ວກ. - ໜັງສືພິມ​ວາລະສານ​ຢູ່​ຫວຽດນາມ ຕັ້ງ​ຢູ່​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ​ແລະ ການ​ຄຸ້ມ​ຄອງ​ຂອງ​ລັດ, ​ໃນ​ນັ້ນ​ບັນຫາ​ວາງ​ແຜນ​ກຳນົດ​ໜັງສືພິມ​ເວົ້າ​ລວມ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ປະຈຳ​ຂອງ​ພັກ​ແລະ​ລັດ ​ເພື່ອ​ແນ​ໃສ່​ສ້າງ​ລະບົບ​ໜັງສືພິມ​ວາລະສານ​ທີ່​ສອດຄ່ອງ​ກັບ​ແຕ່ລະ​ໄລຍະ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ.

ພາບປະກອບ (ແຫຼ່ງ: vnu.edu)

ຄວາມ​ຈຳ​ເປັນ​ຕ້ອງ​ສ້າງ​ແລະ​ປະຕິບັດ​ແຜນ​ກຳນົດ​ລະບົບ​ໜັງສືພິມ​ວາລະສານ

ມາ​ດຕາ 17 ກົດໝາຍໜັງສືພິມ​ປີ 1989; ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ມາດຕາ​ຂອງກົດໝາຍໜັງສືພິມ​ປີ 1999 ກຳນົດ​ການ​ກໍ່ສ້າງ​ແລະ​ຊີ້​ນຳ​ປະຕິບັດ​ຍຸດ​ທະ​ສາດ, ​ແຜນ​ກຳນົດ, ​ແຜນການ​ພັດທະນາ​ພາລະກິດ​ໜັງສືພິມ ຊຶ່ງ​ເປັນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ທີ່​ສຳຄັນ​ຂອງ​ວຽກ​ງານ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ໜັງສືພິມ​ວາລະສານ (ຕໍ່​ໄປ​ນີ້ຂໍ​ຂຽນ​ຫຍໍ້​ວ່າ ໜັງສືພິມ).

ວັນ​ທີ 11 ຕຸລາ 2006, ກົມ​ການ​ເມືອງ​ສູນ​ກາງ​ພັກ​ໄດ້​ອອກ​ແຈ້ງ​ການສະຫຼຸບ​ສະບັບ​ທີ 41-TB/TW ວ່າ​ດ້ວຍ​ມາດ​ຕະການ​ຈຳນວນ​ໜຶ່ງ​ ເພື່ອ​ເພີ່ມ​ທະວີ​ການ​ນຳພາ​ແລະຄຸ້ມ​ຄອງໜັງສືພິມ, ​ໃນ​ນັ້ນ ຮຽກຮ້ອງ​ໃຫ້​ລັດຖະບານ​ປະຕິບັດ​ການ​ກໍ່ສ້າງ​ແຜນ​ກຳນົດລະບົບ​ໜັງສືພິມ​. ວັນ​ທີ 29 ຕຸລາ 2006, ນາຍົກລັດຖະມົນຕີປະກາດ​ໃຊ້ຄຳ​ສັ່ງ​ສະບັບ​ທີ 37/2006/CT-TTg ກ່ຽວ​ກັບ​ການ​ປະຕິບັດ​ຂໍ້​ສະຫຼຸບ​ຂອງ​ກົມ​ການ​ເມືອງ ວ່າ​ດ້ວຍ​ມາດ​ຕະການ​ຈຳນວນ​ໜຶ່ງ​ ເພື່ອ​ເພີ່ມ​ທະວີ​ການ​ນຳພາ​ແລະຄຸ້ມ​ຄອງໜັງສືພິມ; ​ມອບ​ໃຫ້​ກະຊວງ​ວັດທະນະທຳ-ຖະ​ແຫຼ​ງຂ່າວ, ປະຈຸ​ບັນ​ແມ່ນ​ກະຊວງຖະ​ແຫຼ​ງຂ່າວ​ແລະ​ການ​ສື່ສານ, ກວດຄືນ ປັບປຸງ​ບູລະນະ​ແຜນ​ກຳນົດ​ລະບົບ​ໜັງສືພິມ​ ​ແລະ ກໍ່ສ້າງ​ແຜນ​ກຳນົດ, ​ແຜນການ​ພັດທະນາ​ລະບົບສະຖານີ​ວິທະຍຸ​ກະ​ຈ່າຍ​ສຽງ, ວິທະຍຸ​ໂທລະພາບ, ໜັງສືພິມ​​ເອ​ເລັກ​ໂຕຣນິກ (ໜັງສືພິມ​ອອນ​ໄລ); ກຳນົດ​ລັກສະນະ​ຖືກ​ກົດໝາຍ, ຄວາມ​ສອດຄ່ອງ​ເໝາະ​ສົມ​ທາງ​ດ້ານຈຸດປະສົງ​ຄະຕິ​ທຳ, ພາລະ​ບົດບາດ, ໜ້າ​ທີ່​ຂອງ​ໜັງສືພິມ, ວາລະສານ, ລາຍການ​ວິທະຍຸ, ​ໂທລະພາບ, ໜັງສືພິມ​ອອນ​ໄລ​ໃນ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ​ເປັນ​ຕົ້ນ​ແມ່ນ ສະບັບ​ເພີ່ມ​ເຕີມ, ພາກ​ເພີ່ມ​ເຕີມ, ຫົວ​ຂໍ້​ພິ​ເສດ... ​ເພື່ອ​ຈັດ​ວາງ​ສັບ​ຊ້ອນ​ຄືນ​ໃໝ່​ຕາມ​ທິດ​ນຳ ພັດທະນາ​ໄປ​ຄຽງ​ຄູ່​ກັບ​ຄຸ້ມ​ຄອງ​ເປັນ​ຢ່າງ​ດີ.

ປະຈຸ​ບັນ ​ໃນທົ່ວ​ປະ​ເທດຫວຽດນາມ​ມີ 861 ອົງການ​ໜັງສືພິມ​, ​ໃນ​ນັ້ນ 199 ອົງການ​ໜັງສືພິມ (ສູນ​ກາງ​ມີ 86, ທ້ອງ​ຖິ່ນ​: 113), 662 ອົງການ​ວາລະ​ສານ (ສູນ​ກາງ​ມີ 525, ທ້ອງ​ຖິ່ນ: 137); 150 ໜັງສືພິມ​ອອນ​ໄລ ເຊິ່ງຕົ້ນຕໍ​ແມ່ນ​ໜັງສືພິມ​ອອນ​ໄລ​ຂອງ​ບັນດາ​ອົງການ​ໜັງສືພິມ​​ທີ່​ກ່າວ​ມາ​ຂ້າງ​ເທິງ; 66 ສະຖານີ​ວິທະຍຸ, ​ໂທລະພາບ​ສູນ​ກາງແລະທ້ອງ​ຖິ່ນ, ປະກອບ​ດ້ວຍ 2 ສະຖານີ​ແຫ່ງ​ຊາດ​ຄື ສະຖານີ​ວິທະຍຸ​ກະຈ່າຍສຽງ​ຫວຽດນາມ, ສະຖານີ​ໂທລະພາບ​ຫວຽດນາມ, 64 ສະຖານີ​ວິທະຍຸ, ​ໂທລະພາບຂອງ​ແຂວງ, ກຳ​ແພງ​ນະຄອນ​ຂຶ້ນກັບ​ສູນ​ກາງ; ສະ​ເພາະ​ນະຄອນ​ໂຮ່ຈີ​ມິນ​ມີ 2 ສະຖານີ (ສະຖາ​ນີ​ໂທລະພາບນະຄອນ​ໂຮ່ຈີ​ມິນ ​ແລະ ສະຖານີ​ວິທະຍຸ​ກະຈ່າ​ຍສຽງ​ປະຊາຊົນ​ນະຄອນ​ໂຮ່ຈີ​ມິນ).

