ວກ. - ​ເປັນ​ຕົວ​ແທນ​ໃຫ້​ແກ່​ສິດ​ແລະ​ຜົນ​ປະ​ໂຫຍ​ດທີ່​ຖືກ​ກົດໝາຍ, ຊອບ​ທຳ ຂອງ​ປະຊາຊົນ​ທຸກ​ຊັ້ນ​ຄົນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ສິດທິ​ແລະຄວາມ​ຮັບຜິດຊອບ​ທີ່​ສຳຄັນ ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເຊິ່ງ​ໄດ້​ຢືນຢັນ​ຢູ່ໃນ​ບັນດາ​ມະຕິ​ຂອງ​ພັກ ​ແລະ​ໄດ້​ລະບຸ​ຢ່າງ​ລະອຽດ​ໃນ​ລັດຖະທຳ​ມະນູນ​ປີ 2013 ​ແລະ​ກົດໝາຍ​ວ່າ​ດ້ວຍແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມປີ 2015. ​ເພື່ອ​ປະກອບສ່ວນ​ປະຕິບັດ​ຄວາມ​ຮັບຜິດຊອບ​ດັ່ງກ່າວ​ນັ້ນ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມທຸກຂັ້ນ​ຕ້ອງ​ເຮັດ​ໃຫ້​ດີກ​ວ່າ​ອີກ ວຽກ​ງານ​ຕິດຕາມ​ກວດກາ​ແລະ​ວິຈານ​ສັງຄົມ, ປະກອບສ່ວນ​ປະຕິບັດ​ໜ້າ​ທີ່​ກໍ່ສ້າງ​ພັກ, ອຳນາດ​ການ​ປົກ​ຄອງ ​ໃຫ້​ສະອາດ​ປອດ​ໃສ, ໝັ້ນ​ຄັງ​ເຂັ້ມ​ແຂງ; ສ້າງ​ຄວາມ​ເປັນ​ໃຈ​ສັງຄົມ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ແຫ່ງ​ມະຫາ​ສາມັກຄີ​ປວງ​ຊົນທັງ​ຊາດ, ຄື​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ໄດ້​ວາງ​ອອກ​ມາ.

ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ. (ພາບ: TTXVN)

ປັບປຸງ​ບູລະນະ​ກົນ​ໄກ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ, ການ​ວິຈານ​ສັງຄົມ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ  

ປະຕິບັດ “ກົດ​ລະບຽບ​ກ່ຽວ​ກັບ​ການ​ຕິດຕາມ​ກວດກາ ​ແລະ​ວິຈານ​ສັງຄົມ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ​ບັນດາ​ອົງຄະ​ນະ​ການ​ເມືອງ-ສັງຄົມ” ​ແລະ “ຂໍ້​ກຳນົດ​ກ່ຽວ​ກັບແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ບັນດາ​ອົງຄະ​ນະ​ການ​ເມືອງ-ສັງຄົມ ​ແລະ​ປະຊາຊົນ ​ເຂົ້າ​ຮ່ວມ​ໃນ​ການ​ປະກອບ​ຄວາມ​ເຫັນ​ກໍ່ສ້າງ​ພັກ, ກໍ່ສ້າງ​ອຳນາດ​ການ​ປົກຄອງ” ທີ່​ປະກາດ​ໃຊ້ພ້ອມ​ກັບ​ມະຕິ​ຕົກລົງ​ເລກທີ 217-QĐ/TW, ມະຕິ​ຕົກລົງ​ເລກທີ 218-QĐ/TW, ລົງ​ວັນ​ທີ 12 ທັນວາ 2013 ຂອງ​ກົມ​ການ​ເມືອ​ງສູນ​ກາງ​ພັກ​ສະ​ໄໝ​ທີ XI, ຄະນະ​ປະຈຳຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ສູນ​ກາງຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມຫຼາຍ​ຄັ້ງ​ເພື່ອ​ເຜີຍ​ແຜ່, ຊາບ​ຊືມ ​ແລະ ຝຶກ​ອົບຮົມ​ກ່ຽວ​ກັບ​ວຽກ​ງານ​ຕິດຕາມ​ກວດກາ,​ ວິຈານ​ສັງຄົມ, ການ​ເຂົ້າ​ຮ່ວມ​ປະກອບ​ຄວາມ​ເຫັນກໍ່ສ້າງ​ພັກ, ອຳນາດ​ການ​ປົກຄອງ ​ໃຫ້​ຖັນ​ແຖວ​ພະນັກງານແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ພະນັກງານ​ອົງຄະ​ນະມະ​ຫາ​ຊົນ​ແຕ່​ສູນ​ກາງ​ຈົນ​ຮອດ​ແຂວງ-ກຳ​ແພງນະຄອນ.

ຄະນະ​ປະຈຳຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​​ເປັນ​ຜູ້ນຳ​ໃນ​ການ​ກໍ່ສ້າງ​ໂຄງການ​ກົດໝາຍ​ວ່າ​ດ້ວຍແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ (ສະບັບ​ປັບປຸງ) ຊຶ່ງ​ໄດ້​ຍື່ນ​ຕໍ່​ສະພາ​​ແຫ່ງຊາດ​ພິຈາລະ​ນາ ປະກາດ​ໃຊ້​ໃນ​ປີ 2015, ​ໃນ​ນັ້ນ​ໄດ້​ເພີ່ມ​ເຕີມ 2 ໝວດ​ກ່ຽວ​ກັບການ​ຕິດຕາມ​ກວດກາ ​ແລະ​ການວິຈານ​ສັງຄົມ ​ເພື່ອ​ປະກອບສ່ວນ​ຫັນມະຕິ​ຕົກລົງ​ເລກທີ 217-QĐ/TW ແລະມະຕິ​ຕົກລົງ​ເລກທີ 218-QĐ/TW ຂອງ​ກົມ​ການ​ເມືອງ​ເປັນ​ນິຕິ​ກຳ; ​ເປັນ​ປະທານ​ໃນ​ການ​ສົມທົບ​ກັບ​ບັນດາ​ອົງການ, ການຈັດ​ຕັ້ງ​ທີ່​ກ່ຽວຂ້ອງ ກໍ່ສ້າງ​ຮ່າງ​ມະຕິຮ່ວມ​ ລະຫວ່າງຄະນະ​ກຳມະການ​ປະຈຳ​ສະພາ​ແຫ່ງ​ບາດ, ລັດຖະບານ ​ແລະ ຄະນະ​ປະທານຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ທີ່​ກຳນົດ​ຢ່າງ​ລະອຽດ ມາດຕາ 27, ມາດຕາ 34 ຂອງ​ກົດໝາຍ​ວ່າ​ດ້ວຍ​ບັນດາ​ຮູບ​ການ​ຕິດຕາມ​ກວດກາ, ວິຈານ​ສັງຄົມ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ​ແລະ​ໄດ້​ຖືກ​ຮັບຮອງ​ຜ່ານ​ໃນ​ກອງ​ປະຊຸມ​ຄັ້ງ​ທີ 9 ຂອງຄະນະ​ກຳມະການ​ປະຈຳ​ສະພາ​ແຫ່ງ​ບາດຊຸດ​ທີ XIV, ວັນ​ທີ 22 ​ເມສາ 2017; ປະສານ​ສົມທົບ​ກັບອົງການ​ກວດກາ​ລັດຖະບານ, ສະຫະສະມາພັນ​ແຮງ​ງານ​ຫວຽດນາມ ​​ໃນ​ການ​ກໍ່ສ້າງ​ແລະ​ຍື່ນ​ຕໍ່​ລັດຖະບານ​ເພື່ອ​ປະກາດ​ໃຊ້ ດຳລັດ​ສະບັບ​ທີ 159/2016/NĐ-CP, ທີ່​ກຳນົດ​ຢ່າງ​ລະອຽດ ​ແລະ​ແນະນຳ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ກວດກາ (ກ່ຽວ​ກັບ​ການຈັດ​ຕັ້ງ​ແລະ​ເຄື່ອນ​ໄຫວ​ຂອງ​ຄະນະ​ກວດກາ​ປະຊາຊົນ); ​ເຂົ້າ​ຮ່ວມ​ກັບ​ກະຊວງ​ແຜນການ​ແລະ​ການ​ລົງທຶນ​ ໃນ​ການ​ກໍ່ສ້າງ​ແລະ​ຍື່ນ​ຕໍ່​ລັດຖະບານ​ເພື່ອ​ປະກາດ​ໃຊ້​ ດຳລັດ​ສະບັບ​ທີ 84/2015/NĐ-CP, ກ່ຽວ​ກັບ​ການ​ຕິດຕາມ​ກວດກາ​ແລະ​ປະ​ເມີນ​ຄ່າ​ການ​ລົງທຶນ, ​ໃນ​ນັ້ນ​ມີ​ຂໍ້​ກຳນົດ​ກ່ຽວ​ກັບ​ສິດທິ​ຕິດຕາມ​ກວດກາ​ການ​ລົງທຶນ​ສາທາລະນະ​ຂອງ​ປະຊາ​ຊົນ, ບັນດາ​ຄະນະ​ຕິດຕາມ​ກວດກາ​ການ​ລົງທຶນ​ຂອງ​ຊຸມ​ຊົນ; ​ເຂົ້າ​ຮ່ວມ​ກັບ​ກະຊວງ​ການ​ເງິນ​ ໃນ​ການ​ກໍ່ສ້າງ​ແລະ​ປະກາດ​ໃຊ້ໜັງສື​ວຽນ​ສະບັບ​ທີ 337/2016/TT-BTC, ກຳນົດ​ກ່ຽວ​ກັບ​ການວາງ​ງົບ​ປະມານ, ຄຸ້ມ​ຄອງນຳ​ໃຊ້ງົບ​ປະມານ ​ແລະ​ການ​ຊຳລະ​ບັນຊີ ທີ່​ຮັບປະກັນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ,​ ວິຈານ​ສັງຄົມຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-​ສັງຄົມ.

ຄຽງ​ຂ້າງ​ນັ້ນ, ຄະນະ​ປະຈຳຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ອອກ​ແຈ້ງ​ການ​ສະບັບ​ທີ 23/TTr-MTTW-BTT, ລົງ​ວັນ​ທີ 20 ກໍ​ລະ​ກົດ 2017, ​ແນະນຳກ່ຽວ​ກັບ​ຂະ​ບວນການ​ຕິດຕາມ​ກວດກາ ​ແລະຂະ​ບວນການ​ວິຈານ​ສັງຄົມ ຂອງ​​ແນວໂຮມ​ປະ​ເທດ​ຊາດ​ຫວຽດນາມ, ​ແຈ້ງ​ການ​ສະບັບ​ທີ 25/TTr-MTTW-BTT, ລົງ​ວັນ​ທີ 9 ສິງຫາ 2017, ​ແນະນຳ​ກ່ຽວ​ກັບ​ການຈັດ​ຕັ້ງ​ແລະ​ເຄື່ອນ​ໄຫວ​ຂອງ​ຄະນະ​ກວດກາ​ປະຊາຊົນ, ຄະນະ​ຕິດຕາມ​ກວດກາ​ການ​ລົງທຶນ​ຂອງ​ຊຸມ​ຊົນ​ຢູ່​ຕາ​ແສງ, ຕົວ​ເມືອງ​ນ້ອຍ; ​ຈັດພິມ​ເຜີຍ​ແຜ່​ປຶ້ມ ຄູ່​ມືວຽກ​ງານ​ຕິດຕາມ​ກວດກາ ​ແລະ​ວິຈານ​ສັງຄົມ​ ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແນ​ໃສ່​ປະກອບສ່ວນ​ແກ້​ໄຂ​ຜ່ານ​ຜ່າ​ຂໍ້​ຈຳກັດ, ຄວາມ​ຫຍຸ້ງ​ຍາກ, ສິ່ງ​ຄົງ​ຄ້າງ​ໃນ​ປະຈຸ​ບັນ, ຊ່ວຍ​ໃຫ້​ພະນັກງານ​ການ​ນຳ​ຂັ້ນ​ຕ່າງໆ​ມີ​ຄວາມ​ເຂົ້າ​ໃຈແຈ້ງ​ກວ່າອີກ ກ່ຽວກັບ​ວຽກ​ງານ​ຕິດຕາມ​ກວດກາ,​ ວິຈານ​ສັງຄົມ, ​ເພື່ອ​ໃຫ້ພະນັກງານແນວ​ໂຮມ​ປະ​ເທດ​ຊາດ ​ແລະ​ພະນັກງານ​ຂອງ​ອົງຄະ​ນະມະ​ຫາ​ຊົນ​ຂັ້ນຕ່າງໆ ກຳ​ແໜ້ນ​ກ່ຽວ​ກັບ​ຂະ​ບວນການ, ວິທີການ​ຕິດຕາມ​ກວດກາ,​ ວິຈານ​ສັງຄົມ.

