ວກ - ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ກຳນົດ​ແຈ້ງວ່າ ຂະຫຍາຍວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີຢ່ງ​ແຂງ​ແຮງ, ​ເຮັດ​ໃຫ້ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ກາຍ​ເປັນ​ນະ​ໂຍບາຍ​ແຫ່ງ​ຊາດ​ອັນ​ດັບ​ໜຶ່ງ, ​ເປັນ​ກຳລັງ​ໜູນ​ທີ່​ສຳຄັນທີ່​ສຸດ​ ເພື່ອພັດທະນາ​ກຳລັງ​ການ​ຜະລິດ​ທີ່​ທັນ​ສະ​ໄໝ, ​ເສດຖະກິດ​ພູມ​ປັນຍາ, ຍົກ​ສູງ​ສະມັດ​ຕະພາບ ຄຸນ​ນະພາ​ບ ປະສິດທິ​ຜົນ ​ແລະ ຄວາມ​ສາມາດ​ແຂ່ງຂັນ​ ຂອງພື້ນຖານ​ເສດຖະກິດ, ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ, ຮັບປະກັນ​ການ​ປ້ອງ​ກັນຊາ​ດ, ຄວາ​ມສະຫງົບ. ​ເພື່ອ​ປະຕິບັດ​ໜ້າ​ທີ່​ດັ່ງກ່າວ​ນັ້ນ ບັນຫາ​ຮີບ​ດ່ວນ​ທີ່​ວາງ​ອອກ​ມາ​ໃນ​ປະຈຸ​ບັນ​ແມ່ນ ຕ້ອງປ່ຽນແປງໃໝ່ຢ່າງ​ຄົບ​ຊຸດ ທັງ​ກົນ​ໄກ​ຄຸ້ມ​ຄອງ, ​ແບບ​ວິທີ​ການ​ລົງທຶນ ​ແລະ ກົນ​ໄກ​ການເງິນ ສຳ​ລັບ​ການ​ເຄື່ອນ​ໄຫວ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ.

ສະຫາຍ ຈູ ງອກ ແອັງ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ. (ພາບ: khampha.vn)

1- ພາຍຫຼັງ 30 ກວ່າ​ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ປະ​ເທດ​ຫວຽດນາມ​ໄດ້​ບັນລຸ​ຜົນສຳ​ເລັດ​ດ້ານເສດຖະກິດ - ສັງຄົມທີ່​ໃຫຍ່​ຫຼວງ. ຄວາມ​ເຕີບ​ໂຕ​ເສດຖະກິດ​ບັນລຸ​ລະດັບ​ສູງ​ໃນ​ຫຼາຍ​ປີ​ລຽນຕິດ, ຊີວິດ​ຄວາມ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປົວ​ແປງ​​ໃຫ້​ດີ​ຂຶ້ນຢ່າງ​ຈະ​ແຈ້ງ, ປະ​ເທດ​ຊາດ​ໄດ້​ພົ້ນ​ອອກ​ຈາກ​ລະດັບທຸກຍາກ ແລະ ​ໄດ້​ເຂົ້າ​ໃນ​ກຸ່ມ​ປະ​ເທດ​ທີ່​ມີ​ລາຍ​ໄດ້ປານ​ກາງ. ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ໄດ້​ມີ​ສ່ວນ​ປະກອບ​ທີ່​ສຳຄັນ ​ເຂົ້າ​​ໃນວິວັດ​ການ​ປ່ຽນ​ແປງ​ໃໝ່ ​ແລະ​ການ​ພັດທະນາ​ຂອງ​ປະ​ເທດ.

