ບາງ​ບັນຫາ​ກ່ຽວ​ກັບ​ການ​ກໍ່ສ້າງ​ແລະປັບປຸງບູລະນະ​
ລັດ​ແຫ່ງ
ອຳນາດກົດໝາຍ​ສັງຄົມ​ນິຍົມຫວຽດນາມ

ໂດຍ ພົນເອກ ໂຕເລິມ
ກຳມະການກົມການເມືອງສູນກາງພັກ, ເລຂາທິການຄະນະພັກຕຳຫຼວດສູນກາງ, ລັດຖະມົນຕີກະຊວງຕຳຫຼວດ
08:31, 06-04-2022
ວກ. - ສືບ​ຕໍ່​ກໍ່ສ້າງ​ແລະປັບປຸງ​ບູລະນະ ລັດ​ແຫ່ງອຳນາດ​ກົດໝາຍສັງຄົມ​ນິຍົມ ​ແມ່ນ​ໜ້າ​ທີ່​ຈຸດ​ໜັກ​ໃຈກາງ ຂອງ​ການ​ປ່ຽນ​ແປງ​ໃໝ່​ລະບົບ​ການ​ເມືອງ​ຂອງ​ປະ​ເທດ​ເຮົາ​ ໃນ​ໄລຍະ​ປີ 2021-2030. ​ເພື່ອ​ບັນລຸ​ເປົ້າ​ໝາຍ​ແລະຄວາມຮຽກຮ້ອງຕ້ອງການທີ່ກຳນົດໄວ້ນັ້ນ ຮຽກຮ້ອງໃຫ້ມີວິທີການທາງ​ວິທະຍາສາດ ​ເປັນ​ແບບ​ສະບັບ ແລະ ກຳນົດ​ແນວທາງ​ການດຳເນີນງານທີ່ເໝາະສົມ ມີປະສິດທິຜົນ ແລະ ເປັນໄປໄດ້.

ກຳມະການກົມການເມືອງສູນກາງພັກ, ປະທານປະເທດ ຫງວຽນຊວັນຝຸກ ເປັນປະທານກອງປະຊຸມຄັ້ງທຳອິດ ຂອງຄະນະຊີ້ນຳການສ້າງໂຄງການ “ຍຸດທະສາດການກໍ່ສ້າງແລະປັບປຸງບູລະນະ ລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ ເຖິງປີ 2030, ກຳນົດທິດເຖິງປີ 2045” _ພາບ: ເອກະສານຂໍ້ມູນ

1- ທິດ​ສະ​ດີ​ແລະ​ປະຫວັດສາດ​ກ່ຽວ​ກັບ​ລັດ​ແລະ​ກົດໝາຍ​ໃຫ້​ເຫັນ​ວ່າ: ລັດ​ແຫ່ງອຳນາດ​ກົດໝາຍ ແມ່ນໜຶ່ງ​ໃນ​ບັນດາ​ຄຸນຄ່າ​ທົ່ວໄປ ຂອງມະນຸດຊາດ​ທີ່​ກ້າວໜ້າ, ​ເຊີດ​ຊູ​ກົດໝາຍ, ສະ​ແດງ​ຄວາມປະສົງ​ ແລະ ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ ​ຂອງ​ປະ​ຊາ​ຊົນກ່ຽວ​ກັບສັງຄົມ​ທີ່​ມີ​ປະ​ຊາ​ທິ​ປະ​ໄຕ ​ແລະ ​ສະ​ເໝີ​ພາບ​. ການກຳເກີດຂອງຮູບແບບລັດນີ້ ຕັ້ງ​ແຕ່​ການ​ຮັບຮູ້ທິດສະດີ ຈົນເຖິງພຶດຕິກຳຕົວ​ຈິງ ມີ​ຜົນ​ກະທົບ​ທາງ​ບວກ​ແລະ​ໃຫຍ່​ຫຼວງ​ຕໍ່​ຊີວິດ​ມະນຸດ​ ຢ່າງ​ປະຕິ​ເສດ​ບໍ່​ໄດ້. ຫຼາຍ​ປະ​ເທດ, ອີງ​ຕາມ​ສະຖານະ​ການ​ປະຫວັດສາດສະ​ເພາະ, ​ໄດ້​ສືບ​ທອດ ແລະ ນຳ​ໃຊ້​ມັນ ​ເພື່ອ​ສ້າງຮູບ​ແບບ​ລັດ​​ແຫ່ງອຳນາດ​ກົດໝາຍໃນລະດັບ​​ທີ່​ແຕກ​ຕ່າງ​ກັນ​.

