ວ.ກ - ຜ່ານ​ໄລຍະ​ເວລາ 85 ປີ​ແຫ່ງ​ການ​ກໍ່ສ້າງ ​ແລະ ​ເຕີບ​ໃຫຍ່​ເຂັ້ມ​ແຂງ, ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຂະຫຍາຍ​ແລະ​ໝູນ​ໃຊ້ ​ລັດທິ​ມາກ - ​ເລ​ນິນ​ ເຂົ້າ​ໃນ​ພຶດຕິ​ກຳ​ຫວຽດນາມ​ ຢ່າງປະດິດ​ສ້າງ. ​ໃນ​ຂົງ​ເຂດ​ພັດທະນາ​ເສດຖະກິດ, ພັກ​ໄດ້​ຜ່ານ​ພາກ​ພຶດຕິ​ກຳ ​ແລະ ບົນ​ພື້ນຖານສະຫລຸບສັງ​ລວມພຶດຕິ​ກຳ ຄຸນ​ລັກພິ​ເສດສະ​ເພາະຂອງ​ຫວຽດນາມ ​ເພື່ອ​ແກ້​ໄຂ​ເປັນ​ຢ່າງ​ດີ ສາຍ​ພົວພັນ​ລ​ະຫວ່າງບັນດາ​ບັນຫາ​ທີ່​ມີ​ລັກສະນະ​ແຜ່​ຫລາຍ​ທົ່ວ​ໂລກ ​ແລະ ບັນດາ​ບັນຫາ​ພິ​ເສດສະ​ເພາະ​ແຫ່ງ​ຊາດ ​ໃນການ​ພັດທະນາລະບົບ​ເສດຖະກິດ​ຕະຫລາດ ກຳນົດ​ທິດ​ສັງຄົມ​ນິຍົມ ຢູ່​ຫວຽດນາມ.

ພາກສ່ວນໜຶ່ງຂອງນະຄອນ ໂຮ່ຈີມິນ ໃນປັດຈຸບັນ (ພາບ: TTXVN)

ບັນດາ​ຜົນສຳ​ເລັດ​ອັນ​ສຳຄັນ​ ​ໃນການຫັນ​ປະ​ເທດ​ຊາດເປັນ​ອຸດສາຫະກຳ ທັນ​ສະ​ໄໝ ພາຍຫຼັງ​ເກືອບ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່

ຜ່ານ​ເກືອບ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​​ໃໝ່, ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI (ປີ 1986) ​ມາເຖິງປັດຈຸບັນ, ພາຍ​ໃຕ້​ການນຳພາ​ຂອງ​ພັກ, ຫວຽດນາມ​ໄດ້​ຫັນປ່ຽນ​ຢ່າງ​ສຳ​ເລັດ​ຜົນ ຈາກ​ລະບົບເສດຖະກິດ​​ແບບແຜນການລວມສູນ ອາດຍາ​ສິດ​ເກື້ອກູນ ມາ​ເປັນ​ລະບົບ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ​ແລະ ບັນລຸ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ ມີ​ຄວາມ​ໝາຍ​ປະວັດ​ສາດ, ນຳ​ເອົາ​ປະ​ເທດ​ຫວຽດນາມອອກ​ຈາກ​ສະພາບ​ການ​ດ້ອຍ​ພັດທະນາ, ກ້າວ​ເຂົ້າ​ໃນ​ກຸ່ມ​ປະ​ເທດ​ກຳລັງ​ພັດທະນາ ທີ່​ມີ​ລາຍ​ໄດ້​ປານ​ກາງ, ພ້ອມ​ກັນ​ນັ້ນ​ ກໍ​ກໍ່ສ້າງ​ລະບົບ​ໂຄງ​ສ້າງ​ພື້ນຖານ​ອັນ​ຈຳ​ເປັນ​ຂຶ້ນ ​ເພື່ອ​ຮັບ​ໃຊ້​ໃຫ້​ຊີວິດ​ເສດຖະກິດ - ສັງຄົມ ​ແລະ ​ໃຫ້ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ. ລະບຽບ​ກົດໝາຍ​ເສດຖະກິດ, ພິ​ເສດ​ແມ່ນ​ລະບົບ​ກົດໝາຍ ​ແລະ ກົງຈັກ​​ຄຸ້ມ​ຄອງບໍລິຫານ ນັບມື້​ນັບ​ໄດ້​ຮັບ​ການ​ກໍ່ສ້າງ ປັບປຸງ​ບູລະນະ ຕາມ​ທິດ​ກ້າວໜ້າ ສອດຄ່ອງ​ເໝາະ​ສົມ. ວຽກ​ງານ​ການ​ຕ່າງປະ​ເທດ, ​ການເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ ​ແລະ ມີ​ປະສິດທິ​ຜົນ. ປະຊາທິປະ​ໄຕ​ໃນ​ສັງຄົມ​ສືບ​ຕໍ່​ໄດ້​ຮັບ​ການ​ເປີດ​ກວ້າງ. ການ​ເມືອງ - ສັງຄົມມີ​ສະຖຽນ​ລະ​ພາບ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ຮັກສາ​ຢ່າງ​ໝັ້ນຄົງ.

​ໂດຍ​ເລີ່​ມຈາກພື້ນຖານ​ເສດຖະກິດ​ກະສິກຳ​ຫຼ້າ​ຫຼັງ ທີ່​ຈຳນວນ​ຊາວນາ​ກວມ​ເຖິງ 90% ຂອງ​ປະຊາກອນທັງ​ໝົດ, ພວກ​ເຮົາ​ໄດ້​ກໍ່ສ້າງ​ພື້ນຖານ​ວັດຖຸ - ​ເຕັກນິກ ພ້ອມ​ດ້ວຍ​ໂຄງ​ສ້າງ​ພື້ນຖານ​ເສດຖະກິດ - ສັງຄົມ​ຂຶ້ນ​ມາ​ ເພື່ອ​ຕອບ​ສະໜອງ​ເທື່ອ​ລະ​ກ້າວ​​ໃຫ້​ແກ່​ການ​ຫັນ​ເປັນ​ອຸສາ​ຫະກຳ ທັນ​ສະ​ໄໝ, ສ້າງ​ສິ່ງ​ແວດ​ລ້ອມ​ດຶງ​ດູດ​​ແຫຼ່ງພະລັງ​ສັງຄົມ​ໃຫ້​ແກ່​ການ​ພັດທະນາ, ​ເຊິ່ງ​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ ຈຳນວນ​ທຶນ​ສັງຄົມທີ່​ໄດ້​ລົງ​ນັ້ນ​ ປີ​ໃດ​ກໍ​ບັນລຸ​ລະດັບກວ່າ 30% ຈີ​ດີ​ພີ. ທຽບ​ກັບ​ສະ​ໄໝ​ກ່ອນ​ການ​ປ່ຽນ​ແປງ​ໃໝ່, ຮູບ​​ໂສມ​ຂອງ​ປະ​ເທດ​ຊາດ​ໃນ​ປັດຈຸບັນ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ, ​ເສດ​ຖະກິດ​ມີ​ລະດັບ​ການ​ເຕີບ​ໂຕ​ໄວ​ພໍ​ຄວນ, ກຳລັງ​ບົ່ມ​ຊ້ອນ ​ແລະ ຂະໜາດ​ການ​ຜະລິດ​ເສດຖະກິດ​ໄດ້​ເພີ່ມ​ຂຶ້ນ (ບັນລຸ​​ລາຍ​ໄດ້​ປານ​ກາງ​ລະດັບຕ່ຳ), ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປົວ​ແປງ​​ໃຫ້​ດີ​ຂຶ້ນເທື່ອ​ລະ​ກ້າວ; ພ້ອມ​ກັນ​ນັ້ນ ​ກໍ​ໄດ້​ສ້າງ​​ຄວາມ​ຕ້ອງການ ແລະ ກຳລັງ​ຂັບ​ເຄື່ອນ​ການ​ພັດທະນາ ​ໃຫ້​ທຸກ​ຂົງ​ເຂດຂອງ​ຊີວິດ​ສັງຄົມ, ຖັນ​ແຖວ​ນັກ​ທຸລະ​ກິດ ນັກວິ​ສາ​ຫະກິດ​ໄດ້​ກາຍເປັນກຳລັງ​ທີ່​ສຳຄັນ ​ເພື່ອ​ປະຕິບັດ​ແນວທາງຫັນ​ປະ​ເທດ​ຊາດ​ເປັນ​ອຸດສາ​ຫະກຳ ທັນ​ສະ​ໄໝ.