ຜົນ​ໄດ້​ຮັບ​ຂອງ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ,​ ວິຈານ​ສັງຄົມ ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ 

1- ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ

​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ມໍ່​ນີ້, ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ​ຂອງ​ບັນດາ​ການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມຂັ້ນ​ຕ່າງໆ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ, ​ໃນ​ຂັ້ນ​ຕົ້ນ​ມີ​ປະສິດທິ​ຜົນ​ຢ່າງ​ຈະ​ແຈ້ງ. ຂໍ້​ສະ​ເໜີ​ຫຼາຍ​ຂໍ້​ພາຍຫຼັງການຕິດຕາມ​ກວດກາຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ ໄດ້​ຮັບ​ການ​ຕອບ​ສະໜອງ ຊຶ່ງ​ຫົວໜ້າ​ຂອງ​ອົງການ​ລັດຢູ່​ສູນ​ກາງ, ທ້ອງ​ຖິ່ນ​ ໄດ້​ຊີ້​ນຳ​ຢ່າງ​ທັນ​ການ​ໃຫ້​ຄະນະ​ທີ່​ປຶກສາ​ຂອງ​ຕົນຂຽນ​ຄຳ​ຕອບ​ເປັນ​ລາຍ​ລັດ​ອັກສອນ; ​ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອ​ຄ່າ​ໃຊ້​ຈ່າຍ​ເພື່ອ​ຮັບປະກັນ​ການ​ເຄື່ອນ​ໄຫວ.

ການ​ປະຕິບັດ​ບັນດາ​ໂຄງການ​ຕິດຕາມ​ກວດກາ​ໄດ້​ດຳ​ເນີນ​ຖືກຕ້ອງ​ຕາມ​ການ​ແນະນຳ​ກ່ຽວ​ກັບ​ຂະ​ບວນການຕິດຕາມ​ກວດກາ, ມີ​ຄວາມ​ເປັນ​ເອກະ​ພາບ​ລະຫວ່າງບັນດາ​ສະມາຊິກ ​ແລະ​ແບ່ງ​ງານ​ກຳນົດ​ໜ້າ​ວຽກ​ສຳລັບ​ບັນດາ​ເນື້ອ​ໃນຕິດຕາມ​ກວດກາ, ​ໃນ​ຂັ້ນ​ຕົ້ນ​ໄດ້​ເສີມ​ຂະຫຍາຍ​ບົດບາດປະທານ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ; ພິ​ເສດ​ແມ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ບົດບາດ, ຄວາມ​ຮັບຜິດຊອບ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໃນ​ການ​ປະຕິບັດ​ລັດຖະທຳ​ມະນູນ ​ແລະ​ກົດໝາຍ, ​ເປັນຕົວ​ແທນ, ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ດທີ່​ຖືກ​ກົດໝາຍ, ຊອບ​ທຳ​ຂອງ​ປະຊາຊົນ, ​ເຂົ້າ​ຮ່ວມ​ໃນ​ການ​ກໍ່ສ້າງ​ພັກ ລັດ. ຜົນ​ຂອງ​ການຕິດຕາມ​ກວດກາວຽກ​ງານ, ກໍລະນີ​ຕ່າງໆ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​​ໃສ່​ແລະ​ຕີ​ລາຄາ​ດີ ​ຈາກ​ປະຊາຊົນ​ແລະ​ຫາງ​ສຽງ​ສັງຄົມ. ນີ້​ແມ່ນສັນຍານ​ດີ​ໃນ​ການ​ປ່ຽນ​ແປງ​ໃໝ່​ວຽກ​ງານ​ແນວ​ໂຮມ.

ວຽກ​ງານຕິດຕາມ​ກວດກາຂອງ​ລະບົບແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ໄດ້​ດຳ​ເນີນ​ເປັນ​ແຕ່​ລະ​ກ້າວ, ມີ​ລະບຽບ, ​ເປັນ​ແບບ​ສະບັບ, ມີ​ການ​ກະກຽມ​ຢ່າງຮອບ​ຄອບ ຕາມ​ແຜນການ ​ແລະ​ຄວາມ​ຮຽກຮ້ອງ​ຕ້ອງການກ່ຽວ​ກັບ​ເນື້ອ​ໃນຕິດຕາມ​ກວດກາ; ​ເປັນ​ເຈົ້າ​ການ​ຍົກ​ໃຫ້​ເຫັນ​ຄວາມ​ສະດວກ, ຄວາມ​ຫຍຸ້ງຍາກ ​ແລະ​ຜົນ​ຂອງ​ການ​ເຄື່ອນ​ໄຫວ, ພ້ອມ​ກັນ​ນັ້ນ​ກໍ່​ນຳ​ສະ​ເໜີ​ຂໍ້​ສະ​ເໜີ​ແນະ​ທີ່​ລະອຽດ​ຕ່າງໆ​ກ່ຽວ​ກັບ​ກົນ​ໄກ, ນະ​ໂຍບາຍ. ​ເມື່ອສິ້ນ​ສຸດ​ການ​ຕິດຕາມ​ກວດກາ, ບັນດາ​ຄະນະຕິດຕາມ​ກວດກາລ້ວນ​ແຕ່​ມີ​ບົດ​ລາຍ​ງານ​ສັງ​ລວມ, ​ແຈ້ງ​ຂ່າວ​ຜົນ​ສຳ​ເລັດ ​ແລະສະ​ເໜີ​ຂໍ້​ສະ​ເໜີ​ແນະ​ທີ່​ລະອຽດ ຝາກ​ໃຫ້​ອົງການ, ການຈັດ​ຕັ້ງ, ບຸກຄົນ​ທີ່ມີ​ອຳນາດ ​ເພື່ອ​ສະ​ເໜີ​ໃຫ້​ດັດ​ແປງ, ​ເພີ່ມ​ເຕີມ​ນະໂຍບາຍ, ຂໍ້​ກຳນົດ ຫຼື​ຊີ້​ນຳ​ໃຫ້​ອົງການ ການຈັດ​ຕັ້ງ ປະຕິບັດ​ຂໍ້​ສະ​ເໜີ​ແນະ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ .

ນັບແຕ່​ເມື່ອ​ກົດໝາຍ​ວ່າ​ດ້ວຍແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມມີ​ຜົນ​ບັງຄັບ​ໃຊ້ ​ແລະ​ປະຕິບັດ​ມະຕິຮ່ວມ​ສະບັບ​ທີ 403/2017/NQLT-UBTVQH14-CP-ĐCTUBTWMTTQVN, ລົງ​ວັນ​ທີ 15 ມິຖຸນາ 2017, ລະຫວ່າງຄະນະ​ກຳມະການ​ປະຈຳ​ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ຄະນະ​ປະທານຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ກຳນົດ​ຢ່າງ​ລະອຽດ​ກ່ຽວ​ກັບບັນດາ​ຮູບການຕິດຕາມກວດກາ, ວິຈານສັງຄົມຂອງແນວໂຮມປະເທດຊາດຫວຽດນາມ, ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຜັນ​ຂະຫຍາຍ 4 ຮູບ​ການຕິດຕາມ​ກວດກາ, ​ໃນ​ນັ້ນ​ມີ​ການ​ປະສານ​ສົມທົບ​ການຕິດຕາມ​ກວດກາ ກັບ​ບັນດາ​ອົງການ, ການຈັດ​ຕັ້ງທີ່​ມີ​ອຳນາດ​ຕັດສິນ, ຄື​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ, ອົງການ​ໄອ​ຍະ​ການ​ປະຊາຊົນຂັ້ນ​ຕ່າງໆ; ຈັດການ​ຝຶກ​ອົບຮົມ​ຍົກ​ສູງ​ປະສິດທິ​ຜົນ​ການຕິດຕາມ​ກວດກາ ຂອງຄະນະ​ກວດກາ​ປະຊາຊົນ, ຄະນະຕິດຕາມ​ກວດກາການ​ລົງທຶນ​ຂອງ​ຊຸມ​ຊົນ; ຖອດ​ຖອນ​ບົດຮຽນ​ກ່ຽວ​ກັບ​ຮູບ​ການຈັດ​ຕັ້ງ​ຄະນະຕິດຕາມ​ກວດກາ; ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ຮູບ​ການ​ຕິດຕາມ​ກວດກາ​ການ​ຄົ້ນຄວ້າ, ພິຈາລະນາ​ເອກະສານ​ຂອງ​ອົງການ​ທີ່​ມີ​ອຳນາດ​ກ່ຽວ​ພັນ​ເຖິງ​ສິດທິ​ແລະ​ຜົນ​ປະ​ໂຫຍດທີ່​ຖືກ​ກົດໝາຍຊອບ​ທຳ ​ຂອງ​ປະຊາຊົນ. ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຜັນ​ຂະຫຍາຍພ້ອມ​ໆ​ກັນ 10 ​ໂຄງການ​ສົມທົບ​ການຕິດຕາມ​ກວດກາ ຊຶ່ງ​ເນື້ອ​ໃນ​ຕົ້ນຕໍ​ແນ​ໃສ່​ບັນດາ​ບັນຫາທີ່​ສັງຄົມ​ແລະ​ປະຊາຊົນ​ມີ​ຄວາມ​ສົນ​ໃຈ, ນັ້ນ​ແມ່ນ ​ໂຄງການ​ສົມທົບ​ຕິດຕາມ​ກວດກາ ​ແລະ​ຍົກ​ສູງ​ປະສິດທິ​ຜົນ​ການ​ແກ້​ໄຂ​ການ​ຮ້ອງທຸກ ​ແລະ​ການ​ກ່າວ​ຫາ​ຢູ່​ຮາກ​ຖານ; ໂຄງການ​ສົມທົບຕິດຕາມ​ກວດກາ ການ​ເປີດ​ເຜີຍ​ບົດ​ສະຫຼຸບ​ການກວດກາ; ໂຄງການ​ສົມທົບຕິດຕາມ​ກວດກາການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 6 ສະ​ໄໝ​ທີ XI ກ່ຽວ​ກັບ​ການ​ພັດທະນາ​ວິທະຍາສາດ, ເຕັກ​ໂນ​ໂລ​ຊີ ​ແລະ​ກົດໝາຍ​ວ່າ​ດ້ວຍ​ວິທະຍາສາດ​​ແລະ​ເຕັກ​ໂນ​ໂລ​ຊີ; ໂຄງການ​ສົມທົບ​ເລກທີ 90 ຂອງ​ລັດຖະບານ ​ແລະ​ຄະນະ​ປະທານຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ກ່ຽວ​ກັບ​ການ​ຂົນຂວາຍ ​ແລະຕິດຕາມ​ກວດກາ ການ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ​ໄລຍະ 2016 - 2020; ໂຄງການ​ສົມທົບຕິດຕາມ​ກວດກາການ​ປະຕິບັດ​ກົດໝາຍ​ຂອງ​ບັນ​ດາພື້ນຖານ​ສາທາລະນະ​ສຸກ; ໂຄງການ​ສົມທົບຕິດຕາມ​ກວດກາການ​ປະຕິບັດ​ບັນດາ​ໜ້າ​ທີ່, ວິທີ​ແກ້​ຕົ້ນຕໍ​ແນ​ໃສ່​ປົວ​ແປງ​ສະພາບ​ແວດ​ລ້ອມ​ການ​ທຸລະ​ກິດ, ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ​ຂອງ​ຊາດ​ໃນ​ຂົງ​ເຂດ​ພາສີ​ອາກອນ ​ແລະ​ສຸລະກາກອນ; ທົດ​ລອງ​ຕິດຕາມ​ກວດກາ​ການ “​ເປີດ​ເຜີຍ, ​ໂປ່​ງ​ໃສ​ ​ແລະ​ຄວາມ​ຮັບຜິດຊອບ​ຂອງ​ຫົວໜ້າ​ຂັ້ນ​ເມືອງ, ຫົວໜ້າຂັ້ນ​ຕາ​ແສງ​ໃນ​ການ​ນຳພາ, ຊີ້​ນຳ​ວຽກ​ງານ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງຢູ່​ໃນ​ບາງ​ໂຄງການ​ເສດຖະກິດ, ສັງຄົມ ຢູ່​ແຂວງ ດົ່ງ​ນາຍ ​ແລະແຂວງ ບິ່ງ​ເຝື້ອກ”; ຕິດຕາມ​ກວດກາ​ຢ່າງ​ເປັນ​ປະຈຳ​ຕໍ່​ກໍລະນີ, ​ເຫດການ​ຕາມ​ການ​ສ່ອງ​ແສງ​ຂອງໜັງສືພິມ, ຫາງ​ສຽງ ​ແລະບັນດາ​ເອກະສານ​ຂອງ​ອົງການ​ທີ່​ມີ​ອຳນາດ ທີ່​ກ່ຽວຂ້ອງ​ເຖິງສິດທິ​ແລະ​ຜົນ​ປະ​ໂຫຍ​ດທີ່​ຊອບ​ທຳ, ຖືກ​ກົດໝາຍ​ຂອງ​ປະຊາຊົນ.

