ວກ - ຕອນ​ເຊົ້າ​ວັນ​ທີ 30 ​ເມສາ 2015, ຢູ່​ທີ່​ນະຄອນ​ໂຮ່ຈີ​ມິນ​ໄດ້​ດຳ​ເນີນ​ພິທີ​ມິດ​ຕິງ ສວນສະໜາມ ​ແຫ່​ຂະ​ບວນ​ ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ປົດປ່ອຍ​ພາກ​ໃຕ້ ​ໂຮມ​ປະ​ເທດ​ຫວຽດນາມ​ເຂົ້າ​ເປັນ​ເອກະ​ພາບ ຄົບຮອບ 40 ປີ. ຕາງໜ້າ​ພັກ ລັດ ​ແລະ ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ສະຫາຍ​ຫງວຽນ​ເຕິ​ນຢຸງ ກຳມະການ​ກົມ​ການ​ເມືອງສູນ​ກາງ​ພັກ ນາຍົກລັດຖະມົນຕີ ​ແຫ່ງ​ສາທາລະນະ​ລັດ ສັງຄົມ​ນິຍົມ​ຫວຽດນາມ ​ໄດ້​ອ່ານ​ສຸນທອນພົດ​ໃນ​ພິທີ​ສະ​ເຫຼີ​ມສະຫຼອງ​ທີ່​ສຳຄັນ​ນີ້. ວາລະ​ສາກ​ອມມູນິດ​ຂໍ​ເປັນ​ກຽດ​ໄດ້​ແນະນຳ​ເນື້ອ​ໃນ​ຂອງ​ສຸນທອນພົດ​ດັ່ງກ່າວ.

ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ອ່ານສຸນທອນພົດໃນພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ ໂຮມປະເທດຫວຽດນາມເຂົ້າເປັນເອກະພາບ (ພາບ: VGP)

ມື້​ນີ້, ​ໃນ​ບັນຍາກາດອັນ​ຄຶກຄື້ນ​ລື່ນ​ເລີງຂອງ​ວັນ​ເດືອນ​ເມສາ​ອັນ​ເປັນ​ປະຫວັດສາດ, ທົ່ວ​ພັກ ທົ່ວ​ປວງ​ຊົນ ທົ່ວ​ກອງທັບ​ເຮົາ​​ເບີກບານ​ມ່ວນ​ຊື່ນ ​ເອກອ້າງ​ທະ​ນົງ​ໃຈ​ ຈັດ​ຕັ້ງພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ປົດ​ປ່ອຍ​ພາກ​ໃຕ້ ​​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະພາບ ຄົບຮອບ 40 ປີ ຢ່າງ​ສົມ​ກຽດ.

ຕາງໜ້າ​ພັກ ລັດ ​ແລະ ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຂ້າພະ​ເຈົ້າ​ຂໍ​ຝາກຄວາມ​ຮັກ​ແພງ​​ ຄວາມ​ຢ້ຽມຢາມ​ຖາມ​ຫາ​ອັນ​ສະໜິດສະໜົມ ​ແລະ ຄຳ​ອວຍ​ພວນ​ອັນ​ປະ​ເຊີດ​ທີ່​ສຸດ ມາ​ຍັງ​ບັນດາ​ສະຫາຍ​ນັກ​ປະຕິວັດ​ອາວຸ​ໂສ, ບັນດາ​ແມ່​ຫວຽດນາມ​ວິລະ​ຊົນ, ບັນດາ​ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ, ພະນັກ​ງານ ນັກຮົບ​ກອງທັບ​ປະຊາຊົນ ຕຳຫຼວດປະຊາຊົນ, ບັນດາ​ທ່ານ​ແຂກ​ສາກົນ​ທີ່​ຖືກ​ເຊີນ, ບັນດາ​ທ່ານ​ຜູ້​ແທນ ​ພ້ອມ​ດ້ວຍ​ພີ່ນ້ອງ​ຮ່ວມ​ຊາດ ​ແລະ ບັນດາສະຫາຍ​ໃນ​ທົ່ວ​ປະ​ເທດ.

ມະຫາ​ໄຊ​ໃນ​ລະດູບານ​ໃໝ່​ປີ 1975 ​ແມ່ນ​ໜ້າ​ປະຫວັດສາດ​ອັນ​ພິລະ​ອາດ​ຫານ​ໃນ​ປະຫວັດ​ການ​ກໍ່​ຕັ້ງ​ປະ​ເທດ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ອັນ​ຍິ່ງ​ໃຫຍ່​ຂອງ​ຊາດ​ເຮົາ. ພວກ​ເຮົາ​ໄດ້​ສຳ​​ເລັດພາລະ​ກຳ​ປະຫວັດສາດ​ອັນ​ສະຫງ່າ​ງາມ ນັ້ນ​ຄື​ປົດ​ປ່ອຍ​ພາກ​ໃຕ້​ໂດຍ​ສົມບູນ, ​ໂຮມ​ປະ​ເທດ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ, ນຳ​ເອົາ​ປະ​ເທດ​ເຮົາ​ເຂົ້າ​ສູ່​ສັງກາດ​ໃໝ່ - ສັງກາດ​ແຫ່ງ​ເອກະລາດ ​ເອກະ​ພາບ ​ແລະ ພ້ອມ​ກັນ​ກໍ່ສ້າງ​ປະ​ເທດ​ຫວຽດນາມ​ສັງຄົມ​ນິຍົມ ​ໃຫ້​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ ມີ​ປະຊາທິປະ​ໄຕ ຍຸດຕິ​ທຳ ​ແລະ ສີວິ​ໄລ.

​ໃນ​ກາລະ​ເວລາ​ອັນ​ສັກກະ​ລະ​ບູຊາ ສະ​ເທືອ​ນ​ໃຈ​ນີ້, ພັກ ລັດ ທົ່ວ​ປວງ​ຊົນ ທົ່ວ​ກອງທັບ​​ເຮົາສະ​ແດງ​ຄວາມ​ເຄົາລົບ ຄິດ​ຮອດ​ຄິດ​ເຖິງ ​ແລະ ຮູ້​ບຸນຄຸນ​ດ້ວຍ​ຄວາມບໍລິສຸດ​ໃຈ​ ຕໍ່​ທ່ານ​ປະທານ​ໂຮ່ຈີ​ມິນ​ຜູ້​ຍິ່ງ​ໃຫຍ່ - ຜູ້ນຳ​ທີ່​ປີ​ຊາ​ສາມາດ, ວິລະ​ຊົນ​ປົດ​ປ່ອຍ​ຊາດ, ນັກ​ວັດທະນະທຳ​ແຫ່ງ​ໂລກ - ຜູ້​ທີ່​ໄດ້​ເຮັດ​ໃຫ້​ຊາດ​ເຮົາ ປະ​ເທດ​ຫວຽດນາມ​ເຮົາ​ສະຫງ່າ​ລາສີ.

ພວກ​ເຮົາ​ຄິດ​ຮອດ​ຄິດ​ເຖິງ​ແລະ​ຮູ້​ບຸນຄຸນ​ຕະຫຼອດ​ໄປ ຕໍ່​ບັນ​ດາ​ທ່ານ​ຜູ້ນຳ ບັນພະບຸລຸດ​ທີ່​ດີ​ເດັ່ນ​ຂອງ​ພັກ - ຂອງ​ຊາດ, ບັນດາ​ວິລະ​ຊົນນັກຮົບ​ທີ່​ເສຍ​ຊີວິດ ​ແລະ ບັນດາ​ສະຫາຍ ປະຊາຊົນ​ທີ່​ໄດ້ຕໍ່ສູ້​ຢ່າງ​ພິລະ​ອາດ​ຫານ ​ໄດ້​ອຸທິດ​ຊີ​ວິດຂອງຕົນ​ໃຫ້​ແກ່​ພາລະກິດ​ການ​ຕໍ່ສູ້​ເພື່ອຄວາມ​ເປັນ​ເອກະລາດ ອິດ​ສະລະ​ພາບ ​ແລະ ​ເອກະ​ພາບ​ຂອງປະ​ເທດ​ຊາດ.

