ວກ. - ມະຕິ​ສະບັບ​ເລກທີ 29-NQ/TW “ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່​ການ​ສຶກສາ​ແລະຝຶກ​ອົບຮົມ​ ຢ່າງ​ພື້ນຖານ, ຮອບດ້ານ” ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ກອງ​ປະຊຸມ​ສູນ​ກາງ​ພັກ ຄັ້ງ​ທີ 8 ສະ​ໄໝ​ທີ XI, ວັນ​ທີ 4 ພະຈິກ 2013, ​ໄດ້​ກຳນົດ​ວ່າ ການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ​ເປັນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່, ວິທີ​ແກ້​ທີ່​ສຳຄັນ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ. ການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ​ໄດ້​ຮັບ​ການ​ປະຕິບັດ​ໂດຍ​ຜ່ານ​ການ​ຕີ​ລາຄາ​ພື້ນຖານ​ການ​ສຶກສາ ຫຼືຫຼັກສູດ​ການ​ສຶກສາ ອີງຕາມ​ບັນດາມາດຕະຖານ, ​ເກນ​ກຳນົດ​ຕ່າງໆ ​ແນໃສ່ກຳນົດ​ລະດັບ​ຕອບ​ສະໜອງ​ຄວາມ​ຕ້ອງການ​ທາງ​ດ້ານ​ຄຸນ​ນະພາ​ບ.

ທ່ານ ຝຸ່ງຊວັນຍ້າ ລັດຖະມົນຕີກະຊວງສຶກສາທິການແລະຝຶກອົບຮົມ ຫວຽດນາມ

ມາ​ຮອດ​ປະຈຸ​ບັນ, ຢູ່​ຫວຽດນາມ ​ໄດ້​ມີ​ຂອບ​ກົດໝາຍ ​ແລະ ນະ​ໂຍບາຍ​ ກ່ຽວ​ກັບ​ວຽກ​ງານກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ທີ່​ສົມບູນ​ໂດຍ​ພື້ນຖານ. ການ​ປະ​ເມີນ​ເອກະລາດ​ຂອງ​ບັນດາ​ອົງການ​ກວດ​ສອບ​ຄຸນ​ນະພາ​ບ​ໃນ​ປະ​ເທດ ​ແລະ ສາກົນ ກໍ່​ໄດ້​ຜັນ​ຂະຫຍາຍ​ແລ້ວ. ຄິດ​ໄລ່​ຮອດ​ເດືອນ​ມີນາ 2017, ​ໄດ້​ມີ​ປະມານ 15% ຈຳນວນ​ໂຮງຮຽນ​ມະຫາວ​ພທະຍາ​ໄລ (ບໍ່​ນັບ​ບັນດາ​ໂຮງຮຽນ​ການ​ທະຫານ, ຕຳຫຼວດ) ​ໄດ້​ຮັບ​ການ​ປະ​ເມີນ​ຜົນ​ພາຍ​ນອກ (1). ຜົນ​ຂອງ​ການ​ປະ​ເມີນ​ເອກະລາດ​ໄດ້​ຊີ້​ໃຫ້​ເຫັນ​ຈຸດ​ອ່ອນ​ພື້ນຖານ​ຫຼາຍ​ຢ່າງ ​ຂອງ​ບັນດາ​ໂຮງຮຽນ​ມະຫາວິທະຍາ​ໄລ ກ່ຽວ​ກັບ​ຖັນ​ແຖວ​ຄູ​ອາຈານ, ພື້ນຖານ​ວັດຖຸ,... ​ເພື່ອ​ຈາກ​ນັ້ນ ບັນດາ​ໂຮງຮຽນ​ມີ​ທິດ​ທາງ​ຈະ​ແຈ້ງ​ໃນ​ການ​ປົວ​ແປງ​ຄຸນ​ນະພາ​ບ. ການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ພວມ​ເປັນ​ກຳລັງ​ໜູນ​ທີ່​ສຳຄັນ​ໃນ​ການ​ຊຸກຍູ້​ໃຫ້​ເປັນ​ຮູບ​ເປັນ​ຮ່າງ​ວັດທະນະທຳ​ຄຸນ​ນະພາ​ບ ​ແລະ ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ​ຝຶກ​ອົບຮົມ, ຄົ້ນຄວ້າ​ວິທະຍາສາດ ​ແລະ ຮັບ​ໃຊ້​ປະຊາ​ຊົນ, ສັງຄົມ.

ການ​ພັດທະນາ​ລະບົບການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາມະຫາວິທະຍາ​ໄລ ຂອງ​ຫວຽດນາມ

ການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ​ແມ່ນ​ຂະ​ບວນວິວັດການ​ຕີ​ລາຄາ​ຄຸນ​ນະພາ​ບຢູ່ໂຮງຮຽນ​ມະຫາວິທະຍາ​ໄລໜຶ່ງ ຫຼື​ຫຼັກສູດການ​ສຶກສາ​ໜຶ່ງ ​ແນ​ໃສ່​ຮັບຮອງຢ່າງ​ເປັນ​ທາງ​ການ​ວ່າ ​ໂຮງຮຽນ​ຫຼື​ຫຼັກສູດ​ນັ້ນ ​ແຕ່​ກ່ອນ​ມາ​ເຖິງ​ດຽວ​ນີ້ ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ທາງ​ດ້ານ​ຄຸນ​ນະພາ​ບຫຼື​ບໍ່. ຢູ່​ຫວຽດນາມ, ຍ້ອນ​ໄດ້​ເລີ່​ມຕົ້ນ​ເຄື່ອນ​ໄຫວ​ແຕ່​ຊຸມ​ປີ​ຕົ້ນ 2000 ມາ​ເຖິງ​ປີ​ນີ້, ດັ່ງ​ນັ້ນ ລະບົບກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ​ໄດ້​ມີ​ບາດກ້າວ​ພັດທະນາ​ທີ່​​ແນ່ນອນ ທາງ​ດ້ານ​ຂອບ​ກົດໝາຍ, ນະ​ໂຍບາຍກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ, ຖັນ​ແຖວ​ພະນັກງານ​ທີ່​ຮັບປະກັນ​ຄຸນະພາບ​ການ​ສຶກສາ​ເວົ້າ​ລວມ, ພະນັກງານກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ​ເວົ້າ​ສະ​ເພາະ ​ແລະ ​ໄດ້​ກໍ່ຮ່າງສ້າງຮູບ​ລະບົບ​ບັນດາ​ສູນກວດ​ສອບ​ຄຸນ​ນະພາ​ບທີ່​ເປັນ​ເອກະລາດ.

ມາ​ຮອດ​ປະຈຸ​ບັນ, ລະບົບ​ບັນດາ​ເອກະສານການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາໄດ້​ມີ​ຄົບ​ໂດຍ​ພື້ນຖານ ​ເພື່ອ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ. ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການຂອງ​ວຽກ​ງານ​ຄຸ້ມ​ຄອງ​ລັດ, ສ້າງ​ແລວ​ທາງ​ກົດໝາຍ​ໃຫ້​ແກ່​ວຽກງານກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ​ໄດ້​ຜັນ​ຂະຫຍາຍ​ຢ່າງ​ເປັນ​ປົກກະຕິ ​ແລະ ໝັ້ນຄົງ, ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ລະບົບ​ບັນດາ​ເອກະສານ​ກົດໝາຍ, ​ເອກະສານ​ຊີ້​ນຳແລະແນະນຳ ກ່ຽວ​ກັບການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ​ໄດ້​ຮັບ​ການ​ປັບປຸງ​ບູລະນະ​​ເທື່ອລະ​ກ້າວ. ພັກ, ສະພາ​ແຫ່ງ​ຊາດ, ລັດຖະບານ ນັບ​ມື້​ນັບ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ​ໂດຍ​ຜ່ານ​ການ​ປະກາດ​ໃຊ້​ ບັນດາ​ແຜນ​ນະ​ໂຍບາຍ, ​ແນວທາງ, ນະ​ໂຍບາຍ, ກົດໝາຍ, ​ເຊັ່ນ ກົດໝາຍ​ສຶກສາ (​ປີ 2005), ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ ​ເພີ່ມ​ເຕີມ​ບາງ​ມາດຕາຂອງ​ກົດ​ໝານ​ສຶກສາ (ປີ 2009), ກົດໝາຍ​ສຶກສາມະຫາວິທະຍາ​ໄລ; ມະຕິ​ສະບັບ​ເລກທີ 29-NQ/TW ຂອງ​ພັກ, ບັນດາ​ດຳລັດ​ຂອງ​ລັດຖະບານ, ມະຕິ​ຕົກລົງ​ຂອງ​ນາຍົກລັດຖະມົນຕີ... ກະຊວງ​​ສຶກສາທິການ​ແລະຝຶກ​ອົບຮົມ ກໍ່​​ໄດ້ປະກາດ​ໃຊ້​ໂຄງການ “ພັດທະນາ​ລະບົບກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ສຳລັບ​ການສຶກ​ສາມະຫາວິທະຍາ​ໄລ ​ແລະ ວິຊາ​ຊີບ​ຊັ້ນ​ກາງ​ ໄລຍະ​ປີ 2011 - 2020”, ​ເອກະສານ​ນິຕິ​ກຳ 38 ສະບັບ, ​ເອກະສານ​ຊີ້​ນຳ ​ແນະນຳ​ວິຊາ​ສະ​ເພາະ 42 ສະບັບ​ ກ່ຽວ​ກັບການ​ຮັບປະກັນ ​ແລະ ການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ​ເພື່ອ​ໃຫ້​ບັນດາ​ອົງການ, ໜ່ວຍ​ງານ​ທີ່​ກ່ຽວຂ້ອງ, ​ໃນ​ນັ້ນ​ມີ​ບັນດາ​ພື້ນຖານ​ການ​ສຶກສາ ​ແລະ ບັນດາ​ອົງການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ, ​ເປັນ​ເອກະ​ພາບ​ກັນ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ.

