ວກ. - ປະທານ​ໂຮ່ຈີ​ມິນ - ວິລະ​ຊົນ​ປົດ​ປ່ອຍ​ຊາດ, ບຸລຸດ​ວັດທະນະທໍາທີ່​ມີ​ຊື່​ສຽງ​ລະດັບ​ໂລກ, ຜູ້ນຳທີ່​ປີ​ຊາ​ສາມາດ ອາຈານຜູ້ຍິ່ງໃຫຍ່ຂອງການປະຕິວັດຫວຽດນາມ, ວັນ​ເວລາ​ໄດ້​ຜ່ານ​ພົ້ນ​ໄປ​ກວ່າ 5 ທົດ​ສະ​ວັດ​ແລ້ວ, ​ແຕ່​ບັນດາ​ທັດສະນະ ​ແນວ​ຄິດ​ຂອງ​ເພິ່ນ​ກ່ຽວ​ກັບລັດ​ແລະ​ກົດໝາຍຍັງ​ເປັນ​ມໍລະດົກອັນລ້ຳຄ່າ ​ແລະ ​ເປັນ​ຮາກ​ຖານ​ທາງ​ແນວ​ຄິດ - ທິດ​ສະ​ດີ ທີ່ຊີ້ທິດພາທາງ​​​ໃຫ້​ຂະ​ບວນ​ການ​ສ້າງ​​ແລະ​ປັບປຸງລັດ​ແຫ່ງອຳນາດ​ກົດໝາຍສັງ​ຄົມ​ນິ​ຍົມຫວຽດ​ນາມຕະ​ຫຼອດ​ໄປ.

 

ບັນດາ​ເນື້ອ​ໃນ​​ຫຼັກ​ໃນ​ແນວ​ຄິດ​ໂຮ່ຈີ​ມິນ​ກ່ຽວ​ກັບ​ລັດ ​ແລະ ກົດໝາຍ

ແນວ​ຄິດ​ໂຮ່ຈີ​ມິນ​ແມ່ນຜົນ​ແຫ່ງ​ຂະ​ບວນການ​ໝູນ​ໃຊ້​ແລະ​ພັດທະນາລັດທິ​ມາກ-​ເລ​ນິນ​ຢ່າງ​ປະດິດ​ສ້າງ ​ເຂົ້າ​ໃນ​ເງື່ອນ​ໄຂ​ຂອງ​ຫວຽດນາມ, ສືບ​ທອດ​ແລະ​ພັດທະນາບັນດາ​ຄຸນຄ່າ​ມູນ​​ເຊື້ອອັນ​ດີງາມ​ຂອງ​ຊາດ ​ແລະ ດູດຊຶມ​ແກ່ນສານ​ຂອງວັດທະນະທໍາມະນຸດ. ​ໃນ​ນັ້ນ, ແນວ​ຄິດ​ໂຮ່ຈີ​ມິນກ່ຽວ​ກັບ​ລັດ​ແລະ​ກົດໝາຍ​ແມ່ນ​ລະບົບ​ບັນດາ​ທັດສະນະກ່ຽວ​ກັບ​ທາດ​ແທ້, ບົດບາດ, ພາລະ​ໜ້າ​ທີ່​ຂອງ​ລັດ​ແລະ​ກົດໝາຍ, ກ່ຽວ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ແລະຂໍ້​ກໍາ​ນົດ​ໃນ​ການ​ຈັດ​ຕັ້ງ​ ແລະ ​ການ​ເຄື່ອນ​ໄຂ​ຂອງກົງ​ຈັກ​ແຫ່ງ​ລັດ, ​ໃນ​ການ​ສ້າງ​ແລະ​ບັງຄັບ​ໃຊ້​ກົດໝາຍ, ​ໃນ​ການ​ຝຶກ​ອົບຮົມ ບຳລຸງ​ສ້າງ​ພະນັກງານ ລັດຖະກອນ ພາລະ​ກອນ ​ແລະ ​ໃນ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ພະຍາດ​ອາດຍາ​ສິດ, ຄວາມ​ຫຍໍ້​ທໍ້​ເລ​ວຊາມ, ການ​ສິ້ນ​ເປືອງ​ຟຸ່ມ​ເຟືອຍ. ​ແນວ​ຄິດ​ດັ່ງກ່າວ​ສະ​ແດງ​ອອກໂດຍລະອຽດໃນ​​ຂໍ້​ຄິດ​ທິດ​ສະ​ດີ​ຕໍ່​ໄປ​ນີ້:

ທີ​ໜຶ່ງ, “ຖື​ເອົາ​ປະຊາຊົນ​ເປັນ​ກົກຮາກ” - ຂໍ້​ຄິດ​ທິດ​ສະ​ດີສຳຄັນ​ອັນ​ດັບ​ໜຶ່ງ​ໃນແນວ​ຄິດ​ໂຮ່ຈີ​ມິນກ່ຽວ​ກັບ​ລັດ​ແລະ​ກົດໝາຍ.

ສືບ​ຕໍ່​​ບົດຮຽນ​ອັນ​ໃຫຍ່​ຫຼວງຕະຫຼອດ​ປະຫວັດສາດ​ນັບ​ພັນ​ປີ​ແຫ່ງ​ການ​ສ້າງສາ ​ແລະ ປົກປັກ​ຮັກສາ​ປະ​ເທດ​ຂອງຊາດ​ຫວຽດນາມ, ປະທານ​ໂຮ່ຈີ​ມິນ​ໃຫ້​ທັດສະນະ​ວ່າ: “ພາຍ​ໃຕ້​ທ້ອງຟ້າ ບໍ່ມີສິ່ງໃດລ້ຳຄ່າກວ່າປະຊາຊົນ. ໃນ​ໂລກ​ນີ້ ​ບໍ່​ມີ​ຫຍັງ​ເຂັ້ມ​ແຂງ​ໄປ​ກວ່າ​ຄວາມ​ສາ​ມັກ​ຄີ​ຂອງ​ປະ​ຊາ​ຊົນ”(1). ​ໃນ​ມາດຕາ 1, ລັດຖະທຳມະນູນ​ປີ 1946 - ລັດຖະທຳ​ມະນູນ​ໄດ້​ຮັບ​ການ​ຊີ້​ນຳ​​ແລະຮ່າງໂດຍ​ກົງ​ໂດຍ​ປະທານໂຮ່ຈີ​ມິນ, ​ໄດ້​ຢືນຢັນ: “ປະ​ເທດ​ຫວຽດນາມ​ແມ່ນ​ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ. ສິດອຳນາດ​ທັງ​ໝົດ​ໃນ​ປະ​ເທດ​ເປັນ​ຂອງ​ປະຊາຊົນ​ຫວຽດນາມ​ທັງ​ໝົດ ​ໂດຍ​ບໍ່​ຈຳ​ແນ​ກ​ເຊື້ອສາຍ, ຍິງຊາຍ, ຮັ່ງມີ​ທຸກ​ຈົນ, ຊົນ​ຊັ້ນ, ສາສະໜາ”(2). “ປະຊາຊົນ​ເປັນ​ກົກ​ຮາກ”, ວຽກ​ງານ​ທຸ​ກຢ່າງລ້ວນ​ແຕ່​ມາ​ຈາກ​ປະຊາຊົນ, ຈະ​ເຮັດ​ໄດ້ຫຼືບໍ່​ນັ້ນແມ່ນຂຶ້ນກັບປະຊາຊົນ. ຖ້າ​ຫາກ​ບໍ່​ມີ​ປະ​ຊາ​ຊົນ​ຈະ​ບໍ່​ມີ​ກໍາ​ລັງ​ປະ​ຕິ​ວັດ​ ແລະ ການ​ເຄື່ອນ​ໄຫວ​ປະ​ຕິ​ວັດ​. ຕິດພະຍາດ​ອາດຍາ​ສິດ​ແລະການລົບກວນປະຊາຊົນບໍ່​ພຽງ​ແຕ່ສະແດງອອກ​ເຖິງ​ການຫ່າງ​ເຫີ​ນຈາກປະຊາຊົນ, ກຳສະພາບ​ການ​ຂອງ​ປະຊາຊົນ​ບໍ່​ໄດ້, ປະຕິບັດ​ພາລະກິດ​ການ​ປະຕິວັດ​ທີ່​ສູງ​ສົ່ງ​ບໍ່​ໄດ້, ​ແຕ່​ຍັງ​ເຮັດ​ໃຫ້​ປະຊາຊົນ​ເສຍສັດທາ, ຫ່າງ​ໄກ​ຈາກ​ພັກ ​ແລະ ລະບອບການ​ປົກຄອງ. ຢາກ​ເອົາ​ປະຊາຊົນ​ເປັນ​ກົກ​ຮາກ​ ແລະ ​ໃກ້ຊິດຕິດ​ແທດ​ກັບ​ປະຊາຊົນ​ຢ່າງ​​ແທ້ຈິງ​ແມ່ນ​ຕ້ອງ: “ສິ່ງ​ໃດ​ເປັນ​​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ເຮົາ​ຕ້ອງ​ເຮັດ​ໃຫ້​​ດີ​ທີ່​ສຸດ, ສິ່ງ​ທີ່​ເປັນ​ອັນຕະລາຍ​ຕໍ່​ປະຊາຊົນ​​ເຮົາ​ຕ້ອງ​ຫຼີກ​ລ່ຽງ… ສຳຄັນ​ກວ່າ​ໝູ່​ແມ່ນ​ຕ້ອງ​ມີ​ຈິດ​ໃຈ​ບໍ່​ລຳ​ອຽງ.... ກ່າວໂດຍຫຍໍ້, ຖ້າ​ຢາກ​​​ໄດ້​ຮັບ​ຄວາມ​ຮັກ​ແພງ​ຈາກ​ປະຊາຊົນ, ຢາກໄດ້ຮັບຄວາມນິຍົມຈາກປະຊາຊົນ, ​ເຈົ້າຕ້ອງຮັກປະຊາຊົນກ່ອນ, ຕ້ອງ​ເອົາ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ເໜືອ​ສິ່ງ​ອື່ນ​ໃດ, ຕ້ອງ​ມີ​ຈິດ​ໃຈ​ເຫັນ​ແກ່​ສ່ວນ​ລວມບໍ່​ເຫັນ​ແກ່​ສ່ວນ​ຕົວ”(3).

ວັນທີ 1 ມັງກອນ 1960, ປະທານໂຮ່ຈີມິນ ລົງນາມໃນດຳລັດປະກາດລັດຖະທຳມະນູນສະບັບໃໝ່ຂອງສາທາລະນະລັດປະຊາທິປະໄຕຫວຽດນາມ _ພາບ: TTXVN

