ​ໃໝ່ ​ແລະ ຄວາມ​ເຊື່ອ​ໝັ້ນ​ຕໍ່​ບັນດາ​ຜົນສຳ​ເລັດ​ໃໝ່.

ຕໍ່ໜ້າກາລະ​ເຂົ້າ​ສູ່​ລະດູບານ​ໃໝ່, ຫັນ​ເບິ່ງ​ຄືນ​​ເສັ້ນທາງ​ທີ່​ໄດ້​​ເດີນຜ່ານ, ພວກ​ເຮົາທົບ​ທວນ​ກວດຄືນ​ຕົນ​ເອງ, ຄິດ​ຫງຳ​ສະຖານະ​ການ​ໃຫຍ່, ​ເປີດ​ກວ້າງ​ສາຍຕາ, ກຽມພ້ອມ​ທຸກ​ຢ່າງ, ສືບ​ຕໍ່​ເປັນ​ເຈົ້າ​ການ ​ແລະ ຕັ້ງ​ໝັ້ນ​ຈຸດປະສົງ​ກ້າວຄືບ​ໜ້າ​ເລື້ອຍໆ.

ພັດທະນາ​ແບບ​ຍືນ​ຍົງ - ການ​ເລືອກ​ເຟັ້ນທີ່​ມີ​ລະດັບ​ຍຸດ​ທະ​ສາດ

ພວກ​ເຮົາ​ພວມ​ມີ​ຊີວິດ​ຢູ່​ໃນສັກກະ​ລາດ​ແຫ່ງ​ໂລກາ​ພິວັດ ດ້ວຍ​ຄວາມ​ສັບສົນ​ທຸດຢ່າງ​​​​ແຫ່ງ​ໂອກາດ​ດີແລະ​ໄພ​ອັນຕະລາຍ, ​ໂຊກ​ດີ​ແລະ​ເຄາະ​ຮ້າຍ, ​ເງື່ອນ​​ໄຂ​ອຳນວຍ​ແລະ​ສິ່ງ​ທ້າ​ທາຍ ທີ່​ແຊກ​ຊ້ອນ​ກັນ ​ເຄື່ອນ​ວຽນປ່ຽນທີ່​ກັນ ຊຶ່ງ​ຄາດ​ຄະ​ເນ​ຍາກທີ່​ສຸດ; ຫຼື​ວ່າຖອຍຫຼັງ, ໝາຍ​ຄວາມ​ວ່າ​ຖືກ​ປະ​ຂ້າມ ຫຼື​ວ່າບຸກໜ້າ​ບືນ​ຕົວ​ຂຶ້ນ ​ເພື່ອ​ເຂົ້າ​ກັບ​ຈັງຫວະ​ຍຸ​ກສະ​ໄໝ, ​ເປັນ​ເຈົ້າ​ຊາຕາ​ກຳ​ຂອງ​ຕົນ, ຖ້າ​ຫາກ​ຢຸດ​ຢູ່​ກັບ​ບ່ອນແມ່ນໝາຍຄວາມ​ວ່າ​ຖອຍຫຼັງ​ນັ້ນ​ເອງ. ຄວາມ​ຖອຍຫຼັງ, ​ເປັນ​ຕົ້ນ​ແມ່ນ​ທາງ​ດ້ານ​ເສດຖະກິດ, ​ແມ່ນ​ໄພ​ອັນຕະລາຍໜຶ່ງ ຊຶ່ງ​ກ່ອນ​ໜ້າ​ນີ້ 20 ປີ​ເຕັມໆ, ຄື​ເດືອນ​ມັງກອນປີ 1994, ພັກ​ເຮົາ​ໄດ້​ກ່າວ​ເຕື່ອນ ​ແລະ ທົ່ວ​ທັງ​ຊາດ​ເຮົາ​ໄດ້​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງໃນ​ຕະຫຼອດ​ສອງ​ທົດ​ສະ​ວັດ​ເພື່ອ​ຜ່ານ​ຜ່າ.

ດັ່ງ​ນັ້ນ, ຍິ່ງ​ກວ່າ​ເວລາ​ໃດ​ໝົດ, ​ເສັ້ນທາງໜຶ່ງ​ດຽວ​ທີ່​ຖືກຕ້ອງ​ຄືພວກ​ເຮົາ​ຕ້ອງ​ບືນ​ຕົວ​ຂຶ້ນ ພາ​ໃຫ້​ປະ​ເທດ​ຊາດ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ​ຍືນ​ຍົງ, ​ໃນ​ເມື່ອ​ທີ່​ບາດກ້າວ​ເດີນ​ຂອງ​ມະນຸດຊາດ​ບໍ່​ລໍຖ້າ​ຜູ້​ໃດ​ເລີຍ, ການ​ແຂ່ງຂັນ​ທົ່ວ​ໂລກຍາມ​ໃດ​ກໍ່​ເຊື່ອງ​ຊ້ອນ​ໄພ​ອັນຕະລາຍ​ແຫ່ງ “ຄວາມ​ເປັນຕາ​ຍ”, ບໍ່​ມີ​ປະ​ເທດ​ໃດ ຊາດ​ໃດ​ໄດ້​ຍົກ​ເວັ້ນ, ​ເຮັດ​ໃຫ້ການ​ຊັ່ງຊາ​ກຳລັງ​ລະຫວ່າງ​ບັນດາ​ປະ​ເທດ ບັນດາ​ພາກ​ພື້ນ​ໃນ​ໂລກ​ມີ​ການ​ປ່ຽນ​ແປງ​ຢ່າງ​​ເນືອງນິດ. ຖອຍຫຼັງ​ແມ່ນ​ຖືກ​ການ​ໂລກາ​ພິວັດ​ຜ່ານ​ຂ້າມ ດັນ​ໃຫ້​ລົ້ມ​ຈົມ​ລົງ, ບໍ່​ອາດ​ຈະ​ຫຼີກ​ລ່ຽງຈາກ​ການ​ຖືກ​ຂຶ້ນ​ກັບ, ກາຍ​ເປັນ “​ເດີນ​ຫຼັງ​ບ້ານ” ຂອງ​ຜູ້​ອື່ນ, ບໍ່​ສາມາດ​ປົວ​ແປງ ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຂຶ້ນ​ໄດ້. “ມີ​ອາຫານ​ການ​ກິນ​ພຽງພໍ, ກຳລັງ​ທະຫານ​ຈະ​ເຂັ້ມ​ແຂງ”, ຖ້າ​ຫາກ​ຖອຍຫຼັງ​ແມ່ນ​ຍາກ​ທີ່​ຈະ​ປົກ​ປັກ​ຮັກສາ​ເອກະລາດ ອຳນາດ​ອະທິປະ​ໄຕ​ຂອງ​ຊາດ​ໄວ້​ໄດ້, ​ແລະ​ການ​ຊອກ​ຫາ​ທີ່​ຕັ້ງເໝາະສົມ​ໃນ​ເວທີ​ສາກົນກໍ່​ເປັນ​ການ​ຍາກ, ​ເວົ້າ​ຫຍັງ​ເຖິງ “ການທຽບ​ບ່າ​ຮຽງ​ໄຫຼ່​ຢ່າງ​ສະຫງ່າ​ຜ່າ​ເຜີຍ​ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ໃນ​ຫ້າ​ທະວີບ”.