ຕົວ​ແບບການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນເທື່ອ​ລະ​ກ້າວ ​ແລະ ​ເຂົ້າ​ສູ່​ການ​ເຄື່ອນ​ໄຫວ​ ໄດ້​ຮັບ​ປະສິດທິ​ຜົນ​ເບື້ອງ​ຕົ້ນ. ການ​ສ້າງ​ຕັ້ງ​ບັນດາ​ອົງການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາທຳ​ອິດ​ຢູ່​ຫວຽດນາມ​ ໄດ້​ມີ​ການຄົ້ນຄວ້າ​ທາ​ບທາມ​ບົດຮຽນ​ ຂອງ​ບັນດາ​ປະ​ເທດຈະ​ເລີ​ນພັດທະນາກ່ຽວ​ກັບ​ການ​ສຶກສາ. ​ເບິ່ງ​ລວມ, ບັນດາ​ປະ​ເທດ​ເຫຼົ່າ​ນັ້ນ​ ລ້ວນ​ແຕ່​ຖືການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ​ເປັນ​ປະ​ເພດສະ​ເພາະ​ພິ​ເສດ​ຂອງ​ການ​ບໍລິການ, ຍ້ອນ​ວ່າ​ ຄຳ​ສະຫຼຸບ​ຂອງ​ບັນດາ​ອົງການ​ນີ້​ມີ​ຜົນ​ສະທ້ອນ​ຢ່າງຫຼາຍ​ເຖິງຊື່​ສຽງຂອງ​ພື້ນຖານ​ການ​ສຶກສາ ​ແລະ ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ. ​ເພາະສະ​ນັ້ນ, ການ​ສ້າງ​ຕັ້ງ ​ແລະ ຮັບຮອງ​ບັນດາ​ອົງການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ, ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ ໃນ​ລະດັບ​ໂຮງຮຽນ, ​ໄດ້​ປະຕິບັດ​ຢ່າງ​ແໜ້ນ​ແຟ້ນພໍ​ຄວນ. ດັ່ງ​ນັ້ນ, ຈຳນວນ​ອົງການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາມະຫາວິທະຍາ​ໄລ ລະດັບ​ໂຮງຮຽນ ຈຶ່ງ​ບໍ່​ຫຼາຍ (ສະຫະລັດ​ອາ​ເມຣິກາ​ມີ 6 ອົງການ, ອິນ​ໂດ​ເນ​ເຊຍ​ມີ 2, ​ໄທ​ມີ 1, ອົດ​ສະຕຣາລີ​ມີ 1, ຟີ​ລິບ​ປິນມີ 2,...). ​ແຕ່​ວ່າ, ຈຳນວນ​ອົງການກວດ​ສອບ​ຄຸນ​ນະພາບ​ຫຼັກສູດ​ການ​ສຶກສາ ຢູ່​ບັນດາ​ປະ​ເທດ​ເຫຼົ່າ​ນີ້ ພັດ​ມີ​ຫຼາຍ. ​ໃນ​ຂະນະ​ທີ່​ບັນດາອົງການກວດ​ສອບ​ຄຸນ​ນະພາ​ບລະດັບ​ໂຮງຮຽນ​ບໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ນີ້​ຢູ່ນອກ​ດິນ​ແດນ​ແຫ່ງ​ຊາດ ​ແຕ່​ບັນດາ​ອົງການກວດ​ສອບຄຸນ​ນະພາ​ບຫຼັກສູດ​ການສຶກສາ ພັດໄດ້​ຫັນ​ການ​ເຄື່ອນ​ໄຫວ​ໄປ​ຫາ​ລູກ​ຄ້າ​ພາຍ​ໃນ​ປະ​ເທດ ​ແລະ ສາ​ກົນ.

ຄວາມ​ເປັນ​ຈິງ​ຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ​ໄດ້​ໃຫ້​ເຫັນ​ວ່າ, ອົງການ​ທີ່​ມີ​ສິດອຳນາດ​ໃນ​ການ​ຕົກລົງ​ສ້າງ​ຕັ້ງບັນດາ​ອົງການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ຢູ່​ບັນດາ​ປະ​ເທດ​ກໍ່​ແຕກ​ຕ່າງ​ກັນ​ທີ່​ສຸດ. ຕົວຢ່າງ, ຢູ່​ສະຫະລັດ​ອາ​ເມຣິກາ, ກະຊວງ​​ສຶກສາທິການ​ບໍ່​ສ້າງ​ຕັ້ງ​ອົງການ​ກວດ​ສອບ​ຄຸນ​ນະພາ​ບ, ພຽງ​ແຕ່​ຮັບ​ຮູ້​ລັກສະນະ​ຖືກ​ກົດໝາຍ​ຂອງ​ອົງການ​ກວດ​ສອບ​ຄຸນ​ນະພາ​ບ​ເຫຼົ່ານີ້. ຢູ່​ຫຼາຍ​ປະ​ເທດ​ເອີຣົບ ​ແລະ ບັນດາ​ປະ​ເທດອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ອົງການກວດ​ສອບ​ຄຸນ​ນະພາ​ບ ​ໂດຍ​ກະຊວງ​​ສຶກສາ​ທິການສ້າງ​ຕັ້ງ​ຂຶ້ນ. ຢູ່​ຫວຽດນາມ, ກົດໝາຍ​ສຶກສາມະຫາວິທະຍາ​ໄລກຳນົດ​ວ່າ ​ມີ​ສອງ​ຮູບ​ການຈັດ​ຕັ້ງການກວດ​ສອບ​ຄຸນ​ນະພາ​ບ: ກະຊວງ​ສຶກສາທິການ​ແລະຝຶກ​ອົບຮົມ​ເປັນ​ຜູ້​ສ້າງ​ຕັ້ງ​ແລະ​ຮັບ​ຮູ້​ໂດຍ​ກົງ. ​ມາຮອດ​ປະຈຸ​ບັນ, ​ໃນ​ທົ່ວ​ປະ​ເທດ​ມີ 4 ອົງການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ​ໄດ້​ຮັບ​ໃບ​ອະນຸຍາດ ​ແລະ ​ເຂົ້າສູ່​ການ​ເຄື່ອນ​ໄຫວ. ​ໃນ​ນັ້ນ, ມີ 3 ອົງການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາຂອງ​ລັດ ​ໂດຍ​ແມ່ນ​ກະຊວງ​​ສຶກສາ​ທິການແລະຝຶກ​ອົບຮົມເປັນ​ຜູ້​ຕົກລົງ​ສ້າງ​ຕັ້ງ​ຂຶ້ນ (ສູນກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ສັງກັດມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ, ສູນກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ສັງກັດມະຫາວິທະຍາ​ໄລ​ແຫ່ງ​ຊາດ​ນະຄອນ​ໂຮ່ຈີ​ມິນ, ສູນກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ສັງກັດມະຫາວິທະຍາ​ໄລດ່າ​ນັ໊ງ). ​ເພື່ອ​ຮັບປະກັນ​ລັກສະນະ​ເອກະລາດ, ພາວະ​ວິ​ໄສ, ສູນ​ກວດ​ສອບ​ຂອງ​ໂຮງຮຽນມະຫາວິທະຍາ​ໄລ​ໃດ ຈະ​ບໍ່​ໄດ້​ໃຫ້​ໃບ​ອະນຸຍາດກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ຕໍ່​ກັບ​ພື້ນຖານ​ການ​ສຶກສາ​ແລະ​ຫຼັກສູດ​ການສຶກສາ​ທັງ​ໝົດ ທີ່​ຂຶ້ນ​ກັບການ​ຄຸ້ມ​ຄອງ​ຂອງມະຫາວິທະຍາ​ໄລນັ້ນ. ນອກຈາກ 3 ສູນ​ກວດ​ສອບ​ຄຸນ​ນະພາ​ບຂອງ​ລັດ​ທີ່​ກ່າວ​ມາ​ເທິງ​ນີ້, ກະຊວງ​ສຶກສາທິການ​ແລະຝຶກ​ອົບຮົມ​ ກໍ່​ອະນຸຍາດ​ໃຫ້​ສະມາຄົມ​ມະຫາວິທະຍາ​ໄລ ​ແລະ ວິທະຍາ​ໄລ​ຫວຽດນາມ ສ້າງ​ຕັ້ງ​ອົງ​ການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ທີ່​ມີ​ພາລະ​ບົດບາດ​ກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ​ ຂອງ​ທຸກ​ພື້ນຖານ​ການ​ສຶກສາ, ທຸກ​ຫຼັກສູດ​ການ​ສຶກສາມະຫາວິທະຍາ​ໄລ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.

