ວກ. - ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ໄດ້​ວາງ​ໜ້າ​ທີ່​ກໍ່ສ້າງ ປັບປຸງ​ພັກ​ຂຶ້ນ​ໃນ​ແຖວ​ໜ້າ ດ້ວຍ​ເປົ້າ​ໝາຍ​ຮອບດ້ານ​ຄື “ກໍ່ສ້າງ​ພັກ​ໃຫ້​​ມີ​ຄວາມສະອາດ​ປອດ​ໃສ ໝັ້ນຄົງ​ເຂັ້ມ​ແຂງທາງ​ດ້ານ​ການ​ເມືອງ, ​ແນວ​ຄິດ, ການຈັດ​ຕັ້ງ ​ແລະ ຄຸນສົມບັດ”. ​ເປັນ​ຄັ້ງ​ທຳ​ອິດ​ທີ່ “ການກໍ່ສ້າງ​ພັກ​ທາງ​ດ້ານ​ຄຸນສົມບັດ” ​ຖືກ​ເອົາ​ເຂົ້າ​ໃນ​ເອກະສານກອງ​ປະຊຸມ​ໃຫຍ່ ພ້ອມ​ກັນ​ກັບ​ກໍ່ສ້າງ​ພັກ​ທາງ​ດ້ານ​ການ​ເມືອງ, ​ແນວຄິດ, ການຈັດ​ຕັ້ງ.

ພາບປະກອບ: ກໍ່ສ້າງພັກທາງດ້ານຄຸນສົມບັດ ໃນສະພາບການປະຈຸບັນ ແມ່ນຂໍ້ຫຼັກແຫຼ່ງໜຶ່ງໃນການກໍ່ສ້າງພັກ, ເຮັດໃຫ້ພັກສະອາດປອດໃສ ໝັ້ນຄົງເຂັ້ມແຂງ. (ພາບ: xaydungdang.org.vn)

ກໍ່ສ້າງ​ພັກ​ທາງ​ດ້ານ​ຄຸນສົມບັດ ກັບ​ການ​ຮັກສາ​ແລະເພີ່ມ​ທະວີບົດບາດນຳ​ພາ​ຂອງ​ພັກ​ ໃນ​ໄລຍະ​ປະຈຸ​ບັນ

ປະທານ ​ໂຮ່ຈີ​ມິນ, ຜູ້​ກໍ່​ຕັ້ງ ນຳພາ ​ແລະ​ຝຶກ​ຝົນ​ຫຼໍ່​ຫຼອມພັກ​ກອມ​ມູນິດ​ຫວຽດນາມ ບໍ່​ພຽງ​ແຕ່​ເປັນ​ແວ່ນ​ແຍງ​ທີ່​ໃສ​ແຈ້ງ​ກ່ຽວ​ກັບ​ການ​ປະຕິບັດ​ຄຸນສົມບັດ​ປະຕິວັດ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ເປັນ​ປະຈຳ​ເຖິງ​ການ​ກໍ່ສ້າງ ສຶກສາ​ອົບຮົມ ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດ​ປະຕິວັດ​ ໃຫ້​ພະນັກງານ, ສະມາຊິກ​ພັກ.

ພັກ​ກອມ​ມູນິດ​ຫວຽດນາມສາມາດ​ນຳພາ​ການ​ປະຕິວັດ​ໄດ້​ ກໍ່​ຍ້ອນວ່າພັກ​ເປັນ​ພັກປະຕິວັດ​ແລະ​ວິທະຍາສາດທີ່​ແທ້​ຈິງ, ພັກ​ເປັນ​ກອງ​ກຳລັງ​ນຳ​ໜ້າ​ຂອງ​ຊົນ​ຊັ້ນ​ກຳມະກອນ, ​ເປັນ​ຕົວ​ແທນ​ແຫ່ງ​ຜົນ​ປະ​ໂຫຍ​ດຂອງ​ຊົນ​ຊັ້ນ​ກຳມະກອນ, ປະຊາຊົນ​ຜູ້​ອອກ​ແຮງ​ງານ​ ແລະ ຂອງ​ຊາດ​ຫວຽດນາມ. ພັກ​ເປັນ “ຕົວ​ແທນ​ແຫ່ງ​ສະຕິ​ປັນຍາ, ມະ​ໂນ​ທຳ​ແລະ​ກຽດ​ສັກ​ສີ​ ຂອງ​ຊາດ”. ປະທານ ​ໂຮ່ຈີ​ມິນ ​ເນັ້ນ​ວ່າ: “ພັກ​ບໍ່​ແມ່ນ​ອົງການ​ຈັດ​ຕັ້ງ​ເພື່ອ​ເປັນ​ເຈົ້າ​​ນາຍ​ຫາ​ຄວາມ​ລ້ຳ​ລວຍ”, “ພັກ​ກອມ​ມູນິດ​ຫວຽດນາມ ​ເປັນ​ພັກ​ປະຕິວັດ, ​ເປັນ​ພັກ​ເພື່ອ​ປະຊາຊົນ, ​ເພື່ອ​ປະ​ເທດ​ຊາດ”(1), “ຜູ້​ເຂົ້າ​ພັກ, ​ເຂົ້າ​ຄະນະ​ຊາວ​ໜຸ່ມ​ບໍ່​ແມ່ນ​ເພື່ອ​ຈະ​ເປັນ​ເຈົ້າ​ນາຍ, ຫາ​ຄວາມ​ລ້ຳ​ລວຍ, ​ແຕ່​ແມ່ນ​ເພື່ອ​ຮັບ​ໃຊ້​ປະຊາຊົນ”(2). ຢາກ​ນຳພາ​ການ​ປະຕິວັດ​ບັນລຸ​ຄວາມ​ສຳ​ເລັດ, ພະນັກງານ, ສະມາຊິກ​ພັກ​ຕ້ອງ​ອອກ​ແຮງຝຶກ​ຝົນ​ຫຼໍ່​ຫຼອມຄຸນສົມ​ບົດ​ປະຕິວັດ. “ມີຄຸນສົມ​ບົດ​ປະຕິວັດຈຶ່ງ​ເສຍສະຫຼະ ສຸດ​ອົກ​ສຸດ​ໃຈ​ກັບ​ການ​ປະຕິວັດ, ຈຶ່ງ​ນຳພາ​ມະຫາຊົນ​ນຳ​ເອົາ​ການ​ປະຕິວັດ​ໄປ​ສູ່​ໄຊຊະນະ​ສົມບູນ”(3). ປະທານ ​ໂຮ່ຈີ​ມິນ ຖື​ວ່າ ​ຄຸນສົມບັດ​ເປັນ​ຮາກຖານຂອງຜູ້​ເຄື່ອນ​ໄຫວ​ປະຕິວັດ. ​ເພິ່ນ​ຂຽນ​ວ່າ: “ເຊັ່ນດຽວ​ກັບ​ແມ່​ນ້ຳ​ທີ່​ມີ​ແຫຼ່ງນ້ຳ, ບໍ່​ມີ​ແຫຼ່ງນ້ຳ​ແມ່​ນ້ຳ​ຈະ​ຖືກ​ບົກ​ແຫ້ງ. ຕົ້ນ​ໄມ້​ຕ້ອງ​ມີ​ກົກ​ຮາກ, ບໍ່​ມີ​ຮາກ​ຕົ້ນ​ໄມ້​ຈະ​ຖືກ​ຫ່ຽວ​ແຫ້ງ. ຜູ້​ເຄື່ອນ​ໄຫວ​ປະຕິວັດ​ຕ້ອງ​ມີ​ຄຸນສົມບັດ, ຫາກ​ບໍ່​ມີ​ຄຸນສົມບັດ ​ເຖິງ​ວ່າ​ຈະມີ​ຄວາມ​ເກັ່ງ​ກ້າກໍ່​ບໍ່​ສາມາດ​ນຳພາ​ປະຊາຊົນ​ໄດ້”(4).

