ວກ. ອອນ​ໄລ - ພ້ອມ​ກັບ​ການ​ພັດ­ທະ­ນາຢ່າງ​ໄວ​ແລະ​ບໍ່​ຢຸດ​ຢັ້ງ ​ຂອງ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ ແລະ ຖະ­ແຫຼງ​ຂ່າວ, ໂລກ​​ປະ­ຈຸ​ບັນ​ກໍ່​ມີ​ການ​ຫັນປ່ຽນຕາມ​ທິດ​ພັດ­ທະ­ນາ​ສັງ­ຄົມ​ຂໍ້​ມູນ​ຂ່າວສານ. ລຳດັບການ​ພັດທະນາ​ນີ້​ ໄດ້​ວາງ​​ຄວາມ​ທົດ​ສອບ​ໃໝ່​ຫຼາຍ​ຢ່າງ​ທີ່​ລຽນ­ຕິດ ​ທັງ​ໃຫ້​ປະ­ຊາ­ຊົນ ແລະ ວິ​ສາ​ຫະ​ກິດ ກໍ່​ຄື​ອົງ­ການ​ຮັບ­ຜິດ­ຊອບ​ການ​ຄຸ້ມ​ຄອງ. ການ­ຈັດ­ຕັ້ງ​ຜັນ​ຂະ­ຫຍາຍ​ໂຄງ­ການ​ປະຕິບັດ​ອັນ​ໜຶ່ງ​ທີ່​ມີ​ປະ​ສິດ­ທິ​ຜົນ ເພື່ອ​ແນໃສ່​ກໍ່­ສ້າງ ແລະ ພັດ­ທະ­ນາ​ສັງ­ຄົມ​ຂໍ້​ມູນ​ຂ່າວ­ສານ ​ທີ່​ປອດ​ໄພ, ສົດ​ໃສ ​ຢູ່ຫວຽດ­ນາມໃນ​ປະ­ຈຸ​ບັນ ​ເປັນ­ຄວາມ​ຮຽກ­ຮ້ອງ​ທີ່​ສຳ­ຄັນແລະຮີບ​ດ່ວນ ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ພາ­ລະ­ກິດ​ແຫ່ງ​ການ​ຍູ້​ແຮງ ​ການ​ຫັນ​ປະ­ເທດ​ເປັນ​ອຸດສາຫະ­ກຳ ທັນ​ສະ­ໄໝ ແລະ ການ​ເຊື່ອມ​ໂ​ຍງ​ສາ­ກົນ.

ທ່ານ ປອ. ເຈືອງມິງຕ໊ວນ, ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ການສື່ສານ. (ພາບ: dangcongsan.vn)

ທ່າອຽງເເຫ່ງການພັດທະນາ   

ການ​ກຳ­ເນີດແລະແຜ່ຫຼາຍ​ຂະຫຍາຍຕົວຂອງ​ເຄືອ​ຂ່າຍອິນ​ເຕີ​​​​ເນັດ ​ແຕ່​ຊຸມ​ປີ 1990 ມາ​ຮອດ​ປະ­ຈຸ​ບັນ​ນີ້ ໄດ້ແລະພວມ​ສ້າງ​ເປັນ​ການ​ປະ­ຕິ­ວັດ​ເຄືອ​ຂ່າຍ​ຂໍ້​ມູນ​ຂ່າວ­ສານ​ຢ່າງ​ແທ້​ຈິງ. ໃນ​ລະຫວ່າງ 20 ປີ​ທີ່​ຜ່ານ​ມາ​ມໍ່​ນີ້, ຈຳນວນ​ຄົນ​ນຳ​ໃຊ້ອິນ​ເຕີ​​ເນັດໃນ​ທົ່ວ​ໂລກ​ ໄດ້​​ເພີ່ມ​ຂຶ້ນທົບ 90 ເທື່ອ (ແຕ່ 35 ລ້ານ​ຄົນ​ໄດ້​ຂຶ້ນ​ເປັນ 3 ຕື້​ກວ່າ​ຄົນ). ໃນ​ເວ­ລາ​ນັ້ນ, ຈຳ­ນວນ​ຄົນ​ທີ່​ນຳ​ໃຊ້​ໂທລະ­ສັບ​ມື​ຖື​ກໍ່​ເພີ່ມ​ຂຶ້ນ​​ປະ­ມານ 60 ເທື່ອ (ແຕ່ 80 ລ້ານ​ຄົນ ຂຶ້ນ​ເປັນ​ 5 ຕື້​ຄົນ). ຕາມ​ການ​ສະ​ຖີ​ຕິ, ໃນ​ປະ­ຈຸ​ບັນ ໃນ​ທຸກໆ​ສອງ​ມື້ ມະ­ນຸດ​ໄດ້​ສ້າງ​ຈຳ­ນວນ​ຂໍ້​ມູນ​ຂ່າວ­ສານ​ເທົ່າ​ກັບ​ຈຳ­ນວນ​ຂໍ້​ມູນ​ຂ່າວ­ສານ​ທີ່​ມະ­ນຸດ​ໄດ້​ສ້າງ​ຂຶ້ນ​ນັບແຕ່​ເວ­ລາກຳ­ເນີດ​ອະ­ລິ­ຍະ​ທຳ​ຂອງ​ມະ­ນຸດ​ ມາ​ຮອດ​ປີ 2003.

ອາດ​ຈະ​ເວົ້າ​ໄດ້​ວ່າ, ອິນ​ເຕີ​​ເນັດ ເປັນ​ທ່າ​ອຽງ​ແຫ່ງ​ການ​ພັດ­ທະ­ນາ​ຮ່ວມ​ກັນ ​ຂອງ​ຍຸກ​ສະ­ໄໝ​ວິທະຍາສາດ - ເຕັກ​ໂນ​ໂລ​ຊີ. ອິນ​ເຕີ​​ເນັດ ​ໄດ້​ເຮັດ​ໃຫ້​ມະ­ນຸດ​​ໃກ້­ຊິດ​ຕິດ​ພັນກັນ​ຍິ່ງ​ຂຶ້ນ ​ໃນເມື່ອ​ທີ່​ມະ­ນຸດ​ມີ​ໂອ­ກາດ​ເຂົ້າ​ເຖິງ​ກັບ​ສາງ​ຂໍ້​ມູນ​ຂ່າວ­ສານ​ອັນ​ໃຫຍ່​ຫຼວງ​ຕ່າງໆ​ຂອງ​ໂລກ ທີ່​ຄົງ​ຈະ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ທັນ­ທີ​ໃນ​ທຸກໆ​ເວ­ລາ​ຢູ່​ທົ່ວ​ໂລກ. ຂໍ້​ມູນ​ຂ່າວ­ສານ​ໃນອິນ​ເຕີ​​ເນັດ ມີ​ຄວາມອຸ­ດົມ​ສົມ​ບຸນ ແລະ ຫຼາກ​ຫຼາຍທີ່​ສຸດ, ມັນ​ຊ່ວຍເພີ່ມທະວີ​ຄວາມ​ສາມາດ​ໃນ​ການ​ແລກ­ປ່ຽນຂໍ້​ມູນ​ຂ່າວ­ສານ ລະ­ຫວ່າງ​ທຸກ​ຄົນນຳ​ກັນ, ປະ­ກອບ­ສ່ວນ​ເຂົ້າ​ໃນການ​ພັດທະ­ນາ​ເສດ­ຖະ­ກິດພູມ​ປັນຍາ, ເພີ່ມ​​ລັກ­ສະ­ນະ​ປະຊາທິ­ປະ­ໄຕ ໂປ່ງ​ໃສ ແລະ ເປີດ­ເຜີຍ​ໃນ​ສັງ­ຄົມ. ອິນ​ເຕີ​​ເນັດ ໄດ້​ນຳ​ເອົາ​ຜົນ​ປະ­ໂຫຍດ​ຫຼາຍ​ຢ່າງ​ ມາ​ໃຫ້​ຊີ­ວິດ​ສັງ­ຄົມ​ດ້ວຍ​ລະ­ບົບການ​ບໍ­ລິ­ການ​ຕ່າງໆ ທີ່​ອຸ­ດົມ​ສົມ​ບຸນ​ກ່ຽວ​ກັບບັນດາ​ຂົງ​ເຂດ​ຕ​ຄື: ການ​ສຶກ​ສາ, ໂອ­ກາດ​ຮ່ຳ­ຮຽນ​ໂດຍ​ຜ່ານ​ເຄືອ​ຂ່າຍອິນ​ເຕີ​​ເນັດ ກໍ່​ໄດ້​ເພີ່ມ​ຂຶ້ນ, ການ​ບໍ­ລິ­ການ​ດ້ານ​ການ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ, ທຸ­ລະ​ກິດ, ໄດ້​ສ້າງ​ເປັນ​ສະ­ໜາມ​ການ​ແຂ່ງ­ຂັນ​ລະ­ຫວ່າງ​ບັນ­ດາ​ວິ​ສາ​ຫະ​ກິດດ້ວຍ​ກັນ ເພື່ອ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການປະ­ຕິ​ຮູບ​ການ​ບໍລິຫານ ແລະ ນຳ​ເອົາ​ປະ​ສິດ­ທິ​ຜົນ​ທີ່​ແນ່­ນອນ ມາ​ໃຫ້ການ­ເຄື່ອນ­ໄຫວ​ຄຸ້ມ​ຄອງ​ບໍລິຫານ​ລັດ... ໂດຍ​ຜ່ານ​ການ​ກໍ່­ສ້າງ ແລະ ພັດ­ທະ­ນາ​ລັດ­ຖະ­ບານ​ອອນ​ໄລ, ການ​ຄ້າ​ອອນ​ໄລ, ໜັງ­ສື​ພິມແລະວາ­ລະ­ສານ​ອອນ​ໄລ, ເຄືອ​ຂ່າຍ​ສັງ­ຄົມ ແລະ ບັນ­ດາ​ຮູບ​ການ​ຖະ­ແຫຼງ​ຂ່າວອື່ນໆ ​ໃນ​ເຄືອ​ຂ່າຍອິນ​ເຕີ​​ເນັດ.

