ຄຳແນະນຳຂອງກອງບັນນາທິການ: ໃນ​ວັນ​ທີ 3 ມິຖຸ​ນາ 2018, ທີ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ, ຄະ​ນະກຳ​ມະ​ການ​ສູ​ນ​ກາງ​ພັກ, ສະ​ພາ​ແຫ່​ງ​ຊາດ, ປະ​ທານ​ປະ​ເທດ, ລັດ​ຖະ​ບານ, ຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ໄດ້ຈັດ​ຕັ້ງພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ປະ​ທານ​ໂຮ່​ຈິ​ມິນ ອອກ​ຄຳ​ຮຽກ​ຮ້ອງ​ແຂ່ງ​ຂັນ​ຮັກ​ຊາດ ຄົບ​ຮອບ 70 ປີ (ວັນທີ 11 ມິຖຸ​ນາ 1948 - ວັນທີ 11 ມິຖຸ​ນາ 2018) ແລະ ຊົມ​ເຊີຍນັກ​ຮົ​ບ​ວິ​ລະ​ຊົນ​ຂອງ​ກຳ​ລັງ​ປະ​ກອບ​ອາ​ວຸດ, ນັກ​ຮົບ​ວິ​ລະ​ຊົນ​ດ້ານ​ອອກ​ແຮງ​ງານ, ຜູ້ທີ່ເປັນແບບຢ່າງກ້າວໜ້າ ​ໃນ​ບັນ​ດາ​ໄລ​ຍະ​ທີ່​ຜ່ານ​ມາ ຢ່າງ​ສົມ​ກຽດ. ສະ​ຫາຍ ຫງວຽນຝູ​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ ພັກ​ກອມ​ມູ​ນິດຫວຽດ​ນາມ ເປັນ​ກຽດ​ເຂົ້າ​ຮ່ວມ ແລະ ມີ​ບົດ​ປາ​ໄສ​ທີ່​ສຳ​ຄັນ​ໃນ​ພິ​ທີ​ສະ​ເຫຼີມ​ສະຫຼອງ. ວາ­ລະສານ​ກອມ​ມູ​ນິດ​ຂໍ​​ໄດ້ເປັນ​ກຽດ​ແນະ­ນຳ​ເນື້ອ​ໃນ​ບົດປາ​ໄສ​ຂອງສະຫາຍເລຂາທິການ​ໃຫຍ່.

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວປາໄສຢູ່ທີ່ພິທີ. (ພາບ: TTXVN)

ຮຽນ​ບັນ​ດາ​ທ່ານ​ຜູ້​ແທນ, ບັນ​ດາ​ແຂກ​ທີ່​ມີ​ກຽດ​,

ຮຽນ​ບັນ​ດາ​ສະ​ຫາຍ, ພໍ່​ແມ່​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ​ທີ່​ນັບ​ຖື ແລະ ຮັກ​ແພງ​ທັງຫຼ​າຍ.

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ທີ່ປະ​ທານ​ໂຮ່​ຈີ​ມິນ ອອກ​ຄຳ​ຮຽກ​ຮ້ອງ​ແຂ່ງ​ຂັນ​ຮັກ​ຊາດ ຄົບ​ຮອບ 70 ປີ (ວັນທີ 11 ມິຖຸ​ນາ 1948 - ວັນທີ 11 ມິຖຸ​ນາ 2018), ມື້ນີ້ ພວກ​ເຮົາ​ພົບ​ປະ​ຢູ່ນີ້​ເພື່ອ​ລຶ້ມ​ຄືນ​​ຄຳ​ສັ່ງ​ສອນ​ຂອງ ປະ​ທານ​ໂຮ່​ຈິ​ມິນ, ທົບ​ທວນ​ຄືນ​ບັນ​ດາ​ວຽກ​ງານ​ທີ່​ພວກ​ເຮົາ​ໄດ້​ປະ​ຕິ​ບັດ​ໃນ​ເວ​ລາ​ທີ່​ຜ່ານ​ມາ ແລະ ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ໝູ່ຄະນະ, ບຸກ​ຄົນ​ທີ່​ມີ​ຜົນ​ງານ​ອັນ​ດີ​ເດັ່ນ​ໃນ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ, ແນໃສ່​ຍູ້​ແຮງ ແລະປະ​ຕິ​ບັດວຽກ​ງານ​ແຂ່ງ​ຂັນ, ຍ້ອງ​ຍໍ​ຊົມ​ເຊີຍ​ໃຫ້​ໄດ້​ດີ​​ກວ່າ​ອີກໃນເວ​ລາ​ຕໍ່​ໄປ. ຕາງໜ້າໃຫ້ພັກແລະລັດ, ຂ້າພະເຈົ້າຂໍຊົມເຊີຍບັນ​ດ​າ​ທ່ານ​ຜູ້​ແທນ, ບັນ​ດາ​ແຂກ​ທີ່​ມີ​ກຽດ, ບັນດານັກປະຕິວັດອາວຸໂສ, ບັນດາ​ແມ່​ຫວຽດນາມ​ວິລະ​ຊົນ, ແລະພິ​ເສດ ​ຂໍ​ຊົມ​ເຊີຍ 700 ຄົນທີ່​ເປັນ​ຜູ້​ແທນ​ແບບ​ຢ່າງ​ກ້​າວ​ໜ້າ - ບັນ​ດາດອ​ກ​ໄມ້​ທີ່​ສວຍ​ງາມ​ໃນ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ ​ທີ່​ໄດ້​ມາ​ເຂົ້າ​ຮ່ວມ​ພິ​ທີ​ອັນ​ສົ​ມ​ກຽດ​ແຫ່ງນີ້. ຂ້າ​ພະ​ເຈົ້າ​ຂໍ​ຝາກ​ຄວາມ​ຢ້ຽມ​ຢາມ​ຖາມ​ຂ່າວ​ອັນອົບ​ອຸ່ນ ແລະ ຄຳອວຍພອນໄຊອັນປະເສີດມາຍັງບັນດາສ​ະ​ຫາຍ, ພໍ່​ແມ່​ປະ​ຊາ​ຊົນ ແລະນັກ​ຮົບ​​ທຸກ​ຄົນ​ໃນ​ທົ່ວ​ປະ​ເທດທີ່​ກຳ​ລັງ​ອອກ​ແຮງ​ງານ, ຜະ​ລິດ, ສູ້​ຮົບ, ເຮັດ​ວຽກ, ຮ່ຳ​ຮຽນ, ຄົ້ນ​ຄວ້າ​ວິທະ​ຍາ​ສາດໃນ​ກາງ​ເວັນ​ທັງ​ກາງ​ຄືນ​ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດແຫ່ງການກໍ່​ສ້າງ ແລະປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ຮຽນ​ບັນ​ດາ​ທ່ານຜູ້​ແທນແລະບັນ​ດາ​ສະ​ຫາຍ​ທີ່​ເຄົາ​ລົບ ຮັກ​ແພງ​ທັງຫຼາຍ,

