ວກ.ອອນ​ໄລ - ການລະ​ເມີດ​ຄວາມ​ຊື່ສັດ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ ​ແມ່ນ​ບັນຫາ​ທີ່​ເຈັບປວດ​ພໍ​ສົມຄວນ​ຢູ່​ປະ​ເທດ​ຫວຽດນາມ​ໃນ​ປະຈຸ​ບັນ ດ້ວຍ​ການສະ​ແດງ​ອອກ​ທີ່​ແຕກ​ຕ່າງ​ກັນ. ການ​ຊອກ​ຫາ​ແລະ​ນຳ​ໃຊ້​ວິທີ​ແກ້​ໄຂທີ່​ມີ​ປະສິດທິ​ຜົນ ​​ແນ​ໃສ່ປ້ອງ​ກັນ​ແລະກີດ​ກັ້ນສະຖານະ​ການ​ນີ້ ກຳລັງ​ເປັນ​ເລື່ອງຮີບ​ດ່ວນ​ກວ່າ​ເວລາ​ໃດ​ໝົດ ​ເພື່ອ​ຮັບປະກັນ​ຄວາມ​ເຂັ້ມ​ງວດ, ຄວາມ​ບໍລິສຸດ​ແລະຍຸດຕິ​ທຳ ​ຂອງ​ວິທະຍາສາດ.

ເພີ່ມທະວີການແລກປ່ຽນແລະແບ່ງປັນບົດຮຽນ ໃນການຄົ້ນຄວ້າວິທະຍາສາດ ລະຫວ່າງຄົນຮຸ່ນກ່ອນກັບນັກຄົ້ນຄວ້າໜຸ່ມ (ພາບ: iuh.edu.vn)

ພາບ​ລວມຂອງ​ຄວາມ​ຊື່ສັດ​ທາງ​ວິຊາ​ການ ​ແລະ ຄວາມ​ຊື່ສັດ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ

ຄວາມ​ຊື່ສັດ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ພື້ນຖານ​ຂອງ​ຄວາມ​ຊື່ສັດ​ທາງ​ວິຊາ​ການ, ດ້ວຍ​ຄຸນຄ່າ​ຫຼັກຄື​ຄວາມ​ຊື່ສັດ​ສຸ​ຈະລິດແລະ​ຄວາມ​ທ່ຽງ​ຕົງໃນ​ການ​ເຄື່ອນ​ໄຫວຕ່າງໆ​ທາງ​ວິຊາ​ການ, ​ເຊັ່ນ​ການ​ຄົ້ນຄວ້າ​ວິທະຍາສາດ, ການ​ສິດສອນ, ການຮຽນຮູ້...​ເຊິ່ງ​ໄດ້​ມີ​ການ​ສົນທະນາ​ເປັນ​ເວລາ​ດົນ​ນານ​ໃນ​ໂລກ. ຄຳ​ສັບຄວາມ​ຊື່ສັດ​ທາງ​ວິຊາ​ການ (academic integrity) ​ໂດຍສາດສະດາຈານ ​ໂດນັນ ມັກ​​ເຄ​ບ ຈາກມະຫາວິທະຍາ​ໄລ​ທຸລະ​ກິດ ຣັດຕະ​ເກີດ ລິ​ເລີ່​ມຄັ້ງ​ທຳ​ອິດ​ໃນ​ບົດ​ລາຍ​ງານ​ການ​ສຳ​ຫຼວດທີ່​ມີ​ຫົວ​ຂໍ້ “ການ​ສໍ້​ໂກງ​ໃນສະ​ຖາ​ບັນ​ການ​ສຶກສາ: ທົດ​ສະ​ວັດ​ແຫ່ງ​ການ​ຄົ້ນຄວ້າ” (Cheating in the Academic Institutions: A Decade of Research) ທີ່​ລົງ​ພິມ​ໃນ​ວາລະສານ Ethics & Behaviors ​ໃນ​ປີ 2001(1). ມາ​ຮອດ​ດຽວນີ້, ​ໄດ້​ມີ​ການ​ຄົ້ນຄວ້າ​ວິ​ໄຈ​ອື່ນໆ​ອີກ​ຫຼາຍ​ຢ່າງ ​ກ່ຽວ​ກັບ​ຄວາມ​ຊື່ສັດ​ທາງ​ວິຊາ​ການ ​ເຊິ່ງ​ໄດ້​ຮັບ​ການຄົ້ນຄວ້າ​ແລະ​ຈັດ​ພິມ​ມາ​ແລ້ວ.

​ເຖິງ​ວ່າຄວາມ​ຊື່ສັດ (integrity) ​ແລະວິຊາ​ການ (academic) ຖືກ​ຕີ​ຄວາມ​ໝາຍ​ດ້ວຍ​ຫຼາຍ​ວິທີ​ທີ່​ຕ່າງ​ກັນ​ກໍ່​ຕາມ, ​ແຕ່​ເບິ່ງ​ລວມ​ແລ້ວ, ສາມາດ​​ເຂົ້າ​ໃຈ​ວ່າ ຄວາມ​ຊື່ສັດ​ທາງ​ວິຊາ​ການ​ແມ່ນ​ຄວາມ​ຊື່​ສັດ, ສຸ​ຈະລິດ, ທ່ຽງ​ຕົງ, ມີຄວາມຮັບຜິດຊອບ ໃນການຄົ້ນຄວ້າວິທະຍາສາດ, ການຮຽນຮູ້, ການສິດສອນ... “ຄວາມ​ຊື່ສັດ​ທາງ​ວິຊາ​ການ​ແມ່ນວິທີ​ການ​ປະພຶດ​ຕົວ​ຢ່າງທ່ຽງ​ຕົງ​ແລະສຸຂະ​ລິດ​ໃນ​ການ​ເຄື່ອນ​ໄຫວ​ທາງ​ວິຊາ​ການ, ລວມທັງ​ການ​ເຄື່ອນ​ໄຫວ​ທີ່​ກ່ຽວຂ້ອງ​ກັບ​ການ​ຮຽນ​ຮູ້, ການ​ສິດສອນ, ການ​ຄົ້ນຄວ້າ, ກໍ່​ຄື​ການ​ແຕ່ງ ການ​ປະດິດ​ສ້າງ​ອື່ນໆ”(2). ສາມາດ​ຖື​ວ່າ​ນີ້​ແມ່ນໜຶ່ງ​ໃນ​ນິຍາມ​ທີ່​ຂ້ອນ​ຂ້າງ​ສົມບູນ ​ແລະ​ກວມ​ລວມ​ເນື້ອ​ໃນ​ຂອງ​ຄຳສັບຄວາມ​ຊື່ສັດ​ທາງ​ວິຊາ​ການ.

ຄວາມ​ຊື່ສັດ​ໃນ​ການ​ຄົ້ນຄວ້າວິທະຍາສາດ​ແມ່ນໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ພື້ນຖານ​ຂອງຄວາມ​ຊື່ສັດ​ທາງ​ວິຊາ​ການ​ເວົ້າ​ລວມ. ປະລິນຍາ​ເອກ ​ແອນ ນິ​ໂກນ ​ເຄດ​ໂບນ, ຮອງ​ຜູ້ອຳນວຍການ​ດ້ານການ​ພັດທະນາວຽກ​ງານ​ການຄົ້ນຄວ້າ ທີ່​ສຳນັກງານ​​ການ​ຄົ້ນຄວ້າແລະ​ນະ​ວັດຕະ​ກຳ ຂອງ​ມະຫາວິທະຍາ​ໄລ ​ເວີ​ຈີ​ເນຍ ຄອມ​ມອນ​ເວນ (ໜຶ່ງ​ໃນ 100 ມະຫາວິທະຍາ​ໄລ​ຄົ້ນຄວ້າ​ທີ່​ສຳຄັນ​ຂອງ​ອາ​ເມ​ລິ​ກາ) ​ໃຫ້​ທັດສະນະ​ວ່າ: “ຄວາມ​ຊື່ສັດ​ໃນ​ການ​ຄົ້ນຄວ້າ​ແມ່ນຄຳໝັ້ນ​ສັນຍາ​ສ່ວນ​ຕົວ (ຂອງ​ນັກ​ຄົ້ນຄວ້າ) ຕໍ່​ມາດຕະຖານ​ທີ່​ຊື່ສັດ​ທາງ​ດ້ານ​ຄວາມ​ຮູ້​ແລະ​ຄວາມ​ຮັບຜິດຊອບ​ສ່ວນບຸກຄົນ ທີ່​ປະກອບ​ດ້ວຍ​ມາດຕະຖານ​ຄວາມ​ໄວ້​ວາງ​ໃຈ​ແລະ​ຖືກຕ້ອງ​ຕາມ​ກົດໝາຍ”(3). ​ເບິ່ງ​ລວມ, ສາມາດເຂົ້າ​ໃຈ​ວ່າ ຄວາມ​ຊື່ສັດ​ໃນການ​ຄົ້ນຄວ້າ​ວິທະຍາສາດຢູ່​ນີ້​ແມ່ນ​ຄວາມຊື່​ສັດສຸ​ຈະ​ລີດ, ທ່ຽງ​ຕົງ ​ແລະ ​ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ.