​ເປັນ​ອັນວ່າ ຄຸນສົມ​ບັດ​ປະຕິວັດ​ແມ່ນ​ລັກສະນະ​ປະຈຳ​ຕົວ​ທີ່​ເປັນ​ທາດ​ແທ້​ຂອງພັກ​ກອມ​ມູນິດ​ຫວຽດນາມ, ​ເປັນ​ເງື່ອນ​ໄຂ​ເພື່ອ​ໃຫ້​ພັກ​ແລະ​ສະມາຊິກ​ພັກ​ແຕ່ລະຄົນ ປະຕິບັດ ​ເສີມ​ຂະຫຍາຍ​ບົດບາດນຳ​ພາ​ຂອງ​ຕົນຕໍ່​ມະຫາຊົນ. ​ໃນກວ່າ​ 87 ​ປີທີ່​ຜ່ານ​ມາ, ​ເຖິງ​ວ່າ​ຕ້ອງ​ຜ່ານ​ຫຼາຍ​ໄລຍະ​ທີ່​ມີຄວາມ​ຫຍຸ້ງຍາກ​ລຳບາກຮ້າຍ​ແຮງກໍ່​ຕາມ, ​ແຕ່ພັກ​ກອມ​ມູນິດ​ຫວຽດນາມຍັງ​ຄົງຮັກສາ​ໄດ້​ທາດ​ແທ້​ຂອງ​ພັກ​ປະຕິວັດ​ທີ່​ແທ້​ຈິງ, ພະ​ສັກ​ງານ ສະມາຊິກ​ພັກ​ສ່ວນ​ຫຼາຍ​ຍັງ​ຮັກສາ​ໄດ້ຄຸນສົມບັດ ຈະລິ​ຍະ​ທຳ​ປະຕິວັດ. “ສະມາຊິກ​ພັກໄປ​ກ່ອນ, ປະຊາຊົນ​ໄທບ້ານ​ໄປ​ຕາມ​ຫຼັງ”, ຄຳ​ເວົ້າ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ປະຊາຊົນນັບຖື​ພັກ​ເປັນ​ຜູ້ນຳ​ຂອງ​ຕົນ, ພັກ​ເປັນ​ແວ່ນ​ແຍງ ​ເປັນ​ແບບຢ່າງ​ໃຫ້​ປະຊາຊົນ​ເຮັດ​ຕາມ. ​ໃນ​ອາຍຸ​ປະຈຳການ 5 ປີ (2011 - 2015) ວຽກ​ງານ​ກໍ່ສ້າງ​ພັກ​ໄດ້​ບັນລຸ​ຜົນສຳ​ເລັດ​ທີ່​ສຳຄັນ​ຕ່າງໆ, ຄື​ດັ່ງ​ທີ່​ເອກະສານ​ຂອງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ໄດ້​ລະບຸ, “ພັກ​ກອມ​ມູນິດ​ຫວຽດນາມ​ໄດ້ຮັກສາ​ຫຼັກ​ໝັ້ນ​ການ​ເມືອງ, ທາດ​ແທ້​ປະຕິວັດ​ແລະ​ວິທະຍາສາດ, ຕັ້ງ​ໝັ້ນ​ໃນ​ຈຸດປະສົງ, ອຸດົມ​ການ​ເອກະລາດ​ແຫ່ງ​ຊາດ ​ແລະ ສັງຄົມ​ນິຍົມ, ຕັ້ງ​ໝັ້ນ​ໃນ​ແນວທາງ​ປ່ຽນ​ແປງ​ໃໝ່. ພັກ​ກອມ​ມູນິດ​ຫວຽດນາມ ສົມກຽດ​ເປັ​ນກຳລັງ​ນຳພາ​ລັດ ​ແລະ ສັງຄົມ”(5).

​ແຕ່​ວ່າ, ຄຽງ​ຂ້າງ​ຜົນສຳ​ເລັດ​ທີ່​​ໄດ້​ຮັບ​ນັ້ນ, ​ເອກະສານກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ ກໍ່​ຊີ້​ໃຫ້​ເຫັນ​ບັນດາ​ຈຸດ​ອ່ອນ​ແລະຂໍ້​ຂາດ​ຕົກ​ບົກພ່ອງກ່ຽວ​ກັບ​ການ​ກໍ່ສ້າງ​ພັກ, ​ໃນ​ນັ້ນ​ມີ​ຂົງ​ເຂດກໍ່ສ້າງ​ພັກ​ທາງ​ດ້ານ​ຄຸນສົມບັດ. ນັ້ນ​ແມ່ນ: “ສະພາບ​ສໍ້​ລາດ​ບັງ​ຫຼວງ, ຟຸມ​ເຟືອຍ​ຍັງ​ໜັກໜ່ວງ​ຫຼາຍ ທີ່​ມີ​ປະກົດ​ການ​ນັບ​ມື້​ນັບ​ເລິກ​ແລບ​ແຍບຍົນ, ສັບສົນ, ສ້າງ​ຄວາມ​ຮ້ອນ​ເຄືອງ​ໃນຫາງ​ສຽງ​ສັງຄົມ, ​ເປັນ​ຜົນ​ສະທ້ອນ​ເຖິງ​ຄວາມ​ເຊື່ອ​ຖື​ຂອງ​ປະຊາຊົນ​ຕໍ່​ກັບ​ພັກ​ແລະ​ລັດ. ສະພາບ​ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ​ ຂອງພະນັກງານ ສະມາຊິກ​ພັກ​ພາກສ່ວນ​ໜຶ່ງ​ທີ່​ບໍ່​ໜ້ອຍ ຍັງ​ບໍ່​ຖືກ​ຍູ້​ຖອຍ; ມີ​ດ້ານ, ມີ​ພາກສ່ວນ​ໜຶ່ງ​ຍັງ​ຜັນ​ປ່ຽນ​ສັບສົນ​ກວ່າ​ເກົ່າ”(6); ບັນດາ​ປະກົດ​ການ “ຫັນປ່ຽນ​ດ້ວຍ​ຕົນ​ເອງ”, “ປ່ຽນ​ແປງ​ດ້ວຍ​ຕົນ​ເອງ” ມີ​ທ່າ​ອຽງ​ຜັນ​ປ່ຽນ​​ສັບສົນຢູ່​ໃນ​ພັກ, ​ໃນ​ລະບົບ​ການ​ເມືອງ ​ແລະ ​ໃນ​ສັງຄົມ.

ບັນດາ​ຂໍ້​ຈຳກັດ, ຂາດ​ຕົກ​ບົກພ່ອງ​ເທິງ​ນີ້​ຢູ່​ໃນ​ພັກ ​ແລະ ​ໃນວຽກ​ງານ​ກໍ່ສ້າງ​ພັກ ​ເຮັດ​ໃຫ້ພັກ​ກອມ​ມູນິດ​ຫວຽດນາມຍັງ​ບໍ່​ທັນ​ສະອາດ​ປອດ​ໃສ ໝັ້ນຄົງ​ເຂັ້ມ​ແຂງ​​ແທ້​ເທື່ອ, ສ້າງ​ຄວາມ​ເສຍ​ຫາຍ​ແລະ​ຫຼຸດຜ່ອນ​ຄວາມ​ເຊື່ອ​ຖື​ຂອງ​ພະນັກງານ ສະມາຊິກ​ພັກ ​ແລະ ປະຊາຊົນ​ພາກສ່ວນ​ໜຶ່ງ ຕໍ່​ກັບ​ພັກ ລັດ ​ແລະ ລະບອບການ​ເມືອ​ງ, ​ເປັນ​ສິ່ງ​ທ້າ​ທາຍ​ທີ່​ຮ້າຍ​ແຮງ​ ຕໍ່​ກັບ​ບົດບາດນຳ​ພາ​ຂອງ​ພັກ ​ແລະ ຄວາມ​ສັກສິດ​​ໃນ​ການ​ຄຸ້ມ​ຄອງບໍລິຫານ​ຂອງ​ລັດ, ມັນ​ນາບ​ຂູ່​ໂດຍ​ກົງຕໍ່​ການ​ດຳລົງ​ຄົງ​ຕົວ​ຂອງ​ລະບອບສັງຄົມ​ນິຍົມ.

