ວກ. - ການ​ກໍ່ສ້າງ​ແລະປັບປຸງ​ບູລະນະ​ ລັດ​ແຫ່ງ​ອຳນາດ​ກົດ​ໝາຍ​ສັງ​ຄົມ​ນິ​ຍົມ​ຫວຽດ​ນາມຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ ພາຍ​ໃຕ້​ການນຳຂອງ​ພັກ​ ແມ່ນໜ້າ​ທີ່​ຈຸດ​ໜັກ​ຂອງ​ການປ່ຽນ​ແປງ​ໃໝ່​ລະບົບ​ການ​ເມືອງ​ຢູ່​ຫວຽດນາມ. ​ເພື່ອ​ປະຕິບັດ​ໜ້າ​ທີ່​ນີ້​ຢ່າງສຳ​ເລັດມີ​ໄຊ, ຕ້ອງ​ຄົ້ນຄວ້າ, ໝູນ​ໃຊ້ ​ແລະ ພັດທະນາ​ແນວ​ຄິດ​ໂຮ່ຈີ​ມິນ​ກ່ຽວ​ກັບ​ລັດ​ຢ່າງ​ປະດິດ​ສ້າງ​ ໃນສະພາບ​ແວດ​ລ້ອມປະຈຸ​ບັນ.

ກຳມະການກົມການເມືອງສູນກາງ, ປະທານສະພາແຫ່ງຊາດ ເວືອງດິ່ງເວ້ ກັບສະມາຊິກສະພາແຫ່ງຊາດ ນະຄອນຫາຍຟ່ອງ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ຕຽນລ້າງ, ກ່ອນກອງປະຊຸມຄັ້ງທີ 2 ສະພາແຫ່ງຊາດຊຸດທີ 15 _ພາບ: TTXVN

ການ​ຄົ້ນຄວ້າ​ແນວ​ຄິດ​ໂຮ່ຈີ​ມິນ​ກ່ຽວ​ກັບ​ລັດ​ໃຫ້​ເຫັນ​ວ່າ, ​ເພິ່ນ​ຍັງ​ບໍ່​ທັນ​ໃຊ້ ຄຳສັບ ລັດ​ແຫ່ງ​ອຳນາດ​ກົດ​ໝາຍ” ​ເທື່ອ. ​ແຕ່, ​ໃນ​ການ​ເດີນ​ທາງ​ເພື່ອ​ຊອກ​ຫາ​ວິທີກອບ​ກູ້​ປະ​ເທດ​ຕະຫຼອດ​ໃນ​ໄລຍະ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະມຸກ​ລັດ,​ ປະທານ​ໂຮ່ຈີ​ມິນ​ໄດ້​ເອົາ​ໃຈ​ໃສ່​​ເປັນ​ປະຈຳ​ເຖິງ​ການ​ກໍ່ສ້າງ​ລັດ​ຫວຽດນາມບົນ​ພື້ນຖານ​ການ​ກໍ່ສ້າງ​​ແລະ​ປະຕິບັດ​ກົດໝາຍ, ​ໃຫ້​ຄວາມ​ສຳຄັນ​ເຖິງ​ການ​ຄຸ້ມ​ຄອງ, ບໍລິການ​ສັງຄົມ​ດ້ວຍ​ກົດໝາຍ ​ແລະ ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ. ບັນດາ​ຄຸນຄ່າ​ຂອງ​ແນວ​ຄິດ​ໂຮ່ຈີ​ມິນ​ໃນ​ການ​ກໍ່ສ້າງລັດ​ແຫ່ງ​ອຳນາດ​ກົດ​ໝາຍສັງຄົມ​ນິຍົມ​ຫວຽດນາມ​ໃນ​ປະຈຸ​ບັນ ​ໄດ້​ສະ​ແດງ​ອອກ​ໃນບັນດາ​ຈຸດ​ພື້ນຖານຕໍ່​ໄປ​ນີ້:

ທີ່​ໜຶ່ງ, ຮັບປະກັນຄວາມ​ຖືກຕ້ອງ​ຕາມ​ລັດຖະທຳ​ມະນູນ ​ແລະ “ການ​ເຄົາລົບ​ກົດໝາຍ” ຂອງ​ລັດ.

​ແຕ່​ປີ 1919, ​ໃນ​ສະພາບ​ທີ່​ປະ​ເທດ​ຍັງ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ຜູ້​ຮຸກ​ຮານ ແລະ ສະພາບ​ການ​ໂລກ, ​ລັດທິ​ຈັກກະພັດ​ແລະ​ລ່າ​ເມືອງ​ຂຶ້ນກຳລັງ​ພັດທະນາ​ຢ່າ​ແຂງ​ແຮງ, ຕາງໜ້າ​ສະມາຄົມ​ຊາວ​ຫວຽດນາມ​ຮັກ​ຊາດ, ຜູ້ນຳ ຫງວຽນອ໋າຍກວັກ ​ໄດ້​ສົ່ງ¢Ó-À설긤-¢º¤-¯½§¾§ö­º¾­-­¾´​ເຖິງ​ກອງ​ປະຊຸມ ​ແວຣ໌ຊາຍ ຮຽກຮ້ອງ​ໃຫ້​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ ຮັບປະກັນ​ສິດ​ທິຂັ້ນ​ຕ່ຳ​ຂອງ​ຊາວພື້ນ​ເມືອງ, ​ເຊັ່ນ: “ປະຕິ​ຮູບ​ລະບອບ​ນິຕິ​ກຳຢູ່​ອິນດູຈີນດ້ວຍ​ວິທີ​ໃຫ້​ຄົນ​ພື້ນ​ເມືອງ​ມີ​ສິດ​ໄດ້​ຮັບປະກັນ​ທາງ​ດ້ານ​ກົດໝາຍ ຄື​ກັນ​ກັບ​ຄົນ​ເອີຣົບ; ລົບ​ລ້າງ​ຢ່າງ​ສິ້ນ​ເຊີ​ງ ບັນດາ​ສານພິ​ເສດທີ່​ໃຊ້​ເປັນ​ເຄື່ອງມື​ເພື່ອ​ປາບ​ປາມ ​ແລະ ກົດ​ຂີ່​ພາກສ່ວນ​ທີ່​ຕັ້ງໜ້າ​ທີ່​ສຸດ​ໃນ​ໝູ່​ປະຊາຊົນ​ອານ​ນາມ” (1); “ປ່ຽນ​ແທນລະບອບ​ອອກດຳລັດ​ດ້ວຍ​ລະບອບ​ອອກ​ກົດໝາຍ (2) ແລະ ສິດທິອື່ນໆອີກຈໍານວນຫຼາຍ.