​ເຖິງ​ປີ 2025, ​ສ່ວນ​ໃຫຍ່​ຂອງ​ປະຊາກອນ​ໂລກ​​ໃນ​ເວລາ​ນັ້ນ, ​ຄາດກະ​ວ່າປະມານ 8 ຕື້​ຄົນ, ຈະສາມາດເຊື່ອມ​ຕໍ່​ເຄືອ​ຂ່າຍອິນ​ເຕີ​ເນັດ ດ້ວຍ​ອຸ­ປະ­ກອນ​ຂະ­ໜາດ​ນ້ອຍ​ໃນຝ່າມືຂອງຕົນ. ການ​ສືບ​ຕໍ່​ຍູ້​ແຮງ​ວິວັດ​ການພັດ­ທະ­ນາ​ສັງ­ຄົມ​ຂໍ້​ມູນ​ຂ່າວ­ສານ ໄດ້​ກາຍ­ເປັນ​ທາງເລືອກ​​ທົ່ວ​ໄປ​ຂອງ​ບັນ­ດາ​ປະ­ເທດ​ໃນ​ໂລກ ໃນ​ການ​ຊຸກ­ຍູ້​ການ​ພັດ­ທະ­ນາ​ເສດ­ຖະ­ກິດ - ສັງ­ຄົມ, ຊອກ​ຫາ​ຄວາມ​ຈະ­ເລີນ​ສີ­ວິ­ໄລ, ວັດ­ທະ­ນາ​ຖາ­ວອນ​ຢ່າງ​ໝັ້ນ­ຄົງຍືນ​ຍົງ.

ພິ­ຈາ­ລະ­ນາ​ທາງ​ດ້ານ​ທາດ​ແທ້, ເຄືອ​ຂ່າຍອິນ​ເຕີ​ເນັດ ໄດ້​ສ້າງ​ເປັນ​ສັງ­ຄົມ​​​ຂໍ້​ມູນ​ຂ່າວສານ​ໜຶ່ງທີ່​ຄ້າຍ­ຄື​ກັນ​ກັບສັງ­ຄົມຕົວ​ຈິງ, ​​ເຊິ່ງໃນ​​ສັງ­ຄົມຂໍ້​ມູນ​ຂ່າວສານນັ້ນ ​ມະ­ນຸດ​ຈະ​ປະ­ຕິ​ສຳ­ພັນ ພົວ­ພັນ ແບ່ງ­ປັນ​ຂໍ້​ມູນ​ຂ່າວ­ສານ​​ປະຈຳ​ວັນ​ນຳກັນ. ຄ້າຍຄື​ກັບ​ສັງ­ຄົມຕົວ​ຈິງ, ສັງ­ຄົມ​ຂໍ້​ມູນ​ຂ່າວສານ ກໍ່​ມີ​ດ້ານ​ລົບ​ຂອງ​ມັນ. ​ລັດ­ຖະ­ບານ​ບາງ​ປະເທດ​ທີ່​ມີຄວາມ​ຊິນ​ເຄີຍ​ພໍ​ສົມ­ຄວນ​ກັບ​ວິ­ທີ​ຈັດ​ຕັ້ງ​ການ​ຄຸ້ມ​ຄອງ​ແຫ່ງ​ລັດຕໍ່​ກັບ​ສັງ­ຄົມຕົວ​ຈິງ ​ແຕ່​ກໍ່ອາດ​ຈະ​ຕົກ​ຊະ​ເງີ້​ຕໍ່​ສິ່ງ​ທ້າ​ທາຍ​ໃໝ່ ທີ່​ມີ​ລັກ­ສະ­ນະ “ບໍ່​​ເປັນແບບ​ດັ້ງເດີມ” ໃນ​ການ​ຄຸ້ມ​ຄອງ​ສັງ­ຄົມ​ຂໍ້​ມູນ​ຂ່າວສານ. ຈຸດ​ຕ່າງ​ກັນ​ອັນ​ພົ້ນ​ເດັ່ນ​ຈຳ­ນວນ​ໜຶ່ງ​ທີ່​ມີ​ລັກ­ສະ­ນະ “ບໍ່​​ເປັນແບບ​ດັ້ງ­ເດີມ” ຂອງ​ສັງ­ຄົມ​​ຂໍ້​ມູນ​ຂ່າວສານນັ້ນ ​ລວມ​ມີ:

ທີ​ໜຶ່ງ, ສັງ­ຄົມ​ຂໍ້​ມູນ​ຂ່າວສານ​ເປັນ​ສັງ­ຄົມ​ທີ່​ມີ​ລັກ­ສະ­ນະ​ທົ່ວ​ໂລກ, ບໍ່​ມີ​ຊາຍ​ແດນ​ທີ່​ລະ­ອຽດ​ຄືໃນ​ສັງຄົມຕົງຈິງ. ທຸກ​ການ­ເຄື່ອນ­ໄຫວ​ຂອງ​ສັງ­ຄົມ​​ຕົວ​ຈິງ​ໄດ້​ຮັບ​ການ​ຄວບ​ຄຸມ ແລະ ຄຸ້ມ​ຄອງ​ດ້ວຍ​ກົດ­ໝາຍ. ໃນ​ຂະນະ​ນັ້ນ, ກົດໝາຍ​ຂອງ​ປະ­ເທດ​ໜຶ່ງ​ກໍ່​ພຽງ​ແຕ່ມີ​ຄວາມ​ສັກ­ສິດ​ຄວບ​ຄຸມ​ພາຍ​ໃນ​ຊາຍ​ແດນ​ຂອງ​ປະ­ເທດ​ນັ້ນ​ເທົ່າ​ນັ້ນ.

ທີ​ສອງ, ​​ໂດຍ​ຕ່າງ​ກັນ​ກັບ​ສັງ­ຄົມຕົວ​ຈິງ, ຍ້ອນທາດ​ແທ້ເປີດກວ້າງຂອງ​ສະ­ພາບແວດ​ລ້ອມອິນ​ເຕີ​​ເນັດ ດັ່ງນັ້ນ​ພົມ​ລະ​ເມືອງ​ຂອງ​ສັງ­ຄົມ​ຂໍ້​ມູນ​ຂ່າວສານ (ຄົນ​ນຳ​ໃຊ້ອິນ​ເຕີ​​ເນັດ) ອາດ​ຈະ​ປິດ​ບັງຊື່​ສາຍ​ຕົວ​ຕົນ​ທີ່ແທ້​ຈິງ​ຂອງ​ຕົນ​ຢ່າງ​ງ່າຍ­ດາຍ.