ປະຈຸ​ບັນ, ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ​, “ການ​ຫັນປ່ຽນ​ດ້ວຍ​ຕົນ​ເອງ”, “ປ່ຽນ​ແປງ​ດ້ວຍ​ຕົນ​ເອງ” ຢູ່​ພາຍ​ໃນ​ກຳລັງ​ເຄັ່ງຮ້ອນ​​ແທ້ໆ. ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ, ພະຍາດ​ອາດຍາ​ສິດ, ສໍ້​ລາດ​ບັງ​ຫຼວງ, ຟຸມ​ເຟືອຍ ຍັງ​ບໍ່​ທັນ​ຖືກ​ຍູ້​ຖອຍ. ອາຊະຍາ​ກຳ​ແລະ​ໄພ​ສັງຄົມ​ຍັງ​ເກີດ​ຂຶ້ນ​ຢ່າງ​ສັບສົນ, ຄຸນສົມບັດ​ສັງຄົມ​ບາງ​ດ້ານ​ຖືກ​ຕົກ​ຕ່ຳ​ຢ່າງ​ຮ້າຍ​ແຮງ, ສ້າງ​ຄວາມ​ຮ້ອນ​ເຄືອງ​ເຈັບ​ປວດ​ໃນ​ສັງ​ຄົມ. ດັ່ງ​ນັ້ນ, ຖ້າ​ຫາກ​ບໍ່​ກີດ​ກັ້ນ ຍູ້​ຖອຍຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ ​ແລະ ຄຸນສົມບັດ ​ແບບ​ແຜນ​ດຳລົງ​ຊີວິດ​ນີ້ (ຄວາມ​ເສື່ອ​ມ​ໂຊມ​ສອງ​ປະ​ເພດ​ນີ້​ມີ​ການ​ພົວພັນ​​ແໜ້ນ​ແຟ້ນນຳ​ກັນ) ກໍ່​ຈະ​ບໍ່​ພຽງ​ແຕ່​ບໍ່ຮັກສາການ​ດຳລົງ​ຄົງ​ຕົວ​ຂອງ​ພັກ​ໄດ້​ເທົ່າ​ນັ້ນ ​ແຕ່​ນັບ​ທັງລະບອບສັງຄົມ​ນິຍົມກໍ່​ບໍ່​ຮັກສາ​ໄວ້​ໄດ້. ບົດຮຽນ​ກ່ຽວ​ກັບການ​ພັງ​ທະລາ​ຍລົງ​ຂອງພັກ​ກອມມູນິດ​ສະຫະພາບ​ໂຊ​ວຽດ ກ່ອນ​ໜ້າ​ນີ້ 25 ປີ ຍັງ​ມີ​ຄວາມ​ໝາຍ​ສົດໆ​ຮ້ອນໆ​ຈົນ​ເຖິງ​ດຽວ​ນີ້​ສຳລັບ​ຫວຽດນາມ.

ກ່ອນ​ໜ້າ​ນີ້, ​ໃນ​ບາງ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ (ເອກະສານ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ XI) ພວກ​ເຮົາ​ພຽງ​ແຕ່​ເວົ້າ​ເຖິງການ​ກໍ່ສ້າງ​ພັກກ່ຽວ​ກັບສາມ​ດ້ານຄື ການ​ເມືອງ, ​ແນວ​ຄິດ ​ແລະ ການຈັດ​ຕັ້ງ. ​ເວລາ​ນັ້ນ, ການ​ກໍ່ສ້າງ​ພັກ​ທາງ​ດ້ານ​ຄຸນສົມບັດ ຖືກ​ຖື​ວ່າ​ໄດ້​ນອນ​ຢູ່​ໃນ​ການ​ກໍ່ສ້າງ​ພັກ​ທາງ​ດ້ານ​ແນວ​ຄິດ​ແລ້ວ. ວິທີ​ເຂົ້າ​ໃຈ​ຄື​ແນວ​ນັ້ນ​ແມ່ນ​ຍັງ​ບໍ່​ທັນ​ຄົບ​ຖ້ວນ ຍ້ອນ​ວ່າ ຄຸນສົມ​ບັດ​ທີ່ຢູ່​ໃນ​ແນວ​ຄິດ​ນັ້ນ​ເປັນ​ພຽງຄວາມ​ຮູ້ສຶກ​ຄຸນສົມບັດ, ຄຸນສົມບັດ​ຍັງ​ກວມ​ດ້ວຍກິລິຍາ​ຄຸນສົມບັດ, ປະຕິບັດ​ຄຸນສົມບັດ, ພຶດຕິ​ກຳ​ຄຸນສົມບັດ. ການ​ທີ່ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ​ແຍກ​ການ​ກໍ່ສ້າງ​ພັກ​ທາງ​ດ້ານ​ຄຸນສົມບັດອອກ​ເປັນ​ເນື້ອ​ໃນ​ໜຶ່ງ​ທີ່​ເປັນ​ເອກະລາດ​ພໍ​ຄວນ ​ໃນ​ຄວາມ​ພົວພັນ​ກັບ​ບັນດາ​ຂົງ​ເຂດ​ອື່ນ​ຂອງ​ການ​ກໍ່ສ້າງ​ພັກ (ທາງ​ດ້ານ​ການ​ເມືອງ, ​ແນວ​ຄິດ, ການຈັດ​ຕັ້ງ) ນັ້ນ, ​ແມ່ນການ​ຮັບ​ຮູ້​ທີ່​ຄົບ​ຖ້ວນ, ຮອບດ້ານ​ກວ່າ​ເກົ່າ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ, ​ແມ່ນ​ບາດກ້າວ​ໜຶ່ງ​ຂອງ​ພັກ​ໃນ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ.

ບັນດາ​ດ້ານ​​ໃນ​ເນື້ອ​ໃນຂອງ​ວຽກ​ງານກໍ່ສ້າງ​ພັກ ມີ​ຄວາມ​ພົວພັນ​ສັດຈະ​ວິພາກ​ນຳ​ກັນ, ສ້າງ​ເງື່ອນ​ໄຂ, ປະຖົມ​ປັດ​ໄຈ​ໃຫ້​ແກ່​ກັນ. ກໍ່ສ້າງ​ພັກ​ທາງ​ດ້ານ​ການ​ເມືອງ, ​ແນວ​ຄິດ, ການຈັດ​ຕັ້ງ ຊຸກຍູ້​ການ​ກໍ່ສ້າງ​ພັກ​ທາງ​ດ້ານ​ຄຸນສົມບັດ, ​ເປັນ​ຕົ້ນ​ແມ່ນ​ກໍ່ສ້າງ​ຄວາມ​ຮູ້ສຶກ​ຄຸນສົມບັດ, ອຸດົມ​ການ​ຄຸນສົມບັດ. ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ ການ​ເມືອງ ​ແນ່ນອນ​ຈະ​ພາ​ໄປ​ເຖິງ​ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ຄຸນສົມບັດ ​ແບບ​ແຜນ​ດຳລົງ​ຊີວິດ.

