ຄຳ​ນຳ​ຂອງ​ກອງ​ບັນນາທິການ: ວັນ​ທີ 2 ກັນຍາ 2015, ຢູ່​ທີ່​ສະໜາມ​ຫຼວງ ບາ​ດິ່ງ ທີ່​ເປັນ​ປະຫວັດສາດ, ພັກ ລັດ ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ມິດ​ຕິງ ​ເດີນ​ສວນສະໜາມ ​ແຫ່​ຂະ​ບວນ ​ເພື່ອ​ສະ​ເຫຼີ​ມສະຫຼອງ​ການ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນຊາດ​ແຫ່ງ​ປະ​ເທດ​ສາທາລະນະ​ລັດ ສັງຄົມ​ນິຍົມ​ຫວຽດນາ ຄົບຮອບ 70 ປີ. ຕາງໜ້າ​ພັກ ລັດ, ສະຫາຍ ​ເຈືອງ​ເຕິ​ນຊາງ ກຳມະການ​ກົມ​ການ​ເມືອງ​ສູນ​ກາງພັກ ປະທານ​ປະ​ເທດ​ແຫ່ງ ສສ.ຫວຽດນາມ, ກ່າວ​ສຸນທອນພົດ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ. ວາລະສານ​ກອມ​ມູນິດ ຂໍ​ເປັນ​ກຽດ​ໄດ້​ແນະນຳ​ສຸນທອນພົ​ດດັ່ງກ່າວ.

ສະຫາຍປະທານປະເທດ ເຈືອງເຕິນຊາງ ກ່າວສຸນທອນພົດ ທີ່ພິທີສະເຫຼີມສະຫຼອງ ການປະຕິວັດເດືອນສິງຫາ ແລະ ວັນຊາດແຫ່ງປະເທດ ສສ.ຫວຽດນາມ ຄົບຮອບ 70 ປີ. (ພາບ: sav.gov.vn)

ກ່ອນ​ໜ້າ​ນີ້ 70 ປີ, ​ໃນ​ວັນ​ເດືອນ​ຂອງ​ລະດູ​ຮ່ວງ​ໂຮຍ​ທີ່​ເປັນ​ປະຫວັດສາດ, ພາຍ​ໃຕ້​ການ​ນຳພາ​ຂອງພັກ​ກອມ​ມູນິດຫວຽດນາມ ​ແລະ ປະທານ​ໂຮ່ຈີ​ມິນ, ປະຊາຊົນ​ຫວຽດນາມ​ໄດ້​ສ້າງ​ຜົນງາ​ການ​ປະຕິວັດ​ເດືອນ​ສິງຫາທີ່​ຍິ່ງ​ໃຫຍ່. ວັນ​ທີ 2 ກັນຍາ, ຢູ່​ທີ່​ສະໜາມຫຼວງ​ບາ​ດິ່ງ ຮ່າ​ໂນ້ຍ, ​ໂດຍ​ຕາງໜ້າ​ລັດຖະບານ​ຊົ່ວຄາວ, ທ່ານ​ປະທານ​ໂຮ່ຈີ​ມິນ​ໄດ້ອ່ານ​ບົດ​ປະກາດ​ຖະ​ແຫຼ​ງ​ເອກະລາດ ​ເຊິ່ງ​ໄດ້ປະກາດ​ຢ່າງ​ສະຫງ່າ​ຜ່າ​ເຜີຍ​ຕໍ່​ປະຊາຊົນ​ທັງ​ຊາດ ​ແລະ ທົ່ວ​ໂລກວ່າ​: “ປະ​ເທດ​ຫວຽດນາມ​ມີ​ສິດ​ໄດ້​ຮັບ​ອິດ​ສະຫຼະ​ພາບ ​ແລະ ເອກະລາດ, ​ແລະ​ຄວາມ​ຈິງ​ໄດ້​ກາຍ​ເປັນ​ປະ​ເທດ​ອິດ​ສະຫຼະ​ພາບ ​ແລະ ​ເອກະລາດ​ແລ້ວ”(1), ​ເພື່ອ​ແຈ້ງ​ການກຳ​ເນີ​ດຂອງ​ປະ​ເທດ ສາທາລະນະ​ລັດ ປະຊາ​ທິປະ​ໄຕ ​ຫວຽດນາມ, ​ເຊິ່ງ​ເປັນ​ປະ​ເທດ​ປະຊາທິປະ​ໄຕ​ປະຊາຊົນ​ທຳ​ອິດ​ ຢູ່​ອາຊີ​ຕະ​ເວັນ​ອອກສຽງ​ໃຕ້, ປັດ​ຈຸ​ບັນ​ເປັນ​ປະ​ເທດ​ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ. ​ເຫດການ​ອັນ​ສຳຄັນ​ນີ້ ​ເປັນຫຼັກ​ໝາຍຄຳອັນ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ໃນ​ປະຫວັດສາດ​ແຫ່ງ​ການ​ສ້າງຕັ້ງ​ປະ​ເທດ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ອັນ​ສະຫງ່າ​ລາສີ​ຂອງຊາດ​ຫວຽດນາມ. 

ການ​ປະຕິວັດ​ເດືອນ​ສິງຫາສຳ​ເລັດ​ຜົນ​ພາ​ໄປ​ເຖິງ​ການ​ກຳ​ເນີ​ດ​ເກີດຂຶ້ນຂອງ​ປະ​ເທດ ສາທາລະນະ​ລັດ ປະຊາ​ທິປະ​ໄຕ ​ຫວຽດນາມ, ​ແມ່ນ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ຂອງ​ປະຊາ​ຊົນ​ຫວຽດນາມ, ທັບ​ມ້າງ​ແອກ​ປົກຄອງ ກົດ​ຂີ່ ຂູດ​ຮີດ​ຂອງ​ລະບອບ​ລ່າ​ເມືອງ​ຂຶ້ນ ສັກດິນາ, ຍາດ​ອຳນາດ​ມາ​ມື​ປະຊາຊົນ. ປະ​ເທດຫວຽດນາມ ຈາກ​ບ່ອນ​ເປັນ​ແຄວ້ນ​ເມືອງ​ຂຶ້ນ ​ເຄິ່ງສັກດິນາ ​ໄດ້​ກາຍ​ເປັນ​ປະ​ເທດ​ເອກະລາດ ອິດ​ສະລະ​ພາບ. ​ປະຊາຊົນຫວຽດນາມ ຈາກ​ຊາດ​ຂ້ອຍ​ຂ້າ​ມ້າ​ຕ່າງ ​ໄດ້​ກາຍ​ເປັນ​​ເຈົ້າ​ຂອງ​ປະ​ເທດ ​ເປັນ​ເຈົ້າ​ສັງຄົມ ​ເປັນ​ເຈົ້າ​ຊາຕາ​ກຳ​ຂອງ​ຕົນ. ປະເທດຫວຽດນາມ, ຊາດຫວຽດນາມ ກ້າວ​ເຂົ້າ​ສູ່​ສັກກະ​ຫຼາດ​ໃໝ່, ສັກກະຫຼາດ​ແຫ່ງ​ເອກະລາດ​ແຫ່ງ​ຊາດ ແລະ ສັງຄົມ​ນິຍົມ. ການ​ປະຕິວັດ​ເດືອນ​ສິງຫາ​ເປັນ​ເຫດການ​ທີ່​ມີ​ລະດັບ​ຍຸກ​ສະ​ໄໝ ມີ​ຄວາມ​ໝາຍ​ສາກົນ​ທີ່​ເລິກ​ເຊິ່ງ; ​ເປັນ​​ແຫຼ່ງປຸກລະດົມ​ກຳລັງ​ໃຈ​ອັນ​ໃຫຍ່​ຫຼວງຕໍ່​ກັບ​ບັນດາ​ປະ​ເທດ​ເມືອງ​ຂຶ້ນ, ປະຊາຊົນ​ຜູ້​ຖືກ​ກົດ​ຂີ່​ຂູດ​ຮີດ​ໃນ​ໂລກ ​ໃຫ້​ລຸກ​ຮື​ຂຶ້ນ​ຕໍ່ສູ້ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ ປະຊາທິປະ​ໄຕ ​ແລະ ຄວາມ​ກ້າວໜ້າທາ​ງສັງຄົມ. 