​ພັດທະນາ​​ແບບ​ໝັ້ນຄົງ​ຍືນ​ຍົງ, ຮັດ​ແຄບ​ຄວາມ​ແຕກ​ໂຕນ​ກັນ​ດ້ານ​ລະດັບ​ການ​ພັດທະນາ​ເສດຖະກິດ ກັບ​ບັນດາ​ປະ​ເທດຈະ​ເລີ​ນກ້າວໜ້າ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ, ​ເພື່ອ​ຈຸດປະສົງ​ປະຊາຊົນ​ຮັ່ງມີ ປະ​ເທດ​ຊາດ​ເຂັ້ມ​ແຂງ ​ແມ່ນຄວາມຮັບຜິດຊອບ​ທີ່​ບໍອາດປະຕິເສດໄດ້, ​ແມ່ນ​ພາລະໜ້າທີ່ອັນສັກກະລະບູຊາ, ແມ່ນກຽດສັກສີຂອງພວກເຮົາທຸກຄົນ ​ຊຶ່ງ​ແມ່ນ​ລູກ​ຫຼານ​ຂອງ​ຫລາກ​ໂຮ່ງ​ໃນ​ທຸກ​ວັນ​ນີ້. ​ເພາະສະ​ນັ້ນ, ​ໃນ​ປີ 2015 ​ແລະ​ຊຸມ​ປີ​ຕໍ່​ໄປ, ດ້ວຍ​ຄຸນສົມບັດ​ຫຼັກ ສະຕິ​ປັນຍາ ກຳລັງ​ບົ່ມ​ຊ້ອນ​ຂອງ​ປະ​ເທດ ​ແລະ ຂອງປະຊາຊົນ​ຫວຽດນາມ, ພວກ​ເຮົາ​ຕ້ອງ​ສຸມ​ໃສ່​ແກ້​ໄຂ ຖອນ​ມ້າງ​ສິ່ງ​ກີດຂວາງ​ກັ້ນ​ບັງ​ຕ່າງໆ​ນາໆ, ຜ່ານ​ຜ່າ​ຈຸດ​ອ່ອນ​ຂໍ້​ຈຳກັດ​ຕ່າງໆ, ນຳ​ເອົາ​ເສດຖະກິດອອກ​ຈາກ​ສະພາບ​ການ​ຢຸດ​ສະ​ງັກຊັກ​ຊ້າ​ໂດຍ​ໄວ, ຟື້ນ​ຟູ​ທ່ວງທ່າ​ເຕີບ​ໂຕ​ເສດຖະກິດ​ຄືນ​ໃໝ່; ສືບ​ຕໍ່​ຍູ້​ແຮງ​ການ​ປ່ຽນ​ແປງ​ໃໝ່, ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ, ​ເຊື່ອມ​ໂຍງ​ສາກົນ​ຢ່າ​ປະດິດ​ສ້າງ ​ແລະ​ມີ​ປະສິດທິ​ຜົນ; ສຳ​ເລັດ​ໜ້າ​ທີ່​ປ່ຽນ​ແປງ​ໃໝ່​ຕົວ​ແບບ​ການ​ເຕີບ​ໂຕ ​ເພື່ອສ້າງ​ໃຫ້​ມີ​ຄຸນ​ນະພາ​ບ​ໃໝ່ ລະດັບ​ໃໝ່​ທີ່​ສູງ​ກວ່າ​ຂອງ​ເສດຖະກິດ​ແຫ່ງ​ຊາດ, ​ເທົ່າທຽມກັບ​ລະດັບ​ຂອງ​ບັນດາ​ປະ​ເທດຈະ​ເລີ​ນກ້າວໜ້າ​ໃນ​ພາກ​ພື້ນ. ພັດທະນາ​ແບບ​ໝັ້ນຄົງ​ຍືນ​ຍົງ​ແມ່ນ​ການ​ເລືອກ​ເຟັ້ນທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຂອງ​ປະ​ເທດ​ເຮົາ​ໃນ​ປັດຈຸບັນ. ພັດທະນາ​ແມ່ນ​ໄມ້​ຫຼາ​ວັດ​ແທກ​ຄຸນສົມບັດ​ຫຼັກ ​ແລະສະຕິ​ປັນຍາ​ຫວຽດນາມ ​ໃນ​ການ​ແກ່ງ​ແຍ້​ງ​ແຂ່ງຂັນ​ທົ່ວ​ໂລກ​ ເພື່ອຈຸດໝາຍ​ສ້າງສາ​ພັດທະນາ​ປະ​ເທດ. ການ​ພັດທະນາ​ຈະ​ຕັດ​ສີນ​ຮູບ​ພາບ​ອະນາຄົດຂອງປະ​ເທດ, ຈະ​ກຳນົດ​ແຈ້ງ​ບົດບາດ​ທີ່​ຕັ້ງ​ຂອງ​ຫວຽດນາມ​ໃນ​ໂລກ​ໃນ​ຊຸມ​ປີ​ຕໍ່ໜ້າ.

ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ ຂອງ​ປະ​ເທດ ​ແມ່ນ​ຈຸດໝາຍ​ສູງ​ສຸດ

​ໃນ​ຫຼາຍ​ພັນ​ປີທີ່​ຜ່ານ​ມາ, ບັນພະບຸລຸດ​ຂອງ​ພວກ​ເຮົາ, ​ເຖິງ​ວ່າ​ຕ້ອງ​ປະ​ເຊີນ​ໜ້າ​ຕໍ່​ສັດຕູ​ຜູ້​ຮ້າຍ​ກາດ​ໂຕ​ໃດ ​ໃນ​ສະພາບ​ການ​ສັບສົນ​​ເຖິງປານ​ໃດ​ກໍ່ຕາມ, ​ແຕ່​ຍາມ​ໃດ​ກໍ່​ຕັດ​ສີນ​ໃຈ​ເອົາ​ຜົນ​ປະ​ໂຫຍ​ດຂອງ​ຊາດ ຂອງ​ປະ​ເທດ​ເປັນ​ຈຸດໝາຍ​ສູງ​ສຸດຂອງ​ຕົນ​ເພື່ອ​ຕໍ່ສູ້ ດັ່ງ​ນັ້ນ​ຈຶ່ງ​ສ້າງ​ຕັ້ງ​ຖິ່ນ​ຖານ​ຊັບ​ສົມບັດ​ອັນ​ໝັ້ນຄົງ​ຖາວອນ​ຂຶ້ນ​ມາ​ໄດ້​ ​ແລະ ​ຈົ່ງ​ໄວ້ໃຫ້​ເຊັ່ນ​ລູກ​ຫຼານ​ໃນ​ປັດຈຸບັນ. ປະຫວັດສາດ​ເຄີຍ​ໃຫ້​ເຫັນ​ວ່າ, ​ເຮັດ​ຜິດ​ກັບ​ສິ່ງ​ດັ່ງກ່າວ​ກໍ່​ຈະ​ກໍ່ໄພພິບັດ​ໃຫ້​ແກ່​ຕົນ​ເອງ, ບໍ່​ເສຍ​ປະ​ເທດ ກາຍ​ເປັນ​ຂ້ອຍຂ້າມ້າ​ຕ່າງຂອງ​ພວກຕ່າງ​ດ້າວ ກໍ່​ຈະ​ຍູ້​ປະ​ເທດ ຍູ້​ປະຊາຊົນ​ໃຫ້​ຕົກ​ໃສ່​ສະພາບທຸກ​ຍາກ ​ລຳບາກ​ກາກ​ກຳ.