ຖັນ​ແຖວຜູ້ກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ​ໄດ້​ຮັບ​ການ​ກໍ່ສ້າງ, ຝຶກ​ອົບຮົມ​ຢ່າງ​ເປັນ​ແບບ​ສະບັບ. ຄຸນ​ນະພາ​ບຂອງ​ການ​ເຄື່ອນ​ໄຫວກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ຂຶ້ນ​ຢູ່​ກັບຄວາມ​ສາມາດ ຄຸນວຸດ​ທິ​ຂອງ​ຖັນ​ແຖວພະນັກງານ​ປະ​ເມີນຜົນ (ຜູ້​ກວດ​ສອບ). ​ໃນ​ການ​ເຄື່ອນ​ໄຫວກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ, ຮຽກຮ້ອງ​ໃຫ້​ບັນດາ​ຜູ້​ກວດ​ສອບ ​ຕ້ອງ​ກຳ​ແໜ້ນບັນດາ​ມາດຕະຖານ, ​ເກນ​ກຳນົດ​ຄຸນ​ນະພາ​ບ, ພ້ອມ​ກັນ​ນັ້ນ​ຍັງ​ຕ້ອງ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ສະພາບ​ການ​ສຶກສາມະຫາວິທະຍາ​ໄລ, ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ​ກ່ຽວ​ກັບ​ການ​ອອກ​ແບບ​ຫຼັກສູດ, ການ​ຈັກ​ຕັ້ງ​ອົບຮົມ​ສຶກສາ, ບັນດາ​ເງື່ອນ​ໄຂ​ທີ່​ຮັບປະກັນ​ຄຸນ​ນະພາ​ບ,... ​ແລະ​ພິ​ເສດ​ແມ່ນ​ຕ້ອງຍຸດຕິ​ທຳ​ຢ່າງ​ຈິງ​ຈັງ ​ແລະ ປະຕິບັດ​ຕາມ​ຈັນ​ຍາ​ບັນ​ວິຊາ​ຊີບ​ຢ່າງ​ເຂັ້​ມງວດ. ​ເພື່ອ​ມີ​ພື້ນຖານ​ພັດທະນາ​ການ​ສຶກສາ ຝຶກ​ອົບຮົມ ​ໃຫ້ຖັນ​ແຖວ​ພະນັກງານ​ນີ້, ກະຊວງ​ສຶກສາທິການ​ແລະຝຶກ​ອົບຮົມ​ ​ໄດ້​ອອກ​ໜັງສື​ວຽນ​ເລກທີ 18/2013/TT-BGDĐT, ວັນ​ທີ 14 ພຶດສະພາ 2013, ວ່າ​ດ້ວຍ​ໂຄງການ​ຝຶກ​ອົບຮົມ​ຜູ້ກວດ​ສອບ​ຄຸນ​ນະພາບ​ການສຶກສາມະຫາວິທະຍາ​ໄລ ​ແລະ ອາຊີວະ​ສຶກສາ​ຊັ້ນ​ກາງ. ການ​ສຶກສາ ຝຶກ​ອົບຮົມຜູ້​ກວດ​ສອບນີ້​ ໄດ້​ມອບ​ໃຫ້​ບັນດາ​ພື້ນຖານ​ການ​ສຶກສາ​ໃຫຍ່​ຢູ່​ສາມ​ພາກ​ຂອງ​ປະ​ເທດ​ຄື ມະຫາວິທະຍາ​ໄລ​ແຫ່ງຊາດ​ຮ່າ​ໂນ້ຍ, ມະຫາວິທະຍາ​ໄລ​ແຫ່ງຊາດ​ນະຄອນ​ໂຮ່ຈີ​ມິນ ​ແລະ ມະຫາວິທະຍາ​ໄລດາ​ນັ້ງ. ​ແຕ່​ປີ 2014 ມາ​ຮອດ​ປີ​ນີ້, ບັນດາ​ພື້ນຖານ​ດັ່ງ​ກ່າວ​ ໄດ້ຈັດ​ຕັ້ງ​ຝຶກ​ອົບຮົມ 23 ຊຸດ, ມອບ​​ປະກາດ​ສະ​ນິຍະ​ບັດສຳ​ເລັດ​ໂຄງການ​ຝຶກ​ອົບຮົມ​ໃຫ້ 704 ຄົນ. ຕາມ​ກຳນົດ​ຂອງກະຊວງ​ສຶກສາທິການ​ແລະຝຶກ​ອົບຮົມ​, ກົມ​ກວດກາ​ນສອບ​ເສັງ ​ແລະ ກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ​ໄດ້​ຈັດ​ຕັ້ງ​ການ​ຄັດ​ເລືອກ ​ແລະ ມອບ​ບັດ​ກວດ​ສອບ​ໃຫ້​ຜູ້​ກວດ​ສອບ 236 ຄົນ.

ບາງບັນຫາກ່ຽວ​ກັບ​ຄຸນ​ນະພາ​ບທີ່​ຖອດ​ຖອມມາ​ໄດ້​ ຈາກຜົນ​ຂ​ອງການກວດ​ສອບ​ຄຸນ​ນະພາ​ບ

ຄິດ​ໄລ່​ຮອດ​ທ້າຍ​ເດືອນ​ມີນາ 2017, ມີ 34 ພື້ນຖານ​ການ​ສຶກສາ​ໄດ້ຮັບ​ການປະ​ເມີນ​ຜົນ​ພາຍ​ນອກ, ກວມ​ເອົາ​ປະມານ 15% ຈຳນວນ​ພື້ນຖານ​ການ​ສຶກສາມະຫາວິທະຍາ​ໄລ (ຍັງ​ບໍ່​ທັນ​ນັບ​ບັນດາ​ພື້ນຖານ​ການ​ສຶກສາ​ຂອງ​ກະຊວງ​ປ້ອງ​ກັນຊາ​ດ ​ແລະ ກະຊວງ​ຕຳຫຼວດ). ​ໃນ​ຈຳນວນ​ບັນດາ​ໂຮງຮຽນ​ທີ່​ຮັບ​ການ​ປະ​ເມີນ​ຜົນ​ນັ້ນ, ມີ 2 ພື້ນຖານ​ທີ່ບໍ່​ມີ​ເງື່ອນ​ໄຂ​ພຽງພໍ ​ເພື່ອ​ຈະ​ໄດ້​ຮັບ​ຮູ້​ວ່າ​ບັນລຸ​ມາດຕະຖານ​ຄຸນ​ນະພາ​ບ. ຄຽງ​ຂ້າງ​ນັ້ນ, ກ່ຽວ​ກັບຫຼັກສູດ​ການ​ສຶກສາ ກໍ່​ມີ 7 ຫຼັກສູດໄດ້ຮັບ​ການປະ​ເມີນ​ຜົນ​ພາຍ​ນອກ ຕາມ​ຊຸດ​ມາດຕະຖານ​ທີ່​​ໄດ້ລະບຸ​ໄວ້​ໃນ​ຈົດໝາຍວຽນ​ເລກທີ 04/2016/TT-BGDĐT, ວັນ​ທີ 14 ທີ​ນາ 2016, ຂອງ​ລັດຖະມົນຕີກະຊວງ​ສຶກສາທິການ​ແລະຝຶກ​ອົບຮົມ​. ນີ້​ແມ່ນ​ຊຸດ​ມາດຕະຖາ​ນທີ່​ໄດ້​ກໍ່ສ້າງ​ຂຶ້ນ​ຕາມ​ທິດ​ເຂົ້າ​ເຖິງ​ກັບ​ມາ​ຕະຖານຕີລາ​ຄາຫຼັກສູດ​ການ​ສຶກສາ ຂອງ​ເຄືອ​ຂ່າຍ​ຮັບປະກັນ​ຄຸນ​ນະພາ​ບຂອງ​ມະຫາວິທະຍາ​ໄລ​ແຫ່ງ ອາ​ຊຽນ (AUN-QA).

ຄຽງ​ຂ້າງ​ກັບ​ການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ຕາມ​ມາດຕະຖານ​ຂອງ​ຫວຽດນາມ, ກະຊວງ​ສຶກສາທິການ​ແລະຝຶກ​ອົບຮົມ​ ຍັງ​ໄດ້​ສົ່ງ​ເສີມ​ໃຫ້​ບັນດາ​ພື້ນຖານ​ການ​ສຶກສາ ລົງທະບຽນ​ການກວດ​ສອບ ປະ​ເມີນ​ຜົນ ກັບບັນດາ​ອົງ​ການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ສາກົນ​ທີ່​ມີ​ຊື່​ສຽງ. ມາ​ເຖິງ​ປີ​ນີ້ ມີມະຫາວິທະຍາ​ໄລ 5 ​ແຫ່ງ​ ໄດ້​ຮັບ​ການ​ປະ​ເມີນ​ຜົນ​ພາຍ​ນອກ ຕາມ​ມາ​ຕະຖານການ​ປະ​ເມີນ​ຜົນ​ພື້ນຖານ​ການ​ສຶກສາ​ຂອງ ສະພາ​ລະດັບ​ສູງ​ກ່ຽວ​ກັບ​ການ​ປະ​ເມີນ​ການ​ຄົ້ນຄວ້າ​ແລະ​ສຶກສາມະຫາວິທະຍາ​ໄລຝຣັ່ງ (HCERES) ​ແລະ ຂອງ AUN-QA; 84 ຫຼັກສູດ​ການ​ສຶກສາໄດ້​ຮັບ​ການ​ປະ​ເມີນ​ຜົນ​ພາຍ​ນອກ ​ແລະ ​ໄດ້​ຖືກ​ຮັບຮອງ, ​ໃນ​ນັ້ນ 59 ຫຼັກສູດ​ໄດ້​ຮັບ​ການ​ປະ​ເມີນ​ຈາກ AUN-QA, 16 ຫຼັກສູດ​ໄດ້ຮັບການ​ປະ​ເມີນ​ຕາມ​ເກນ​ກຳນົດ​ຂ​ອງ ຄະນະ​ກຳມະການ​ປະລິນຍາ​ຕີ​ວິ​ສາວະ​ກອນ​ຝຣັ່ງ (CTI); 2 ຫຼັກສູດ​ໄດ້​ຮັບ​ການ​ປະ​ເມີນຕາມ​ມາດຕະຖານ​ຂອງ ຄະນະ​ກຳມະການ​ພິສູດ​ເຕັກນິກ ​ແລະ ​ເຕັກ​ໂນ​ໂລ​ຊີ​ອາ​ເມຣິກາ (ABET) ຊຶ່ງ​ເປັນ​ອົງການ​ກວດ​ສອບ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ຂອງ​ອາ​ເມຣິກາ, 7 ຫຼັກສູດ​ໄດ້​ຮັບ​ການ​ປະ​ເມີນຕາມ​ຊຸດ​ມາດຕະຖານ​ອື່ນ​ເຊັ່ນ ສະມາຄົມ​ພັດທະນາ​ການ​ສຶກສາທຸ​ລະ​ກິດ​ການ​ຄ້າ​ຊັ້ນມະຫາວິທະຍາ​ໄລ (AACSB), FIBAA (Foundation for International Business Administration Accreditation) ຊຶ່ງ​ເປັນ​ອົງການ​ຮັບປະກັນ​ຄຸນ​ນະພາ​ບຂອງ​ລັດຖະບານ​ສະ​ວິດ, ປະຈຸ​ບັນ FIBAA ມີ​ສອງອົງການຕົວ​ແທນ ຕັ້ງ​ຢູ່​ນະຄອນ ບອນ (​ເຢຍລະ​ມັນ) ​ແລະ​ນະຄອນ​ ຊູຣິກ (ສະ​ວິດ). ໜ້າ​ທີ່​ຂອງ FIBAA ​ແມ່ນ​ກວດ​ສອບ, ປະ​ເມີນ​ຜົນ ​ແລະ ພັດທະນາ​ບັນດາ​ອົງການສຶກສາ, ຫຼັກສູດ​ການ​ສຶກສາ​ໃນ​ໂລກ.