ການ​ປະຕິວັດ​ເດືອນ​ສິງຫາ​ແມ່ນ​ໄຊຊະນະ​ຂອງ​ກຳລັງ​​ແຮງ​ແຫ່ງ​ຄວາມ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ມູນ​ເຊື້ອ​ຮັກ​ຊາດ​ອັນ​ແຮງ​ກ້າ, ຄຸນສົມບັດຫຼັກ​ໝັ້ນ ສະຕິ​ປັນຍາ ​ແລະ ​ເຈດ​ຈຳນົງ​ອົງອາດ​ກ້າ​ແກ່ນ ຂອງຊາດຫວຽດນາມ ​ເຊິ່ງ​ໄດ້​ສືບຕໍ່ ​ເສີມ​ຂະ​ຫຍາ​ຍຂຶ້ນ​ສູ່​ຍອດ​ສູງ​ໃໝ່​ໃນ​ການ​ຕໍ່ຕ້ານ ​ໂດຍ​ແມ່ນພັກ​ກອມ​ມູນິດຫວຽດນາມ​ເປັນ​ຜູ້​ຈັດ​ຕັ້ງ ​ແລະ ນຳພາ; ​ແມ່ນ​ໄຊຊະນະ​ຂອງ​ແນວທາງ​ປະຕິວັດ​ທີ່​ຖືກຕ້ອງ, ການ​ນຳພາ​ທີ່​ສະຫຼາດ​ສ່ອງ​ໃສ, ວິ​ໄສ​ທັດ​ຍຸດ​ທະ​ສາດ, ຄວາມ​ສຳ​ພັດ​ໄວ​ໃນ​ການ​ສ້າງ​ໂອ​ກາດ ​ແລະ ຍາດ​ເອົາ​ໂອກາດພັນ​ປີ​ມີ​ຄັ້ງໜຶ່ງ, ການ​ສົມທົບ​ກຳລັງ​ແຮງ​ຂອງ​ຊາດ ກັບ​ກຳລັງ​ແຮງ​ແຫ່ງ​ຍຸກ​ສະ​ໄໝ​ຂອງພັກ​ກອມ​ມູນິດຫວຽດນາມ ​ແລະ ປະທານ​ໂຮ່ຈີ​ມິນ. ​ແນວທາງ​ດັ່ງກ່າວ​ນັ້ນ ​ໄດ້​ປະຕິບັດ​ໂດຍຖັນ​ແຖວສະມາຊິກ​ພັກ​ທີ່​ຈົງ​ຮັກ​ພັກດີ​ຢ່າງ​ເດັດຂາດ​ຕໍ່​ອຸດົມ​ການ​ປະຕິວັດ, ບໍ່​​ຫວັ່ນ​ໃຈຕໍ່​ຄວາມ​ຫຍຸ້ງຍາກ​ລຳບາກ ຄວາມ​ເສຍສະລະ, ​ໄດ້​ມານະ​ພະຍາຍາມ​ໂຄສະນາ ປຸກລະດົມຂົນຂວາຍ ຈັດ​ຕັ້ງ​ປະຊາຊົນລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ພ້ອມ​ບາດ​ດຽວ ຍາດ​ເອົາ​ອຳນາດ​ການ​ປົກຄອງ​ໃນ​ທົ່ວ​ປະ​ເທດ, ​ເປັນ​ຜົນສຳ​ເລັດ​ຂອງ​ສາມ​ກະ​ແສການ​ປະຕິວັດສູງ ຂອງ​ປະຊາຊົນຫວຽດນາມ ​ໃນ​ຕະຫຼອດ​ເວລາ 15 ປີ ນັບ​ແຕ່​ວັນ​ສ້າງ​ຕັ້ງພັກ. 