​ໃນ​ຍຸກ​ສະ​ໄໝ​ປັດຈຸບັນ​, ທ່າມ​ກາງມະຫາ​ສະໝຸດ​ແຫ່ງ​ໂລກາ​ພິວັດ​ທີ່​ມີ​ການ​ແກ່ງ​ແຍ້​ງ​ແຂ່ງຂັນໂສ​ໄດ້ໂສ​ເສ​ຍນັ້ນ, ສັດຈະທຳ “ບໍ່​ມີ​ສິ່ງ​ໃດ​ປະ​ເສີດ​ເລີດ​ລ້ຳ​ກວ່າ​ເອກະລາດ, ອິດສະຫຼະພາບ” ​ໄດ້​ແຜ່​ລັດສະໝີ​ແຈ້ງ​ສະຫວ່າງກວ່າ​ເວລາ​ໃດ​ໝົດ. ປະ​ເທດ​ເຮົາ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ກັບ​ເພື່ອນ​ມິດ​ໃນ​ສີ່​ມະຫາ​ສະໝຸດ​ຫ້າ​ທະວີບ ​ແມ່ນ​ເພື່ອ​ຮ່ຳຮຽນ, ຮັບ​ເອົາ​ສິ່ງ​ປະ​ເສີດ​ເລີດ​ລ້ຳຂອງ​ມະນຸດຊາດ ຂອງ​ຍຸກ​ສະ​ໄໝ, ​ເຮັດ​ໃຫ້​ວັດທະນະທຳ​ສີສັນ​ຊາດ​ຫວຽດນາມ​ມີ​ຄວາມ​ຮັ່ງມີ ອຸດົມສົມບູນ​ຂຶ້ນ​ຕື່ມ; ​ເພື່ອ​ຍາດ​ແຍ່ງ​ເອົາ​ກຳລັງພາຍ​ນອກ ປຸກ​ຕື່ນ​ກຳລັງ​ພາຍ​ໃນ, ​ຫັນປ່ຽນ​ກຳລັງ​ພາຍ​ນອກ​ເປັນ​ກຳລັງ​ພາຍ​ໃນ, ກໍ່ສ້າງ​ປະ​ເທດ​ເຮົາ​ຮັ່ງມີ ​ເຂັ້ມ​ແຂງ, ທຽບ​ບ່າ​ຮຽງ​ໄຫຼ່​ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ໃນ​ຫ້າ​ທະວີບ, ປະຊາຊົນ​ເຮົາ​ມີ​ຊີວິດ​ການ​ເປັນ​ຢູ່​ອິ່ມໜຳສຳ​ລາມ ​ເສລີພາບ​ຜາ​ສຸກ, ​ເດັດຂາດ​ບໍ່​ຍອມເສຍ​ເອກະລາດ​ເສລີ, ບໍ່​ໃຫ້​ຕົກ​ໃສ່​ຄວາມ​ຫຼ້າ​ຫຼັງ ຖືກຂຶ້ນ​ກັບ​ຕ່າງປະ​ເທດ.

ປະ​ເທດ​ຊາດ​ບ້ານ​ເມືອງ​ທີ່​ບັນພະບຸລຸດ​ຂອງ​ພວກ​ເຮົາສ້າງ​ຂຶ້ນ​ມາ ​ແລະ​ສື​ບທອດ​ໃຫ້ໃນ​ຫຼາຍ​ພັນ​ປີ​ນັ້ນ, ​ເຊັ່ນ​ລູກ​​ເຊັ່ນຫຼານພວກ​ເຮົາ​ໃນ​ປັດຈຸບັນ ​ແລະ​ຕະຫຼອດ​ໄປ​ໃນ​ພາຍ​ໜ້າ ຕ້ອງ​ມີ​ພັນທະ​ແລະ​ຄວາມ​ຮັບຜິດຊອບປົກປັກ​ຮັກສາ​ໄວ້​ຢ່າງ​ໝັ້ນຄົງ, ​ເດັດຂາດ​ບໍ່​ໃຫ້​ເສຍ​ຫາຍພຽງ​ມີ​ລີ​ແມັດດຽວ. ຊາດ​ເຮົາ​ໄດ້​ສືບ​ສາຍ​ກັນ​ເປັນ​ຫຼາຍ​ພັນ​ປີ​ເພື່ອສ້າງສາ​ປະ​ເທດ​ແລະປົກ​ປັກ​ຮັກສາ​ປະ​ເທດ​, ​ໄດ້​ຜ່ານ​ການ​ລຸກ​ຮື​ຂຶ້ນ ຕໍ່ສູ້​ຕ້ານ​ການ​ຮຸກ​ຮານ​ຈາກ​ພາຍ​ນອກນັບ​ເປັນ​ຮ້ອຍ​ຄັ້ງ, ດ້ວຍ​ທຸກ​ຂະໜາດ​ໃຫຍ່​ນ້ອຍ ​ແລະ​​ໄດ້ເສຍສະຫຼະ​ຊີວິດ ​ເລືອດ​ເນື້ອ​ເຫື່ອ​ໄຄ​ບໍ່​ຈັກ​ວ່າ​ເທົ່າ​ໃດ; ​ໃນ​ກາລະ​ເວລາ​ຫຍຸ້ງຍາກ​ອັດຕະຄັດ ປະຊາຊົນ​ເຮົາ​ໄດ້​ເຊີດ​ຊູ​ເຈດ​ຈຳນົງ “​ເຖິງ​ວ່າ​ຕ້ອງ​ສະ​ນ້ຳ​ທະ​ເລ​ຕາ​ເວັນ​ອອກ​ໃຫ້​ໝົດ​ກ້ຽງ”, “​ເຖິງວ່າ​ຕ້ອງ​ຈູດພູ​ຫຼວງ​ໃຫ້​ໄໝ້​ທັງ​ສາຍ” ກໍ່​ຕ້ອງ​ເດັດດ່ຽວ​ຍາດ​ເອົາ​ເອກະລາດ ​ແລະ ປົກ​ປັກຮັກສາ​ເອກະລາດ ອິດສະຫຼະພາບ ອຳນາດ​ອະທິປະ​ໄຕ ຜືນ​ແຜ່​ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ ​ໄວ້​ຢ່າງ​ໝັ້ນຄົງ. ​ໃນ​ທຸກ​ວັນ​ນີ້, ປະຊາຊົນ​ຫວຽດນາມ​ພວກເຮົາ 90 ລ້ານກວ່າ​ຄົນ ຕັ້ງໜ້າ​ພະຍາຍາມເຮັດ​ຈົນ​ສຸດ​ກຳລັງຄວາມ​ສາມາດ​ຂອງ​ຕົນ, ຕັດ​ສີນ​ໃຈນຳ​ເອົາ​ຈິດ​ໃຈ​ແລະ​ກຳລັງ, ຊີວິດ​ແລະ​ຊັບ​ສິນທັງ​ໝົດມາ​ຮັບ​ໃຊ້​ຊາດ, ກຽມ​ພ້ອມ​ເສຍສະຫຼະ​ຢາດ​ເລືອດ​ສຸດ​ທ້າ​ຍ​ເພື່ອ​ຄວາມສັກກະລະ​ບູຊາ​ອັນ​ລ້ຳ​ຄ່າ​ນັ້ນ.

ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ-ປະ​ເທດ​ ຂອງ​ພວກ​ເຮົາ​ແມ່ນ​ລະ​ອຽດ: ​ເອກະລາດ ອຳນາດ​ອະທິປະ​ໄຕ ​ເອກະ​ພາບ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ອັນ​ສັກກະລະ​ບູຊາ​ຂອງ​ປະ​ເທດ​ຊາດ; ລະບອບ​ສັງຄົມ​ນິຍົມ, ຄວາມ​ຮັ່ງມີ​ເຂັ້ມ​ແຂງ ຄວາມ​ເຂັ້ມ​ແຂງ​ແຮງ​ກ້າ​ຂອງ​ປະ​ເທດ, ຄວາມ​ອິ່ມໜຳສຳລານ ​ເສລີ​ຜາ​ສຸກ​ຂອງ​ປະຊາຊົນ. ນີ້​ແມ່ນ​ຈຸດໝາຍ ຊຶ່ງ​ພວກ​ເຮົາ​ຕັດ​ສີນ​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ລຳບາກ​ທຸກ​ຢ່າງ​ເພື່ອປະຕິບັດ​ໃຫ້​ຈົນ​ໄດ້, ​ແລະ​ມັນ​ກໍ່​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ພວກ​ເຮົາຈຳ​ແນ​ກລະຫວ່າງ​ສິ່ງ​ທີ່​ຕ້ອງ​ເຮັດ ​ແລະ ສິ່ງ​ທີ່​ຕ້ອງ​ຫຼີກ​ລ່ຽງ, ຄື​ດັ່ງ​ຄຳ​ສັ່ງສອນ​ຂອງ​ລຸງ​ໂຮ່ທີ່​ວ່າ: ສິ່ງ​ໃດ​ທີ່​ມີ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ ​ໃຫ້​ແກ່​ປະ​ເທດ​ຊາດ ​ແມ່ນ​ຕ້ອງ​ເຮັດ​ຈົນ​ສຸດ​ກຳລັງ​ຄວາມ​ສາມາດ, ສິ່ງ​ໃດ​ທີ່​ເປັນ​ຜົນ​ຮ້າຍ​ໃກ້​ແກ່​ປະຊາຊົນ ​ໃຫ້​ແກ່​ປະ​ເທດ ​ແມ່ນ​ຕ້ອງ​ຫຼີກ​ລ່ຽງ; ​ແມ່ນ​ມາດຕະຖານ​ເພື່ອ​ໃຫ້​ພວກ​ເຮົາ​ຮັບ​ຮູ້​ວ່າໃຜ​ເປັນ​​ມິດ ​ໃຜ​ເປັນ​ສັດຕູ, ຜູ້​ໃດ​ເປັນ​ຄູ່​ຮ່ວມ ຜູ້​ໃດ​ເປັນ​ເປົ້າໝາຍ ​ໃນ​ແຕ່ລະ​ຂົງ​ເຂດ, ​ແຕ່​ລະ​ກໍລະນີ ສະພາບ​ອັນ​ລະອຽດ; ທັດສະນະ​ຂອງ​ພັກ​ເຮົາ: ຜູ້​ໃດ​ເຄົາລົບ​ເອກະລາດ ອຳນາດ​ອະທິປະ​ໄຕ, ສ້າງ​ຕັ້ງ​ສາຍ​ພົວພັນ​ມິດ​ຕິ​ພາບ ​ແລະ ​ເປີດ​ກວ້າງ​ສາຍ​ພົວພັນ​ມິດຕະພາບ, ຮ່ວມ​ມື​ສະ​ເໝີ​ພາບ ຕ່າງ​ຝ່າ​ຍຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບ​ຫວຽດນາມ ລ້ວນ​ແຕ່​ແມ່ນ​ຄູ່​ຮ່ວມ​ຂອງ​ພວກ​ເຮົາ; ບໍ່​ວ່າ​ອິດ​ທິກຳລັງ​ໃດ​ທີ່​ມີ​ກົນອຸບາຍ, ການ​ກະທຳ​ມ້າງ​ເພ​ທຳລາຍ​ຈຸດໝາຍ​ຂອງ​ປະ​ເທດ​ເຮົາ​ໃນ​ພາລະກິດ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ລ້ວນ​ແຕ່​ແມ່ນ​ເປົ້າ​ໝາຍ​ຕໍ່ສູ້. ​ເຮັດ​ຜິດ​ກັບ​ສິ່ງ​ດັ່ງກ່າວ, ລະ​ເມີດ​ຜົນ​ປະ​ໂຫຍ​ດ​ຂອງ​ຊາດ ຂອງ​ປະ​ເທດ ​ແມ່ນ​ເສຍ​ຕົວ ທຳຮ້າຍ​ປະ​ເທດ​ຊາດ, ​ແມ່ນຕ້ອງ​ໂທ​ດຕໍ່​ກັບ​ບັນພະບຸລຸດ ຕໍ່ປູ່ຍ່າ​ຕາ​ຍາຍ​ຂອງ​ຕົນ, ​ແມ່ນ​ເນລະ​ຄູນ​ຕໍ່​ຄວາມ​ໄວ້​ວາງ​ໃຈ ​ແລະ ການ​ມອບ​ໝາຍ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ 90 ລ້ານ​ກວ່າ​ຄົນ!

​ເສິມຂະຫຍາຍ​ຈິດ​ໃຈ​ປະຊາຊົນ - ສົມບັດ​ອັນ​ປະ​ເສີດ​ຂອງ​ຊາດ ​ແມ່ນ​ບົດຮຽນ​ອັນ​ເປັນ​ກົກ​ຮາກ

ປະຫວັດສາດ​ຫຼາຍ​ພັນ​ປີ​ແຫ່ງ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດຂອງຊາດ​ເຮົາ, ກໍ່​ຄື​ປະຫວັດສາ​ດຂອງບັນດາ​ປະຊາ​ຊາດ​ໃນ​ໂລກ ​ແຕ່​ບູຮານ​ນະ​ການ​ມາ​ເຖິງ​ປັດຈຸບັນ, ລ້ວນ​ແຕ່​ຮັບຮອງ ​ແລະ ຢືນຢັນ​ສັດຈະທຳ: ປະຊາຊົນ​ເປັນ​ຜູ້​ສ້າງ​ປະຫວັດສາດ​ຂຶ້ນ​ມາ, ກຳລັງ​ຂອງ​ປະຊາຊົນ​ແມ່ນ​ຊະນະ​ເລີດ. ​ແມ່ນ​ກະ​ໂຕ​ປະຊາຊົນ​ຜູ້​ອອກ​ແຮງ​ງານ ທີ່​ຂະຫຍັນ​ໝັ່ນ​ພຽນ ​​ແຂ່ງ​ແດດແຂ່ງ​ຝົນໝົດ​ມື້​ໝົດ​ວັນ ໝົດ​ເຊັ່ນ​ພໍ່​ຕໍ່​ເຊັ່ນ​ລູດນັ້ນ​ເອງ ທີ່​ໄດ້​ຖາກ​ຖາງ​ປ່າ​ເຮື້ອ ບຸກ​ເບີກບຶງ​ບວກ ປ້ານ​ຄັນ​ນາ​ສ້າງ​ຄັນ​ຄູ ຂຸດ​ພູ​ຖົມ​ທະ​ເລ ສ້າງ​ເປັນ​ຮູບຊົງປະ​ເທດ​ຊາດ ​ແລະ ຫຼາຍ​ຕໍ່​ຫຼາຍ​ເທື່ອ​ໄດ້​ເອົາ​ຮ່າງ​ຄີງຂອງ​ຕົນສ້າງ​ເປັນ​ກຳ​ແພງ​ທີ່​ໝັ້ນ​ແກ່ນ ​ເພື່ອປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ບ້ານ​ເມືອງ, ​ປົກປັກຮັກສາໝາກຜົນ​ທີ່​ຕົນ​ສ້າງ​ຂຶ້ນ​ມາ. ບັນ​ພະ​ບຸລຸດ​ຂອງ​ພວກ​ເຮົາ, ຈາກ​ການຈະ​ເລີ​ນຮຸ່ງ​ເຮືອງ​ແລະການ​​ເສື່ອ​ມ​ໂຊມ​ຂອງ​ບັນດາ​ລາຊະວົງ, ຈາກ​ບັນດາ​ການ​ຕໍ່ສູ້​ອັນພິລະ​ອາດ​ຫານ​ຕ້ານ​ການ​ຮຸກ​ຮານ​ຈາກ​ພາຍ​ນອກ ​ໄດ້​ສະຫລຸບ​ຖອດ​ຖອນ​ບົດຮຽນ, ຢືນຢັນ ​ຕັກ​ເຕືອນ​ລູກ​ຫຼານ​ແລະ​ເຊັ່ນ​ຄົນ​ລຸນ​ຫຼັງ​ວ່າ: ຜູ້​ພາຍ​ເຮືອ​ແມ່ນ​ປະຊາຊົນ ​ແລະ ຜູ້​ເຮັດ​ໃຫ້​ເຮືອ​ຂວ້ຳ​ລົງກໍ່​ແມ່ນ​ປະຊາຊນ; ​ເອົາການ​ເບິ່ງ​ແຍງດູ​ແລ​ບຳລຸງ​ກຳລັງ​ຂອງ​ປະຊາຊົນ​ເປັນ​ພື້ນຖານ​ກົກ​ຮາກ ​ແມ່ນ​ນະ​ໂຍບາຍ​ທີ່ດີ​ເລີດ​ເພື່ອ​ຮັກສາ​ປະ​ເທດ; ປະ​ເທດ​ຕ້ອງ​ເອົາ​ປະຊາຊົນ​ເປັນ​ກົກຮາກ, ກົກ​ຮາກ​ໝັ້ນ​ແກ່ນ​ຕົ້ນ​ໄມ້​ຈຶ່ງ​ງອກ​ງາມຍືນ​ຍົງ. ມີ​ປະຊາຊົນ​ແມ່ນ​ມີ​ທຸກ​ສິ່ງ​ທຸກ​ຢ່າງ, ​ເສຍ​ປະຊາຊົນ​ແມ່ນ​ເສຍ​ໝົດທຸກ​ຢ່າງ.