ຍາມ​ໃດ​ພວກ​ເຮົາ​ກໍ່​ຈາລຶກ​​ຄຸນງານ​ຄວາມ​ດີ ​ແລະ ຮູ້​ບຸນຄຸນບັນດາ​ສະຫາຍນັກ​ປະຕິວັດ​ອາວຸ​​ໂສ, ບັນດາ​ແມ່​ຫວຽດນາມ​ວິລະ​ຊົນ, ບັນດາ​ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ, ບັນດາ​ນັກຮົບ​ເສຍ​ອົງຄະ ນັກຮົບ​ເຈັບ​ເປັນ ຄອບຄົວ​ທີ່​ມີ​ຄຸນງາມຄວາມດີ​, ບັນດາ​ນັກຮົບ​ເກົ່າ ຊາວ​ໜຸ່ມ​ຕະລຸມບອນ​ເກົ່າ, ບັນດາ​ຄົນ​ງານ​ໄປ​ຮັບ​ໃຊ້​ແນວ​ໜ້າ ພ້ອມ​ດ້ວຍ​ພີ່ນ້ອງ​ສະຫາຍ​ໃນ​ທົ່ວ​ປະ​ເທດ, ພີ່ນ້ອງ​ຮ່ວມ​ຊາດ​ຢູ່​ຕ່າງປະ​ເທດ ທີ່​ໄດ້​ອຸທິດ​ເລືອດ​ເນື້ອ​ເຫື່ອ​ແຮງ ສະຕິ​ປັນຍາ ຄວາມ​ສາມາດ ຊັບ​ສິນ​ຂອງ​ຕົນ​ໃຫ້ການ​ຕໍ່ສູ້​ກູ້​ຊາດ​ອັນຍິ່ງ​ໃຫຍ່.

​ໃນ​ພິທີ​ສະ​ເຫຼີ​ມສະຫຼອງ​ອັນ​ຄຶກຄື້ນ​ນີ້, ອີກ​ເທື່ອໜຶ່ງພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ສຸດຈະລິດ​ໃຈ​ຕໍ່ບັນດາ​ປະ​ເທດ​ສັງຄົມ​ນິຍົມ, ​ເປັນ​ຕົ້ນ​ແມ່ນ​ສະຫະພາບ​ໂຊ​ວຽດ, ຈີນ; ບັນດາ​ລັດຖະບານ, ບັນດາ​ຂະ​ບວນການ, ບັນດາ​ອົງກາ​ນຈັດ​ຕັ້ງ ​ແລະ ປະຊາຊົນ​ຜູ້​ຮັກຫອມ​ສັນຕິພາບ ຄວາມ​ກ້າວໜ້າ​ໃນ​ໂລກ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ຢ່າງ​ສຸດ​ອົກ​ສຸດ​ໃຈ ​ແລະ ການຊ່ວຍ​ເຫຼືອອັນລ້ຳ​ຄ່າ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ການ​ຕໍ່ສູ້​ທີ່​ຖືກ​ສິນ​ທຳ, ຍາດ​ເອກະລາດ​ແຫ່ງ​ຊາດ ​ແລະ ຄວາມ​ເປັນ​ເອກະ​ພາບຂອງ​ປະ​ເທດ​ຫວຽດນາມ​ຂອງ​ພວກ​ເຮົາ.

ພາຍຫຼັງ​ທີ່​ການ​ຕໍ່ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງສຳ​ເລັດ​ສິ້ນ​ສຸດ​ລົງ​ດ້ວຍ​​ໄຊຊະນະສົມບູນ, ປະຊາຊົນ​ຫວຽດນາມ​ມີ​ສິດ​ປະຕິບັດ​ຄວາມ​ປາຖະໜາ​ອັນ​ສັກກະ​ລະ​ບູຊາ​ຂອງ​ຕົນ ນັ້ນ​ຄື ​ໄດ້ດຳລົງ​ຊີວິດ​ຢູ່​ໃນ​ປະ​ເທດ​ແຫ່ງ​ສັນຕິພາບ ​ເອກະ​ພາບ ​ເອກະລາດ ອິດ​ສະລະ​ພາບ ສົມບູນ​ພູນ​ສຸກ ​ແລະ ມີ​ການ​ພົວພັນ​ສະ​ເໝີ​ພາບ ມິດຕະພາບ​ກັບ​ໝົດ​ທຸກ​ປະ​ເທດ​ໃນ​ໂລກ. ​ແຕ່​ຈັກກະພັດ​ອາ​ເມ​ຣິ​ກາ​ໄດ້​ບັງອາດ​ນຳ​ເອົາ​ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​ໃໝ່​ມາ​ຍັດ​ໃສ່​ພາກ​ໃຕ້​ຫວຽດນາມ ​ເຮັດ​ໃຫ້​ມັນ​ກາຍ​ເປັນ​ຖານ​ທັບ​ທະຫານ​ຂອງ​ອາ​ເມຣິກາ, ​ໄດ້​ປາບ​ປານ​ການ​ປະຕິວັດ​ພາກ​ໃຕ້​ຢ່າງ​ໂຫດຮ້າຍ​ສາມານ ​ແລະ ດຳ​ເນີນສົງຄາມ​ທຳລາຍ​ພາກ​ເໜືອ. ຈັກກະພັດ​ອາ​ເມ​ຣິ​ກາ​ໄດ້​ກໍ່​ໂທດ​ກຳ​ອັນ​ປ່າ​ເຖື່ອນ​ບໍ່​ຈັກ​ວ່າ​ເທົ່າ​ໃດ, ກໍ່​ຄວາມ​ເສຍ​ຫາຍ ​ເຈັບ​ປວດທໍລະ​ມານ​ໃຈ​ບໍ່​ຈັກ​ວ່າ​ເທົ່າ​ໃດຕໍ່​ກັບພີ່​ນ້ອງ​ຮ່ວມ​ຊາດ​ເຮົາ ປະ​ເທດ​ເຮົາ. ປະ​ເທດ​ຊາດ​ຫວຽດນາມ​ໄດ້​ຜ່ານ​ສິ່ງ​ທ້າ​ທາຍ​ຮ້າຍ​ແຮງ​ທີ່​ສຸດຕ່າງໆນາໆມາ​ແລ້ວ​.

​ແຕ່​ວ່າ, ປະຊາຊົນ​ຫວຽດນາມບໍ່​ຢ້ານ​ເປັນອັນ​ຂາດ. ບໍ່​ມີ​ສິ່ງ​ໃດ​ທີ່​ປະ​ເສີດ​ເລີດ​ລ້ຳ​ກວ່າ​ຄວາມ​ເປັນ​ເອກະລາດ ອິດ​ສະລະ​ພາບ. ​ເຖິງ​ວ່າ​ຈະ​ຕ້ອງເສຍສະລະ​ທຸກ​ສິ່ງ​ທຸກ​ຢ່າງ ​ແຕ່​ເດັດຂາດ​ບໍ່​ຍອມ​ເສຍ​ປະ​ເທດ, ​ເດັດຂາດ​ບໍ່​ຍອມ​ເປັນ​ຂ້າ​ທາດ. ຄຳ​ຮຽກຮ້ອງ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ​ໄດ້​ກາຍ​ເປັນ​ຄຳ​ສັ່ງ​ອັນ​ສັກກະ​ລະ​ບູຊາ​ແຫ່ງ​ສະຕິ​ປັນຍາ ​ແລະ ໝາກ​ຫົວ​ໃຈ​ຂອງ​ຊາວ​ຫວຽດນາມ​ທຸກ​ຄົນ.