​ເຈັດ​ສິບ​ປີ​ທີ່​ຜ່ານ​ມາ, ປະຕິບັດ​ຄຳ​ປະຕິຍານ​ທີ່ສັກກາລະ​ບູຊາ ຢູ່​ທີ່​ພິທີ​ປະກາດ​ຖະ​ແຫຼ​ງ​ເອກະລາດ: “ປະຊາຊົນຫວຽດນາມທຸກ​ຄົນ ​ຕັດສິນ​ໃຈ​ນຳ​ໃຊ້​ຈິດ​ໃຈ ​ແລະ ກຳລັງວັງຊາ, ຊີວິດ​ອິນ​ຊີ ​ແລະ ຊັບ​ສິນ​ທັງ​ໝົດ​ຂອງ​ຕົນ​ ເພື່ອຮັກສາ​ສິດ​ອິດ​ສະຫຼະ​ພາບ ​ແລະ ​ເອກະລາດ​ນັ້ນ”(2), ປະຊາຊົນຫວຽດນາມ​ໄດ້​ນຳໃຊ້​ກຳລັງ​ວັງຊາ ສະຕິ​ປັນຍາ​ຂອງ​ຕົນບໍ່​ຈັກ​ວ່າ​ເທົ່າ​ໃດ ​ແລະ ​ໄດ້​ເສຍ​ສະລະ​ເລືອດ​ເນື້ອ​ບໍ່​ຈັກ​ວ່າ​ເທົ່າ​ໃດ ​ເພື່ອ​ຮັກສາ​ຜົນງາ​ນການ​ປະຕິວັດ ​ແລະ ປະ​ຕິ​ບັດ​ບັນດາ​ເປົ້າ​ໝາຍ​ອັນ​ສູງ​ສົ່ງ​ ຂອງການ​ປະຕິວັດ​ເດືອນ​ສິງຫາ ຄື: ຄວາມ​ເປັນ​ເອກະລາດ​​ແຫ່ງຊາດ, ​ເສລີພາບ ​ແລະ ຄວາມ​ຜາ​ສຸກຂອງ​ປະຊາຊົນ. ພັກ ລັດ ປະຊາຊົນຫວຽດນາມ ​ໄດ້​ທັບ​ມ້າງ​ທຸກ​ກົນອຸບາຍ​ຕ້ານ​ຢັນ​ທຳລາຍ ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ, ປົກ​ປັກ​ຮັກສາ​ອຳນາດ​ການ​ປົກຄອງ​ປະຕິວັດ​ທີ່​ຍັງ​ໜຸ່ມ​ນ້ອຍ; ດຳ​ເນີນ​ການ​ຕໍ່ຕ້ານຕະຫຼອດ 9 ປີ ທີ່​ຍືດ​ເຍື້ອຍາວ​ນານ, ​ເຕັມ​ໄປ​ດ້ວຍ​ຄວາມທຸກ​ຍາກ​ລຳບາກ ຄວາມ​ເສຍ​ສະລະ, ຍາດ​ໄດ້​ໄຊຊະນະ​ ດຽນບຽນ​ຝູ ອັນ​ເປັນ​ປະວັດ​ສາດ​ທີ່​ “ສະທ້ານຟ້າສະ​ເທືອ​ນດິນ”, ເລື່ອງ​ຊື່ລືນາມທົ່ວ​ໂລກ. ຕໍ່​ຈາກ​ນັ້ນ, ຜ່ານ​ເວລາຊາວ​ເອັດ​ປີ​ແຫ່ງ​ການ​ສູ້​ຮົບ​ຢ່າງ​ອົງອາດ​ກ້າຫານ ​ໄດ້​ຜາບ​ແພ້​ບັນດາ​ຍຸດ​ທະ​ສາດ​ສົງຄາມ​ຂອງ​ສັດຕູ, ຍາດ​ເອົາ​ໄຊຊະນະ​ສົມບູນ​ໃນການ​ບຸກ​ໂຈມ​ຕີ​ທົ່ວ​ທຸກ​ສະໜາມຮົບ ​ແລະ ລຸກ​ຮື​ຂຶ້ນ​​ທົ່ວ​ພາກ​​ໃຕ້ ​ໃນ​ລະດູບານ​ໃໝ່ປີ 1975, ​ເຊິ່ງຍອດ​ສູງ​ແມ່ນ ຍຸດທະ​ການ​ໂຮ່ຈີ​ມິນອັນ​ເປັນ​ປະຫວັດສາດ, ປົດ​ປ່ອຍ​ທົ່ວ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບ. ຫຼັງ​ຈາກ​ນັ້ນ, ປະຊາຊົນຫວຽດນາມ ຊ້ຳພັດ​ຕ້ອງສືບ​ຕໍ່​ດຳ​ເນີນ​ການ​ສູ້​ຮົບ​ຢູ່​ຊາຍ​ແດນ​ຕາ​ເວັນ​ຕົກ​ສຽງ​ໃຕ້ ​ແລະ ຊາຍ​ແດນ​ທາງ​ທິດ​ເໜືອ ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​​ແລະ ​ເຮັດພັນທະ​ສາກົນ​ອັນ​ສູງ​ສົ່ງ. ພຽງ​ແຕ່​ຮອດ​ເວລາ​ນັ້ນ, ປະຊາຊົນຫວຽດນາມ ຈຶ່ງ​ໄດ້​ມີ​ຊີວິດ​ຢ່າງ​ແທ້​ຈິງຢູ່​ໃນ​ສັນຕິພາບ, ​ໄດ້ກໍ່ສ້າງ​ປະ​ເທດ​ຊາດ​ຄືນ​ໃໝ່. ຈັ່ງ​ແມ່ນ​ຖືກ​ຕາມ​ຄຳ​ຄົມ​ຂອງ​ທ່ານ ຫງວຽນ​ຈ້າຍ ທີ່​ຂຽນ​ໃນ ດ້າຍ ກ໋າວ ບິ່ງ ​ໂງ: “ປະ​ເທດ​ຊາດ​ແຕ່​ນີ້​ໄປ​ຈະ​ໄດ້​ໝັ້ນຄົງ​ຖາວອນ, ບ້ານ​ເມືອງ​ແຕ່​ນີ້​ໄປ​ຈະ​ໄດ້​ປ່ຽນ​ແປງ​ໃໝ່” (3).

​ແນວທາງ​ການ​ປ່ຽນ​ແປງ​ໃໝ່​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງພັກ​ກອມ​ມູນິດຫວຽດນາມ ວາງ​ອອກ​ມາ ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຮຽກຮ້ອງອັນ​ຮີບ​ດ່ວນຂອງ​ສະພາບ​ການ​ຕົວ​ຈິງ, ຖືກ​ກັບ​ແນວ​ຄິດ​ຈິດ​ໃຈ​ຂອງ​ປະຊາຊົນ, ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ສະໜັບສະໜູນ​ຂອງ​ປະຊາຊົນ ​ແລະ ປະຊາຊົນ​ເຂົ້າ​ຮ່ວມ​ການ​ປະຕິບັດ​ຢ່າງ​ຕັ້ງໜ້າ, ​ໄດ້​ເປີດ​ໄລຍະ​ໃໝ່​ແຫ່ງ​ການ​ພັດທະນາ​ສ້າງສາປະ​ເທດ. ຜ່ານຄວາມ​ມານະ​ພະຍາຍາມ​ສູ້​ຊົນ​ໃນ​ເວລາ​ເກືອບ 30 ປີ, ປະ​ເທດຫວຽດນາມຍາດ​ໄດ້ຜົນ​ສຳ​ເລັດ​ອັນ​ໃຫຍ່​ຫຼວງ ມີ​ຄວາມ​ໝາຍ​ປະຫວັດສາດ. ຈາກ​ປະ​ເທດ​ທຸກ​ຍາກ ຫຼ້າ​ຫຼັງ, ຫວຽດນາມ​ໄດ້​ບືນ​ຕົວ​ຂຶ້ນ, ພົ້ນ​ອອກ​ຈາກ​ວິ​ກິດ​ການ​ເສດຖະກິດ - ສັງຄົມ, ຜ່ານ​ຂ້າມ​ລະດັບ​ປະ​ເທດ​ທຸກ​ຈົນ ດ້ອຍ​ພັດທະນາ, ກາຍ​ເປັນ​ປະ​ເທດ​ກຳລັງ​ພັດທະນາທີ່​ມີ​ລາຍ​ຮັບ​ປານ​ກາງ; ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ; ການ​ເມືອງ - ສັງຄົມ​ສະຫງົບ​ດີມີ​ສະຖຽນ​ລະ​ພາບ; ​ເອກະລາດ​ແຫ່ງ​ຊາດ ອະທິປະ​ໄຕ ​ເອກະ​ພາບ ​ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ ໄດ້​ຮັບ​ການ​ຮັກສາ​ຢ່າງ​ໝັ້ນຄົງ; ການ​ພົວພັນ​ຕ່າງປະ​ເທດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດ​ກວ້າງ, ອິດ​ທິພົນ ຖານະບົດ​ບາດ​ຂອງຫວຽດນາມໃນ​ເວທີ​ໂລກ​ ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ກຳລັງ​ແຮງ​ສັງ​ລວມຂອງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ, ສ້າງ​ທ່າ ​ແລະ ກຳລັງ​ໃໝ່​ ໃຫ້​ປະ​ເທດ​ສືບ​ຕໍ່ຈະ​ເລີ​ນພັດທະນາຍິ່ງ​ຂຶ້ນ. ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່ ​ແລະ ບັນດາ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ ຂອງ​ປະຊາຊົນຫວຽດນາມ​ໃນ 70 ປີ​ທີ່​ຜ່ານ​ມາ ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ ​ຕີ​ລາຄາ​ສູງ​ຈາກ​ປະຊາຊົນ​ໂລກ​ແລະ​ເພື່ອນ​ມິດສາ​ກົນ, ​ໄດ້​ກາຍ​ເປັນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ຂອງ​ຊາດຫວຽດນາມ​ ໃນ​ພາລະກິດ​​ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. 

