ການຮັບຮູ້ແລະແກ້ໄຂບັນດາສາຍພົວພັນທີ່ສຳຄັນເປັນຢ່າງດີ
ໃນຂະບວນການປ່ຽນແປງໃໝ່ໄປສູ່ສັງຄົມນິຍົມຢູ່ຫວຽດນາມ
(ຕອນສຸດທ້າຍ)
ໃນຂະບວນການປ່ຽນແປງໃໝ່ໄປສູ່ສັງຄົມນິຍົມຢູ່ຫວຽດນາມ
(ຕອນສຸດທ້າຍ)
ໂດຍທົ່ວໄປ ການຮັບຮູ້ແລະແກ້ໄຂບັນດາສາຍພົວພັນທີ່ສຳຄັນໄດ້ດີ, ພັກກອມມູນິດຫວຽດນາມໄດ້ເນັ້ນໜັກ ເອົາໃຈໃສ່ກວ່າອີກ ເຖິງເນື້ອໃນຂອງສາຍພົວພັນສຳຄັນຈຳນວນໜຶ່ງເຊັ່ນ: ຮັບປະກັນການທິດທາງສັງຄົມນິຍົມ; ສ້າງແລະປັບປຸງບູລະນະການພົວພັນການຜະລິດທີ່ກ້າວໜ້າທີ່ເໝາະສົມ; ພັດທະນາວັດທະນະທຳ, ປະຕິບັດຄວາມກ້າວໜ້າແລະຄວາມຍຸຕິທຳທາງສັງຄົມ, ປົກປັກຮັກສາສິ່ງແວດລ້ອມ; ປົກປັກຮັກສາປະເທດຊາດສັງຄົມນິຍົມ; ຮັກສາເອກະລາດ, ຄວາມເປັນເຈົ້າຕົນເອງ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ. ຢ່າງໃດກໍ່ຕາມ, ເນື້ອໃນສຳຄັນຂ້າງເທິງຈຳເປັນຕ້ອງໄດ້ຮັບການປັບປຸງ ແລະເສີມສ້າງໃຫ້ເໝາະສົມກັບສະພາບການ, ຄວາມຮຽກຮ້ອງຕ້ອງການທີ່ວາງອອກໃນແຕ່ລະໄລຍະແຫ່ງການພັດທະນາປະເທດ.
ທີສອງ, ສ້າງທັດສະນະທີ່ມີລັກສະນະຫຼັກການ ແລະ ວິທີວິທະຍາ ໃນການຮັບຮູ້ ແລະ ການແກ້ໄຂບັນດາສາຍພົວພັນທີ່ສຳຄັນ.
ຜົນງານທາງທິດສະດີອີກປະການໜຶ່ງໃນຂະບວນການຮັບຮູ້ ແລະ ແກ້ໄຂບັນດາການພົວພັນທີ່ສຳຄັນໃນພາລະກິດການປ່ຽນແປງໃໝ່ ແລະຂ້າມຜ່ານຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມແມ່ນການສະຫຼຸບທັດສະນະທີ່ມີລັກສະນະຫຼັກການ ແລະ ວິທີວິທະຍາຈຳນວນໜຶ່ງ ອີງໃສ່ລັດທິວັດຖຸນິຍົມສັດຈະວິພາກ ແລະລັດທິວັດຖຸນິຍົມປະຫວັດສາດ ເພື່ອແກ້ໄຂໃຫ້ຖືກຕ້ອງ, ຫຼີກລ້ຽງການເຫັນແຕ່ດ້ານດຽວ, ຕາມລຳພັງໃຈ, ເຈດຈຳນົງນິຍົມ ນຳໄປສູ່ຄວາມຜິດເຂວໃນການຮັບຮູ້ ແລະ ການໝູນໃຊ້ສາຍພົວພັນທີ່ສຳຄັນເຂົ້າໃນພຶດຕິກຳຕົວຈິງ.
ໜຶ່ງ, ຜັນຂະຫຍາຍຄວາມກົມກຽວກັນ ໃນການຮັບຮູ້ ແລະ ແກ້ໄຂບັນດາສາຍພົວພັນທີ່ສຳຄັນ. ບັນດາສາຍພົວພັນທີ່ສຳຄັນມີດ້ານທີ່ຂັດແຍ້ງ ແລະ ເປັນເອກະພາບກັນ. ເມື່ອບັນດາພາກສ່ວນປະກອບໄດ້ສົມທົບກັນຢ່າງກົມກຽວຈະຊຸກຍູ້ການພັດທະນາ. ບໍ່ແມ່ນເລື່ອງບັງເອີນ ທີ່ພັກກອມມູນິດຫວຽດນາມໃຊ້ຄຳວ່າ “ບັນດາສາຍພົວພັນທີ່ສົມດຸນສຳຄັນ” ຫຼື “ບັນດາສາຍພົວພັນທີ່ສົມດຸນຕົ້ນຕໍ່” ໃນໄລຍະເລີ່ມຕົ້ນຂອງການສ້າງຄວາມຄິດທາງປັນຍາກ່ຽວກັບບັນດາສາຍພົວພັນທີ່ສຳຄັນ ເຊິ່ງໝາຍເຖິງການເນັ້ນທັດສະນະກົມກຽວທີ່ສຳຄັນທີ່ສຸດໃນຄວາມຮັບຮູ້ ແລະ ການແກ້ໄຂບັນດາສາຍພົວພັນທີ່ສຳຄັນ. ແນ່ນອນວ່າ, ການຮັກສາພາວະສົມດຸນລະຫວ່າງບັນດາສາຍພົວພັນ, ບັນດາອົງປະກອບຂອງແຕ່ລະສາຍພົວພັນມີລັກສະນະພໍສົມຄວນ; ໃນແຕ່ລະໄລຍະມີຄວາມຈຳເປັນຕ້ອງກຳນົດອົງປະກອບຫຼັກ ແລະອົງປະກອບຮອງຂອງແຕ່ລະສາຍພົວພັນ, ກໍ່ຄືກຳນົດສາຍພົວພັນຈຸດສຸມໃນພາບລວມ ຂອງບັນດາສາຍພົວພັນທີ່ສຳຄັນ, ເພື່ອບຸລິມະສິດການຈັດການ ແລະການກະຈາຍຊັບພະຍາກອນເພື່ອການພັດທະນາຢ່າງຫຍືດຍຸ່ນ.
ສອງ, ບັນດາສາຍພົວພັນທີ່ສຳຄັນໄດ້ຄົງຕົວຢ່າງພາວະວິໃສ, ນອກເໜືອຈາກຄວາມປາດຖະໜາສ່ວນຕົວຂອງຜູ້ຄົນ. ດັ່ງນັ້ນ, ຄວາມສາມາດອັນພື້ນຖານຂອງມະນຸດແມ່ນຄວາມຮັບຮູ້ ຄວາມເຂົ້າໃຈຢ່າງເຖິງຖອງ ຈະແຈ້ງກວ່າ ແລະ ໃຊ້ບັນດາສາຍພົວພັນທີ່ສຳຄັນ ຈະຕ້ອງປະຕິບັດຕາມ ແລະອີງໃສ່ກົດເກັນພາວະວິໄສ ຂອງພຶດຕິກຳຕົວຈິງ, ບໍ່ໃຊ້ເຈດຈຳນົງອັດວິໄສເພື່ອບັງຄັບຄວາມເປັນຈິງຕາມວັດຖຸປະສົງ ໂດຍບິດເບືອນທາດແທ້ຂອງບັນດາສາຍພົວພັນທີ່ສຳຄັນ.
ຢ່າງໃດກໍ່ຕາມ, ຄວາມສຳລັດຫຼືຫຼົ້ມແຫຼວໃນຄວາມຮັບຮູ້ ແລະ ການແກ້ໄຂບັນດາສາຍພົວພັນທີ່ສໍາຄັນແມ່ນຂຶ້ນກັບຄົນສ່ວນໃຫຍ່ທີ່ຈະກວດພົບແລະແກ້ໄຂຂໍ້ຂັດແຍ່ງຂອງພວກເຂົາໄວ. ໃນພາລະກິດແຫ່ງການປ່ຽນແປງໃໝ່, ພັກກອມມູນິດຫວຽດນາມ ຍາມໃດກໍ່ກຳນົດວ່າ “ການປ່ຽນແປງໃໝ່… ຕ້ອງເຄົາລົບກົດເກນພາວະວິໄສ, ເລີ່ມຈາກຄວາມເປັນຈິງ ແລະ ຕິດແໜ້ນກັບຄວາມເປັນຈິງ”(1), ເປັນພື້ນຖານໃຫ້ແກ່ຄວາມຮັບຮູ້ທີ່ຖືກຕ້ອງ ແລະ ການແກ້ໄຂຢ່າງມີປະສິດທິຜົນ ບັນດາສາຍພົວພັນທີ່ສຳຄັນ, ສ້າງປະຖົມປັດໄຈເພື່ອບັນລຸຜົນສຳເລັດອັນຍິ່ງໃຫຍ່. ພາກປະຕິບັດການປ່ຽນແປງໃໝ່ປະເທດໃນກວ່າ 36 ປີແມ່ນຄວາມເປັນຈິງທີ່ສໍາຄັນທີ່ສຸດ ເພື່ອຄົ້ນພົບແລະທົດສອບຄວາມຖືກຕ້ອງຂອງການພົວພັນທີ່ສໍາຄັນ.