ພາຍ​ໃຕ້​ການ​ນຳພາ​ສະຫຼາດ​ສ່ອງ​ໃສ​ຂ​ອງ​ພັກ ​ແລະ ລຸງ​ໂຮ່ທີ່​ຮັກ​ແພງ, ທະຫານ​ແລະ​ປະຊາຊົນ​ເຮົາ​​ໃນທົ່ວ​ປະ​ເທດ​ ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ລຳບາກ​ບໍ່​ຈັກ​ວ່າ​ເທົ່າ​ໃດ, ​ໄດ້​ຕໍ່ສູ້ ​ເສຍ​ສະລະ​ຢ່າງອົງອາດ​ກ້າຫານ ​ເດັດດ່ຽວໜຽວ​ແໜ້ນ ​ແລະ ປະດິດ​ສ້າງ ຊຶ່ງ​ໄດ້ສ້າງ​ຜົນງານ​ການ​ສູ້​ຮົບ​ອັນ​ພິລະ​ອາດ​ຫານ, ຕີ​ໃຫ້​ອາ​ເມ​ລິ​ກາ​ຕ້ອງ​ປົບ​ໜີ, ຕີ​ໃຫ້​ພວກ​ຫຸ່ນ​ແຕກ​ທະລາ​ຍລົງ ຊຶ່ງ​ຍອດ​ສູງ​ແມ່ນ​ການ​ບຸກ​ໂຈມ​ຕີ​ແລະ​ລຸກ​ຮື​ຂຶ້ນ​ຂະໜາດ​ໃຫຍ່ ​ໃນ​ລະດູບານ​ໃໝ່​ປີ 1975, ສຳ​ເລັດ​ສິ້ນ​ສຸດ​ລົງ​ດ້ວຍ​ຍຸດທະ​ການ​ໂຮ່ຈີ​ມິນ ອັນ​ເປັນ​ປະຫວັດສາດ, ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມບູນ, ​ໂຮມ​ປະ​ເທດ​ເຂົ້າ​ເປັນ​ເອກະ​ພາບ, ພາກ​ເໜືອ - ພາກ​ໃຕ້​ໂຮມ​ຢູ່​ດ້ວຍ​ກັນ​ໃນ​ຄອບຄົວ​ໜຶ່ງ. ​ໃນ​ວັນ​ມະຫາ​ໄຊ ພີ່ນ້ອງ​ຮ່ວມ​ຊາດ​ເຮົາມີ​ຄວາມ​ມ່ວນ​ຊື່ນ​ລື່ນ​ເລີງ​ເຕັມ​ປ່ຽມ. ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ນີ້​ໄດ້​ເຮັດ​ໃຫ້​ເພື່ອນ​ມິດ ​ແລະ ປະຊາຊົນ​ຜູ້​ຮັກຫອມ​ສັນຕິພາບ​ໃນ​ທົ່ວ​ໂລກປຶ້ມ​ປິ​ຕິ​ຍິນ​ດີ.

​ໄຊຊະນະ​ຂອງ​ການ​ຕໍ່ສູ້​ຕ້ານ​ອາ​ເມຣິກາ​ເພື່ອກູ້​ຊາດ ​ແມ່ນ​ໄຊຊະນະ​​ຂອງ​ນ້ຳ​ໃຈ​ຮັກ​ຊາດ​ອັນ​ແຮງ​ກ້າ - ຄວາມມຸ່ງ​ມາດ​ປາຖະໜາ​ໃນ​ສັນຕິພາບ ​ເອກະລາດ ອິດສະຫຼະພາບ ​ແລະ ການ​ໂຮມ​ປະ​ເທດ​ເປັນອັນ​ໜຶ່ງ​ອັນ​ດຽວ ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ເຮົາ; ຂອງ​ແນວທາງ ​ແລະ ສິລະ​ປະການ​ທະຫານ​ຫວຽດນາມພາຍ​ໃຕ້​ການ​ນຳພາອັນ​ຖືກຕ້ອງ ສະຫຼາດ​ສ່ອງ​ໃສ ປະດິດ​ສ້າງ​ຂອງ​ພັກ​ເຮົາ; ຂອງ​ກຳລັງ​ແຮງ​ສັງ​ລວມ​ແຫ່ງ​ກຸ່ມ​ກ້ອນມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ; ຂອງ​ນ້ຳ​ໃຈ​ຈົງ​ຮັກ​ພັກດີ​ເດັດ​ຖານ ​ແລະ ຈິດ​ໃຈ​​ເດັດດ່ຽວສູ້​ຮົບ ​ເດັດຂາດ​ຍາດ​ເອົາ​ຊະນະ​ຂອງ​ບັນດາ​ກຳລັງ​ປະກອບ​ອາວຸດປະຊາຊົນ ດ້ວຍ​ການ​ບັນຊາທີ່​ຊຳນິ​ຊຳນານ​ຂອງ​ບັນດາ​ທ່ານ​ນາຍ​ພົນ​ທີ່​ເກັ່ງ​ກ້າ​ສາມາດ; ຂອງ​ນ້ຳ​ໃຈ​ມິດຕະພາບ ​ແລະ ການ​ສະໜັບສະໜູນ​ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງ ມີ​ປະສິດທິ​ຜົນ​ຂອງ​ເພື່ອນ​ມິດ​ໃນ​ໂລກ; ຂອງ​ສຳພັນ​ທະ​ພາບ​ສູ້​ຮົບ ຄຽງ​ບ່າ​ຄຽງ​ໄຫຼ່​ກັນ​ຕ້ານ​ສັດຕູ​ລວມຂອງ​ປະຊາຊົນ​ສາມ​ປະ​ເທດ​ຫວຽດນາມ, ລາວ, ກຳປູ​ເຈຍ.

ມະຫາ​ໄຊ​ໃນ​ລະດູບານ​ໃໝ່​ປີ 1975 ປົດ​ປ່ອຍ​ພາກ​ໃຕ້​ໂດຍ​ສົມບູນ ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບ ມີ​ຄວາມ​ໝາຍ​ປະຫວັດສາດ​ອັນ​ສຳຄັນ​ທີ່​ສຸດ. ລາຍ​ງານ​ການ​ເມືອງ​ອ່ານ​ໂດຍ​ສະຫາຍ​ເລຂາທິການ​ໃຫຍ່ ​ເລ​ຢວນ ທີ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ IV ຂອງ​ພັກ ວັນ​ທີ 14 ທັນວາ 1976 ​ໄດ້​ຢັ້ງຢືນ: “ວັນ​ເດືອນປີ​ຈະ​ຜ່ານ​ໄປ, ​ແຕ່​ໄຊຊະນະ​ຂອງ​ປະຊາຊົນ​ເຮົາ​ໃນ​ພາລະກິດ​ການ​ຕໍ່ສູ້​ຕ້ານ​ອາ​ເມຣິກາ​ເພື່ອ​ກູ້​ຊາດ ຈະ​ໄດ້​ຈາລຶກ​ໄວ້​ຕະຫຼອດ​ໄປ​ໃນ​ປະຫວັດສາດ​​ຂອງ​ຊາດ​ເຮົາ ​ເໝືອນ​ດັ່ງ​ໜຶ່ງ​ໃນ​ບັນດາໜ້າ​ປະຫວັດສາດ​ອັນ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ທີ່​ສຸດ, ​ເປັນ​ນິມິດ​ໝາຍ​ອັນ​​ສະຫວ່າງ​ສະ​ໄຫວ​ກ່ຽວ​ກັບ​ໄຊຊະນະ​ສົມບູນ ຂອງ​ລັດທິ​ວິລະ​ຊົນ​ປະຕິວັດ ​ແລະ ສະຕິ​ປັນຍາ​ມະນຸດ, ​ແລະ ​ເຂົ້າ​ສູ່​ປະຫວັດສາດ​ໂລກ​ເໝືອນ​ດັ່ງ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ໃນ​ການ​ຮົບ​ຂອງ​ສະຕະວັດ​ທີ XX, ​ເຫດການ​ທີ່​ມີ​ຄວາມ​ສຳຄັນ​ລະດັບ​ສາກົນ​ອັນ​ໃຫຍ່​ຫຼວງ ​ແລະ ມີ​ລັກສະນະ​ຍຸກ​ສະ​ໄໝ​ທີ່​ເລິກ​ເຊິ່ງ”.