​ແຕ່​ວ່າ, ທຽບ​ກັບ​ເປົ້າ​ໝາຍ​ແລະ​ໜ້າ​ທີ່​ທີ່​ວາງ​ໄວ້, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີຫວຽດນາມຍັງ​ບໍ່​ທັນ​ຂະຫຍາຍຕົວ​ທຽບ​ເທົ່າ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທີ່​ຕັ້ງ​ຂອງ​ນະ​ໂຍບາຍ​ແຫ່ງ​ຊາດ​ອັນ​ດັບ​ໜຶ່ງ. ຖັນ​ແຖວ​ພະນັກງານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ເຖິງວ່າ​ໄດ້​ເພີ່ມ​ຂຶ້ນ​ທາງ​ດ້ານ​ຈຳນວນ​ກໍ່ຕາມ ​ແຕ່ຄຸນນະພາບ​ຍັງ​ຕ່ຳ, ຍັງ​ຂາດ​ຜູ້​ຊ່ຽວຊານ​ເກັ່ງ​ທີ່​ນຳ​ໜ້າ​ຂະ​ແໜງ​ການ​ໃນ​ຫຼາຍ​ຂົງ​ເຂດວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ. ຈຳນວນ​ກິດຈະກຳ​ຄົ້ນຄວ້າທີ່​ໄດ້​ປະກາດ​ຕໍ່​ໂລກ ​ແລະ ຂໍ້​ຄິດ​ປະດິ​ດ​ໃໝ່​ທີ່​ໄດ້​ຮັບ​ປະກາສະ​ນິຍະ​ບັບປ້ອງ​ກັນ​ຂອງ​ຫວຽດນາມ ຍັງ​ບໍ່​ທັນ​ຫຼາຍ, ກິດຈະກຳ​ຄົ້ນຄວ້າ​ລະດັບ​ໂລກ ທີ່​ມີ​ສ່ວນ​ປະກອບ​ບຸກທະລຸ​ຕໍ່​ການ​ພັດທະນາເສດຖະກິດ - ສັງຄົມ ກໍ່​ຍັງ​ໜ້ອຍ. ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ. ການ​ລົງທຶນ​ໃຫ້​ແກ່ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຍັງ​ຕ່ຳ, ການ​ນຳ​ໃຊ້​ກໍ່​ບໍ່​ມີ​ປະສິດທິ​ຜົນ; ການ​ລະດົ​ມ​ແຫຼ່ງພະລັງ​ສັງຄົມ​ໃຫ້​ແກ່ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເໝາະ​ສົມ. ​ເປົ້າໝາຍກໍ່ສ້າງ​ບັນດາ​ສູນວິທະຍາສາດ​ຂະ​ໜາດ​ໃຫຍ່ ກໍ່​ຍັງ​ບໍ່​ທັນ​ບັນລຸ​ຜົນສຳ​ເລັດ​ເທື່ອ; ປະສິດທິ​ຜົນ​ໃນ​ການ​ນຳ​ໃຊ້​ຫ້ອງ​ທົດ​ລອງ​ຈຸດ​ສຸມ​ແຫ່ງ​ຊາດ ​ແລະ ຜົນ​ແຫ່ງ​ການ​ເຄື່ອນ​ໄຫວຂອງ​ບັນດາ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ ກໍ່​ຍັງ​ຕ່ຳ. ກົນ​ໄກ​ຄຸ້ມ​ຄອງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ຊັກ​ຊ້າ, ​ເປັນ​ຕົ້ນ​ແມ່ນ​ກົນ​ໄກ​ການ​ເງິນ, ​ການເປັນ​ເຈົ້າ​ດ້ວຍ​ຕົນ​ເອງ ຮັບຜິດຊອບ​ດ້ວຍ​ຕົນ​ເອງ, ການ​ນຳ​ໃຊ້ ​ເກື້ອກູນ​ເປັນ​ພິ​ເສດ​ຕໍ່​ຜູ້​ເກັ່ງ​ກ້າ​ສາມາດ. ການ​ຮ່ວມ​ມື​ສາກົນ​ທາງ​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຍັງ​ຂາດ​ການ​ກຳນົດ​ທິດ​ຍຸດ​ທະ​ສາດ, ປະ​ສິດທິ​ຜົນ​ຕ່ຳ. ຕະຫຼາດວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີຂະຫຍາຍຕົວ​ຢ່າງ​ຊັກ​ຊ້າ. ວຽກ​ງານ​ວາງ​ແຜນ​ກຳນົດ, ​ແຜນ​ພັດທະນາວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ບໍ່​ມີ​ການ​ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນກັບ ຄວາມ​ຕ້ອງການ​ພັດທະນາເສດຖະກິດ - ສັງຄົມ, ຮັບປະກັນ​ຄວາມ​ສະຫງົບ, ການ​ປ້ອງ​ກັນຊາ​ດ. ລະດັບ​ການ​ລົງທຶນ​ປ່ຽນ​ແປງ​ໃໝ່, ພັດທະນາ ​ແລະ​ ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ​ໃນ​ວິ​ສາ​ຫະກິດ ຍັງ​ຊັກ​ຊ້າ ດັ່ງ​ນັ້ນ ​ຄຸນ​ນະພາ​ບການ​ເຕີບ​ໂຕ, ສະມັດ​ຕະພາບ, ປະສິດທິ​ຜົນ, ຄວາມ​ສາມາດ​ແຂ່ງຂັນ​ຂອງ​ພື້ນຖານ​ເສດຖະກິດ​ຈຶ່ງ​ຕ່ຳ​ຕ້ອຍ. ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຍັງ​ບໍ່​ທັນ​ກາຍ​ເປັນ​ກຳລັງ​ໜູນ​ທີ່​ແທ້​ຈິງ ​ເພື່ອ​ຊຸກ​ຍູ້​ການ​ພັດທະນາເສດຖະກິດ - ສັງຄົມ.

ຄວາມ​ຖອຍຫຼັງທາງ​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຂອງ​ຫວຽດນາມ​ທຽບ​ກັບ​ບັນດາ​ປະ​ເທດທີ່​ຈະ​ເລີ​ນ​ພັດທະນາຢູ່​ໃນ​ພາກ​ພື້ນ​ແລະ​ໃນ​ໂລກນັ້ນ ​ແມ່ນຍ້ອນ​ຫຼາຍ​ສາ​ເຫດ ທັງ​ພາວະ​ວິ​ໄສ​ແລະ​ອັດຕະວິ​ໄສ, ​ເຊັ່ນ​ ລະດັບ​ການ​ພັດທະນາ​ແລະ​ຂະໜາດ​ຂອງ​ພື້ນຖານ​ເສດຖະກິດ, ລະດັບ​ການ​ພັດທະນາ​ຂອງ​ບັນດາ​ການ​ພົວພັນທາງ​ສັງຄົມ ວັດທະນະທຳ ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ ຢູ່​ໃນ​ປະ​ເທດ​ໜຶ່ງ​ທີ່​ຫາ​ກໍ່​ພົ້ນ​ອອກ​ຈາກ​ລະດັບ​ທຸກ​ຍາກ ​ແລະ ພວມ​ຢູ່​ຊັ້ນ​ຕ່ຳ​ໃນ​ກຸ່ມ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ປານ​ກາງ (ປີ 2015, ຈີ​ດີ​ພີ​ ຂອງ​ຫວຽດນາມ​ບັນລຸ 193,4 ຕື້​ໂດ​ລາ​ສະຫະລັດ, ລາຍ​ໄດ້​ສະ​ເຫຼ່ຍຕໍ່​ຫົວຄົນ​​ແມ່ນ 2.109 ໂດ​ລາ​ສະຫະລັດ); ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ແລະ​ການ​ແຂ່ງຂັນ ຍັງ​ບໍ່​ທັນ​ອຳນວຍ​ຄວາມ​ສະດວກ​​ໃຫ້​​ແກ່​ການ​ພັດທະນາວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ; ວຽກ​ງານ​ຄຸ້ມ​ຄອງ​ບໍລິຫານ​ລັດ​ຕໍ່​ການ​ເຄື່ອນ​ໄຫວວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຍັງສັບສົນ​ມະ​ລຸກ​ຄຸກ​ຄັກ, ບໍ່​ທັນ​ກັບ​ການ​ຫັນປ່ຽນ​ຂອງ​ພື້ນຖານ​ເສດຖະກິດ ​ແລະ ບັນດາ​ທ່າ​ອຽງ​ສາກົນ; ບັນດາ​ນະ​ໂຍບາຍ​ຄຸ້ມ​ຄອງ ນຳ​ໃຊ້​ພະນັກງານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ເຖິງ​ວ່າ​ໄດ້​ປະກາດ​ໃຊ້​ແລ້ວ​ແຕ່​ຍັງ​ບໍ່​ທັນ​ເຂົ້າ​ສູ່​ຊີວິດ​ສັງຄົມ; ​ແບບ​ວິທີ​ການ​ລົງທຶນ ​ແລະ ກົນ​ໄກ​ການເງິນ​ໃຫ້​ແກ່​ການ​ເຄື່ອນ​ໄຫວວິທະຍາສາດແລະເຕັກ​ໂນ​ໂລ​ຊີ ກໍ່​ຍັງ​ບໍ່​ທັນ​ແກ້​ໄຂ​ໄດ້ສິ່ງຄົງ​ຄ້າງ​ໃນພຶດຕິ​ກຳ​ແຫ່ງ​ການ​ເຄື່ອນ​ໄຫວວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຢູ່​ສູນ​ກາງ ​ແລະ ທ້ອງ​ຖິ່ນ.