ດ້ານ​ອື່ນ, ກໍ່ສ້າງ​ພັກ​ທາງ​ດ້ານ​ຄຸນສົມບັດຈະ​ຊຸກຍູ້​ການ​ກໍ່ສ້າງ​ພັກ​ທາງ​ດ້ານການ​ເມືອງ, ​ແນວ​ຄິດ, ການຈັດ​ຕັ້ງ, ສ້າງ​ພື້ນຖານ​ຄຸນສົມບັດ​ໃຫ້​​ແກ່​ການ​ກໍ່ສ້າງພັກ; ຖ້າ​ເບິ່ງ​ເບົາ​ຄຸນສົມບັດ - ພາກສ່ວນ​ປະກອບ​ທີ່​ສຳຄັນ​ຂອງ​ວັດທະນະທຳ ກໍ່​ຈະ​ບໍ່​ສາມາດ​ຫຼີກ​ລ່ຽງຈາ​ກການ​ຕົກ​ໃສ່ສະພາບ​ການ​ເສື່ອ​ມ​ໂຊມ​ໃນ​ພັກ​ເວົ້າ​ລວມ​ໄດ້. ກໍ່ສ້າງ​ພັກ​ທາງ​ດ້ານ​ຄຸນສົມບັດ​ໃນ​ສະພາບ​ການ​ປະຈຸ​ບັນ ​ແມ່ນ​ຂໍ້​ຫຼັກ​ແຫຼ່ງ​ໜຶ່ງໃນການ​ກໍ່ສ້າງ​ພັກ, ​ເຮັດ​ໃຫ້​ພັກ​ສະອາດ​ປອດ​ໃສ ໝັ້ນຄົງ​ເຂັ້ມ​ແຂງ, ຖືກຕ້ອງ​ກັບ​ສິ່ງ​ທີ່ປະທານ ​ໂຮ່ຈີ​ມິນ ​ໄດ້​ສັງ​ລວມ: “ພັກ​ກອມ​ມູນິດ​ຫວຽດນາມ​ແມ່ນ​ຄຸນສົມບັດ, ​ແມ່ນ​ອະລິຍະ​ທຳ”. ຄວາມ​ເສື່ອ​ມ​ໂຊມທາງ​ດ້ານ​ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ​ດ້ວຍ​ບັນດາ​ປະກົດ​ການ​ຄື ພະຍາດ​ອາດຍາ​ສິດ, ສໍ້​ລາດ​ບັງ​ຫຼວງ, ຫຍໍ້​ທໍ້, ຟຸມ​ເຟືອຍ, “​ແລ່ນ​ຫາ​ຍົດ​ສັກ”, “​ແລ່ນ​ຫາ​ສິດ​ອຳນາດ”, ລັດທິ​ເອກະ​ຊົນ, “ຜົນ​ປະ​ໂຫຍ​ດໝູ່​ພວກ”, ມີ​ຊີວິດ​ຢູ່​ຢ່າງ​ຂີ້ຄ້ານ​ຂີ້​ຖີ່, ​ເຫັນ​ແຕ່​ຜົນ​ປະ​ໂຫຍ​ດສ່ວນ​ຕົວ, ຕິດ​ພະຍາດ “ຜົນ​ງານ”... ​ແມ່ນ​ບັນດາ​ປະກົດ​ການ​ທີ່​ເຮັດ​ໃຫ້ຫາ​ງສຽງ​ສັງຄົມ​ເຄັ່ງຮ້ອນ​​ທີ່​ສຸດ ​ເຊິ່ງຈະ​ຊຸກຍູ້ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຊຸກຍູ້ “ການ​ຫັນປ່ຽນ​ດ້ວຍ​ຕົນ​ເອງ”, “ປ່ຽນ​ແປງ​ດ້ວຍ​ຕົນ​ເອງ” ຢູ່​ພາຍ​ໃນ.

ຄວາມ​ເສື່ອ​ມ​ໂຊມ​ໃນ​ພັກ​ມີ​ຫຼາຍ​ສາ​ເຫດ ຄື​ດັ່ງ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XII ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການ​ກໍ່ສ້າງ ປັບປຸງ​ພັກ​ ໄດ້​ຊີ້​ອອກ​ມາ, ມີ​ທັງ​ສາ​ເຫດ​ພາວະ​ວິ​ໄສ​ແລະ​ອັດຕະວິ​ໄສ, ​ແຕ່​ສາ​ເຫດ​ອັດຕະວິ​ໄສ​ເປັນ​ຕົ້ນຕໍ. ການ​ກະ​ທົບ​ຈາກ​ດ້ານ​ລົບຂອງ​ເສດຖະກິດ​ຕະຫຼາດ ​ແລະ ການ​ເຊື່ອມ​ໂຍງ​ສາກົນ, ການ​ກະທົບ​ຈາກ​ການ​ພັງ​ທະລາ​ຍລົງ​ຂອງ​ລະບອບ​ສັງຄົມ​ນິຍົມຢູ່​ສະຫະພາບ​ໂຊ​ວຽດ ​ແລະ ​ເອີຣົບຕາ​ເວັນ​ອອກ, ການ​ເພີ່ມ​ຂຶ້ນ​ຂອງ​ລັດທິ​​ເອກະ​ຊົນ, ລັດທິ​ເຫັນ​ແຕ່​ຜົນ​ປະ​ໂຫຍ​ດຕົວ​ຈິງ, ​ເຫັນ​ແກ່ຕົວ​ເອງ... ​ໃນ​ຊີວິດ​ສັງຄົມ ທີ່​ກະທົບ​ໃສ່​ຖັນ​ແຖວ​ພະນັກງານ, ສະມາຊິກ​ພັກ. “ສາ​ເຫດ​ທີ່​ເລິກ​ເຊິ່ງ, ຕົ້ນຕໍ​ຂອງສະພາບການ​ເສື່ອ​ມ​ໂຊມຢູ່​ໃນ​ພະນັກງານ ສະມາຊິກ​ພັກ​ພາກສ່ວນ​ໜຶ່ງ ກ່ອນ​ອື່ນ​ໝົດ​ແມ່ນ​ຍ້ອນ​ພະນັກງານ ສະມາຊິກ​ພັກນັ້ນ ບໍ່​ຝຶກ​ຝົນ​ຫຼໍ່​ຫຼອມ​ຕົນ​ເອງ; ຫຼັກ​ໝັ້ນ​ແນວ​ຄິດ​ບໍ່​ໝັ້ນຄົງ, ອົນ​ລະ​ເວ​ງຫວາດ​ຫວັ່ນຕໍ່ໜ້າ​ການ​ກະທົບ​ຈາກ​ພາຍ​ນອກ; ຕົກ​ໃສ່​ລັດທິ​​ເອກະ​ຊົນ ຄັບ​ແຄບ ​ເຫັນ​ແກ່​ຜົນ​ປະ​ໂຫຍ​ດສ່ວນ​ຕົວ, ຖືກຈອບ​ອອຍຍ້ອນ​ຜົນ​ປະ​ໂຫຍ​ດວັດຖຸ, ບໍ່​ເຮັດ​ຫຼ້ອນ​ໜ້າ​ທີ່​ ຄວາມຮັບຜິດຊອບຂອງ​ຕົນ​ຕໍ່​ພັກ, ຕໍ່​ປະຊາຊົນ”(7). ຖືກຕ້ອງ​ຄື​ທີ່​ທ່ານປະທານ ​ໂຮ່ຈີ​ມິນ ​ໄດ້​ຊີ້​ແຈງ​ກ່ອນ​ໜ້າ​ນີ້: “ຄຸນສົມບັດ​ປະຕິວັດ​ບໍ່​ຫຼົ່ນ​ລົງ​ມາ​ຈາກ​ຟ້າ. ມັນ​ຕ້ອງ​ຜ່ານ​ການ​ຕໍ່ສູ້, ຝຶກ​ຝົນ​ຫຼໍ່​ຫຼອມປະຈຳ​ວັນ​ຢ່າງ​ທົນ​ທານ​ໝັ້ນ​ໜຽວ​ຈຶ່ງ​ຂະຫຍາຍຕົວ​ແລະ​ໄດ້​ປັບ​ປຸງ. ​ເຊັ່ນ​ດຽວ​ກັນ​ກັບ​ເພັດທີ່​ຍິ່ງ​ໄດ້​ຂັດ​ຖູ​ກໍ່​ຍິ່ງ​ສົກ​ໃສ, ຄຳ​ທີ່​ຍິ່ງ​ໄດ້​ຫຼໍ່​ຫຼອມ​ກໍ່​ຍິ່ງ​ເຫຼື້ອມ”(8).

​ເພາະສະ​ນັ້ນ, ຍູ້​ແຮງ​ການ​ກໍ່ສ້າງ ປັບປຸງ​ພັກ, ກີດ​ກັ້ນ​ແລະ​ຍູ້​ຖອຍຄວາມ​ເສື່ອ​ມ​ໂຊມທາງ​ດ້ານ​ແນວ​ຄິດການ​ເມືອງ, ຄຸນສົ​ມບັດ, ​ແບບ​ແຜນ​ດຳລົງ​ຊີວິດ, “ການ​ຫັນ​ປ່ຽນ​ດ້ວຍ​ຕົນ​ເອງ”, “ປ່ຽນ​ແປງ​ດ້ວຍ​ຕົນ​ເອງ” ຢູ່​ພາຍ​ໃນ​ແມ່ນ​ໜ້າ​ທີ່ທີ່​ສຳຄັນ​ຍິ່ງ​ສຳ​ລັບພັກ​ກອມ​ມູນິດ​ຫວຽດນາມ​ໃນ​ປະຈຸ​ບັນ.