ພາຍຫຼັງ​ທີ່​ໄດ້ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບູນ ​ແລະ ​ໂຮມ​ປະ​ເທດ​ເຂົ້າ​ເປັນ​ເອກະ​ພາບສຳ​ເລັດ​ແລ້ວ, ປະ​ເທດ​ເຮົາກໍ່​ຕ້ອງ​ປະ​ເຊີນ​ໜ້າກັບ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຮ້ອຍ​ແປດ​ພັນ​ປະການ. ພາຍ​​ໃຕ້​ການ​ນຳພາ​ຂອງ​ພັກ, ການ​ຄຸ້ມ​ຄອງ​ບໍລິຫານ​ຂອງ​ລັດ ​ແລະ ຄວາມ​ສາມັກຄີ​ເປັນ​ເອກະ​ພາບ ຄວາມ​ມານະ​ພະຍາຍາມ​ສູ້​ຊົນ​ຂອງ​ທົ່ວ​ປວງ​ຊົນ ທົ່ວ​ກອງທັບ, ພວມ​ເຮົາ​ໄດ້​ສຸມ​ກຳລັງ​​ເພື່ອແກ້​ໄຂ​ຜ່ານ​ຜ່າຜົນ​ຮ້າຍ​ອັນ​ໜັກໜ່ວງ​ຂອງ​ສົງຄາມ, ມ້າງ​ການ​ປິດ​ລ້ອມ​ຄວ້ຳ​ບາດ​ຂອງ​ສັດຕູ, ​ໄດ້​ສູ້​ຮົບ​ຢ່າງ​ອົງອາດ​ກ້າຫານ​ເພື່ອ​ປົກ​ປັກ​ຮັກສາ​ຊາຍ​ແດນ​ທາງ​ທິດ​ເໜືອ ​ແລະ​ຊາຍ​ແດນ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ໃຕ້, ຊ່ວຍ​ເຫຼືອ​ໃຫ້​ປະຊາຊົນ​ກຳປູ​ເຈຍ ຫລຸດ​ຜົ້ນອອກ​ຈາກ​ໄພ​ດັບ​ສູນ​ເຊື້ອ​ຊາດ ​ແລະ ດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່, ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ພາຍຫຼັງ​ເກືອບ 30 ປີ​ແຫ່ງ​ການ​ປະຕິບັດ​ແນວທາງ​ປ່ຽນ​ແປງ​ໃໝ່, ພວກ​ເຮົາ​ສາມາດບັນລຸ​ໄດ້ບັນດາຜົນ​ສຳ​ເລັດ​ອັນ​ໃຫຍ່​ຫຼວງ ມີ​ຄວາມ​ໝາຍ​ປະຫວັດສາດ. ປະ​ເທດ​ເຮົາ​ໄດ້​ຜົ້ນອອກ​ຈາກ​ສະພາບ​ການ​ດ້ອຍ​ພັດທະນາ, ກາຍ​ເປັນ​ປະ​ເທດ​ກຳລັງ​ພັດທະນາ​ທີ່​ມີ​ລາຍ​ໄດ້​ສະ​ເຫຼ່ຍປານ​ກາງ. ຄວາມ​ເຕີບ​ໂຕ​ເສດຖະກິດ​ສະ​ເຫຼ່ຍບັນລຸ​ເກືອບ 7% ຕໍ່​ປີ. ​ໂຄງ​ປະກອບ​ເສດຖະກິດ​ໄດ້​ຫັນປ່ຽນ​ຢ່າງ​ຕັ້ງໜ້າ, ມູນ​ຄ່າ​ການ​ຜະລິດອຸດສາຫະກຳ ​ແລະ​ ການ​ບໍລິການ​ໄດ້​ກວມ​ເອົາ 83% ​ໃນ​ຍອດ ຈີ​ດີ​ພີ. ຂະໜາດ ​ແລະ ຄວາມ​ສາມາດ​ຂອງ​ລະບົບ​ເສດຖະກິດ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ; ຈີ​ດີ​ພີ ​ໄດ້​ເພີ່ມ​ຂຶ້ນ​ທົບ 7 ​ເທົ່າ ​ແລະ ມູນ​ຄ່າ​ການ​ຄ້າ​ສົ່ງ​ນອກ​ເພີ່ມ​ຂຶ້ນ​ທົບ 200 ​ເທົ່າ. ຈີ​ດີ​ພີ​ປີ 2015 ຄິດສ​ະ​ເຫຼ່ຍຕໍ່​ຫົວ​ຄົນ​ ​ໄດ້ປະມານ 2.200 ​ໂດ​ລາ​ສະຫະລັດ. ​ໂຄງສ້າງ​ພື້ນຖານ​ເສດຖະກິດ - ສັງ​ຄົນ​ໄດ້​ຂະຫຍາຍຕົວ​ໄວ​ພໍ​ຄວນ ດ້ວຍ​ຫຼາຍ​ກິດຈະການ​ກໍ່ສ້າງ​ທັນ​ສະ​ໄໝ ຊຶ່ງ​ໄດ້​ສ້າງ​ໃບ​ໜ້າ​ໃໝ່​ໃຫ້​ແກ່​ປະ​ເທດຊາດ.

ຄວາມ​ກ້າວໜ້າ ຄວາມຍຸດຕິ​ທຳ​ທາງ​ດ້ານ​ສັງຄົມ, ການ​ພັດທະນາ​ວັດທະນະທຳ ​ແລະ ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ບັນລຸ​ໄດ້​ໝາກຜົນ​ອັນ​ຕັ້ງໜ້າ​ຫຼາຍ​ປະການ. ສະຫວັດດີ​ການ​ສັງຄົມ​ໄດ້​ຮັບປະກັນ​ໂດຍ​ພື້ນຖານ, ສະຫວັດດີ​ການ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ໄດ້​ຫລຸດ​ລົງ​ຢ່າງ​ແຮງ, ຍັງ​ເຫຼືອ​ບໍ່​ເຖິງ 6%. ມີ​ຫຼາຍ​ກວ່າ 98% ຈຳນວນ​ຄອບຄົວ​ໄດ້​ໃຊ້​ໄຟຟ້າຈາກລະບົບ​ໄຟຟ້າ​ແຫ່ງ​ຊາດ. ອາຍຸ​ໄຂ​ສະ​ເຫຼ່ຍຂອງ​ປະຊາຊົນ​ເພີ່ມ​ຂຶ້ນ ຈາກ 64,8 ປີ​ໃນ​ປີ 1986 ຂຶ້ນ​ເປັນ​ປະມານ 73,5 ປີ​ໃນ​ປີ 2015. ​ໄດ້​ປະຕິບັດ​ເປົ້າ​ໝາຍ​ພັດທະນາ​ສະຫັດ​ສະ​ວັດ​ຂອງ​ສະຫະ​ປະຊາ​ຊາດ​ລຳ​ເລັດກ່ອນ​ກຳນົດ​ເວລາ.

ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ຮັບ​ການ​ເພີ່ມ​ທະວີ, ອຳນາດ​ອະທິປະ​ໄຕ​ແຫ່ງ​ຊາດ​ໄດ້​ຮັກສາ​ໄວ້​ຢ່າງ​ໝັ້ນຄົງ. ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໄດ້​ຮັບ​ການ​ຍູ້​ແຮງ ​ແລະ ບັນລຸ​ຜົນ​ສຳ​ເລັ​ດອັນຕັ້ງໜ້າ​ຫຼາຍ​ຢ່າງ. ມາ​ເຖິງ​ປັດຈຸບັນ ປະ​ເທດ​ຫວຽດນາມ​ໄດ້​ມີ​ການ​ພົວພັນ​ທາງ​ການ​ທູດ ການ​ຄ້າ ​ແລະ ການ​ລົງທຶນ​ກັບ​ເກືອບ​ໝົດ​ທຸກ​ປະຊາ​ຊາດ ​ແລະ ອານາ​ເຂດ​ໃນ​ໂລກ; ປັດຈຸ​ບັນ ມີ​ຫຼາຍ​ກວ່າ 18.200 ​ໂຄງການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ ດ້ວຍ​ຈຳນວນ​ທຶນ​ຈົດ​ທະບຽນທັງ​ໝົດ 256 ຕື້​ໂດ​ລາ​ສະຫະລັດ. ບົດບາດ​ຖານະ ​ແລະ ອິດ​ທິພົນ​ຂອງ​ຫວຽດນາມ​ໃນ​ເວທີ​ໂລກ​ນັບ​ມື້​ໄດ້​ຮັບ​ການ​ຍົກ​ສູງ. ພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ຈິງ​ໃຈ ​ແລະ ຫວັງ​ທີ່​ສຸດ​ວ່າ​ຈະ​ສືບ​ຕໍ່ໄດ້​ຮັບ​ການສະໜັບສະໜູນ ຊ່ວຍ​ເຫຼືອ ​ແລະ ຮ່ວມ​ມືຢ່າງ​ມີ​ປະສິດທິ​ຜົນ​ຂອງ​ວົງ​ຄະ​ນາ​ຍາດ​ສາກົນ​.

