ວ.ກ - ​ເມື່ອ​ລະດູບານ​ໃໝ່​ກ້າວ​ກາຍ​ມາ​ເຖິງ, ​ເຂົາ​ເຈົ້າມັກ​ຈະ​ທົບ​ທວນ​ເຫດການ​ສຳຄັນ ​ໃນ​ປີ​ຜ່ານ​ມາ ເພື່ອ​ກ້າວ​ເຂົ້າ​ສູ່​ປີ​ໃໝ່ ​ດ້ວຍ​ຄວາມ​ເຊື່ອ​ໝັ້ນ​ກວ່າອີກ. ນັ້ນ​ກໍ່​ແມ່ນ​ເວລາ​ທີ່​ ແຕ່ລະ​ປະ​ເທດ, ​ໃນ​ນັ້ນ​ມີ​ຫວຽດນາມ, ກໍ່​ມັກ​ຫັນ​ຄືນ​ເບິ່ງ​ຕົນ​ເອງ, ຫັນ​ເບິ່ງ​ຜູ້​ອື່ນ, ​ແລະ ຄິດ​ຫງຳ​ກ່ຽວ​ກັບ​ສະຖານະການ​ ເພື່ອ​ພາ​ປະ​ເທດ​ກ້າວ​ຂຶ້ນຕໍ່​ໄປ ​ແລະ ຮັບປະກັນຜົນ​ປະ​ໂຫຍດຂອງ​ຊາດ ຂອງ​ປະ​ເທດ ໃນ​ສະພາບ​ໂລກ​ ມີ​ການ​ປ່ຽນ​ແປງ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານຝ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ (ພາບ: TTXVN)

ໂອກາດ​ບົ່ມ​ຊ້ອນ, ສິ່ງ​ທ້າ​ທາຍ​ປະກົດ​ຕໍ່ໜ້າ

​ໃນປີ​ທີ່​ຜ່ານ​ມາ, ພວກ​ເຮົາ​ໄດ້​ເຫັນ​ກັບ​ຕາ​ເຫດການ​ຮ້າຍ​ແຮງ​ສັບສົນ​ຕ່າງໆ​ເກີດ​ຂຶ້ນ ​ແລະ ສົ່ງ​ຜົນ​ກະທົບ​ຢ່າງ​ເລິກ​ເຊິ່ງ​ເຖິງຫຼາຍ​ຂົງ​ເຂດ ​​ໃນ​ທຸກ​ທະວີບ​ຂອງ​ໂລກ. ຈິດຕະສາດ​ສຸຄະຕິ​ນິຍົມ​ຕໍ່​ການ​ຟື້ນ​ຟູ​ຂອງ​ເສດຖະກິດ​ໂລກ ຖືກ​ບັງ​ບຽດ​ດ້ວຍ​ຄວາມກັງວົນ​ໃຈ​ຍ້ອນ​ຄວາມ​ເຕີບ​ໂຕ​ເສດຖະກິດ​ຢຸດ​ສະຫງັກ, ຊ້ຳ​ບໍ່​ໜຳ ​ເສດຖະກິດ​ຂອງ​ປະເທດ​ໃຫຍ່ບາງ​ປະ​ເທດ​ຍັງ​ມີ​ປະກົດການ​ຊຸດ​ໂຊມ​ຄັ້ງ​ໃໝ່(1). ປະການ​ໜຶ່ງ​ທີ່​ຄວນ​ເອົາ​ໃຈ​ໃສ່​ທີ່​ສຸດ​ຄື ລາຄາ​ນ້ຳມັນ​ເຊື້ອ​ໄຟ​​ໄດ້​ຫລຸດ​ລົງ​ເຖິງ 50% ​ແຕ່​ເດືອນ​ເມສາ 2014, ຍ້ອນ​​ສາເຫດ​ໜຶ່ງ​ຄື​ຄວາມ​ຕ້ອງການຫລຸດ​ລົງ​ເມື່ອ​ເສດຖະກິດ​ໂລກ​ຟື້ນ​ຟູ​ຊ້າ​ກວ່າ​ຄວາມ​ຄາດໝາຍ, ສ່ວນ​ໜຶ່ງ​ອີກ​ແມ່ນ​ຍ້ອນ​ການ​ຜະລິດ​ນ້ຳມັນ​/ອາຍແກ​ສ ຈາກຫິນ​ນ້ຳມັນດ້ວຍ​ເຕັກ​ໂນ​ໂລ​ຢີ ໜີບ​ຊັ້ນຫິນດ້ວຍ​ກຳລັງ​ນ້ຳ ທີ່​ພວມ​ລິ​ເລິ່ມ​ວາດ​​ແຜນ​ທີ່​ພະລັງງານຂອງ​ໂລກ​ຄືນ​ໃໝ່ ຊຶ່ງ​ພາ​ໃຫ້​ເກີດ​ຜົນ​ຢ້ອນ​ຫຼັງ​ດ້ານ​ພູມ​ສາດ - ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງ. ​ໃນ​ສະພາບ​ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດ​ຢູ່​ຫຼາຍ​ປະ​ເທດ, ທ່າ​ອຽງອາລັກຂາ​ເພີ່ມ​ຂຶ້ນ; ​ເຖິງ​ວ່າ ​ຄວາມ​ຄິດ​ລິ​ເລີ່​ມ​ເຊື່ອມ​ຕໍ່​ເສດຖະກິດ​ພາກ​ພື້ນ​ໄດ້​ຮັບການ​ຍູ້​ແຮງ​ກໍ່ຕາມ, ​ແຕ່​ພັດ​ໜັກ​ໄປ​ທາງ​ຄິດ​ຫາ​ການ​ເຕົ້າໂຮມ​ກຳລັງ, ​ແກ່ງ​ແຍ້​ງຍຸດ​ທະ​ສາດ​ລະຫວ່າງ​ປະ​ເທດ​ໃຫຍ່.

ຄຽງ​ຂ້າງ​ຮູບ​ພາບ​ເສດຖະກິດ​ທີ່​ມີ​ສີ​ໝົ່ນຫຼາຍ​ນັ້ນ, ​ເມື່ອ​ສັງ​ເກດ​ຈາກ​ແງ່​ມູມການ​ເມືອງ - ຄວາມ​ສະຫງົບກໍ່​ເຫັນ​ວ່າ ສະພາບ​ໂລກ​ປີ 2014 ບໍ່​ໝັ້ນຄົງ, ມີ​ຄວາມ​ເຄັ່ງ​ຕຶງ​ຫຼາຍ​ກວ່າທຽບ​ກັບ​ປີ 2013, ​ໃນ​ເວລາ​ນັ້ນ ​ບັນດາ “ຈຸດ​ຮ້ອນ” ​ໃນ​ໂລກພັດ​ເພີ່ມ​ຄວາມ​ຮ້ອນ​ຂຶ້ນ​ພ້ອມໆ​ກັນ. ຢູ່​ຕາ​ເວັນ​ອອກ​ກາງ ​ແລະ ອາ​ຟຣິກກາ, ​ໃນ​​ເມື່ອ​ການ​ວິ​ກິດ​ປາ​ແລັດ​ສະຕີ​ນ - ອິດສະຣາ​ແອນ, “ລະດູ​ບານ​ໃໝ່​ອາຣັບ” ຍັງ​ບໍ່​ທັນ​ມີ​ທາງ​ອອກນັ້ນ, ​ເວລາ​ນີ້​ພັດ​ເກີດ​ມີ​ອັນ​ທີ່​ເອີ້ນ​ວ່າ “ລັດ​ແຫ່ງ​ອິດສະ​ລາມ” ປະກາດ​ຕົວດ້ວຍ​ຕົນເອງ ຢູ່​ຊີຣີ ​ແລະ ອີຣັກ, ​ໂລກ ​ເອ​ໂບລາ ຢູ່​ອາ​ຟຣິກກາ​ຕາ​ເວັນ​ຕົກ.

​ແລະກໍ່ຄາດ​ບໍ່​ເຖິງວ່າ ​ໃນ​ທ້ອງຟ້າເອີຣົບພັດ​ມີ​ສຽງ​ປືນສຽງ​ລະ​ເບີດ ຍ້ອນ​ການ​ວິ​ກິດ​ຢູ່​ອູ​ແກຣນ ຊຶ່ງ​ໄດ້​ພາ​ໃຫ້​ປະ​ເທດ​ສັນຕິ​ສຸກ​ກາຍ​ເປັນ​ສະໜາມຮົບ​​ແຫ່ງ​ການ​ແກ່ງ​ແຍ້​ງຍຸດ​ທະ​ສາດ​ລະຫວ່າງ​ປະ​ເທດ​ມະຫາອຳນາດ. ການ​ກະທຳ​ເກືອດຫ້າມ​ຄວ້ຳບາດ ​ແກ້​ແຄ້ນ ​ແລະ ລ້ອມ​ປ່ຽວ​ທາງ​ດ້ານ​ການ​ທູດ​ຊຶ່ງ​ກັນ​ແລະ​ກັນ ​ໄດ້​ພາ​ໃຫ້​ເຂົາ​ເຈົ້າ​ຄິດ​ເຖິງ “​ເງົາ​ຜີ” ຂອງ​ “ສົງຄາມ​ເຢັນ​ຄັ້ງ​ໃໝ່” ຫຼື “ສັນຕິພາບ​ໜາວ”. ຢູ່​ອາຊີ​ຕາ​ເວັນ​ອອກ, ບໍ່​ມີ​ເວລາໃດທີ່ສະພາບ​ຄວາມ​ເຄັ່ງ​ຕຶງ ​ແລະ ​ໄພ​ແຫ່ງ​ການ​ປະ​ທະ​ກັນ​ພັດ​ເກີດ​ຂຶ້ນ​ຢູ່​ທັງ​ເຂດ​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຈີນ​ຕາ​ເວັນ​ອອກ ຄື​ດັ່ງ​ປີ 2014. ການ​ຕຳ​ກັນ​ທີ່​ມີ​ລັກສະນະ​ໂຄງ​ປະກອບພວມ​ເກີດ​ຂຶ້ນ​ນັບ​ມື້​ນັບ​ຈະ​ແຈ້ງ; ຄື​ວ່າ​ສະຖານະ​ການ​ພາກ​ພື້ນ​ພວມ​ມີ​ການຈັດ​ວາງ​ສັບ​ຊ້ອນ​ຄືນ​ໃໝ່, ສົ່ງ​ສັນຍານ​ໃຫ້​ຮູ້​ກ່ຽວ​ກັບ​ໄລຍະ​ແຫ່ງ​ການ​ຜັນ​ຜວນ​ໃໝ່.

ບັນດາ​ປະ​ເທດ​ໃຫຍ່​ທັງ​ຮ່ວມ​ມື ທັງ​ຕໍ່ສູ້​ກັນ, ​ແຕ່​ຕາມ​ທ່າອຽງ​ສັບສົນ​ກວ່າ​ເກົ່າ, ຍິ່ງ​ເຮັດ​ໃຫ້​ສະພາບ​ການ​ການ​ເມືອງ - ຄວາມ​ສະຫງົບ​ສາ​ກົນ​ເລື່ອນລອຍ, ຄາດ​ຄະ​ເນ​ຍາກ. ການ​ພົວພັນ​ຈີນ - ອາ​ເມ​ຣິ​ກາ​ສືບ​ຕໍ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳຄັນທີ່​ມີ​ລັກສະນະ​ກຳນົດ​ຮູບ​ຖານ ຕໍ່​ກັບ​ສະຖານະ​ການ​ຢູ່​ພູມິພາກ​ອາຊີ - ປາຊີ​ຟິກ. ສິ່ງທີ່​ເຫັນ​ໄດ້​ງ່າຍຄື ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ​ເຖິງ​ວ່າການ​ພົວພັນ​ຈີນ - ສະຫະລັດ​ອາ​ເມຣິກາ ສືບ​ຕໍ່ມີ​ຄວາມ​ເຄັ່ງ​ຕຶງ​ໃນ​ຫຼາຍ​ດ້ານ, ​ເປັນ​ຕົ້ນ​ແມ່ນ​ໃນ​ບັນດາ​ບັນຫາ​ຄວາມ​ສະຫງົບ​ຢູ່​ພາກ​ພື້ນ​ ກໍ່ຕາມ, ​ແຕ່​ກໍ່​ບໍ່​ມີ​ເວລາ​ໃດ​ທີ່​ການ​ຂຶ້ນຕໍ່​ຊຶ່ງກັນ​ແລະ​ກັນຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ ທາງ​ດ້ານ​ເສດຖະກິດ ການ​ເງິນ ການ​ຄ້າ ການ​ລົງ​ທືນ,... ລະຫວ່າງ​ຈີນ ​ແລະ ​ສະຫະລັດ​ອາ​ເມຣິກາ ​ໄດ້​ຊຸກຍູ້​​ໃຫ້ສອງ​ປະ​ເທດບັນລຸ​​ໄດ້​ບັນດາ​ສັນຍາ​ທີ່​ສຳຄັນ ຄື​ໃນ​ປີ 2014(2). ການ​ທີ່​ຍີ່ປຸ່ນ​ເຂົ້າ​ຮ່ວມ​ຢ່າງ​​ເປັນ​ເຈົ້າ​ການ​ກວ່າ​ເກົ່າ ໃນ​ບັນດາ​ບັນຫາພາກ​ພື້ນແລະສາກົນ ​ໄດ້​ເຮັດ​ໃຫ້ການ​ແກ່ງ​ແຍ້​ງຍຸດ​ທະ​ສາດລະຫວ່າງ​ຈີນ - ຍີ່ປຸ່ນ​ຢູ່​ພາກ​ພື້ນ​ນັບ​ມື້​ຍິ່ງ​ເຄັ່ງຮ້ອນ. ການ​ພົວພັນ​ລະຫວ່າງ​ລັດ​ເຊຍ ກັບສະຫະລັດ​ອາ​ເມຣິກາ ​ແລະ ສະຫະພາບ​ເອີຣົບ (EU - ອີ​ຢູ) ມີ​ຄວາມ​ເຄັ່ງ​ຕຶງ​ຍ້ອນ​ບັນຫາ​ອູ​ແກຣນ ຊຶ່ງ​ພາ​ໄປ​ເຖິງ​ການ​ນຳ​ໃຊ້​ມາດ​ຕະການເກືອດຫ້າມ​ຄວ້ຳ​ບາດ​ເສດຖະກິດ ​ແລະ ລ້ອມ​ປ່ຽວ​ການ​ທູດ. ​ເພື່ອ​ຖ່ວງ​ດຸນ​ກັບ​ກຳລັງ​ໜີບຈາກ​ສະຫະລັດ​ອາ​ເມຣິກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ, ລັດ​ເຊຍ​ຕ້ອງ​ຍູ້​ແຮງ​ການ​ຮ່ວມ​ມື​ກັບ​ຈີນ, “ຫັນ​ໄປ​ສູ່​ທາງ​ທິດຕາ​ເວັນ​ອອກ” ຫຼາຍ​ກວ່າ, ພ້ອມ​ກັນ​ນັ້ນ​ກໍ່​ເພີ່ມ​ທະວີ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ລາຕີ​ນອາເມລິກາ. 