ບາງ​ເນື້ອ​ໃນ​ຂອງ​ການກໍ່ສ້າງ​ພັກ​ທາງ​ດ້ານ​ຄຸນສົມບັດ​ ໃນ​ສະພາບ​ການ​ປະຈຸ​ບັນ

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກສືບ​ຕໍ່​ຢືນຢັນ​ການ​ກໍ່ສ້າງ​ພັກ​ແມ່ນ​ໜ້າ​ທີ່​ຫຼັກ​ແຫຼ່ງ. ​ເພື່ອ​ປະຕິບັດ​ມະຕິກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ XII ​ໄດ້​ປະກາດ​ໃຊ້​ມະຕິ​ສະບັບ​ທີ 04-NQ/TW “ກ່ຽວ​ກັບ​ເພີ່ມ​ທະວີ​ການ​ກໍ່ສ້າງ ປັບປຸງ​ພັກ; ກີດ​ກັ້ນ, ຍູ້​ຖອຍຄວາມ​ເສື່ອ​ມ​ໂຊມທາງ​ດ້ານ​ແນວ​ຄິດການ​ເມືອງ, ຄຸນສົ​ມບັດ, ​ແບບ​ແຜນ​ດຳລົງ​ຊີວິດ, ບັນດາ​ປະກົດ​ການ “​ຫັນ​ປ່ຽນ​ດ້ວຍ​ຕົນ​ເອງ”, “ປ່ຽນ​ແປງ​ດ້ວຍ​ຕົນ​ເອງ” ຢູ່​ພາຍ​ໃນ​”. ນີ້​ແມ່ນ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​ການ​ເມືອງ​ຂອງ​ພັກ​ໃນ​ການ​ກໍ່ສ້າງ​ພັກ.

ປະຕິບັດ​ມະຕິກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ, ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XI ​ແລະ ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XII, ຕ້ອງ​ຍູ້​ແຮງ, ​ເດັດດ່ຽວ​ປະຕິບັດ​ໜ້າ​ທີ່ກໍ່ສ້າງ​ພັກ​ທາງ​ດ້ານ​ຄຸນສົມບັດ ​ໃນ​ຄວາມ​ຕິດ​ພັນ​ແໜ້ນ​ແຟ້ນ ຄົບ​ຊຸດ​ກັບການ​ກໍ່ສ້າງ​ພັກ​ທາງ​ດ້ານ​ການ​ເມືອງ, ​ແນວ​ຄິດ, ການຈັດ​ຕັ້ງ ກໍ່​ຄື​ກັບ​ໜ້າ​ທີ່​ພັດທະນາ​ເສດຖະກິດ, ວັດທະນະທຳ, ສັງຄົມ... ​ເວົ້າ​ລວມຂອງ​ປະ​ເທດ​ຊາດ ​ເພື່ອ​ສ້າງ​ຮາກ​ຖານ​ໃຫ້​ແກ່​ການ​ກໍ່ສ້າ​ງຄຸນສົມບັດ​ປະຕິວັດ.

ອາດ​ຈະ​ສັງ​ລວມ​ເປັນ 4 ​ເນື້ອ​ໃນ​ທີ່​ພື້ນຖານ ​ໃນ​ການກໍ່ສ້າງ​ພັກ​ທາງ​ດ້ານ​ຄຸນສົມບັດ ດັ່ງ​ລຸ່ມ​ນີ້:

ທີ​ໜຶ່ງ, ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ, ລະອຽດ​ຕົວ​ຈິງ​ ກ່ຽວ​ກັບ​ບັນດາ​ປະກົດ​ການ​ຂອງການ​ເສື່ອ​ມ​ໂຊມທາງ​ດ້ານຄຸນສົ​ມບັດ, ​ແບບ​ແຜນ​ດຳລົງ​ຊີວິດ ທີ່​ໄດ້​ລະບຸ​ໃນມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XII, ສາຍ​ພົວພັນ​ລະຫວ່າງ​ບັນດາ​ປະກົດ​ການ​ເສື່ອ​ມ​ໂຊມ​ນັ້ນ, ​ໄຈ້​ແຍກ​ຢ່າງ​ເລິກ​ເຊິ່ງສາ​ເຫດ​ຂອງ​ແຕ່ລະ​ປະກົດ​ການ ​ເພື່ອ​ຈະ​ມີ​ທິດ​ທາງ​ແກ້​ໄຂ​ຜ່ານ​ຜ່າ.

ທີ​ສອງ, ສືບ​ຕໍ່ອົບຮົມ​ສຶກສາ​ອຸດົມ​ຄະຕິ ຄຸນສົມບັດ​ປະຕິວັດ​ໃນ​ສະພາບ​ການ​ໃໝ່. ​ເອກະລາດ​ແຫ່ງ​ຊາດຕິ​ດ​ແໜ້ນ​ກັບສັງຄົມ​ນິຍົມ ​ແມ່ນ​ຈຸດປະສົງ ອຸດົມ​ການ​ຂອງພັກ​ກອມ​ມູນິດ​ຫວຽດນາມ, ນັ້ນ​ກໍ່​ແມ່ນ​ອຸດົມ​ຄະຕິ ຄຸນສົມບັດ​ປະຕິວັດ. ໜ້າ​ທີ່​ຮັບ​ຜິດ​ຊອບ​ແລະ​ກໍ່​ແມ່ນມະ​ໂນ​ທຳ, ກຽດ​ສັກ​ສີ​ຂອງ​ສະມາຊິກ​ພັກ, ພະນັກງານ​ປະຕິວັດ ​ແມ່ນ​ຕະຫຼອດ​ຊີວິດ​ຮັບ​ໃຊ້​ປະ​ເທດ​ຊາດ ຮັບ​ໃຊ້​ປະຊາຊົນ​ຢ່າງ​ສຸດ​ອົກ​ສຸດ​ໃຈ, ສູ້​ຊົນ​ເພື່ອ​ປະ​ເທດ​ຊາດ ​ເພື່ອ​ປະຊາຊົນ, ປະຕິບັດ​ການ​ປະຢັດ ດຸ​ໝັ່ນ ຊື່ສັດ ທ່ຽງທຳ, ​ເຫັດ​ແກ່​ສ່ວນ​ລວມບໍ່​ເຫັນ​ແກ່​ສ່ວນ​ຕົວ​ ຄື​ທີ່​ລຸງ​ໂຮ່​ໄດ້​ຕັກ​ເຕືອນ​ສັ່ງສອນ. ສະມາຊິກ​ພັກ​ຕ້ອງ​ກ້າ​ເສຍສະຫຼະ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ ​ເພື່ອຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ, ຂອງ​ພັກ, ຂອງສ່ວນ​ລວມ.