​ໃນ​ບັນດາ​ນິພົນຄລາສສິກຂອງ ກ.​ມາກ, ຟ.ອັງ​ແກນ ​ແລະ ວ.ອີ.​ເລ​ນິນ, ​ເຖິງ​ວ່າ​ຍັງ​ບໍ່​ໄດ້ໃຊ້ຄໍາວ່າ “ລັດ​ແຫ່ງອຳນາດ​ກົດໝາຍ” ​ແຕ່​ກໍ່​ໄດ້ກຳນົດທາງ​ແນວ​ຄິດ ບັນດາ​ຄຸນຄ່າ​ຫຼັກ ​ແລະ ຄຸນ​ລັກສະນະຂອງ​ມັນ, ນັ້ນ​ແມ່ນລັດ​ແຫ່ງ​ຜະ​ເດັດ​ການກຳມາ​ຊີບ, ລັດ​ແບບ​ໃໝ່ທີ່​ຖືກ​ລັດຖະທຳມະນູນ, ຖືກ​ກົດໝາຍ, ສະ​ແດງ​ໃຫ້​ເຫັນ​ເຖິງສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ. ຕາມ​ນັ້ນ,  ລັດ​ບໍ່​​ໄດ້​ເປັນ​ອົງການ “ຢືນ​ຢູ່​ເໜືອ​ສັງຄົມ” ອີກ​ຕໍ່​ໄປ ​ແຕ່​ເປັນ​ລັດ​ທີ່​ຢູ່​ໃຕ້​ບັງຄັບ​ບັນຊາຂອງ​ສັງຄົມ, “ລັດບໍ່ມີຄວາມໝາຍ​ເດີມ​ອີກ”, “ລັດ​ເຄິ່ງລັດ”; ປະຊາຊົນບໍ່ແມ່ນ “ປະຊາຊົນ​ຂອງ​ລັດ” ອີກຕໍ່ໄປ, ແຕ່​ເປັນ​ຜູ້ຕັດສິນຊີ້​ຂາດ ​ແລະ ສ້າງລັດດ້ວຍຕົນເອງ, ​ເປັນ​ເຈົ້າ​ຂອງ​ຂອງອຳນາດ​ລັດ. ລັດ​ສ້າງ​ລະບົບ​ກົດໝາຍ​ປະຊາທິປະ​ໄຕ ທີ່​ມີ​ທາດ​ແທ້ຊົນ​ຊັ້ນ​ກຳມະກອນ, ​ເພື່ອ​ປະຊາຊົນ ປົດ​ປ່ອຍປະ​ຊາ​ຊົນ ປົກ​ປ້ອງ​ກະຊາ​ຊົນ; ພ້ອມ​ກັນ​ນັ້ນ, ​ໄດ້​ຈັດ​ຕັ້ງ ​ເຄື່ອນ​ໄຫວ​ຕາມ​ກົດໝາຍ ​ແລະ ຄຸ້ມ​ຄອງ​ສັງຄົມ​ດ້ວຍ​ກົດໝາຍ.  