ສາມ, ໃນລະດັບລວມ, ເມື່ອຮັບຮູ້ ແລະ ແກ້ໄຂບັນດາສາຍພົວພັນທີ່ສຳຄັນຕ້ອງອີງໃສ່ທັດສະນະຮອບດ້ານ, ມີລະບົບ, ມີການເຊື່ອມຕໍ່, ໝາຍຄວາມວ່າທັງພິຈາລະນະສາຍພົວພັນໃນຕົວຢູ່ພາຍໃນຂອງແຕ່ລະສາຍພົວພັນທີ່ສຳຄັນ, ທັງພິຈາລະນາໂດຍລວມແຕ່ລະສາຍພົວພັນກັບບັນດາສາຍພົວພັນສຳຄັນອື່ນ, ຮັບຮູ້ລະບົບບັນດາສາຍພົວພັນສຳຄັນໃນການພົວພັນກັບອົງປະກອບທີ່ສຳຄັນອື່ນຂອງຮູບແບບສັງຄົມນິຍົມຫວຽດນາມ; ບໍ່ພິຈາລະນາແຕ່ລະອົງປະກອບຂອງສາຍສໍາພັນສຳຄັນ ຫຼືແຕ່ລະສາຍພົວພັນສຳຄັນໃນສະຖານະດຽວ, ແຍກຕ່າງຫາກ, ໂດດດ່ຽວ.
ໃນບັນດາສາຍພົວພັນທີ່ສຳຄັນ, ມີສາຍພົວພັນລວມມີສອງອົງປະກອບ (ເຊັ່ນລະຫວ່າງການປ່ຽນແປງໃໝ່ດ້ານເສດຖະກິດ ແລະ ການປ່ຽນແປງໃໝ່ດ້ານການເມືອງ; ລະຫວ່າງການສ້າງສາ ແລະ ການປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ…), ແຕ່ກໍ່ມີສາຍພົວພັນແບບ “ສາມຫຼ່ຽມ” ທີ່ປະກອບດ້ວຍສາມອົງປະກອບ (ລະຫວ່າງການນຳພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ປະຊາຊົນເປັນເຈົ້າຂອງ; ລະຫວ່າງການປະຕິບັດປະຊາທິປະໄຕ, ການເພີ່ມທະວີລະບຽບກົດໝາຍ ແລະ ການຮັບປະກັນລະບຽບວິໄນທາງສັງຄົມ…); ສາຍພົວພັນທີ່ປະກອບດ້ວຍຫ້າອົງປະກອບ (ລະຫວ່າງການເຕີບໂຕດ້ານເສດຖະກິດ ແລະ ການພັດທະນາວັດທະນະທຳ, ການປະຕິບັດຄວາມກ້າວໜ້າ ແລະ ຍຸຕິທຳທາງສັງຄົມ, ການປົກປັກຮັກສາສິ່ງແວດລ້ອມ). ຮັບຮູ້ຈຸດພິເສດນີ້ເພື່ອເອົາໃຈໃສ່ເຖິງລັກສະນະຫຼາຍດ້ານ, ຫຼາຍຮູບຫຼາຍແບບ ແລະຊັບຊ້ອນຫຼາຍດ້ານເປົ້າໝາຍ ແລະ ເມື່ອແກ້ໄຂສາຍພົວພັນທີ່ສຳຄັນໃນການເຄື່ອນໄຫວຕົວຈິງ ຈຳເປັນຕ້ອງພິຈາລະນາຢ່າງຮອບດ້ານແລະຄົຊຖ້ວນເຖິງການພົວພັນຂອງແຕ່ລະອົງປະກອບ ກັບແຕ່ລະອົງປະກອບທີ່ຍັງເຫຼືອ ແລະ ການພົວພັນໂດຍລວມ, ຫຼີກລ້ຽງການລະເວັ້ນ ທັດສະນະດ້ານດຽວ ຫຼື ເຮັດໃຫ້ງ່າຍ.
ສີ່, ເມື່ອຮັບຮູ້ແລະແກ້ໄຂສາຍພົວພັນທີ່ສຳຄັນຕ້ອງອີງໃສ່ທັດສະນະພັດທະນາ ຍ້ອນວ່າການພັດທະນາແມ່ນທ່າອຽງທີ່ຈຳເປັນຂອງການເຄື່ອນໄຫວ, ເຖິງວ່າຂະບວນການເຄື່ອນໄຫວອາດຈະຄົດລ້ຽວ ລະອິດລະອ້ຽວ ແລະມີການຖົດຖອຍຊົ່ວຄາວ, ຊ້ຳບໍ່ໜຳມີການຫຼົ້ມເຫຼວ ແລະການພັງທະລາຍ, ໃນທີ່ສຸດ ພວກມັນທັງໝົດກໍ່ເຄື່ອນໄປຂ້າງໜ້າຕາມເສັ້ນ “ກ້ຽວກົ້ນຫອຍ” ໄປສູ່ການພັດທະນາລະດັບໃໝ່ ສູງຂຶ້ນ. ຕົວຢ່າງ, ໃນສາຍພົວພັນລະຫວ່າງສະຖຽນລະພາບ, ການປ່ຽນແປງໃໝ່ ແລະ ການພັດທະນາ, ຖ້າເນັ້ນໜັກເຖິງສະຖຽນລະພາບຫຼາຍເກີນໄປໂດຍບໍ່ມີການປ່ໜຍແປງໃໝ່ ກໍ່ອາດຈະນໍາໄປສູ່ພາວະຢຸດຊະງັກ ຢຸດເຊົາໄດ້ຢ່າງງ່າຍດາຍ; ແຕ່ການປ່ຽນແປງໃໝ່ດ້ວຍຕົ້ນທຶນທັງໝົດ ໂດຍບໍ່ສົນໃຈເຖິງເງື່ອນໄຂຕົວຈິງ, ເຕັ້ນຈາກຂົ້ວນີ້ໄປອີກຈຸດໜຶ່ງ, ປະຕິເສດສິ່ງເກົ່າໂດຍສິ້ນເຊີງ ຫຼືຟ້າວຟັ່ງ, ຕາມລຳພັງໃຈ, ບໍ່ມີຫຼັກການ ມັດເຮັດໃຫ້ເກີດການພັງທະລາຍແລະຄວາມຫຼົ້ມເຫຼວຊົ່ວຄາວ…
ນອນຢູ່ໃນກົດເກນທົ່ວໄປ, ບັນດາສາຍພົວພັນທີ່ສຳຄັນກໍ່ມີການເຄື່ອນໜູນຢູ່ສະເໝີ ແລະປ່ຽນແປງຢ່າງບໍ່ຢູດຢັ້ງ. ແຕ່ລະໄລຍະປະຫວັດສາດ, ແຕ່ລະໄລຍະການພັດທະນາ, ບັນດາສາຍພົວພັນທີ່ສຳຄັນລ້ວນແຕ່ມີການຫັນປ່ຽນແປງພາຍໃນຕົນມັນເອງ ແລະ ສະແດງອອກພາຍນອກໂດຍພົວພັນກັບສາຍພົວພັນທີ່ສຳຄັນອື່ນໆ ດ້ວຍການແທນທີ່ ສູນເສຍ ຫຼືເພີ່ມເຕີມຄຸນລັກສະນະ ສະຖານະ ແລະອົງປະກອບອື່ນໆເຂົ້າດ້ວຍກັນ. ດັ່ງນັ້ນ, ພັກກອມມູນິດຫວຽດນາມຢືນຢັນວ່າ ບັນດາສາຍພົວພັນທີ່ສຳຄັນນັ້ນຍັງບໍ່ສົມບູນ ແຕ່ຕ້ອງຄົ້ນຄວ້າ ແລະສະຫຼຸບ ເພື່ອ “ສືບຕໍ່ປັບປຸງ, ບູລະນະ ແລະ ພັດທະນາໃຫ້ສອດຄ່ອງກັບການປ່ຽນແປງໃນຄວາມເປັນຈິງ”(2).
ຫ້າ, ການຮັບຮູ້ແລະແກ້ໄຂບັນດາສາຍພົວພັນທີ່ສຳຄັນ ຕ້ອງພິຈາລະນາທັງຂະບວນການທັງໝົດ ແລະແຕ່ລະສະຖານະການທາງປະຫວັດສາດ, ເງື່ອນໄຂ, ພື້ນທີ່ ແລະເວລາທີ່ສະເພາະ. ການຮັບຮູ້ບັນດາສາຍພົວພັນທີ່ສຳຄັນແມ່ນຂະບວນການການຮັບຮູ້ທີ່ຍາວນານ, ຈຳເປັນຕ້ອງພິຈາລະນາຂະບວນວິວັດທັງໝົດ ໂດຍບໍ່ຢຸດຊະງັກຫຼືກະໂດດ ເພື່ອເຫັນແຈ້ງເຖິງການເຄື່ອນໄຫວ ແລະການພັດທະນາຢ່າງຕໍ່ເນື່ອງຂອງບັນດາສາຍພົວພັນທີ່ສຳຄັນ; ພ້ອມກັນນັ້ນ ຈຳເປັນຕ້ອງແບ່ງສ່ວນເພື່ອພິຈາລະນາສາຍພົວພັນທີ່ສຳຄັນໃນສະຖານະການສະເພາະ, ເງື່ອນໄຂ, ພື້ນທີ່ ແລະເວລາ ເພື່ອເຂົ້າໃຈຢ່າງເລິກເຊິ່ງເຖິງທາດແທ້ ແລະທິດທາງການເຄື່ອນໄຫວຂອງການພົວພັນທີ່ສຳຄັນ.
