ວກ - ໃນ​ເວລາ​ທີ່​ຜ່ານ​ມາ ການປ່ຽນ​ແປງ​ໃໝ່​ການ​ສຶກສາ ​ແລະ ກໍ່ສ້າງ ​​ໄດ້​ບັນລຸ​ຜົນສຳ​ເລັດ​ເບື້ອງ​ຕົ້ນ. ​ໃນ​ເວລາ​ຕໍ່​ໄປ, ​ເພື່ອ​ປະຕິບັດ​ມະຕິ​ສະບັບ​ເລກທີ 29-NQ/TW, ລົງວັນ​ທີ 4 ພະຈິກ 2013, ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ສະ​ໄໝ​ທີ XI, ວ່າ​ດ້ວຍການປ່ຽນ​ແປງ​ໃໝ່​ການ​ສຶກສາ ​ແລະ ກໍ່ສ້າງຢ່າງພື້ນຖານຮອບດ້ານ ​ໃຫ້ບັນລຸ​ຄວາມສຳ​ເລັດມີ​ໄຊ​ນັ້ນ ​ແມ່ນ​ຕ້ອງ​ມີ​ເວລາ ​ແລະ ຄວາມ​ມານະ​ພະຍາຍາມ ຄວາມ​ຮັບຜິດຊອບ​ ຂອງ​ທົ່ວ​ພັກ ທົ່ວ​ປວງ​ຊົນ, ການ​ປະສານສົມທົບ​ຂອງ​ບັນດາ​ກະຊວງ ຂະ​ແໜງ​ການ ​ແລະ ອົງຄະ​ນະ​ພັກ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ຄວາມ​ຕັ້ງໜ້າພະຍາຍາມອອກ​ແຮງ​ງານ​ປະດິດ​ສ້າງ ​ຂອງ​ຖັນ​ແຖວ​ຄູ​ອາຈານ ​ແລະ ພະນັກງານ​ຄຸ້ມ​ຄອງ​ການ​ສຶກສາ ​ຂັ້ນ​ຕ່າງໆ, ຄວາມ​ພະຍາຍາມ​ສູ້​ຊົນ​ບືນ​ຕົວ​ຂຶ້ນ ​​ໃນ​ການ​ຮ່ຳຮຽນ ຝຶກ​ຝົນ​ຫຼໍ່​ຫຼອມ​ ຂອງ​ນັກຮຽນ ນັກ​ສຶກສາ.

ຖັນແຖວພະນັກງານຄຸ້ມຄອງການສຶກສາ ແລະ ຄູອາຈານ ແມ່ນປັດໄຈສຳຄັນ ທີ່ຕັດສີນຜົນສຳເລັດຂອງການປ່ຽນແປງໃໝ່ ການສຶກສາແລະກໍ່ສ້າງ. (ພາບ: hoikhuyenhoc.vn)

ປັດ​ຈຸ​ບັນ, ​ເມື່ອ​ຄວາມ​ຮູ້​ໄດ້​ກາຍ​ເປັນ​ປັດ​ໄຈ​ອັນ​ດັບ​ໜຶ່ງ ​ເພື່ອ​ພັດທະນາ​ເສດຖະກິດພູມ​ປັນຍາ​ແລ້ວ​ນັ້ນ ບັນດາ​ປະ​ເທດ​ໃນ​ໂລກ​ລ້ວນ​ແຕ່ຮັບ​ຮູ້​ໄດ້​ວ່າ ​ສຶກສາ​ແມ່ນ​ໄມ້ງັດ​ທີ່​ສຳຄັນ ​ເພື່ອ​ປ່ຽນ​ແປງ​ໃໝ່​ຕົວ​ແບບ​ເຕີບ​ໂຕ ​ແລະ ພັດທະນາ​ສັງຄົມ​ຢ່າງ​ຍືນ​ຍົງ. ບັນດາ​ປະ​ເທດ​ທີ່​ຢາກ​ພັດທະນາ​ຢ່າງ​ໄວ ​ແມ່ນ​ຕ້ອງ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງການ​ສຶກສາ ຍ້ອນ​ລົງທຶນ​ໃຫ້​ແກ່ການ​ສຶກສາ ​ແມ່ນ​ລົງທຶນ​ໃຫ້​ແກ່ “ຊັບພະຍາກອນ​ມະນຸດ”. ​ໂລກ​ໄດ້​ເປັນ​ສັກຂີ​ພະຍານ​ການ “ຟື້ນ​ຕົວ​ລຸກ​ຂຶ້ນ” ຂອງ​ພື້ນຖານ​ເສດຖະກິດ​ບັນດາ​ປະ​ເທດ ​ແລະ ອານາ​ເຂດ​ຢູ່ອາຊີ​ຕາ​ເວັນ​ອອກ, ​ເຊັ່ນ​ຍີ່ປຸ່ນ, ສ.​ເກົາຫຼີ, ​ໄຕ້​ຫວັນ, ​ໂຮ້ງ​ໂກງ, ສິງກະ​ໂປ,... ພາຍຫຼັງ​ສົງຄາມ​ໂລກ​ຄັ້ງ​ທີ II. ບົດຮຽນ​ແຫ່ງຄວາມ​ສຳ​ເລັດ​ຜົນ ​ຂອງ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ ໃນ​ວິວັດ​ການ​ຈັບ​ກຳ ​ແລະ ພັດທະນາ​ເສດຖະກິດ​ພູມ​ປັນຍາ ​ໄດ້ຢັ້ງຢືນ​ບົດບາດ​ທີ່​ສຳຄັນ​ ຂອງການ​ສຶກສາຕໍ່​ກັບ​ການ​ພັດທະນາ​ເສດຖະກິດ ​ແລະ ພັດທະນາ​ປະ​ເທດ​ຊາດ.

ຫວຽດນາມ​ເປັນ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​​ໃຕ້ ຊຶ່ງ​ໄດ້​ເລີ່​ມຕົ້ນການ​ປ່ຽນ​ແປງ​ໃໝ່ (​ແຕ່​ປີ 1986) ​ແລະ ​ໄດ້​ບັນລຸ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ, ມີ​ຄວາມ​ໝາຍ​ປະຫວັດສາດ, ​ໄດ້​ພົ້ນ​ອອກ​ຈາກ​ສະພາບ​ດ້ອຍ​ພັດທະນາ​ເທື່ອ​ລະ​ກ້າວ ​ແລະ​ເຂົ້າ​ຮ່ວມ​ໃນ​ກຸ່ມ​ປະ​ເທດ​ກຳລັງ​ພັດທະນາ​ທີ່​ມີ​ລາຍ​ໄດ້​ປານ​ກາງ. ການ​ປ່ຽນ​ແປງ​ໃໝ່​ຕົວ​ແບບ​ເຕີບ​ໂຕ​ຂອງ​ຫວຽດນາມ ຈາກ​ການ​ເຕີບ​ໄຕ​ຕາມ​ລວງ​ກວ້າງ ມາ​ເປັນ​ການ​ເຕີບ​ໂຕ​ຕາມ​ລວງ​ເລິກ ​ແລະ ຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ​ຕາມ​ທິດ​ຍົກ​ສູງ​ຄຸນ​ນະພາ​ບ ປະສິດທິ​ຜົນ, ​ໃຫ້​ມີ​ກຳລັງ​ແຂ່ງຂັນ​ຢ່າງ​ພຽງພໍ,... ພວມ​ວາງ​ຄວາມ​ທ້າ​ທາຍ​ຫຼາຍ​ຢ່າງ​ໃຫ້​ແກ່ການ​ສຶກສາ - ກໍ່ສ້າງ. ​ໃນ​ຂະ​ບວນວິວັດພັດທະນາ, ຫວຽດນາມ​​ເຊື່ອມ​ໂຍງນັບ​ມື້​ນັບ​ກວ້າງຂວາງ​ເລິກ​ເຊິ່ງກັບ​ໂລກ, ການ​ເປັນ​ສະມາຊິກ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ພາກ​ພື້ນ ​ແລະ ສາກົນ, ຄື ອົງການ​ການ​ຄ້າ​ໄລ​ກ (WTO), ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ (AEC), ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP). ​ໃນ​ຂະ​ບວນວິວັດ​ການ​ຫັນປ່ຽນ​ມາສູ່​ເສດຖະກິດ​ຕະຫຼາດ​ກຳນົດ​ທິດສັງຄົມ​ນິຍົມ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຕະຫຼາດ​ແຮງ​ງານ​ພາກ​ພື້ນ​ ແລະ ​ສາກົນ​ນັ້ນ ​ໂຄງ​ປະກອບ ​ແລະ ຈຸດ​ພິ​ເສດ​ຂອງ​​ຕະຫຼາດ​ແຮງ​ງານ​ຫວຽດນາມ ​ກໍ​ມີ​ການ​ປ່ຽນ​ແປງ​ຢ່າງ​ໄວວາ, ​ເຜີຍ​ໃຫ້​ເຫັນ​ຈຸດ​ອ່ອນ​ຕ່າງໆ ​ຂອງລະບົບ​ສຶກສາ-ກໍ່ສ້າງ ​ເມື່​ອ​ແຫຼ່ງບຸກຄະລາ​ກອນ​ທີ່​ໄດ້​ກໍ່ສ້າງ​ອອກ​ມາ ບໍ່​ສາມາດ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​​ແຮງ​ງານ ທາງ​ດ້ານ​ຄວາມ​ສາມາດ​ຮ່ວມ​ມື, ຄວາມ​ສາມາດ​ແຂ່ງຂັນ, ​ເປັນ​ເຈົ້າ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ຄວາມ​ສາມາດ​ປະດິດ​ສ້າງ ​ແລະ ທັກ​ສະ​ທາງ​ດ້ານ​ອາຊີບ ວັດທະນະທຳ ​ແລະ ​ແບບ​ແຜນ​ດຳລົງ​ຊີວິດ​ສີວິ​ໄລ. ສິ່ງ​ດັ່ງກ່າວ​ໄດ້​ພາ​ໃຫ້​ເກີດ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່ກ່ຽວ​ກັບ​ຄວາມ​ຮັບ​ຮູ້, ທັດສະນະ, ຈຸດປະສົງ, ​ເນື້ອ​ໃນ, ຫຼັກສູດ ​ແລະ ວິທີ​ການ​ສຶກສາ, ຮຽກຮ້ອງ​ໃຫ້​ຕ້ອງ​ປ່ຽນ​ແປງ​ໃໝ່ ພື້ນຖານການ​ສຶກສາຂອງ​ປະ​ເທດ​ຢ່າງ​ພື້ນຖານ​ຮອບດ້ານ ​ເພື່ອ​ປະກອບ​ສ່ວນ​ສ້າງ​ແຫຼ່ງບຸກຄະລາ​ກອນ​ທີ່​ມີ​ຄຸນ​ນະພາ​ບສູງ. ຍິ່ງ​ກວ່າ​ນັ້ນ, ​ໃນ​ວິວັດ​ການ​ເຂົ້າ​ຮ່ວມ “ສະໜາມ​ແຂ່ງຂັນ” ລວມຂອງ​ໂລກ, ຫວຽດນາມ​ກໍ​ຮັບ​ຮອງ​ເທື່ອ​ລະ​ກ້າວ​ວ່າ ການ​ສຶກສາ​ເປັນ​ຂົງ​ເຂດ​ບໍລິການ​ໜຶ່ງ (ບໍລິການມີ​ເງື່ອນ​ໄຂ) ​ແລະ​ຕ້ອງ​ປະຕິບັດ​ຕາມ​ບັນດາ “ກະຕິ​ກາ” ລວມຂອງ​ພາກ​ພື້ນ ຫຼື​ຂອງ​ໂລກ ກ່ຽວ​ກັບ​ຂົງ​ເຂດ​ສຶກສາ. ​ເພາະສະ​ນັ້ນ, ຖ້າ​ຫາກ​ບໍ່​ປ່ຽນ​ແປງ​ໃໝ່ການ​ສຶກສາ​ແລະ​ກໍ່ສ້າງ​ຢ່າງ​ພື້ນຖານ​ຮອບດ້ານ​ແລ້ວ ຄຸນ​ນະພາບຂອງ​ແຫຼ່ງບຸກຄະລາ​ກອນ​ຈະ​ຖືກ​ຈຳກັດ ​ແລະ ​ມັນ​ຈະ​ກາຍເປັນ​ປັດ​ໄຈ​ຂັດຂວາງ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ.