ມື້​ນີ້, ພັກ ລັດ ​ແນວໂຮມ​ປະ​ເທດ​ຊາດຫວຽດນາມ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງການ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນຊາດ​ ແຫ່ງ​ປະ​ເທດ​ສາທາລະນະ​ລັດ ສັງຄົມ​ນິຍົມຫວຽດນາມ ຄົບຮອບ 70 ປີ ຢ່າງ​ຄຶກຄຶ້ນ ສົມ​ກຽດ. ​ດ້ວຍ​ຄວາມ​ເອກອ້າງ​ທະ​ນົງ​ໃຈ ​ແລະ ​ຄວາມ​ຮູ້ສຶກ​​ໃນ​ສິ່ງ​ສັກສິດ, ພວກ​ເຮົາ​ລະນຶກ​ເຖິງ​ທ່ານປະທານ​ໂຮ່ຈີ​ມິນ, ຜູ້ນຳ​ທີ່​ປີ​ຊາ​ສາມາດ, ວິລະ​ຊົນ​ປົດ​ປ່ອຍ​ຊາດ, ບູລຸດຜູ້​ມີ​ຊື່​ສຽງ​ທາງ​ດ້ານ​ວັດທະນະທຳ​ຂອງ​ໂລກ, ​ເພີ່ນ​ໄດ້​ອຸທິດ​ຊີວິດ​ຂອງ​ຕົນ​ໃຫ້​ປະຊາຊົນ ປະ​ເທດຊາ​ດ, ນຳພາພັກ​ກອມມູນິດ​ຫວຽດນາມ ປະຊາຊົນຫວຽດນາມ ຍາດ​ເອົາ​ບັນດາ​ໄຊຊະນະອັນ​ສະຫງ່າ​ລາສີ, ​ເຮັດ​ໃຫ້​ຊາດຫວຽດນາມ ປະ​ເທດ​ຊາ​ດບ້ານ​ເມືອງ​ຫວຽດນາມ​ ມີ​ຄວາມ​ສະຫງ່າ​ຜ່າ​ເຜີຍ ມີ​ຊື່​ສຽງ​ໂດ່​ງດັງ. ​ແນວ​ຄິດ ​ແລະ ພາລະກິດ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ ​ເປັນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ ​ເປັນ​ທວນ​ໄຟ​ເຍືອງ​ທາງ​ ໃຫ້ຊາດຫວຽດນາມກ້າວ​ຢ່າງ​ໝັ້ນ​ແກ່ນ​ໄປ​ສູ່​ອະນາຄົດ. ພວກ​ເຮົາ​ຈາລຶກ​ບຸນຄຸນ​ອັນ​ໃຫຍ່​ຫຼວງ ​ຂອງວິລະ​ຊົນ ນັກຮົບທີ່ເສຍ​ຊີວິດ ລູກ​ຫຼານ​ທີ່​ດີເດັ່ນ​ຂອງ​ຊາດຫຼາຍ​ລ້ານ​ຄົນ ທີ່​ໄດ້​ເສຍ​ສະລະ​ຊີວິດ​ເພື່ອ​ເອກະລາດ ອິດ​ສະຫຼະ​ພາບ​ຂອງ​ຊາດ, ​ເພື່ອ​ອຳນາດ​ອະທິປະ​ໄຕ ​ເອກະ​ພາບ ​ແລະ ຜືນ​ແຜ່ນ​ດິນອັນ​ຄົບ​ຖ້ວນ ​ຂອງ​ປະ​ເທດ​ຊາດຫວຽດນາມ, ​ເພື່ອ​ສັງຄົມ​ນິຍົມ, ​ເພື່ອ​ພັນທະ​ສາກົນ​ອັນ​ສູງ​ສົ່ງ. ພວກ​ເຮົາ​ຂໍສະ​ແດງ​ຄວາມ​ຮູ້​ບຸນຄຸນຢ່າງ​ເລິກ​ເຊິ່ງ ຕໍ່​ບັນດາ​ນັກ​ປະຕິວັດ​ອະ​ວຸ​​ໂສ, ບັນດາ​ແມ່ຫວຽດນາມວິລະຊົນ, ບັນດາ​ສະຫາຍ​ນັກຮົບ​ຜູ້​ເສຍ​ອົງຄະ ນັກຮົບ​ທີ່​ເຈັບ​​ໄຂ້, ບັນດາ​ຄອບຄົວ​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ຊາດ ພ້ອມ​ດ້ວຍ​ພໍ່​ແມ່​ພີ່ນ້ອງ​ປະຊາຊົນ ​ແລະ ນັກຮົບ​ໃນ​ທົ່ວ​ປະ​ເທດທີ່​ໄດ້​ສູ້​ຮົບ ​ເສຍ​ສະລະ​ຢ່າງ​ພິລະ​ອາດ​ຫານ, ປະກອບສ່ວນ​ຢ່າງ​ໃຫຍ່ຫຼວງ​ໃຫ້​ແກ່​ພາລະກິດ​ການ​ປະຕິວັດ​ອັນ​ສະຫງ່າ​ລາສີ​ຂອງ​ຊາດ​ເຮົາ. ພວກ​ເຮົາ​ຈົດ​ຈຳ​ໄວ້​ຕະຫຼອດ ​ແລະ ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງຕໍ່​ການ​ຊ່ວຍ​ເຫຼືອອັນ​ປະ​ເສີດ ​ຂອງ​ປະຊາຊົນ​ບັນດາ​ປະ​ເທດ​ອ້າຍ​ນ້ອງ, ຂອງ​ບັນດາ​ກຳລັງ​ທີ່​ກ້າວໜ້າ ພ້ອມ​ດ້ວຍ​ເພື່ອນ​ມິດ​ໃນ​ທົ່ວ​ທັງ​ຫ້າ​ທະວີບ ທີ່​ໄດ້ຊ່ວຍ​ເຫຼືອ​ພາລະກິດການ​ຕໍ່ສູ້​ປົດປ່ອຍ​ຊາດ ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບ​ກ່ອນ​ໜ້າ​ນີ້ ກໍ່​ຄື​ພາລະກິດສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ປັດຈຸບັນ​ ຂອງຫວຽດນາມ. 