ບັນດາສາຍພົວພັນທີ່ສຳຄັນມີສ່ວນຊ່ວຍໃນການຊີ້ແຈງກົດເກນໃນການ
ສ້າງສັງຄົມນິຍົມຫວຽດນາມ, ຫຼັກການຈັດຕັ້ງແລະການເຄື່ອນໄຫວ
ຂອງພັກກອມມູນິດຫວຽດນາມ
ທີໜຶ່ງ, ບັນດາສາຍພົວພັນທີ່ສຳຄັນມີສ່ວນຊ່ວຍໃນການຊີ້ແຈງກົດເກນແຫ່ງການເຄື່ອນໄຫວ ແລະການພັດທະນາຂອງສັງຄົມມະນຸດ ແລະທ່າອຽງຂອງຍຸກສະໄໝ ເຊິ່ງການປະຕິວັດຫວຽດນາມເປັນສ່ວນສຳຄັນ
ການປ່ຽນແທນແລະການພັດທະນາປະຫວັດສາດສັງຄົມມະນຸດໃຫ້ສູງຂຶ້ນນັ້ນ ແມ່ນຜົນມາຈາກພົນກະທົບຂອງລະບົບກົດເກນສັງຄົມແລະທຳມະຊາດ, ໃນນັ້ນ ກົດເກນການພົວພັນການຜະລິດທີ່ເໝາະສົມກັບກຳລັງການຜະລິດ ແມ່ນກົດເກນພື້ນຖານທີ່ສຸດ. ການຮັບຮູ້ທີ່ນັບມື້ນັບເລິກເຊິ່ງກ່ຽວກັບທາດແທ້ຂອງສາຍພົວພັນທີ່ສຳຄັນ ລະຫວ່າງການພັດທະນາກຳລັງການຜະລິດ ກັບການສ້າງແລະປັບປຸງບູລະນະເທື່ອລະກ້າວການພົວພັນການຜະລິດສັງຄົມນິຍົມ ໄດ້ຊ່ວຍໃຫ້ພັກກອມມູນິດຫວຽດນາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບກົດເກນພື້ນຖານທີ່ສຸດຂອງການເຄື່ອນໄຫວ ແລະ ການພັດທະນາຂອງສັງຄົມມະນຸດ, ຈາກນັ້ນໄດ້ນຳພາວຽກງານການກໍ່ສ້າງສັງຄົມນິຍົມຫວຽດນາມ ໄປໃນທິດທາງທີ່ຖືກຕ້ອງແລະສ້າງສັນ. ການນຳແໜ້ນກົດເກນການເຄື່ອນໄຫວແລະການພັດທະນາລວມຂອງມະນຸດຊາດ ຊ່ວຍໃຫ້ພັກກອມມູນິດຫວຽດນາມບໍ່ຫວັ່ນໄຫວ ຫຼືເບິ່ງໂລກໃນແງ່ຮ້າຍເມື່ອປະເຊີນກັບການປ່ຽນແປງທີ່ສັບສົນໃນຂະບວນການປະຕິວັດທັງໃນແລະຕ່າງປະເທດ, ພ້ອມກັນນັ້ນ ບໍ່ພຽງແຕ່ຮັກສາຈິດໃຈໝັ້ນຄົງເຂັ້ມແຂງເທົ່ານັ້ນ ແຕ່ຍັງມີວິທີການທີ່ຖືກຕ້ອງໃນການດຳເນີນການປ່ຽນແປງໃໝ່ຕາມທິດທາງສັງຄົມນິຍົມ.
ໃນຕະຫຼອດໄລຍະເວລາເກືອບ 40 ປີແຫ່ງການປ່ຽນແປງໃໝ່, ພັກກອມມູນິດຫວຽດນາມໄດ້ເອົາໃຈໃສ່ເປັນພິເສດຕໍ່ການຄົ້ນຫາ ແລະພັດທະນາຄວາມຮັບຮູ້ກ່ຽວກັບສາຍພົວພັນທີ່ສຳຄັນ ລະຫວ່າງການພັດທະນາກຳລັງການຜະລິດ ກັບການສ້າງແລະປັບປຸງບູລະນະການພົວພັນການຜະລິດສັງຄົມນິຍົມເທື່ອລະກ້າວໃນທັງໝົດແລະແຕ່ລະອົງປະກອບຂອງມັນ. ນັ້ນແມ່ນຂະບວນການເຄື່ອນໄຫວແລະພັດທະນາຢ່າງຕໍ່ເນື່ອງຂອງຄວາມຮັບຮູ້, ມີການປ່ຽນແປງໃໝ່ ແລະ ການບຸກທະລຸຫຼາຍຢ່າງ, ນຳມາເຊິ່ງຜົນສຳເລັດອັນຍິ່ງໃຫຍ່ໃນການສ້າງລັດທິສັງຄົມນິຍົມ. ຈາກຄວາມປາຖະໜາທີ່ຈະດັດສ້າງການພົວພັນການຜະລິດທີ່ບໍ່ແມ່ນສັງຄົມນິຍົມ ໃຫ້ກາຍເປັນການພົວພັນການຜະລິດສັງຄົມນິຍົມໃນທັນທີ ກ້າວໄປສູ່ການສ້າງແລະປັບປຸງການພົວພັນການຜະລິດໃຫ້ສົມບູນເມື່ອລະກ້າວຕາມລະດັບການພັດທະນາຂອງກຳລັງຜະລິດ; ຈາກການຢາກລົບລ້າງບັນດາພາກສ່ວນເສດຖະກິດທີ່ບໍ່ແມ່ນສັງຄົມນິຍົມໃນທັນທີ ໄປສູ່ການກະຈາຍຮູບແບບແລະພາກສ່ວນເສດຖະກິດ ໂດຍຖືວ່າສິ່ງເຫຼົ່ານີ້ແມ່ນພາກສ່ວນສຳຄັນຂອງພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ; ຈາກລະບອບການແຈກຢາຍຜະລິດຕະພັນຢ່າງເທົ່າທຽມກັນ ໄປສູ່ລະບອບການແຈກຢາຍຜະລິດຕະພັນຕາມຜົນງານການອອກແຮງງານ, ປະສິດທິພາບດ້ານເສດຖະກິດ, ພ້ອມກັນນັ້ນ ຕາມລະດັບການປະກອບສ່ວນທຶນຮອນ ແລະ ແຫຼ່ງທຶນອື່ນໆ ແລະ ການແຈກຢາຍຜ່ານລະບົບປະກັນສັງຄົມ ແລະ ສະຫວັດດີການສັງຄົມ; ຈາກກົນໄກຄຸ້ມຄອງເສດຖະກິດແບບລວມສູນອາດຍາສິດ, ເກື້ອກູນ ໄປສູ່ກົນໄກຕະຫຼາດ, ດຳເນີນການຢ່າງຄົບຊຸດແລະເຕັມທີ່ ຕາມບັນດາກົດເກນຂອງເສດຖະກິດຕະຫຼາດ, ມີການຄຸ້ມຄອງແຫ່ງລັດ… ທັງໝົດລ້ວນແຕ່ແນໃສ່ຊຸກຍູ້ການພັດທະນາກຳລັງການຜະລິດ, ປົດປ່ອຍຢ່າງແຂງແຮງກຳລັງແຮງການຜະລິດ, ເສີມຂະຫຍາຍສູງສຸດທຸກໆແຫຼ່ງກຳລັງ ທຸກແຄງຜັກດັນ ເພື່ອການຫັນເປັນອຸດສາຫະກແລະທັນສະໄໝຂອງປະເທດ, ສ້າງພື້ນຖານວັດຖຸທີ່ເຂັ້ມແຂງໃຫ້ແກ່ສັງຄົມນິຍົມ. ນີ້ແມ່ນປັດໄຈແຫ່ງການຍືນຍົງຄົງຕົວຂອງເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມຂອງຫວຽດນາມ. ສາຍພົວພັນທີ່ສຳຄັນລະຫວ່າງການພັດທະນາກຳລັງການຜະລິດ ກັບການສ້າງແລະປັບປຸງບູລະນະການພົວພັນການຜະລິດສັງຄົມນິຍົມເທື່ອລະກ້າວ ໄດ້ເຊື່ອມໂຍງແລະໄດ້ຮັບການຊ່ວຍໜູນຈາກບັນດາສາຍພົວພັນທີ່ສຳຄັນອື່ນ, ເຊັ່ນ ລະຫວ່າງການປ່ຽນແປງໃໝ່ທາງດ້ານເສດຖະກິດ ແລະ ການປ່ຽນແປງໃໝ່ທາງດ້ານການເມືອງ; ລະຫວ່າງສະຖຽນລະພາບ ການປ່ຽນແປງໃໝ່ ແລະ ການພັດທະນາ…, ມັນຊ່ວຍໃຫ້ຄວາມກະຈ່າງແຈ້ງຕື່ມອີກ ກ່ຽວກັບເສັ້ນທາງຂອງການປະຕິວັດຫວຽດນາມ ສອດຄ່ອງກັບກົດເກນການພັດທະນາທົ່ວໄປ ພາວະວິໄສ ແລະຂະບວນການທາງປະຫວັດສາດຂອງສັງຄົມມະນຸດ.
ທີສອງ, ບັນດາສາຍພົວພັນທີ່ສຳຄັນມີສ່ວນຊ່ວຍໃນການຊີ້ແຈງກົດເກນສະເພາະຂອງການກໍ່ສ້າງສັງຄົມນິຍົມຂອງຫວຽດນາມ.