ທີ​ສາມ, ​ເພີ່ມ​ທະວີ​ການ​ຝຶກ​ຝົນ​ຫຼໍ່​ຫຼອມຄຸນສົມບັດ​ສິນທຳ​ປະຕິວັ​ດ, ຕ້ານ​ລັດທິ​​ເອກະ​ຊົນ, ຕ້ານ​ການ​ສວຍ​ໂອກາດ​ເຫັນ​ແຕ່​ຜົນ​ປະ​ໂຫຍດວັດ​ຖຸ. ຄື​ທີ່​ໄດ້​ເວົ້າ​ມາ​ຂ້າງ​ເທິງ, ປະທານ ​ໂຮ່ຈີ​ມິນ ​ໄດ້​ໃຫ້​ທັດສະນະ​ວ່າ ຄຸນສົມບັດ​ປະຕິວັດ​ບໍ່​ເກີດ​​ຂຶ້ນ​ໂດຍ​ບັງ​ເອີນ, ມັນ​ຕ້ອງ​ຜ່ານ​ການ​ອົບຮົມ​ສຶກສາ ຝຶກ​ຝົນ​ຫຼໍ່​ຫຼອນ​ຈຶ່ງ​ເປັນ​ຮູບ​ເປັນຮ່າງ​ແລະ​ຂະຫຍາຍຕົວ​. ​ເພາະສະ​ນັ້ນ, ​ແຕ່​ລະ​ອົງການ​ຈັດ​ຕັ້ງ​ພັກ, ອົງການ​ອຳນາດ​ການ​ປົກຄອງ ​ແລະ ພະນັກງານ ສະມາຊິກ​ພັກ​ແຕ່ລະຄົນ​ ຕ້ອງ​​ເອົາ​ໃຈ​ໃສ່​ເປັນ​​ສຳຄັນ​ເຖິງ​ການ​ສຶກສາ​ອົບຮົມ, ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດ, ນັບ​ແຕ່​ຄຸນສົມບັດ​ຄອບຄົວ, ຄຸນສົມບັດ​ວິຊາ​ຊີບ ຈົນ​ເຖິງຈັນ​ຍາ​ບັນ​​ການ​ງານ, ຈັນ​ຍາ​ບັນ​ຫ້ອງການ. ຈາກ​ຈັນ​ຍາ​ບັນ​ຄຸນສົມບັດ​ປະຕິວັດ​ຂອງ​ພະນັກງານ ສະມາຊິກ​ພັກ​ ທີ່​ທ່ານປະທານ ​ໂຮ່ຈີ​ມິນ ​ໄດ້​ເວົ້າ​ມາ “ດຸ​ໝັ່ນ​, ປະຢັດ, ຊື່ສັດ, ທ່ຽງ​ທຳ, ​ເຫັນ​ແກ່​ສ່ວນ​ລວມ, ບໍ່​ເຫັນ​ແກ່​ສ່ວນ​ຕົວ”, “​ເມດ​ຕາ​ກະລຸນາ, ຄະຕິ​ທຳ, ສະຕິ​ປັນຍາ, ​ກ້າຫານ, ​ຊື່ສັດ” ນັ້ນ ຕ້ອງ​ຫັນ​ເປັນ​ລະອຽດ ​ເປັນລະບົບ​ມາດຕະຖານ​ບັນດາ​ສາຍ​ພົວພັນລະຫວ່າງ​ພະນັກງານ ສະມາຊິກ​ພັກ ກັບການຈັດ​ຕັ້ງ​ພັກ​ແລະ​ປະຊາຊົນ ທີ່​ສອດຄ່ອງ​ກັບ​ພາລະ​ໜ້າ​ທີ່ ຄວາມ​ຮັບຜິດຊອບ​ຂອງ​ແຕ່ລະຄົນ. ບົນ​ພື້ນຖານ​ນັ້ນ, ​ໃນ​ແຕ່ລະ​ປີ ຜູ້​ເປັນ​ຫົວໜ້າ​ແລະ​ພະນັກງານ​ສະມາຊິກ​ພັກ​ແຕ່​ລະ​ຄົນ ຈະ​ມີ​ຂໍ້​ຜູກ​ພັນ​ກ່ຽວ​ກັບ​ການ​ຝຶກ​ຝົນ​ຫຼໍ່​ຫຼອມ, ຮັກສາຄຸນສົມບັດ​ສິນ​ທຳ, ​ແບບ​ແຜນ​ດຳລົງ​ຊີວິດ, ບໍ່​​ໃຫ້​ຕົກ​ໃສ່​ສະພາບເສື່ອ​ມ​ໂຊມ, ບໍ່​ຖືກ “ຫັນປ່ຽນ​ດ້ວຍ​ຕົນ​ເອງ”, “ປ່ຽນ​ແປງ​ດ້ວຍ​ຕົນ​ເອງ”; ຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກດຳ​ເນີ​ການ​ກວດກາ, ຕິດຕາມ​ກວດກາ​ການ​ປະຕິບັດ​ຂໍ້​ຜູກ​ພັນ​ໝັ້ນ​ໝາຍຂອງ​ພະນັກງານ, ສະມາຊິກ​ພັກທີ່​ຂຶ້ນ​ກັບສຳນັກງານ​ອົງການ, ກົມ​ກອງ​ຂອງ​ຕັນ.

​ໃນ​ເງື່ອນ​ໄຂ​ປະຈຸ​ບັນ, ຍ້ອນການ​ກະທົບ​ຢ່າງ​ແຂງ​ແຮງ​ຈາກ​ດ້ານ​ລົບ​ຂອງ​ເສດຖະກິດ​ຕະຫຼາດ, ການ​ເຊື່ອມໂຍງ​ສາກົນ, ການ​ພົ້ນ​ເດັ່ນ​ຂຶ້ນ​ຂອງ​ຜົນ​ປະ​ໂຫຍ​ດ​ເສດຖະກິດ... ດັ່ງ​ນັ້ນ ​ລັດທິ​​ເອກະ​ຊົນ​ກໍ່​ມີ​ເງື່ອນ​ໄຂຟື້ນ​ຕົວ​ຂຶ້ນ. ຕ້ອງ​ຕ້ານ​ລັດທິ​​ເອກະ​ຊົນ​ພາຍ​ໃຕ້​ທຸກ​ຮູບ​​ແບບ​ແລະ​ເລ່ຫຼ່ຽມຂອງ​ມັນ ​ເພາະວ່າ, ຄື​ທີ່​ທ່ານປະທານ ​ໂຮ່ຈີ​ມິນ ​ໄດ້​ຊີ້​ແຈງ​ນັ້ນ, ລັດທິ​​ເອກະ​ຊົນ​ແມ່ນ​ປະ​ເພດ “ການ​ຮຸກ​ຮານ​ຂອງ​ສັດຕູ​ພາຍ​ໃນ”, ​ເປັນ​ຕົ້ນ​ກຳ​ເນີ​ດຂອງ​ພະຍາດ​ຕ່າງໆ​ເຊັ່ນ ອາດຍາ​ສິດ, ສໍ້​ລາດ​ບັງ​ຫຼວງ, ຄຳ​ສັ່ງ​ບົງ​ການ​ຊີ້​ຂາດ, ອວດອົ່ງ​ຈອງຫອງ, ​ເອກອ້າງນຖານະ​ຕຳ​ແໜ່​ງ... ປະທານ ​ໂຮ່ຈີ​ມິນ ​ເຫັນ​​ແຈ້ງການກະທົບ​ທີ່ເປັນ​ອັນຕະລາຍ​ຂອງ​ລັດ​ທິ​ເອກະ​ຊົນ ​ແລະ ​ໃນ​ຊີວິດ​ແຫ່ງ​ການ​ເຄື່ອນ​ໄຫວ​ປະຕິວັດ​ຂອງ​ຕົນ, ​ເພິ່ນ​ໄດ້ຕໍ່ສູ້​ຢ່າງ​ເດັດດ່ຽວຕ້ານ​ລັດທິ​ເອກະ​ຊົນ. ກ່ອນ​ໜ້າ​ນີ້ 90 ປີ, ​ເມື່ອ​ພັກ​ຍັງ​ບໍ່​ທັນ​ກຳ​ເນີ​ດ, ​ໃນ​ນິພົນ ​ເສັ້ນທາງ​ປະຕິວັດ (ປີ 1927) - ນິພົນ​ທີ່​ຖື​ກຖື​ວ່າ​ເປັນ “ສົມບັດ​ຂອງ​ຊາດ”, ປະທານ ​ໂຮ່ຈີ​ມິນ ​ໄດ້​ຕຳ​ໜິວິຈານ​ລັດທິ​ເອກະ​ຊົນ ​ແລະ ​ເພິ່ນ​ກໍ່​ໄດ້​ຕັກ​ເຕືອນ​ວ່າ ຕ້ອງ “ຮັກສາ​ລັດທິ​ໃຫ້​ໝັ້ນຄົງ”, ຕ້ອງ “ຫຼຸດຜ່ອນ​ຄວາມ​ກະຫາຍ​ຢາກ​ວັດຖຸ”. ຮອກ​ປີ 1969, ກ່ອນ​ທີ່​ຈະ​ລ່ວງ​ລັບ​ໄປ, ປະທານ ​ໂຮ່ຈີ​ມິນ ​ໄດ້​ຂຽນ​ນິພົນ “ຍົກ​ສູງ​ຄຸນສົມບັດ​ປະຕິວັດ, ກຳຈັດ​ລັດທິ​ເອກະ​ຊົນ”. ​ເພິ່ນ​ໄດ້​ກ່າວ​ເຕື່ອນພວກ​ເຮົາ​ວ່າ: “ຊາດ​ໜຶ່ງ, ພັກ​ໜຶ່ງ ​ແລະ ​ແຕ່ລະຄົນ, ມື້ວານ​ນີ້​ແມ່ນ​ຍິ່ງ​ໃຫຍ່, ມີ​ແຮງ​ດຶງ​ດູດ​ການ​ຊົນ​ເຊີຍ​ຫຼາຍ, ​ແຕ່ບໍ່​ແນ່​ນອນ​ວ່າ ມື້​ນີ້​ແລະ​ມື້​ອື່ນ​ຍັງ​ໄດ້​ຮັບ​ຄວາມ​ຮັກ​ແພງ​ແລະ​ຊົມເຊີຍຈາກ​ມະຫາຊົນ, ຖ້າ​ຫາກ​ຈິດ​ໃຈ​ຂອງ​ເຂົາ​ບໍ່​ສາ​ອາດ​ປອດ​ໃສ​ອີກ​ຕໍ່​ໄປ, ຖ້າ​ຫາກ​​ເຂົາຕົກ​ໃສ່​ລັດທິເອກະ​ຊົນ”(9). ອາດ​ຈະ​ເວົ້າ​ໄດ້​ວ່າ ​ໃນ​ຕະຫຼອດ​ຊີວິດ​ການ​ເຄື່ອນ​ໄຫວ​ປະຕິວັດ​ຂອງ​ຕົນ, ປະທານ ​ໂຮ່ຈີ​ມິນ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ບັນຫາ​ຕໍ່ສູ້​ຕ້ານ​ລັດທິ​ເອກະ​ຊົນ, ຍົກ​ສູງ​ຄຸນສົມບັດ​ປະຕິວັດ​ໃຫ້​ພະນັກງານ ສະມາ​ຊິດ​ພັກ, ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ແມ່ນ ​ໃນ​ເມື່ອ​ພັກ​ໄດ້​ກາຍ​ເປັນ​ພັກ​ກຳ​ອຳນາດ​ການ​ປົກຄອງ. ​ໃນ​ເມື່ອ​ພັກ​ກຳ​ອຳນາດ​ການ​ປົກຄອງ ກໍ່​ອາດ​ຈະ​ເກີດ​ຄວາມ​ສ່ຽງ​ຍ້ອນ​ອາດຍາ​ສິດ, ສໍ້​ລາດ​ບັງ​ຫຼວງ, ການ​ເສື່ອ​ມ​ໂຊມ​ທາງ​ດ້ານ​ຄຸນສົມບັດ​ຫຼາຍ​ກວ່າ. ນັ້ນ​ແມ່ນ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ​ໃນ​ຕະຫຼອດ​ເວລາ​ນຳພາ​ການ​ປະຕິວັດ​ຂອງ​ປະທານ ​ໂຮ່ຈີ​ມິນ.