ຈາກ​ຄວາມ​ເຂົ້າ​ໃຈດັ່ງ​ກ່າວ, ສາມາດ​ຢືນຢັນ​​ໄດ້ວ່າ ຄວາມ​ຊື່ສັດ​ແມ່ນຄຸນ​ນະພາ​ບດ້ານ​ຈະລິ​ຍະ​ທຳ​ທີ່​ສຳຄັນ​ແລະ​ຈຳ​ເປັນ​ທີ່​ສຸດ​ ໃນ​ການ​ຄົ້ນຄວ້າ​ວິທະຍາສາດ​ເວົ້າ​ສະ​ເພາະ ​ແລະ ​ໃນ​ບັນດາການ​ເຄື່ອນ​ໄຫວທາງ​ດ້ານ​ວິຊາ​ການ​ເວົ້າ​ລວມ (ການ​ຄົ້ນຄວ້າ, ການ​ສິດສອນ, ການ​ຮຽນ​ຮູ້...). ຕາມ​ຄວາມ​ເຫັນ​ຂອງ​ປະລິນຍາ​ເອກ ມາຍ​ເກິ​ນ ບ. ​ເພົາ​ແຊນ - ສາດສະດາຈານ​ສາຂາ​ອຸດົມ​ສຶກສາ​ແລະ​ນັກ​ສຶກສາ ຈາກ​ມະຫາວິທະຍາ​ໄລ ​ໄອ​ໂອວາ (ອາ​ເມ​ລິ​ກາ), “ຄວາມ​ຊື່ສັດ​ແມ່ນພື້ນຖານ​ຂອງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ​ຕໍ່ລະບົບ​ການ​ຄົ້ນຄວ້າ​ວິຊາ​ການ​ທັງ​ໝົດ,... ​ແມ່ນ​ພື້ນຖານ​ເພື່ອ​ສືບ​ຕໍ່​ລົງທຶນ​ເຂົ້າ​ໃນ​ການ​ຄົ້ນຄວ້າ, ກໍ່​ຄື​ເພື່ອນຳ​ໃຊ້​ຜົນ​ການ​ຄົ້ນຄວ້າ​ໃນ​ການຕັດສິນ​ຕົກລົງ”(4). ​

ວິທະຍາສາດ​ທີ່​ແທ້​ຈິງ​ຈະ​ບໍ່​ເຕີບ​ໃຫຍ່​ໄດ້ ຖ້າ​ນັກ​ຄົ້ນຄວ້າ​ບໍ່​ຊື່​ສັດ, ສຸ​ຈະລິດ ທ່ຽງ​ຕົງ ​ແລະ ​ມີ​ຄວາມຮັບຜິດຊອບ​ຕໍ່​ການ​ຄົ້ນຄວ້າ​ຂອງ​ຕົນ​ເອງ. ຄວາມ​ຊື່ສັດສຸ​ຈະລິດ, ທ່ຽງ​ຕົງ​ໃນ​ການ​ຄົ້ນຄວ້າ​ແມ່ນ​ບັນດາ​ຄຸນຄ່າ​ພື້ນຖານ ​ເພື່ອ​ໃຫ້​ນັກວິທະຍາສາດ, ນັກ​ຄົ້ນຄວ້າສາມາດ​ຊອກ​ຫາ, ຄົ້ນ​ເຜີຍ​ຄຸນຄ່າ​ໃໝ່ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ ​​ແລະ​ຄວາມ​ກ້າວໜ້າ​ຂອງ​ມະນຸດຊາດ​ເວົ້າ​ລວມ. ຫາກ​ບໍ່​ມີ​ຄຸນ​ສົມບັດ​ເຫຼົ່ານີ້, ການ​ຄົ້ນຄວ້າ​ວິທະຍາສາດຈະ “ຢຸດ​ຢູ່​ກັບບ່ອນ”, ຊ້ຳພັດ​ຍັງ​ຖອຍຫຼັງ ​ເມື່ອ​ມັນ​ພຽງ​ແຕ່​ເຮັດ​ການ​ຄັດ​ລອກ, “ການ​ລັກ​ຄວາມ​ຄິດ”, “​ການລັກຄັດ​ລອກ​ຜົນການ​ຂຽນ​ແຕ່ງ​”, ການ​ປັ້ນ​ແຕ່ງ...ນັ້ນກໍ່​ແມ່ນປະກົດ​ການຂອງ​ການລະ​ເມີດຢ່າງ​ຮ້າຍ​ແຮງ​ຕໍ່​ຄວາມ​ຊື່ສັດ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ​ເວົ້າ​ສະ​ເພາະ ​ແລະ ລະ​ເມີດ​ຄວາມ​ຊື່ສັດ​ທາງ​ວິຊາ​ການ​ເວົ້າ​ລວມ.

ປະກົດ​ການ​ບາງ​ຢ່າງ​ ຂອງ​ການລະ​ເມີດ​ຄວາມ​ຊື່ສັດ​ທາງ​ວິຊາ​ການ ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ ຢູ່​ຫວຽດນາມ​ໃນ​ປະຈຸ​ບັນ

​ເມື່ອ​ເວົ້າ​ເຖິງ​ຄວາມ​ຊື່ສັດ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ​ຢຸ່ຫວຽດນາມ​ໃນ​ປະຈຸ​ບັນ ສາມາດ​ຢືນຢັນ​ໄດ້​ວ່າ ນັກວິທະຍາສາດ ນັກ​ຄົ້ນຄວ້າ​ສ່ວນ​ຫຼາຍ ມີຄວາມ​ຮັບ​ຮູ້ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ໃນ​ການ​ຮັກສາ​ຄວາມ​ຊື່ສັດສຸ​ຈະລິດ, ທ່ຽງ​ຕົງໃນ​ການ​ຄົ້ນຄວ້າ​ວິທະຍາສາດ ​ເພື່ອ​ຊຸກຍູ້ການ​ພັດທະນາ​ວິທະຍາສາດ, ກ້າວ​ເຖິງ​ການ​ກໍ່ສ້າງ​ວິທະຍາສາດ​ທີ່​ແທ້​ຈິງ. ​ເພາະສະ​ນັ້ນ, ​ໂຄງການ​ຄົ້ນຄວ້າ​ວິທະຍາສາດ​ສ່ວນ​ຫຼາຍ ​ຂອງ​ນັກວິທະຍາສາດ​ຫວຽດນາມ ຍັງ​ຮັບປະກັນ​ຄວາມ​ຊື່ສັດ​ແລະ​ຄວາມ​ຈະ​ແຈ້ງ​ໃນ​ທຸກ​ດ້ານ​ຂອງ​ການ​ຄົ້ນຄວ້າ.

​ແຕ່​ໃນ​ເວລາ​ທີ່​ຜ່ານ​ມາ, ຍັງ​ມີ​ນັກ​ຄົ້ນຄວ້າ ນັກວິທະຍາສາດ​ຈຳນວນ​ບໍ່​ໜ້ອຍທີ່​​ໄດ້ລະ​ເມີດຢ່າງ​ຮ້າຍ​ແຮງ​ຕໍ່​ຄວາມ​ຊື່ສັດ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ. ການລະ​ເມີດ​ຄວາມ​ຊື່ສັດ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ​ສະ​ແດງ​ອອກ​ຢ່າງ​ຫຼາກ​ຫຼາຍທີ່​ສຸດ, ​ໃນ​ນັ້ນຫຼາຍ​ທີ່​ສຸດ​ແມ່ນ ​ການລັກຄັດ​ລອກ​ຜົນ​ການ​ຂຽນແຕ່ງ ​ແລະ ການ​ປັ້ນ​ແຕ່ງ​ໃນ​ການ​ຄົ້ນຄວ້າ.