​ໃນ​ປະຫວັດສາດ​ຂອງ​ພື້ນຖານການ​ສຶກສາປະຕິວັດ, ຫວຽດ​ນາມ​ໄດ້​ປະຕິບັດ​ການ​ປະຕິ​ຮູບການ​ສຶກສາຂະໜາດ​ໃຫຍ່ສາມ​ຄັ້ງ (​ໃນ​ປີ 1950, 1956, 1981) ​ແລະ​ດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່ການ​ສຶກສາຢ່າງ​ລຽນຕິດ​ແຕ່​ປີ 1986 ມາ​ຮອດ​ປັດຈຸບັນ, ​ໃນ​ນັ້ນ ຕົ້ນຕໍ​ແມ່ນ​ສຸມ​ໃສ່​ປະຕິ​ຮູບການ​ສຶກສາຢູ່​ຂັ້ນ​ສາມັນ​ສຶກສາ. ພາຍຫຼັງ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ພື້ນຖານການ​ສຶກສາຫວຽດນາມ​ໄດ້​ບັນລຸ​ຜົນສຳ​ເລັດ​ອັນ​ສຳຄັນ​ຫຼາຍ​ຢ່າງ, ​ແຕ່​ກໍຍັງ​ມີ​ຄວາມ​ຈຳກັດ​ບໍ່​ໜ້ອຍ ​ເຊັ່ນ ຄຸນ​ນະພາ​ບການ​ສຶກສາ​ເວົ້າ​ລວມ, ພິ​ເສດ​ແມ່ນ​ຄຸນ​ນະພາ​ບການ​ສຶກສາມະຫາວິທະຍາ​ໄລ ​ເບິ່ງ​ລວມຍັງ​ຕ່ຳ ທຽບ​ກັບ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ, ການ​ກໍ່ສ້າງ​ຍັງ​ບໍ່​ທັນ​ຕິດ​ກັບ​ຄວາມ​ຕ້ອງການ​ນຳ​ໃຊ້​ຂອງ​ຕະຫຼາດ​ແຮງ​ງານ; ພັດທະນາ​ອີງ​ຕາມ​ປະລິ​ມາຍ​ຫຼາຍ​ກວ່າ​ອີງ​ຕາມ​ຄຸນ​ນະພາ​ບ; ວິທີການ​ສຶກສາ​ໄດ້ປ່ຽນ​ແປງ​ໃໝ່​ຢ່າງ​ຊັກ​ຊ້າ; ລະບົບການ​ສຶກສາ​ແຫ່ງ​ຊາດຂາດ​ລັກສະນະ​ຕິດ​ຕໍ່​ໜໍ່​ເນື່ອງລະຫວ່າງ​ບັນດາ​ລະດັບ​ການ​ກໍ່ສ້າງ;…

ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ​ນັ້ນ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ XI ​ໄດ້​ປະກາດ​ໃຊ້​ມະຕິ​ສະບັບ​ເລກ​ທີ 29-NQ/TW, ລົງ​ວັນ​ທີ 4 ພະຈິກ 2013, ວ່າ​ດ້ວຍການ​ປ່ຽນ​ແປງ​ໃໝ່ ການ​ສຶກສາ​ແລະ​ກໍ່ສ້າງ​ ຢ່າງ​ພື້ນຖານ​ຮອບດ້ານ. ນີ້​ແມ່ນ​ແຜນ​ນະ​ໂຍບາ​ຍທີ່​ສຳຄັນ​ເພື່ອສ້າງ​ໃຫ້​ມີ​ການ​ຫັນປ່ຽນ​ໂດຍ​ພື້ນຖານ​ກ່ຽວ​ກັບ​ຄຸນ​ນະພາ​ບການ​ສຶກສາ, ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ຊັບພະຍາກອນ​ມະນຸດ​ຢ່າງຮອບດ້ານ ​ແລະ ຄຸນ​ນະພາ​ບບຸກຄະລາ​ກອນ​ເພື່ອ​ຮັບປະກັນ​ຄວາມ​ສຳ​ເລັດ​ຜົນ​ຂອງ​ພາລະກິດ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ, ພັດທະນາ​ເສດຖະກິດ​ພູມ​ປັນຍາ ​ແລະ ປະຕິບັດ​ເປົ້າ​ໝາຍ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ​ປະຊາທິປະ​ໄຕ, ຍຸດຕິ​ທຳ, ສີວິ​ໄລ”.

ຜັນ​ຂະຫຍາຍ​ການ​ເຄື່ອນ​​ໄຫວປ່ຽນ​ແປງ​ໃໝ່ ການ​ສຶກສາ​ແລະ​ກໍ່ສ້າງ ຢ່າງ​ພື້ນຖານ​ຮອບດ້ານ ຕາມ​ຈິດ​ໃຈ​ມະຕິ​ສະບັບ​ເລກທີ 29-NQ/TW

ພາຍຫຼັງທີ່ມະຕິ​ສະບັບ​ເລກ​ທີ 29-NQ/TW ​ໄດ້​ຖືກ​ຜ່ານ​ອະນຸມັດ, ລັດຖະບານ​ໄດ້​ປະກາດ​ໃຊ້​ມະຕິ​ຕົກລົງ​ເລກທີ 44/NQ-CP, ລົງ​ວັນ​ທີ 9 ມິຖຸນາ 2014, ວ່າ​ດ້ວຍໂຄງການ​ດຳ​ເນີນ​ງານ​ຂອງລັດຖະບານ ເພື່ອ​ປະຕິບັດມະຕິ​ສະບັບ​ເລກທີ 29-NQ/TW, ດ້ວຍ 9 ກຸ່ມ​ບັນຫາ​ຈຸດ​ໜັກ​ໃຈກາງ​ຄື: 1- ​ໂຄສະນາ, ອົບຮົນ​ສຶກສາ ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ການ​ກະທຳ​ໃນ​ການ​ຜັນ​ຂະຫຍາຍການ​ສຶກສາ​ແລະ​ກໍ່ສ້າງ​ ຢ່າງ​ພື້ນຖານ​ຮອບດ້ານ; 2- ປັບປຸງ​ລະບົບການ​ສຶກສາ​ແຫ່ງ​ຊາດ​ໃຫ້​ສົມບູນ; 3- ປ່ຽນ​ແປງ​ໃໝ່​ຫຼັກສູດການ​ສຶກສາຂອງ​ບັນດາ​ຊັ້ນ​ຮຽນ ​ແລະ ລະດັບ​ການກໍ່ສ້າງ; 4- ປ່ຽນ​ແປງ​ໃໝ່​ຮູບ​ການ, ວິທີ​ສອບ​ເສັງ, ກວດກາ ​ແລະ ຕີ​ລາຄາ​ຜົນ​ຂອງການ​ສຶກສາ, ກໍ່ສ້າງ; 5- ພັດທະນາ​ຖັນ​ແຖວ​ຄູ​ອາຈານ ​ແລະ ພະນັກງານ ລັດຖະກອນ​ຄຸ້ມ​ຄອງການ​ສຶກສາ; 6- ຍູ້​ແຮງ​ການ​ຫັນ​ເປັນ​ສັງຄົມ​ຕໍ່ການ​ສຶກສາ, ກໍ່ສ້າງ ​ແລະອາຊີວະ​ສຶກສາ; 7- ປ່ຽນ​ແປງ​​ໃໝ່​ວຽກ​ງານ​ຄຸ້ມ​ຄອງການ​ສຶກສາ, ກໍ່ສ້າງ ​ແລະ​ອາຊີວະ​ສຶກສາ; 8- ​ເພີ່ມ​ທະວີ​ພື້ນຖານ​ວັດຖຸ ​ແລະປະຍຸກ​ໃຊ້​ເຕັກ​ໂນ​ໂລ​ຊີ​ສື່ສານການ​ສຶກສາ, ກໍ່ສ້າງ ​ແລະ​ອາຊີວະ​ສຶກສາ; 9- ​ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ຮ່ວມ​ມືສາ​ກັນ​ໃນການ​ສຶກສາ, ກໍ່ສ້າງ ​ແລະ​ອາຊີວະ​ສຶກສາ.

ບົນ​ພື້ນຖານ​ຂອງມະຕິ​ຕົກລົງ​ເລກທີ 44/NQ-CP, ກະຊວງການ​ສຶກສາ​ແລະ​ກໍ່ສ້າງ​ ໄດ້​ປະກາດ​ໃຊ້ຂໍ້​ຕົກລົງ​ສະບັບ​ເລກທີ 2653/QĐ-BGDĐT, ລົງ​ວັນ​ທີ 25 ກໍລະກົດ 2014, ກ່ຽວ​ກັບ “​ແຜນການ​ປະຕິບັດ​ງານ​ຂອງ​ຂະ​ແໜງ​ການ​ສຶກສາ ​ຜັນ​ຂະຫຍາຍ​ໂຄງການດຳ​ເນີນ​ງານ​ຂອງ​ລັດຖະບານ ​ເພື່ອ​ປະຕິບັດມະຕິ​ສະບັບ​ເລກທີ 29-NQ/TW”, ​ໃນ​ນັ້ນ​ ສຸມ​ໃສ່​ບັນດາ​ໜ້າ​ທີ່ ​ແລະ​ວິທີ​ແກ້​ອັນ​ລະອຽດ​​ເພື່ອປະຕິບັດ​ຢ່າງ​ສຳ​ເລັດ​ມີ​ໄຊ 9 ບັນຫາ​ຈຸດ​ໜັກ​ໃຈກາງ​ໃນ​ມະຕິ​ຕົກລົງ​ເລກທີ 44/NQ-CP ດ້ວຍ 27 ​ແຜນ​ງານ​ອັນ​ລະອຽດ.

ບັນດາ​ມະຕິ, ​ແຜນການ​ເຫຼົ່າ​ນີ້​ສືບ​ຕໍ່​ໄດ້​ຫັນ​ເປັນ​ລະອຽດ​ໂດຍ​ຜ່ານ​ບັນດາ​ເອກະສານ​ຊີ້​ນຳ, ​ແຜນ​ງານ​ອັນ​ລະອຽດ​ຂອງ​ບັນດາ​ແຂວງ-ນະຄອນ​ໃນ​ທົ່ວ​ປະ​ເທດ. ຫຼາຍ​ແຂວງ-ນະຄອນ​ໄດ້​ສ້າງ​ແຜນການ​ປະຕິບັດ​ງານຕາມ​ທິດ​ທາງ​ລວມ, ພ້ອມ​ກັນນັ້ນ ​ກໍສົມທົບ​ແກ້​ໄຂ​ຂໍ້​ຄ້າງ​ຄາ​ຕ່າງໆ​ ຂອງ​ຂະ​ແໜງການ​ສຶກສາຢູ່​ທ້ອງ​ຖິ່ນ.

ຕາມ​ນັ້ນ, ກະຊວງ​ການ​ສຶກສາ​ແລະ​ກໍ່ສ້າງ ​ກໍ​​ໄດ້ສຸມ​ໃສ່​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫ​ວທີ່​ລະອຽດ​ດັ່ງ​ນີ້:

ທີ​ໜຶ່ງ, ຜັນ​ຂະຫຍາຍ​ບັນດາ​ການ​​ເຄື່ອນ​ໄຫວສື່ສານ​ ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່ການ​ສຶກສາ​ແລະ​ກໍ່ສ້າງ.

ກິດຈະການ​ປ່ຽນ​ແປງ​ໃໝ່ການ​ສຶກສາ​ແລະ​ກໍ່ສ້າງ​ຂອງ​ຫວຽດນາມ​ຈະ​ສຳ​ເລັດ​ຜົນ​ໄດ້​ກໍຕໍ່​ເມື່ອ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ຮ່ວມ​ມື​ຮ່ວມ​ແຮງ​ຂອງ​ສັງຄົມ. ​ວຽກ​ງານ​ສື່ສານ ຖະ​ແຫຼ​ງຂ່າວ ​ໂຄສະນາ​ການ​ມີ​ບົດບາດ​ສຳຄັນ​ທີ່​ສຸດ ​ໃນ​ການ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ສັງຄົມ. ​ເ​ພາະສະ​ນັ້ນ, ນີ້​ເປັນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ທີ່​ໄດ້​​ບຸລິມະສິດ​ໃນ​ການ​ຜັນ​ຂະຫຍາຍ. ພາຍຫຼັງທີ່ມະຕິ​ສະບັບ​ເລກ​ທີ 29-NQ/TW ​ໄດ້​ຖືກ​ຜ່ານ​ອະນຸມັດ, ບັນດາ​ກະຊວງ ຂະ​ແໜງ​ການ ທ້ອງ​ຖິ່ນ ​ແລະ ສະ​ຖາ​ບັນການ​ສຶກສາ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວຕ່າງໆ ​ເພື່ອ​ໂຄສະ​ນາ​ເຜີຍ​ແຜ່, ຮ່ຳຮຽນ​ເຊື່ອມ​ຊືມມະຕິ ​​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ພະນັກງານ ລັດຖະກອນ ​ແລະ ນັກຮຽນ​ນັກ​ສຶກສາ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ​ຄວາມ​ເປັນ​ເອກະ​ພາບ​ສູງ ​ໃນ​ການ​ປະຕິບັດ​ແຜນ​ນະ​ໂຍບາຍປ່ຽນ​ແປງ​ໃໝ່ການ​ສຶກສາ​ແລະ​ກໍ່ສ້າງ ​ຢ່າງ​ພື້ນຖານ​ຮອບດ້ານ.

ບັນດາ​ອົງການ​ສື່​ມວນຊົນ​ຢູ່​ສູນ​ກາງ ​ແລະ ທ້ອງ​ຖິ່ນ ​ໄດ້​ເຂົ້າ​ຮ່ວມ​ໃນ​ວິວັດ​ການ​ແນະນຳ, ​ເຜີຍ​ແຜ່​ບັນດາ​ເນື້ອ​ໃນ​ອັນ​ສຳຄັນ ຂອງ​ການ​ປ່ຽນ​ແປງ​ໃໝ່ການ​ສຶກສາ, ກໍ່ສ້າງ. ​ແຕ່, ຍ້ອນກະ​ໂຕ​ຂະ​ແໜງ​ການ​ສຶກສາຍັງ​ມີ​ຂໍ້​ບົກພ່ອງ​ຫຼາຍ​ຢ່າງ, ຄວາມ​ເຊື່ອ​ຖື​ຂອງ​ສັງຄົມ​ຕໍ່​ກັບ​ຂະ​ແໜງ​ການ​ສຶກສາ​ຫລຸດ​ລົງ, ດັ່ງ​ນັ້ນ, ການ​ເຄື່ອນ​ໄຫວ​ໂຄສະນາ​ອົບຮົມ​ສຶກສາ​ກໍ​ຍັງ​ບໍ່​ທັນ​ພຽງພໍ​ເພື່ອ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ. ກົງ​ຂ້າມ, ບັນດາ​ຂ່າວ​ຫຍໍ້​ທໍ້​ກ່ຽວ​ກັບການ​ສຶກສາ​ທີ່ໄດ້​ປະກົດນັບ​ນື້ນັບ​ຫຼາຍ ​ໃນ​ບັນດາ​ພາຫະນະ​ສື່​ມວນ​ຊົນ ກໍເຮັດ​ໃຫ້​​ຄວາມ​ລະ​ແວງ​ສົງ​ໄສ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່​ຂອງ​ລັດຖະບານ​ແລະ​ຂະ​ແໜງການ​ສຶກສາ ​ເພີ່ມ​ຂຶ້ນ.

ທີ​ສອງ, ປັບປຸງບູລະນະ​ໂຄງ​ສ້າງ​ລະບົບການ​ສຶກສາ​ແຫ່ງ​ຊາດ​ຫວຽດນາມ.