ສະພາບ​ຄວາມ​ເປັນ​ຈິງ​ດັ່ງກ່າວ​ໄດ້​ວາງ​ສິ່ງ​ທ້າ​ທາຍ​ທີ່​ໃຫຍ່​ທີ່​ສຸດ​ອອກ​ມາໃຫ້​ແກ່ກຳລັງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໃນ​ເວລາ​ທີ່​ປະ​ເທດ​ກ້າວ​ເຂົ້າ​ສູ່​​ໄລຍະແຫ່ງ​ການພັດທະນາ​ໃໝ່, ​ເຊື່ອມ​​ໂຍງ​ສາກົນ​ນັບ​ມື້​ນັບ​ກວ້າງຂວາງ​ເລິກ​ເຊິ່ງ ​ແລະ ຖືກ​ການ​ກະທົບ​ລະດັບ​ໂລກ​ຂອງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງທີສີ່. ໜຶ່ງ​ໃນ​ສາມ​ການ​ບຸກທະລຸ​ຍຸດ​ທະ​ສາດ, ຄຽງ​ຂ້າງ​ການ​ບູລະນະ​ກົນ​ໄກ​ເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມ ​ແລະ ການກໍ່ສ້າງ​ລະ​ບົບ​ໂຄງ​ສ້າງ​ພື້ນຖານ​ທີ່​ຄົບ​ຊຸດນັ້ນ ການ​ພັດທະນາ​ແຫຼ່ງບຸກຄະລາ​ກອນ​ຢ່າງ​ໄວ, ​ເປັນ​ຕົ້ນ​ແມ່ນ​ແຫຼ່ງບຸກຄະລາ​ກອນ​ຄຸນ​ນະພາ​ບສູງ ຕິດ​ກັບວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຈະ​ຕັດສິນ​ຊີ້​ຂາດ​ຜົນສຳ​ເລັດ​ຂອງການຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ​ເສດຖະກິດ, ການ​ປ່ຽນ​ແປງ​ໃໝ່​ຕົວ​ແບບ​ເຕີບ​ໂຕ​ເສດຖະກິດ​ທີ່​ສົມທົບ​ລະຫວ່າງ​ລວງ​ກວ້າງ​ແລະ​ລວງ​ເລິກ​ຢ່າງ​ມີ​ປະດທິຜົນ, ​ໂດຍ​ເອົາ​ໃຈ​ໃສ່​ເຖິງ​ການ​ຂະຫຍາຍຕົວ​ຕາມ​ລວງ​ເລິກ, ຍົກ​ສູງຄຸນ​ນະພາ​ບ​ແຫ່ງ​ການ​ເຕີບ​ໂຕ, ສະມັດ​ຕະພາບ​ຂອງ​ງານ ​ແລະ ຄວາມ​ສາມາດ​ແຂ່ງຂັນ​ຂອງ​ພື້ນຖານ​ເສດຖະກິດ.