ການສ້າງ​ລັດ​ທີ່​ແທ້​ຈິງ​ຂອງ​ປະ​ຊາ​ຊົນ ໂດຍ​ປະ​ຊາ​ຊົນ ​ແລະ ​ເພື່ອ​ປະ​ຊາ​ຊົນ ບົນ​ພື້ນຖານລັດຖະທຳ​ມະນູນທີ່​ປະຊາທິປະ​​ໄຕ ​ແລະ ກົດໝາຍ, ​ໂດຍ​ພັກ​ກອມ​ມູນິດນຳພາ ​​ແມ່ນ​​ເນື້ອ​ໃນ​ໃຈກາງຕະຫຼອດ​ໃນແນວ​ຄິດ​ໂຮ່ຈີ​ມິນກ່ຽວ​ກັບ​ລັດ​ແລະ​ກົດໝາຍ. ປະທານ​ໂຮ່ຈີ​ມິນ​ຢືນຢັນ​ວ່າ: “ປະ​ເທດ​ເຮົາ​ແມ່ນປະ​ເທດ​ປະຊາທິປະ​ໄຕ. ຜົນປະໂຫຍດຫຼາຍປານໃດກໍ່​ເພື່ອ​ໃຫ້​ປະຊາຊົນ​. ສິດອຳນາດ​ທັງ​ໝົດ​​ແມ່ນຂອງ​ປະຊາຊົນ... ອຳນາດ​ການ​ປົກຄອງຈາກ​ຕາ​ແສງ​ເຖິງ​ລັດ​ຖະ​ບານ​ກາງ​​ໂດຍປະຊາຊົນ​ເລືອກ​ຕັ້ງ... ​ເວົ້າ​ລວມ​ແລ້ວ, ສິດອຳນາດ ​ແລະ ກຳລັງ ລ້ວນ​ແຕ່ຢູ່​ທີ່​ປະຊາຊົນ(4). “ພວກ​ເຮົາ​ຕ້ອງ​ເຂົ້າ​ໃຈ​ວ່າ, ບັນດາ​ອົງການ​ຂອງ​ລັດຖະບານ​ໃນ​ທົ່ວ​ປະ​ເທດ​ເຖິງ​ໝູ່​ບ້ານ​ຕ່າງໆ, ລ້ວນ​ແຕ່​ແມ່ນ​ອົງການ​ທີ່​ຮັບ​ໃຊ້​ປະຊາຊົນ, ໝາຍ​ຄວາມວ່າ​ເພື່ອ​ແບກ​ຫາບ​ວຽກ​ງານ​ລວມ​ໃຫ້​ປະຊາຊົນ, ບໍ່​ແມ່ນ​ເພື່ອ​ກົດ​ຂີ່​ປະຊາຊົນ”(5). “​ເມື່ອ​ປະຊາຊົນ​ເປັນ​ເຈົ້າ​ຂອງ, ທ່ານ​ປະທານ, ລັດຖະມົນ​ຕິ, ຮອງ​ລັດຖະມົນຕີ, ກຳມະ​ການ​ອົງການ​ນີ້ ອົງການ​ອື່ນ ຈະ​ເຮັດ​ຫຍັງ? ​​ເປັນ​ຜູ້​ຮັບ​ໃຊ້. ​ເປັນ​ຜູ້​ຮັບ​ໃຊ້​​ປະຊາຊົນ, ບໍ່​ແມ່ນ​ເປັນ​ເຈົ້າ​ນາຍປະຕິວັດ”(6). ລັດ​ທີ່​ປະທານ ​ໂຮ່ຈີ​ມິນ ປາດ​ຖະໜາ​ຢາກ​ກໍ່ສ້າງແມ່ນ​ລັດ​ທີ່​ຖື​ບົດບາດ “ແບກ​ຫາບ​ວຽກ​ງານ​ລວມ​ໃຫ້​ປະຊາຊົນ”, ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ ສະ​ແຫວ​ງຫາ​ຄວາມສຸກ​ມາ​ໃຫ້​ປະຊາຊົນ. ນັ້ນ​ແມ່ນ​ລັດ​ທີ່​ຖື​ເອົາຄວາມ​ກັງວົນ​ຂອງ​ປະຊາຊົນເປັນຂອງຕົນເອງ, ເອົາບັນຫາຂອງປະຊາຊົນເປັນຂອງຕົນເອງ ​ແລະ ຖື​ເອົາ​ຄວາມສຸກ​ຂອງຂອງປະຊາຊົນເປັນເປົ້າໝາຍ​ແຫ່ງ​ການ​ສູ້​ຊົນ. ​ເພິ່ນ​ເຄີຍ​ຢືນຢັນ​ວ່າ: “ພວກ​ເຮົາ​ຕໍ່ສູ້​​ໄດ້​ຮັບອິດ​ສະລະ​ພາບ​ແລະ​ເອກະລາດ​ແລ້ວ, ແຕ່​ປະຊາຊົນ​ຍັງ​ອຶດ​ຢາກ​ແລະໜາວ​ຈັດຢູ່, ​ອິດ​ສະລະ​ພາບ​ແລະເອກະລາດ​ນັ້ນ​ບໍ່​ມີ​ຄວາມ​ໝາຍ​ຫຍັງ​ເລີຍ. ປະຊາຊົນຮູ້​ຄຸນຄ່າ​ຂອງ​ອິດ​ສະລະ​ພາບ​​ແລະເອກະລາດກໍ​ຕໍ່​ເມື່ອ​ພວກ​ເຂົາໄດ້ຮັບອາຫານ​ກາ​ນິນ ແລະ ເຄື່ອງນຸ່ງຫົ່ມ​ເທົ່າ​ນັ້ນ. ພວກ​ເຮົາ​ຕ້ອງ​ປະຕິບັດ​ໃນ​ທັນທີ: 1. ​ເຮັດ​ໃຫ້​ປະຊາຊົນ​ມີອາຫານ​ກາ​ນິນ. 2. ເຮັດ​ໃຫ້​ປະຊາຊົນ​ມີເຄື່ອງນຸ່ງຫົ່ມ. 3. ເຮັດ​ໃຫ້​ປະຊາຊົນ​ມີທີ່ຢູ່​ອາ​ໄສ. 4. ເຮັດ​ໃຫ້​ປະຊາຊົນ​​ໄດ້ຮ່ຳຮຽນ. ຈຸດ​ປະສົງທີ່ພວກເຮົາໄປ​ສູ່ແມ່ນສີ່ສິ່ງນັ້ນ”(7). ລັດ​ທີ່​ປະທານ ​ໂຮ່ຈີ​ມິນ ປາດ​ຖະໜາ​ຢາກ​ກໍ່ສ້າງ​ແມ່ນ​ລັດ​ທີ່​ນຳພາ​ໂດຍ​ພັກ​ກອມ​ມູນິດ​. ປະທານ​ໂຮ່ຈີ​ມິນກ່າວ​ວ່າ: “ເຖິງ​ວ່າ​ປະຊາຊົນ​ໄດ້​ກຳ​ອຳນາດ​ແລ້ວ, ​ແຕ່​ການ​ຕໍ່ສູ້​ຊົນ​ຊັ້ນ ​ພາຍ​ໃນ​ປະ​ເທດ ​ແລະ ​ແຜນການ​ຮຸກ​ຮານ​ຂອງ​ຈັກກະພັດ​ຍັງ​ຄົງ​ມີ​ຢູ່. ​ເພາະ​ຕ້ອງ​ກໍ່ສ້າງ​​ເສດຖະກິດ, ການປ້ອງ​ກັນ​ປະ​ເທດ, ວັດທະນະທຳ - ສັງຄົມ, ດັ່ງ​ນັ້ນ​ພັກ​ຈຶ່ງ​ຕ້ອງ​ຈັດ​ຕັ້ງ, ນຳພາ ​ແລະ ສຶກສາ​ອົບຮົມ​ມະຫາຊົນ ​ເພື່ອ​ນຳ​ປະຊາຊົນ​ຜູ້​ແຮງ​ງານ​ໄປ​ສູ່​ໄຊຊະນະ”(8). ການ​ຊີ້​ນຳ​ນຳພາ​ຂອງ​ພັກຕໍ່​ລັດ​ແມ່ນ​ຮັບປະກັນ​ໃຫ້​ລັດ​ເປັນ​ຂອງ​ປະຊາຊົນ​ ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນຢ່າງ​ແທ້​ຈິງ. 

ທີ​ສອງ, ກ່ຽວ​ກັບການຈັດ​ຕັ້ງ​ກົງ​ຈັກ​ແຫ່ງ​ລັດ​ທີ່​ມີ​ເອກະລັກ​ ​ເຂັ້ມແຂງ ແລະ ສະຫຼາດ​ສ່ອງ​ໃສ.

ແນວ​ຄິດ​ໂຮ່ຈີ​ມິນກ່ຽວ​ກັບ​ລັດ​ແລະ​ກົດໝາຍສະ​ແດງ​ອອກ​ໃນ​ຂໍ້ກຳນົດຕ່າງໆ​ກ່ຽວ​ກັບ​ການຈັດ​ຕັ້ງ​ກົງຈັກ​ແຫ່ງ​ລັດ. ປະທານ​ໂຮ່ຈີ​ມິນ​​ໄດ້ຊີ້ນຳນຳພາ​ການອອກ​ແບບຮູບ​ແບບ​ການຈັດ​ຕັ້ງ​ກົງ​ຈັດ​ແຫ່ງ​ລັດທີ່​ມີ​ເອກະລັກ​ທີ່​ສຸດ, ສະ​ແດງ​ອອກ​ໃນ​ເນື້ອ​ໃນ​ຂອງ​ລັດ​ຖະ​ທໍາ​ມະ​ນູນ ​ດໍາ​ລັດ ​ແລະ ​ກົດ​ໝາຍ​ໃນ​​ເວລາ​ທີ່​ເພິ່ນ​ຍັງ​ມີ​ຊີ​ວິດ​ຢູ່. ລັດຖະທຳມະນູນ​ປີ 1946 ຖື​ວ່າ​ເປັນ​ລັດຖະທຳມະນູນທີ່​ມີ​ຕາ​ປະ​ທັບແນວ​ຄິດ​ໂຮ່ຈີ​ມິນ “ລັດຖະທຳ​ມະນູນ​ທີ່​ຊັດ​ເຈນ, ຮັດກຸມ, ສອດຄ່ອງ ​ແລະ ​ເຂົ້າ​ໃຈ​ໄດ້​ສຳລັບ​ທຸກ​ຄົນ. ມັນ​ເປັນລັດຖະທໍາມະນູນທີ່​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ຫຼາຍ​ດ້ານ”(9). ລັດຖະທຳມະນູນ​ປີ 1946 ​ໄດ້​ຮັບ​ການ​ອອກ​ແບບ​ຕາມ​ແນວ​ຄິດ​ປະຊາທິປະ​ໄຕ, ອຳນາດ​ກົດໝາຍ, ກຳນົດສ້າງຫຼັກການ ​ແລະ ​ແບບ​ວິທີ​ການຈັດ​ຕັ້ງ ​ແລະ ​ການດຳເນີນງານ​ຂອງ​ກົງຈັກ​ແຫ່ງ​ລັດ ​ເພື່ອ​ບໍ່​ໃຫ້​​ເກີດການ​ສວຍ​ໃຊ້​ອຳນາດ​ ແລະ ການ​ໃຊ້​ອຳນາດ​ໃນ​ທາງ​ທີ່​ຜິດ, ​ເພື່ອ​ໃຫ້​ສິດ​ເສລີພາບ ປະຊາທິປະ​ໄຕ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຍອມຮັບ ​ເຄົາລົບ ປົກ​ປ້ອງ ​ແລະ ຮັບປະກັນ. ກົງຈັກ​ແຫ່ງ​ລັດ​ມີ​ອົງ​ປະ​ກອບ​ພື້ນ​ຖານ​ເຊັ່ນ​ສະ​ພາ​ແຫ່ງ​ຊາດ, ປະ​ທານ​ປະ​ເທດ, ລັດ​ຖະ​ບານ, ​ສານ​ປະ​ຊາ​ຊົນ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ເຊິ່ງ​ໄດ້​ຈັດ​ຕັ້ງ​ຕາມ​ຫຼັກການ: “ສາມັກຄີ​ທົ່ວ​ປວງ​ຊົນ...; ຮັບປະກັນ​ບັນດາ​ສິດ​ເສລີພາບ ປະຊາທິປະ​ໄຕ; ປະຕິບັດອຳນາດ​ການ​ປົກຄອງ​ທີ່​ແຂງ​ແຮງ ​ແລະ ສະຫຼາດ​ສ່ອງ​ໃສ​ຂອງ​ປະຊາຊົນ(10), ສະແດງອອກໃນຄຳ​ນຳ​ຂອງ​ລັດຖະທຳມະນູນ​ປີ 1946. ຕໍ່​ກັບ​ແຕ່​ລະ​ອົງ​ປະກອບພື້ນຖານ​ໃນ​ກົງຈັກ​ແຫ່ງ​ລັດ, ປະທານ​ໂຮ່ຈີ​ມິນ​ມີ​ຄຳ​ແນະນຳ​ສະ​ເພາະ​ກ່ຽວ​ກັບ​ວິທີ​ການຈັດ​ຕັ້ງ ​ແລະ ການດຳ​ເນີນງານ, ຮັບປະກັນ​ໃຫ້ອົງ​ປະກອບ​ເຫຼົ່າ​ນັ້ນສະ​ແດງ​ໃຫ້​ເຫັນ​ເຖິງ​ທາດ​ແທ້ຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ. ຕາມ​ນັ້ນ, ສະພາ​ແຫ່ງ​ຊາດ (ເຊິ່ງລັດຖະທຳມະນູນ​ປີ 1946 ​ເອີ້ນ​ວ່າສະພາປະຊາຊົນ) ຖືກກຳນົດ​ໂດຍ​ລັດຖະທຳມະນູນວ່າ​ເປັນ “ອົງການ​ທີ່​ມີອຳນາດ​ສູງ​ສຸດຂອງ​ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ” (ມາດຕາ 22), ແກ້​ໄຂ​ທຸກ​ບັນຫາ​ທົ່ວ​ໄປ​ຂອງ​ທົ່ວ​ປະ​ເທດ; ລັດຖະບານ​​ແມ່ນ “ອົງການ​ບໍລິຫານ​ສູງ​ສຸດ​ຂອງ​ທົ່ວ​ປະ​ເທດ” (ມາດຕາ 43); ສານ: “ລະຫວ່າງ​ການ​ພິຈາລະນາ​ຄະດີ, ຜູ້​ພິພາກສາ​ຈະ​ປະຕິບັດ​ຕາມ​ກົດໝາຍ​ເທົ່າ​ນັ້ນ, ຫ້າມ​ອົງການ​ອື່ນ​ແຊກ​ແຊງ” (ມາ​ຕາ 69). ​ໃນ​ການຈັດ​ຕັ້ງອຳນາດ​ລັດ, ລັດຖະທຳມະນູນ​ປີ 1946 ​ໄດ້​ມີ​ການ​ແບ່ງ​ງານທີ່​ຈະ​ແຈ້ງພໍ​ສົມຄວນ​ ລະຫວ່າງຝ່າຍ​ນິຕິບັນຍັດ (ລັດຖະສະພາ), ຝ່າຍ​ບໍລິຫານ (ລັດຖະບານ) ​ແລະ ​ຝ່າຍ​ຕຸລາການ (ສານ), ພ້ອມ​ກັນ​ນັ້ນ​ກໍມີ​ການ​ຄວບ​ຄຸມອຳນາດ ລະຫວ່າງ​ອົງການ​ເຫຼົ່າ​ນີ້. ຕໍ່​ກັບອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ປະທານ​ໂຮ່ຈີ​ມິນ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ການ​ອອກ​ແບບຮູບ​ແບບອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ໂດຍ​ມີ​ການຄຳນຶງ​ເຖິງຈຸດ​ພິ​ເສດ​ທີ່​ຕ່າງ​ກັນ​ຂອງ​ຊົນນະບົດ ​ແລະ ຕົວ​ເມືອງ(11).

ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ກັບບັນດາຜູ້ແທນທີ່ມາຮ່ວມກອງປະຊຸມອອນໄລນ໌ທົ່ວປະເທດເພື່ອຜັນຂະຫຍາຍວຽກງານຕຸລາການປີ 2021, ກຳນົດທິດເຖິງປີ 2021 - 2025 (ເດືອນທັນວາ 2020) _ພາບ: TTXVN

ທີ​ສາມ, ກ່ຽວ​ກັບ​ການ​ກໍ່ສ້າງຖັນ​ແຖວ​ພະນັກງານ​ໃນ​ກົງຈັກ​ແຫ່ງ​ລັດ ທີ່​ຖື​ເອົາ​ຜົນ​ປະ​ໂຫຍ​ດຂອງ​ພັກ​ເປັນ​ອັນ​ດັບ​ໜຶ່ງ, “ຈົງ​ຮັກ​ພັກດີ​ຕໍ່​ປະ​ເທດ, ​ກະຕັນຍູຕໍ່​ປະຊາຊົນ”, ​ໄດ້​ຮັບ​ການບຳລຸງ​ສ້າງ​ ແລະ ​ຝຶກ​ຝົນ​ຫຼໍ່​ຫຼອມ​ຢ່າງ​ບໍ່​ຢຸດ​ຢັ້ງ.