​ໂຄງ​ສ້າງ​ລະບົບການ​ສຶກສາ​ແຫ່ງ​ຊາດ​ປັດຈຸບັນ​ນີ້ ຍັງ​ມີ​ຫຼາຍ​ບັນຫາ​ທີ່ບໍ່​ເໝາະ​ສົມຄື ກະ​ແຈກ​ກະຈາຍ​ໃນ​ການ​ຄຸ້ມ​ຄອງ, ຂາດ​ກົນ​ໄກ​ຕິດ​ຕໍ່​ໜໍ່​ເນືອງ, ການ​ແບ່ງ​ສາຍ​ການ​ສຶກສາ​ບໍ່​ດີ. ບົນ​ພື້ນຖານ​ນັ້ນ, ກະຊວງ​ການ​ສຶກສາ​ແລະ​ກໍ່ສ້າງ​ ໄດ້ທົບ​ທວນ​ລະບົບ​ການ​ສຶກສາ​ແຫ່ງ​ຊາດປັດຈຸບັນ, ຄົ້ນຄວ້າ​ລະບົບການ​ສຶກສາຂອງ​ຫຼາຍ​ປະ​ເທດ​ໃນ​ໂລກ, ຄົ້ນຄວ້າ​ທາ​ບທາມ​ບັນດາ​ມາດຕະຖານ​ແບ່ງ​ປະ​ເພດການ​ສຶກສາສາກົນ​ຄື ຂອງ​ຢູ​ເນັດ​ສະ​ໂກ ປີ 2011 (ISCED ປີ 2011) ​ເພື່ອ​ແກ້​ໄຂ​ຈຸດ​ອ່ອນ​ສິ່ງ​ຄົງ​ຄ້າງຕ່າງໆ​ ຂອງ​ໂຄງ​ສ້າງ​ລະບົບການ​ສຶກສາ​ແຫ່ງ​ຊາດ​ປັດຈຸບັນ.

ການ​ປ່ຽນ​ແປງ​ທີ່​ສຳຄັນ​ຈຳນວນ​ໜຶ່ງ​ໃນໂຄງ​ສ້າງ​ລະບົບການ​ສຶກສາປັດຈຸບັນ​ ໄດ້​ຮັບ​ການສະ​ເໜີ​ອອກມາ​ຄື ​ໄລຍະ​ເວລາ​ຮຽນ​ມະຫາວິທະຍາ​ໄລ​ຫລຸດ​ລົງ ​ເພື່ອ​ໃຫ້​ມັນ​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ສັງຄົມ ​ແລະ ຄວາມ​ສາມາດ​ພັດທະນາ​ຂອງ​ຜູ້​ຮຽນ, ການ​ສຶກສາວິຊາ​ຊີບກໍ່​ໄດ້​ປະກອບ​ໃສ່, ການ​ແບ່ງ​ສາຍ​ການ​ສຶກສາ​ກໍ​ໄດ້​ເລີ່​ມຕົ້ນນັບ​ແຕ່​ຊັ້ນ​ມັດທະຍົມ​ຕອນ​ຕົ້ນ ​ແລະ ​ໄດ້​ຍູ້​ແຮ​ງຢູ່​ໃນ​ຊັ້ນ​ມັດທະຍົມຕອນ​ປາຍ, ຈຳ​ແນ​ກ​ແຍກ​ທິດ​ທາງ​ກໍ່ສ້າງລະຫວ່າງອົບຮົມກໍ່ສ້າງ “ບັນດິດ” ​ແລະອົບຮົມ​ກໍ່ສ້າງ “ອາຊີວະ​ສຶກສາ”.

ການ​ປະກາດຮ່າງໂຄງ​ສ້າງ​ລະບົບການ​ສຶກສາ​​ແຫ່ງ​ຊາດ ​ໄດ້​ດຶງ​ດູດ​ເອົາ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ບັນດາ​ຜູ້​ຊ່ຽວຊານການ​ສຶກສາ​ໃນ​ທົ່ວ​ປະ​ເທດ. ນີ້​ເປັນ​ຄັ້ງທຳ​ອິດ​ທີ່​ຮ່າງ​ໂຄງ​ສ້າງ​ໄດ້ຮັບ​ການສະ​ເໜີ​ຢ່າງຊັດ​ເຈນຈະ​ແຈ້ງ, ​ໄດ້​ນຳ​ສະ​ເໜີ​ເພື່ອ​ຂໍ​ເອົາ​ຄຳ​ປຶກສາ​ທີ່​ກວ້າງຂວາງ​ຂອງ​ສັງຄົ​ມ. ຜູ້​ຊ່ຽວຊານການ​ສຶກສາຫຼາຍ​ທ່ານ, ບັນດາ​ອົງການ​ຈັດ​ຕັ້ງ​ເຊັ່ນ ສະມາ​ຄົມ​ບັນດາ​ມະຫາວິທະຍາ​ໄລ ວິທະຍາ​ໄລ​ຫວຽດນາມ, ສະມາ​ພັນ​ວິທະຍາສາດ ​ແລະ ​ເຕັກນິກ​ຫວຽດນາມ (VUSTA) ​ແລະ ຜູ້​ຊົງ​ຄຸນ​ວຸດ​ທິຫຼາຍ​ຄົນ ​ໄດ້​ປະກອບ​ຄວາມ​ຄິດ​ເຫັນ​ໃຫ້​ແກ່​ຮ່າງ​ໂຄງສ້າງ ​ໃນ​ທີ່​ບັນດາ​ການ​ປະຊຸມ​ສຳ​ມະ​ນາ​ໃຫ້​ຄຳ​ປຶກສາ ກໍ​ຄື​ໃນ​ບັນດາ​ເວທີ​ປາ​ໄສສາທາລະນະ.

ປັດຈຸບັນ​ນີ້, ກະຊວງການ​ສຶກສາ​ແລະ​ກໍ່ສ້າງ ​ພວມ​ເກັບ​ກຳ​ເອົາ​ຄຳ​ຄິດ​ຄຳ​ເຫັນ ​ແລະ ປັບປຸງ​ບູລະນະ​ເພື່ອ​ຍື່ນ​ສະ​ເໜີ​ໃຫ້​ນາຍົກລັດຖະມົນຕີປະກາດ​ໃຊ້. ໂຄງ​ສ້າງ​ລະບົບການ​ສຶກສາ​ແຫ່ງ​ຊາດ​ພາຍຫຼັງ​ທີ່​ໄດ້​ປະກາດ​ໃຊ້​ເປັນ​ທາງ​ການ​ແລ້ວ​ນັ້ນ ມັນ​ຈະ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ບູລະນະຂອບ​ຄຸນວຸດ​ທິ​ແຫ່ງ​ຊາດ ກໍ​ຄື​ເປັນ​ພື້ນຖານ​ເພື່ອ​ສ້າງ​ຫຼັກສູດສາມັນ​ສຶກສາ​ໂດ​ຍລວມ ຕາມ​ຈິດ​ໃຈ​ປ່ຽນ​ແປງ​ໃໝ່.

ທີ​ສາມ, ກໍ່ສ້າງຂອບຄຸນ​ວຸດ​ທິ​ແຫ່ງ​ຊາດ​ຂອງ​ຫວຽດນາມ.

ຂອບ​ຄຸນວຸດ​ທິ​ແຫ່ງ​ຊາດ ​ແມ່ນ​ເອກະສານ​ນິຕິ​ກຳ​ທີ່​ກຳນົດ​ມາດຕະຖານ​ສົ້ນ​ອອກ​ຂອງ​ແຕ່​ລະ​ຊັ້ນ​ກໍ່ສ້າງ, ປະກາສະ​ນິຍະ​ບັດ ​ແລະ ​ໃບຮັບ​ຮອງ​ທຽບ​ເທົ່າ​ກັບ​ເວລາ ຫຼື​ຈຳນວນ​ໜ່ວຍ​ກິດ​ທີ່​ຕ້ອງ​ສະ​ສົມ. ນີ້​ເປັນ​ພື້ນຖານ​ເພື່ອ​ຫັນ​ຫຼັກ​ສູດການ​ສຶກສາເປັນ​ມາດຕະຖານ ​ແລະ​ການຮັບ​ຮູ້​ຄຸນ​ວຸດ​ທິລະຫວ່າງ​ປະ​ເທດ, ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຍົກຍ້າຍ​ແຮງ​ງານ​ໃນ​ຕະຫຼາດ​ແຮງ​ງານ​ພາກພື້ນ ​ແລະ​ຕະຫຼາດ​ແຮງ​ງານ​ໂລກ. ​ໂດຍ​ພື້ນຖານ, ຮ່າງຂອບ​ຄຸນວຸດ​ທິ​ແຫ່ງ​ຊາດຂອງ​ຫວຽດນາມ​ໄດ້​ຮັບ​ການ​ກໍ່ສ້າງ​ສອດຄ່ອງ​ກັບຂໍ້​ກຳນົດ​ຂອງ​ກົດໝາຍການ​ສຶກສາ ​ແລະ ກົດໝາຍ​ການ​ສຶກສາມະຫາວິທະຍາ​ໄລ, ກົດໝາຍ​ອາຊີວະ​ສຶກສາ, ພ້ອມ​ກັນ​ນັ້ນ​ກໍມີ​ການ​ທຽບ​ຄຽງ​ກັບຂອບ​ຄຸນວຸດ​ທິຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊຽນ, ຂອງ​ເອີຣົບ ​ແລະ ປະ​ເທດ​ອື່ນ​ອີກ​ຈຳນວນ​ໜຶ່ງ. ​ເກນ​ກຳນົດ​ກ່ຽວ​ກັບ​ຄວາມ​ສາມາດຢູ່​ໃນ​ແຕ່ລະ​ຄຸນ​ວຸດ​ທິນັ້ນ ກໍ​ໄດ້​ອອກ​ແບບຢ່າງ​ສອດຄ່ອງ​ກັບ​ເປົ້າໝາຍກໍ່ສ້າງ​ຜູ້​ຄົນ​ຫວຽດນາມ​ໃນ​ໄລຍະ​ໃໝ່, ຕອບ​ສະໜອງ​ຄວາມ​ຕ້ອງການ​ກໍ່ສ້າງ​ປະ​ເທດ​ຕາມ​ແຜນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ - ສັງຄົມ. ​ໃນ​ສະພາບ​ການ​ເຊື່ອມ​ໂຍງ ​ແລະ ​ເຊື່ອມ​ຈອດ​ການ​ສຶກສາ​ກັບ​ສາກົນ​ນັ້ນ, ຂອບ​ຄຸນວຸດ​ທິ​ແຫ່ງ​ຊາດໜຶ່ງ​ທີ່​ມີບັນດາ​ຈຸດ​ທີ່​ສອດຄ່ອງ​ເໝາະ​ສົມ​ກັບ​ບັນດາ​ພື້ນຖານການ​ສຶກສາຢູ່​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ ຈະ​ເປັນ​ເງື່ອນ​ໄຂ​ເພື່ອ​ໃຫ້ການ​ສຶກສາພັດທະນາ ​ແລະ​ເຊື່ອມ​ໂຍງ​ໄດ້​ດີ. ພາຍຫຼັງ​ທີ່ຖືກ​ປະກາດ​ເປີດ​ເຜີຍ, ຮ່າງຂອບ​ຄຸນວຸດ​ທິ​ແຫ່ງ​ຊາດກໍ​ໄດ້​ຮັບ​ການ​ປະກອບ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ຜູ້​ຊ່ຽວຊານ​ແລະ​ສັງຄົມ. ກະຊວງ​ການສຶກສາ​ແລະ​ກໍ່ສ້າງ​ ພວມ​ຕັ້ງໜ້າ​ດັດ​ແປງ ປັບປຸງ​ບູລະນະຂອບ​ຄຸນວຸດ​ທິ​ແຫ່ງ​ຊາດ ​ແລະ​ຈະ​ຍື່ນ​ສະ​ເໜີ​ໃຫ້​ນາຍົກລັດຖະມົນຕີປະກາດ​ໃຊ້.

ທີ​ສີ່, ປ່ຽນ​ແປງ​ໃໝ່​ຫຼັກສູດ, ປຶ້ມ​ແບບຮຽນ​ສາມັນ​ສຶກສາ.

ບັນດາ​ຜູ້​ຊ່ຽວຊານ ​ແລະ ນັກ​ຄົ້ນຄວ້າ​ການ​ສຶກສາ​ ລ້ວນ​ແຕ່​ໃຫ້​ທັດສະນະ​ວ່າ, ຫຼັກສູດ​ສາມັນສຶກສາ​ປັດຈຸບັນ​ນີ້​ຍັງ​ໜັກ​ໄປ​​ທາງດ້ານ​ເຜີຍ​ແຜ່​ຄວາມ​ຮູ້, ​ບໍ່​ທັນ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ການ​ພັດທະນາ​ຄວາມ​ສາມາດ ​ແລະ ຄຸນ​ທາດ​ຂອງ​ຜູ້​ຮຽນ. ດັ່ງ​ນັ້ນ, ຕໍ່ໜ້າ​ຄວາມ​ຕ້ອງການ​ພັດທະນາ​ຢ່າງຮອບດ້ານ​ຂອງ​ນັກຮຽນ ນັກສຶກສາ, ການ​ປ່ຽນ​ແປງ​ໃໝ່​ຫຼັກ​ສູດສາມັນ​ສຶກສາ​ຈຶ່ງ​​ເປັນຄວາມຮີບ​ດ່ວນ​ທີ່​ສຸດ. ​ແຕ່, ຢາກ​ມີ​ຫຼັກສູດ​ການ​ສຶກສາ​ທີ່​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການຕົວ​ຈິງ​ໃນ​ປັດຈຸບັນ, ​ແມ່ນ​ຕ້ອງ​ຕັ້ງ​ມັນ​ຢູ່​ໃນ​ລະບົບ​ວິທີ​ແກ້​ໄຂ​ກວມ​ລວມພ້ອມ​ກັນ​ກັບ “ການຈັດ​ວາງ​ຄືນ​ໃໝ່” ລະ​ບົບການ​ສຶກສາ​ແຫ່ງ​ຊາດ ​ແລະ ຂອບຄຸນ​ວຸດ​ທິ​ແຫ່ງ​ຊາດ. ກະຊວງການ​ສຶກສາ​ແລະ​ກໍ່ສ້າງ ​ໄດ້​ສຳ​ເລັດ​ຮ່າງ​ຫຼັກສູດ​ສາມັນ​ສຶກສາກວມ​ລວມຕາມ​ທິດລົດ​ຜ່ອນ​ຢ່ອນ​ເບົາ, ສະ​ສົມ​ບັນດາ​ເນື້ອ​ໃນ​ຢ່າງ​ວິທະຍາສາດ, ​ເພີ່ມ​ລັກສະນະ​ໄຫວ​ພິບ​ ໂດຍ​ຜ່ານ​ການລົດ​ບັນດາ​ວິຊາ​ບັງຄັບ ​ແລະ ​ເພີ່ມບັນດາ​ວິຊາ​ເລືອກ​​ເອງ. ບົນ​ພື້ນຖານ​ລັກສະນະ “​ເປີດ” ຂອງ​ຫຼັກສູດ, ປຶ້ມ​ແບບຮຽນ​ໃໝ່ທີ່​ບໍ່​ຖືກ​ຈຳ​ກັບ​ຢູ່​ໃນ​ປຶ້ມ​ແບບຮຽນ​ຊຸດໜຶ່ງ​ດຽວ​ເທົ່າ​ນັ້ນ ​ແຕ່​ອາດ​ຈະ​ມີ​ຫຼາຍ​ຊຸດ​ເພື່ອ​ເລືອກ​ເອົາ​ຢູ່​ໃນ​ປະ​ມວນປຶ້ມ​ແບບຮຽນ​ທີ່​ໄດ້​ກວດ​ຜ່ານ​ແລ້ວ. ກະຊວງການ​ສຶກສາ​ແລະ​ກໍ່ສ້າງ ​ສົ່ງ​ເສີມ​ໃຫ້​ບັນດາ​ສະ​ຖາ​ບັນ​ການ​ສຶກສານຳ​ໃຊ້​ປຶ້ມ​ແບບຮຽນ​ບັນດາ​ວິຊາ, ​ເຊັ່ນ ຄະນິດສາດ ​ແລະ ​ວິທະຍາສາດ​ທຳ​ມະ​ຊາດ ພາສາ​ອັງກິດ, ຂອງ​ບັນດາ​ປະ​ເທດທີ່​ຈະ​ເລີ​ນພັດທະນາ ​ແລະ ​ໄດ້​ຮັບ​ຜົນສຳ​ເລັດ​​ໃນ​ການ​ສຶກສາ​ສາມັນ.