​ໃນ​ຫຼາຍ​ປີ​ເຄື່ອນ​ໄຫວ​ຢູ່​ປະ​ເທດ​ຕາ​ເວັນ​ຕົກ​, ຜູ້​ນຳ ຫງວຽນ​ອ໋າຍ​ກວັກ ​ໄດ້​ຄົ້ນຄວ້າເຂົ້າ​ໃກ້​ແນວ​ຄວາມ​ຄິດ ​ແລະ ບັນດາ​ຮູບ​ແບບລັດ​ແຫ່ງ​ອຳນາດ​ກົດ​ໝາຍ ​ແລະ ​ເພິ່ນ​ເຫັນ​ວ່າ, ຮູບ​ແບບ​ລັດ​ນີ້​ມີ​ບັນດາ​ຈຸດ​ດີ​ທີ່​ພົ້ນ​ເດັ່ນ​ ເມື່ອ​ທຽບ​ກັບຮູບ​ແບບ​ລັດ​ຜະ​ເດັດ​ການທີ່​ໄດ້​ປົກຄອງ​ຫຼາຍ​ພັນ​ປີ​ໃນ​ຫຼາຍ​ປະ​ເທດ, ​ໃນ​ນັ້ນ​ມີ​ຫວຽດນາມ​ໃນ​ສະ​ໄໝ​ສັກດິນາ ​ແລະ ສະ​ໄໝ​ອານາ​ທິຄົມ​ເຄິ່ງສັກດິນາ. ຈາກ​ນັ້ນ, ​ແນວ​ຄິດ​ຂອງ​ຫງວຽນ​ອ໋າຍກວັກ​ ກ່ຽວ​ກັບການ​ກໍ່ສ້າງລັດ​ແຫ່ງ​ອຳນາດ​ກົດ​ໝາຍຄ່ອຍໆ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ. ​ໃນ​ບົດ​ກະວີ “ຫວຽດນາມ​ນອບ​ນ້ອມ​ຮ້ອງ​ຂໍ”, ​ເພິ່ນ​ຂຽນ:

“​ເຈັດ: ຂໍ​ໃຫ້​ປະກາດ​ໃຊ້​ລັດຖະທຳມະນູນ,

ຮ້ອຍ​ເລື່ອງ ພັນ​ບັນຫາ​ຕ້ອງ​ມີ​ເທບ​ແຫ່ງອຳນາດ​ກົດໝາຍ”(3).

ກ່ຽວ​ກັບອຳນາດລັດ, ​ແຕ່​ປີ 1930, ຜູ້ນຳ ຫງວຽນ​ອ໋າຍກວັກ ​ໄດ້​ກຳນົດ “ສິດອຳນາດມອບ​ໃຫ້​ປະຊາຊົນ​ສ່ວນ​ຫຼາຍ, ບໍ່​ໃຫ້ຢູ່​ໃນ​ມື​ຂອງ​ຄົນຈຳໜ້ອຍ. ຄື​ແນວ​ນັ້ນ​ຈຶ່ງ​ບໍ່​ເກີດ​ຂຶ້ນ​ຫຼາຍ​ເທື່ອ, ຄື​ແນວ​ນັ້ນ​ປະຊາຊົນ​ຈຶ່ງ​ມີ​ຄວາມສຸກ”(4).

ການ​ປະຕິວັດ​ເດືອນ​ສິງຫາປີ 1945 ໄດ້​ຮັບ​ຜົນ​ສຳ​ເລັດ, ໃຫ້​ກຳ​ເນີດ​ປະ​ເທດສາທາລະນະ​ລັດ ປະ​ຊາ​ທິ​ປະ​ໄຕ ​ຫວຽດ​ນາມ, ​ເລີ່​ມຈາກ​ຄວາມ​ຕ້ອງການ​ຕ້ອງ​ປົກ​ປັກ​ຮັກສາ​ອຳນາດ​ການ​ປົກຄອງໜຸ່ມ​ນ້ອຍທີ່​ຫາ​ກໍ​ໄດ້​ກໍ່​ຕັ້ງຂຶ້ນ ​ແລະ ​ເພື່ອຈັດ​ຕັ້ງ​ການ​ກໍ່​ສ້າງ​ສັງ​ຄົມ​ໃໝ່​ໂດຍ​ໄວ​ ໃນ​ສະ​ພາບປະ​ເທດມີ​ຄວາມ​ສ່ຽງ​ຂອງ “ຮ້ອຍ​ຫາບ​ທີ່​ຫ້ອຍ​ລົງ​ມາ​ຈາກ​ເສັ້ນ​ຜົມ”, ​ໂດຍ​ສະ​ເພາະ​ແມ່ນ ​ຕໍ່ໜ້າ​ການ​ແຊກ​ແຊງ​ຂອງກອງ​ກຳລັງ​ພາຍ​ນອກ, ພ້ອມ​ກັນ​ນັ້ນ ​ເພື່ອ​ຍາດ​ແຍ່ງ​ເອົາ​ການ​ສະໜັບສະໜູນຈາກ​ເພື່ອນ​ມິດສາກົນ ​ແລະ ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ປະຊາຊົນ​ໃນ​ປະ​ເທດ, ທີ່​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ລັດຖະບານ​ຊົ່ວຄາວ (ວັນ​ທີ 3 ກັນຍາ 1945), ປະທານ​ໂຮ່ຈີ​ມິນ​ໄດ້​ສະ​ເໜີ: “ພວກ​ເຮົາ​ຕ້ອງມີ​ລັດຖະທຳມະນູນ​ປະຊາທິປະ​ໄຕ” ​ແລະ “ລັດຖະບານ​ຈັດ​ຕັ້ງການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ ດ້ວຍລະບອບ​ການ​ລົງຄະແນນສຽງທົ່ວໄປ​ໂດຍ​ໄວ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້”(5) ​ເພື່ອ​ສ້າງ​ຕັ້ງ​ສະ​ພາ​ແຫ່ງ​ຊາດ, ​ແລະ​ຈາກ​ນັ້ນ ສ້າງ​ຕັ້ງ​ລັດຖະບານ​ ແລະ ບັນດາ​ອົງການ ໜ່ວຍ​ງານ​ຂອງ​ລັດ, ສະ​ແດງ​ເຖິງ​ອຳນາດ​ສູງ​ສຸດ​ຂອງ​ປະຊາຊົນ, ຮັບປະກັນ ຄວາມ​ຖືກຕ້ອງ​ຕາມ​ກົດໝາຍ, ຄວາມຊອບທຳ​ ຂ​ອງລັດ, ​ເຊິ່ງ​ໄດ້​ຈັດ​ຕັ້ງ​ແລະ​ດຳ​ເນີນ​ການ​ຕາມລັດຖະທຳມະນູນ​ແລະ​ກົດໝາຍ, ສອດຄ່ອງ​ກັບ​ຫຼັກ​ປະຕິບັດ​ສາກົນ. ຕາມ​ນັ້ນ, ທຸກ​ກິດຈະກຳ​​ໃນ​ສັງຄົມ, ບັນດາ​ອັດຕະພາບ​ທີ່​ດຳ​ເນີນການ​ໃນ​ຂອບ​ເຂດ​ຂອງ​ສະ​ຖາ​ບັນທາງ​ການ​ເມືອງ, ຕ້ອງ​ຖືກຕ້ອງ​ຕາມ​ລັດຖະທຳມະນູນ ​ແລະ ຖືກ​ກົດໝາຍ, ຈິດ​ໃຈ “​ເຄົາລົບ​ກົດໝາຍ” ຕ້ອງ​ໄດ້​ຝັງ​ເລິກ​ໃນ​ຊີ​ວິດ​ສັງ​ຄົມ, ມີ​ຄຸນຄ່າ​ໃນ​ການ​ດັດປັບ​ທຸກ​ສາຍ​ພົວພັນ, ທຸກ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ແລະ​ສັງຄົມ. ​ແນວ​ຄິດ​ຂອງ​ປະທານ​ໂຮ່ຈີ​ມິນ ​ກ່ຽວ​ກັບຄວາມ​ຖືກຕ້ອງ​ຕາມ​ລັດຖະທຳ​ມະນູນ, ຖືກ​ກົດໝາຍ ​ແລະ ຈິດ​ໃຈ “​ເຄົາລົບ​ກົດໝາຍ​” ຂອງ​ລັດຫວຽດນາມມາ​ເຖິງ​ປະຈຸ​ບັນ​ ໄດ້​ກາຍ​ເປັນ​ແນວ​ຄິດ​ຊີ້​ນຳ​ຕະຫຼອດ​ ແລະ ​ໄດ້​ຮັບ​ການ​ປະຕິບັດ​ໃນ​ຊີວິດ​ສັງຄົມ, ສອດຄ່ອງ​ກັບ​ສະພາບ​ແວດ​ລ້ອມ​ຂອງ​ສາກົນ​ແລະ​ຂອງ​ປະ​ເທດ.   