ທີ​ສາມ, ສັງຄົມ​​ໃນ​ເຄືອ​ຂ່າຍ​ອິນ​ເຕີ​​ເນັດ ເປັນ​ສັງ­ຄົມ​ທີ່​ມີ​ລັກ­ສະ­ນະ​ປະ­ຕິ​ສຳ­ພັນ​ສູງ ແລະ ມີ​ລັກ­ສະ­ນະ​ຊົ່ວຄາວ, ຂໍ້​ມູນ​ຂ່າວ­ສານ​ທີ່​ໄດ້​ສ້າງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ບໍ່​ຢຸດ​ຢັ້ງ, ພ້ອມ​ທັງ​ໄດ້​ແບ່ງ­ປັນ ເຜີຍ­ແຜ່ ສົ່ງ​ຂ່າວ​ໃນ​ຂອບ​ເຂດ​ທົ່ວ​ໂລກ​​ໃນ​ທັນ­ທີທັນ​ໃດ, ມີ​ຄວາມ​ໄວ​​ທີ່​ສຸດ ​ທຽບ​ກັບ​ບັນ­ດາ​ຮູບ​ການ​ສົ່ງ​ຂ່າວ​ແບບດັ້ງ​ເດີມ​ຂອງ​ສັງ­ຄົມ​ຕົວ​ຈິງ.

ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ທີ່​ມີ​ລັກ­ສະ­ນະ “ບໍ່​​ເປັນ​ແບບ​ດັ້ງ­ເດີມ” ເຫຼົ່າ​ນີ້, ​​​ຫຼາຍ​ປະ­ເທດໃນ​ໂລກ​ໄດ້ ແລະ ພວມຄົ້ນ​ຄ້ວ​າ, ປະ­ຕິ­ບັດ​ນະ­ໂຍ­ບາຍສອງ​ສະບັບ​ທີ່​ມີ​ຈິນຕະນາການ​ຄຸ້ມ​ຄອງ​ທີ່​ຕ່າງ​ກັນ, ​ສະ­ບັບ​ໜຶ່ງ​​​ແມ່ນ​ນຳ​ໃຊ້​ໃນ​ສັງ­ຄົມ​​ຕົວ​ຈິງ ແລະ ອີກ​ສະ­ບັບ​ໜຶ່ງ​ນຳ​ໃຊ້​ໃນ​ສັງ­ຄົມ​ຂໍ້​ມູນ​ຂ່າວ­ສານ​ທີ່​ເຄືອ​ຂ່າຍອິນ​ເຕີ​​ເນັດ.

ແຕ່​ວ່າ, ເພື່ອ​ຄຸ້ມ​​ຄອງສັງ­ຄົມ​ຂໍ້​ມູນ​ຂ່າວສານ​ໃນ​ເຄືອ​ຂ່າຍ​ອິນ​ເຕີ​​​ເນັດ​​ໃຫ້ໄດ້ຮັບ​ຜົນ​ດີ​ນັ້ນ ​ມັນແມ່ນ​ບັນ­ຫາ​ທີ່​ບໍ່​ງ່າຍດາຍ ແລະ ບໍ່​ມີ​ແບບ​ຢ່າງ​ມາ​ກ່ອນ. ໃນ​ປະ­ຫວັດ­ສາດ​ແຫ່ງ​ການ​ພັດ­ທະ­ນາ​ຂອງ​ສັງ­ຄົມ, ມະ­ນຸດ​ຕ້ອງຜ່ານຫຼາຍ​ສະ­ຫັດ​ສະ​ວັດ​ຈຶ່ງ​ບູ­ລະ­ນະ​ລະ­ບຽບ​ກົດ­ໝາຍ​ການ​ຄຸ້ມ​ຄອງ​ໄດ້, ໃນ​ຂະ­ນະ​ນັ້ນ, ສັງ­ຄົມ​ຂໍ້​ມູນ​ຂ່າວ­ສານ​ໃນ​ເຄືອ​ຂ່າຍອິນ​ເຕີ​ເນັດຫາ​ກໍ່​ປະກົດ​ຕົວ​ໃນ​ສອງ​ສາມ​ທົດ​ສະ​ວັດຜ່ານ​ມາ​ເທົ່າ​ນັ້ນ. ນັ້ນ​ແມ່ນ​ໂອ­ກາດ​ພ້ອມ​ທັງ​ເປັນສິ່ງ​ທ້າ​ທາຍ­ທີ່​ໃຫຍ່​​ໂຕ​ສຳລັບ​ຫຼາຍ​ປະເທດ​​ໃນ​ໂລກ, ໃນ​ນັ້ນ​ມີປະ­ເທດຫວຽດ­ນາມ.

ສະພາບຄວາມ​ເປັນຈິງຢູ່ຫວຽດນາມໃນປະຈຸບັນ

ພັກແລະລັດຫວຽດ­ນາມ ຍາມ​ໃດ​ກໍ່​ໃຫ້​ຄວາມ​ສຳ­ຄັນ ແລະ ​ເອົາ­ໃຈ­ໃສ່​ເຖິງ​ການ​ຍຸ້​ແຮງ​ການ​ໝູນ​ໃຊ້ ແລະ ພັດ­ທະ­ນາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ­ສານ ​ໃນ​ການ​ຄຸ້ມ​ຄອງ ແລະ ພັດ­ທະ­ນາ​ເສດ­ຖະ­ກິດ - ສັງ­ຄົມ. ພ້ອມ​ກັນກັບ​ການ​ຂະຫຍາຍຕົວ​ຢ່າງ​ໄວວາ​ຂອງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ­ສານແລະອິນ​ເຕີ​​ເນັດ, ບັນດາ​ການ​ເຄື່ອນ​ໄຫວ​ໃໝ່​ເຊັ່ນ ລັດຖະ­ບານ​ອອນ​ໄລ, ການ​ຄ້າ​ອອນ​ໄລ, ການ​ຊຳ­ລະ​ອອນ​ໄລ, ໜັງ­ສື­ພິມແລະວາ­ລະ­ສານ​ອອນ​ໄລ, ເຄືອ​ຂ່າຍ​ສັງຄົມ ແລະ ບັນດາ​ຮູບ​ການ​ຖະແຫຼງ​ຂ່າວ​​ໃນອິນ​ເຕີ​​ເນັດ ຢູ່ຫວຽດ­ນາມ ກໍ່​ມີ​ບາດ­ກ້າວ​ຂະ­ຫຍາຍ­ຕົວ​ຢ່າງ​ແຂງ­ແຮງ, ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ­ທິ​ຜົນຂອງວຽກ​ງານ​ຂໍ້​ມູນ​ຂ່າວ­ສານ, ໂຄ­ສະ­ນາ​​, ຍົກລະດັບ​ຄວາມ​ຮູ້​ໃຫ້​ປະ­ຊາ­ຊົນ, ຕອບ​ສະ­ໜອງ​ຄວາມຕ້ອງ­ການ​ດ້ານ​ຂໍ້​ມູນ​ຂ່າວ­ສານ, ການ​ຊົມ­ໃຊ້​ວັດທະ­ນະ­ທຳ​ຂອງ​ປະ­ຊາ­ຊົນ​ທີ່​ນັບ​ມື້​ນັບ​ສູງ​ຂຶ້ນ.

ແຕ່​ວ່າ, ພາຍ­ຫຼັງ​ການ​ຂະ­ຫຍາຍ­ຕົວ​​ໃນໄລ­ຍະ​ເວ­ລາ​ໜຶ່ງ, ດ້ານ​ລົບ​ຂອງອິ​ນ​ເຕີ​​ເນັດ ກໍ່​ໄດ້ສົ່ງ​ຜົນ​ກະ­ທົບ​ຢ່າງ​ຈະແຈ້ງ​ເຖິງ​ຫຼາຍ​ດ້ານ​ຂອງ​ຊີ­ວິດ​ສັງ­ຄົມຫວຽດ­ນາມ, ໃນ​ນັ້ນ​ມີ​ຜົນ​ກະ­ທົບ​ທີ່​ຫຍໍ້​ທໍ້ຫຼາຍ​ຢ່າງຄື ການ​ສ້າງ​ເວັບ​ໄຊ​ຟິດ​ຊິງ​ເປັນ​ຈຳນວນຫຼາຍ, ການ​ສົ່ງ​ຂ່າວ​ເສກ​ສັນ​ປັ້ນ​ແຕ່ງ, ຜິດ​ກັບ​ຮີດ​ຄອງ​ປະ­ເພ­ນີ​ຂອງ​ປະ­ເທດ​ຊາດ​ເຮົາ, ການກະ​ຈ່າຍ​ໄວ​ຣັສ, ມັນ​ແວ... ບໍ່​ພຽງ​ແຕ່​ປະ­ຊາ­ຊົນ​ເທົ່າ​ນັ້ນ​ ຫາກນັບ​ທັງ​ອົງ​ການ­ຈັດ­ຕັ້ງ, ວິ​ສາ​ຫະ​ກິດທີ່​ສະ­ໜອງ​ການ​ບໍລິການ​ອອນ​ໄລ​ໃນອິນ​ເຕີ​ເນັດ ກໍ່ລ້ວນ​ແຕ່​ຖືກ​ຜົນກະທົບ, ຖືກ​ເສຍ​ຫາຍທາງ​ດ້ານ​ເສດ­ຖະ­ກິດ, ອິດ​ທິ​ພົນ, ລະດັບ​ຄວາມ​ເຊື່ອ​ໝັ້ນ....