ຈຸດປະສົງ​ຂອງການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ບໍ່ພຽງ​ແຕ່​ຢຸດ​ຢູ່​ທີ່​ການ​ປະ​ເມີນຜົນ ​ແລະ ການ​ຮັບ​ຮູ້​ຄຸນ​ນະພາ​ບ. ສິ່ງ​ທີ່​ສຳຄັນ​ກວ່າ​ນັ້ນ, ມັນ​ແມ່ນ​ກົນ​ໄກ​ເພື່ອ​ໃຫ້​ສັງຄົມ​ຕິດຕາມ​ກວດກາ​ຄຸນະພາບ. ຜົນ​ຂອງ​ການ​ປະ​ເມີນ​ກໍ່​ຊີ້​ໃຫ້​ເຫັນ​ຈຸດ​ດີ, ຈຸດ​ອ່ອນ ​ເພື່ອ​ແກ້​ໄຂ​ຜ່ານ​ຜ່າ. ​ໄຈ້​ແຍກ​ຄຸນ​ນະພາ​ບຂອງ 34 ໂຮງຮຽນມະຫາວິທະຍາ​ໄລ ​ແລະ 7 ຫຼັກສູດ​ການ​ສຶກສາ ທີ່​ໄດ້​ຕີ​ລາຄາ​ເອກະລາດ​ ໃຫ້​ເຫັນ​ວ່າ, ​ເບິ່ງ​ລວມຍັງ​ມີ​ຂໍ້​ຈຳກັດ​ຫຼາຍ​ທີ່​ສຸດ ​ໃນ​ບັນດາ​ຂົງ​ເຂດ​ການ​ເຄື່ອນ​ໄຫວ​ຂອງ​ໂຮງຮຽນມະຫາວິທະຍາ​ໄລ.

ທີ​ໜຶ່ງ, ວຽກ​ງານ​ຄຸ້ມ​ຄອງ​ບໍລິຫານມະຫາວິທະຍາ​ໄລ ​ແລະ ການຈັດ​ຕັ້ງຄຸ້ມຄອງ​ໂຮງ​ຮຽນ​ມະຫາວິທະຍາ​ໄລ ຂອງ​ຫຼາຍໂຮງຮຽນ ​ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບຄວາມ​ຕ້ອງການ. ຕົວຢ່າງ, ມີ 8 ​ໃນ 34 ​ໂຮງຮຽນ (ກວມ 24%) ທີ່​ໄດ້​ຮັບ​ການ​ປະ​ເມີນ​ຜົນ​ນັ້ນ​ ​ແມ່ນຍັງ​ບໍ່​ທັນ​ມີ​ໂຄງ​ປະກອບ​ການຈັດ​ຕັ້ງຕາມ​ຂໍ້​ກຳນົດ​ຂອງ​ກົດ​ລະບຽບ​ໂຮງຮຽນ​ມະຫາວິທະຍາ​ໄລ ​ແລະ ບັນດາ​ຂໍ້​ກຳນົດ​ອື່ນ​ ຂອງ​ກົດໝາຍ​ທີ່​ກ່ຽວຂ້ອງ (​ເຊັ່ນ ຍັງ​ບໍ່​ທັນ​ສ້າງ​ຕັ້ງ​ສະພາ​ໂຮງຮຽນ, ບາງ​ໂຮງຮຽນ​ຍັງ​ບໍ່​ທັນ​ອັບ​ເດດ ​ແລະ ກໍ່ສ້າງກົດລະບຽບ​ກ່ຽວ​ກັບ​ການຈັດ​ຕັ້ງ​ແລະ​ເຄື່ອນ​ໄຫວ​ຂອງ​ໂຮງຮຽນ​ໃຫ້ຖືກຕ້ອງ​ຕາມ​ທີ່​ກຳນົດ​ໄວ້...). ​9 ​ໂຮງຮຽນ​ໃນ​ຈຳນວນ 34 ​ໂຮງຮຽນ (ກວມ 26%) ບໍ່​ມີ​ແຜນ​ຍຸ​ດທະ​ສາດ  ຫຼື​ແຜນການ​ພັດທະນາ, ຫຼື​ວ່າ​ມີ​ແຜນ​ຍຸດ​ທະ​ສາດ​ ແຕ່​ຂາກລັກ​ສະ​ນະ​ພຶດຕິ​ກຳ, ຫຼື​ຂາດ​ມາດ​ຕະການ​ຕິດຕາມ​ກວດກາ, ຕີ​ລາຄາ​ການ​ປະຕິບັດ​ແຜນການ, ​ແຜນ​ຍຸດ​ທະ​ສາດ.

ທີ​ສອງ, ກ່ຽວ​ກັບ​ຫຼັກສູດ ​ແລະ ການຈັດ​ຕັ້ງສິດສອນ​ບຳລຸ​ມສ້າງ: ມີ 13 ​ໃນ 34 ໂຮງຮຽນມະຫາວິທະຍາ​ໄລ (ກວມ 38%) ທີ່​ໄດ້​ຮັບ​ການ​ປະ​ເມີນ​ຜົນ​ນັ້ນ ​ແມ່ນ​ຍັງ​ບໍ່​ທັນ​ອອກ​ແບບ​ຕາມ​ຂໍ້​ກຳນົດ​ກ່ຽວ​ກັບ​ບັນດາ​ຫຼັກສູດ​ການ​ສຶກສາ​ໃນ​ຮູບ​ແບບ​ເປັນ​ປົກກະຕິ, ຍັງ​ບໍ່​ທັນ​ຮັບປະກັນ​ຄຸນ​ນະພາ​ບການສຶກສາ​ສຳລັບ​ບັນດາ​ຫຼັກສູດ​ການ​ສຶກສານີ້. ມີ 14 ​ໃນ​ 34 ​ໂຮງຮຽນ (ກວມ 41%) ຍັງ​ບໍ່​ທັນ​ປະຕິບັດ​ການ​ຕີ​ລາຄາ​ຕາມ​ລາຍ​ຄາບກ່ຽວ​ກັບ​ຫຼັກສູດ​ການ​ສຶກສາ ​ແລະ ປະຕິບັດ​ການປັບປຸງ​ຄຸນ​ນະພາ​ບອີງ​ບົນ​ໝາກຜົນ​ຂອງ​ການ​ຕີ​ລາຄາ. ດ້ານ​ອື່ນ, ​ເມື່ອ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຝຶກ​ອົບ​ຮົມ, ວິທີ ​ແລະ ຂັ້ນ​ຕອນ​ການ​ກວດກາ, ປະ​ເມີນ​ຜົນ​ການ​ຮ່ຳຮຽນ​ຂອງ​ຜູ້​ຮຽນ​ນັ້ນ ຍັງ​ບໍ່​ທັນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ຈິງ​ຈັງ​ຂອງ​ບັນດານ​ໂຮງຮຽນມະຫາວິທະຍາ​ໄລ, ມີ 13 ​ໃນ 34 ​ໂຮງຮຽນ (ກວມ 38%) ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້ກັບ​ຄວາມ​ຕ້ອງການ​ຂອງ​ມາດຕະຖານ​ນີ້. ການ​ເກັບ​ກຳ​ຄວາມ​ເຫັນ​ຂອງ​ຜູ້​ຮຽນ, ຂອງ​ຜູ້​ໃຊ້​ແຮງ​ງານ ​ແລະ ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ ​ເພື່ອ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ປັບປຸງ​ຫຼັກສູດ​ການ​ສຶກສາ ກໍ່ຍັງ​ບໍ່​ທັນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ຈິງ​ຈັງ​ຂອງ​ບັນດານ​ໂຮງຮຽນ, ມີ 10 ​ໃນ 34 ​ໂຮງຮຽນ (ກວມ 29%) ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບຄວາມ​ຕ້ອງການ​ຂອງ​ມາດຕະຖານ​ນີ້. ການ​ກໍ່ສ້າງ​ບັນດາ​ມາດຕະຖາ​ນສົ້ນ​ອອກ ຍັງ​ມີ​ລັກສະນະ​ຮູບ​ການ, ກະ​ແຈກ​ກະຈາຍ ​ແລະ ບໍ່​ຕິດ​ແທດ​ກັບ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ແຮງ​ງານ. ບັນດາ​ວິຊາ​ບໍ່​ມີ​ສາຍ​ພົວພັນ​ຢ່າງ​ຈະ​ແຈ້ງ​ກັບ​ມາດຕະຖານ​ສົ້ນ​ອອກ.

ທີ​ສາມ, ກ່ຽວ​ກັບ​ຖັນ​ແຖວ​ຄູ​ອາຈານ: ມີ 23 ​ໃນ 34 ​ໂຮງຮຽນ (ກວມ 68%) ທີ່​ໄດ້​ຮັບ​ການ​ປະ​ເມີນ​ຜົນ​ນັ້ນ ​ແມ່ນຍັງ​ບໍ່​ທັນມີ​ຄູ​ອາຈານ​ຢ່າງ​ພຽງພໍ​ເພື່ອ​ປະຕິບັດ​ຫຼັກ​ສູດ​ການ​ສຶກສາ ​ແລະ ຄົ້ນຄວ້າ​ວິທະຍາສາດ; ອັດຕາ​ສ່ວນ​ສະ​ເລ່ຍ ນັກຮຽນ/ຄູ​ອາຈານ ຂອງ​ບາງ​ຂະ​ແໜງການ​ຝຶກ​ອົບຮົມ ສູງ​ເກີນ​ຄວນ (ຢູ່​ໂຮງຮຽນ​ແຫ່ງ​ໜຶ່ງ ນັກຮຽນ 45 ຄົນ/ຄູ​ອາຈານ​ 1 ຄົນ). ມີ 13 ​ໃນ 34 ​ໂຮງຮຽນ (ກວມ 38%) ທີ່​ໄດ້​ຮັບ​ການ​ປະ​ເມີນ​ຜົນ​ນັ້ນ ມີ​ຖັນ​ແຖວ​ຄູ​ອາຈານ ພະນັກງານ​ຄົ້ນຄວ້າທີ່​ຍັງ​ບໍ່​ທັນ​ຮັບປະກັນ​ຄວາມ​ສົມ​ດຸນ​ທາງ​ດ້ານ​ບົດຮຽນ​ໃນ​ວຽກ​ງານ​ວິຊາ​ສະ​ເພາະແລະໄວ​ໜຸ່ມ ​ຕາມ​ທີ່​​ກຳນົດ​ໄວ້. ພິ​ເສດ, ມີ 16 ​ໃນ 34 ​ໂຮງຮຽນ (ກວມ 47%) ທີ່​ໄດ້​ຮັບ​ການ​ປະ​ເມີນ​ຜົນ​ນັ້ນ ມີ​ຖັນ​ແຖວ​ຄູ​ອາຈານ​ທີ່​ຍັງ​ບໍ່​ທັນ​ຮັບປະກັນລະດັບ​ມາດຕະຖານການ​ຮຽນ​ຮູ້​ ຕາມ​ທີ່​ກຳນົດ​ໄວ້, ຄູ​ອາຈານ​ບາງ​ຄົນ​ຍັງ​ບໍ່​ທັນ​ສິດສອນ​ຕາມ​ວິຊາ​ສະ​ເພາະ​ທີ່​ຕົນ​ໄດ້​ຮຽນ​ມາ; ຍັງ​ບໍ່​ທັນ​ຮັບປະກັນ​ໂຄງ​ປະກອບ​ວິຊາ​ສະ​ເພາະ ​ແລະ ຄຸນ​ວຸດ​ທິຕາມ​ທີ່​ກຳນົດ​ໄວ້; ຄວາມ​ສາມາດ​ໃຊ້ພາສາ​ຕ່າງປະ​ເທດ, ຂໍ້​ມູນ​ຂ່າວສານ ​ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການທາງ​ດ້ານ​ໜ້າ​ທີ່​ສິດສອນ, ຄົ້ນຄວ້າວິທະຍາ​ສາດ.