ບົນຈິດ​ໃຈ “​ເຄົາລົບ​ກົດໝາຍ​” ​ແລະ ຮັບປະກັນ​ລະບຽບ​ວິ​ໄນ​ຂອງ​ປະ​ເທດ ​ເພື່ອ​ສືບ​ຕໍ່​ສ້າງ​ແຮງ​ຜັກ​ດັນ​ການ​ພັດທະນາ​ປະ​ເທດ​ຢ່າງວ່ອງ​ໄວ​ແລະ​ຍືນ​ຍົງ, ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​​ເນັ້ນວ່າ: “ປັບປຸງ​ລະບົບ​ກົດໝາຍ, ກົນ​ໄກ, ນະ​ໂຍບາຍ​ໃຫ້​ຄົບ​ຊຸດ​ສົມບູນ ​​ເພື່ອ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ​ ແລະ ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ ​ຢ່າງ​ແຂງ​ແຮງ; ພ້ອມກັນ​ນັ້ນ ​ເພີ່ມ​ທະວີລະບຽບ​ກົດໝາຍ, ຮັບປະກັນ​ວິ​ໄນ​ສັງຄົມ, ກ່ອນ​ອື່ນ​ໝົດ​ແມ່ນ ການ​ປະຕິບັດ​ຕາມ​ຈິດ​ໃຈ “​ເຄົາລົບ​ກົດໝາຍ”, ​ເປັນ​ແບບຢ່າງ​ໃນ​ການ​ປະຕິບັດ​ຕາມ​ກົດໝາຍ ລະບຽບວິ​ໄນ ​ແລະ ການປະຕິບັດ​ປະຊາທິປະ​ໄຕ​ສັງຄົມ​ນິຍົມຂອງ​ຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ, ອຳນາດ​ການ​ປົກຄອງ, ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ​ທຸກ​ຂັ້ນ, ຂອງ​ພະນັກງານ ສະມາຊິກ​ພັກ”(6). ທາດ​ແທ້​ອຳນາດຂອງລັດ​ແຫ່ງ​ອຳນາດ​ກົດ​ໝາຍສັງຄົມ​ນິຍົມ​ຫວຽດນາມ​ແມ່ນ ອຳນາດຂອງ​ປະຊາຊົນ. ດັ່ງ​ນັ້ນ, ອຳນາດນີ້​ຕ້ອງ​ໄດ້​ຮັບການ​ຮັບຮອງ​​ໂດ​ຍ​ລະບົບ​ກົດໝາຍທີ່​ສົມບູບ​ແລະ​ເປັນວິທະຍາສາດ; ກົດໝາຍ​ແມ່ນ​ພາຫະນະ​ເພື່ອ​ປະຕິບັດ​ປະຊາທິປະ​ໄຕ, ​ແມ່ນ​ເຄື່ອງມື​ເພື່ອ​ປົກ​ປ້ອງລະບອບ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ. 

ທີ​ສອງ, ການ​ກໍ່ສ້າງລັດ​ແຫ່ງ​ອຳນາດ​ກົດ​ໝາຍສັງຄົມ​ນິຍົມ - ລັດ​ຮັບ​ໃຊ້ ​ແລະ ສ້າງການ​ພັດທະນາ.

​ແນວ​ຄິດ​ກ່ຽວ​ກັບລັດ​ຮັບ​ໃຊ້​ແລະສ້າງການ​ພັດທະນາ ​ໄດ້ຮັບ​ການ​ຊີ້​​ແຈງຈາກ ຟ.ອັງ​ແກນ ວ່າ, ​ເມື່ອ​ເຖິງລັດທິ​ກອມມູນິດ, ໜ້າ​ທີ່​ການ​ປົກຄອງ​ແລະການ​ບໍລິຫານຄຸ້ມ​ຄອງຂອງ​ລັດ ຈະປ່ຽນໄປ​ເຮັດ​ໜ້າ​ທີ່​ຊີ້​ນຳ​ຂະ​ບວນການ​ຜະລິດ ​ແລະ ສ້າງ​ສະພາບ​ແວດ​ລ້ອມ​ແລະ​ເງື່ອນ​ໄຂທີ່​ເອື້ອອຳນວຍ​ຕໍ່​ການ​ພັດທະນາ​ສັງຄົມ: “​ເມື່ອ​ລັດ, ສຸດ​ທ້າຍ, ​ໄດ້​ກາຍ​ເປັນ​ຕົວ​ແທນ​ຂອງ​ສັງ​ຄົມສ່ວນ​ລວມຢ່າງ​ແທ້​ຈິງ​ແລ້ວ ຕົວ​ມັນ​ເອງ​ຈະ​ກາຍ​ເປັນ​ສິ່ງ​ເສດ​ເຫຼືອ... ການ​ແຊກ​ແຊງຂອງອຳນາດ​ການ​ປົກຄອງລັດ ​ເຂົ້າ​ໃນ​ການ​ພົວພັນ​ທາງ​ສັງຄົມ ຈະ​ກາຍ​ເປັນຄວາມ​ເຫຼືອ​ເຟືອ​ໃນ​ຂົງ​ເຂດນີ້​​ແລະຕໍ່​ໄປ​ໃນ​ຂົງ​ເຂດ​ອື່ນ ແລະ ຄ່ອຍຫາຍໄປເອງ. ການ​ຄຸ້ມ​ຄອງ​ຄົນ​ຈະ​ຖືກ​ແທນ​ທີ່​ດ້ວຍ​ການ​ຄຸ້ມ​ຄອງ​ສິ່ງ​ຂອງ​ ແລະ ການ​ຊີ້​ນໍາ​ຂະ​ບວນ​ການ​ຜະ​ລິດ”(7). ບົດບາດ​ຮັບ​ໃຊ້ແລະສ້າງການ​ພັດທະນາຂອງລັດສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ໃນການ​ສ້າງ​ກອບ​ລະບອບ​ລະບຽບ​ການ​ ດ້ວຍ​ລະບົບ​ນະ​ໂຍບາຍ ​ແລະ ກົດໝາຍ​ທີ່​ເໝາະ​ສົມ, ສ້າງ​ສະພາບ​ແວດ​ລ້ອມ ​ແລະ ​ເງື່ອນ​ໄຂ​ທີ່​ເອື້ອ​ອຳນວຍທີ່​ສຸດ​ ເພື່ອ​ແກ້​ໄຂ​ບັນຫາ​ເສດຖະກິດ ການ​ເມືອງ ວັດທະນະທຳ ສັງຄົມ ການປ້ອງ​ກັນ​ປະ​ເທດ ຄວາມ​ໝັ້ນຄົງ ການ​ຕ່າງປະ​ເທດ​ໄດ້​ດີ, ​ແນ​ໃສ່​ຮັບ​ໃຊ້​ປະຊາຊົນ​ຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ.