ຄື​ທີ່ພວກ​ເຮົາ​ໄດ້​​ຮູ້​ແລ້ວວ່າ, ວຽກ​ງານ​ແຂ່ງ​ຂັນ, ຍ້ອງ​ຍໍ​ຊົມ​ເຊີຍ​ມີ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ​ໃນ​ຊີ​ວິດ​ສັງ​ຄົມ. ​ກ່ອນ​ໜ້ານີ້ 170 ປີ, ນັກ​ທິດ​ສະ​ດີ​​ທີ່ປີ​ຊາ​ສາ​ມາດ, ນັກ​ແນວ​ຄິດ​ຜູ້ຍິ່ງ​ໃຫຍ່​ຂອງ​ຊົນ​ຊັ້ນ​ກຳມະຊີບ .ມາກ ໄດ້​ຊີ້​ແຈ້ງວ່າ: ແຂ່ງ​ຂັນ​ເປັນ​​ປະ​ກົດ​ການ​ສັງ​ຄົມ​ທີ່​ຄົງ​ຕົວ​ແບບ​ພາ​ວະ​ວິ​ໄສ, ເປັນ​ກົດ​ເກັນ​​ພັດ​ທະ​ນາ​ທີ່​ຈຳ​ເປັນ​ແນ່ນອນ​ຂອງຂະ​ບວນ​ວິ​ວັດ​ແຫ່ງ​ການ​ຮ່ວມ​ມື​ແຮງ​ງານ​ຂອງ​ມະ​ນຸດ; ຢູ່​ບ່ອນ​ໃດ​ມີ​ການ​ຮ່ວມ​ມື​ແຮງ​ງານ​ ​ຢູ່​ນັ້ນ​ຈະ​ມີ​ການ​ແຂ່ງ​ຂັນ. ວ​.ອີ.ເລ​ນິນ ກໍ່​ເຄີຍ​ເວົ້າ​ວ່າ: ການ​ປະ​ຕິ​ວັດ​ເປັນ​ວັນ​ບຸນ​ຂອ​ງ​ມະ​ຫາ​ຊົນ. ດ້ວຍ​ຂະ​ບວນ​ການ​ປະ​ຕິ​ວັດຂອງມະ​ຫາ​ຊົນ​ຜູ້​ເຂົ້າຮ່ວມ​ດ້ວຍ​ຄວາມ​ຕື່ນ​ຕົວ, ຕັ້ງ​ໜ້າ​ ເປັນຫຼາຍ​ລ້ານ​ຄົນ​ ເຊິ່ງບໍ່​ມີ​ຄວາມ​ຫຍຸ້ງ​ຍາກ​ໃດຈະບໍ່ຖືກ​ຜ່ານ​ຜ່າ, ບໍ່​ມີ​ສັດ​ຕູ​​ໂຕໃດຈະບໍ່​ຖືກຕີ​​ໃຫ້​ປະ​ຊະ​ນ​, ບໍໍ່​ມີ​ໜ້າ​ທີ່​ປະ​ຕິ​ວັດໃດຈະບໍ່​​ໄດ້​ຮັບ​ການ​ປະຕິບັດ​ໃຫ້ສຳ​ເລັດ.​

ໝູນ​ໃຊ້​ແລະພັດ​ທະ​ນາ​ທັດ​ສ​ະ​ນະ​ອັນ​ພື້ນ​ຖານ​ຂອງ​ລັດ​ທິ ມາກ-ເລ​ນິນ ກ່ຽວ​ກັບການ​ແຂ່ງ​ຂັນ ຢ່າງ​ປະດິດ​ສ້າງ​ເຂົ້າ​ໃນຂ​ະ​ບວນ​ການ​ປະ​ຕິ​ວັດຂອງ​ປະ​ເທດ​ເຮົາ, ປະ​ທານ ໂຮ່​ຈີມິນ ໄດ້​ຍົກ​​ລະດັບຄວາມ​ເຄົ້າໃຈ​ກ່ຽວ​ກັບ​ການ​ແຂ່ງ​ຂັນຂຶ້ນ​ເປັນ​ແນວ​ຄິດ ຖື​ການ​ແຂ່ງ​ຂັນ​ເປັນ​ຄຸນສົມບັດ​ສິນ​ທຳ, ສະ​ແດງ​ເຖິງ​ນ້ຳ​ໃຈ​ຮັກ​ຊາດ​ຂອງ​ຄົນຫວຽດ​ນາມ. ເພິ່ນເນັ້ນວ່າ: "ແຂ່ງຂັນແມ່ນຮັກຊາດ, ຮັກຊາດຕ້ອງແຂ່ງຂັນ. ແລະຜູ້ທີ່ເຂົ້າຮ່ວມການແຂ່ງຂັນ ແມ່ນຜູ້ທີ່ຮັກຊາດທີ່ສຸດ" (1). ໃນ​ວັນ​ທີ 11 ມິຖຸ​ນາ 1948, ທ່າ​ມ​ກາງສະພາບ​ການ​ທີ່​ການຕໍ່​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນຝ​ຣັ່ງ ກຳ​ລັງ​ຜັນ​ແປ​ຢ່າງດຸ​ເດືອດຮຸນ​ແຮງ, ​ທ່ານປະ​ທານ​ໂຮ່​ຈີ​ມິນໄດ້​ອອກ​ ຄຳ​ຮຽກ​ຮ້​ອງແຂ່ງ​ຂັ​ນ​ຮັກ​ຊາດ. ເພິ່ນ​ໄດ້​ຊີ້​ແຈ້ງວ່າ: “ປະ​ຊາ​ຊົນຫວຽດ​ນາມແຕ່​ທຸກ​ຄົນ, ບໍ່​ວ່າເຖົ້າ ໜຸ່ມ  ຍິງ ຊາຍ; ບໍ່​ວ່າ​ຄົນ​ຮັ່ງ​ມີ ຄົນ​ທຸກ​ຍາກ ຄົນໃຫຍ່ ຄົນ​ນ້ອຍ, ລ້ວນ​ແຕ່​ຕ້ອງ​ກາຍ​ເປັນນັກ​ຮົບ​ຕໍ່​ສູ້​ໃນ​ແນວ​ຮົບ: ການ​ທະ​ຫານ, ​ເສດ​ຖະ​ກິດ, ການ​ເມືອງ, ວັດ​ທະ​ນະ​ທຳ”(2). ເພິ່ນກໍ່ໄດ້​ຢື​ນ​ຢັນ​ວ່າ: “ດ້ວຍ​ຈິດ​ໃຈອົງອາດກ້າແກ່ນ ແລະກຳ​ລັງ​ອັນ​ບໍ່​ມີ​ສິ້ນ​ສຸດ​ຂອງ​ຊາດ​ເຮົາ, ດ້ວຍ​ນ້ຳ​ໃຈ​ຮັກ​ຊາດ ແລະເຈດຈຳນົງເດັດ​ດ່ຽວ​ຂອງ​ປະ​ຊາ​ຊົນ ແລະກອງ​ທັບ​ເຮົາ, ພວກ​ເຮົ​າ​ອາດ​ຈະ​ໄດ້​ຮັບ​ໄຊ​ຊະ​ນະ, ພວກ​ເຮົາຈະ​​ໄດ້​ຮັບ​ໄຊ​ຊະ​ນະ​ຢ່າງ​ແນ່ນອນ”(3). ຄຳ​ຮຽກ​ຮ້ອງ​ແຂ່ງ​ຂັນ​ຮັກ​ຊາດ ຂອງ​ປະ​ທານ​ໂຮ່​ຈີ​ມິນ ໄດ້​ມີຄວາມ​ດຶງ​ດູດ, ປຸກ​ລະ​ດົມ, ​ຮຽກ​ຮ້ອງໃຫ້​ທົ່ວ​ພັກ, ທົ່ວ​ປະ​ຊາ​ຊົ​ນ ແລະ ທົ່ວ​ກອງທັບ​ເຮົາ​ເສີມ​ຂະຫຍາຍຈິດ​ໃຈສາ​ມັດ​ຄີ, ເຈດຈຳນົງເພິ່ງຕົນເອງສ້າງ​ຕົນ​ໃຫ້​ເຂັ້ມ​ແຂງ, ຜ່ານ​ຜ່າ​​ຄວາມ​ເສຍ​ສະຫຼະ​ ຄວາມຫຍຸ້ງ​ຍາກ​ລຳ​ບາກທຸກ​ປະການ, ສ້າງ​ຜົນງານ​ການ​ສູ້​ຮົບ​ອັນ​ສະຫງ່າ​ລາສີ ແລະຜົນ​ງານ​ອັນ​ໃຫຍ່ຫຼວງ​ໃນ​ພາ​ລະ​ກິດ​ແຫ່ງການ​ປະ​ຕິວັດ​ຂອງ​ປະ​ເທດ​ເຮົ​າ. ການແຂ່ງ​ຂັນ​ໄດ້​ກາຍ​ເປັນ​​ກຳລັງ​ໜູນ​ທີ່​ແທ້​ຈິງ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ​ທົ່ວ​ກອງ​ທັບ​ເຮົາ ​ແລະ ພາ​ໃຫ້​ການ​ປະ​ຕິ​ວັດຫວຽດ​ນາມ ໄດ້ຍາດເອົາໄຊຊະນະຢ່າງຕໍ່​ເນື່ອງ ຈາກໄຊຊະນະນີ້​ໄປ​ສູ່ໄຊຊະນະອື່ນ.