ຮ້າຍ​ແຮງ​ກ່ວ​າ​ນັ້ນ, ​ຜົນ​ປະ​ໂຫຍ​ດ ແລະ ​ອະ­ທິ­ປະ​ໄຕ​ດ້ານ​ດິ​ຈິ​ຕອນ​ ຂອງ​ປະ­ເທດ​ກໍ່​ກຳ­ລັງ​ຖືກ​ນາບ​ຂູ່. ບັນ­ດາ​ອິດ​ທິ​ກຳ­ລັງ​ສັດ­ຕູ, ພວກປະ­ຕິ​ການ ​ໄດ້ສວຍ​ໃຊ້ອິນ​ເຕີ​​ເນັດ ເພື່ອ​ໃສ່ຮ້າຍປ້າຍ​ສີສ່ວນ​ບຸກ­ຄົນ, ຍຸຍົງ​ສົ່ງ​ເສີມ​ການ​ຄັດຄ້ານ​ຕ້ານ​ຢັນ​, ປະ­ຕິ­ບັດ​ການ​ສອດ­ແນມ, ​ສືບ​ຂ່າວ​ອອນ​ໄລ, ທຳ​ລາຍ­ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ­ຫງົບ​ຂອງ​ປະ­ເທດ. ໃນ​ໂລກ​ໄດ້​ມີ​ຫຼາຍ​ປະ­ເທດ​ຖື​ເອົາ ຍ່ານ​ເວ­ຫາອິນ​ເຕີ​ເນັດ ແລະ ສັງ­ຄົມ​ຂໍ້​ມູນ​ຂ່າວ​ສານ ​ເປັນ​ເທສະ​ແຫ່ງ​ການ​ພັດ­ທະ­ນາ​ທີ່​ຫ້າ​ຂອງ​ປະ­ເທດ​ຕົນ ໄປ​ຄຽງ​ຄູ່​ກັບ​ໜ້າ­ດິນ, ມະ­ຫາ​ສະ​ມຸດ, ທ້ອງ­ຟ້າ ແລະ ຈັກກະວານ.

ໃນ​ສະ­ພາບ​​ຕົວ​ຈິງ​ຢູ່ຫວຽດ­ນາມ​ປະ­ຈຸ​ບັນ, ອາດ​ຈະ​ເຫັນ​ໄດ້​ວ່າ, ​ໃນ​ຊີ­ວິດຕົວ​ຈິງ ບົດ­ບາດ​ຂອງລັດ ແລະ ການ­ເຄື່ອນ­ໄຫວ​ຄຸ້ມ​ຄອງ​ແຫ່ງ​ລັດ ໄດ້​ຊ່ວຍ​​ສົ່ງ­ເສີມ​ປັດ­ໃຈ​ທີ່​ຕັ້ງ­ໜ້າ, ແກ້​ໄຂ​ບັນ­ດາ​ການ​ກະ­ທຳ​ທີ່​ຜິດ​ພາດ ​ແລະ ຮັກ­ສາຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ທາງສັງ­ຄົມ​ໄດ້, ​ແຕ່​ບັນ­ດາ​ມາດ​ຕະ­ການ​ຄຸ້ມ​ຄອງ​ແຫ່ງ​ລັດ​ແບບ​ດັ້ງ​ເດີມນັ້ນ ຈະ​ບໍ່​​ເໝາະ​ສົມ​ກັບ​ການ​ຄຸ້ມ​ຄອງ​ເຄືອ​ຂ່າຍ​ສັງ­ຄົມ​ໃນອິນ​ເຕີ​ເນັດ.

ສາເຫດ­​ຕົ້ນ​ຕໍແມ່ນ ​ບັນ­ດາ​ພື້ນ­ຖານ​ເຄືອ​ຂ່າຍ​ສັງ­ຄົມ​ໃຫຍ່ ​ທີ່​ຖືກ​ຄຸ້ມ​ຄອງແລະຂັບເຄື່ອນ​​ໂດຍບັນດາ​ກຸ່ມ​ບໍລິສັດ​ຂ້າມ​ຊາດ​ຕ່າງ­ປະ­ເທດ ພ້ອມ​ດ້ວຍ​ລະ­ບົບ​ເຄື່ອງ​ຈັກ ​ເຄື່ອງ­ປະ­ກອບ​ທີ່ຕິດ​ຕັ້ງຢູ່​ກະ​ແຈກ​ກະ­ຈາຍ​ໃນ​ທົ່ວ​ໂລກ. ບັນ­ດາ​ມາດ​ຕະ­ການ​ຄຸ້ມ​ຄອງ​​ແບບ​ດັ້ງ​ເດີມ​ ຂອງ​ອົງ­ການ​ຮັບ­ຜິດ­ຊອບ​ຂອງຫວຽດ­ນາມ ຄື ການ​ອອກໃບ​ອະ​ນຸ​ຍາດ, ການກວດ­ກາ ​ຕິດ­ຕາມ, ການ​ສັ່ງ​ໃຫ້​ລຶບ​ບົດ​ຂ່າວບົດ​ຄວາມອອກ​ຈາ​ກເວັບ​ໄຊ... ​ບໍ່​ສາ­ມາດ​ໝູນ​ໃຊ້​ໄດ້​ໃນ​ເກືອບ​ທຸກ​ກໍລະ­ນີ. ບັນ­ດາ​ມາດ​ຕະ­ການ​ດ້ານ​ເຕັກ​ນິດຄື ສະກັດ​ກັ້ນ, ກັ່ນ​ຕອງ​ການ​ເຂົ້າ​​ເຖິງ​ເວັບ​ໄຊ ເຊິ່ງຕ້ອງ​ການ​ລົງທຶນດ້ວຍຄ່າ​ໃຊ້​ຈ່າຍຫຼາຍ, ບໍ່​ສາ­ມາດ​ນຳ​ເອົາ​ປະ​ສິດ​ທິ​ຜົນ​ມາ​ໄດ້, ​ເປັນ​ຜົນ​ກະ­ທົບ​ບໍ່​ດີ​ຕໍ່​ສັງ­ຄົມ ​ແລະ​ເປັນ​ຜົນ​ຮ້າຍ​ຕໍ່​ການ​ເຊື່ອມ​​ໂຍງ​ສາ­ກົນ. ຄຽງ​ຄູ່​ກັນ​ນັ້ນ, ລັກ­ສະ­ນະ​ບໍ່​ມີ​ຊາຍ​ແດນ​ຂອງ​ເຄືອ​ຂ່າຍອິນ​ເຕີ​​ເນັດ ​ເຮັດ​ໃຫ້ການ​ຄຸ້ມ​ຄອງ​ດ້ວຍ​ບັນ­ດາ​ມາດ​ຕະ­ການດັ້ງ​ເດີມ ບໍ່​ມີປະ​ສິດ­ທິ​ຜົນ​ຄື​ດັ່ງ​ຄວາມ​ຕ້ອງການ.

ໃນ​ສະ­ພາບ​ການ​ນັ້ນ, ການ​ຊອກ​ຫາ​ມາດ​ຕະ­ການ​ແກ້​ໄຂທີ່​ເໝາະ​ສົມ ແນ­ໃສ່​ຄຸ້ມ​ຄອງ​ສັງ­ຄົມ​ຂໍ້​ມູນ​ຂ່າວ­ສານ​ຕາມ​ກົດ­ໝາຍ, ​ສອດ­ຄ່ອງ​ກັບຫຼັກ​ປະຕິບັດ​ສາກົນ ແລະ ຈຸດ​ພິ­ເສດ​ສະ­ເພາະ​ຂອງຫວຽດ­ນາມ, ຫັນ​ຄວາມ​ທ້າ​ທາຍ​ໃຫ້​ເປັນ​ໂອ­ກາດ, “ເພື່ອ​ສັງ­ຄົມ​ຂໍ້​ມູນ​ຂ່າວ­ສານ​ທີ່​ປອດ​ໄພ, ສົດ​ໃສແຫ່ງ​ໜຶ່ງ”, ຕ້ອງ​ຖື​ເປັນ​ໜຶ່ງ​ໃນ​ບັນດາ​ການ​ບຸລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ໃນ​ປະ­ຈຸ​ບັນ.