ມື້​ນີ້, ປະ​ເທດ​ເຮົາ​ພວມ​ຢືນ​ຢູ່​ຕໍ່ໜ້າ​ໂອກາດ​ດີ ກາລະ​ອັນ​ສະດວກ​ທີ່​ໃຫຍ່​ໂຕ, ພ້ອມ​ກັນ​ນັ້ນ​ກໍ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຕ່າງໆ​ ຫຼາຍຢ່າງ. ສະພາບ​ການ​ໂລກ ​ແລະ ພາກ​ພື້ນ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ ​ໄວວາ, ຫັນປ່ຽນ​ຢ່າງ​ສັບສົນ ຄາດ​ຄະ​ເນ​ໄດ້​ຍາກ. ສົງຄາມ, ການ​ປະ​ທະ​ກັນ​ທາງ​ດ້ານ​ຊົນ​ເຜົ່າ ສາສະໜາ, ການ​ກໍ່​ການ​ຮ້າຍ, ການ​ຈະລາຈົນ, ການ​ພິພາດ​ຊ່ວງ​ຊິງ​ກັນ​ດ້ານ​ອະທິປະ​ໄຕ ​ເຂດ​ແດນ ​ເກີດ​ຂຶ້ນ​ຢູ່​ຫຼາຍ​​ແຫ່ງ; ພິ​​ເສດ​ແມ່ນ ການ​ພິພາດ​​ກັນ​ດ້ານອະທິປະ​ໄຕ​ໃນ​ເຂດ​ທະ​ເລ ໝູ່​ເກາະຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ ທີ່​ນັບ​ມື້​ນັບ​ເພີ່ມຄວາມ​ເຄັ່ງຮ້ອນ​ ​ແລະ ກົນອຸບາຍ ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອິດ​ທິກຳລັງ​ສັດ​ຕູ ທີ່​ຕ້ານ​ລັດ​ເຮົາ ລະບອບ​ຂອງ​ເຮົາ ​ເຊິ່ງ​ເປັນ​ການ​ນາບ​ຂູ່​ໂດຍ​ກົງ​ເຖິງ​ສັນຕິພາບ ສະຖຽນ​ລະ​ພາຍ ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ ຂອງ​ປະ​ເທດ​ເຮົາ. ຢູ່​ໃນ​ປະ​ເທດ, ບັນດາ​ຜົນສຳ​​ເລັດ​ທີ່​ຍາດ​ມາ​ໄດ້​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ແມ່ນ​ສຳຄັນ​ທີ່​ສຸດ ​ແຕ່​ກໍ່​ຍັງ​ບໍ່​ທັນ​ສົມ​ຄູ່​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ, ຍັງ​ບໍ່​ທັນ​ໝັ້ນຄົງ​ນັບ​ທັງ​ດ້ານ​ເສດຖະກິດ ວັດທະນະທຳ ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ. ​ໄພ​ອັນຕະລາຍ 4 ປະການ​ທີ່ພັກ​ກອມ​ມູນິດຫວຽດນາມ​ໄດ້​ຊີ້​​ໃຫ້​ເຫັນ​ນັ້ນ ຍັງ​ຄົງ​ຕົວ​ຢູ່, ມີ​ດ້ານ​ພັດ​ຮ້າຍ​ແຮງ​ກວ່າ​ ສະ​ແດງ​ອອກ​ຢ່າງ​ສັບສົນ​ກວ່າແຕ່​ກ່ອນ, ​ເປັນ​ຕົ້ນ​ແມ່ນ ​ໄພ​ອັນຕະລາຍ​ແຫ່ງ​ການ​ຖອຍຫຼັງ​ທາງ​ດ້ານ​ເສດຖະກິດ ​ແລະ ຄວາມ​ຊຸດ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ ຄຸນສົມບັດ​ສິນ​ທຳ ​ແບບ​ວິທີ​ດຳລົງ​ຊີວິດ, ອຸດົມ​ການ​ຖືກຈາງ​ຫາຍ​ໄປ, ​ເຈດ​ຈຳນົງ​ສູ້​ຮົບ​ຫລຸດຜ່ອນ​ລົງ; ພະຍາດ​ອາດຍາ​ສິດ, ສໍ້​ລາດ​ບັງ​ຫຼວງ, ຄວາມຟຸມ​ເຟືອຍ ​ໃນ​ພະນັກງານ​ສະມາຊິກ​ພັກ​ພາກສ່ວນ​ໜຶ່ງ ຍັງ​ບໍ່​ທັນຖືກສະກັດ​ກັ້ນ ຍູ້​ຖອຍ ​ເຊິ່ງ​ໄດ້​ພາ​ໃຫ້​ສັງຄົມ​ເດືອດຮ້ອນ ປະຊາຊົນຂັດຂ້ອງບໍ່ພໍ​ໃຈ, ຄວາມ​ໄວ້​ວາງ​ໃຈ​ຂອງ​ປະຊາຊົນ​ຕໍ່​ກັບ ພັກ​ແລະລັດ ກໍ່​ຖືກ​ຫລຸດ​ລົງ. 

ສະ​ເຫຼີ​ມສະຫຼອງການ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນຊາດ, ທົ່ວ​ພັກ ທົ່ວ​ປວງ​ຊົນ ທົ່ວ​ກອງທັບເຮົາ​ ສາມັກຄີ​ເປັນ​ນ້ຳ​ໜຶ່ງ​ໃຈດຽວກັນ, ຕັ້ງໜ້າ​ພະຍາຍາມ​ສູ້​ຊົນ, ສວຍ​ໃຊ້​ໂອກາດ​ດີ, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ສຸດ​ອົກ​ສຸດ​ໃຈ​ຍົກ​ສູງມານະ​ຈິດ ຄວາມ​ຕັດສິນ​ໃຈ​ຮັກສາ​ຜົນງານ​ແຫ່ງ​ການ​ປະຕິວັດ, ສືບ​ຕໍ່​ປະຕິບັດ​ບັນດາ​ເປົ້າ​ໝາຍ​ອັນ​ສູງ​ສົ່ງ ​ຂອງການ​ປະຕິວັດ​ເດືອນ​ສິງຫາ ​ແລະ ຄຳ​ສາບານ​ເອກະລາດ ທີ່​ໄດ້​ຝັງ​ເລິກ​ໃນ​ໝາກ​ຫົວ​ໃຈ​ຂອງ​ຊາວຫວຽດນາມ​ແຕ່ລະຄົນ; ປະຕິບັດ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ສຳ​ເລັດ​ມີ​ໄຊ; ຫຍໍ້​ສັ້ນ​ຊ່ອງ​ວ່າງ​ແຫ່ງ​ການ​ພັດທະນາ ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ; ສູ້​ຊົນ​ສ້າງ​ປະ​ເທດຫວຽດນາມ​ໃຫ້​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ໄວ; ປົກ​ປັກ​ຮັກສາ​ເອກະລາດ ອຳນາດ​ອະທິປະ​ໄຕ ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍດຂອງ​ຊາດ, ປົກ​ປັກ​ຮັກສາ​ພັກ ລັດ ປະຊາຊົນ ​ແລະ ລະບອບ​ສັງຄົມ​ນິຍົມ; ຮັກສາ​ສິ່ງ​ແວດ​ລ້ອມສັນຕິພາບ ຄວາມ​ສະຫງົບ​ ເພື່ອສ້າງສາ​ພັດທະນາ​ປະ​ເທດ; ຍົກ​ສູງ​ຖານະ​ບົດບາດ​ຂອງ​ປະ​ເທດ​ໃນ​ເວທີ​ໂລກ; ນຳ​ເອົາຊີວິດ​ຄວາມ​ເປັນ​ຢູ່​ອິ່ມໜຳສຳລານ ສົມບູນ​ພູມ​ສຸດ​ມາ​ໃຫ້​ປະຊາຊົນ ຕາມ​ຄຳ​ສັ່ງສອນ​ຂອງ​ລຸງ​ໂຮ່ ທີ່​ວ່າ: “ຖ້າ​ຫາກ​ປະ​ເທດ​ເປັນ​ເອກະລາດ ​ແຕ່​ປະຊາຊົນ​ບໍ່​ມີ​ຄວາມສຸກ ບໍ່​ມີ​ອິດ​ສະຫຼະ​ເສລີ, ຄວາມ​ເປັນ​ເອກະລາດ​ນັ້ນກໍ່​ບໍ່​ມີ​ຄວາມ​ໝາຍ​ຫຍັງ​ໝົດ”(4).

​ເພື່ອ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ທີ່​ສູງ​ສົ່ງ​ນັ້ນ​ໃຫ້​ສຳ​ເລັດ​ມີ​ໄຊ, ພັກ ລັດ ​ແລະ ປະຊາຊົນຫວຽດນາມ​ຕ້ອງ​​ເສີມຂະຫຍາຍ​ກຳລັງ​ແຮງ​ແຫ່ງ​ຄວາມ​ສາມັກຄີຂອງ​ຊາດ ສົມທົບ​ກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ ຢ່າງ​ສຸດ​ຂີດ; ສືບ​ຕໍ່​ຍູ້​ແຮງການ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ ພັດທະນາ​ເສດຖະກິດຕະຫຼາດຕາມ​ທິດ​ສັງຄົມ​ນິຍົມ; ຍູ້​ແຮງ​ການ​ຫັນ​ເປັນ​ອຸສາ​ຫະກຳ​ ທັນ​ສະ​ໄໝ, ຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ຕິດ​ກັບປ່ຽນ​ແປງ​ໃໝ່​ຕົວ​ແບບ​ເຕີບ​ໂຕ​ເສດຖະກິດ ​ເພື່ອ​ພັດທະນາ​ປະ​ເທດ​ຢ່າງ​ໄວ ​ແລະ ໝັ້ນ​ທ່ຽງ. ພັດທະນາ​ບັນດາ​ຂົງ​ເຂດ​ວັດທະນະທຳ ສັງຄົມ​ຢ່າງຮອບດ້ານ; ປະຕິບັດ​ຄວາມ​ກ້າວໜ້າ ​ແລະ ຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ. ຖື​ເອົາ​ເປົ້າ​ໝາຍ​ກໍ່ສ້າງ​ປະ​ເທດຫວຽດນາມສັນຕິພາບ ​ເອກະລາດ ​ເອກະ​ພາບ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ປະຊາຊົນ​ຮັ່ງມີ ປະ​ເທດ​ຊາດ​ເຂັ້ມ​ແຂງ ມີ​ປະຊາທິປະ​ໄຕ ຍຸດຕິ​ທຳ ສີວິ​ໄລ ​ເປັນ​ຈຸດ​ລວມພ້ອມກັນ, ລົບ​ລ້າງ​ຄວາມອະຄະຕິ ​ແລະຄວາມ​ຄິດ​ຫຍໍ້​ທໍ້​ນ້ອຍ​ໃຈ​ກ່ຽວ​ກັບ​ອະດີດ​ຕະການທັງ​ໝົດ, ຍອມຮັບ​ຈຸດຄວາມ​ເຫັນ​ແຕກ​ຕ່າງ​ກັນຕ່າງໆ ທີ່​ບໍ່ຜືນຕໍ່ຜົນ​ປະ​ໂຫຍ​ດລວມຂອງ​ຊາດ ​ເພື່ອສາມັກຄີ​ຊາວ​ຫວຽດນາມຮັກ​ຊາດ​ທຸກ​ຄົນ. 

​ເພີ່ມ​ທະວີ​ກຳລັງ​ປ້ອງກັນ​ປະ​ເທດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ, ກໍ່ສ້າງ​ທ່າ​ສະໜາມປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ, ທ່າ​ສະໜາມປ້ອງ​ກັບ​ຄວາມ​ສະຫງົບ​ປະຊາຊົນ​ໃຫ້​ໝັ້ນຄົງ, ພິ​ເສດ​ແມ່ນ​ກຳລັງ​ແຮງ ​ແລະ ທ່າ​ສະໜາມ​ໃນຈິດ​ໃຈ​ປະຊາຊົນ. ກໍ່ສ້າງ​ກອງທັບ​ປະຊາຊົນ ​ແລະ ກອງ​ກຳລັງ​ຕຳຫຼວດ​ປະຊາຊົນ ທີ່ປະຕິວັດ ະບຽບຫຼວງ ຍອດ​ຍ້ຽມ ທັນສະໄໝເທື່ອລະກ້າວ, ມີ​ຄຸນ​ນະພາ​ບສັງ​ລວມ ​ແລະ ກຳລັງ​ສູ້​ຮົບ​ສູງ; ຈົງ​ຮັກ​ພັກດີ​ຢ່າງ​ເດັດ​ຖານ​ ຕໍ່​ກັນ​ປະ​ເທດ​ຊາດ​ແລະ​ປະຊາຊົນ, ຕໍ່​ກັບ​ພັກ​ແລະ​ລັດ, ຍົກ​ສູງ​ສະຕິ​ລະວັງ​ຕົວຢ່າງ​ເປັນ​ປະຈຳ, ທັບ​ມ້າງ​ທຸກ​ກົນອຸບາຍ ທຸກການ​ເຄື່ອນໄຫວ​ມ້າງ​ເພ​ທຳລາຍ​ ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ, ຮັກສາ​ຄວາມ​ສະຫງົບ​ດ້ານ​ການ​ເມືອງ​ ແລະ ​ຄວາມ​ປອດ​ໄພເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ສັງຄົມ, ປົກ​ປັກ​ຮັກສາ​ຊີວິດ​ການ​ເປັນ​ຢູ່​ສະຫງົບ​ສຸກ​ຂອງ​ປະຊາຊົນ, ປົກ​ປັກ​ຮັກສາ​ເອກະລາດ ອະທິປະ​ໄຕ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ຂອງ​ປະ​ເທດ​ຊາດ​ ໄວ້​ຢ່າງ​ໝັ້ນຄົງ, ບໍ່​ໃຫ້​ຕົກ​ໃນ​ທ່າ​ຮັບ ບໍ່ຖືກ​ບັງ​ເອີນ​ໃນ​ທຸກ​ກໍລະ​ນີ. ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ສັນຕິພາບ ການ​ຮ່ວມ​ມື ​ແລະ ພັດທະນາ, ການພົວພັນ​ຫຼາຍ​ຮູບ ຫຼາຍ​ແບບ, ຫວຽດນາມ​ເປັນ​ເພື່ອນ ​ເປັນ​ຄູ່​ຮ່ວມ​ທີ່​ໄວ້​ວາງ​ໃຈ​ໄດ້, ​ເປັນ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ ​ຂອງ​ວົງຄະນາ​ຍາດ​ສາກົນ. ບໍ່​ຍຸດ​ຢັ້ງ​ໃນ​ການ​ຍົກ​ສູງ​ປະສິດທິ​ຜົນ​ ຂອງ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ, ຍົກ​ສູງອິດ​ທິພົນ ​ແລະ ບົດບາດ​ຖານະ​ ຂອງ​ປະ​ເທດ​ຢູ່​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ, ຍາດ​ແຍ່ງ​ເອົາ​ຄວາມ​ສະໜັບສະໜູນ​ຂອງ​ເພື່ອນ​ມິດ​ໃນ​ໂລກ; ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ  ສະຖຽນ​ລະ​ພາບ ຄວາມ​ພັດ​ທະນະ​ໃນ​ພາກ​ພື້ນ, ​ເຂົ້າ​ໃນ​ການ​ຕໍ່ສູ້​ເພື່ອ​ຄວາມ​ເປັນ​ເອກະລາດ​ແຫ່ງ​ຊາດ ປະຊາທິປະ​ໄຕ ​ແລະ ຄວາມ​ກ້າວໜ້າ​ທາງ​ສັງຄົມ ​ຂອງ​ປະຊາຊົນ​ໂລກ. 