ຄ້າຍຄື​ວ່າ ການ​ຕ້ອງ​ກັນ ຕຳ​ກັນ​ທີ່​ກ່າວ​ມາ​ເທີ​ງນີ້ລ້ວນ​ແຕ່​ເຕົ້າ​ໂຮມ​ຢູ່​ພູມິ​ພາກ​ອາຊີ - ປາ​ຊີ​ຟິກ. ພູມິພາກນີ້ສືບ​ຕໍ່​ຢືນຢັນ​ບົດ​ບາດ​ເປັນ​ກຳລັງ​ຂັບ​ເຄື່ອນ​ການ​ເຕີບ​ໂຕ​ເສດຖະກິດ​ໂລກ, ​ແຕ່ພ້ອມ​ກັນ​ນັ້ນ​ກໍ່​ກາຍ​ເປັນ​ຈຸດ​ໃຈກາງ​ແຫ່ງ​ການ​ແກ່ງ​ແຍ້​ງຍຸດ​ທະ​ສາດ​ລະຫວ່າງ​ບັນດາ​ປະ​ເທດ​ມະຫາ​ອຳນາດ. ​ເຖິງ​ວ່າຄວາມ​ປາຖະໜາ​ລວມຂອງ​ບັນດາ​ປະຊາ​ຊາດ​ແມ່ນ​ສັນຕິພາບ ການ​ຮ່ວມ​ມື ​ແລະ ພັດທະນາ​ກໍ່ຕາມ, ​ແຕ່​ສິ່ງ​ແວດ​ລ້ອມ​ຄວາມ​ສະຫງົບ​ຂອງພູມິ​ພາກ​ອາຊີ - ປາ​ຊີ​ຟິກ​ໃນ​ປີ 2014 ກໍ່​ສັບສົນ​ທີ່​ສຸດ​ຍ້ອນສາ​ເຫດ​ຕ່າງໆ ດັ່ງ​ນີ້: 1- ການ​ແກ່ງ​ແຍ້​ງຍຸດ​ທະ​ສາດ​ລະຫວ່າງບັນດາ​ປະ​ເທດ​ມະຫາ​ອຳນາດ​ໄດ້​ເພີ່ມ​ຂຶ້ນ, 2- ສະພາບ​ຂາດ​ຄວາມ​ໄວ້​ວາງ​ໃຈ​ຍຸດ​ທະ​ສາດ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່​ນຳ​ກັນ ກໍ່​ຄື​ລະຫວ່າງ​ປະ​ເທດ​ນ້ອຍ​ກັບປະ​ເທດ​ໃຫຍ່​ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຮ້າຍ​ແຮງ ຍ້ອນ​ການ​ກະທຳ​ແບບ​ຜະ​ເດັດ​ການອຳນາດ​ບາດ​ໃຫຍ່, 3- ການ​ແກ່ງ​ແຍ້​ງຊ່ວງ​ຊີງ​ກັນ​ດ້ານ​​ເຂດ​ແດນ, ​ເຂດ​ທະ​ເລ ​ແລະ​ໝູ່​ເກາະ ​ໄດ້​ສົ່ງ​ເສີມ​ລັດ​ທິ​ຊາດ​ນິຍົມ, ຫລຸດຜ່ອນ​ຄວາມ​ເຊື່ອ​ຖື​ຕໍ່​ບັນດາ​ກົນ​ໄກ​ຮ່ວມ​ມື​ພະຫຸ​ພາຄີ; 4- ສະພາບ​ການ​ທະ​ເລ​ຕາ​ເວັນ​ອອກກຳລັງ​ຜັນ​ປ່ຽນ​ໄປ​ຕາມ​ທາງ​ລົບ ຍ້ອນ​ຄວາມ​ທະ​ເຍີ​ທະຍານ​ຂອງ​ຈີນ ​ໃນ​ການ​ເຮັດ​ໃຫ້ “​ເສັ້ນ​ລີ້ນ​ງົວ” ກາຍ​ເປັນຄວາມ​ຈິງ​ໃນ​ພື້ນ​ທີ່(3).

​ໃນຮູບ​ພາບ​ໂລກ ​ແລະ ພາກ​ພື້ນ​ທີ່​ມີ​ສີ​ໝົ່ນຫຼາຍ​ນັ້ນ, ອາ​ຊຽນຍັງ​ຄົງ​ສືບ​ຕໍ່​ປະກາຍແສງ​ເໝືອນ​ດັ່ງ​ຈຸດສະຫວ່າ​ງ​ໜຶ່ງ​ໃນ​ໂລກ. ຕາມ​ການ​ຄາດ​ຄະ​ເນ​ຂອງ​ກອງ​ທຶນ​ການ​ເງິນ​ລະຫວ່າງ​ປະ​ເທດ (IMF), ປີ 2014 ອາ​ຊຽນ ​ໄດ້​ບັນລຸ​ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ເສດຖະກິດ​ສະ​ເລ່ຍ 4,6%, ​ໃນ​ນັ້ນ​ຄວາມ​ເຕີບ​ໂຕ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ5 (ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ສິງກະ​ໂປ, ຟີ​ລິບ​ປິນ ​ແລະ ຫວຽດນາມ) ​ແມ່ນ 4,7%, ສູງ​ກວ່າ​ລະດັບ​ປານ​ກາງຂອງ​​ໂລ​ກ. ​ເຖິງ​ວ່າ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ກໍ່ຕາມ, ​ແຕ່ ອາ​ຊຽນ ກໍ່​ຍັງຮັກສາ​ຄວາມ​ສາມັກຄີ​ເຫັນ​ດີ​ເຫັນ​ພ້ອມ​ນຳ​ກັນ​ໄດ້, ສືບ​ຕໍ່​ຍູ້​ແຮງ​ການ​ເຊື່ອມ​ຕໍ່ ​ແລະ ວິວັດ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ທ້າຍ​ປີ 2015, ​ເສີມ​ຂະຫຍາຍ​ບົດ​ບາດ​ເປັນ​ໃຈກາງ​ໃນ​ໂຄງ​ປະກອບ​ພາກ​ພື້ນ​ທີ່​ພວມ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ. ການ​ພົວພັນ​ລະຫວ່າງ​ອາ​ຊຽນ ​ກັບບັນດາ​ປະ​ເທດ​ຄູ່​ຮ່ວມ ຄູ່​ສົນ​ທະນາ ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ.

​ເບິ່ງ​ລວມ, ການ​ຜັນ​ຜວນ​ປັ່ນ​ປວນຂອງ​ສະພາບ​ການ​ໂລກ ​ແລະ ພາກ​ພື້ນ, ພິ​ເສດ​ແມ່ນ​ການ​ເຄື່ອນ​ເໜັງ​ທີ່​ສັບສົນ​ໃນ​ການ​ພົວພັນ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່ ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ເລິກ​ເຊິ່ງ​ເຖິງ​ສິ່ງ​ແວດ​ລ້ອມ​ຄວາມ​ສະຫງົບ ​ແລະ ການ​ພັດທະນາ​ຂອງ​ຫວຽດນາມ. ສິ່ງ​ທ້າ​ທາຍ​ຕ່າງໆ ມາ​ຈາກຫຼາຍທິດຫຼາຍຝ່າຍ. ​ໃນ​ບັນຫາ​ອະທິປະ​ໄຕ​ໃນ​ອານາ​ເຂດ​ນັ້ນ, ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ດ້ວຍ​ກົດໝາຍ​ຂອງ​ຫວຽດນາມ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຖືກ​ລ່ວງ​ລະ​ເມີດ. ​ໃນ​ບັນຫາ​ຄວາມ​ສະຫງົບ, ບາງ​ອິດ​ທິກຳລັງ​ສືບ​ຕໍ່​ຍູ້​ແຮງ​ການ​ແຊກ​ແຊງ​ເຂົ້າວຽກ​ງານ​ພາຍ​ໃນ​ຂອງ​ຫວຽດນາມ​ພາຍ​ໃຕ້​ປ້າຍ “ປະຊາທິປະ​ໄຕ”, “ສິດທິ​ມະນຸດ” ​ແລະ “ຫັນປ່ຽນ​ໂດຍ​ສັນຕິ”. ຢູ່​ພາຍ​​ໃນປະ​ເທດ, ບັນດາ​ພາກສ່ວນ​ສວຍ​ໂອກາດ​ການ​ເມືອງ, ພວກ​ຫົວ​ຮຸນ​ແຮງ​ມັກ​ສວຍ​ໃຊ້​​ເຫດການ​ສາກົນ ​ເພື່ອ​ປຸກ​ກະ​ຕູ້ນການ​ປັ່ນ​ປວນຫວັງກໍ່​ການ​ຈະລາ​ຈົນ. ​ໃນ​ຂົງ​ເຂດ​ເສ​ດຖະກິດ, ຄຽງ​ຂ້າງ​ການ​ແກ່ງ​ແຍ້​ງດ້ານການ​ຄ້າ​ທີ່​ນັບ​ມື້​ນັບ​ເຄັ່ງຮ້ອນ, ຫວຽດນາມ​ກໍ່​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ ຍ້ອນ​ສະພາບ​ການ​ບໍ່​ເປັນ​ປົກກະຕິ​ຢູ່​ພາກ​ພື້ນ​ຕ່າງໆ ​ແລະ ​ຢູ່​ໃນ​ໂລກ.

​ຜົນງານ​ໃນ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລ​ະ ລັດ​ຫວຽດນາມ

​ໃນ​ສະພາບ​ການ​ໂລກ ​ແລະ ພາກ​ພື້ນ​ພວມ​ຜັນ​ປ່ຽນ​ຢ່າງ​ສັບສົນ ແລະ ຄາດ​ຄະ​ເນ​ຍາກນັ້ນ, ພວກ​ເຮົາ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ທີ່​ແຊກ​ຊ້ອນ​ກັນ, ​ໃນ​ນັ້ນ​ສິ່ງ​ທ້າ​ທາຍ​ມີ​ທ່າ​ອຽງ​ພົ້ນ​ເດັ່ນ​ກວ່າ​ເກົ່າ ຍ້ອນ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ມີ​ຄວາມ​ເຄັ່ງ​ຕຶງ ສົ່ງ​ຜົນ​ກະທົບ​ຮອບດ້ານ​ເຖິງ​ສັນຕິພາບ ຄວາມ​ສະຫງົບ ​ແລະ ການ​ພັດທະນາ​ຂອງ​ຫວຽດນາມ. ບົນ​ພື້ນຖານ​ຮັບ​ຮູ້​ເຫັນ​ແຈ້ງ​ໂອກາດ ​ແລະ ສິ່ງ​ທ້າທາຍ, ຫວຽດນາມ​ໄດ້​ກຳນົດ​ໜ້າ​ທີ່​ແຖວ​ໜ້າ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ​ປີ 2014 ​ແມ່ນ ຍາດ​ແຍ່ງ​ໂອກາດ​ໃຫ້​ໄດ້​ຫຼາຍ​ສຸດ, ​ແກ້​ໄຂຫັນປ່ຽນ​ສິ່ງ​ທ້າ​ທາຍຕ່າງໆ, ຮັກສາ​ສິ່ງ​ແວດ​ລ້ອມ​ສັນຕິພາບ ສະຖຽນ​ລະ​ພາບ, ຍາດ​ແຍ່ງ​ເອົາ​ແຫຼ່ງພະລັງ​ພາຍ​ນອກ​ໃຫ້​ໄດ້​ຫຼາຍ​ສຸດ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ປະຕິບັດເປົ້າ​ໝາຍ​ການ​ພັດທະນາ, ຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ປະກອບສ່ວນ​ສ້າງສາ​ພັດທະນາ​ປະ​ເທດ​ແບບ​ຍືນ​ຍົງ. ​ເພື່ອ​ປະຕິບັດ​ໜ້າ​ທີ່​ດັ່ງກ່າວ​ນັ້ນ, ຈຸດ​ໜັກ​ໃຈກາງ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ​ແມ່ນ ສືບ​ຕໍ່​ຂະຫຍາຍ​ສາຍ​ພົວພັນ​ກັບ​ຕ່າງປະ​ເທດ​ໃຫ້​ເຂົ້າ​ສູ່​ລວງ​ເລິກ ມີ​ປະສິດທິ​ຜົນ; ຍູ້​ແຮງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ ​ແລະ ຮອບດ້ານ; ຜັນ​ຂະຫຍາຍ​ການ​​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ແບບ​ທະວິ​ພາຄີ ​ແລະ ພະຫຸ​ພາຄີ ຢ່າງ​ຄົບ​ຊຸດ ​ແລະ ຮອບດ້ານ; ປົກ​ປັກ​ຮັກສາ​ເອກະລາດ ອຳນາດ​ອະທິປະ​ໄຕ ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ​ໄວ້​ຢ່າງ​ໝັ້ນຄົງ; ຍົກ​ຖານະ​ທີ່​ຕັ້ງ​ຂອງ​ປະ​ເທດ​ຂຶ້ນ​ສູງ​ກວ່າ​ອີກ, ພ້ອມ​ກັນ​ນັ້ນ ກໍ່​ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຕໍ່ສູ້​ເພື່ອ​ສັນຕິພາບ ​ເອກະລາດ​ແຫ່ງ​ຊາດ ປະຊາທິປະ​ໄຕ ​ແລະ ຄວາມ​ກ້າວໜ້າ​ທາງ​ສັງຄົມ​ໃນ​ໂລກ.