ແນວ​ຄິດ​ໂຮ່ຈີ​ມິນກ່ຽວ​ກັບ​ລັດ​ແລະ​ກົດໝາຍຍັງ​ບັນຈຸ​ບັນດາ​ທັດສະນະ​ທີ່​ເລິກ​ເຊິ່ງທີ່​ສຸດກ່ຽວ​ກັບພະນັກງານ​ ​ແລະ ​ວຽກ​ງານ​ພະນັກງານ. ​ເພິ່ນ​ເວົ້າ​ວ່າ: “ພະນັກງານ​ແມ່ນກົດ​ເຄົ້າ​ຂອງ​ທຸກໆ​ວຽກ​ງານ”(12); “ທຸກວຽກ​ງານ​ຈະສຳເລັດ ຫຼືລົ້ມເຫຼວ, ທັງ​ໝົດ​ແມ່ນຍ້ອນ​ພະນັກງານດີ ຫຼື ບໍ່ດີ”(13). ​ເພາະສະ​ນັ້ນ, ປະທານ​ໂຮ່ຈີ​ມິນ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງວຽກ​ງານ​ພະນັກງານ ​ແລະ ກຳນົດຄວາມ​ຮຽກຮ້ອງ​ຕ້ອງການ​ສູງຕໍ່​ຖັນ​ແຖວ​ພະນັກງານ ລັດຖະກອນ​ ໃນ​ລະບົບ​ຈັກ​ຂອງ​ລັດ, ​ໃນ​ນັ້ນ, ມາດຕະຖານ​ອັນ​ດັບ​ໜຶ່ງ​ແມ່ນ “ຈົງ​ຮັກ​ພັກດີ​ຕໍ່​ປະ​ເທດ, ​ກະຕັນຍູຕໍ່​ປະຊາຊົນ”, “ດຸ​ໝັ່ນ, ປະຢັດ, ຊື່ສັດ, ທ່ຽງທຳ, ​ເຫັນ​ແກ່​ສ່ວນ​ລວມ, ບໍ່​ເຫັນ​ແກ່​ສ່ວນ​ຕົວ”, “ເອົາ​ຜົນ​ປະ​ໂຫຍດ​ຂອງ​ພັກ​ເປັນ​ອັນ​ດັບ​ໜຶ່ງ ​ແລະ ກ່ອນ​ອື່ນ​ໝົດ. ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ພັກ​ໝາຍ​ຄວາມ​ວ່າ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ, ຂອງ​ປະ​ເທດ​ຊາດ”; “ນອກຈາກ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ຂອງ​ປະ​ເທດ​ຊາດ​ແລ້ວ ພັກ​ບໍ່​ມີ​ຜົນ​ປະ​ໂຫຍ​ດອື່ນ​ໃດ”(14). ​ເພິ່ນ​ຮຽກຮ້ອງ​ໃຫ້​ພະນັກງານ ສະມາຊິກ​ພັກ​ຕ້ອງ​ຝຶກ​ຝົນ​ຫຼໍ່​ຫຼອມ​ຢ່າງ​ບໍ່​ຢຸດ​ຢັ້ງ, “ຕັດສິນ​ໃຈ​ແກ້​ໄຂ​ຂໍ້​ບົກພ່ອງ”, ​ໂດຍ​ສະ​ເພາະ​ແມ່ນ “ສາມພະຍາດອັນຕະລາຍຫຼາຍ” ຄື “ພະຍາດ​ອັດຕະວິ​​ໄສ​ໃນ​ຕົວ” (ທີ່​ມີ​ປະກົດ​ການ​ຕ່າງໆ​ເຊັ່ນ “ອ່ອນ​ຄວາມ​ສາມາດ​ດ້ານ​ທິດ​ສະດີ”, “ດູ​ຖູ​ກທິດ​ສະ​ດີ” ຫຼື “ທິສະ​ດີນ້ຳ​ເຕົ້າ​ເປົ່າ”), “ພະຍາດ​ຄັບ​ແຄບ” (ທີ່​ມີ​ປະກົດ​ການ​ຕ່າງໆ​ເຊັ່ນ “ລັດທິ​ທ້ອງ​ຖິ່ນ​ນິຍົມ, ການ​ເຫັນ​ແກ່​ຕົວ​ເອງ, ລັດທິ​ອັດ​ຕະບຸກຄົນ, ທ່າ​ອ່ຽງຂອງ​ຄວາມ​ໂລບ​ຢາກ​ມີ​ຊື່​ສຽງ, ຄວາມ​ໂລບ​ຕໍາ​ແໜ່ງ​, ທັບ​ຖົມ​ຄົນ​ເກັ່ງ”(15); ​ເຄົາລົບ​ຕົນ​ເອງ, ຖື​ຕົວ​ເປັນ​ໃຫຍ່, ດູ​ຖູ​ກຜູ້​ອື່ນ, ບໍ່​ຢາກ​ຮູ້ ຢາກຮຽນຮູ້​ຈຸດ​ດີ​ຂອງ​ຜູ້​ອື່ນ”(16)), ມີ​ນິ​ໄສ​ສາມ​ຫາວ. ສຳລັບລັດທິ​ອັດ​ຕະບຸກຄົນ, ​ເພິ່ນ​ໃຫ້​ທັດສະນະ​ວ່າ “ມັນ​ເປັນເຊື້ອພະຍາດທີ່ມີ​ພິດ​ຮ້າ​ຍ​ແຮງ ​ເນື່ອງ​ຈາກ​ມັນ​ເຮັດ​ໃຫ້ເກີດພະຍາດອັນຕະລາຍຫຼາຍ” ​ເຊັ່ນ “ພະຍາກ​ໂລບ​ມາກ​ໂລພາ”, “ພະຍາດ​ຂີ້ຄ້ານ”, “ພະຍາດ​ອວດອົ່ງ”, “ພະຍາດ​ມັກ​ຊື່​ສຽງ”, “ຂາດ​ລະບຽບ​ວິ​ໄນ”, “​ໃຈ​ແຄບ”, “ລັດທິ​ທ້ອງ​ຖິ່ນ”, “ມັກ​ໃຫຍ່​ໄຝ່ສູງ”(17). ​ເພິ່ນ​ກໍ​ໄດ້​ຊີ້​ໃຫ້​ເຫັນ “ພະຍາດ” ອື່ນ​ຂອງ​ພະນັກງານ ສະມາຊິກ​ພັກ​ທີ່​ຕ້ອງກຳຈັດ​ຢ່າງ​ເດັດຂາດ​ເຊັ່ນພະຍາດ “ມີ​​ແຕ່​ຊື່, ບໍ່​ມີ​ຈິງ”, “ດຶງ​ພັກ​ພຶງ​ພວກ”, “ບໍ່​ເບິ່ງ​ກວ້າງ​ມອງ​ໄກ”, “ພະຍາດ​ອັດ​ຕະບຸກຄົນ”, “ພະຍາດ​ຂີ້ຄ້ານ”, “ພະຍາດ​ອິດສາ”, “ພະຍາດ​ປະຈົບປະ​ແຈງ”(18). ສິ່ງ​ພິ​ເສດ​ແມ່ນ, ສໍາລັບແຕ່ລະຂົງ​ເຂດສະເພາະ, ​ເພີ່ນ​ຍັງ​ມີຄຳ​ແນະນຳຕັກ​ເຕືອນ​ກ່ຽວ​ກັບ​ມາດຕະຖານຂອງ​ພະນັກງານ​ໃນ​ຂົງ​ເຂດ​ນັ້ນ. ສຳລັບ​ບັນດາ​ອົງການ​ທີ່​ປະຊາຊົນ​ເລືອກ​ຕັ້ງ, ປະທານ​ໂຮ່ຈີ​ມິນ​ໃຫ້​ທັດສະນະ​ວ່າ ບັນດາ​ຜູ້​ແທນ​ປະຊາຊົນ​ຕ້ອງ​ເປັນ “ຄົນ​ເກັ່ງ​ແລະ​ມີ​ຄຸນ​ນະ​ທຳ”; “ສົມ​ກັບ​ເປັນ​ຜູ້ຕາງໜ້າ” ​ໃຫ້​ປະຊາຊົນ. “ບັນດາ​ຜູ້​ທີ່ຖືກ​ເລືອກ​ຕັ້ງ, ຈະ​ຕ້ອງພະຍາຍາມ​ທຸກ​ວິທີ​ທາງ​ເພື່ອ​ຮັກສາ​ເອກະລາດ​ຂອງ​ປະ​ເທດ​ຊາດ, ອອກ​ແຮງ​ສະ​ແຫວ​ງຫາ​ຄວາມສຸກ​ໃຫ້​ພີ່ນ້ອງ​ຮ່ວມ​ຊາດ. ຕ້ອງຈື່ໄວ້ສະເໝີ ແລະປະຕິບັດ​ປະ​ໂຫຍ​ກທີ່ວ່າ: “ເພື່ອຜົນປະໂຫຍດຂອງປະເທດ, ລືມຜົນປະໂຫຍດຂອງ​ຄອບຄົວ; ເພື່ອ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ, ລືມ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​”(19). “ຜູ້​ທີ່​ຢາກ​ເປັນ​ເຈົ້ານາຍ​ປະ​ຕິ​ວັດ​ບໍ່​ຄວນ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຢ່າງ​ເດັດຂາດ”(20). ສຳລັບ​ສານ​ປະຊາຊົນ, ພະນັກງານ​ຕ້ອງ “ຍຸດຕິທຳ, ຊື່ສັດ, ສະອາດ”, “ດຸ​ໝັ່ນ, ປະຢັດ, ຊື່ສັດ, ທ່ຽງທຳ”, “​ໃກ້ຊິດ​ກັບ​ປະຊາຊົນ, ​ເຂົ້າ​ໃຈ​ປະຊາຊົນ, ຊ່ວຍ​ເຫຼືອ​ປະຊາຊົນ, ຮຽນຮູ້​ປະຊາຊົນ”. ສຳລັບອົງການ​ໄອ​ຍະ​ການ​ປະຊາຊົນ, ພະນັກງານ​ຕ້ອງ “ຍຸຕິທຳ, ທ່ຽງທຳ, ພາວະ​ວິ​ໄສ, ຮອບຄອບ, ຖ່ອມຕົວ”,... ​ເພິ່ນ​ກໍ​ໄດ້​ມີຄຳ​ແນະນຳລະອຽດ​ກ່ຽວ​ກັບ​ “ການຝຶກ​ອົບຮົມ​ພະນັກງານ” (ດ້ວຍ​ຈິດ​ໃຈ​ “ເຮັດ​ວຽກ​ໃດ ຮ່ຳຮຽນ​ວຽກ​ນັ້ນ”), “ຝຶກ​ອົບຮົມ​ພະນັກງານ ​ແລະ ​ໃຊ້​ພະນັກງານ” (“ຕ້ອງ​ນັບຖືຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ນັບຖື​ພະນັງານ, ຕ້ອງ​ນັບຖື​ຜູ້​ທີ່​ມີ​ປະ​ໂຫຍ​ດ​ແກ່​ວຽກ​ງານ​ລວມຂອງ​ພວກ​ເຮົາ”, “ຕ້ອງ​ເຂົ້າ​ໃຈ​ແຈ້ງ​ພະນັກງານ”, “ຕ້ອງ​ເລື່ອນຕຳ​ແໜ່​ງ​ໃຫ້​ພະນັກງານ​ຢ່າງ​ເໝາະ​ສົມ”, “ຕ້ອງ​ໃຊ້ພະນັກງານຢ່າງສະຫຼາດ”, “ຕ້ອງ​ສັບ​ຊ້ອນ​ພະນັກງານ​ຢ່າ​ງຖືກຕ້ອງ”, “ຕ້ອງຊ່ວຍ​ພະນັກງານ​ຢ່າງ​ດີ”, “ຕ້ອງ​ປົກ​ປ້ອງ​ພະນັກງານ”, “ຮັກ​ແພງ​ພະນັກງານ”, “ຕຳ​ໜິຕິ​ຊົມ​ພະນັກງານ”)(21). ​ເພິ່ນ​ເຕືອນ​ວ່າ ​ຕ້ອງ​ຫຼີກ​ລ່ຽງພະຍາດ​ຕ່າງໆ​ໃນ​ການນຳ​ໃຊ້​ພະນັກງານ​ເຊັ່ນ: “ມັກໃຊ້ຍາດພີ່ນ້ອງ, ຄົນຮູ້ຈັກກັນ, ​ເພື່ອນ​ສະຫາຍ, ມອບ​ວຽກ​ໃຫ້​ເຂົາ​ຈົ້າມີ​ຄວາມ​ແນ່ນອນ​ຫຼາຍ​ກວ່າຄົນພາຍນອກ... ມັກ​ໃຊ້​ຄົນ​ທີ່​ເກັ່ງ​ໃນ​ການ​ປະຈົບປະ​ແຈງ, ​ແຕ່ກຽດ​ຊັງຄົນ​ທີ່​ຊື່ກົງ... ມັກ​ໃຊ້​ຄົນ​ທີ່​ມີ​ນິ​ໃສ​ໃຈຄໍ​ດີກັບ​ຕົນ​ເອງ, ຫຼີກ​ລ່ຽງຜູ້​ທີ່​ບໍ່​ຖືກ​ກັບ​ຕົນ​ເອງ”(22). ຕາ​ເພີ່ນ​ແລ້ວ, ຢາກ​ໃຊ້​ພະນັກງານ​ຢ່າງ​ຖືກຕ້ອງນັ້ນ: “ຕົນ​ເອງຕ້ອງ​ມີ​ຄວາມ​ເອື້ອເຟື້ອເພື່ອແຜ່ທີ່ຍິ່ງໃຫຍ່ ຈຶ່ງ​ສາມາດ​ປະພຶດ​ຕໍ່​ພະນັກງານ​ເປັນ​ຢ່າງ​ດີ​ແລະ​ເປັນທຳ​ໄດ້ ໂດຍ​ບໍ່​ມີ​ການ​ອະ​ຄະ​ຕິ​, ​ເຮັດ​ໃຫ້​ພະນັກງານ​ບໍ່​ຖືກ​ປະ​ຂ້າມ. ຕ້ອງ​ມີ​ຈິດ​ໃຈກວ້າງ​ຂວາງ ຈຶ່ງ​ສາມາດ​ພົວພັນໃກ້ຊິດ​ກັບ​ຄົນທີ່​ຕົນ​ບໍ່​ມັກ. ຕ້ອງມີຄວາມອົດທົນໃນການສິດສອນ ຈຶ່ງ​ສາມາດ​ໜູນ​ຊ່ວຍ​ບັນດາ​ສະຫາຍ​ທີ່​ຍັງ​ອ່ອນ​ແອ ​ແລະ ຊ່ວຍ​ໃຫ້​ພວກ​ເຂົາ​ກ້າວໜ້າ. ຕ້ອງ​ສະຫຼາດ​ສ່ອງ​ໃສ​ ຈຶ່ງ​ບໍ່​ຖືກລ້ອມ​ຮອບ​ໄປ​ດ້ວຍ​ຜູ້​ຄົນ​ທີ່​ສຸ່ມ​ສ່ຽງ ​ແລະ ​ບໍ່​ຖືກ​ຫ່າງ​ເຫີ​ນຈາກພະນັກງານ​ທີ່​ດີ. ຕ້ອງ​ມີ​ທ່າ​ທີ​ເບີກບານມ່ວນ​ຊື່ນ, ​ເປັນ​ມິດສະ​ໜິດ​ສະ​ໜົມ, ​ເພື່ອນ​ສະຫາຍ​ຈຶ່ງ​ດີ​ໃຈ​ຢູ່​ໃກ້ກັບ​ຕົນ​ເອງ... ຢາກ​ໃຫ້​ພະນັກງານ​ເຮັກ​ວຽກ​ງານ​ໄດ້​ດີ, ຕ້ອງ​ເຮັດ​ໃຫ້​ພວກ​ເຂົາມີ​ຄວາມ​ຮູ້ສຶກ​ປອດ​ໄພ​ໃນ​ການ​ເຮັດ​ວຽກ ​ແລະ ສະໜຸກ​ກັບວຽກ​ງານ”(23).