ການຮັບ​ເອົາ, ພັດທະນາ ​ແລະ ໝູນ​ໃຊ້​ລັດ​ທິມາກ-​ເລ​ນິນ​ຢ່າງ​ປະດິດ​ສ້າງ​ ເຂົ້າ​ໃນພຶດຕິ​ກຳ​ຕົວ​ຈິງ​ຂອງ​ການ​ປະຕິວັດ​ຫວຽດນາມ, ປະທານ​ໂຮ່ຈີ​ມິນ ​ແລະ ພັກ​ກອມ​ມູນິດ​ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ ​ແລະ ​ເຊີດ​ຊູ​ການ​ກໍ່ສ້າງລັດ​ແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ, ​ເຊິ່ງ​ໄດ້​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ ໃນ​ບັນດາ​​ເອກະສານ​ກອງ​ປະຊຸມສ້າງ​ຕັ້ງ​ພັກ ​ແລະ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 1, ​ໂດຍ​ສະ​ເພາະ​ແມ່ນ ​ໄດ້​ຫັນ​ເປັນ​ອັນລະອຽດ​ໃນປະກາດ​ເອກະລາດ ​ໃຫ້​ກຳເກີດປະ​ເທດ​ສາທາລະນະ​ລັດ​ ປະຊາທິປະ​ໄຕ​ຫວຽດນາມ (ປີ 1945). ນັ້ນ​ແມ່ນລັດທີ່​ມີ​ຈິດ​ໃຈ​​ແກນ​ກາງວ່າ: “ຜົນປະໂຫຍດຫຼາຍ​ປານ​ໃດ​ກໍ່​ເພື່ອ​ໃຫ້​ປະຊາຊົນ​. ສິດອຳນາດ​ທັງ​ໝົດ​​ແມ່ນຂອງ​ປະຊາຊົນ(1); “ປະ​ເທດ​ເຮົາ​ແມ່ນປະ​ເທດ​ປະຊາທິປະ​ໄຕ. ວຽກ​ງານ​ທຸກ​ຢ່າງ​ແມ່ນ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ”(2); “ລະບອບ​ຂອງ​ພວກ​ເຮົາ​ແມ່ນ​ລະບອບ​ປະຊາທິປະ​ໄຕ. ໝາຍ​ຄວາມ​ວ່າ​ປະຊາຊົນ​ເປັນ​ເຈົ້າ​ຂອງ”(3). ​ແນວ​ຄິດ​ນີ້​ກໍ່​ໄດ້​ຫັນ​ເປັນ​ນິຕິ​ກຳ​ໃນລັດຖະທຳມະນູນ​ປີ 1946 - ລັດຖະທຳມະນູນສະບັບ​ທຳ​ອິດ​ຂອງ​ລັດ​ຫວຽດນາມ​ຂອງ​ພວກ​ເຮົາ ທີ່​ໄດ້ກຳນົດວ່າ ອຳນາດ​ລັດ​ເປັນ​ຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ ​ແລະ ​ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ. ຕາມ​ນັ້ນ, ກົງຈັກ​ຂອງ​ລັດ​ທີ່​ໄດ້​ຮັບ​ການ​ສ້າງ​ຂຶ້ນນັ້ນ ​ແມ່ນກົງຈັກທີ່​ປະຕິບັດ​ຕາມ​ເຈດ​ຈຳນົງ ​ແລະ ຄວາມ​ປາຖະໜາ​ຂອງ​ປະຊາຊົນ; ຖັນ​ແຖວ​ພະນັກງານ ລັດຖະກອນ​ຂອງ​ພັກ​ບໍ່​ອາດ​ຈະ​ເປັນ “​ເຈົ້ານາຍ​ປະຕິວັດ” ​ໄດ້ ແຕ່ເປັນ “ຜູ້​ຮັບ​ໃຊ້​ຂອງ​ປະຊາຊົນ”, ​ເບິ່ງ​ແຍງ​ດູ​ແລ​ຄວາມກິນ​ອີ່ມນຸ່ງ​ອຸ່ນ ​ແລະ ຄວາມສຸກ​ຂອງ​ປະຊາຊົນ; ກົດໝາຍ​ບໍ່​ແມ່ນ​ໃຊ້​​ເພື່ອ​ລົງ​ໂທດ​ປະ​ຊາ​ຊົນ, ​ແຕ່​ເປັນ​ເຄື່ອງ​ມື​ເພື່ອ​ປົກ​ປ້ອງ ​ແລະ ປະຕິບັດ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ.