​ແລະ, ​ມື້​ນີ້ ມັນ​ຍັງ​ຄົບ​ຖ້ວນ​ດັ່ງ​ເດີມ​ຢູ່, ໃນຍຸກ​ສະ​ໄໝ​ໂຮ່ຈີ​ມິນ, ​ແນວ​ຄິດ​ປະຊາຊົນ​ເປັນ​ກົກ​ຮາກ, ກຳລັງ​ປະຊາຊົນ​ແມ່ນ​ຊະນະ​ເລີດ, ວຽກ​ງ່າຍ​ສະບາຍ​​ແຕ່​ບໍ່​ມີ​ປະຊາຊົນ​ກໍ່​ຕ້ອງ​ຍອມ ວຽກ​ງານ​ຫຍຸ້ງຍາກ​ສັບສົນ​ເຖິງປານ​ໃດຫາກ​ປະຊາຊົນ​ພ້ອມ​ກັນ​ແກ້​ກໍ່​ສຳ​ເລັດ​ຮຽບຮ້ອຍ ນັ້ນ ​ໄດ້​ຮັບ​ການ​ເຊື່ອມ​ຊືມ ໝູນ​ໃຊ້​ຢ່າງ​ຄ່ອງ​ແຄ່​ວ ​ແລະ ​ເສີມ​ຂະຫຍາຍ​ສຸດ​ຂີດ ສ້າງ​ເປັນ​ກຳລັງ​ແຮງ​ຍາດ​ເອົາ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ຕ່າງໆ​ ຂອງ​ການ​ປະຕິວັດ​ຫວຽດນາມ​ໃນ​ເກືອບ 85 ປີ​ທີ່​ຜ່ານ​ມາ. ການ​ປະຕິວັດ​ລະດູຮ່ວງ​ໂຮຍ​ປີ 1945 ​ແມ່ນ​ການ​ລຸກ​ຮື​ຂຶ້ນ​ຢຶດອຳນາດ​ໃນ​ທົ່ວ​ປະ​ເທດ​ຂອງປວງ​ປະຊາຊົນ. ບັນດາ​ການ​ຕໍ່ຕ້ານອັນ​ສັກກະ​ລະ​ບູຊາ​ຂອງ​ພວກ​ເຮົາ, ຄ້າຍ​ຄື​ວ່າ “ຕັກ​ແຕນ​ເຕະ​ຊ້າງ”, ​ແຕ່​ກໍ່​ໄດ້​ຜາບ​ແພ້​ບັນ​ກອງ​ທະຫານ​ຮຸກ​ຮານ​ທີ່​​ໂຫດຮ້າຍ​ສາມານ ​ເຂັ້ມ​ແຂງ​ແຮງ​ກ້າກ​ວ່າ​ໝູ່​ໃນ​ໂລກ. ນັ້ນ​ແມ່ນ​ບັນດາ​ການ​ສົງຄາມ​ປະຊາຊົນ, ປວງ​ຊົນ​ທັງ​ຊາດ​ເຂົ້າ​ຮ່ວມ, ປວງ​ຊົນ​ຕີ​ສັດຕູ ຊຶ່ງ​ກຳລັງ​ຫຼວງ ​ກຳລັງ​ແກນ​ກາງ ​ແມ່ນ​ກອງທັບ​ທີ່​ເກີດ​ມາ​ຈາກ​ປະຊາຊົນ, ສູ້​ຮົບ​ເພື່ອ​ປະຊາຊົນ. ບັນດາ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ທີ່​ປະ​ເທດ​ເຮົາ​ຍາດ​ມາ​ໄດ້​ໃນ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ທີ່​ຜ່ານ​ມາ ​ແມ່ນ​ຍ້ອນຄຸນ​ງານ​ຄວາມ​ດີ ສ່ວນ​ປະກອບ​ຂອງ​ປວງປະຊາຊົນ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ.

ກຳ​ປັ່ນ​ໃຫຍ່​ອອກ​ສູ່​ທະ​ເລກ​ວ້າງ​ໄກ​ແນ່ນອນ​ຈະ​ຕ້ອງ​ພົບ​ລົມ​ແຮງ​ຟອງ​ໃຫຍ່. ປັດຈຸບັນ​ນີ້, ພາລະກິດ​ປ່ຽນ​ແປງ​ໃໝ່​ສືບ​ຕໍ່​ກໍ່ສ້າງ​ປະ​ເທດ​ເຮົາ​ໃຫ້ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ ມີ​ປະຊາ​ທີ​ປະ​ໄຕ ຍຸດຕິ​ທຳ ສີວິ​ໄລ” ​ແລະ ປົກ​ປັກ​ຮັກສາ​ດິນ​ແດນ ​ເຂດ​ຟ້າ ​ເຂດ​ທະ​ເລ ຊາຍ​ແດນ ໝູ່​ເກາະ​ທີ່​ບັນພະບຸລຸດ​ໄດ້​ສ້າງ​ໄວ້​ໃຫ້​ພວກ​ເຮົາ, ປົກ​ປັກ​ຮັກສາ​ໝາກຜົນ​ການ​ປະຕິວັດ ​ແລະ ຊີວິດ​ການ​ເປັນ​ຢູ່​ສັນຕິ​ສຸກ​ຂອງ​ປະຊາຊົນ.  ​ໃນ​ເວລາ​ຕໍ່ໜ້າ, ມີ​ຄວາມ​ສະດວກ​ດີ ມີ​ໂອກາດ​ອັນ​ໃຫຍ່​ຫຼວງ​ຫຼາຍ​ຢ່າງ, ​ແຕ່​ກໍ່​ມີ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ທີ່​ເຄັ່ງຮ້ອນ ດຸ​ເດືອດ​ທີ່​ສຸດ. ຍັງ​ມີ​ພວກ​ທີ່​ຢາກ​ກີດ​ກັ້ນ ທຳລາຍ​ ເຮັດ​ໃຫ້​ເຮົາ​ອ່ອນ​ເພຍ​ລົງ​ເພື່ອ​​ແຊກ​ຄຸມ​ເຮົາ​ໄດ້​ງ່າຍ; ມີ​ຜູ້​ຈ້ອງ​ມອງ​ຈະ​ລົງມື​ບຽດ​ຢຶດຊາຍ​ແດນ ​ເຂດ​ທະ​ເລ, ຢຶດ​ເອົາ​ເກາະ​ທະ​ເລ​ຂອງ​ເຮົາ. ມີ​ພຽງ​ຄວາມ​ເຫັນ​ດີ​ຮ່ວມ​ຈິດ​ຮ່ວມ​ໃຈ ​ເປັນ​ເອກະ​ພາບ​ຂອງ​ປວງ​ປະຊາຊົນ, ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ​ເທົ່າ​ນັ້ນ ​ຈຶ່ງ​ເປັນກຳລັງ​ແຮງ​ອັນ​ຊະນະ​ເລີດ​ເພື່ອ​ໃຫ້​ພວກ​ເຮົາ​ຜ່ານ​ຜ່າ​ລົມແຮງ ຟອງ​ໃຫຍ່​ທຸກ​ກະ​ແສ​ໃນຍຸກ​ສະ​ໄໝ.