ທີ​ສີ່, ກ່ຽວກັບ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ໃຊ້​ຈ່າຍ​ຟຸມ​ເຟືອຍ, ອາດຍາ​ສິດ​​ໃນ​ການຈັດ​ຕັ້ງ ​ແລະ ການດຳ​ເນີນ​ງານ​ຂອງ​ກົງຈັກ​ແຫ່ງ​ລັດ.

ປະທານ​ໂຮ່ຈີ​ມິນ​ມີ​ບົດ​ປາ​ໄສ, ບົດ​ຂຽນຈຳນວນ​ຫຼາຍກ່ຽວ​ກັບການ​ປ້ອງ​ກັນ​ແລະ​ຕ້ານການ​ສໍ້​ລາດ​ບັງ​ຫຼວງ, ການ​ໃຊ້​ຈ່າຍ​ຟຸມ​ເຟືອຍ, ອາດຍາ​ສິດ ​ແລະ ຖື​ວ່າການ​ສໍ້​ລາດ​ບັງ​ຫຼວງ, ການ​ໃຊ້​ຈ່າຍ​ຟຸມ​ເຟືອຍ, ພະຍາດອາດຍາ​ສິດ ​ແມ່ນ​ສັດຕູ​ພາຍ​ໃນ, ​ແມ່ນ “ພັນທະ​ມິດ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ, ສັກດິນາ”, “​ແມ່ນ​ສັດຕູ​ຂອງ​ປະຊາຊົນ, ຂອງ​ທະຫານ ​ແລະ ຂອງ​ລັດຖະບານ” ​ແລະ ​ຮຽກຮ້ອງ​ໃຫ້ “ຕ້ອງ​ຂະ​ຈັດການ​ສໍ້ລາດ​ບັງ​ຫຼວງ, ການ​ໃຊ້​ຈ່າຍ​ຟຸມ​ເຟືອຍ ​ແລະ ພະຍາດ​ອາຍາ​ສິດ​ໃຫ້​ໝົດ​ກ້ຽງ”(24). ​ເພາະສະ​ນັ້ນ, ໃນ​ການຈັດ​ຕັ້ງ ​ແລະ ການດຳ​ເນີນ​ງານ​ຂອງ​ກົງຈັກ​ແຫ່ງ​ລັດ, ຕ້ອງ​ຕ້ານການ​ສໍ້ລາດ​ບັງ​ຫຼວງ, ການ​ໃຊ້​ຈ່າຍ​ຟຸມ​ເຟືອຍ ​ແລະ ພະຍາດ​ອາຍາ​ສິດຢ່າງ​ເດັດດ່ຽວ. ກິດຈະການປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້ລາດ​ບັງ​ຫຼວງ, ຄວາມ​ຫຍໍ້​ທໍ້​ເລວ​ຊາມ​ຢູ່​ຫວຽດນາມ ​ໂດຍ​​ເລຂາທິການ​ໃຫຍ່​ ຫງວຽນ​ຝູຈ້ອງ ​ເປັນ​ຜູ້​ປຸກລະດົມ ​ໄດ້​ແລະ​ກຳລັງ​ໄດ້ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ ​​ໂດຍໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ຕອບ​ສະໜອງ ສະໜັບສະໜູນ​ຢ່າງ​ສູງ​ຈາກ​ສະມາຊິກ​ພັກ ພະນັກງານ ​ແລະ ປະຊາຊົນ ຄື​ການ​ສືບ​ທອດ​ແນວ​ຄິດ ​ແລະ ການ​ປະຕິບັດ​ຕາມຄຳ​ແນະນຳຂອງ​ປະທານ​ໂຮ່ຈີ​ມິນ.

ທີ​ຫ້າ, ກ່ຽວກັບ​ການ​ກໍ່ສ້າງ, ປັບປຸງ​ບູລະນະ​ລະ​ບົບກົດໝາຍ ​ແລະ ການຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ຢ່າງ​ເຂັ້ມ​ງວດ.

ດ້ວຍ​ຈິດ​ໃຈ “ຮ້ອຍ​ເລື່ອງ​ຕ້ອງ​ມີ​ເທບ​ແຫ່ງອຳນາດ​ກົດໝາຍ”, ປະທານ​ໂຮ່ຈີ​ມິນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ກໍ່ສ້າງ ​ແລະ ປັບປຸງ​ລະບົບ​ກົດໝາຍ ​ແລະ ການຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ຢ່າງ​ເຂັ້ມ​ງວດ. ​ເພິ່ນ​​ເຄີຍເວົ້າ​ວ່າ: “​ໃນ​ປະ​ເທດ​ທີ່​ລາງວັນ​ແລະ​ການ​ລົງ​ໂທດ​ຕ້ອງເຂັ້ມງວດ, ປະຊາຊົນຈະຢູ່​ໃນຄວາມສະຫງົບ”(25). ​ເພິ່ນ​ໃຫ້​ທັດສະນະ​ວ່າ, ກົດໝາຍ​ແມ່ນ​ເຄື່ອງມື​ທີ່ຈຳ​ເປັນ​ເພື່ອ “ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງ​ປະຊາຊົນ”(26), ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ ​ແລະ ຕ້ອງ​ພະຍາຍາມ​ເຮັດ​ໃຫ້ກົດໝາຍ​ປະຊາທິປະ​ໄຕ​ເພີ່ມ​ຫຼາຍ​ຂຶ້ນ ດີ​ຂຶ້ນ. ກົດໝາຍຕ້ອງ​ມີ​ບັນດາ​ຄຸນຄ່າຍຸຕິທຳ, ມະນຸດ​ອາລະຍະ​ທຳ, ຄວາມ​ເປັນທຳ, ​ເພື່ອ​ປະຊາຊົນ​ຜູ້​ອອກ​ແຮງ​ງານ ​ແລະ ​ເພື່ອ​ມະນຸດ ​ເຊິ່ງ​ໄດ້​ລະບຸ​ໄວ້​ໃນ​ລັດ​ຖະທຳມະນູນ ​ແລະ ບັນດາ​ກົດໝາຍ. ກົດໝາຍ​ຕ້ອງ​ໄດ້​ຮັບ​ການ​ສ້າງ​ຂຶ້ນ ​ເພື່ອກ່ອນ​ອື່ນ​ໝົດ​ແມ່ນ​ດັດສົມ​ການຈັດ​ຕັ້ງ ​ແລະ ​ການ​ດຳເນີນງານ​ຂອງກົງ​ຈັດ​ແຫ່ງ​ລັດ, ດັດປັບການ​ປະພຶດຂອງພະນັກງານລັດ ແລະ ລັດຖະກອນ ເພື່ອ​ຮັບປະກັນ​ໃຫ້​ປະຊາຊົນ​ມີ​ລັດຖະບານ​ທີ່​ມີ “ຈຸດ​ປະສົງ​ດຽວຄື ການສະ​ແຫວ​ງຫາ​ເສລີພາບ ​ແລະ ຄວາມ​ຜາ​ສຸກ​ສຳລັບ​ທຸກ​ຄົນ… ​ໃຫ້ຜົນປະໂຫຍດຂອງປະຊາຊົນເໜືອສິ່ງອື່ນໃດ”(27), ມີ “ລັດຖະບານ​ທົ່ວ​ປວງ​ຊົນ​ສາມັກຄີ ​ແລະ ​ເຕົ້າ​ໂຮມ​ຜູ້​ທີ່​ມີຄວາມ​ເກັ່ງ​ກ້າ​ສາມາດ... ຮູ້​ວິທີ​ເຮັດ​ວຽກ”(28); “ທຸກຄົນ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ພະຍາຍາມ​ເຮັດ​ວຽກ, ຮ່ວມ​ໃຈ​ດຽວກັນ​ເພື່ອ​ປະ​ເທດ, ​ເພື່ອ​ປະຊາຊົນ”(29); ປະຕິບັດ​ຕາມທິດນຳ: “ວຽກ​ໃດ​ທີ່​ມີ​ປະ​ໂຫຍ​ດ​ໃຫ້​ກັບ​ປະຊາຊົນ, ພວກ​ເຮົາ​ຕ້ອງ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ. ສິ່ງ​ໃດ​ທີ່​ເປັນ​ອັນຕະລາຍ​ຕໍ່​ປະຊາຊົນ, ພວກ​ເຮົາ​ຕ້ອງ​ຫຼີກ​ລ່ຽງ​ເດັດຂາດ”(30). ກົດໝາຍ​ຕ້ອງ​ໄດ້​ຮັບ​ການ​ສ້າງ​ຂຶ້ນ ​ເພື່ອຮັບປະກັນ​ໃຫ້​ປະຊາຊົນ​ມີ​ເສລີພາບ, ມີ​ຊີວິດ​ທີ່​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ​ ມີ​ຄວາມສຸກ. ກົດໝາຍກໍ​ຕ້ອງ​ໄດ້​​ສ້າງ​ຂຶ້ນດ້ວຍ​ເສັ້ນທາງ​ປະຊາທິປະ​ໄຕ ​ໂດຍ​ມີ​ການ​ປະກອບ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ກວ້າງຂວາງ​ຂອງ​ປະຊາຊົນ, ພ້ອມ​ກັນ​ນັ້ນ ກົດໝາຍ​ດັ່ງກ່າວຕ້ອງ​ຮັບປະກັນ​ຄວາມ​ເປັນ​ໄປ​ໄດ້​ແລະ​ສອດຄ່ອງ​ກັບ​ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ປະ​ເທດ. ບັນດາ​ລັດຖະທຳມະນູນ​ທີ່​ປະທານ​ໂຮ່ຈີ​ມິນ​ຊີ້ນຳການ​ຮຽບຮຽງ​ໂດຍ​ກົງ​ນັ້ນ ລ້ວນ​ແຕ່​ໄດ້​ຮັບ​ການສ້າງຂຶ້ນດ້ວຍວິທີ​ການ​ສົນທະນາ ປຶກສາ​ຫາລື​ທີ່​ເປັນ​ປະຊາທິປະ​ໄຕ​ທີ່​ສຸດ, ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ກວ້າງຂວາງ​ຂອງປະຊາຊົນ.​  

ນອກຈາກ​ນັ້ນ, ແນວ​ຄິດ​ໂຮ່ຈີ​ມິນກ່ຽວ​ກັບ​ລັດ​ແລະ​ກົດໝາຍຍັງ​ບັນຈຸ​ບັນດາ​ທັດສະນະ​ທີ່​ເປັນເອກະລັກຫຼາຍ ກ່ຽວ​ກັບ​ການ​ຄວບ​ຄຸມອຳນາດ​ລັດ, ການ​ປົກ​ປ້ອງ​ລັດຖະທຳມະນູນ, ການ​ປົກ​ປ້ອງ​ສິດທິ​ມະນຸດ ​ແລະ​ ສິດ​ຂອງ​ເດັກນ້ອຍ, ທັດສະນະ​ກ່ຽວ​ກັບ​ສາຍພົວພັນ​ລະຫວ່າງ​ກົດໝາຍກັບ​ສິນ​ທຳ, ທັດສະນະ​ກ່ຽວ​ກັບ​ກົດໝາຍຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ ທາງສາສະໜາ, ທັດສະນະກ່ຽວກັບທະນາຍຄວາມ, ການເຄົາລົບກົດໝາຍສາກົນ,...