      ກ່ຽງ​ກັບ​ຄວາມ​ເຕີບ​ໂຕ​ເສດຖະກິດ, ​ໃນ​ຕະຫຼອດ​ເວລາ​ເກືອບ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ທີ່​ຜ່ານ​ມາ, ​ເສດຖະກິດ​ຫວຽດນາມ​ໄດ້​ບັນລຸ​ຄວາມ​ໄວ​ໃນ​ການ​ເຕີບ​ໂຕສູງ​ກວ່າ​ຢ່າງ​ຂາດ​ຂັ້ນ​ ທຽບ​ກັບສະ​ໄໝກ່ອນ​ການ​ປ່ຽນ​ແປງ​ໃໝ່ ​ແລະ ຖື​ກຈັດ​ເຂົ້າ​ໃນ​ກຸ່ມ​ປະ​ເທດທີ່​ມີ​ການ​ເຕີບ​ໂຕ​ເສດຖະກິດ​ສູງ​ໃນ​ໂລກ. ຂະໜາດ​ການ​ຜະລິດ​ເສດຖະກິດ​ເພີ່ມຂຶ້ນ​ໄວ ​ແລະ ສູງ, ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ຮອດ​ປີ 2014 ​ໄດ້​ບັນລຸ​ປະມານ 184 ຕື້​ໂດ​ລາ​ສະຫະລັດ. ​ແຕ່​ປີ 2008, ດ້ວຍ​ມູນ​ຄ່າ ຈີ​ດີ​ພີ ສະ​ເຫຼ່ຍຕໍ່​ຫົວ​ຄົນ​ໄດ້ 1.047 ໂດ​ລາ​ສະຫະລັດ (ລາຄາ​ຕົວ​ຈິງ), ຫວຽດນາມ​ໄດ້​ພົ້ນ​ອອກ​ຈາກ​ກຸ່ມ​ປະ​ເທດ​ກຳລັງ​ພັດທະນາ​ທີ່​ມີ​ລາຍ​ໄດ້​ຕ່ຳ ​ເພື່ອ​ເຂົ້າ​ຮ່ວມ​ໃນ​ກຸ່ມ​ປະ​ເທດ​ກຳລັງ​ພັດທະນາ​ທີ່​ມີ​ລາຍ​ໄດ້​ປານ​ກາງລະດັບ​ຕ່ຳ. ສະ​ເພາະ​ໃນ​ໄລຍະ​ແຕ່​ປີ 2011 ຫາ​ປີ 2013, ຕົວ​ແບບ​ການ​ເຕີ​ບໂຕ​ໄດ້​ມີ​ການ​ຫັນປ່ຽນ​ເບື້ອງ​ຕົ້ນ ຈາກ​ການ​ເຕີບ​ໂຕ​ຕາມ​ລວງ​ກວ້າງ ມາ​ເປັນ​ການ​ເຕີບ​ໂຕ​ຕາມ​ລວງ​ເລິກ ​ເຊິ່ງ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ຄຸນ​ນະພາ​ບຂອງ​ການ​ເຕີບ​ໂຕ. ປະສິດທິ​ຜົນ​ການ​ນຳ​ໃຊ້​ທຶນ​ໄດ້​ຮັບ​ການ​ປົວ​ແປງ​ດີກ​ວ່າ​ເກົ່າ, ອັດຕາ​ສ່ວນ​ທຶນສົ້ນ​ອອກ (Incremental Capital - Output Ratio: ICOR) ​ໄດ້ລົດ​ລົງ​ຈາກ 6,96 (​ໄລຍະ​ປີ 2006 - 2010) ລົງ​ເປັນ​ປະມານ 6,5 (​ໄລຍະ​ປີ 2011 - 2015). ກຳລັງ​ການ​ຜະລິດມີ​ຄວາມ​ກ້າວໜ້າ​ຫຼາຍຢ່າງ ນັບ​ທັງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ. ຄຸນ​ນະພາ​ບການ​ເຕິ​ບ​ໂຕ​ເສດຖະກິດ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ​ໃນ​ບາງ​ດ້ານ, ລະດັບ​ເຕັກນິກ​ການ​ຜະລິດ​ໄດ້​ຮັບ​ກາ​ຍົກ​ສູງຂຶ້ນ, ການ​ປະກອບສ່ວນ​ຂອງ​ປັດ​ໄຈ​ສະມັດ​ຕະພາບ​ສັງ​ລວມ (Total Factor Productivity - TFP) ​ເຂົ້າ​ໃນ​ຄວາມ​ເຕີບ​ໂຕ​ໄລຍະ​ປີ 2011 - 2015 ​ແມ່ນ​ປະມານ 24% - 25%. ອັດຕາ​ສ່ວນ​ຂອງ​ອຸດສາຫະກຳ​ປຸງ​ແຕ່ງ​ໃນ​ມູນ​ຄ່າ​ການ​ຜະລິດ​ອຸດສາຫະກຳ ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ, ອັດຕາ​ສ່ວນ​ຂອງ​ອຸດສາຫະກຳ​ຂຸດ​ຄົ້ນ​ຫລຸດຜ່ອນ​ລົງ​ເທື່ອ​ລະ​ກ້າວ. ການ​ສິ້ນ​ເປືອງ​ພະລັງງານ​ໄຟຟ້າ​ຫລຸດ​ໜ້ອຍ​ລົງ. ການ​ປະຕິບັດ​ສາມ​ການ​ບຸກທະລຸ​ຍຸດ​ທະ​ສາດ​ໄດ້ບັນລຸ​ຜົນງານ​ເບື້ອງ​ຕົ້ນ. ​ເສດຖະກິດ​ມະຫາ​ພາກ​ມີ​ສະຖຽນ​ລະ​ພາບ​ໂດຍ​ພື້ນຖານ. ອັດ​ຕາ​ຄວາມ​ເຕີບ​ໂຕ​ສະ​ເຫຼ່ຍ​ໃນ​ 4 ​ປີ (2011 - 2014) ບັນລຸ 5,82%, ສູງ​ກວ່າ​ລະດັບ​ຄວາມ​ເຕີບ​ໂຕ​ສະ​ເຫຼ່ຍຂອງ​ບັນດາ​ປະ​ເທດ ອາ​ຊຽນ ​ໃນ​ເວລາ​ດຽວ​ກັນ (1). ຈີ​ດີ​ພີ ສະ​ເຫຼ່ຍຕໍ່​ຫົວ​ຄົນ ​ປີ 2011 ​ແມ່ນ 1.517 ​ໂດ​ລາ​ສະຫະລັດ, ປີ 2012: 1.749 ​ໂດ​ລາ​ສະຫະລັດ, ປີ 2013: 1.908 ​ໂດ​ລາ​ສະຫະລັດ, ປີ 2014: 2.028 ​ໂດ​ລາ​ສະຫະລັດ. ​ໄພ​ເງິນ​ເຟີ້​ຖືກ​ຄວບ​ຄຸມ​ຈຳກັດ, ອັດຕາ​ເງິນເຟີ້​ໄດ້ຫລຸດ​ລົງ​ຢ່າງ​ໄວ ຈາກ​ລະດັບ 18,13% ​ໃນ​ປີ 2011 ຫລຸດລົງ​ເປັນ 6,81% ​ໃນ​ປີ 2012, ລົງ 6,04% ​ໃນ​ປີ 2013 ​ແລະ ຍັງ​ເຫຼືອ​ປະມານ 3% ​ໃນປີ 2014.

ຄວາມ​ມານະ​ພະຍາ​ຍານ​ປ່ຽນ​ແປງ​ໃໝ່​ໃນ​ຕະຫຼອດ​ເວລາ​ທີ່ຜ່ານ​ມາ​ໄດ້​ຊ່ວຍ​ໃຫ້ ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ​ເລື້ອຍໆ, ຍ້ອນ​ແນວ​ນັ້ນ​ຈຶ່ງ​ໄດ້​ດຶງ​ດູດ​ເອົາ​ເງິນ​ລົງ​ທຶນ​ນັບ​ມື້​ນັບ​ຫຼາຍ​ໃຫ້​ແກ່​ການ​ພັດທະນາ. ລວມຍອດ​ການ​ລົງທຶນ​ສັງຄົມ ກໍ່​ຄື​ອັດຕາ​ສ່ວນ​ເງິນ​ລົງທຶນ​ສັງຄົມ​ທຽບ​ກັບ ຈີ​ດີ​ພີ ​ໄດ້​ເພີ່ມ​ຂຶ້ນ​ເລື້ອຍໆ ​ແລະ ​ເພີ່ມ​ຂຶ້ນດ້ວຍ​ລະດັບ​ສູງ, ​ພິ​ເສດ ​ໃນ​ໄລຍະ​ປີ 2004 - 2009 ​ໄດ້​ຂຶ້ນ​ເຖິງ​ກວ່າ 40%, ຢູ່​ໃນ​ກຸ່ມ​ປະ​ເທດ​ທີ່​ມີ​ລະດັບ​ລົງທຶນ​ສູງ​ທີ່​ສຸດ​ໃນ​ໂລກ. ປີ 2014 ທຶນ​ທີ່​ລົງ​ເພື່​ອພັ​ດທະນາ​ທົ່ວ​ສັງຄົມຕາມ​ລາຄາຂອງ​ປີ​ດຽວ​ກັນ​ນັ້ນ ບັນລຸ​ໄດ້ 1.220 ພັນ​ຕື້​ໂດ່​ງ, ​ເພີ່ມ 11,5% ທຽບ​ກັບ​ປີ 2013 ​ແລະ ​ເທົ່າ​ກັບ 31% ຈີ​ດີ​ພີ, ​ໃນ​ນັ້ນ ທຶນ​ຂອງ​ພາກລັດ​ບັນລຸ 486,8 ພັນ​ຕື້​ໂດ່​ງ, ກວມ​ເອົາ 39,9% ລວມຍອດ​ທຶນ​ທີ່​ລົງ ​ແລະ ​ເພີ່ມ 10,1% ທຽບ​ກັບ​ປີ​ກ່ອນ; ທຶນ​ຂອງ​ພາກ​ເອກະ​ຊົນ​ໃນ​ປະ​ເທດ​ບັນລຸ 468,5 ພັນ​ຕື້​ໂດ່​ງ, ກວມ​ເອົາ 38,4% ​ແລະ ​ເພີ່ມ 13,6%; ທຶນ​ຂອງ​ຕ່າງປະ​ເທດ​ມາ​ລົງທຶນ​ໂດຍ​ກົງ​ບັນລຸ 265,4 ພັນ​ຕື້​ໂດ່​ງ, ກວມ​ເອົາ 21,7% ​ແລະ​ເພີ່ມ 10,5%.

​ໂຄງ​ປະກອບ​ເສດຖະກິດ​ມີ​ການ​ຫັນປ່ຽນ​ເບື້ອງ​ຕົ້ນ ຕາມ​ທິດ​ທັນ​ສະ​ໄໝ. ​ໂຄງ​ປະກອບ​ຂະ​ແໜງ​ການ​ເສດຖະກິດຫັນປ່ຽນ​ຕາມ​ທິດ​ ​ຂົງ​ເຂດ​ກະສິກຳຫລຸດຜ່ອນ​ລົງ, ​ຂົງ​ເຂດບໍລິການ ​ແລະ ອຸດສາຫະກຳເພີ່​ມ​​ຂຶ້ນ. ໂຄງ​ປະກອບພາກສ່ວນ​ເສດຖະກິດ​ສືບ​ຕໍ່​ຫັນປ່ຽນ​ຕາມ​ທິດ ​ເສີມ​ຂະຫຍາຍ​ກຳລັງ​ບົ່ມ​ຊ້ອນ​ຂອງ​ບັນດາ​ພາກສ່ວນ​ເສດຖະກິດ ​ແລະ ປະສານ​ສົມທົບ​ຫຼາຍ​ຮູບ​ການ​ກຳມະສິດ. ໂຄງ​ປະກອບ​ແຮງ​ງານ​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ ​ໂດຍ​ຕິດ​ແໜ້ນ​ກັບ​ວິວັດ​ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ. ໂຄງ​ປະກອບສິນຄ້າ​ສົ່ງ​ນອກ​ມີ​ການ​ປົວ​ແປງ​ດີ​ພໍ​ຄວນ. ລວມຍອດ​ມູນ​ຄ່າ​ສິນຄ້າ​ສົ່ງ​ນອກ​ເພີ່ມຂຶ້ນ​ຢ່າງ​ແຂງ​ແຮງ. ຜະລິດ​ຕະພັນ​ສົ່ງ​ນອກ​ບາງ​ປະ​ເພດ​ຂອງ​ຫວຽດນາມມີ​ປະລິ​ມານ​ຫຼາຍ ​ເຊິ່ງ​ໄດ້​ຈັດ​ໃນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ, ​ເຊັ່ນ ​ເຂົ້າສານ ກາ​ເຟ ຢາງພາລາ ໝາກຜິ​ກ​ໄທ ສິ່ງ​ທໍ. ການ​ສົ່ງ​ນອກ​ໄດ້​ຫັນປ່ຽນ​ຕາມ​ທິດ​ ເພີ່ມ​ອັດຕາ​ສ່ວນ​ຜະລິດ​ຕະພັນ​ອຸດສາຫະກຳຂຶ້ນ​ເທື່ອ​ລະ​ກ້າວ ​ແລະ ຄ່ອຍໆ​ຫລຸດຜ່ອນ​ອັດຕາ​ສ່ວນ​ຜະລິດ​ຕະພັນ​ກະສິກຳ​ລົງ, ລົດ​ຜະລິດ​ຕະພັນ​ວັດ​ຖຸດິບ​ລົງ​ເທື່ອ​ລະ​ກ້າວ... ບັນດາ​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຄ່ອຍໆ​ພົ້ນ​ອອກ​ຈາກສະພາບ​ການກະວົນກະວາຍ ​ຊັກ​ຊ້າ​ໃນ​ການ​ກຳນົດ​ທິດ​ທາງ​ພັດທະນາ ບົນ​ພື້ນຖານ​ຂຸດ​ຄົ້ນ​ທ່າ​ແຮງ​ປຽບທຽບ​ຂອງຂະ​ແໜງ​ການຕົນ, ທ້ອງ​ຖິ່ນຕົນ. ບັນດາ​ເຂດ​ເສດຖະກິດ​ຈຸດ​ໜັກ​​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ ​ເພື່ອ​ເປັນ​ກຳລັງ​ໝູນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ຕາມ​ເຂດ ພາກ ​ແລະ ທົ່ວ​ປະ​ເທດ. ຂະຫຍາຍ​ບັນດາ​ເຂດ​ເສດຖະກິດ ​ເຂດ​ອຸດສາຫະກຳ​ລວ​ມສູນ ​ເພື່ອ​ແນ​ໃສ່​ດຶງ​ດູດ​ເງິນ​ລົງທຶນ​ພັດທະນາ, ພ້ອມ​ກັນ​ນັ້ນ​ກໍກໍ່ຮ່າງສ້າງຮູບ​ບັນດາ​ເຂດປູກຝັງ​ສະ​ເພາະ​ຕົ້ນ​ປູກ ​​ແລະ ເຂດ​ລ້ຽງສັດ​ສະ​ເພາະ​ພັນ​ສັດ ທີ່​ຕິດ​ແໜ້ນ​ກັບ​ການ​ປຸງ​ແຕ່ງ​ອຸດສາຫະກຳ.