ທັດສະນະ​ກ່ຽວ​ກັບການກໍ່ສ້າງ ​ແລະ ປັບປຸງ​ບູລະນະ​ລັດ​ທາງ​ດ້ານ​ການຈັດ​ຕັ້ງ​ແລະການ​ເຄື່ອນ​ໄຫວ​ຕາມ​ກົດໝາຍ​ໃນ​ບັນດາ​ເອກະສານກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 2, 3, 4, 5 ຂອງ​ພັກ, ​ໂດຍ​ສະ​ເພາະ​ແມ່ນ​ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 6, 7 ຂອງ​ພັກ ທີ່​ໄດ້​​ກ່າວ​ເຖິງ ພັດທະນາ ​ແລະ ຫັນ​ເປັນ​ນິຕິ​ກຳ​ ໃນ​ບັນດາ​ລັດຖະທຳ​ມະນູນຂອງ​ບັນດາ​ປີ: 1959, 1980, 1992, ​ເຖິງ​ວ່າ​ຄຳ​ສັບ “ລັດ​ແຫ່ງ​ອຳນາດ​ກົດໝາຍ” ຍັງ​ບໍ່​ໄດ້​ໃຊ້​ກໍ​ຕາມ. ປະ​ເທດ​ກ້າວ​ເຂົ້າ​ໄລຍະ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ​ເປີດ​ປະຕູ​ປະ​ເທດ ​ແລະ ​ເຊື່ອມ​​ໂຍງ​ເຂົ້າ​ກັບສາກົນ, ຄວາມ​ຮັບ​ຮູ້​ແລະ​ຈິນຕະນາການ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ມີ​ບາດກ້າວ​ພັດທະນາ​ໃໝ່​ ໃນ​ການກໍ່ສ້າງລັດ​ແຫ່ງອຳນາດ​ກົດໝາຍສັງຄົມ​ນິຍົມ, ຕາມ​ນັ້ນ, ​ໃນ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 2 ສະ​ໄໝ​ທີ 7 (​ເດືອນ​ພະຈິກ 1991), ​ເປັນ​ຄັ້ງ​ທຳ​ອິດ​ທີ່​ຄຳ​ສັບ “ລັດ​ແຫ່ງ​ອຳນາດ​ກົດໝາຍສັງຄົມ​ນິຍົມ” ​ໄດ້​ຖືກ​ກ່າວ​ເຖິງ​ຢ່າງ​ເປັນ​ທາງ​ການ​ໂດຍ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ​ໄດ້​ຮັບ​ການ​ຢັ້ງ​ຢືນ​ຢ່າງ​ຈະ​ແຈ້ງ​ໃນ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ກາງ​ສະ​ໄໝ​ຄັ້ງ​ທີ 7 ຂອງ​ພັກ (ປີ 1994), ພ້ອມ​ກັນ​ນັ້ນ, ມັນ​ໄດ້​ຮັບ​ການ​ເພີ່ມ​ເຕີມ​ແລະ​ພັດທະນາຢ່າງ​ຕໍ່​ເນື່ອງ ​ຜ່ານ​ບັນດາ​ກອງ​ປະຊຸມ​ໃຫຍ່ຂອງ​ພັກ​ຕໍ່​ຈາກ​ນັ້ນ. ນີ້​ແມ່ນ​ພື້ນຖານ​ການ​ເມືອງ​ເພື່ອ​ໃຫ້​ລັດຖະທຳນູນ ຂອງ​ປະ​ເທດ​ສາທາລະນະ​ລັດສັງຄົມ​ນິຍົມຫວຽດນາມປີ 1992 (ສະບັບ​ແກ້​ໄຂ ​ເພີ່ມ​ເຕີມປີ 2001), ຫັນ​ເປັນ​ນິຕິ​ກຳ​ໃນ​ມາ​ຕາ 2: “ລັດ​ແຫ່ງສາທາລະນະ​ລັດສັງຄົມ​ນິຍົມຫວຽດນາມ​ແມ່ນລັດ​ແຫ່ງອຳນາດ​ກົດໝາຍສັງຄົມ​ນິຍົມຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາ. ອຳນາດລັດ​ທັງ​ໝົດ​ຂຶ້ນ​ກັບ​ປະຊາຊົນ​ ເຊິ່ງຮາກ​ຖານ​ແມ່ນສຳພັນ​ທະ​ພາບລະຫວ່າງ​ຊົນ​ຊັ້ນກຳມະກອນ ກັບຊົນ​ຊັ້ນ​ຊາວນາ ​ແລະ ຖັນ​ແຖວ​ປັນຍາ​ຊົນ. ອຳນາດລັດ​ແມ່ນ​ເປັນ​ເອກະ​ພາບ, ມີ​ການ​ແບ່ງ​ງານ ​ແລະ ປະສານ​ງານ​ລະຫວ່າງ​ບັນດາ​ອົງການ​ລັດ ​ໃນ​ການ​ປະຕິບັດ​ບັນດາ ອຳນາດນິຕິບັນຍັດ, ອຳນາດບໍລິຫານ, ອຳນາດຕຸລາການ”.

ຕໍ່​ຈາກ​ນັ້ນ, ​ໄດ້​ຫັນ​​ໂຄງການ​ການ​ເມືອງ​ກໍ່ສ້າງ​ປະ​ເທດ​ຊາດ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມ (ສະບັບ​ເພີ່ມ​ເຕີມ, ພັດທະນາ​ໃນ​ປີ 2011) ເປັນ​ນິຕິ​ກຳ ດ້ວຍ​ທັດສະນະ​ສືບ​ທອດ​ ແລະ ​ພັດທະນາ, ​ເຊິ່ງມາ​ຕາ 2, ລັດຖະທຳມະນູນ​ປີ 2013 ຢືນຢັນ: “1. ລັດ​ຂອງປະ​ເທດ​ສາທາລະນະ​ລັດສັງຄົມ​ນິຍົມຫວຽດນາມ ​ແມ່ນລັດ​ແຫ່ງອຳນາດ​ກົດໝາຍສັງຄົມ​ນິຍົມຂ​ອງປະຊາຊົນ ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ; 2. ປະ​ເທດ​ສາທາລະນະ​ລັດສັງຄົມ​ນິຍົມຫວຽດນາມ​ເປັນ​ຂອງ​ປະຊາຊົນ; ອຳນາດລັດ​ທັງ​ໝົດ​ຂຶ້ນ​ກັບ​ປະຊາຊົນ​ເຊິ່ງຮາກ​ຖານ​ແມ່ນສຳພັນ​ທະ​ພາບລະຫວ່າງ​ຊົນ​ຊັ້ນກຳມະກອນ ກັບຊົນ​ຊັ້ນ​ຊາວນາ ​ແລະ ຖັນ​ແຖວ​ປັນຍາ​ຊົນ; 3. ອຳນາດລັດ​ແມ່ນ​ເປັນ​ເອກະ​ພາບ, ມີ​ການ​ແບ່ງ​ງານ ການປະສານ​ງານ ​ການ​ຄວບ​ຄຸມ ລະຫວ່າງ​ບັນດາ​ອົງການ​ລັດ ​ໃນ​ການ​ປະຕິບັດ​ບັນດາ ອຳນາດນິຕິບັນຍັດ ອຳນາດບໍລິຫານ ອຳນາດຕຸລາການ”. ຈາກ​ນັ້ນ, ສາມາດ​ເຫັນ​ໄດ້​ວ່າ, ທາງ​ດ້ານ​ການ​ສ້າງ​ກົດໝາຍ (ນິຕິບັນຍັດ), ລັດຖະທຳ​ມະນູນ​ປີ 2013 ​ໄດ້ກຳນົດ ຢ່າງຮອບດ້ານ ບັນດາ​ບັນຫາ​ຫຼັກ​ຂອງລັດ​ແຫ່ງອຳນາດ​ກົດໝາຍສັງຄົມ​ນິຍົມຫວຽດນາມ ທາງ​ດ້ານ​ທາດ​ແທ້ ຫຼັກການ ການຈັດ​ຕັ້ງ ການ​ເຄື່ອນ​ໄຫວ ​ແລະ ​ເຈົ້າ​ຂອງທີ່​ປະຕິບັດອຳນາດ​ລັດ; ການ​ແບ່ງອຳນາດລະຫວ່າງ​ບັນດາ​ອົງການອຳນາດລັດ, ທີ່​ຕັ້ງ​ຂອງ​ກົດໝາຍ​ໃນ​ລັດ​ແລະສັງຄົມ​ຂອງ​ຫວຽດນາມ; ບັນຫາ​ສິດທິ​ມະນຸດ, ສິດທິ​ພົນລະ​ເມືອງ; ບົດບາດ​ການ​ນຳພາ​ຂອງ​ພັກ​ຕໍ່ລັດ​ແຫ່ງອຳນາດ​ກົດໝາຍສັງຄົມ​ນິຍົມ.

ຈາກພື້ນຖານ​ການ​ເມືອງ, ກົດໝາຍ ​ແລະ ການ​ຄົ້ນຄວ້າ​ພຶດຕິ​ກຳ​ຕົວ​ຈິງການ​ກໍ່ສ້າງ​ແລະ​ດຳ​ເນີນ​ງານ ​ໃຫ້​ເຫັນ​ວ່າ: “ລັດ​ແຫ່ງອຳນາດ​ກົດໝາຍສັງຄົມ​ນິຍົມມີ​ຄວາມ​ແຕກ​ຕ່າງ​ໂດຍ​ທາດ​ແທ້ ຈາກລັດ​ແຫ່ງອຳນາດ​ກົດໝາຍທຶນ​ນິຍົມຢູ່​ທີ່: ອຳນາດ​ກົດໝາຍພາຍ​ໃຕ້​ລະບອບ​ທຶນ​ນິຍົມ​ໂດ​ຍ​ເນື້ອ​ແທ້​ແມ່ນ​ເຄື່ອງມື​ປົກ​ປ້ອງ​ ແລະ ຮັບ​ໃຊ້​ໃຫ້​ຜົນ​ປະ​ໂຫຍ​ດຂອງ​ຊົນ​ຊັ້ນ​ນາຍທຶນ, ​ແຕ່ອຳນາດ​ກົດໝາຍພາຍ​ໃຕ້​ລະບອບສັງຄົມ​ນິຍົມ ​ແມ່ນ​ເຄື່ອງມື​ເພື່ອ​ສະ​ແດງ​ແລະ​ປະຕິບັດ​ສິດ​ເປັນ​ເຈົ້າ​ຂອງ​ຂອງ​ປະຊາຊົນ, ຮັບປະກັນ ​ແລະ ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສ່ວນ​ໃຫຍ່. ຜ່ານ​ການ​ປະຕິບັດ​ກົດໝາຍ, ລັດ​ຮັບປະກັນ​ບັນດາ​ເງື່ອນ​ໄຂ​ເພື່ອ​ໃຫ້​ປະ​ຊນຊົນ​ເປັນ​ເຈົ້າ​ຂອງ​ຂອງອຳນາດ​ການ​ເມືອງ, ປະຕິບັດ​ຜະ​ເດັດ​ການ​ຕໍ່​ການ​ກະທຳ​ທຸກ​ຢ່າງທີລະ​ເມີດ​ຕໍ່​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ​ແລະ​ປະຊາຊົນ”(4). ລັດ​ແຫ່ງອຳນາດ​ກົດໝາຍສັງຄົມ​ນິຍົມຫວຽດນາມຢູ່່ພາຍ​ໃຕ້​ການນຳພາ​ຂອງພັກ, ການ​ດັດ​ປັບ​ສູງ​ສຸດ​ຂອງ​ລັດຖະທຳ​ມະນູນ ​ແລະ ລະບົບ​ກົດໝາຍທີ່​ຮັບປະກັນຄວາມ​ເປີດ​ເຜີຍ, ຄວາມ​ໂປ່​ງ​ໃສ, ຄວາມ​ເປັນ​ໄປ​ໄດ້, ມີ​ປະສິດທິ​ຜົນ, ຫຼັກການ​ສະ​ເໝີ​ພາບ, ປົກ​ປ້ອງ​ສິດທິ​ມະນຸດ, ຄວາມ​ນັບຖື​ກົດໝາຍ​ສັງຄົມ​ນິຍົມ. ລັດ​ແຫ່ງອຳນາດ​ກົດໝາຍສັງຄົມ​ນິຍົມ​ເພື່ອ​ເປົ້າ​ໝາຍ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ, ສະ​ເໝີ​ພາບ, ສີວິ​ໄລ, ຈະ​ເລີ​ນຮຸ່ງ​ເຮືອງ, ມີ​ຄວາມສຸກ; ມຸ່ງ​ສູ່​ບັນດາ​ຄຸນຄ່າ​ທີ່​ກ້າວໜ້າ, ມະນຸດ​ອາລະຍະທຳ “ອີງ​​ໃສ່​ພື້ນຖານ​ແຫ່ງ​ຜົນ​ປະ​ໂຫຍ​ດລວມຂອງ​ທົ່ວ​ສັງຄົມທີ່​ກົມກຽວ​ກັບ​ຜົນ​ປະ​ໂຫຍ​ດທີ່​ຊອບ​ທຳ​ຂອງ​ປະຊາຊົນ, ​ແຕກ​ຕ່າງ​ໂດຍ​ພື້ນຖານ​ຈາກ​ບັນດາ​ສັງຄົມທີ່​ມີ​ການ​ແຂ່ງຂັນ​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ຕົວລະຫວ່າງ​ບຸກຄົນ​ແລະ​ກຸ່ມ, ດັ່ງ​ນັ້ນ ຈຳເປັນ​ແລະມີ​ເງື່ອນ​ໄຂ​ເພື່ອສ້າງຄວາມເຫັນດີເຫັນພ້ອມທາງ​ສັງຄົມ ​ແທນ​ທີ່​ຈະ​ເປັນ​ການ​ຕໍ່ຕ້ານ ຄວາມ​ເປັນ​ປໍ​ລະ​ປັກ​ທາງ​ສັງຄົມ”(5). ​ໃນ​ນັ້ນ, ສາຍ​ພົວພັນ​ລະຫວ່ງພັກ, ລັດ ​ແລະ ປະຊາຊົນ​ ແມ່ນ​ສາຍ​ພົວພັນລະຫວ່າງ​ບັນດາ​ອັດຕະພາບ​ທີ່​ເປັນ​ເອກະ​ພາບທາງ​ດ້ານ​ເປົ້າ​ໝາຍ ​ແລະ ຜົນ​ປະ​ໂຫຍ​ດ ກັບ​ກົນ​ໄກດຳ​ເນີນ​ງານ​ທົ່ວ​ໄປ​ ຄື​ພັກ​ນຳພາ, ລັດ​ຄຸ້ມ​ຄອງ ​ແລະ ປະຊາຊົນ​ເປັນ​ເຈົ້າ​ຂອງ; ທຸກ​ນະ​ໂຍບາຍ ກົດໝາຍ ​ແລະ ການ​ເຄື່ອນ​ໄຫວ​ຂ​ອງລັດ ລ້ວນ​ແຕ່​ເພື່ອຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ, ຖື​ເອົາ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ເປັນ​ເປົ້າ​ໝາຍ​ສູ້​ຊົນ​ຂອງ​ຕົນ(6).