ການຂ້າມຜ່ານສູ່ສັງຄົມນິຍົມໂດຍບໍ່ຜ່ານລະບອບທຶນນິຍົມ ແມ່ນໄລຍະແຫ່ງການປ່ຽນຜ່ານທາງປະຫວັດສາດ ເຊິ່ງຈຳເປັນຕ້ອງມີການປ່ຽນແປງທີ່ຍາວນານ ຫຼາຍຂັ້ນຕອນ ຫຼາຍຮູບການຈັດຕັ້ງທາງເສດຖະກິດ ແລະສັງຄົມທີ່ກ່ຽວພັນສະຫຼັບກັນ, ມີການຕໍ່ສູ້ລະຫວ່າງສິ່ງເກົ່າແລະໃໝ່, ແມ່ນເສັ້ນທາງໃໝ່ທີ່ບໍ່ມີປະເທດອື່ນເຄີຍຜ່ານ. ດັ່ງນັ້ນ, ຈຳເປັນຕ້ອງການຄົ້ນຄວ້າຢ່າງຖີ່ຖ້ວນ ແລະກຳແໜ້ນບັນດາບັນຫາທີ່ມີລັກສະນະກົດເກນແຫ່ງການພັດທະນາ ອີງບົນວິທີວັດຖຸນິຍົມສັດຈະວິພາກ, ຊາບຊຶມບັນດາຫຼັກການ ວິທີວິທະຍາຂອງມັນ ເພື່ອຊີ້ນຳແລະໝູນໃຊ້ເຂົ້າໃນພາກຕົວຈິງໃຫ້ຖືກຕ້ອງຕາມທິດທາງ.
ດ້ວຍການຮັບຮູ້ວ່າລັດທິສັງຄົມນິຍົມທັງມີທັງລັກສະນະທົ່ວໄປແລະລັກສະນະພິເສດສະເພາະ, ພັກກອມມູນິດຫວຽດນາມບໍ່ຢຸດຢັ້ງໃນການຄົ້ນຄວ້າ ຊອກຫາຮູບແບບລັດທິສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມຂອງຫວຽດນາມ. ໃນຄວາມສອດຄ່ອງເໝາະສົມກັບກົດເກນການພັດທະນາທົ່ວໄປ, ການຮັບຮູ້ຢ່າງເລິກເຊິ່ງເຖິງບັນດາສາຍພົວພັນທີ່ສຳຄັນກໍ່ໄດ້ຊ່ວຍໃຫ້ພັກກອມມູນິດຫວຽດນາມຄົ້ນຫາ, ຄົ້ນພົບ ແລະ ຊີ້ແຈງກົດເກນການກໍ່ສ້າງລັດທິສັງຄົມນິຍົມຫວຽດນາມໃຫ້ຊັດເຈນກວ່າອີກ ໂດຍສຸມໃສ່ຮູບແບບສັງຄົມນິຍົມອັນເປັນເອກະລັກຂອງຫວຽດນາມ ໂດຍມີລັກສະນະດັ່ງຕໍ່ໄປນີ້: ປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ ມີປະຊາທິປະໄຕ ຍຸຕິທຳ ອາລະຍະທຳ; ໂດຍປະຊາຊົນເປັນເຈົ້າຂອງ; ມີພື້ນຖານເສດຖະກິດທີ່ພັດທະນາດັບສູງ ໂດຍອີງໃສ່ກຳລັງຜະລິດທີ່ທັນສະໄໝ ແລະ ການພົວພັນດ້ານການຜະລິດທີ່ເໝາະສົມ; ມີພື້ນຖານວັດທະນະທຳທີ່ກ້າວໜ້າ ແລະເຂັ້ມຂົ້ນໄປດ້ວຍເອກະລັກປະຈຳຊາດ; ປະຊາຊົນມີຊີວິດທີ່ຈະເລີນຮຸ່ງເຮືອງ, ມີຄວາມຜາສຸກ, ມີເງື່ອນໄຂພັດທະນາຢ່າງຮອບດ້ານ; ບັນດາຊົນເຜົ່າໃນຊຸມຊົນຫວຽດນາມລ້ວນແຕ່ສະເໝີພາບ, ສາມັກຄີ, ເຄົາລົບນັບຖື ແລະ ຊ່ວຍເຫຼືອເຊິ່ງກັນແລະກັນພັດທະນາ; ມີລັດແຫ່ງອຳນາດກົດໝາຍສັງຄົມນິຍົມຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ ໂດຍພັກກອມມູນິດເປັນຜະນຳພາ; ມີການພົວພັນມິດຕະພາບ ແລະ ການຮ່ວມມືກັບບັນດາປະເທດໃນໂລກ.
ເພື່ອເຮັດໃຫ້ຮູບແບບລັດທິສັງຄົມນິຍົມຫວຽດນາມເປັນຮູບປະທຳ, ສູ້ຊົນຮອດກາງສະຕະວັດທີ XXI, ຫວຽດນາມຈະກາຍເປັນປະເທດອຸດສາຫະກຳທີ່ທັນສະໄໝ ຕາມທິດທາງສັງຄົມນິຍົມ, ຈຳເປັນຕ້ອງປະຕິບັດ 8 ທິດທາງດັ່ງນີ້: ຍູ້ແຮງການຫັນປະເທດເປັນອຸດສາຫະກຳແລະທັນສະໄໝ ຕິດພັນກັບການພັດທະນາເສດຖະກິດພູມປັນຍາ, ການຄຸ້ມຄອງຮັກສາຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ; ພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ; ກໍ່ສ້າງວັດທະນະທຳທີ່ກ້າວໜ້າ ແລະເຂັ້ມຂົ້ນໄປດ້ວຍເອກະລັກປະຈຳຊາດ; ສ້າງຜູ້ຄົນຫວຽດນາມແລະຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸຕິທຳທາງສັງຄົມ; ຮັບປະກັນການປ້ອງກັນຊາດແລະປ້ອງກັນຄວາມໝັ້ນຄົງຂອງປະເທດ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມ; ປະຕິບັດແນວທາງການຕ່າງປະເທດທີ່ເປັນເອກະລາດ ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ; ເປັນເຈົ້າການແລະຕັ້ງໜ້າເຊື່ອມໂຍງກັບສາກົນ; ກໍ່ສ້າງພື້ນຖານປະຊາທິປະໄຕສັງຄົມນິຍົມ, ປະຕິບັດຄວາມສາມັກຄີປວງຊົນທັງຊາດ, ເພີ່ມທະວີແລະເປີດກວ້າງແນວໂຮມປະເທດຊາດເອກະພາບ; ກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ; ກໍ່ສ້າງພັກທີ່ປອດໃສແລະໝັ້ນຄົງເຂັ້ມແຂງ.
ແປດທິດທາງທີ່ກ່າວມາເທິງນີ້ ໄດ້ການສະຫຼຸບໄວ້ໂດຍອີງໃສ່ການຄົ້ນຄວ້າ ແລະຄວາມເຂົ້າໃຈໃນກົດເກນການພັດທະນາພາວະວິໄສ. ການກຳແໜ້ນບັນດາສາຍພົວພັນທີ່ສຳຄັນ, ກຳແໜ້ນບັນດາກົດເກນການພັດທະນາທົວໄປແລະພິເສດສະເພາະນັ້ນ ແມ່ນປະຖົມປັດໄຈ ແລະພື້ນຖານວິທີວິທະຍາ ໃນການກຳນົດລັກສະນະ ແລະ ທິດທາງຂອງການສ້າງລັດທິສັງຄົມນິຍົມຢູ່ຫວຽດນາມ.
ສິ່ງດັ່ງກ່າວສະແດງໃຫ້ເຫັນຢ່າງຈະແຈ້ງ ເມື່ອບັນດາເນື້ອໃນຂອງແຕ່ລະສາຍພົວພັນທີ່ສຳຄັນ ມີການພົວພັນກັນຢ່າງແໜ້ນແຟ້ນ, ຊ້ຳຍັງມີການປ່ຽນແປງດ້ວຍເນື້ອໃນຂອງຄຸນລັກສະນະສັງຄົມສັງຄົມນິຍົມ ຫຼືທິດທາງກໍ່ສ້າງລັດທິສັງຄົມນິຍົມ. ຕົວຢ່າງ: ສາຍພົວພັນທີ່ສຳຄັນລະຫວ່າງ “ການພັດທະນາກຳລັງການຜະລິດ ກັບການສ້າງແລະປັບປຸງບູລະນະການພົວພັນການຜະລິດສັງຄົມນິຍົມເທື່ອລະກ້າວ” ແລະ ລະຫວ່າງ “ການເຕີບໂຕທາງເສດຖະກິດ ແລະ ການພັດທະນາວັດທະນະທຳ, ການປະຕິບັດຄວາມກ້າວໜ້າແລະຄວາມຍຸຕິທຳທາງສັງຄົມ, ການປົກປັກຮັກສາສິ່ງແວດລ້ອມ” ມີການພົວພັນຢ່າງໃກ້ຊິດກັບຄຸນລັກສະນະຂອງສັງຄົມສັງຄົມນິຍົມ: “ມີພື້ນຖານເສດຖະກິດທີ່ພັດທະນາສູງ ໂດຍອີງໃສ່ກຳລັງການຜະລິດທີ່ທັນສະໄໝ ແລະ ການພົວພັນການຜະລິດທີ່ກ້າວໜ້າເໝາະສົມ”, “ມີພື້ນຖານວັດທະນະທຳທີ່ກ້າວໜ້າ ແລະເຂັ້ມຂົ້ນໄປດ້ວຍເອກະລັກປະຈຳຊາດ” ແລະ ທິດທາງກໍ່ສ້າງລັດທິສັງຄົມນິຍົມ: “ພັດທະນາພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ”, “ກໍ່ສ້າງພື້ນຖານວັດທະນຳທີ່ກ້າວໜ້າ ແລະເຂັ້ມຂົ້ນໄປດ້ວຍເອກະລັກປະຈຳຊາດ; ກໍ່ສ້າງຜູ້ຄົນຫວຽດນາມແລະຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸຕິທຳທາງສັງຄົມ”. ຫຼືບັນດາສາຍພົວພັນທີ່ສຳຄັນເຊັ່ນ: “ລັດ ຕະຫຼາດ ແລະ ສັງຄົມ”; “ພັກນຳພາ, ລັດຄຸ້ມຄອງ ແລະ ປະຊາຊົນເປັນເຈົ້າ”; “ປະຕິບັດປະຊາທິປະໄຕ ແລະ ເພີ່ມທະວີລະບຽບກົດໝາຍ, ຮັບປະກັນລະບຽບວິໄນທາງສັງຄົມ” ທີ່ມີການພົວພັນສະໜິດແໜ້ນກັບຄຸນລັກສະນະຂອງສັງຄົມສັງຄົມນິຍົມ: “ມີລັດແຫ່ງອຳນາດກົດໝາຍສັງຄົມນິຍົມຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນໂດຍພັກກອມມູນິດເປັນຜູ້ນຳພາ” ແລະ ທິດທາງກໍ່ສ້າງລັດທິສັງຄົມນິຍົມ: “ກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ”…
ທີສາມ, ບັນດາສາຍພົວພັນທີ່ສຳຄັນມີສ່ວນຊ່ວຍໃນການຊີ້ແຈງຫຼັກການຈັດຕັ້ງ ແລະ ເຄື່ອນໄຫວຂອງພັກກອມມູນິດຫວຽດນາມ.