ທີ​ຫ້າ, ຍູ້​ແຮງ​ບັນດາ​ກົນ​ໄກ​ຮັບປະກັນ​ຄຸນ​ນະພາ​ບການ​ສຶກສາ.

ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ວຽກ​​ເຮັດ​ງານ​ທຳ ​ແລະ ການວ່າງ​ງານ​ໃນ​ໄຕ​ມາດ ຂອງກົມ​ໃຫຍ່​ສະຖິຕິ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ມໍ່​ນີ້ ​ເຄີຍ​ເຕື້ອງ​ເຖິງ​ສະພາບ​ການຄົນ​ທີ່​ມີ​ການ​ສຶກສາລະ​ດັບ​ປິນຍາ​ຕີ​ແຕ່​ຖືກ​ວ່າງ​ງານ. ສາ​ເຫດ​ຂອງ​ສະພາບ​ການ​ດັ່ງກ່າວ​ແມ່ນ​ມີ​ຫຼາຍ, ແຕ່​ໜຶ່ງ​ໃນ​ບັນດາ​ສາ​ເຫດ​ທີ່ສຳຄັນ​ຄື ​ຄຸນ​ນະພາບການ​ສຶກສາ, ​ເປັນ​ຕົ້ນ​ແມ່ນ​ຄຸນ​ນະພາ​ບການ​ສຶກສາ​ມະຫາວິທະຍາ​ໄລ ບໍ່​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ແຮງ​ງານ. ​ເພື່ອ​ແກ້​ໄຂ​ສະພາບ​ການ​ນີ້, ຕ້ອງ​ເພີ່ມ​ທະວີ​ບັນດາ​ກົນ​ໄກ​ຮັບປະກັນ​ຄຸນ​ນະພາ​ບ, ​ໃນ​ນັ້ນ​​ການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາມີ​ບົດບາດ​ສຳຄັນ​ພິ​ເສດ. ກະຊວງການ​ສຶກສາ​ແລະ​ກໍ່ສ້າງ​ ໄດ້​ປະກາດ​ໃຊ້​ຂອບ​ກົດໝາຍ​ການ​ຄຸ້ມ​ຄອງ​ແຫ່ງ​ລັດ​ທີ່​ຄົບ​ຖ້ວນ​ ກ່ຽວ​ກັບ​ການ​ຮັບປະກັນ​ຄຸນ​ນະພາບການ​ສຶກສາ​ເວົ້າ​ລວມ, ການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ​ເວົ້າ​ໂດຍ​ສະ​ເພາະ (ຕົວຢ່າ​ງ, ບັນດາ​ມາດຕະຖານ​ປະ​ເມີນ​ຄຸນ​ນະພາ​ບຕໍ່​ບັນດາ​ສະ​ຖາ​ບັນ​ການ​ສຶກສາ ​ແຕ່​ຊັ້ນ​ອະນຸບານ ຈົນ​ເຖິງມະຫາວິທະຍາ​ໄລ, ບັນດາ​ມາດຕະຖານ​ປະ​ເມີ​ນຄຸນ​ນະພາ​ບຫຼັກສູດ​ການ​ກໍ່ສ້າງ, ລະ​ບົບ​ເອກະສານ​ແນະນຳ​ການ​ປະຕິບັດ​ບັນດາ​ມາດຕະຖານປະ​ເມີນ​ຄຸນ​ນະພາ​ບ ​ແລະ ຊີ້​ນຳ​ການ​ເຄື່ອນ​ໄຫວ​ກວດ​ສອບ​ປະຈຳ​ປີ...). ຄຽງ​ຄູ່​ກັບ​ການ​ເພີ່ມ​ທະວີ​ວຽກ​ງານ​ຕິດຕາມ​ກວດກາ, ກວດກາ​ບັນດາ​ເງື່ອນ​ໄຂ​ຮັບປະກັນ​ຄຸນ​ນະພາ​ບ, ຄື​ຖັນ​ແຖວ​ຄູ​ອາຈານ, ​ເງື່ອນ​ໄຂ​ພື້ນຖານ​ວັດຖຸ, ການຈັດ​ຕັ້ງ​ບຳລຸງ​ກໍ່ສ້າງ, ບັນດາ​ການ​ເຄື່ອນ​ໄຫວ​ປະ​ເມີນ​ຄ່າ, ​ເຄື່ອນ​ໄຫວ​ກວດ​ສອບ​ຄຸນ​ນະພາ​ບ ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່. ຕາມ​ສະຖິຕິ​ຂອງກະຊວງການ​ສຶກສາ​ແລະ​ກໍ່ສ້າງ​, ຕໍ່​ກັບ​ຊັ້ນ​ອະນຸບານ ​ແລະ ສາມັນ​ສຶກສາ, ມາ​ເຖິງ​ປັດຈຸບັນ, 18,4% ຂອງ​ຈຳນວນ​ໂຮງຮຽນ​ອະນຸບານ, 17,6% ຂອງ​ຈຳນວນ​ໂຮງຮຽນ​ສາມັນ​ສຶກສາ​ຊັ້ນ​ຕ່າງ​ໆ ​ແລະ 4,7% ຂອງ​ຈຳນວນ​ສະ​ຖາ​ບັນສຶກສາ​ເປັນ​ປະຈຳ ​ໄດ້​ຮັບ​ການ​ປະ​ເມີນ​ຄຸນ​ນະພາ​ບ​ແລ້ວ.

ສຳລັບບັນດາ​ຊັ້ນ​ຮຽນ​ຫຼັງ​ສາມັນ​ສຶກສາ, ລະບົບການຈັດ​ຕັ້ງກວດ​ສອບຄຸນ​ນະພາ​ບທີ່​ເປັນ​ເອກະລາດ​ກໍ​ໄດ້​ແລະ​ພວມ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ ດ້ວຍ​ການ​ທີ່ກະຊວງການ​ສຶກສາ​ແລະ​ກໍ່ສ້າງ ​ໄດ້​ສ້າງ​ຕັ້ງ 3 ສູນ​ກວດ​ສອບ​ຄຸນ​ນະພາ​ບຢູ່ 3 ພາກ (ສັງກັດສອງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ແລະ ຢູ່​ທີ່​ມະຫາວິທະຍາ​ໄລ ດ່າ​ໜັ໊ງ) ​ແລະ ອະນຸຍາດ​ໃຫ້​ສະມາຄົມ​ບັນດາ​ໂຮງຮຽນ​ມະຫາວິທະຍາ​ໄລ, ວິທະຍາ​ໄລ​ຫວຽດນາມ​ ສ້າງ​ຕັ້ງອີກ​ສູນ​ກວດ​ສອບ​ໜຶ່ງ. ການ​ກໍ່ສ້າງ​ຜູ້​ກວດ​ສອບ​ເພື່ອ​ກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ກໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ ​ເຊິ່ງມີກວ່າ 500 ຄົນ​ໄດ້​ຮັບ​ບັດ​ປະຕິບັດ​ງານ ​ແລະ ​ໃບ​ຮັບຮອງ​ຄວາມ​ສຳ​ເລັດ​ຊຸດ​ຝຶກ​ອົບ​ຮົມຜູ້​ກວດ​ສອບ​ຄຸນະພາບ​ການ​ສຶກສາ​ມະຫາວິທະຍາ​ໄລ ​ແລະ​ອາຊີວະ​ສຶກສາ​ຊັ້ນ​ກາງ. ດ້ວຍ​ກຳລັງ​ບຸກຄະລາ​ກອນ​ນີ້, ບັນດາ​ອົງການ​ກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ​ໄດ້​ເລີ່ມລົງມື​ປະຕິບັດ​ວຽກ​ງານ​ນີ້​ຢ່າງ​ໜັກ​ແໜ້ນ. ມາ​ເຖິງ​ປັດຈຸບັນ ມີ 13 ​ໂຮງຮຽນ​ມະຫາວິທະຍາ​ໄລ​ ໄດ້​ຮັບ​ການ​ປະ​ເມີນ​ຄ່າ​ຢ່າງ​ເປັນ​ເອກະລາດ​ ແລະ ມີ 2 ​ໄຮງຮຽນ​ໄດ້​ຮັບ​ໃບ​ຮັບຮອງ​ການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ​ແລ້ວ.

ທີ​ຫົກ, ທົດ​ລອງ​ເພີ່ມ​ທະວີ​ການ​ມອບ​ສິດ​ເປັນ​ເຈົ້າ​ຕົນ​ເອງ ​ໃຫ້​​ໂຮງຮຽນ​ມະຫາວິທະຍາ​ໄລ.

ນີ້ຖືກ​ຖື​ວ່າ​ເປັນ​ວິທີ​ແກ້​ທີ່​ສຳຄັນ​ ເພື່ອ​ແກ້​ໄຂ​ສິ່ງ​ຄ້າງ​ຄາ​ຕ່າງໆ​ ໃນ​ການ​ຄຸ້ມ​ຄອງ​ລະບົບ​ການ​ສຶກສາ​ມະຫາວິທະຍາ​ໄລ, ຍົກ​ສູງ​ຄຸນ​ນະພາ​ບ​ໂດຍ​ຜ່ານ​ການປົດປ່ອຍ​ແຫຼ່ງພະລັງ​ຕ່າງໆ. ກົດໝາຍ​ການ​ສຶກສາ​ມະຫາວິທະຍາ​ໄລ​ໄດ້​ໄຂຂອບ​ກົດໝາຍ​ທີ່​ສຳຄັນ​ໃຫ້​ແກ່​ຄວາມ​ເປັນ​ເຈົ້າ​ຕົນ​ເອງ ​ຂອງ​ໂຮງຮຽນ​ມະຫາວິທະຍາ​ໄລ. ປີ 2014, ລັດຖະບານ​ໄດ້​ປະກາດ​ໃຊ້​ມະຕິ​ຕົກລົງ​ເລກທີ 77/NQ-CP ວ່າ​ດ້ວຍການ​ທົດ​ລ​ອງ​ປ່ຽນ​ແປງ​ໃໝ່ກົນ​ໄກ​ເຄື່ອນ​ໄຫວ​ສຳລັບ​ບັນດາ​ສະ​ຖາ​ບັນ​ການ​ສຶກສາ​ມະຫາວິທະຍາ​ໄລ​ພາກ​ລັດ ​ໄລຍະ 2014 - 2017. ​ແຕ່, ການ​ເປັນ​ເຈົ້າ​ຕົນ​ເອງ ພຽງ​ແຕ່​ໄດ້​ປະຕິບັດ​ໃນ​ຂອບ​ເຂດ​ແຄບ ຊຶ່ງມີ 14 ​ໂຮງຮຽນ​ມະຫາວິທະຍາ​ໄລ​ໄດ້​ຮັບ​​ສິດ​ເປັນ​ເຈົ້າ​ຕົນ​ເອງ; ​ເງື່ອນ​ໄຂ​ເປັນ​ເຈົ້າ​ຕົນ​ເອງ​ພຽງ​ແຕ່​ໄດ້​ເຂົ້າ​ເຖິງ​ທາງ​ດ້ານ​ການ​ເງິນ, ​ໃນ​ຂະນະ​ນັ້ນ ບັນດາ​ແງ່​ມູມອື່ນ​ເຊັ່ນ ຄວາມ​ສາມາດ​ເປັນ​ເຈົ້າ​ຕົນ​ເອງ​ທາງ​ດ້ານວິຊາ​ການ, ການຈັດ​ຕັ້ງ ​ແລະ ບຸກຄະລາ​ກອນ ​ແມ່ນ​ຍັງ​ບໍ່​ທັນ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ພຽງພໍ​ເທື່ອ. ດັ່ງ​ນັ້ນ, ຜົນ​ທີ່​ໄດ້​ຮັບ​ກໍ​ຍັງ​ຖືກ​ຈຳກັດ​ຫຼາຍ. ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ​ນີ້, ກະຊວງການ​ສຶກສາ​ແລະ​ກໍ່ສ້າງ​ ຈະ​ສືບ​ຕໍ່​ຄົ້ນຄວ້າ​ເພື່ອ​ປະຕິບັດ​ເປັນ​ແຕ່​ລະ​ກ້າວ​ພື້ນຖານ​ການ​ສຶກສາ​ມະຫາວິທະຍາ​ໄລ​ທີ່​ເປັນ​ເຈົ້າ​ຕົນ​ເອງ, ​ຄຸນ​ນະພາ​ບສູງ.