ທີ​ສີ່, ກ່ຽວ​ກັບ​ການຄົ້ນຄວ້າ​ວິທະຍາ​ສາດ: ຈຸດ​ຄົງ​ຄ້າງ​ໃຫຍ່​ທີ່​ສຸດ​ແມ່ນ ບັນດາ​ໂຮງຮຽນ​ມະຫາວິທະຍາ​ໄລມີ​ຫຼາຍ​ຫົວ​ຂໍ້, ​ໂຄງການ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ປະຕິບັດ ​ແລະ ກວດ​​ຮັບ ຕາມ​ແຜນການ (ມີ 16 ​ໃນ 34, ກວມ 47% ຈຳນວນ​ໂຮງຮຽນທີ່​ໄດ້​ຮັບ​ການ​ປະ​ເມີນ​ຜົນ​ນັ້ນ ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ຂອງ​ມາດຕະຖານ​ນີ້). ນອກຈາກ​ນັ້ນ, ລັກສະນະ​ປະ​ຢຸກ​ໃຊ້ ​ແລະ ມອບ​ໂອນ​ຂອງ​ບັນ​ດາ​ຫົວ​ຂໍ້​​ວິທະຍາ​ສາດ - ​ເຕັກ​ໂນ​ໂລ​ຊີ ຍັງ​ອ່ອນ​ຫຼາຍ ຊຶ່ງ​ສະ​ແດງ​ອອກ​ຢູ່​ທີ່ ​ແຫຼ່ງລາຍ​ຮັບ​ຈາກ​ການຄົ້ນຄວ້າວິທະຍາ​ສາດ ​ແລະ ມອບ​ໂອນ​ເຕັກ​ໂນ​ໂລ​ຊີ​ຍັງ​ຕ່ຳ, ບັນດາ​ໂຮງຮຽນມະຫາວິທະຍາ​ໄລ ກໍ່​ຍັງ​ບໍ່​ທັນ​ປະຕິບັດ​ການ​ລົງທຶນ​ຄົ້ນຄວ້າ​ວິທະຍາ​ສາດຖືກຕ້ອງ​ຕາມ​ທີ່​ກຳນົດ​ໄວ້ (ມີ 23 ​ໃນ 34 ​ໂຮງຮຽນ, ກວມ 68%, ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ຕາມ​ມາດຕະຖານ​ຄວາມ​ຕ້ອງການ​ກ່ຽວ​ກັບ​ການ​ມອບ​ໂອນ​ວິທະຍາ​ສາດ - ​ເຕັກ​ໂນ​ໂລ​ຊີ).

ທີ່​ຫ້າ, ກ່ຽວ​ກັບ​ພື້ນ​ຖານວັດຖຸອຸປະກອນ ​ເຄື່ອງ​ປະກອບ: ມີ 22 ​ໃນ 34 ​ໂຮງຮຽນ (ກວມ 65%) ທີ່​ໄດ້​ຮັບ​ການ​ປະ​ເມີນ​ຜົນ​ນັ້ນ ຍັງ​ບໍ່​ທັນ​ຕອງ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ກ່ຽວ​ກັບ​ມາດຕະຖານ​ຫ້ອງສະໝຸດ​ຂອງ​ໂຮງຮຽນ​ມະຫາວິທະຍາ​ໄລ (ຍັງ​ບໍ່​ທັນ​ມີ​ປຶ້ມ​ໜັງສື, ປຶ້ມ​ຫຼັກສູດ, ​ເອກະສານ​ຄົ້ນຄວ້າ​ທາ​ບທາມ​ເປັນ​ພາສາ​ຫວຽດນາມ ​ແລະ ພາສາ​ຕ່າງປະ​ເທດ​ຢ່າງ​ພຽງພໍ; ຍັງ​ບໍ່​ທັນ​ມີຫ້ອງ​ສະໝຸດ​ເອ​ເລັກ​ໂຕຣນິກມີ​ເຄືອ​ຂ່າຍ/ຫ້ອງ​ສະໝຸດ​ເອ​ເລັກ​ໂຕຣນິກຍັງ​ບໍ່​ທັນ​ຮັບ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ ​ໃຫ້​ແກ່​ການ​ສິດສອນ ຮ່ຳຮຽນ ​ແລະ ຄົ້ນຄວ້າ​ວິທະຍາສາດ). ມີ 16 ​ໃນ 34 ​ໂຮງຮຽນ (ກວມ 47%) ທີ່​ໄດ້​ຮັບ​ການ​ປະ​ເມີນ​ຜົນ​ນັ້ນ ຍັງ​ບໍ່​ທັນ​ມີ​ເນື້ອ​ທີ່​ນຳ​ໃຊ້​ທີ່​ດິນ​ຢ່າງ​ພຽງພໍ ຕາມ​ມີ່​ກຳນົດ​ໄວ້; ​ພື້ນ​ທີ່ໜ້າດິນ​ໂດຍ​ລວມບໍ່​ໄດ້​ຕາມ​ຂັ້ນ​ຕ່ຳ​ທີ່​ກຳນົດ​ໄວ້.

ທີ​ຫົກ, ການ​ເຊື່ອມ​ຕໍ່​ຂອງ​ໂຮງຮຽນ​ກັບ​ຜູ້ນຳ​ໃຊ້​ແຮງ​ງານຍັງ​ອ່ອນ​ຫຼາຍ. ​ເກືອບ​ທຸກ​ໂຮງຮຽນ​ທີ່​ໄດ້​ຮັບ​ການ​ປະ​ເມີ​ຜົນ​ນັ້ນ ຍັງ​ບໍ່​ທັນ​ມີ​ກົນ​ໄກ​ສົມ​ທົບ ​ເພື່ອ​ໃຫ້​ຜູ້ນຳ​ໃຊ້​ແຮງ​ງານມີ​ຄວາມ​ເຫັນປະກອບ​ເຂົ້າ​ໃນ​ການສຶກສາອົບຮົມ, ປ່ຽນ​ແປງ​ຫຼັກສູດ ຫຼື​ຄົ້ນຄວ້າ​ວິທະຍາສາດ ຕາມ​ທິດ​ປະ​ຢຸກ ​ແລະ ມອບ​ໂອນ. ​​ເພາະສະ​ນັ້ນ, ອັດຕາ​ສ່ວນ​ຜູ້​ຮຽນ​ຈົບ​ມີ​ວຽກ​ເຮັດ​ງານ​ທຳ ​ທີ່​ສອດຄ່ອງ​ກັບຂະ​ແໜງ​ການ​ຝຶກ​ອົບຮົມ ບັນລຸ​ພຽງ 60% - 70% ​ໃນ​ຈຳນວນ​ຜູ້​ໄປ​ຊອກ​ຫາ​ວຽກ​.

ປັບປຸງ​ຄຸນະພາບ​ພາຍ​ຫຼັງການກວດ​ສອບ​ຄຸນ​ນະພາ​ບ

ໝາກຜົນ​ຂ​ອງການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາມະຫາວິທະຍາ​ໄລ ຄ່ອຍໆ​ໄດ້​ຮັບ​ການ​ນຳ​ໃຊ້​ເປັນ​ພື້ນຖານ​ເພື່ອກຳນົດ​ຄຸນ​ນະພາ​ບການ​ສຶກສາມະຫາວິທະຍາ​ໄລ, ກຳນົດຖານະ​ຕຳ​ແໜ່ງ ​ແລະ ຊື່​ສຽງ​ຂອງ​ພື້ນຖານ​ການ​ສຶກສາມະຫາວິທະຍາ​ໄລ; ​ເປັນ​ໜຶ່ງ​ໃນ​ບັນດາ​ມາດຕະຖານ​ ເພື່ອ​ປະຕິບັດສິດ​ເປັນ​ເຈົ້າ​ຕົນ​ເອງ, ຮັບຜິດຊອບ​ດ້ວຍ​ຕົນ​ເອງ ​ຂອງ​ພື້ນ​ຖາ​ນການ​ສຶກສາ, ກະກຽມ​ໃຫ້​ແກ່​ການ​ແບ່ງ​ຊັ້ນ, ຈັດ​ອັນ​ດັບ​ຕໍ່​ພື້ນຖານ​ການ​ສຶກສາມະຫາວິທະຍາ​ໄລ; ​ເປັນ​ພື້ນຖານ​ເພື່ອ​ບັນດາ​ອົງການ​ຄຸ້ມ​ຄອງ​ໃຫ້ການ​ຊ່ວຍ​ເຫຼືອ​ລົງທຶນ, ມອບ​ໜ້າ​ທີ່ ​ແລະ ​ເປັນ​ພື້ນຖານ​ເພື່ອລັດ ​ແລະ ສັງຄົມ​ຕິດຕາມ​ກວດກາ​ ຕໍ່ການ​ເຄື່ອນ​ໄຫວ​ຂອງ​ພື້ນຖານ​ການ​ສຶກສາມະຫາວິທະຍາ​ໄລ.

