ວກ.ອອນ​ໄລ - ຮູບ​ແບບ​ການປະກັນ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ຂອງຫວຽດ​ນາມ ໄດ້​ສະ​ແດງ​ໃຫ້​ເຫັນແຈ້ງ​ເຖິງ​ລັກ​ສະ​ນະ​ດີ​ເລີດ ແລະ ສອດຄ່ອງ​ກັບ​ສະພາບ​ການ, ເງື່ອນ​ໄຂ ກໍ່​ຄື​ການ​ກຳ​ນົດ​ທິດ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຕາມ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ​ຂອງຫ​ວຽດ​ນມ. ໃນ​ເອ​ກະ​ສານ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ຄອມ​ມູ​ນິດຫວຽດ​ນາມ ໄດ້​ຢືນ​ຢັນ​ວ່າ: “ຄວາມ​ປອດ​ໄພທາງ​ສັງ​ຄົມ​ໄດ້​ຮັບ​ປະ​ກັນ​ໂດຍ​ພື້ນ​ຖານ, ສະຫວັດດີ​ການ​ສັງຄົມ ແລະ ຊີ​ວິດການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ສືບ​ຕໍ່​ໄດ້​ຮັບ​ການ​ປົວ​ແປງ”(1). ແຕ່​ວ່າ, ການ​ແກ້​ໄຂ​ຂໍ້​ຄົງ​ຄ້າງ ແລະ ການວາງ​​ທິດທາງ​ການ​ພັດ​ທະ​ນາຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ໃນ​ໄລ​ຍະ​ໃໝ່​ ແມ່ນ​ຈຳ​ເປັນ​ໃນ​ປະ​ຈຸ​ບັນ.

ສະພາບການເຮັດວຽກຂອງຜູ້ອອກແຮງງານ ໃນໂຮງງານແຫ່ງໜຶ່ງຂອງບໍລິສັດວີນາເຕັກ ບາກລຽວ (ພາບ: ແທງເກື່ອງ)

ຜົນ​ງານ​ແຫ່ງ​ການ​ຮັບ​ປະ​ກັນຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ຢູ່ຫວຽດ​ນາມ ແລະ ບັນ​ດາ​ບັ​ນ​ຫາ​ທີ່​ວາງ​ອອກ

ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້​ຂອງຮູບ​ແບບຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ຢູ່ຫວຽດ​ນາມໃນ​ປະ​ຈຸ​ບັນ​ໄດ້​ສະ​ແດງ​ອອກ​ໃນ​ລາຍການ​ທີ່​ສຳຄັນ​ດັງ​ຕໍ່​ໄປນີ້:

ທີ​ໜຶ່ງ, ຫວຽດ​ນາມໄດ້​ສ້າງ​ຕັ້ງຮູບ​ແບບຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ທີ່​ມີ​ຄວາມ​ຄົບ​ຖ້ວນແລະຮອບ​ດ້ານ​ພໍ​ສົມ​ຄວນ​ ​ໂດຍ​ມີ​ເສົາ​ຄ້ຳ​ຕົ້ນ​ຕໍ່ 4 ​ເສົາ​ແມ່ນ​ການ​ຊ່ວຍ​ເຫຼືອ​ວຽກ​ເຮັດ​ງານ​ທຳ ແລະ ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ; ການປະ​ກັນ​ໄພ​ສັງ​ຄົມ; ການຊ່ວຍ​ເຫຼືອທາງ​ສັງ​ຄົມ; ການ​ບໍ​ລິ​ການ​ສັງ​ຄົມຂັ້ນພື້ນ​ຖານ. ບັນ​ດາ​ເສົາ​ຄ້ຳ​ຂອງ​ຮູບແບບຄວາມ​ປອດ​ໄພ​ທາງ​ສັງ​ຄົມຂອງຫວຽດ​ນາມ ໄດ້​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ກົມ​ກຽວ​ແລະຄົບ​ຊຸດ​ພໍ​ສົມ​ຄວນ, ​ໄດ້​ປະ​ກອບ​ສ່ວນທີ່​ສຳຄັນ​ເຂົ້າ​ໃນ​ຜົນ​ງານ​ແຫ່ງ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ​ໄດ້​ຮັບ​ການຍອມ​ຮັບຈາກ​ປະ​ຊາ​ຊົນ​ພາຍ​ໃນ​ປະ​ເທດ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ. ບໍ່​ວ່າ​ຈະ​ເຂົ້າເຖິງດ້ວຍ​ວິທີ​ວົງ​ຈອນ​ຊີ​ວິດ, ຕາມຊັ້ນຄວາມ​ປອດ​ໄພ ຫຼື ພາຍ​ໃຕ້​ການ​ຕອບ​ສະໜອງ​ຄວາມ​ສ່ຽງດ້ານ​ລາຍ​ໄດ້​, ຮູບ​ແບບ​ຄວາມ​ປອດ​ໄພທາງສັງ​ຄົມ​ຂອງຫວຽດ​ນາມ ກໍ​ມີ​ກົນ​ໄກ, ໂຄງ​ການ ​ແລະ ນະ​ໂຍ​ບາຍ ທີ່​ມຸ່ງ​ສູ່​ບັນ​ດາ​ກຸ່ມ​ເປົ້າ​ໝາຍ​ທີ່​ແຕກ​ຕ່າງ​ກັນ ​ແລະ ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການດ້ານ​ສະ​ຫວັດ​ດິ​ການ​ສັງ​ຄົມ​ທີ່​ຮອບ​ດ້ານ​ພໍ​ສົມ​ຄວນ.

ທີ​ສອງ, ໃນ​ຮູບ​ແບບ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ຂອງຫວຽດ​ນາມ ​ໄດ້​ມີ​ການກຳ​ນົດ​ຈະ​ແຈ້ງ​ພໍ​ສົມ​ຄວນ​ກ່ຽວ​ກັບ​ໂຄງ​ປະ​ກອບ​ການ​ຈັດ​ຕັ້ງ, ເປົ້າ​ໝາຍ, ຫຼັກ​ການ, ບັນ​ດາ​ກົນ​ໄກ​ປຸກ​ລະ​ດົມ ແລະ ນຳ​ໃຊ້​ແຫຼ່ງ​ພະ​ລັງ, ກົນ​ໄກ​ປະ​ກອບ​ສ່ວນ ແລະ ຊົມ​ໄຊ້​ສະ​ຫວັດ​ດິ​ການ​ສັງ​ຄົມ. ສິ່ງ​ເຫຼົ່າ​ນີ້​​ໄດ້​ຊ່ວຍ​ໃຫ້​ຮູບ​ແບບຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ຂອງຫວຽດ​ນາມ ເດີນ​ແມ່ນ​ແລ່ນ​ສະ​ດວກ, ຮັບ​ປະ​ກັນ​ຖືກ​ຕາມຫຼັກ​ການ​ທົ່ວ​ປວງ​ຊົນ, ການແບ່ງ​ປັນ, ສະ​ເໝີ​ພາບ ແລະ ​ຍືນ​ຍົງ. ຄຽງ​ຂ້າງ​ກັບ​ຊັບພະຍາກອນ​ຂອງ​ລັດ​ທີ່ມີ​ບົດບາດ​ສຳຄັນ​, ຍັງ​ມີຊັນ​ພະຍາກອນ​ສັງຄົມ, ການ​ປະ​ກອບ​ສ່ວນ​ຂອງ​ຜູ້​ອອກ​ແຮງ​ງານ, ຜູ້ນຳ​ໃຊ້ແຮງ​ງານ, ການປະ​ກອບ​ສ່ວ​ນ​ແບບ​ສະ​ໝັກ​ໃຈ​ຂອງ​ບຸກ​ຄົນ, ອົງ​ການ​ຈັດ​ຕັ້ງ​ພາຍ​ໃນ​ແລະຕ່າງ​ປະ​ເທດ.

ທີສາມ, ຮູບ​ແບບ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ຂອງຫວຽດ​ນາມ ​ໄດ້ມີ​ການ​ດັດ​ແປງ, ບູ​ລະ​ນະ​ຢ່າງ​ຕໍ່​ເນື່ອງ​ແນ​ໃສ່​ເປີດກວ້າງ​ຂະ​ໜາດ​ປົກຫຸ້ມ, ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຊ່ວຍ​ເຫຼືອ ​ລະດັບ​ການ​ຊ່ວຍ​ເຫຼືອ, ຮັບ​ປະ​ກັນຕອບ​ສະໜອງ​​ຄວາມ​​ຕ້ອງ​ການ​ດ້ານ​ສະ​ຫວັດ​ດິ​ການ​ຂັ້ນ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ. ບັນ​ດາ​ໂຄງ​ການ, ນະ​ໂຍ​ບາຍຄວາມ​ປອດ​ໄພ​ທາງ​ສັງ​ຄົມ​​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່​ ​ມີ​ປະ​ສິດ​ທິ​ຜົນ​ກວ່າ​​ເກົ່າ, ລະ​ບອບ​ປະກັນ​ໄພ​ໄດ້​ເປີດກວ້າງ, ຊີ​ວິດການ​ເປັນ​ຢູ່ຂອງ​ປະ​ຊາ​ຊົນ, ລວມທັງ​ກຸ່ມ​ປະ​ຊາກອນ​ທີ່​ອ່ອນ​ແອ ​ໄດ້ຮັບ​ການ​ປົວແປງດີ​ຂຶ້ນ​ຢ່າງ​ຈະ​ແຈ້ງ.