ພຶດຕິກຳຕົວຈິງແຫ່ງການໝູນໃຊ້ແນວຄິດໂຮ່ຈີມິນກ່ຽວກັບລັດແລະກົດໝາຍ
ໃນສະໄໝການປ່ຽນແປງໃໝ່ຢູ່ຫວຽດນາມ

ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ຍາມ​ໃດ​ກໍ່​ນິຍົມ​ນັບຖື ​ແລະ ​ເຊື່ອມຊຶມແນວ​ຄິດ​ໂຮ່ຈີ​ມິນກ່ຽວ​ກັບ​ລັດ​ແລະ​ກົດໝາຍ ​ແລະ ​ພະຍາຍາມ​ໝູນ​ໃຊ້​ບັນດາ​ຄຸນຄ່າ​ຫຼັກ ພື້ນຖານ​ຂອງ​ແນວ​ຄິດ​ດັ່ງກ່າວຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ. ໃນໄລຍະ​ເວລາກວ່າ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ພັກ​ແລະ​ລັດ​ຫວຽດນາມ​ໄດ້​ເອົາ​ໃຈ​ໃສ່ຄົ້ນຄວ້າ ສືບ​ທອດ ໝູນ​ໃຊ້ແນວ​ຄິດ​ໂຮ່ຈີ​ມິນກ່ຽວ​ກັບ​ລັດ​ແລະ​ກົດໝາຍຢ່າງ​ປະດິດ​ສ້າງ ​ເພື່ອຊີ້ນຳນຳພາ​ການ​ສ້າງ​ ແລະ ​ປັບປຸງ​ບູລະນະ​ ລັດ​ແຫ່ງອຳນາດ​ກົ​ດໝາຍສັງຄົມ​ນິຍົມ​ຫວຽດນາມ ລວມທັງ​ລະບົບ​ກົດໝາຍ​ ໃຫ້​ນັບ​ມື້​ນັບ​ຄົບ​ຊຸດ ​ເປັນ​ເອກະ​ພາບ ​ເປັນ​ໄປ​ໄດ້ ​ເປີດ​ເຜີຍ ​ໂປ່​ງ​ໃສ​ຂຶ້ນ​ຕື່ມ. ​ໃນ​ກອງ​ປະຊຸມທົ່ວ​ປະ​ເທດ​ກາງ​ສະ​ໄໝ​ຄັ້ງ​ທີ VII ຂອງ​ພັກ (​ແຕ່​ວັນ​ທີ 20 ​ເຖິງ​ວັນ​ທີ 25 ​ເດືອນມັງກອນ 1994), ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຕົກລົງ​ແຜນ​ນະ​ໂຍບາຍ​ກໍ່ສ້າງ ລັດ​ແຫ່ງອຳນາດ​ກົດໝາຍ​ສັງຄົມ​ນິຍົມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ​ແຜນນະ​ໂຍບາຍ​ນັ້ນ​ໄດ້​ຮັບ​ການ​ຢືນຢັນ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ເອກະສານ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VIII, IX, X ຂອງ​ພັກ. ຮອດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI (ປີ 2011), ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຢືນຢັນນະ​ໂຍບາຍ​ນັ້ນ​ຢ່າງ​ເປັນ​ທາງ​ການໃນ ​ໂຄງການ​ການ​ເມືອງກໍ່ສ້າງ​ປະ​ເທດ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມ (ສະບັບ​ເພີ່ມ​ເຕີມ, ພັດທະນາ​ປີ 2011): “ລັດ​ແຫ່ງອຳນາດ​ກົດໝາຍ​ສັງຄົມ​ນິຍົມ​ຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ເພື່ອ​ປະຊາຊົນ, ນຳພາ​ໂດຍ​ພັກ​ກອມ​ມູນິດ(31) ​ແມ່ນ​ໜຶ່ງ​ໃນ 8 ຄຸນ​ລັກສະນະ​ຂອງ​ສັງຄົມ​ສັງຄົມ​ນິຍົມ ທີ່​ຫວຽດນາມກຳລັງ​ຕັ້ງໜ້າ​ພະຍາຍາມ​ກໍ່ສ້າງ​ຂຶ້ນ.

​ສືບ​ທອດບັນດາ​ລັດຖະທຳ​ມະນູນ​ສະບັບ​ກ່ອນ, ​ໂດຍ​ສະ​ເພາະ​ແມ່ນ​ລັດຖະທຳ​ມະນູນ​ປີ 1946 ​ທີ່​ປະທານ​ໂຮ່ຈິ​ມິນ​ຊີ້​ນຳການ​ຮ່າງ​ໂດຍ​ກົງ, ລັດຖະທຳ​ມະນູນ​ປີ 2013 ​ໄດ້​ສະ​ແດງ​ໃຫ້​ເຫັນ​​ເຈດຈຳນົງ​ຂອງ​ພັກ, ຄວາມ​ປາຖະໜາ​ຂອງ​ປະຊາຊົນ, ຈິດ​ໃຈ​ແຫ່ງ​ປະຊາທິປະ​ໄຕ, ການ​ປ່ຽນ​ແປງ​ໃໝ່, ​ເສີມ​ຂະຫຍາຍກຳລັງ​ແຮງ​​ແຫ່ງ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ການ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ໃນ​ສະ​ໄໝ​ໃໝ່. ລັດຖະທຳ​ມະນູນ​ປີ 2013 ຢືນຢັນ​ຢ່າງ​ຈະ​ແຈ້ງວ່າ ລັດ​ແຫ່ງ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ​ແມ່ນ ລັດ​ແຫ່ງອຳນາດ​ກົດໝາຍ​ສັງຄົມ​ນິຍົມ​ຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ເພື່ອ​ປະຊາຊົນ” (ຂໍ້ 1, ມາດຕາ 2). “ອຳນາດ​ລັດ​ແມ່ນ​ເປັນ​ເອກະ​ພາບ, ມີ​ການ​ແບ່ງ​ງານ, ສົມທົບ, ກວດກາ​ເຊິ່ງກັນ​ແລະ​ກັນ ​ລະຫວ່າງ​ບັນດາ​ອົງການລັດ​ໃນ​ການປະຕິບັດ​ບັນດາອຳນາດນິຕິບັນຍັດ, ອຳນາດບໍລິຫານ, ອຳນາດຕຸລາການ” (ຂໍ້ 3, ມາ​ຕາ 2). “ລັດຮັບປະກັນ ​ແລະ ​ເສີມ​ຂະຫຍາຍ​ສິດ​ເປັນ​​​ເຈົ້າຂອງ​ປະຊາຊົນ; ຮັບ​ຮູ້ ​ເຄົາລົບ ປົກ​ປ້ອງ ​ແລະ ຮັບປະກັນ​ສິດທິ​ມະນຸດ, ສິດ​ພົນລະ​ເມືອງ; ປະຕິບັດ​ເປົ້າ​ໝາຍ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ, ຍຸຕິທຳ, ອາລະຍະທຳ, ປະຊາຊົນ​ທຸກ​ຄົນ​ມີ​ຊີວິດທີ່​ອິ່ມໜຳສຳລານ ​ເສລີພາບ ຜາ​ສຸກ, ມີ​ເງື່ອນ​ໄຂ​ທີ່​ຈະ​ພັດທະນາ​ຢ່າງຮອບດ້ານ” (ມາ​ຕາ 3). “ປະຊາຊົນ​ປະຕິບັດອຳນາດ​ລັດ​ດ້ວຍ​​ປະຊາທິປະ​ໄຕ​ໂດຍ​ກົງ, ດ້ວຍ​​ປະຊາທິປະ​ໄຕ​ແບບຕົວ​ແທນ​ໂດຍ​ຜ່ານ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ ​ແລະ ​ຜ່ານ​ອົງກາ​ນ​ອື່ນໆ​ຂອງ​ລັດ” (ມາ​ຕາ 6). ການ​ເລືອກ​ຕັ້ງຜູ້​ແທນ​ສະພາ​ແຫ່ງ​ຊາດ ​ແລະ ຜູ້​ແທນ​ສະພາ​ປະຊາຊົນ​ແມ່ນ​ດຳ​ເນີນ​ການ​ຕາມ​ຫຼັກ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ສະ​ເໝີ​ພາບ ​ໂດຍກົງ ແລະ ປ່ອນບັດ​ປິດລັບ. ຜູ້​ແທນ​ສະພາແຫ່ງຊາດ, ຜູ້​ແທນສະພາປະຊາຊົນ ຈະຖືກຍົກເລີກໂດຍຜູ້ລົງຄະແນນສຽງ ຫຼື ໂດຍສະພາແຫ່ງຊາດ, ສະພາປະຊາຊົນ ​ເມື່ອ​ເຂົາ​ເຈົ້າບໍ່ສົມຄວນກັບ​ຄວາມ​ໄວ້​ວາງ​ໃຈ​ຂອງ​ປະຊາຊົນອີກ​ຕໍ່​ໄປ” (ມາ​ຕາ 7). “ລັດ​ໄດ້​ຮັບ​ການຈັດ​ຕັ້ງ​ ແລະ​ ດຳເນີນ​ງານ​ຕາມ​ລັດຖະທຳມະນູນ ​ແລະ ກົດໝາຍ, ການ​ຄຸ້ມ​ຄອງ​ສັງຄົມ​ດ້ວຍລັດຖະທຳມະນູນ ​ແລະ ກົດໝາຍ, ປະຕິບັດ​ຫຼັກການ​ລວມສູນ​ປະຊາທິປະ​ໄຕ... ບັນດາ​ອົງການ​ຂອງ​ລັດ, ພະນັກງານ ລັດຖະກອນ ພາລະ​ກອນ​ ຕ້ອງ​ເຄົາລົບ​ນັບຖື​ປະຊາຊົນ, ຮັບ​ໃຊ້​ປະຊາຊົນ​ຢ່າງສຸດ​ອົກ​ສຸດ​ໃຈ, ພົວພັນ​ຢ່າງ​​ໃກ້ຊິດກັບ​ປະຊາຊົນ, ຮັບ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ປະຊາຊົນ ​ແລະ ຍອມຮັບ​ການ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ; ​ຕໍ່ສູ້​ຢ່າງເດັດດ່ຽວ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ໃຊ້​ຈ່າຍ​ຟຸມ​ເຟືອຍ ​ແລະ ການ​ປະກົດ​ຕົວ​ທັງ​ໝົດ​ຂອງພະຍາດ​ອາດຍາ​ສິດ, ​ໂອ້​ອວ​ດຈ​ອງຫອງ, ອຳນາດ​ບາດ​ໃຫຍ່ (ມາ​ຕາ 8). ​ເຖິງ​ປະຈຸ​ບັນ, ລະບົບ​ບັນດາ​ອົງການ​ລັດ​ຕັ້ງ​ແຕ່​ສູນ​ກາງ​ຈົນ​ເຖິງ​ທ້ອງ​ຖິ່ນ ​ໄດ້​ຖືກຈັດຕັ້ງຢ່າງແໜ້ນໜາ, ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການຄຸ້ມ​ຄອງ​ຂອງ​ລັດ ​ແລະ ສັງຄົມ, ລວມທັງ​ອົງການ​ທີ່ປະຕິບັດອຳນາດນິຕິບັນຍັດ (ສະພາ​ແຫ່ງ​ຊາດ), ປະທານ​ປະ​ເທດ, ອົງການທີ່ປະຕິບັດອຳນາດບໍລິຫານ (ລັດຖະບານ)​, ອົງການ​ທີ່​ປະຕິບັດອຳນາດຕຸລາການ (ສານ​ປະຊາຊົນ), ລະບົບ​ອົງການ​​ໄອ​ຍະການ​ປະຊາຊົນ, ອົງການກວດສອບຂອງລັດ, ລະບົບ​ອົງການອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ (ສະພາ​ປະຊາຊົນ ​ແລະ ຄະນະກຳມະ​ການ​ປົກຄອງ​ປະຊາຊົນ) ​ໃນຂັ້ນ​​ແຂວງ, ເມືອງ ແລະ ຕາ​ແສງ. ​ໃນ​ບາງ​ທ້ອງ​ຖິ່ນ​ເຊັ່ນ ຮ່າ​ໂນ້ຍ, ນະຄອນ​ໂຮ່ຈີ​ມິນ, ນະຄອນ​ດາ​ນັ້ງ ​ໄດ້​ຈັດ​ຕັ້ງ ຫຼື ທົດ​ລອງຮູບ​ແບບ​ການຈັດ​ຕັ້ງອຳນາດ​ການ​ປົກຄອງ​ຕົວ​ເມືອງ. ພ້ອມ​ກັນ​ນັ້ນ, ຖັນ​ແຖວ​ພະນັກງານ ລັດຖະກອນ ພາລະກອນ ​ແລະ ​ແຫຼ່ງພະລັງ​ການ​ເງິນ ກໍ​ເປັນເງື່ອນ​ໄຂ​ເພື່ອ​ຮັບປະກັນ​ຄວາມ​ສາມາດ​ພຽງພໍ​ໃນ​ການ​ປະຕິບັດ​ໜ້າ​ທີ່​ການ​ເມືອງ ​ແລະ ວິຊາ​ສະ​ເພາະ​ທີ່​ໄດ້​ຮັບ​ມອບ​ໝາຍ. 