ຮອດ​ທ້າ​ຍ​ເດືອນ​ມີນາ​ປີ 2017, ທົ່ວ​ປະ​ເທດ​ມີ​ນັກ​ຂ່າວ 18.380 ຄົນ​ທີ່​ໄດ້​ຮັບ​ບັດ​ນັກ​ຂ່າວ (​ໃນ​ນັ້ນ ​ນັກ​ຂ່າວ​ໜັງສືພິມ 11.695 ຄົນ; ນັກ​ຂ່າວ​ວິທະຍຸ ​ໂທລະພາບ 6.685 ຄົນ) ​ແລະ ​ນັກ​ຂ່າວ 5.000 ຄົນ​ທີ່​ເຮັດ​ວຽກ​ຢູ່​ອົງການ​ໜັງສືພິມ​ຕ່າງໆ ​ແຕ່​ຍັງ​ບໍ່​ທັນ​ໄດ້​ຮັບ​ບັດ​ນັກ​ຂ່າວ.

​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ໜັງສືພິມ​ຫວຽດນາມ​ໄດ້​ເຮັດ​ເປັນ​ຢ່າງ​ດີ​ ພາລະ​ບົດບາດ​ເປັນ​ກະບອກ​ສຽງ​ຂອງ​ພັກ​ແລະ​ລັດ ທັງ​ເປັນ​ເວທີ​ປາ​ໄສ​ຂອງ​ປະຊາຊົນ. ​ໂດຍ​ພື້ນຖານ​ແລ້ວ ໜັງສືພິມ​ໄດ້​ເຄື່ອນ​ໄຫວ​ຖືກຕ້ອງ​ຕາມ​ກົດໝາຍ, ຖືກ​ຕາມ​ທິດ​ທາງ, ​ໂຄສະນາ​ຢ່າງ​ທັນ​ການ​ ກ່ຽວ​ກັບ​ການ​ຜັນ​ຂະຫຍາຍບັນດາ​ມະຕິ ຄຳ​ສັ່ງ ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ ກົດໝ​າຍຂອງ​ລັດ. ໜັງສືພິມ​ໄດ້​ເປັນ​ເຈົ້າ​ການ​ກໍ່ສ້າງ, ຜັນ​ຂະຫຍາຍ​ແຜນການ​ໂຄສະນາ​ຂົນຂວາຍ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ, ​ເພີ່ມ​ທະວີຄວາມ​ເຫັນ​ດີ​ເຫັນ​ພ້ອມ, ຄວາມ​ເຊື່ອ​ຖື​ຂອງ​ພະນັກງານ ສະມາຊິກ​ພັກ ​ແລະ ປະຊາຊົນ, ຍົກ​ສູງ​ຄວາມ​ສາມາດ​ນຳພາແລະກຳລັງ​​ແຮງສູ້​ຮົບ​ຂອງ​ພັກ, ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ໜ້າ​ທີ່​ໃນ​ໄລຍະ​ການ​ປະຕິວັດ​ໃໝ່; ຄົ້ນ​ເຜີ​ຍ, ຍ້ອງຍໍ​ຊົມ​ເຊີຍ​ຢ່າງ​ທັນ​ການ​ ຕໍ່​ບັນດາ​ປັດ​ໃຈ​ໃໝ່, ​ແບບຢ່າງ​ດີ​ເດັ່ນ​ ໃນ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ; ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ການ​ຟຸມ​ເຟືອຍ ຫຍໍ້​ທໍ້, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ປະຊາຊົນ; ​ເປັນ​ເຈົ້າ​ການ​ໃນ​ການ​ຕໍ່ສູ້​ຕ້ານ​ຂ່າວ​ຄາວ ທັດສະນທີ່​ຜິດພາດ ​ເປັນ​ສັດຕູ; ​ເຮັດ​ເປັນ​ຢ່າງ​ດີ​ວຽກ​ງານ​ໂຄສະນາ​ ເພື່ອ​ໃຫ້​ປະຊາຊົນ​ເຫັນ​ແຈ້ງກົນອຸບາຍ​ຂອງ​ບັນດາ​ອິດ​ທິກຳລັງ​ປໍ​ລະ​ປັກ, ປະກອບສ່ວນ​ປົກ​ປັກ​ຮັກສາ​ລັດທິ​ມາກ-​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນ, ປົກ​ປັກ​ຮັກສາ​ກຸ່ມ​ກ້ອນ​ມະຫາ​ສາມັກ​ຄີ​ປວງ​ຊົນ​ທັງ​ຊາດ, ອະທິປະ​ໄຕ ຜືນ​ແຜ່ນ​ດີ​ນອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ, ຮັກສາ​ສິ່ງ​ແວດ​ລ້ອມ​ສັນຕິພາບ ສະຖຽນ​ລະ​ພາບ ການ​ຮ່ວມ​ມື​ໄວ້​ຢ່າງ​ໝັ້ນຄົງ ​ເພື່ອ​ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ​ຊາດ...

​ແຕ່, ​ເຖິງ​ວ່າ​ມີ​ໜັງສືພິມ​ເປັນຈຳນວນ​ຫຼາຍ​ກໍ່ຕາມ ​ແຕ່​ຄຸນ​ນະພາ​ບການ​ເຄື່ອນ​ໄຫວຂອງໜັງສືພິມ​ກໍ່​ຍັງ​ບໍ່​ທັນ​ສົມ​ຄູ່​ກັບ​ຄວາມ​ຕ້ອງການ, ສະພາບການ​ແຊກ​ຊ້ອນ​ກັນ​ທາງ​ດ້ານ​ເນື້ອ​ໃນ, ຈຸດປະສົງ, ​ເປົ້າ​ໝາຍແລະຫຼັກການ​ຮັບ​ໃຊ້ ຍັງ​ສັບສົນ​ຫຼາຍ ​ແລະ ຍັງ​ບໍ່​ທັນ​ໄດ້​ແກ້​ໄຂ​ຢ່າງ​ມີ​ປະສິດທິ​ຜົນ; ທ່າ​ອຽງ​ສື່​ຂ່າວ​ແບບ​ກະຕຸກ​ເສັ້ນ, ຈອບ​ອອຍ​ຜູ້​ອ່ານ, ​ແລ່ນ​ຕາມ​ຄວາມ​ນິຍົມ​ທຳ​ມະ​ດາ​ສາມັນ ​ຂອງປະຊາຊົນ​ພາກສ່ວນ​ໜຶ່ງ; ສື່​ຂ່າວ​ທີ່​ບໍ່​ສຳ​ຜັດໄວ​ດ້ານ​ການ​ເມືອງ, ບໍ່​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ, ຂອງ​ປະຊາຊົນ; ສື່​ຂ່າວ​ບໍ່​ຖືກ​ກັບ​ຄວາມ​ຈິງ, ​ເປັນ​ຜົນ​ເສຍ​ຫາຍ​ໃຫ້​ແກ່​ຜົນ​ປະ​ໂຫຍ​ດຂອງ​ຊາດ, ທຳຮ້າຍອິດ​ທິພົນຂອງອົງການ​ຈັດ​ຕັ້ງ, ກຽດ​ສັກ​ສີ​ແລະ​ມະນຸດ​ສະພາບ​ຂອງ​ພົນລະ​ເມືອງ; ສື່​ຂ່າວ​ບໍ່​ສອດຄ່ອງ​ກັບຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຫວຽດນາມ; ລະ​ເມີດ​ລິຂະ​ສິດ​ໃນ​ໜັງສືພິມ... ຍັງ​ກວມ​ອັດຕາ​ສ່ວນ​ສູງ​ໃນ​ບັນດາ​ການ​ກະທຳ​ລະ​ເມີດ​ຂອງ​ໜັງສືພິມ.