​ໂດຍ​ໝູນ​ໃຊ້​ທັດສະນະ​ຂອງລັດທິມາກ-​ເລ​ນິນ​ຢ່າງ​ປະດິດ​ສ້າງ, ປະທານ​ໂຮ່ຈີ​ມິນ​ໄດ້​ເນັ້ນ​ໜັກ​ແນວ​ຄິດ​ກ່ຽວ​ກັບລັດ​ຮັບ​ໃຊ້ ​ແລະ ​ຖື​ເປັນຄຸນ​ລັກສະນະ​ເດັ່ນ​ທີ່​ຫວຽດນາມ​ຕ້ອງ​ສ້າງ​ຂຶ້ນ. ພ້ອມ​ກັນ​ນັ້ນ, ຂໍ້​ສະ​ເໜີ​ແນະ​ກ່ຽວ​ກັບລັດ​ສ້າງສັນ ກໍ່ຖືກ​ປະທານ​ໂຮ່ຈີ​ມິນ​ກ່າວເຖິງ ​ແລະ ຜັນ​ຂະຫຍາຍ​ປະຕິບັດ​ໃນ​ພາກ​ຕົວ​ຈິງ ​ໃນ​ຂະນະ​ທີ່​ທ່ານດຳລົງຕຳ​ແໜ່​ງປະມຸກ​ແຫ່ງ​ລັດ​ຂອງ​ພວກ​ເຮົາ, ​ເຖິງ​​ແມ່ນວ່າ​ທ່ານບໍ່​ໄດ້​ໃຊ້ຄໍາສັບນີ້ໂດຍກົງ.

ປະທານ​ໂຮ່ຈີ​ມິນ​ໃຫ້​ທັດສະນະ​ວ່າ, ປະຊາທິປະ​ໄຕ​ທັງ​ເປັນ​ເປົ້າ​ໝາຍ ທັງ​ແມ່ນຄຸນ​ລັກສະນະຂອງ​ລະບອບສັງຄົມ​ນິຍົມ​ທີ່​ຫວຽດນາມສ້າງ​ຂຶ້ນ. ດັ່ງ​ນັ້ນ, “​ໃນ​ປະ​ເທດ​ສາທາລະນະ​ລັດ ສັງຄົມ​ນິຍົມ ​ຫວຽດນາມ ຂອງ​ພວກ​​ເຮົາ, ອຳນາດທັງ​ໝົດ​ເປັນຂອງ​ປະຊາຊົນ(8); “ຜົນ​ປະ​ໂຫຍ​ດ​ທັງ​ໝົດ​ເພື່ອ​ປະຊາຊົນ. ສິດ​ຂອບ​ເຂດ​ທັງ​ໝົດ​ເປັນ​ຂອງ​ປະຊາຊົນ... ອຳນາດ​ແລະກຳລັງ​ລ້ວນ​ແຕ່​ຢູ່​ໃນ​ປະຊາຊົນ(9). ຕາມ​ນັ້ນ, ບັນດາ​ອົງການ​ລັດ ​ແລະ ຖັນ​ແຖວ​ພະນັກງານ​ລັດຕ້ອງ​ຮັບ​ໃຊ້​ປະຊາຊົນ​ຢ່າງ​ສຸດ​ອົກ​ສຸດ​ໃຈ, ​ເປັນ​ຜູ້​ຮັບ​ໃຊ້​ປະຊາຊົນ, “​ແບກ​ຫາບ​ວຽກ​ງານ​ລວມ​ໃຫ້​ປະຊາຊົນ”(10). ​ເມື່ອ​ປະ​ເທດ​ຫາ​ກໍ​ຍາດ​ໄດ້​ອຳນາດ​ການ​ປົກຄອງ, ຕໍ່ໜ້າ​ຄວາມ​ຫຍຸ້ງຍາກ​ທີ່​ຫຼວງ​ຫຼາຍ​ກ່າຍກອງ, ໃນ​ຖາ​ນະ​​ປະ​ມຸກ​ແຫ່ງ​ລັດ, ພາຍ​ໃຕ້​ການ​ຊີ້​ນໍາ​ຂອງ​ພັກ, ປະທານ​ໂຮ່ຈີ​ມິນ ພ້ອມ​ກັບ​ບັນດາ​ສະມາຊິກ​ລັດຖະບານ ​ໄດ້​ສຸມ​ໃສ່​ຊີ້​ນຳ​ປັບປຸງ​ສັງຄົມ​ເກົ່າ, ກໍ່ສ້າງ​ສັງຄົມ​ໃໝ່​ໃນ​ທຸກ​ຂົງ​ເຂດ ຜ່ານ​ບັນດາ​ນະ​ໂຍບາຍ​ທີ່​ຖືກຕ້ອງ, ທັນ​ການ. ລັດ​ຖະ​ບານ​ໃໝ່​ໄດ້​ປະ​ຕິ​ບັດ​ບົດ​ບາດ​ສ້າງສັນ​ເປັນ​ຢ່າງ​ດີ, ການ​ເຄື່ອນ​ໄຫວ​ຂອງ​ຕົນ​ໄດ້​ສ້າງ​ແຮງ​ຜັກ​ດັນ​ສັງ​ຄົມ​ຢ່າງ​ແຂງ​ແຮງ ​ແລະ ​ໄດ້​ຮັບ​ຄວາມ​ເຫັດ​ດີ​ເຫັນ​ພ້ອມ​ສູງ​ຈາກ​ປະຊາຊົນ​ໃນ​ການກໍ່ສ້າງ​ປະ​ເທດ. 

​ໃນ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ, ໝູນ​ໃຊ້​ລັດທິ​ມາກ-​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນ​ຢ່າງ​ປະດິດ​ສ້າງ ​ແລະ ດູດ​ຊຶມ​ທິດ​ສະ​ດີ​ທັນ​ສະ​ໄໝ​ກ່ຽວ​ກັບລັດ​ແຫ່ງ​ອຳນາດກົດ​ໝາຍ, ລັດ​ຮັບ​ໃຊ້, ລັດ​ສ້າງການ​ພັດ​ທະ​ນາ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຢືນຢັນ​ວ່າ: “ລັດ​ແຫ່ງ​ອຳນາດ​ກົດ​ໝາຍສັງຄົມ​ນິບົມຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະ​ຊາ​ຊົນ ພາຍ​ໃຕ້​ການນຳພາ​ຂອງ​ພັກກອມ​ມູນິດ”(11) ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄຸນ​ລັກສະນະ​ຂອງ​ສັງຄົມ​ສັງ​ຄົມ​ນິຍົມ​ທີ່​ປະຊາຊົນ​ຫວຽດນາມ​ສ້າງ​ຂຶ້ນ. ​ເພື່ອ​ສ້າງລັດ​ແຫ່ງ​ອຳນາດ​ກົດ​ໝາຍສັງຄົມ​ນິຍົມ​ທີ່​ຮັບ​ໃຊ້​ແລະ​ສ້າງ​ການ​ພັດທະນາ​ນັ້ນ, ຈຳ​ເປັນ​ຕ້ອງ​ມີ​ລັດຖະບານ​ປະຕິບັດ​ການ ​ແລະ ຖັນ​ແຖວພະນັກງານ ລັດຖະກອນ​ທີ່​ມີ​ຄຸນນະ​ທຳ, ມີ​ຄວາມ​ສາມາດ, ມີ​ຄວາມ​ກ້າຫານ​ທາງ​ການ​ເມືອງ, ອຸທິດ​ຕົນ ​ແລະ ພ້ອມ​ທີ່​ຈະ​ເສຍສະຫຼະ​ເພື່ອ​ປະ​ຊາ​ຊົນ ​ແລະ ​ເພື່ອ​ປະ​ເທດ​ຊາດ.