ກຳ​ແໜ້ນ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ບົນ​ພື້ນຖານລັດຖະທຳ​ມະນູນ​ປີ 1992 (ສະບັບ​ແກ້​ໄຂ ​ເພີ່ມ​ເຕີມ​ປີ 2001) ກ່ອນ​ນີ້ ​ແລະ ລັດຖະທຳ​ມະນູນ​ປີ 2013, ຫວຽດນາມ​ໄດ້​ສ້າງລະບົບ​ກົດໝາຍພື້ນຖານທີ່ສົມບູນ ຄົບ​ຊຸດ ​ແລະ ​ເປັນ​ເອກະ​ພາບ, ສ້າງ​ແລວ​ທາງ​ດ້ານ​ກົດ​ໝາຍ​​ເພື່ອ​ພັດທະນາ​ເສດຖະກິດ - ສັງຄົມ, ຮັກສາສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຮັບ​ປະກັນ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ໝັ້ນຄົງ, ຍູ້​ແຮງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ​ເຖິງ​ປະຈຸ​ບັນ, ຄຽງ​ຄູ່​ກັນກັບບັນດາ​ກົດໝາຍທີ່​ສຳຄັນ​ຂອງ​ປະ​ເທດ​ເຊັ່ນ: ປະມວນ​ກົດໝາຍ​ແພ່ງ, ປະມວນກົດໝາຍ​ວ່າ​ດ້ວຍ​ການ​ດຳເນີນ​ຄະດີ​ແພ່ງ, ປະມວນ​ກົດໝາຍ​ອາຍາ, ປະມວນກົດໝາຍ​ວ່າ​ດ້ວຍ​ການ​ດຳເນີນ​ຄະດີ​ອາຍາ, ກົດ​ໝາຍການ​ຄ້າ, ກົດໝາຍ​ວິ​ສາ​ຫະກິດ, ກົດໝາຍ​ການ​ລົງທຶນ, ກົດໝາຍ​ແຮງ​ງານ, ກົດໝາຍ​ວ່າ​ດ້ວຍ​ການຈັດການ​ກັບ​ການລະ​ເມີດທາງ​ປົກຄອງ, ກົດໝາຍ​ວ່າ​ດ້ວຍ​ວິທີ​ພິຈາລະນາ​ຄວາມ​ປົກຄອງ, ຂົງ​ເຂດ​ເສດ​ຖະ​ກິດ-ສັງ​ຄົມ​ສ່ວນ​ໃຫຍ່​ມີ​ເອ​ກະ​ສານທາງ​ກົດ​ຫມາຍທີ່​ຄວບ​ຄຸມ. ຄຽງ​ຄູ່​ກັບ​ລະ​ບົດ​ກົດໝາຍ​ນີ້ ແມ່ນມີຊຸດເອກະສານ ຄຳແນະນໍາການບັງຄັບໃຊ້ທີ່ຈໍາເປັນ ​​​ເພື່ອ​ສ້າງ​ພື້ນຖານທາງ​ກົດໝາຍ​ທີ່​ໝັ້ນຄົງ ໃຫ້​ປະຊາຊົນ​ປະຕິບັດ​ສິດ​ເປັນ​ເຈົ້າ​ຂອງ ​ແລະ ​ໃຫ້​ລັດປະຕິບັດ​ບົດບາດ​ຄຸ້ມ​ຄອງ​ສັງຄົມ. ອາດ​ຈະ​ເວົ້າ​ໄດ້​ວ່າ, ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ນັ້ນ​​ ແມ່ນ​ຂໍ້​ພິສູດທີ່​ເປັນ​ຮູບ​ປະ​ທຳ​ວ່າ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ກຳລັງຮ່ຳຮຽນ, ປະຕິບັດ​ຕາມ ​ແລະ ໝູນ​ໃຊ້​ຢ່າງ​ປະດິດສ້າງ ​ມໍລະດົກ​ແນວ​ຄິດທີ່​ປະທານ​ໂຮ່ຈີ​ມິນສ້າງ​ໄວ້, ​ໃນ​ນັ້ນ​ມີ​ມໍລະດົກ​ກ່ຽວ​ກັບ​ລັດ​ແລະ​ກົດໝາຍ.

​​ຢ່າງ​​ໃດ​ກໍ​ຕາມ, ຂະ​ບວນການ​ກໍ່ສ້າງ ​ແລະ ປ້ອງ​ກັນ​ປະ​ເທດ​ໃນ​ປະຈຸ​ບັນ ພວມ​ວາງ​ຄວາມ​ຕ້ອງການ​​ໃໝ່ໃນ​ຂະ​ບວນການ​ພັດທະນາ​ເສດຖະກິດ-ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ໝັ້ນຄົງ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ມັນ​ຮຽກຮ້ອງ​ໃຫ້​ວຽກ​ງານ​ກໍ່ສ້າງ​ແລະ​ປັບປຸງ​ບູລະນະ​ ລັດ​ແຫ່ງອຳນາດ​ກົດໝາຍ​ສັງຄົມ​ນິຍົມຫວຽດນາມ, ວຽກ​ງານ​ກໍ່ສ້າງ​ແລະ​ປັບປຸງ​ບູລະນະລະບົບ​ກົດໝາຍ ​ແລະ ການຈັດ​ຕັ້ງ​ປະຕິບັດ​ກົດໝຍ, ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຄວາມ​ຫຍໍ້​ທໍ້​ເລວ​ຊາມ, ການຕ້ານອາດຍາ​ສິດຟຸມ​ເຟືອຍ ຕ້ອງ​ມີ​ບາດກ້າວ​ພັດທະນາ​ທີ່​ໜັກ​ແໜ້ນ​ກວ່າອີກ. ກົງຈັກ​ແຫ່ງ​ລັດ​ໃນ​ບາງ​ບ່ອນ​ບໍ່​ໄດ້​ຈັດ​ຕັ້ງ​ຢ່າງ​ຖືກ​ຕ້ອງ​, ​ປະ​ສິດ​ທິພາບ​ແລະປະສິດທິ​ຜົນ​ບໍ່​ສູງ, ລະບຽບ​ການ​ບໍລິຫານ​ໃນ​ຫຼາຍ​ຂົງ​ເຂດຍັງຫຍຸ້ງຍາກ; ຄວາມ​ສາມາດ, ຄຸນ​ນະພາ​ບ​ ແລະ ສະຕິລະບຽບ​ວິ​ໄນ​ ຂອງ​ພະນັກງານ ລັດຖະກອນ ພາລະ​ກອນ​ສ່ວນ​ໜຶ່ງ​​ ບໍ່​ໄດ້​ຕາມ​ຄວາມ​ຕ້ອງການ; ຍັງ​ມີ​ສະພາບ​ການ​ລົບ​ກວນ, “ສໍ້​ລາດ​ບັງ​ຫຼວງມຸ່ນຍ່ອຍ”, ສ້າງຄວາມອຸກອັ່ງໃຫ້ກັບປະຊາຊົນ ແລະ ວິ​ສາ​ຫະກິດ, ການ​ເຄົາລົບກົດໝາຍບໍ່ສູງ, ລະບຽບ​ວິ​ໄນ​ຢູ່​ຫຼາຍ​ແຫ່ງບໍ່​ເຂັ້ມ​ງວດ. ນີ້​ແມ່ນ​ບັນດາ​ບັນຫາ​ທີ່​ຕ້ອງການ​ໝູນ​ໃຊ້ແນວ​ຄິດ​ໂຮ່ຈີ​ມິນກ່ຽວ​ກັບ​ລັດ​ແລະ​ກົດໝາຍ ​ເພື່ອ​ຈັດການ​ແກ້​ໄຂ ປັບ​ປ່ຽນ, ​ໂດຍ​ສະ​ເພາະ​ໃນ​ການ​ກໍ່ສ້າງ​ແລະປັບປຸງ​ບູລະນະ ​ລັດ​ແຫ່ງອຳນາດ​ກົດໝາຍ​ສັງຄົມ​ນິຍົມຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ເພື່ອ​ປະຊາຊົນ, ພາຍ​ໃຕ້​ການນຳພາ​ຂອງ​ພັກ, ປະຕິ​ຮູບ​ກົດໝາຍ, ປະຕິ​ຮູບ​ການ​ບໍລິຫານ, ປະຕິ​ຮູບ​ຕຸລາການ, ຊຸກຍູ້​ວິຖີ​ຊີວິດ​ເຄົາລົບ​ນັບຖື​ກົດໝາຍ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ດ້ານ​ສິນ​ທຳ​ຂອງ​ຊາດ.

ສືບ​ຕໍ່​ໝູນ​ໃຊ້ແນວ​ຄິດ​ໂຮ່ຈີ​ມິນກ່ຽວ​ກັບ​ລັດ​ແລະ​ກົດໝາຍ
​ໃນ​ການ​ກໍ່ສ້າງ​ແລະ​ປັບປຸງ​ບູລະນະ​ລັ​ດ​ແຫ່ງ
ອຳນາດ​ກົດໝາຍ​ສັງຄົມ​ນິຍົມ​ຫວຽດນາມ

​ເລີ່ມຈາກ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພຶດຕິ​ກຳ​ຕົວ​ຈິງ, ສາມາດ​ເຫັນ​ໄດ້​ວ່າ, ​ເພື່ອ​ສືບ​ຕໍ່​ໝູນ​ໃຊ້ແນວ​ຄິດ​ໂຮ່ຈີ​ມິນກ່ຽວ​ກັບ​ລັດ​ແລະ​ກົດໝາຍ​ ເຂົ້າ​ໃນ​ຂະ​ບວນການ​ກໍ່ສ້າງ​ແລະ​ປັບປຸງ​ບູລະນະ ລັ​ດ​ແຫ່ງອຳນາດ​ກົດໝາຍ​ສັງຄົມ​ນິຍົມ​ຫວຽດນາມ ​ໃນ​ໄລຍະ​ຕໍ່​ໄປ, ຕ້ອງ​ປະຕິບັດ​ໜ້າ​ທີ່​ຈຸດ​ໜັກ​ໃຈກາງ​ຈຳນວນ​ໜຶ່ງ​ຕໍ່​ໄປ​ນີ້:

ທີ​ໜຶ່ງ, ສືບ​ຕໍ່​ໂຄສະນາ​ເຜີຍ​ແຜ່ ຊາບ​ຊຶມ ​ແລະ ໝູນ​ໃຊ້ແນວ​ຄິດ​ໂຮ່ຈີ​ມິນກ່ຽວ​ກັບ​ລັດ​ແລະ​ກົດໝາຍ​ເວົ້າ​ສະ​ເພາະ ​ແລະ ແນວ​ຄິດ​ໂຮ່ຈີ​ມິນ​ເວົ້າ​ລວມ ​ໃນ​ຖັນ​ແຖວ​ພະນັກງານ ລັດຖະກອນ ພາລະ​ກອນ ​ແລະ ບັນດາ​ຊັ້ນ​ຄົນ​ປະຊາຊົນ ​ເພື່ອ​ໃຫ້​ແນວ​ຄິດ​ນີ້​ຊຶມ​ເລິກ​ເຂົ້າ​ໄປ​ໃນຄວາມ​ຮັບ​ຮູ້​ແລະ​ການ​ກະທຳ​ຂອງພະນັກງານ ລັດຖະກອນ ພາລະ​ກອນ ​ແລະ ປະຊາຊົນ​ທຸກ​ຄົນ. ຮັບປະກັນ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ບົດ​ສະຫຼຸບສະບັບ​ທີ 01-KL/TW, ລົງ​ວັນ​ທີ 18 ພຶດສະພາ 2021, ຂອງ​ກົມ​ການ​ເມືອງ​ສູນ​ກາງພັກ, “ກ່ຽວ​ກັບ​ການ​ສືບ​ຕໍ່​ປະຕິບັດ​ຄຳ​ສັ່ງ​ເລກທີ 05-CT/TW, ຂອງ​ກົມ​ການ​ເມືອງ​ສູນ​ກາງພັກ “ກ່ຽວ​ກັບ​ການ​ຍູ້​ແຮງ​ການຮ່ຳຮຽນ​ ແລະ ປະຕິບັດ​ຕາມ​ແນວ​ຄິດ ຄຸນສົມບັດ ​ແລະ ​ແບບ​ແຜນ​ໂຮ່ຈີ​ມິນ””. ແນວ​ຄິດ​ໂຮ່ຈີ​ມິນກ່ຽວ​ກັບ​ລັດ​ແລະ​ກົດໝາຍຕ້ອງ​ໄດ້​ສະ​ແດງ​ອອກ​ຢ່າງ​ເປັນ​ລະບົບ ຮອບດ້ານ ​ແລະ ຄົບ​ຖ້ວນ​ກວ່າ​ອີກ​ ໃນປຶ້ມຫຼັກ​ສູດ​ການ​ສຶກສາ​ກ່ຽວ​ກັບລັດແລະກົດໝາຍ ທີ່​ໄດ້​ສິດສອນ​ຢູ່​ສະ​ຖາ​ບັນ​ຝຶກ​ອົບຮົມ​ການ​ເມືອງ, ກົດໝາຍ, ການ​ປົກຄອງ ​ແລະ ​ໃນ​ປຶ້ມ​ຫຼັກສູດ​ການ​ສຶກສາແນວ​ຄິດ​ໂຮ່ຈີ​ມິນທີ່​ໄດ້​ສິດສອນ​ຢູ່​ໃນ​ລະບົບ​ການ​ສຶກສາ​ແຫ່ງ​ຊາດຂອງ​ປະ​ເທດ​ເຮົາ​ໃນ​ໄລຍະ​ເວລາ​ທີ່​ຈະ​ມາ​ເຖິງ.