ວຽກ​ງານ​ກໍ່ສ້າງ​ພັກ, ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ກົດໝາຍ, ກໍ່ສ້າງ​ລະບົບ​ການ​ເມືອງ​ໄດ້​ຮັບ​ການ​ຊຸກຍູ້ ​ແລະ ປະຊາທິປະ​ໄຕສັງຄົມ​ນິຍົມນັບ​ມື້​ໄດ້ເສີມ​ຂະຫຍາຍ. ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ​ໄດ້​ຮັບ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ.

​ໃນຊຸມປີທີ່​ຜ່ານ​ມາ, ຕໍ່ໜ້າ​ການ​ກະທົບ​ທາງ​ລົບຂອງ​​ວິ​ກິດ​ການ​ດ້ານ​ການ​ເງິນ ​ແລະ ຄວາມ​ເຊື່ອມ​ໂຊມຂອງ​ເສດຖະກິດ​ໂລກ, ພວກເຮົາຜັນ​ຂະຫຍາຍ​​ປະຕິບັດ​​ໄດ້ຈຸດໝາຍ​ກວດກາ​ຄວບ​ຄຸມໄພ​ເງິນ​ເຟີ້, ຮັກສາ​ຄວາມ​ໝັ້ນ​ຖ່ຽງຂອງ​ເສດຖະກິດ​ມະຫາ​ພາກ, ຮັກສາ​ຄວາມ​ເຕີບ​ໂຕ​ເສດຖະກິດ​ໃນ​ລະດັບ​ເໝາະ​ສົມ ​ແລະ ຮັບປະກັນ​ສະຫວັດດີ​ການ​ສັງຄົມ.

ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ໃນ​ຂົງ​ເຂດ​ຕ່າງໆ ​ໃນ 40 ປີ​ທີ່​ຜ່ານ​ມາ​ນັ້ນ ​ໄດ້​ສ້າງ​ພື້ນຖານ ​ແລະ ປະຖົມ​ປັດ​​ໄຈ​ອັນ​ປະ​ເສີດສຳຄັນ ເພື່ອ​ໃຫ້​ປະ​ເທດ​ເຮົາສືບ​ຕໍ່​ປ່ຽນ​ແປງ​ໃໝ່ ​ແລະ ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ ຮອບດ້ານ​ກວ່າ​ອີກ​ໃນ​ໄລຍະ​ໃໝ່.

ຄຽງ​ຂ້າງ​ບັນດາ​ຜົນສຳ​ເລັດ ​ແລະ ຄວາມ​ກ້າວໜ້າ​ທີ່​ກ່າວ​ມາ​ເທິງ​ນີ້, ພວກ​ເຮົາ​ກໍ່​ຕ້ອງ​ສັງ​ເກດ​ຕີ​ລາຄາ​ຢ່າງ​ເຂັ້ມ​ງວດ​ວ່າ: ​ເສດຖະກິດ - ສັງຄົມ​ຂະຫຍາຍຕົວ​ແຕ່​ຍັງ​ບໍ່​ທັນ​ສົມ​ຄູ່​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ. ການ​ສ້າງ​ຮາກຖານ​ເພື່ອນຳ​ເອົາ​ປະ​ເທດ​ເຮົາ​ໂດຍ​ພື້ນຖານ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝນັ້ນ ​ແມ່ນ​ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ. ຄຸນ​ນະພາ​ບການ​ເຕີບ​ໂຕ, ສິ່ງ​ແວດ​ລ້ອມ​ແຫ່ງ​ການທຸລະກິດ ​ແລະ ຄວາມ​ສາມາດແຂ່ງຂັນ​ຂອງ​ລະບົບ​ເສດຖະກິດ​ຍັງ​ຖືກ​ຈຳກັດ​ຫຼາຍ. ລະບຽບ​ກົດໝາຍ​ເສດຖະກິດ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ ຍັງ​ບໍ່​ທັນ​ກາຍເປັນ​ກຳລັງ​ໝູນ​ທີ່​ແຂງ​ແຮງ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ. ຄຸນ​ນະພາ​ບ​ແຫຼ່ງກຳລັງ​ຄົນ ​ແລະ ​ໂຄງ​ສ້າງ​ເສດຖະກິດ - ສັງຄົມ​ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ. ຄວາມ​ແຕກ​ໂຕນ​ກັນທາງ​ດ້ານ​ລະດັບ​ການພັດທະນາ​ເສດຖະກິດ​ ລະຫວ່າງ​ປະ​ເທດ​ເຮົາ ກັບ​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ​ໄດ້​ຫຍໍ້​ສັ້ນ​ເຂົ້າ​ຢ່າງ​ຊັກ​ຊ້າ. ວັດທະນະທຳ ສັງຄົມ ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຍັງ​ມີ​ຈຸດ​ອ່ອນ​ຫຼາຍ, ການ​ແກ້​ໄຂ​ຜ່ານ​ຜ່າ​ກໍ່​ຍັງ​ຊ້າ. ຊ່ອງ​ຫວ່າງ​ລະຫວ່າງ​ຮັ່ງມີ - ທຸກ​ຈົນ​ຍັງ​ຫ່າງ​ກັນ​ຫຼາຍ. ຄວາມ​ສັກສິດ ປະສິດທິ​ຜົນ​ໃນ​ການ​ນຳພາ ​ແລະ ຄຸ້ມ​ຄອງ​ເສດຖະກິດ - ສັງຄົມ ​ຍັງ​ມີ​ຄວາມ​ຈຳກັດ​ຫຼາຍ​ຢ່າງ. ລະ​ບົບການ​ເມືອງ​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່​​ແຕ່ບໍ່​ຄົບ​ຊຸດ, ກຳລັງ​ຄວາມ​ສາມາດ ​ແລະ ປະສິດທິ​ຜົນ​​ໃນການ​ເຄື່ອນ​ໄຫວຍັງ​ບໍ່​ເທົ່າ​ທຽມ​ກັບ​ລະດັບ​ໜ້າ​ທີ່. ສະພາບ​ການ​ເຊື່ອມ​ໂຊມ​ປ່ຽນ​ທາດ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ, ​ແບບ​ແຜນ​ດຳລົງ​ຊີວິດ​ຂອງ​ພະນັກງານ ສະມາຊິກ​ພັກ​ພາກສ່ວນ​ໜຶ່ງ ​ແລະ ​ໄພ​ອາດຍາ​ສິດ ສໍ້​ລາດ​ບັງ​ຫຼວງ ຄວາມ​ຟຸ່ມ​ເຟືອຍ ຍັງ​ບໍ່​ຖືກ​ຍູ້​ຖອຍ. ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມຂອງ​ພວກ​ເຮົາຍັງ​ມີ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ.