ໃນ​ການ​ຕໍ່​​ຕ້ານຕ້ານ​ພວກ​ຮຸກ​ຮານ, ພັກ​ເຮົາແລະປະ​ທານ​ໂຮ່​ຈີມິນ ໄດ້​ເປີດ​ຂະ​ບວນ​ການ​ແຂ່ງຂັນ​ຮັກຊາດ​ຫຼາຍ​ໆບັ້ນ​ທີ່ບັນລຸ​ປະ​ສິດ​ທິ​ຜົນ​ຕົວ​ຈິງ​ຈຳ​ນວນຫຼາຍ. ໃນ​ແນວ​ໜ້າ, ບັນ​ດາ​ນັກ​ຮົບ​ໄດ້ແຂ່ງ​ຂັນ​ສູ້​ຮົບສ້າງ​ຜົນ​ງານ, ຢູ່ແນວຫຼັງ, ປະ​ຊາ​ຊົນ​ໄດ້ແຂ່ງ​ຂັນອອກແຮງ​ເພີ່ມ​ພູນ​ຜະລິດຜົນເກັ່ງ​ ເພື່ອ​ດັບ​ສູນ​ສັດ​ຕູ​​ແຫ່ງ​ຄວາມ​ອຶດຫິວ, ດັບ​ສູນສັດ​ຕູ​​ແຫ່ງ​ຄວາມ​ໂງ່​ຈ້າ​ຫຼ້າ​ຫຼັວ ພ້ອມ​ທັງດັບ​ສູນສັດ​ຕູ​ຜູ້​ຮຸກ​ຮາ​ນ. ບັນ​ດາ​ຂະ​ບວນ​ການ “ສາມ​ກຽມ​ພ້ອມ”, “​ສາມຮັບ​ພາລະ”, “ຫ້າ​ຕະ​ລຸມ​ບອນ”, “ກຽມຄວາມ​ພ້ອນ​​ໄປທຸກ​ບ່ອນ, ເຮັດທຸກ​ວຽກ​​ທີ່​ປະ​ເທດ​ຊາດ​ຕ້ອງ​ການ”, “ແຕ່​ລະ​ຄົນ​ເຮັດ​ວຽກ​ເທົ່າ​ກັບ​ສອງ​ຄົນ, ເພື່ອ​ພີ່ນ້ອງ​ຮ່ວມ​ຊາດພາກ​ໃຕ້​ທີ່​ຮັກ​ແພງ”…ໄດ້​ກາຍ​ເປັນ​ກຳ​ລັງ​ໜູນທີ່​ແຂ​ງແຮງ ແລະ​ເປັນການ​ກະ​ທຳ​ປະ​ຕິ​ວັດທີ່​ແທ້​ຈິງ ເພື່ອ​ປະ​ກອບ​ສ່ວນນຳ​ເອົາ​ການ​ຕໍ່​ຕ້ານ​ທົ່ວ​ປວງ​ຊົນ, ຮອບ​ດ້ານ​ຕ້ານ​ພວກ​ຮຸກ​ຮານ ​ໄປ​ສູ່ໄຊ​ຊະ​ນະ​ທີ່​ສົມ​ບຸນ ເຊິ່ງຍອດສູງ​ແມ່ນ​ ໄຊ​ຊ​ະ​ນະ​ດ້ຽນ​ບຽນ​ຝູທີ່​ເປັນ​ປະຫວັດສາດ ປີ 1954 ແລະ ໄຊ​ຊະ​ນະ​ທີ່​ຍິ່ງ​ໃຫຍ່​​ໃນລະ​ດູ​ບານ​ໃໝ່ ປີ 1975.

ໃນ​ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ກໍ່​ສ້າງແລະປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​​ໄດ້ຫັນ​ເຂົ້າ​ສູ່​ການ​ແກ້​ໄຂ​ບັນ​ດາ​ໜ້າ​ທີ່​ອັນ​ຫຍຸ້ງ​ຍາກ​ທີ່​ສຸດ​ຂອງ​ທົ່ວ​ປເທດ ແລະຂອງ​ແຕ່​ລະ​ທ້ອງ​ຖິ່ນ, ສຳນັກງານອົງ​ການ, ກົມ​ກອງ. ນັ້ນ​ແມ່ນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ພາ​ໃຫ້​ປະ​ເທດ​ພົ້ນ​ອອກ​ຈາກ​ການ​ວິ​ກິດທາງ​ດ້ານ​ເສດ​ຖະ​ກິດ-ສັງ​ຄົມ ແລະ ສະຖາ​ນະ​ການ​ດ້ອຍ​ພັດ​ທະ​ນາ, ກາຍ​ເປັນ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ ທີ່​ມີ​ລາຍ​ຮັບ​ປານ​ກາງ; ຮັບ​ປະ​ກັນສະຫວັດດີການສັງ​ຄົມ, ປັບ​ປຸງ​ການປ້ອງ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ຮັກ​ສາ​​ສິດອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ຢ່າງ​ໝັ້ນ​ຄົງ, ຕັ້ງ​ໜ້າ ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ​ສາ​ກົນ. ໃນ​ຊຸມ​ປີທີ່​ຜ່ານ​ມາມໍ່ນີ້, ຫົວ​ຂໍ້ “ສາ​ມັກ​ຄີກ, ມີຫົ​ວ​ຄິດ​ປະ​ດິດ​ສ້າງ, ແຂ່ງ​ຂັນ​ກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ”  ທີ່​ໄດ້​ຖືກຂະ​ແໜງ​ການ ຂັ້​ນ​ຕ່າງໆ ສະ​ໜັບ​ສະ​ໜູນ​ຢ່າງ​ຕັ້ງ​ໜ້າ, ດ້ວຍຫຼາຍ​ຂະ​ບວນ​ການ​ແຂ່ງ​ຂັນ​ທີ່​ລະ​ອຽດ, ລຽນ​ຕິດ​ຕໍ່​ເນື່ອງ, ແທ້​ຈິງ, ມີ​ຜົນ​ສະ​ທ້ອນ​ແຜ່​ລາມ​ຢ່າງ​ທົ່ວ​ເຖິງ​ໃນ​ທຸກ​ຂົງ​ເຂດ, ປະ​ກອນ​ສ່ວນ​ເຂົ້າ​ໃນ​ການ​ລະ​ດົມ​ແຫຼ່ງ​ພະ​ລັງ​ສັງ​ຄົມ​ເປັນ​ຈຳ​ນວນຫຼາຍ​ ໃຫ້​ແກ່​ການກໍ່​ສ້າງແລະປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ອັນ​ທີ່​ດີ​ເດັ່ນ​ແມ່ນ​ ບັນດາ​ຂະ​ບວນ​ການ: “ອອກ​ແຮງ​ງານ​ເກັ່ງ, ອອກ​ແຮງ​ງານ​ແບບ​ມີຫົວ​ຄິດ​ປະ​ດິດ​ສ້າງ”, “ແຂ່ງ​ຂັນ​ເພື່ອຍາດ​ເອົາ​ໄຊຊະນະຢ່າງ​ເດັດ​ຂາດ”, “ເພື່ອ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ”, “ສອນ​ດີແລະຮຽນ​ດີ”, “ຂົນ​ຂວາຍ​ມາ​ຫາຊົນ​ຢ່າງ​ສະຫຼາດ​ຄ່ອງ​ແຄ້ວ”; ພິ​ເສດ​ແມ່ນ 3 ຂະ​ບ​ວນ​ການ​ແຂ່ງ​ຂັນທີ່​ເປັນ​ຈຸດ​ໜັກ​ໃຈ​ກາງຄື: “ທົ່ວ​ປະ​ເທດ​ຮ່ວມ​ແຮງ​ກໍ່ສ້າງຊົນນະບົດໃໝ່”, “ວິ​ສາ​ຫະ​ກິດ​ຫວຽດ​ນາມເຊື່ອມ​ໂຍງ ແລະພັດ​ທະ​ນາ”, “ທົ່ວ​ປະ​ເທດ​ຮ່ວມ​ມື​ເພື່ອ​ຄົນ​ທຸກ​ຍາກ-ບໍ່​ໃຫ້​ໃຜ​ຖືກ​ປະ​ໄວ້​ຢູ່ເບື້ອງຫຼັງ”,…