ຄະນະ​ປະຈຳຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ປະສານ​ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ໃນ​ການ​ປະຕິບັດ​ ໂຄງການ​ສົມທົບ​ຜັນ​ຂະຫຍາຍການ​ກຳນົດ​ດັດຊະນີ​ຄວາມ​ພໍ​ໃຈ​ຂອງ​ປະຊາຊົນ, ອົງການ​ຈັດ​ຕັ້ງ ຕໍ່​ການ​ຮັບ​ໃຊ້​ຂອງໜ່ວຍ​ງານ​ບໍລິຫານ​​ແຫ່ງ​ລັດ; ສົມທົບ​ປະຕິບັດ​ການ​ເຄື່ອນ​ໄຫວຕິດຕາມ​ກວດກາ ຕາມ​ກົດ​ລະບຽບ​ການ​ສົມທົບ​ກັບບັນດາ​ອົງການ​ທີ່​ກ່ຽວ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ການຕິດຕາມ​ກວດກາຕ່າງໆ​ ຫຼາຍຢ່າງ (ລະອຽດ​ຄື, ຕິດຕາມ​ກວດກາ, ສຳ​ຫຼວດການປະຕິບັດ​ມະຕິ​ຂອງ​ລັດຖະບານ ກ່ຽວ​ກັບ​ການ​ເຜີຍ​ແຜ່​ການ​ສຶກສາ​ທົ່ວ​ໄປ, ລົບ​ລ້າງ​ໄພ​ກືກ​ໜັງສື​ໃນ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ; ສຳ​ຫຼວດກ່ຽວ​ກັບ​ການ​ສອນພາສາ​ແລະ​ໜັງສື​ຂອງ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ ໃນ​ບັນດາ​ພື້ນຖານ​ການ​ສຶກສາ​ສາມັນ ​ແລະສູນການ​ສຶກສາປົກກະຕິ; ຕິດ​ຕາມ​ກວດກາ, ສຳ​ຫຼວດການ​ສ້າງ​​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​​ໃຫ້​ບັນດາ​ສາສະໜາ​ເຂົ້າ​ຮ່ວມ​ໃນ​ການກວດ​ແລະ​ປົວ​ພະຍາດ; ການ​ເຄື່ອນ​ໄຫວ​​ຄວາມ​ປອດ​ໄພ​ສັງຄົມ ​ຂອງ​ບັນດາ​ສາສະໜາ...). ​ເບິ່ງ​ລວມ, ການ​ເຄື່ອນ​ໄຫວຕິດຕາມ​ກວດກາ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ປະຕິບັດ​ຖືກຕ້ອງ​ຕາມ​ແຜນການ; ຜົນຂອງ​ການຕິດຕາມ​ກວດກາ​ໄດ້​ຖືກ​ລາຍ​ງານ​ລວມ ​ແລະ​ມີ​ຂໍ້​ສະ​ເໜີ​ແນະທີ່​ລະອຽດ​ຝາກ​ເຖິງ​ອົງການ, ການຈັດ​ຕັ້ງ​ທີ່​ກ່ຽວຂ້ອງ...

ບັນດາ​ອົງການ​ສະມາ​ຊິກ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ພິ​ເສດ​ແມ່ນ​ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ການ, ນຳ​ໜ້າ​ໃນ​ການ​ເປັນ​ຕົວ​ແທນ, ປົກ​ປ້ອງ​ສິດທິ​ແລະ​ຜົນ​ປະ​ໂຫຍ​ດທີ່​ຖືກ​ກົດໝາຍ, ຊອບ​ທຳຂອງ​ສະມາຊິກ​ໃນ​ອົງການ​ຂອງ​ຕົນ ​ໃນ​ການ​ເຄື່ອນ​ໄຫວຕິດຕາມ​ກວດກາ; ​ໃນ​ຂັ້ນ​ຕົ້ນ​ໄດ້​ເສີມ​ຂະຫຍາຍ​ບົດບາດຂອງ​ຜູ້​ຊ່ຽວຊານ, ນັກວິທະຍາສາດ, ຜູ້​ມີ​ອິດ​ທິພົນ, ມີ​ບົດຮຽນ, ປະກອບສ່ວນ​ຍົກ​ສູງ​ຄຸນະພາບການຕິດຕາມ​ກວດກາຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ.

ຄະນະກຳມະການແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມທ້ອງ​ຖິ່ນ​ຕ່າງໆ ​ໄດ້​ເປັນ​ເຈົ້າ​ການຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວຕິດຕາມ​ກວດກາ, ​ໄດ້​ລະດົມ​ບັນດາ​ແຫຼ່ງ​ພະລັງຂອງ​ທ້ອງ​ຖິ່ນ​​ເຂົ້າໃນ​ການ​ຜັນ​ຂະຫຍາຍການ​ເຄື່ອນ​ໄຫວຕິດຕາມ​ກວດກາ. ຄະນະ​ກຳມະການແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມຢູ່​ຫຼາຍ​ແຂວງ-ກຳ​ແພງ​ນະຄອນ​ທີ່​ຂຶ້ນ​ກັບ​ສູນ​ກາງ ​ໄດ້​ອີງ​ໃສ່​ແຜນການຕິດຕາມ​ກວດກາຂອງ​ຄະນະ​ປະຈຳຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ​ເປັນ​ເຈົ້າ​ການ​ສົມທົບ​ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ, ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ແຂວງ ​ເພື່ອ​ຄັດ​ເລືອກ​ແລະ​ຜັນ​ຂະຫຍາຍ​ບັນດາ​ໂຄງການຕິດຕາມ​ກວດກາທີ່​ສອດຄ່ອງ​ກັບ​ເງື່ອນ​ໄຂ​ຕົວ​ຈິງຂອງ​ທ້ອງ​ຖິ່ນ.

ກ່ຽວ​ກັບ​ເນື້ອ​ໃນຕິດຕາມ​ກວດກາ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມຂັ້ນ​ຕ່າງໆ​ໄດ້​ລວມສູນ​ການຕິດຕາມ​ກວດກາ​ໃສ່​ເນື້ອ​ໃນ​ຈຳນວນ​ໜຶ່ງ​ຕາມ​ບັນດາ​ໂຄງການຕິດຕາມ​ກວດກາຂອງ​ສູນ​ກາງ ​ແລະ​ບາງ​ເນື້ອ​ໃນຕິດຕາມ​ກວດກາຕາມ​ຄວາມ​ຕ້ອງການ​ຕົວ​ຈິງ​ຂອງ​ທ້ອງ​ຖິ່ນ, ​ເຊັ່ນ ກ່ຽວ​ກັບ​ວຽກ​ງານ​ເລືອ​ກຕັ້ງ, ກ່ຽວ​ກັບວຽກ​ງານ​ຄັດ​ເລືອກ​ພົນລະ​ເມືອງ​ໄປ​ປະຕິບັດ​ພັນທະ​​ໄປ​ເປັນ​ທະຫານ; ກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍບາຍ​ເບິ່ງ​ແຍງ​ດູ​ແລ​​ຄອບຄົວ​ທຸກ​ຍາກ ​ແລະ​ວຽກ​ງານພິຈາລະນາ​ຮັບ​ຮູ້​ຄອບຄົວ​ທຸກ​ຍາກ, ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ; ການ​ສະໜັບສະໜູນ​ຕົ້ນ​ທຶນ​ການ​ດຳ​ເນີນ​ງານ​ໃຫ້ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ​ບັນດາ​ອົງຄະ​ນະ​ການ​ເມືອງ-ສັງຄົມ​ຕາມທີ່​ກຳນົດ​ໄວ້; ​ນະ​ໂຍບາຍ​ຊ່ວຍ​ໜູນ​ໃຫ້ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ, ພີ່ນ້ອງ​ຮ່ວມ​ຊາດ​ຊົນ​ເຜົ່າ​ສ່ວນ​ນ້ອຍ; ການ​ຊົດ​ເຊີຍ​ໃຫ້​ແກ່​ການຈັດ​ສັນ​ພື້ນ​ທີ່​ດິນ, ການ​ຊົດ​ເຊີຍ​ຄວາມ​ເສຍ​ຫາຍ; ການ​ເກັບ, ຄຸ້ມ​ຄອງ ​ແລະ​ນຳ​ໃຊ້ລາຍຮັບ​ຕ່າງໆ​ຈາກ​ແຫຼ່ງທີ່​ພໍ່​ແມ່​ນັກຮຽນ​ບໍລິຈາກ ​ແລະ​ແຫຼ່ງທຶນ​ຫັນ​ການ​ສຶກສາ​ໃນ​ໂຮງຮຽນ​ເປັນ​ສັງຄົມ... ພາຍ​ຫຼັງ 3 ປີ​ແຫ່ງ​ການ​ປະຕິບັດມະຕິ​ຕົກລົງ​ສະບັບ​ທີ 217-QĐ/TW ​ແລະ​ມະຕິ​ຕົກລົງ​ສະບັບ​ທີ 218-QĐ/TW ຂອງ​ກົມ​ການ​ເມືອງ, ຢູ່ 63 ​ແຂວງ-ກຳ​ແພງ​ນະຄອນ, ຢູ່​ເກືອບ​ທຸກ​ເມືອງ​ແລະ​ຕາ​ແສງ ​ໄດ້​ມີ​ການ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາຕາມ​ຄວາມ​ຕ້ອງການ​ຂອງ​ທ້ອງ​ຖິ່ນ, ມີ​ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ຄະນະ​ພັກ ​ແລະ​ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ; ຂັ້ນ​​ແຂວງ-ກຳ​ແພງ​ນະຄອນ ​ໄດ້​ຈັດ​ຕັ້ງ​ການ​ຕິດຕາມ​ກວດກາ 721 ຄັ້ງ; ຂັ້ນ​ເມືອງຈັດ​ຕັ້ງ 6.404 ຄັ້ງ; ຂັ້ນ​ຕາ​ແສງ​ຈັດ​ຕັ້ງ 49.564 ຄັ້ງ.

2- ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ວິຈານ​ສັງຄົມ, ປະກອບ​ຄວາມ​ເຫັນ​ກໍ່ສ້າງ​ພັກ, ອຳນາດ​ການ​ປົກຄອງ

ຜ່ານ 3 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ຕົກລົງ​ສະບັບ​ທີ 217-QĐ/TW ​ແລະມະຕິ​ຕົກລົງ​ສະບັບ​ທີ 218-QĐ/TW, ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ປະກອບ​ຄວາມ​ເຫັນ, ວິຈານ​ສັງຄົມ ຕໍ່​ຮ່າງ​ເອກະສານ​ທີ່​ສຳຄັນ​ຫຼາຍ​ສິບ​ສະບັບ​ຂອງ​ພັກ, ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ​ຂອງ​ອົງການ​ທີ່​ມີ​ສິດ​ອຳນາດ​ອື່ນ. ຄະນະ​ປະຈຳຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ວິຈານ​ສັງຄົມ​ຈຳນວນ​ໜຶ່ງຕໍ່​ໂຄງການ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ເຊື່ອ​ຖື, ສາສະໜາ; ​ໂຄງການ​ກົດໝາຍ​ວ່າ​ດ້ວຍ​ສະມາຄົມ; ຮ່າງ​ກົ​ເໝາຍວ່າ​ດ້ວຍ​ການ​ປັບປຸງເພີ່ມ​ເຕີມບາງ​ມາດຕາ​ຂອງປະມວນ​ກົດໝາຍອາຍາ ສະບັບ​ທີ 100/2015/QH13, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ​​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ (ສະບັບ​ປັບປຸງ)... ດ້ວຍ​ຈຳນວນ​ຜູ້​ແທນ​ມາ​ຮ່ວມ​ຫຼາຍ​ພໍ​ຄວນ ​ແລະ​ການ​ປະກອບສ່ວນ​ມີ​ຄວາມ​ເລິກ​ເຊິ່ງ. ບັນດາ​ຄວາມ​ເຫັນ​ວິຈານ​ສັງຄົມ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຂອງ​ຫາງ​ສຽງ​ສັງຄົມ, ຫຼາຍ​ເນື້ອ​ໃນ​ວິຈານ​ຖືກ​ອົງການ​ຮັບຜິດຊອບ​ການ​ຮ່າງ​ເອກະສານ​ຮັບ​ເອົາ ​ແລະຊົມ​ເຊີຍ.

​ແຕ່ລະ​ປີ, ຄະນະ​ປະຈຳຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ປະກອບ​ຄວາມ​ເຫັນ​ເຂົ້າ​ໃນ​ຮ່າງ​ເອກະສານ​ທາງ​ກົດໝາຍ, ຮ່າງ​ໂຄງການ​ ແຜນການ ​ແຜນ​ງານ ນັບ​ເປັນ​ຫຼາຍສິບສະບັບ. ຄຽງ​ຂ້າງນັ້ນ, ບັນດາ​ອົງການ​ສະມາຊິກກໍ່​ໄດ້​ຈັດ​ຕັ້ງ​ການ​ວິຈານ​ຕໍ່​ເອກະສານ​ທາງ​ກົດໝາຍ​ຫຼາຍ​ສະບັບ ທີ່​ພົວພັນ​​ໂດຍ​ກົງເຖິງສິດທິ​ແລະ​ພັນທະ​ຂອງ​ສະມາ​ຊິກ​ໃນ​ອົງການ​ຈັດ​ຕັ້ງ​ຂອງ​ຕົນ.

ບົນ​ພື້ນຖານ​ບັນດາ​ຂ່າວສານ, ຄວາມ​ເຫັນທີ່​ເກັບ​ກຳ​ມາໄດ້​ຈາກບັນດາ​ກອງ​ປະຊຸມ​ວິຈານ​ສັງຄົມ ​ແລະ​ການ ສົມ​ທຽບ​ກັບ​ແນວທາງ​ ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ ທີ່​ກ່ຽວ​ຂ້ອງກັບ​ບັນຫາ​ປະກອບ​ຄວາມ​​ເຫັນ ​ວິຈານ​ສັງຄົມ, ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ​ບັນດາ​ອົງການ​ສະມາຊິກ​ໄດ້​ຄັດ​ເລືອກສະ​ເໜີ​ບັນດາ​ເນື້ອ​ໃນ​ປັບປຸງ ​ເພີ່ມ​ເຕີມ​ທີ່​ເໝາະ​ສົມ​ເຂົ້າ​ໃນ​ຮ່າງ​ກົດໝາຍ, ຮ່າງ​ໂຄງການ. ຫຼາຍ​ຄວາມ​ຄິດ​ເຫັນຖືກ​ຄະນະ​ຮຽບຮຽງ​ຮັບ​ຮູ້​ເອົາ​ເຂົ້າ​ໃນ​ກົດໝາຍ ​ແລະ ​ໄດ້​ຮັບ​ການ​ຮັບຮອງ​​ໂດຍ​ສະພາ​ແຫ່ງ​ຊາດ, ຊຶ່ງ​ໄດ້​ແລະ​ພວມ​ກາຍ​ເປັນຊ່ອງ​ທາງ​ຂໍ້​ມູນ​ໜຶ່ງ​ທີ່​ສຳຄັນ ຈຳ​ເປັນ ຊ່ວຍ​ໃຫ້​ພັກ​ແລະ​ລັດ​ໃນ​ເມື່ອພິຈາລະນາ, ຕັດສິນ​ຕົກລົງ​​ບັນຫາຕ່າງໆ​ໃນ​ວຽກ​ງານ​ນຳພາ, ຄຸ້ມຄອງ, ກຳກັບ​ຂັບ​ເຄື່ອນ​ປະ​ເທດ​ຊາດ.

ຄະນະ​ປະຈຳຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ສູນ​ກາງ​ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ​-ສັງຄົມ ​ໄດ້​ແຕ່ງ​ຕັ້ງ​ຜູ້ຕາງໜ້າ​ຂອງ​ຕົນ​ເຂົ້າ​ຮ່ວມຄະນະ​ຮຽບຮຽງ, ທິມງານ​ບັນນາທິການ​ໂຄງ​ຮາງ​ກົດໝາຍ, ກົດ​ດຳລັດ, ລັດຖະດຳລັດ ​ເພື່ອ​ປະກອບ​ຄຳ​ເຫັນ​ຄຳ​ເວົ້າ​ໂດຍ​ກົງ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ​ບັນດາ​ອົງການ​ສະມາຊິກ ​ເຂົ້າ​ໃນ​ບັນດາ​ເນື້ອ​ໃນ, ຂົງ​ເຂດ​ທີ່​ພົວພັນ​ເຖິງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ​ບັນດາ​ອົງການ​ສະມາຊິກ, ກ່ຽວ​ກັບ​ການຈັດ​ຕັ້ງ​ກົງຈັກ​ແຫ່ງ​ລັດ, ກ່ຽວ​ກັບ​ສິດ​ທິ​ແລະ​ພັນທະ​ພື້ນຖານ​ຂອງ​ພົນລະ​ເມືອງ.

ຄະນະແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມຂັ້ນ​ຕ່າງໆ​ຢູ່​ທ້ອງ​ຖິ່ນ​ໄດ້​ຈັດ​ຕັ້ງ​ຫຼາຍ​ກອງ​ປະຊຸມ​ວິ​ຈານ​ສັງຄົມ ​ແລະປະກອບ​ຄວາມ​ເຫັນ​ເຂົ້າ​ໃນ​ບັນດາ​ຮ່າງ​ເອກະສານ​ທາງ​ກົດໝາຍ ຕາມ​ການສະ​ເໜີ​ຂອງ​ອົງການ​ຮຽບຮຽງ​ເອກະສານ​ຢູ່​ສູນ​ກາງ, ​ໃນ​ນັ້ນ​ມີ​ບັນດາ​ໂຄງການ​ກົດໝາຍ​ທີ່​ສຳຄັນ, ​ເຊັ່ນ ຮ່າງ​ປະມວນ​ກົດໝາຍ​ແພ່ງ (ສະບັບ​ປັບປຸງ); ຮ່າງ​​ກົດໝາຍວ່າ​ດ້ວຍ​ການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ຮ່າງ​​ກົດໝາຍວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ, ສະມາຊິກ​ສະພາ​ປະຊາຊົນ; ຮ່າງ​​ກົດໝາຍວ່າ​ດ້ວຍ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາຂອງ​ສະພາ​ແຫ່ງ​ຊາດ, ຮ່າງ​​ກົດໝາຍວ່າ​ດ້ວຍ​ການ​ປະກາດ​ໃຊ້​ເອກະສານກຳນົດ​ກົດໝາຍ... ​ໃນ​ສາມ​ປີ​ທີ່​ຜ່ານ​ມາ, ນັບ​ແຕ່​ເມື່ອ​ປະຕິບັດ​ມະຕິ​ຕົກລົງ​ສະບັບ​ທີ 217-QĐ/TW ແລະມະຕິ​ຕົກລົງ​ສະບັບ​ທີ 218-QĐ/TW ຂອງ​ກົມ​ການ​ເມືອງ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ຂັ້ນ​ຕ່າງໆ​ຢູ່​ທ້ອງ​ຖິ່ນ​ ໄດ້​ຈັດ​ຕັ້ງ​ການ​ວິຈານ​ສັງຄົມ 30.661 ຄັ້ງ, ​ໃນ​ນັ້ນ​ຂັ້ນ​ແຂວງ​ຈັດ​ຕັ້ງ 784 ຄັ້ງ, ຂັ້ນ​ເມືອງ 4.043 ຄັ້ງ, ຂັ້ນ​ຕາ​ແສງ 25.834 ຄັ້ງ.

ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມຂັ້ນ​ຕ່າງໆ​ໄດ້​ລວມສູນການ​ເຄື່ອນ​ໄຫວ​ເຂົ້າ​ໃນ​ການ​ເຕົ້າ​ໂຮມ, ​ເກັບ​ກຳ​ຄວາມ​ເຫັນ​ຂອງ​ປະຊາຊົນ, ປະກອບ​ຄວາ​ເຫັນ, ວິຈານ​ສັງຄົ​ມ; ຈັດ​ຕັ້ງ​ກອງ​ປະຊຸມ, ສຳ​ມະ​ນາ, ສົນທະນາ​ບັນຫາ​ສະ​ເພາະ ​ເພື່ອ​ປະກອບ​ຄວາມ​ເຫັນ, ວິຈານ​ສັງຄົມ ຕໍ່​ເອກະສານ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ, ຫຼາຍ​ຄວາມ​ເຫັນ​ປະກອບສ່ວນ, ວິຈານ​ຢ່າງ​ເລິ​ກເຊິ່ງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ແນວ​ຄິດ​ຈິດ​ໃຈ, ຄວາມ​ຮັບຜິດ​ຊອບ, ​ເປັນ​ຕົວ​ແທນ​ໃຫ້​ແກ່​ເຈດ​ຈຳນົງ, ຄວາມ​ມຸ່ງ​ມາດ​ປາຖະໜາຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ.

ການ​ສົມທົບ​​ໃຫ້​ຄຳ​ປຶກສາ ຈັດ​ຕັ້ງ​ກອງ​ປະຊຸມສົນທະນາ​ຂັ້ນ​ຕ່າງໆ ​ໂດຍແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ເປັນ​ຜູ້​ປະຕິບັດ ​ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ປະຈຳ, ​ເປັນ​ແບບ​ສະບັບ​ກວ່າ​ເກົ່າ ຊຶ່ງ​ສຸມ​ໃສ່​ເນື້ອ​ໃນ, ຂົງ​ເຂດ​ທີ່​ປະຊາຊົນ, ທ້ອງ​ຖິ່ນ​ມີ​ຄວາມ​ສົນ​ໃຈ​ແລະ​ມີ​ຄວາມ​ຮ້ອນ​ເຄືອງ; ຜູ້​ເປັນ​ຫົວໜ້າ​ໄດ້​ມີ​ຄວາມ​ຮັບຜິດຊອບ​ສູງ​ໃນ​ການຮັບ​ເອົາ​ຄວາມ​ເຫັນ​ຄຳ​ອະທິບາຍ, ຄວາມ​ຄິດ​ເຫັນ​ສ່ວນ​ໃຫຍ່ໄດ້​ຮັບ​ການ​ແກ້​ໄຂ​ໃນ​ກອງ​ປະຊຸມ​ປຶກສາ​ຫາລື ຊຶ່ງ​ໄດ້​ປະກອບສ່ວນ​ທີ່​ສຳຄັນ ​ສ້າງ​ສະພາບ​ແວດ​ລ້ອມ​ປະຊາທິປະ​ໄຕ ​ໃນ​ຊີວິດ​ການ​ເມືອງ-ສັງຄົມຂອງ​ທົ່ວ​ປະ​ເທດ. ປະຊາຊົນ​ໄດ້​ສະ​ແດງ​ຄວາມ​ຄິດ​ແລະ​ຄວາມ​ປາຖະໜາ​ຂອງ​ຕົນ​ໂດຍ​ກົງ​ກັບຜູ້ນຳ​ຂອງ​ທ້ອງ​ຖິ່ນ, ມີ​ຄວາມ​ອຸ່ນ​ໃຈ​ໃນ​ການ​ຜະລິດ, ຕັ້ງໜ້າ​ເຂົ້າ​ຮ່ວມການ​ພັດທະນາ​ເສດຖະກິດ-ສັງຄົມຂອງ​ທ້ອງ​ຖິ່ນ ຂອງ​ປະ​ເທດ. ຜ່ານ 3 ປີ​ແຫ່ງ​ການ​ຜັນ​ຂະຫຍາຍມະຕິ​ຕົກລົງ​ສະບັບ​ທີ 217-QĐ/TW ​ແລະມະຕິ​ຕົກລົງ​ສະບັບ​ທີ 218-QĐ/TW ຂອງ​ກົມ​ການ​ເມືອງ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມຂັ້ນ​ຕ່າງໆຢູ່​ທ້ອງ​ຖິ່ນ​ໄດ້​ສົມທົບ​ຈັດ​ຕັ້ງ​ກອງ​ປະຊຸມ​ສົນທະນາ 90.841 ຄັ້ງ.

ຮອດ​ເວລາ​ນີ້, ອາດ​ຈະ​ເຫັນ​ໄດ້​ວ່າ ການ​ຜັນ​ຂະຫຍາຍ​ປະຕິບັດ​ການຕິດຕາມ​ກວດກາ, ວິຈານສັງຄົມ​ ໄດ້​ກາຍ​ເປັນ​ການ​ເຄື່ອນ​ໄຫວ​ເປັນ​ປະຈຳ, ຈຸດ​ໜັກ​ໃຈກາງ ​ແລະ​ມີ​ຜົນ​ກະທົບ​ຕົວ​ຈິງ, ມີ​ບາງ​ແຫ່ງ​ໄດ້ຖື​ການ​ຕິດ​ຕາມ​ກວດກາ​ເປັນ​ການ​ເຄື່ອນ​ໄຫວ​ບຸກທະລຸ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ​ບັນດາ​ການຈັດ​ຕັ້ງ​ການ​ເມືອງ-ສັງຄົມ​ ເພື່ອ​ປະຕິບັດ​ໜ້າ​ທີ່​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພັກ​ແລະ​ລັດ, ​ເຮັດ​ໃຫ້ບົດບາດ​ຕິດຕາມ​ກວດກາ, ວິຈານ​ສັງຄົມຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ​ບັນດາ​ການຈັດ​ຕັ້ງ​ການ​ເມືອງ-ສັງຄົມ ​ກາຍ​ເປັນ​ຈິງ​ຢ່າງ​ມີ​ເນື້ອ​ແທ້, ກວ້າງຂວາງ​ເລິກ​ເຊິ່ງ ​ແລະ​ມີ​ປະສິດທິ​ຜົນຍິ່ງ​ຂຶ້ນ. ບັນດາ​ການ​ເຄື່ອນ​ໄ​ຫວຕິດຕາມ​ກວດກາ, ວິຈານ​ສັງຄົມ ​ແລະ ​ເຂົ້າຮ່ວມ​ກາມ​ປະກອບ​ຄວາມ​ເຫັນກໍ່ສ້າງ​ພັກ​ແລະອຳນາດ​ການ​ປົກຄອງ ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ປະກອບສ່ວນທຳ​ຄວາມ​ກະຈ່າງ​ແຈ້ງກ່ຽວ​ກັບ​ຜົນສຳ​ເລັດ​ແລະ​ຂໍ້​ຈຳກັດ​ໃນ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ຂອງ​ລັດຖະບານ​ແລະ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ຂອງ​ບັນດາ​ອົງການ​ຈັດ​ຕັ້ງ...; ສະ​ເໜີ​ແນະ​ບັນດາ​ວິທີ​ແກ້​ເພື່ອ​ແນ​ໃສ່​ປະຕິບັດນະ​ໂຍບາຍ, ກົດໝາຍ​ຢ່າງ​ຖືກຕ້ອງ​ແລະ​ມີ​ປະສິດທິ​ຜົນຍິ່ງ​ກວ່າ​ອີກ; ປະກອບສ່ວນ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​​ໂຫຍ​ດທີ່​ຖືກ​ກົດໝາຍ, ຊອບ​ທຳ​ຂອງ​ພົນລະ​ເມືອງ​, ຂອງ​ການຈັດ​ຕັ້ງ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ລັດ, ຈຳກັດ​ການລະ​ເມີດ​ກົດໝາຍ. ຂໍ້​ສະ​ເໜີ​ແນະ​ພາຍຫຼັງ​ການ​ຕິດ​ຕາດ​ກວດກາ​ຫຼາຍ​ຂໍ້ ຖືກ​ອົງການ, ການຈັດ​ຕັ້ງ, ບຸກຄົນ​ຜູ້ມີໜ້າ​ທີ່​ຮັບຜິດຊອບ ຮັບ​ຮູ້​ແລະ​ປະ​ຕິບັດຢ່າງ​ເຂັ້ມ​ງວດ.

ຜົນສຳ​ເລັດ​ດັ່ງກ່າວ​ເທິງ​ນີ້​ໄດ້​ປະກອບສ່ວນ​ເພີ່ມ​ທະວີຈິດ​ໃຈ​ຮັກ​ແພງ​ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ, ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ ​ແລະ​ສ້າງ​ຄວາ​ມ​ເປັນ​ໃຈ​ທາງ​ສັງຄົມ, ​ເປັນ​ຕົ້ນ​ແມ່ນ​ຢູ່​ຮາກ​ຖານ. ຜ່ານ​ນັ້ນ, ປະກອບສ່ວນ​ຮັບປະກັນ ​ແລະ​ເພີ່ມ​ທະວີ​ຄວາມ​ໝັ້ນຄົງ ລະບຽບ​ຄວາມ​ສະຫງົບ​ສັງຄົມ, ສ້າງ​ເງື່ອນ​ໄຂ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ທ້ອງ​ຖິ່ນ ​ແລະ​ປະ​ເທດ, ປະກອບສ່ວນ​ສ້າງ​ໂອກາດ​ໃຫ້​ປະຊາຊົນ​ທຸກ​ຊັ້ນ​ຄົນ, ລົດ​ຊ່ອງ​ວ່າງ​ລະຫວ່າງ​ບັນດາ​ເປົ້າ​ໝາຍ​ໃນ​ສັງຄົມ.

3- ກ່ຽວ​ກັບ​ການ​ເປັນ​ຕົວ​ແທນ​ໃຫ້​ແກ່​ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງປະຊາຊົນ

ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ແມ່ນ​ການຈັດ​ຕັ້ງ​ພັນທະ​ພາບ​ທາງ​ການ​ເມືອງ, ການ​ສະຫະພັນ​ແບບ​ສະໝັກ​ໃຈ​ຂອງ​ການຈັດ​ຕັ້ງ​ການ​ເມືອງ, ບັນດາ​ການຈັດ​ຕັ້ງ​ການ​ເມືອງ-ສັງຄົມ, ອົງການ​ຈັດ​ຕັ້ງ​ສັງຄົມ ​ແລະບັນດາ​ບຸກຄົນ​ທີ່​ດີ​ເດັ່ນ​ໃນ​ບັນດາ​ຊົນ​ຊັ້ນ, ຊັ້ນ​ຄົນ, ຊົນ​ເຜົ່າ, ສາສະໜາ ​ແລະ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ. ​ເກືອ​ບທຸກຊັ້ນ​ຄົນ​ປະຊາຊົນລ້ວນ​ແຕ່​ມີ​ຕົວ​ແທນ​ເຂົ້າ​ຮ່ວມ​ເປັນ​ສະມາຊິກຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ໃນແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ. ສິ່ງ​ດັ່ງ​ກ່າວ​ໄດ້​ສ້າງ​ເປັນ​ຄຸນ​ລັກສະນະ​ພິ​ເສດຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແມ່​ນອົງການ​ທີ່​ເປັນ​ຕົວ​ແທນ​ຢ່າງ​ກວ້າງຂວາງ​ໃຫ້​ແກ່​ປະຊາຊົນ. ດັ່ງ​ນັ້ນ ການ​ເຕົ້າໂຮມ, ​ເກັບ​ກຳ​ສັງ​ລວມຄວາມ​ເຫັນ, ຂໍ້​ສະ​ເໜີ​ແນະຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແລະ​ປະຊາຊົນ ​ເພື່ອ​ສ່ອງ​ແສງ​ກັບ​ພັກ-ລັດ ​ເປັນ​ຊ່ອງ​ທາງທີ່​ເໝາະ​ສົມ​ທີ່​ສຸດ ຊຶ່ງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມອາດ​ຈະ​ເປັນ​ຕົວ​ແທນ, ປົດ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ດທີ່​ຖືກ​ກົດໝາຍ, ຊອບ​ທຳ​ຂອງ​ປະຊາ​ຊົນ.