2- ​ເພື່ອ​ໃຫ້ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ສົ່ງ​ຜົນ​ກະທົບ​ໂດຍ​ກົງ​ແລະ​ມີ​ປະສິດທິ​ຜົນ​ເຖິງຄຸນ​ນະພາບຂອງ​ການ​ເຕີບ​ໂຕ ​ແລະ ຄວາມ​ສາມາດ​ແຂ່ງຂັນ​ຂອງ​ພື້ນຖານ​ເສດຖະກິດ​ແຫ່ງ​ຂາດ, ຕ້ອງ​ສູ້​ຊົນ​ເຮັດໃຫ້ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີຫວຽດນາມ ຮອດ​ປີ 2020 ບັນລຸ​ລະດັບ​ພັດທະນາຂອງ​ກຸ່ມ​ປະ​ເທດ​ນຳ​ໜ້າ​ອາ​ຊຽນ, ຮອດ​ປີ 2030, ມີ​ບາງ​ຂົງ​ເຂດ​ບັນລຸ​ລະດັດທັນ​ສະ​ໄໝ​ຂອງ​ໂລກ, ດັ່ງ​ນັ້ນ​ ໃນ​ເວລາ​ຕໍ່ໜ້າ​ຕ້ອງຈັດ​ຕັ້ງ​ປະຕິບັດຢ່າງ​ສຳ​ເລັດ​ຜົນ​ ບັນດາກຸ່ມ​ວິທີ​ພັດທະນາວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຕາມ​ຈິດ​ໃຈ​ມະຕິ​ສະບັບ​ເລກທີ 20-NQ/TW, ວັນ​ທີ 31 ຕຸລາ 2012, ຂອງກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 6 ສະ​ໄໝ​ທີ XI, ວ່າ​ດ້ວຍ “ພັດທະນາວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຮັບ​ໃຊ້​ໃຫ້​ແກ່​ພາລະກິດ ຫັນ​ເປັນ​ອຸດສາ​ຫະກຳ ທັນ​ສະ​ໄໝ ​ໃນ​ເງື່ອນ​ໄຂເສດຖະກິດ​ຕະຫຼາດ ກຳນົດ​ທິດສັງຄົມ​ນິຍົມ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ”, ​ໃນ​ນັ້ນ, ຕ້ອງ​ສືບ​ຕໍ່​ເອົາ​ໃຈ​ໃສ່ປ່ຽນແປງໃໝ່ຢ່າງ​ພື້ນຖານ, ຮອບດ້ານ ​ແລະ ຄົບ​ຊຸດ ທັງ​ກົນ​ໄກ​ຄຸ້ມ​ຄອງ, ​ແບບ​ວິທີ​ການ​ລົງທຶນ ​ແລະ ກົນ​ໄກ​ການເງິນ ສຳລັບ​ການ​ເຄື່ອນ​ໄຫວວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ. ຈຸດປະສົງ​ຂອງ​ການ​ແກ້​ໄຂ​ຂໍ້ຄົງຄ້າງ​ທາງ​ດ້ານກົນ​ໄກນັ້ນ​ແມ່ນ ສ້າງ​ສິ່ງແວດ​ລ້ອມ​ແຫ່ງ​ນະ​ໂຍບາຍທີ່​ສະດວກ​ດີ ສົດ​ໃສ, ລົບ​ລ້າງ​ສິ່ງ​ກີດຂວາງ ​ແລະ​ ປົດ​ປ່ອຍຄວາມ​ສາມາດ​ປະດິດ​ສ້າງ​ຂອງກຳລັງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ເພື່ອ​ເພີ່ມ​ທະວີ​ຜົນສຳ​ເລັດ, ພິ​ເສດ​ແມ່ນ ປະສິດທິ​ຜົນ​ແລະ​ຜົນ​ກະທົບທີ່​ຕັ້ງໜ້າຂອງ​ການ​ເຄື່ອນ​ໄຫວ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຕໍ່​ກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມຂອງ​ປະ​ເທດ​ຊາດ.

ກ່ອນ​ອື່ນ​ໝົດ, ຕ້ອງກວດຄືນ​ລະບົບ​ນະ​ໂຍບາຍ ​ແລະ ກົດໝາຍ​ກ່ຽວ​ກັບວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ເພື່ອ​ແກ້​ໄຂຂໍ້​ຂັດ​ແຍ່ງ ຄວາມ​ທັບ​ຊ້ອນ​ກັນ​ຢ່າງ​ທັນ​ການ, ຮັບປະ​ກັນ​ຄວາມ​ຄົບ​ຊຸດ​ກັບ​ລະ​ບົດ​ກົດໝາຍກ່ຽວ​ກັບ​ເສດຖະກິດ ການ​ຄ້າ ການ​ລົງ​ທອນ; ລົບ​ລ້າງ​ສິ່ງ​ກີດຂວາງ​ແບບ​ອະຄະຕິ​ແລະ​ບໍລິຫານ​ທຸລະ​ການ​ຕໍ່​ການ​ເຄື່ອນ​ໄຫວວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ. ​ເອົາ​ໃຈ​ໃສ່​ເຖິງ​ຄຸນ​ນະພາ​ບຂອງ​ເອກະສານ​ຫຼາຍ​ກວ່າ​ ທຽບກັບ​ຈຳນວນແລະ​ຄວາມ​ໄວ​ໃນ​ການ​ປະກາດ​ໃຊ້​ເອກະສານ. ຄົ້ນຄວ້າ ​ແລະ ນັບຖືບັນດາ​ຈຸດ​ພິ​ເສດສະ​ເພາະ​ຂອງ​ການ​ເຄື່ອນ​ໄຫວວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໃນ​ການ​ອອກ​ແບບ​ໃໝ່​ຫຼື​ປັບປຸງ​ເພີ່ມ​ເຕີມ​ນະ​ໂຍບາຍ ​ກົດໝາຍປະຈຸ​ບັນ​ກ່ຽວ​ກັບວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ. ອັບ​ເດດ​ບັນດາ​ຫຼັກການ​ທົ່ວ​ໄປ ​ແລະ ທ່າ​ອຽງ​ສາກົນ​ທີ່​ກ້າວໜ້າ​ໃນ​ການ​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ ເພື່ອ​ບໍ່ຖືກ​ຕົກ​ທ້າຍ​ພາກ​ພື້ນ ​ແລະ ​ໂລກ.