ທີ​ສີ່, ຮູບ​ແບບຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ຂອງຫວຽດ​ນາມ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ທາດ​ແທ້​ອັນ​ດີ​ງາມ​ຂອງ​ລະ​ບອບສັງຄົມ, ນຳ​ມາ​ເຊິ່ງ​ຄວາມ​ສຳ​ເລັດ​ໃນ​ການ​ປະກັນ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ທີ່ໜ້າ​ຊື່ນ​ຊົມ ​ແລະ​ ໄດ້​ຮັບ​ການ​ຍອມຮັບ​ຈາກ​ໂລກ​, ຄື​ຜົນ​ສຳ​ເລັດ​​ໃນການລົບ​ລ້າງ​ຄວາມ​ທຸກ​ຍາກ, ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ… ​ໂດຍ​ສະ​ເພາະ, ຜົນສຳ​ເລັດ​ທີ່​ພົ້ນ​ເດັ່ນ​ໃນ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມຂອງ​ຫວຽດນາມ​ໄດ້​ຮັບດັງ​ລຸ່ມນີ້:

- ຫວຽດ​ນາມໄດ້​ບັນ​ລຸ​ຜົນ​ງານ​ທີ່​ມີ​ຄວາມ​ປະ​ທັບ​ໃຈ​ໃນ​ການ​ຊ່ວຍ​ເຫຼືອ​ສ້າງວຽກ​ເຮັດ​ງານ​ທຳ ແລະ ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ. ພ້ອມ​ກັບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ທີ່​ໄດ້​ຮັກ​ສາ​ໃນ​ລະ​ດັບ​ສູງ, ວິ​ສາ​ຫະ​ກິດ​ທີ່​ຂຶ້ນ​ກັບ​ທຸກໆ​ພາກ​ສ່ວນ​​ໄດ້ຮັບ​ການ​ຊ່ວຍ​ເຫຼືອ​ແລະ​ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ການ​ພັດ​ທະ​ນາ, ການດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ໄດ້​ຮັບ​ຜົນ​ດີ ດັ່ງ​ນັ້ນ​ໃນ​ແຕ່​ລະ​ປີ​ຜູ້​ອອກແຮງ​ງານ​ເປັນ​ລ້ານ​ຄົນ​ໄດ້​ມີວຽກ​ເຮັດ​ງານ​ທຳ.

ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກແລະການແກ້​ໄຂວຽກ​ເຮັດ​ງານ​ທຳ ​ໄດ້​ປະ​ຕິ​ບັດ​ໂດຍ​ຜ່ານ​ບັນ​ດາ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ ແລະ ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ທັງ​ລະ​ບົບ​ການ​ເມືອງ ແລະ ທົ່ວ​ສັງ​ຄົມ. ອັດຕາ​ການ​ຫວ່າງ​ງານ​ຢູ່​​ໃນລະ​ດັບ​ຕ່ຳ (2% - 3%). ອັດ​ຕ​າ​​ຄວາມ​ທຸກ​ຍາກຫຼຸດ​ລົງຢ່າງ​ໄວ, ໃນ​ປະ​ຈຸ​ບັນ, ອັດຕາ​ຄວາມທຸກ​ຍາກ​ຢູ່ຫວຽດ​ນາມ​ຕ່ຳກວ່າ 10% (ຕາມ​ມາດ​ຕະ​ຖານ​ຄວາມ​ທຸກ​ຍາກຫຼາຍດ້ານ).

- ການປະ​ກັນ​ສັງ​ຄົມ​ນັບ​ມື້​ນັບ​​ເປີດກ​ວ້າງ​ຂະ​ໜາດການ​ປົກ​ຫຸ້ມ ແລະ ດັດ​ແປງ​ລະ​ບອບ​ປະ​ກັນ​ໄພ, ຕອບ​ສະ​ໜອງ​ໄດ້​​ເປັນ​ຢ່າງດີ​ຄວາມ​​ຕ້ອງ​ການ​ດ້ານ​ສະ​ຫວັດ​ດິ​ການ​ຂອງຜູ້​ແຮງ​ງານ. ລະ​ບົບ​ອົງ​ການ​ປະ​ກັນ​ໄພ​ສັງ​ຄົມ ໄດ້​ສ້າງ​ຕັ້ງ​ເປັນ​ລະບົບ​ຈັກ​ແຕ່​ສູນ​ກາງ​ຈົນ​ຮອດ​ທ້ອງ​ຖິ່ນ. ລະ​ບົບ​ກົດ​ໝາຍ​ກ່ຽວ​ກັບ​ແຮງ​ງານ ແລ​ະ ການປະ​ກັນ​ໄພ​ສັງ​ຄົມນັບ​ມື້​ນັບ​ໄດ້​ຮັບ​ການ​ປົ​ວ​ແປງ​ບູ​ລະ​ນະ. ບັນ​ດາ​ຮູບ​ການ​ປະ​ກັນ​ໄພ​ໄດ້​ເປີດກວ້າງ​ ດ້ວຍ​ການ​ແນະນຳ​ການ​ປະ​ກັນ​ໄພ​ສັງ​ຄົມແບບສະ​ໝັກ​ໃຈ, ປະ​ກັນ​ໄພ​ຫວ່າງ​ງານ, ປະ​ກັນ​​ສຸຂະ​ພາບ​ຄອບ​ຄົວ… ຂອບ​ເຂດ​ປົກ​ຫຸ້ມຂອງ​ປະ​ກັນ​ໄພ​ສັງ​ຄົມ, ປະ​ກັນ​ສຸຂະ​ພາບ, ປະ​ກັນ​ໄພ​ຫວ່າງ​ງານ​ ນັບ​ມື້​ນັບ​ໄດ້​ເປີດກວ້າງ; ຂັ້ນ​ຕອນ​ການ​ເຂົ້າ​ຮ່ວມ ແລະ ການຊົມ​ໃຊ້​ຜົນ​ປະ​ໂຫຍ​ດ​ປະ​ກັນ​ໄພ​ສັງ​ຄົມ​ນັບ​ມື​ນັບ​ມີ​ຄວາມ​ສະ​ດວກ​.

- ການ​ຊ່ວຍ​ເຫຼືອທາງ​ສັງ​ຄົມ​​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັບ​ປະ​ກັນ​ຊີ​ວິດ​ໃຫ້​ພາກ​ສ່ວນ​ຜູ້​ສູງ​ອາຍຸ, ຄົນ​ພິ​ການ; ຄົນ​ທີ່​ຖືກ​​ຜົນ​ສະ​ທ້ອນ​ຈາກ​ໄພ​​ທຳ​ມະ​ຊາດ… ການ​ຊ່ວຍເຫຼືອທາງສັງ​ຄົມ​ໄດ້​ເຫັນ​ເປັນ​ສັງ​ຄົມ​​ເທື່ອ​ລະ​ກ້າວ, ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ແບບ​ສະ​ໝັກ​ໃຈ​ຂອງ​ຊຸມ​ຊົນ​ສັງ​ຄົມ ແລະ ວິ​ສາ​ຫະ​ກິດ.