ການລັກຄັດ​ລອກ​ຜົນການ​ຂຽນ​ແຕ່ງ ​ແມ່ນ​ການ​ຄັດ​ລອກ​ແນວ​ຄວາມ​ຄິດ, ພາສາ, ການສະ​ແດງ​ອອກ​ຂອງ​ຜູ້​ອື່ນ (ບໍ່​​ໄດ້​ມີ​ການ​ລະບຸ​ແຫຼ່ງທີ່​ມາ) ​ແລະ ​ເວົ້າ​ວ່າ​ມັນ​ຖືກ​ສ້າງ​ຂຶ້ນ​ໂດຍ​ຕົວ​ເອງ, ​ແມ່ນ​ຜົນການ​ຄົ້ນຄວ້າ​ຂອງ​ຕົວ​ເອງ; ການ​ກະທຳ​ເຫຼົ່າ​ນີ້​ຖືກ​ຖື​ວ່າ​ເປັນ “ການ​ລັກ​ຄັດ​ລອກ”. ນີ້​ແມ່ນຄວາມ​ບໍ່​ຊື່ສັດທາງ​ວິຊາ​ການ​ທີ່​ຮ້າຍ​ແຮງ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ.

ການລັກ​ຄັດ​ລອກ​ຜົນ​ການ​ຂຽນ​ແຕ່ງ​ແມ່ນ​ບັນຫາຮ້າຍ​ແຮງ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດຢູ່​ຫວຽດນາມ​ໃນ​ປະຈຸ​ບັນ. “ການ​ລັກ​ຄັດ​ລອກ" ​ໄດ້​ແຜ່​ຂະຫຍາຍ​ໃນຫຼາຍ​ໂຄງການ​ຄົ້ນຄວ້າ ​ເຊິ່ງສາມາດ​ພົບ​ໄດ້​ງ່າຍ​ໃນບົດ​ແຕ່ງ​ຈົບ​ຊັ້ນ, ​ໃນວິທະຍາ​ນິພົນຂອງ​ນັກຮຽນ​ນັກ​ສຶກສາຫຼາຍ​ຄົນຢູ່​ສະຖານ​ທີ່​ຝຶກ​ອົບຮົມ​ໃນ​ທົ່ວ​ປະ​ເທດ. ບົດ​ແຕ່ງ​ຈົບຊັ້ນ, ວິທະຍາ​ນິພົນ​ຂອງ​ນັກຮຽນ​ຄົນ​ນີ້ຄ້າຍຄື​ກັບບົດ​ແຕ່ງ​ຈົບ​ຊັ້ນ, ​ວິທະຍາ​ນິພົນ​ຂອງ​ນັກຮຽນ​ຄົນ​ອື່ນໆ. ວິທະຍາ​ນິພົນ​ບາງ​ສະບັບ​ໄດ້ຄັດ​ລອກ​ເອົາ​ຫຼາຍ​ໜ້າຈາກບົດ​ຄົ້ນຄວ້າ​ທີ່​​ໄດ້ລົງ​ພິມ​ໃນ​ວາລະສານ​ພິ​ເສດ ​ໂດຍບໍ່​​ມີ​ການ​ລະບຸ​ແຫຼ່ງທີ່​ມາ, ຊ້ຳ​ຍັງ​ມີ​ບາງ​ກໍ​ລະ​ນີທີ່​ວິທະຍາ​ນິພົນ​ຖືກ​ຄັດ​ລອກ​ມາ​ຈາກ​ຜົນງານ​ການ​ຄົ້ນຄວ້າ​ຂອງ​ຜູ້​ອື່ນ​ຢ່າງ​ສົມບູນ.

​ໃນ​ຫຼາຍ​ໂຄງການ​ຄົ້ນຄວ້າ​ວິທະຍາສາດ, ​ເຊັ່ນ ບົດ​ຄົ້ນຄວ້າ​ທີ່​ລົງໃນ​ວາລະສານ, ປຶ້ມ​ໜັງສື​ສະ​ເພາະຂະ​ແໜງ, “ການ​ລັກ​ຄັດ​ລອກ” ບໍ່​ແມ່ນ​ເລື່ອງ​ແປກ. ​ໃນ​ບົດ​ຄວາມ "​ແຜນ​ທີ່​ການ​ລັກ​ຄັດ​ລອກຜົນງານ​ທາງ​ວິທະຍາສາດ​ທົ່ວໂລກ” ຖືກ​ຈັດ​ພິມ​ປີ 2014 ​ໃນ​ໜັງສືພິ​ມ Fastcompany ​ໄດ້​ນຳ​ສະ​ເໜີ​ແຜນ​ທີ່ສະ​ແດງ​ຄວາມ​ຖີ່ຂອງ​ການ​ລັກ​ຄັດ​ລອກ​ຂອງບັນດາ​ປະ​ເທດ​ໃນ​ໂລກ ​ໂດຍ​ຜ່ານ​ການສຳຫຼວດຂອງ Science ຈາກ​ສິ່ງ​ພິມ​ສາກົນ​ທີ່​ສົ່ງ​ຜ່ານ arXiv.org. ​ໃນ​ແຜນ​ທີ່​ດັ່ງກ່າວ, ​ປະ​ເທດຫວຽດນາມ​ຖືກ​ທາສີ​ແດງ​ເຂັ້ມ ສະ​ແດງ​ວ່າຄວາມ​ຖີ່​ຂອງ​ການ​ລັກຄັດ​ລອກຂອງ​ນັກ​ຂຽນ​ຫວຽດນາມ​ແມ່ນ​ປະມານ 15% - ລະດັບ​ສູງ​ພໍ​ສົມຄວນ (ສູງ​ທີ່​ສຸດ​ແມ່ນ 20%). ຕົວ​ເລກ​ດັ່ງກ່າວສະ​ແດງ​ໃຫ້​ເຫັນ​ວ່າ​ ຫວຽດນາມ​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ຮ້ອນກ່ຽວ​ກັບ “ການ​ລັກ​ຄັດ​ລອກ” ​ເມື່ອທຽບ​ກັບປະ​ເທດ​ອື່ນໆ​ໃນ​ໂລກ(5).

ສາມາດ​ຢັ້ງຢືນ​ໄດ້​ວ່າ, ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ, ​ນັກວິທະຍາສາດ​ຕ້ອງ​ມີ​ການ​ສືບ​ທອດ​ເຊິ່ງກັນ​ແລະ​ກັນ ​ເນື່ອງ​ຈາກ​ວ່າ ບໍ່​ມີ​ທັດສະນະ, ​ແນວ​ຄິດ, ສົມ​ມະຕິ​ຖານ​ໃດໆ​ທີ່​ຈະປະກົດ​ຂຶ້ນ​ໃນ “​ດິນ​ແດນ​ເປົ່າ​ຫວ່າງ” ໂດຍ​ບໍ່​ມີ​ການ​ສືບ​ທອດ​ກິດຈະການ​ຄົ້ນຄວ້າ​ຂອງ​ຜູ້​ໄປ​ກ່ອນ​ໃນ​ແຕ່ລະ​ຂົງ​ເຂດ​ການ​ຄົ້ນຄວ້າ. ​ແຕ່​ຕ້ອງ​ກຳນົດ​ແຈ້ງ, ການສືບທອດ​ໃນ​ການ​ຄົ້ນຄວ້າມັນ​ແປກ​ຕ່າງ​ຢ່າງ​ສິ້ນ​ເຊີງ​ກັບ​ການ​ລັກ​ຄັດ​ລອກ. ບາງ​ຄົນ​ເວົ້າ​ວ່າ, ການ​ຄັດ​ລອກ​ແນວ​ຄວາມ​ຄິດ​ຈາກ​ໂຄງການ​ຄົ້ນຄວ້າ​ຂອງ​ຜູ້​ອື່ນ​ໂດຍ​ບໍ່​ອ້າງແຫຼ່ງທີ່​ມານັ້ນ​ ບໍ່​​ໄດ້ຖືກ​ເອີ້ນ​ວ່າການ​ລັກ​ຄັດ​ລອກ ແຕ່​ແມ່ນ​ການ​ຂາດ​ຄວາມ​ເປັນ​ມື​ອາຊີບ​ໃນ​ການ​ອ້າງ​ອີງ​ເທົ່າ​ນັ້ນ. ຄຳ​ອະທິ​ບັນ​ນັ້ນ​ເປັນ​ພຽງ​ຂໍ້​ແກ້​ຕົວ​ສຳລັບຄວາມ​ບໍ່​ຊື່ສັດ​ແລະ​ບໍ່​ທ່ຽງ​ຕົງ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ ກໍ່ຄື​​ຄວາມ​ບໍ່​ຮັບຜິດຊອບ​ຕໍ່ວຽກ​ງານ​ຄົ້ນຄວ້າ​ຂອງ​ຕົນ​ເອງ.