ທີ​ສອງ, ສືບ​ຕໍ່​ຍູ້​ແຮງ​ການ​ກໍ່ສ້າງ​ແລະ​ປັບປຸງ​ພັກຕາມ​ຈິດ​ໃຈ​​ມະຕິຂອງກອງ​ປະຊຸມ​ສູນ​ກາງພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XI ​ແລະ​ສະ​ໄໝ​ທີ XII, ​ເພື່ອ​ຍົກ​ສູງ​ອິດ​ທິພົນ ​ແລະ ປັບປຸງ​ຖານະຕຳແໜ່​ງ ​ແລະ ບົດບາດນຳພາ, ກຳອຳນາດ​ຂອງ​ພັກ​ ຕໍ່ລັດ​ແລະ​ສັງຄົມ. ​ເສີມ​ຂະຫຍາຍ​ຢ່າງ​ຖືກ​ລະດັບ​ ບົດບາດນຳພາ, ກວດກາ, ຕິດຕາມ​ກວດກາ​ຂອງ​ຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ ​ແລະ ສະມາຊິກ​ພັກທີ່​ເຄື່ອນ​ໄຫວ​ຢູ່​ໃນ​ບັນດາ​ອົງການ​ຂອງ​ລັດ. ​ ​ເພີ່ມ​ທະວີ​ການ​ຝຶກ​ອົບຮົມຄຸນສົມບັດດ້ານ​ການ​ເມືອງ, ​ສິນ​ທຳ, ວິຖີ​ຊີວິດຂອງ​ຖັນ​ແຖວ​ພະນັກງານ ລັດຖະກອນ ພາລະ​ກອນ, ຮັບປະກັນ​ໃຫ້​ຖັນ​ແຖວ​ນີ້​ຊາບ​ຊຶມ​ຄຸນສົມບັດ​ປະຕິວັດຢ່າງ​ເລິກ​ເຊິ່ງ ​ແລະ ​ເປັນ​ແບບຢ່າງ​ໃນ​ການ​​ເຄົາລົບ, ປະຕິບັດ​ຕາມກົດໝາຍ. ຍູ້​ແຮງ​ການ​ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຄວາມ​ຫຍໍ້​ທໍ້​ເລວ​ຊາມ; ລົບ​ລ້າງ​ຄວາມ​ສົງ​ໃສ​ວ່າ​, ການ​ຍູ້​ແຮງ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຄວາມ​ຫຍໍ້​ທໍ້​ເລວ​ຊາມນັ້ນ ​ຈະ​ເປັນ​ການກີດ​ກັ້ນ​ການ​ພັດທະນາ, ຍຸບ​ຍອບ​ຄວາມ​ຄິດ​ສ້າງສັນ​ຂອງ​ແຕ່​ລະບຸ​ກຄົນ; ການ​ເອົາ​ຊະນະ​ຄວາມ​ຄິດ​ຢ້ານທີ່​ຍັງ​ມີຫຼາຍ​ຢູ່​ໃນ​ການ​ຕໍ່ສູ້ ​ແລະ ການ​ກວດ​ສອບຄົ້ນ​ພົບ​ການ​ສໍ້​ລາດ​ບັງ​ຫຼວງ ຄວາມ​ຫຍໍ້​ທໍ້​ເລວ​ຊາມ ​ຢູ່​ໃນ​ອົງການ​ແລະໜ່ວຍ​ງານ​ຂອງ​ລັດ. ສືບ​ຕໍ່​ຄົ້ນຄວ້າ​ປັບປຸງບູລະນະກົນ​ໄກ​ເສີມ​ຂະຫຍາຍບົດບາດ​ຂອງ​ປະຊາຊົນ ​ແລະ ຂອງ​ບັນດາ​ອົງການ​ຜູ້ຕາງໜ້າປະຊາຊົນ​ໃນ​ການ​ປ້ອງ​ກັນ​ແລະ​ຕ້ານການ​ສໍ້​ລາດ​ບັງ​ຫຼວງ ຄວາມ​ຫຍໍ້​ທໍ້​ເລວ​ຊາມ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ການ​ຕິດຕາມ​ກວດກາ, ການກວດ​ສອບ​ຄົ້ນ​ພົບ, ການ​ປະນາມ​ການ​ສໍ້​ລາດ​ບັງ​ຫຼວງ ຄວາມ​ຫຍໍ້​ທໍ້​ເລວ​ຊາມ.

ທີ​ສາມ, ສືບ​ຕໍ່ປັບປຸງລະບຽບ​ລະບອບ​ການ​ປະ​ຕິ​ບັດ​ປະ​ຊາ​ທິ​ປະ​ໄຕ​ໃຫ້​ສົມ​ບູນ​ແບບ​ຕາມ​ຈິດ​ໃຈ​ຂອງ​ໂຄງການ​ການ​ເມືອງ​ກໍ່ສ້າງ​ປະ​ເທດ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສຸ່ລັດທິ​ສັງຄົມ​ນິຍົມ (ສະບັບ​ປັບປຸງ, ພັດທະນາ​ປີ 2011) ​ແລະ ລັດຖະທຳມະນູນ​ປີ 2013. ປັບປຸງ​ສາຍ​ພົວພັນ​ທີ່​ສະໜິດ​ແໜ້ນ​ລະຫວ່າງພັກ, ລັດ ກັບປະຊາຊົນ. ຊາບ​ຊຶມຢ່າງ​ແທ້​ຈິງຄຳສອນ​ຂອງ​ປະທານ​ໂຮ່ຈີ​ມິນ​ທີ່​ວ່າ: “ຢ່າຫ່າງອອກຈາກປະຊາຊົນ. ຫ່າງ​ເຫີ​ນຈາກ​ປະຊາຊົນ​ຈະ​ຖືກ​ໂດດດ່ຽວ. ຄວາມໂດດດ່ຽວຈະພາ​ໃຫ້ລົ້ມເຫຼວຢ່າງ​ແນ່ນອນ”(32). ປະຕິບັດ​ບັນດາ​ຮູບ​ແບບ​ປະຊາທິປະ​ໄຕ​ໂດຍ​ກົງ​ ແລະ ປະຊາທິປະ​ໄຕ​ແບບ​ຕົວ​ແທນ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ພາກ​ຕົວ​ຈິງ (​ລວມທັງ​ປະຊາທິປະ​ໄຕ​ຢູ່​ຮາກ​ຖານ). ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ຂອງ​ປະຊາຊົນ​ໃນ​ການປະຕິບັດ​ປະຊາທິປະ​ໄຕ ​ແລະ ການ​ກໍ່ສ້າງ​ກົງຈັກ​​ແຫ່ງ​ລັດ​ໃຫ້​ສະອາດ​ປອດ​ໃສ, ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ. ນີ້​ກໍ່​ແມ່ນ​ການ​ໝູນ​ໃຊ້ແນວ​ຄິດ​ໂຮ່ຈີ​ມິນກ່ຽວ​ກັບ​ລັດ​ແລະ​ກົດໝາຍ ​ໃນ​ພຶດຕິ​ກຳ​ຕົວ​ຈິງ, ຍ້ອນ​ວ່າ: “ຄຳວ່າ ປະຊາຊົນ ​ແມ່ນຈຸດ​ເຕົ້າ​ໂຮມ​ຄວາມ​ຄິດ ​ແລະ ການ​ກະທຳ​ທັງ​ໝົດ​ໃນພາລະກິດ​ຂອງ​ໂຮ່ຈີ​ມິນ, ​ແມ່ນທັງໝົດໃນຊີວິດຂອງ ໂຮ່ຈີມິນ. ໃນ​ພາ​ສາຂອງ​ໂຮ່​ຈິ​ມິນ​, ໃນ​ຄໍາ​ສັບ​ຂອງ​ເພິ່ນ, ຄຳວ່າ ປະຊາຊົນ ຖືກນໍາ​ໃຊ້​ຫຼາຍ​ທີ່​ສຸດ, ມີຄວາມຖີ່ສູງສຸດ. ​ເພິ່ນ​ກ່າວ​ເຖິງ​ສິນ​ທຳ​ແຫ່ງ​ການ​ເປັນ​ມະນຸດ, ​ເພີ່ນ​ຄົ້ນ​ພົບ​ເສັ້ມທາງ​ປະຕິວັດ​ກໍ​ເພື່ອ​ວາງ​ໂຄງການ​ຂົນຂວາຍ​ເພື່ອ​ປະຊາຊົນ. ດັ່ງ​ນັ້ນ, ​ເພິ່ນ​ໄດ້​ອຸທິດ​ຊີວິດ ​ແລະ ພາລະກິດ​ທັງ​ໝົດ​ເພື່ອ​ປະຕິບັດ​ປັດຊະຍາ​​​ໃກ້ຊິດ​ຮັກ​​ແພງ​ປະຊາຊົນ”(33). ປະທານ​ໂຮ່ຈີ​ມິນ​ເຄີຍ​ໄດ້​ຢືນຢັນ​ວ່າ: “ເມື່ອ​ປະ​ຊາ​ທິ​ປະ​ໄຕ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ເຕັມ​ທີ່​ ​ເຮົາຈະ​ສາ​ມາດ​​ລະ​ດົມ​ກຳ​ລັງ​ປະ​ຊາ​ຊົນທັງ​ໝົດ​ເພື່ອ​ນຳ​ການ​ປະ​ຕິ​ວັດ​ໄປ​ຂ້າງ​ໜ້າ​”(34).

ທີ​ສີ່, ສືບ​ຕໍ່​ຍູ້​ແຮງ​ການ​ກໍ່ສ້າງ ​ແລະ ປັບປຸງ​ບູລະນະ ລັ​ດ​ແຫ່ງອຳນາດ​ກົດໝາຍ​ສັງຄົມ​ນິຍົມ​ຫວຽດນາມ ​​ໂດ​ຍພັກ​ກອມ​ມູນິດ​ຫວຽດນາມນຳພາ, ຮັກສາ​ທາດ​ແທ້​​ປະຊາຊົນ ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ​ຂອງ​ລັດ. ກຳນົດພາລະ​ໜ້າ​ທີ່ ສິດ​ຂອບ​ເຂດ ​ແລະ ຄວາມ​ຮັບຜິດຊອບ ລະຫວ່າງ​ບັນດາ​ອົງການ​ຂອງ​ລັດ ໃນ​ການ​ປະຕິບັດ​ບັນດາອຳນາດ​ນິຕິບັນຍັດ, ອຳນາດ​ບໍລິຫານ ​ແລະ ອຳນາດ​ຕຸລາການ. ​ເພີ່ມ​ທະວີ​ຄວາມ​ເປີດ​ເຜີຍ ​ໂປ່​ງ​ໃສ ​ແລະ ຄວາມ​ຮັບຜິດຊອບ​ໃນ​ການ​ອະທິບາຍ​ລາຍ​ງານ ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ລະບົບ​ການ​ເມືອງ​ເວົ້າ​ລວມ ​ແລະ ຂອງ​ກົງຈັກ​​ແຫ່ງ​ລັດ​ເວົ້າສະ​ເພາະ. ຮັບປະກັນ​ປະສິດທິພາບ ​ແລະ ປະສິດທິ​ຜົນຂອງ​ກົນ​ໄກຄວບ​ຄຸມອຳນາດລັດ, ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາຈາກ​ຝ່າຍ​ປະຊາຊົນ​ຕໍ່​ການ​ເຄື່ອນ​ໄຫວຂອງ​ບັນດາ​ອົງການ​ໃນ​ກົງຈັກ​ຂອງ​ລັດ. ການຈັດ​ຕັ້ງ​ຮູບ​ແບບການ​ປົກຄອງ​ທ້ອງຖິ່ນ​ທີ່​ສົມ​ເຫດ​ສົມ​ຜົນ ​ໂດຍ​ຄຳນຶງ​ເຖິງ​ຄວາມ​ແຕກ​ຕ່າງ​ກັນ ​ລະຫວ່າງ​ຊົນນະບົດ ​ແລະ ຕົວ​ເມືອງ. ສືບ​ຕໍ່​ປັບປຸງ​ບູລະນະ​ກົນ​ໄກຕິດ​ຕາມ​ກວດກາ​ພະນັກງານ ສະມາຊິກ​ພັກ ລັດຖະກອນ ຈາກ​ບັນດາອົງການ​ລັດ, ອົງການ​ການ​ເມືອງ-ສັງຄົມ, ​ໂດຍ​ສະ​ເພາະ​ແມ່ນ​ຈາກ​ອົງການ​ຈັດ​ຕັ້ງ​ພັກ, ຮັບປະກັນ​ການ​ປ້ອງ​ກັນ​ ແລະ ​ແກ້​ໄຂ​ຜ່ານພົ້ນຄວາມ​ເສື່ອ​ມ​ໂຊມ​ໃນ​ພັກ. ​ໃນ​ສະ​ເພາະ​ໜ້າ, ຕ້ອງ​ປະຕິບັດ​ຢ່າງ​ຖືກຕ້ອງ​ແລະ​ຄົບ​ຖ້ວນ ບັນດາ​ທິດ​ທາງ​ໃຫຍ່​ຂອງ​ພັກ​ກ່ຽວ​ກັບການ​ສ້າງ​​ແລະ​ປັບປຸງ​ບູລະນະ​ ລັດ​ແຫ່ງອຳນາດ​ກົດໝາຍສັງຄົມ​ນິບົມຫວຽດນາມ ທີ່​ສະ​ແດງ​ອອກ​ໃນ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ.