ຄວາມຮັບຜິດຊອບຂະງພັກກອມມູນິດຫວຽດນາມໃນການນຳພາ ແລະກຳອຳນາດຕໍ່ລັດແລະສັງຄົມນັ້ນ ໄດ້ຮັບການມອບໝາຍຈາກປະຫວັດສາດຂອງປະເທດແລະໄດ້ຮັບການຍອມຮັບຈາກປະຊາຊົນ. ໂດຍເປັນຜູ້ນຳພາແລະຕັດສິນຕົກລົງຄວາມສຳເລັດຫຼືຄວາມຫຼົ້ມເຫຼວຂອງການປະຕິວັດຫວຽດນາມທັງໝົດ, ພັກກອມມູນິດຫວຽດນາມຈະຕ້ອງເປັນອົງການທີ່ເຂັ້ມແຂງແລະມີອຳນາດ, ເປັນຜູ້ມີຄວາມສະຫຼາດ ຄວາມກ້າຫານ ຄວາມສາມາດ ແລະຄຸນສົມບັດສິນທຳໃນການກຳອຳນາດ ເຊິ່ງສົມຄວນໄດ້ຮັບບົດບາດຜູ້ນຳ. ຂະບວນການຮັບຮູ້ແລະແກ້ໄຂບັນດາສາຍພົວພັນທີ່ສຳຄັນຊ່ວຍໃຫ້ພັກຄົ້ນພົບຕົນເອງ ແລະ ຮັກຮູຢ່າງເລິກເຊິ່ງກວ່າອີກ ເຖິງບັນຫາຕ່າງໆທີ່ມີລັກສະນະທາດແທ້ ແລະ ກົດເກນກ່ຽວກັບຫຼັກການການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກເຊັ່ນ: 1- ພັກເປັນກອງປະຈັນບານຂອງຊົນຊັ້ນ, ພ້ອມທັງເປັນກອງປະຈັນບານຂອງປະຊາຊົນຜູ້ອອກແຮງງານ ແລະ ປະເທດຊາດ; ເປັນຜູ້ແທນທີ່ຈົງຮັກພັກດີຕໍ່ຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຂອງປະຊາຊົນຜູ້ອອກແຮງງານ ແລະ ຂອງປະເທດຊາດ; 2- ລັດທິມາກ-ເລນິນ, ແນວຄິດໂຮ່ຈິມິນ ເປັນພື້ນຖານແນວຄິດຂອງພັກ; 3- ການລວມສູນປະຊາທິປະໄຕແມ່ນຫຼັກການການຈັດຕັ້ງ ແລະ ການເຄື່ອນໄຫວອັນພື້ນຖານຂອງພັກ; 4- ພັກຕິດພັນສະໜິດແໜ້ນກັບປະຊາຊົນ; 5- ພັກເປັນກຸ່ມທີ່ເປັນເອກະພາບ, ການຕິຊົມຕົນເອງແລະຕິຊົມແມ່ນຫຼັກການ ແລະ ກົດເກນການພັດທະນາຂອງພັກ; 6- ພັກເຄື່ອນໄຫວໃນຂອບເຂດຂອງລັດຖະທຳມະນູນ ແລະ ກົດໝາຍ; 7- ເຊື່ອມຕໍ່ການກໍ່ສ້າງແລະປັບປຸງພັກ ກັບການກໍ່ສ້າງແລະປັບປຸງລະບົບການເມືອງ ທີ່ສະອາດແລະໝັ້ນຄົງເຂັ້ມແຂງ; ຍົກສູງຄວາມສາມາດການນຳພາ ແລະ ກຳລັງແຮງສູ້ຮົບຂອງພັກຢ່າງເປັນປະຈຳ, ປ່ຽນແປງໃໝ່ວິທີການນຳພາແລະກຳອຳນາດຂອງພັກ…
ປະຫວັດສາດສະແດງໃຫ້ເຫັນວ່າ ພັກກອມມູນິດທີ່ເຫີນຫ່າງຫຼັກການທາງທິດສະດີໃນການກໍ່ສ້າງພັກ ຈະຄ່ອຍໆເສື່ອມຖອຍລົງ, ປ່ຽນແປງຫຼັກໝັ້ນການເມືອງ ແລະ ປະລະເປົ້າໝາຍ ແລະອຸດົມຄະຕິກອມມູນິດ. ດັ່ງນັ້ນ, ການໝູນໃຊ້ຫຼັກການທາງທິດສະດີຢ່າງປະດິດສ້າງໃນການຈັດຕັ້ງ ແລະການເຄື່ອນໄຫວຂອງພັກກອມມູນິດຫວຽດນາມ ຈຶງມີຄວາມໝາຍສຳຄັນທີ່ສຸດ, ຮັບປະກັນການຮັກສາທາດແທ້ປະຕິວັດ ແລະວິທະຍາສາດຂອງພັກມາກຊິກທີ່ແທ້ຈິງໜຶ່ງ. ຄວາມຮັບຮູ້ກ່ຽວກັບບັນດາສາຍພົວພັນທີ່ສຳຄັນ ໂດຍສະເພາະສາຍພົວພັນທີ່ສຳຄັນລະຫວ່າງພັກນຳພາ ລັດຄຸ້ມຄອງ ແລະ ປະຊາຊົນເປັນເຈົ້າ; ລະຫວ່າງການປ່ຽນແປງໃໝ່ດ້ານເສດຖະກິດ ແລະ ການປ່ຽນແປງໃໝ່ດ້ານການເມືອງ; ລະຫວ່າງການປະຕິບັດປະຊາທິປະໄຕ, ເພີ່ມທະວີລະບຽບກົດໝາຍ, ຮັບປະກັນລະບຽບວິໄນທາງສັງຄົມ…ຊ່ວຍໃຫ້ພັກຮັບຮູ້ເລິກເຊິ່ງກວ່າອີກ ກ່ຽວກັບຫຼັກການການຈັດຕັ້ງ ແລະການເຄື່ອນໄຫວຂອງພັກ, ແມ່ນພື້ນຖານວິທະຍາສາດ ເພື່ອໃຫ້ພັກກອມມູນິດຫວຽດນາມສ້າງແລະແກ້ໄຂຕົວເອງຢ່າງບໍ່ຢຸດຢັ້ງ, ມີຄວາມສາມາດແລະກຳລັງແຮງໃນການຕໍ່ສູ້ພຽງພໍ ເພື່ອຕັດສິນໃຈທາງການເມືອງທີ່ຖືກຕ້ອງ ແລະ ແກ້ໄຂສະພາບການທີ່ສັບສົນໂດຍໄວ, ແກ້ໄຂຂໍ້ຂັດແຍ້ງທີ່ສຳຄັນແລະບັນຫາທີ່ຫຍຸ້ງຍາກຢ່າງໜ້າພໍໃຈ, ກຳອຳນາດເພື່ອປະຊາຊົນ, ກຳອຳນາດທາງວິທະຍາສາດ, ກຳອຳນາດຕາມລະບອບປະຊາທິປະໄຕ, ກຳອຳນາດຕາມກົດໝາຍ, ກຳອຳນາດດ້ວຍຄວາມຊື່ສັດ ເພື່ອນຳພາປະຊາຊົນຫວຽດນາມກ້າວສູ່ສັງຄົມນິຍົມຢ່າງໝັ້ນຄົງ…
ບາງຂໍ້ສະເໜີແນະເພື່ອສືບຕໍ່ຄົ້ນຄ້ວາກ່ຽວກັບບັນດາພົວພັນສຳຄັນ
ທີ່ຕ້ອງໄດ້ຮັບການຮັບຮູ້ແລະແກ້ໄຂເປັນຢ່າງດີ ໃນຂະບວນການປ່ຽນແປງໃໝ່
ແລະການຂ້າມຜ່ານສູ່ສັງຄົມນິຍົມຢູ່ຫວຽດນາມ.