ໜ້າ​ທີ່​ສຳຄັນ​ທີ່​ມີ​ຄວາມ​ໝາຍ​ຕັດສິນ​ແມ່ນ ກໍ່ສ້າງ​ໃຫ້ພັກ​ກອມ​ມູນິດຫວຽດນາມ ປອດ​ໃສຂາວ​ສະອາດ ໝັ້ນຄົງ​ເຂັ້ມ​ແຂງ​ຢ່າງ​ແທ້​ຈິງ, ມີ​ຄວາມ​ສາມາດ​ນຳພາ ​ແລະ ກຳລັງ​ສູ້​ຮົບ​ສູງ; ມີ​ແນວທາງ​ທີ່​ຖືກຕ້ອງ ສອດຄ່ອງ​ກັບ​ກົດ​ເກນ​ພາວະ​ວິ​ໄສ ​ແລະ ສະພາບ​ຕົວ​ຈິງ​ຂອງ​ປະ​ເທດ, ບໍ່​ຄຳ​ພີຕາ​ຍຕົວ ບໍ່ຮັກສາ​ເດີມ​ຈາຮີດ​ນິຍົມ ອັດຕະວິ​ໄສ ອະຄະຕິ. ກໍ່ສ້າງຖັນ​ແຖວ​ສະມາຊິກ​ພັກ​ ທີ່​​ເປັນ​ແບບຢ່າງ ນຳ​ໜ້າ​ຢ່າງ​ແທ້​ຈິງ, ມີ​ຄວາມ​ສະໝັກ​ໃຈຕັ້ງ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຂຶ້ນ​ເໜືອ​ສຸດ ຂຶ້ນ​ກ່ອນ​ອື່ນ​ໝົດ, ທີ່​ໄດ້​ຮັບ​ຄວາມ​ຮັກ​​ແພງ ​ເຊື່ອ​ຖື​ຈາກ​ປະຊາຊົນ. ​ເດັດດ່ຽວ​ກີດ​ກັ້ນ ​ແລະ ຍູ້​ຖອຍ​ສະພາບ​ຄວາມ​ເຊື່ອມ​ໂຊມ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ, ​ແບບ​ແຜນ​ດຳລົງ​ຊີວິດ, ບັນດາ​ປະກົດ​ການ “ຫັນປ່ຽນ​ດ້ວຍ​ຕົນ​ເອງ” “ຜັນ​ປ່ຽນ​ດ້ວຍ​ຕົນ​ເອງ” ຢູ່​ພາຍ​ໃນ, ​ເປັນ​ຕົ້ນ​ແມ່ນ​ການ​ສໍ້​ລາດ​ບັງ​ຫຼວງ ຟຸ່ມ​ເຟືອຍ ອາດຍາ​ສິດ. ມີ​ແຕ່​ເຮັດ​ຄື​ແນວນັ້ນ, ຈຶ່ງ​ປັບປຸງ ​ເພີ່ມ​ທະວີ​ຄວາມ​ໄວ້​ວາງ​ໃຈ​ຂອງ​ປະຊາຊົນ​ຕໍ່​ກັບ​ພັກ ​ແລະ ລັດ. ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ນຳພາ​ຂອງ​ພັກ​ ໃນ​ເງື່ອນ​ໄຂ​ພັກ​ກຳ​ອຳນາດ ຢູ່​ລັດ​ແຫ່ງ​ອຳນາດ​ກົດໝາຍສັງຄົມ​ນິຍົມ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ຂັ້ນ​ຕ່າງໆ​ຢ່າງ​ສຳ​ເລັດ​ຜົນ ກ້າວ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ. ສືບ​ຕໍ່​ກໍ່ສ້າງ ປັບປຸງບູລະນະ​ລັດ​ແຫ່ງ​ອຳນາດ​ກົດໝາຍສັງຄົມ​ນິຍົມ ຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ເພື່ອ​ປະຊາຊົນ; ອຳນາດ​ແຫ່ງ​ລັດ​ທັງ​ໝົດ​ລ້ວນ​ແຕ່​ຂຶ້ນ​ກັບ​ປະຊາຊົນ; ທຸກ​ອົງການ​ລັດ, ພະນັກ​ງານ ​ຂ້າ​ລັດຖະການ​ທັງ​ໝົດ ລ້ວນ​ແຕ່​ຕ້ອງ​ຍອມຮັບ​ການ​ຕິດຕາມ​ກວດກາ​ຂ​ອງປະຊາຊົນ. ປ່ຽນ​ແປງ​ໃໝ່​ການ​ຄຸ້ມ​ຄອງ​ບໍລິຫານ​ລັດ ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ​ຕະຫຼາດ​ຕາມ​ທິດສັງຄົມ​ນິຍົມ; ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ ພ້ອມ​ກັນ​ນັ້ນ​ກໍ່​ເຊີດ​ຊູຍົກ​ສູງ​ລະບຽບ​ວິໄນ, ຍົກ​ສູງ​ປະ​ສິດທິ​ຜົນ ຄວາມ​ສັກ​ສິດ​ຂອງ​ການ​ຄຸ້ມ​ຄອງ​ບໍລິຫານ​ລັດ ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ. ຍິ່ງ​ກວ່າ​ເວລາ​ໃດ​ໝົດ, ພວກ​ເຮົາ​ຍິ່ງ​ຕ້ອງ​ຊາບ​ຊືມຄຳ​ສັ່ງສອນ​ຂອງ ລຸງ​ໂຮ່ ທີ່​ວ່າ: “ຊາດ​ໜຶ່ງ ພັກ​ໜຶ່ງ ​ແລະ ມະນຸດ​ແຕ່ລະຄົນ, ມື້ວານ​ນີ້​ແມ່ນ​ຍິ່ງ​ໃຫຍ່ ມີ​ຄວາມ​ດຶງ​ດູດ​ໃຈ​ຢ່າງ​ແຮງ, ບໍ່​ແມ່ນອນ​ວ່າ​ມື້​ນີ້ ​ແລະ ມື້​ອື່ນ​ຍັງ​ໄດ້​ຮັບ​ຄວາມ​ຮັກ​ແພງ ​ແລະ ຍ້ອງ​ຍໍຈາກ​ປະຊາຊົນ​ທຸກ​ຄົນ, ຖ້າ​ຫາກ​ຈິດ​ໃຈ​ບໍ່​ບໍລິສຸດ​ຜຸດ​ຜ່ອງ​ອີກ, ຖ້າ​ຫາກ​ຕົກ​ໃສ່​ລັດທິ​ອັດ​ຕະບຸກຄົນ”(5). 