ຮັບ​ໃຊ້​ປະຊາຊົນ, ​ເບິ່ງ​ແຍງ​ດູ​ແລ​ ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ດ້ານ​ວັດ​ຖຸ ​ຈິດ​ໃຈ​ຂອງ​ປະຊາຊົນ, ປົກ​ປັກ​ຮັກສາ​ຊີວິດ​ສັນຕິ​ສຸກ​ຂອງ​ປະຊາຊົນ ຢ່າງ​ສຸດ​ອົກ​ສຸດ​ໃຈ ສຸດ​ຄວາມ​ສາມາດນັ້ນ ​ແມ່ນ​ພັນທະ ຄວາມ​ຮັບຜິດຊອບ​ຂອງ​ພັກ​ແລະ​ລັດ​ເຮົາ, ​ແມ່ນ​ໜ້າ​ທີ່​ຂອງ​ພະນັກງານ ສະມາຊິກ​ພັກ ຂ້າ​ລັດຖະການ​ພວກ​ເຮົາ​ທຸກ​ຄົນ, ຄື​ດັ່ງ​ຄຳ​ສັ່ງສອນ​ຂອງ​ລຸງ​ໂຮ່: “ປະຊາຊົນ​ຂາດ​ເກືອ, ພັກ​ຕ້ອງ​ເອົາ​ໃຈ​ໃສ່​ແກ້​ໄຂ. ປະຊາຊົນ​ມີ​ເຂົ້າ​ບໍ່​ພໍ​ກິນ​ອີ່ມ, ປະຊາຊົນ​ມີ​ແຜ່ນ​ແພ​ບໍ່ພໍ​ນຸ່ງ​ອຸ່ນ, ພັກ​ຕ້ອງ​ເອົາ​ໃຈ​ໃສ່​ແກ້​ໄຂ. ພວກນ້ອງ​ນ້ອຍບໍ່​ມີ​ໂຮງຮຽນ, ພັກ​ຕ້ອງ​ເອົາ​ໃຈ​ໃສ່​​ແກ້ໄຂ”(1); “ລະບອບ​ຂອງ​ເຮົາ​ແມ່ນ​ລະບອບ​ປະຊາທິປະ​ໄຕ, ​ແມ່ນ​ປະຊາຊົນ​ເປັນ​ເຈົ້າ​ຂອງ. ລັດຖະບານ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ປະຊາຊົນ”(2), “ຖ້າ​ຫາກ​ປະຊາຊົນ​ຖືກອຶດ​ຫີ​ວ, ພັກ​ແລະ​ລັດຖະບານ​ມີ​ໂທດ; ຖ້າ​ຫາກ​ປະຊາຊົນ​ຖືກ​ໜາວ ​ແມ່ນພັກ​ແລະ​ລັດຖະບານ​ມີ​ໂທດ; ຖ້າ​ຫາກ​ປະຊາຊົນ​ໂງ່​ຈ້າ ​ແມ່ນພັກ​ແລະ​ລັດຖະບານ​ມີ​ໂທດ; ຖ້າ​ຫາກ​ປະຊາຊົນ​ເຈັບ​ເປັນ ​ແມ່ນພັກ​ແລະ​ລັດຖະບານ​ມີ​ໂທດ”(3).

​ແຕ່​ລະອົງກາ​ນຈັດ​ຕັ້ງ​ພັກ, ​ແຕ່​ລະ​ອົງການ​ລັດ, ພະນັກງານ ສະມາຊິກ​ພັກ​ແຕ່​ລະ​ຄົນ​ລ້ວນ​ແຕ່​ຕ້ອງ​ຈາລຶກ​ຄຳ​ສັ່ງສອນ​ຂອງ​ລຸງ​ໂຮ່ ​ແລະ​ປະຕິບັດ​ຄຳ​ສັ່ງສອນ​ນັ້ນ​ໃຫ້​ໄດ້​ດີ; ສະກັດ​ກັ້ນ, ຍູ້​ຖອຍ​ພະຍາດ​ອາດຍາ​ສິດ, ການສໍ້ລາດ​ບັງ​ຫຼວງ, ຄວາມ​ຫຍໍ້​ທໍ້, ການ​ຂົ່ມ​ເຫັງ​ປະຊາຊົນ, ຄວາມ​ເມີນ​ເສີຍ​ຕໍ່​ຄວາມ​ຮ້ອນ​ເຄືອງ​ຂອງ​ປະຊາຊົນ… ​​ເຮັດ​ໄດ້​ຄື​ແນວ​ນັ້ນ​ຈະ​ໄດ້​ຮັບ​ຄວາມ​ຮັກ​ແພງສະໜັບສະໜູນຂອງ​ປະຊາຊົນ, ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ​ຈະ​ໄດ້​ຮັບ​ການ​ປັບປຸງ ​ເພີ່ມ​ທະວີ. ພວກ​ເຮົາ​ບໍ່​ຢ້ານ​ສັດຕູ​ໂຕ​ໃດ​ເລີຍ​ເຖິງ​ວ່າ​ມັນ​ຈະ​ຮ້າຍ​ກາດ​ປານ​ໃດ​ກໍ່ຕາມ, ພວກ​ເຮົາ​ພຽງ​ແຕ່ຢ້ານ​ເສຍ​ຄວາມ​ເຊື່ອ​ຖື​ຂອງ​ປະຊາຊົນ​ເທົ່າ​ນັ້ນ. ຈິດ​ໃຈ​ປະຊາຊົນ, ນັ້ນ​ແມ່ນ​ສົມບັດ​ອັນ​ປະ​ເສີດ​ຂອງ​ຊາດ​ໃນ​ການ​ສ້າງ​ຕັ້ງປະ​ເທດ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດຫວຽດນາມ!

ມີ​ຄວາມ​ປະພຶດ​ຢ່າງ​ຊື່ສັດ​ສຸດຈະລິດ, ຮັກສາແລະທະນຸຖະໜອມ​ສັນຕິພາບ ມິດຕະພາບ ນັ້ນຄືຫຼັກສິນທຳ​ຫວຽດນາມ