ໂດຍລວມແລ້ວ, ການລະບຸບັນດາສາຍພົວພັນສຳຄັນທີ່ບັນຈຸບັນຫາທີ່ມີລັກສະນະກົດເກນ, ດຳລົງຢູ່ຢ່າງພາວະວິໄສໃນລະດັບຄວາມເລິກທີ່ຊັບຊ້ອນຂອງການເຄື່ອນໄຫວ ການປ່ຽນແປງຢ່າງຕໍ່ເນື່ອງ, ພ້ອມການກ່ຽວພັນແລະການກະທົບທີ່ຫຼາກຫຼາຍແລະຫຼາຍມິຕິລະຫວ່າງບັນດາປັດໄຈ, ອົງປະກອບ, ບັນດາດ້ານກົງຂ້າມທີ່ມີຢູ່ໃນໄລຍະຂ້າມຜ່ານສູ່ລັດທິສັງຄົມນິຍົມ, ໂດຍບໍ່ຜ່ານລະບອບທຶນນິຍົມ, ທີ່ບໍ່ເຄີຍມີມາກ່ອນນປະຫວັດສາດ, ແມ່ນບາດກ້າວໃໝ່ແລະສຳຄັນໃນທິດສະດີສັງຄົມນິຍົມ ແລະ ເສັ້ນທາງສູ່ລັດທິສັງຄົມນິຍົມຢູ່ຫວຽດນາມ. ຮອດກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ບັນດາສາຍພົວພັນທີ່ສຳຄັນໄດ້ຮັບການລະບຸໂດຍພື້ນຖານແລະຮອບດ້ານ ກວມລວມກົດເກນການພັດທະນາໃນທຸກດ້ານແລະທຸກຂົງເຂດຂອງຊີວິດສັງຄົມ, ໄດ້ຮັບການຈັດລະບົບໃຫ້ກາຍເປັນອົງລວມທີ່ທີ່ຂ້ອນຂ້າງສົມບູນ. ດັ່ງນັ້ນ, ພື້ນຖານສຳລັບການເພີ່ມສາຍພົວພັນທີ່ສຳຄັນໃໝ່ທັນທີຍັງບໍ່ສຸກງອນ. ສາຍພົວພັນທີ່ສຳຄັນສິບປະການຂ້າງເທິງສືບຕໍ່ແມ່ນພື້ນຖານວິທີວິທະຍາທີ່ສຳຄັນ ເພື່ອຮັບຮູ້ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງສູ່ລັດທິສັງຄົມນິຍົມຢູ່ຫວຽດນາມໃນເວລາຕໍ່ໄປນີ້.
ກ່ຽວກັບແຕ່ລະການພົວພັນທີ່ສຳຄັນ, ເຖິງວ່າສິບສາຍພົວພັນທີ່ສຳຄັນນັ້ນສ້າງເປັນອົງລວມທີ່ສົມບູນພໍສົມຄວນ, ແຕ່ສຳລັບແຕ່ລະສາຍພົວພັນ ຍ້ອນສະຖານນະການທີ່ປ່ຽນແປງໄປ ຈຳເປັນຕ້ອງຊີ້ແຈງເນື້ອໃນທີ່ມີການປັບປ່ຽນ ເພີ່ມເຕີມ ແລະຍັງຕ້ອງຮັບຮູ້ຄືນໃໝ່ໃຫ້ເໝາະສົມກັບເງື່ອນໄຂໃໝ່ ເພື່ອຕີຄວາມແລະແກ້ໄຂຂໍ້ຂັດແຍ້ງ ຄວາມທ້າທາຍ ແລະປະທະກັນທີ່ເກີດຂຶ້ນໃໝ່ໂດຍທັນທີ ເພື່ອປູທາງໄປສູ່ການພັດທະນາ.
ກ່ຽວກັບການພົວພັນລະຫວ່າງສະຖຽນລະພາບ, ການປ່ຽນແປງໃໝ່ ແລະ ການພັດທະນາ, ຖ້າກ່ອນໜ້ານີ້, ການປ່ຽນແປງໃໝ່ໄດ້ຮັບການກຳນົດວ່າເປັນປັດໃຈທີ່ສຳຄັນທີ່ສຸດໃນສາມອົງປະກອບຂອງສາຍພົວພັນທີ່ສຳຄັນດັ່ງກ່າວ ແລະ ຕ້ອງໄດ້ປະຕິບັດກ່ອນ; ຕໍ່ມາ, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມໄດ້ກຳນົດສະຖຽນລະພາບຕ້ອງຕັ້ງຢູ່ໃນອັນດັບໜຶ່ງ; ປະຈຸບັນ, ຄວນຮັບຮູ້ວ່າການພັດທະນາແມ່ນສຳຄັນອັນດັບໜຶ່ງ ແລະ ຕ້ອງໃຊ້ຊັບພະຍາກອນທັງໝົດເພື່ອປະຕິບັດ, ຍ້ອນວ່າມີແຕ່ການພັດທະນາອັນຍາວນານເທົ່ານັ້ນຈຶ່ງຊ່ວຍໃຫ້ພວກເຮົາສະສົມ ແລະກະກຽມປະຖົມປັດໄຈ, ເງື່ອນໄຂ ແລະພື້ນຖານຢ່າງທັນການ ເພື່ອກໍ່ສ້າງສັງຄົມນິຍົມ ໂດຍສະເພາະໃນສະຖານະການທີ່ບໍ່ເວລາຫຼາຍປານໃດເພື່ອບັນລຸ ແລະ ປະຕິບັດບັນດາຈຸດໝາຍສຳຄັນຂອງປະເທດໃນປີ 2030, 2045 ຕາມມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIII. ການພັດທະນາຍາວນານກໍ່ແມ່ນເງື່ອນໄຂເບື້ອງຕົ້ນ ເພື່ອໃຫ້ພັກຮັກສາສັກສີແລະຖານະບົດບາດກຳອຳນາດໃນໄລຍະຍາວ. ແນ່ນອນວ່າ, ການພັດທະນາຢູ່ນີ້ໄດ້ຮັບຄວາມຮັບຮູ້ໃໝ່ ລວມເຖິງການພັດທະນາທາງດ້ານວັດຖຸແລະຈິດໃຈ, ການພັດທະນາຄຸນນະພາບສູງ, ການພັດທະນາທີ່ເປັນມິດຕໍ່ສິ່ງແວດລ້ອມ, ແບບໜູນວຽນ, ຍືນຍົງ… ຕາມນັ້ນ, ລຳດັບຂອງແຕ່ລະອົງປະກອບໃນສາຍພົວພັນທີ່ສຳຄັນນີ້ບໍ່ໄດ້ປ່ຽນແປງ, ແຕ່ເນື້ອໃນຂອງມັນຕ້ອງໄດ້ບຸລິມະສິດແກ່ການປະຕິບັດ “ການພັດທະນາ”, ໃນການທຽບທຽມການສືບຕໍ່ຮັກສາ “ສະຖຽນລະພາບ” ແລະ ການເຊີດຊູ “ການປ່ຽນແປງໃໝ່”, ໂດຍສະເພາະເອົາໃຈໃສ່ຄົ້ນຫາພື້ນທີ່ການພັດທະນາໃໝ່ ແລະປັດໄຈຂັບເຄື່ອນການເຕີບໂຕໃໝ່, ໃນສະພາບການທີ່ຊັບພະຍາກອນຈໍານວນຫຼາຍບໍ່ໄດ້ຂັບເຄື່ອນອີກຕໍ່ໄປ, ຫຼືແມ່ນແຕ່ກາຍເປັນອຸປະສັກຂອງການພັດທະນາ.