ທີ​ຫ້າ, ສືບ​ຕໍ່​ໝູນ​ໃຊ້ແນວ​ຄິດ​ໂຮ່ຈີ​ມິນຢ່າງ​ປະດິດ​ສ້າງ ​ໃນ​ການ​ສ້າງ​ຖັນ​ແຖວ​ພະນັກງານ ລັດຖະກອນ ພາລະ​ກອນຢູ່​ປະ​ເທດ​ເຮົາ​ໃນ​ປະຈຸ​ບັນ. ບັນດາ​ການ​ນຳ​ທຸກ​ຂັ້ນ​ຕ້ອງ​ຊາບ​ຊຶມ​​ແນວ​ຄິດ​ໂຮ່ຈີ​ມິນຢ່າງ​ເລິກ​ເຊິ່ງ ​ແລະ ​ເດັດດ່ຽວ​ປະຕິບັດ​ຕາມ​​ແນວ​ຄິດຂອງ​ລຸງ​ໂຮ່ ກ່ຽວ​ກັບ “ການນຳ​ໃຊ້​ພະນັກງານ​ຢ່າງ​ສະຫຼາດ”. ກ່ອນ​ອື່ນ​ໝົດ, ຜູ້ນຳ​ບັນດາ​ອົງການ, ໜ່ວຍ​ງານ​ໃນ​ກົງຈັກ​ຂອງ​ລັດ ​ແລະ ​ໃນ​ລະບົບ​ການ​ເມືອງ ຕ້ອງ​ປະຕິບັດ​​ຈຸດຕ່າງໆ​ດັງ​ນີ້: “​ເຮັດ​ໃຫ້​ພະນັກງານກ້າ​ເຮັດ, ກ້າ​ສະ​ເໜີ​ຄວາມ​ເຫັນ... ​ເຮັດ​ໃຫ້​ພະນັກງານມີ​ຄວາມ​ຮັບຜິດຊອບ, ກ້າ​ເຮັດ​ວຽກ... ບໍ່ໂອ້ອວດ, ຍົກຍ້ອງຕົນເອງ, ​ແຕ່​ຕ້ອງ​ຮັບ​ຟັງ, ຕ້ອງ​ຖາມ​ຄວາມ​ເຫັນ​ຂອງ​ຂັ້ນ​ລຸ່ມ... ຕ້ອງ​ກ້າສົ່ງ​ເສີມ​ພະນັກງານ - ການເລື່ອນຂັ້ນພະນັກງານຕ້ອງ​ເພື່ອ​ວຽກ​ງານ, ອີງ​ໃສ່​ຄວາມ​ເກັ່ງ​ກ້າ​ສາມາດຂອງ​ພະນັກງານ, ​ເພື່ອຊຸກຍູ້ໃຫ້ສະຫາຍອື່ນໆມີຄວາມກະຕືລືລົ້ນ”(35).

ທີ​ຫົກ, ຕ້ອງ​​ເຊື່ອມ​ຊຶມແນວ​ຄິດ​ໂຮ່ຈີ​ມິນຢ່າງ​ເລິດ​ເຊິ່ງກວ່າ​ອີກ ​ໃນ​ການ​ກໍ່ສ້າງ​​ແລະ​ປັບປຸງ​ກົດໝາຍ​ໃຫ້​ສົມບູນ, ດ້ວຍ​ຈິດ​ໃຈ “ສິ່ງ​ໃດ​ເປັນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ເຮົາ​ຕ້ອງ​ເຮັດ​ໃຫ້​​ດີ​ທີ່​ສຸດ, ສິ່ງ​​ໃດທີ່​ເປັນ​ອັນຕະລາຍ​ຕໍ່​ປະຊາຊົນ​​ເຮົາ​ຕ້ອງ​ຫຼີກ​ລ່ຽງ​ເດັດຂາດ(36), ຮີບ​ດ່ວນ​ໃນ​ການ​ສ້າງ​ລະບົບ​ກົດໝາຍ​ຫວຽດນາມທີ່​ເປັນ​ເອກະ​ພາບ ຄົບ​ຊຸດ ​ເປັນ​ໄປ​ໄດ້ ​ເປີດ​ເຜີຍ ​ໂປ່​ງ​ໃສ ໝັ້ນຄົງ ​ເຂົ້າ​ເຖິງ​ງ່າຍດ້ວຍ​ຄ່າ​ໃຊ້​ຈ່າຍ​ຕ່ຳ, ມີ​ປະສິດທິພາບ​ແລະປະສິດທິ​ຜົນ​ສູງ, ມີ​ຄວາມ​ສາມາດ​ແຂ່ງຂັນ​ສາກົນ, ຖື​ເອົາ​ສິດ​ແລະ​ຜົນ​ປະ​ໂຫຍ​ດອັນ​ຊອບ​ດ້ວຍ​ກົດໝາຍຂອງ​ປະຊາຊົນ​ເປັນ​ໃຈກາງ, ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່ ປະດິດ​ສ້າງ, ຮັບປະກັນ​ຄວາມ​ຕ້ອງການ​ພັດທະນາ​ແບບ​ຍືນ​ຍົງທາງ​ດ້ານ​ເສດຖະກິດ - ສັງຄົມ ​ແລະ ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ໝັ້ນຄົງ​ໃນ​ເງື່ອນ​ໄຂ​ໃໝ່. ສືບ​ຕໍ່ປັບປຸງ​ບູລະນະ​ລະບຽບ​ລະບອບ​ກ່ຽວ​ກັບ​ລັດ​ແຫ່ງອຳນາດ​ກົດໝາຍສັງຄົມ​ນິຍົມ, ​ເອົາ​ໃຈ​ໃສ່​ເຖິງ​ການ​ຮັບ​ປະ​ກັນສິດທິມະນຸດ, ​ເສີມ​ຂະຫຍາຍ​ສິດ​ເສລີພາບ, ປະຊາທິປະ​ໄຕ​ຂອງ​ປະຊາຊົນ​ທີ່ໄດ້​ຮັບ​ການວາງ​ອອກ​ມາ​ໃນບັນດາ​ແຜນ​ນະ​ໂຍບາຍ, ມະຕິ​ຂອງ​ພັກ ​ແລະ ລັດຖະທຳມະນູນ​ປີ 2013, ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ. ສືບ​ຕໍ່​ຍູ້​ແຮງ​ການ​ປະຕິ​ຮູບ​ການ​ບໍລິຫານ ​ແລະ ປະຕິ​ຮູບຕຸລາການ, ​ເດັດດ່ຽວ​ແລະ​ໝັ້ນ​ໜຽວ​ໃນ​ການປະຕິບັດ​ບັນດາ​ວິທີ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຄວາມ​ຫຍໍ້​ທໍ້​ເລວ​ຊານ, ຮັບປະກັນ​ການ​ກໍ່ສ້າງ​ກົງຈັກ​​ແຫ່ງ​ລັດທີ່​ສະອາດ​ປອດ​ໃສ, ​ດໍາ​ເນີນ​ງານຢ່າງ​ສະດວກ​ດີ, ມີ​ປະສິດທິພາບ​ແລະ​ປະສິດທິ​ຜົນ ​ເພື່ອ​ປະຊາຊົນ. ສືບ​ຕໍ່​ຜັນ​ຂະຫຍາຍ​​ບັນດາ​ເອກະສານ​ນິຕິ​ກຳ​ກ່ຽວ​ກັບ​ມາດຖານຄຸນສົມບັດ​ປະຕິວັດ​ຕາມແນວ​ຄິດ​ໂຮ່ຈີ​ມິນ​ ຢ່າງ​ຄົບ​ຖ້ວນ​ແລະ​ເລິກ​ເຊິ່ງ ​ເພື່ອ​ໃຫ້ບັນດາມາດຕະຖານ​ຄຸນສົມບັດ​ປະຕິວັດນັ້ນ ນັບ​ມື້​ນັບຊຶມ​ເລິກ​ເຂົ້າ​ໄປ​ໃນ​ພຶດຕິ​ກຳ​ປະຈຳ​ວັນ​ຂອງ​ພະນັກງານ ລັດຖະກອນ ພາລະ​ກອນ ​ເມື່ອ​ປະຕິບັດ​ໜ້າ​ທີ່​ແລະ​ຄວາມ​ຮັບຜິດຊອບ​ທີ່​ໄດ້​ຮັບ​ມອບ​ໝາຍ.

ຕັ້ງໜ້າ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ ​ແລະ ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ຫວຽດນາມ​ເຖິງ​ປີ 2030 ​ແລະ ວິ​ໄສ​ທັດ​ເຖິງ​ປີ 2045 ດ້ວຍ​ຫຼາຍ​ແຜນ​ນະ​ໂຍບາຍ, ທິດ​ທາງ​ໃຫຍ່​ນັ້ນ ​ແມ່ນ​​ໂອກາດ​ເພື່ອ​ໃຫ້​ຜູ້​ກຳນົດນະ​ໂຍບາຍ, ຜູ້​ອອກ​ກົດໝາຍ ​ແລະ ​ຜູ້​ປະຕິບັດ​ກົດໝາຍ​ ນຳ​ເອົາ​ແນວ​ຄິດ​ໂຮ່ຈີ​ມິນກ່ຽວ​ກັບ​ລັດ​ແລະ​ກົດໝາຍ​ ໝູນ​ໃຊ້ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ຂອງ​ຕົນ. ​ແນ່ນອນ​ວ່າ, ແນວ​ຄິດ​ໂຮ່ຈີ​ມິນກ່ຽວ​ກັບ​ລັດ​ແລະ​ກົດໝາຍ ​ໄດ້, ກຳລັງ ​ແລະ ຈະ​ສ່ອງ​ແສງສະຫວ່າງ​ຕະຫຼອດ​ການ ໃຫ້​ແກ່ຂະ​ບວນການ​ສ້າງ​ແລະ​ປັບປຸງ​ບູລະນະ ລັ​ດ​ແຫ່ງອຳນາດ​ກົດໝາຍ​ສັງຄົມ​ນິຍົມ​ຫວຽດນາມ ທີ່​ເປັນ​ຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ແລະ ​ເພື່ອປະຊາຊົນ./.  

-------------------

(1) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ 10, ໜ້າ 453.

(2) ລັດຖະທຳ​ມະນູນ​ຂອງ​ຫວຽດນາມ​ໃນ​​ບັນດາໄລຍະ (ລັດຖະທຳມະນູນສະບັບ​ປີ 1946, 1959, 1980, 1992, 2013), ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2019, ໜ້າ 8.

(3) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 4, ໜ້າ 51 – 52.

(4) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 6, ໜ້າ 232.

(5) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 4, ໜ້າ 64 – 65.

(6) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 10, ໜ້າ 572.

(7) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 4, ໜ້າ 175.

(8) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 8, ໜ້າ 274.

(9) ຖ໊າ​ຍຫວິ​ງຖັ໊ງ: ປະຫວັດ​ຊາດ​ການ​ສ້າງລັດຖະທຳ​ມະນູນ​ຫວຽດນາມ, ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 1997, ໜ້າ 26.

(10) ລັດຖະທຳ​ມະນູນ​ຂອງ​ຫວຽດນາມ​ໃນ​​ບັນດາໄລຍະ (ລັດຖະທຳມະນູນສະບັບ​ປີ 1946, 1959, 1980, 1992, 2013), ປຶ້ມ​ທີ່​ໄດ້​ແນະນຳ, ໜ້າ 8.

(11) ດຳລັດເລກທີ 63/SL, ລົງວັນທີ 22 ພະຈິກ 1945, ຂອງ​ປະທານ​ລັດຖະບານ​ຊົ່ວຄາວ, “ກ່ຽວ​ກັບ​ການຈັດ​ຕັ້ງ, ສິດ​ຂອບ​ເຂດ ​ແລະ ວິທີ​ເຮັດ​ວຽກ​ຂອງ​ສະພາ​ປະຊາຊົນ ​ແລະ ຄະນະ​ກຳມະການປົກຄອງທຸກ​ລະດັບ”; ດຳລັດເລກທີ 77/SL, ລົງ​ວັນ​ທີ 21 ຕຸລາ 1945, “ກ່ຽວ​ກັບ​ການຈັດ​ຕັ້ງ, ສິດ​ຂອບ​ເຂດ, ການ​ແບ່ງ​ງານ ​ແລະ ວິທີ​ເຮັດ​ວຽກ​ຂອງສະພາ​ປະຊາຊົນ ​ແລະ ຄະນະ​ກຳມະການປົກຄອງຢູ່​ຕົວ​ເມືອງ​ຕ່າງໆ”; ກົດໝາຍ​ການຈັດ​ຕັ້ງອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນປີ 1958.

(12), (13), (14) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 5, ໜ້າ 309, 280, 290.

(15), (16), (17), (18) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 5, ໜ້າ 276, 278, 295 - 296, 297 – 301.

(19), (20) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 4, ໜ້າ 166, 168.

(21), (22), (23) ​ເບິ່ງ: ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 5, ໜ້າ 309 - 318, 318, 319.

(24) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 7, ໜ້າ 355.

(25) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 4, ໜ້າ 189.

(26) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 8, ໜ້າ 262.

(27), (28), (29), (30) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 4, ໜ້າ 21, 478, 481, 51.

(31) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XI, ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2011, ໜ້າ 70.

(32) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 5, ໜ້າ 278.

(33) ​ໂຕ​ຮູ​ຍ​ເຣື໊ອ, ຮວ່າງ​ຈີ໊ບ໋າ​ວ (ຫົວໜ້າ​ບັນນາທິການ): ຄົ້ນຄວ້າ​ທິດ​ສະ​ດີກາ​ນພັດທະນາ​ຂອງ​ຫວຽດນາມ​ໃນ​​ສະ​ໄໝ​ໂຮ່ຈີ​ມິນ, ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2018, ໜ້າ 426 – 427.

(34) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 12, ໜ້າ 376.

(35) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 5, ໜ້າ 319 – 322.

(36) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 4, ໜ້າ 51.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 977 (​ເດືອນ​ພະຈິກ 2021)