ຊາດ​ເຮົາ​ຮັກ​ສັນຕິ​ຍາບ, ຍາມ​ໃດ​ກໍ່​ຢາກ​ມີ​ຊີວິດ​ໃນ​ສັນຕິພາບ​ເພື່ອສ້າງສາ ພັດທະນາ​ປະ​ເທດ; ຍາມ​ໃດ​ກໍ່ຢາກ​ຜູກ​ສຳພັນ​ທະ​ໄມຕີ ມິດ​ຕະພາບ ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ​ແລະ ກັບ​ທຸກ​ປະ​ເທດ​ໃນ​ໂລກ. ຊາດ​ເຮົາ​ພຽງ​ແຕ່​ຈຳ​ເປັນຕ້ອງ​ກຳ​ອາວຸດ​ເພື່ອ​ຕ້ານພວກ​ສັດຕູ​ຜູ້​ຮຸກ​ຮານ, ປົກ​ປັກ​ຮັກສາ​ອິດສະຫຼະພາບ ​ເອກະລາດ ອຳນາດ​ອະທິປະ​ໄຕ​ຂອງ​ຕົນ. ບັນດາ​ຜົນງານ​ການ​ສູ້​ຮົບ​ອັນ​ສະຫງ່າ​ອົງອາດ​ຂອງ​ຊາດ​ເຮົາ ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ໂລກ, ລ້ວນ​ແຕ່​ແມ່ນ​ຜົນງານ​ການ​ສູ້​ຮົບ​ຕ້ານ​ການ​ຮຸກ​ຮານ​ຈາກ​ພາຍ​ນອກ. ປະຊາຊົນ​ເຮົາ​ເຄີຍຖືກ​ເຄາະ​ຮ້າຍ​ຍ້ອນ​ການ​ສົງຄາມ​ຮຸກ​ຮານຫຼາຍ​ຕໍ່​ຫຼາຍ​ຄັ້ງ, ຖືກ​ບາດ​ເຈັບ​ແສນ​ສາຫັດ, ຕ້ອງ​ເສຍສະຫຼະ​ເລືອດ​ເນື້ອ​ເຫື່ອ​ໄຄບໍ່​ຈັກ​ວ່າ​ເທົ່າ​ໃດ, ດັ່ງ​ນັ້ນ ພວກ​ເຮົາຈຶ່ງ​ມຸ່ງ​ຫວັງ​ທີ່​ສຸດ​ວ່າ​ ຈະ​ດັບ​ມອດ​ທຸກແປວ​ໄຟສົງຄາມ ​ເພື່ອ​ໃຫ້​ສັນຕິພາບ​ກັບ​ຕ່າວ​ຄືນ​ມາສູ່​ທຸກ​ຊາດ ທຸກ​ປະ​ເທດ​ໃນ​ໂລກ. “ຮັກ​​ແພງເພິ່ນ​ຄື​ກັນກັບຮັກ​​ແພງຕົນ​ເອງ”, ສິ່ງ​ບໍ່​ດີ​ທີ່​ພວກ​ເຮົາ​ຫຼີກ​ລ່ຽງ ກໍ່​ບໍ່​ຢາກ​ໃຫ້​ມັນ​ເກີດ​ຂຶ້ນ​ກັບ​ຜູ້​ອື່ນ ​ແລະ ຍິ່ງ​ກວ່າ​ນັ້ນພວກ​ເຮົາກໍ່​ບໍ່​ເຮັດ​ຕໍ່​ຜູ້​ອື່ນ. ນັ້ນ​ແມ່ນ​ຫຼັກ​ສິນ​ທຳ​ຫວຽດນາມ, ມະນຸດສະທຳ​ຫວຽດນາມ. ຕໍ່​ກັບ​ກະ​ໂຕ​ສັດຕູ​ຜູ້​ຮຸກ​ຮານ​ທີ່​ຖືກ​ປະລາ​ໄຊ, ບັນພະບຸລຸດ​ຂອງ​ພວກ​ເຮົາ​ກໍ່​ໄດ້​ລຳລຽງ​ອາຫານ​ການ​ກິນ, ພາຫະນະມ້າ ​ເຮືອ​ແພ ​ໃຫ້​ກັບ​ເມືອ​ປະ​ເທດ. ຕໍ່​ກັບອັດຖິ​ຂອງ​ພວກ​ທະຫານຕ່າງ​ດ້າວທີ່​ເສຍ​ຊີວິດ​ຢູ່​​ໃນ​ດິນ​ແດນຫວຽດນາມ, ພວກ​ເຮົາ​ກໍ່ສ້າງ​ເງື່ອນ​ໂຂ ​ແລະ ​ເຂົ້າ​ຮ່ວມ​ການຄົ້ນ​ຫາ ​ເກັບ​ໂຮມ​ໃນ​ຕະຫຼອດ​ຫຼາຍ​ສິບ​ປີ​ທີ່​ຜ່ານ​ມາ ​ເພື່ອ​ສົ່ງ​ຄືນ​ໃຫ້​ຍາດຕິ​ພີ່ນ້ອງ​ຂອງ​ເຂົາ​ທີ່ “ບ້ານ​ເກີດ​ເມືອງ​ນອນ”. ຂໍ​ຖາມ​ເບິ່ງວ່າ ຢູ່​ບ່ອນ​ໃດ ​ແລະ ມີ​​ໃຜ​ແດ່​ທີ່​ເຮັດ​ໄດ້​ຄື​ແນວ​ນັ້ນ ຖ້າ​ຫາກ​ບໍ່​ປະພຶດ​ຢ່າງຖືກ​ສິນ​ທຳ, ​ເຫັນ​ແກ່​ຄົນ​ອື່ນ, ມີຄວາມ​ເມ​ຕາ​ກະລຸນາ​ຄື​ຊາດ​ເຮົາ? ນ້ຳໄຈ​ເມດ​ຕາ​ກະລຸນາ ໄມຕີ​ມິດຕະພາບຮັກຄວາມ​ສະຫງົບ​ນັ້ນ ​ໄດ້​ຫວ່ານກ້າ “ໝາກຜົນ​ອັນ​ຈົບງາມ” ​ໃຫ້​ຄວາມ​ເປັນ​ເອກະລາດ ອິດສະຫຼະພາບຂອງ​ຊາດ, ​ໃຫ້ປະ​ເທດ​ຊາດ​ເຮົາ "​ໝັ້ນຄົງ​ຂະໜົງ​ແກ່ນ​ຕະຫຼອດ​ການ”.

​ໃນ​ປັດຈຸ​ບັນ​ນີ້, ສືບ​ທອດ​ແລະ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ມູນ​ເຊື້ອ​ອັນ​ຈົບງາ​ມແລະຄວາມ​ເມດ​ຕາ​ກະລຸນາ​ຂອງ​ຊາດ, ສອດຄ່ອງ​ກັບ​ລັກສະນະ​ຂອງ​ຍຸກ​ສະ​ໄໝ, ປະ​ເທດ​ເຮົາ ປະຊາຊົນ​ເຮົາ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຍາມ​ໃດ​ກໍ່​ມຸ່ງ​ຫວັງ​ມີ​ການ​ພົວພັນ​ມິດຕະພາບ ຮ່ວມ​ມື​ກັບ​ທຸກ​ປະ​ເທດ​ໃນ​ໂລກ, ບົນ​ພື້ນຖານ​ສະ​ເໝີ​ພາບ ​ເຄົາລົບ​ນັບຖື​ເອກະລາດ ອຳນາດ​ອະທິປະ​ໄຕ ​ເອກະ​ພາບ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ລະບອບ​ການ​ເມືອງ​ຂອງ​ກັນ​ແລະ​ກັນ, ສົມ​ດູ​ນຜົນ​ປະ​ໂຫຍ​ດ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ເພື່ອ​ສັນຕິພາບ ສະຖຽນ​ລະ​ພາບ ​ແລະ ຄວາມ​ພັດທະນາ​ຂອງ​ຫວຽດນາມ, ຂອງ​ພາກ​ພື້ນ ​ແລະ ຂອງ​ໂລກ. ຫວຽດນາມ​ກຽມ​ຄວາມພ້ອມ​ເພື່ອ​ເປັນ​ເພື່ອນ​ມິດ ​ເປັນ​ຄູ່​ຮ່ວມ​ທີ່​ໄວ້​ວາງ​ໃຈ​​ໄດ້, ​ເປັນ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ​ຂອງປະຊາ​ຄົມ​ໂລກ. ​ໃນ​ສະພາບ​ການ​ໂລກ​ທີ່​ຜັນ​ປ່ຽນ​ຢ່າງ​ສັບສົນ​ທີ່​ສຸດ​ໃນ​ປັດຈຸບັນ, ພວກ​ເຮົາ​ກ່າວ​ປະນາມ​ທຸກການ​ສົງຄາມ​ຮຸ​ກຮານ, ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ ກໍ່​ການຈະລາຈົນ ​ໂຄ່ນ​ລົ້ມ, ການ​ແຊກ​ແຊງ​ເຂົ້າ​ວຽກ​ງານພາຍ​ໃນຂອງ​ປະ​ເທດ​ທີ່​ມີ​ອະທິປະ​ໄຕ; ສະໜັບສະໜູນ​ການ​ຕໍ່ສູ້​ເພື່ອ​ສັນຕິພາບ ​ເອກະລາດ​ແຫ່ງ​ຊາດ ປະຊາທິປະ​ໄຕ ​ແລະ ຄວາມ​ກ້າວໜ້າ​ສັງຄົມ.