- ການສະ​ໜອງ​ການ​ບໍ​ລິ​ການ​ສັງ​ຄົມ​ຂັ້ນ​ພື້ນ​ຖານ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ແລະ ນັບ​ມື້​ນັບ​ໄດ້​ດັດແປງ. ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ນ້ຳ​ສະ​ອາດ, ເຮືອນ​ຢູ່, ຂໍ້​ມູນ​ຂ່າວ​ສານ​ ແມ່ນ​ບັນ​ດາ​ການ​ບໍ​ລິ​ການ​ສັງ​ຄົມຂັ້ນ​ພື້ນ​ຖານ​ ທີ່​​ລັດ​ໄດ້​ຍູ້​ແຮງ​ການ​ສະ​ໜອງ, ຍົກ​ສູງ​ຄຸນ​ນະ​ພາບ ແລະ ຖືກ​ນຳ​ເຂົ້າ​ໃນ​ເສັ້ນ​ຄວາມ​ທຸກ​ຍາກຫຼາຍ​ດ້ານ. ລັດ​​ມີຫຼາຍ​ນະ​ໂຍ​ບາຍ​ໃນການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ການ​ບໍ​ລິ​ການ​​ສັງ​ຄົມ​ຢູ່​ເຂດ​ຫ່າງ​ໄກ​ສອກ​ຫຼີດ, ເຂດ​​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ຊ່ວຍ​​ຍົກ​ສູງ​ຄວາມ​ສາ​ມາດ​ເຂົ້າ​ເຖິງ​ໂຮງ​ຮຽນ, ສຸກ​ສາ​ລາ, ນ້ຳ​ສະ​ອາດ ແລະ ຂໍ້​ມູນ​ຂ່າວ​ສານ. ພ້ອມ​ກັນ​ນັ້ນ, ລັດ​ກໍ່​ຍັງ​ມີ​ນະ​ໂຍ​ບາຍ​ເອື້ອ​ອຳ​ນວຍ ຊ່ວຍ​ເຫຼືອ​ຄົນ​ທຸກ​ຍາກ, ເດັດ​ນ້ອຍ​ໃນ​ການ​ເຂົ້າ​ເຖິງ​ການ​ສຶກ​ສາ, ສາ​ທາ​ລ​ະ​ນະ​ສຸກ. ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ແບບນີ້, ຫວຽດ​ນາມເປັນ​ປະ​ເທດ​ທີ່​ມີດັດຊະນີ​ການ​ພັດ​ທະ​ນາ​ມະ​ນຸດສູງ, ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ເວົ້າ​ລວມແລະຄວາມທຸກ​ຍາກ​ຫຼາຍ​ດ້ານ​ເວົ້າ​ສະ​ເພາະ ​ໄດ້​ບັນລຸຜົນ​ງານທີ່​ປະ​ທັບ​ໃຈ, ການປະ​ກັນສຸຂະພາບ​ໄດ້​ປົກ​ຫູ້ມຫຼາຍ​ກວ່າ 80% ຈຳ​ນວນ​ພົນ​ລະ​ເມືອງ.

ເຖິງ​ວ່າຮູບ​ແບບ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ຂອງຫວຽດ​ນາມ ​ໄດ້​ບັນ​ລຸ​​ຜົນ​ງານຫຼາຍ​ຢ່າງ ແຕ່ກໍ່​ຍັງ​ມີຫຼາຍ​ບັນ​ຫາ​ທີ່​​ຕ້ອງ​​ແກ້​ໄຂ.

ທີ​ໜຶ່ງ, ຂະ​ໜາດການ​ປົກ​ຫຸ້ມ​ຂອງ​ຮູບ​ແບບຄວາມ​ປອດ​ໄພ​ທາງ​ສັງ​ຄົມ​​ຍັງ​ແຄບ.

ສິ່ງ​ດັງ​ກ່າວ​ສະ​ແດງອອກ​ຢູ່ທີ່ ​ອັດຕາການ​ເຂົ້າ​ຮ່ວມ​ປະກັນ​ໄພ​ສັງຄົມກວມ​ເອົາ​ໜ້ອຍ​ກວ່າ 1/3 ຂອງກຳ​ລັງ​ແຮງ​ງານ; ອັດ​ຕາການ​ເຂົ້າ​ຮ່ວມ​ປ​ະ​ກັນ​ໄພຫວ່າງ​ງານກໍ່​ຍັງ​ຕ່ຳ​ຫຼາຍ; ການ​ຊ່ວຍ​ເຫຼືອ​ທາງສັງ​ຄົມສາມາດປົກ​ຫຸ້ມ​ໄດ້ພຽງ​ພາກ​ສ່ວນ​ໜຶ່ງຂອງ​ຜູ້​ທີ່​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ. ຄວາມ​ປອດ​ໄພ​ທາງ​ສັງຄົມຕົ້ນ​ຕໍ່​ແມ່ນ​ປົກ​ຫຸ້ມກຸ່ມ​ເປົ້າ​ໝາຍທີ່​ທຸກ​ຍາກ, ຄົນ​ພິ​ການທີ່ບໍ່​ມີ​ບ່ອນ​ເພິ່ງ​ພາ​ອາ​ໄສ, ບໍ່​​ສາ​ມາດ​​ເບິ່ງ​ແຍງ​ຕົວ​ເອງ​ໄດ້ ​ແລະ​ ຜູ້​ສູງ​ອາຍຸ​ຫຼາຍ​ກວ່າ 80 ປີ; ຜູ້​ອອກ​ແຮງ​ງານ​ໃນຂົງ​ເຂດ​ເສດ​ທະ​ກິດ​ເປັນ​ທາງ​ການ​ມີ​ການ​ປ​ະ​ກັນ​ໄພ​ສັງ​ຄົມ. ຂະໜາດການ​ປົກ​ຫຸ້ມຂອງການປະ​ກັນ​ໄພ​ສັງ​ຄົມ​ຍັ​ງ​ຕ່ຳ​ ​ເຖິງ​ວ່າ​ໃນ​ຊຸມ​ປີທີ່​ຜ່ານ​ມາ​​ໄດ້ມີ​ການປົວ​ແປງ​ກໍ່ຕາມ. ຕາມ​ສະ​ຖີ​ຕິ​ຂອງ​ອົງ​ການ​ປະ​ກັນ​ໄພ​ສັງ​ຄົ​ມຫວຽດ​ນາມ, ໃນ​ປີ 2011 ຈຳ​ນວນຄົນ​ທີ່ເຂົ້າ​ຮ່ວມການ​ປະ​ກັນ​ໄພ​ສັງ​ຄົມມີ​ 10,2 ລ້ານ​ຄົນ, ປີ 2017 ຈຳ​ນວນ​ຄົນທີ່​ເຂົ້າ​ຮ່ວມ​ການປະ​ກັນ​ໄພ​ສັງ​ຄົມມີ 13,8 ລ້ານ​ຄົນ, ​ແລະປີ 2019 ມີ 14,5 ລ້ານ​ຄົນ. ແຕ່​ວ່າ, ອັດ​ຕາການ​ປົກ​ຫຸ້ມ​ຂອງ​ການປະ​ກັນ​ໄພ​ສັງ​ຄົມ​ໄດ້ພຽງ​ປະ​ມານ 1/4 ຂອງກຳ​ລັງ​ແຮງ​ງານ​ທີ່ມີ​ອາ​ຍຸ 15 ປີຂຶ້ນ​ໄປ, ຕາມ​​ຂໍ້​ມູນ​ຂອງ​ກົມ​ໃຫຍ່​ສະ​ຖິ​ຕິ, ເຖິງວ່າ​ອັດ​ຕາ​ການ​ປົກ​ຫຸ້ມ​ໄດ້​ເພີ່ມ​ຂຶ້ນ​ຈາກ 20,3% ​ໃນປີ 2011 ເປັນ 25,2% ໃນ​ປີ 2017. ​ສິ່ງ​ດັງ​ກ່າວ​ໝາຍຄວາມ​ວ່າ ກຳລັງ​ແຮງ​ງານສ່ວນ​ໃຫຍ່​ຍັງ​ບໍ່​ໄດ້​ເຂົ້າ​ຮ່ວມ​ການປະ​ກັນ​ໄພ​ສັງ​ຄົມ ແລະ ບໍ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການປະ​ກັນ​ໄພ​ສັງ​ຄົມ, ໃນ​ປະ​ຈຸ​ບັນແລະອະ​ນາ​ຄົດ​ ຫຼັງຈາກ​ຮອດ​ອາ​ຍຸກະສຽນ​​ບຳ​ນານ.