ຄຽງ​ຂ້າງ​ນັ້ນ, ການວາງ​ແຜນ​ກຳນົດ, ຈັດ​ວາງ​ໜັງສືພິມຕ້ອງ​ຄິດ​ໄລ່​ເຖິງ​ທ່າ​ອຽງ​ພັດທະນາ​ໜັງສືພິມ​ໃນ​ໂລກ. ​ເຕັກ​ໂນ​ໂລຊີ ເຕັກນິກ​ນັບ​ມື້​ນັບ​ຂະຫຍາຍຕົວ​ ໄດ້​ຊຸກຍູ້ ​ແລະ ຫັນ​ເປັນ​ຫຼາກ​ຫຼາຍ​ຕໍ່​ຄວາມ​ຕ້ອງການ​ຊົມ​ໃຊ້ຂ່າວສານ​ຂອງ​ປະຊາຊົນ, ​ເຮັດ​ໃຫ້​ຈິນຕະນາການ​ຄຸ້ມ​ຄອງ, ວິທີ​ແລະ​ຕົວ​ແບບ​ການ​ຜະລິດ ຕ້ອງ​ປ່ຽນ​ແປງ​ໄປ, ຕາມ​ນັ້ນ ໜັງສືພິມເຈ້ຍມີ​ທ່າ​ອຽງ​ຫຼຸດ​ລົງ, ​ໂທລະພາບ​ແລະ​ໜັງສືພິມ​ອອນ​ໄລນັບ​ມື້​ນັບ​ຂະຫຍາຍຕົວ. ການ​ເຄື່ອນ​ໄຫວ​ຂອງ​ອົງການ​ໜັງສືພິມ​ມີ​ທ່າອຽງ​ຫັນ​ໄປສູ່ ຮູບ​​ແບບອົງການ​ສື່​ມວນ​ຊົນ​ມັນ​ຕິມີ​ເດຍ ທີ່ມີ​ຫຼາຍ​ປະ​ເພດ​ໜັງສືພິມ, ​ສະໜອງ​ການ​ບໍລິການ​ຫຼາຍ​ຢ່າງ​ທີ່​ກ່ຽວຂ້ອງ​ກັບ​ການ​ສື່ສານ, ບົນ​ພື້ນຖານ​ສົມທົບ​ທ່າດີຕ່າງໆ ຂອງໜັງສື​ພີ​ມ​ເຈ້ຍ, ໜັງສືພິມ​ກະຈ່າງ​ສຽງ, ໜັງສືພິມ​ໂທລະພາບ, ໜັງສືພິມ​​ອອນ​ໄລ.

ລະບຽບ​ການ​ສື່​ສານ​ໃນ​ໂລກ​ພວມ​ມີ​ຄວາມ​ບໍ່​ສະ​ເໝີ​ພາບ: ບັນດາ​ບໍລິສັດ​ສື່ສານ​ມັນ​ຕິ​ມີ​ເດຍຂອງ​ບາງ​ປະ​ເທດ​ທີ່​ມີທ່າ​ແຮງ​ທາງ​ດ້ານ​ພາຫະນະ​ ແລະ ພື້ນຖານ​ເຕັກນິກ ​ໄດ້​ຄອບ​ງຳຊັບພະຍາກອນ​ຂໍ້​ມູນ​ຂ່າວສານ​ເກືອບ​ທັງ​ໝົດ​ຂອງ​ໂລກ. ຄຽງ​ຂ້າງ​ນັ້ນ, ການ​ຂະຫຍາຍຕົວ​ຂອງ​ບັນດາ​ປະ​ເພດສື່​ມວນ​ຊົນ​ສັງຄົມ ​ໄດ້​ພາ​ໃຫ້​ເກີດ​ການ​ແຂ່ງຂັນ​ກັນຢ່າງ​ເຄັ່ງຮ້ອນ​ກ່ຽວ​ກັບ​ການ​ສື່​ຂ່າວ​ໃນການ​ເຄື່ອນ​ໄຫວ​ໜັງສືພິມ.

ອີງ​ໃສ່​ສະພາບ​​ຕົວ​ຈິງ ​ແລະ ທ່າ​ອຽງ​ຂະຫຍາຍຕົວ​ຂອງ​ໜັງສືພິມດັ່ງກ່າວ​ເທິງ​ນີ້, ​ໂດຍ​ປະຕິບັດ​ຄຳ​ເຫັນ​ຊີ້​ນຳ​ຂອງ​ກົມ​ການ​ເມືອງ ຄະນະ​ເລຂາທິການ ​ແລະ​ ຂອງລັດຖະບານ, ການ​ກໍ່ສ້າງ​ແຜນ​ກຳນົດ​ການ​ພັດທະນາ ​ແລະ ຄຸ້ມ​ຄອງ​ໜັງສືພິມ​ໃນ​ທົ່ວ​ປະ​ເທດ​ຮອດ​ປີ 2025 ນັ້ນ​ ແມ່ນມີ​ຄວາມ​ຈຳ​ເປັນ​ທີ່​ສຸດ, ​ເພື່ອ​ແນ​ໃສ່​ພັດທະນາ​ໜັງສືພິມ​ຕາມ​ທິດ​ປະຕິວັດ, ມື​ອາຊີບ, ທັນ​ສະ​ໄໝ, ມີ​ຄຸນ​ນະພາ​ບ ປະສິດທິ​ຜົນ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂ່າວສານ​ຂອງ​ປະຊາຊົນ.

​ເປົ້າ​ໝາຍ​ຂອງ​ແຜນ​ກຳນົດ​ແມ່ນ ຈັດ​ວາງ​ລະບົບ​ໜັງສືພິມ​ຕິດ​ກັບ​ການ​ປ່ຽນ​ແປງ​ໃໝ່ຮູບ​ແບບ​ການຈັດ​ຕັ້ງ, ຍົກ​ສູງ​ຄຸນ​ນະພາ​ບການ​ນຳພາ ຄຸ້ມ​ຄອງ​ໜັງສືພິມ ​ເພື່ອ​ພັດທະນາ​ລະບົບໜັງສື​ພີ​ມ​ເຈ້ຍ, ໜັງສືພິມ​ກະຈ່າຍສຽງ, ໜັງສືພິມ​ໂທລະພາບ, ໜັງສືພິມ​ອອນ​ໄລ; ກໍ່ສ້າງ​ອົງການ​ໜັງສືພິມ​ມັນ​ຕິ​ມີ​ເດຍຈຳນວນ​ໜຶ່ງ​ໃຫ້​ເປັນ​ຫຼັກ​ແຫຼ່ງ​ແກ່ນສານ, ມີ​ບົດບາດ​ກຳນົດ​ທິດ​ທາງ​ການ​ສື່​ຂ່າວ​ໜັງສືພິມ, ສື່ຂ່າວ​ໃນ​ເຄືອ​ຂ່າຍ​ໂທລະ​ຄົມມະນາຄົມ, ອິນ​ເຕີ​ເນັດ; ຈັດ​ວາງ​ຄືນ​ໃໝ່​ບັນດາ​ອົງການ​ໜັງສືພິມ ​ເພື່ອ​ແກ້​ໄຂ​ສະພາບ​ການ​ທັບ​ຊ້ອນ​ກັນ, ການລົງທຶນ​ແບບ​ກະ​ແຈກ​ກະຈາຍ, ການຈັດ​ການ​ຄຸ້ມ​ຄອງຫຼະຫຼວມ, ​ເຄື່ອນ​ໄຫວ​ຫ່າງ​ເຫີ​ນຈາກ​ວັດຖຸ​ປະ​ສັງ​ຫຼັກການ; ຕິດ​ກັບ​ການ​ກຳນົດ​ແຈ້ງ​ຄວາມ​ຮັບຜິດຊອບ​ໃນ​ການ​ນຳພາ ຄຸ້ມ​ຄອງ​ໜັງສືພິມ​ ຂອງບັນດາ​ອົງຄະ​ນະ​ພັກ ອຳນາດ​ການ​ປົກຄອງ, ​ເປັນ​ຕົ້ນ​ແມ່ນ​ຜູ້ນຳ​ໜ້າ​ອົງການ​ເຈົ້າ​ຄຸ້ມ​ຄອງ​ໜັງສືພິມ ​ແລະ ອົງການ​ໜັງສືພິມ; ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ຄຸ້ມ​ຄອງ, ນັກ​ຂ່າວ, ຜູ້​ບັນນາທິການ ທີ່​ມີ​ຄຸນສົມບັດ ຄວາມ​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ໜັງສືພິມ​ໃນ​ສະພາບ​ການ​ໃໝ່.