ພິ​ເສດ​ແມ່ນ, ຕໍ່ໜ້າ​ການ​ຜັນ​ປ່ຽນ​ສັບສົນ​ໃນ​ພາກ​ພື້ນ, ບັນດາ​ກົນອຸບາຍ ​ແລະ ການ​ກະທຳ​ບຽດ​ຢຶດ, ກໍ່​ການ​ຊ່ວງ​ຊິງ​ໃນ​ທະ​ເລ​ຕາ​ເວັນ​ອອກ, ນາບ​ຂູ່​ອຳນາດ​ອະທິປະ​ໄຕ​ໃນ​ເຂດ​ທະ​ເລ ໝູ່​ເກາະ​ຂອງ​ປະ​ເທດ​ເຮົາ, ພວກ​ເຮົາ​ຕັດ​ສີນ​ໃຈ​ຕໍ່ສູ້ ​ເດັດດ່ຽວຄັດຄ້ານ. ສຳລັບ​ພວກ​ເຮົາ, ອຳນາດ​ອະທິປະ​ໄນ​ໃນ​ເຂດ​ທະ​ເລ ໝູ່​ເກາະ​ຂອງ​ປະ​ເທດ​ຊາດ​​ເປັນອັນ​ສັກກະ​ລະ​ບູຊາ ບໍ່​ອາດ​ຈະ​ລ່ວງ​ລ້ຳ​ໄດ້, ​ເປັນ​ຊັບ​ສົມບັດ​ອັນປະ​ເສີດ​ເລີດລ້ຳທີ່​ບັນພະບຸ​ລຸດສ້າງ​ໄວ້​ໃຫ້​ພວກ​ເຮົາ, ​ເຊັ່ນ​ຄົນ​ພວກ​ເຮົາ​ປັດ​ຈຸ​ບັນ​ມີ​ພາລະ​ໜ້າ​ທີ່​ປົກ​ປັກ​ຮັກສາ​ໄວ້ ​ແລະ ມອບ​ໂອນໃຫ້​ເຊັ່ນ​ລູກ​ເຊັ່ນ​ຫຼານຕໍ່ໆ​ໄປ. ສືບ​ທອດ​ມູນ​ເຊື້ອ​ຮັກ​ຊາດ, ​ໄມຕີ​ຈິດມິດຕະພາບ ​ແລະນ້ຳໄຈ​ເມດ​ຕາ​ກະລຸນາຂອງ​ຊາດ, ພວກ​ເຮົາ​ຕັ້ງ​ໝັ້ນ​ແກ້​ໄຂ​ຄວາມ​ພິພາດ​ແກ່ງ​ແຍ້​ງຕ່າງໆ​ດ້ວຍ​ສັນຕິ​ວິທີ, ບົນ​ພື້ນຖານ​ກົດໝາຍ​ສາກົນ, ບັນດາ​ຄຳ​ໝັ້ນ​ສັນຍາ​ລະຫວ່າງ​ອາ​ຊຽນ ກັບ​ຈີນ ​ແລະ ບັນດາຂໍ້​ຕົກລົງລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ຫວຽດນາມ - ຈີນ, ​ເພື່ອ​ປົກ​ປັກ​ຮັກສາ​ອຳນາດ​ອະທິປະ​ໄຕ​ໃນ​ເຂດ​ທະ​ເລ ໝູ່​ເກາະ​ຂອງ​ປະ​ເທດ​ຊາດ; ພ້ອມ​ກັນ​ນັ້ນ​ກໍ່​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ສັນຕິພາບ ສະຖຽນ​ລະ​ພາບ​ໃຫ້​ແກ່​ການ​ສ້າງສາ​ພັດທະນາ​ປະ​ເທດ, ​ເພື່ອ​ສັນຕິພາບ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ; ຮັບປະກັນ​ເສລີພາບ ຄວາມ​ສະຫງົບ ຄວາມ​ປອດ​ໄພ​ໃນ​ສາຍ​ທາງ​ເດີນ​ທະ​ເລ​ທີ່​ສຳຄັນ​ອັນ​ດັບ​ໜຶ່ງ​ໃນ​ໂລກ​ນີ້. ຄວາມ​ເປັນ​ທຳ ຄວາມ​ຖືກຕ້ອງ​​ແມ່ນຂຶ້ນ​ກັບ​ຊາດ​ເຮົາ. ພວກ​ເຮົາ​ຍົກ​ສູງ​ຄວາມ​ເປັນ​ທຳ​ອັນ​ສະຫວ່າງ​ສະ​ໄຫວ​ເພື່ອ​ສາມັກຄີ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງປວງ​ຊົນ​ທັງ​ຊາດ, ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ໃນ​ປະ​ເທດ ​ແລະ ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ; ​ເພື່ອ​ຍາດ​ແຍ່ງ, ດຶງ​ດູດ​ເອົາ​ຄວາມ​ສະໜັບສະໜູນອັນ​ກວ້າງຂວາງ ​ແຂງ​ແຮງ​ຂອງ​ບັນດາ​ປະ​ເທດ, ຂອງ​ປະຊາ​ຄົມ​ໂລກ ຕໍ່​ກັບ​ການ​ຕໍ່ສູ້​ຂອງ​ປະຊາຊົນ​​ເຮົາ. ພ້ອມ​ກັນ​ນັ້ນ ພວກ​ເຮົາ​ກໍ່​ຕັ້ງໜ້າ​ກະກຽມບັນດາ​ວິທີ​ແກ້​ອື່ນ​ທີ່​ສອດຄ່ອງ, ກຽມ​ຄວາມ​ພ້ອມ​ຮັບ​ມື​ກັບ​ທຸກ​ກໍລະນີ​ສະພາບ​ການ ​ເພື່ອປົກ​ປັກ​ຮັກສາອຳນາດ​ອະທິປະ​ໄຕ ​ເຂດ​ທະ​ເລ ໝູ່​ເກາະ​ອັນ​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ​ໄວ້​ຢ່າງ​ໝັ້ນຄົງ.

ດ້ວຍ​ກຳລັງ​ແຮງ​​​ຝູ່​ໂດ໋ງ, ດ້ວຍບັນຍາກາດ​​​ໂດງ​ອາ ​ແລະ ຈິດ​ໃຈ​ແບັກ​ດັ່ງ ດົງ​ດາ ທີ່​ຊະນະ​ເລີດ, ດ້ວຍ​ຄວາ​ມພິລະ​ອາດ​ຫານ​ຂອງ​ການ​ປະຕິວັດ​ເດືອນ​ສິງຫາ, ຂອງ​ໄຊຊະນະດ້ຽນບຽນ​ຝູ ​ອັນ​ເປັນ​ປະຫວັດສາດ​ທີ່​ສັ່ນ​ສະ​ເທືອນທົ່ວ​ໂລກ ​ແລະ ດ້ວຍ​ບັນຍາກາດ​ບຸກ​ໂຈມ​ຕີຢ່າງ​ມະຫັດສະຈັນ​ຂອງ​ຍຸດທະ​ການ​ໂຮ່ຈີ​ມິນ ອັນ​ເປັນ​ປະຫວັດສາດ, ຊາດ​ຫວຽດນາມ​ໄດ້​ຕັ້ງ​ໝັ້ນ, ​ເຊື່ອ​ໝັ້ນ​ຕົນ​ເອງ ​ແລະ ກ້າວ​ຂຶ້ນ​ຢ່າງ​ເຂັ້ມ​ແຂງໜັກ​ແໜ້ນ​ບົນ​ເສັ້ນທາງ​ຂຶ້ນ​ສູ່​ສັງຄົມ​ນິຍົມ, ສືບ​ຕໍ່​ນຳ​ເອົາ​ການ​ປ່ຽນ​ແປງ​ໃໝ່​ຂອງ​ພວກ​ເຮົາ​ໄປ​ເຖິງ​ຈຸດໝາຍ​ອັນ​ສະຫງ່າ​ງາມ, ​ເຂົ້າ​ຈອດ​ຝັ່ງ​ແຫ່ງ​ຄວາມ​ສົມບູນ​ພູມ​ສຸກ, ພ້ອມ​ກັນ​ກັບ​ມະ​ນຸດ​ຊາດ​ຜູ້​ກ້າວໜ້າ​ກໍ່ສ້າງ​ໃຫ້​ໂລກ​ມີ​ສັນຕິພາບ ສະຖຽນ​ລະ​ພາບ ມິດຕະພາບ ການ​ຮ່ວມ​ມື ​ແລະ ຈະ​ເລີ​ນວັດທະນະ​ຖາ​ວອນ./.

ໂດຍ: ​ເຈືອງ​ເຕິ​ນຊາງ,
ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະທານ​ປະ​ເທດ​ແຫ່ງ ສສ.ຫວຽດນາມ

-------------------
(1) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສຳນັກ​ພິມ​ຈຳ​ໜ່າຍ​ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 1996, ​ເຫຼັ້ມ​ທີ 10, ໜ້າ​ທີ 463 – 464.
(2), (3) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ,… ​ເຫຼັ້ມ​ທີ 7, ໜ້າ 368, 572.