ອີກ​ດ້ານ​ໜຶ່ງ, ຈຳ​ນວນ​ຄົນທີ່​ເຂົ້າ​ຮ່ວມການ​ປະ​ກັນ​ໄພ​ສັງ​ຄົມ​ແບບ​ສະຫຼັກ​ໃຈ​​ກວມ​ເອົາພຽງ​​​ສ່ວນໜ້ອຍ​ໜຶ່ງ​ຂອງຈຳນວນ​ຜູ້​ອອກ​ແຮງ​ງານ​ທັງ​ໝົດ​ທີ່​ເຂົ້າ​ຮ່ວມ​ໃນ​ການ​ປະກັນ​ໄພ​ສັງ​ຄົມ. ພາຍຫຼັງ 10 ປີ​ແຫ່ງ​ການຈັດ​ຕັ້ງ​ປະຕິບັດ​ນະ​ໂຍ​ບາຍ​ປະ​ກັນ​ໄພ​ສັງ​ຄົມ​ແບບ​ສະ​ໝັກ​ໃຈ, ​ມີຜູ້ເຂົ້າ​ຮ່ວມປະ​ມານ 300.000 ​ຄົນ. ໃນ​ຂະ​ນະນັ້ນ, ຂົງ​ເຂດບໍ່​​ເປັນທາງ​ການ​ໃນ​ປະ​ຈຸ​ບັນ​ມີ​ຜູ້​ອອກ​ແຮງ​ງານ​ປະ​ມານ 40 ລ້ານ​ຄົນ. ສິ່ງດັ່ງກ່າວໃຫ້​ເຫັນ​ວ່າ ຜູ້​ອອກ​ແຮງ​ງານ​ຍັງ​ບໍ່ທັນ​ຮູ້​ເຖິງ​ຜົນ​ປະ​ໂຫຍດ​ຂ​ອງ​ການ​ເຂົ້າ​ຮ່ວມການ​ປະ​ກັນ​ໄພ​ສັງ​ຄົມ​ແບບ​ສະ​ໝັກ​ໃຈ, ການປະ​ກັນ​ໄພ​ສັງ​ຄົມ​ແບບ​ສະ​ໝັກ​ໃຈ​​ບໍ່​ມີ​ຄວາມ​ດຶ​ງ​ດູດພຽງພໍ ຫຼື ຜູ້​ອອກ​ແຮງ​ງານບໍ່​​ມີ​ຄວາມ​ສາ​ມາດ​ທາງການ​ເງິນ​ໃນ​ການ​ຈ່າຍ​ເງິນ​ປະ​ກັນ​ໄພ​ສັງ​ຄົມ​ແບບ​ສະ​ໝັກ​ໃຈ.

ທີ​ສອງ, ຮູບ​ແບບຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ໃນປະ​ຈຸ​ບັນ​ບໍ່​ຮັບ​ປະ​ກັນຄວາມ​ຍືນ​ຍົງ.

- ກອງ​ທຶນປ​ະ​ກັນ​ໄພ​ສັງ​ຄົມ​ມີ​ຄວາມ​ສ່ຽງ​ທີ່​ຈະ​ເກີດ​ຄວາມບໍ່​ຍືນ​ຍົງ, ບໍ່​ສົມ​ດຸນ​ໃນ​ໄລ​ຍະ​ຍາວ ​ໃນ​ສະ​ພາບ​ການ​ຂອງ​ປະຊາກອນ​ສູງ​ອາຍຸ. ​ໃນ​ປີ 2010, ການ​​ໃຊ້​ຈ່າຍປະ​ກັນ​ໄພ​ສັງ​ຄົມກວມ​ເອົາ​ພຽງ​ແຕ່ 73,9% ຂອງ​ລາຍ​ຮັບ​ຈາກ​ປະ​ກັນ​ໄພ​ສັງ​ຄົມ,  ​ເຖິງ​ປີ 2015, ອັດ​ຕາ​ສ່ວນນີ້​ໄດ້ເພີ່ມຂຶ້ນ​ເປັນ 99,5%. ດ້ວຍອັດຕາ​ການ​ເຕີບ​ໂຕ​ຂອງ​ການ​​ໃຊ້​ຈ່າຍ​ປະ​ກັນ​ໄພ​ສັງ​ຄົມ​ໃນ​ປະ​ຈຸ​ບັນ, ຖ້າບໍ່​​ອອກ​ແບບ​ຮູບ​ແບບການ​ປະ​ກັນ​ໄພ​ສັງ​ຄົມ​ຄືນ​ໃໝ່, ​​ຄ່າ​ໃຊ້​ຈ່າຍ​ປະ​ກັນ​ໄພ​ສັງ​ຄົມ​ຈະ​ເກີນກວ່າ​ລາຍ​ໄດ້. ໃນ​ຂະ​ນະດຽວ​ກັນ, ສະ​ພາບ​ການ​ຮັບ​ເງິນ​ປະ​ກັນ​ໄພ​ສັງ​ຄົມ​ຄັ້ງ​ດຽວ​ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ​ໃນໝູ່​ຜູ້​ອອກ​ແຮງ​ງານ, ​ໂດຍ​ສະ​ເພາະ​ຜູ້​ອອກ​ແຮງ​ງານ​ໃນ​ວິ​ສາ​ຫະ​ກິດ ໃນ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ, ​ສົ່ງ​ຜົນ​ກະທົບ​ຕໍ່​ກອງ​ທຶນ​ປະ​ກັນ​ໄພ, ພ້ອມ​ທັງ​ເພີ່ມ​ຈຳ​ນວນ​ຄົນ​ທີ່ບໍ່​ໄດ້​ຮັບ​ເງິນ​ປະ​ກັນ​ໄພ​ເມື່ອ​ພວກ​ເຂົາ​ອອກ​ກິນ​​ເບ້ຍບຳ​ນານ.

- ໜຶ່ງ​ໃນ​ສາ​ເຫດຂອງ​ການ​ໃຊ້​ຈ່າຍ​ແບບ​ປົກະ​ຕິເພີ່ມຂຶ້ນ​ຢ່າງ​​ໄວວາ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ມໍ່​ນີ້​ແມ່ນຍ້ອນ​ການ​ໃຊ້​ຈ່າຍ​ເພື່ອ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ເພີ່ມ​ຂຶ້ນ​ຢ່າງ​​ໄວ. ຖ້າບໍ່​ມີວິທີ​ການ​ປັບ​ໂຄງສ້າງ​ງົບ​ປະ​ມານຂອງ​ລັດ ແລະ ລະ​ດົມ​ແຫຼ່ງຊັບພະຍາກອນ​ສັງ​ຄົມ ມັນ​ຈະບໍ່​ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການຂອງ​ການ​ປະກັນ​ສັງ​ຄົມ, ຫຼື​ຈະ​ບໍ່​ຮັບ​ປະ​ກັນ​​ຄວາມຍືນ​ຍົງ​ຂອງ​ງົບ​ປະ​ມານ​ແຫ່ງລັດ.

- ຜົນ​ງານ​ແຫ່ງ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຍັງ​ບໍ່​ທັນ​ໝັ້ນ​ຄົງ, ອັດ​ຕາ​ສ່ວນ​ຄົນ​ທຸກ​ຍາດ​ຄືນ​ໃໝ່​ສູງ. ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຍັງຢູ່​ໃນ​ລະດັບ​ຕ່ຳສຳ​ລັບ​ບັນ​ດາ​ຄອບ​ຄົວ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ພິ​ເສດ​ແມ່ນ​ເຂດ​ຊົນ​ເຜົ່າ​ສ່ວ​ນ​ໜ້ອຍ. ຮູບ​ແບບຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ຕ້ອງ​ອອກ​ແບບ​ລະ​ບົບ​ນະ​ໂຍ​ບາຍຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢ່າງ​ມີ​ປະ​ສິດ​ທິ​ຜົນສຳລັບປະ​ຊາກອນ​ກຸ່ມ​ນີ້.

ທີ​ສາມ, ການ​ຊ່ວຍ​ເຫຼືອທາງ​ສັງ​ຄົມຍັງຢູ່​ໃນ​ລະດັບ​ຕ່ຳ ແລະ ​ປະ​ຊາກອນ​ສ່ວນ​ໜຶ່ງ​ຍັງ​ບໍ່​​ໄດ້​ຮັບປະ​ກັນມາດຕະຖານ​ການ​ດຳລົງຊີ​ວິດຂັ້ນ​ຕ່ຳ​.

​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຍັງ​ຊັກ​ຊ້າ, ຄວາມ​ສ່ຽງ​ແຫ່ງ​ການຕົກທຸກ​ຍາກ​ຄືນ​ໃໝ່ຍັງສູງ. ຊັບ​ພະຍາກອນ​ການ​ດຳລົງຊີວິດ​ຂອງ​ຄົນ​ທຸກ​ຍາກຍັງ​ຖືກ​ຈຳ​ກັດ ທັງດ້ານ​ການ​ເງິນ, ວັດ​ຖຸ, ເງື່ອນ​ໄຂ​ທຳ​ມະ​ຊາດ, ທີ່​ດິນ ແລະ ແຫຼ່ງ​ພະ​ລັງ​ສັງ​ຄົມ. ໂຄງ​ສ້າງ​ພື້ນ​ຖານ​ໃນ​ເຂດ​ເນີນ​ສູງ, ​ເຂດ​ຫ່າງ​ໄກ​ສອກຫຼີກ, ເຂດ​​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຍັງ​ຂາດ​​ເຂີນແລະອ່​ອນ​ແອ ເຖິງວ່າ​ລັດ​ໄດ້ໃຫ້​ຄວາມ​ເອົາ​ໃຈ​ໃສ່, ລົງທຶນ​ກໍ່ສ້າງ, ຊ່ວຍ​ເຫຼືອ​ການ​ພັດ​ທະ​ນາ ພາຫະ​ນະ​ການ​ຄອງ​ອາ​ຊີບ. ການເຂົ້າ​ເຖິງ​ບໍ​ລິ​ການ​ສັງ​ຄົມ​ພື້ນ​ຖານ​ຍັງຖືກ​ຈຳ​ກັດ, ​ໃນຫຼາຍ​​ແຫ່ງ​ບໍ່​ມີ​ໂຮງ​ຮຽນ, ສຸກ​ສາ​ລາ ຫຼື​ໂຮງ​ຮຽນ​, ສຸກ​ສາ​ລາ​ຢູ່​​ໄກ, ທາງ​ໄປ​ມາ​ຫຍຸ້ງ​ຍາກ. ອັດ​ຕາ​ສ່ວນຂອງ​ຄອບ​ຄົວ​ທີ່​ມີ​ເຮືອນຢູ່​ຖາວອນ, ມີ​ນ້ຳ​ສະ​ອາດ​ແມ່ນ​ຍັງ​ຕ່ຳ. ຄຸນ​ນະ​ພາບຂອງ​ການ​ໃຫ້​ບໍລິການ​ສັງ​ຄົມ​​ໃນຫຼາຍ​ບ່ອນບໍ່​​ສູງ.

ທີ​ສີ່, ລະ​ຫວ່າງ​ບັນ​ດາ​ເສົາ​ຄ້ຳ​ຂອງ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ຍັງ​ມີ​ການ​ຊ້ຳ​ຊ້ອນ​ກັນ.

ມີ​ການ​ຊ້ຳ​ຊ້ອນ​ກັນ​ລະ​ຫວ່າງ​ການ​ຊ່ວຍ​ເຫຼືອ​ວຽກ​ເຮັດ​ງານ​ທຳ, ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ການຊ່ວຍ​ເຫຼືອທາງ​ສັງ​ຄົ​ມ. ​ຫຼາຍໂຄງ​ການຫຼຸດ​ຜ່ອນຄວາມ​ທຸກ​ຍາກ​ທີ່​ແຕກ​ຕ່າງ​ກັນ ​ໄດ້​ຮັບ​ການປະ​ຕິ​ບັດ ແລະ ຄອບ​ຄົວ​ໜຶ່ງ, ພື້ນ​ທີ່​ໜຶ່ງອາດ​ຈະ​ຊົມ​ໃຊ້ຜົນ​ປະ​ໂຫຍ​ດຈາກຫຼາຍ​ໂຄງ​ການ​ທີ່​​ຕ່າງ​ກັນ. ນັ້ນ​ແມ່ນ​ຍັງ​ບໍ່ທັນ​ເວົ້າ​ເຖິງ​ໂຄງ​ການ​ຂອງ​ທ້ອງ​ຖິ່ນ, ໂຄງ​ການປະສົມປະສານ​ເຂົ້າ​ໃນນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ບັນ​ດາ​ໂຄງ​ການ, ​ແຜນງານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ອົງ​ການ​ຈັດ​ຕັ້ງ​ການ​ເມືອງ-ສັງ​ຄົມ, ຂອງ​ອົງ​ການ​ສາ​ກົນ, ຂອງ​ຊຸມ​ຊົນ… ສິ່ງດັງກ່າວ​ເຮັດ​ໃຫ້​ຊັບພະຍາກອນ​ກະຈັດກະ​ຈາຍ, ມີຫຼາຍໂຄງ​ການແຕ່​​ຊ້ຳ​ຊ້ອນກັນ​ຈຶ່ງເຮັດ​ໃຫ້​ມີ​ສະ​ພາບ​ການ​ບ່ອນຂາດ​ເຂີນ​ຍັງ​ຂາດ​ເຂີນຢູ່, ບ່ອນ​ເຫຼືອ​ເພືອ​ຍັງ​ເຫຼືອຫຼາຍ… ດັ່ງ​ນັ້ນການປະ​ເມີນ​ປະ​ສິດ​ທິ​ຜົນ​ຂອງ​ແຕ່​ລະ​ລາຍ​ການ, ໂຄງ​ການຈຶ່ງ​ພົບ​ຄວາມຫຍຸ້ງ​ຍາກ. ນອກຈາກ​​ນັ້ນ​ ຄວາມ​ຊ້ຳ​ຊ້ອນ​ກັນລະ​ຫວ່າງ​ການ​ສະ​ໜອງ​​ບໍ​ລິ​ການ​ສັງ​ຄົມ​ອັນ​ພື້ນ​ຖານໃນ​ບັນ​ດາ​ໂຄງ​ການ​ປະກັນ​ສັງ​ຄົມ, ການຊ່ວຍ​ເຫຼືອ​ສັງ​ຄົມ, ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ​ກັບ​ເນື້ອ​ໃນ​ຄຸ້ມ​ຄອງ​​ລັດ​ຂອ​ງຂະ​ແໜງຕ່າງໆ​ເຊັ່ນ ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ, ຊັບ​ພະ​ຍາ​ກອນ​ສິ່ງ​ແວດ​ລ້ອມ, ຂໍ້​ມູນ​ຂ່າວ​ສານ-ສື່ມວນ​ຊົນ…

ທີ​ຫ້າ, ການ​ຄຸ້ມ​ຄອງ​ລັດ​ໃນ​ການ​​ປະ​ກັນ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ກໍ່​ຍັງ​ມີ​ຂໍ້​ຈຳ​ກັດ, ເຮັດ​ໃຫ້ປະ​ສິດ​ທິ​ຜົນ​ຂອງ​ຮູບ​ແບບ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມຫຼຸດ​ລົງ.

ກາ​ນ​ຄຸ້ມ​ຄອງປະ​ຕິ​ບັດ​​ໂຄງ​ການ, ​ແຜນ​ງານ​ບາງ​ບ່ອນກໍ່​ຫຼວມ​ແຫຼວ​ ນຳ​ໄປ​ສູ່ກໍ​ລະ​ນີຂອງ​ການ​ຊ່ວຍ​ເຫຼືອ​ທີ່​ບໍ່​ຖືກຕ້ອງ​ສຳລັບ​ຜູ້​ຮັບ​ຜົນ​ປະ​ໂຫຍ​ດ (ຕົວ​ຢ່າງ, ຊ່ວຍ​ເຫຼືອ​ໃຫ້​ຄອບ​ຄົວທີ່​ບໍ່​ທຸກ​ຍາກ, ຄອບ​ຄົວ​ພະ​ນັກ​ງານ​​ຕາ​ແສງ, ພະນັກງານບ້ານ), ຄຸນ​ນະ​ພາບຂອງ​ການຝຶກອົບຮົມ​ວິ​ອາ​ຊີບແລະຊ່ວຍ​ເຫຼືອ​ວຽກ​ເຮັດ​ງານ​ທຳ​ກໍ່​​ບໍ່​ສູງ, ມີກໍ​ລະ​ນີຍັກ​ຍອກ​ແລະສໍ້​ລາດ​ບັງຫຼວງ​ທີ່​ພົວ​ພັນ​ເຖິງ​ໂຄງ​ການຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ… ການ​ຄຸ້ມ​ຄອງ, ການລະ​ດົມແລະນຳ​ໃຊ້​ກອງ​ທຶນປະ​ກັນ​ໄພ​ສັງ​ຄົມ​ກໍ່​ມີ​ຂໍ້​ບົກພ່ອງ. ຂັ້ນ​ຕອນ​ການ​ບໍ​ລິ​ຫານ​ທີ່ກ່ຽວຂ້ອງກັບ​ການ​ປະ​ກັນ​ໄພ​ສັງ​ຄົມ ເຖິງວ່າ​ໄດ້​ຮັບ​ການ​ດັດ​ແປງແຕ່ກໍ່​ຍັງ​ມີ​ຄວາມ​ສັບ​ສົນ, ຍັງ​ບໍ່​ທັນສ້າງ​ສິ່ງ​ທີ່​ດີ​ສຸດສຳລັບຜູ້​ທີ່​ເຂົ້າ​ຮ່ວ​ມ. ການຫາ​ຜົນ​ປະ​ໂຫຍດສ່ວນ​ຕົວ​ໃນກ​ອງ​ທຶນ​ປະ​ກັນ​ໄພ​ສັງ​ຄົມ, ປະ​ກັນ​ໄພ​ສຸຂະພາບ, ປະ​ກັນ​ໄພຫວ່າງ​ງານກໍ່​ຍັ​ງມີ​ຢູ່. ການ​ຄຸ້ມ​ຄອງ, ການນຳ​ໃຊ້ ​ແລະ ການ​ເບີກຈ່າຍ​ເງິນ​ກອງ​ທຶນ​ຊ່ວຍ​ເຫຼືອ​ສັງ​ຄົມ​​ບໍ່​ມີ​ປະ​ສິດ​ທິ​ຜົນ, ​ໂດຍ​ສະ​ເພາະ, ການ​ຊ່ວຍ​ເຫຼືອ​ຢ່າງ​ກະ​ທັນ​ຫັນ​​ໃນໄພ​ພິ​ບັດທາງທຳ​ມະ​ຊາດ, ນ້ຳ​ຖ້ວມ​ແລະ​ລົມພາຍຸ​ຍັງ​ຊ້າ, ​ເຊິ່ງກໍ່​​ໃຫ້​ເກີດ​ຄວາມຮ້ອນ​ເຄືອງທາງ​ສັງ​ຄົມຫຼາຍ​ຢ່າງ.