​ເບິ່ງ​ລວມ​ແລ້ວ, ບັນດາ​ຂະ​ແໜງ​ການ ບັນດາຂົງ​ເຂດ ຂອງ​ລະບົບ​ເສດຖະກິດ​ລ້ວນ​ແຕ່​ຂະຫຍາຍຕົວ​ດ້ວຍ​ບາດກ້າວ​ທີ່​ດີ​ພໍ​ຄວນ. ຂະ​ແໜງ​ການ​ອຸດສາຫະກຳ ​ແລະ ກໍ່ສ້າງ ສືບ​ຕໍ່​ຮັກສາ​ຄວາມ​ໄວ​ໃນການ​ເຕີບ​ໂຕໄດ້ຢ່າງ​ຕໍ່​ເນື່ອງ​, ຄວາມ​ໄວ​ໃນ​ການ​ຜັນ​ຂະຫຍາຍ​ການ​ນຳ​ໃຊ້​ຜົນສຳ​ເລັດ​ແຫ່ງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ກໍ່​ໄດ້​ມີ​ການປົວ​ແປງ. ຜະລິດ​ຕະພັນ​ອຸດສາຫະກຳນັບ​ມື້​ນັບຂະຫຍາຍຕົວດ້ວຍ​ຫຼາຍ​ຮູບ​​ແບບ ​ແລະ ຄຸນ​ນະພາ​ບດີ, ​ຄວາມ​ສາມາດ​ແຂ່ງຂັນ​ໄດ້​ຍົກ​ສູງຂຶ້ນ​ເທື່ອ​ລະ​ກ້າວ, ຮັບປະກັນ​ຄວາມ​ສະໜອງ-ຄວາມ​ຕ້ອງການ​ຂອງ​ລະບົບ​ເສດຖະກິດ, ຮັກສາ​ຕະຫຼາດ​ພາຍ​ໃນ​ປະ​ເທດ ​ແລະ ​ເປີດ​ກວ້າງ​ຕະຫຼາດ​ສົ່ງ​ນອກ; ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ການ​ລົງທຶນ​ພັດທະນາ​ບາງ​ຂະ​ແໜງ​ການ​ອຸດສາຫະກຳ​ໃໝ່ ​ເຕັກ​ໂນ​ໂລ​ຊີ​ສູງ; ຂົງ​ເຂດ​ການ​ບໍລິການ​ມີ​ຄວາ​​​ມໄວ​ໃນ​ການ​ເຕີບ​ໂຕ​ເປັນ​ປົກກະຕິ. ກິດຈະກຳ​ອຸດສາຫະກຳ​ຂະໜາດ​ໃຫຍ່​​ຂອງ​ບັນດາ​ຂະ​ແໜງ​ການ​ໄຟຟ້າ ນ້ຳມັນ​ອາຍ​ແກ​ສ ​ໂທລະ​ຄົມມະນາຄົມ ​ທີ່ໄດ້ລົງທຶນ​ກໍ່ສ້າງ​ຂຶ້ນ​ຢູ່ຫຼາຍ​ແຫ່ງນັ້ນ ​ເປັນ​ສິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ພັດທະນາ​ອຸດສາຫະກຳ​ໃນ​ເກືອບ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່. ອຸດສາຫະກຳ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ​ ​ມີ​ບາດກ້າວຂະຫຍາຍຕົວ​ຕາມ​ທິດ​ທັນ​ສະ​ໄໝ, ຜະລິດ​ຕະພັນທະ​ວິ​ປະສົງ​ຫຼາຍ​ປະ​ເພດ (​ໃຊ້​ເພື່ອ​ປ້ອງ​ກັນ​ປະ​ເທດ - ​ໃຊ້​ເພື່ອ​ພົນລະ​ເຮືອນ) ​ໄດ້​ຮັບ​ການ​ຜະລິດ​ອອກ​ມາ​ດ້ວຍ​ຄຸນ​ນະພາ​ບດີ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການສ້າງສາພັດທະນາ​​ປະ​ເທດ. ການຫັນ​ເປັນອຸດສາຫະກຳ ທັນ​ສະ​ໄໝ​ຕໍ່ ກະ​ສິກຳ ຊົນນະບົດ  ກໍ່​ມີ​ການ​ຫັນປ່ຽນ​ອັນ​ສຳ​ຄັນ, ​ໄດ້​ຫັນປ່ຽນ​ຈາກ​ການ​ປູກ​ສະ​ເພາະຕົ້ນເຂົ້າ ທີ່​ມີ​ສະມັດ​ຕະພາບ​ຕ່ຳ ​ແລະ ປະລິມານ​ໜ້ອຍ ມາ​ເຮັດ​ການ​ກະ​ເສດ​ສຸມ ທີ່​ມີ​ສະມັດ​ຕະພາບ​ສູງ ​ເຊິ່ງບໍ່​ພຽງ​ແຕ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ພາຍ​ໃນ​ໄດ້​ຢ່າງ​ພຽງພໍ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້ຂາຍ​ສົ່ງນອກ​ເຂົ້າສານດ້ວຍ​ປະລິມານ​ຫຼາຍ, ​ເປັນອັນ​ດັບ​ທີ​ສອງ​ໃນ​ໂລກ, ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງອາຫານ​​ສາກົນ; ການ​ສົ່ງ​ນອກ​ກາ​ເຟ ຢາງພາລາ ໝາກ​ຜິ​ກ​ໄທ ສິນ​ໃນ​ນ້ຳ​ກໍ່ມີ​ປະລິມານ​ຫຼາຍ ​ເປັນອັນ​ດັບ​ສູງ​ໃນ​ໂລກ. ບັນດາ​ຂະ​ແໜງ​ການ​ບໍລິການ ​ໄດ້​ຂະຫຍາຍຕົວດ້ວຍ​ຫຼາຍ​ຮູບ​ຫຼາຍ​ແບບ​ກວ່າ​ເກົ່າ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ການ​ຜະລິດ​ແລະ​ຊີວິດ​ການ​ເປັນ​ຢູ່​ໄດ້​ນັບ​ມື້​ນັບ​ດີຍິ່ງ​ຂຶ້ນ: ຂະ​ແໜງ​ການ​ທ້ອງ​ທ່ຽວ ​ໄປ​ຊະນີ​ໂທລະ​ຄົມມະນາຄົມ​ໄດ້ຂະຫຍາຍຕົວ​ດ້ວຍ​ຄວາມ​ໄວ​ສູງ; ບັນດາ​ຂະ​ແໜງ​ການ​ບໍລິການ ການເງິນ ທະ​ນາ​ຄານ ການ​ໃຫ້​ຄຳ​ປຶກສາ​ນິຕິ​ກຳ... ມີ​ບາດກ້າວ​ຂະຫຍາຍຕົວ​ຕາມ​ທິດ​ກ້າວໜ້າ ມີ​ປະສິດທິ​ຜົນ. ດ້ວຍ​ແນວທາງ​ພັດທະນາ​ເສດຖະກິດ​ທີ່​ຖືກຕ້ອງ ​ແລະ ການ​ເຊື່ອມ​ໂຍງນັບ​ມື້​ນັບ​ເລິກ​ເຂົ້າ​ກັບ​ເສດຖະກິດ​ພາກ​ພື້ນ ​ແລະ ​ເສດຖະກິດ​ໂລກ, ພິ​ເສດ​ແມ່ນ​ ນັບ​ແຕ່​ເມື່​ອຫວຽ​ດນາມ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ (WTO), ມູນ​ຄ່າ​ການ​ຄ້າ​ພານິດ​ຂອງ​ຫວຽດນາມ​ເພີ່ມ​ຂຶ້ນ​ຢ່າງ​ໄວ, ຮອດ​ປີ 2014 ລວມຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ອອກ-ຂາ​ເຂົ້າ ຂອງ​ຫວຽດນາມ​ໄດ້​ລື່ນ​ຕົວ​ເລກ 398 ຕື້​ໂດ​ລາ​ສະຫະລັດ. ຕະຫຼາດພາຍ​ໃນ​ປະ​ເທດ​ໄດ້​ຮັບ​ການ​ເປີດ​ກວ້າງ ​ແລະ ​ເພີ່ມ​ຂຶ້ນ​ຢ່າງ​ໄວ​ທາງ​ດ້ານ​ຂະ​ໜາດ ​ແລະ ​ເທສະ​ຕະຫຼາດ, ສິນຄ້າ​ຫຼາຍ​ຮູບ​ຫຼາຍ​ແບບ ອຸດົມສົມບູນ.

ການ​ຂຸດ​ຄົ້ນ, ນຳ​ໃຊ້ຊັບພະຍາກອນ​ແຫ່ງ​ຊາດ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ຕິດ​ແໜ້ນ​ກັບ​ຄວາມ​ຕ້ອງການ​ພັດທະນາ​ແບບ​ຍືນ​ຍົງ ​ໄດ້​ຮັບ​ຄວາມ​ເອົາ​​ໃຈ​ໃສ່ ​ແລະ ​ໄດ້​ນຳ​ມາ​ຊຶ່ງ​ຜົນສຳ​ເລັດ​ເບື້ອງ​ຕົ້ນ. ​ໂຄ​ສ້າງ​ພື້ນຖານ​ເສດຖະກິດ - ສັງຄົມ, ພິ​ເສດ​ແມ່ນ​ໂຄງ​ສ້າງ​ພື້ນຖານ​ຄົມມະນາຄົມ ​ໄຟ​ຟ້າ ສື່​ຂ່າວ ​ໂທລະ​ຄົມມະນາຄົມ ຊົນລະປະທານ ​ໂຄງ​ສ້າງ​ພື້ນຖານ​ຕົວ​ເມືອງ ການ​ສຶກສາ ສາທາລະນະ​ສຸກ ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ. ຂະ​ບວນວິວັດ​ການ​ຫັນ​ເປັນ​ຕົວ​ເມືອງ​ໄດ້ສະ​ແດງ​ອອກ​ຢ່າ​ງ​ໄວ. ຮູບ​ໂສມ​ຂອງ​ປະ​ເທດ​ຊາດ​ໄດ້​ມີ​ການ​ປ່ຽນ​ແປງ​ໂດຍ​ພື້ນຖານ ທຽບ​ກັບ​ສະ​ໄໝ​ກ່ອນ​ການ​ປ່ຽນ​ແປງ​ໃໝ່. ການ​ພັດທະນາ ​ແລະ ປະ​ຍຸກ​ໃຊ້ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ພິ​ເສດ​ແມ່ນ​ເຕັກ​ໂນ​ໂລ​ຊີ​ສູງ ມີ​ຄວາມ​ກ້າວໜ້າ​ເປັນ​ຢ່າງ​ດີ, ​ໄດ້​ສ້າງ​ປະຖົມ​ປັດ​ໄຈ​ຕ່າງໆ ​ເພື່ອ​ເລິ່ມຕົ້ນ​ຫັນ​ໄປ​ສູ່​ການ​ກໍ່ສ້າງ​ເສດຖະກິດ​ພູມ​ປັນຍາ.