ຄວາມ​ຫຍຸ້ງຍາກ, ສິ່ງ​ກີດຂວາງຕໍ່​ຂະ​ບວນວິວັດ​ການ​ປ່ຽນ​ແປງ​ໃໝ່​ການ​ສຶກສາ​ແລະ​ກໍ່ສ້າງ

ທີ​ໜຶ່ງ, ​ເອກະສານ​ກົດໝາຍ​ຈຳນວນ​ໜຶ່ງ​ທີ່ດັດສົມ​ຂົງ​ເຂດ​ການ​ສຶກສາ - ກໍ່ສ້າງ ຍັງ​ບໍ່​ເໝາະ​ສົມ, ຍັງຊ້ຳ​ຊ້ອນ​ກັນ, ຂັດ​ແຍ່ງ​ກັນ. ຕົວຢ່າງ, ການ​ກະ​ແຈກ​ກະຈາຍ, ຂາດ​ລັກສະນະ​ຕິດ​ຕໍ່​ໜໍ່​ເນືອງ​ລະຫວ່າງບັນດາ​ລະດັບ​ການ​ສຶກສາ ​ໃນ​ລະບົບ​ການ​ສຶກສາ​ແຫ່ງ​ຊາດ ສ່ວນ​ໜຶ່ງ​ແມ່ນ​ຍ້ອນ​ຂາດ​ຄວາມ​ເປັນ​ເອກະ​ພາບ​ໃນ​ຂໍ້ກຳນົດ​ກົດໝາຍ ຂອງ​ກົດໝາຍ​ການ​ສຶກສາ​ມະຫາວິທະຍາ​ໄລ ​ແລະ ກົດໝາຍອາຊີວະ​ສຶກ​ສາຊັ້ນສູງ. ​ເນື້ອ​ໃນ​ນີ້​ກໍ​ສະ​ແດງ​ອອກ​ໃນ​ການ​ປະຕິບັດດຳ​ລັດ​ເລກທີ 115/2010/NĐ-CP ຂອງລັດ​ຖະ​ບານ ທີ່​ກຳນົດ​ໜ້າ​ທີ່​ຮັບຜິດຊອບຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ການ​ສຶກສາ ຊຶ່ງ​ຍັງ​ບໍ່​ທັນ​ສົມ​ເຫດ​ສົມ​ຜົນ ​ແລະ ບໍ່​ແທດກັບ​ຄວາມ​ຈິງ. ກົດໝາຍ​ການ​ສຶກສາ​ມະຫາວິທະຍາ​ໄລ ​ໄດ້​ກຳນົດກວ້າງ​ພໍ​ຄວນ ​ກ່ຽວ​ກັບ​ການ​ມອບ​ສິດ​ເປັນ​ເຈົ້າ​ຕົນ​ເອງ​ໃຫ້​ໂຮງຮຽນ​ມະຫາວິທະຍາ​ໄລ, ​ແຕ່​ຂໍ້​ກຳນົດ​ໃນ​ຫຼາຍ​ມາ​​ດຕາພັດ “ຕິດ​ຂັດ” ກັບ​ຂໍ້​ມາດຕາ​ໃນ​ກົດໝາຍ​ອື່ນ, ​ເຊັ່ນ​ກົດໝາຍ​ແຮງ​ງານ, ກົດໝາຍ​ຂ້າລັດຖະການ, ກົດ​ໝາຍ​ງົບປະມານ. ດັ່ງ​ນັ້ນ, ບັນ​ດາ​ການ​ປ່ຽນ​ແປງ​ໃໝ່​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ບໍລິຫານ​ມະຫາວິທະຍາ​ໄລ​ ໃນ​ການ​ມອບ​ສິດ​ເປັນ​ເຈົ້າ​ຕົນ​ເອງ​ ກໍ​ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ປະການ.

ທີ​ສອງ, ​ແຮງ​ເຊື່ອຍ​ຂອງ​ລະບົບ​ການ​ສຶກສາ​ເວົ້າ​ລວມ ​ແມ່ນ​ຍັງ​ແຮງ​ຫຼາຍ ​ເຊິ່ງ​ເກີດ​ຈາກ​ກະ​ໂຕ​ທາດ​ແທ້​ໃນ​ຕົວ​ຂອງ​ລະບົບ ​ແລະ ຈາກ​ບັນດາ​ພາກສ່ວນ​ຂອງ​ລະບົບ​ນັ້ນ. ດ້ານ​ໜຶ່ງ, ສັງ​ເກດ​ຈາກ​ແງ່ມູນ​ພາລະ​ບົດບາດການ​ສຶກສາ, ພິ​ເສດ​ແມ່ນ​ສາມັນ​ສຶກສາທີ່ມີ​ພາລະ​ບົບບາດ “ຖ່າຍ​ທອດ” ບັນດາ​ຄ່າ​ນິຍົມ​ສັງຄົມ ກໍ​ເຫັນ​ວ່າ ລະບົບ​ການ​ສຶກສາ​ເຄີຍ​ມີ​ທ່າອຽງ​ຊັກ​ຊ້າ​ໃນ​ການ​ປ່ຽນ​ແປງ​ໃໝ່ ​ແລະ “ຮັກສາ​ເດີມ” ຫຼາຍ​ກວ່າ​ ທຽບ​ກັບ​ບັນດາ​ຂົງ​ເຂດ​ອື່ນຂອງ​ສັງຄົມ. ດ້ານ​ອື່ນ, ສັງ​ເກດ​ຈາກ​ແງ່​ມູມບັນດາ​ສະມາຊິກ​ຂອງ​ລະບົບ ກໍ​ອາດ​ຈະ​ເຫັນ​ໄດ້​ວ່າ ຄວາມ​ຕັດສິນ​ໃຈ ​ແນວ​ຄິດ​ປ່ຽນ​ແປງ​ໃໝ່​ ໃນກຸ່ມ​ຜູ້ນຳ​ພາ ຄຸ້ມ​ຄອງ​ການ​ສຶກສາ​ ກໍ​ຍັງ​ບໍ່​ທັນ​ສູງ. ມີ​ສະພາບ​ດັ່ງກ່າວ​ນີ້ ​ສ່ວນ​ໜຶ່ງ​ແມ່ນ​ຍ້ອນ​ສະ​ຖາ​ບັນ​ການ​ສຶກສາ​ພາກ​ລັດຫຼາຍ​ແຫ່ງ ຍັງດຳລົງ​ຄົງ​ຕົວ​ຕົ້ນຕໍ​ແມ່ນ​ອີງ​ໃສ່​ແຫຼ່ງ​ເງິນ​ເກື້ອກູນ​ຂອງ​ລັດ, ຄື​ວ່າ​ບໍ່​ມີ​ການ​ແຂ່ງຂັນ​ກັນ, ດັ່ງ​ນັ້ນ​ຈຶ່ງ​ບໍ່​ມີ “ຄວາມ​ຕ້ອງການ” ປ່ຽນ​ແປງ​ໃໝ່. ​ແນວ​ຄິດຄອຍຖ້າ​ການ​ເກື້ອກູນ​ຂອງ​ລັດ​ຍັງ​ແຜ່​ຫຼາຍ​ໃນ​ຖັນ​ແຖວ​ຄູ​ອາຈານ, ພະນັກ​ງານ​ຄຸ້ມ​ຄອງ​ຢູ່​ບັນດາ​ສະ​ຖາ​ບັນ​ການ​ສຶກສາ. ​ແມ່ນ​ສິ່ງ​ເຫຼົ່າ​ນີ້​ເອງ ​ໄດ້​ສ້າງ​ໃຫ້​ມີ​ຈິດ​ຕະສາດ​ຄິດ​ງໍ້, ບໍ່ພ້ອມ​ທີ່​ຈະ​ປ່ຽນ​ແປງ​ໃໝ່​ຢູ່​ໃນ​ຖັນ​ແຖວພະນັກງານ​ນຳພາ ຄຸ້ມ​ຄອງ ​ແລະ​ໃນ​ກະ​ໂຕ​ຖັນ​ແຖວ​ຄູ​ອາຈານ. ດັ່ງ​ນັ້ນ, ການ​ຜັນ​ຂະຫຍາຍ​ບາງ​ຕົວ​ແບບ, ຄວາມ​ຄິດ​ປະດິດ​ໃໝ່​ ເຊັ່ນ “ຕົວ​ແບບ​ໂຮງຮຽນ​ໃໝ່” (VNEN), ຫຼື​ໜັງສື​ວຽນ​ເລກ​ທີ 30/2014/TT-BGDĐT ຂອງ​ກະຊວງ​ການ​ສຶກສາ​ແລະ​ກໍ່ສ້າງ ວ່າ​ດ້ວຍ​ກຳນົດ​ການ​ປະ​ເມີນ​ຄ່າ​ນັກຮຽນ​ປະຖົມ​ສຶກສາ​ນັ້ນ ຈຶ່ງ​ບໍ່​ມີ​ປະສິດທິ​ຜົນ.

ທີ​ສາມ, ​ແຫຼ່ງງົບປະມານ​ໃຫ້​ແກ່​ການ​ສຶກສາ​ຍັງ​ຕ່ຳ​ໂພດ​ ທຽບ​ກັບ​ຄວາມ​ຕ້ອງການ​ລົງທຶນ. ລັດຖະບານຫວຽດນາມຍາມ​ໃດ​ກໍ່​ພະຍາຍາມ​ຮັບປະກັນ​ລາຍ​ຈ່າຍ​ໃຫ້ການ​ສຶກສາ​ໄດ້ 20% ຂອງ​ຍອດ​ລາຍ​ຈ່າຍ​ງົບປະມານ. ​ເຖິງ​ວ່າ​​ລາຍ​ຈ່າຍ​ງົບປະມານ​ໃຫ້​ແກ່ການ​ສຶກສາຄິດ​ເປັນ​ອັດຕາ​ສ່ວນ​ແມ່ນ​ບໍ່​ຕ່ຳ, ແຕ່ຈຳນວນທີ່​ຈິ​ງ​ແທ້​ແນ່ນອນ​ ກໍ​ບໍ່​ແມ່ນ​ຫຼາຍ, ການ​ລົງທຶນ​ພັດ​ກະ​ແຈກ​ກະ​ຈ່າຍ. ຕົວຢ່າງ, ຕາມ​ຕົວ​ເລກ​ຂອງ​ກະຊວງ​ການ​ເງິນກ່ຽວ​ກັບການວາງງົບປະມານ​ປີ 2016, ຄາດກະ​ຄ່າ​ໃຊ້​ຈ່າຍ​ການ​ສຶກສາ​ທັງ​ໝົດ​ເກືອບ 196 ພັນ​ຕຶ້ດົ່ງ ​ໃນ​ລວ​ມຍອດລາຍ​ຈ່າຍງົບປະມານທັງ​ໝົດ​ປະມານ 1,273 ລ້ານ​ຕື້​ດົ່ງ (ກວມ​​ເກືອບ 15,4%). ​ແຕ່, ຍ້ອນ​ຈຸດ​ເລີ່​ມຕົ້ນ​ຕ່ຳ, ຫວຽດນາມ​ຕ້ອງການ​ແຫຼ່ງພະລັງ​ຫຼາຍ​ທີ່​ສຸດ, ດັ່ງ​ນັ້ນ​ລະດັບ​ການ​ລົງທຶນ​ນີ້​ຍັງ​ບໍ່ພໍ​ທຽບ​ກັບ​ຄວາມ​ຕ້ອງການ​ພັດທະນາ​ຂອງ​ການ​ສຶກສາ. ​ໃນ​ຂະນະ​ນັ້ນ, ບັນດາ​ກົນ​ໄກ​ດຶງ​ດູດ​ການ​ລົງທຶນ​ຂອງ​ເອກະ​ຊົນ​ໃຫ້​ແກ່​ການ​ສຶກສາ ກໍ​ຍັງ​ບໍ່​ທັນຈັບ​ໃຈ​ນັກ​ລົງທຶນເທື່ອ. ພ້ອມ​ກັນ​ນັ້ນ, ຫວຽດນາມ​ກໍ​ຍັງ​ບໍ່​ທັນ​ມີບັນດາ “ຜູ້ອຸປະຖຳ” ລາຍ​ໃຫຍ່ ທີ່​​ໃຫ້ການ​ຊ່ວຍ​ໜູນ​ການ​ສຶກສາ. ດັ່ງ​ນັ້ນ, ພື້ນຖານ​ວັດຖຸ​ຍັງ​ຂາດ​ເຂີນ, ຫ້ອງ​ຮຽນໜຶ່ງໆ​ມີ​ນັກຮຽນ​ຫຼາຍ​ເກີນ​ຄວນ, ​ເຄື່ອງ​ປະກອບ​ການ​ສິດສອນ​ກໍ​ບໍ່​ພຽງພໍ ພາ​ໃຫ້ການ​ປ່ຽນ​ແປງ​ໃໝ່​ມີ​ລັກສະນະ​ຮູບ​ການ, ວິທີ​ສິດສອນ​ແລະ​ກວດກາ ປະ​ເມີນ​ຄ່າ​ບໍ່​ມີ​ປະສິດທິ​ຜົນ.

ໜ້າ​ທີ່​ຈຸດ​ໜັກ​ໃຈກາງ​ຈຳນວນ​ໜຶ່ງ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ

ທີ​ໜຶ່ງ, ກວດຄືນ, ວາງ​ແຜນ​ກຳນົດ​ຄືນ​ໃໝ່​ ຕໍ່​ບັນດາ​ສະ​ຖາ​ບັນ​ການ​ສຶກສາ​ໃນ​ລະບົບ​ການ​ສຶກສາ​ແຫ່ງ​ຊາດ.