​ໃນ​ໄລຍະ​ໃໝ່​ແຫ່ງ​ການ​ພັດທະນາ, ໜ້າ​ທີ່​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໜັກໜ່ວງ​ທີ່​ສຸດ, ຊຶ່ງ​ມີ​ທັງ​ຄວາມ​ສະດວກ​ແລະ​ຄວາມຫຍຸ້ງຍາກ, ​ໂອກາດ​ດີ​ແລະ​ສິ່ງ​ທ້າ​ທາຍ​ແຊກ​ຊ້ອນ​ກັນ. ​​ໂດຍເສີມ​ຂະຫຍາຍ​ຈິດ​ໃຈ​​ແຫ່ງ​ມະຫາ​ໄຊ​ໃນ​ລະດູບານ​ໃໝ່​ປີ 1975, ທົ່ວ​ພັກ ທົ່ວ​ປວງ​ຊົນ ​ແລະ​ທົ່ວ​ກອງທັບ​ເຮົາ ຕັດສິນ​ໃຈ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ, ຕັ້ງໜ້າ​ພະຍາຍາມ​ສູ້​ຊົນ​ຍາດ​ແຍ່ງ​ເອົາ​ກາລະ​ໂອກາດ - ຄວາມ​ສະດວກ​ອຳນວຍ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ - ສິ່ງ​ທ້າ​ທາຍ, ປະຕິບັດ​ໃຫ້​ຈົນ​ໄດ້ ​ຄວາມ​ມຸ່ງ​ຫວັງ​ຂອງ​ລຸງ​ໂຮ່ທີ່​ເຄົາລົບ​ຮັກ: “ກໍ່ສ້າງ​ໃຫ້​ປະ​ເທດ​ເຮົາ​ໃຫຍ່​ໂຕ​ໂອ້​ຖົງກວ່າ ສວຍ​ງາມ​ກວ່າ” - ​ໃຫ້​ປະ​ເທດ​ຫວຽດນາມ​ເປັນ​ເອກະ​ພາບ ສັງຄົມ​ນິຍົມ, ປະຊາ​ຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ ມີ​ປະຊາທິປະ​ໄຕ ຍຸດຕິ​ທຳ ສີວິ​ໄລ ​ແລະ ​ເດັດດ່ຽວ​ປົກ​ປັກ​ຮັກສາ​ເອກະລາດ ອຳນາດ​ອະທິປະ​ໄຕ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ໄວ້​ຢ່າງ​ໝັ້ນຄົງ - ສົມ​ກຽດ​ກັບ​ຄວາມ​ເສຍ​ສະລະ​ອັນ​ໃຫຍ່​ຫຼວງ ສູງ​ສົ່ງ​ຂອງບັນດາ​ສະຫາຍ, ຂອງ​ພີ່ນ້ອງ​ຮ່ວມ​ຊາດ, ​ຂອງ​ບັນດາ​ວິລະ​ຊົນ ​ແລະ ນັກຮົບທີ່ໄດ້​ອຸທິດ​ຊີວິດ​ເພື່ອ​ຊາດ.

ທົ່ວ​ພັກ ທົ່ວ​ປວງ​ຊົນ ທົ່ວ​ກອງ​ທັບ - ພວກ​ເຮົາ​ແຕ່ລະຄົນ​ຈົ່ງ​ພ້ອມ​ກັນ​ເພີ່ມ​ທະວີ​ນ້ຳ​ໃຈ​ຮັກຊາດ​ຂຶ້ນ​ເຖິງ​ລະ​ດັບ​ສູງ; ຍູ້​ແຮງ​ການ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ ຄົບ​ຊຸດ; ​ເພີ່ມ​ທະວີ​ກຳລັງ​ແຮງ​ຂອງ​ກຸ່ມກ້ອນມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ; ກໍ່ສ້າງ​ພັກ ກໍ່ສ້າງ​ລັດ ກໍ່ສ້າງ​ລະບົບ​ການ​ເມືອງ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ; ຮັບປະກັນ​ສະຖຽນ​ລະ​ພາບ​ຄວາມ​ສະຫງົບ​ການ​ເມືອງ - ສັງຄົມ; ພັດທະນາ​ເສດຖະກິດ - ສັງຄົມ​ຢ່າງ​ໄວ ​ແລະ ໝັ້ນ​ທ່ຽງ; ສ້າງ​ຮາກ​ຖານ​ອັນ​ໜັກ​ແໜ້ນ​ເພື່ອ​ເຮັດ​ໃຫ້​ປະ​ເທດ​ເຮົາ​ໂດຍ​ພື້ນຖານ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ຢ່າງ​ໄວ.

ສືບ​ຕໍ່​ບູລະນະ​ລະບຽບ​ກົດ​ໝາຍຕະຫຼາດ ​ແລະ ໝູນ​ໃຊ້​ລະ​ບົບ​ເສດຖະກິດ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມຢ່າງ​ມີ​ປະສິດທິ​ຜົນ. ຮັບປະກັນ​ຄວາມ​ໝັ້ນ​ທ່ຽງ​ຂອງ​ເສດຖະກິດ​ມະຫາ​ພາກ. ຍູ້​ແຮງ​ການປະຕິບັດ “ສາມ​ການບຸກທະລຸ” ຍຸດ​ທະ​ສາດ​ໂດຍ​ຕິດ​ກັບການ​ຈັດ​ວາງ​ລະບົບ​​ເສດຖະກິດຄືນ​ໃໝ່, ປ່ຽນ​ແປງ​ໃໝ່​ຕົວ​ແບບ​ການ​ເຕີບ​ໂຕ​ເສດຖະກິດ, ຍົກ​ສູງ​ສະມັດ​ຕະພາບ ຄຸນ​ນະພາ​ບ ​ແລະ ຄວາມ​ສາມາດ​ແຂ່ງຂັນ. ລະດົມ​ບັນດາ​ແຫຼ່ງພະລັງ ​ແລະ ນຳ​ໃຊ້​ບັນດາ​ແຫຼ່ງພະລັງ​ຢູ່​ໃນ​ແລະ​ຕ່າງປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ​ສູງ​ສຸດ. ຂະຫຍາຍ​ວິ​ສາ​ຫະກິດ​ຫວຽດນາມ​ຢ່າງ​ແຂງ​ແຮງ. ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ປະຊາຊົນ​​ເປັນ​ເຈົ້າການ​ຂະຫຍາຍ​ການ​ຜະລິດ ທຸລະ​ກິດ​ຢ່າງ​ປະດິດ​ສ້າງ. ຍົກ​ສູງ​ລັກສະນະ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ລະ​ບົບ​ເສດຖະກິດ.

ພັດທະນາ​ເສດຖະກິດ​ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນກັບ​ປະຕິບັດ​ຄວາມ​ກ້າວໜ້າ ຄວາມ​ຍຸດຕິ​ທຳ​ສັງຄົມ, ພັດທະນາ​ວັດທະນະທຳ, ຮັກສາ​ສິ່ງ​ແວດ​ລ້ອມ, ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ທາງ​ດ້ານ​ດິນ​ຟ້າ​ອາກາດ ​ແລະ ຍູ້​ແຮງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຮັບປະກັນ​ສະຫວັດດີ​ການ​ສັງຄົມ, ຍົກ​ສູງ​ສະຫວັດດີ​ການ ​ແລະ ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ ຈິດ​ໃຈ​ຂອງ​ປະຊາຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ. ປະຕິບັດ​ເປັນ​ຢ່າງ​ດີ​ນະ​ໂຍບາຍ​ຕໍ່​ກັບ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ຊາດ.

ກໍ່ສ້າງ​ໃຫ້ພັກ​ເຮົານັບ​ມື້​ນັບ​ປອດ​ໃສ​ຂາວ​ສະອາດ ໝັ້ນຄົງ​ເຂັ້ມ​ແຂງ, ​ເປັນ​ຄຸນສົມບັດ​ສິນ​ທຳ ​ເປັນ​ສີວິ​ໄລ​ຢ່າງ​ແທ້​ຈິງ ຄື​ດັ່ງ​ຄວາມ​ມຸ່ງ​ຫວັງ​ຂອງ​ລຸງ​ໂຮ່. ຍົກ​ສູງ​ຄວາມ​ສາມາດ​ນຳພາ ກຳລັງ​ສູ້​ຮົບ​ຂອງ​ພັກ ​ແລະ ປ່ຽນ​ແປງ​ໃໝ່​ແບບ​ວິທີ​ນຳພາ - ກຳ​ອານາ​ດຂອງ​ພັກ. ສືບ​ຕໍ່​ປັບປຸງ​ບູລະນະ​ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ, ຮັບປະກັນ​ສິດທິ​ມະນຸດ ສິດທິ​ພົນລະ​ເມືອງ ​ແລະ ​ເສີມ​ຂະຫຍາຍ​ສິດ​ເສລີພາບ ປະຊາທິປະ​ໄຕ​ຂອງ​ປະຊາຊົນ​ຢ່າງ​ແຂງ​ແຮງ. ຍູ້​ແຮງ​ການ​ປະຕິ​ຮູບການ​ບໍລິຫານ, ກໍ່ສ້າງ​ລະບົບ​ການ​ບໍລິຫານ​ທັນ​ສະ​ໄໝ ຊຳ​ນານ​ງານ ຂະຫຍັນ​ຂັນ​ແຂງ ມີ​ຄວາມ​ຮັບຜິດຊອບ, ຖື​ການ​ຮັບ​ໃຊ້​ປະຊາຊົນ ວິ​ສາ​ຫະກິດ ​ແລະ​ຮັບ​ໃຊ້​ຊາດ​ເປັນ​ຈຸດໝາຍ​ສູງ​ສຸດ.             