​ໂຄງການ​ຄົ້ນຄວ້າ​ວິທະຍາສາດທີ່​ອ້າງ​ອີງ​ແຫຼ່ງຂໍ້​ມູນ​ຈະ​ແຈ້ງ​ເມື່ອ​ນຳ​ໃຊ້​ແນວ​ຄວາມ​ຄິດ​ຫຼື​ເນື້ອ​ໃນ​ຄົ້ນຄວ້າ​ຂອງ​ຜູ້​ອື່ນ, ບົນ​ພື້ນຖານ​ນັ້ນ​ໄດ້​ມີ​ການ​ພັດທະນາ​ຕາມ​ທິດ​ທາງ​ການ​ຄົ້ນຄວ້າ​ຂອງ​ຕົນ​ເອງ, ນັ້ນ​ແມ່ນ​ການ​ຄົ້ນຄວ້າ​ວິທະຍາສາດ​ທີ່​ແທ້​ຈິງ.

ຈາກ​ນີ້​ສາມາດ​ເຫັນ​ໄດ້​ວ່າ, ​ການ​ຄົ້ນຄວ້າ​ວິທະຍາສາດທີ່​​ມີ​ການ​ອ້າງແຫຼ່ງຂໍ້​ມູນ​ຢ່າງ​ລະອຽດ​ແລະພິຖີ​ພິຖັນນັ້ນ ​ແມ່ນ​ໄດ້ຢັ້ງຢືນ​ເຖິງ​ຄວາມ​ຊື່ສັດສຸ​ຈະລິດ ​ແລະຄວາມທ່ຽງຕົງ​ຂອງ​ຜູ້​ທີ່​ເຮັດ​ວຽກ​ງານຄົ້ນຄວ້າ. ນັ້ນ​ກໍ່​ແມ່ນການສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ຜົນສຳ​ເລັດ​ທີ່​ຄົນ​ໃນ​ເມື່ອ​ກ່ອນ​ໄດ້​ສ້າງ​ຂຶ້ນ​ມາ.

ນອກຈາກ “ການ​ລັກ​ຄັດ​ລອກ", ຍັງ​ມີ​ການສະ​ແດງ​ອອກ​ອີກ​ຢ່າງ​ໜຶ່ງຂອງ​ການ​ລະ​ເມີດ​ຄວາມ​ຊື່ສັດ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ​ແມ່ນ “ການ​ປັ້ນ​ແຕ່ງ”. “ການ​ປັ້ນ​ແຕ່ງ” ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ ​ແມ່ນ​ການ​ກະທຳ “ປອມ​ແປງ, ບິດ​ເບືອນ ຫຼື ​ປັ້ນ​ແຕ່ງຂໍ້​ມູນ​ ຫຼື​ຂໍ້​ອ້າງ​ອີງ​ຂຶ້ນ​ມາ ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ ​ເພື່ອ​ຮັບ​ໃຊ້ຈຸດປະສົງ​ຫຼື​ຄວາມປະສົງອັດຕະວິ​ໄສ​ໃດ​ໜຶ່ງ ​ຂອງ​ນັກ​ຄົ້ນຄວ້າ". ຂໍ້​ກຳນົດ​ກ່ຽວ​ກັບຄວາມ​ຊື່ສັດ​ທາງ​ວິຊາ​ການ​ຂອງ​ມະຫາວິທະຍາ​ໄລ ຮວາ​ແຊນ, ປະ​ເທດ​ຫວຽດນາມ ​ໄດ້ກຳນົດວ່າ “ການ​ປັ້ນ​ແຕ່ງ” ​ໃນ​ການຄົ້ນຄວ້າ​ວິທະຍາສາດ​ຢູ່​ໃນ​ຄຳ​ນິຍາມ​ທົ່ວ​ໄປ​ກ່ຽວ​ກັບ “ການ​ປັ້ນ​ແຕ່ງ” ທາງ​ດ້ານ​ວິຊາ​ການ, ນັ້ນ​ແມ່ນ “ການ​ກະທຳ​ທີ່​ຕັ້ງ​ໃຈ​ເຮັດ​ໃຫ້​ຫຼົງ​ຜິດ ​ຫຼື​ ປັ້ນ​ແຕ່ງ​ຂໍ້​ມູນຫຼື​ຂໍ້​ອ້າງ​ອີງ​ໃດໆ​ຂຶ້ນ​ມາ ​ໃນ​ບໍ່​ວ່າການ​ເຄື່ອນ​ໄຫວ​ຄົ້ນຄວ້າ​ວິຊາ​ການ​ໃດໆ", ປະກອບ​ມີ​ການສະ​ແດງ​ອອກ​ສະ​ເພາະ​ເຊັ່ນ “ການ​ນຳ​ໃຊ້​ຂໍ້​ມູນ​ປອມ​ໃນ​ການ​ທົດ​ລອງ, ການຄົ້ນຄວ້າ, ບົດລາຍ​ງານ​ການ​ຝຶກ​ງານ ຫຼື​ໃນ​ການ​ຄົ້ນຄວ້າ​ວິຊາ​ການ​ອື່ນໆ; ການ​ອ້າງ​ອີງ​ທີ່​ບໍ່​ຖືກຕ້ອງ​ຂອງ​ຜູ້​ໃຊ້ (ຍົກຕົວຢ່າງ, ຄັດສະ​ເໜີຂໍ້​ມູນ​ຈາກ​ບົດ​ວິຈານ​ປຶ້ມ ​ແຕ່ນຳ​ສະ​ເໜີຄື​ກັບ​ວ່າ​ເປັນຂໍ້​ມູນ​ຈາກ​ປຶ້ມ​ຕົ້ນ​ສະບັບ)”(6). “ການ​ປັ້ນ​ແຕ່ງ” ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ ກໍ່​ແມ່ນ​ການລະ​ເມີດຄວາມ​ຊື່ສັດ​ໃນ​ການ​ຄົ້ນຄວ້າ​ຢ່າງ​ຮ້າຍ​ແຮງ ​ເພາະວ່າ​ມັນ​ກົງກັນຂ້າມ​ກັບ​ຄວາມ​ຊື່ສັດສຸ​ຈະລິດ​ແລະ​ທ່ຽງ​ຕົງໃນ​ການ​ຄົ້ນຄວ້າ​ວິທະຍາສາດ.