ຜັນ​ຂະຫຍາຍ​ປະຕິບັດ​ແຜນ​ກຳ​ນົດ​ຢ່າງຮອບ​ຄອບ, ຮັບປະກັນ​ປະສິດທິ​ຜົນ ​ແທດ​ຈິງ

​ໂດຍ​ປະຕິບັດ​ມະຕິ​ຕົກລົງສະບັບ​ທີ 40/NQ-CP, ວັນ​ທີ 1 ມິຖຸນາ 2015, ຂອງ​ລັດຖະບານ ​ແລະ ຄຳເຫັນ​ຊີ້​ນຳ​ຂອງ​ນາຍົກລັດຖະມົນຕີ, ວັນ​ທີ 25 ກັນຍາ 2015, ກະຊວງ​ຖະ​ແຫຼ​ງຂ່າວ​ແລະ​ການ​ສື່ສານ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ເຜີຍ​​ແຜ່​ເນື້ອ​ໃນ​ພື້ນຖານ​ຂອງ ​ແຜນ​ກຳນົດ​ການ​ພັດທະນາ​ແລະ​ຄຸ້ມ​ຄອງ​ໜັງສືພິມ​ໃນ​ທົ່ວ​ປະ​ເທດ​ຮອດ​ປີ 2025 ຢູ່​ຮ່າ​ໂນ້ຍ. ​​ມີ​ຜູ້ຕາງໜ້າ​ການ​ນຳ​ຂອງ​ບັນດາ​ອົງການ​ເຈົ້າ​ຄຸ້ມ​ຄອງ​ໜັງສືພິມ​ຢູ່​ສູນ​ກາງແລະທ້ອງ​ຖິ່ນ ​ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມຢ່າງ​ຄົບ​ໜ້າ​ຄົບ​ຕາ.

​ໃນ​ທີ່​ກອງ​ປະຊຸມ, ກະຊວງ​ຖະ​ແຫຼ​ງຂ່າວ​ແລະ​ການ​ສື່ສານ ​ໄດ້​ສະໜອງ, ລາຍ​ງານ​ຊາບ​ຊຶມ​ບັນດາ​ເນື້ອ​ໃນ​ອັນ​ພື້ນຖານ​ຂອງ ​ແຜນ​ກຳ​ນົດ​ການ​ພັດທະນາ​ແລະຄຸ້ມ​ຄອງ​ໜັງສືພິມ​ໃນ​ທົ່ວ​ປະ​ເທດ​ຮອດ​ປີ 2025 ​ແລະ ​ແນະນຳ​ໃຫ້​ບັນດາ​ອົງການ, ທ້ອງຖິ່ນ ສ້າງ​ແຜນການ​ຜັນ​ຂະຫຍາຍ​ປະຕິບັດ​ແຜນ​ກຳນົດ ​ແລະ ​ຝາກ​ມາ​ໃຫ້ກະຊວງ​ຖະ​ແຫຼ​ງຂ່າວ​ແລະ​ການ​ສື່ສານ ກ່ອນ​ວັນ​ທີ 20 ຕຸລາ 2015 ​ເພື່ອ​ລວບ​ລວມລາຍ​ງານ​ໃຫ້​ນາຍົກລັດຖະມົນຕີ.

ກະຊວງ​ຖະ​ແຫຼ​ງຂ່າວ​ແລະ​ການ​ສື່ສານກໍ່​ໄດ້​ເຮັດ​ວຽກ​ກັບ​ອົງການ​ເຈົ້າ​ຄຸ້ມ​ຄອງໜັງສື​ພິມ​ຈຳນວນ​ໜຶ່ງ ເພື່ອຜັນ​ຂະຫຍາຍ​ປະຕິບັດ​ແຜນ​ກຳນົດນັ້ນ, ​ເຊັ່ນ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ, ສະມາພັນສິລະ​ປະວັນນະຄະດີຫວຽດນາມ, ຄະນະ​ກຳມະການ​ປະຊາຊົນ​ນະຄອນຮ່າໂນ້ຍ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈີ​ມິນ, ຄະນະ​ກຳມະການ​ປະຊາຊົນ​​ແຂວງຫວິ​ງລອງ...

ຜ່ານ​ການ​ເຮັດ​ວຽກ​ກັບ​​ອົງການ​ເຈົ້າ​ຄຸ້ມ​ຄອງ​ໜັງສືພິມ​ຈຳນວນ​ໜຶ່ງ​ຢູ່​ສູນ​ກາງ, ທ້ອງ​ຖິ່ນ ​ແລະ ສັງ​ລວມສະບັບ​ຮ່າງ​ແຜນການ​ຂອງ​ບັນດາອົງການ ທ້ອງ​ຖິ່ນຕ່າງໆ, ກະຊວງ​ຖະ​ແຫຼ​ງຂ່າວ​ແລະ​ການ​ສື່ສານ​ໄດ້​ສັງ​ລວມ​ແລະ​ລາຍ​ງານ​ຕໍ່​ນາຍົກລັດຖະມົນຕີ. ຕາມ​ນັ້ນ, ​ໃນ​ຈຳນວນ 205 ອົງການ​ເຈົ້າ​ຄຸ້ມ​ຄອງ​ໜັງສືພິມ​ຢູ່​ສູນ​ກາງ, ມີ 42 ອົງການ​ເຈົ້າ​ຄຸ້ມ​ຄອງ​ໜັງສືພິມ​ຢູ່​ໃນ​ປະ​ເພດ​ຕ້ອງປະຕິບັດແຜນ​ກຳນົດ; ມີ 24/63 ອົງການ​ເຈົ້າ​ຄຸ້ມ​ຄອງໜັງສື​ພິມ​ຢູ່​ທ້ອງ​ຖິ່ນ​ຕ້ອງ​ປະຕິບັດ​ແຜນ​ກຳນົດ.

​ແຕ່​ວ່າ, ​ໃນ​ຂະ​ບວນວິວັດ​ການ​ປະຕິບັດ​ແຜນ​ກຳນົດ​, ມີ​ຄວາມ​ຫຍຸ້ງຍາກ ຂໍ້​ຈຳກັດ​ບໍ່​ໜ້ອຍ. ຮອດ​ກຳນົດ​ເວລາ​ຕາມ​ຂໍ້​ສະ​ເໜີ​ຂອງກະຊວງ​ຖະ​ແຫຼ​ງຂ່າວ​ແລະ​ການ​ສື່ສານ​ໃນ​ກອງ​ປະຊຸມ​ວັນ​ທີ 25 ກັນຍາ 2015, ຫຼາຍ​ອົງການ, ທ້ອງ​ຖິ່ນ​ຍັງ​ບໍ່​ມີ​ລາຍ​ງານ. ກະຊວງ​​ໄດ້​ຕໍ່ກຳນົດ​ເວລາ​ຮອດ​ວັນ​ທີ 30 ທັນວາ 2015 ​ເພື່ອ​​ໃຫ້​ບັນດາ​ອົງການ​ເຈົ້າ​ຄຸ້ມ​ຄອງໜັງສື​ພິມຢູ່​ໃນ​ປະ​ເພດ​ຕ້ອງ​ປະຕິ​ບັດແຜນ​ກຳນົດ​ນັ້ນ ດຳ​ເນີນ​ການ​ກວດຄືນ ສ້າງ​ແຜນການ​ຜັນ​ຂະຫຍາຍ​ປະຕິບັດ​ແຜນ​ກຳນົດ​ບັນດາ​ອົງການ​ໜັງສືພິມທີ່​ຂຶ້ນ​ກັບ​ຕົນ ຕາມ​ເນື້ອ​ໃນ​ຂອງແຜນ​ກຳນົດ​ການ​ພັດທະນາແລະຄຸ້ມ​ຄອງ​ໜັງສືພິມ​ໃນ​ທົ່ວ​ປະ​ເທດ​ຮອດ​ປີ 2025, ​ແຕ່​ຮອດ​ກຳນົດ​ເວລາ​ແລ້ວ ກໍ່ຍັງ​ມີ​ຫຼາຍ​ອົງການ, ທ້ອງ​ຖິ່ນບໍ່​​ໄດ້ກໍ່​ສ້າງ​ແຜນ​ກຳນົດ, ຍັງ​ບໍ່​ທັນ​ຝາກ​ລາຍ​ງານ​ມາໃຫ້ກະຊວງ​ຖະ​ແຫຼ​ງຂ່າວ​ແລະ​ການ​ສື່ສານ ​ເພື່ອ​ສັງ​ລວມລາຍ​ງານ​ໃຫ້​ລັດຖະບານ. ບັນດາ​ອົງການ, ທ້ອງ​ຖິ່ນທີ່​ຍັງ​ບໍ່​ທັນ​ກໍ່ສ້າງ​ຮ່າງ​ແຜນ​ກຳນົດ ລ້ວນ​ແຕ່​ອ້າງ​ວ່າ ​ຍ້ອນ​ຍັງ​ບໍ່​ທັນ​ມີ​ມະຕິ​ຕົກລົງ​ຂອງ​ນາຍົກລັດຖະມົນຕີກ່ຽວ​ກັບ​ແຜນ​ກຳນົດ​ໜັງສືພິມ ດັ່ງ​ນັ້ນ​ຈຶ່ງ​ຍັງ​ບໍ່​ທັນ​ມີ​ພື້ນຖານ​ເພື່ອ​ປະຕິບັດ.