ສະ​ເຫຼີ​ມສະຫຼອງການ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນຊາດ 2 ກັນຍາ ຄົບຮອບ 70 ປີ, ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ຂະໜາດ​ອັນ​ໃຫຍ່​ໂຕ ຄວາມ​ໝາຍ​ປະຫວັດສາດ​ອັນ​ສຳຄັນ ​ແລະ ບັນດາ​ບົດຮຽນ​ແຫ່ງ​ໄຊຊະນະ ​ຂອງການ​ປະຕິວັດ​ເດືອນ​ສິງຫາ, ພວກ​ເຮົາ​ຍິ່ງ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈກ່ຽວ​ກັບ​ບັນດາ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ, ບັນດາ​ໄຊຊະນະ​ອັນ​ສະຫງ່າ​ອົງ​ອາດ ​ຂອງ​ປະຊາຊົນ​ເຮົາ​ໃນ​ຕະຫຼອດ 70 ມີ່​ຜ່ານ​ມາ​ພາຍ​ໃຕ້​ການ​ນຳພາ​ຂອງພັກ​ກອມ​ມູນິດຫວຽດນາມ ​ແລະ ປະທານ​ໂຮ່ຈີ​ມິນ​ຜູ້​ຍິ່ງ​ໃຫຍ່, ​ເອກອ້າງ​ທະ​ນົງ​ໃຈກ່ຽວ​ກັບປະ​ເທດ ​ແລະ ຊາດຫວຽດນາມຜູ້​ພິລະ​ອາດ​ຫານ ກໍ່​ຍິ່ງ​ມີ​ມານະ​ຈິດ​ແລະມີ​ຄວາມ​ເຊື່ອ​ໝັ້ນ​ ເພື່ອ​ປະຕິບັດ​ຢ່າງ​ສຳ​ເລັດ​ມີ​ໄຊ ​ທຸກ​ໜ້າ​ທີ່​ອັນ​ໜັກໜ່ວງ ​ແຕ່​ກໍ່​ເປັນ​ກຽດ​ອັນ​ສະຫງ່າ​ທີ່​ສຸດ ​ໃນ​ໄລຍະ​ການ​ປະຕິວັດ​ໃໝ່. ກາລະ​ອັນ​ສະດວກ ​ໂອ​ການ​ດີ ອະນາ​ຄົມ​ອັນ​ສົດ​ໃສ ​ກຳລັງ​ລໍຄອຍ​ຕ້ອນຮັບ​ຊາດຫວຽດນາມ! ​ເສີມຂະຫຍາຍ​ຈິດ​ໃຈອະມະຕະຂອງການ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນຊາດ 2 ກັນຍາ, ຂ້າພະ​ເຈົ້າ​ຮຽກຮ້ອງ​ພີ່ນ້ອງ​ຮ່ວມ​ຊາດ ສະຫາຍ ​ແລະ ນັກຮົບ​ໃນ​ທົ່ວ​ປະ​ເທດ, ຊາວຫວຽດນາມຢູ່​ຕ່າງປະ​ເທດ ຈົ່ງ​ສືບ​ຕໍ່​ເພີ່ມ​ພູນ​ຍົກ​ສູງ​ນ້ຳ​ໃຈ​ຮັກ​ຊາດ, ຮ່ວມ​ແຮງ​ຮ່ວມ​ໃຈ​ ສາມັກຄີກັນ​ເຂົ້າ​ເປັນ​ກຸ່ມ​ກ້ອນ​ໜຶ່ງ​ທີ່ໝັ້ນ​ແກ່ນ, ສວຍ​ໃຊ້​ໂອກາດ ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ທຸກ​ຢ່າງ, ມານະ​ພະຍາຍາມ​ພ້ອມ​ກັນ​ສູ້​ຊົນ ພາ​ໃຫ້ຫວຽດນາມຂະຫຍາຍຕົວ​ທຽບ​ບ່າ​ຄຽງ​ໄຫຼ່​ກັບ​ເພື່ອນ​ມິດ​ໃນ​ທົ່ວທັງ​ຫ້າ​ທະວີບ; ປົກປັກ​ຮັກສາຜືນ​ແຜ່ນດິນ​ອັນຄົບ​ຖ້ວນ​​ແສນຮັກ​ ທີ່ປູ່ຍ່າ​ຕາ​ຍາຍ​ໄດ້ປະ​ໄວ້​ໃຫ້​ພວກ​ເຮົາ. ພວກ​ເຮົາ​ເຊື່ອ​ໝັ້ນ​ຢ່າງ​ຕາຍ​ໃຈ​ວ່າ, ຊາດ​​ເຮົາ ​ເຊິ່ງ​ເປັນ​ຊາດ​ທີ່​ມີ​ຄວາມ​ສີວິ​ໄລ​ອັນ​ເກົ່າ​ແກ່, ມີ​ສະຕິ​ປັນຍາ ມີ​​ຫຼັກ​ໝັ້ນ​ອັນ​ກ້າ​ແກ່ນ, ມີ​ມູນ​ເຊື້ອອັນເດັດດ່ຽວໜຽວ​ແໜ້ນ, ບໍ່ເຄີຍອ່ອນຍອມຈັກ​ເທື່ອ, ມີ​ຄວາມຂະຫຍັນໝັ່ນ​ພຽນ ສະຫຼຽວ​ສະຫຼາດ ປະດິດ​ສ້າງ ​ແລະ ​ເຄີຍ​ໄດ້​ຮັບບັນດາໄຊຊະນະ​ອັນ​ໃຫຍ່​ຫຼວງ​ສະຫງ່າອົງອາດ​, ​ແນ່ນອນ​ວ່າ ​ຊາດ​ຫວຽດນາມ​ຈະສ້າງ​ຜົນງານ​ອັນ​ມະຫັດສະຈັນ​ໃໝ່ ​ໃນ​ພາລະກິດ​ສ້າງສາພັດທະນາ​ປະ​ເທດ​​ໃຫ້ປະຊາຊົນ​ຮັ່ງມີ ປະ​ເທດ​ຊາດ​ເຂັ້ມ​ແຂງ ມີ​ປະຊາທິປະ​ໄຕ ຍຸດຕິ​ທຳ ສີວິ​ໄລ ​ແລະ ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດຫວຽດນາມທີ່​ແສນ​ຮັກ​ຂອງ​ພວກ​ເຮົາ​ໃຫ້​ໝັ້ນຄົງ​ຖາວອນ! 

ນ້ຳ​ໃຈການ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນຊາດ 2 ກັນຍາ ໝັ້ນຍືນ! 

ປະ​ເທດ​ສາທາລະນະ​ລັດ ສັງຄົມ​ນິຍົມຫວຽດນາມ ໝັ້ນຍືນ! 

ພັກ​ກອມ​ມູນິດຫວຽດນາມທີ່​ສະຫງ່າ​ລາສີ ໝັ້ນຍືນ! 

ທ່ານປະທານ​ໂຮ່ຈີ​ມິນ ມີ​ຊີວິດ​ຢູ່​ຕະຫຼອດ​ໄປ​ໃນພາລະກິດ​ຂອງ​ພວກ​ເຮົາ!

​ຂຽນ​ໂດຍ ​ເຈືອງ​ເຕິ​ນຊາງ
ກຳມະການ​ກົມ​ການ​ເມືອງສູນ​ກາງ​ພັກ,
ປະທານປະ​ເທດ ​ສາທາລະນະ​ລັດ ສັງຄົມ​ນິຍົມຫວຽດນາມ

--------------------------------
 

* ພາດຫົວ​ເລື່ອງ​ໂດຍ​ແມ່ນ​ວາລະສານ​ກອມ​ມູນິດ​ເປັນ​ຜູ້​ແຕ່ງ. ບົດ​ນີ້ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 875 (ເດືອ​ກັນຍາ 2015).

(1) (2) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສຳນັກ​ພິມ​ຈຳໜ່າຍ​ການ​ເມືອງ​ແຫ່ງ​ຊາດ - ຊື້​ເຖິດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ​ທີ 4, ໜ້າ 3.

(3) ດ້າຍ ກ໋າວ ບິ່ງ ​ໂງ  ​ເປັນ​ຄຳ​ປະກາດ​ຖະ​ແຫຼ​ງ​ ​ເຊິ່ງ​ເຈົ້າ​ຊີວິດ ​ເລ​ເລີ້​ຍ ສັ່ງ​ໃຫ້ ຫງວຽນ​ຈ້າຍ ຂຽນໃນ​ລະດູບານ​ໃໝ່ ປີ 1428 ​ເພື່ອ​ປະກາດ​ສຳ​ເລັດສິ້ນ​ສຸດການ​ຕໍ່ສູ້​ຕ້ານ​ການ​ຮຸກຮານ ປົກ​ຄອງ​ຂອງລາຊະວົງ​ໝິງ, ຍາດ​ເອົາ​ເອກະລາດ​ ອິດ​ສະລະ​ພາບມາ​ໃຫ້​ປະ​ເທດຊາດ​ ດ້າຍ​ຫວຽດ (ຊື່​ຂອງ​ປະ​ເທດ​ຫວຽດນາມ​ໃນ​ສະ​ໄໝ​ນັ້ນ).

(4) ໂຮ່ຈີ​ມິນ: ປຶ້ມທີ່​ໄດ້​ແນະນຳ, ​ເຫຼັ້ມ​ທີ 4, ໜ້າ 64.

(5) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສຳນັກ​ພິມ​ຈຳໜ່າຍ​ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 1996, ​ເຫຼັ້ມທີ 12, ໜ້າ 557 – 558.