ນັບ​ແຕ່​ເມື່ອ​ການ​ເຄື່ອນ​ໄຫວກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ​ໄດ້​ຮັບ​ການ​ເພີ່ມ​ທະວີ (​ເປັນ​ຕົ້ນ​ແມ່ນ​ ນັບ​ແຕ່​ພາຍຫຼັງ​ທີ່​ອົງການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາທຳ​ອິດ​ໄດ້​ຮັບ​ໃບ​ອະນຸຍາດ​ໃຫ້​ເຄື່ອນ​ໄຫວ ທ້າຍ​ປີ 2014), ​ແຮງ​ດັນ​ຕໍ່​ບັນດາພື້ນຖານ​ການ​ສຶກສາມະຫາວິທະຍາ​ໄລ ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ດ້ານ​ໜຶ່ງ, ອົງການ​ຄຸ້ມ​ຄອງ​ຮຽກຮ້ອງ​ໃຫ້​ບັນດາ​ໂຮງຮຽນ​ ຕ້ອງ​ລົງທະບຽນກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ. ດ້ານ​ອື່ນ, ຫາງ​ສຽງ​ສັງຄົມ​ຍາມ​ໃດ​ກໍ່​ຮຽກຮ້ອງ​ໃຫ້​ເປີດ​ເຜີຍ​ຜົນ​ແຫ່ງ​ການກວດ​ສອບ. ​ແຮງ​ດັນ​ກໍ່​ມາ​ຈາກ​ພາຍ​ໃນ​ຂອງ​ໂຮງຮຽນ​ເອງ (ພະນັກງານ ຄູ​ອາຈານ ​ແລະ ຜູ້​ຮຽນ) ​ເມື່ອ​ເຫັນ​ໂຮງຮຽນ​ອື່ນ​ເຂົ້າ​ຮ່ວມ​ການກວດ​ສອບ​ຄຸນ​ນະພາ​ບ​ໂດຍ​ອົງການ​ກວດ​ສອບ​ໃນ​ປະ​ເທດ ຫຼື​ຕ່າງປະ​ເທດ​ປະຕິບັດ. ​ແມ່ນ​ຍ້ອນ​ແຮງ​ດັນ​ເຫຼົ່ານີ້​ເອງ ທີ່​ໄດ້​ສ້າງ​ໃຫ້​ມີ​ການ​ຫັນປ່ຽນ​ໃນ​ຄວາມ​ຮັບ​ຮູ້​ຂອງການ​ນຳ​ຂອງ​ບັນດາ​ໂຮງຮຽນ. ບັນດາ​ການ​ຫັນປ່ຽນ​ຈະ​ແຈ້ງ​ທີ່​ສຸດ​ທີ່​ອາດ​ຈະ​ເຫັນ​ໄດ້ຄື​:

ທີ​ໜຶ່ງ, ວຽກ​ງານ​ປະ​ເມີນ​ຄຸນ​ນະພາ​ບດ້ວຍ​ຕົນ​ເອງ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ກວ່າ, ​ໃກ້ຊິດ​ກວ່າ. ລາຍ​ງານການປະ​ເມີນດ້ວຍ​ຕົນ​ເອງ ສ່ອງ​ແສງຢ່າງ​ໃກ້ຊິດ​ກັບ​ຄວາມ​ເປັນ​ຈິງ​ຂອງ​ໂຮງຮຽນ, ຫລຸດຜ່ອນ​ບັນດາ​ເນື້ອ​ໃນ​ທີ່​ມີ​ລັກສະນະ​ລາຍ​ງານ​ຜົນງານ. ຜ່ານ​ຂະ​ບວນວິວັດ​ນີ້, ການ​ນຳ​ຂອງ​ໂຮງຮຽນ, ພະນັກງານຄູ​ອາຈານ ​ແລະ ຜູ້​ຮຽນ ມີ​ຄວາມ​ຮັບ​ຮູ້​ຈະ​ແຈ້ງ​ກວ່າ​ອີກ ​ກ່ຽວ​ກັບ​ບັນດາ​ຈຸດ​ອ່ອນ​ຂອງ​ໂຮງຮຽນ. ບໍ່​ໜຳ ຫຼາຍ​ໂຮງຮຽນ​ຍັງ​ໄດ້​ຈັດ​ຕັ້ງ​ການ​ປະ​ເມີນ​ພາຍ​ໃນ, ປະ​ເມີນ​ພາຍນອກ​ການທົດ​ສອບ ​ເພື່ອ “ກວດ​ສອບ​ດ້ວຍ​ຕົນ​ເອງ” ຢ່າງ​ພາວະ​ວິ​ໄສທີ່ສຸດ ກ່ຽວ​ກັບ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ໂຮງຮຽນ ​ໂດຍ​ສົມ​ທຽບ​ກັບ​ບັນດາ​ມາດຕະຖານ, ຈາກ​ນັ້ນ ດຳ​ເນີນ​ການ​ແກ້​ໄນ​ຜ່ານ​ຜ່າ​ຂໍ້​ຈຳກັດ​ຂອງ​ຕົນ.

ທີ​ສອງ, ວຽກ​ງານ​ຄຸ້ມ​ຄອງ​ສຳ​ເນົາ​ບັນທຶກ​ພິສູດ​ ໄດ້​ຮັບ​ການຫັນ​ເປັນ​ມາດຕະຖານ, ບັນດາ​ຫຼັກ​ຖານ​ໄດ້​ຮັບ​ການ​ເກັບ​ກຳ​ລວບ​ລວມ, ສັບ​ຊ້ອນຄືນ​ໃໝ່ ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ຮັບ​ໃຊ້​ວຽກ​ງານ​ປະ​ເມີນ​ຜົນ​ເທົ່າ​ນັ້ນ, ຍິ່ງ​ກວ່າ​ນັ້ນ ມັນ​ຈະ​ໄດ້​ຮັບ​ການ​ຂຸດ​ຄົ້ນ, ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ໃນ​ເວລາ​ຕໍ່​ຈາກ​ນັ້ນ.

ທີ​ສາມ, ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຂອງ​ໂຮງຮຽນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ, ຂໍ້​ກຳນົດ​ຫຼາຍ​ຂໍ້​ໄດ້​ຮັບ​ການ​ປະຕິບັດ​ ເພື່ອ​ຕອບ​ສະໜອງບັນດາ​ຄວານ​ຮຽກຮ້ອງ​ຕ້ອງການ ​ກ່ຽວ​ກັບ​ຄຸນ​ນະພາ​ບ ພາຍຫຼັງ​ທີ່​ຄະນະ​ກວດ​ສອບ​​ປະ​ເມີນ​ຜົນ​ພາຍ​ນອກ​ໄດ້​​ໃຫ້​ຄຳສະ​ເໜີ​ແນະ. ບັນດາຄະນະ​ກວດ​ສອບ​​ປະ​ເມີນ​ຜົນ​ພາຍ​ນອກ​ ເຄີ​ຍສະ​ເໜີ​ຫຼາຍໆ​ຂໍ້​ໃຫ້​ປັບປຸງຄຸນ​ນະພາ​ບ ອີງ​ຕາມ​ບົດ​ບັນທຶກ​ພິສູດທີ່​ໄດ້​ເກັບ​ກຳ. ​ເພື່ອ​ປະຕິບັດ​ບັນດາ​ຂໍ້​ສະ​ເໜີ​ແນະ​ເຫຼົ່າ​ນີ້, ຫຼາຍ​ໂຮງຮຽນ​ຫຼັງ​ຈາກ​ໄດ້​ຮັບ​ການ​ປະ​ເມີນ​ຜົນ​ແລ້ວ ກໍ່​ໄດ້​ຮຽກ​ໂຮມ​ກອງ​ປະຊຸມ​ຄູ​ອາຈານ​ໃນ​ທັນທີ ​ເພື່ອ​ປຶກສາ​ສົນທະນາ​ກ່ຽວ​ກັບ​ແຜນການ​ແກ້​ໄຂ​ຜ່ານ​ຜ່າ​ຈຸດ​ອ່ອນ ຂໍ້ຄົງຄ້າງ​ຂອງ​ໂຮງຮຽນ. ​ໂຮງຮຽນ​ອື່ນ​ບາງ​ແຫ່ງ​ໄດ້​ກໍ່ສ້າງ ​ແລະ ປະກາດ​ເປີດ​ເຜີຍ​ຈຸດ​ໝາຍ​ການ​ສຶກສາ​ໃນ​ໄລຍະ​ການ​ພັດທະນາ​ຕໍ່​ໄປ​ ຕາມ​ຄຳ​ແນະນຳ​ຂອງ​ອົງການ​ກວດ​ສອບ​ຄຸນ​ນະພາ​ບ; ຫຼື​ຜັນ​ຂະຫຍາຍ​ການ​ສ້າງ​ຕັ້ງ​ສະພາ​ໂຮງຮຽນ​ໃນ​ທັນທີ, ກວດຄືນ​ຫຼັກສູດ​ການ​ສຶກສາ, ຂະໜາດ​ຂອງ​ໂຮງຮຽນ; ດັດປັບຄືນ​ໃໝ່​ໂຄງ​ປະກອບ​ຖັນ​ແຖວ​ພະນັກງານ​ຄູ​ອາຈານ ​ແລະ ​ເພີ່ມ​ທະວີ​ຄຸນ​ວຸດ​ທິຂອງ​ຖັນ​ແຖວ​ພະນັກງານ​ວິທະຍາສາດ​ ​ໂດຍຜ່ານ​ການສົ່ງ​ໄປ​ຮ່ຳຮຽນ​ຝຶກ​ອົບຮົມ ຍົກ​ສູງ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ.