ການ​ຄົ້ນຄວ້າ​ວິທະຍາສາດ​ທີ່​ອີງ​​ໃສ່​ຂໍ້​ມູນ​ທີ່​ຖືກ “ປອມ​ແປງ, ບິດ​ເບືອນ ບໍ່​ໄດ້​ອີງ​ໃສ່​ພື້ນຖານ​ຄວາມ​ຈິງ” ນັ້ນ ຈະ​ເປັນ​ອັນຕະລາຍ​ທີ່​ສຸດ​ເມື່ອ​ມັນ​ໃຫ້​ຜູ້​ອ່ານ​ເບິ່ງ​ບໍ່​ຖືກຕ້ອງ​ກ່ຽວ​ກັບ​ບາງ​ຢ່າງ, ​ໂດຍ​ສະ​ເພາະ​ເມື່ອ​ການ​ປັ້ນ​ແຕ່ງ​ນີ້​ຮັບ​ໃຊ້​ເຈດ​ຕະນາ​ຮ້າຍ​ຂອງ​ນັກ​ຄົ້ນຄວ້າ​ເອງ ​ແລະ ຊຸກ​ດັນ​ຄວາມ​ຄິດ​ເຫັນ​ຂອງ​ປະຊາຊົນ​​ໄປໃນ​ທິດ​ທາງ​ທີ່​ຜິດ​ ທີ່​ນັກ​ຄົ້ນຄວ້ານັ້ນ​ຕ້ອງການ. ອັນຕະລາຍ​ແມ່ນ​ຢູ່​ໃນ​ຕົວ​ເລກ​ທີ່​ຜູ້​ຂຽນ​ລັກ​ເອົາມາສາມາດ​ດັດ​ແປງ​ໄດ້​ຕາມ​ລຳພັງ​ໃຈ, ​ແລະ ຖ້າ​ນຳ​ໃຊ້​ຜົນ​ການ​ຄົ້ນຄວ້າ​ທີ່​ປັ້ນ​ແຕ່ງ​ຂຶ້ນ​ນີ້​ ເຂົ້າ​ໃນ​ການ​ປະຕິບັດ, ຄວາມ​ສ່ຽງ​ຫຼາຍ​ຢ່າງຈະ​ນຳ​ໄປ​ສູ່​ຜົນ​ສະທ້ອນທີ່​ບໍ່​ສາມາດ​ຄາດ​ເດົາ​ໄດ້...ພິ​ເສດ, ສຳລັບ​ການ​ຄົ້ນຄວ້າການ​ສະຫຼຸບບົນ​ພື້ນຖານ​ການ​ສຳ​ຫຼວດທາງ​ສັງຄົມ​ວິທະຍາ​ ເປັນ​ພື້ນຖານ​ໃຫ້​ແກ່​ການວາງກຳນົດ​ແນວທາງ, ນະ​ໂຍບາຍ​ຂອງ​ພັກ​ແລະ​ລັດ ຫາກ​ມີການ​​ປອມ​ແປງ ​ຫຼື​ບິດ​ເບືອນ​ຂໍ້​ມູນ​ການ​ສຳ​ຫຼວດ, ນຳ​ໄປ​ສູ່​ການ​ສະຫຼຸບທີ່​ຜິດພາດ​ຈາກ​ຄວາມ​ເປັນ​ຈິງ ຈະ​ມີ​ຜົນ​ສະທ້ອນ​ທີ່​ຮ້າຍ​ແຮງ​ຫຼາຍ. ​ແນວທາງ​ຂອງ​ພັກ​ແລະ​ນະ​ໂຍບາຍ​ຂອງ​ລັດນັ້ນ ​ຍາກ​ທີ່​ຈະ​ເຂົ້າ​ສູ່​ຊີວິດ​ສັງຄົມ ແລະຍາກ​ທີ່​ຈະ​ໄດ້​ຮັບ​ການ​ຕອບ​ຮັບ​ຂອງ​ປະຊາຊົນ ຍ້ອນ​ວ່າ​ມັນ​ບໍ່​​ໄດ້​ມາຈາກ​ຄວາມ​ເປັນ​ຈິງ ​ແລະ​ບໍ່​ສອດຄ່ອງ​ກັບຄວາມ​ເປັນ​ຈິງ...

ດັ່ງ​ນັ້ນ​ສາມາດ​ເຫັນ​ໄດ້​ວ່າ, ບັນດາ​ປະກົດ​ການລະ​ເມີດ​ຄວາມ​ຊື່ສັດ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ​ເຊັ່ນ “ການ​ລັກ​ຄັດ​ລອກ”, “ການ​ປັ້ນ​ແຕ່ງ” ​ໄດ້​ກໍ່​ໃຫ້​ເກີດ​ຜົນ​ກະທົບ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ການ​ພັດທະນາ​ການ​ຄົ້ນຄວ້າ​ວິທະຍາສາດ, ຂັດຂວາງ​ການ​ພັດທະນາ​ວິທະຍາສາດ, ກົງກັນຂ້າມ​ກັບ​ຈຸດປະສົງ​ທາງວິທະຍາສາດທີ່ຮັບ​ໃຊ້​ໃຫ້​ແກ່​ພາລະກິດການສ້າງສາ​ແລະ​ພັດທະນາ​ປະ​ເທດ​ໃນສະ​ໄໝ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່. “ການ​ລັກ​ຄັດ​ລອກ”, “ການ​ປັ້ນ​ແຕ່ງ” ​​ເຮັດ​ໃຫ້​ນັກ​ຄົ້ນຄວ້າ​ພຽງ​ແຕ່​ວົນ​ນຳ​ການ​ຊອກ​ຫາ​ວິທີ ທີ່​ຈະ​ປ່ຽນ​ໂຄງການ​ຄົ້ນຄວ້າ, ​ແນວ​ຄິດ​ການ​ຄົ້ນຄວ້າ​ຂອງ​ຜູ້​ອື່ນ​ກາຍ​ເປັນ​ຂອງ​ຕົນ​ເອງ ​ແທນ​ທີ່​ຈະ​ສຸມ​ໃສ່​ການ​ຊອກ​ຫາທິດ​ທາງ​ໃໝ່, ວິທີ​ການ​ເຂົ້າ​ເຖິງ​ໃໝ່​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ.

ສາ​ເຫດ​ທຳ​ອິດ​ຂອງ​ການລະ​ເມີດ​ຄວາມ​ຊື່ສັດ​ໃນ​ການ​ຄົ້ນ​ຄວາ​ວິທະຍາສາດ​ຂອງນັກວິທະຍາສາດ​ຫວຽດນາມ​ພາກສ່ວນ​ໜຶ່ງ​ໃນ​ເວລາ​ທີ່​ຜ່ານ​ມາ​ ແມ່ນຍ້ອນ​ນັກວິທະຍາສາດ​ຫວຽດນາມ​ຫຼາຍ​ຄົນບໍ່​ທັນ​ມີ​ສະຕິ​ຮູ້ສຶກ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ປະຕິບັດ​ຄວາມ​ຊື່ສັດ, ໝາຍ​ເຖິງ​ຄວາມ​ຊື່ສັສຸ​ຈະລິດດ, ທ່ຽງຕົງ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ ​ເພື່ອຊຸກຍູ້​ວິທະຍາສາດ​ທີ່​ແທ້​ຈິງ​ພັດທະນາ. ສາ​ເຫດ​ທີ​ສອງ, ​ເປັນ​ພື້ນຖານ​ທີ່​ສຸດ​ແມ່ນ, ຈົນ​ເຖິງ​ດຽວ​ນີ້​ພວກ​ເຮົາ​ຍັງ​ບໍ່​ໄດ້​ສ້າງກົດ​ລະບຽບ​ທີ່​ມີ​ຂໍ້​ກຳນົດ​ສະ​ເພາະກ່ຽວ​ກັບຄວາມ​ຊື່ສັດທາງ​ວິຊາ​ການ ​ເວົ້າ​ລວມ, ​ໃນ​ນັ້ນ​ມີ​ຂໍ້​ກຳນົດ​ກ່ຽວ​ກັບ​ຄວາມ​ຊື່ສັດ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ ​ເຊິ່ງນຳ​ໃຊ້​ລວມ​ໃຫ້​ນັກ​ຄົ້ນຄວ້າ​ວິທະຍາສາດ​ທົ່ວ​ປະ​ເທດ ພ້ອມ​ບົດ​ລົງ​ໂທດ. ບັນຫາ​ນີ້​ຫາ​ກໍ່​ໄດ້​ເວົ້າ​ເຖິງ​ໂດຍ​ທົ່ວ​ໄປ​ໃນ​ບາງມາດຕາ​ຂອງ​ກົດ​ລະບຽບການ​ຝຶກ​ອົບຮົມ​ລະດັບ​ປະລິນຍາ​ໂທ(7) ​ແລະ ປະລິນຍາ​ເອກ(8) ຂອງ​ກະຊວງ​ການ​ສຶກສາ​ແລະ​ຝຶກ​ອົບຮົມ ​ແລະ ສະຖານ​ທີ່​ຝຶກ​ອົບຮົມ... ສາ​ເຫດ​ທີ​ສາມ​ແມ່ນ, ຍ້ອນ​ການລະ​ເບີດ​ຂອງ​ຂໍ້​ມູນ​ໃນ​ອິນ​ເຕີ​ເນັດ​ຄວາມ​ໄວ​ສູງ ​ເຮັດ​ໃຫ້ງ່າ​ຍທີ່ຈະ​ຊອກ​ຫາ​ຂໍ້​ມູນ​ໃນ​ຫົວ​ຂໍ້​ຄົ້ນຄວ້າ​ໃດໆ ດ້ວຍ​​ໂຄງການ​ຄົ້ນຄວ້າ​ຈຳນວນ​ຫຼາຍຂອງ​ນັກວິຊາການ​ທັງ​ໃນ​ແລະ​ຕ່າງປະ​ເທດ. ບັນດາ “ຕະຫຼາດບົດ​ແຕ່ງ​ຈົບ​ຊັ້ນ”, “ຕະຫຼາດວິທະຍາ​ນິພົນ” ທີ່​ລອຍ​ຢູ່​ໃນ​ອິນ​ເຕີ​ເນັດ​ບໍ່​ໄດ້​ຖືກ​ຄວບ​ຄຸ​ມຢ່າງ​ເຂັ້ມງວດ, ສ້າງ​ໂອກາດ​ໃຫ້​ຜູ້​ທີ່​ຕັ້ງ​ໃຈ​ຈະ “ລັກ​ຄັດ​ລອກ” ສາມາດ​ປະຕິບັດ​​ໄດ້​​ຢ່າງ​ງ່າຍດາຍ. ທີ​ສີ່, ຕ້ອງ​ຢືນຢັນ​ວ່າ, ໃນຍຸກ​ຂອງ​ການ​ພັດທະນ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີປະຈຸ​ບັນ ​ແລະ “​ແຊ່” ​ໃນ​ມະຫາ​ສະໝຸດ​ອັນ​ກວ້າງ​ໃຫຍ່​ຂອງ​ຄວາມ​ຮູ້​ຂອງ​ມະນຸດນັ້ນ, ​ນັກ​ຄົ້ນຄວ້າ, ​ໂດຍ​ສະ​ເພາະ​ນັກ​ຄົ້ນຄວ້າໜຸ່ມ, ຈະ​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ໃນການ​ຫາ​ທິດ​ທາງ​ໃໝ່​ໃຫ້​ຕົວ​ເອງ​ໂດຍ​ບໍ່​ໄດ້​ຮັບ​ຄຳ​ແນະນຳ ນຳພາ​ຂອງ​ຜູ້​​ໄປ​ກ່ອນທີ່​ມີ​ປະສົບ​ການ.