ສືບ​ຕໍ່​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື - ຈຸດ​ໜັກ​ໃຈກາງ​ຂອງ​ການ​ພົວພັນ​ຕ່າງປະ​ເທດ​ແບບ​ທະວິ​ພາຄີ​ໃນ​ປີ 2014.

ປີ 2013 ​ໄດ້​ຂີດ​ໝາຍ​ດ້ວຍ​ການ​ສ້າງ​ຕັ້ງ​ຂອບ​ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ, ຄູ່​ຮ່ວມ​ຮອບດ້ານ​ກັບ​ບັນດາ​ປະ​ເທດ​ທີ່​ສຳຄັນ, ​ແລະ ​ປີ 2014 ກໍ່​ເຂົ້າ​ສູ່​ການ​ຜັນ​ຂະຫຍາຍ, ຫັນ​ເປັນ​ລະອຽດ​ຕໍ່​ກັບ​ເນື້ອ​ໃນ​ຂອງ​ບັນດາ​ສາຍ​ພົວພັນ​ທີ່​ໄດ້​ສ້າງ​ຂຶ້ນ​ໃນ​ປີ​ກ່ອນ. ຫວຽດນາມ​ໄດ້​ຍູ້​ແຮງ​ການພົວພັນ​ຮ່ວມ​ມື​ຫຼາຍ​ດ້ານກັບ​ບັນດາ​ປະ​ເທດເພື່ອນບ້ານໃກ້ຄຽງ, ບັນດາ​ປະ​ເທດອາ​ຊຽນ, ບັນດາ​ປະ​ເທດ​ໃຫຍ່, ບັນດາ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ ຄູ່​ຮ່ວມ​ມື​ຮອບດ້ານ ກໍ່​ຄື​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ; ​ແກ້​ໄຂສອງ​ດ້ານ​ທີ່​ພົວພັນ​ກັນໄດ້​ເປັນ​ຢ່າງ​ດີ ກ່າວ​ຄື ລະຫວ່າງຮ່ວມມື​ ແລະ ຕໍ່ສູ້, ລະຫວ່າງ​ເດັດດ່ຽວ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຕົນ ​ແລະ ຮັດ​ແໜ້ນສາຍ​ພົວພັນ​ມິດຕະພາບ ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ. ​ເຖິງ​ວ່າ​ເສດຖະກິດ​ໂລກ ​ແລະ ​ເສດຖະກິດ​ຂອງ​ປະ​ເທດ​ໃຫຍ່​ຫຼາຍ​ປະ​ເທດ ກຳລັງ​ພົບ​ຄວາມ​ຫຍຸ້ງຍາກ​ກໍ່ຕາມ, ​ແຕ່​ມູນ​ຄ່າ​ການ​ຄ້າ, ການ​ລົງ​ທຶນ, ການ​ຊ່ວຍ​ເຫຼືອ​ພັດທະນາ​ເປັນ​ທາງ​ການ (ODA), ການ​ຮ່ວມ​ມື​ດ້ານ​ທ່ອງ​ທ່ຽວ, ​ແຮງ​ງານ,... ຂອງ​ຫວຽດນາມ​ກັບ​ບັນດາ​ຄູ່​ຮ່ວມ​ມື​ໃຫຍ່​ເຊັ່ນ ຈີ​ນ ສະຫະລັດ​ອາ​ເມຣິກາ ອີ​ຢູ ຍີ່ປຸ່ນ... ລ້ວນ​ແຕ່​ເພີ່ມ​ຂຶ້ນ​ທຽບ​ກັບ​ໄລຍະ​ດຽວ​ກັບ​ຂອງ​ປີ​ກ່ອນ. ການ​ຮ່ວມ​ມື​ດ້ານ​ການ​ເມືອງ - ການ​ທູດ, ການ​ປ້ອງ​ກັນ​ປະ​ເທດ - ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ​ໃນ​ບັນດາ​ຂົງ​ເຂດ​ອື່ນ​ລ້ວນ​ແຕ່​ມີ​ຄວາມ​ຄືບ​ໜ້າ​ທີ່ຄວນ​ເອົາ​ໃຈ​ໃສ່.

ການພົວພັນ ຫວຽດນາມ - ລາວ ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ, ການຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ການ​ເມືອງ ​ເສດຖະກິດ ການ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ສະຫງົບ ວັດທະນະທຳ ສຶກສາ ອົບຮົມ​ກໍ່ສ້າງ, ການ​ສັງ​ສັນ​ລະຫວ່າງ​ປະຊາຊົນ​ມີ​ຄວາມ​ຄືບ​ໜ້າ​ດີ. ​ໃນ​ປີ 2014, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄະນະ​ຜູ້​ແທນ 160 ຄະນະ ​ແຕ່​ຂັ້ນ​ລັດຖະມົນຕີ​ຊ່ວຍ​ວ່າການ​ຂຶ້ນ​ໄປ. ຫວຽດນາມ​ຍາມ​ໃດ​ກໍ່​ເປັນ​ໜຶ່ງ​ໃນ​ສາມ​ປະ​ເທດ​ທີ່​ມີ​ການ​ພົວພັນ​ການ​ຄ້າ ການ​ລົງທຶນ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ລາວ; ມູນ​ຄ່າ​ການ​ຄ້າລະຫວ່າງ​ສອງ​ປະ​ເທດປີ​ໜຶ່ງ​ໄດ້​ປະມານ 1,2 ຕື້​ໂດ​ລາ​ສະຫະລັດ. ຜົນສຳ​ເລັດຂອງ​ກອງ​ປະຊຸມ​ຂັ້ນ​ສູງ​ເຂດ​ສາມຫຼ່ຽມ​ພັດທະນາ ກລວ (ກຳປູ​ເຈຍ, ລາວ, ຫວຽດນາມ) ຢູ່​ວຽງ​ຈັນ ​ໃນ​ເດືອນ​ພະຈິກ 2014 ​ໄດ້​ອຳນວຍ​ຄວາມ​ສະດວກ​ຕື່ມ​ອີກ​ ເພື່ອ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນເພີ່ມ​ທະວີ​ການ​ເຊື່ອມ​ຈອດ​ເສກ​ຖະກິດ​ລະຫວ່າງສາມ​ປະ​ເທດຫວຽດນາມ - ລາວ - ກຳປູ​ເຈຍ.

ການພົວພັນ ຫວຽດນາມ - ກຳປູ​ເຈຍ ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ ການ​ຄ້າ ການ​ສຶກສາ... ມີ​ຄວາມ​ຄືບ​ໜ້າ​ຫຼາຍ. ຢູ່​ທີ່​ກອງ​ປະຊຸມ​ຮ່ວມ​ມື​ລົງທຶນ​ຄັ້ງ​ທີ 4 ຫວຽດນາມ-ກຳປູ​ເຈຍ ​ແລະ ກອງ​ປະຊຸມ​ຄັ້ງ​ທີ 13 ຄະນະ​ກຳມາ​ທິການ​ປະສົມ​ຫວຽດນາມ - ກຳປູ​ເຈຍ, ສອງ​ຝ່າຍ​ໄດ້​ວາງ​ມາດ​ຕະການ​ອັນ​ສຳຄັນ ​ເພື່ອຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ. ປັດຈຸບັນ ຫວຽດນາມ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ທີ່​ໃຫຍ່​ທີ​ສອງ​ຂອງ​ກຳ​ປູ​ເຈຍ ດ້ວຍ​ລວມຍອດ​ມູນ​ຄ່າ​ການ​ຄ້າ​ໃນ​ປີ 2014 ປະມານ 4 ຕື້​ໂດ​ລາ​ສະຫະລັດ; ທາງ​ດ້ານ​ການ​ລົງທຶນ​​ແມ່ນຢືນ​ໃນ​ອັນ​ດັບ​ທີ​ຫ້າ ດ້ວຍ 134 ​ໂຄງການ ​ແລະ ຈຳນວນ​ເງິນ​ລົງທຶນ 3,6 ຕື້​ໂດ​ລາ​ສະຫະລັດ. ຄຽງ​ຂ້າງ​ນັ້ນ, ການ​ທີ່​ບາງ​ອົງການ​ຈັດ​ຕັ້ງ​ແລະ​ອິດ​ທິກຳລັງ​ສັດຕູ ດຳ​ເນີນ​ການ​ເຄື່ອນ​ໄຫວ ຊຸມນຸມ​ມິດ​ຕິງ ກໍ່​ການ​ວຸ້ນວາຍ ກໍ່ຄວາມອາ​ຄາດ​ບາດໝາງ​ລະຫວ່າງ​ຊາດ, ​ເສກ​ສັນ​ປັ້ນ​ແຕ່ງ ບິດ​ເບືອນ​ບັນຫາ​ປະຫວັດສາດ… ​ໄດ້​ເຮັດ​ໃຫ້​ປັດ​ໄຈ​ສັບສົນ​ເພີ່ມ​ຂຶ້ນ; ​ເປັນ​ຜົນ​ກະທົບ​ເຖິງ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ການພົວພັນກັບ​ບັນດາ​ປະ​ເທດ​ອາ​ຊຽນ ສືບ​ຕໍ່​ໄດ້​ຮັບ​ການ​ຊຸກຍູ້ຕາມ​ທິດ​ເພີ່ມ​ທະວີ​ຄວາມ​ສາມັກຄີ ຮ່ວມ​ມື, ກໍ່ສ້າງ​ປະຊາ​ຄົນ​ອາ​ຊຽນ ​ແລະ ຮັກສາ​ບົດບາດ​ເປັນ​ໃຈກາງ​ຂອງ​ອາ​ຊຽນ ​ໃນ​ໂຄງ​ປະກອບ​ພາກ​ພື້ນ. ການ​ຮ່ວມ​ມື​ດ້ານເສດຖະກິດ ການ​ຄ້າ​ໄດ້​ຮັບ​ການ​ເປີດ​ກວ້າງ, ລວ​ມຍ​ອດມູນ​ຄ່າ​ການ​ຄ້າຂອງ​ຫວຽດນາມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ໃນ​ປີຜ່ານ​ມາ​ບັນລຸ​ປະມານ 40 ຕື້​ໂດ​ລາ​ສະຫະລັດ. ການ​ທີ່​ບັນດາ​ປະ​ເທດ​ອາ​ຊຽນອອກ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ຄັ້ງ​ທຳ​ອິດ​ພາຍຫຼັງ 20 ປີ​ນັ້ນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມຸ່ງ​ມາດ​ປາຖະໜາ​ລວມຂອງ​ບັນດາ​ປະ​ເທດ​ອາ​ຊຽນ ທີ່​ຢາກ​ໃຫ້​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ມີ​ສັນຕິພາບ ສະຖຽນ​ລະ​ພາບ ຍືນ​ຍົງ ​ແລະ ພ້ອມ​ກັນ​ວັດທະນາ​ຖາວອນ. ການ​ພົວພັນ​ສອງ​ຝ່າຍ​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນສືບ​ຕໍ່​ເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ, ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າ​ງ​ໄດ້​ຮັບ​ຜົນ​ປະ​ໂຫຍດ. ຫວຽດນາມ ​ແລະ ມາ​ເລ​ເຊຍ, ຟີ​ລີບ​ປິນ ​ໄດ້​ເຫັນ​ດີ​ປັນ​ເອກະ​ພາບ​ຈະສ້າງ​ຕັ້ງ​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ.