ທາດ​ແທ້​ຂອງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ແມ່ນ​ການ​​ເຄື່ອນ​ໄຫວ​ປະດິດ​ສ້າງ​ຢ່າງ​ບໍ່​ຢຸດ​ບໍ່​ເຊົາ​ຂອງ​ສະຕິ​ປັນຍາ​ມະນຸດ ທີ່​ພົ້ນ​ກາຍ​ຂີດ​ຂັ້ນ​ຂອງ​ຈິນຕະນາການ ​ແລະ ຂອບ​ເຂດ​ທຳ​ມະ​ດາ, ດັ່ງ​ນັ້ນ, ການ​ສ້າງລະບົບ​ກົດໝາຍ​ກວມດ້ວຍບັນດາ​ເອກະສານ​ຕ່າງໆ​ນາໆທີ່​ທັບ​ຊ້ອນ​ກັນ ຈະ​ເປັນ​ການ​ຮັບ​ແຄບ​ການ​ເຄື່ອນ​ໄຫວ​ປະດິດ​ສ້າງ​ໃນ​ຂອບ​ເຂດກົດໝາຍ​ແລະ​ລະບຽບ​ການ​ບໍລິຫານ​ທີ່​ແໜ້ນ​ແຟ້ນ. ​ເພາະສະ​ນັ້ນ, ຕ້ອງ “​ແກ້​ເຊືອກ” ​ແລະ ປົດ​ປ່ອຍຄວາມ​ສາມາດປະດິດ​ສ້າງ​ໃຫ້ກຳລັງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ດ້ວຍສະພາບ​ແວດ​ລ້ອມດ້ານ​ກົດ​ລະບຽບ​ທີ່​​ເປີດໂປ່​ງ, ຫລຸດຜ່ອນ​ລະບຽບ​ຂັ້ນ​ຕອນ​ແລະ​ເອກະສານ, ສ້າງ​ເງື່ອນ​ໄຂ​ໃຫ້​ນັກວິທະຍາສາດ, ອົງການ​ຈັດ​ຕັ້ງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໄດ້​ປະດິດ​ສ້າງ​ໂດຍ​ເສລີ​ໃນ​ຂອບ​ເຂດ​ຂອງ​ກົດໝາຍ.

ທີ​ສອງ, ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ກົນ​ໄກ​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຕາມ​ທິດ​ເອົາ​ໃຈ​ໃສ່​ເຖິງປະສິດທິ​ຜົນ ​ແລະ ຜົນ​ກະທົບ ຂອງ​ໜ້າ​ທີ່ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຕໍ່​ພຶດຕິ​ກຳ​ແຫ່ງ​ຊີວິດ​ເສດຖະກິດ - ສັງຄົມ. ​ເອົາ​ໃຈ​ໃສ່​​ເຖິງ​ຄຸນ​ນະພາ​ບ ​ແລະ ດັດຊະນີ​ຜົນ​ກະທົບ​ຂອງບັນດາ​ບົດ​ຄົ້ນຄວ້າ, ກິດຈະກຳ​ວິທະຍາສາດ​ທີ່​ໄດ້​ປະກາດ​ໃນ​ສື່​ສິ່ງ​ພິມ​ສາກົນ ຖື​ມັນເປັນສິ່ງ​ສຳຄັນກວ່າ​ຈຳນວນ​ແລະ​ຄວາມ​ໄວ​ໃນ​ການ​ປະກາດ​ຕໍ່​ສາກົນ; ຖືຄວາມ​ສາມາດ​ປະຍຸກ​​ຂໍ້​ຄິດ​ປະດິດ ແລະການຫັນ​ຂໍ້​ຄິດ​ປະດິດ​ເປັນສິນ​ຄ້າ ດີກ​ວ່າ​ຈຳນວນ​ຂໍ້​ຄິດ​ປະດິດທີ່​ໄດ້​ຮັບ​ການ​ປົກ​ປ້ອງ. ມີ​ກົນ​ໄກ​ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ ຕາມ​ທິດ​ປະຍຸກ​ເຕັກ​ໂນ​ໂລ​ຊີ​ໃໝ່, ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ.

ຕິດຕາມ​ໃກ້ຊິດ​ກັບ​ຄວາມ​ຕ້ອງການ​ປ່ຽນ​ແປງ​ໃໝ່​ຕົວ​ແບບ​ເຕີບ​ໂຕ​ເສດຖະກິດ, ການຈັດ​ວາງ​ຄືນ​ໃໝ່​ໂຄງປະກອບຂະ​ແໜງ​ການ, ຂົງ​ເຂດ​ເສດຖະກິດ ​ແລະ ທ່າ​ອຽງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີຂອງ​ໂລກ ​ໃນ​ການ​ປະຕິວັດ​ອຸດ​ສາ​ຫະກຳ​ຄັ້ງ​ທີ​ສີ່ (ສະຕິ​ປັນຍາ​ທຽມ, ຍຸກ​ດິຈິຕອນ, ອິນ​ເຕີ​ເນັດ​ເຊື່ອມຕໍ່ທຸກ​ສິ່ງ​ທຸກ​ຢ່າ​ງ, ບັນດາ​ເຕັກ​ໂນ​ໂລ​ຊີ​ແບບ​ສະຫະ​ວິທະຍາ​ການ, ສອດ​ຮ້ອຍວິທະຍາ​ການ​ລະຫວ່າງ​ຟີ​ຊິກ ​ເຕັກນິກດິຈິ​ຕອນ ​ແລະ ຊີວະ​ວິທະຍາ,...) ​ເພື່ອ​ກຳນົດ​ໜ້າທີ່ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຢ່າງ​ຖືກຕ້​ອງ​ແລະ​ຖືກ​ລະດັບ, ລົງທຶນໃຫ້ວິທະຍາສາດແລະ​ເຕັກ​ໂນ​ໂລ​ຊີຢ່າງ​ຖືກ​ທິດ​ທາງ ​ແລະ ​ແກ້​ໄຂ​ຢ່າງ​ມີ​ປະສິດທິ​ຜົນ​ ບັນດາຄວາມ​ຕ້ອງການ​ອັນ​ຈຳ​ເປັນ​ໃນ​ການ​ພັດທະນາ​ປະ​ເທດ, ຂະ​ແໜງ​ການ, ຂົງ​ເຂດ ​ແລະ ວິ​ສາ​ຫະກິດ.