ປະ­ສົບ​ການ ແລະ ບັນ­ດາ​ບົດ­ຮຽນ​ປະ­ຫວັດ­ສາດ​ ໄດ້​ໃຫ້​ເຫັນ​ວ່າ ​ເມື່ອ​ຕ້ອງ​ແກ້​ໄຂ​ບັນ­ຫາ​ໃຫຍ່​ໜຶ່ງ, ຄົນ ຫວຽດ­ນາມ​ເຄີຍ​ມີ​ວິ­ທີ​ແກ້​ໄຂ​ທີ່​​ໄຫວພິບ, ສອດຄ່ອງ​ກັບ​ເງື່ອນ­ໄຂ​​ພາຍ​ໃນ​ປະ­ເທດ. ໃນ​ໄລ­ຍະ​ເວ­ລາ​ສັ້ນ​ແຕ່ 3 ເຖິງ 5 ປີ, ຈະ​ກໍ່­ສ້າງເຄືອ​ຂ່າຍ​ສັງ­ຄົມທີ່​ເປັນ​ຂອງຫວຽດ­ນາມ​ລ້ວນໆ​ໃຫ້​ສຳ­ເລັດ​ຜົນ ເພື່ອ​ປ່ຽນ​ແທນ​ໃຫ້​​ແກ່ເຄືອ​ຂ່າຍ​ສັງຄົມ​ໃຫຍ່​ຂອງ​ຕ່າງ­ປະ­ເທດນັ້ນ ​ເປັນ​ການຍາກ ​​ປະ­ຕິ­ບັດບໍ່​ໄດ້. ແນວ​ຄິດ​ບັນຊາ​ພາ​ທາງໃນ​ໄລ­ຍະ​ສັ້ນ ແລະ ໄລຍະ​ກາງ ແມ່ນ​ຊຸກ­ຍູ້​ຄວາມ​ປະ­ດິດ​ສ້າງຂອງ​ທັງ​ຝ່າຍ​ອົງ­ການ​ຄຸ້ມ​ຄອງ ແລະ ວິ​ສາ​ຫະ​ກິດ.

ອົງ­ການ​ຄຸ້ມ​ຄອງ​ຕ້ອງ­ຄົ້ນ­ຄວ້າ, ຊອກ​ຫາ​ບັນ­ດາ​ມາດ​ຕະ­ການ​​ປະ­ດິດ​ສ້າງ, ບັນ­ດາ​ກົນ​ໄກ, ນະ­ໂຍ­ບາຍ ​ເພື່ອ​ຄຸ້ມ​ຄອງ​ໃຫ້​ໄດ້ ຜູ້​ນຳ​ໃຊ້ອິນ​ເຕີ​ເນັດ ແລະ ວິ​ສາ​ຫະ​ກິດ ນັບ​ທັງ​ວິ​ສາ​ຫະ​ກິດ​ທີ່​ສະ­ໜອງ​ການ​ບໍ­ລິ­ການ​ຂ້າມ​ຊາດ ຕາມ​ກົດ­ໝາຍຫວຽດ­ນາມ. ກົນ​ໄກ, ນະ­ໂຍ­ບາຍ, ຂໍ້​ກຳ­ນົດ​ໃນ​ການ​ຄຸ້ມ​ຄອງ​ອິນ​ເຕີ​ເນັດ ຕ້ອງ​ສ້າງ​ເປັນ “ສະ­ໜາມ​ແຂ່ງຂັນ” ທີ່​ສະ­ເໝີ­ພາບ​ ລະ­ຫວ່າງ​ບັນ­ດາ​ວິ​ສາ​ຫະ​ກິດ, ບໍ່​​ກໍ່​ຄວາມ​ຫຍຸ້ງ­ຍາກ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະເທດ. ວິ​ສາ​ຫະ​ກິດ​ຕ້ອງ​ເສີມ​ຂະ­ຫຍາຍ​ຈິດ­ໃຈ​ຫົວ­ຄິດ​ປະ­ດິດ​ສ້າງ, ເລີ່ມ​ທຸ­ລະ​ກິດຢ່າງ​ແຂງ­ແຮງ​ກວ່າ​ອີກ ໃນ​ການ​ສວຍ​ໃຊ້​ທ່າ​ໄດ້​ປຽບ​ແຫ່ງ​ການ​ແຂ່ງ­ຂັນ​ ພິ­ເສດ​ສະ­ເພາະ​ຂອງຫວຽດ­ນາມ ເພື່ອ​ຊຸກ­ຍູ້​ການ​ພັດ­ທະ­ນາ​ແຫຼ່ງ​ຊັບ­ພະ­ຍາ­ກອນ​ດ້ານ​ຂໍ້​ມູນ​ຂ່າວ­ສານ​ດິຈິຕອນ​ເປັນ​ເທື່ອ​ລະ​ກ້າວ.

​ໂຄງການປະຕິບັດ​ອັນ​ລະອຽດ

ໂຄງ­ການ​ປະ­ຕິ­ບັດ​ອັນ​ລະ­ອຽດເພື່ອ​​ເຮັດ​ໃຫ້​ສັງ­ຄົມ​ຂໍ້​ມູນ​ຂ່າວ­ສານ​ທີ່​ປອດ​ໄພ ສົດ​ໃສ ປະກົດ​ເປັນ​ຈິງ​ນັ້ນ​ຕ້ອງ​ມີ​ທິດ​ທາງ ເປົ້າ​ໝາຍ​ທີ່​ຈະ­ແຈ້ງ, ­ສົມທົບ​ຢ່າງ​ກົມ­ກຽວ​ລະ­ຫວ່າງ​ຍຸດ​ທະ​ສາດ​ອັນ​ຍາວ​ນານ ກັບ​ມາດ​ຕະ­ການ​ທີ່​ຮີບ​ດ່ວນ​ໃນ­ຕໍ່­ໜ້າ, ​ໃນ​ນັ້ນ ທັດ­ສະ­ນະ, ຈິນ​ຕະ​ຍາ​ການ​ແກ້​ໄຂ​ບັນ­ຫາ​ ຕ້ອງ​ມີ​ການ​ປ່ຽນ­ແປງ​ໃໝ່​​ໃຫ້​ສອດຄ່ອງ​ກັບ​ສະ­ພາບ​ການ​​ປະຈຸ­ບັນ.