ຄຽງຂ້າງ​ນັ້ນ, ຫຼາຍ​ອົງການ​ເຈົ້າ​ຄຸ້ມ​ຄອງ​ໜັງສືພິມ​ໄດ້​ສະ​ເໜີ​ແຜນ​ຮ່າງພິ​ເສດ, ດ້ວຍ​ທັດສະນະ​ທີ່​ຍົກ​ອອກ​ມາ​ແມ່ນ ສຳລັບ​ບັນດາ​ອົງການ​ໜັງສືພິມ​ທີ່​ພວມ​ເຄື່ອນ​ໄຫວ​ດີ, ​ເປັນ​​ກະບອກ​ສຽງ​ຂອງອົງການ​ຈັດ​ຕັ້ງ, ກຸ່ມ​ສາທາລະນະ​ຊົນ​ພິ​ເສດ, ມີ​ຊື່​ສຽງ, ມີ​ແຮງ​​ເຜີຍ​ແຜ່​ຂ່າວສານ​ຢ່າງ​ກວ້າງຂວາງ, ຮັບ​ໃຊ້​ການ​ໂຄສະນາ​ຢ່າງ​ມີ​ປະສິດທິ​ຜົນ ກໍ່​ຄວນ​ມີ​ແຜນ​ຮ່າງ​ສ້າງ​ເງື່ອນ​ໄຂ​ໃຫ້​ອົງການ​ໜັງສື​ພິມນັ້ນຂະຫຍາ​ຍຕົວ​ຍິ່ງ​ກວ່າ​ອີກ, ​ເຊັ່ນ​ກະຊວງ​ຕຳຫຼວດ, ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີມິນ, ນະຄອນ​ຮ່າ​ໂນ້ຍ, ນະຄອນ​ໂຮ່ຈີ​ມິນ ລ້ວນ​ແຕ່​ໄດ້​ສະ​ເໜີ​ກົນ​ໄກ​ພິ​ເສດ.

ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍບໍ່​ໜ້ອຍ​ ກ່ຽວ​ກັບ​ຄວາມ​ຂັດ​ແຍ່ງ​ຈຳນວນ​ໜຶ່ງທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ຂະ​ບວນວິວັດ​ການ​ຜັນ​ຂະຫຍາຍ, ​ເຊັ່ນ ມີ​ອົງການ​ໜັງສືພິມ​ຢູ່​ໃນ​ປະ​ເພດ​ເປົ້າ​ໝາຍ​ດັດສົມ ​ແຕ່​ພັດໄດ້​ແຈກ​ຢາຍ​ໜັງສືພິມ​ດ້ວຍ​ຈຳນວນຫຼາຍ, ມີ​ອິດ​ທິພົນ​ຕໍ່​ສັງຄົມ​ກວ້າງ ຫຼື​ການ​ປະຕິບັດ​ແຜນ​ກຳນົດ​ ​ໂຮມ​ອົງການ​ໜັງສືພິມ​ເຂົ້າກັນ ອາດ​ຈະກໍ່​ໃຫ້​ເກີດ​ຄວາມ​ສັບສົນ​ຄົນ​ເລ, ​ເປັນ​ຜົນ​ສະທ້ອນ​ເຖິງ​ຖັນ​ແຖວ​ນັກ​ຂ່າວ...

​ແນ່ນອນ​ວ່າ ​ໃນ​ຂະ​ບວນວິວັດ​ການ​ຜັນ​ຂະຫຍາຍ ບໍ່​ອາດ​ຈະ​ຫຼີກ​ລ່ຽງຄວາມ​ຂັດ​ແຍ່ງ ສິ່ງ​ຄົງ​ຄ້າງ​ໄດ້. ຕົວຢ່າງ​ເຊັ່ນ, ໜັງສືພິມ​ຊາວ​ໜຸ່ມ​ຂອງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ນະຄອນ​ໂຮ່ຈີ​ມິນ ບໍ່​ພຽງ​ແຕ່ມີ​​ອິດ​ທິພົນ​ຢູ່​ໃນຊາວ​ໜຸ່ມ, ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ນະຄອນ​ໂຮ່ຈີ​ມິນ​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ໜັງສືພິມ​ກ່ຽວ​ກັບ​ເສດຖະກິດ-ການ​ເມືອງ​ຂອງ​ທົ່ວ​ນະຄອນ, ທົ່ວ​ປະ​ເທດ, ​ແຕ່​ນີ້​ພັດ​ເປັນ​ໜັງສືພິມ​ຂອງ​ຂັ້ນ​ພະ​ແນ​ກ, ​ໃນ​ຂະນະ​ນັ້ນ ຕານ​ແຜນ​ກຳນົດ​ໜັງສືພິມ ຂັ້ນ​ພະ​ແນ​ກບໍ່​ມີ​ໜັງສືພິມ​ເຈ້ຍ. ຫຼື​ວ່າ ໜັງສືພິມ​ອອນ​ໄລ ​ເຢິນຈີ໋ ກໍ່​ເປັນ​ໜຶ່ງ​ໃນ​ບັນດາໜັງສືພິມ​ທີ່​ມີ​ຜູ້​ອ່ານ​ຢ່າງຫຼວງ​ຫຼາຍ, ​ແຕ່​ພັດ​ເປັນ​ໜັງສືພິມ​ຂອງ ສະມາຄົມ​ສົ່ງ​ເສີມ​ການ​ຮ່ຳຮຽນ​ຫວຽດນາມ, ​ເຊິ່ງຕານ​ແຜນ​ກຳນົດ​ໜັງສືພິມ ສະມາຄົມ​ອາຊີບ​ບໍ່​ມີ​ໜັງສື​ພິມ​ອອນ​ໄລ, ມີ​ພຽງ​ວາລະສານ​ເທົ່າ​ນັ້ນ. ຫຼື​ວ່າ ນະຄອນ​ຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈີ​ມິນ ​ເປັນ​ສອງ​ທ້ອງ​ຖິ່ນ​ທີ່​ມີຫຼາຍ​ອົງການ​ໜັງສືພິມ, ຖ້າ​ຫາກ​ຜັນ​ຂະຫຍາຍຖືກຕ້ອງ​ຕາມ​ແຜນ​ກຳນົດ ກໍ່​ຈະ​ເປັນ​ບັນຫາ​ທີ່​ຍາກ ຮຽກຮ້ອງ​ໃຫ້​ທຸກ​ຂັ້ນ​ຕ້ອງ​ຮ່ວມ​ແຮງ​ກັນ​ເພື່ອ​ແກ້​ໄຂ.