ບາງ​ວິທີ​ແກ້​ເພື່ອ​ຍົກ​ສູງ​ຄວາມ​ຊື່ສັດ​ໃນ​ການ​ຄົ້ນ​ຄວ້າ​ວິທະຍາສາດ​ຢູ່​ຫວຽດນາມ​ໃນ​ປະຈຸ​ບັນ

ຕໍ່ໜ້າ​ການລະ​ເມີດ​ຢ່າງ​ຮ້າຍ​ແຮງຕໍ່ຄວາມ​ຊື່ສັດ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ ​​ຢູ່​ປະ​ເທດ​ຫວຽດນາມ​ໃນ​ປະຈຸ​ບັນ, ຕ້ອງ​ປະຕິບັດ​​ຫຼາຍ​ວິທີ​ການ​ແກ້​ໄຂຢ່າງ​ຄົບ​ຊຸດ, ດັ່ງ​ລຸ່ມ​ນີ້:

ທີ​ໜຶ່ງ, ສ້າງ​ຂໍ້​ກຳນົດ​ລວມກ່ຽວກັບຄວາມ​ຊື່ສັດ​ທາງ​ວິຊາ​ການ, ​ໃນ​ນັ້ນ​ລວມມີ​ຄວາມ​ຊື່ສັດ​ສຸ​ຈະລິດ​ໃນ​ການ​ເຄື່ອນ​ໄຫວຄົ້ນຄວ້າ​ວິຊາ​ການ​ເຊັ່ນ ການ​ຄົ້ນຄວ້າ, ການ​ສິດສອນ, ການ​ຮຽນ​ຮູ້...ພ້ອມ​ກັບ​ກົດ​ລະບຽບ​ການ​ກວດກາ​ພາຍຫຼັງ ​ແລະ ບັນດາ​ມາດ​ຕະການ​ເພື່ອ​ຈັດການ​ກັບ​ການລະ​ເມີດ. ນີ້​ແມ່ນ​ວິທີ​ແກ້ທີ່​ຈຳ​ເປັນ​ທີ່​ສຸດ​ເພື່ອ​ກຳຈັດ​ການລະ​ເມີດຄວາມ​ຊື່ສັດ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ, ​ເຊັ່ນ ການ​ລັກ​ຄັດ​ລອກ, ການ​ປັ້ນ​ແຕ່ງ ​ແລະ ກໍ່​ເປັນ​ການ​ກ່າວ​ເຕື່ອນຕໍ່​ຜູ້​ອື່ນ ​ເມື່ອ​ມີ​ເຈດ​ຕະນາລ​ະ​ເມີດ​ຄວາມ​ຊື່ສັດ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ. ດ້ານ​ອື່ນ, ການ​ປະກາດ​ໃຊ້​ກົດ​ລະບຽບ​ສະ​ເພາະ​ກ່ຽວ​ກັບຄວາມ​ຊື່ສັດ​ທາງ​ວິຊາ​ການ, ​ໃນ​ນັ້ນ​ມີ​ຂໍ້​ກຳນົດ​ກ່ຽວ​ກັບຄວາມ​ຊື່ສັດ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ ​ກໍ່​ແມ່ນ​ວິທີ​ການ​ເພື່ອ​ຍົກ​ສູງ​ຄວາມ​ຕື່ນ​ຕົວ​ສະໝັກ​ໃຈ​ປະຕິບັດບັນດາ​ມາດຕະຖານຈັນ​ຍາ​ບັນ, ​ເຊັ່ນ​ຄວາມ​ຊື່ສັດ​ສຸ​ຈະລິດ ຄວາມ​ທ່ຽງ​ຕົງ​ຂອງ​ຜູ້​ເຮັດ​ວຽກ​ງານ​ຄົ້ນຄວ້າ​ວິທະຍາສາດ.

ຄວາມ​ຈິງ, ການ​ສ້າງ​ຂໍ້ກຳນົດ​ທົ່ວ​ໄປ​ກ່ຽວ​ກັບຄວາມ​ຊື່ສັດ​ທາງ​ວິຊາ​ການ, ​ໃນ​ນັ້ນ​ມີ​ຂໍ້​ກຳນົດ​ກ່ຽວ​ກັບ​ຄວາມ​ຊື່ສັດ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດນັ້ນ​​ ບໍ່​ແມ່ນ​ເລື່ອງ​ງ່າຍ, ​ເພາະວ່າ, ພິຈາລະນາ​ທາງ​ດ້ານ​ທາດ​ແທ້​ແລ້ວ ຄວາມ​ຊື່ສັດ (ຄວາມ​ຊື່ສັດ ສຸ​ຈະລິດ ທ່ຽງ​ຕົງ) ​ແມ່ນ​ບັນດາ​ປັດ​ໄຈ​ໃນ​ຄຸນ​ນະພາ​ບທາງ​ສິນ​ທຳ, ​ແຕ່​ວ່າສິນ​ທຳສ່ວນ​ໃຫຍ່​ແມ່ນ​ປະຕິບັດ​ດ້ວຍ​ຄວາມ​ຕື່ນ​ຕົວ​ສະໝັກ​ໃຈ​ຂອງ​ແຕ່​ລະບຸ​ກຄົນ. ດັ່ງ​ນັ້ນ, ການ​ຫັນ​ມາດຕະຖານ​ຈັນ​ຍາ​ບັນ​ເຫຼົ່າ​ນີ້​ເປັນ​ຂໍ້​ກຳນົດ​ສະ​ເພາະສຳລັບ​ນັກ​ຄົ້ນຄວ້າ​ວິທະຍາສາດ​ແມ່ນ​ຍາກ​ພໍ​ສົມຄວນ. ​ເຖິງ​ຢ່າງ​ນັ້ນ​ກໍ່ຕາມ, ນີ້​ແມ່ນ​ວິທີ​ແກ້​ທີ່​ບໍ່​ອາດ​ຈະ​ບໍ່​ຜັນ​ຂະຫຍາຍ​ໃນ​ພາກ​ຕົວ​ຈິງ ຍ້ອນ​ວ່າຕາບ​ໃດ​ທີ່​ຄວາມ​ຊື່ສັດ​ທາງ​ວິຊາ​ການ​ເວົ້າ​ລວມ ​ແລະ ຄວາມ​ຊື່ສັດ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ​ເວົ້າ​ສະ​ເພາະ ຍັງ​ບໍ່​ໄດ້​ຮັບ​ການ​ຫັນ​ເປັນ​ນິຕິ​ກຳ​ແລະ​ເຜີຍ​ແຜ່​ຢ່າງ​ກວ້າງຂວາງ ​ແມ່ນ​ຕາບ​ນັ້ນ​ ພວກ​ເຮົາບໍ່​ສາມາດ​ຄວບ​ຄຸມ​ແລະ​ກຳຈັດ​ການ​ລັກ​ຄັດ​ລອກ, ການ​ປັ້ນ​ແຕ່ງ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ​ໄດ້.