ກໍ່ສ້າງ​ລັດທີ່​ສັດ​ຊື່ທ່ຽງທຳ​, ຮັບ​ໃຊ້, ສ້າງ​ການ​ພັດທະນາ, ມີ​ຫົວຄິດ​ປະດິດ​ສ້າງ, ສ້ຽມ​ແຫຼມ​ໃນ​ການ​ຄິດ​ແລະ​ການ​ກະທຳ, ຕັ້ງໜ້າ​ໃນ​ການ​ບໍລິຫານ​ປະ​ເທດ​ໃນ​ທຸກ​ດ້ານ​ຂອງຊີວິດສັງຄົມ ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຮີບ​ດ່ວນ ​ແລະ​ ຍາວ​ນານ​ ໃນ​ການກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ກົດ​ໝາຍສັງຄົມ​ນິຍົມຢູ່​ຫວຽດນາມ. ສິ່ງ​ນີ້​ມີ​ຄວາມ​ໝາຍ​ຫຼາຍ​ກວ່າ​ອີກ​ ໃນ​ສະພາບ​ແວດ​ລ້ອມ​ຂອງ​ໂລກາ​ພິວັດ, ການ​ເຊື່ອມ​ໂຍງ​ສາກົນ, ການ​ປະຕິວັດ​ອຸດສາຫະກຳຄັ້ງ​ທີ​ສີ່ ​ແລະ ​ໂດຍ​ສະ​ເພາະ​ແມ່ນ​ການລະບາດ​ໃຫຍ່​ຂອງ​ໂຄ​ວິດ-19... ພວມ​ກໍ່​ໃຫ້​ເກີດ​ຄວາມ​ທ້າ​ທາຍ​ໃຫຍ່​ຫຼວງ​ຕໍ່​ການ​ພັດທະນາຂອງ​ປະ​ເທດ. ​ໃນ​ສະພາບ​ແວດ​ລ້ອມ​ໃໝ່​ນີ້, ເພື່ອບັນລຸເປົ້າໝາຍເອກະລາດແຫ່ງຊາດແລະສັງຄົມນິຍົມ, ຈຳ​ເປັນ​ຕ້ອງສ້າງ​ພັກ​ຜູ້​ກຳ​ອຳນາດ​ໃຫ້​ມີ​ຄວາມ​ສະອາດປອດ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ, ຍຶດໝັ້ນ​ໃນ​ຫຼັກ​ໝັ້ນ​ແນວ​ຄິດ, ສະຫຼາດ​ສ່ອງ​ໃສ​ໃນ​ແນວທາງ​ການ​ນຳພາ ​ແລະ ລັດ​ແຫ່ງ​ອຳນາດ​ກົດ​ໝາຍສັງຄົມ​ນິຍົມທີ່​ຮັບ​ໃຊ້ ສ້າງ​ການ​ພັດທະນາ ທີ່ມີຄວາມສາມາດໃນການຕັດສິນໃຈທີ່ຖືກຕ້ອງ ແລະທັນ​ເວລາໃນທຸກສະຖານະການ, ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ທຸກ​ຂົງ​ເຂດ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອຜົນ​ປະ​ໂຫຍ​ດຂອງ​ຊາດ-ປະ​ເທດ​ຊາດ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ບົນ​ພື້ນຖານ​ລັດຖະທຳ​ມະນູນ ​ແລະ​ກົດ​ໝາຍ, ພ້ອມ​ກັນ​ນັ້ນ ​ເສີມ​ຂະຫຍາຍກຳລັງ​ແຮງ​ແຫ່ງ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ​ຢ່າງ​​ເຕັມ​ສ່ວນ.

ທີ່​ສາມ, ກໍ່ສ້າງຖັນ​ແຖວພະນັກງານ ລັດຖະກອນ​ທີ່​ທັງມີ​ຄຸນນະ​ທຳ​ ແລະ​ ຄວາມ​ສາມາດ, ​ເປັນ “ຜູ້​ຮັບ​ໃຊ້” ຂອງ​ປະຊາຊົນ. 

ລະບົບຈັກຂອງລັດຈະ​ສະອາດປອດ​ໃສ ເຂັ້ມແຂງ ແລະ ມີປະສິດທິພາບຫຼື​ບໍ່​ນັ້ນ, ກ່ອນ​ອື່ນ​ໝົດ​ແມ່ນຂຶ້ນກັບຄົນ​ໃນ​ລະບົບ​ຈັກ​ດັ່ງກ່າວນັ້ນ. ດັ່ງ​ນັ້ນ, ຕາມປະທານ​ໂຮ່ຈີ​ມິນ, ການ​ກໍ່ສ້າງ​ລັດ​ຈຶ່ງ​ຕ້ອງ​ເລີ່​ມຕົ້ນ​ຈາກ​ວຽກ​ງານ​ການຝຶກ​ອົບຮົມ, ບຳລຸງ​ສ້າງ​ຖັນ​ແຖວ​ພະນັກງານທີ່​​ທັງມີ​ຄຸນ​ນະທຳ​ແລະ​ຄວາມ​ສາມາດ, ທັງ​ແດງ​ແລະ​ເປັນ​ມື​ອາຊີບ, “​ເປັນ​ຜູ້​ຮັບ​ໃຊ້​ທີ່​ຈົງ​ຮັກພັກດີ​ຂອງ​ປະຊາຊົນ”(12). ​ເພິ່ນ​ຢືນຢັນ​ວ່າ: “ພະນັກງານ​ແມ່ນ​ຜູ້​ທີ່​ນຳ​ເອົານະ​ໂຍບາຍ​ຂອງ​ພັກ, ລັດຖະບານ​ ໄປ​ອະທິບາຍ ​ເຜີຍ​ແຜ່​ໃຫ້​ປະ​ຊາ​ຊົນ​ເຂົ້າ​ໃຈ​ ແລະ​ ປະຕິບັດ. ພ້ອມ​ກັນ​ນັ້ນກໍ​ເອົາ​ສະພາບ​ການ​ຂອງ​ປະຊາຊົນ​​ໄປລາຍ​ງານ​ໃຫ້​ພັກ ​ແລະ ​ລັດຖະບານ ​ເພື່ອກຳນົດນະ​ໂຍບາຍ​ໃຫ້​ຖືກຕ້ອງ”(13) ​ແລະ ຕອບ​ສະໜອງ​ຄວາມ​ຕ້ອງການ​​ແລະ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ປະຊາຊົນ. ພະນັກງານ​ແມ່ນ​ກົກ​ຮາກ​ຂອງ​ທຸກ​ວຽກ​ງານ, “ດ້ວຍ​ພະນັກງານ​ທີ່​ດີ, ວຽກ​ງານ​ໃດ​ໆກໍສຳ​ເລັດ. ວຽກ​ງານ​ຈະສຳ​ເລັດຫຼື​ລົ້ມ​ເຫຼວນັ້ນ, ທັງ​ໝົດ​ແມ່ນ​ຍ້ອນ​ພະນັກງານ​ດີ​ຫຼື​ບໍ່​ດີ”(14). ດັ່ງ​ນັ້ນ, “ການ​ຝຶກ​ອົບຮົມ​ພະນັກງານ​ແມ່ນ​ວຽກ​ງານ​ຫຼັກ​ຂອງ​ພັກ”(15). ຈາກ​ນີ້, ປະທານ​ໂຮ່ຈີ​ມິນ​ໄດ້ຕຳນິຕິ​ຊົມ​ຢ່າງ​ເຄັ່ງ​ຄັດ​ຕໍ່ພະນັກງານ ສະມາຊິກ​ພັກ​ທີ່​ເສື່ອມ​ໂຊມ ປ່ຽນ​ທາດ, ຕິດພະຍາດ​ຂອງ​ລັດທິອັດ​ຕະບຸກຄົນຈຶ່ງ​ໄດ້ “ມີ​ທ່າ​ທີ່​ຫ່າງ​ເຫີນປະຊາຊົນ”(16), ບໍ່​ຢານຮຽນ​ຮູ້​ຈາກ​ມະຫາຊົນ ແຕ່ຢາກເປັນຄູສອນມະຫາຊົນ, “ລືມວ່າ​ປະຊາຊົນເລືອກທ່ານຂຶ້ນ​ມາ​ແມ່ນ​ເພື່ອເຮັດວຽກ​ໃຫ້ປະຊາຊົນ”, “ຕິດພະຍາດ​ອາດຍາ​ສິດ, ຄຳສັ່ງ, ພັກ​ພວກ, ອັດຕະວິ​ໄສ, ສໍ້​ລາດ​ບັງ​ຫຼວງ, ​ໃຊ້ຈ່າຍ​ຟຸມ​ເຟືອຍ...”. ດັ່ງ​ນັ້ນ, ​ເພິ່ນ​ຮຽກຮ້ອງ​ໃຫ້​ພະນັກງານ ສະມາຊິກ​ພັກ​​ແຕ່ລະ​ຄົນ ​ຕ້ອງຮ່ຳຮຽນ, ຝຶກ​ຝົນ​ຫຼໍ່​ຫຼອມ ​ແລະ ​ແກ້​ໄຂ​ຕົນ​ເອງຢ່າງ​ຕໍ່​ເນື່ອງ ​ເພື່ອ​ໃຫ້​ກ້າວໜ້າ​ຕະຫຼອດ​ໄປ. ວຽກ​ງານ​ພະນັກງານ​ຕ້ອງ​ອີງ​ໃສ່​ປະຊາ​ຊັນ, ຄົ້ນ​ພົບ​ແລະຄັດ​ເລືອກ​ພະນັກ​ງາມ​ຈາກ​ຂະ​ບວນການ​ປະຕິວັດ​ຂອງ​ປະຊາຊົນ; ​ນຳ​ພະນັກງານ​ເຂົ້າ​ສູ່​ການ​ເຄື່ອນ​ໄຫວ​ປະຕິບັດ​ຕົວ​ຈິງ ​ແລະ ຜ່ານ​ການ​ຊ່ວຍ​ເຫຼືອ ຄວບ​ຄຸມຂອງ​ປະຊາຊົນ ​ເພື່ອ​ຝຶກ​ອົບຮົມ​ແລະບຳລຸງ​ສ້າງ​ພະນັກງານ.