​ໃນ​ສະພາບ​ການ​ປະຈຸ​ບັນ, ລັດທິເອກະ​ຊົນມີ​ເງື່ອນ​ໄຂ​ຂະຫຍາຍຕົວ. ​ເພາະສະ​ນັ້ນ, ຕ້ອງ​ຕໍ່ສູ້​ຢ່າງ​ເດັດດ່ຽວ​ຕ້ານລັດທິເອກະ​ຊົນ, ການ​ດຳລົງ​ຊີວິດ​ແບບ​ສວຍ​ໂອກາດ ​ສວຍ​ໃຊ້​ແຕ່​ຜົນ​ປະ​ໂຫຍ​ດຕົວ​ຈິງ, ສໍ້​ລາດ​ບັງ​ຫຼວງ, ​ໂລບ​ມາກ​ໂລພາ, ພັກ​ພວກ, “ຜົນ​ປະ​ໂຫຍ​ດໝູ່​ພວກ”. ການ​ຕໍ່ສູ້​ນີ້ບໍ່​ພຽງ​ແຕ່​ດ້ວຍ​ວິທີ​ສຶກສາ​ອົບຮົມ​ຄຸນສົມບັດສິນ​ທຳ ​ແຕ່​ຍັງ​ຕ້ອງ​ໃຊ້​ການຈັດ​ຕັ້ງ, ກວດກາ, ຕິດຕາມ​ກວດກາ, ກົດ​ວິ​ໄນ​ກົນ​ໄກ ນະ​ໂຍບາຍ ກົດໝາຍ ​ແລະ ຕ້ອງ​ໄດ້​ດຳ​ເນີນ​ຢ່າງ​ເດັດດ່ຽວ ໜຽວ​ແໜ້ນ, ມີ​ມາດ​ຕະການ​​​ແຂງ​ແຮງ ຄົບ​ຊຸດ. ພ້ອມ​ກັນ​ນັ້ນ ກໍ່​ຕ້ອງ​ປະຕິບັດຢ່າງ​ເຂັ້ມ​ງວດ ມີ​ປະສິດທິ​ຜົນ ການ​ຮ່ຳຮຽນ​ແລະ​ປະຕິບັດ​ຕາມ​ແນວ​ຄິດ, ຄຸນສົມບັດ ​ແລະ ​ແບບ​ແຜນ​​ໂຮ່ຈີ​ມິນ ຕາມ​ຄຳ​ສັ່ງ​ສະບັບ​ທີ 05-CT/TW ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ສະ​ໄໝ​ທີ XII. ຕ້ອງ​ປະຕິບັດ​ຄຳ​ສັ່ງ​ສະບັບ​ທີ 05 ຢ່າງ​ມີ​ປະສິດທິ​ຜົນ, ​ເຂົ້າ​ສູ່​ລວງ​ເລິກ ​ເຂົ້າ​ໃນ​ເນື້ອ​ແທ້, ຖື​ວ່າ​ມັນ​ແມ່ນ​ວຽກ​ງານທີ່​ເປັນ​ປະຈຳ​ຂອງ​ບັນດາ​ອົງການຈັດ​ຕັ້ງ​ພັກ, ອຳ​ນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ, ຂອງ​ບັນດາ​ອົງການຈັດ​ຕັ້ງ​ການ​ເມືອງ-ສັງຄົມ, ຕິດ​ກັບ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ເສື່ອ​ມ​ໂຊມ​ທາງ​ດ້ານ​​ແນວ​ຄິດການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ, “ການ​ຫັນປ່ຽນ​ດ້ວຍ​ຕົນ​ເອງ”, “ປ່ຽນ​ແປງ​ດ້ວຍ​ຕົນ​ເອງ” ຢູ່​ພາຍ​ໃນ. ​​​ເອົາ​ໃຈ​ໃສ່​ເປັນພິ​ເສດ​ເຖິງ​ການ​ຮ່ຳຮຽນ​ແບບ​ແຜນຂອງໂຮ່ຈີ​ມິນ - ນັບ​ແຕ່​ແບບ​ແຜນ​ຈິນຕະນາການ ​ເຖິງ​ແບບ​ແຜນ​ພົວພັນ​ກັບ​ມະຫາຊົນ, ​ແບບ​ແຜນ​ປະຊາທິປະ​ໄຕ, ​ແບບ​ແຜນ​ປະພຶດ​ຕົນ​ເປັນ​ແບບຢ່າງ, ​ແບບ​ແຜນ​ເວົ້າ​ໄປ​ຄຽງ​ຄູ່​ກັບ​ເຮັດ... ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ກໍ່ສ້າງ​ບັນດາ​ແບບຢ່າງ​ທີ່​ດີ​ເດັ່ນ ​ໃນ​ການ​ຮ່ຳຮຽນແລະປະຕິບັດ​ຕາມ​ແວ່ນ​ແຍງ​ຄຸນສົມບັດ​ໂຮ່ຈີ​ມິນ.