ຜ່ານ​ເວລາ​ເກືອບ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ປະ​ເທດ​ຫວຽດນາມ​ໄດ້ບັນລຸ​ບັນດາ​ຜົນສຳ​ເລັດ​ທີ່​ສຳຄັນ​ທີ່​ສຸດ​ທາງ​ດ້ານບູລະນະ​ລະບຽບ​ກົດໝາຍ, ພັດທະນາ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ. ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ​ແນວ​ຄິດ ​ແນວທາງພັດທະນາ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ​ໄດ້​ຖືກ​ຫັນ​ເປັນ​ນິຕິ​ກຳ ​ເປັນ​ກົດໝາຍ, ສ້າງ​ລະບຽງ​ກົດໝາຍ​ໃຫ້​ເສດຖະກິດ​ເຄື່ອນ​ໄຫວຢ່າງ​ມີປະ​ສິດທິ​ຜົນ ຊຶ່ງ​ໄດ້​ຊ່ວຍ​ໃຫ້​ປະ​ເທດ​ເຮົາ​ຫັນປ່ຽນ​ເທື່ອ​ລະ​ກ້າວ ຈາກ​ລະບົບເສດຖະກິດ​ແຜນການ​ລວມສູນ ອາດຍາ​ສິດ ​ເກື້ອກູນ ​ໄປ​ເປັນ​ເສດຖະກິດ​ຕະຫຼາດທີ່​ເຄື່ອນ​ໄຫວ​ຕາມບັນດາ​ກົດ​ເກນ​ຂອງ​ຕະຫຼາດ, ພ້ອມ​ກັນ​ນັ້ນ ​ກໍ​ມີ​ການ​ຄຸ້ມ​ຄອງ​ ​ແລະ ດັດສົມຂອງ​ລັດສັງຄົມ​ນິຍົມ. ​ໃນ​ເກືອບ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ລັດ​ເຮົາ​ໄດ້​ມີ​ການ​ປັບປຸງ​ແລະ​ປະກາດ​ໃຊ້​ລັດຖະທຳ​ມະນູນ 3 ສະບັບ, ປັບປຸງ​ແລະ​ປະກາດ​ໃຊ້​ ປະມວນ​ກົດໝາຍ​ແລະກົດໝາຍ​ ຫຼາຍ​ກວ່າ 150 ສະບັບ, ກົດ​ດຳລັດ​ຫຼາຍ​ກວ່າ 70 ສະບັບ. ​ໃນມໍ່ໆ​ຜ່ານ​ມາ​ນີ້, ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ຜ່ານ​ລັດຖະທຳ​ມະນູນ​ສະບັບ​ປີ 2013, ກົດໝາຍ​ທີ່​ດິນ (ສະບັບ​ປັບປຸງ), ກົດໝາຍ​ການ​ລົງທຶນ​ພາກ​ລັດ ພ້ອມ​ດ້ວຍ​ກົດໝາຍ​ທີ່​ສຳຄັນ​ອື່ນ​ອີກຫຼາຍ​ສະບັບ ​ເພື່ອ​ບູລະນະ​ລະບຽບ​ກົດໝາຍເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ​ແລະ ຊຸກຍູ້​ການ​ຫັນປ່ຽນ​ຕົວ​ແບບ​ເຕີບ​ໂຕ​ເສດຖະກິດ ຈັດ​ວາງ​ໂຄງ​ປະກອບ​ເສດຖະກິດຄືນ​ໃໝ່ ຊຶ່ງ​ໄດ້ ​ແລະ ພວມ​ປັບປຸງ ​ເພີ່ມ​ເຕີມ ຫຼື ປະກາດ​ໃຊ້​ໃໝ່. ບັນດາ​ເອກະສານ​ກົດໝາຍ​ເຫຼົ່າ​ນີ້ ​ໂດຍ​ພື້ນຖານ​ໄດ້​​ເປັນ​ຮາກ​ຖານ​ນິຕິ​ກຳ​ໃຫ້​ແກ່​ການ​ກໍ່​ຮ່າງ​ສ້າງ​ຮູບ ​ແລະ ຊຸກຍູ້​ການ​ກໍ່ສ້າງ​ລະບຽບ​ກົດໝາຍເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ. ນັ້ນ​ແມ່ນ​ການ​ຢືນຢັນ​ຫຼັກການກ່ຽວ​ກັບ​ລະບົບ​​ເສດຖະກິດ​ທີ່​ມີ​ລະບອບ​ກຳມະສິດ​ພະຫຸ​ພາຄີ, ຫຼາຍ​ພາກສ່ວນ, ຫຼາຍ​ຮູບ​ການ​ແຈກ​ຢາຍ; ຢືນຢັນ​ຫຼັກການ​ພັດທະນາ​ບັນດາ​ປັດ​ໄຈ​ຕະຫຼາດ​ຢ່າງ​ຄົບ​ຊຸດ ​ແລະ ຈັດການ​ຄຸ້ມ​ຄອງ​ຕະຫຼາດ​ປະ​ເພດ​ຕ່າງໆ​ຢ່າງ​ຄ່ອງ​ຕົວ; ຢືນຢັນ​ຫຼັກການລັດຄຸ້ມ​ຄອງ​ເສດຖະກິດຕາມບັນດາ​ຫຼັກການ​ຂອງ​ກົນ​ໄກ​ຕະຫຼາດ; ຢືນຢັນ​ຫຼັກການຮັບປະກັນ​ປະຕິບັດ​ຄວາມ​ກ້າວໜ້າ ​ແລະ ຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ​ໃນ​ແຕ່​ລະບາດ​ກ້າວ, ​ແຕ່​ລະນະ​ໂຍບາຍ​ການພັດທະນາ​ເສດຖະກິດ - ສັງຄົມ ​ແລະ ປົກ​ປັກ​ຮັກສາ​ສີ່​ງ​ແວດ​ລ້ອມ; ຢືນຢັນ​ຫຼັກການ​ເປີດ​ປະຕູ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ພາກ​ພື້ນ ​ແລະ ​ເສດຖະກິດ​ໂລກ.

ພາກ​ພຶດຕິ​ກຳ​​ໃນ​ເກືອບ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ເສດຖະກິດ​ກໍ່​ໄດ້​ຢັ້ງຢືນ ບົດບາດ​ຕັ້ງໜ້າ​ຂອງ​ບັນດາ​ເຈົ້າພາບ​ເສດຖະກິດ​ ໃນ​ລະບົບ​ເສດຖະກິດ​ແຫ່ງ​ຊາດ, ຄວາມ​ເສລີພາບ​ໃນ​ການ​ທຸລະ​ກິດ ​ແລະ ​ໃນການ​​ແຂ່ງຂັນຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ: 1- ​ເສດຖະກິດ​ແຫ່ງ​ລັດ ຄ່ອຍໆ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າພາ​ທາງ​ໄດ້​ດີກ​ວ່າ​ແຕ່​ກ່ອນ; ລະບົບ​ວິ​ສາ​ຫະກິດ​ແຫ່ງ​ລັດ​ພວມໄດ້​ຈັດ​ວາງ​ໂຄງ​ປະກອບ​ຄືນ​ໃໝ່​​ ​ແລະ ຫັນ​ເປັນ​ຫຸ້ນ​ສ່ວນ​ເທື່ອລະ​ກ້າວ ຕາມ​ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ​, ຈຳນວນ​ວິ​ສາ​ຫະກິດ​ແຫ່ງ​ລັດ​ກໍ່​ກຳລັງ​ຫລຸດ​ໜ້ອຍ​ຖອຍ​ລົງ(2). ​ເສດຖະກິດ​ລວມໝູ່ ​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່​ໃນ​ຂັ້ນ​ຕົ້ນ, ບັນດາ​ຮູບ​ການ​ຮ່ວມ​ມື​ແບບ​ໃໝ່​ໄດ້​ຖືກ​ສ້າງ​ຕັ້ງ​ຂຶ້ນ​ໃຫ້​ສອດຄ່ອງ​ກັບ​ກົນ​ໄກ​ຕະຫຼາດ. ​ເສດຖະກິດ​ເອກະ​ຊົນ ຂະຫຍາຍຕົວ​ຢ່າງ​ໄວທາງ​ດ້ານ​ປະລິມານ, ຍົກ​ສູງ​ປະສິດທິ​ຜົນ​ການ​ທຸລະ​ກິດເທື່ອລະ​ກ້າວ ​ແລະ ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​, ປະກອບສ່ວນນັບ​ມື້​ນັບ​ຫຼາຍ​ເຂົ້າ​ໃນ ຈີ​ດີ​ພີ. ​ເສດຖະກິດ​ທີ່​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ​ໄດ້​ຮັບ​ການ​ສົ່ງ​ເສີມ​ໃຫ້​ຂະຫຍາຍຕົວ, ບັນດາ​ວິ​ສາ​ຫະກິດ​ທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ​ໄດ້​ມີ​ສ່ວນປະກອບອັນ​ສຳຄັນ ​ເຂົ້າ​ໃນ​ການ​ປະຕິບັດ​ເປົ້າ​ໝາຍ​ພັດທະນາ​ເສດຖະກິດ - ສັງຄົມ, ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ ​ແລະ ສິນຄ້າ​ສົ່ງ​ນອກ; 2- ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ - ວິຊາຊີບ ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ນັບ​ມື້​ນັບ​ເສີມ​ຂະຫຍາຍ​ບົດບາດ​ອັນ​ສຳຄັນ​ຂອງ​ຕົມ​ໃນ​ພື້ນຖານ​ເສດຖະກິດ, ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ການ​ເຄື່ອນ​ໄຫວ​ສະໜອງ​ການ​ບໍລິການ​ສາທາລະນະ ​ແລະ ປ່ຽນ​ແທນ​ໃຫ້​ອົງ​ການ​ລັດ​ໃນ​ການ​ຮັບປະກັນການ​ບໍລິການ​ສາທາລະນະ​ບາງ​ປະ​ເພດ; 3- ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດຫວຽດນາມ ພວມ​ໄດ້​ກໍ່ສ້າງ​ຂຶ້ນ​ເທື່ອ​ລະ​ກ້າວ ​ແລະ ນັບ​ມື້​ນັບ​ສະ​ແດງ​ໃຫ້​ເຫັນ​ເຖິງ ​ບົດບາດ​ກຳນົດ​ທິດສັງຄົມ​ນິຍົມ ​ໃຫ້​ແກ່​ລະບົບ​ສດຖະກິດ​ຕະຫຼາດ​ຢູ່ຫວຽດນາມ​. ກົງຈັກ​ຄຸ້ມ​ຄອງ​ບໍລິຫານ​ລັດ​ໄດ້ ​ແລະ ພວມຖືກ​ດັດສົມ​ຕາມ​ທິດ​ກະທັດ​ລັດ​ຮັດກຸມ, ພາລະ​ບົດບາດ​ຄຸ້ມ​ຄອງ​ບໍລິຫານ​ລັດ​ທາງ​ດ້ານ​ເສດຖະກິດກໍ່​ໄດ້​ຮັບ​ຮູ້​ຄືນ​ໃໝ່​ໃຫ້​ຖືກຕ້ອງ​ກວ່າ​ເກົ່າ, ປ່ຽນ​ແປງ​ໃໝ່​ທັງ​ໃນ​ການ​ຮັບ​ຮູ້ ​ແລະ ການ​ປະຕິບັດ​ໃຫ້​ສອດຄ່ອງ​ກັບ​ກົນ​ໄກ​ຕະຫຼາດ. ຖັນ​ແຖວ​ພະນັກງານ ລັດຖະກອນທີ່​ເຮັດ​ວຽກ​ງານ​ຄຸ້ມ​ຄອງ​ບໍລິຫານ​ລັດ​ທາງ​ດ້ານ​ເສດຖະກິດ ກໍ່​ໄດ້​ຮັບ​ການ​ກໍ່ສ້າງ​ເທື່ອ​ລະ​ກ້າວ, ຍົກ​ສູງຄຸນ​ນະພາ​ບ ລະດັບ​ຄວາມ​ຮູ້ ກຳລັງ​ຄວາມ​ສາມາດ ​ແລະ ຄຸນສົມບັດ​ສິນ​ທຳ.