​ໃນຂ​ະ​ບວນ​ການ​ແຂ່ງ​ຂັນ​ໄດ້​ປະ​ກົດ​ມີ​​ແບບຢ່າງທີ່​ດີ​ເດັ່ນ​ແລະກ້າວໜ້າຫຼາຍ​ແບບຢ່າງ​ໃນ​ບັນດາຂົງ​ເຂດຂອງ​ຊີວິດ​​ສັງ​ຄົມ, ດ້ວຍຫຼາຍ​ຫົວ​ຂໍ້​ຄົ້ນຄວ້າ, ຄວາມ​ຄິດ​ລິ​ເລີ່ມ ​ແລະມາດ​ຕະ​ການທີ່​ມີ​ຜົນ​ປະ​ໂຫຍດ, ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ໃຫ້​ລັດ ແລະ ສັງ​ຄົມ​ເປັນຫຼາຍພັນ​ຕື້ດົ່ງ; ມີ​ຫຼາຍຮູບ​​ແບບ, ມາດ​ຕະ​​ການ​ຖືກ​ນຳ​ໃຊ້​ຢ່າງ​ກວ້າງຂວາງ ມີ​ຜົນສະ​ທ້ອນ​ແຜ່​ລາມ​ໃນ​ທົ່ວ​ປະ​ເທດ, ​ເຖິງ​ປະ​ຊາ​ຊົນ​ທຸກ​ຊັ້​ນຄົນ. ພວກ​ເຮົາ​ຮູ້​ສຶກປະ​ທັບ​ໃຈ​ແລະ​ພາກພູມ​ໃຈ​ຢ່າງ​ແທ້​ຈິງ​ກ່ຽວ​ກັບ​ວຽກ​ງານ ການ​ກະ​ທຳ​ອັນ​ສູງ​ສົ່ງ ​ຂອງ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ, ນັກ​ຮົບ​ແຂ່ງ​ຂັນ, ຜູ້​ເປັນ​ແບບ​ຢ່າງ​ກ້າວ​ໜ້າ ທີ່​ໄດ້​ກ່າວ​ໃນ​ບົດ​ລາຍ​ງານ​ຂອງສະ​ພາ​ການ​ແຂ່ງ​ຂັນ-ຍ້ອງ​ຍໍ​ຊົມ​ເຊີຍສູນ​ກາງ ພ້ອມ​ທັງ​ໃນ​ຟິມຮູບ​ເງົາ ແລະ​ເລື່ອງລາວ​ອັນ​ລະ​ອຽດ ມີຊີ​ວິດ​ຊີ​ວາ ກ່ຽວ​ກັບ​ບັນ​ດາ​ແບບ​ຢ່າງ​ກ້າວ​ໜ້າ​ ທີ່ຫາກໍ່​ໄດ້​ແລກ​ປ່ຽນ ຊົມ​ເຊີຍໃນ​ມື້ນີ້. ​ການ​ກະ​ທຳ​ອັນ​ສູງ​ສົ່ງ​ຂອງບັນ​ດາ​ນັກ​ຮົບ​ວິລະ​ຊົນ, ນັກ​ຮົບ​ແຂ່ງ​ຂັນ, ຜູ້​ເປັນ​ແບບ​ຢ່າງ​ກ້າວ​ໜ້າ​ ໄດ້​ຕັກ​ເຕືອນໃຫ້​ທຸກ​ຄົນ, ພິ​ເສດ​ແມ່ນ​ພະ​ນັກ​ງານ, ລັດ​ຖະ​ກອນ ຕ້ອງ​ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ, ຕັ້ງ​ອົກ​ຕັ້ງ​ໃຈ​ໃນ​ການ​ປະ​ຕິ​ບັດ​ວຽກ​ງານ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງວຽກ​ງານ, ຮັບ​ໃຊ້​ປະ​ເທດ​ຊາດ, ຮັບ​ໃຊ້​ປະ​ຊາ​ຊົນ​ຢ່າງ​ສຸດ​ໃຈ, ຕໍ່​ສູ້​ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ການຟຸມເຟືອຍ, ພະຍາດອາດຍາສິດ, ຫ່າງເຫີນປະຊາຊົນ, ຕ້ານ​ການລະ​ເມີດ​ສິດແລ​ະຜົນ​ປະ​ໂຫຍດ​ອັນຊອບ​ທຳ​ຂອງ​ປະ​ຊາ​ຊົນ. ຂ້າ​ພະ​ເຈົາ​ເຊື່ອ​ໝັ້ນ​ວ່າ, ຮ່ວມ​ທາງ​ພ້ອມ​ກັບຜູ້​ເປັນ​ແບບຢ່າງກ້າວ​ໜ້າ 700 ຄົນ​ທີ່​ມາ​ຮ່ວມ​ງານ​ພົບ​ປະ​ໃນ​ມື້ນີ້, ຍັງ​ມີຜູ້ເປັນ​ແບບ​ຢ່າງ​ທີ່​ງຽບ​ສະຫງົບຫຼາຍ​ຄົນ​ອີກ​ ທີ່​ກຳ​ລັງ​ອຸ​ທິດ​ເຫື່ອ​ແຮງ​ສະຕິ​ປັນຍາ​ໃນ​ທຸຂົງ​ເຂດ ​ທຸກ​ແຫ່ງ​ຫົນຂອງ​ປະ​ເທດຊາດ​, ໃນ​ປະຊາ​ຊົນ​ພົນ​ລະ​ເມືອງ​ທຸກ​ຊັ້ນວັນນະ, ນັບ​ທັງ​ຊາວ​ຫວຽດນາມ​ທີ່​ກຳ​ລັງ​ດຳ​ລົງ​ຊີ​ວິດ, ອອກ​ແຮງ​ງານ, ຮ່ຳ​ຮຽນ​ຢູ່​ຕ່າງ​ປະ​ເທດ ​ທີ່ບໍ່​ມີ​ເງື່ອຍ​ໄຂ​​ມາ​ຮ່ວມ​ໃນ​ພິ​ທີ​ທີ່​ຄຶກຄື້ນນີ້.

ຕາງ​ໜ້າ​ໃຫ້​ການ​ນຳ​ພັກແລະລັດ, ຂ້າ​ພະ​ເຈົ້າຂໍອວຍພອນ​ໄຊ​ອັນ​ອົບ​ອຸ່ນ, ຂໍ​ສະ​ແດງ​ຄວາ​ມຄຳນັບ ການ​ຕີ​ລາຄາ​ສູງ ​ແລະຊົມ​ເຊີຍຢ່າງ​ສຸດ​ໃຈ​ ຕໍ່​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ, ນັກ​ຮົບ​ແຂ່ງ​ຂັນ, ບັນ​ດາ​ແບບ​ຢ່າງ​ກ້າວ​ໜ້າ​ໃນ​ທົ່ວ​ປະ​ເທດ. ຂ້າ​ພະ​ເຈົ້າ​ກໍ່​ສະ​ແດງ​ຄວາມຊົມ​ເຊີຍ, ຂອບ​ອົກ​ຂອບ​ໃຈ​ຕໍ່​ສະ​ພາ​ແຂ່ງ​ຂັນ-ຍ້ອງ​ຍໍ​ຊົມ​ເຊີຍ​ສູນ​ກາງ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ແລະປະ​ຊາ​ຊົນ​ທົ່ວ​ປະ​ເທດ ​ທີ່​ໄດ້ຕັ້ງ​ໜ້າ, ເປັນ​ເຈົ້າ​ການ, ​ປະ​ດິ​ດ​ສ້າງ ​ແລະມີ​ສ່ວນ​ປະ​ກອບຫຼາຍ​ຢ່າງ​ ເພື່ອ​ຊຸກ​ຍູ້​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ, ສ້າງ​ຜົນ​ງານ​ອັນ​ໃຫຍ່ຫຼວງ​ທາງ​ດ້ານ​ເສດ​ຖະ​ກິດ-ສັງ​ຄົມ, ປັບ​ປຸງ​ການ​ປ້ອງ​ກັນ​ຊາດ, ປ້ອ​ງ​ກັນ​ຄວາມ​ສ​ະ​ຫງົບ, ກໍ່​ສ້າງ​ລະ​ບົບ​ການ​ເມືອງ ແລະປົກ​ປັກ​​ຮັກ​ສາ​ສິດ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ຢ່າງ​ໝັ້ນ​ຄົງ​ ໃນ​ຊຸ​ມ​ປີ​ທີ່​ຜ່ານ​ມາ.