ທີ​ສີ່, ປັບປຸງ​ບູລະນະ​ແລະ​ປະຕິບັດ​ຢ່າງ​ເຂັ້ມ​ງວດ, ກົນໄກ​ກວດກາ, ຕິດຕາມ​ກວດກາ​ການ​ປະຕິບັດ​ຂໍ້​ກຳນົດ​ສະບັບ​ທີ 101-QĐ/TW, ວັນ​ທີ 07 ພຶດສະພາ 2012, ຂອງ​ຄະນະ​ເລ​ຂາ​ທິການ​ສູນ​ກາງ​ພັກ, ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ເປັນ​ແບບຢ່າງ​ຂອງ​ພະນັກງານ ສະມາ​ຊິກ​ພັກ, ​ເປັນ​ຕົ້ນ​ແມ່ນ​ພະນັກງານ​ການ​ນຳ​ຫຼັກ​ແຫຼ່ງຂັ້ນ​ຕ່າງໆ, ພະນັກງານ​ມີ​ຕຳ​ແໜ່​ງຍິ່ງ​ສູງ​ແມ່ນ​ຍິ່ງ​ຕ້ອງ​ເປັນ​ແບບຢ່າງ ​ເພາະວ່າ “​ແບບຢ່າງທີ່​ມີ​ຊີ​ວິດໜຶ່ງ ​ມີ​ຄຸນ​ປະ​ໂຫຍ​ດກ​ວ່າ​ຄຳ​ປາ​ໄສ​ຮ້ອຍ​ບົດ”. ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ທີ່​ຕ້ອງເປັນ​ແບບຢ່າງ​ ນັ້ນແມ່ນ​ແບບ​ແຜນ​ດຳລົງ​ຊີວິດ​ຕ້ອງ​ສະອາດ​ປອດ​ໃສ, ​ແບບ​ແຜນ​ໃກ້ຊິດຕິດ​ແທດ​ກັບ​ພາກ​ຕົວ​ຈິງ ກັບ​ມະຫາຊົນ, ​ເຂົ້າ​ໃຈ​ຄວາມຄິດ​ຈິດ​ໃຈ ຄວາມ​ມຸ່ງ​ມາດ​ປາຖະໜາ​ອັນ​ຊອບ​ທຳ​ຂອງ​ມະຫາຊົນ. ຍົກ​ສູງ​ສະຕິ​ຮັບ​ໃຊ້​ປະຊາຊົນ, ວຽກ​ໃດ​ທີ່​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ແມ່ນ​ຕ້ອງ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ, ສິ່ງ​ໃດທີ່ບໍ່​ດີ​ສຳລັບ​ປະຊາຊົນ​ແມ່ນ​ຕ້ອງລະ​ເວັ້ນ. ຕໍ່ສູ້​ຢ່າງ​ເດັດດ່ຽວ​ກັບ​ບັນດາ​ປະກົດ​ການອາດຍາ​ສິດ, ອວດອົ່ງ​ທະ​ນົງ​ຕົວ, ລ່ວງ​ເກີນ​ອຳນາດ, ລົບ​ກວນ ກໍ່​ຄວາມ​ລຳ​ຄານ​ໃຫ້​ປະຊາຊົນ, ບໍ່​ມີ​ຄວາມ​ຮັບຜິດຊອບ​ຕໍ່​ປະຊາຊົນ. ກະ​ໂຕ​ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ, ​ແບບ​ແຜນ​ດຳລົງ​ຊີວິດ​ຂອງ​ພະນັກງານ ສະມາຊິກ​ພັກ, ສະພາບ​ການ​ສໍ້​ລາດ​ບັງ​ຫຼວງ, ອາດຍາ​ສິດ, ຄວາມ​ຫຍໍ້​ທໍ້, ລັດທິ​ເອກະ​ຊົນ, ​ເຫັນ​ແກ່​ສ່ວນ​ຕົວຕ່າງໆ​ເຫຼົ່ານັ້ນ ​ແມ່ນ​ບັນດາ “​ແວ່ນ​ແຍງ” ທີ່​ບໍ່​ດີ​ສຳລັບ​ປະຊາຊົນ, ຫຼຸດຜ່ອນ​ຄວາມ​ເຊື່ອ​ຖື​ຂອງ​ປະຊາຊົນ​ຕໍ່​ພັກ ລັດ ​ແລະ ລະບອບ​ສັງຄົມ​ນິຍົມ. ປະທານ ​ໂຮ່ຈີ​ມິນ ​ເຄີຍ​ສັ່ງສອນ​ວ່າ: “... ສະມາຊິກ​ພັກ - ​ເຖິງ​ຈະ​ເຮັດ​ວຽກ​ໃຫຍ່​ຫຼື​ນ້ອຍ, ມີ​ຖານະ​ຕຳ​ແໜ່​ງສູງ​ຫຼື​ຕ່ຳ - ຢູ່​ບ່ອນ​ໃດ​ກໍ່​ຕ້ອງ​ເປັນ​ແບບຢ່າງ​ໃຫ້​ມະຫາຊົນ”(10).

​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ແບບຢ່າງ​ຂອງ​ພະນັກງານ ສະມາຊິກພັກ ​ແມ່ນ​ຕ້ອງ​ປັບປຸງ, ​ເຊີດ​ຊູ ​ແລະ ປະຕິບັດ​ຢ່າງ​ເຂັ້ມ​ງວດ​ ຫຼັກການ​ຕິ​ຊົ​ມຕົນ​ເອງ​ແລະ​ຕິ​ຊົມໝູ່ຄູ່. ​ໃນ​ເວລາ​ທີ່​ຜ່ານ​ມາ, ​ໃນ​ການ​ປະຕິບັດມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XI, ພວກ​ເຮົາ​ປະຕິບັດ​ຫຼັກການ​ນີ້​ຍັງບໍ່​ດີ, ປະສິດທິ​ຜົນ​ຕ່ຳ, “ສະພາບ​ການ​ຈົ່ງ​ຈຽມ ຫຼົບ​ຫຼີກ​ກັນ, ຢ້ານ​ແຕະຕ້ອງ​ກັນ ຍັງ​ແຜ່​ຫຼາຍ, ພະນັກງານ ສະມາຊິກພັກ​ຈຳນວນ​ໜຶ່ງບໍ່​ຕື່ນ​ຕົວ​ສະໝັກ​ໃຈຮັບຮູ້​ຂໍ້​ບົກພ່ອງ​ແລະ​ຄວາມຮັບຜິດຊອບ​ຂອງ​ຕົນ ​ໃນ​ວຽກ​ງານ​ທີ່​ໄດ້​ຮັບ​ມອບ​ໝາຍ”. ​ເພາະສະ​ນັ້ນ, ​ເພື່ອ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຂອງ​ການ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ​ໝູ່​ຄູ່, ຕ້ອງ​ມີ​ກົນ​ໄກ​ກວດກາ, ຕິດຕາມ​ກວດກາ​ພະນັກງານ ສະມາຊິກພັກ​ ຈາກ​ພາຍ​ໃນ​ພັກ ​ແລະ ການ​ຕິດຕາມ​ກວດກາ​ຈາກມະຫາຊົນ​ແລະ​ຫາງ​ສຽງ​ສາທາລະນະ./.

​ໂດຍ ສຈ. ປອ. ​ເລ​ຫຶ​ວ​ເຫງັ້ຍ
ອະດີດອຳນວຍການ​ສະ​ຖາ​ບັນການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ

-------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 897 (​ເດືອນ​ກໍລະກົດ 2017)

(1) ​ໂຮ່ຈີ​ມິນ, ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2000, ​ເຫຼັ້ມ​ທີ 5, ໜ້າ 249, 254.

(2) ​ໂຮ່ຈີ​ມິນ, ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ​ທີ 12, ໜ້າ 420 - 421.

(3) ​ໂຮ່ຈີ​ມິນ, ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ​ທີ 6, ໜ້າ 50.

(4) ​ໂຮ່ຈີ​ມິນ, ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ​ທີ 5, ໜ້າ 252 - 253.

(5), (6) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII, ຫ້ອງການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 191, 185.

(7) ເອກະສານ​ກອງ​ປະຊຸມຄັ້ງ​ທີ​ສີ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະ​ໄໝ​ທີ XII, ຫ້ອງການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2017, ໜ້າ 24 - 25.

(8) ​ໂຮ່ຈີ​ມິນ, ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ​ທີ 9, ໜ້າ 293.

(9) ​ໂຮ່ຈີ​ມິນ, ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ​ທີ 12, ໜ້າ 557 - 558.

(10) ​ໂຮ່ຈີ​ມິນ, ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ​ທີ 6, ໜ້າ 189.