ຜ່ານ​ເວລາ​ເກືອບ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຫວຽດນາມ​​ໄດ້​ສ້າງ ບັນດາປັດ​ໄຈ​ຕະຫຼາດ ​ບັນດາ​ປະ​ເພດ​ຕະຫຼາດ ຂຶ້ນ​ຢ່າງຄົບ​ຖ້ວນ ຄົບ​ຊຸດ ​ແລະ​ ມັນ​ໄດ້​ເຄື່ອນ​ໄຫວ​​ທະລຸ​ລົ່ງ​ໂດຍ​ພື້ນຖານ, ​ເຊື່ອມ​ຕິດ​ກັບ​ຕະຫຼາດ​ພາກ​ພື້ນ ​ແລະ ຕະຫຼາດ​ໂລກ. ຕະຫຼາດ​ສິນຄ້າ, ການ​ບໍລິການ ມີ​ບາດກ້າວ​ຂະຫຍາຍຕົວ ​ແລະ ບູລະນະ​ພາບ​ທາງ​ດ້ານຂະໜາດ, ​ໂຄງ​ປະກອບ​ສິນຄ້າ - ຕະຫຼາດ​ພາຍ​ໃນ​ແລະ​ຕ່າງປະ​ເທດ, ​ໂຄງ​ສ້າງ​ພື້ນຖານ​ການ​ພານິດ ການ​ບໍລິການ, ກົນ​ໄກ​ຄຸ້ມ​ຄອງ, ລະດັບ​ການ​ແຂ່ງຂັນ. ຂະໜາດ​ຕະຫຼາດ​ພາຍ​ໃນ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ຄິດ​ໄລ່​ລວມ​ໃນ​ເວລາ​ກວ່າ 15 ປີ​ທີ່​ຜ່ານ​ມາ, ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ສະ​ເຫຼ່ຍຂອງ​ການ​ຄ້າຂາຍ​ຍ່ອຍ ຍາມ​​ໃດ​ກໍ​ສູງ​ກວ່າ​ທົບ 2 - 3 ​ເທົ່າ ທຽບ​ກັບຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ສະ​ເຫຼ່ຍຂອງ ຈີ​ດີ​ພີ​ໃນ​ປີ​ດຽວ​ກັນ. ຕະຫຼາດ​ການ​ເງິນ, ເງິນຕາ ​ໄດ້​ຂະຫຍາຍຕົວ​ຢ່າງ​ແຮງ​ແລະ​ຟົດ​ເດືອດ​ພໍ​ຄວນ. ຄຽງ​ຂ້າງ​ກັບ​ຊ່ອງ​ລະດົມ​ທຶນ​ຈາກ​ທະນາຄານ, ຕະຫຼາດ​ຫຼັກ​ຊັບ​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ໃນ​ເບື້ອງ​ຕົ້ນ, ປະກອບສ່ວນ​ຂະຫຍາຍ​ແຫຼ່ງທຶນ​ຫຼາຍ​ຮູບ​ຫຼາຍ​ແບບ. ພ້ອມ​ກັນ​ນັ້ນ, ການ​ເຄື່ອນ​ໄຫວ​ຂອງ​ຕະຫຼາດ​ປະກັນ​ໄພ​ກໍ່​ໄດ້​ປະກອບສ່ວນ​ອັນ​ຕັ້ງໜ້າ​ ເຂົ້າ​ໃນ​ການ​ເຮັດ​ໃຫ້ການ​ຜະລິດ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເປັນ​ປົກກະຕິ, ລະດົມ​ທຶນ​ໃຫ້​ແກ່​ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ. ອັດຕາ​ເງິນ​ໂດ່​ງ, ລາຄາ​ເງິນຕາ​ຕ່າງປະ​ເທດ, ລາຄາ​ທອງຄຳ​ ໄດ້​ຮັກສາ​ເປັນ​ປົກ​ກະຕິ​ໂດຍ​ພື້ນຖານ. ຕະຫຼາດ​ອະສັງຫາລິມະ​ຊັບ ​ໄດ້​ຂະຫຍາຍຕົວ​ໃນ​ລະດັບ​ທີ່​ແນ່ນອນ, ຫຼາຍ​ໂຄງການ​ອາຄານ​ເຮືອນ​ຢູ່ ​ເຂດ​ຕົວ​ເມືອງ​ໃໝ່ທີ່​ມີ​ລະບົບ​ໂຄງ​ສ້າງ​ພື້ນຖານ​ເຕັກນິກ ​ໂຄງ​ສ້າງ​ພື້ນຖານ​ສັງຄົມ​ຄົບ​ຊຸດ​ພໍ​ຄວນ ​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ, ປະກອບສ່ວນ​ເຂົ້າ​ໃນ​ການ​ຫັນ​ເປັນ​ຕົວ​ເມືອງ ​ແລະ ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ​ຕາມ​ທິດ​ອຸດສາຫະກຳ ທັນ​ສະ​ໄໝ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງ​ຄົມ​ຂອງ​ປະ​ເທດ​ຊາດ. ຕະຫຼາດ​ແຮງ​ງານ ໄດ້​ກໍ່​ຮ່າງ​ສ້າງ​ຕົວ​ຂຶ້ນ​ໃນຂອບ​ເຂດ​ທົ່ວ​ປະ​ເທດ. ​ແຫຼ່ງສະໜອງ​ແຮງ​ງານມີ​ຫຼວງ​ຫຼາຍ​ພໍ​ຄວນ ​ແລະ ​ເພີ່ມ​ຂຶ້ນ​ດ້ວຍ​ຄວາ​ມ​ໄວສູງ. ຂະໜາດ​ຂອງ​ກຳລັງ​ແຮງ​ງານ​ອາຍຸ​ແຕ່ 15 ປີ​ຂຶ້ນ​ໄປ​​ໄດ້ເພີ່ມ​ຂຶ້ນ​ເລື້ອຍ, ທ້າຍ​ປີ 2010 ມີ 50,51 ລ້ານ​ຄົນ, ​ເຖິງ​ທ້າຍ​ປີ 2013 ຂຶ້ນ​ເປັນ 53,65 ລ້ານ​ຄົນ ​ແລະ ປີ 2014 ​ມີ 53,8 ລ້ານ​ຄົນ. ຕະຫຼາດ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ ພວມ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ ​ແລະ ຂະຫຍາຍຕົວ, ​ໃນ​ຊຸມ​ປີ​ມໍ່ໆ​ຜ່ານ​ມາ​ນີ້ ຈຳນວນ​ແລະ​ມູນ​ຄ່າ​ການ​ແລກປ່ຽນ​ເຕັກ​ໂນ​ໂລ​ຊີ ​ໄດ້​​​ເພີ່ມ​ຂຶ້ນພໍ​ປະມານ. ຕະຫຼາດ​ການ​ບໍລິການ​ສາທາລະນະ​ອັນ​ພື້ນຖານ​ບາງ​ປະ​ເພດ, ​ເປັນ​ຕົ້ນ​ແມ່ນ​ກ່ຽວ​ກັບ​ສາທາລະນະ​ສຸກ, ການ​ສຶກສາ ມີ​ບາດກ້າວ​ຂະຫຍາຍຕົວ​ໃໝ່, ລະດົມ​ໄດ້​ບັນດາ​ແຫຼ່ງພະລັງ​ນອກ​ງົບປະມານ​ແຫ່ງ​ລັດ ​ໃຫ້​ເຂົ້າ​ຮ່ວມ​ການ​ບໍລິການ. ຕະຫຼາດ​ໃໝ່​ຈຳນວນ​ໜຶ່ງ​ໄດ້​ປະກົດ​ຕົວ ​ແລະ ຂະຫຍາຍຕົວ.

​ໃນ​ເວລາ​ເກືອບ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຄວາມ​ເຕີບ​ໂຕ​ເສດຖະກິດ​ໄດ້​ເຊື່ອມ​ຕິດ​ຢ່າງ​ກົມກຽວ​ກັບການ​ພັດທະນາ​ວັດທະນະທຳ ກໍ່ສ້າງ​ຜູ້ຄົນ​ໃໝ່, ກັບ​ຄວາມ​ກ້າວໜ້າ ​ແລະ ຍຸຕິ​ທຳ​ທາງ​ສັງຄົມ, ປົກ​ປັກ​ຮັກສາ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ. ສະຫວັດ​ດິການ ຄວາມ​ປອດ​ໄພສັງຄົມ​ໄດ້​ຮັບປະກັນ​ໂດຍພື້ນຖານ, ລະບົບສະຫວັດ​ດິການສັງຄົມຂະຫຍາຍຕົວ​ຄົບ​ຊຸດ​ພໍ​ຄວນ, ພິ​ເສດ​ແມ່ນ​ໃນ​ບັນຫາ​ຫລຸດຜ່ອນ​ຄວາ​ມທຸກ​ຍາກ, ​ແກ້​ໄຂ​ວຽກ​​ເຮັດ​ງານ​ທຳ, ພັດທະນາ​ລະບົບ​ປະກັນ​ໄພ​ສັງຄົມ, ນະ​ໂຍບາຍ​​ຊ່ວຍເຫຼືອເກື້ອກູນ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ຊາດ, ຊ່ວຍ​ໜູນ​ສັງຄົມ, ນະ​ໂຍບາຍ​ປະກັນ​ໄພ​ສາທາລະນະ​ສຸກ​ທົ່ວ​ປວງ​ຊົນ ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ໄດ້​ຊົມ​ໃຊ້​ໝາກຜົນ​ຂອງວັດທະນະທຳ ສາທາລະນະ​ສຸກ ​ແລະ ການ​ສຶກສານັບ​ມື້​ນັບ​ຫຼາຍ. ​ໃນ​ສະພາບ​ທີ່​ງົບປະມານ​ແຫ່ງລັດຖືກ​ຮັດ​ແຄບ​ຍ້ອນ​ເສດຖະກິດ​ຖົດຖອຍ, ​ແຕ່​ລາຍ​ຈ່າຍ​ງົບປະມານ​ແຫ່ງ​ລັດ​ໃຫ້​ແກ່​ສະຫວັດ​ດິການ​ສັງຄົມ​ກໍ່ຍັງ​ຄົງ​ເພີ່ມ​ຂຶ້ນ​ເລື້ອຍ. ​ໃນ​ໄລຍະ​ປີ 2006 - 2010, ຄ່າ​ໃຊ້​ຈ່າຍ​ງົບປະ​ມານ​ແຫ່ງ​ລັດທີ່​ຈ່າຍ​ໃຫ້​ແກ່​ວຽກ​ງານ​ສະຫວັດ​ດິການ​ສັງຄົມ​ແມ່ນ​ປະມານ 471.000 ຕື້​ໂດ່​ງ, ກວມ​ເອົາ 20,1% ລວມຍອດ​ລາຍ​ຈ່າຍ​ງົບປະ​ມານ​ແຫ່ງ​ລັດ. ຮອດ​ໄລຍະ​ປີ 2011 - 2013, ຄ່າ​ໃຊ້​ຈ່າຍ​ງົບປະ​ມານ​ແຫ່ງ​ລັດທີ່​ຈ່າຍ​ໃຫ້​ແກ່​ວຽກ​ງານ​ສະຫວັດ​ດິການ​ສັງຄົມ​ແມ່ນ​ປະ​ມານ 913.400 ຕື້​ໂດ່​ງ, ກວມ​ເອົາ​ປະມານ 34,1% ລວມຍອດ​ລາຍ​ຈ່າຍ​ງົບປະ​ມານ​ແຫ່ງ​ລັດ, ​ເພີ່ມ 1,7 ​ເທົ່າ​ຕົວ​ທຽບ​ກັບ​ໄລຍະ​ປີ 2006 - 2010. ດັດຊະນີ​ການ​ພັດທະນາ​ມະນຸດ​ (HDI) ຂອງຫວຽດນາມກໍ່​ຄ່ອຍໆ​ເພີ່ມ​ຂຶ້ນ, ຮອດ​ປີ 2012 ຖືກ​ຈັດ​ໃນ​ອັນ​ດັບ 127/187 ປະ​ເທດ​ແລະ​ອານາ​ເຂດ, ບັນລຸ​ລະດັບ​ປານ​ກາງ​ໃນ​ໂລກ.