ທັດ­ສະ­ນະ​ແຫ່ງ​ການ​ພັດ­ທະ­ນາ

ທັດ­ສະ­ນະ​ກຳ­ນົດ​ທິດ​​ຂອງ​ໂຄງ­ການ​ປະ­ຕິ­ບັດ​ທີ່​ວາງ​ອອກ​ແມ່ນ ​ພັດ­ທະ­ນາ​ສັງ­ຄົມ​ຂໍ້​ມູນ​ຂ່າວ­ສານຫວຽດ­ນາມ ທີ່​ປອດ​ໄພ, ສົດ​ໃສ; ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ­ສາ​ອະ­ທິ­ປະ​ໄຕ​ດິຈິຕອນ​ແຫ່ງ​ຊາດ; ຊຸກ­ຍູ້​ການ​ຮ່ວມ​ມື, ເຊື່ອມ​​ໂຍງ​ສາ­ກົນ ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ­ສານ ແລະ ຖະ­ແຫຼງ​ຂ່າວ; ຍົກ​ສູງ​ລະ­ດັບ​ຄວາມ​ຮູ້​ຂອງ​ປະຊາຊົນ, ປະ­ກອບ­ສ່ວນ​ອັນ​ສຳ­ຄັນ​ເຂົ້າ​ໃນ​ການ​ກຳ­ນົດ​ທິດ​ວັດ­ທະ­ນະ­ທຳ, ແບບ​ດຳ­ລົງ​ຊີ­ວິດ​ຂອງ​ທົ່ວ​ສັງ­ຄົມ, ຊຸກ­ຍູ້​ການ​ພັດ­ທະ­ນາ​ເສດ­ຖະ­ກິດ. ໃນ​ຂອບ​ເຂດ​ດິນ­ແດນຫວຽດ­ນາມ, ເຄືອ​ຂ່າຍ​ສັງ­ຄົມ​ເວົ້າ​ສະ­ເພາະ ​ແລະ ເຄືອ​ຂ່າຍອິນ​ເຕີ​​ເນັດ ເວົ້າ​ລວມ ຕ້ອງຢູ່​ພາຍ​ໃຕ້​ອຳ­ນາດ​ຕັດ­ສິນ​ອະ­ທິ­ປະ​ໄຕ​ຂອງຫວຽດ­ນາມ. ກົດ­ໝາຍ​ຂອງ​ຫວຽດ­ນາມຕ້ອງ​ໄດ້​ຮັບ​ຄວາມ​ເຄົາ­ລົບ​ນັບ­ຖື ແລະ ປະ­ຕິ­ບັດ​ຢ່າງ​ເຂັ້ມ​ງວດ. ອົງ­ການ​ຄຸ້ມ​ຄອງ​ແຫ່ງ​ລັດຂອງຫວຽດ­ນາມ ກໍ່​ຕ້ອງ​ຍົກ​ສູງ​ຄວາມ​ສາມາດ​ປະ­ຕິ­ບັດ​ກົດ­ໝາຍ​ຢ່າງ​ສົມ​ຄູ່.

​ເປົ້າ­ໝາຍ​ອັນ​ລະ­ອຽດ

ຈາກ​ທັດ­ສະ­ນະ​ກຳ­ນົດ​ທິດ​ດັ່ງ​ກ່າວ​ເທິງ​ນີ້, ​ເປົ້າ­ໝາຍອັນ​ລະ­ອຽດທີ່​ໄດ້​ວາງ​ອອກ​ແມ່ນ ຈຳກັດ​ຜົນ​ກະ­ທົບ​ທີ່​ຫຍໍ້­ທໍ້​ຂອງອິນ​ເຕີ​​ເນັດ, ປົກ​ປັກ​ຮັກ­ສາ​ຜູ້​ນຳໃຊ້ອິນ​ເຕີ​​ເນັດຢູ່​ຫວຽດ­ນາມ ​ໃຫ້​ພົ້ນ​ຈາກ​ໄພ​ອັນ­ຕະ­ລາຍ, ຄວາມ​ສ່ຽງ ​ຄວາມ​ບໍ່​ປອດ​ໄພ​ຂໍ້​ມູນ​ຂ່າວ­ສານ​ຢູ່​ໃນ​ເຄືອ​ຂ່າຍ; ເພີ່ມ​ທະ­ວີ​ຄວາມ​ສັກ­ສິດ​​ໃນ​ການ​ປະ­ຕິ­ບັດ​ກົດ­ໝາຍ​ຂອງຫວຽດ­ນາມ ກ່ຽວ​ກັບອິນ​ເຕີ​​ເນັດ; ຄຸ້ມ​ຄອງແລະ​ບໍ­ລິ­ຫານ​ຈັດ­ການ​ສັງ­ຄົມ​ຂໍ້​ມູນ​ຂ່າວ­ສານ​ ດ້ວຍ​ກົດໝາຍ; ກໍ່­ສ້າງ​ສະ­ພາບ​ແວດ​ລ້ອມເຄືອ​ຂ່າຍ​ທີ່​ເຊື່ອຖື​ໄດ້ ​ເປັນຮາກ­ຖານ​ເພື່ອ​ຊຸກ­ຍູ້​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວ­ສານ ແລະ ການ​ແລກ­ປ່ຽນ​ຄ້າ­ຂາຍ​ອອນ​ໄລ.

ໜ້າ­ທີ່, ວິທີ​ແກ້​ໄຂ​ໄລຍະ​ຍາວ

ໂຄງ­ການ​ປະ­ຕິ­ບັດ​ໄດ້​ວາງ​ 3 ໝວດ​ໜ້າ­ທີ່, ວິທີ​ແກ້​ໄຂ​ໄລຍະ​ຍາວ, ມີ​ລັກ­ສະ­ນະ​ໄລ­ຍະ​ກາງ ແລະ ໄລ­ຍະ​ຍາວ ​​ດັ່ງ​ລຸ່ມ​ນີ້:

ທີ​ໜຶ່ງ, ສືບ​ຕໍ່​ປົວ­ແປງ​ບູ­ລະ­ນະ​​ຂອບ​ກົດ­ໝາຍ ເພື່ອ​ສ້າງ​ເງື່ອນ­ໄຂ​ທີ່​ສະ­ດວກ​ໃຫ້​ແກ່​ອົງ​ການ­ຈັດ­ຕັ້ງ, ບຸກ­ຄົນ​ທີ່​ພົວ­ພັນ​ເຖິງ​ການ­ເຄື່ອນ­ໄຫວ, ​ເປັນ​ພື້ນ­ຖານ​ເພື່ອ​ໃຫ້​ອົງ­ການ​ຮັບ­ຜິດ­ຊອບ​ດຳ​ເນີນການ​ຄຸ້ມ​ຄອງ, ບໍ­ລິ­ຫານ​ສັງ­ຄົມ​ຂໍ້​ມູນ​ຂ່າວສານ ສອດຄ່ອງ​ກັບ​ທຳ­ນຽມ​ສາ­ກົນ ແລະ ຈຸດ​ພິ­ເສດ​ສະ­ເພາະ​ຂອງຫວຽດ­ນາມ.

ທີ​ສອງ, ຍູ້​ແຮງ​ການ​ຜັນ​ຂະ­ຫຍາຍ​ຢ່າງ​ຄົບ​ຊຸດ ​ບັນ­ດາ​ເອ­ກະ­ສານ​ຊີ້​ນຳ​ຂອງ​ພັກ, ບັນ­ດາ​ໂຄງ­ການ, ແຜນ​ກຳ­ນົດ, ແຜນ­ການ​ຊຸກ­ຍູ້​ການ​ໝູນ​ໃຊ້ ແລະ ພັດທະນາ­​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ຮັບ­ປະ­ກັນ​ຄວາມ​ປອດ​ໄພດ້ານ​ຂໍ້​ມູນ​ຂ່າວ­ສານ ​ທີ່​ລັດ­ຖະ­ບານ, ນາ­ຍົກ­ລັດ­ຖະ­ມົນ­ຕີ​ ໄດ້ອະ­ນຸ­ມັດ​ຜ່ານ.

ທີ​ສາມ, ລະ­ດົມ​ແຫຼ່ງ​ພະ­ລັງ, ການ​ເຂົ້າ​ຮ່ວມ​ຂອງ​ທົ່ວ​ສັງ­ຄົມ, ພິ­ເສດ​ແມ່ນ​ບັນ­ດາ​ວິ​ສາ​ຫະ​ກິດ, ບັນ­ດາ​ອົງການ​ຖະ​ແຫຼງ​ຂ່່າວ, ສື່​ມວນ​ຊົນ​ ໃນ​ການ​ພັດ­ທະ­ນາ​ສັງ­ຄົມ​ຂໍ້​ມູນ​ຂ່າວ­ສານຫວຽດ­ນາມ ທີ່​ປອດ​ໄພ, ປອດ​ໃສ.