ຄຽງ​ຄູ່​ກັບບັນດາ​ຜົນ​ງານ​ອັນ​ໃຫຍ່ຫຼວງ​ທີ່​ບັນ​ລຸ​ໄດ້​ນັ້ນ, ພວກ​ເຮົາ​ກໍ່​ຕ້ອງ​ຮັບ​ຮູ້ຢ່າງກົງໄປກົງມາວ່າ, ຂະ​ບວນ​ການ​ແຂ່ງ​ຂັນ ແລະວຽກ​ງານ​ຍ້ອງ​ຍໍຊົມ​ເຊີຍ​ຍັງ​ມີ​ຂໍ້​ຈຳ​ກັດ, ສິ່ງ​ຄົງ​ຄ້າງຫຼາຍ​ຢ່າງ. ຂະ​ບວນ​ການ​ແຂ່​ງ​ຂັນ​ເຖິງວ່າ​ໄດ້​​ຂະ​ຫຍາຍ​ຕົວ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງກໍ່​ຕາມ ​ແຕ່ກໍ່​ຍັງ​ບໍ່​ທັນຮອບ​ດ້ານ; ຂະ​ບວນການ​ຢູ່​ຫຼາຍ​ບ່ອນ​ຍັງ​ມີ​ລັກສະນະ​ຮູບ​ນອກ, ​ບໍ່ມີ​ການ​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ໜ້າ​ທີ່​ການ​ເມືອງ. ການ​ຍົກຍ້ອງ ມອນາມ​ມະ​ຍົດ​ການ​ແຂ່ງ​ຂັນ ແລະ ຮູບ​ການ​ຍ້ອງ​ໃຫ້​ລາງວັນ​​ຍັງ​ມີ​ປະ​ກົດ​ການ​ຈົ່ງ​ຈຽມ ​ງ່າຍດາຍ, ຍັງ​ມີ​ສະ​ພາບ​ການ “ວິ້ງ​ເຕັ້ນ​ຫາ​ຜົນງານ”, “ວິ້ງ​ເຕັ້ນຫາ​ການ​ຍ້ອງ​ຍໍຊົມ​ເຊີຍ”, “ວິ້ງ​ເຕັ້ນຫາຫຼຽນ​ໄຊ” ຢູ່​ຫຼາຍ​ແຫ່ງ; ການ​ຍ້ອງ​ຍໍ​ຊົມ​ເຊີຍຜູ້​ອອກ​ແຮງ​ງານທຳ​ການຜະ​ລິດ​ໂດຍ​ກົງ, ຊາວ​ກະສິກອນ, ກຳ​ມະ​ກອນ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ກວ່າແຕ່ກ່ອນ ​ແຕ່ກໍ່​ຍັງໜ້ອຍ. ການຄົ້ນ​ເຜີຍ, ບຳ​ລຸງ​ສ້າງ​ແບບ​ຢ່າງ​, ການສະຫຼຸບແລະແຜ່​ຂະ​ຫຍາຍ​ແບບຢ່າງທີ່​ກ້າວໜ້າ ​​ມີ​ປະ​ສິດ​ທິ​ຜົນ​ຕ່ຳ; ວຽກ​ງານ​ໂຄ​ສະ​ນາ​ຍັງ​ບໍ່​ຄົບ​ຊຸດ, ບໍ່​ມີ​ຊີ​ວິດ​ຊີ​ວາ, ຂາດ​ຄວາມ​ຊວນ​ເຊື່ອປະ​ທັບ​ໃຈ ເຊິ່ງ​ເປັນ​ການ​ຈຳກັດ​ກຳ​ລັງ​ໜູນທີ່​ຊຸກຍູ້​ການ​ສູ້​ຊົນ​ຂອງ​ໝູ່ຄະນະ​ແລະບຸກ​ຄົນ. ບັນ​ດາ​ຂໍ້​ຈຳ​ກັດ, ສິ່ງ​ຄົງ​ຄ້າງ​ດັ່ງ​ກ່າວ​ຕ້ອງ​ໄດ້ຮັບ​ການ​ທອດ​ຖອນ​ບົດ​ຮຽນ​ຢ່າງ​ເຂັ້ນ​ງວດ ແລະແກ້​ໄຂ​ຢ່າງ​ທັນ​ເວ​ລາ.

ສ​ະ​ພາ​ແຂ່ງ​ຂັນ-ຍ້ອງ​ຍໍ​ຊົມ​ເຊີນແຕ່​ສູນ​ກາງ​ຈົນ​ຮອດ​ພື້ນ​ຖານ, ຜູ້​ເປັນ​ຫົວ​ໜ້າ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ, ອົງ​ການ​ຈັດ​ຕັ້ງ​ແລະ​ພະ​ນັກ​ງານ​ທີ່​ປະ​ຕິ​ບັດ​ວຽກ​ງານ​ແຂ່ງ​ຂັນ, ຍ້ອງ​ຍໍ​ຊົມ​ເຊີຍ ຕ້ອງ​ມີ​ຄວາມ​ຄິດ​ຫງຳ​ຢ່າງ​ເລິກ​ເຊິ່ງ, ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ, ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ໃນ​ວຽກ​ງານ​ການ​ຊີ້​ນຳນຳພາ, ການ​​ໃຫ້​ຄຳ​ປຶກສາ​ແລະ​ຈັດຕັ້ງ​ປະຕິ​ບັດ ເພື່ອ​ວຽກ​ງານ​ແຂ່ງ​ຂັນ, ຍ້ອງ​ຍໍ​ຊົມ​ເຊີຍ​ເປັນ​​ວິ​ທີ​ການ​ນຳ​ພາ​ຂອງ​ພັກຢ່າງ​ແທ້​ຈິງ, ເປັນ​ວິ​ທີ​ການ​ຄຸ້ມ​ຄອງ​ໜຶ່ງ​ຂອງ​ອຳ​ນາດ​ການ​ປົກ​ຄອງ ແລະ ເປັນ​ກຳ​ລັງ​ໜູນ​ເພື່ອກໍ່​ສ້າງ​ຄົນ​ຮຸ່ນ​ໃໝ່, ກໍ່​ສ້າງແລະປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ຮຽນ​ບັນ​ດາ​ສະ​ຫາຍ,

ປະ​ເທດຫວຽດ​ນາມກຳ​ລັງຢືນ​ຕໍ່​ໜ້າຄວາມ​ຮຽກ​ຮ້ອງຕ້ອງການ​ແລະໜ້າ​ທີ່​ໃໝ່​ ດ້ວຍ​ບັນ​ດາ​ໂອ​ກາດ, ຄວາມ​ສ​ະ​ດວກ ແລະ ຄວາ​ຫຍຸ້ງ​ຍາກສິ່ງ​ທ້າ​ທາຍ​ໃໝ່​ທີ່​ແຊກ​ຊ້ອນ​ກັນ. ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ກໍ່​ສ້າງແລະພັດ​ທະ​ນາ​ປະ​ເທດ​ກຳລັງ​ຫັນ​​ໄປສູ່​ໄລ​ຍະ​ໃໝ່ທີ່ສູງກວ່າ, ນັບ​ມື້​ນັບ​​ເຂົ້າສູ່​ລວງ​ເລິກ, ມີແງ່ຫວັງ​ດີງາມ​ຫຼາຍ​ຢ່າງ ແຕ່ກໍ່​ມີ​ຄວາມ​ຫຍຸ້ງ​ຍາກ ຄວາມສັບ​ສົນຫຼາຍກວ່າ​​​ຽບ​ກັບ​ໄລ​ຍະ​ກ່ອນ. ເພື່ອ​ເສີມ​ຂະ​ຫຍາຍຜົນສຳ​ເລັດ, ​ຜົນ​ງານທີ່​ບັນ​ລຸ​ໄດ້, ຍູ້​ແຮງແລະປະ​ຕິ​ບັດ​​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ ແລະ ວຽ​ກ​ງານ​ຍ້ອງ​ຍໍ​ຊົ​ມ​ເຊີຍ​ໃຫ້​ດີກວ່າ​ອີກ, ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​​ຕ້ອງການ​ແລະໜ້າ​ທີ່ຂອງ​ການ​ປະ​ຕິ​ວັດ​ໃນ​ເວ​ລາ​ຕໍ່​ໜ້າ, ຂ້າ​ພະ​ເຈົ້າ​ຂໍ​ສະ​ເໜີ​ໃຫ້​ສະ​ຫາຍ, ປະ​ຊາ​ຊົນ, ນັກ​ຮົບ​ທຸກໆ​ຄົນໃນ​ທົ່ວ​ປະເທດ ຈົ່ງ​ສືບ​ຕໍ່​ເຊື່ອມ​ຊືມ​ຢ່າງ​ເລິກ​ເຊິ່ງ ແລະປະ​ຕິ​ບັດແນວ​ຄິດໂຮ່​ຈີ​ມິນກ່ຽວ​ກັບ​ການ​ແຂ່ງຂັນ​ຮັກ​ຊາດໃຫ້​ໄດ້​​ເປັນ​ຢ່າງດີ​, ເຮັດ​ໃຫ້​ວຽກ​ງານ​ແຂ່ງ​ຂັນ​ຕິດ​ກັບ​ວຽກ​ງານ​ໃນ​ປະ​ຈຳ​ວັນ​ຂອງ​ແຕ່​ລະ​ຄົນ ຄື​ຄຳ​ສັ່ງ​ສອນ​ຂອງ​ລຸງ ໂຮ່. ລະ​ອຽດ​ຄື, ພວກ​ເຮົາ​ຕ້ອງ​ສຸມ​ໃສ່​ເຮັດບາງວຽກ​ທີ່​ຈຳ​ເປັນ​​ລຸ່ມນີ້​ໃຫ້​ໄດ້​​ເປັນ​ຢ່າງ​ດີ:

ທີ​ໜຶ່ງ, ສືບ​ຕໍ່​ໂຄ​ສະ​ນາ, ເຊື່ອມ​ຊືມແລະຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ມີ​ປະ​ສິດ​ທິ​ຜົນ ​ບັນ​ດາ​ແນວນະ​ໂຍ​ບາຍ​ຂອງ​ພັກ, ນະ​ໂຍ​ບາຍ​ ກົດ​ໝາຍ​ຂອງລັດ​ ກ່ຽວ​ກັບ​ການ​ແຂ່ງ​ຂັນ, ຍ້ອງ​ຍໍ​ຊົມ​ເຊີຍ. ບັນ​ດາ​ຄະ​ນະ​ພັກ, ອົງ​ການ​ຈັດ​ຕັ້ງ​ຂອງ​ພັກ, ຜູ້ເປັນ​ຫົ​ວ​ໜ້າ​ຂອງ​ອົງ​ການ, ກົມ​ກອງ ​ຕ້ອງ​ມີ​ການ​ຊີ້​ນຳ​ໂດຍ​ກົງ, ຈັດ​ຕັ້ງ​ຂະ​ບວນ​ການ​ແຂ່ງ​ຂັນ, ຮັ​ບ​ປະ​ກັນ​ຄວາມ​ແທດຈິງ, ຫັນ​ວຽກ​ງານ​ແຂ່ງ​ຂັນ​ສູ່​ການ​ປະ​ຕິ​ບັດບັນ​ດາ​ໜ້າ​ທີ່​ຈຸດ​ສຸມ​ໃຈ​ກາງ, ບັນ​ດາ​ຂອດບຸກ​ທະ​ລຸ, ສຸມ​ໃສ່​ແກ້​ໄຂ​ບັນ​ດາ​ໜ້າ​ທີ່​ທີ່ຫຍຸ້ງ​ຍາກ, ບັນ​ດາ​ບັນ​ຫາ​​ເຄັ່ງ​ຮ້ອນ ພົ້ນ​ເດັ່ນ, ຈຸດ​ສຸມ​ແມ່ນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢ່າງວ່ອງ​ໄວ, ຍືນ​ຍົງ; ກໍ່​ສ້າງ​ພັກ, ກໍ່​ສ້າງ​ລະ​ບົບ​ການ​ເມືອງ​ທີ່​​ສະ​ອາດປອດ​ໃສເຂັ້ມ​ແຂງ​ ຕິດ​ກັບ​ການ​ປະ​ຕິ​ບັດຄຳ​ສັ່ງເລກ​ທີ 05-CT/TW, ສະ​ບັບ​ລົງ​ວັນ​ທີ 15 ພຶດ​ສະ​ພາ 2016, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ສະ​ໄໝ​ທີ XII ກ່ຽວກັບ ຍູ້ແຮງການຮ່ຳຮຽນ ແລະປະຕິບັດຕາມແນວຄິດ ແລະຄຸນສົມບັດ, ​ແບບ​ແຜນ​ໂຮ່ຈີ​ມິນ. ສືບ​ຕໍ່​ແຜ່​ຂະ​ຫຍາຍ​ບັນ​ດາ​ຂະບວນ​ການ​ແຂ່ງ​ຂັນ​ປະ​ຕິບ​ຮູບ​ດ້ານ​ບໍ​ລິ​ຫານ, ເພີ່ມ​ທະວີລະບຽບວິ​ໄນ ກົດໝາຍ; ຍູ້​ແຮງ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ການ​ຟຸມ​ເຟືອຍ; ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ, ເຊື່ອມ​ໂຍງ​ສາ​ກົນ​; ກໍ່​ສ້າງ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຫວຽດ​ນາມທີ່​ກ້າວ​ໜ້າ, ເຕັມໄປດ້ວຍເອກະລັກປະຈຳຊາດ; ກໍ່​ສ້າງ​ຄົນ​ຫວຽດ​ນາມ​ໃຫ້ເປັນຄົນທີ່ມີ​ຄວາມ​ຮັກ​ຊາດ, ມີ​​ເມດ​ຕາ, ມະ​ນຸດ​ສະ​ທຳ, ພັດ​ທະ​ນາ​ຢ່າງ​ສົມ​ບຸນ,... ພະ​ນັກ​ງານສະ​ມາ​ຊິກ​ພັກ​ແຕ່​ລະ​ຄົນ, ເປັນ​ຕົ້ນ​ແມ່ນ​ຜູ້​ທີ່​ເປັນ​ຫົວ​ໜ້າ​ຂອງ​ບັນ​ດາ​ຂັ້​ນ, ຂະ​ແໜງ​ການ, ອົງ​ການ​ຈັດ​ຕັ້ງ, ກົມ​ກອງ, ຕ້ອງ​ເສີມ​ຂະ​ຫຍາຍ​ໃຫ້​ໄດ້​​ເປັນ​ຢ່າງດີ​ ພາ​ລະ​ບົດ​ບາດ​ເປັນ​ແບບ​ຢ່າງ, ເປັນ​ແກນ​ນຳ​ທີ່​ແທ້​ຈິງ, ເປັນ​ຄັນ​ທຸງ​ທີ່​ນຳ​ໜ້າ​ໃນ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ.

ທີ​ສອງ, ກໍ່​ສ້າງແຜນ​ການແລະມີ​ມາດ​ຕະ​ການ​ຢ່າງ​ລະ​ອຽດ​ ເພື່ອ​ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ແຂງ​ແຮງ​ໃນ​ວຽກ​ງານ​ແຂ່ງ​ຂັນ, ຍ້ອງ​ຍໍຊົມ​ເຊີຍ. ຂະ​ບວນ​ການ​ແຂ່ງ​ຂັນ​ຕ້ອງ​ແທດຈິງ, ນຳ​ເອົາ​ຜົນ​ປະ​ໂຫຍດລະອຽດ​ຕົວ​ຈິງມາໃຫ້​ປະ​ເທດ ສັງ​ຄົມ​ແລະ​ປະຊາຊົນ; ປຸກ​ຕື່ນ​ຈິດ​ໃຈ​ຕື່ນ​ຕົວ, ສະຕິ​ຮັບ​ຜິດ​ຊອບ, ລັກ​ສະ​ນະ​ຕັ້ງ​ໜ້າ​ດ້ານ​ການ​ເມືອງ-ສັງ​ຄົມ​ຂອງ​ປະ​ຊາ​ຊົນ, ຂອງ​ບັນ​ດາ​ຂັ້ນ, ບັນ​ດາ​ຂະ​ແໜງ​ການ, ບັນ​ດາ​ພາກ​ສ່ວນ​ເສດ​ຖະ​ກິດ, ສ້າງ​ກຳ​ລັງ​ໜູນ​ດ້ານ​ຈິດ​ໃຈ, ວັດ​ຖຸ​ໃໝ່​ໃຫ້​ແກ່​ພາ​ລະ​ກິດ​ແຫ່ງ​ການກໍ່​ສ້າງ ແລະປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ທຸກ​ຄົນ​ແຂ່ງ​ຂັນ, ທຸກ​ຂະ​ແໜງ​ການ​ແຂ່ງ​ຂັນ, ສູ້​ຊົນ​ເພື່ອ​ໃຫ້​ຫວຽດ​ນາມ​ເປັນ​ປະ​ເທດ​ທີ່ປະ​ຊາ​ຊົນ​ທີ່ຮັ່ງ​ມີ, ປະ​ເທດຊາດ​ເຂັ້ມ​ແຂງ ມີປະ​ຊາ​ທິ​ປະ​ໄຕ ຍຸຕິທຳ ສີວິໄລ, ເພື່ອຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ ຊຶ່ງຕ້ອງ​ກາຍ​ເປັນ​ເຈດ​ຈຳນົງ, ຄວາມ​ຕັດ​ສິນ​ໃຈ, ຄວາມ​ຮັກແລະການ​ກະທຳ​ຂອງ​ທຸກ​ຄົນ.