ຮັບປະກັນ​ບັນດາ​ຫຼັກການ ​ເປີດ​ເຜີຍ, ​ໂປ່​ງ​ໃສ, ການ​ວິຈານ​ເປັນ​ເອກະລາດ (ນັບ​ທັງ​ການ​ວິຈານ​ສາກົນ) ​ໃນ​ການ​ຄັດ​ເລືອກ ​ແລະ ພິຈາລະນາ​ຮັບ​ເອົາ ໜ້າ​ທີ່​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ. ມອບ​ສິດ​ເປັນ​ເຈົ້າ​ຕົນ​ເອງ​ສູງ​ສຸດ​ໃຫ້​ອົງການ​ຈັດ​ຕັ້ງ, ​ບຸກຄົນ ທີ່​ເປັນ​ປະທານ​ໜ້າ​ວຽກວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ​ໃຫ້ອົງການ​ຈັດ​ຕັ້ງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີພາກ​ລັດ ​ໄປ​ຄຽງ​ຄູ່​ກັບ​ການ​ບັງຄັບ​ໃຫ້​ຕ້ອງ​ຢູ່​ພາຍ​ໃຕ້​ກົນ​ໄກປະ​ເມີນ​ທີ່​ເປັນ​ອິດ​ສະລະ ​ແລະ ການ​ກວດ​ສອບ​ຂອງ​ສັງຄົມ, ​ເປີດ​ເຜີຍ​ເຜີຍ​ແຜ່​ຜົນ​ໄດ້​ຮັບ​ຂອງ​ການ​ເຄື່ອນ​ໄຫວວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ.

ກໍ່ສ້າງ​ແລະ​ພັດທະນາ​ຖັນ​ແຖວ​ພະນັກງານວິທະຍາສາດທີ່​ເຂັ້ມ​ແຂງ, ພ້ອມ​ກັນ​ນັ້ນ​ກໍ່​ສົມທົບ​ກັບ​ມາດ​ຕະການ​ປຸກລະດົມ ສົ່ງ​ເສີນ ​ແລະ ວາງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃຫ້​ແກ່​ນັກວິທະຍາສາດ; ອົບຮົ​ມກໍ່ສ້າງ, ນຳ​ໃຊ້ ​ແລະ ປະຕິບັດ​ນະ​ໂຍບາຍ​​ເກື້ອກູນຕໍ່​ຜູ້​ເກັ່ງ​ກ້າ​ສາມາດ ​ພ້ອມ​ກັນ​ນັ້ນ​ກໍ່​ຮຽກຮ້ອງ​ໃຫ້​ເຂົາ​ຕ້ອງ​ມີຄວາມ​ຊື່ສັດ​ທ່ຽງ​ທຳ ​ແລະ ຈະລິ​ຍະ​ທຳ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ.

ປະຕິ​ຮູບ​ກົງ​ຈັກ​ຄຸ້ມ​ຄອງ​ບໍລິຫານ​ລັດ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຂອງ​ຖັນ​ແຖວ​ພະນັກງານ​ຄຸ້ມ​ຄອງການ​ເຄື່ອນ​ໄຫວວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຕາມ​ທິດ​ເຊີດ​ຊູ​ບັນດາ​ຫຼັກການ​ເຫັນແກ່​ສ່ວນ​ລວມ, ຊື່ສັດສຸ​ຈະລິດ, ພາວະ​ວິ​ໄສ ​ແລະ ຍຸຕິ​ທຳ; ປ່ຽນ​ແປງ​ໃໝ່​ຈິນຕະນາການ​ທິດ​ສະ​ດີ ​ເພື່ອ​ຮັບ​ມື​ຢ່າງ​ທັນ​ການກັບ​ການ​ປ່ຽນ​ແປງ​ທີ່​ໄວວາ​ແລະ​ບໍ່​ຢຸດ​ຢັ້ງ ຂອງ​ຊີວິດວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ; ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ, ​ເຕັກນິກ​ສູງ ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ເພື່ອ​ຫລຸດຜ່ອນ​ລະບຽບ​ຂັ້ນ​ຕອນ​ການ​ບໍລິຫານ ສຳລັບ​ນັກວິທະຍາສາດ, ການ​ຈັດ​ຕັ້ງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ.

ທີ​ສາມ, ປ່ຽນ​ແປງ​ໃໝ່​ຢ່າງ​ຄົບ​ຊຸດ​ ທັງ​ແບບ​ວິທີ​ການ​ລົງທຶນ ​ແລະ ກົນ​ໄກ​ການ​ເງິນ ສຳ​ລັບ​ການ​ເຄື່ອນ​ໄຫວວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຕາມ​ທິດ​ມີ​ຈຸດ​ໜັກ ​ໃຈກາງ, ຖື​ເອົາ​ຄຸນ​ນະພາ​ບສົ້ນ​ອອກ​ຂອງ​ຜະລິດ​ຕະພັນວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ປະສິດທິ​ຜົນ ​ແລະ ມູນຄ່າ​ເພີ່ມ​ທີ່​ໜ້າ​ທີ່ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ນຳ​ມາ​ໃຫ້​ຊີວິດ​ເສດຖະກິດສັງຄົມ ​ເປັນ​ເສັ້ນ​ໄໝ​ສີ​ແດງ​ທີ່​ສອດ​ຫ້ອຍ​ຕະຫຼອດ​ໃນ​ນະ​ໂຍບາຍ​ລົງທຶນ ​ແລະ​ການ​ເງິນສຳລັບວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ.