ກ່ຽວກັບສາຍພົວພັນທີ່ສຳຄັນລະຫວ່າງ ພັກນຳພາ, ລັດຄຸ້ມຄອງ ແລະ ປະຊາຊົນເປັນເຈົ້າ, ຕ້ອງໄດ້ພິຈາລະນາທັງກົນໄກຊຸກຍູ້ ແລະ ກົນໄກຄວບຄຸມອຳນາດ ລະຫວ່າງສາມອັດຕະພາບຕົ້ນຕໍ່ ໃນລະບົບການເມືອງປະເທດຫວຽດນາມແມ່ນ: ອຳນາດການເມືອງຂອງພັກ, ອຳນາດແຫ່ງລັດ ແລະ ອຳນາດຂອງປະຊາຊົນ, ໃນນັ້ນ ອຳນາດຂອງປະຊາຊົນແມ່ນອຳນາດຫຼັກ. ມີການຄົ້ນຄວ້າຈຳນວນຫຼາຍກ່ຽວກັບສາຍພົວພັນ ແລະ ກົນໄກຊຸກຍູ້ທີ່ໄດ້ຮັບການປະຕິບັດ, ແຕ່ວ່າ ກົນໄກຄວບຄຸມລະຫວ່າງສາມອັດຕະພາບ, ສະຖາບັນອຳນາດ ດັ່ງກ່າວນີ້ຍັງມີຊ່ວງຫວ່າງຫຼາຍ. ຕ້ອງການເພີ່ມທະວີການຄວບຄຸມອຳນາດການເມືອງດ້ວຍກົນໄກອີງໃສ່ການຫັນເປັນລະອຽດຫຼັກການ “ພັກເຄື່ອນໄຫວໃນຂອບເຂດຂອງລັດຖະທຳມະນູນ ແລະ ກົດໝາຍ”; ພັກຕ້ອງຮັບຜິດຊອບຕໍ່ປະຊາຊົນກ່ຽວກັບການຕັດສິນໃຈຂອງຕົນ ແລະ “ອີງໃສ່ປະຊາຊົນໃນການສ້າງພັກ”; ກຳນົດອຳນາດ ແລະຄວາມຮັບຜິດຊອບຂອງອົງການບໍລິຫານໃນການຄວບຄຸມອຳນາດຂອງໜ່ວຍງານທີ່ໃຊ້ອຳນາດນິຕິບັນບັດແລະຕຸລາການ ໃຫ້ຈະແຈ້ງກວ່າອີກ; ປັບປຸງກົນໄກໃຫ້ສົມບູນ ຫຼືດຳເນີນການຕາມກົນໄກທີ່ມີຢູ່ຢ່າງດີ ເພື່ອໃຫ້ປະຊາຊົນສາມາດຄວບຄຸມອຳນາດທາງການເມືອງ ແລະ ອຳນາດລັດໂດຍກົງ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງຕົນເອງ (ຕົວຢ່າງເຊັ່ນ ກົນໄກເລືອກຕັ້ງໂດຍກົງ, ກົນໄກການລົງປະຊາມະຕິ…). ພັກກອມມູນິດແມ່ນກຳລັງນຳພາການເມືອງສູງສຸດ, ກຳອຳນາດຜູ້ດຽວ, ແມ່ນປັດໃຈຕົກລົງຮັບປະກັນໃຫ້ແກ່ຄວາມຍືນຍົງຄົງຕົວຂອງລະບອບການເມືອງຂອງຫວຽດນາມ, ອຳນາດລັດແມ່ນໃຈກາງ, ແຕ່ອຳນາດຂອງປະຊາຊົນແມ່ນສູງສຸດ, ແມ່ນອັດຕະພາບທີ່ແທ້ຈິງຂອງອຳນາດ. ດັ່ງນັ້ນ, ເຮົາຕ້ອງຄິດໃຫ້ຖີ່ຖ້ວນແລະກັບໄປສູ່ອຸດົມການທີ່ພັກເຄີຍໄຊ້ (ເອົາ “ປະຊາຊົນເປັນເຈົ້າ” ກ່ອນ “ລັດຄຸ້ມຄອງ”) ໃນບົດຂຽນ “ກຳແໜ້ນກົດເກນ, ປ່ຽນແປງໃໝ່ການຄຸ້ມຄອງເສດຖະກດ” ຂອງເລຂາທິການໃຫຍ່ ເລຢວນ ທີ່ກ່າວໃນກອງປະຊຸມສູນກາງພັກຄັ້ງທີ່ 6 ສະໄໝທີ V (ວັນທີ 3 ກໍລະກົດ 1984): “ພັກນຳພາ, ປະຊາຊົນເປັນເຈົ້າ, ລັດຄຸ້ມຄອງແມ່ນສາມຂອດທີ່ເຊື່ອມໂຍງຢ່າງໃກ້ຊິດເຂົ້າກັນເປັນເອກະພາບ”(3); ຕໍ່ມາ, ກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກ - ກອງປະຊຸມໃຫຍ່ແຫ່ງການປ່ຽນແປງໃໝ່ປະເທດ - ກໍ່ຢືນຢັນວ່າ: “ພັກນຳພາ, ປະຊາຊົນເປັນເຈົ້າ, ລັດຄຸ້ມຄອງກາຍເປັນກົນໄກລວມໃນການຄຸ້ມຄອງທົ່ວສັງຄົມ”(4).
ໃນເນື້ອໃນຂອງສາຍພົວພັນລະຫວ່າງ ລັດ, ຕະຫຼາດ ແລະ ສັງຄົມ, ຕ້ອງການຊີ້ແຈງແລະເພີ່ມເຕີມສາຍພົວພັນລະຫວ່າງ ການບໍລິຫານລະດັບໂລກ, ການບໍລິຫານແຫ່ງຊາດ ແລະ ການບໍລິຫານທ້ອງຖິ່ນ - ສາຍພົວພັນສຳຄັນທີ່ມີຄວາມຈຳເປັນຮີບດ່ວນໃນປະຈຸບັນ (ເມື່ອສຸກງອມ, ສາຍພົວພັນນີ້ສາມາດປ່ຽນເປັນສາຍພົວພັນໃຫຍ່ທີ່ແຍກຕ່າງຫາກ). ນີ້ແມ່ນບັນດາຄວາມສຳນຶກທີ່ໃໝ່ພໍສົມຄວນ. ແຕ່ລະອົງປະກອບຂອງສາຍພົວພັນດັ່ງກ່າວໄດ້ຮັບການຄົ້ນຄວ້າເບື້ອງຕົ້ນແງ້ວ, ແຕ່ທາດແທ້ ທີ່ຕັ້ງຕຳແໜ່ງ ບົດບາດ ແລະສາຍພົວພັນເຊື່ອມຕໍ່ລະຫວ່າງສາມອົງປະກອບຂອງສາຍພົວພັນ, ພາຍໃຕ້ເງື່ອນໄຂສະເພາະຂອງຫວຽດນາມ ຍັງມີການຄົ້ນຄ້ວາໜ້ອຍ. ຫຼາຍບັນຫາກ່ຽວກັບການລະດົມ, ການຈັດສັນ, ການນຳໃຊ້ແຫຼ່ງກຳລັງ; ການຮັບມືກັບກິດການ ແລະສະພາບການທີ່ຜິດປົກກະຕິ (ຕົວຢ່າງ: ການລະບາດຂອງພະຍາດໂຄວິດ-19 ທີ່ຜ່ານມາ ໄດ້ເຜີຍໃຫ້ເຫັນຄວາມສັບສົນ ແລະຂໍ້ຈຳກັດຫຼາຍຢ່າງ ໃນການຄຸ້ມຄອງມະຫາພາກລະດັບຊາດ ແລະໃນແຕ່ລະທ້ອງຖິ່ນ), ຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ; ຄວາມບໍ່ພຽງພໍ, ຄວາມຂັດແຍ້ງໃນການກະຈາຍອຳນາດ, ແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖີ່ນ; ຈຸດພິເສດໃນການບໍລິຫານທ້ອງຖິ່ນຂອງແຕ່ລະແຂວງ, ນະຄອນທີ່ຂຶ້ນກັບສູນກາງ ເພື່ອສາມາດເສີມຂະຫຍາຍສູງສຸດລັກສະນະສະເພາະຂອງເຂດ, ພາກພື້ນ, ຂໍ້ໄດ້ປຽບໃນການແຂ່ງຂັນ, ໂອກາດທີ່ດີເດັ່ນສະເພາະ… ໄດ້ເປີດເຜີຍຄວາມບໍ່ພຽງພໍຫຼາຍຢ່າງ ແລະເຮັດໃຫ້ເກີດບັນຫາໃໝ່ ທີ່ຕ້ອງໃຊ້ປະສົບການໃນການສະຫຼຸບ ແລະການຄົ້ນຄວ້າທິດສະດີທີ່ເໝາະສົມເພື່ອເປັນພື້ນຖານທາງວິທະຍາສາດແລະພຶດຕິກຳ ສຳລັບການບໍລິຫານປະເທດທີ່ກ່ຽວຂ້ອງກັບການບໍລິຫານລະດັບໂລກ ແລະ ລະດັບທ້ອງຖິ່ນ. ໃນສະພາບການເຊື່ອມໂຍງສາກົນຢ່າງເລິກເຊິ່ງ ກວ້າງຂວາງ, ການບໍລິຫານແຫ່ງຊາດ, ການບໍລິຫານທ້ອງຖິ່ນ ມີການພົວພັນທີ່ໃກ້ຊິດກັບການບໍລິຫານລະດັບໂລກ; ຫຼາຍບັນຫາບໍ່ສາມາດແກ້ໄຂໄດ້ ຖ້າຢຸດຢູ່ລະດັບຊາດ ຫຼືລະດັບທ້ອງຖິ່ນ. ພິເສດ, ເມື່ອຫວຽດນາມເຂົ້າສູ່ເກນຂອງປະເທດລະດັບກາງ ດ້ວຍສັກສີ ຊື່ສຽງ ແລະຖານະບົດບາດສາກົນໃໝ່, ການບໍລິຫານປະເທດກໍ່ບໍ່ອາດຈະບໍ່ເຊື່ອມຕໍ່ກັບການບໍລິຫານລະດັບໂລກ, ເພື່ອໃຫ້ປະເທດຫວຽດນາມເປັນເຈົ້າການ ແລະຕັ້ງໜ້າເຂົ້າຮ່ວມຫຼາຍກວ່າອີກ ໃນການສ້າງ ການກຳນົດ “ກົດຂອງເກມ” ໃນເວທີສາກົນ, ແນໃສ່ຮັບປະກັນຜົນປະໂຫຍດຂອງຊາດ-ປະເທດຊາດ ແລະ ມີຄວາມຮັບຜິດຊອບປະກອບສ່ວນກັບປະຊາຄົມສາກົນ.
ໃນເນື້ອໃນຂອງສາຍພົວພັນລະຫວ່າງ ລັດ, ຕະຫຼາດ ແລະ ສັງຄົມ, ພ້ອມກັບການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຍັງຕ້ອງເວົ້າເຖິງການກໍ່ສ້າງສັງຄົມແຫ່ງອຳນາດກົດໝາຍສັງຄົມນິຍົມ ອີກນຳ ເພື່ອໃຫ້ຫຼັກນິຕິທຳ ແລະການເຄົາລົບລັດຖະທຳມະນູນແລະກົດໝາຍ ບໍ່ພຽງແຕ່ຢູ່ໃນພຶດຕິກຳຂອງບັນດາອົງການຂອງລັດເທົ່ານັ້ນ ແຕ່ຍັງແຜ່ກະຈາຍໄປສູ່ພຶດຕິກຳຂອງສັງຄົມ ແລະປະຊາຊົນທຸກຄົນ. ການກໍ່ສ້າງສັງຄົມແຫ່ງອຳນາດກົດໝາຍສັງຄົມນິຍົມ ມີສ່ວນຊ່ວຍໃນການປັບປຸງອົງປະກອບຫຼັກຂອງຮູບແບບສັງຄົມນິຍົມຢູ່ຫວຽດນາມ: ພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ - ລັດແຫ່ງອຳນາດກົດໝາຍສັງຄົມນິຍົມ - ສັງຄົມແຫ່ງອຳນາດກົດໝາຍສັງຄົມນິຍົມ - ປະຊາທິປະໄຕສັງຄົມນິຍົມ.