ທີ​ສອງ, ລົງທຶນ​ກໍ່ສ້າງ​ແລະ​ປັບປຸງ​ບູລະນະ​ລະບົບ​ເຄື່ອງມື​ເພື່ອ​ກວດກາ​ສະພາບ​ການ​ລັກ​ຄັດ​ລອດ​ໃນ​ບັນດາ​ໂຄງການ​ຄົ້ນຄວ້າ​ວິທະຍາສາດ, ​ເຊັ່ນ​ບົດ​ແຕ່ງ​ຈົບ​ຊັ້ນ, ວິທະຍາ​ນິພົນ, ບົດ​ຄົ້ນຄວ້າ​ລົງ​ພິມ​ໃນ​ວາລະສານ, ປຶ້ມ​ວິຊາ​ສະ​ເພາະ...ຊອບ​ແວ​ຄວບ​ຄຸມ “ການ​ລັກ​ຄັດ​ລອກ” ທີ່​ມີ​ຢູ່​ແລະ​ໄດ້​ຮັບ​ການ​ນຳ​ໃຊ້​ໂດຍ​ມະຫາວິທະຍາ​ໄລ, ສຳນັກ​ພິມ, ສຳນັກ​ຂ່າງ​ຈຳນວນ​ຫຼາຍ...​ເພື່ອ​ກວດກາ​ລະດັບ​ການ​ຄັດ​ລອກ​ໂຄງການ​ວິທະຍາສາດກ່ອນ​ທີ່​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ (ສຳລັບ​ບົດ​ແຕ່ງ​ຈົບ​ຊັ້ນ, ວິທະຍາ​ນິພົນ) ຫຼື​ກ່ອນ​​ໄດ້​ຮັບອະນຸຍາດ​ໃຫ້​ເຜີຍ​ແຜ່​ໃນ​ສັງຄົມ (ສຳລັບ​ປຶ້ມ, ບົດ​ຄົ້ນຄວ້າ​ລົງ​ພິມ​ໃນ​ວາລະສານ...). ​ແຕ່​ພາກ​ຕົວ​ຈິງ​ໄດ້​​ໃຫ້​ເຫັນ​ວ່າ, ຊອບ​ແວ​ຄວບ​ຄຸມ​ການ​ລັກ​ຄັດ​ລອກ​ໂຄງການ​ຄົ້ນຄວ້າ​ຂອງ​ຜູ້​ອື່ນ​ໂດຍ​ບໍ່​ມີ​ການ​ອ້າງ​ອີງ​ແຫຼ່ງຂໍ້​ມູນນັ້ນ ຍັງ​ມີ​ຂໍ້​ບົກພ່ອງ​ແລະ​ມີ​ຊ່ອງ​ຫວ່າງຫຼາຍ. ຍົກ​ຕົວຢ່າງ, ຊອບ​ແວ​ສ່ວນ​ໃຫຍ່​ໃນ​ປະຈຸ​ບັນ​ພຽງ​ແຕ່​ກວດ​ພົບ​ວັກ​ຕ່າງໆ​ທີ່​ຖືກ​ຄັດ​ລອກ​ຄື​ກັບ​ຕົ້ນ​ສະບັບ. ຖ້າ​ປີ້ນ​ຄຳ​ສັບຫຼື​ປ່ຽນ​ປະ​ໂຫຍ​ກ​ໜຶ່ງ​ໃນ​ວັກ, ຊອບ​ແວ​ນີ້​ຈະ​ບໍ່​ກວດ​ພົບ. ດັ່ງ​ນັ້ນ, ສຳລັບ​ຜູ້​ທີ່​ຕັ້ງ​ໃຈ​ລັກ​ຄັດ​ລອກ, ພວກ​ເຂົາ​ສາມາດ​ໃຊ້​ເຕັກນິກ​​ເພື່ອ​ຫຼອກ​ລວງ​ຊົບ​ແວ​ຄວບ​ຄຸມ​ການ​ລັກ​ຄັດ​ລອກ​ໄດ້; ບໍ່​ໄດ້​ເວົ້າ​ເຖິງ​ ຊອບ​ແວ​ນີ້​ເກືອບ​ຈະ​ບໍ່​ສາມາດ​ກວດ​ພົບ​ການ​ຄັດ​ລອກ​ແນວ​ຄວາມ​ຄິດ​ໂດຍ​ບໍ່ອ້າງ​ອີງ​ແຫຼ່ງທີ່​ມາ. ​ເພາະສະ​ນັ້ນ, ການ​ສ້າງ​ແລະ​ປັບປຸຸງບູລະນະ​ລະບົບ​ຊອບ​ແວ​ເພື່ອຄວບ​ຄຸມ​ລະດັບການ​ລັກ​ຄັດ​ລອກ (ການ​ຄັດ​ລອກ, ການ​ລັກ​ແນວ​ຄວາມ​ຄິດ, ພາສາ, ວິທີ​ສະ​ແດງ​ຂອງ​ຜູ້​ອື່ນ (​ໂດຍ​ບໍ່​ມີ​ການ​ອ້າງ​ແຫຼ່ງຂໍ້​ມູນ)) ​ແລະ​ນຳ​ໃຊ້​ຢ່າງ​ແຜ່​ຫຼາຍ, ກວ້າງຂວາງ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ​ທັງ​ໝົດກ່ອນ​ທີ່​ຈະ​ພິມ​ເຜີຍ​ແຜ່ ​ແມ່ນ​ວິທີ​ແກ້​ທີ່​ຈຳ​ເປັນ​ທີ່​ສຸດ ​ເພື່ອ​ຈຳກັດ​ການລະ​ເມີດ​ຄວາມ​ຊື່ສັດ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ.

ທີ​ສາມ, ຄວບ​ຄຸມ​ຂໍ້​ມູນ​ໃນ​ອິນ​ເຕີ​​ເນັດ, ຢຸດຕິ​ສະພາບ​ການ​ຊື້-ຂາຍ​ບົດ​ແຕ່ງ​ຈົບ​ຊັ້ນ, ວິທະຍາ​ນິພົນ​ໄດ້​ຢ່າງງ່າຍ​ດາຍ​ທີ່ “ຕະຫຼາດ​ບົດ​ແຕ່ງ​ຈົບ​ຊັ້ນ”, “ຕະຫຼາດ​ວິທະຍາ​ນິພົນ” ອອນ​ໄລ. ວິທີ​ແກ້​ນີ້​ກໍ່​​ຈຳກັດການ​ຄັດ​ລອກ, ການ​ລັກ​ລອກ​ຜົນງານ​ການ​ຄົ້ນຄວ້າ​ແລະສະຕິ​ປັນຍາ​ຂອງ​ຜູ້​ອື່ນ.

ທີ​ສີ່, ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ແບ່ງປັນ​ບົດຮຽນ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ​ ລະຫວ່າງຮຸ່ນ​ກ່ອນ​ກັບ​ນັກ​ຄົ້ນຄວ້າ​ໃໝ່, ​ໂດຍ​ສະ​ເພາະ​ໃນ​ເວລາ​ທີ່​ພວກ​ເຂົາ​ເລີ່​ມຕົ້ນ​ການ​ຊອກ​ຫາ​ເສັ້ນທາງ​ວິທະຍາສາດ​ທີ່​ແທ້​ຈິງ​ສຳລັບ​ຕົວ​ເອງ./.

​ໂດຍ ຮສ. ປອ. ຫງວຽນ​ທິງາ - ຮ່ວາງ​ທູ​ຈາງ

ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ​ຈີ​ມິນ

    -----------------------------

(1) Donald L. McCabe, Linda Klebe, Kenneth D. Butterfield: “Cheating in Academic Institutions: A Decade of Research” (“ການ​ສໍ້​ໂກງ​ໃນ​ສະ​ຖາ​ບັນ​ການ​ສຶກສາ: ທົດ​ສະ​ວັດ​ແຫ່ງ​ການ​ຄົ້ນຄວ້າ”), Ethics & Behaviors, 11(3), 219-232 Copyright © 2001, Lawrence Erlbaum Associates, Inc, ຕາມ https://www.researchgate.net/publication/228603457_
Cheating_in_Academic_Institutions_A_Decade_of_Researh

(2) ມະຫາວິທະຍາ​ໄລ ຮວາ​ແຊນ: ຂໍ້​ກຳນົດ​ກ່ຽວ​ກັບຄວາມ​ຊື່ສັດ​ທາງ​ວິຊາ​ການ (ອອກ​ພ້ອມ​ກັບ​ຂໍ້​ຕົກລົງ​ສະບັບ​ເລກທີ 1741/QĐ-BGH, ວັນ​ທີ 28-10-2013, ຂອງ​ຜູ້ອຳນວຍການ​ມະຫາວິທະຍາ​ໄລ ຮວາ​ແຊນ): ຂໍ້ 2, ມາດຕາ 2, ໝວດ I, ຕາມ http://www.sinhvien.hoasen.edu.vn/sites/default/files/2013/10/user30/quyet_dinh_1741
_ban_hanh_quy_dinh_ve_liem_chinh_hoc_thuat.pdf

(3) Ann Nichols-Casebolts: Research Integrity and Responsible Conduct of Research, Oxford University Press, 2012, ໜ້າ 2.