ການ​ເອົາ​ໃຈ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບກ່ອນ​ແລະ​ຫຼັງ​ການກວດ​ສອບ​ ກໍ່​ມີ​ຜົນ​ກະທົບ​ທາງ​ອ້ອມ​ເຖິງຜົນ​ແຫ່ງ​ການຈັດ​ອັນ​ດັບ​ສາກົນ​ຂອງ​ບັນດາ​ໂຮງຮຽນມະຫາວິທະຍາ​ໄລຂອງຫວຽດນາມ. ປະຈຸ​ບັນ, ສອງ​ໂຮງຮຽນ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ເປັນ​ບັນດາ​ພື້ນຖານ​ການ​ສຶກສາ​ທຳ​ອິດ ຊຶ່ງ​ບັນດາ​ໂຮງຮຽນສະທາ​ຊິກ​ໄດ້​ຮັບ​ການກວດ​ສອບ​ຄຸນ​ນະພາ​ບ​ ໂດຍ​ອົງກາ​ນກວດ​ສອບ​ພາຍ​ໃນ​ຫຼື​ຕ່າງປະ​ເທດ. ນີ້​ກໍ່​​ແມ່ນບັນດາ​ພື້ນຖານ​ການ​ສຶກສາທີ່​ໄດ້​ເອົາ​​ໃຈ​ໃສ່​ເຖິງ​ວຽກ​ງານ​ກວດ​ສອບ​ຄຸນ​ນະພາ​ບການ​ສຶກສາກ່ອນ​ໝູ່, ​ໄດ້​ກໍ່ສ້າງ​ລະ​ບົບຮັບປະກັນ​ຄຸນ​ນະພາ​ບພາຍ​ໃນທີ່​ເປັນ​ແບບ​ສະບັບ​ພໍ​ຄວນ ​ແລະ ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ປະ​ເມີນ​ຜົນ​ ຕາມກຳນົດ​ລວມ ຂອງກະຊວງ​ສຶກສາ​ທີ​ການ​ແລະຝຶກ​ອົບຮົມ. ອາ​​ໄສສິ່ງ​ດັ່ງກ່າວ​ນັ້ນ, ລຳດັບຊັ້ນ​ຂອງ​ມະຫາວິທະຍາ​ໄລຫວຽດນາມ​ບາງ​ແຫ່ງ ​ໃນ​ບັນຊີ​ລາຍ​ຊື່​​ມະຫາວິທະຍາ​ໄລທີ່​ມີ​ຄຸນ​ນະພາ​ບດີ​ຂອງ​ອາຊີ ຈຶ່ງ​ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ (ຕາມ QS University Rankings Asia, ປີ 2016, ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​​ໂນ້ຍຢູ່​ໃນ​ອັນ​ດັບ​ທີ 139, ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ນະຄອນ​ໂຮ່ຈີ​ມິນ​ຢູ່​ໃນ​ອັນ​ດັບ​ທີ 147).

ວິທີ​ຊຸກຍູ້ການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ຕອບ​ສະໜອງຄວາມ​ຕ້ອງການ​ປ່ຽນ​ແປງ​ໃໝ່ ການ​ສຶກສາມະຫາວິທະຍາ​ໄລ ຢ່າງຮອບດ້ານ, ພື້ນຖານ

​ໃນ​ສະພາບ​ການ​ໂລກາ​ພິວັດ ​ແລະ ​ເຊື່ອມ​ໂຍງ​ສາກົນ​ທີ່​ພວມ​ເກີດ​ຂຶ້ນ​ຢ່າງ​ໄວວາ​ທີ່​ສຸດ, ຕົວຢ່າງຄື ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ (AEC) ​ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ, ການລະ​ເບີດ​ຂອງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່ ຊຶ່ງ​ໄດ້ພາ​ໃຫ້​ການ​ສຶກສາ​ແລະ​ຝຶກອົບຮົມ​ຂອງ​ຫວຽດນາມ, ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ ​ການ​ສຶກສາມະຫາວິທະຍາ​ໄລ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ສິ່​ງທ້າ​ທາຍ​ທີ່​ໃຫຍ່​ທີ່​ສຸດ. ​ເພື່ອ​ອົບຮົມ​ສຶກສາ​ກຳລັງ​ແຮງ​ງານ​ທີ່​ມີ​ຄວາມ​ຮູ້​ແລະ​ຄວາມ​ສາມາດ​ທັກ​ສະ ​ຢ່າງ​ພຽງພໍ, ພ້ອມ​ແລ້ວ​ທີ່​ຈະ​ແຂ່ງຂັນ​ແລະ​ເຊື່ອມ​ໂຍງ​ຢ່າງ​ມີ​ປະສິດທິ​ຜົນ ເຂົ້າ​ກັບ​ຕະຫຼາດ​ແຮງ​ງານທີ່​ຂະຫຍັນ​ຂັນ​ເຄື່ອນ​​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ​ນັ້ນ ມັນ​ຮຽກຮ້ອງ​ຕ້ອງການ​ຢ່າງ​ຮີບ​ດ່ວນ​​ໃຫ້​ເພີ່​ມທະວີວຽກ​ງານ​ຄຸ້ມ​ຄອງ, ຮັບປະກັນ ​ແລະ ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາຝຶກ​ອົບຮົມ. ດັ່ງ​ນັ້ນ, ຕ້ອງ​ຍູ້​ແຮງການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ​ຕາມ​ມາດຕະຖານ​ແຫ່ງ​ຊາດ ຫຼື​ມາດຕະຖານ​ຂອງ​ພາກ​ພື້ນ, ​ສາກົນ. ການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ຖືກ​ຖື​ວ່າ​ເປັນ​ວິທີ​ແກ້​ທີ່​ສຳຄັນ​ໜຶ່ງ ​ເພື່ອ​ປະຕິບັດ 2 ​ໃນ 9 ກຸ່ມ​ໜ້າ​ທີ່​ຕົ້ນຕໍຂອງ​ສົກຮຽນ 2016 - 2017 ​ແລະ ບັນດາ​ສົກຮຽນ​ຕໍ່​ໄປ. ລະອຽດ, ການວາງ​ແຜນ​ກຳນົດ​ຄືນ​ໃໝ່​ ເຄືອ​ຂ່າຍ​ບັນດາ​ພື້ນຖານ​ການ​ສຶກສາ ຕ້ອງ​ອີງ​ໃສ່​ການ​ປະ​ເມີນ​ຜົນ, ການກວດ​ສອບ​ຄຸນ​ນະພາ​ບ, ​ຈາກ​ນັ້ນຈະ​ສ້າງ​ກົນ​ໄກ​ຂຶ້ນ​ມາ ​ເພື່ອ​ໃຫ້ບັນດາພື້ນຖານ​ການ​ສຶກສາມະຫາວິທະຍາ​ໄລ ອາດ​ຈະລວມກັນ​ເຂົ້າ, ຍຸບ​ເລີກ ຫຼື​ດັດ​ປັບ​ການ​ເຄື່ອນ​ໄຫວຂອງ​ຕົນ. ຄຽງ​ຂ້າງ​ນັ້ນ, ລະດັບ​​ເປັນ​ເຈົ້າ​ຕົນ​ເອງກໍ່​ຈະ​ໄດ້​ຮັບ​ມອບ​ໝາຍ​ອີງ​ໃສ່​ຄວາມ​ສາມາດ​ປະຕິບັດ​ຂອງ​ໂຮງຮຽນ. ຖ້າ​ໂຮງຮຽນມະຫາວິທະຍາ​ໄລໜຶ່ງ​ ຫາກ​ຜ່ານ​ການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາຫຼາຍ​ຄັ້ງ​ແຕ່​ບໍ່​ໄດ້​ຕາມ​ມາ​ຕະຖານ​ ກໍ່​ຈະ​ຖືກ​ຄວບ​ຄຸມ, ຖືກປະຕິບັດ​ວິ​ໄນ, ບໍ່​ໜຳ​ຖືກສັ່ງ​ໃຫ້​ຢຸດການ​ເຄື່ອນ​ໄຫວ.

​ເພື່ອສືບຕໍ່​ຜັນ​ຂະຫຍາຍ​ໂຄງການ​ປະຕິບັດ​ງານ​ຂອງ​ລັດຖະບານ ​ໃນ​ການ​ປະຕິບັດ​ມະຕິ​ສະບັບ​ເລກທີ 29-NQ/TW ຂອງ​ສູນ​ກາງ​ພັກ ກ່ຽວ​ກັບການ​ປ່ຽນ​ແປງ​ໃໝ່​ການ​ສຶກສາ​ແລະ​ຝຶກ​ອົບຮົມ​ຢ່າງຮອບດ້ານ, ພື້ນຖານ, ​ແລະ ບັນດາ​ມະຕິ​ຂອງ​ພັກ, ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ການ​ຊີ້​ນຳ​ຂອງ​ນາຍົກລັດຖະມົນຕີ, ​ໃນ​ເວລາ​ສະ​ເພາະ​ໜ້າ​ ຕ້ອງສຸມ​ໃສ່​ປະຕິບັດ​ບັນດາ​ວິທີ​ແກ້​ໄຂ​ດັ່ງ​ຕໍ່​ໄປ​ນີ້:

ທີ​ໜຶ່ງ, ສືບ​ຕໍ່​ບູລະນະ​ລະບົບ​ເອກະສານ​ ເພື່ອ​ໃຫ້​ມີ​ແລວ​ທາງ​ກົດໝາຍ​ອັນ​ຄົບ​ຖ້ວນ ​ໃຫ້​ແກ່​ການ​ຜັນ​ຂະຫຍາຍ​ວຽກ​ງານກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ຕາມ​ທິດ​ເຂົ້າ​ເຖິງ​ກັບ​ພາກ​ພື້ນ ​ແລະ ສາກົນ; ​ໄປ​ລັດ​ຮັບ​ກ່ອນ​ທ່າ​ອຽງ​ຂອງ​ການ​ປ່ຽນ​ແປງ​ກົດ​ໝາຍ​​ສຶກສາມະຫາວິທະຍາ​ໄລ. ກ່ອນ​ອື່ນ​ໝົດ, ຕ້ອງ​ປະກາດ​ໃຊ້​ຂໍ້​ກຳນົດ​ກ່ຽວ​ກັບການກວດ​ສອບ​ຄຸນ​ນະພາ​ບຂອງພື້ນຖານ​ການ​ສຶກສາມະຫາວິທະຍາ​ໄລ ສະບັບ​ໃໝ່ ບົນ​ພື້ນຖານ​ເຂົ້າ​ເຖິງ​ກັບ​ຊຸດ​ມາ​ຕະຖານ​ປະ​ເມີນ​ພື້ນຖານ​ການ​ສຶກສາ ຂອງ​​ເຄືອ​ຂ່າຍ​ຮັບປະກັນ​ຄຸນ​ນະພາ​ບຂອງ​ມະຫາວິທະຍາ​ໄລແຫ່ງ ອາ​ຊຽນ (AUN-QA). ຄົ້ນຄວ້າ​ສະ​ເໜີ​ແນະ​ບັນດາ​ນະ​ໂຍບາຍ​ສົ່ງ​ເສີນ ຫຼືມີ​ບົດ​ລົງ​ໂທດ​ທີ່​ສອດຄ່ອງ ​ແນ​ໃສ່ສ້າງ​ສິ່ງ​ຊຸກ​ດັນ​ ໃຫ້​​ບັນດາ​ພື້ນຖານ​ການ​ສຶກສາ ​ເຂົ້າ​ຮ່ວມ​ໃນ​ການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ, ຮັບປະກັນ​ບັນດາ​ຫຼັກການ​ຂອງການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ທີ່​ໄດ້​ກຳນົດ​ໃນ​ກົດໝາຍການ​ສຶກສາມະຫາວິທະຍາ​ໄລ.