ບົນ​ພື້ນ​ຖານກຳ​ໄດ້​ຄວາມ​ຕ້ອງການ​ຂອງ​ສັງຄົມ, ຄວາມ​ຮ້ອນ​ເຄືອງ​ແລະ​ບັນດາ​ບັນຫາ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແລະ​ປະຊາຊົນ​ສ່ວນ​ຫຼາຍ​ສົນ​ໃຈ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມຂັ້ນ​ຕ່າງໆ​ໄດ້​ມີ​ຂໍ້​ສະ​ເໜີ, ຄຳ​ສະ​ເໜີ​ແນະ​ທີ່​ສຳຄັນ​ຫຼາຍ​ຢ່າງ​ໃຫ້​ພັກ, ລັດ ​ແລະອົງການ​ພາລະ​ບົດບາດຢູ່​ຂັ້ນ​ຕ່າງໆ ​ເພື່ອ​ປັບ​ປຸງບູລະນະ​ນະ​ໂຍບາຍ, ກົດໝາຍ​ແລະຈັດ​ຕັ້ງ​ປະຕິບັດ; ປະຕິບັດ​ເປັນ​ຢ່າງ​ດີ​ໜ້າ​ທີ່​ເຕົ້​າໂຮມ, ​ເກັບ​ກຳ​ສັງ​ລວມຄວາມ​ເຫັນ, ຂໍ້​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແລະ​ປະຊາຊົນ ​ເພື່ອ​ສະ​ເໜີ​ໃນ​ວາລະ​ເປີດ​ກອງ​ປະຊຸມ​ສະພາ​​ແຫ່ງ​ຊາດ​ແຕ່​ລະ​ຄັ້ງ. ປີ 2017, ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີສາມແລະທີສີ່ ສະພາ​ແຫ່ງ​ຊາດ​ຊຸດ​ທີ XIV, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ໄດ້​ເຕົ້າ​ໂຮມ, ສັງ​ລວມຄວາມ​ເຫັນ, ຂໍ້​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແລະ​ປະຊາຊົນ 8.806 ຂໍ້. ​ເບິ່ງ​ລວມ, ບັນດາ​ຄວາມ​ເຫັນ, ຂໍ້​ສະ​ເໜີ​ແນະ​ຂອງຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ໄດ້​ຮັບ​ການ​ຂານຕອບ​ເທື່ອ​ລະ​ກ້າວ​ຈາກບັນດາ​ກະຊວງ, ຂະ​ແໜງ​ການທີ່​​ໄດ້​ຮັບ​ການ​ປະກອບ​ຄວາມ​ເຫັນ, ​ໄດ້​ຮັບ​ການ​ຊົມ​ເຊີຍ​ແລະ​ຕີ​ລາຄາ​ສູງ​ຈາກ​ປະຊາຊົນ.

ນອກຈາກ​ນັ້ນ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມຂັ້ນ​ຕ່າງໆ ​ໄດ້​ຮັບ​ຟັງ​ຢ່າງ​ເປັນ​ປົກກະຕິ ​ແລະ​ເຕົ້າ​ໂຮມຄວາມ​ຄິດ​ເຫັນ, ຄຳ​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແລະ​ປະຊາຊົນ ​ໂດຍ​ຜ່ານ​ຄະນະ​ປະຕິບັດ​ງານ​ແນວ​ໂຮມ​ຢູ່​ເຂດ​ຊຸມ​ຊົນ, ຄະນະ​ກຳມະການແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ​ບັນດາ​ອົງການ​ສະມາຊິກ​ຢູ່​ແຕ່ລະ​ຂັ້ນ. ​ໄຕ​ມາ​ດທີ I ​ແລະ​ໄຕ​ມາດ​ທີ III ທຸກ​ປີ, ຄະນະ​ປະຈຳຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ມີ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ ​ແລະ​ຄວາມ​ເຫັນ​ຂອງ​ປະຊາຊົນ ຝາກ​ເຖິງ​ລັດຖະບານ, ສະພາ​ແຫ່ງ​ຊາດ, ປະທານ​ປະ​ເທດ ​ແລະ ຄະນະ​ເລຂາທິການ​ສູນ​ກາງ​ພັກ. ທຸກໆຫົກ​ເດືອນ (ຄື​ເດືອນ​ພຶດສະພາ ​ແລະ ຕຸ​ລາທຸກ​ປີ), ຄະນະ​ປະທານຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ມີ​ລາຍ​ງານ​ກ່ຽວ​ກັບ​ຄວາມ​ເຫັນ, ຄຳ​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແລະ​ປະຊາຊົນ​ ຝາກ​ເຖິງ​ສະພາ​ແຫ່ງ​ຊາດ.

ຂໍ້​ຈຳກັດ ​ແລະ​ສາ​ເຫດ​ຈຳນວນ​ໜຶ່ງ

ຄຽ​ງຂ້າງ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້, ການ​ປະຕິບັດ​ການ​ຕິດຕາມ​ກວດກາແລະ​ວິຈານ​ສັງຄົມ​ຍັງ​ມີ​ຂໍ້​ຈຳກັດ​ຕ່າງໆ​ເຊັ່ນ: ການ​ເຄື່ອນ​ໄຫວຕິດຕາມ​ກວດກາ, ​ວິຈານ​ສັງຄົມ ​ແລະ​ເຂົ້າ​ຮ່ວມ​ການ​ປະກອບ​ຄວາມ​ເຫັນກໍ່ສ້າງ​ພັກ, ອຳນາດ​ການ​ປົກຄອງ ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ​ບັນດາ​ອົງການ​ສະມາຊິກ​ ໃນ​ພາກ​ຕົວ​ຈິງ​ເບິ່ງ​ລວມຍັງ​ບໍ່​ເປັນ​ແບບ​ແຜນ​ແທ້​ເທື່ອ, ວຽກ​ງານ​ປະສານ​ສົທທົບ​ຍັງ​ບໍ່​ທັນ​ຄົບ​ຊຸດ; ຄຳ​ສະ​ເໜີ, ຂໍ້​ສະ​ເໜີ​ແນະ​ຫຼາຍ​ຂໍ້​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ​ບັນດາ​ອົງຄະ​ນະ​ການ​ເມືອງ-ສັງຄົມ ​ໃນ​ຂະ​ບວນວິວັດ​ການຕິດຕາມ​ກວດກາ, ​ວິຈານ​ສັງຄົມ ​ແລະ​ເຂົ້າ​ຮ່ວມ​ການ​ປະກອບ​ຄວາມ​ເຫັນ ຢູ່​ຫຼາຍ​ແຫ່ງ ​ບໍ່​ໄດ້​ອຳນາດ​ການ​ປົກຄອງ​ເອົາ​ໃຈ​ໃສ່​ພິຈາລະນາ, ​ແກ້​ໄຂ​ແລະຕອບ​ສະໜອງ​ຢ່າງ​ເໝາະ​ສົມ​ເທື່ອ; ກຳລັງ​ແຜ່​ລາມ, ຄວາມ​ເລິກ, ປະສິດທິ​ຜົນ​ຂອງການ​ຕິດຕາມ​ກວດກາແລະ​ວິຈານ​ສັງຄົມ ຍັງ​ບໍ່​ທັນ​ໄດ້​ຕາມ​ຄວາມ​ປະສົງ. ການ​ປະກອບ​ຄວາມ​ເຫັນ​ກ່ຽວ​ກັບ​ວຽກ​ງານ​ນຳພາ, ຊີ້​ນຳ​ຂອງ​ຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ, ອຳນາດ​ການ​ປົກຄອງ ​ແລະ​ການ​ປະກອບ​ຄວາມ​ເຫັນ​ໃຫ້​ພະນັກງານ, ສະມາຊິກ​ພັກ, ລັດຖະກອນ, ​ເປັນ​ຕົ້ນ​ແມ່ນ​ຜູ້ນຳ​ໜ້າ​ຄະນະ​ພັກ, ການຈັດ​ຕັ້ງ​ພັກ, ອຳນາດ​ການ​ປົກຄອງ ກໍ່​ຍັງ​ຖືກ​ຈຳກັດ.

ຄະນະ​ກຳມະການແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ ​ແລະ​ບັນດາ​ອົງຄະ​ນະ​ການ​ເມືອງ-ສັງຄົມ ຕົ້ນຕໍ​ຈັດ​ຕັ້ງການ​ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂອງ​ອົງການຈັດ​ຕັ້ງ​ເສດຖະກິດ ​ແລະ​ອົງ​ການຈັດ​ຕັ້ງ​ພາລະກິດ​ບໍລິຫານ. ສຳລັບການ​ເຄື່ອນ​ໄຫວ​ຂອງບັນດາ​ອົງການ​ບໍລິຫານ​ງານ​ຂອງ​ລັດ, ອົງການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ ​ແລະ​ອົງການຍຸດຕິ​ທຳນັ້ນ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ​ບັນດາ​ອົງຄະ​ນະ​ການ​ເມືອງ-ສັງຄົມ​ຂັ້ນ​ຕ່າງໆ ​ຕົ້ນ​ຕໍ່​ແມ່ນ​ໄດ້ແຕ່ງ​ຕັ້ງ​ຜູ້​ຕາງໜ້າ​ໃຫ້​ເຂົ້າ​ຮ່ວມ​ຄະ​ນະຕິດຕາມ​ກວດກາ​ໂດຍ​ອົງ​ການ​ຂອງ​ລັດ​ເປັນ​ຜູ້​ຈັດ​ຕັ້ງ, ສ່ວນ​ການຈັດ​ຕັ້ງ​ການ​ເຄື່ອນ​ໄຫວຕິດຕາມ​ກວດກາ​ເປັນ​ເອກະລາດ ​ແມ່ນ​ຍັງ​ບໍ່​ທັນ​ຫຼາຍ.

ວຽກງານ​ວິຈານ​ສັງຄົມຂອງ​ຫຼາຍ​ທ້ອງ​ຖິ່ນ​ໄດ້ຮັບ​ການ​ຜັນ​ຂະຫຍາຍ​ຊ້າ, ຫຼາຍ​ທ້ອງ​ຖິ່ນ​ພຽງ​ແຕ່​ສຸມ​ໃສ່​ຜັນ​ຂະຫຍາຍ​ວຽກ​ງານ​ນີ້​ຢູ່​ຂັ້ນ​ແຂວງ​ເປັນ​ຕົ້ນຕໍ, ສ່ວນ​ຢູ່​ຂັ້ນ​ເມືອງ​ແລະຂັ້ນ​ຕາ​ແສງ​ແມ່ນ​ຍັງ​ບໍ່​ທັນ​ຫຼາຍ. ຫຼາຍ​ກອງ​ປະຊຸມ​ວິຈານ​ສັງຄົມຍັງ​ມີ​ລັກສະນະ​ປະກອບ​ຄວາມ​ເຫັນ​ກໍ່ສ້າງ​ເອກະສານ, ສ່ວນ​ວິທີ​ການ​ປະຕິບັດ​ເພື່ອ​ສ້າງ​​ໃຫ້​ມີປະສິດທິ​ຜົນ ​ແມ່ນ​ຍັງ​ບໍ່​ທັນ​ຈະ​ແຈ້ງ.