ໜ້າ­ທີ່, ວິທີ​ແກ້​ໄຂ​ທີ່​ຮີບ​ດ່ວນ

ຄຽງ​ຄູ່​ກັບ​ໝວດ​ໜ້າ­ທີ່​ ວິທີ​ແກ້​ໄລຍະ​ຍາວ, ໂຄງ­ການ​ປະ­ຕິ­ບັດ​ໄດ້​ວາງ​​ 4 ໝວດໜ້າ­ທີ່, ວິທີ​ແກ້​ໄຂ​ອັນຮີບ​ດ່ວນອອກ​ມາ​ດັ່ງ​ລຸ່ມ​ນີ້:

ທີ​ໜຶ່ງ, ຍົກ​ສູງ​ຄວາມ​ສາ­ມາດ​​ໃນ​ການ​ຄຸ້ມ​ຄອງ, ສ້າງ­ຕັ້ງ ແລະ ຂັບເຄື່ອນ​​ລະ­ບົບ​ເກັບ​ກຳ, ສັງ​ລວມ​ຂໍ້​ມູນ​ຂ່າວ­ສານ, ຄົ້ນ​ເຜີຍ​ບັນ­ດາ​ແຫຼ່ງ​ແຜ່​ກະ­ຈາຍ​ຂໍ້​ມູນ​ຂ່າວ­ສານທີ່​ລະ­ເມີດ​ກົດ­ໝາຍ​ໃນ​ເຄືອ​ຂ່າຍ ​ເພື່ອ​ຊ່ວຍ­ເຫຼືອ​ໃຫ້​ແກ່​ອົງ­ການ​ຮັບ­ຜິດ­ຊອບ​ໃນ​ການ​ຕິດ­ຕາມ, ແກ້​ໄຂ. ສ້າງ­ຕັ້ງ​ກົນ​ໄກ​ກ່ຽວ​ກັບ​ການ​ແບ່ງ­ປັນ​ຂໍ້​ມູນ​ຂ່າວ­ສານ​ທັນທີ​ທັນ​ໃດ, ມີ​ປະ​ສິດ­ທິ​ຜົນ ​ລະ­ຫວ່າງ​ອົງ­ການ​ຮັບ­ຜິດ­ຊອບ ​ກັບ​ບັນ­ດາ​ວິ​ສາ​ຫະ​ກິດ​ທີ່​ສະ­ໜອງ​ການ​ບໍ­ລິ­ການ​ດ້ານ​ໂທລະ​ຄົມມະນາຄົມ, ອິນ​ເຕີ​​ເນັດ ແລະ ປະ­ຊາ​ຄົມ​ ໃນ​ການ​ປະ­ສານ​ງານ, ແກ້​ໄຂ​ບັນ­ດາ​ແຫຼ່ງ​ແຜ່​ກະ­ຈາຍ​ຂໍ້​ມູນ​ຂ່າວ­ສານ​ທີ່​ຜິດ​ກົດ­ໝາຍ​ໃນ​ເຄືອ​ຂ່າຍ. ສ້າງ­ຕັ້ງ ແລະ ຂັບເຄື່ອນ​ລະ­ບົບ​ຊ່ວຍ­ເຫຼືອ​ໃຫ້​ຜູ້­ນຳ​ໃຊ້​ເຊື່ອມ​ຕໍ່ອິນ​ເຕີ​​ເນັດ ຢ່າງ​ປອດ​ໄພ.

ທີ​ສອງ, ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ຂໍ້​ມູນ​ຂ່າວ­ສານ​ດິ​ຈິ​ຕອນ, ພັດ­ທະ­ນາ​ບັນ­ດາ​ໝວດເວັບ​ໄຊ​ສະ­ເພາະ​ໃນ​ເຄືອ​ຂ່າຍ​ສັງ­ຄົມ​ໃຫຍ່​ຈຳ­ນວນ​ໜຶ່ງ​ ທີ່​ມີ​ເນື້ອ​ໃນ​ທີ່​ຈັບ­ໃຈ ​ເລັງ​ໃສ່​ເປົ້າ​ໝາຍ​ທີ່​ລະ­ອຽດ, ດຶງ​ດູດ​ໄດ້​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ນຳ​ໃຊ້​ເປັນ​ຈຳ­ນວນ​ຫຼາຍ. ເພີ່ມ​ທະ­ວີ​ການ​ສະ­ໜອງ​ຂໍ້​ມູນ​ຂ່າວ­ສານ​ທີ່​ເປັນທາງ​ການ​ໃຫ້​ແກ່​ເຄືອ​ຂ່າຍ, ພິ­ເສດ​ແມ່ນ​ເຄືອ​ຂ່າຍ​ສັງ­ຄົມ, ຕິດ​ພັນ​ກັບ​ການ​ຄຸ້ມ​ຄອງ, ບັນ­ຊາ​ຄວບ​ຄຸມ​ຢ່າງ​ແໜ້ນ​ແຟ້ນ​ທາງ​ດ້ານ​ເນື້ອ​ໃນຂອງ​ບັນ­ດາ​ເວັບ​ໄຊ​ຂໍ້​ມູນ​ຂ່າວ­ສານ​ທີ່​ເປັນ​ທາງ​ການ​ ໃຫ້​ຖືກ​ຕ້ອງຕາມ​ກຳ­ນົດ​ຂອງ​ກົດ­ໝາຍ. ພັດ­ທະ­ນາ​ເຄືອ​ຂ່າຍ​ສັງ­ຄົມຫວຽດ­ນາມ ເພື່ອ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ນຳ​ໃຊ້​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ. ພັດ­ທະ­ນາ​ບັນ­ດາ​ຜະ­ລິດ​ຕະ​ພັນ, ການ​ບໍ­ລິ­ການ​ອື່ນໆ​ເພື່ອ​​ນຳໃຊ້ຢ່າງ​ສຸດ​ຂີດ ​ທ່າ­ແຮງ​ໃນ​ການ​ເຊື່ອມ​ຕໍ່​ຂອງ​ເຄືອ​ຂ່າຍອິນ​ເຕີ​​ເນັດຫວຽດ­ນາມ.

ທີ​ສາມ, ຊ່ວຍ­ເຫຼືອ ແລະ ພັດ­ທະ­ນາ​ຊຸມ​ຊົນ. ສ້າງ­ຕັ້ງ​ກົນ​ໄກ​ຕິດ​ຕໍ່​ທີ່​ງ່າຍ­ດາຍ, ​ສະ­ດວກດີ, ມີຄວາມພ້ອມ ​ເພື່ອ​ໃຫ້​ຜູ້​ນຳ​ໃຊ້​ສ່ອງ​ແສງ​ໃຫ້​ອົງການ​ຮັບຜິດຊອບ​ຮູ້ ກ່ຽວ​ກັບ​ແຫຼ່ງ​ແຜ່​ຈະ​ຈາຍ​ຂໍ້​ມູນ​ຂ່າວ­ສານ​ທີ່​ຜິດ​ກົດ­ໝາຍ, ຂໍ້​ມູ​ຂ່າວສານ​ທີ່​ເປັນ​ໄພຕໍ່​ບຸກ­ຄົນ ​ແລະ ອົງ​ການ­ຈັດ­ຕັ້ງ​. ກໍ່­ສ້າງ ແລະ ໂຄ­ສະ­ນາ​ເຜີຍແຜ່​ຢ່າງ​ກວ້າງຂວາງກ່ຽວ​ກັບ​ຂໍ້​ກຳ­ນົດ, ມາດ­ຕະ­ຖານ​​ສັງ­ຄົມ ​ສຳ­ລັບ​ຜູ້​ນຳ​ໃຊ້ອິນ​ເຕີ​​ເນັດຢູ່​ຫວຽດນາມ, ຊຸກ­ຍູ້​ການ​ເປັນ​ຮູບ​ເປັນ​ຮ່າງ​ຂອງ​ວັດທະນະທຳການ​ປະ­ພຶດ, ແບ່ງ­ປັນ​ຂໍ້​ມູນ​ຂ່າວ­ສານ​ທີ່ສົດ​ໃສ, ກ່າວ​ປະ­ນາມ ຂວ້ຳ​ບາດ​ຕໍ່​ການ​ກະ­ທຳ​ທີ່​ຕ້ານ​ຄືນ​ຜົນ​ປະ­ໂຫຍດ​ຂອງຊຸມ​ຊົນ, ຜົນ​ປະ­ໂຫຍດ​ຂອງ​ຊາດ ​ໃນ​ເຄືອ​ຂ່າຍອິນ​ເຕີ​​ເນັດ. ຜັນ​ຂະ­ຫຍາຍ​ບັນ­ດາ​ການເຄື່ອນ­ໄຫວ​ໂຄ­ສະ­ນາ, ແນະ­ນຳ, ​ເຜີຍ­ແຜ່​ທັກ​ສະ­ການ​ນຳ​ໃຊ້ອິນ​ເຕີ​​ເນັດ ທີ່​ປອດ​ໄພ ແລະ ມີ​ປະສິດທິ​ຜົນ.