​ໃນ​ປະຈຸ​ບັນ, ດ້ານ​ລົບ​ຂອງ​ເສດຖະກິດ​ຕະຫຼາດ​ພວມ​ກະທົບ​ຢ່າງ​ແຂງ​ແຮງ​ ​ເຮັດ​ໃຫ້​ພະນັກງານ ລັດຖະກອນ ສະມາຊິກພັກ​ພາກສ່ວນ​ໜຶ່ງ ​ເສື່ອ​ມ​ໂຊມ ປ່ຽນ​ທາດ, “ປ່ຽນ​ແປງ​ຕົນ​ເອງ”, “ຜັນປ່ຽນ​ຕົນ​​ເອງ”; ບາງອົງການຈັດຕັ້ງພັກຮາກຖານມີ​ຄວາມ​ສາມາດນຳພາ ​ແລະ ກຳລັງ​ແຮງ​ສູ້​ຮົບ​ຍັງ​ຕໍ່າ​​, ລະ​ເມີດ​ຫຼັກການ​ລວມສູນ​ປະຊາທິປະ​ໄຕ. ລະບົບຈັກ​ຂອງ​ລັດ​ຫຼັງ​ຈາກ​ການ​ປະ​ຕິ​ຮູບ​ແລະ​ປັບ​ຕົວ​ຫຼາຍຄັ້ງ​ ​ໄດ້​ມີ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ​ແລະ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິພາບ​ແລະ​ປະສິດທິ​ຜົນກວ່າ​ເກົ່າ, ​ແຕ່​ແຮງ​ເຊື່ອຍ​ຂອງ​ກົນ​ໄກ​ເກົ່າ, ຄວາມ​ບໍ່​ຄົບ​ຊຸດ​ຂອງ​ລະບົບ​ກົດໝາຍ ​ແລະ ຄວາມ​ຂາດ​ຕົກ​ບົກພ່ອງ​ໃນ​ການຈັດ​ຕັ້ງ, ການ​ຄຸ້ມ​ຄອງ, ການ​ສໍ້​ລາດ​ບັງ​ຫຼວງ, ​ການ​ກໍ່​ກວນ​ໃນ​ອົງການ​ປົກຄອງ​ລັດ... ຍັງເປັນອຸປະສັກ​ຕໍ່​ການ​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ກົດ​ໝາຍສັງຄົມ​ນິຍົມຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ແລະ​ເພື່ອ​ປະຊາຊົນ ພາຍ​ໃຕ້​ກາ​ນຳພາ​ຂອງ​ພັກ. ​ເພື່ອ​ສືບ​ຕໍ່​ປັບປຸງ​ການຈັດ​ຕັ້ງ​ແລະລະບົບ​ຈັກ​ຂອງ​ລັດ, ຫັນປ່ຽນ​ຢ່າງ​ແຂງ​ແຮງ​ຮູບ​ແບບ ​ແລະ ກົນ​ໄກການ​ຄຸ້ມ​ຄອງ​ຕາມ​ທິດ​ທາງ​ຮັບ​ໃຊ້​ແລະ​ສ້າງ​ການ​ພັດທະນາ, ​ແມ່ນ​ຕ້ອງ​ສ້າງ​ຖັນ​ແຖວ​ພະນັກງານ ລັດຖະກອນ​ໃຫ້​ມີ​ທັງ​ຄຸນ​ນະ​ທຳ​ແລະ​ຄວາມ​ສາມາດ, ທຽບ​ເທົ່າ​ລະດັບ​ໜ້າ​ທີ່, ພິ​ເສດ​ແມ່ນ​ເອົາ​ໃຈ​ໃສ່​ບຳລຸງ​ສ້າງ, ຍົກ​ສູງ​ຄຸນສົມບັດ ຄຸນ​ນະ​ທຳ, ອຸດົມ​ການປະຕິວັດ, ລະດັບ​ວິຊາ​ສະ​ເພາະ ວິຊາ​ອາຊີບ ​ໃຫ້​ພະນັກງານ​ລະດັບ​ຍຸກ​ທະ​ສາດ, ​ເພື່ອ​ໃຫ້​ເຂົາ​ເຈົ້າ​ກາຍ​ເປັນຜູ້ນໍາທີ່​​ເກັ່ງ​ກ້າ​ສາມາດ, ຮັກ​ຊາດ, ຊື່ສັດ​ທ່ຽງທຳ, ​ເຫັນ​ແກ່​ສ່ວນ​ລວມ. ຈາກ​ນັ້ນ, ສ້າງ​ການ​ເຄື່ອນ​ໄຫວ​ທີ່​ກ້າວ​ກະ​ໂດດໃນ​ຂະ​ບວນການ​ພັດທະນາ​ປະ​ເທດ​ຊາດ ​ແລະ ກໍ່ສ້າງ​ລັດຕາມ​ແນວ​ຄິດ​ໂຮ່ຈີ​ມິນ, ປະສົບ​ຄວາມ​ສຳ​ເລັດ​ໃນ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກ່ຽວກັບ “ກາ​ກໍ່ສ້າງ​ແລະ​ປັບປຸງ​ບູລະນະລັດ​ແຫ່ງ​ອຳນາດ​ກົດ​ໝາຍສັງຄົມ​ນິຍົມ, ຍົກ​ສູງ​ຄວາມ​ສາມາດ​ແລະ​ປະສິດທິ​ຜົນການ​ຄຸ້ມ​ຄອງ ບໍ​ລະຫານ ​ແລະ ຄວາມ​ສາມາດ​ສ້າງ​ການ​ພັດທະນາ”(17)...