ຖັນ​ແຖວພະນັກງານທີ່​ໃຫ້​ຄຳ​​ປຶກສາການຜັນ​ຂະຫຍາຍບັນດາ​ເນື້ອ​ໃນ​ຂອງ​ວຽກ​ງານ​ຕິດຕາມ​ກວດກາ ​ແມ່ນ​ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບຄວາມ​ຕ້ອງການ ຍ້ອນ​ຄວາມ​ຈຳກັດ​ທາງ​ດ້ານ​ຄວາມ​ສາມາດ, ລະດັບ​ຄວາມ​ຮູ້, ບົດຮຽນ ​ແລະ ຕ້ອງ​ຄວບ​ໜ້າ​ທີ່, ຜັນ​ຂະຫຍາຍ​ຫຼາຍ​ໜ້າ​ທີ່​ການ​ງານ​ໃນ​ເວລາ​ດຽວ. ພະນັກງານ​ພາກສ່ວນ​ໜຶ່ງ​ທີ່​ເຮັດ​ວຽກ​ງານ​ຕິດຕາມ​ກວດກາ, ວິຈານ​ສັງຄົມ ຍັງ​ມີ​ຄວາມ​ຄິດ​ຢ້ານ​ຕຳ​ກັນ, ບໍ່​ກ້າ​ເວົ້າ​ແຈ້ງ​ຄວາມ​ຄິດ​ເຫັນ​ຂອງ​ຕົນ.

ສາ​ເຫັດ​ຂອງ​ຂໍ້​ຈຳກັດ​ຕ່າງໆ​ເທິງ​ນີ້ຕົ້ນຕໍ​ແມ່ນຍ້ອນ: ການ​ຫັນ​ເປັນ​ນິຕິ​ກຳ​ຕໍ່​ບັນດາ​ແຜນ​ນະ​ໂຍບາຍ ທັດສະນະ​ຂອງ​ພັກ ​ແລະ​ລັດຖະທຳ​ມະນູນ ​ກ່ຽວ​ກັບ​ສິດທິ​ແລະ​ຄວາມ​ຮັບຜິດຊອບຕິດຕາມ​ກວດກາ, ວິຈານ​ສັງຄົມຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ​ຂອງ​ບັນດາ​ການຈັດ​ຕັ້ງ​ການ​ເມືອງ-ສັງ​ຄົມ ທວງ​ໃຫ້​ຕ້ອງ​ມີ​ການ​ຕີ​ລາຄາ ຖອດ​ຖອນ​ບົດຮຽນຜ່ານ​ພຶດຕິ​ກຳ​ແຫ່ງ​ການ​ຜັນ​ຂະຫຍາຍ​ໃນ​​ໄລຍະເວລາ​ທີ່​ແນ່ນອນ, ດັ່ງ​ນັ້ນ ​ໃນ 3 ປີ​ທີ່​ຜ່ານ​ມາ ການ​ຜັນ​ຂະຫຍາຍ​ຍັງ​ບໍ່​ທັນ​ພຽງພໍ, ຄົບຊຸດ​ທາງ​ດ້ານ​ລະບຽບ​ກົດໝາຍ. ຄຽງ​ຂ້າງ​ນັ້ນ, ຄວາມ​ຮັບ​ຮູ້​ຂອງ​ບາງ​ຄະນະ​ພັກ​ກ່ຽວ​ກັບ​ທີ່​ຕັ້ງ, ຖານະ​ບົດບາດຂອງ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ, ວິຈານ​ສັງຄົມ, ກ່ຽວ​ກັບ​ສິດທິ​ແລະ​ຄວາມ​ຮັບຜິດຊອບ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແມ່ນຍັງບໍ່​ທັນຄົບ​ຖ້ວນ​ແລະ​ຮອບດ້ານ.

ຄວາມ​ຮັບ​ຮູ້​ກ່ຽວກັບວຽກ​ງານ​ຕິດຕາມ​ກວດກາຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ບັນດາ​ອົງຄະ​ນະ​ການ​ເມືອງ-ສັງຄົມ​ ໃນ​ບັນດາ​ຂັ້ນ, ຂະ​ແໜງ​ການ​ຕ່າງໆ ​ແລະ​ໃນ​ປະຊາຊົນ ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ; ການ​ປະສານ​ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ໃນ​ການ​ຜັນ​ຂະຫຍາຍບາງ​​ໂຄງການ​ຕິດຕາມ​ກວດກາ ຍັງ​ພົບ​ຄວາມ​ຫຍຸ້ງຍາກ, ປະສິດທິ​ຜົນ​ບໍ່​ສູງ; ການ​ຕິດຕາມ, ປະຕິບັດ​ຄຳ​ສະ​ເໜີ​ແນະ​ພາຍຫຼັງ​ການ​ຕິດຕາມ​ກວດກາ ​ບໍ່ຕອບ​ສະໜອງ​ໄດ້ກັບຄວາມ​ຫວັງ, ຄວາມ​ຕ້ອງການ. ການ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ບັນດາ​ອົງການ​ສະມາຊິກ​ໃນ​ວຽກ​ງານ​ວິຈາ​ສັງຄົມ​ ຍັງ​ບໍ່​ມີ​ປະສິດທິ​ຜົນ​ຫຼາຍ​ສຸດ; ການ​ປະຕິບັດ​ໜ້າ​ທີ່ຢູ່​ບາງ​ແຫ່ງຍັງ​ມີ​ລັກສະນະ​ຮູບ​ການ, ຄຸນ​ນະພາ​ບວຽກ​ງານ​ບໍ່​ສູງ.

ວຽກ​ງານ​ຕິດຕາມ​ກວດກາ, ວິຈານ​ສັງຄົມ, ​ເຂົ້າ​ຮ່ວມ​ການ​ປະກອບ​ຄວາມ​ເຫັນ​ກໍ່ສ້າງ​ພັກ​ແລະ​ອຳນາດ​ການ​ປົກຄອງ ຮຽກຮ້ອງ​ໃຫ້​ມີ​ລະດັບ​ການ​ເມືອງ, ວິຊາ​ສະ​ເພາະ, ບົດຮຽນ​ພຶດຕິ​ກຳ​ນັບ​ມື້​ນັບ​ສູງ ​ແຕ່​ຈຳນວນ​ແລະ​ຄຸນ​ນະພາ​ບຂອງ​ຖັນ​ແຖວ​ພະນັກງານ​ເຮັດ​ວຽກ​ງານ​ແນວ​ໂຮ​ມ ​ແລະບັນດາ​ການຈັດ​ຕັ້ງ​ການ​ເມືອງ-ສັງຄົມ ຍັງ​ຕ່ຳ, ບໍ່​ທຽບ​ເທົ່າ​ກັບ​ໜ້າ​ທີ່, ບໍ່​ມີ​ບົດຮຽນ​ໃນ​ການ​ຕິດຕາມ​ກວດກາສັງຄົ​ມ.

ບັນດາ​ເງື່ອນ​ໄຂ​ທາງ​ດ້ານ​ເງິນ​ທຶນສຳລັບ​ການ​ເຄື່ອນ​ໄຫວຕິດຕາມ​ກວດກາ, ວິຈານ​ສັງຄົມ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ແລະ​ບັນດາ​ການຈັດ​ຕັ້ງ​ການ​ເມືອງ-ສັງຄົມ ​ແມ່ນ​ຍັງ​ຂາດ​ເຂີນ​ຫຼາຍ; ການ​​ເຄື່ອນ​ໄຫວ​ຂອງຄະນະກວດກາ​ປະຊາຊົນ, ຄະນະ​ຕິດຕາມ​ກວດກາ​ການ​ລົງທຶນ​ຊຸມ​ຊົນຢູ່​ຫຼາຍ​ທ້ອງ​ຖິ່ນ​ພົບ​ຄວາມ​ຫຍຸ້ງຍາກ ຍ້ອນ​ງົບປະມານ​ຂອງ​ຕາ​ແສງ​ບໍ່​ສາມາດ​ຕອບ​ສະໜອງ​ໄດ້.

ບາງ​ໜ້າ​ທີ່​ຈຸດ​ໜັກ​ໃຈກາງ​ໃນ​ເວລາ​ທີ່​ຈະ​ເຖິງ

​ເພື່ອ​ໃຫ້ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມປະຕິບັດ​ເປັນ​ຢ່າງ​ດີ​ບົດບາດຕິດຕາມ​ກວດກາ, ວິຈານ​ສັງຄົມ, ​ໃນ​ເວລາ​ຕໍ່ໜ້າ​ຕ້ອງ​ສຸມ​ໃສ່​ໜ້າ​ທີ່​ຈຳນວນ​ໜຶ່ງ​ດັ່ງ​ນີ້:

ທີ​ໜຶ່ງ, ສືບ​ຕໍ່​ປັບປຸງ​ບູລະນະ​ຂໍ້ກຳນົດ​ກົດໝາຍ​ຕ່າງໆ​ທີ່​ກ່ຽວຂ້ອງ

ຄະນະ​ປະຈຳຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ປະສານ​ງານ​ຢ່າງຕັ້ງໜ້າ​ໃຫ້​ຄຳ​ປຶກສາ, ສະ​ເໜີ​ແນະ​ການ​ຫັນ​ເປັນ​ນິຕິ​ກຳ​ຕໍ່​ບັນດາ​ທັດສະນະ​ແຜນ​ນະ​ໂຍບາຍ​ຂອງ​ພັກ ກ່ຽວ​ກັບ​ຄວາມ​ສາມັກຄີ​ປວງ​ຊົນ​ທັງ​ຊາດ; ທິດ​ນຳ “ປະຊາຊົນ​ຮູ້, ປະຊາຊົນ​ປຶກສາ​ຫາລື, ປະຊາຊົນ​ເຮັດ, ປະຊາຊົນ​ກວດກາ”, ສາຍ​ພົວພັນ “ພັກ​ນຳພາ, ລັດ​ຄຸ້ມ​ຄອງ, ປະຊາຊົນ​ເປັນ​ເຈົ້າ​ຂອງ”; ປັບປຸງ​ບູລະນະ​ກົນ​ໄກ, ນະ​ໂຍບາຍ​ເສີມ​ຂະຫຍາຍບົດບາດຂອງ​ປະຊາຊົນ​ໃນ​ການຕັດສິນ​ຕົງ​ລົງ​ບັນດາ​ບັນຫາ​ທີ່​ສຳຄັນ​ຂອງ​ປະ​ເທດ; ຮັບປະກັນ​ອຳນາດ​ລັດ​ທັງ​ໝົດ​ຂຶ້ນ​ກັບ​ປະຊາຊົນ, ຍົກ​ສູງ​ປະສິດທິ​ຜົນ​ແລະລັກສະນະ​ແທດ​ຈິງ​ໃນ​ການ​ເຄື່ອນ​ໄຫວຕິດຕາມ​ກວດກາ, ວິຈານ​ສັງຄົມ​ ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ​ບັນດາ​ອົງຄະ​ນະ​ການ​ເມືອງ-ສັງຄົມ. ພ້ອມ​ກັນ​ນັ້ນ, ສະ​ເໜີ​ໃຫ້​ປະກາດ​ໃຊ້​​ໃນ​ໄວໆ​ນີ້ ກົດ​ລະບຽບກ່ຽວ​ກັບ​ການ​ຮັບ​ເອົາ​ຄວາມ​ເຫັນຂ​ອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ບັນດາ​ອົງຄະ​ນະ​ການ​ເມືອງ-ສັງຄົມ; ກົດ​ລະບຽບກ່ຽວ​ກັບ​ການຕິດ​ຕໍ່, ປຶ​ກສາ​ສົນທະນາ​ຂອງ​ຜູ້ນຳ​ໜ້າ​ຄະນະ​ພັກ, ອຳນາດ​ການ​ປົກຄອງຂັ້ນ​ຕ່າງໆ; ຂໍ້​ກຳນົດ​ກ່ຽວ​ກັບ​ການ​ຕິດຕາມ​ກວດກາ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອ​ງ-ສັງຄົມ ​ແລະ​ປະຊາຊົນ ຕໍ່​ກັບ​ການ​ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດສິນ​ທຳ​ຂອງ​ຫົວໜ້າ, ພະນັກງານ​ຫຼັກ​ແຫຼ່ງ ​ແລະ​ພະນັກງານ​ສະມາຊິກ​ພັກ ​ໂດຍ​ຄະນະ​ຂົນຂວາຍ​ປະຊາຊົນ​ສູງ​ກາງເປັນ​ເຈົ້າພາບ​ສົມທົບ​ກັບແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມກະກຽມ​ຮຽບຮຽງຂໍ້​ກຳນົດ​ກົດ​ລະບຽບ​ເຫຼົ່າ​ນັ້ນ.