​ເສີມ​ຂະຫຍາຍ​ບົດບາດນຳ​ໜ້າ ​ເປັນ​ແບບຢ່າງ​ຂອງ​ພະນັກງານສະມາຊິກ​ພັກ ​ແລະ ຕໍ່ສູ້​ກີດ​ກັ້ນ ຍູ້​ຖອຍການ​ສໍ້​ລາດ​ບັງ​ຫຼວງ ຄວາມ​ຟຸມ​ເຟືອຍ, ພະຍາດ​ອາດຍາ​ສິດ, ຄວາມ​ເຊື່ອມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ ຄຸນສົມບັດ ​ແບບ​ແຜນ​ດຳລົງ​ຊີວິດ ​ຂອງ​ພະນັກງານ​ສະມາຊິກ​ພັກ; ຮັກສາ​ແລະ​ເພີ່ມ​ທະວີ​ຄວາມ​ເຊື່ອ​ຖື​ໃນ​ປະຊາ​ຊົນ, ປັບປຸງ​ສາຍ​ພົວພັນ​​ໃກ້ຊິດສະໜິດ​ແໜ້ນ ​ແລະ ຄວາມ​ຜູກ​ພັນ​ແບບ​ເລືອດ​ເນື້ອລະຫວ່າງ​ພັກ​ກັບ​ປະຊາຊົນ, ລະຫວ່າງ​ປະຊາຊົນ​ກັບ​ພັກ, ຍ້ອນ​ວ່າ​ນີ້​ແມ່ນ​ບໍ່​ເກີດ​ແຫ່ງ​ກຳລັງ​ແຮງຂອງ​ພັກ​ເຮົາ. ປ່ຽນ​ແປງ​ໃໝ່​ເນື້ອ​ໃນ ​ແບບ​ວິທີ​ການ​ເຄື່ອນ​ໄຫວ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ຂ​ອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງຄະ​ນະມະ​ຫາ​ຊົນ.

​ເພີ່ມ​ທະວີ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ. ຮັບປະກັນ​ອຳນາດ​ອະທິປະ​ໄຕ​ແຫ່ງ​ຊາດ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ຄວາມ​ປອດ​ໄພ​ທາງ​ສັງຄົມ. ກໍ່ສ້າງ​ກອງທັບ​ປະຊາຊົນ, ຕຳຫຼວດ​ປະຊາຊົນ ​ແລະ ທ່າ​ສະໜາມຮົບ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ, ທ່າ​ສະໜາມຮົບ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ​ທີ່​ໝັ້ນ​ຄົງເຂັ້ມ​ແຂງ.

ປະຕິບັດ​​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ສັນຕິພາບ ມິດຕະພາບ ການ​ຮ່ວມ​ມື ​ແລະ ພັດທະນາ ​ໃຫ້​ໄດ້ຢ່າງ​ມີ​ປະສິດທິ​ຜົນ ; ຫັນ​ການ​ພົວພັນ​ຕ່າງປະ​ເທດ​ເປັນ​ຫຼາຍ​ກ້ຳ​ຫຼາຍ​ຝ່າຍ ຫຼາຍ​ຮູບ​ຫຼາຍ​ແບບ, ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າຮ່ວມມື ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ເພື່ອ​ຜົນ​ປະ​ໂຫຍດຂອງຊາດ ຂອງ​ປະ​ເທດ. ສ້າງ​ສິ່ງ​ແວດ​ລ້ອມ ​ແລະ ​ເງື່ອນ​ໄຂ​ອັນ​ສະດວກ​ເພື່ອ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ດ້ວຍ​ມູນ​ເຊື້ອ​ພົວພັນ​ສັນຕິພາບ​ມິດຕະພາບ​ຂອງ​ຊາດ​ຫວຽດນາມ, ພວກ​ເຮົາ​ປະຕິບັດ​ແຜນ​ນະ​ໂຍບາຍ​ທີ່​ບໍ່​ມີ​ການ​ປ່ຽນ​ແປງ​ຄື ອັດ​ອະດີດຕະການ​ໄວ້ ຫັນ​ສູ່​ອະນາຄົດ - ຫວຽດນາມ​ເປັນ​​ເພື່ອນມິດ ​ເປັນ​ຄູ່​ຮ່ວມ​ງານ​ທີ່​ໄວ້​ວາງ​ໃຈ​ໄດ້, ​ເປັນ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ​ຂອງ​ວົງຄະນະ​ຍາດ​ສາກົນ; ຮ່ວມ​ມື​ຢ່າງ​ສະ​ເໝີ​ພາບ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ; ປະຕິບັດ​ຕາມ​ກົດ​ບັດ​ສະຫະ​ປະຊາ​ຊາດ; ​ເຄົາລົບ​ນັບຖື​ເອກະລາດ ອຳນາດ​ອະທິປະ​ໄຕ ຜືນ​ແຜ່ນດິນອັນຄົບ​ຖ້ວນ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ​ແລະ​ກັນ; ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສັນຕິພາບ ​ເອກະລາດ​ແຫ່ງ​ຊາດ ປະຊາທິປະ​ໄຕ ​ແລະ ຄວາມ​ກ້າວໜ້າ​ທາງ​ສັງຄົມ​ໃນ​ໂລກ.

ປະຕິບັດ​ຕາມ​ຄຳ​ສັ່ງສອນ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນທີ່​ວ່າ “ສາມັກຄີ, ສາມັກຄີ, ມະຫາ​ສາມັກຄີ. ສຳ​ເລັດ​ຜົນ, ສຳ​ເລັດ​ຜົນ, ສຳ​ເລັດ​ຜົນ​ຢ່າງ​ໃຫຍ່​ຫຼວງ”, ພີ່ນ້ອງ​ຮ່ວມ​ຊາດ​ເຮົາ​ຢູ່​ໃນ​ປະ​ເທດ ກໍ່​ຄື​ຢູ່​ຕ່າງປະ​ເທດ, ພວກ​ເຮົາ​ແຕ່ລະຄົນ​ຈົ່ງ​ເຊີດ​ຊູ​ຈິໃຈ​ແຫ່ງ​ຊາດ, ນ້ຳ​ໃຈ​ຮັກ​ຊາດ ຮັກ​​ເຊື້ອສາຍເຜົ່າ​ພັນ, ມູນ​ເຊື້ອ​ມະນຸດ​ສະ​ທຳ ອະນຸ​​ໂລມ, ບໍ່​ຈຳ​ແນ​ກອະດີດຕະການ, ຂ້າມ​ຜ່ານ​ຄວາມ​ແຕກ​ຕ່າງ​ກັນ, ພ້ອມ​ກັນ​ຮ່ວມ​ມື​ປອງ​ດອງ​ຊາດ, ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກ​ຄີ​ປວງ​ຊົນ, ທັງ​ໝົດ​ເພື່ອ​ປະ​ເທດ​ຫວຽດນາມ​ສັນຕິພາບ ​ເອກະ​ພາບ ​ເອກະລາດ ປະຊາທິປະ​ໄຕ ຮັ່ງມີ​ເຂັ້ມ​ແຂງ​ ຄື​ດັ່ງ​ຄວາມປະສົງ​ສຸດ​ທ້າຍ​ໃນ​ພິ​ໄນ​ກຳ​ອັນ​ສັກກະ​ລະ​ບູຊາ​ຂອງ​ລຸງ​ໂຮ່ທີ່​ເຄົາລົບ​ຮັກ.