​ເຕົ້າ​ໂຮມ​ການ​ລົງທຶນ​ໃຫ້​ແກ່​ການ​ຄົ້ນຄວ້າ​ປະ​ຍຸກ ​ເພື່ອ​ຍົກ​ສູງ​ຄວາມ​ສາມາດທາງ​ເຕັກ​ໂນ​ໂລ​ຊີ​ຢູ່​ໃນ​ປະ​ເທດ, ລະດັບການ​ອອກ​ແບບ ການ​ຜະລິດ ການ​ນຳ​ໃຊ້​ເຕັກນິກ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໃນ​ບັນດາ​ຂະ​ແໜງ​ການ ຂົງ​ເຂດທີ່​ບຸລິມະສິດ​ພັດທະນາ; ​ເອົາ​ໃຈ​ໃສ່​ລົງທຶນ​ຢ່າງ​ເໝາະ​ສົມ​ໃຫ້​ແກ່​ການ​ຄົ້ນຄວ້າ​ພື້ນຖານ ​ແລະ ຄົ້ນຄວ້າ​ພື້ນຖານ​ການ​ປະຍຸກ ​ເພື່ອຍົກ​ສູງ​ຄວາມ​ສາມາດ​ແລະ​ລະດັບ​ການ​ຄົ້ນຄວ້າ​ວິທະຍາສາດ, ​ເປັນ​ປະຖົມ​ປັດ​ໄຈທີ່​ຮອງ​ຮັບ​ລັດ​ໜ້າການ​ປະຍຸກວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີທີ່​ນຳ​ໜ້າ​ໃນ​ລະດັບ​ສູງ. ພ້ອມ​ກັນ​ນັ້ນ​, ຄິດ​ໄລ່​ເອົາ​ຄ່າ​ໃຊ້​ຈ່າຍ​ສ່ວນ​ໜຶ່ງ​ເພື່ອ​ລົງທຶນ​ໃຫ້​ແກ່​ການ​ຮັບ​ເອົາ ​ແລະ​ເປັນ​ເຈົ້າ ​ບັນດາ​ເຕັກ​ໂນ​ໂລ​ຊີ​ນຳ​ເຂົ້າ​ທີ່​ທັນ​ສະ​ໄໝ​ຂອງ​ໂລກ. ລະດົມ​ແຫຼ່ງທຶນ​ສັງຄົມ ​ແລະ​ບັນດາ​ແຫຼ່ງທຶນ​ຕ່າງປະ​ເທດ ​ເພື່ອ​ລົງທຶນ​ໃຫ້​ແກ່​ການ​ພັດທະນາວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ.

ລົງທຶນຫຼາຍ​ກວ່າ​ອີກ​ໃຫ້​ແກ່​ການ​ຄົ້ນຄວ້າ, ພິ​ເສດ​ແມ່ນ​ການ​ຄົ້ນຄວ້າ​ພື້ນຖານ​ ຢູ່​ໃນ​ບັນດາ​ໂຮງຮຽນ​ມະຫາວິທະຍາ​ໄລ; ສົ່ງ​ເສີມ​ການ​ສ້າງ​ຕັ້ງ​ສະ​ຖາ​ບັນ ສູນ​ຄົ້ນຄວ້າ​ແລະຖ່າຍ​​ໂອນ​ເຕັກ​ໂນ​ໂລ​ຊີ, ວິ​ສາ​ຫະກິດວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ຢູ່​ໃນ​ໂຮງຮຽນ​ມະຫະວິທະຍາ​ໄລ. ​ເພີ່ມ​ທະວີ​ການ​ຮ່ວມສຳພັນ​ລະຫວ່າງອົງການວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ກັບ​ວິ​ສາ​ຫະກິດ; ​ເປີດ​ກວ້າງ​ການ​ຮ່ວມ​ສຳພັນ​ລະຫວ່າງ​ລັດ, ນັກວິທະຍາສາດ, ນັກທຸລະກິດ, ຊາວ​ກະສິກອນ. ສົ່ງ​ເສີມ ​ແລະ​ອຳນວຍ​ຄວາມ​ສະດວກ​ ໃຫ້​ວິ​ສາ​ຫະກິດ​ໃນ​ທຸກ​ພາກສ່ວນ​ເສດຖະກິດ​​ ​ໄດ້​ດຳ​ເນີນ​ການ​ຄົ້ນຄວ້າ ​ແລະ ປະຍຸກວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ; ມີ​ກົນ​ໄກ​ສົ່ງ​ເສີມ​ໃຫ້​ວິ​ສາ​ຫະກິດລົງທຶນ​ເຂົ້າ​ໃນ​ການ​ຄົ້ນຄວ້າ​ນຳ​ໃຊ້ ​ແລະ ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ (​ໂດຍ​ຜ່ານ​ການ​ຮ່ວມ​ມື​ລະຫວ່າງ​ພາກ​ລັດ​ແລະ​ເອກະ​ຊົນ) ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາມາດ​ຮັບ​ເອົາ​ເຕັກ​ໂນ​ໂລ​ຊີ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ, ກ້າວ​ໄປ​ເຖິງການ​ຍົກຍ້າຍ​ຈຸດ​ໜັກ​ແຫ່ງ​ການ​ເຄື່ອນ​ໄຫວ​ຄົ້ນຄວ້າປະຍຸກ​ ໄປ​ຍັງ​ຂົງ​ເຂດ​ວິ​ສາ​ຫະກິດ ຄືທີ່​ບັນດາ​ປະ​ເທດ​ໃນ​ໂລກ​ເຄີຍ​ເຮັດ.

ຄັດ​ເລືອກ​ແລະ​ກຳນົດ​ບັນດາ​ໜ້າ​ທີ່ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີລະດັບ​ຊາດ, ​ແກ້ໄຂບັນດາ​ບັນຫາ​ໄລຍະ​ຍາວ​ແຫ່ງ​ຊາດ ​ເພື່ອລວມສູນ​ການ​ລົງທຶນ ​ແລະ ລົງທຶນ​ເຖິງ​ລະດັບ. ພິຈາລະນາ​ຄວາມ​ສາມາດ​ແບ່ງ​ສິດ​ອຳນາດ ​ແລະ ລົງທຶນ​ພັດທະນາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທາງ​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີຢູ່​ທ້ອງ​ຖິ່ນ ຕາມ​ເຂດ​ແດນ ​ເພື່ອ​ເສີມ​ຂະຫຍາຍ​ທ່າ​ແຮງ​ສັງ​ລວມ ​ແລະ ທ່າ​ໄດ້​ປຽບ​ຂອງ​ເຂດ.