ທີ​ສີ່, ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ບັນດາ​ມາດ​ຕະການ​ຄວບ​ຄຸມ​ອຳນາດລັດ.

ຕາມປະທານ​ໂຮ່ຈີ​ມິນ, ​ເພື່ອ​ກໍ່ສ້າງ​ພັກທີ່​ສະອາດປອດ​ໃສ, ​ເຄື່ອນ​ໄຫວ​ມີ​ປະສິດທິ​ຜົນ ​ແລະ ຮັບ​ໃຊ້​ປະຊາຊົນນັ້ນ ການ​ຄວບ​ຄຸມ​ອຳນາດລັດ​ແມ່ນວຽກ​ງານສຳຄັນ. ​​ເພິ່ນໄດ້​ຍົກ​ອອກ​ບັນດາ​ມາດ​ຕະການ​ພື້ນຖານ​ເພື່ອປະຕິບັດ​ການ​ຄວບ​ຄຸມ​ອຳນາດ​ລັດ​ດັ່ງ​ນີ້:

ການ​ສ້າງ​ລະບົບ​ກົດໝາຍ​ທີ່​ສົມບູນ​ເປັນ​ເຄື່ອງມື​ໃນ​ການ​ຄວບ​ຄຸມ​ອຳນາດລັດ: ປະທານ​ໂຮ່ຈີ​ມິນ​ໃຫ້​ທັດສະນະ​ວ່າ, ລັດ​ເພື່ອ​ປະ​ຊາ​ຊົນ​ທີ່ປະ​ຕິ​ບັດ​ງານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຕ້ອງ​ເປັນ​ລັດ​ທີ່ “ລັດ​ຖະ​ທຳ​ມະ​ນູນ​ປະກາດ​ໃຊ້” ແລະ “ຕ້ອງ​ມີ​ຈິດ​ໃຈ​​ແຫ່ງອຳນາດກົດ​ໝາຍ”. ນີ້​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງ​ການທີ່ຈຳ​ເປັນສຳລັບ​ລັດ​ແຫ່ງອຳນາດກົດ​ໝາຍ. ​ໃນ​ລັດ​ແຫ່ງ​ອຳນາດ​ກົດ​ໝາຍສັງຄົມ​ນິຍົມ, ກົດໝາຍ​ຕ້ອງ​ເປັນ​ເຄື່ອງມື​ເພື່ອ​ປະຕິບັດ​ອຳນາດຂອງ​ປະຊາຊົນ ​ແລະ​ ກໍ​ເປັນ​ເຄື່ອງມື​ເພື່ອ​ໃຫ້​ລັດປະຕິບັດ​ບັນດາ​ພາລະ​ໜ້າ​ທີ່​ຂອງ​ຕົນ, ພ້ອມ​ກັນ​ນັ້ນ​ເພື່ອ​ຄວບ​ຄຸມອຳນາດ​ລັດ.  

ປຸກລະດົມ​ປະຊາຊົນ​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ ​ແລະ ຄວບ​ຄຸມອຳນາດ​ລັດ: ການຄວບ​ຄຸມອຳນາດ​ລັດ​​ແມ່ນ​ບັນຫາສຳຄັນ, ຍ້ອນ​ແນວ​ນັ້ນ, ປະທານ​ໂຮ່ຈີ​ມິນຍາມໃດກໍ່ສົ່ງ​ເສີມ​ໃຫ້​ປະຊາຊົນວິຈານແລະຕິດຕາມ​ກວດກາວຽກງານຂອງລັດ, ຂອງ​ລັດຖະບານ, “ຫວັງ​ໃຫ້​ພີ່ນ້ອງ​ຮ່ວມ​ຊາດ​ຊ່ວຍ​ເຫຼືອ, ຊຸກຍູ້, ກວດກາ ​ແລະ ​ວິຈານ ​ເພື່ອ​ເຮັດ​ຫຼ້ອນ​ໜ້າ​ທີ່​ຂອງ​ຕົນ ຄື​​ເປັນ​ຜູ້​ຮັບ​ໃຊ້ທີ່​ຈົງ​ຮັກ​ພັກດີ​ແລະ​ສຸດ​ອົດ​ສຸດ​ໃຈ​ຂອງ​ປະຊາຊົນ”(18). ຕາມ​ນັ້ນ, ​ເພື່ອ​ຄວບ​ຄຸມອຳນາດ​ລັດ​ໄດ້​ດີ, ຈຳ​ເປັນ​ຕ້ອງ​ປະຕິບັດ​ປະຊາທິປະ​ໄຕ​ຢ່າງ​ກວ້າງຂວາງ, ດຶງ​ດູດ​ປະ​ຊາ​ຊົນ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ​ລັດ ແລະ ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂອງ​ລະບົບ​ຈັກ​ແຫ່ງ​ລັດ ແລະ ຂອງ​ພະນັກງານ​ຂອງ​ລັດ.

ເມື່ອຢູ່ໃນຕໍາແໜ່ງການ​ນໍາ​​ປະ​ເທດ​, ໃນ​ບາງ​ຄັ້ງ​, ປະທານ​ໂຮ່ຈີ​ມິນ ຕ້ອງ​ຕັດສິນ​ໃຈ​ຢ່າງ​ເຄັ່ງ​ຄັດ​ໃນ​ການ​ຈັດການ​ກັບ​ຜູ້​ກະທຳ​ຜິດ​ສໍ້​ລາດ​ບັງ​ຫຼວງ ​ເພື່ອ​ຮັບປະກັນ​ຄວາມ​ເຂັ້ມ​ງວດ​ຂອງ​ກົດໝາຍ ​ແລະ ລະບຽບ​ວິ​ໄນ​ຂອງ​ປະ​ເທດ, ພ້ອມ​ກັນ​ນັ້ນ ກໍ່​ປົກ​ປັກ​ຮັກສາ​ກຽດ​ສັກ​ສີ​ຂອງ​ພັກ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ. ​ເພິ່ນ​ຊີ້​ແຈ້ງວ່າ, ​ໃນ​ລັດ, “ປະຊາຊົນ​ມີ​ສິດປົດຕຳ​ແໜ່​ງຜູ້​ແທນ​ສະ​ພາ​ແຫ່ງ​ຊາດ ແລະ ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ ຖ້າ​ຫາກ​ເຫັນ​ວ່າ​ບໍ່​ສົມ​ຄວນກັບ​ຄວາມ​ໄວ້​ວາງ​ໃຈ​ຂອງ​ປະ​ຊາ​ຊົນ.”(19), ຊ້ຳບໍ່​ໜຳ, “ຖ້າ​ຫາກ​ວ່າ​ລັດ​ຖະ​ບານ​ທໍາ​ຮ້າຍ​ປະ​ຊາ​ຊົນ, ປະ​ຊາ​ຊົນ​ມີ​ສິດ​ທີ່​ຈະ​ຂັບ​ໄລ່​ລັດ​ຖະ​ບານ(20).