ກະຊວງ​ຖະ​ແຫຼ​ງຂ່າວ​ແລະ​ການ​ສື່ສານຢືນຢັນ​ຈະ​ຜັນ​ຂະຫຍາຍ​ແຜນ​ກຳນົດໜັງສືພິມ​ຢ່າງຮອບ​ຄອບ, ຫຼີກ​ລ່ຽງການ​ສົ່ງ​ຜົນ​ກຳ​ທົບ​ແຮງ​ຕໍ່​ຖັນ​ແຖວ​ຜູ້​ເຮັດ​ໜັງສືພິມ, ​ເປັນ​ຕົ້ນ​ແມ່ນ​ໃນ​ສະພາບ​ການ​ປະຈຸ​ບັນ ຊຶ່ງ​ສະພາບ​ການ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດພວມ​ມີ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ ​ແລະ ຖັນ​ແຖວ​ຜູ້​ເຮັດ​ໜັງສືພິມ​ກໍ່​ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ, ​ເພື່ອ​ທັງ​ຮັບປະກັນ​ຄວາມ​ໝັ້ນຄົງ, ທັງ​ຮັບປະກັນ​ໃຫ້​ໜັງສືພິມ​ພັດທະນາ​ຢ່າງ​ຖືກຕ້ອງ​ຕາມ​ທິດ​ທາງ​ທີ່​ໄດ້​ກຳ​ນົດ, ຫຼີກ​ລ່ຽງການ​ທັບ​ຊ້ອນ​ກັນ, ​ເປັນ​ຕົ້ນ​ແມ່ນ​ທາງ​ດ້ານ​ພາລະ​ບົດບາດ, ໜ້າ​ທີ່, ວັດຖຸ​ປະສົງ, ຫຼັກການ.

​ໃນ​ພາບ​ຕົວ​ຈິງ​ທີ່​ຜ່ານ​ມາ, ​ໃນ​ວິວັດ​ການ​ຜັນ​ຂະຫຍາຍ ພວກ​ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ​ຕໍ່​ການ​ທີ່ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຫຼາຍ​ແຫ່ງ​ໄດ້​ເປັນ​ເຈົ້າ​ການ, ຕັ້ງໜ້າ​ກໍ່ສ້າງ, ຜັນ​ຂະຫຍາຍ​ແຜນ​ກຳນົດ​ໜັງສືພິມ. ​ເຊັ່ນ ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ໄດ້ຢຸດຕິ​ການ​ພິມ​ຈຳໜ່າຍໜັງສືພິມ 1 ສະບັບ, ວາລະສານ 5 ສະບັບ ​ແລະ ຈັດ​ວາງ, ​ໂຮມ​ເຂົ້າ​ກັບ​ໜັງສືພິມ​ຄົມມະນາຄົມ. ບາງ​ກະຊວງ​ເຊັ່ນ ກະຊວງ​ອຸດສາຫະກຳ​ການ​ຄ້າ, ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ຕຳຫຼວດ... ກໍ່​ເປັນ​ບັນດາ​ກະຊວງ​ທີ່​ໄດ້​ຜັນ​ຂະຫຍາຍ​ແຜນ​ກຳນົດ​ໜັງສືພິມ​ກ່ອນໝູ່. ສຳລັບ​ໜັງສືພິມ​ຂອງກະຊວງ​ຖະ​ແຫຼ​ງຂ່າວ​ແລະ​ການ​ສື່ສານ, ກະຊວງ​ກໍ່​ໄດ້​ເປັນ​ເຈົ້າ​ການຍົກຍ້າຍສະຖານີ​ໂທລະພາບ​ດິຈິ​ຕອນ VTC, ໜັງສືພິມ VTC ນິວສ໌, ໜັງສືພິມ​ກິລາ 24 ຊົ່ວ​ໂມງ ​ເຂົ້າ​ນຳ​ສະຖານີ​ວິທະຍຸ​ກະຈາຍສຽງ​ຫວຽດນາມ; ​ໂຮມ​ສອງ​ວາລະສານ​ທີ່ຂຶ້ນ​ກັບ​ກົມ​ໜັງສືພິມ ​ແລະ ກົມການ​ພິມ​ຈຳໜ່າຍ ​ເຂົ້າ​ກັບ​ວາລະສານ​ຖະ​ແຫຼງຂ່າວ​ແລະ​ການ​ສື່ສານຂອງ​ກະຊວງ.

ບັນດາອົງການ​ໜັງສື​ພິມທີ່​ໄດ້​ຮັບ​ການຈັດ​ຕັ້ງ ສັບ​ຊ້ອນ​ນັ້ນ, ມາ​ເຖິງ​ປະຈຸ​ບັນ​ໄດ້​ເຄື່ອນ​ໄຫວ​ຢ່າງ​ເປັນ​ປົກກະຕິ. ຍົກຕົວຢ່າງ, ກະຊວງ​ຄົມມະນາຄົມ​ໄດ້​ປະຕິບັດ​ແຜນ​ກຳນົດ​ໜັງສືພິມ​ຢ່າງ​ສຳ​ເລັດ​ຜົນ​ທີ່​ສຸດ. ພາຍຫຼັງ​ການປະຕິບັດ​ແຜນ​ກຳນົດ, ຂະໜາດ​ຂອງ​ໜັງສືພິມ​ໃຫຍ່​ກວ່າ​ເກົ່າ, ໜ້າ​ທີ່​ການ​ສື່ສານ​ກໍ່​ລວມສູນ​ກວ່າ, ປະສິດທິ​ຜົນ​ການ​ສື່ສານ​ກ່ຽວ​ກັບ​ຂະ​ແໜງ​ການ​ກໍ່​ດີກ​ວ່າ​ເກົ່າ. ລາຍ​ຮັບ ​ແລະ ຈຳນວນ​ແຈກ​ຢາຍ​ຈຳໜ່າຍ​ຂອງ​ໜັງສືພິມ​ກໍ່​ເພີ່ມ​ຂຶ້ນ​ປະມານ 20% - 25%... ​ໃນ​ເມື່ອ​ກ່ອນ​ໜ້າ​ນີ້, ບັນດາ​ວາລະສານ​ສ່ວນ​ຫຼາຍ​ພິມ​​ພຽງປະມານ 1.000 ສະບັບ/ງວດ, ຕົ້ນຕໍ​ແມ່ນ​ຈຳໜ່າຍ​ຢູ່​ພາຍ​ໃນ ດັ່ງ​ນັ້ນ​ປະສິດທິ​ຜົນ​ໃນ​ການ​ສື່ສານ​ຈຶ່ງ​ຕ່ຳ; ພ້ອມ​ກັນ​ນັ້ນ, ​ເພື່ອ​ໃຫ້​ວາລະສານ​ໜຶ່ງ​ເຄື່ອນ​ໄຫວ​ໄດ້​ເປັນ​ປົກກະຕິ, ​ແຕ່ລະ​ປີ​ຕ້ອງ​ຈ່າຍ​ເງິນ​ປະມານ 1,5 - 3 ຕື້​ດົ່ງ.

ກ່ຽວ​ກັບ​ການຈັດ​ວາງ​ຄືນ​ໃໝ່ບັນດາອົງການ​ໜັງສື​ພິມທີ່​ຂຶ້ນ​ກັບ​ອົງການ​ເຈົ້າ​ຄຸ້ມ​ຄອງ​ໜຶ່ງ ຕາມ​ຮູບ​ແບບ​ແຕ່​ລະ​ອົງການ​ໜັງສືພິມ​ອາດ​ຈະ​ມີ​ຫຼາຍ​ສິ່ງ​ພິມ, ພວກ​ຂ້າພະ​ເຈົ້າ​ກໍ່​ສືບ​ຕໍ່​ກວດຄືນ, ຕີ​ລາຄາ​ການ​ຜັນ​ຂະຫຍາຍ​ປະຕິບັດ​ແຜນ​ກຳນົດໜັງສືພິມ, ຮັບປະກັນ​ຮອດ​ປີ 2020, ​ໂດຍ​ພື້ນຖານ, ສຳ​ເລັດ​ການຈັດ​ວາງອົງການ​ໜັງສື​ພິມຄືນ​ໃໝ່​ຕາມ​ແຜນການ.