ທີ​ສອງ, ປັບປຸງ​ບູລະນະ​ລະບົບການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ, ​ເພີ່ມ​ທະວີ​ຄວາມ​ສາມາດ​ປະຕິບັດ​ງານ​ໃຫ້ອົງການ​ຄຸ້ມ​ຄອງ​ລັດ ​ໃນ​ການ​ຮັບປະກັນ ​ແລະ ການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ, ບັນດາ​ອົງ​ການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ, ບັນດາ​ໜ່ວຍ​ງານ​​ສະ​ເພາະ​ທີ່​ເຮັດ​ວຽກ​ງານ​ຮັບປະກັນ​ຄຸນ​ນະພາ​ບຂອງ​ພື້ນຖານ​ການ​ສຶກສາ, ຖັນ​ແຖວ​ຜູ້​ກວດ​ສອບ​ຄຸນ​ນະພາ​ບ, ຜູ້​ປະ​ເມີ​ນຜົນ; ​ເພີ່ມ​ທະວີ​ຄວາມ​ສາມາດ​ໃຫ້​ບັນດາ​ອົງການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ສົມທົບ​ກັບ​ການ​ກວດກາ, ປະ​ເມີນ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ອົງການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ, ​​ແນ​ໃສ່​ຮັບປະກັນ​ໃຫ້​ບັນດາ​ອົງການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ​ໃນ​ການ​​ເຄື່ອນ​ໄຫວ​ປະ​ເມີນ​ຜົນ​ແລະ​ຮັບຮອງ ​ຖືກຕ້ອງ​ຕາມ​ທີ່​ກຳນົດ​ໄວ້; ​ເພີ່ມ​ທະວີ​ຄວາມ​ສາມາດ​ໃຫ້​ພະນັກງານ ​ແລະ ບັນດາ​ໜ່ວຍ​ງານ​​ສະ​ເພາະ​ທີ່​ເຮັດ​ວຽກ​ງານ​ຮັບປະກັນ​ຄຸນ​ນະພາ​ບຢູ່​ພື້ນຖານ​ການ​ສຶກສາ ​ໂດຍ​ຜ່ານ​ການ​ປະຊຸມ​ສຳ​ມະ​ນາ, ຝຶກ​ອົບຮົມ, ​ເຜີຍ​ແຜ່ ​ແລກປ່ຽນ ​ແບ່ງ​ປັນ​ບົດຮຽນ​ປະສົບ​ການ. ຍູ້​ແຮງ​ການ​ກໍ່ສ້າງ​ແລະ​ຄັດ​ເລືອກ​ຜູ້​ກວດ​ສອບທີ່ມີຄຸນສົມບັດ ​ຄວາມ​ສາມາດ, ຖືກ​ເໝາະ​ກັບ​ການ​ປ່ຽນ​ແປງ​ໃໝ່​ຂອງ​ການ​ສຶກສາ ການອົບຮົມ​ກໍ່ສ້າງ. ສູ້​ຊົນ​ເຖິງ​ທ້າຍ​ປີ 2018 ມີ​ຜູ້​ກວດ​ສອບ 500 ຄົນ, ທ້າຍ​ປີ 2020 ມີ​ຜູ້​ກວດ​ສອບ 800 ຄົນ.

ທີ​ສາມ, ຍູ້​ແຮງການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ, ກວມ​ທັງ​ການກວດ​ສອບ​ພື້ນຖານ​ການ​ສຶກສາ ​ແລະ ຫຼັກສູດ​ການ​ສຶກສາ, ສົ່ງ​ເສີມ​ການ​ປະ​ເມີນ​ຜົນ​ຕາມ​ມາດຕະຖານ​ສາກົນ. ຮອດ​ທ້າຍ​ປີ 2017, ມີ 35% ຈຳນວນ​ພື້ນຖານ​ການ​ສຶກສາມະຫາວິທະຍາ​ໄລ ​ແລະ 10% ຈຳນວນ​ວີ​ທະຍາ​ໄລຄູ ​ໄດ້​ຮັບ​ການກວດ​ສອບ. ຮອດ​ທ້າຍ​ປີ 2020 ການປະ​ເມີນ​ຜົນ​ພາຍ​ນອກ ຈະ​ສຳ​ເລັດ​ຮອບ​ທີ 1 ສຳລັບ​ບັນດາ​ພື້ນຖານ​ການ​ສຶກສາ, ປະມານ 10% ຈຳນວນ​ຫຼັກສູດ​ການ​ສຶກສາ ​ໄດ້​ຮັບ​ການ​ປະ​ເມີນ​ຜົນ​ຈາກ​ອົງການ​ກວດ​ສອບ​ພາຍ​ໃນ​ແລະ​ຕ່າງປະ​ເທດ, ປະຕິບັດ​ເປັນ​ຢ່າ​ງດີ​ແລະ​ເປັນ​ລະບຽບ ​ການ​ຮັບ​ຮອງ/ບໍ່ຮັບຮອງກ່ຽວ​ກັບ​ການ​ບັນລຸ​ມາດຕະຖານຫຼືບໍ່ ​ແລະ ​ປະກາດເປີດເຜີຍ​ ກ່ຽວ​ກັບ​ຜົນ​ຂອງການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ, ບັນດາ​ເງື່ອນ​ໄຂ​ຮັບປະກັນ​ຄຸນ​ນະພາ​ບຂອງ​ບັນດາ​ພື້ນຖານ​ການ​ສຶກສາ ​ໃຫ້​ສັງຄົມຮູ້​ແລະ​ຕິດຕາມ​ກວດກາ.

ທີ​ສີ່, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ໃນ​ຂົງ​ເຂດຮັບປະກັນການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ. ສົ່ງ​ເສີນ​ບັນດາ​ອົງການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ​ແລະ ບັນດາ​ພື້ນຖານການ​ສຶກສາ​ພາຍ​ໃນ​ປະ​ເທດ ​ເຂົ້າ​ຮ່ວ​ໃນເຄືອ​ຂ່າຍ​ຮັບປະກັນ​ຄຸນ​ນະພາ​ບຂອງ​ສາກົນ ​ແລະ ຂອງພາກ​ພື້ນອາຊີ-ປາຊີ​ຟິກ; ສົ່ງ​ເສີມ​ບັນດາ​ພື້ນຖານ​ການ​ສຶກສາ​ລົງ​ທະບຽນປະ​ເມີ​ນຜົນ, ກວດ​ສອບຫຼັກສູດ​ການ​ສຶກສາ ກັບ​ບັນດາ​ອົງການປະ​ເມີນ​ຜົນ ​ແລະ ກວດ​ສອບ​ຄຸນ​ນະພາ​ບການ​ສຶກສາສາກົນ ​ແລະ ພາກ​ພື້ນ​ທີ່​ມີ​ຊື່​ສຽງ.

ຍູ້​ແຮງການກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ​ແມ່ນ​ໜ້າ​ທີ່​ຮີບ​ດ່ວນ​ຂອງ​ຂະ​ແໜງ​ການ​ສຶກສາ​ທັງ​ໝົດ ​ເພື່ອ​ປະຕິບັດ​ການ​ປ່ຽນ​ແປງ​ໃໝ່​ການ​ສຶກສາ​ແລະ​ຝຶກ​ອົບຮົມ ​ຢ່າງຮອບດ້ານ ພື້ນຖານ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ໃນ​ເງື່ອນ​ໄຂ​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ​ແລະ​ເຊື່ອມ​ໂຍງ​ສາກົນ ຕາມ​ມະຕິ​ສະບັບ​ເລກທີ 29-NQ/TW ຂອງ​ພັກ. ຂະ​ແໜງ​ການ​ສຶກສາ​ໄດ້​ບັນລຸ​ບາດກ້າວ​ທີ່​ສຳຄັນ​ໃນວຽກ​ງານກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ, ອາ​ໃສ​ສິ່ງ​ດັ່ງກ່າວ​ນັ້ນ, ຄຸນ​ນະພາ​ບການ​ສຶກສາມະຫາວິທະຍາ​ໄລຂອງ​ຫວຽດນາມພວມ​ມີ​ການ​ຫັນປ່ຽນ​ທີ່​ຕັ້ງໜ້າ./.

​ໂດຍ ຝຸ່ງຊວັນ​ຍ້າ
ກຳມະການ​ສູນ​ກາງ​ພັກ,
ລັດຖະມົນຕີ​ກະຊວງ​ສຶກສາທິການ​ແລະຝຶກ​ອົບຮົມ​

              

 

---------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 895 (​ເດືອນ​ພຶດສະພາ 2017)

(1) ປະ​ເມີນ​ຜົນ​ພາຍ​ນອກ ​ແມ່ນ​ຂະ​ບວນການ​ສຳ​ຫຼວດ, ຕີ​ລາຄາ​ຂອງ​ອົງການ​ກວດ​ສອບ​ຄຸນ​ນະພາ​ບການ​ສຶກສາ ອີງ​ບົນ​ບັນດາ​ມາດຕະຖານ​ປະ​ເມີນ​ຄຸນ​ນະພາ​ບການ​ສຶກສາ ​ໂດນ​ແມ່ນກະຊວງ​ສຶກສາທິການ​ແລະຝຶກ​ອົບຮົມ​ປະກາດ​ໃຊ້ ​ເພື່ອກຳນົດ​ລະດັບ​ບັນລຸ​ມາດຕະຖານ​ຄຸນ​ນະພາ​ບການ​ສຶກສາ​ ຂອງ​ພື້ນຖານ​ການ​ສຶກສາ (ຄັດ​ໜັງສື​ວຽນ​ເລກທີ 62/2012/TT-BGDĐT ຂອງກະຊວງ​ສຶກສາທິການ​ແລະຝຶກ​ອົບຮົມ​)