​ເພີ່ມ​ທະວີ​ວຽກ​ງານ​ກວດກາ, ກວດ​ສອບປະທານ​ໂຮ່ຈີ​ມິນ​ໄດ້​ຊີ້​​ແຈ້ງວ່າ: “​ເກົ້າ​ໃນ​ສິບ​ຂອງຂໍ້ບົກພ່ອງໃນການເຮັດວຽກຂອງພວກເຮົາແມ່ນຍ້ອນຂາດການກວດກາ. ຖ້າ​ຫາກ​ຈັດ​ຕັ້ງ​ການ​ກວດກາ​ຢ່າງດີ, ວຽກ​ງານ​ຂອງ​ພວກ​ເຮົາ​ຈະດີ​ຂຶ້ນ​ເປັນ​ສິບ ​ເປັນ​ຮ້ອຍ​ເທົ່າ ຢ່າງ​ແນ່ນອນ(21), ​ແລະຢາກ​ຮູ້​ວ່າ​ຜູ້​ໃດ​ອອກ​ແຮງ​ເຮັດ, ຜູ້​ໃດ​ເຮັດ​​ແບບພໍ​ແລ້ວ​ມື, ມີ​ວິທີ​ດຽວ​ເທົ່າ​ນັ້ນ​ຄື ການ​ກວດກາ​ທີ່​ດີ. ກວດກາ​ດີ, ຂໍ້ບົກພ່ອງໃດໆກໍຖືກເປີດເຜີຍ, ຍິ່ງ​ກວ່າ​ນັ້ນ, ຫຼັງຈາກການກວດກາຢ່າງຖີ່ຖ້ວນ​ແລ້ວ, ຂໍ້ບົກພ່ອງຈະຫຼຸດລົງຢ່າງ​ແນ່ນອນ(22).

ດ້ວຍ​ການ​ສືບ​ທອດ​ແລະ​ໝູນ​ໃຊ້​ແນວ​ຄິດໂຮ່ຈີ​ມິນ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ພັກ​ກອມ​ມູນິດ​ຫວຽດນາມ​ນຳພາລະບົບ​ການ​ເມືອງ​ແລະ​ສັງຄົມທັງ​ໝົດ ​ໃນ​ການປ້ອງ​ກັນ​ແລະຕ້ານການ​ສໍ້​ລາດ​ບັງ​ຫຼວງ, ການ​ໃຊ້​ຈ່າຍ​ຟຸມ​ເຟືອຍຢ່າງ​ເດັດດ່ຽວ​, ​ຕໍ່​ເນື່ອງ, ​ເຖິງ​ຖອງ ​ແລະ ມີ​ປະສິດທິ​ຜົນ. ຜ່າ​ນນັ້ນ, ຈັດການ​ແກ້​ໄຂ​ການກະທຳ​ສໍ້​ລາດ​ບັງ​ຫຼວງ, ການ​ໃຊ້​ຈ່າຍ​ຟຸມ​ເຟືອຍ​ຢ່າງ​ເຂັ້ມ​ງວດ​ແລະ​ທັນ​ການ ຕາມ​ຈິດ​ໃຈບໍ່​ມີ​ເຂດ​ຫວງ​ຫ້າ, ບໍ່ມີ​ການ​ຍົກ​ເວັ້ນ”, “​ເພີ່ມ​ທະວີ​ວຽກ​ງານ​ກວດກາ, ກວດກາ​ນ, ກວດ​ສອບ, ສືບສວນ, ການດຳ​ເນີນ​ຄະດີ, ການ​ພິຈາລະນາ​ຄະດີ, ການ​ບັງຄັບ​ໃຊ້​ບົດ​ລົງ​ໂທດ, ການ​ຄົ້ນ​ພົບ​ແລະ​ຈັດການ​ແກ້​ໄຂ​ກໍລະນີ ຄະດີ​ສໍ້​ລາດ​ບັງ​ຫຼວງ, ​ໃຊ້​ຈ່າຍ​ຟຸ​ມເຟືອຍ​ຢ່າງ​ໄວ​ແລະເຂັ້ມ​ງວດ;... ຈັດການ​ຢ່າງ​ເຂັ້ມ​ງວດ​ກັບ​ພະນັກງານ​ທີ່ກໍ່ກວນ ຂໍ​ເງິນ ສ້າງ​ຄວາມ​ເດືອດ​ຮ້ອງ​ໃຫ້​ປະຊາຊົນ​ແລະ​ວິ​ສາ​ຫະກິດ(23). ຄ່ອຍໆ​ສ້າງ​ລະບົບ​ກົດໝາຍທີ່​ສົມ​ບູນ ທັນ​ສະ​ໄໝ ​ແລະ ມີ​ມະນຸດສະທຳ ​​ໂດ​ຍຖື​ເອົາ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ແລະ​ປະ​ເທດ​ຊາດ​ເປັນ​ເປົ້າໝາຍ​ສູງ​ສຸດ./.

----------------------

(1) ໂຮ່ຈີ​ມິນນິພົນ​ຄົບ​ຊຸດ, ສພຈ ການ​ເມືອງ​ແຫ່ງຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ 1, ໜ້າ 469.

(2), (3) ໂຮ່ຈີ​ມິນນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ເຫຼັ້ມ 1, ໜ້າ 469, 473.

(4) ໂຮ່ຈີ​ມິນນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ເຫຼັ້ມ 2, ໜ້າ 292.

(5) ໂຮ່ຈີ​ມິນນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ເຫຼັ້ມ 4, ໜ້າ 7.

(6) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13ສພຈ ການ​ເມືອງ​ແຫ່ງຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2021, ​ເຫຼັ້ມ 1, ໜ້າ 202.

(7) .​ມາກ ​ແລະ ຟ.ອັງ​ແກນນິພົນ​ຄົບ​ຊຸດ, ສພຈ ການ​ເມືອງ​ແຫ່ງຊາດ, ຮ່າ​ໂນ້ຍ, 1994, ​ເຫຼັ້ມ 20, ໜ້າ 389 – 390.

(8) ໂຮ່ຈີ​ມິນນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ເຫຼັ້ມ 8, ໜ້າ 262.

(9) ໂຮ່ຈີ​ມິນນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ເຫຼັ້ມ 6, ໜ້າ 232.

(10) ໂຮ່ຈີ​ມິນນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ເຫຼັ້ມ 4, ໜ້າ 64 – 65.

(11) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11ສພຈ ການ​ເມືອງ​ແຫ່ງຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2011, ໜ້າ 70.

(12) ໂຮ່ຈີ​ມິນນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ເຫຼັ້ມ 15, ໜ້າ 612.

(13), (14), (15), (16) ໂຮ່ຈີ​ມິນນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ເຫຼັ້ມ 5, ໜ້າ 309, 280, 309, 286.

(17) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13ປຶ້ມ​ທີ່​ໄດ້​ແນະນຳ, ເຫຼັ້ມ 1, ໜ້າ 284 – 285.

(18) ໂຮ່ຈີ​ມິນນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ເຫຼັ້ມ 9, ໜ້າ 81.

(19) ໂຮ່ຈີ​ມິນນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ເຫຼັ້ມ 12, ໜ້າ 375.

(20), (21), (22) ໂຮ່ຈີ​ມິນນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ເຫຼັ້ມ 5, ໜ້າ 75, 637, 327.

(23) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ເຫຼັ້ມ 1, ໜ້າ 195.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 975 (​ເດືອນຕຸລາ 2021)