ບັນດາ​ວິທີ​ແກ້​ເພື່ອ​ຮັບປະກັນ​ຜັນ​ຂະຫຍາຍ​ແຜນ​ກຳນົດ​ໜັງສືພິມ​ຢ່າງ​ມີ​ປະສິດທິພາບ

ຜ່ານ​ການ​ຄົ້ນຄວ້າ ພິຈາລະນາ ​ແລະ ຕີ​ລາຄາ​ຂະ​ບວນວິວັດ​ການ​ຜັນ​ຂະຫຍາຍ​ປະຕິບັດ​ແຜນ​ກຳນົດ​ໜັງສືພິມ, ກະຊວງ​ຖະ​ແຫຼ​ງຂ່າວ​ແລະ​ການ​ສື່ສານ ​ໄດ້​ລາຍ​ງານ​ຕໍ່​ນາຍົກລັດຖະມົນຕີກ່ຽວກັບ​ເນື້ອ​ໃນ​ຈຳນວນ​ໜຶ່ງ, ​ໃນ​ນັ້ນ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ຫຍູ້​ງຍາກ, ສິ່ງ​ຄົງ​ຄ້າງ​ຕ່າງໆ. ​ແຕ່​ວ່າ, ທັດສະນະ​ຂອງກະຊວງ​ຖະ​ແຫຼ​ງຂ່າວ​ແລະ​ການ​ສື່ສານ​ແມ່ນ ​ເຊື່ອມ​ຊຶມ​ປະຕິບັດຖືກຕ້ອງ​ຕາມ​ບັນດາ​ເນື້ອ​ໃນ ​ທີ່​ກົມ​ການ​ເມືອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ XI ​ໄດ້​ຕົກລົງ ​ແລະ ກະຊວງ​ຕ້ອງປະຕິບັດ​ຢ່າງຮອບ​ຄອບ.

​ເພື່ອຮັບປະກັນ​ການ​ປະ​ຕິ​ບັດ​ໄດ້​ຮັບ​ປະສິດທິ​ຜົນ, ຄຽງ​ຄູ່​ກັບ​ການ​ຕິດຕາມ​ກວດກາ​ການ​ປະຕິບັດ, ກະຊວງ​ຖະ​ແຫຼ​ງຂ່າວ​ແລະ​ການ​ສື່ສານ ດຳ​ເນີນ​ບັນດາ​ວິທີ​ແກ້​ໄຂ​ຄົບ​ຊຸດ​ທີ່​ໄດ້​ລະບຸ​ໄວ້​ໃນ​ແຜນ​ກຳນົດ. ມີ 9 ວິທີ​ແກ້​ໄຂທີ່​ໄດ້​ວາງ​ອອກມາ, ນັ້ນ​ຄື ​ວິທີ​ແກ້​ໄຂ​ກ່ຽວ​ກັບ​ການ​ສື່​ຂ່າວ ​ໂຄສະນາ​ການ; ວີ​ທີ​​ແກ້​ໄຂ​ກ່ຽວ​ກັບການກໍ່ສ້າງ​ກົດໝາຍ ກົນ​ໄກ ນະ​ໂຍບາຍ; ວີ​ທີ​​ແກ້​ໄຂ​ກ່ຽວ​ກັບການ​ຈັດ​ຕັ້ງ​ກົງ​ຈັກ; ວີ​ທີ​​ແກ້​ໄຂ​ກ່ຽວ​ກັບການ​ຊີ້​ນຳ, ກຳກັບ​ຂັບ​ເຄື່ອນ; ວີ​ທີ​​ແກ້​ໄຂ​ກ່ຽວ​ກັບການຍົກ​ສູງຄວາມ​ສາມາດ​ປະຕິບັດ​ກົດໝາຍ; ວີ​ທີ​​ແກ້​ໄຂ​ກ່ຽວ​ກັບການ​ເງິນ, ​ແຫຼ່ງບຸກຄະລາ​ກອນ; ວີ​ທີ​​ແກ້​ໄຂ​ກ່ຽວ​ກັບວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ; ວີ​ທີ​​ແກ້​ໄຂ​ກ່ຽວ​ກັບການ​ຮ່ວມມືສາກົນ ​ແລະ ການ​ສື່ສານຕ່າງປະ​ເທດ. ​ໃນ​ແຕ່​ລະວິ​ທີ​ແກ້​ໄຂ​ລ້ວນ​ແຕ່​ມີ​ເນື້ອ​ໃນ​ລະອຽດ ຖ້າ​ຫາກ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເຖິງ​ຖອງ​ກໍ່​ຈະ​ຮັບປະກັນ​ປະສິດທິ​ຜົນ​ໄດ້. ຕົວຢ່າງ​ເຊັ່ນ, ວິທີ​ແກ້​ໄຂ​ກ່ຽວ​ກັບ​ການ​ສື່​ຂ່າວ ​ໂຄສະນາ​ການ ຮຽກຮ້ອງ​ໃຫ້​ຕ້ອງ​ຍູ້​ແຮງ​ວຽກ​ງານ​ໂຄສະນາ ອົບຮົມ​ສຶກສາ​ໃຫ້ປະຊາຊົນ​ທຸກ​ຊັ້ນ​ວັນນະ, ​ເປັນ​ຕົ້ນ​ແມ່ນ​ຊາວ​ໜຸ່ມ ​ເຍົາວະ​ຊົນ, ຍົກ​ສູງຄວາມ​ສາ​ມາກ​ປ້ອງ​ກັນ​ຕົວ​ເອງ ຕໍ່ໜ້າ​ບັນດາ​ຂ່າວສານ​ທີ່ຫຍໍ້​ທໍ້, ທີ່​ເປັນ​ພິດ, ຕົວະ​ຍົວະ ຢູ່​ໃນ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ; ຕໍ່ໜ້າ​ການ​ເຜີຍ​ຂ່າວລັບຂອງ​ອົງການ​ຈັດ​ຕັ້ງ, ​ເຜີ​ຍຂ່າວ​ສ່ວນ​ຕົວ; ​ເພີ່ມ​ທະວີ​ການ​ແນະນຳ​ທັກ​ສະ ຄວາມ​ເຄີຍ​ຊິນ​ຂຸ​ດຄົ້ນ ນຳ​ໃຊ້​ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ຂ່າວສານ​​ໃນອິນ​ເຕີ​ເນັດ ​ຢ່າງ​ປອດ​ໄພ ມີ​ປະສິດທິ​ຜົນ.

ວີ​ທີ​​ແກ້​ໄຂ​ກ່ຽວ​ກັບການກໍ່ສ້າງ​ກົດໝາຍ ກົນ​ໄກ ນະ​ໂຍບາຍ ຮຽກຮ້ອງ​ໃຫ້​ປັບປຸງ ບູລະນະ​ກົດໝາຍ​ກ່ຽວ​ກັບ​ໜັງສືພິມແລະການ​ສື່ສານ, ​ເຕັກ​ໂນ​ໂລ​ຊີ-ການ​ສື່​ຂ່າວ ຢ່າງ​ຄົບ​ຊຸດ, ສອດຄ່ອງ​ກັບ​ທ່າ​ອຽງ​ແຫ່ງ​ການ​ພັດທະນາ​ຖະ​ແຫຼ​ງຂ່າວ ສື່ສານ​​ໃນ​ໂລກ ​ແລະ ​ເງື່ອ​ນໄຂຂອງປະ​ເທດ​ຫວຽດນາມ; ກວດຄືນ, ດັດ​ແປງ ​ເພີ່ມ​ເຕີມບັນດາ​ຂໍ້​ກຳນົດ​ກົດໝາຍ ກ່ຽວ​ກັບ​ການລົງ​ໂທດ​ການລະ​ເມີດ​ຂໍ້​ກຳນົດ​​ບໍລິຫານ​ ໃນ​ຂົງ​ເຂດ​ໜັງສືພິມ, ສື່​ຂ່າວ​ອິນ​ເຕີ​ເນັດ ຕາມ​ທິດ​ເພີ່ມ​ທະວີບົດ​ລົງ​ໂທດ​ການລະ​ເມີດ, ຮັບປະກັນ​ລັກສະນະ​ເຂັ້ມງວດ​ຂອງ​ກົດໝາຍ.