ທີ​ສາມ, ໃນ​ການ​ຈັດ​ຕັ້ງ​ຜັນ​ຂ​ະ​ຫຍາຍ​ບັນ​ດາ​ຂະ​ບວນ​ການ, ຕ້ອງ​ເພີ່ມ​ທະ​ວີ​ການກວດ​ກາ, ຕີ​ລາ​ຄາ, ສະຫຼຸບ​ເບື້ອງ​ຕົ້ນ, ສະຫຼຸບສັງ​ລວມ ແລະປ່ຽນ​ແປງ​ໃໝ່ ການ​ຊົມ​ເຊີຍ ຍ້ອງ​ຍໍ​ສັນ​ລະ​ຢ່າງ​ແຂງ​ແຮງ. ລຸງ​ໂຮ່​ ໄດ້​ເວົ້າ​ວ່າ: “ແຂ່ງ​ຂັນ​ແມ່ນ​ການ​ປູກ​ຝັງ, ຍ້ອງ​ຍໍ​​ໃຫ້​ລາງວັນແມ່ນ​ການ​ເກັບ​ກ່ຽວ”. ການຊົມ​ເຊີຍ, ຍ້ອງ​ຍໍ​ໃຫ້​ລາງວັນ​ຕ້ອງ​​​ທັນການ, ມີຈິດໃຈເຫັນແກ່ປະໂຫຍດສ່ວນລວມ, ພາ​ວະ​ວິ​ໄສ, ຍຸດຕິ​ທຳ, ໂປ່ງ​ໃສ, ຖືກ​ຄົນ, ຖືກວຽກ, ເອົາ​ປ​ະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ ຜົນ​ສຳ​ເລັດ​ແຫ່ງ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ​ເປັນ​​ເຄື່ອງວັດ​ແທກ; ເອົາ​ໃຈ​ໃສ່​ການ​ຍ້ອງ​ຍໍ​​​ໃຫ້​ລາງວັນ​ແກ່ກຳ​ມະ​ກອນ, ຊາວ​ນາ, ຜູ້​ອອກ​ແຮງງານ​ຜະ​ລິດໂດຍກົງ, ຜູ້ເຮັດ​ວຽກ​ໂດຍ​ກົງ.

ທີ​ສີ່, ເພີ່ມ​ທະ​ວີ​ວຽກ​ງານ​ຄົ້ນ​​ເຜີ​ຍ, ບຳ​ລຸງ​ສ້າງ, ໂຄ​ສະ​ນາ​ກ່ຽວ​ກັບ​ບັນ​ດາ​ແບບ​ຢ່າງ​ລວ​ມ​ໝູ່, ບຸກ​ຄົນ​ທີ່​ດີ​ເດັ່ນ, ພິ​ເສດ​ແມ່ນ​ບັນ​ດາ​ປັດ​​ໄຈ​ໃໝ່, ເພື່ອ​ປຸກລະດົມ, ຍົກເປັນ​ແບບ​ຢ່າງ, ແຜ່​ຂະ​ຫຍາຍ​ໃນ​ທົ່ວ​ສັງ​ຄົມ, ສ້າງກຳລັງ​ໜູນ​ໃຫ້​ແກ່​ການ​ພັດ​ທະ​ນາ ແລະ​ເຜີຍແຜ່​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ ​ໃນ​ແຕ່​ລະ​ກົມ​ກອງ, ພື້ນ​ຖານ. ແບບ​ຢ່າງ​ກ້າວ​ໜ້າ​ຕ້ອງ​ມີ​ຄວາມ​ດຶງ​ດູດຊວນ​ເຊື່ອ, ​ໄດ້​ຮັບ​ຄວາມ​ນິ​ຍົມ​ນັບ​ຖືຢ່າງ​ແຂງ​ແຮງ​ຄື ປະ​ທານໂຮ່​ຈີມິນ ໄດ້​ສັ່ງ​ສອນ: “...ແບບ​ຢ່າງ​ທີ່ມີ​ຊີ​ວິດໜຶ່ງ ​ມີ​ຄຸນ​ຄ່າກວ່າ​ບົດ​ປາ​ໄສ​ໂຄ​ສະ​ນາ​ເປັນ​ຮ້ອຍ​ບົດ”(4). ບັນ​ດາ​ຂັ້ນ, ບັນ​ດາ​ຂະ​ແໜງ​ການ, ອົງ​ການ​ສື່​ຂ່າວໜັງສືພິມ​ຕ້ອງ​ເອົາ​ໃຈ​ໃສ່, ອຳ​ນວຍ​ຄວາມ​ສະ​ດວກ ​ເພື່ອ​ຈັດ​ຕັ້ງ​ວຽກ​ງານ​ຮ່ຳ​ຮ​ຽນ, ແຜ່​ຂະ​ຫຍາຍ​ແບບ​ຢ່າງ​ກ້າວໜ້າ​ໃຫ້​ໄດ້​ເປັນ​ຢ່າງ​ດີ. ​ຜ່ານນັ້ນ, ພັດ​ທະ​ນາ, ລະດົມ​ສົ່ງ​ເສີມ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນຢ່າງ​ແຂງ​ແຮງ.