ບັນດາ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ນັ້ນ​ແມ່ນ​ຍ້ອນ​ການ​ຮັບ​ຮູ້​ຢ່າງ​ຖືກຕ້ອງ ການ​ປ່ຽນ​ແປງ​ໃໝ່​ຈິນຕະນາການ​ທິດ​ສະ​ດີ​ຂອງ​ພັກ ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຂອງ​ການ​ພັດທະນາ​ເສດຖະກິດ​ຕະຫຼາດ; ການ​ຕັດສິນ​ຕົກລົງ​ຫັນປ່ຽນ​ຈາກ​ເສດຖະກິດ​ແຜນການ​ລວມສູນ ມາ​ເປັນ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດສັງຄົມ​ນິຍົມ; ກຳນົດ​ແຈ້ງ​ການ​ພັດທະນາ​ເສດຖະກິດ​ເປັນ​ໜ້າ​ທີ່​​ໃຈກາງ, ຕັ້ງ​ໝັ້ນ​ຊີ້​ນຳນຳພາການປະຕິບັດບັນດາ​ມະຕິ​ຕົກລົງ​ກ່ຽວ​ກັບ​ເສດຖະກິດ, ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ສະໜັບສະໜູນ​ຂອງ​ປະຊາຊົນ ​ແລະ ປະຊາຊົນ​ເຂົ້າ​ຮ່ວມ​ການ​ປະຕິບັດ​ຢ່າງ​ຕັ້ງໜ້າ. ການ​ຄຸ້ມ​ຄອງ​ບໍລິຫານ ຂັບ​ເຄື່ອນ​ຂອງ​ລັດ​ຕໍ່​ກັບ​ເສ​ດຖະກິດ​ຕະຫຼາດ​ກໍ່​ແທດ​ເໝາະ​ຕົວ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ແຕ່​ກ່ອນ. ລັດ​ຄຸ້ມ​ຄອງ ດັດສົມ​ລະບົບ​ເສດຖະກິດ​ຕະຫຼາດ​ກຳ​ນົດທິດ​ສັງຄົມ​ນິຍົມ ​ໂດຍ​ຜ່ານ​ກົດໝາຍ, ​ແຜນ​ຍຸດ​ທະ​ສາດ, ​ແຜນ​ກຳນົດ, ​ແຜນການ, ນະ​ໂຍບາຍ, ບັນດາ​ເຄື່ອງມື​ເສດຖະກິດ ​ແລະ ກຳລັງ​ວັດຖຸທີ່​ຈຳ​ເປັນ ​ແລະ ສອດຄ່ອງ​ກັບ​ຫຼັກການ​ຂອງ​ເສດຖະກິດ​ຕະຫຼາດ; ກໍ່ສ້າງ ປັບປຸງ​ບູລະນະ​ລະບຽບ​ກົດໝາຍ, ສ້າງ​ສິ່ງ​ແວດ​ລ້ອມ​ເສດຖະກິດ​ມະຫາ​ພາກ, ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດ, ​ແກ້​ໄຂ ​ແລະ ຈຳກັດ​ຜົນ​ກະທົບ​ຫຍໍ້​ທໍ້​ຂອງ​ເສດຖະກິດ​ຕະຫຼາດ. ​ເປີດ​ກວ້າງ ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ໃນ​ຂົງ​ເຂດ​ເສດຖະກິດ, ປະຕິບັດ​ບົດບາດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ທາງ​ດ້ານ​ເສດຖະກິດ​ໃຫ້​​ດີຍິ່ງ​ຂຶ້ນ. ບົດບາດນຳ​ພາ​ກໍ່​ຄື​ເນື້ອ​ໃນ ​ແລະ ​ແບບ​ວິທີ​ນຳພາ​ຂອງ​ພັກ ຕໍ່​ກັບ​ການ​ພັດທະນາເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ ນັບ​ມື້​ນັບ​ຈະ​ແຈ້ງ, ຕາມ​ນັ້ນ​ ໄດ້​ຕົກລົງ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ຈິນຕະນາການ​ເສດຖະກິດ, ຍົກ​ສູງ​ຄວາມ​ສາມາດ​ນຳພາ​ເສດຖະກິດ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ພັກ, ​ເພີ່ມ​ທະວີ​ການ​ນຳພາ ​ແລະ ກວດກາ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ.

ບັນດາ​ວິທີ​ແກ້​ເພື່ອ​ແນ​ໃສ່​ພັດທະນາ​ເສດຖະກິດ​ຕາ​ມລວງ​ກວ້າງ ກໍ​ຄື​ຕາມ​ລວງ​ເລິກ ​ແລະ ພັດທະນາ​ແບບ​ຍືນ​ຍົງ

ຄຽງ​ຂ້າງ​ບັນດາ​ຜົນສຳ​ເລັດທີ່​ສະ​ເໜີ​ໂດຍສັງ​ເຂ​ບເທິງ​ນີ້, ​ເສດຖະກິດ​ປະ​ເທດ​ເຮົາ​ພາຍຫຼັງ​ເກືອບ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ກໍ່​ຍັງ​ມີ​ຈຸດ​ອ່ອນ ຂໍ້​ຈຳກັດ​ບໍ່​ໜ້ອຍ​ ຊຶ່ງ​ຈະ​ຕ້ອງ​ແກ້​ໄຂ​ຜ່ານ​ຜ່າ. ລະບົບ​ກົດໝາຍ, ກົນ​ໄກ, ນະ​ໂຍບາຍ ຍັງ​ບໍ່​ທັນ​ບໍລິບູນ ບໍ່ທັນ​ຄົບ​ຊຸດ, ຄຸນ​ນະພາ​ບຍັງ​ບໍ່​ທັນ​ສູງ, ການ​ປະກາດ​ໃຊ້​ຍັງ​ຊັກ​ຊ້າ; ການ​ໂຄສະນາເຜີຍ​ແຜ່​ກົດໝາຍ, ການປະຕິບັດກົດໝາຍ ​ແລະ ຮັບປະກັນກົດ​ລະບຽບ ​ຂໍ້​ກຳນົດ​ກົດໝາຍ ກໍ່​ຍັງ​ມີ​ຂໍ້​ຈຳກັດ​ຫຼາຍ​ຢ່າງ. ​ໂຄງ​ປະກອບ​ເສດຖະກິດ​ຫັນປ່ຽນ​ຢ່າງ​ຊັກ​ຊ້າ. ສິດ​ເສລີພາບ​ໃນ​ການ​ທຸລະ​ກິດ​ຍັງ​ບໍ່​ໄດ້​ຮັບ​ຄວາມ​ເຄົາລົບ​ນັບຖື​ແທ້​ເທື່ອ, ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດ​ກໍ່ຍັງ​ບໍ່​ທັນ​ຮັບປະກັນ​ການ​ແຂ່ງຂັນ​ຢ່າງ​ສະ​ເໝີ​ພາບ ​ໂປ່​ງ​ໃສ​ແທ້​ຈິງ ລະຫວ່າງ​ບັນດາ​ວິ​ສາ​ຫະກິດສັງກັດ​ທຸກ​ພາກສ່ວນ​ເສດຖະກິດ. ການ​ທີ່​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ, ​ເຄື່ອນ​ໄຫວ ​ແລະ ຖອນ​ຕົວ​ອອກ​ຈາກ​ຕະຫຼາດ ກໍ່​ພົບ​ຄວາມ​ຫຍຸ້ງຍາກ​ສັບສົນ​ຫຼາຍ​ຢ່າງ. ລາຄາ​​ສິນຄ້າ ຄ່າ​ບໍລິການ​ຈຳ​ເປັນ​ບາງ​ປະ​ເພດ ຍັງ​ບໍ່​ທັນ​ປະຕິບັດ​ຕາມ​ຫຼັກການ ​ແລະ ກົດເກນເສດຖະກິດ​ຕະຫຼາດ. ລະດັບຄວາມ​ສາມາດ​ຄຸ້ມ​ຄອງ​ບໍລິຫານ​ວິ​ສາ​ຫະກິດຍັງຕ່ຳ​ຫຼາຍ, ບໍ່​ທ່ວງທັນ​ກັບ​ມາດຕະຖານ​ສາກົນ ​ແລະ ບໍ່​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ຂອງເສດຖະກິດ​ຕະຫຼາດ. ວິ​ສາ​ຫະກິດ​ແຫ່ງ​ລັດ, ​ໃນ​ນັ້ນ ຫຼາຍ​ກຸ່ມ​ເສດຖະກິດ ​ແລະ ສະຫະ​ບໍລິສັດ​ແຫ່ງ​ລັດ ຍັງ​ບໍ່​ທັນສະ​ແດງ​ໃຫ້​ເຫັນ​​ຢ່າງ​ພຽງພໍ​ເຖິງ​ບົດບາດ​ເປັນ​ກຳລັງ​ຫຼັກ​ແຫຼ່ງຂອງ​ເສດຖະກິດ​ແຫ່ງ​ລັດ; ການ​ເຄື່ອນ​ໄຫວ​ຜະລິດ ທຸລະ​ກິດມີ​ປະ​ສິດທິ​ຜົນ​ຕ່ຳ, ປະ​ໃຫ້​ເກີດ​ຄວາມ​ຟຸມ​ເຟືອຍ ​ຕົກ​​ເຮ່ຍ​ເສຍ​ຫາຍ​ຊັບ​ສິນ​ຂອງ​ລັດ. ​ເສ​ດຖະກິດ​ລວມໝູ່​ຍັງ​ມີ​ຈຸດ​ອ່ອນ​ທີ່​ແກ່ຍາວ​ຫຼາຍ​ຢ່າງ. ​ວິ​ສາ​ຫະກິດ​ເອກະ​ຊົນ​ສ່ວນ​ຫຼາຍ​ແມ່ນ​ຂະໜາດ​ນ້ອຍ. ​ວິ​ສາ​ຫະກິດ​ທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບຈຸດໝາຍ ຄວາມ​ຕ້ອງການ​ມອບ​ໂອນ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ, ​ເປັນ​ຕົ້ນ​ແມ່ນ​ເຕັກ​ໂນ​ໂລ​ຊີ​ສູງ ​ເຕັກ​ໂນ​ໂລ​ຊີ​​ແຫຼ່ງ​ກຳ​ເນີ​ດ ​ແລະ ລະດັບ​ການ​ຄຸ້ມ​ຄອງກ້າວໜ້າ; ສ່ວນ​ຫຼາຍ​ຍັງ​ເຄື່ອນ​ໄຫວ​ໃນ​ບັນດາ​ຂະ​ແໜງ​ການ​ທີ່​ນຳ​ໃຊ້​ແຮງ​ງານ​ຫຼາຍ ​ແລະ ​​ໃນຂະ​ແໜງການຂຸດ​ຄົ້ນ​ຊັບພະຍາກອນ; ມີ​ຫຼາຍ​ວິ​ສາ​ຫະກິດ​ພຽງແຕ່ຫັນ​ໃສ່​ຕະຫຼາດ​ພາຍ​ໃນ​ປະ​ເທດ. ປະສິດທິ​ຜົນ​ຂອງການ​ນຳ​ໃຊ້​ທຶນ​ກູ້​ຢືມ ODA ກໍ່​ຄື​ຂອງການ​ລົງທຶນ​ພາກ​ລັດ ຍັງ​ຕ່ຳ. ບາງ​ປັດ​ໄຈ​ຕະຫຼາດບໍ່​ໄດ້​ຂະຫຍາຍຕົວ​ຢ່າງຄົບ​ຊຸດ; ຂະໜາດ ​ໂຄງ​ປະກອບ ​ແລະ ລະດັບ​ຂອງ​ຕະຫຼາດ​ປະ​ເພດ​ຕ່າງໆ ຍັງ​ຖືກ​ຈຳກັດ ​ແລະ ຍັງ​ບໍ່​ທັນ​ຕອບ​ສະໜອງ​​​ໄດ້​ກັບຄວາມ​ຕ້ອງການ; ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະຫາ​ພາກ​ຍັງ​ບໍ່​ທັນ​ໝັ້ນຄົງ​ແທ້​ເທື່ອ; ລັກສະນະ​ເປັນ​ເອກະລາດ ​ເປັນ​​ເຈົ້າ​ຕົນ​ເອງຂອງ​ພື້ນຖານ​ເສດຖະກິດ​ບໍ່​ທັນ​ສູງ, ຍັງ​ຕ້ອງຂຶ້ນ​ກັບບາງ​ຕະຫຼາດ​ພາຍ​ນອກ.

​ເປັນ​ອັນວ່າ, ​ໃນ​ໄລຍະ​ຕໍ່ໜ້າ, ມີ​ສອງ​ບັນຫາ​ໃຫຍ່​ທີ່​ໄດ້​ວາງ​ອອກ​ມາ​ຕໍ່​ການ​ພັດທະນາ​ເສດຖະກິດ: ທີ​ໜຶ່ງ, ປັບປຸງ​ບູລະນະ​ລະບຽບ​ກົດໝາຍ, ພັດທະນາເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ, ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ໂດຍຕິດ​ແໜ້ນ​ກັບພັດທະນາ​ເສດຖະກິດ​ພູມ​ປັນຍາ, ປົກ​ປັກ​ຮັກສາ​ຊັບພະຍາກອນ ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ເພື່ອສ້າງສາ​ພັດທະນາປະ​ເທດ​ຊາດ​ຢ່າງ​ໄວ ​ແລະ ຍືນ​ຍົງ. ທີ​ສອງ, ສຸມ​ໃສ່​ປະຕິບັດ​ເປັນ​ຢ່າງ​ດີກາ​ນປ່ຽນ​ແປງ​ໃໝ່​ຕົວ​ແບບ​ເຕີບ​ໂຕ​ເສດຖະກິດ, ຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ​ເຊິ່ງຈຸດ​ໜັກ​ໃຈກາງ​ແມ່ນ​ປະຕິບັດ 3 ການ​ບຸກທະລຸ​ຍຸດ​ທະ​ສາດ​ໃຫ້​ສຳ​ເລັດ​ຜົນ, ​ແກ້​ໄຂ​ຢ່າງ​ໄວ “ຈຸດ​ປຶກ​ຕັນ” ຕ່າງໆ​ກ່ຽວ​ກັບ​ລະບຽບ​ກົດໝາຍ​ເສດຖະກິດ, ​ແຫຼ່ງກຳລັງ​ຄົນ ​ແລະ ​ໂຄງ​ສ້າງ​ພື້ນຖານ.