ທີ​ຫົກ, ກົນ​ໄກ​ປຸກ​ລະ​ດົມແລະນຳ​ໃຊ້​​ແຫຼ່ງ​ພະ​ລັງ​ສັງ​ຄົມ​ໃຫ້​ແກ່​ການ​ຮັບ​ປະ​ກັນຄວາມ​ປອດ​ໄພ​ທາງສັງ​ຄົມບໍ່​ພຽງພໍ.

ເຖິງວ່າ​ການລະ​ດົມ​ແຫຼ່ງ​ພະ​ລັງ​ສັງ​ຄົມ​ໃຫ້​ແກ່​ການ​ຮັບ​ປະ​ກັນຄວາມ​ປອດ​ໄພ​ທາງ​ສັງຄົມ​ຍາມ​ໃດ​ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ແລະ​ໄດ້ເນັ້ນ​ໜັກ​ໃນ​​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ພັກແລະລັດກໍ່ຕາມ, ແຕ່​ໃນຄວາມ​ເປັນຈິງ​ແມ່ນຍັງ​ຂາດ​ກົນ​ໄກ​ລະ​ດົມແລະນຳ​ໃຊ້​​ແຫຼ່ງ​ພະ​ລັງ​ນີ້. ບັນດາກົນ​ໄກທີ່​ມີ​ຢູ່​ບໍ່​​ໄດ້ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຊຸມ​ຊົນ​ທ້ອງ​ຖິ່ນ​ໃນ​ການ​ຊ່ວຍ​ເຫຼືອ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ.

ທິດ​ທາງ​​ພັດ​ທະ​ນາ​ຄວາມ​ປອດ​ໄພ​ທາງສັງ​ຄົມ​ໃນ​ໄລ​ຍະ​ໃໝ່

ເພື່ອ​ສືບ​ຕໍ່​ພັດ​ທະ​ນາ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ, ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ໄດ້ຮັບ​ການ​ປ້ອງ​ກັນ​ທີ່ດີ​ຈາກ​ຄວາມ​ສ່ຽງ​ດ້ານ​ລາຍ​ຮັບແລະສາມາດເຂົ້າ​ເຖິງ​ການ​ບໍລິ​ການ​ສັງ​ຄົມ​ຂັ້ນ​ພື້ນ​ຖານ, ການ​ປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມຄວນ​ໄດ້​ຮັບ​ການ​ປັບປຸງ​ຄືນໃໝ່​​ໃນ​ທິດທາງ​ຕໍ່​ໄປນີ້:

ທີ​ໜຶ່ງ, ຊີ້​ແຈງ​ແລະ​ສ້າງ​ຄວາມ​ເຂົ້າ​ໃຈ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ສັງຄົມ ແລະ ບູ​ລະ​ນະ​ຮູບ​ແບບຄວາມ​ປອດ​ໄພ​ທາງ​ສັງ​ຄົມຫຼາຍ​ຊັ້ນ, ​ໂດຍ​ສະ​ເພາະ​ຄວາມ​ປອດ​ໄພ​ທາງ​ສັງຄົມຂັ້ນ​ພື້ນ​ຖານ. ຄວາມ​ປອດ​ໄພ​ທາງ​ສັງຄົມ​ໄດ້​ຮັບ​​ຮູ້​ຕາມ​ແນວ​ຕັ້ງເປັນ​ຕົ້ນຕໍ ​ເຊິ່ງ​ມີ​​ບັນ​ດາ​ເສົາ​ຄ້ຳ​ຫຼັກ​ຄື ​ການປະ​ກັນ​ໄພ​ສັງ​ຄົມ​, ການຊ່ວຍ​ເຫຼືອ​ທາງ​ສັງ​ຄົມ ແລະ ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ. ອີກ​ດ້ານ​ໜຶ່ງ, ເຖິງວ່າ​ອາດ​ຈະຈິນຕະນາການ​ຢ່າງ​ງ່າຍ​ດາຍ​ກ່ຽວ​ກັ​ບ 3 ຊັ້ນ​ຂອງ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ, ໂດຍ​ສະ​ເພາະ​ຄວາມ​ປອດ​ໄພ​ທາງ​ສັງຄົມຂັ້ນ​ພື້ນ​ຖານ, ​ແຕ່​ກໍ່ຕ້ອງ​ສືບ​ຕໍ່​ຄົ້ນ​ຄວ້າ, ບູ​ລະ​ນະ ແລະ ​ສ້າງ​ເສັ້ນທາງ​ໃນ​ການ​ປະ​ຕິ​ບັດທີ່ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ດ້ານ​ການ​ເງິນ.

ທີ​ສອງ, ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການເຕີບ​ໂຕ​ຕ​ຕາມ​ທິດ​ປົກ​ຫຸ້ມ, ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່​​ເພື່ອການ​ເຕີມ​ໂຕຢ່າງ​ໄວງາ, ປົກ​ຫຸ້ມ ແລະ ຍືນ​ຍົງ. ການເຕີບ​ໂຕ​ແມ່ນ​ພື້ນ​ຖານ​ເພື່ອ​ຮັບ​ປະ​ກັນຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ ເພື່ອ​ໃຫ້ການ​ເຕີບ​ໂຕ​ຊ່ວຍສ້າງວຽກ​ເຮັດ​ງານ​ທຳແລະ​ເພີ່ມລາຍ​​ໄດ້​​ຂອງ​ຄອບ​ຄົວ, ຊ່ວຍ​ເພີ່ມ​ເງິນ​ສົມທົບ​ກອງທຶນປ້ອງ​ກັນ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ, ປະ​ກອບ​ສ່ວນເພີ່ມລາຍ​ໄດ້​ງົບ​ປະ​ມານ​ຂອງ​ລັດ, ຈາກນັ້ນ​ສາ​ມາດສະໜັບສະໜູນ​ລະ​ບົບ​​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ. ແຕ່​, ການ​ເຕີບ​ໂຕບໍ່​ຈຳ​ເປັນຕ້ອງ​ແກ້ໄຂຄວາມ​ປອດ​ໄພ​ທາງສັງ​ຄົມ ​ຖ້າ​ມັນ​ບໍ່​ແມ່ນ​ການ​ເຕີບ​ໂຕ​ແບບ​ປົກ​ຫຸ້ມ​​ແລະຍືນ​ຍົງ, ການເຕີບ​ໂຕ​ທີ່ໄປ​ຄຽງ​ຄູ່​ກັບ​ຄວາມ​ກ້າວ​ໜ້າທາງ​ສັງ​ຄົມແລະສິ່ງ​ແວດ​ລ້ອມ. ດັ່ງ​ນັ້ນ, ມາດ​ຕະ​ການ​ຈຳ​ເປັນ​ຍິ່ງ​ເພື່ອ​ແກ້​ໄຂ​ບັນ​ດາ​​ຄວາມ​ປອດ​ໄພ​ທາງ​ສັງ​ຄົມນັ້ນ​ແມ່ນ​ຮັບ​ປະ​ກັນ​ການ​ເຕີບ​ໂຕຢ່າງ​ໄວວາ, ຍືນ​ຍງ, ປົກ​ຫຸ້ມ, ໃນ​ນັ້ນປະ​ຊາ​ຊົນ​ທຸກ​ຄົນ​ມີ​ສ່ວນຮ່ວມ ແລະ ​ໄດ້​ຊົມ​ໃຊ້​ຜົນ​ງານ​ຂອງ​ການ​ເຕີບ​ໂຕ.