ພາຍຫຼັງ​ທີ່​ໂຄງ​ສ້າງ​ລະບົບ​ການ​ສຶກສາ​ແຫ່ງຊາດ​ໄດ້​ຮັບ​ການ​ປະກາ​​​ດໃຊ້​ໂດຍ​ນາຍົກລັດຖະມົນຕີ​ແລ້ວນັ້ນ, ກະຊວງການ​ສຶກສາ​ແລະ​ກໍ່ສ້າງ​ ຈະ​ຜັນ​ຂະຫຍາຍ​ການທົບ​ທວນ​ບັນດາ​ສະ​ຖາ​ບັນ​ການ​ສຶກສາ​ຊັ້ນ​ຕ່າງໆ, ບັນດາ​ຊັ້ນ​ຮຽນ. ການວາງ​ແຜນ​ກຳນົດ​ລະບົບ​ບັນດາ​ໂຮງຮຽນ​ຢູ່​ບັນດາ​ຊັ້ນ​ການ​ກໍ່ສ້າງ ​ໃນ​ລະບົບ​ການ​ສຶກສາ​​ແຫ່ງຊາດ ​ແນ​ໃສ່​ສັບ​ຊ້ອນ​ບັນດາ​​ແຫຼ່ງພະລັງ, ຂະໜາດ​ການ​ພັດທະນາ, ບັນດາ​ເງື່ອນ​ໄຂ​ຮັບປະກັນ​ຄຸນ​ນະພາ​ບ ​ໃຫ້​ສົມດຸນ​ກັບຄວາມ​ຕ້ອງການສັງຄົມ ​ເ​ພື່ອຮັບປະກັນ​ຄຸນ​ນະພາ​ບການ​ສຶກສາ​ແລະປະຕິບັດ​ເປົ້າ​ໝາຍປ່ຽນ​ແປງ​ໃໝ່​ການ​ສຶກສາ​ຢ່າງ​ພື້ນຖານ​ຮອບດ້ານ.

​ເປົ້າ​ໝາຍ​ຂອງ​ການວາງ​ແຜນ​ກຳນົດ​ແມ່ນ​ຈັດ​ວາງ​ສັບ​ຊ້ອນ, ​ເຕົ້າ​ໂຮມ​ລວບ​ລວມ, ບໍ່​ໜຳ​ຍັງອາດ​ຈະ​ຍຸບ​ເລີກສະ​ຖາ​ບັນ​ການສຶກສາ​ທີ່​ອ່ອນ​ທາງ​ດ້ານ​ຄຸນ​ນະພາ​ບ, ຫລຸດຜ່ອນ​ຫົວ​ເງື່ອນ ​ແລະ ​ເພີ່ນ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ, ປະສິດທິ​ຜົນ​ການ​ລົງທຶນ​ຂອງ​ທົ່ວ​ທັງ​ລະບົບ. ​ໃນ​ຂະ​ບວນວິວັດ​ນັ້ນ, ກຳນົດ​ແຈ້ງ​ບັນດາ​ຫຼັກການ ​ແລະ ​ເກນ​ການວາງ​ແຜນ, ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ປະ​ເມີນຄ່າ, ຄາດ​ຄະ​ເນ​ກ່ຽວ​ກັບ​ຄວາມ​ຕ້ອງການ​ແຫຼ່ງບຸກຄະລາ​ກອນ​ ເພື່​ອ​ໃຫ້​ມີ​ແຜນກຳນົດ​ທີ່​ແທດ​ເໝາະ​ກັບ​ແຜນ​ກຳນົດ​ພັດທະນາ​ເສດຖະກິດ - ສັງຄົມ.

ການວາງ​ແຜນ​ກຳນົດ​ລະບົບ​ການ​ສຶກສາ​ແຫ່ງ​ຊາດ​ ຕ້ອງ​ໄດ້​ປະ​ຕິ​ບັດ​ໃນ​ທົ່ວ​ລະບົບ, ວາງ​ແຜນ​ກຳນົດ​ລະບົບ​ບັນດາ​ໂຮງຮຽນຢູ່​ໃນ​ຊັ້ນ​ຮຽນ​ຕ່ຳ ​ເປັນ​ພື້ນຖານ​ໃຫ້​ແກ່​ການວາງ​ແຜນ​ກຳນົດ ​ແລະ ພັດທະນາ​ຊັ້ນ​ຮຽນ​ທີ່​ສູງ​ກວ່າ. ລະອຽດ, ການວາງ​ແຜນ​ກຳນົດ​ອາດ​ຈະ​ກວມ​ດ້ວຍ​ການວາງ​ແຜນ​ກຳນົດລະບົບ​ບັນດາ​ໂຮງຮຽນ​ອະນຸບານ, ວາງ​ແຜນ​ກຳນົດ​ລະບົບ​ບັນດາ​ໂຮງຮຽນ​ສາມັນ​ສຶກສາ, ວາງ​ແຜນ​ກຳນົດລະບົບ​ບັນດາ​ສະ​ຖາ​ບັນ​ສຶກສາ​ຫຼັງ​ສາມັນ, ກວມ​ດ້ວຍ​ບັນດາ​ໂຮງຮຽນ​ວິທະຍາ​ໄລ, ມະຫາວິທະຍາ​ໄລ.

ທີ​ສອງ, ​ເພີ່ມ​ທະວີ​ການ​ແບ່ງ​ສາຍ​ໃນ​ການ​ສຶກສາ.

ໜຶ່ງ​ໃນ​ບັນດາ​ຈຸດ​ອ່ອນ​ຂອງ​ການ​ສຶກສາ​ຫວຽດນາມປັດຈຸບັນ​ນີ້​ ແມ່ນການ​ແບ່ງ​ສາຍ​ຍັງ​ບໍ່​ທັນ​ດີ, ນັກຮຽນ​ເກືອບ​ທັງ​ໝົດ​ແຍ່​ກັນ​​ເຂົ້າ​ຮຽນ​ມະຫາວິທະຍາ​ໄລ, ​ໃນ​ຂະນະ​ນັ້ນ ​ໂຮງຮຽນ​ອາຊີວະ​ສຶກສາ​ໄດ້​ລັດ​ລົງທຶນ​ແຕ່​ມີ​ຜູ້​ຮຽນ​ໜ້ອຍ​ທີ່​ສຸດ. ການ​ແບ່ງ​ສາຍ​ດີ​ຈະ​ປະກອບສ່ວນ​ແກ້​ໄຂ​ສະພາບ​ການ​ຂາດ​ເຂີນ​ບຸກຄະລາ​ກອນ​ມື​ອາຊີບ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ສັງຄົມ. ຜູ້​ຮຽນ​ຄວນ​ໄດ້ຮັບ​ການ​ກຳນົດ​ທິດ​ກ່ຽວ​ກັບ​ອາຊີວະ​ສຶກສາກ່ອນ ​ແລະ ​ດີກ​ວ່າ. ການ​ແບ່ງ​ສາຍ​ການ​ສຶກສາ​ຕາມ​ທິດ “ບັນດິດ” ​ແລະ “ອາຊີວະ​ສຶກສາ” ຕ້ອງ​ໄດ້​ສືບ​ຕໍ່​ຄົ້ນຄວ້າ ​ເພື່ອ​ເຮັດ​ໃຫ້​ນັກຮຽນ​ທີ່​ໄດ້​ກະ​ກຽນສຳພາລະ​ບາງ​ຢ່າງ​ໃນ​ເວລາ​ຮຽນ​ມັດທະຍົມ​ຕອນ​ຕົ້ນ ຈະ​ມີ​ການ​ຜັນ​ແຍກ​ແຮງ​ກວ່າ​ອີກໃນ​ເວລາ​ຮຽນ​ມັດທະຍົມ​ຕອນ​ປາຍ. ພ້ອມ​ກັນ​ນັ້ນ, ສຳລັບ​ຂະ​ແໜງ​ພິ​ເສດສະ​ເພາະບາງ​ຂະ​ແໜງ​ທີ່​ກົດໝາຍ​ແຮງ​ງານ​ອະນຸຍາດ​ໃຫ້, ການ​ແບ່ງ​ສາຍ​ແຕ່​ຊັ້ນ​ມັດທະຍົມ​ຕອນ​ຕົ້ນ​ຈະ​ຊ່ວຍ​ໃຫ້​ນັກຮຽນມີ​ຄວາມ​ສາມາດ​ເຂົ້າ​ຮ່ວມ​ຕະຫຼາດ​ແຮງ​ງານ​ເມື່ອ​ມີ​​ເງື່ອນ​ໄຂ​ພຽງພໍ ​ແລະ ມີ​ຄວາມ​ຕ້ອງການ. ຜ່ານ​ສິ່ງ​ດັ່ງກ່າວ​ນັ້ນ, ອັດຕາ​ສ່ວນ​ຜູ້​ຮຽນ​ທີ່​ເລືອກ​ຮຽນ​ອາຊີວະ​ສຶກສາ​ຈະ​ເພີ່ມຂຶ້ນ, ຮັບປະກັນ​ຕອບ​ສະໜອງ​ໂຄງ​ປະກອບ​ແຮງ​ງານ​ຕາມ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ - ສັງຄົມ.

ທີ​ສາມ, ກໍ່ສ້າງ, ຍົກ​ສູງ​ຄວາມ​ສາມາດ​ຂອງ​ຖັນ​ແຖວ​ພະນັກງານ​ຄຸ້ມ​ຄອງ​ການ​ສຶກສາ ​ແລະ ຄູ​ອາຈານ.

ຖັນ​ແຖວ​ພະນັກງານ​ຄຸ້ມ​ຄອງ​ການ​ສຶກສາ ​ແລະ ຄູ​ອາຈານ ​ເປັນ​ປັດ​ໄຈ​ສຳຄັນ​ທີ່​ຕັດ​ສີນຄວາມ​ສຳ​ເລັດ​ຜົນ​ຂອງ​ພາລະກິດ​ປ່ຽນ​ແປງ​ໃໝ່​ການ​ສຶກສາກ​ແລະ​ກໍ່ສ້າງ, ​ແຕ່​ເບິ່ງ​ລວມ ຄວາມ​ສາມາດ​ຂອງພະນັກງານ​ຄຸ້ມ​ຄອງ​ການ​ສຶກສາ ​ແລະຄູ​ອາຈານ ພາກສ່ວນ​ໜຶ່ງ​ທີ່​ບໍ່​ໜ້ອຍ ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການປ່ຽນ​ແປງ​ໃໝ່​ການ​ສຶກສາ; ບັນດາ​ມາດຕະຖານຄູ​ອາຈານ​ ແລະ​ພະນັກງານ​ຄຸ້ມ​ຄອງ​ການ​ສຶກສາ ບໍ່​ທ່ວງທັນ​ກັບ​ຄວາມ​ຕ້ອງການ​ປ່ຽນ​ແປງ​ໃໝ່. ​ເພາະສະ​ນັ້ນ, ​ເພື່ອ​ມີ​ຫຼັກ​ຖານ​​ສ້າງຫຼັກ​ສູດ​ບຳລຸງ​ກໍ່ສ້າງ, ຍົກ​ສູງ​ຄວາມ​ສາມາດ​ໃຫ້ຖັນແຖວພະນັກງານ​ຄຸ້ມ​ຄອງ​ການສຶກສາ ຄູ​ອາຈານ, ກະຊວງການ​ສຶກສາ​ແລະ​ກໍ່ສ້າງ​ ຈະ​ສຸມ​ໃສ່​ກໍ່ສ້າງຂອບ​ຄວາມ​ສາມາດ, ມາດຕະຖານ​ຄູ ​ແລະ ມາດຕະຖານພະນັກງານ​ຄຸ້ມ​ຄອງ​ການສຶກສາ ຕາມ​ທິດຄ່ອຍໆ​ເຂົ້າ​ໃກ້​ກັບ​ມາດຕະຖານ​ຂອງ​ອາ​ຊຽນ. ບົນ​ພື້ນຖານຂອບ​ຄວາມ​ສາມາດ ​ແລະ ມາດຕະຖານນີ້ ຈະ​ປະຕິບັດ​ການ​ຫັນ​ເປັນ​ມາດຕະຖານ​ຕໍ່​ກັບ​ຖັນ​ແຖວ​ຄູ​ອາຈານ ​ແລະ ພະນັກງານ​ຄຸ້ມ​ຄອງ​ການສຶກສາ.

ກະຊວງການ​ສຶກສາ​ແລະ​ກໍ່ສ້າງ​ ຈະ​ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ ​ເພື່ອ​ສະ​ເໜີ​ການ​ກໍ່ສ້າງ​ກົດໝາຍ​ຄູ​ອາຈານ, ດັດສົມ ​ແລະ ​ເພີ່ມ​ເຕີນ​ນະ​ໂຍບາຍ​ເງິນ​ເດືອນ ຕາມ​ທິດຕິດ​ກັບ​ຄຸນ​ນະພາ​ບຂອງ​ວຽກ​ງານ, ​ເຊິ່ງ​ເປັນ​ບັນດາ​ນະ​ໂຍບາຍ​ສ້າງ​ກຳລັງ​ຊຸກ​ດັນ​ສົ່ງ​ເສີມ​ຖັນ​ແຖວ​ຄູ​ອາຈານ​ໃນ​ວຽກ​ງານ; ປະຕິບັດ​ການສຳ​ຫຼວດຄວາມ​ຕ້ອງການ, ກໍ່ສ້າງ ​ແລະ ຜັນ​ຂະຫຍາຍ​ບັນດາ​ຫຼັກສູດ​ການ​ບຳລຸງກໍ່ສ້າງວິຊາ​ສະ​ເພາະ​ໃຫ້​ຄູ​ອາຈານ, ລັດຖະກອນ, ພະນັກງານຄຸ້ມ​ຄອງ​ການ​ສຶກສາ​ຂັ້ນ​ຕ່າງໆ. ພ້ອມ​ກັນ​ນັ້ນ, ຍົກ​ສູງ​ຄວາມ​ສາມາດ​ຮ່ວມ​ມື​ພັດທະນາ​ວິຊາ​ສະ​ເພາະ ​ໃຫ້​ຖັນ​ແຖວ​ຄູ​ອາຈານ ລະຫວ່າງ​ບັນດາ​ສະ​ຖາ​ບັນ​ການ​ສຶກສາ, ລະຫວ່າງ​ບັນດາ​ທ້ອງ​ຖິ່ນ, ສົ່ງ​ເສີມ​ການ​ຮ່ວມ​ມື​ກັບ​ບັນດາ​ສະ​ຖາ​ບັນ​ການ​ສຶກສາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ທີ​ສີ່, ຍູ້​ແຮງ​ການ​ມອບ​ສິດ​ເປັນ​ເຈົ້າ​ຕົນ​ເອງ​ໃຫ້​ບັນດາ​ໂຮງຮຽນ​ມະຫາວິທະຍາ​ໄລ.