ນີ້​ແມ່ນ​ບັນດາ​ບັນຫາ​ທີ່​ຈະ​ຕ້ອງ​ເອົາ​ໃຈ​ໃສ່​ກ່ອນ​ອື່ນ​ໝົດ ​ແລະ ອາດ​ຈະ​ເຊື່ອ​ຖືໄວ້​ວາງ​ໃຈ​ໄດ້ຢ່າງ​ໜັກ​ແໜ້ນຕໍ່​ຄວາມ​ຕັດສິນ​ຕົດ​ລົງ​ລວມຂອງ​ພັກ ​ແລະ ລັດ​ໃນ​ຊຸມ​ປີ​ສະ​ເພາະ​ໜ້າ ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່​ຕົວ​ແບບ​ເຕີບ​ໂຕ​ເສດຖະກິດ, ຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດເປັນ​ອຸດສາຫະກຳ ທັນ​ສະ​ໄໝ; ປັບປຸງ​ບູລະນະ​ລະບຽບ​ກົດໝາຍ, ພັດທະນາເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ. ​ເພື່ອ​ປະຕິບັດ​ບັນດາ​ທິດ​ທາງ​ເທິງ​ນີ້, ພວກ​ຂ້າພະ​ເຈົ້າ​ຂໍ​ສະ​ເໜີ​ບາງ​ວິທີ​ແກ້​ໄຂ​ລຸ່ມ​ນີ້:

ທີ​ໜຶ່ງ, ກ່ຽວ​ກັບ​ຕົວ​ແບບ​ການ​ເຕີບ​ໂຕ, ການ​ຫັນ​​ໄປສູ່ຕົວ​ແບບເຕີບ​ໂຕ​ທີ່​ອິງ​ໃສ່​ການ​ຍົກ​ສູງ​ສະມັດ​ຕະພາບ​ແຮງ​ງານ, ຄຸນ​ນະພາ​ບ ​ແລະ ກຳລັງ​ແຮງ​ແຂ່ງຂັນນັ້ນ ມີ​ບັນດາເນື້ອ​ໃນ​ຕົ້ນຕໍ​ດັ່ງ​ນີ້: 1- ​ແບບ​ວິທີ​ການ​ປະຕິບັດ: ສົມທົບ​ລະຫວ່າງ​ລວງ​ກວ້າງ​ແລະ​ລວງ​ເລິກ​ຢ່າງ​ສົມ​ເຫດ​ສົມ​ຜົນ, ຖື​ເອົາ​ການ​ເຕີບ​ໂຕ​ຕາມ​ລວງ​ເລິກ​ເປັນທິດ​ຊີ້​ນຳຕົ້ນຕໍ; 2- ຍຸດ​ທະ​ສາດ​ການ​​ເຕີບ​ໂຕ: ຫັນ​ຈາ​ກການ​ເຕີບ​ໂຕ​ທີ່​ອິງ​ໃສ່ການ​ສົ່ງ​ນອກ​ແລະ​ການ​ລົງທຶນ​ເປັນ​ຕົ້ນ​ຕໍ ມາ​ເປັນ​ການ​ພັດທະນາ​ທັງ​ການ​ລົງທຶນ ການ​ສົ່ງ​ນ​ອກ ​ແລະ ການ​ບໍລິ​ໂພ​ກ​ໃນ​ປະ​ເທດ​ໄປ​ພ້ອມໆ​ກັນ; 3- ກຳລັງ​ໝູນ​ຂອງ​ການ​ເຕີບ​ໂຕ: ຕ້ອງ​ອິງ​ໃສ່​ສະມັດ​ຕະພາບ​ແຮງ​ງານ, ວິທະຍາສາດ - ​ເຕັກ​ໂນ​ໂລຊີ ​ແລະ ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ. ຍູ້​ແຮງ​ການ​ຄົ້ນຄວ້າ ​ແລະ ຜັນ​ຂະຫຍາຍ (R&D) ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບ ແລະ ປະສິດທິ​ຜົນ, ຍົກ​ສູງ​ຄຸນຄ່າ​ເພີ່ມ, ​ເພີ່ມ​ຄຸນຄ່າ​ພາຍ​ໃນ​ຂຶ້ນ​ຢ່າ​ງ​ໄວ ​ແລະ ​ເຂົ້າ​ຮ່ວມ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ພວງ​ພະນັງ​ຄຸນຄ່າ​ທົ່ວ​ໂລກ; 4- ​ແຫຼ່ງພະລັງ​ຂອງ​ການ​ເຕີບ​ໂຕ: ອິງ​ໃສ່​ພື້ນຖານ​ການ​ຂຸດ​ຄົ້ນ, ​ເສີມ​ຂະຫຍາຍ​ແຫຼ່ງພະລັງ​ພາຍ​ໃນ, ພ້ອມ​ກັນ​ນັ້ນ ​ກໍ່​ດຶງ​ດູດ ນຳ​ໃຊ້​ແຫຼ່ງພະລັງ​ພາຍ​ນອກ​ຢ່າງ​ມີ​ປະສິດທິ​ຜົນ; 5- ຈຸດໝາຍ​ການ​ເຕີບ​ໂຕ: ຄວນ​ຫັນ​ສູ່​ບັນດາ​ຈຸດໝາຍ​ຍາວ​ນານ, ຄວາມ​ເຕີບ​ໂຕ​ແບບ​ຍືນ​ຍົງ ມີ​ປະສິດທິ​ຜົນ ​ແລະ ​ເພື່ອ​ມະນຸດ, ​ແກ້​ໄຂ​ຢ່າງ​ກົມກຽວ​ລະຫວ່າງ​ຈຸດໝາຍ​ສະ​ເພາະ​ໜ້າ ​ແລະ ຈຸດໝາຍ​ຍາວ​ນານ, ລະຫວ່າງ​ຄວາມ​ເຕີບ​ໂຕ​ເສດຖະກິດ ກັບຄວາມ​ກ້າວໜ້າ ​ແລະ ຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ, ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ທຸກ​ດ້ານ​ຂອງ​ປະຊາຊົນ, ​ເພື່ອ​ມະນຸດ.

ທີ​ສອງ, ກ່ຽວ​ກັບ​ການຈັດ​ວາງ​ໂຄງ​ປະກອບ​ຂະ​ແໜງ​ການເສດຖະກິດ​ຄືນ​ໃໝ່, ການ​ຍູ້​ແຮງ​ການຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ສັງ​ລວມຄືນ​ໃໝ່ ຕ້ອງ​ຕິດ​ກັບ​ການ​ປ່ຽນ​ແປງ​ໃໝ່​ຕົວ​ແບບ​ເຕີບ​ໂຕຕາມ​ທິດ​ຍົກ​ສູງ​ຄຸນ​ນະພາ​ບ ປະສິດທິ​ຜົນ ​ແລະ ກຳລັງ​ແຮງ​ແຂ່ງຂັນ, ຮັບປະກັນ​ການ​ພັດທະນາ​ຢ່າງ​ໄວ ​ແລະ ຍືນ​ຍົງ, ຍົກ​ສູງ​ລະດັບ​ການ​ພັດທະນາ ​ແລະ ຄວາມ​ສາມາດ​ແຂ່ງຂັນ​ຂອງ​ແຕ່ລະ​ຂະ​ແໜງ​ການ, ​ແຕ່​ລະວິ​ສາ​ຫະກິດ, ​ແຕ່ລະ​ຜະລິດ​ຕະພັນ ​ແລະ ຂອງ​ພື້ນຖານ​ເສດຖະກິດ​ທັງ​ໝົດ. ບຸກທະລຸ​ໃນ​ການ​ປ່ຽນ​ແປງ​ໃໝ່​ຈິນຕະນາການ​ພັດທະນາ, ປະຕິບັດຢ່າງ​ຄົບ​ຊຸດ ​ແລະ ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ດ້ວຍ​ຄວາມ​ຕັດສິນ​ໃຈ​ການ​ເມືອງ​ສູງ, ຖື​ເອົາ​ຜົນ​ປະ​ໂຫຍ​ດຂອງ​ປະເທດ - ຊາດ, ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ​ເປັນ​ຈຸດໝາຍ​ສູງ​ສຸດ. ປະຕິບັດ​ການຈັດ​ວາງ​ໂຄງ​ປະກອບ​ຄືນ​ໃໝ່​ຢ່າງ​ຄົບ​ຊຸດ ຮອບດ້ານ ຕໍ່​ບັນດາ​ຂະ​ແໜງ​ການ ຂົງ​ເຂດ ​ເຂດ​ເສດຖະກິດ​ໃນ​ທົ່ວ​ປະ​ເທດ ​ແລະ ​ໃນ​ແຕ່ລະ​ທ້ອງ​ຖິ່ນ ວິ​ສາ​ຫະກິດ ພື້ນຖານ ຜະລິດ​ຕະພັນ​ຕົ້ນຕໍ, ດ້ວຍ​ວິ​ໄສ​ທັດກວ້າງ​ໄກ ​ແລະ ມີ​ລຳດັບ​ດຳ​ເນີນ​ງານຢ່າງ​ລະອຽດ; ​ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນລະຫວ່າງ “ມວນ​ລວມ” ​ແລະ​ບັນດາ “ຈຸດ​ໜັກ” ​ໃນ​ການຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່. ສືບ​ຕໍ່​ຜັນ​ຂະຫຍາຍ​ການຈັດ​ວາງ​ຄືນ​ໃໝ່ບັນດາ​ຂົງ​ເຂດ​ຈຸດ​ໜັກ​ກ່ຽວ​ກັບ​ການ​ລົງທຶນ, ລະບົບ​ການ​ເງິນ - ທະນາຄານ ​ແລະ ບັນດາ​ວິ​ສາ​ຫະກິດ​ແຫ່ງ​ລັດ. ປັບ​ປຸງເພີ່ມ​ເຕີມ, ບູລະນະ​ໂຄງການ​ຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ​ໃນ​ນັ້ນ​ຄວນ​ຄິດ​ໄລ່​ລະອຽດ​ເນື້ອ​ໃນ ​ແລະ ບັນດາ​ພາກສ່ວນ​ປະກອບ​ຂອງ​ຕົວ​ແບບ​ເຕີບ​ໂຕ, ກຳນົດ​ແຈ້ງ​ຈຸດໝາຍ, ລຳດັບ​ດຳ​ເນີນ​ງານ, ​ແບບ​ວິທີ​ຈັດ​​ແບ່ງ​ຄືນ​ໃໝ່​ແຫຼ່ງພະລັງ, ລະດົມ​ການ​ເຂົ້າ​ຮ່ວມ​ຂອງ​ສັງຄົມ, ​ຕິດ​ແໜ້ນ​ວິວັດ​ການຈັດ​ວາງ​​ໂຄງ​ປະກອບ​ເສດຖະກິດຄືນ​ໃໝ່ ກັບ​ວິວັດ​ການ​ເຊື່ອມ​ໂຍງ​ເສດຖະກິດ​ໂລກ, ຕິດ​ແໜ້ນ​ການຈັດ​ວາງ​ໂຄງ​ປະກອບ​ຂະ​ແໜງກາ​ນອຸດສາຫະກຳ​ ​ແລະ ການ​ບໍລິການຄືນ​ໃໝ່ ກັບ​ການຈັດ​ວາງ​ໂຄງ​ປະກອບ​ຂະ​ແໜງ​ການ​ກະສິກຳ​ຄືນ​ໃໝ່.