ທີ​ສາມ, ຄຽງ​ຄູ່​​ກັບ​ການ​ຊຸກ​ຍູ້​ການ​ເຕີບ​ໂຕ​ຢ່າງ​ໄວວາ​ແລະ​ຍືນ​ຍົງ, ຕ້ອງ​ສືບ​ຕໍ່​ຍູ້​ແຮງ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ໂຄງ​ການ​ສ້າງວຽກ​ເຮັດ​ງານ​ທຳ ແລະ ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ. ການຂາດຫຼືເສຍ​ລາຍ​​ໄດ້​ສຳລັບ​ຜູ້ຢູ່​ໃນ​ອາ​ຍຸ​ອອກ​ແຮງ​ງານມັກ​ຈະ​ກ່ຽວຂ້ອງ​ກັບການ​ຂາດຫຼືເສຍ​ວຽກ​ເຮັດ​ງານ​ທຳ. ດ້ວຍ​ເຫດນັ້ນ, ຕ້ອງ​ສືບ​ຕໍ່​ໂຄງ​ການ​ສ້າງວຽກ​ເຮດ​ງານ​ທຳ ຕິດ​ກັບການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ​ແລະ ຫັນ​ປ່ຽນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ. ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃນ​ຊຸມ​ປີ​ຕໍ່ໜ້າຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ, ​ເນື່ອງ​ຈາກ​ບັນດາຄອບ​ຄົວ​ທຸກ​ຍາກ​ເຕົ້າ​ໂຮມ​ຢູ່ເຂດພູ​ດອຍ, ເຂດ​ຫ່າງ​ໄກ​ສອກຫຼິກ ແລະ ເຂດ​​ຊົນ​ເຜົ່າ​ສ່ວນ​ໜ້ອຍ ທີ່​ມີ​ຊັບພະຍາກອນ​ຈຳກັດ​, ​ໂຄງ​ສ້າງ​ພື້ນຖານ​ແລະການ​ຄົມມະນາຄົມກໍ່​ຫຍຸ້ງ​ຍາດ. ຮູບ​ແບບຄວາມ​ປອດ​ໄພ​ທາງ​ສັງຄົມ​ຕ້ອງ​ຊ່ວຍ​ໃຫ້​ບັນ​ດາ​ຄອບ​ຄົວ​ທີ່​ທຸກ​ຍາກນີ້​ເຂົ້າ​ໃນ​ບັນ​ດາພວງ​ພະ​ນັງຄຸນຄ່າ, ​ເພື່ອ​ໃຫ້ພວກ​ເຂົາ​ມີ​ແຫຼ່ງ​ລາຍ​ຮັບ​ເປັນ​ປົກ​ກະ​ຕິ, ໝັ້ນ​ຄົງ ​ໂດຍບໍ່​ຕ້ອງ​ອີງ​ໃສ່​ການ​ຊ່ວຍ​ເຫຼືອ​ໂດຍ​ກົງ​​ເປັນ​ເງິນສົດ​ ຫຼື ​ເປັນວັດ​ຖຸອີກ​ຕໍ່​ໄປ.

ທີ​ສີ່, ປັບ​ປຸງແລະພັດ​ທະ​ນາ​ລະ​ບົບປະ​ກັນ​ໄພ​ສັງ​ຄົມ, ເພີ່ມ​ຂະ​ໜາດ​ປົກ​ຫຸ້ມຂອງ​ການ​ປະ​ກັນ​ໄພ​ສັງ​ຄົມ, ການປະກັນ​​ສຸຂະ​ພາບ ແລະ ການປະ​ກັນ​ໄພຫ​ວ່າງ​ງານ ​ເຊິ່ງ​ເປັນ​ສາມ​ເສົາ​ຄ້ຳ​ຫຼັກ​ຂອງ​ລະ​ບົບ​ປະກັນ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ. ​ປະ​ຈຸ​ບັນ, ຍົກ​ເວັ້ນການ​ປະ​ກັນ​​ສຸຂະ​ພາບ, ລະດັບ​ການ​ປົກ​ຫຸ້ມ​ຂອງ​ການປ​ະ​ກັນ​ໄພ​ສັງ​ຄົມ ແລະ ການປະ​ກັນ​ໄພຫ​ວ່າງ​ງານ​ແມ່ນ​ຍັງ​ຕ່ຳ ແລະ ສ່ວນ​ໃຫຍ່​ແມ່ນ​ໃນ​ຂະ​ແໜງ​ເສດ​ຖະ​ກິດທີ່​ເປັນ​ທາງ​ການ. ​ໃນ​ຂົງ​ເຂດ​ເສ​ດ​ຖະ​ກິດທີ່ບໍ່​​ເປັນທາງ​ການຂອງ​ປະ​ເທດ​ເຮົາ ​ມີ​ຜູ້ອອກ​ແຮງ​ງານ​ຫຼວງຫຼາຍ​ ​ແຕ່ສ່ວນ​ໃຫຍ່​ຍັງ​ບໍ່​ທັນ​ເຂົ້າ​ຮ່ວມ​ໃນ​ການ​ປະ​ກັນ​ໄພ​ສັງ​ຄົມ. ສິ່ງດັ່ງກ່າວ, ດ້ານ​ໜຶ່ງ, ​ທັງເຮັດ​ໃຫ້​ການປະ​ກັນ​ໄພ​ສັງ​ຄົມ​​ບໍ່​​ເສີມ​ຂະ​ຫຍາຍ​ໄດ້​ລັກ​ສະ​ນະ​ດີ​ເດັ່​ນ​ໃນ​ການ​ຮັ​ປະ​ກັນຄວາມ​ປອດ​ໄພ​ທາງສັງ​ຄົມ, ທັງ​ສ້າງ​ພາ​ລະທາງ​ສັງຄົມ​ທີ່​ໜັກ​ໜ່ວງ​ເມືຶຶ່ອ​ຄົນ​ເຫຼົ່າ​ນີ້ມີ​ອາ​ຍຸ​ເກີນ​ໄວ​ເຮັດ​ວຽກ; ດ້ານ​ອື່ນ, ເຮັດໃຫ້​ກອງ​ທຶນ​ປະ​ກັນ​ໄພ​ສັງ​ຄົມ​ມີຄວາມ​ສ່ຽງ​ທີ່​ບໍ່​ໝັ້ນ​ຄົງ. ດັ່ງ​ນັ້ນ, ຕ້ອງ​ເພີ່ມ​ການ​ປົກ​ຫຸ້ມ​ຂອງ​ການປະ​ກັນ​ໄພ​ສັງ​ຄົມຂຶ້ນ, ກ້າວ​ເຖິງ​ເປົ້າ​ໝາຍ​ປະ​ກັນ​ໄພ​ສັງ​ຄົມ​ທົ່ວ​ປວງ​ຊົນ.

ທີ​ຫ້າ, ດັດປັບ​ການ​ລະ​ດົມຢ່າງ​ສົມ​ເຫດ​ສົມ​ຜົນ ແລະ ນຳ​ໃຊ້​ກອງ​ທຶນປະ​ກັນ​ໄພ​ສັງ​ຄົມຢ່າງເໝາະ​ສົມ​ແລະມີ​ປະ​ສິດ​ທິ​ຜົນ​ ​ເພື່ອ​ຮັບ​ປະ​ກັນຕອບ​ສະ​ໜອງ​ຄວາມ​​ຕ້ອງ​ການ​ຊົນ​ໃຊ້​ຂອງ​ຜູ້ເຂົ້າ​ຮ່ວມ, ພ້ອມ​ທັງ​ຮັບ​ປະ​ກັນ​ຄວາມປອດ​ໄພແລະໝັ້ນ​ຄົງ​ ຂອງກອງ​ທຶນ​ປະ​ກັນ​ໄພ​ສັງ​ຄົມ ​ໃນ​ສະ​ພາບ​ການ​ຂອງ​ປະຊາກອນ​ຜູ້​ສູງ​ອາຍຸ.

ທີ​ຫົກ, ກະ​ກຽມ​ເພື່ອ​ຮັບ​ມື​ກັບ​ທ່າ​ອຽງ​ປະຊາກອນ​ສູງ​ອາຍຸ. ປະຊາກ​ອນນັບ​ມື້​ນັບ​ສູງ​ອາຍຸ​ແມ່ນ​ທ່າ​ອຽງທົ່ວ​ໄປ​ຂອງ​ໂລກ ແລະ ຫວຽດ​ນາມກໍ່​ບໍ່​ສາມາດ​ຫຼີກ​ລ້ຽງ​ໄດ້. ປະຊາກອນ​ຂອງຫວຽດ​ນາມກຳ​ລັງ​ສູງອາຍຸ​ຢ່າງ​ໄວ, ດັ່ງ​ນັ້ນມັນ​ຈະ​ສ້າງ​​ຄວາມ​ຕ້ອງ​ການ​ດ້ານຄວາມ​ປອດ​ໄພ​ທາງ​ສັງຄົມທີ່​ໃຫຍ່ຫຼວງ​ສຳລັບ​ກຸ່ມຜູ້​ສູງອາ​ຍຸ​ໃນເສົາຄ້ຳ​ຫຼັກ, ລວມ​ທັງ​ລະບົບ​ບຳ​ນານ; ລະ​ບົບ​ດູ​ແລ​ສຸ​ຂະ​ພາບຜູ້ສູງອາຍຸ, ເຮືອນພັກ​ຄົນຊະລາ; ການ​ຊ່ວຍ​ເຫຼືອ​ທາງ​ສັງ​ຄົມ​ໃຫ້​ແກ່​ຜູ້​ສູງ​ອາຍຸ​ທີ່​ໂດດດ່ຽວ,… ຖ້າບໍ່​ມີ​ການ​ກະ​ກຽ​ມທີ່​ເໝາະ​ສົມ​ ລະ​ບົບ​ປະກັນ​ຄວາມ​ປອດ​ໄພ​ທາງ​​ສັງ​ຄົມ​ຈະ​ບໍ່​ສາ​ມາດຕອບ​ສະ​ໜອງຕໍ່​ການ​ປ່ຽນ​ແປງ​ເຫຼົ່ານີ້​ໄດ້.