ທີ​ຫ້າ, ຍົກ​ສູງ​ຄວາມ​ສາ​ມາດ, ປະສິດທິພາບ, ປະ​ສິດ​ທິ​ຜົນ​ໃນ​ການ​ຄຸ້ມ​ຄອງຂອງ​ລັດ​ຕໍ່​ວຽກ​ງານ​ແຂ່ງ​ຂັນ, ຍ້ອງ​ຍໍ​ໃຫ້​ລາງວັນ. ສຸ​ມ​ໃສ່​​ການກວດ​ຄືນ, ປັບ​ປຸງ, ບູ​ລະ​ນະ​ລະ​ບົບ​ນະ​ໂຍ​ບາຍ, ກົດ​ໝາຍ​ກ່ຽວ​ກັບ​ການ​ແຂ່ງ​ຂັນ, ຍ້ອງ​ຍໍ​ຊົມ​ເຊີຍ, ຮັບ​ປະ​ກັນ​ຄວາມ​ຄົບ​ຊຸດ, ເປັນ​ເອ​ກະ​ພາບ. ຕໍ່​ໜ້າ, ຕ້ອງ​ສຸມ​ໃສ່​ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍການ​ແຂ່ງ​ຂັນ, ຍ້ອງ​ຍໍຊົມ​ເຊີຍ​ໃຫ້​ເໝາະ​ສົມ​ກັບ​ສະ​ພາບ​​ຕົວ​ຈິງ ແລະລຳ​ດັບ​ການ​ດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່ ແລະ ເຊື່ອມ​ໂຍງ​ສາ​ກົນ​ຂອງ​ປະ​ເທດ. ພ້ອມ​ທັງ, ຕ້ອງ​ສືບ​ຕໍ່​ປັບ​ປຸງ​ອົງ​ການ​ຈັດ​ຕັ້ງ, ກົງຈັກ ແລະ ພະ​ນັກ​ງານ​ຕາມ​ທິດ​ກະ​ທັດລັດ, ເຄື່ອນ​ໄຫ​ວ​​ມີ​ປະສິດທິພາບ, ປະ​ສິດ​ທິ​ຜົນ, ເປັນ​ເອ​ກະ​ພາບ​ແຕ່​ສູນ​ກາງ​ຈົນ​ຮອດ​ທ້ອງ​ຖິ່ນ. ເອົາ​ໃຈ​ໃສ່​​ເຖິງ​ການກໍ່​ສ້າງ, ບຳ​ລຸງ​ສ້າງວິ​ຊາ​ການ, ວິ​ຊາ​ສະ​ເພາະ ​ເພື່ອກໍ່​ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ປະ​ຕິ​ບັດ​ວຽກ​ງານ​ແຂ່ງ​ຂັນ, ຍ້ອ​ງ​ຍໍ​ຊົມ​ເຊີຍ​ທີ່​ມີຄຸນສົມບັດສິນທຳດີ, ມີ​ຄວາມ​ສາ​ມາດ​​ຕົວ​ຈິງ, ຊຳ​ນີ​ຊຳ​ນານ​ດ້ານ​ວິ​ຊາ​ການ, ຮູ້​ການ​ຂົນ​ຂວາຍ​ປະ​ຊາ​ຊົນ ແລະ ອົງ​ການ​ຈັດ​ນ​ຕັ້ງ​ໃນ​ຂະ​ບວນ​ການ​ແຂ່ງ​ຂັນ, ຍ້ອງ​ຍໍ​ຊົມ​ເຊີຍ, ເປັນ​ທີ່​ປຶກສາ, ສະ​ເໜີ​​ໃຫ້​ພັກ​ແລະລັດ​ ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍ, ນະ​ໂບາຍຕ່າງໆ​ກ່ຽວ​ກັບ​ການ​ແຂ່ງ​ຂັນ, ຍ້ອງ​ຍໍ​ຊົມ​ເຊີຍ​ທີ່​ເໝາະ​ສົ​ມ​ກັບ​ໄລ​ຍະ​ໃໝ່ ​ຢ່າງທັນ​ການ, ເພື່ອ​ປະ​ກອບ​ສ່ວນ​ເພີ​ມພູນ​ຄຸນ​ສ້າງ ແລະປັບ​ປຸງ​ກຸ່ມ​ກ້ອນ​ສາ​ມັກ​ຄີ​ປວງ​ຊົນທັງ​ຊາດ, ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ມິດ​ຕະ​ພາບ ​ແລະຮ່ວມ​ມື​ກັບບັນດາ​ປະ​ເທດ​​ໃນ​ພາກ​ພື້ນ ແລ​ະ ໃນ​ໂລກ.

ຮຽນ​ບັນ​ດາ​ສະ​ຫາຍ,

ການສະ​ເຫຼີມ​ສະຫຼອງວັນ​ທີ່ປະ​ທານໂຮ່ຈີມິນ ອອກ​ຄຳ​ຮຽກ​ຮ້ອງ​ແຂ່ງ​ຂັນ​ຮັກ​ຊາດ ຄົບ​ຮອບ 70 ປີ​ໃນ​ມື້​ນີ້ເປັນ​ໂອ​ກາດດີ​ເພື່ອ​ໃຫ້​ພວກ​ເຮົາ​ສະແດງຄວາມນັບຖື ແລະຄວາມຮູ້ບຸນຄຸນທີ່ບໍ່ມີຂອບເຂດຕໍ່​ປະ​ທານ​ໂຮ່​ຈີ​ມິນ ​ຜູ້​ຍິ່ງ​ໃຫຍ່. ປະ​ທານໂຮ່​ຈີ​ມິນ ບໍ່​ພຽງ​ແຕ່​ເປັນຜູ້ລິເລີ່ມ ແລະປຸກ​ຕື່ນ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັ​ນ​ເທົ່າ​ນັ້​ນ ຫາ​ກ​ຍັງ​ເປັນ​ແບບ​ຢ່າງ, ເປັນ​ແຫຼ່ງ​ປຸກ​ລະ​ດົມ​ສົ່ງ​ເສີມ​ອັນ​ຍິ່ງ​ໃຫຍ່​ ໃຫ້​ແກ່​ບັນ​ດາ​ຂະ​ບວນ​ການ​ແຂ່​ງ​ຂັນ. ຄຳ​ຮຽກ​ຮ້ອງ​ແຂ່ງ​ຂັນ​ຮັກ​ຊາດ ເວົ້າ​ສະ​ເພາະ ແລະແນວ​ຄິດໂຮ່​ຈີ​ມິນກ່ຽວ​ກັບ​ການ​ແຂ່ງ​ຂັນ​ຮັກ​ຊາດເວົ້າ​ລວມ​ ​ມາ​ຮອດ​ປັດ​ຈຸ​ບັນຍັງຄົງ​ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ​ຢູ່, ມີ​ຄຸນ​ຄ່າ​ທິດ​ສະ​ດີ ແລະພຶດຕິ​ກຳທີ່​ເລິກ​ເຊິ່ງ, ມີ​ກຳ​ລັງ​ຊີ​ວິດ​ຢ່າງ​ແຂງ​ແຮງ​ໃນ​ພາ​ລະ​ກິດ​ແຫ່ງ​ການກໍ່​ສ້າງ​ ແລະປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຂອ​ງ​ພວກ​ເຮົາ.

ບົນ​ພື້ນ​ຖານ​ໝູນ​ໃຊ້​ຢ່າງ​​ປະ​ດິດ​ສ້າງ ​ບັນ​ດາ​ບົດ​ຮຽນ​ກ່ຽວ​ກັບ​ການ​ແຂ່ງ​ຂັນ​ຮັກ​ຊາດທີ່​ຖອດ​ຖອນ​ມາໄດ້​ໃນ 70 ປີທີ່​ຜ່ານ​ມາ, ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ການ​ປະ​ຕິ​ບັດ​ຢ່າງ​ຕັ້ງ​ໜ້າ, ເດັດ​ດ່ຽວ​ຂອງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ, ແນວ​ໂຮມ​ປະ​ເທດ​ຊາດ​ຂັ້​​ຕ່າງໆ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ການ​ເມືອງ-ສັງ​ຄົມ ແລະການ​ສະ​ໜັບ​ສະ​ໜູນ​ຢ່າງກວ້າງ​ຂວາງ​ຂອງ​ປະ​ຊາ​ຊົນ, ຂະ​ບວນ​ການ​ແຂ່ງ​ຂັນ ແລະວຽກ​ງານຊົມ​ເຊີຍ​ຍ້ອ​ງ​ຍໍ​​ໃຫ້​ລາງວັນໃນ​ເວ​ລາ​ຕໍ່​ໄປ​ຈະ​ມີ​​ການ​ຫັນ​ປ​ປ່ຽນ ແລະປ່ຽນ​ແປງ​ໃໝ່​ຢ່າງ​ແຂງ​ແຮງ ແລະແທ້​ຈິງ.

ຂໍ​ອວຍ​ພອນ​ຂະ​ບວນ​ການ​ແຂ່ງ​ຂັນ​ຂອງ​ທົ່ວ​ປະ​ເທດ​ສື​ບ​ຕໍ່​ໄດ້​ຮັບ​ການ​ພັດ​ທະ​ນາ ແລະບັນ​ລຸຜົນງານ​ອັນ​ໃຫຍ່​ຫຼວງກວ່າ​ອີກ!

ຂໍອວຍພອນບັນດາສະຫາຍແລະຜູ້ແທນທຸກຄົນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ ​ແລະປະສົບຜົນສຳເລັດໃນທຸກໜ້າທີ່ການງານ!

​ໂດຍ ຫງວຽນຝູຈ້ອງ
ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ

------------------

* ຫົວຂໍ້ໂດຍວາລະສານກອມມູນິດເປັນຜູ້ແຕ່ງ.

(1) ​​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ-ຊື້ເທີດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ 7, ໜ້າ 407.

(2), (3) ​​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 5, ໜ້າ 556, 558  

(4) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 1, ໜ້າ 284.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 908 (​ເດືອນ​ມິຖຸນາ 2018).