ກ່ຽວກັບສາຍພົວພັນລະຫວ່າງການເຕີບໂຕດ້ານເສດຖະກິດ ແລະ ການພັດທະນາວັດທະນະທຳ, ການປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸຕິທຳທາງສັງຄົມ, ການປົກປັກຮັກສາສິ່ງແວດລ້ອມ, ຈຳເປັນຕ້ອງເນັ້ນໜັກຄວາມເອົາໃຈໃສ່ເຖິງການພັດທະນາວັດທະນະທຳ, ບໍ່ພຽງແຕ່ໃນດ້ານທິດສະດີເທົ່ານັ້ນ ແຕ່ຍັງລວມເຖິງການໝູນໃຊ້ໃນທາງປະຕິບັດຕົວຈິງ, ຍ້ອນວ່າ ວັດທະນະທຳຍັງບໍ່ໄດ້ຮັບຄວາມເອົາໃຈໃສ່ ແລະການລົງທຶນຢ່າງແທ້ຈິງ ສົມກັບທີ່ຕັ້ງທີ່ສຳຄັນຂອງມັນ. ມີຄວາມຈຳເປັນທີ່ຈະຕ້ອງສ້າງໂຄງການທີ່ກວມລວມໂດຍມີເປົ້າໝາຍລະດັບຊາດໃນການຟື້ນຟູ ແລະພັດທະນາວັດທະນະທຳ ເພື່ອກະຕູ້ນແລະສົ່ງເສີມຊັບພະຍາກອນທາງວັດທະນະທຳ, ສຸມໃສ່ຊັບພະຍາກອນການລົງທຶນ ເພື່ອສ້າງການປ່ຽນແປງຢ່າງແທ້ຈິງໃນວັດທະນະທຳ. ໂດຍສະເພາະ, ໃຫ້ຄວາມເອົາໃຈໃສ່ເປັນພິເສດໃນການສ້າງວັດທະນະທຳທາງການເມືອງ ແລະວັດທະນະທຳພາຍໃນພັກ, ຍ້ອນວ່າ ພັກແມ່ນ “ອາລະຍະທຳ” ຕາມທີ່ປະທານໂຮ່ຈິມິນແນະນຳ; ຄົ້ນຄວ້າເພີ່ມເຕີມອົງປະກອບ “ວັດທະນະທຳ” ເຂົ້າໄປໃນເນື້ອໃນຂອງວຽກງານກໍ່ສ້າງພັກ ເພື່ອສ້າງແລະປັບປຸງພັກຢ່າງຮອບດ້ານ ທັງໃນດ້ານການເມືອງ ແນວຄິດ ຄຸນສົມບັດ ການຈັກຕັ້ງ ພະນັກງານ ແລະ ວັດທະນະທຳ. ໃຫ້ຜູ້ຄົນເປັນສູນກາງຂອງການພັດທະນາທັງໝົດ, ເຊື່ອມໂຍງວັດທະນະທຳກັບຜູ້ຄົນຢ່າງໃກ້ຊິດ, ການດູແລ ການລົງທຶນ ການພັດທະນາ ແລະ ປົກປ້ອງຜູ້ຄົນຢ່າງຮອບດ້ານ, ເປົ້າໝາຍສູງສຸດຄືຄວາມສຸກຂອງປະຊາຊົນ, ດັ່ງທີ່ສະຫາຍເລຂາທິການໃຫຍ່ ຫວງຽນຝູຈ້ອງ ເນັ້ນໜັກວ່າ: “ທຸກແນວທາງຂອງພັກ, ນະໂຍບາບ ກົດໝາຍ ແລະ ການເຄື່ອນໄຫວທັງໝົດຂອງລັດລ້ວນແຕ່ເພື່ອຜົນປະໂຫຍດຂອງປະຊາຊົນ, ໂດຍຍຶດຖືຄວາມສຸກຂອງປະຊາຊົນເປັນເປົ້າໝາຍແຫ່ງການສູ້ຊົນ”(5). ດັ່ງນັ້ນ, ຈຳເປັນຕ້ອງຄົ້ນຄວ້າເພີ່ມເຕີມອົງປະກອບ “ຄວາມສຸກ” ເຂົ້າໃນລະບົບເປົ້າໝາຍໂດຍລວມຂອງລັດທິສັງຄົມນິຍົມຢູ່ຫວຽດນາມ ໃຫ້ເປັນ: ປະຊາຊົນຮັ່ງມີ, ປະເທດຊາດມັ່ງຄັ່ງເຂັ້ມແຂງ ມີປະຊາທິປະໄຕ ຍຸຕິທຳ ອາລະຍະທຳ ຄວາມຜາສຸກ”. ໃນອີກດ້ານໜຶ່ງ, ການປົກປັກຮັກສາສິ່ງແວດລ້ອມນັບມື້ນັບຈຳເປັນຮີບດ່ວນ ດັ່ງນັ້ນຈຶງຕ້ອງໃຫ້ຄວາມເອົາໃຈໃສ່ເປັນພິເສດ ແລະຈະມີການບຸກທະລຸກວ່າອີກໃນການປະຕິບັດ; ພ້ອມກັນກັບການເປັນອົງປະກອບຂອງສາຍພົວພັນທີ່ສຳຄັນແລ້ວ, ການຄົ້ນຄວ້ານຳການປົກປັກຮັກສາສິ່ງແວດລ້ອມເຂົ້າໃນທັດສະນະຊີ້ນທົ່ວໄປ ໃຫ້ເປັນ:ການພັດທະນາເສດຖະກິດ - ສັງຄົມ - ສິ່ງແວດລ້ອມເປັນໃຈກາງ, ເຊິ່ງວາງໄວ້ໃນລະບົບເສົາຫຼັກການພັດທະນາປະເທດທັ້ງ 5 ປະການ ຄື: ເສດຖະກິດ - ການເມືອງ - ວັດທະນະທຳ - ສັງຄົມ - ສິ່ງແວດລ້ອມ.
ກ່ຽວກັບສາຍພົວພັນລະຫວ່າງເອກະລາດ, ຄວາມເປັນເຈົ້າຕົນເອງ ແລະ ການເຊື່ອມໂຍງກັບສາກົນ, ຄວນໃຫ້ຄວາມເອົາໃຈໃສ່ຫຼາຍກວ່າເຖິການສະສົມ ແລະບຳລຸງຊັບພະຍາກອນແລະກຳລັງແຮງພາຍໃນຂອງປະເທດ, ຫຼິກລ້ຽງການເພິ່ງພາຊັບພະຍາກອນແລະອິດທິພົນພາຍນອກຫຼາຍເກີນໄປ, ຍັງບໍ່ທັນປ່ຽນພະລັງພາຍນອກໃຫ້ເປັນກຳລັງແຮງພາຍໃນ… ມີຄວາມສ່ຽງທີ່ຈະສູນເສຍຄວາມໝັ້ນຄົງທາງເສດຖະກິດ, ຄວາມໝັ້ນຄົງທາງຂໍ້ມູນ, ຄວາມໝັ້ນຄົງທາງການເມືອງບໍ່ຫຼາຍກໍ່ໜ້ອຍ…
ການຄົ້ນຄ້ວາຢ່າງເປັນລະບົບແລະເລິກເຊິ່ງກ່ຽວກັບບັນດາສາຍພົວພັນທີ່ສຳຄັນເພື່ອກຳແໜ້ນ ແລະ ແກ້ໄຂສາຍພັວພັນເຫຼົ່ານີ້ໄດ້ດີນັ້ນ ຍາມໃດກໍ່ແມ່ນບັນຫາທີ່ສຳຄັນທີ່ສຸດ ເຊິ່ງເປັນຈຸດເລີ່ມຕົ້ນທາງທິດສະດີພື້ນຖານ ທີ່ມີສ່ວນໃນການຢືນຢັນ ແລະກຳນົດຮູບແບບລະບົບທິດສະດີກ່ຽວກັບການປ່ຽນແປງໃໝ່ໃນຫວຽດນາມ, ທິດສະດີສັງຄົມນິຍົມຫວຽດນາມ ສ່ອງແສງເສັ້ນທາງພັດທະນາຂອງປະເທດເຮົາ./.
--------------------------------------------
* ບົດຄວາມນີ້ແມ່ນຜົນງານຂອງໂຄງການຄົ້ນຄວ້າລະດັບລັດ KX.04.02/21-25: “ບັນດາຜົນງານຂອງການພັດທະນາທິດສະດີຂອງພັກ ກ່ຽວກັບລັດທິສັງຄົມນິຍົມຫວຽດນາມ ຜ່ານ 40 ປີແຫ່ງການປ່ຽນແປງໃໝ່”.
(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2016, ໜ້າ 69.
(2) ເກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປື້ມໄດ້ແນະນຳ, ເຫຼັ້ມ 1, ໜ້າ 39
(3) ເກະສານຄົບຊຸດຂອງພັກ, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2006, ເຫຼັ້ມ 45, ໜ້າ 232.
(4) ເກະສານຄົບຊຸດຂອງພັກ, ປື້ມໄດ້ແນະນຳ, ເຫຼັ້ມ 47, ໜ້າ 443
(5) ຫງຽນ ຝູ ຈ້ອງ: ບາງບັນຫາທິດສະດີ ແລະ ພຶດຕິກຳກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ (ພິມຈຳໜ່າຍຄັ້ງທີສອງ), ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2022, ໜ້າ 26.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1017 ແລະ 1018 (ເດືອນກໍລະກົດ 2023)