ທີ​ສີ່, ຮ່ວມ​ມື​ກັບ​ບັນ­ດາ​ອົງ­ການ​ທີ່​ປະ­ຕິ­ບັດ​ກົດ­ໝາຍ​ສາ­ກົນ​ ໃນ​ການ​ສະ­ກັດ​ກັ້ນ​ໄພ​ອັນ­ຕະ­ລາຍ​ທາງ​ດ້ານຂໍ້​ມູນ​ຂ່າວ­ສານ​ທີ່​ເລີ່ມຈາກຫວຽດ­ນາມ ແລະ ​ແນ​ໃສ່ຫວຽດ­ນາມ. ຮ່ວມ​ມື​ກັບ​ບັນ­ດາ​ວິ​ສາ​ຫະ​ກິດ​ທີ່​ສະ­ໜອງ​ການ​ບໍລິການ​ຂໍ້​ມູນ​ຂ່າວ­ສານ​ຜ່ານ​ຊາຍ​ແດນ, ພິ­ເສດ​ແມ່ນ​ບັນ­ດາ​ວິ​ສາ​ຫະ​ກິດ​ເຈົ້າ​ຂອງ​ທີ່​ຄຸ້ມ​ຄອງ​ເຄືອ​ຂ່າຍ​ສັງ­ຄົມ​ທີ່​ມີຜູ້​ນຳ​ໃຊ້​ເປັນ​ຈຳ­ນວນ​ຫຼາຍ​ຢູ່ຫວຽດ­ນາມ ເພື່ອ​ສ້າງ­ຕັ້ງ​ຫົວ​ເງື່ອນ​ໃນ​ການ​ປະ­ສານ​ສົມ­ທົບ​ແກ້​ໄຂ​ຂໍ້​ມູນ​ຂ່າວ­ສານ​ທີ່​ລະ­ເມີດ​ກົດ­ໝາຍ; ແບ່ງ­ປັນ​ຂໍ້​ມູນ​ຂ່າວ­ສານ, ແນະ­ນຳ​ກ່ຽວ​ກັບ​ນະ­ໂຍ­ບາຍ ແລະ ກຳ­ນົດ​ທິດ​ການ​ລົງ­ທຶນ, ປົວ­ແປງ​ຄຸນ​ນະ​ພາບ​ການ​ບໍ­ລິ­ການ​ດ້ານ​ຂໍ້​ມູນ​ຂ່າວ­ສານ​ຜ່ານ​ຊາຍ​ແດນ​ຢູ່ຫວຽດ­ນາມ. ປະ­ສານ​ສົມ­ທົບ​ກັບ​ບັນ­ດາ​ອົງ​ການ­ຈັດ­ຕັ້ງ, ວິ​ສາ​ຫະ​ກິດ​ຕ່າງປະ​ເທດ​ ໃນ​ວຽກ​ງານ​ໂຄ­ສະ­ນາ, ແນະ­ນຳ​ທັກ​ສະ­ການ​ນຳ​ໃຊ້​​ຜະລິດ​ຕະ​ພັນ, ການ​ບໍ­ລິ­ການ​ຂ້າມ​ຜ່ານ​ຊາຍ​ແດນ​ທີ່​ປອດ​ໄພ ແລະ ມີ​ປະ​ສິດ­ທິ​ຜົນ.

ເພື່ອ​ຜັນ​ຂະ­ຫຍາຍ​ບັນ­ດາ​ໝວດ​ໜ້າ­ທີ່, ວິ​ທີ​​ແກ້​ໄຂ​ທີ່ກ່າວມາເທິງ​ນີ້ ​ຕ້ອງ​ລະ­ດົມ​ຢ່າງ​ສູງ​ສຸດ ​ບັນ­ດາ​ແຫຼ່ງ​ພະ­ລັງ​ສັງ­ຄົມ, ການ​ເຂົ້າ​ຮ່ວມ​ຂອງ​ບັນ­ດາ​ວິ​ສາ​ຫະ​ກິດ, ປະ­ຕິ­ບັດ​ຕາມ​ຮູບ​ການ​ຫັນ​ເປັນ​ສັງ­ຄົມ, ຂຸດ​ຄົ້ນ​ຄວາມ​ສາມາດ​ຈັດ​ຕັ້ງ​ຄຸ້ມ​ຄອງ, ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະ​ກິດ​ ​ເພື່ອ​ຮັບ­ປະ­ກັນ​ການ​ປະ­ຢັດ ແລະ ມີ​ປະ​ສິດ­ທິ​ຜົນ.

ເຄືອ​ຂ່າຍ​ກອມ​ພິວ​ເຕີ ແລະ ອິນ​ເຕີ​​ເນັດ ເປັນ​ໜຶ່ງ​ໃນ​ບັນ­ດາ​ຜົນ­ງານ​ທີ່​ມີ​ຜົນ​ສະ­ທ້ອນ​ອັນ​ຍິ່ງໃຫຍ່​ຂອງ​ມະນຸດຊາດ, ​ເລີ່​ມຕົ້ນ​ຍຸກໃໝ່ທີ່​ມີ​ຄວາມ​ກ້າວ­ໜ້າ​​ແບບ​ກ້າວ​ກະ​ໂດດ​ໃນ​ທົ່ວ​ໂລກ. ໃນ​ຍຸກ​ສະ­ໄໝ​ເຕັກ​ໂນ​ໂລ​ຊີ​ດິຈິຕອນ​ນີ້, ຫວຽດ­ນາມກຳ­ລັງ​ຢືນ​ຕໍ່­ໜ້າ​ກາ­ລະ​ໂອ­ກາດແລະຄວາມ​ທ້າ​ທາຍທີ່​ແຊກ​ຊ້ອນ​ກັນ. ພາຍ​ໃຕ້​ການ​ນຳ­ພາ​ຂອງ​ພັກ, ການ​ຄຸ້ມ​ຄອງ​ຂອງ​ລັດ, ຫວຽດ­ນາມພວມ​ມີ​​ຄວາມ​ສະ­ດວກ​ທີ່​ແນ່­ນອນ ເມື່ອ​ໄດ້​ສ້າງ​ພື້ນຖານ​ເບື້ອງ​ຕົ້ນ​ໃຫ້​ແກ່​ການ​ພັດ­ທະ­ນາ. ດັ່ງ­ນັ້ນ, ຫວຽດ­ນາມຕ້ອງ​ທັງ​ຊຸກ­ຍູ້​ການປະຍຸກ​ເຕັກ​ໂນ​ໂລ​ຊີ​ ແລະ ພັດ­ທະ­ນາ​​ເຕັກ​ໂນ​ໂລ​ຊີຢ່າງ​ແຂງ­ແຮງ​ກວ່າ​ອີກ ​ເພື່ອແນ­ໃສ່​ສວຍ​ໃຊ້​ຜົນ​ປະ­ໂຫຍດທີ່​ເຕັກ​ໂນ​ໂລ​ຊີ​ໃໝ່​ນຳ​ມາ​ໃຫ້, ທັງ​ຕ້ອງ​ຮັບ­ປະ­ກັນ​ຄວາມ​ສະ​ຖຽມ​ລະ​ພາບ​ດ້ານ​ການ­ເມືອງ, ວັດ­ທະ­ນະ­ທຳ, ເສດ­ຖະ­ກິດ ແລະ ສັງ­ຄົມ​ຂອງ​ປະ­ເທດ. ການ​ກໍ່­ສ້າງແລະຜັນຍະ​ຫຍາ​ຍໂຄງ­ການ​ປະ­ຕິ­ບັດເພື່ອສັງ­ຄົມ​ຂໍ້​ມູນ​ຂ່າວ­ສານ​ທີ່​ປອດ​ໄພ ສົດ​ໃສ ເພື່ອ​ຫັນ​ເປັນ​ລະ­ອຽດ​​ແນວທາງ ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ­ໂຍ­ບາຍ ກົດ­ໝາຍ​ຂອງ​ລັດ ບົນ​ຈິດ­ໃຈ​ສ້າງ­ສັນ ​ຈະ​ຊ່ວຍ​ເປີດ​ກ້ວ​າງ​ເທລະ​ແຫ່ງ​ການ​ພັດທະນາ, ເສີມ​ຂະ­ຫຍາຍ​ແຫຼ່ງ​ພະ­ລັງ, ຊຸກ­ຍູ້​ຄວາມ​ປະ­ດິດ​ສ້າງ​ ເພື່ອ​ການ​ພັດ­ທະ­ນາ​ຂອງ​ປະ­ເທດ​ຢ່າງ​ໝັ້ນ­ຄົງຍືນ​ຍົງ./.

ປອ. ເຈືອງມິງຕ໊ວນ

ກຳ­ມະ­ການ​ສຸນ​ກາງ​ພັກ, ລັດ­ຖະ­ມົນ­ຕີກະ­ຊວງ​ຖະ­ແຫຼງ​ຂ່າວ ແລະ ການ​ສື່­ສານ