(4) Michael B. Paulsen (ed): Higher Education: Handbook of Theory and Research, Vol 28, Springer 2013, tr. 217, ຕາມ http://biblioteca.ucv.cl/site/colecciones/
manuales_u/pga_160805.pdf

(5) ທູ​ ກວິ່ງ: ຈັນຍາ​ບັນ​ວິຊາ​ການ​ໃນ​ການຄົ້ນຄວ້າ​ວິທະຍາສາດ​ສັງຄົມ​ແລະ​ມະນຸດ​ສາດ ​ແລະ ບັນດາ​ຊ່ອງ​ຫວ່າງ, ຕາມ http://tiasang.com.vn/-quan-ly-khoa-hoc/Dao-duc-hoc-thuat-trong-KHXHNV-va-nhung-khoang-trong-14104, ອັບ​ເດດ​ວັນ​ທີ 1-9-2019.00

(6) ມະຫາວິທະຍາ​ໄລ ຮວາ​ແຊນ: ຂໍ້​ກຳນົດ​ກ່ຽວ​ກັບຄວາມ​ຊື່ສັດ​ທາງ​ວິຊາ​ການ (ອອກ​ພ້ອມກັບຂໍ້​ຕົກລົງ​ສະບັບ​ເລກທີ 1741/QĐ-BGH, ວັນ​ທີ 28-10-2013, ຂອງ​ຜູ້ອຳນວຍການ​ມະຫາວິທະຍາ​ໄລ ຮວາ​ແຊນ): ຂໍ້ 4, ມາດຕາ 4, ໝວດ II, ຕາມ http://www.sinhvien.hoasen.edu.vn/sites/default/files
/2013/10/user30/quyet_dinh_1741_ban_hanh_quy_dinh_ve_liem_chinh_hoc_thuat.pdf

(7) ​ຕົວຢ່າງ, ຈຸດ ງ, ຂໍ້ 2, ມາດຕາ 26, ໝວດ IV ຂອງ ກົດ​ລະບຽບ​ການ​ຝຶກ​ອົບຮົມ​ລະດັບ​ປະລິນຍາ​ໂທ (ອອກພ້ອມ​ກັບ​ໜັງສື​ວຽນ​ເລກທີ 15/2014/TT-BGDĐT, ວັນ​ທີ 15-5-2014, ຂອງ​ລັດຖະມົນຕີ​ກະຊວງ​ການ​ສຶກສາ​ແລະ​ຝຶກ​ອົບຮົມ) ລະບຸ: “ວິທະຍາ​ນິພົນ​ຕ້ອງ​ປະຕິບັດ​ຕາມ​ຂໍ້​ກຳນົດ​ປະຈຸ​ບັນ​ ຂອງ​ກົດໝາຍວ່າດ້ວຍ​ຊັບສິນ​ທາງ​ປັນຍາ. ການ​ນຳ​ໃຊ້​ຫຼື​ຄັດ​ລອກ​ຜົນ​ການ​ຄົ້ນຄວ້າ​ຂອງ​ຜູ້​ອື່ນຫຼື​ຂອງ​ຜູ້​ຂຽນ​ຮ່ວມ ຈະ​ຕ້ອງ​ຖືກ​ອ້າງ​ເຖິງ​ຢ່າງ​ຄົບ​ຖ້ວນ​ແລະ​ຈະ​ແຈ້ງ​ໃນ​ທີ່​ຕັ້ງຂອງ​ການ​ອ້າງ​ແລະ​ໃນ​ລາຍຊື່​ເອກະສານອ້າງ​ອີງ. ຜົນ​ການ​ຄົ້ນ​ຄວ້າ​ໃນ​ວິທະຍາ​ນິພົນ​ ຕ້ອງ​ແມ່ນ​ຜົນ​ການອອກ​ແຮງ​ງານ​ຂອງ​ຜູ້​ຂຽນ​ເອງ, ບໍ່​ໄດ້​ຖືກ​ເຜີຍ​ແຜ່​ໂດຍ​ຜູ້​ໃດ​ໃນ​ໂຄງການ​ຄົ້ນຄວ້າ​ໃດໆ”, ຕາມ https://thuvienphapluat.vn/van-ban/Giao-duc/Thong-tu-15-2014-TT-BGDDT-Quy-che-Dao-tao-trinh-do-thac-si-229824.aspx

(8) ຕົງ​ຢ່າງ, ຂໍ້ 2, ມາດຕາ 15, ໝວດ V ຂອງ ກົດ​ລະບຽບ​ການ​ຝຶກ​ອົບຮົມ​ລະດັບ​ປະລິນຍາ​ເອກ (ອອກພ້ອມ​ກັບ​ໜັງສື​ວຽນ​ເລກທີ 08/2017/TT-BGDĐT, ວັນ​ທີ 4-4-2017, ຂອງ​ລັດຖະມົນຕີ​ກະຊວງ​ການ​ສຶກສາ​ແລະ​ຝຶກ​ອົບຮົມ) ກຳນົດ, ວິທະຍາ​ນິພົນ​ລະດັບປະລິນຍາ​ເອກ​ເມື່ອ​ຂໍ​ການ​ປະ​ເມີນ​ແລະ​ປ້ອງ​ກັນ​ນັ້ນ​ແມ່ນ​ຕ້ອງ: “ປະຕິບັດ​ຕາມ​ກົດໝາຍກ່ຽວ​ກັບ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ, ລະອຽດ​ຄື: ກ) ອ້າ​ງອີງ​ຢ່າງ​ຄົບ​ຖ້ວນ​ແລະລະບຸ​ແຫຼ່ງອ້າງ​ອີງ​ເຖິງ​ຜົນ​ການ​ຄົ້ນຄວ້າຂອງ​ຜູ້​ຂຽນ​ອື່ນໆ (ຖ້າ​ມີ); ຂ) ​ໃນ​ກໍລະນີ​ວິທະຍາ​ນິພົນ​ນຳ​ໃຊ້​ເນື້ອ​ໃນຂອງ​ໂຄງການ​ວິທະຍາສາດ​ລວມໝູ່ ​ເຊິ່ງນັກ​ສຶກສາ​ປະລິນຍາ​ເອກ​ເປັນ​ຜູ້​ຂຽນ​ຮ່ວມ​ນັ້ນ ​ແມ່ນ​ຕ້ອງ​ໄດ້​ຮັບ​ອະນຸຍາດ​ເປັນ​ລາຍ​ລັກ​ອັກສອນ​ຈາກ​ຜູ້​ຂຽນ​ຮ່ວມ​ຄົນ​ອື່ນໆ ​ເພື່ອ​ໃຫ້​ນັກ​ສຶກສາ​ປະລິນຍາ​ເອກ​ນັ້ນ​ໃຊ້​ຜົນ​ການ​ຄົ້ນ​ຄວ້າ​ຂອງ​ທິມ; ຄ) ປະຕິບັດ​ຕາມ​ຂໍ້​ກຳນົດ​ອື່ນໆ​ຂອງ​ກົດໝາຍ​ວ່າ​ດ້ວຍ​ຊັບ​ສິນ​ທາງ​ປັນຍາ”, ຕາມ https://thuvienphapluat.vn/van-ban/Giao-duc/Thong-tu-08-2017-TT-BGDDT-Quy-che-tuyen-sinh-dao-tao-trinh-do-tien-si-338487.aspx

- ບົດ​ນີ້​ໄດ້​ລົງ​ພິມ​ໃນວາລະສານ​ກອມ​ມູນິດ ສະບັບ​ທີ 926 (​ເດືອນກັນຍາ 2019)