​ໃນ​ປີ​ທີ​ຜ່ານ​ມາ, ການພົວພັນ ຫວຽດນາມ - ຈີນ ​ໄດ້​ຜັນ​ປ່ຽນ​ຢ່າງ​ສັບສົນ. ​ແຕ່​ເດືອນ​ມັງກອນ ຫາ​ເດືອນພຶດສະພາ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂະຫຍາຍຕົວ​ຢ່າງ​ສະດວກ​ດີ. ​ແຕ່ຫາກວ່າ, ການ​ທີ່​ຈີນ​ນຳເອົາ​ຮ້ານ​ຂຸດ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ເຂົ້າ​ມາ​ຕິດ​ຕັ້ງ​ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ​ໄດ້​ສົ່ງ​ຜົນ​ກະທົບ​ເຖິງ​ສາຍ​ພົວພັນມິດຕະພາບ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ​ນັ້ນ, ພັກ​ແລະ​ລັດ​ຫວຽດນາມ​ໄດ້ຕັ້ງໝັ້ນສົນທະນາ, ຕໍ່ສູ້​ດ້ວຍ​ສັນຕິ​ວິທີທີ່​ສອດຄ່ອງ​ກັບກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລປີ 1982, ຄວາມ​ຕົກລົງ​ກ່ຽວ​ກັບ​ບັນດາ​ຫຼັກການ​ພື້ນຖານ​ຊີ້​ນຳ​ການ​ແກ້​ໄຂ​ບັນຫາ​ເທິງ​ທະ​ເລລະຫວ່າງຫວຽດນາມ - ຈີນ, ຖະ​ແຫຼ​ງການ​ກ່ຽວ​ກັບ​ວິທີ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC). ຫຼັກ​ໝັ້ນ​ອັນ​ເປັນ​ທຳ​ຂ​ອງຫວຽດນາມ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ກວ້າງຂວາງ​ຂອງ​ຫາງ​ສຽງ​ໃນ​ພາກ​ພື້ນ ​ແລະ ຫາງ​ສຽງ​ສາກົນ. ພ້ອມ​ກັນ​ນັ້ນ, ຫວຽດນາມກໍ່​ຍັງ​ເປັນ​ເຈົ້າ​ການ​ຮັກສາ​ການ​ພົວພັນ​ເປັນ​ປົກກະຕິ​ກັບ​ຈີນ ໃນ​ດ້ານ​ຕ່າງໆ​ທຸກ​ດ້ານ​, ປະກອບ​ດ້ວຍ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ການ​ພົວພັນ​ກັບ​ບັນດາ​ກະຊວງ ຂະ​ແໜງ​ການ ທ້ອງ​ຖິ່ນ, ການ​ສັງ​ສັນ​ປະຊາຊົນ, ດຳ​ເນີນການ​ປະຊຸມ​ຄັ້ງ​ທີ 7 ຄະນະ​ກຳມະການ​ຊີ້​ນຳ​ການ​ຮ່ວມ​ມື​ສອງ​ຝ່າຍຫວຽດນາມ - ຈີນ, ສືບ​ຕໍ່ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫ​ວຮ່ວມ​ມືຢ່າງ​ເປັນ​ປົກກະຕິ ທາງ​ດ້ານ​ເສດຖະກິດ ການ​ຄ້າ ການ​ລົງ​ທຶນ ທ່ອງ​ທ່ຽວ​ກັບ​ຈີນ. ມູນ​ຄ່າ​ການ​ຄ້າ​ປີ​ 2014 ຄາດກະ​ອາດຈະບັນລຸ 60 ຕື້​ໂດ​ລາ​ສະຫະລັດ. ພາຍຫຼັງ​ທີ່​ຈີນຖອນ​ຮ້ານ​ຂຸດ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ອອກ​ໄປ​ແລ້ວ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກໍ່ຜ່ອນຄາຍ​ຄວາມ​ເຄັ່ງ​ຕຶງລົງ​ຊົ່ວຄາວ, ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ໄດ້​ເພີ່ມ​ທະວີ; ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ​​ ເສດຖະກິດ ການ​ຄ້າ... ຄ່ອຍໆ​​ເປັນ​ປົກກະຕິ​ຄືນ​ໃໝ່. ສອງ​ຝ່າຍ​ຕັ້ງໜ້າ​ປະສານ​ສົມທົບ​ກັນ​ຈັດ​ຕັ້ງການສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ຄົບຮອບ 65 ປີ (18-1-1950 - 18-1-2015); ຊຸດ​ຍູ້​ການ​ຢ້ຽມຢາມ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ໃນ​ປີ 2015; ຍົກ​ສູງ​ປະສິດທິ​ຜົນ​ຂອງກົນ​ໄກ ຄະນະ​ກຳມະການ​ຊີ້​ນຳ​ການ​ຮ່ວມ​ມື​ສອງ​ຝ່າຍ,... ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ແຜນນະ​ໂຍບາຍ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງພັກ​ແລະ​ລັດ​ຫວຽດນາມແມ່ນ ສືບ​ຕໍ່​ໃຫ້​ຄວາມ​ສຳຄັນ​ແກ່​ການຮັກສາ​ສາຍ​ພົວພັນ​ໃນ​ດ້ານ​ຕ່າງໆ​ກັບ​ຈີນ, ຕອບ​ສະໜອງ ​ແລະ ສອດຄ່ອງ​ກັບ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ​ສອງ​ປະ​ເທດ.

ການພົວພັນ ຫວຽດນາມ - ລັດ​ເຊຍ ​ເຖິງວ່າຖືກ​ຜົນ​ສະທ້ອນ​ຈາກ​ການ​ກະທົບ​ຕ່າງໆ ຂອງ​ສະພາບ​ການ​ຜັນ​ປ່ຽນ​ທີ່​ສັບສົນ​ຢູ່​ອູ​ແກຣນ ​ແລະ ມາດ​ຕະການ​ຄວ້ຳ​ບາດ​ເສດຖະກິດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ຕ້ານ​ລັດ​ເຊຍ​ກໍ່ຕາມ, ​ແຕ່​ການ​ທີ່​ລັດ​ເຊຍ​ຫັນ​ຢ່າງ​ແຂງ​ແຮງ​ມາສູ່​ການ​ຮ່ວມ​ມື​ກັບ​ອາຊີນັ້ນ ກໍ່​ໄດ້​ສ້າງ​ສິ່ງ​ອຳນວຍ​ຊ່ວຍໃຫ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດສືບ​ຕໍ່​ຂະຫຍາຍຕົວ. ສອງ​ຝ່າຍ​ໄດ້​ນຳ​ໃຊ້​ຫຼາຍ​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ ມີ​ເນື້ອ​ແທ້​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື, ຮັກສາ​ຂອບ​ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ, ຍູ້​ແຮງ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ​ ຫຼາຍຂັ້ນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ທັງ​ສອງ​ຝ່າຍ​ມີ​ປະ​ໂຫຍ​ດ, ​ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ດ້ານ​ນ້ຳມັນ​ເຊື້ອ​ໄຟ ພະລັງງານ ຄວາມ​ສະຫງົບ ການ​ປ້ອງ​ກັນ​ປະ​ເທດ ​ເຕັກ​ນິກວິທະຍາ​ການ ​ແລະ ​ເຄື່ອງ​ປະ​ກອບ​ການ​ທະຫານ,... ຜົນສຳ​ເລັດ​ຕ່າງໆ​ທີ່​ບັນລຸ​ໄດ້​ ໃນ​ການ​ຢ້ຽມ​ຢາມເປັນ​ທາງ​ການ​ຂອງສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ທີ່​ສະຫະພັນ​ລັດ​ເຊຍ (​ເດືອນ​ມັງກອນ 2014), ​ໃນ​ການ​ພົບ​ປະ​ຫາ​ລື​ລະຫວ່າງ​ທ່ານປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ກັບ​ທ່ານປະທານາທິບໍດີ ວ.ປູ​ຕີນ ຢູ່​ກອງ​ປະຊຸມ​ຂັ້ນ​ສຸດ​ຍອດ ​ເອ​ເປັກ 22, ລະຫວ່າງ​ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ກັບ​ນາຍົກລັດຖະມົນຕີລັດ​ເຊຍ ທ່ານ ດ.​ເມ​ເວ​ແດັບ ຢູ່​ກອງ​ປະ​ຊຸມ​ຂັ້ນ​ສູງ​ອາ​ຊຽນ 25, ຊຶ່ງ​ໄດ້​ສ້າງ​​ແຮງ​ກະ​ຕູ້ນ​ໃໝ່​ເພື່ອ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດຮອບດ້ານ​ ໃຫ້​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ເນື້ອ​ແທ້​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ເຊັ່ນ ນ້ຳມັນ​ເຊື້ອ​ໄຟ ພະລັງງານ ​ໄຟຟ້າ​ນິວ​ເກຼຍ ການ​ສຶກສາ ຄວາມ​ສະຫງົບ ການ​ປ້ອງກັນ​ປະ​ເທດ. ສອງ​ຝ່າຍ​ພວມ​ພະຍາຍາມ​ສູ້​ຊົນ​ຍົກ​ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ​ຂຶ້ນ​ເປັນ 7 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2015 ​ແລະ 10 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2020. ສອງ​ຝ່າຍ​ໄດ້​ສຳ​ເລັດ​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (FTA) ລະຫວ່າງ​ຫວຽດນາມ ​ແລະ ສະຫະພັນພາສີ​ສຸນ​ລະກາ​ກອນ​ລັດ​ເຊຍ - ​ເບ​ລາຣຸດ - ຄາ​ຢັກ​ສະຖານ ​ແລະ ຈະ​ລົງ​ນາມ​ໂດຍ​ໄວ​ໃນ​ປີ 2015, ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເປີດ​ກວ້າງ​ຕະຫຼາດ​ສິນຄ້າ ຜະລິດ​ຕະພັນ​ກະສິກຳ​ຂອງຫວຽດນາມ​ທີ່​ສົ່ງ​ນອກ​ເຂົ້າຕະຫຼາດລັດ​ເຊຍ ​ແລະ​ ບັນດາ​ປະ​ເທດ​ໃນປະຊາ​ຄົມ​ບັນດາ​ປະ​ເທດ​ເອກະລາດ (SNG). ພວກ​ເຮົາ​ກໍ່​ເຫັນ​ອົກ​ເຫັນ​ໃຈ, ​ແບ່ງປັນ​ກັບ​ຄວາມ​ຫຍຸ້ງຍາກ​ຂອງ​ລັດ​ເຊຍ ຍ້ອນ​ລາຄາ​ນ້ຳມັນຫລຸດ​ລົງ, ​ເງິນຣຸ​ເບິນ​ຖືກ​ຕົກ​ລາຄາ; ກຽມ​ຄວາມ​ພ້ອມ​ສົມ​ທົບ​ກັບ​ລັດ​ເຊຍ ​ຊອກ​ຫາ​ນຳ​ໃຊ້​ມາດ​ຕະການ​ທີ່ແທດ​ເໝາະ​ຕົວ​ຈິງ, ຊ່ວຍ​ເຫຼື​ອຊາວ​ຫວຽດນາມ​ຢູ່​ລັດ​ເຊຍ ຈຳກັດຜົນ​ກະທົບ​ຂອງ​ເສດຖະກິດ​ລັດ​ເຊຍ​ທີ່​ພວມ​ປະສົບ​ຄວາມ​ຫຍຸ້ງ​ຍາດ​ຫຼາຍ​ຢ່າງ, ເພື່ອລົດຜ່ອນ​ຄວາມ​ຫຍຸ້ງຍາກ ເຮັດ​ໃຫ້​ຊີວິດ​ການເປັນຢູ່ເປັ​ນປົກກະຕິ.

ຄວາມ​ຄືບ​ໜ້າ​ໃໝ່​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ໃນ​ປີ​ທີ່​ຜ່ານ​ມາໃຫ້​ເຫັນ​ວ່າ ສາຍ​ພົວພັນ​ຫວຽດນາມ - ລັດ​ເຊຍ ​ໄດ້​ກໍ່ສ້າງ ​ແລະ ຂະຫຍາຍຕົວບົນ​ພື້ນຖານຂອງ​ນ້ຳ​ໃຈ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ຜູກ​ພັນ​ສະໜິດ​​ແໜ້ນສອງ​ຊາດ​ໄດ້​ຮັບ​ການ​ທົດ​ສອບ ​ແລະ ພິສູດ​ຢັ້ງຢືນ​ຜ່ານ​ກາລະ​ເວລາ. 

ການພົວພັນ ຫວຽດນາມ - ອິນ​ເດຍ ​ໄດ້​ຮັບ​ການ​ປັບປຸງ​ຍິ່ງ​ກວ່າ​ອີກ ​ດ້ວຍ​ການ​ຢ້ຽມຢາມຫວຽດນາມ ຂອງ​ປະທານາທິບໍດີ ​ແລະ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ເດຍ, ກາ​ນຢ້ຽມຢາມ​ແລະ​ເຮັດ​ວຽກ​ທີ່​ອິນ​ເດຍຂອງທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຄິນຢຸງ. ສອງ​ຝ່າຍ​ໄດ້​ຕັ້ງ​ເປົ້າ​ໝາຍຈະ​ຍົກ​ມູນ​ຄ່າ​ການຄ້າ​ສອງ​ສົ້ນຂຶ້ນ​ເປັນ 15 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2020; ອິນ​ເດຍຢືນຢັນ​ກຽມ​ຄວາ​ມພ້ອມ​ຈະ​ສະໜອງ​ສິນ​ເຊື່ອໃຫ້ຫວຽດນາມ​ເປັນ​ຈຳນວນ​ເງິນ 300 ລ້ານ​ໂດ​ລາ​ສະຫະລັດ​ ເພື່ອ​ນຳ​ເຂົ້າ​ວັດຖຸ​ດິດ​ໃຫ້​ບາງ​ຂະ​ແໜງ​​ເສດຖະກິດ, ​ເປັນ​ຕົ້ນ​ແມ່ນ​ຂະ​ແໜງ​ທໍ​ຜ້າ​ຕັດຫຍິບ ​ເກີບ​ໜັງ,... ການ​ຮ່ວມ​ມື​ທະວິ​ພາຄີ​ໃນ​ບັນດາ​ຂົງ​ເຂດປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ສະຫງົບ ນ້ຳມັນ​ອາຍ​ແກ​ສ ມີ​ຄວາມ​ຄືບ​ໜ້າ​ດີ​ຫຼາຍ. ອິນ​ເດຍຢືນຢັນວ່າຫວຽດນາມ​ແມ່ນ​ບຸລິມະສິດ​ທີ່​ສຳຄັນ​ໃນ​ນະ​ໂຍບາຍ “ການ​ກະທຳ​ຫັນ​ສູ່​ຕາ​ເວັນ​ອອກ”; ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຜັນ​ຂະຫຍາຍ​ໂດຍ​ໄວ ບ້ວງ​ສິນ​ເຊື່ອ 100 ລ້ານ​ໂດ​ລາ​ສະຫະລັດ ​ເພື່ອ​ສະໜອງກຳ​ປັ່ນ​ລາດຕະ​ເວນ​ໃໝ່​ຈຳນວນ​ໜຶ່ງໃຫ້​ຫວຽດນາມ.