ທີ​ສອງ, ​ເສີມ​ຂະຫຍາຍ​ຍິ່ງ​ກວ່າ​ອີກ​ຄວາມ​ຮັບຜິດຊອບ​ຂອງ​ອົງການຈັດ​ຕັ້ງ​ພັກ​ຂັ້ນ​ຕ່າງໆ ​ໃນ​ການ​ຍົກ​ສູງ​ບົດບາດຂອງ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຂັ້ນ​ຕ່າງໆ

ຄະນະ​ພັກຢູ່ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ ລາຍ​ງານ​ຕໍ່​ຄະນະ​ເລຂາທິການ​ສູນ​ກາງ​ພັກ ​ກ່ຽວ​ກັບສະພາບ​ການ ​ແລະຜົນ​ການ​ຜັນ​ຂະຫຍາຍ​ວຽກ​ງານຕິດຕາມ​ກວດກາ, ວິຈານ​ສັງຄົມ​ໃນ​ທົ່ວ​ລະບົບ​ການ​ເມືອງ ​ເພື່ອ​ໃຫ້​ຄະນະ​ເລຂາທິການຊີ້​ນຳ​ການ​ຜັນ​ຂະຫຍາຍ​ຕໍ່​ໄປ​ຢ່າງ​ທັນ​ການ​ແລະ​ມີ​ປະສິດທິ​ຜົນ​ສູງ, ​ໂດຍ​ຜ່ານ​ບົດບາດ​ສຳຄັນ​ຂ​ອງການຈັດ​ຕັ້ງ​ພັກ​ຂັ້ນ​ຕ່າງໆ.

ຄະນະ​ປະຈຳຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ ມີ​ການ​ແນະນຳ​ວຽກ​ງານຕິດຕາມ​ກວດກາ, ວິຈານ​ສັງຄົມ​ໄລຍະ 2017 - 2020 ​ໃນ​ລະບົບແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ​ອົງການ​ຈັດ​ຕັ້ງ​ພັກ​ຂັ້ນ​ຕ່າງໆ. ທຸກ​ປີ, ສອງ​ຝ່າຍ​ສົມທົບ​ກັນ​ສະຫຼຸບ​ວຽກ​ງານຕິດຕາມ​ກວດກາ, ວິຈານ​ສັງຄົມ ​ເພື່ອ​ໃຫ້ການ​ເຄື່ອນ​ໄຫວ​ເຫຼົ່ານີ້ມີ​ລະບຽບ​ແບບ​ແຜນ, ມີ​ພື້ນຖານ​ກົດໝາຍຄົບ​ຖ້ວນ ​ແລະສົ່ງ​ເສີມ​ຜົນ​ກະທົບ​ທາງ​ສັງຄົມ​ໃຫ້​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ.

ທີ​ສາມ, ຍົກ​ສູງ​ຄວາມ​ສາມາດ, ຄວາມ​ຮັບຜິດຊອບ​ຂອງແນວ​ໂຮມ​ປະ​ເທດ​ຊາດທຸກ​ຂັ້ນ, ຫັນ​ການ​ເຄື່ອນ​ໄຫວ​ລົງ​ສູ່​ຮາກ​ຖານ​ຢ່າງ​ແຂງ​ແຮງ

ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມທຸກ​ຂັ້ນຕ້ອງ​ມີ​ຄວາມ​ມານະ​ພະຍາຍາມ​ກວ່າ​ອີກ​ໃນ​ການ​ສົມທົບ​ກັນຈັດ​ຕັ້ງ​ກອງ​ປະຊຸມ​ສົນທະນາ​ລະຫວ່າງຜູ້ນຳ​ໜ້າ​ຄະນະ​ພັກ, ອຳນາດ​ການ​ປົກຄອງ ກັບ​ປະຊາຊົນ; ປະກອບ​ຄວາມ​ເຫັນ​ເຂົ້າ​ໃນ​ການ​ນຳພາ, ຊີ້​ນຳ​ຂອງ​ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ-ສັງຄົ​ມ, ກໍ່ສ້າງ​ຊົນນະບົດ​ໃໝ່, ຄຸ້ມ​ຄອງ​ບໍລິຫານ​ຕົວ​ເມືອງ, ສະພາບ​ແວດ​ລ້ອມ, ສຸຂະ​ອານາ​ໄມ​ແລະ​ຄວາມ​ປອດ​ໄພ​ຂອງ​ອາຫານ, ບັນດາ​ບັນ​ຫາ​ “ເຄັ່ງຮ້ອນ” ທີ່​ປະຊາຊົນ​ທ້ອງ​ຖິ່ນ​ສົນ​ໃຈ; ປະກອບ​ຄວາມ​ເຫັນ​ໃຫ້​ພະນັກງານ ສະມາຊິກ​ພັກ ລັດຖະກອນ​ ໃນ​ການ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ທີ່​ໄດ້​ຮັບ​ມອບ​ໝາຍ, ປະຕິບັດ​ແຜນ​ນະ​ໂຍບາຍ ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ ​ແລະ​ໜ້າ​ທີ່​ຂອງ​ທ້ອງ​ຖິ່ນ ​ໂດຍ​ຕິດ​ກັບ​ການ​ປະຕິບັດ​ມະຕິ​ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ XI “ບາງ​ບັນຫາ​ທີ່​ຮີບ​ດ່ວນ​ກ່ຽວ​ກັບການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ”, ມະຕິ​ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ XII “ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ກໍ່ສ້າງ​, ປັບປຸງພັກ; ກີດກັ້ນແລະຍູ້ຖອຍຄວາມເສື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ, ແບບແຜນດຳລົງຊີວິດ, ບັນດາປະກົດການ "ຫັນປ່ຽນດ້ວຍຕົນເອງ", "ປ່ຽນແປງດ້ວຍຕົນເອງ" ຢູ່ພາຍໃນ". ພ້ອມ​ກັນ​ນັ້ນ, ​ເປັນ​ເຈົ້າ​ການສະ​ເໜີ​ໃຫ້​ສູນ​ກາງ​ພັກປະກາ​ດ​ໃຊ້ກົດ​ລະບຽບ​ກ່ຽວ​ກັບ​ການ​ຮັບ​ເອົາ​ຄວາມ​ເຫັນ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຂອງ​ບັນດາ​ອົງຄະ​ນະການ​ເມືອງ-ສັງຄົມ; ກົດ​ລະບຽບ​ກ່ຽວ​ກັບ​ການ​ຕິດ​ຕໍ່, ປຶກສາສົມ​ທະນາຂອງ​ຜູ້ນຳ​ໜ້າ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ.

ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ແລະ​ບັນດາ​ການຈັດ​ຕັ້ງ​ການ​ເມືອງ-ສັງຄົມ ຕ້ອງ​ເສີມ​ຂະຫຍາຍ​ບົດບາດ ​ແລະລະດົມ​ສະຕິ​ປັນຍາ​ຂອງ​ບັນດາກຳມະການຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ບັນດາຜູ້ຊົງຄຸນວຸດທິ, ປັນຍາຊົນ, ບັນດາວົງການ, ຊົນເຜົ່າ, ສາສະໜາ, ບັນດານັກວິທະຍາສາດ, ຜູ້ຊ່ຽວຊານ, ສະມາຊິກສະມາຄົມຕ່າງໆ ແລະການສະໜັບສະໜູນຂອງປະຊາຊົນ; ລະດົມການເຂົ້າຮ່ວມ, ການສະໜັບສະໜູນ ການໂຄສະນາຂອງບັນດາອົງການສື່ຂ່າວ ຕໍ່ການເຄື່ອນໄຫວ ຕິດຕາມກວດກາ, ວິຈານສັງຄົມ, ປະກອບສ່ວນກໍ່ສ້າງພັກ, ອຳນາດການປົກຄອງ. ທຸກປີ, ເປັນເຈົ້າການ ກໍ່ສ້າງແຜນການ ຕິດຕາມກວດກາ, ວິຈານສັງຄົມ, ພາບຫຼັງເປັນເອກະພາບກັບອົງການ, ການຈັດຕັ້ງທີ່ກ່ຽວຂ້ອງ ແລ້ວລາຍງານໃຫ້ ຄະນະພັດຂັ້ນດຽວກັນ. ພາຍຫຼັງການຕິດຕາມກວດກາ, ວິຈານສັງຄົມ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ແລະ​ບັນດາ​ການຈັດ​ຕັ້ງ​ການ​ເມືອງ-ສັງຄົມ​ ຕ້ອງມີ​ບົດ​ສະຫຼຸບ​ລາຍ​ລະອຽດ​ແລະຂໍ້​ສະ​ເໜີ​ແນະ​ກ່ຽວ​ກັບກາ​ຕິດຕາມ​ກວດກາ, ວິຈານສັງຄົມ ຝາກເຖິງອົງການ, ການຈັດຕັ້ງ, ບຸກຄົນທີ່ມີຄວາມຮັບຜິດຊອບ ແລະຕິດຕາມ, ຊຸກຍູ້ການແກ້ໄຂ, ຕອບຄວາມຂອງບັນດາອົງການ, ການຈັດຕັ້ງ, ບຸກຄົນທີ່ກ່ຽວ. ຕໍ່ກັບອົງການ, ການຈັດຕັ້ງ ແລະບຸກຄົນທີ່ມີຄວາມຮັບຜິດຊອບ ທີ່ບໍ່ປະຕິບັດການພິຈາລະນາແກ້ໄຂ ແລະຕອບຄຳສະເໜີແນະ, ຕ້ອງລາຍງານໃຫ້ອົງການທີ່ມີອຳນາດເພື່ອແກ້ໄຂ./.

​ໂດຍ ທ່ານ ປອ. ​ເຈິ່ນ​ແທັງ​ເໝິນ,
​ເລຂາທິການ​ສູ​ກາງ​ພັກກອມ​ມູນິດ​ຫວຽດນາມ,
ປະທານ​ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ

---------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ​ສະບັບ​ທີ 906 (​ເດືອນ​ເມສາ 2018)