ທີ​ສາມ, ກ່ຽວ​ກັບ​ການຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ເຂດ​ຄືນ​ໃໝ່, ​ເປັນ​ເອກະ​ພາບ​ໃນ​ການ​ຄຸ້ມ​ຄອງ​ສັງ​ລວມຕໍ່​ແຜນ​ຍຸດ​ທະ​ສາດ ​ແຜນ​ກຳນົດການ​ພັດທະນາ​ເສດຖະກິດ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ​ພາກ ເຂດ ​ແລະ ສະຫະ​ເຂດ. ຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ເຂດ​ຄືນ​ໃໝ່ອິງ​ບົນ​ພື້ນຖານ​ທ່າ​ແຮງ​ປຽບທຽບ ​ແລະ ການ​ກໍ່ສ້າງລະບຽບກົດໝາຍ​ເສດຖະກິດ​ເຂດທີ່​ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ, ມີຄວາມ​ສາມາດ​ແຂ່ງຂັນ​ໃນ​ພາກ​ພື້ນ ​ແລະ ສາກົນ, ສ້າງ​ຂົ້ວ​ຫົວ​ການ​ເຕີບ​ໂຕ ​ແລະ ພິສູດ​ລະບຽບ​ກົດໝາຍ​ໃໝ່, ຊຸກຍູ້​ໃຫ້​ເສດຖະກິດ​ເຂດ​ຂະຫຍາຍຕົວ. ສ້າງ​ກົນ​ໄກ​ປະສານ​ງານ​ເຂດ​ເສດຖະກິດ​ທີ່​ມີ​ປະສິດທິ​ຜົນ ​ແລະ ການ​ເຊື່ອມ​ສຳພັນ​ເຂດ​ເສດຖະກິດ. ກໍ່ສ້າງ​ລະບຽບ​ກົດໝາຍ​ເສດຖະກິດ​ທີ່​ທັນ​ສະ​ໄໝ ມີ​ຄວາມ​ສາມາດ​ແຂ່ງຂັນ​ໃນ​ພາກ​ພື້ນ​ແລະ​ສາກົນ ​ໃຫ້​ແກ່​ບັນດາ​ພາກ ເຂດ​ເສດຖະກິດ, ​ເປັນ​ຕົ້ນ​ແມ່ນ​ເຂດ​ເສດຖະກິດ​ພິ​ເສດ ​ເພື່ອສ້າງ​ຂົ້ວ​ຫົວ​ການ​ເຕີບ​ໂຕ ​ແລະ ພິສູດ​ລະບຽບ​ກົດໝາຍ​ໃໝ່, ກາຍ​ເປັນ​ຫົວຈັກ ​ເປັນກຳລັງ​ໝູນ​ອັນ​ແທ້​ຈິງ​ທີ່​ມີ​ແຮງ​ແຜ່​ລາມ​ອອກ​ສູ່​ເຂດ​ອ້ອມ​ຂ້າງ ​ແລະ ທົ່ວ​ປະ​ເທດ; ພ້ອມ​ກັນ​ນັ້ນ​ກໍ່ສ້າງ​ເງື່ອນ​ໄຂ​​ຊ່ວຍ​ເຫຼື​ອບັນດາ​ເຂດ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ໃຫ້ຂະຫຍາຍຕົວ​ໄວ​ກວ່າອີກ, ພິ​ເສດ​ແມ່ນ​ເຂດ​ຊາຍ​ແດນ, ​ເກາະ​ທະ​ເລ, ​ເຂດ​ຕາ​ເວັນ​ຕົກ​ສຽງ​ໃຕ້, ​ໄຕ​ງວຽນ, ​ເຂດ​ຕາ​ເວັນ​ຕົກ​ສຽງ​ເໜືອ ​ແລະ ​​ເຂດ​ຕາ​ເວັນ​ຕົກ​ຂອງ​ບັນດາ​ແຂວງ​ພາກ​ກາງ. ບູລະນະ​ຂໍ້​ກຳນົດກົດ​ລະບຽບ​ການ​ແບ່ງ​ງານ, ​ແບ່ງ​ຂັ້ນ​ລະຫວ່າງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ, ທັງ​ຮັບປະກັນ​ການ​ລວ​ມສູນ​ເປັນ​ເອກະ​ພາບຂອງ​ລະບົບ​ເສດຖະກິດ, ທັງ​ເສີມ​ຂະຫຍາຍ​ລັກສະນະ​ເປັນ​ເຈົ້າ​ການ ປະດິດ​ສ້າງ​ຂອງ​ທ້ອງ​ຖິ່ນ. ປ່ຽນ​ແປງ​ໃໝ່​ລະບົບ​ເລກ​ຄາດໝາຍ​ການ​ພັດທະນາ​ເສດຖະກິດ - ສັງຄົມ ຂອງ​ຊາດ ​ແລະ ຂອງ​ທ້ອງ​ຖິ່ນ.

ທີ​ສີ່, ພັດທະນາ​ເສດຖະກິດ​ທະ​ເລ​ຢ່າງ​ແຂງ​ແຮງ ແນ​ໃສ່​ເພີ່ມ​ທະວີ​ກຳລັງ​ບົ່ມ​ຊ້ອນ​ຂອງ​ເສດຖະກິດ​ແຫ່ງ​ຊາດ ​ແລະ ປົກ​ປັກ​ຮັກສາ​ອຳນາດ​ອະທິປະ​ໄຕ​​ແຫ່ງ​ຊາດ. ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ການ​ພັດທະນາ​ບັນດາ​ຂະ​ແໜງ​ການ ນ້ຳມັນ​ອາຍ​ແກ​ສ, ການ​ປະມົງ​ໄກ​ຝັ່ງ ​ແລະ ບໍລິການ​ຮັບ​ໃຊ້​ການ​ປະ​ທົງ, ​ເສດຖະກິດ​ການ​ເດີນ​ເຮືອ (ບໍລິການ​ທ່າ​ເຮືອ​ທະ​ເລ, ຕໍ່​ກຳ​ປັ່ນ ​ແລະ ສ້ອມ​ແປງ​ກຳ​ປັ່ນ, ຂົນ​ສົ່ງ​ທາງ​ທະ​ເລ), ທ່ອງ​ທ່ຽວ​ທະ​ເລ ​ເກາະທະ​ເລ. ມີ​ກົນ​ໄກ​ສ້າງບາດກ້າວ​ບຸກທະລຸ​ທາງ​ດ້ານ​ຄວາມ​ເຕີບ​ໂຕ ​ແລະ ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ​ທະ​ເລ, ດຶງ​ດູດ​ຢ່າງ​ແຂງ​ແຮງ​ເອົາທຸກ​ແຫຼ່ງພະລັງ​ລົງທຶນ ​ເພື່ອພັດທະນາ​ເສດຖະກິດ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ຂຸດ​ຄົ້ນ​ຊັບພະຍາກອນ​ທະ​ເລ ໝູ່​ເກາະ​ແບບ​ຍືນ​ຍົງ. ສຸມ​ໃສ່​ລົງທຶນ ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ເຂດ​ເສດຖະກິດ​ຊາຍ​ຝັ່ງ​ທະ​ເລ.

ທີ​ຫ້າ, ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ສາກົນ ​ໂດຍຕິດ​ກັບການ​ກໍ່ສ້າງ​ລະບົບ​​ເສດຖະກິດ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ. ​ເຂົ້າ​ຮ່ວມ​ບັນດາ​ສັນຍາ​ການ​ຄ້າ​ເສລີ ​ແລະ ຂຸດ​ຄົ້ນ​ເອົາ​ຜົນ​ປະ​ໂຫຍ​ດ​ເສດຖະກິດ​ຈາກ​ການ​ເຂົ້າ​ຮ່ວມ​ໃນ​ບັນດາ​ສັນຍາ​ເສດຖະກິດ​ເສລີ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ​ນັ້ນ; ​ເຊື່ອມ​ຕິດ​ກັບ​ການ​ກໍ່ສ້າງ​ລະບົບ​ເສດຖະກິດ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ຫຼີກ​ລ່ຽງການ​ຂຶ້ນ​ຕໍ່​ກັບ​ຕະຫຼາດ​ໃດ​ໜຶ່ງ ຫຼື​ຄູ່​ຮ່ວມມືລະອຽດ​ໃດໜຶ່ງ. ກວດຄືນ ປັບປຸງ​ບູລະນະ​ລະບົບ​ກົດໝາຍ ​ແນ​ໃສ່​ປະຕິບັດ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ພາຍຫຼັງ​ທີ່​ໄດ້​ລົງ​ນາມ​ແລ້ວ, ​ເປັນ​ພິ​ເສດ​ແມ່ນ​ ສັນຍາ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ເສດຖະກິດ​ຂ້າມ​ປາຊີ​ຟິກ (Trans-Pacific Strategic Economic Partnership Agreement - TPP), ສັນຍາ​ການ​ຄ້າ​ຫວຽດ​ນາມ - ອີ​ຢູ. ບູລະນະ​ລະບຽບ​ກົດໝາຍ (ກົດໝາຍ, ກົງຈັກ, ບຸກຄະລາ​ກອນ) ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຫລຸດຜ່ອນ​ການ​ແກ່ງ​ແຍ້​ງສາກົນ, ​ເປັນ​ຕົ້ນ​ແມ່ນ​ການ​ແກ່ງ​ແຍ້​ງການ​ຄ້າ ການ​ລົງທຶນ​ສາກົນ. ກຽມ​ຄວາມ​ພ້ອມ​ຢ່າງ​ພຽງພໍ​ເພື່ອ​ເຂົ້າ​ຮ່ວມ​ປະຊາ​ຄົມ​ອາ​ຊຽນ 2015. ປັບປຸງບູລະນະ​ກົດໝາຍ​ວ່າ​ດ້ວຍ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ຍຸຕິ​ທຳ ທີ່ສອດຄ່ອງ​ກັບ​ກົດໝາຍ​ສາກົນ./.

ໂດຍ: ສຈ. ດຣ ​ເວື​ອງດິ່ງ​ເຮວ້
ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ເສດຖະກິດ​ສູນ​ກາງ

*    ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 872 (​ເດືອນມິຖຸນາ 2015)

(1) ຄວາມ​ໄວ​​ໃນການ​ເຕີບ​ໂຕ​ເສດຖະກິດ​ປີ 2011 ບັນລຸ 6,24%; ປີ 2012: 5,25%; ປີ 2013: 5,42%; ປີ 2014: 5,98%; ປີ 2015 ຄາດກະ​ຈະ​ບັນລຸ 6,2%.

(2) ​ໂຄງການ​ຈັດ​ວາງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ແຫ່ງ​ລັດ​ຄືນ​ໃໝ່​ໄລຍະ​ປີ 2011 - 2015 ​ໄດ້​ຮັບ​ການ​ອະນຸມັດ ​ແລະ ປະຕິບັດ​ຢ່າງ​ຕັ້ງໜ້າ. ການຫັນ​ເປັນ​ຫຸ້ນ​ສ່ວນ ​ແລະ ຖອນ​ທຶນ​ທີ່​ລົງ​ຢູ່​ນອກ​ຂະ​ແໜງ​ການຕາມ​ກົນ​ໄກ​ຕະຫຼາດ ​ໄດ້​ຮັບ​ການ​ຍູ້​ແຮງ, ​ໃນ​ນັ້ນ ສຸມ​ໃສ່​ບັນດາ​ກຸ່ມ​ເສດຖະກິດ, ສະຫະ​ບໍລິສັດ​ແຫ່ງ​ລັດ. ຄິດ​ໄລ່​ຮອດ​ວັນ​ທີ 30 ກັນຍາ 2014 ​ໄດ້​ປະຕິບັດ​ການຈັດ​ວາງ​ຄືນ​​ໃໝ່ 6.883 ວິ​ສາ​ຫະກິດ, ​ໃນ​ນັ້ນ ຫັນ​ເປັນ​ຫຸ້ນ​ສ່ວນ 4.136 ວິ​ສາ​ຫະກິດ.