ການພົວພັນ ຫວຽດນາມ - ຍີ່ປຸ່ນ ຂະຫ​ຍາຍ​ຕົວຢ່າງ​ຕັ້ງໜ້າ​ທີ່​ສຸດ. ​ໃນ​ການ​ຢ້ຽມຢາມ​ຂັ້ນ​ລັດ​ຢ່າງ​ເປັນ​ທາງ​ການ​ຂອງທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ທີ່​ປະ​ເທດ​ຍີ່ປຸ່ນ, ສອງ​ຝ່າ​ຍ​ໄດ້​ເປັນ​ເອກະ​ພາບຍົກ​ການ​ພົວພັນ​ຂຶ້ນ​ເປັນ​ການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ​ກວ້າງຂວາງ​ເພື່ອ​ສັນຕິພາບ ​ແລະ ຄວາມວັດ​ທະນາ​ຖາວອນ​ຢູ່​ອາຊີ. ຍີ່ປຸ່ນ​ສືບ​ຕໍ່​ຢືນຢັນ​ບົດບາດຄູ່​ຮ່ວມ​ມື​ພັດທະນາ​ມີ່​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງຫວຽດນາມ, ​ເປັນ​ນັກ​ລົງທຶນ​ຕ່າງປະ​ເທດ​ທີ່​ໃຫຍ່​ທີ່​ສຸດ, ລວມຍອດ​ທຶນ​ທີ່ຈົດ​ທະບຽນ​ແມ່ນ 35,5 ຕື້​ໂດ​ລາ​ສະຫະລັດ. ຍີ່ປຸ່ນ​ກໍ່​ເປັນ​ປະ​ເທດ​ທີ່​ໄດ້​​ໃຫ້ການຊ່ວຍ​ເຫຼືອ​ພັດທະນາ​ເປັນ​ທາງ​ການ (ODA) ຫຼາຍ​ທີ່​ສຸດ, ກວມ​ເຖິງ 30% ລວມຍອດ ODA ທັງ​ໝົດ​ໃຫ້ຫວຽດນາມ (ODA ປີ 2014 ໄດ້ປະມານ 1,8 ຕື້​ໂດ​ລາ​ສະຫະລັດ); ​ເປັນ​ຄູ່​ຮ່ວມ​ການ​ຄ້າ​ທີ່​ໃຫຍ່​ທີ​ສີ່ ​ແລະ ​ເປັນ​ຕະຫຼາດ​ສົ່ງ​ນອກ​ທີ່​ໃຫຍ່​ທີ​ສອງ​ຂອງຫວຽດນາມ. ສອງ​ປະ​ເທດ​ແບ່ງປັນ​ທັດສະນະ​ທີ່​ຄ້າຍ​ຄື​ກັນ​ກ່ຽວ​ກັບບັນຫາພາກ​ພື້ນ ​ແລະ ​ສາກົນຫຼາຍ​ບັນຫາ, ​ເປັນ​ຕົ້ນ​ແມ່ນ​ໃນ​ການ​ຮັບປະກັນ​ສັນຕິພາບ ສະຖຽນ​ລະ​ພາບ ​ເສລີພາບ ຄວາມ​ສະຫງົບ ​ແລະ ຄວາມ​ປອດ​ໄພຂອງ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຢູ່​ຂັ້ນ​ທ້ອງ​ຖິ່ນ, ການ​ພົວພັນ​ຮ່ວມ​ມື​ເຊື່ອມ​ຕໍ່ ຊ່ວຍ​ໜູນກັນ ​ໄດ້​ພັດທະນາ​ຢ່າງ​ຕັ້ງໜ້າ​ທີ່​ສຸດ. ປີ 2014, 22 ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ຄວາມ​ຕົກລົງ​ແຮກສ່ຽວ ຮ່ວມ​ມື 10 ສະບັບ (ປີ 2013 ມີ 8 ທ້ອງ​ຖິ່ນ), ຜູ້​ຊ່ຽວຊານ​ຫຼາຍ​ຄະນະ​ຈາກ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຍີ່ປຸ່ນ ​ໄດ້​ມາ​ຊ່ວຍ​ທ້ອງ​ຖິ່ນ​ຂອງຫວຽດນາມ, ລົງ​ສູ່​ຄອບຄົວ​ຊາວນາ ຊາວ​ປະມົງ​ເພື່ອ​ຖ່າຍ​ທອດ​ມອບ​ໂອນ​ເຕັກ​ໂນ​ໂລ​ຢີການ​ປູ​ກຜັງ ຫາ​ປາ ​ແລະ ຮັກສາ ປຸງ​ແຕ່ງຜະລິດ​ຕະພັນ, ຊ່ວຍ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ, ພັດທະນາ​ເສດຖະກິດ​ທະ​ເລ ກະສິກຳ ການ​ປະມົງ.

ການພົວພັນ ຫວຽດນາມ - ສ.​ເກົາຫຼີ ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ. ຜົນສຳ​ເລັດ​ຂອງ​ການ​ຢ້ຽມຢາມ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ທີ່​ ສ.​ເກົາຫຼີ ​ໄດ້​ປັບປຸງ​ສາຍ​ພົວພັນ​ຄູ່​ຮ່ວມຍຸດ​ທະ​ສາດລະຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ, ​ໄດ້​ຊຸກຍູ້​ການ​ຮ່ວມ​ມື​ແໜ້ນ​ແຟ້ນລະ​ຫວ່າງ​ສອງ​ປະ​ເທດ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ ການ​ເງິນ ພັດທະນາ​ໂຄງ​ສ້າງ​ພື້ນຖານ ການ​ປ້ອງ​ກັນ​ປະ​ເທດ ທະນາຄານ. ການ​ທີ່​ສອງ​ປະ​ເທດລົງ​ນາມ​ໃນ​ບົດ​ບັນທຶກ​ການ​ສຳ​ເລັດ​ສິ້ນ​ສູດການ​ເຈລະຈາ​ສັນຍາ​ກາ​ນຄ້າ​ເສລີ ​ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມຢາມ  ​ແລະ ​ເຮັດ​ວຽກຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ທີ່​ ສ.​ເກົາຫຼີ ນັ້ນ ​ແມ່ນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ພົວພັນ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ, ​ເປັນ​ການ​ອຳນວຍ​ໂອ​ກາດ​ຮ່ວມ​ມື​ອັນ​ສະດວກ​ໃຫ້​ແກ່​ວິສາ​ຫະກິດ​ຂອງ​ສອງ​ຝ່າຍ. ສ.​ເກົາຫຼີ ​ເປັນ​ນັກ​ລົງທຶນ​ຕ່າງປະ​ເທດ​ທີ່​ໃຫຍ່​ທີ່​ສຸດ, ​ເປັນ​ປະ​ເທດ​ທີ່​ສະໜອງ​ທຶນ ODA ຫຼາຍໃນ​ອັນ​ດັບ​ທີ​ສອງ (ໃຫ້​ຄຳ​ໝັ້ນ​ສັນຍາ​ສະໜອງ​ທຶນ 1,2 ຕື້​ໂດ​ລາ​ສະຫະລັດ​ໃນ​ໄລ​ຍະ​ປີ 2012 - 2015), ​ເປັນ​ຄູ່​ຮ່ວມ​ການ​ຄ້າ​ທີ່​ໃຫຍ່​ທີ​ສີ່​ຂອງຫວຽດນາມ ດ້ວຍ​ມູນ​ຄ່າ​ການ​ຄ້າ​ປີ 2014 (ຄິດ​ໄລ່​ຮອດ​ທ້າຍ​ເດືອນ​ຕຸລາ) ​ແມ່ນ 23,6 ຕື້​ໂດ​ລາ​ສະຫະລັດ ​ແລະ ສູ້​ຊົນ​ໃຫ້​ບັນລຸ 70 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2020. ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ ​ແຮງ​ງານ ສຶກສາ-ກໍ່ສ້າງ​ ກໍ່ຂະຫຍາຍຕົວ​ຢ່າ​ງດີ.

ການພົວພັນຄູ່​ຮ່ວມ​ຮອບດ້ານ ຫວຽດນາມ - ສະ​ຫະລັດ​ອາ​ເມຣິກາ ສືບ​ຕໍ່​ໄດ້​ຮັບ​ການ​ຊຸກຍູ້​ໃນ​ຫຼາຍ​ຂົງ​ເຂດ. ສອງ​ປະ​ເທດ​ພວມ​ຍູ້​ການ​​ເຄື່ອນ​ໄຫວກະກຽມສະ​ເຫຼີ​ມສະຫຼອງ 20 ​ແຫ່ງ​ການ​ຟື້ນ​ຟູ​ການ​ພົວພັນ​ເປັນ​ປົກກະຕິ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປີ 2015. ສະ​ຫະລັດ​ອາ​ເມຣິກາ ​ເປັນ​ນັກ​ລົງທຶນ​ທີ່​ໃຫຍ່​ທີ​ເຈັດ​ຂອງ​ຫວຽດນາມ ​ແລະ ສືບ​ຕໍ່​ເປັນ​ຕະຫຼາດ​ສົ່ງ​ນອກ​ທີ່​ໃຫຍ່​ທີ​ສຸດ​ຂອງ​ຫວຽດນາມ ດ້ວຍ​ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ​ໃນ​ປີ 2014 ​ໄດ້​ປະມານ 34 ຕື້​ໂດ​ລາ​ສະຫະລັດ. ບັນດາ​ກົນ​ໄກ​ສົນ​ທະ​ນາ​ທາງ​ດ້ານ​ການ​ເມືອງ ການ​ທູດ ການ​ປ້ອງ​ກັນ​ປະ​ເທດ ​ປ້ອງ​ກັນ​ຄວາມ​ສະຫງົບ ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ຄວາມ​ໄວ້​ວາງ​ໃຈ​ຊຶ່ງ​ກັນ​ແລະ​ກັນ. ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ໄດ້​ສະ​ແດງ​ອອກ​ຢ່າງ​ຟົດ​ຟື້​ນ ຢູ່​ຕາມ​ບັນດາ​ຊ່ອງ​ສາຍ​ອຳນາດ​ການ​ປົກຄອງ ສະພາ​ແຫ່ງ​ຊາດ ​ແລະ ​ເປີດ​ກວ້າງ​ອອກ​ສູ່​ການ​ພົວພັນ​ດ້ານ​ພັກ. ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ​ປ້ອງ​ກັນ​ຄວາມ​ສະຫງົບ, ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ, ຊ່ວຍ​ກູ້​ໄພ​ທຳ​ມະ​ຊາດ, ຊອກ​ຫາ​ກູ້​ໄພ, ​ເສດຖະກິດ ການ​ຄ້າ ການ​ສຶກສາ ວິທະຍາສາດ​ເຕັກນິກ ມີ​ຄວາມ​ຄືບ​ໜ້າ​ຕົວ​ຈິງ​ຫຼາຍ​ຢ່າງ; ສະ​ຫະລັດ​ອາ​ເມຣິກາ ​ໄດ້​ລຶບລ້າງ​ສ່ວນ​ໜຶ່ງ​ຄຳ​ສັ່ງ​ຫ້າມ​ຂົນ​ສົ່ງ​ອາວຸດ​ສົງ​ຄາມ​ຕໍ່​ກັບຫວຽດນາມ, ຮັບຮອງ​ຜ່ານ​ສັນຍາ​ວ່າດ້ວຍ​ການຮ່ວມ​ມືດ້ານ​ນິວ​ເກຼຍພົນລະ​ເຮືອນ (ສັນຍາ​ສະ​ບັນ​ທີ 123). ຄຽງຂ້າງນັ້ນ, ຫວຽດນາມ​ກໍ່​ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງຕໍ່​ສູ້ ກັບ ຮ່ວມມື, ​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ, ສົນທະນາ​ຢ່າງ​ເປີດ​ອົກ​ເປີດ​ໃຈ​ກັບ​ສະຫະລັດ​ອາ​ເມຣິກາ ​ເພື່ອຫລຸດຜ່ອນ​ຄວາມ​ບໍ່​ເຫັນ​ດີ​ກັນ ​ແລະ ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ ​ໃນ​ບັນດາບັນຫາ​ທີ່​ສອງ​ຝ່າຍ​ມີ​ທັດສະນະ​ແຕກ​ຕ່າງ​ກັນ​ເຊັ່ນ ປະຊາທິປະ​ໄຕ ສິດທິ​ມະນຸດ ສາສະໜາ. 

ການພົວພັນ ຫວຽດນາມ - ອີ​ຢູ ​ແລະ ບັນດາ​ຄູ່​ຮ່ວມ​ທີ່​ສຳຄັນ​ຢູ່​ເອີຣົບ​ເຊັ່ນ ​ເຢຍລະ​ມັນ ອັງກິດ ຝຣັ່ງ ອີ​ຕາ​ລີ ​ໂຮ​ນລັງ ດານ​ມາກ ສືບ​ຕໍ່​ຂະຫຍາຍຕົວ. ອີ​ຢູ ​ເປັນ​ຄູ່​ຮ່ວມ​ການ​ຄ້າ​​ໃຫຍ່​ທີ​ສາມ ​ແລະ ​ເປັນ​ຕະຫຼາດ​ສົ່ງ​ນອກ​ໃຫຍ່​ທີ​ສອງ​ຂອງຫວຽດນາມ, ມູນ​ຄ່າ​ການ​ຄ້າ​ປີ 2014 ​ໄດ້​ປະມານ 35 ຕື້​ໂດ​ລາ​ສະຫະລັດ. ຄະນະ​ກຳມາ​ທິການ​ເອີຣົບ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເພີ່ມ​ການ​ຊ່ວຍ​ເຫຼືອ​ໃຫ້​ຫວຽດນາມ​ຂຶ້ນ​ເປັນ 400 ລ້ານ​ເອີ​ໂຣ ​ໃນ​ໄລຍະ​ປີ 2014 - 2020; ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ ກ່ຽວ​ກັບ​ທິດ​ທາງ​ສຳ​ເລັດ​ສິ້ນ​ສຸດການ​ເຈລະຈາ​ສັນຍາການ​ຄ້າ​ເສລີຫວຽດນາມ - ອີ​ຢູ (EVFTA), ​ເປັນ​ເອກະ​ພາບ​ຍູ້​ແຮງ​ວິວັດ​ການ​ໃຫ້​ສັດຕະຍາບັນ​ຂອບ​ສັນຍາ​ວ່າ​ດ້ວຍ​ຄູ່​ຮ່ວມ ​ແລະ ການ​ຮ່ວມ​ມື​ຮອບດ້ານ (PCA).

ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ ​ແລະ ບັນດາ​ຄູ່​ຮ່ວມທີ່​ບົ່ມຊ້ອນຢູ່​ເອີຣົບຕາເວັນ​ອອກ ອາຊີ​ກາງ ຕາ​ເວັນ​ອອກ​ກາງ ອາ​ຟຣິກກາ ລາຕີ​ນອາ​ເມຣິກາ ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ. ຫວຽດນາມ​ໄດ້​ສວຍ​ໃຊ້​ເປັນ​ຢ່າງ​ດີ ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ເມືອງອັນ​ດີງາມ​ກັບ​ບັນດາ​ປະ​ເທດ​ເຫຼົ່າ​ນີ້ ​ເພື່ອ​ພັດທະນາ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອື່ນ, ພິ​ເສດ​ໃນ​ຂົງ​ເຂດ​​ເສດຖະກິດ ການ​ຄ້າ ການ​ສຶກສາ-ກໍ່ສ້າງ ​ແຮງ​ງານ, ຮ່ວມ​ມື​ໃນ​ເວທີ​ປາ​ໄສ​ພະຫຸ​ພາຄີ... ​ໃຫ້​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ຜົນ​ຕົວ​ຈິງ​ກວ່າອີກ. ບັນດາ​ປະ​ເທດ​ອາ​ຟຣິກກາ ລາຕີ​ນອາ​ເມຣິກາ ​ໃຫ້ການ​ສະໜັບສະໜູນ​ຫວຽດນາມ​ຢ່າງ​ຕັ້ງໜ້າ​ກ່ຽວ​ກັບ​ບັນຫາ​ຕ່າງໆ ຢູ່ອົງ​ການສະຫະ​ປະຊາ​ຊາດ, ຄະນະ​ມົນຕີ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະຊາ​ຊາດ, ອົງການ​ການ​ສຶກສາ ວິທະຍາສາດ ​ແລະ ວັດທະນະທຳ​ ແຫ່ງ​ສະຫະ​ປະຊາ​ຊາດ (UNESCO),... ມູນ​ຄ່າ​ການ​ຄ້າ​ຂອງຫວຽດນາມ ກັບ​ບັນດາ​ປະ​ເທດ​ຢູ່​ເຂ​ດອາຊີ​ຕາ​ເວັນ​ຕົກ - ອາ​ຟຣິກກາ ​ໃນ​ປີ 2014 ຄາດກະ​ອາດ​ຈະ​ໄດ້ 14 ຕື້​ໂດ​ລາ​ສະຫະລັດ.

ການ​ທູດ​ພະຫຸ​ພາຄີ​ດ້ວຍ​ລັກສະນະ​ເປັນ​ເຈົ້າ​ການ ​ແລະ ປະດິດສ້າງ ​ໄດ້​ຖື​ບົດ​ບາດນັບ​ມື້​ນັບສຳຄັນ​ໃນ​ການ​ຍູ້​ແຮງ​ການ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງຮອບດ້ານ.

ຈຸດ​ໃໝ່​ທີ່​ສຸດ​ໃນ​ການ​ເຄື່ອນ​ໄຫວພົວພັນ​ຕ່າງປະ​ເທດ​ໃນ​ປີ 2014 ​ແມ່ນ​ຄວາມ​ພະຍາຍາມ​ຍົກ​ລະດັບ​ການ​ພົວພັນ​ຕ່າງປະ​ເທດ​ພະຫຸ​ພາຄີ. ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ພະຫຸ​ພາຄີພວມ​ບືນ​ຕົວ​ຂຶ້ນ, ຫັນປ່ຽນ​ຈາກ​ “ການ​ເຂົ້າ​ຮ່ວມ” ມາ​ເປັນ “​ເປັນ​ເຈົ້າ​ການ ຕັ້ງໜ້າ​ປະກອບສ່ວນ, ສະ​ເໜີ​ແນະ​ຂໍ້​ຄິດ​ລິ​ເລິ່ມ”, ປະກອບ​ສ່ວນ​ວາງ​ກະຕິ​ກາ​ລວມ​ໃນ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ, ​ເຊັ່ນ ອາ​ຊຽນ, ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຟິກ (APEC), ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ອາຊີ - ​ເອີຣົບ (ASEM), ຂະ​ບວນການບໍ່​ເຂົ້າ​ຮ່ວມ​ກຸ່ມ, ຄະນະ​ມົນຕີ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະຊາ​ຊາດ, UNESCO, ອົງການ​ພະລັງງານປະລະມານູສາກົນ (IAEA). ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ, ​ເປັນ​ຕົ້ນ​ແມ່ນການ​ເຄື່ອນ​ໄຫວ​​​ພະຫຸ​ພາຄີ ຂອງ​ການ​ນຳ​ຂັ້ນ​ສູງຫວຽດນາມ ​ໄດ້​ປະກອບສ່ວນ​ປັບປຸງການ​ພົວພັນ​ສອງ​ຝ່າຍ​ໃຫ້​ເລິກ​ເຊິ່ງຂຶ້ນ​ຕື່ມ, ​ເຊີດ​ຊູ​ຮູບ​ພາບ​ຂອງຫວຽດນາມ ທີ່​ເປັນ​ສະມາຊິກ​ຜູ້​ມີ​ຄວາມ​ຮັບຜິດຊອບ​ຂອງ​ວົງ​ຄະນາ​ຍາດ​ສາກົນ; ຂົນຂວາຍ ​ແລະ ຍາດ​ແຍ່ງ​ຫາງ​ສຽງ​ຂອງ​ຕ່າງປະ​ເທດ​ໃຫ້​ເຫັນ​ດີ​ເຫັນ​ພ້ອມ ​ສະໜັບສະໜູນຫຼັກ​ໝັ້ນ​ຂອງຫວຽດນາມ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ຂໍ້​ສະ​ເໜີ ​ແລະ ຄວາມ​ຄິດ​ລິ​ເລີ່​ມຕ່າງໆ​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ແບ່ງປັນ ສະໜັບສະໜູນ​ຈາກ​ຫຼາຍໆ​ປະ​ເທດ, ​ໃນ​ນັ້ນ​ມີ​ກອງ​ປະຊຸມ​ຂັ້ນ​ສູງອາ​ຊຽນ - ອີ​ຢູ ​ທີ່​ບໍ່​ເປັນ​ທາງ​ການ​ ​ຊຶ່ງ​ໄດ້​ຈັດ​ຕັ້ງຂຶ້ນ​ເປັນ​ຄັ້ງ​ທຳ​ອິດທີ່​ລະບຽງ​ກອງ​ປະຊຸມ​ຂັ້ນ​ສູງ ອາ​​ເຊມ 10 ​ໂດຍ​ແມ່ນ​ຫວຽດນາມ​ເປັນ​ຜູ້​ສະ​ເໜີ​ແນະ ກອງ​ປະຊຸມ​ໄດ້​ສ້າງ​ປະຖົມ​ປັດ​ໄຈ​ອັນ​ສຳຄັນ​ເພື່ອ​ຊຸກຍູ້​ການ​ສົນທະນາ ຮ່ວມ​ມືລະຫວ່າງ​ອາ​ຊຽນ ​ແລະ ອີ​ຢູ​ໃນ​ເວລາ​ຕໍ່ໜ້າ. ຫວຽດນາມ​ໄດ້​ສຳ​ເລັດ​ເປັນ​ຢ່າງ​ດີ ​ບົດບາດຂອງກຳມະການຄະນະ​ມົນຕີ​ສິດທິ​ມະນຸດ​ ແຫ່ງ​ສະຫະ​ປະຊາ​ຊາດ​ ໃນ​ປີມຳອິດ​ຂອງ​ອາຍຸ​ປະຈຳການ 2014 - 2016; ລາຍ​ງານ​ການ​ທົບ​ທວນ​ຕາມ​ລາຍ​ຄາບ​ທົ່ວ​ໄປ (UPR) ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ສິດທິ​ມະນຸດ​ຂອງ​ຫວຽດນາມ​ ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກກຳມະການ​ສ່ວນ​ຫຼາຍ​ຂອງຄະນະ​ມົນຕີ​ສິດທິ​ມະນຸດ​ ແຫ່ງ​ສະຫະ​ປະຊາ​ຊາດ.

ວຽກ​ງານ​ກະກຽມ​ພາຍ​ໃນ​ປະ​ເທດ​ໃຫ້​ແກ່​ການ​ເຊື່ອມ​ໂຍງ​ສາກົນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ ຊຶ່ງ​ເປັນ​ຄັ້ງທຳ​ອິດ​ທີ່​ໄດ້​ຈັດ​ຕັ້ງ “ກອງ​ປະຊຸມ​ການ​ພົວພັນ​ຕ່າງປະ​ເທດ​ພະຫຸ​ພາຄີ​ສະຕະວັດ​ທີ XXI ​ແລະ ການສະ​ເໜີ​ແນະ​ນະ​ໂຍບາຍ​ຕໍ່​ກັບຫວຽດນາມ” (​ເດືອນ​ສິງຫາ 2014). ວຽກ​ງານ​ກວດຄືນ, ດັດ​ແປງ, ​ເພີ່ມ​ເຕີມ​ບັນດາ​ເອກະສານ​ກົດໝາຍ, ຍົກ​ສູງ​ຄວາມ​ສາມາດ​ເຊື່ອມ​ໂຍງ​ກັບ​ສາກົນ, ກໍ່ສ້າງ​ພະນັກງານ, ​ໂຄສະນາ​ວຽກ​ງານ​ເຊື່ອມ​ໂຍງ​ສາກົນ​ໃຫ້​ປະຊາຊົນ ວິ​ສາ​ຫະກິດ... ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ ຢູ່​ບັນດາ​ກະຊວງ ຂະ​ແໜງ​ການ ທ້ອງ​ຖິ່ນ. ພ້ອມ​ກັນ​ນັ້ນ, ຫວຽດນາມກໍ່​ຕັ້ງໜ້າ​ກະກຽມ​ເພື່ອ​ປະຕິບັດ​ໜ້າ​ທີ່​ເປັນ​ເຈົ້າພາບ ກອງ​ປະຊຸມ​ສະມັດຊາ​ໃຫຍ່ ຂອງ​ສະຫະພັນ​ລັດຖະສະພາ​ສາກົນ ຄັ້ງທີ 132 ​ໃນປີ 2015; ​ເປັນ​ຄັ້ງ​ທຳ​ອິດ​ທີ່​ຫວຽດນາມ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງອົງການ​ສະຫະ​ປະຊາ​ຊາດ. ຜ່ານ​ການ​ເຄື່ອນ​ໄຫວ​ເຫຼົ່າ​ນີ້, ການ​ພົວພັນ​ຕ່າງປະ​ເທດ​ພະຫຸ​ພາຄີ ​ໄດ້ ພວມ ​ແລະ ຈະ​ສືບ​ຕໍ່​ເປັນ​ຈຸດ​ໜັກ​ໃຈ​ກາງທີ່​ສຳຄັນຂອງ​ການທູດ​ທີ່​ທັນ​ສະ​ໄໝ.

ບົດບາດ​ສຳຄັນ​ຂອງ​ການ​ທູດ​ເສດຖະກິດ​ໃນ​ສະ​ໄໝ​ແຫ່ງ​ການ​ເຊື່ອມ​ໂຍງ​ສາກົນ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ.

​ໃນ​ສະພາບ​ການເສດຖະກິດ​ໂລກ​ຟື້ນ​ຟູ​ຢ່າງ​ຊັກ​ຊ້າ, ​ເສດຖະກິດຫວຽດນາມພົບ​ຄວາມ​ຫຍຸ້ງຍາກ, ການ​ທູດ​ເສດຖະກິດ​ຖືກ​ຖື​ວ່າ​ເປັນ​ປາຍ​ແຫຼມ​ທີ່​ຕ້ອງ​ໄດ້​ຮັບ​ການ​ຊຸກຍູ້​ຢ່າງ​ຕັ້ງໜ້າ, ​ເປັນ​ເຈົ້າ​ການ. ການ​ເຄື່ອນ​ໄຫວການ​ທູດ​ເສດຖະກິດ​ໄດ້​ປະກອບສ່ວນ​ປັບປຸງ​ບັນດາ​ຕະຫຼາດ​ທີ່​ເປັນ​ມູນ​ເຊື້ອ​, ​ເປີດກວ້າງ​ຕະຫຼາດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ​ເພີ່ມ​ການ​ສົ່ງ​ອອກ ​ແລະ ນຳ​ເຂົ້າ, ດຶງ​ດູດ​ການ​ລົງທຶນ ​ແລະ​ເຕັກ​ໂນ​ໂລ​ຢີ; ຊ່ວຍ​ໜູນ​ໃຫ້​ວິ​ສາ​ຫະກິດ​ຊອກ​ຫາ​ຄູ່​ຮ່ວມ​ມື ​​ແລະ ເຂົ້າ​ເຖິງ​ຕະຫຼາດ​ໃໝ່; ຕໍ່ສູ້​ຕ້ານ​ກັບ​ມາດ​ຕະການ​ອາລັກຂາ​ຂອງ​ຕ່າງປະ​ເທດ; ຂົນຂວາຍ​ບັນດາ​ປະ​ເທດ​ຮັບ​ຮູ້​ລະບຽບ​ກົດໝາຍ​ເສດຖະກິດ​ຕະຫຼາດ​ຂອງ​ຫວຽດນາມ. ​ໃນ​ປີ 2014, ຫວຽດນາມຂົນ​ຂວາຍ​ໄດ້​ຕື່ມ​ອີກ 12 ປະ​ເທດ (ໃນ​ປີ 2013 ຂົນຂວາຍ​ໄດ້​ພຽງ 4 ປະ​ເທດ​), ຍົກ​ຈຳນວນ​ປະ​ເທດ​ທີ່ຮັບ​ຮູ້​ລະບຽບ​ກົດໝາຍ​ເສດຖະກິດ​ຕະຫຼາດ​ຂອງຫວຽດນາມຂຶ້ນ​ເປັນ 56 ປະ​ເທດ. ການ​ເຂົ້າ​ຮ່ວມ​ໃນ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ທີ່​ໃຫຍ່​ຕ່າງໆ ກໍ່​ໄດ້​ຮັບ​ຜົນງານ​ທີ່​ສຳຄັນ​ຫຼາຍ​ຢ່າງ. ຫວຽດນາມ​ໄດ້​ສຳ​ເລັດ​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ FTA ກັບ ສ.​ເກົາຫຼີ, ສະຫະພັນ​ພາສີສຸນ​ລະກາ​ກອນລັດ​ເຊຍ - ​ເບ​ລາຣຸດ - ຄາ​ຢັກ​ສະຖານ ​ແລະ ​ໄດ້​ເປັນ​ເອກະ​ພາບ​ກັບ​ອີ​ຢູ ກ່ຽວ​ກັບການສຳ​ເລັດ​ສິ້ນ​ສຸດ​ໂດຍ​ໄວການ​ເຈລະຈາ​ສັນຍາ FTA ກ້າວ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ປີ 2015. ​ໃນ​ຂອບ​ອາ​ຊຽນ, ຫວຽດນາມ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​​ນຳ​ໜ້າ​ໃນ​ການຊຸກຍູ້​ການກໍ່ສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ (AEC) ດ້ວຍ​ການ​ຜັນ​ຂະຫຍາຍ​ໄດ້ 85% ມາດ​ຕະການ ທຽບ​ກັບ​ອັດຕາ​ສ່ວນ​ສະ​ເຫຼ່ຍ 80% ຂອງ​ອາ​ຊຽນ.