ການ​ມອບ​ສິດ​ເປັນ​ເຈົ້າ​ຕົນ​ເອງ ​ແລະ​ຄວາມ​ຮຽກ​ຮ້ອງ​ຕ້ອງການ​ກ່ຽວ​ກັບຄວາມ​ຮັບຜິດຊອບ​ອະທິບາຍ​ລາຍ​ງານ ​ແມ່ນ​​ເນື້ອ​ໃນ​ຫຼັກ​ແຫຼ່ງຂອງ​ການ​ບໍລິຫານມະຫາວິທະຍາ​ໄລທີ່​ທັນ​ສະ​ໄໝ ຊຶ່ງ​ບັນດາ​ໂຮງຮຽນ​ມະຫາວິທະຍາ​ໄລ​ໃນ​ປະ​ເທດ ​ຕ້ອງ​ຕັ້ງໜ້າ​ພະຍາຍາມ​ປ່ຽນ​ແປງ​ໃໝ່ ​ແລະ ນຳ​ໃຊ້​ ເພື່ອປະຕິບັດ​ການ​ເຊື່ອມ​ໂຍງ​ທາງ​ດ້ານ​ການ​ສຶກສາ​ມະຫາວິທະຍາ​ໄລ. ລະດັບ​ເປັນ​ເຈົ້າ​ຕົນ​ເອງທີ່​ຈະ​ໄດ້​ຮັບ​ການ​ມອບ​ໝາຍນັ້ນ ​ແມ່ນ​ອີງ​ບົນ​ພື້ນຖານ​ຄວາມ​ສາມາດເປັນ​ເຈົ້າ​ຕົນ​ເອງ ​ແລະ ຜົນ​​ແຫ່ງ​ການກວດ​ສອບ, ຈັດ​ອັນ​ດັບ​ຄຸນນະພາບຂອງ​ບັນດາ​ສະ​ຖາ​ບັນ​ການ​ສຶກສາ. ຈາກ​ບັນດາ​ບົດຮຽນປະສົບ​ການ​ແຫ່ງ​ການ​ປະຕິບັດມະຕິ​ຕົກລົງ​ສະບັບ​ເລກທີ 77/NQ-CP, ກະຊວງການ​ສຶກສາ​ແລະ​ກໍ່ສ້າງ​ ຈະ​ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນເປັນ​ເຈົ້າ​ຕົນ​ເອງ ຂອງ​ສະ​ຖາ​ບັນ​ມະຫາວິທະຍາ​ໄລຢ່າງ​ຄົບ​ຊຸດ​ກວ່າ​ອີກ​ເຊັ່ນ ເປັນ​ເຈົ້າ​ຕົນ​ເອງທາງ​ດ້ານ​ກົງຈັກ, ບຸ​ຄະລາ​ກອນ, ວິຊາ​ການ ​ແລະ ການ​ເງິນ. ​ເພື່ອ​ປະຕິບັດ​ເນື້ອ​ໃນ​ນີ້, ກ່ອນ​ອື່ນ​ໝົດ​ ແມ່ນ​ຕ້ອງ​ກວດ​ສອບ​ຄຸນະພາບ​ການ​ສຶກສາຕໍ່​ກັບ​ບັນດາ​ໂຮງຮຽນ​ມະຫາວິທະຍາ​ໄລ​ທັງ​ໝົດ, ບົນ​ພື້ນຖານ​ນັ້ນ ບັນດາ​ໂຮງຮຽນ​ຈະ​ຖືກ​ແບ່ງ​ເປັນ​ກຸ່ມຕາມ​ຄວາມ​ສາມາດ (ປະ​ເມີນ​ຄວາມ​ສາມາດ​ຂອງ​ຖັນ​ແຖວ​ພະນັກງານ​ຄູ​ອາຈານ, ກົງຈັກ ​ແລະ ​ແຫຼ່ງພະລັງ) ​ເພື່ອ​ຈະ​ມີ​ຫຼັກ​ຖານມອບ​ສິດ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ຮຽກຮ້ອງ​ຕ້ອງການ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ອະທິ​ບາຍ​ລາຍ​ງານ.

ດັ່ງ​ນັ້ນ, ຈຶ່ງ​ຄາດຫວັງວ່າ​ ກົນ​ໄກ​ເປັນ​ເຈົ້ນ​ຕົນ​ເອງ​ຈະ​ສ້າງ​ໃຫ້​ມີ​ການ​ປ່ຽນ​ແປງ​ຢ່າງ​ແຂງ​ແຮງ​ທາງ​ດ້ານ​ຄຸນ​ນະພາ​ບຂອງ​ການ​ບຳລຸງ​ກໍ່ສ້າງ, ຄົ້ນຄວ້າ​ວິທະຍາສາດ ​ແລະ ປະກອບສ່ວນ​ໃຫ້​ສັງຄົມ ຂອງ​ບັນດາ​ໂຮງຮຽນ​ມະຫາວິທະຍາ​ໄລ. ນະ​ໂຍບາຍ​ທີ່​ດີກ່ຽວ​ກັບ​ການ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ສະ​ຖາ​ບັນ​ມະຫາວິທະຍາ​ໄລ ຈະ​ສ້າງ​ກຳລັງ​ຊຸກ​ດັນ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ການ​ສຶກສາ​ມະຫາວິທະຍາ​ໄລ​ຂອງ​ປະ​ເທດ​ຊາດ.

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ ໄດ້​ມີ​ແຜນ​ນະ​ໂຍບາຍ​ເຮັດ​ທົດ​ລອງ​ການ​ຫັນປ່ຽນ​ຕົວ​ແບບ​ໂຮງຮຽນ​ພາກ​ລັດ ມາ​ເປັນ​ສະ​ຖາ​ບັນ​ການ​ສຶກສາ​ໂດຍ​ຊຸ​ມຊົມ, ວິ​ສາ​ຫະກິດ​ເປັນ​ຜູ້​ຄຸ້ມ​ຄອງ ​ແລະ ລົງທຶນ​ພັດທະນາ. ນີ້​ແມ່ນ​ເນື້ອ​ໃນ​ໃໝ່​ຂອງ​ການ​ຫັນການ​ສຶກສາ​ເປັນ​ສັງຄົມ​ ທີ່​ຄວນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ຊີ້​ນຳ ​ແລະ ສະຫລຸບ​ເບື້ອງ​ຕົ້ນ, ສະຫລຸບ​ສັງ​ລວມ.

ທີ​ຫ້າ, ຍູ້​ແຮງ​ການສອນ​ການ​ຮຽນ​ພາສາ​ອັງກິດ​ໃຫ້​ທົ່ວ​ເຖິງ.

ໃນ​ສະພາບ​ການ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ພາກ​ພື້ນ ​ແລະ ສາກົນ, ຄວາມ​ສາມາ​ດດ້ານ​ພາສາ​ຕ່າງປະ​ເທດ, ​ເປັນ​ຕົ້ນ​ແມ່ນ​ພາສາ​ອັງ​ກິດ ​ມີ​ຄວາມ​ໝາຍ​ສຳຄັນ​ເປັນ​ພິ​ເສດ. ​ແຕ່, ລະດັບ​ພາສາ​ອັງກິດຂອງ​ນັກຮຽນ ນັກ​ສຶກສາ ຜູ້​ອອກ​ແຮງ​ງານ​ຫວຽດນາມ ​ຍັງ​ຕ່ຳ​ຫຼາຍ ຊຶ່ງ​ໄດ້​ຈຳກັດ​ຫຼາຍ​ທີ່​ສຸດ​ເຖິງ​ຄວາມ​ສາມາດ​ເຂົ້າ​ເຖິງ​ຄວາມ​ຮູ້, ທັກ​ສະ​ໃໝ່. ກະຊວງການ​ສຶກສາ​ແລະ​ກໍ່ສ້າງ ​ຕັ້ງ​ແຜນ​ນະ​ໂຍບາຍ​ຍູ້​ແຮງ​ການ​ສິດສອນ ​ແລະ ນຳ​ໃຊ້​ພາສາ​ອັງກິດ​ ໃນບັນດາ​ສະ​ຖາ​ບັນ​ການ​ສຶກສາ, ຜ່ານ​ສິ່ງ​ດັ່ງກ່າວ​ນັ້ນ​ເພື່ອ​ຈະ​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມາດ​ດ້ານ​ພາສາ​ອັງກິດ​ຂອງ​ຄົນ​ຫວຽດນາມ. ​ເພື່ອ​ຜັນ​ຂະຫຍາຍ​ວຽກ​ນີ້, ກ່ອນ​ອື່ນ​ໝົດ​ຄວາມ​ກໍ່ສ້າງ ຫຼື​ດັດ​ແປງ ​ເພີ່ມ​ເຕີມ​ບັນດາ​ເອກະສານ​ກົດໝາຍ (ກົດໝາຍ​ສຶກສາ, ກົດໝາຍ​ສຶກສາ​ມະຫາວິທະຍາ​ໄລ) ກ່ຽວ​ກັບ​ຄວາມ​ຕ້ອງການ​ສິດສອນ​ຮ່ຳຮຽນ​ພາສາ​ອັງກິດ​ຢ່າງ​ທົ່ວ​ເຖິງ ​ໃນ​ລະບົບ​ການ​ສຶກສາ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາມາດ​ດ້ານ​ພາສາ​ອັງກິດ​ໃຫ້​ນັກຮຽນ​ນັກ​ສຶກສາ ​ແລະຄົນ​ຫວຽດນາມ, ຈາກ​ນັ້ນ​ຊຸກຍູ້​ຄວາມ​ສາມາດ​ເປັນ​ເຈົ້າ​ການ, ປະດິດ​ສ້າງ​ຂອງ​ຜູ້​ຮຽນ ​ໃນ​ການ​ເຊື່ອມ​ໂຍງ​ສາກົນ, ຂຸດ​ຄົ້ນ​ເອົາ​ສິ່ງ​ທີ່​ຍອດ​ຍິ່ງ​ຂອງ​ມະນຸດຊາດ. ​ໂຄງການ​ພາສາ​ຕ່າງປະ​ເທດ 2020 ຄວນ​ໄດ້​ຮັບ​ການ​ປັບປຸງ. ​ເພີ່ມທະວີ​ການ​ຮ່ຳຮຽນນຳ​ບັນດາ​ປະ​ເທດ​ອາ​ຊຽນ (​ເຊັ່ນ ສິງກະ​ໂປ) ​ໃນ​ການ​ສິດສອນ​ພາສາ​ອັງກິດ. ກະຊວງການ​ສຶກສາ​ແລະ​ກໍ່ສ້າງ ສົ່ງ​ເສີມບັນດາ​ສະ​ຖາ​ບັນ​ການ​ສຶກສານຳ​ໃຊ້ປຶ້ມ​ແບບຮຽນ, ຫຼັກສູດ​ບັນດາ​ວິຊາຄະນິດສາດ ​ແລະ​ວິທະຍາສາດ​ທຳ​ມະ​ຊາດ​ເປັນ​ພາສາ​ອັງ​ກິດ, ສິດສອນ​ດ້ວຍ​ພາສາ​ອັງກິດ ຕາມລຳດັບ​ດຳ​ເນີນ​ງານ ​ແລະ​ບັນດາ​ວິຊາ​ທີ່​ເໝາະ​ສົມ.

ທີ​ຫົກ, ຍູ້​ແຮງ​ການ​ປະຍຸກ​ໃຊ້​ເຕັກ​ໂນ​ໂລ​ຊີ​ສື່ສານ​ ໃນ​ຂົງ​ເຂດ​ການ​ສຶກສາແລະກໍ່ສ້າງ.

ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຄັ້ງ​ທີ​ສີ່ ສະ​ໄໝ​ທີ XI ​ໄດ້​ປະກາດ​ໃຊ້​ມະຕິ​ສະບັບ​ເລກທີ 13-NQ/TW, ລົງ​ວັນ​ທີ 16 ມັງກອນ 2012, ວ່າ​ດ້ວຍ​ການ​ກໍ່ສ້າງ​ໂຄງສ້າງ​ພື້ນຖານ​ທີ່​ຄົບ​ຊຸດ ​​ເພື່ອ​ແນ​ໃສ່​​ເຮັດ​ໃຫ້​ຫວຽດນາມກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນຖານ ​ແລະ ພັດທະນາ​ເສດຖະກິດ​ພູມ​ປັນຍາ​ໃນ​ຂັ້ນ​ຕົ້ນ ​ໃນ​ປີ 2020 ຊຶ່ງ​ໄດ້​ຊີ້​ແຈ້ງ “ຍູ້​ແຮງ​ການ​ການ​ປະຍຸກ​ໃຊ້​ເຕັກ​ໂນ​ໂລ​ຊີ​ສື່ສານ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ ຂຸດ​ຄົ້ນ ຂັບ​ນຳ​ລະບົບ​ໂຄງ​ສ້າງ​ພື້ນຖານ​ເສດຖະກິດ ສັງຄົມ ​ແລະ ພື້ນຖານ​ເສດຖະກິດ​ທັງ​ໝົດ”. ບົນ​ພື້ນຖານ​ນັ້ນ, ລັດຖະບານ​ຫວຽດນາມ​ໄດ້​ຖື​ວ່າ ເຕັກ​ໂນ​ໂລ​ຊີ​ສື່ສານ​ເປັນ “​ໂຄງ​ສ້າງພື້ນຖານ​ຂອງ​ໂຄງ​ສ້າງ​ພື້ນຖານ”. ​ເພາະສະ​ນັ້ນ, ການ​ຍູ້​ແຮງ​ການ​ປະຍຸກ​ໃຊ້ເຕັກ​ໂນ​ໂລ​ຊີ​ສື່ສານ​ໃນ​ທຸກ​ການ​​ເຄື່ອນ​ໄຫວ​ຂອງ​ຂົງ​ເຂດ​ການ​ສຶກສາ​ແລະ​ກໍ່ສ້າງ ມີ​ຄວາມ​ໝາຍ​ສຳຄັນ​ເພື່ອ​ຊຸກຍູ້​ຄຸນ​ນະພາ​ບການ​ສຶກສາ. ​ອາດ​ຈະປະຍຸກ​ໃຊ້​ມັນ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ການ​ສຶກສາ, ​ເຄື່ອນ​ໄຫວ​ສິດສອນ - ຮ່ຳຮຽນ, ກວດກາ​ປະ​ເມີນ​ຄ່າ, ​ເຊື່ອມ​ຕໍ່​ໂຮງຮຽນ - ຄອບຄົວ - ສັງຄົມ. ​ເພື່ອ​ປະຕິບັດ​ໜ້າ​ທີ່​ນີ້, ຕ້ອງ​ຕີ​ລາຄາ​ກວມ​ລວມກ່ຽວ​ກັບໂຄງ​ສ້າງ​ພື້ນຖານເຕັກ​ໂນ​ໂລ​ຊີ​ສື່ສານການ​ສຶກສາ, ກໍ່ສ້າງ​ມາດຕະຖານ, ດັດຊະນີ​ນຳ​ໃຊ້ເຕັກ​ໂນ​ໂລ​ຊີ​ຮາດ​ແວ​ພື້ນຖານ, ຊອບ​ແວ​ທີ່​ນຳ​ໃຊ້​ໃນ​ການ​ຄຸ້ມ​ຄອງ ​ແລະ ສິດສອນ-ຮ່ຳຮຽນຢູ່​ຊັ້ນ​ຕ່າງໆ.