ກວດຄືນ​ສະພາບ​ການ​ປະຈຸ​ບັນ ​ເພື່ອ​ລົງທຶນ​ໂດຍ​ມີ​ການ​ເລືອກ​ເຟັ້ນ​ ໃຫ້​ສະ​ຖາ​ບັນ​ຄົ້ນຄວ້າ​ທີ່​ສຳຄັນ ​ແລະ  ​ໂຄງ​ສ້າງ​ພື້ນຖານ​ທີ່​ຈຳ​ເປັນ​ ທີ່​ຮັບ​ໃຊ້​ການ​ຄົ້ນຄວ້າ; ຢຸດຕິ​ການ​ລົງທຶນ ​ແລະ ຍຸບ​ເລີກ​ບັນດາ​ພື້ນຖານ​ທີ່​ເຄື່ອນ​ໄຫວ​ບໍ່​ມີ​ປະສິດທິ​ຜົນ.

ປະຕິບັດ​ກົນ​ໄກມອບ​ກຳມະສິດ​ໝາກຜົນ​ຂອງການ​ຄົ້ນຄວ້າວິທະຍາສາດແລະເຕັກ​ໂນ​ໂລ​ຊີທີ່​ໃຊ້​ງົບປະມານ​ແຫ່ງ​ລັດ ​ໃຫ້​ແກ່​ອົງການ​ເຈົ້າພາບ​ການ​ຄົ້ນຄວ້າ​ຫຼື​ນັກວິທະຍາສາດ (​ໂດຍບໍ່​ຜ່ານ​ກົນ​ໄກ​ອອກ​ໃບ​ອະນຸຍາດ) ​ເພື່ອ​ເປີດ​ເສລີ​ໃນ​ການ​ເຄື່ອນ​ໄຫວປະຍຸກ ​ແລະ ຊື້​ຂາຍໝາກຜົນ​ຂອງວິທະຍາສາດແລະ​ເຕັກ​ໂນ​ໂລ​ຊີ. ສືບ​ຕໍ່​ແກ້​ໄຂ​ລະບຽບ​ການ​ຊຳລະ​ສະ​ສາງ, ສະຫລຸບ​ບັນຊີ​ການ​ເງິນ ​ໃນ​ການ​ເຄື່ອນ​ໄຫວວິທະຍາສາດ​ແລະເຕັກ​ໂນ​ໂລ​ຊີ ຕາມ​ຫຼັກການ​ທົ່ວ​ໄປ​ຂອງ​ສາກົນ ​ເພື່ອ​​ຊ່ວຍໃຫ້​ບັນດາ​ອົງການ, ບຸກຄົນ​ທີ່​ເຄື່ອນ​ໄຫວວິທະຍາສາດ​ແລະເຕັກ​ໂນ​ໂລ​ຊີ ຜົ້ນອອກ​ຈາກແບກ​ຫາບ​ການ​ບໍລິຫານ​ທີ່​ໜັກໜ່ວງ. ພັດທະນາ ​ແລະ ຍົກ​ສູງ​ຄວາມ​ສາມາດ​ຂອງ​ລະບົບ​ບັນດາ​ອົງການ​ບໍລິການວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ; ຂະຫຍາຍ​ຕະຫຼາດວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ພ້ອມ​ກັນ​ນັ້ນ​ກໍ່​ບູລະນະ​ກົດໝາຍ​ກ່ຽວ​ກັບຊັບ​ສິນ​ທາງ​ປັນຍາ, ການ​ຖ່ານ​ໂອນ​ເຕັກ​ໂນ​ໂລ​ຊີ,... ຕາມ​ທິດ​ຊ່ວຍ​ໜູນຢ່າງ​ມີ​ປະສິດທິ​ຜົນ​ ໃຫ້​ແກ່​ການ​ດຳ​ເນີນ​ງານ​ການ​ຕະຫຼາດວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ.

ສະຫລຸບ​ລວມ, ການປ່ຽນແປງໃໝ່ຢ່າງ​ຄົບ​ຊຸດ ທັງ​ກົນ​ໄກ​ຄຸ້ມ​ຄອງ, ​ແບບ​ວິທີ​ການ​ລົງທຶນ ​ແລະ ກົນ​ໄກ​ການເງິນ ​ສຳລັບ​ການ​ເຄື່ອນ​ໄຫວ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຕ້ອງ​ເອົາ​ໃຈໃສ່​ເປັນ​ພິ​ເສດ​ເຖິງຈຸດໝາຍ​ສຸດ​ທ້າຍ​ຄື ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ຂອງ​ການ​ເຄື່ອນ​ໄຫວວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ​ເພື່ອ​ໃຫ້ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ນັບ​ມື້​ນັບ​ສົ່ງ​ຜົນ​ກະທົບ​ໂດຍ​ກົງແລະ​ແຂງ​ແຮງ ​ເຖິງ​ຄຸນ​ນະພາ​ບການ​ເຕີບ​ໂຕ, ສະມັດ​ຕະພາບ​ຂອງ​ງານ, ຄວາມ​ສາມາດ​ແຂ່ງຂັນ​ຂອງ​ຊາດ ​ແລະ ຂອງ​ວິ​ສາ​ຫະກິດ. ​ເພື່ອ​ບັນລຸ​ເປົ້າ​ໝາຍ​ເຮັດ​ໃຫ້​ຫວຽດນາມ​ກາຍ​ເປັນ​ປະ​ເທດ​ອຸດ​ສະຫະ​ກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນຖານ​ໂດຍ​ໄວ ອີງ​ບົນ​ກຳ​ລັງໜູນ​ອັນ​ແທ້​ຈິງ​​ ແຫ່ງການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ຂອງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີນັ້ນ ມັນ​ຮຽກຮ້ອງຕ້ອງມີ​ທານະ​ຈິດ​ຕັດສິນ​ໃຈ ​ຂອງ​ລະບົບ​ການ​ເມືອງທັງ​ໝົດ ກໍ່​ຄື​ຄວາມ​ສະໜັບສະໜູນ, ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ທົ່ວ​ສັງຄົມ./.

 ​ໂດຍ ຈູ ງ​ອກ​ ແອັງ

ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