ນອກຈາກ​ນັ້ນ, ວຽກ​ງານ​ປົກ​ປ້ອງ​ພົນລະ​ເມືອງ, ວຽກ​ງານ​ຕໍ່​ກັບຊາວຫວຽດນາມຢູ່​ຕ່າງປະ​ເທດ​ກໍ່​ໄດ້​ຜັນ​ຂະຫຍາຍ​ຢ່າງ​ເປັນ​ເຈົ້າ​ການ ຕັ້ງໜ້າ ທັນ​ການ​ ແລະ ມີ​ປະສິດທິ​ຜົນ. ຫວຽດນາມ​ໄດ້​ຈັດ​ຕັ້ງ​ການ​ອົບ​ພະຍົບຄົນ​ງານຫວຽດນາມກວ່າ 1.750 ຄົນ​ອອກ​ຈາກ​ລີ​ບີ ກັບ​ເມືອ​ປະ​ເທດ​ຢ່າງ​ທັນ​ການ; ຕັ້ງໜ້າ​ປົກ​ປັກ​ຮັກສາ ຊ່ວຍ​ເຫຼືອ​ຊາວ​ປະມົງ, ​ເຮືອ​ຫາ​ປາຂອງຫວຽດນາມທີ່​​ຫາ​ປາ​ຢູ່​ເຂດ​ທະ​ເລ​ຂອງ​ປະ​ເທດ​ເຮົາ; ດຳ​ເນີນ​ມາດ​ຕະການ​ປົກ​ປ້ອງ​ທີ່​ຈຳ​ເປັນ​ ເພື່ອ​ຊ່ວຍ​ເຫຼືອ​ພົນລະ​ເມືອງ ຜູ້​ອອກ​ແຮງ​ງານຫວຽດນາມ ທີ່​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ຕ່າງປະ​ເທດ. ຫວຽດນາມສືບ​ຕໍ່​ຫັນ​ເປັນ​ນິຕິ​ກຳ ​ແລະ ຜັນ​ຂະຫຍາຍ​ປະຕິບັດ ກົດໝາຍ​ວ່າ​ດ້ວຍ​ສັນຊາດ, ມະຕິ​ຕົກລົງ​ສະບັບ​ທີ 36-NQ/TW ລົງ​ວັນ​ທີ 26 ມີນາ 2004 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍ​ວຽກ​ງານ​ຕໍ່​ກັບ​ຊາວຫວຽດນາມຢູ່​ຕ່າງປະ​ເທດ... ຢ່າງ​ມີ​ປະສິດທິ​ຜົນ​ຕົວ​ຈິງ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຊື່ອ​ໝັ້ນ ​ແລະ ຄວາມ​ສະໜັບສະໜູນ​ຂອງ​ປະຊາຊົນ​ ຕໍ່​ກັບ​ບັນດາ​ນະ​ໂຍບາຍ​ທີ່​ຖືກຕ້ອງ​ຂອງ​ພັກ ​ແລະ ລັດ.

ຮັກສາ​ສິ່ງ​ແວດ​ລ້ອມ​ສັນຕິພາບ, ປົກ​ປັກ​ຮັກສາ​ອຳນາດ​ອະທິປະ​ໄຕ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ບັນດາ​ສິດທິ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງຫວຽດນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ - ຜົນງານ​ອັນ​ສຳຄັນ​ຂອງ​ການ​ສົມທົບ​ລະຫວ່າງ​ການ​ທູດ - ການ​ປ້ອງ​ກັນ​ປະ​ເທດ - ການ​ປ້ອງ​ກັນ​ຄວາມ​ສະຫງົບ.

ຕໍ່ໜ້າ​ການ​ກະທຳ​ການ​ເມືອງ​ແບບຜະ​ເດັດ​ການ​ອຳນາດ​ບາດ​ໃຫຍ່, ບໍ່​ຫົວຊາ​ຕໍ່​ກົດໝາຍ​ສາກົນ, ລະ​ເມີດ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງຫວຽດນາມຢູ່​ທະ​ເລ​ຕາ​ເວັນ​ອອກ, ຫວຽດນາມ​ໄດ້​ເດັດດ່ຽວ​ຕໍ່ສູ້, ປົກ​ປັກ​ຮັກສາ​ອຳນາ​ອະທິປະ​ໄຕ ສິດທິ​ການ​ຄອບ​ຄອງ ​ແລະ ສິດ​ຕັດສິນ​ຂອງຫວຽດນາມຢູ່​ທະ​ເລ​ຕາ​ເວັນ​ອອກ ​ໄວ້​ຢ່າງ​ໝັ້ນຄົງ. ບັນດາ​ມາດ​ຕະການ​ຕໍ່ສູ້​​ໄດ້ຮັບການຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ ຮອບດ້ານ​ ໃນ​ບັນດາ​ຂົງ​ເຂດ​ການ​ເມືອງ-ການ​ທູດ, ກົດໝາຍ, ການ​ໂຄສະ​ນາ,... ​ແຜນ​ນະ​ໂຍບາຍ​ບຸລິມະສິດ​ຕໍ່ສູ້​ທາງ​ດ້ານ​ການ​ເມືອງ​ການ​ທູດ​ ເພື່ອ​ປົກ​ປັກ​ຮັກສາອຳນາດ​ອະທິປະ​ໄຕ​​ໃນ​ເຂດ​ທະ​ເລ ໝູ່​ເກາະ ​ໄດ້​ຮັບ​ການ​ຊາບ​ຊືມ. ນັບ​ແຕ່​​ມື້ ​ຈີນ​ນຳ​ເອົາ​ຮ້ານ​ຂຸດ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ເຂົ້າ​ມາ​ຕິດ​ຕັ້ງ​ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ (ວັນ​ທີ 2 ພຶດສະພາ) ຈົນ​ຮອດ​ມື້​ຖອນ​ຮ້ານ​ຂຸ​ດ​ເຈາະ​ນ້ຳມັນ​ນັ້ນ​ອອກ​ໄປ (ວັນ​ທີ 15 ກໍລະກົດ), ຫວຽດນາມ​ໄດ້​ດຳ​ເນີນ​ການ​ພົວພັນ ພົບ​ປະ ​ໂທລະສັບ​ໂທລະ​ສານ ການ​ພົວພັນ​ທາງ​ການ​ທູດ​ພາຍ​ໃຕ້​ຫຼາຍ​ຮູບ​ການ​ທີ່​ແຕກ​ຕ່າງ​ກັນ ຫຼາຍ​ກວ່າ 40 ຄັ້ງ​ກັບ​ຈີນ ຢູ່​ໃນ​ຫຼາຍ​ຂັ້ນ ຫຼາຍ​ຂະ​ແໜງ​ການ ຫຼາຍ​ເວທີ​ປາ​ໄສ, ​ໃນ​ທຸກ​ຊ່ອງ​ສາຍ​ພັກ ລັດ ສະພາ​ແຫ່ງ​ຊາດ ລັດຖະບານ ປະຊາຊົນ. ຫວຽດນາມ​ໄດ້​ເຊີດ​ຊູ​ຄວາມ​ເປັນ​ທຳ, ຕໍ່ສູ້​ຢ່າງ​ເດັດດ່ຽວດ້ວຍ​ສັນຕິ​ວິທີ, ຂົນຂວາຍ ​ແລະ ຍາດ​ແຍ່ງ​ເອົາ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ສະໜັບສະໜູນ​ຂອງ​ຫາງ​ສຽງ​ສາກົນ​ທີ່​ຄັດຄ້ານ​ການ​ກະທຳ ລະ​ເມີດ​ກົດໝາຍ​ສາກົນ; ປະກອບສ່ວນ​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ. ​ໃນ​ການ​ຕໍ່ສູ້​ດັ່ງກ່າວ​ນັ້ນ, ຫວຽດນາມ​ໄດ້​ເດັດດ່ຽວ​ຕໍ່ສູ້ ​ແລະ ປົກ​ປັກ​ຮັກ​ສາຊາວ​ປະມົງ​ໄດ້, ຮັບປະກັນ​ບັນດາ​ຜົນ​ປະ​ໂຫຍ​ດທາງ​ດ້ານ​ນ້ຳມັນ​ອາຍ​ແກ​ສ  ​ເສດຖະກິດ ​ແລະ ຕັ້ງໜ້າ​ພະຍາຍາມ​ຮັກສາ​ສະຖຽນ​ລະ​ພາບ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ. ພ້ອມ​ກັນ​ນັ້ນ, ຫວຽດນາມກໍ່​ເປັນ​ເຈົ້າ​ການ​ຮັກສາ​ການ​ພົວພັນ​ກັບ​ຈີນ, ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເຂົ້າ​ສູ່​ຄວາມເປັນປົກກະຕິ, ຊຸກຍູ້​ການ​ຮ່ວມ​ມື​ບົນ​ພື້ນຖານ​ກົດໝາຍ​ສາກົນ ​ແລະ ຄວາມ​ຕົກລົງ​ທະວິ​ພາຄີ.

ບັນດາ​ຜົນງານ​ອັນ​ສຳຄັນ​ຂອງ​ວຽກ​ງານການຕ່າງປະ​ເທດ​ປີ 2014 ​​ເປັນ​ການສະ​ແດງ​ອອກ​ເຖິງ​ສາຍ​ພົວພັນ​ສັດຈະ​ວິພາກຂອງ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ຖືກຕ້ອງ, ການ​ນຳພາ ຊີ້​ນຳ​ຢ່າງ​ໃກ້​ຊິດ​ຂອງ​ການ​ນຳຂັ້ນ​ສູງ​ພັກ ລັດ ສະພາ​ແຫ່ງ​ຊາດ ​ແລະ ​ລັດຖະບານ, ຄວາມ​ສະໜັບສະໜູນ​ຂອງ​ປະຊາຊົນ ​ແລະ ຂອງ​ຫາງ​ສຽງ​ສາກົນ, ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ການ​ຕ່າງປະ​ເທດ​ຂອງ​ພັກ ການ​ທູດ​ຂອງ​ລັດ ​ແລະ ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ປະຊາຊົນ, ຄວາມ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ບັນດາ​ກະຊວງ ຂະ​ແໜງ​ການ ​ແລະ ​ທ້ອງ​ຖິ່ນ, ພິ​ເສດ​ແມ່ນ​ການ​ທູດ - ການ​ປ້ອງ​ກັນ​ປະ​ເທດ - ການ​ປ້ອງ​ກັນ​ຄວາມ​ສະຫງົບ.

ທິດ​ທາງ​ຂອງ​ວຽກ​ງານການ​ຕ່າງປະ​ເທດ​ປີ 2015

ປີ 2015 ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ, ​ເປັນ​ປີ​ຂໍ​ກະ​ແຈ​ໃນ​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍ ໜ້າ​ທີ່ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ XI ຂອງ​ພັກ, ກະກຽມ​ໃຫ້ກອງ​ປະຊຸມ​ໃຫຍ່​ຄັ້ງທີ XII ​ແລະ ​ເປັນ​ປີ​ທີ່​ມີ​ການ​ເຄື່ອນ​ໄຫວສະ​ເຫຼີ​ມສະຫຼອງ​ວັນ​ສຳຄັນ​ຕ່າງໆ​ເຊັ່ນ: ວັນ​ສ້າງ​ຕັ້ງ​ພັກຄົບຮ​ອບ 85 ປີ, 125 ປີ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ, ວັນ​ສ້າງ​ຕັ້ງ​ປະ​ເທດ​ຄົບຮອບ 70 ປີ, ວັນ​ປົດປ່ອຍ​ພາກ​ໃຕ້ ຮ່ວມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບ​ຄົບຮອບ 40 ປີ. ສະພາບ​ການ​ໂລກແລະ​ພາກ​ພື້ນຈະ​ສືບ​ຕໍ່​ຜັນ​ປ່ຽນ​ຢ່າງ​ສັບສົນ. ບັນດາ​​ເຫດ​ບັງ​ເອີນທີ່​ກໍ່​ຄວາມ​ສັບສົນ ຄາດ​ຄະ​ເນ​ໄດ້​ຍາກ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ ຍ້ອນ​ການ​ແກ່ງ​ແຍ້​ງຊ່ວງ​ຊິງ​ກັນ​ດ້ານ​​ເຂດ​ແດນ ຊັບພະຍາກອນ, ຄວາມ​ຂັດ​ແຍ່ງ​ດ້ານຊົນ​ເຜົ່າ ສາສະໜາ, ລັດທິ​ແຍກ​ຕົວ​ອອກ, ລັດ​ທິ​ກໍ່​ການ​ຮ້າຍ, ບັນດາ​ການ​ກະທຳ​ການ​ເມືອງ​ແບບຜະ​ເດັດ​ການ​ອຳນາດ​ບາດ​ໃຫຍ່, ຄວາມ​ຜິປອງ​ນຳ​ໃຊ້ກຳລັງອາວຸດ ​ແລະ ນາບ​ຂູ່​​ໃຊ້​ກຳລັງອາວຸດ ເພື່ອປ່ຽນ​ແປງ​ລະບຽບດັ້ງ​​ເດີມ​ຂອງ​ພາກ​ພື້ນ ຍັງ​ຄົງ​ປະກົດ​ຢູ່​ຫຼາຍ​ບ່ອນ. ອຳນາດ​ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນຄົບ​ຖ້ວນ, ສິ່ງ​ແວດ​ລ້ອມ​ສັນຕິພາບ ສະຖຽນ​ລະ​ພາບຂອງຫວຽດນາມ ຍັງ​ຢືນ​ຢູ່​ຕໍ່ໜ້າ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງຕ່າງ​ໆ​ຫຼາຍ​ຢ່າງ. ການ​ຄາດ​ຄະ​ເນ​ກ່ຽວ​ກັບ​ແງ່​ຫວັງ​ເສດຖະກິດ​ໂລກ​ປີ 2015 ອາດ​ຈະ​ສ້າງ​ຄວາມປະ​ເອີ​ບ​ໃຈ​ກວ່າ​ປີກ່ອນ, ​ແຕ່​ກໍ່​ບໍ່​ແນ່​ໃຈ​ວ່າ​ຈະຟື້ນ​ຟູ​ໄດ້​ຢ່າງ​ໜັກ​ແໜ້ນ ​ໃນ​ເມື່ອ​ລ​ະບົບ​ເສດຖະກິດ​ໃຫຍ່ຫຼາຍ​ລະບົບ​ຍັງ​ມີ​ຄວາມ​ຫຍຸ້ງຍາກຫຼາຍ​ຢ່າງ; ການຕໍ່​ສູ້ທາງ​ດ້ານ​ລາຄາ​ນ້ຳມັນ, ການ​ອາລັກຂາ​ການ​ຄ້າ, ການຈຳ​ແນ​ກປະພຶດ​ໃນ​ການ​ພານິດ ​ແລະ ການ​ແກ່ງ​ແຍ້​ງກັນ​ດ້ານ​ການ​ພານິດ,... ຍັງ​ດຸ​ເດືອດ​ຢູ່. ບັນດາ​ບັນຫາ​ຄວາມ​ສະຫງົບທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ຄວາມ​ໝັ້ນຄົງ​ດ້ານ​ແຫຼ່ງນ້ຳ, ຄວາມ​ໝັ້ນຄົງ​ດ້ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ​ໂລກ​ເອ​ໂບລາ,... ນັບ​ມື້​ນັບ​ເປັນ​ສິ່ງ​ທ້າ​ທາຍ​ລະດັບ​ໂລກ, ມັນ​ຮຽກ​ຮ້າງ​ໃຫ້​ປະຊາ​ຄົມ​ໂລກ​ຕ້ອງ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ເພື່ອ​ກີດ​ກັ້ນ ​ແລະ ​ແກ້​ໄຂ. ​ໃນ​ສະພາບ​ດັ່ງກ່າວ​ນັ້ນ, ວຽກ​ງານ​ການ​ຕ່າງປະ​ເທດ​ປີ 2015 ຈະ​ຫັນ​ສູ່​ບັນດາ​ໜ້າ​ທີ່​ຈຸດ​ໜັກ​ໃຈກາງ​ດັ່ງ​ລຸ່ມ​ນີ້:

ທີ​ໜຶ່ງ, ສືບ​ຕໍ່​ຜັນ​ຂະຫຍາຍຢ່າງ​ມີ​ປະສິດທິ​ຜົນ ມະຕິ​ຕົກລົງ​ສະບັບ​ທີ 22 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ ​ແລະ ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 8 ສະ​ໄໝ​ທີ XI ວ່າ​ດ້ວຍ​​ແຜນຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ໃນ​ສະພາບ​ການ​ໃໝ່; ກະກຽມ​ເປັນ​ຢ່າງ​ດີ ​ເນື້ອ​ໃນ​ຕ່າງໆ​ກ່ຽວ​ກັບ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ ໃຫ້ແກ່ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ.

ທີ​ສອງ, ສືບ​ຕໍ່​ຍູ້​ແຮງ​ການ​ນຳ​ເອົາ​ສາຍ​ພົວພັນ​ກັບ​ບັນ​ດາ​ຄູ່​ຮ່ວມມື, ​ເປັນ​ຕົ້ນ​ແມ່ນ​ບັນດາປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ, ຄູ່​ຮ່ວມ​ຍຸດ​ທະ​ສາດ, ຄູ່​ຮ່ວມ​ຮອບດ້ານ ​ໃຫ້​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ, ​ເພີ່ມທະວີ​ຄວາມ​ໄວ້​ວາງ​ໃຈ ​ແລະ ​ແຊກ​ຊ້ອນ​ຜົນ​ປະ​ໂຫຍ​ດ; ປະກອບສ່ວນ​ຮັກສາ​ສິ່ງ​ແວ​ດລ້ອມສັນຕິພາບ ສະຖຽນ​ລະ​ພາບ, ປົກ​ປັກ​ຮັກສາ​ອຳນາດ​ອະທິປະ​ໄຕ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ໄວ້​ຢ່າງ​ໝັ້ນຄົງ.

ທີ​ສາມ, ​ເປັນ​ເຈົ້າ​ການ ຕັ້ງ​ໜ້າ​ຍູ້​ແຮງ​ການ​ຕ່າງປະ​ເທດ​ພະຫຸ​ພາຄີ ຊຶ່ງຈຸດ​ໜັກ​ໃຈກາງ​ແມ່ນ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມບັນດາ​ການ​ເຄື່ອນ​ໄຫວ​ຂອງ​ປະຊາ​ຄົມ​ອາ​ຊຽນ, ຍົກ​ສູງ​ຖານະ​ທີ່​ຕັ້ງ​ຂອງປະ​ເທດ​ເຮົາ​ໃນສະຫະ​ປະຊາ​ຊາດ ​ແລະ ບັນດາ​ອົງກາ​ນຈັດ​ຕັ້ງ ​ເວທີ​ປາ​ໃສ​ສາກົນ​ທີ່​ສຳຄັນ​ອື່ນ​ອີກ; ຈັດ​ຕັ້ງ​ກອງ​ປະຊຸ​ມສະມັດຊາ​ໃຫຍ່ ຂອງ​ສະຫະພັນ​ລັດຖະສະພາ​ສາກົນ ຄັ້ງທີ 132 (IPU-132) ທີ່ຮ່າ​ໂນ້ຍໃຫ້ໄດ້ຮັບຜົນສຳເລັດ; ຕັ້ງໜ້າ​ກຽມຄວາມ​ພ້ອມ​ເພື່ອ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ​ຂັ້ນ​ສູງ ​ເອ​ເປັກ ​ໃນ​ປີ 2017; ຂົນຂວາຍ​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກບໍ່​ຖາວອນ ຂອງ​ຄະນະ​ມົນຕີ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດສະ​ໄໝ 2020 - 2021...

ທີ​ສີ່, ຜັນ​ຂະຫຍາຍການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ຢ່າງ​ຄົບ​ຊຸດ ​ແລະ ຮອບດ້ານ ​ໃນ​ທຸກ​ຂົງ​ເຂດ​ທະວິ​ພາຄີ ​ແລະ ພະຫຸ​ພາຄີ; ການ​ທູ​ດການ​ເມືອງ ການ​ທູດ​ເສດຖະກິດ ການທູດວັດທະນະທຳ, ວຽກ​ງານ​ຕໍ່​ກັບ​ຊາວຫວຽດນາມຢູ່​ຕ່າງປະ​ເທດ, ປົກ​ປ້ອງ​ພົນລະ​ເມືອງ, ສື່​ຂ່າວ​ໂຄສະນາ​ການ​ຕ່າງປະ​ເທດ ​ແລະ ວຽກ​ງານ​ການ​ຕ່າງປະ​ເທດທ້ອງ​ຖິ່ນ; ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ການ​ຕ່າງປະ​ເທດ​ຂອງ​ພັກ ການ​ທູດ​ຂອງ​ລັດ ​ແລະ​ ການຕ່າງປະ​ເທດ​ປະຊາຊົນ; ຍົກ​ສູງ​ຖານະ​ທີ່​ຕັ້ງ ​ແລະ ອິດ​ທິພົນ​ຂອງຫວຽດນາມ​ໃນ​ເວທີ​ສາກົນ.

ປີ 2014, ການ​ທູດຫວຽດນາມ​ໄດ້​ສຳ​ເລັດ​ຢ່າ​ງດີ​ເດັ່ນ ໜ້າ​ທີ່​ທີ່​ພັກ ​ແລະ ປະຊາຊົນ​ມອບ​​ໃຫ້, ສະ​ແດງ​ອອກ​ເຖິງຖານະ​ທີ່​ຕັ້ງໃໝ່​ໃນ​ສະ​ໄໝ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່. ດ້ວຍ​ສະຕິ​ປັນຍາ ​ແລະ ຄຸນສົມບັດ​ຫຼັກ​ໝັ້ນ​ອັນ​ກ້າ​ແກ່ນ, ການ​ທູດຫວຽດນາມ​ໄດ້​ປະສານ​ສົມທົບ​ກຳລັງ​ແຮງ​ຂອງ​ຊາດ ກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ, ຮັບ​ໃຊ້​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ ​ແລະ ຂອງຊາດ. ຊາດຫວຽດນາມ ໝັ້ນ​ໃຈ​ກ້າວ​ເຂົ້າ​ສູ່​ປີ 2015 ດ້ວຍ​ຄວາມ​ຕັດສິນ​ໃຈ​ປະຕິບັດ​ໜ້າ​ທີ່​ຕ່າງໆ ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ​ວາງ​ອອກ​ມາ​​ໃຫ້ສຳ​ເລັດ​ມີ​ໄຊ, ປັບປຸງ​ພື້ນຖານ​ໃຫ້​ແກ່​ການ​ປະຕິບັດ​ບັນດາ​ໜ້າ​ທີ່​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ​ໃນ​ໄລຍະ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງກວ່າ​ອີກ./.

ຂຽນ​ໂດຍ ຝ້າ​ມບິ່ງ​ມິ​ງ,
ກຳມະການ​ສູນ​ກາງ​ພັກ,
ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ

 

(1) ທະນາຄານ​ໂລກ (WB), ກອງ​ທຶນ​ການ​ເງິນ​ສາກົນ (IMF), ອົງການ​ຈັດ​ຕັ້ງ​ການ​ຮ່ວມ​ມືພັດທະນາ​ເສດຖະກິດ (OECD) ​ແລະ ທະນາຄານ​ພັດທະນາ​ອາຊີ (ADB) ລ້ວນ​ແຕ່​ລົດ​ການ​ຄາດ​ຄະ​ເນ​ຄວາມ​ເຕີບ​ໂຕ​ເສດຖະກິດ​ໂລກ​ລົງ​ທຽບ​ກັບ​ຕົ້ນ​ປີ. ຕາມ​ການ​ຄາດ​ຄະ​ເນ​ໃນ​ເດືອນ​ຕຸລາ 2014 ຂອງ IMF, ປີ 2014 ​ເສດຖະກິດ​ໂລກ​ຈະ​ເຕີບ​ໂຕ 3,3%, ຕ່ຳ​ກວ່າ​ການ​ຄາ​ດຄະ​ເນ​ 3,4% ໃນ​ເດືອນ​ກໍລະກົດ 2014; ບັນດາ​ປະ​ເທດ​ສະຫະພາບ​ເອີຣົບ (EU) ປະມານ 1,1%; ພູ​ມິພາກ​ອາຊີ - ປາຊີ​ຟິກປະມານ 6,2%, ​ໃນ​ນັ້ນ​ການ​ເຕີບ​ໂຕຂອງ​ເສດຖະກິດ​ຈີນຖືກ​ລົດ​ລົງ​​ເປັນ 7,4%; ​ເສດຖະກິດ​ລັດ​ເຊຍ​ພົບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ, ​ເຕີບ​ໂຕ​ພຽງ 0,2%; ​ເສດຖະກິດ​ຍີ່ປຸ່ນ​ຖືກ​ຊຸດ​ໂຊມ​ລົງອີກ​ຄັ້ງ, GDP ​ໄຕ​ມາດ​ທີ II ​ແລະ ​ໄຕ​ມາດ​ທີ III ຫລຸດ​ລົງ​ຢ່າງ​ລຽນຕິດ. ສະ​ເພາະ​ສະຫະລັດ​ອາ​ເມຣິກາ ຄວາມ​ເຕີບ​ໂຕ​ເສດຖະກິດ​ສູງ​ກວ່າ​ການ​ຄາດ​ຄະ​ເນ, ຄາດກະ​ໄດ້ 2,2% ທຽບ​ກັບ​ການ​ຄາດ​ຄະ​ເນ​ຕົ້ນ​ປີ​ແມ່ນ 2%.

(2) ​ໃນ​ການ​ຢ້ຽມຢາມ​ທີ່​ປະ​ເທດ​ຈີນ​ຢ່າງ​ເປັນ​ທາງ​ການ (​ເດືອນ​ພະຈິກ 2014) ຂອງທ່ານ ບ.​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມຣິກາ, ສອງ​ຝ່າຍ​ໄດ້​ບັນລຸ​ເຖິງ​ຄວາມ​ຕົກລົງ​ຕ່າງໆ​ ກ່ຽວ​ກັບການ​ຮ່ວມ​ມື​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ; ມ້າງ​ຮົ້ວ​ພາສີ​ສຸລະກາກອນ​ຕໍ່​ກັບ​ຜະລິດ​ຕະພັນ​ເຕັກ​ໂນ​ໂລ​ຢີສູງ 250 ປະ​ເພດ ຕາມສັນຍາ​ວ່າ​ດ້ວຍ​ເຕັກ​ໂນ​ໂລ​ຢີຂ່າວສານ (ITA) ຂອງ WTO; ຊຸກຍູ້​ບັນດາ​ມາດ​ຕະການ​ກໍ່ສ້າງ​ຄວາມ​ໄວ້​ວາງ​ໃຈ, ກໍ່​ຕັ້ງ​ກົນ​ໄກ​ແຈ້​ງຂ່າວ​ໃຫ້​ກັນຊາ​ບ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ​ຂະໜາດ​ໃຫຍ່ ​ແລະ ກໍ່ສ້າງປະມວນ​ຂໍ້​ກຳນົດ​ການ​ປະ​ພຶດ​ໃນ​ກໍລະ​ນີຕຳ​ກັນ​ເທິງ​ອາກາດ ​ແລະ ​ໃນ​ທະ​ເລ.

(3) ກໍລະນີ​ຈີນ​ນຳ​ເອົາ​ຮ້ານ​ຂຸດ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ເຂົ້າ​ມາ​ຕິດ​ຕັ້ງ​ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​​ເສດຖະກິດ​ພິ​ເສດ ​ແລະ ​ໄຫຼ່​ທະວີບ​ຂອງຫວຽດນາມ, ປັບປຸງຄູນສ້າງຫາດຊາຍຫາດຫີນຕ່າງໆ ຢູ່ໝູ່ເກາະເຈື່ອງຊາ,...