​ໃນ​ວິທີ​ແກ້​ໄຂ​ນີ້, ກົດໝາຍ​ໜັງສືພິມ​ ທີ່​ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ຜ່ານ​ໃນ​ວັນ​ທີ 05 ​ເມສາ 2016, ມີຜົນ​ບັງຄັບ​​ໃຊ້ນັບ​ແຕ່​ວັນ​ທີ 01 ມັງກອນ 2017 ດ້ວຍ​ຫຼາຍ​ເນື້ອ​ໃນ​ທີ່​ໄດ້​ດັດ​ແປງ ​ເພີ່ມ​ເຕີມ, ​ໃນ​ນັ້ນ​ມີ​ເນື້ອ​ໃນ​ກຳນົດ​ກ່ຽວ​ກັບການວາງ​ແຜນ​ກຳນົດ ​ແລະ ຮັບ​ປະກັນຄວາມ​ເປັນ​ເອກະ​ພາບ​ໃນ​ການ​ປະຕິບັດ​ກົດໝາຍ​ໜັງສືພິມ ​ແລະ ​ແຜນ​ກຳນົດ​ໜັງສືພິມ.

ກະຊວງ​ຖະ​ແຫຼ​ງຂ່າວ​ແລະ​ການ​ສື່ສານ ກໍ່​ໄດ້​ປະກາດ​ໃຊ້​ຈົດໝາຍ​ວຽນ​ສະບັບ​ທີ 38/2016/TT-BTTTT, ວັນ​ທີ 26 ທັນວາ 2016, ກຳນົດ​ຢ່າງ​ລະອຽດ​ກ່ຽວ​ກັບ​ການ​ສະໜອງ​ຂ່າວສານສາທາລະນະ​ຂ້າມ​ຊາດ, ​ໃນ​ນັ້ນ​ກຳນົດ​ກ່ຽວ​ກັບ​ບັນດາ​ຫຼັກການ ມາດ​ຕະການ ​ແລະ ກົດ​ໄກ​ປະສານການ​ແກ້​ໄຂ​ການລະ​ເມີດ​ໃນ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ຮຽກຮ້ອງ​ໃຫ້​ບັນດາ​ອົງການ​ຈັດ​ຕັ້ງ ​ເອກະ​ຊົນ​ຕ່າງປະ​ເທດ​ທີ່​ສະໜອງ​ຂ່າວສານ​ສາທາລະນະ​ຂ້າມ​ຊາດ ປະຕິບັດ​ການ​ແກ້​ໄຂຕໍ່​ຂ່າວສານ​ທີ່​ລະ​ເມີດ ຕາມ​ຂໍ້​ສະ​ເໜີ​ຂອງກະຊວງ​ຖະ​ແຫຼ​ງຂ່າວ​ແລະ​ການ​ສື່ສານ.

ກະຊວງ​ຖະ​ແຫຼ​ງຂ່າວ​ແລະ​ການ​ສື່ສານ ພວມ​ດຳ​ເນີນ​ການ​ດັດ​ແປງ​ດຳລັດ​ສະບັບ​ທີ 159/2013/NĐ-CP ວ່າ​ດ້ວຍການລົງ​ໂທດ​ການລະ​ເມີດ​ຂໍ້​ກຳນົດ​​ບໍລິຫານ​ ໃນການ​ເຄື່ອນ​ໄຫວ​ໜັງສືພິມ ການ​ພິມ​ຈຳໜ່າຍ, ຮັບປະກັນແກ້​ໄຂ​ລົງ​ໂທດ​ບັນດາ​ການລະ​ເມີດ​ໃນ​ການ​ເຄື່ອນ​ໄຫວ​ໜັງສືພິມ ຢ່າງ​ເຂັ້ມ​ງວດ.

ສຳລັບວີ​ທີ​​ແກ້​ໄຂ​ກ່ຽວ​ກັບການຍົກ​ສູງຄວາມ​ສາມາດ​ປະຕິບັດ​ກົດໝາຍ, ນັ້ນ​ແມ່ນ​ການ​ເພີ່ມ​ທະວີ​ການ​ກວດກາ, ກວດ​ສອບ, ​ແກ້​ໄຂ​ຢ່າງ​ເຂັ້ມ​ງວດ​ຕໍ່​ຄວາມ​ຜິດ ການລະ​ເມີດ​ຕ່າງໆ​ຂອງອົງການ, ສິ່ງພິມ​ໜັງສືພິມ;​ເດັດດ່ຽວ​ແກ້​ໄຂຜູ້​ຮັບຜິດຊອບ ​ແລະ ລົງ​ໂທດ, ຢຸດ​ການ​ພິມ, ຖອນ​ໃບ​ອະນຸຍາດ​ການ​ເຄື່ອນ​ໄຫວ ຕໍ່​ບັນດາ​ອົງການ​ໜັງສືພິມ, ສິ່ງ​ພິມ​ຂ່າວສານ ທີ່​ລະ​ເມີດ​ຂໍ້​ກຳນົດ​ກົດໝາຍ​ຫຼາຍ​ຄັ້ງ; ​ເອົາ​ໃຈ​ໃສ່​​ເປັນ​ສຳຄັນ​ເຖິງວຽກ​ງານ​ປະສານ​ສົມທົບ, ຍົກ​ສູງບົດບາດຂອງ​ສະມາຄົມ​ໜັງສືພິມ​ຫວຽດນາມ ​ໃນ​ການ​ຕິດຕາມ​ກວດກາ​ການ​ປະຕິບັດ​ຕາມ​ກົດໝາຍ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ໜັງສືພິມ, ຂໍ້​ກຳນົດ​ກ່ຽວ​ກັບ​ຄຸນສົມບັດ ຈັນ​ຍາ​ບັນ​ຂອງ​ນັກ​ຂ່າວ...

​ໃນ​ຂະ​ບວນວິວັດ​ຜັນ​ຂະຫຍາຍ​ປະຕິບັດ​ແຜນ​ກຳນົດ​ໜັງສືພິມ, ມີ​ບົດບາດ​ສຳຄັນ​ທີ່​ສຸດ​ຂອງ​ບັນດາ​ອົງການ​ເຈົ້າ​ຄຸ້ມ​ຄອງ​ໜັງສືພິມ. ​ໃນ​ນັ້ນ, ອົງການ​ເຈົ້າ​ຄຸ້ມ​ຄອງ​ໜັງສືພິມຕ້ອງ​ຍົກ​ສູງ​ບົດບາດ, ຄວາມ​ຮັບຜິດຊອບນຳພາ, ຊີ້​ນຳ​ການ​ຜັນ​ຂະຫຍາຍ​ປະຕິບັດ, ​ເຮັດ​ວຽກ​ງານ​ກຳນົດ​ທິດ ສື່​ຂ່າວ ​ໂຄສະນາ​ການ, ວຽກ​ງານ​ພະນັກງານ​ເປັນ​ຢ່າງ​ດີ. ພິ​ເສດ, ອົງການ​ເຈົ້າ​ຄຸ້ມ​ຄອງ​ໜັງສືພິມ​ ເອົາ​ໃຈ​ໃສ່​ວຽກ​ງານ​ແນວ​ຄິດ ​ແລະ ບັນດາ​ວິທີ​ແກ້​ໄຂ​ລະອຽດ ຕໍ່​ບັນດາ​ນັກ​ຂ່າວ​ທີ່​ຖືກ​ຜົນ​ກະທົບ​ ເມື່​ອຫຼຸດ​ຜ່ອນຈຳນວນ​ອົງການ​ໜັງສືພິມ, ຮັບປະກັນ​ບໍ່​ພາ​ໃຫ້​ເກີດ​ການ​ສັບປົນ​ຄົນ​ເລ, ສັບສົນ; ​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ຖັນ​ແຖວ​ພະນັກງານ​ໜັງສືພິມ ​ເຮັດ​ວຽກ ອຸທິດ​ເຫື່ອ​ແຮງ​ສະຕິ​ປັນຍາ ​ແລະ ຂະຫຍາຍຕົວ./.

​ໂດຍ ປອ. ​ເຈືອງ​ມິ​ງຕວັ໋ນ
ກຳມະການ​ສູນ​ກາງ​ພັກ,
ລັດຖະມົນຕີກະຊວງ​ຖະ​ແຫຼ​ງຂ່າວ​ແລະ​ການ​ສື່ສານ

-------------------------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 896 (​ເດືອນ​ມິຖຸນາ 2017)