ມື້​ນີ້, ພວກ​ເຮົາສະ​ເຫຼີ​ມສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້​ໂດຍ​ສົມບູນ ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບຄົບຮອບ 40 ປີ ​ແລະກໍ່​ເປັນ​ໂອກາດ​ສະ​ເຫຼີ​ມສະຫຼອງວັນ​ແຮງງານ​ສາກົນ ທີ 1 ພຶດສະພາ, ພວກ​ເຮົາ​ຂໍ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ​ແລະ ຂໍ​ສະ​ແດງ​ຄວາມ​ສາມັກຄີ​ກັບ​ຜູ້​ອອກ​ແຮງ​ງານ​ໃນ​ທົ່ວ​ໂລກ ທີ່​ໄດ້​ສະໜັບສະໜູນ ຊ່ວຍ​ເຫຼືອ​ຫວຽດນາມ ​ແລະ ພວນ​ຕໍ່ສູ້​ເພື່ອ​ສັນຕິພາບ ຄວາມ​ພັດທະນາ ຍຸດຕິທຳ ​ແລະ ຄວາມ​ກ້າວໜ້າ​​ໃນ​ໂລກ.

ພວກ​ເຮົາ​ສະ​ແດງ​ຄວາມ​ເຄົາລົບ​ນັບຖື ອວຍ​ໄຊ​ໃຫ້​ພອນ ຍ້ອງຍໍ​ຊົມ​ເຊີຍຢ່າງ​ສຸດ​ໃຈ ຕໍ່​ຜູ້​ອອກ​ແຮງ​ງານ​ທັງ​ໝົດ​ທີ່​ພວມ​ຫ້າວຫັນ​ຂະຫຍັນ​ເຮັດ​ວຽກ ອຸທິດ​ສະຕິ​ປັນຍາ​ແລະ​ເຫື່ອ​ແຮງ​ໃນ​ບັນດາ​ຂົງ​ເຂດ ຢູ່​ທົ່ວ​ທຸກ​ແຫ່ງ​ຫົນ​ຂອງ​ປະ​ເທດ ​ແລະ ຕໍ່​ພະນັກງານນັກຮົບ​ທີ່​ກຳ​ລັງ​ປົກ​ປັກ​ຮັກສາ​ຊາຍ​ແດນ ໝູ່​ເກາະ​ຂອງ​ປະ​ເທດ​ຊາດ ​ແລະ ຊີວິດ​ການ​ເປັນ​ຢູ່​ສັນຕິ​ສຸກ​ຂອງ​ປະຊາຊົນ.

ພັກ ລັດ ​ແລະ​ປະຊາຊົນ​ເຮົາ​ໄວ້​ເນື້ອ​ເຊື່ອ​ໃຈ​ໂດຍ​ສົມບູນຕໍ່​ຊາວ​ໜຸ່ມ​ຫວຽດນາມ ​ແລະ ສ້າງ​ເງື່ອນ​ໄຂຄວາມສະດວກ​ດີ​ທີ່​ສຸດ ​ເພື່ອ​ໃຫ້​​ໄວ​ໜຸ່ມ​ຫວຽດນາມ​ຫຼໍ່ລ້ຽງ​ຄວາມ​ຫວັງ ຄວາມ​ປາຖະໜາ, ຕະລຸມບອນ, ປະດິດ​ສ້າງ, ​ເປັນ​ເຈົ້າ​ວິທະຍາສາດ ​ເຕັດ​ໂນ​ໂລ​ຊີ​ທັນ​ສະ​ໄໝ, ພັດທະນາ​ວັດທະນະທຳ​ຢ່າງ​ບໍ່​ຢຸດ​ຢັ້ງ, ຍົກ​ສູງ​ຄຸນສົມບັດ ​ແບບ​ແຜນ​ດຳລົງ​ຊີວິດ, ສືບ​ທອດ​ພາລະກິດ​ປະຕິວັດ​ອັນ​ສະຫງ່າ​ງາມ​ຂອງ​ຮຸ່ນ​ພໍ່​ແມ່​ອ້າຍ​ເອື້​ອຍ​ຢ່າງ​ສົມ​ກຽດ, ​ນຳໜ້າ​ພາລະ​ກິດ​ການ​ປ່ຽນ​ແປງ​ໃໝ່ ​ແລະ ພັດທະນາ​ປະ​ເທດ, ພາ​ຊາດ​ເຮົາ - ປະ​ເທດ​ເຮົາ​ກ້າວໜ້າ​ພັດທະນາ​ພ້ອມ​ກັນກັບ​ຍຸກ​ສະ​ໄໝ.

ປີ 2015, ຫວຽດນາມ​ມີ​ວັນ​ບຸນມະ​ໂຫລານ ​ແລະ ​ເຫດການ​ທີ່​ສຳຄັນ​ຫຼາຍ. ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ສະຫງ່າ​ງາມ​ຂອງ​ຊາດ​ເຮົາ ຂອງ​ພັກ​ເຮົາ ຂອງ​ບັນດາ​ກຳລັງ​ປະກອບ​ອາວຸດ​ປະຊາຊົນຜູ້​ພິລະ​ອາດ​ຫານ ​ແລະ ຈິດ​ໃຈມະຫາ​ໄຊ​ໃນ​ລະດູບານ​ໃໝ່​ປີ 1975, ທົ່ວ​ພັກ ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ​ ຈົ່ງ​ຕັ້ງໜ້າ​ພະຍາຍາມ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ - ສັງຄົມ 5 ປີ 2011 - 2015 ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ​ສູງ​ສຸດ ​ແລະ ຈັດ​ຕັ້ງກອງ​ປະຊຸມ​ໃຫຍ່​ຄະນະ​ພັກ​ຂັ້ນ​ຕ່າງໆ, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ່ XII ຂອງ​ພັກຢ່າງ​ສຳ​ເລັດ​ຜົນ. ສູ້​ຊົນ​ປະຕິບັດ​ຢ່າງ​ສຳ​ເລັດ​ມີ​ໄຊ ​ບັນດາຈຸດ​ໝາຍ ໜ້າ​ທີ່ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ທີ່​ສຳຄັນ - ສະຫງ່າ​ງາມ ​ໃນ​ໄລຍະ​ໃໝ່​ແຫ່ງ​ການ​ພັດທະນາ ທີ່​ໂຄງການ​ການ​ເມືອງ​ຂອງ​ພັກ ​ແລະ ລັດຖະທຳ​ມະນູນ​ໄດ້​ວາງ​ອອກ​ມາ.

ຈິດ​ໃຈ​ແຫ່ງ​ມະຫາ​ໄຊ​ໃນ​ລະດູບານ​ໃໝ່​ປີ 1975 ຍືນ​ຍົງ​ຄົງ​ຢູ່​ຕະຫຼອດ​ການ!

ພັກກອມ​ມູນິດ​ຫວຽດນາມ​ທີ່​ສະຫງ່າ​ງາມ ໝັ້ນຍືນ!

ປະ​ເທດສາທາລະນະ​ລັດ ສັງຄົມ​ນິຍົມຫວຽດນາມ​ ໝັ້ນຍືນ!

ທ່ານ​ປະ​ທານ​ໂຮ່ຈີ​ມິນ​ຜູ້​ຍິ່ງ​ໃຫຍ່ ມີ​ຊີວິດ​ຢູ່​ຕະຫຼອດ​ໄປ​ໃນ​ພາລະກິດ​ຂອງ​ພວກ​ເຮົາ!

​ໂດຍ: ຫງວຽນ​ເຕິ​ນຢຸງ
ກຳມະການກົມ​ການ​ເມືອງ, ນາຍົກລັດຖະມົນຕີ

ປະ​ເທດສາທາລະນະ​ລັດ ສັງຄົມ​ນິຍົມຫວຽດນາມ

 

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 871 (​ເດືອນ​ພຶດສະພາ 2015)