ທີ​ເຈັດ, ເພີ່ມ​ທະ​ວີ​ການຫັນ​ເປັນ​ສັງ​ຄົມຕໍ່​ການ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ. ຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ຮຽກ​ຮ້ອງ​​ຕ້ອງການແຫຼ່ງ​ການ​ເງິນຢ່າງ​ຫຼວງ​ຫຼາຍ. ນອກຈາກ​ການ​ປະ​ກອບ​ສ່ວນ​ຂອງຜູ້​ເຂົ້າ​ປະ​ກັນ​ໄພ​ສັງ​ຄົມ​ແລ້ວ, ໃນຫຼາຍ​ກໍ​ລະ​ນີ, ການ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງ​ຄົ​ມ​ຕ້ອງ​ອີງ​ໃສ່​ງົບ​ປະ​ມານຂອງ​ລັດ​ເຊັ່ນ ການຊ່ວຍເຫຼືອທາງ​ສັງ​ຄົມ, ຊ່ວ​ຍ​ເຫຼືອ​ຄົນ​ທຸກ​ຍາກ, ຄົນ​ພິ​ການ…

ໃນ​ສະ​ພາບ​ການ​ທີ່ງົບ​ປະ​ມານຂອງ​ລັດ​ຍັງ​ຖືກ​ຈຳ​ກັດ, ຈຳ​ເປັນຕ້ອງ​ລະ​ດົມ​ແຫຼ່ງ​ການ​ເງິນ​ຈາກສັງ​ຄົມ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ. ການຫັນ​ເປັນ​ສັງ​ຄົມ​ບໍ່​ພຽງ​ແຕ່​ຊ່ວຍ​​ແກ້​ບັນຫາ​ການ​ເງິນ​ໃນປະກັນ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ເທົ່າ​ນັ້​ນ, ​ແຕ່​ຍັງ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ບໍ​ລິ​ການປະກັນ​ຄວາມ​ປອດ​ໄພ​ທາງ. ການຫັນ​ເປັນ​ສັງ​ຄົມ​ໃນ​ການປະກັນ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ຕ້ອງ​ສຸມ​ໃສ່​ເສົາ​ຄ້ຳຕ່າງໆ​ເຊັ່ນ: 1- ສ້າງວຽກ​ເຮັດ​ງານ​ທຳແລະຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ; 2- ການ​ຊ່ວຍ​ເຫຼືອ​ທາງ​ສັງ​ຄົມ; 3- ​ການໃຫ້​ບໍ​ລິ​ການ​ທາງສັງ​ຄົມ​ຂັ້ນ​ພື້ນ​ຖານ.

ທີ​ແປດ, ບູ​ລະ​ນະ​ລະ​ບົບ​ກົດ​ໝາຍ​ທີ່​ກ່ຽວຂ້ອງ​ກັບ​ການ​ປະກັນ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ. ປະ​ຈຸ​ບັນ, ພື້ນ​ຖານ​ກົດ​ໝາຍ​ສຳລັບ​ລະ​ບົບ​ປະກັນ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ໄດ້ຖືກ​ສ້າງ​ຕັ້ງ​ຂຶ້ນຂ້ອນ​ຂ້າງ​ສົມບູນ​ເຊັ່ນ: ລັດ​ຖະ​ທຳ​ມະ​ນູນ, ປະ​ມວນ​ກົດ​ໝາຍ​ແຮງ​ງານ, ກົດ​ໝາຍ​ປະ​ກັນ​ໄພ​ສັງ​ຄົມ… ໃນ​ເວ​ລາ​ຕໍ່​ໄປ​ນີ້ ​ຕ້ອງ​ສືບ​ຕໍ່​ດັດ​ແປງ, ປັບປຸງບູ​ລະ​ນະ​ພື້ນ​ຖານ​ກົດໝາຍ, ​ໂດຍ​ສະ​ເພາະ​ແມ່ນ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ເກີດ​ຂຶ້ນ, ເຮັດ​ແນວ​ໃດ​​ໃຫ້​ມີ​ປະ​ສິດ​ທິ​ຜົນ, ເໝາະ​ສົມ​ກັບຄວາມ​ເປັນ​ຈິງ, ທັງ​ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະ​ກິດ, ທັງ​ດຶງ​ດູດແລະຮັບ​ປະ​ກັນ​ສິດ​ປະ​ໂຫຍດ​ຂອງ​ຜູ້​ເຂົ້າ​ຮ່ວມ. ພິ​ເສດ, ຕ້ອງກໍ່​ສ້າງ​ພື້ນ​ຖານ​ກົດໝາຍ​ໃຫ້ຮູບ​ແບບປະກັນ​ຄວາມ​ປອດ​ໄພ​ທາງ​ສັງ​ຄົນຫຼາຍ​ຊັ້ນ, ​ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ຂໍ້​ກຳ​ນົດ​ທີ່​ກ່ຽວຂ້ອງ​ກັບ​ການ​ປະກັນ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມຂັ້ນ​ພື້ນ​ຖານ, ຕົວ​ຢ່າງ​​ເຊັ່ນ​ຂໍ້​ກຳ​ນົດ​ກ່ຽ​ວ​ກັບ​ເງິນ​ບຳ​ນານພື້ນ​ຖານ.

ທີ​ເກົ້າ, ເຊື່ອມ​ຕໍ່​ບັນ​ດາ​ນະ​ໂຍ​ບາຍ​ແລະໂຄງ​ການ​ປະກັນ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມ​​ ເຂົ້າ​ເປັນລະບົບ​ທີ່​​ເປັນເອ​ກະ​ພາບ, ​ໂປ່​ງ​​ໃສ, ຫຼີກ​ລ້ຽງ​ການ​ຊ້ຳ​ຊ້ອນ, ກະ​ແຈກ​ກະ​ຈາຍ, ປະ​ສິ​ທິ​ຜົນ​ຕ່ຳ. ໃນ​ປ​ະ​ຈຸ​ບັນ, ມີ​ຫຼາຍໂຄງ​ການ, ການເຄື່ອນ​ໄຫວປະກັນ​ຄວາມ​ປອດ​ໄພ​ທາງ​ສັງ​ຄົມຂອງ​ຂັ້ນ​ຕ່າງໆ​ແຕ່​ສູນ​ກາງ​ຈົນ​ຮອດ​ທ້ອງ​ຖິ່ນ, ຈັດ​ຕັ້ງ​ໂດ​ຍສຳນັກງານ, ​ອົງ​ການຕ່າງໆ, ລວມ​​ທັງ​ອົງການ​ຕ່າງ​ປະ​ເທດ, ອົງ​ການທີ່​ບໍ່​ຂຶ້ນ​ກັບລັດຖະບານ, ນຳ​ໄປ​ສູ່​ການ​ທັບ​ຊ້ອນ, ​ຊ້ຳ​ຊ້ອນ ​ແລະ ປະ​ສິດ​ທິ​ຜົນ​ຕ່ຳ. ຈຳ​ເປັນຕ້ອງ​ອອກ​ແບ​ບໂຄງ​ການ​ໃໝ່​ໂດຍ​ລວມ ໃຫ້​ມີ​ຄວາມ​ງ່າຍ​ດາຍ, ​ໂປ່​ງ​​ໃສ, ປະ​ຕິ​ບັດງ່າຍ ແລະ ຄຸ້ມ​ຄອງ​ງ່າຍ, ໃນ​ນັ້ນ​ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ໂຄງ​ການ​ກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຊ່ວຍ​ເຫຼືອ​ທາງ​ສັງ​ຄົມ ແລະ ​ໃຫ້​ບໍ​ລິ​ການ​ສັງ​ຄົມ​ຂັ້ນ​ພື້ນ​ຖານ./.

ຮ​ສ. ປອ. ບູ່ຍວັນຮ່ວຽນ

ສະ​ຖາ​ບັນ​ເສດ​ຖະ​ກິດ, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດໂຮ່​ຈິ​ມິນ

--------------------------------

(1) ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII, ຫ້ອງວ່າ​ການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016 ໜ້າ. 238.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 927 (​ເດືອນ​ຕຸ​ລາ 2019)