ກະຊວງການ​ສຶກສາ​ແລະ​ກໍ່ສ້າງ ​ຈະ​ສະ​ເໜີ​ໃຫ້​ລັດຖະບານ​ກໍ່ສ້າງ​ໂຄງການ​ເພີ່ມ​ທະວີ​ໂຄງ​ສ້າງ​ພື້ນຖານ​ເຄືອ​ຂ່າ​ຍອິນ​ເຕີ​ເນັດ ທີ່​ຮັບປະກັນ​ໃຫ້​ແກ່​ຄວາມ​ຕ້ອງການຂຸດ​ຄົ້ນ, ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ໃນ​ການ​ຄຸ້ມ​ຄ​ອງ ​ແລະ​ສິດສອນ, ​ແຫຼ່ງຂໍ້​ມູນ​ຂ່າວສານ​ການ​ສຶກສາ​ດີ​ຈີ​ຕອນ, ບັນດາ​ຊອບ​ແວ​ປະຍຸກ​ໃຊ້​ໃນ​ການ​ຄຸ້ມ​ຄອງກາ​ສຶກສາ​ແລະ​ສິດສອນ. ສຳລັບ​ການ​ສຶກສາ​ມະຫາວິທະຍາ​ໄລ, ກໍ່ສ້າງ​ແລະ​ພັດທະນາ​ມະຫາວິທະຍາ​ໄບ 2.0 (ຕົວ​ແບບ​ຮ່ຳຮຽນ​ແບບ​ປະຕິ​ສຳພັນ​ອີງ​​ໃສ່​ເຕັກ​ໂນ​ໂລ​ຊີ web 2.0).

ທີ​ເຈັດ, ຍູ້​ແຮງ​ການ​ເຊື່ອມ​ໂຍງ​ສາກົນ​ທາງ​ດ້ານ​ການ​ສຶກສາ.

ເຊື່ອມ​ໂຍງ​ສາກົນ​ທາງ​ດ້ານ​ເສດຖະກິດ​ບັງຄັບ​ໃຫ້​ພື້ນຖານ​ການ​ສຶກສາ​ຂອງ​ບັນດາ​ປະ​ເທດ​ກໍ​ຕ້ອງ​ຫັນປ່ຽນ​ໃຫ້​ສອດຄ່ອງ​ກັບ​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ນີ້. ການ​ສຶກສາ​ຫວຽດນາມ​ກໍ​ຕ້ອງ​ຕອບ​ສະໜອງ​ບັນດາ​ມາດຕະຖານ​ລວມ, ​ເຊັ່ນ ຕອບ​ສະໜອງ​ບັນດາ​ມາດຕະຖານກວດ​ສອບ​ຄຸນ​ນະພາ​ບສາກົນ. ​ເພື່ອ​ຊຸກຍູ້​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ຢ່າງ​ເປັນ​ເຈົ້າ​ການ, ຫວຽດນາມ​ຕ້ອງ​ກໍ່ສ້າງ ​ແລະ ນຳ​ໃຊ້ ​ເກນ​ເຊື່ອມ​ໂຍງ​ສາກົນແລະຫຼັກການ​ຫັນ​ການ​ສຶກສາ​ເປັນ​ສາກົນ ​ໃນ​ການ​ປະ​ເມີນ​ຄ່າ​ການ​ສຶກສາ​ມະຫາວິທະຍາ​ໄລ. ບັນດາ​ສະ​ຖາ​ບັນ​ການ​ສຶກສາ​ມະຫາວິທະຍາ​ໄລ​ເປັນ​ເຈົ້າ​ການ​ເປີດ​ກວ້າງ​ການ​ພົວພັນ​ສາກົນ, ພັດທະນາ​ບັນດາ​ໂຄງການ​ຮ່ວມ​ມື​ແລກປ່ຽນ​ນັກ​ສຶກສາ​ກັບບັນດາ​ໂຮງຮຽນ​ມະຫາວິທະຍາ​ໄລ​ຕ່າງປະ​ເທດ, ປະຕິບັດການ​ຮ່ວມ​ມື​ໃນ​ການ​ຄົ້ນຄວ້າວິທະຍາສາດ, ​ເຊື່ອມ​ຕໍ່​ການຝຶກ​ອົບຮົມ, ຮັບຮ​ອງ​ໜ່ວຍ​ກິດ, ພ້ອມ​ກັນ​ມອບປະກາສະ​ນິຍະ​ບັດ ກັບ​ບັນດາ​ໂຮງຮຽນ​ມະຫາວິທະຍາ​ໄລ​ທີ່​ມີຊື່​ສຽງ​ທີ່​ສຸດ​ໃນ​ໂລກ, ຫັນ​ເປັນ​ສາກົນ​ຕໍ່​ບັນດາ​ຫຼັກສູດ​ກໍ່ສ້າງ​ລະດັບ​ມະຫາວິທະຍາ​ໄລ.

ການ​ດຶງ​ດູດ​ເອົາ​ບັນດາ​ໂຮງຮຽນ​ມະຫາວິທະຍາ​ໄລ​ແຖວ​ໜ້າ​ໃນ​ໂລກ​ມາ​ລົງທຶນ​ຢູ່​ຫວຽດນາມ, ດ້ານ​ໜຶ່ງ, ປະກອບສ່ວນ​ໂດຍ​ກົງ​ເຂົ້າ​ໃນ​ການ​ກໍ່ສ້າງ​ບຸກຄະລາ​ກອນ​ໃຫ້​ຫວຽດນາມ; ດ້ານ​ອື່ນ, ຈະ​ສ້າງ​ເປັນການ “ກະ​ແທກ”, ​ເປັນກຳລັງ​ຊຸກ​ດັນ​ການ​ແຂ່ງຂັນ ​ໃຫ້​ບັນດາ​ໂຮງຮຽນ​ມະຫາວິທະຍາ​ໄລ​ຫວຽດນາມ. ກະຊວງການ​ສຶກສາ​ແລະ​ກໍ່ສ້າງ ສືບ​ຕໍ່​ຄົ້ນຄວ້າ​ກໍ່ສ້າງ ​ແລະ ຜັນ​ຂະຫຍາຍ​ບັນດາ​ໂຄງການ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງສາກົນ​ຂອງການ​ສຶກສາ​ສາມັນ, ​ໂຄງການ​ເຊື່ອມ​ໂຍງ​ສາກົນ​ແລະ​ກໍ່ສ້າງພະນັກງານ​​ເຕັກນິກ, ຄົ້ນຄວ້າ​ທົດ​ລອງ​ສ້າງ​ຕັ້ງ​ເຂດ​ສຶກສາ​ສາກົນ.

ທີ​ແປດ, ອົບ​ຮົມກໍ່ສ້າງ​ບຸກຄະລາ​ກອນ​ຄຸນ​ນະພາ​ບສູງ ​ເພື່ອ​ຮັບ​ໃຊ້​ໃຫ້ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ​ເຊື່ອມ​ໂຍງ​ສາກົນ, ພັດທະນາ​ເສດຖະກິດ​ພູມປັນຍາ.

ຄວາມ​ຕ້ອງການບຸກຄະລາ​ກອນ​ຄຸນ​ນະພາ​ບສູງ ນັບ​ມື້​ນັບ​ມີ​ຄວາມ​ຮີບ​ດ່ວນ ​​ໃນເມື່ອ​ພື້ນຖານ​ເສດຖະກິດ​ຫວຽດນາມ​ເຊື່ອມ​ໂຍງນັບ​ມື້​ນັບ​ກວ້າງຂວາງ​ເລິກ​ເຊິ່ງ ​ເຂົ້າ​ກັບ​ພາກ​ພື້ນ​ແລະ​ໂລກ. ນີ້​ແມ່ນ​ເງື່ອນ​ໄຂ​ທີ່​ຈຳ​ເປັນ​ຕ້ອງການ​ທີ່​ສຸດ ​ເພື່ອ​ຮັບປະກັນຄວາມ​ໄວ​ໃນ​ການ​ເຕີບ​ໂຕ ​ແລະ ສະມັດ​ຕະພາບ​ແຮງ​ງານ​ສູງ. ການ​ອົບຮົມ​ກໍ່ສ້າງ​ບຸກຄະລາ​ກອນ​ຕິດ​ພັນ​ແໜ້ນ​ແຟ້ນກັບ​ ແຜນ​ກຳນົດ​ບຸກຄະລາ​ກອນ ​ກໍ​ຄື​ກັບ​ການວາງ​ແຜນ​ກຳນົດ​ເສດຖະກິດ - ສັງຄົມ. ກະຊວງການ​ສຶກສາ​ແລະ​ກໍ່ສ້າງ ​ຈະ​ຄົ້ນຄວ້າ​ກ່ຽວ​ກັບ​ການອົບຮົມ​ກໍ່ສ້າງ​ບຸກຄະລາ​ກອນ, ພິ​ເສດ​ແມ່ນບຸກຄະລາ​ກອນລະດັບ​ສູງ, ຄຸນະພາບ​ສູງ ຕາມ​ທິດ​ແຜນ​ພັດທະນາ​ເສດຖະກິດ. ການ​ລົງທຶນ​ແຫຼ່ງພະລັງ​ທີ່​ເໝາະ​ສົມ ​ແມ່ນ​ມີ​ຄວາມ​ສຳຄັນ​ທີ່​ສຸດ​ໃນ​ການ​ສ້າງ​​ໃຫ້​ມີ​ແຫຼ່ງບຸກຄະລາ​ກອນ​ຄຸນ​ນະພາ​ບສູງ. ຄວນ​ຕ້ອງ​ຮັບປະກັນ​ໃຫ້ການ​ອົບຮົມ​ກໍ່ສ້າງບຸກຄະລາ​ກອນ​ຄຸນ​ນະພາ​ບສູງ ຕິດ​ແໜ້ນ​ກັບ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ແຮງ​ງານ ​ໂດຍຜ່ານ​ບັນດາ​ມາດ​ຕະການ​ຄື ດຳ​ເນີນ​ການຕີ​ລາຄາ​ເປັນ​ໄລຍະໆ ກ່ຽວ​ກັບ​ຄວາມ​ຮຽກຮ້​ອງຕ້ອງການ​ຂອງ​ຕະຫຼາດ​ແຮງ​ງານ ຕໍ່​ກັບຜູ້​ສຳ​ເລັດ​ການ​ສຶກສາ ທາງ​ດ້ານມາດຕະຖານ​ຄວາມ​ຮູ້, ທັກ​ສະ. ກຳນົດ​ມາດຕະຖານ “ບຸກຄະລາ​ກອນ​ຄຸນ​ນະພາ​ບສູງ” ​ແລະ ກໍ່ສ້າງ​ບັນດາ​ຫຼັກສູດ​ຝຶກ​ອົບຮົມ​ທີ່ສົມ​ຄູ່ ​ແລະ ນະ​ໂຍບາຍ​ຊ່ວຍ​ໜູນ​ກ່ຽວ​ກັບ​ການ​ເລືອກ​ຮັບ​ຜູ້​ຮຽນ, ການ​ຝຶກ​ອົບຮົມ, ກາ​ນເງິນທີ່​ຕອບ​ສະໜອງ​ມາດຕະຖານ​ກ່ຽວ​ກັບບຸກຄະລາ​ກອນ​ຄຸນ​ນະພາ​ບສູງ.

​ເພາະສະ​ນັ້ນ, ກະຊວງການ​ສຶກສາ​ແລະ​ກໍ່ສ້າງ​ ຈະ​ດັດສົມ ​ເພີ່ມ​ເຕີມ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບການອົບຮົມ​ກໍ່ສ້າງບຸກຄະລາ​ກອນ​ ຕາມ​ເກນ​ກຳ​ນົດລວມຂອງ​ພາກ​ພື້ນ ​ແລະ ​ຂອງ​ໂລກ, ຜັນ​ຂະຫຍາຍ​ການ​ອົບຮົ​ມກໍ່ສ້າງ​ຕາມ​ຕົວ​ແບບການ​ສຶກສາ​ເປີດ, ອີງ​ຕາມ​ຂອບຄຸນ​ວຸດ​ທິ​ແຫ່ງ​ຊາດ, ກໍ່ສ້າງ​ກົນ​ໄກ​ເພື່ອ​ບຸລິມະສິດ​ການ​ລົງທຶນ​ພັດທະນາ​ໂຮງຮຽນ​ມະຫາວິທະຍາ​ໄລ​ຈຳນວນ​ໜຶ່ງ, ຂະ​ແໜງ​ການ​ກໍ່ສ້າງຄຸນ​ນະພາບສູງຈຳນວນ​ໜຶ່ງ./.

​ໂດຍ ຝຸ່ງຊວນ​ຍ້າ

ກຳມະການສູນ​ກາງ​ພັກ, ລັດຖະມົນຕີກະຊວງການ​ສຶກສາ​ແລະ​ກໍ່ສ້າງ​

-----------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 885 (​ເດືອນ​ກໍລະກົດ 2016)