2- ​ໃນ​ທາງ​ປະຕິບັດ, ການ​ກໍ່ສ້າງລັດ​ແຫ່ງອຳນາດ​ກົດໝາຍສັງຄົມ​ນິຍົມຫວຽດນາມ​ບັນລຸ​ຜົນ​ທີ່​ສຳຄັນ​ຫຼາຍ​ຢ່າງ. ລະບົບ​ກົດໝາຍ​ໄດ້ຮັບການ​ກໍ່ສ້າງ​ສຳ​ເລັດ​ໂດຍ​ພື້ນຖານ, ຮັບປະກັນ​ຄວາມ​ຕ້ອງການ​ຂອງ​ການ​ຄຸ້ມ​ຄອງ, ສະຖຽນ​ລະ​ພາບ, ພັດທະນາ​ເສດຖະກິດ - ສັງຄົມ, ກໍ່ສ້າງ ​ແລະ ປ້ອງ​ກັນ​ປະ​ເທດ​ຊາດ. ສະພາ​ແຫ່ງ​ຊາດ​ປະຕິບັດ​ສິດທິ​ໃນ​ການ​ສ້າງ​ລັດຖະທຳ​ມະນູນ, ສ້າງ​ກົດໝາຍ, ຕັດສິນ​ບັນດາ​ບັນຫາ​ທີ່ສຳຄັນ​ຂອງ​ປະ​ເທດ ​ແລະ ປະຕິບັດການ​ຕິດຕາມ​ກວດກາ​ສູງ​ສຸດ ​ເຊິ່ງ​​ໄດ້​ມີ​ການ​ປ່ຽນ​ແປງ​ໃໝ່​ຫຼາຍ​ຢ່າງ, ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ໄດ້​ຮັບການ​ຍົກ​ສູງ​ຂຶ້ນ. ບົດບາດ, ສິດ​ເປັນ​ເຈົ້າ​ຂອງ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ, ​ເສີມ​ຂະຫຍາຍ, ຮັບປະກັນ ​ແລະ ​ແຜ່​ກະຈາຍ​ຈິ​ດໃຈອຳນາດລັດ​ທັງ​ໝົດ​ເປັນ​ຂອງປະຊາຊົນ, ກົນ​ໄກ​ປະຊາທິປະ​ໄຕ​ໂດຍ​ກົງ, ປະຊາທິປະ​ໄຕ​ແບບ​ຕົວ​ແທນ, ​ໂດຍ​ສະ​ເພາະ​ແມ່ນ​ປະຊາທິປະ​ໄຕ​ຢູ່​ຮາກ​ຖານທີ່​ອີງ​ໃສ່​ທິດ​ນຳ: “ປະຊາຊົນ​ຮູ້, ປະຊາຊົນ​ປຶກສາ​ຫາລື, ປະຊາຊົນ​ເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມ​ກວດກາ, ປະຊາຊົນຊົມ​ໃຊ້”. ກົງຈັກ​ຂອງ​ລັດ​ໃນ​ຂັ້ນ​ຕົ້ນ​ໄດ້​ຮັບ​ການ​ຈັດວາງໃນທິດ​ທາງ​ທີ່​ຄ່ອງ​ຕົວ, ທັນ​ສະ​ໄໝ, ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິພາບ​ແລະ​ປະສິດທິ​ຜົນ; ກົນ​ໄກ​ການ​ແບ່ງ​ງານ, ການປະສານ​ງານ ​ແລະ ການ​ຄວບ​ຄຸມອຳນາດ​ລະຫວ່າງ​ບັນດາ​ອົງການລັດ​ໃນ​ການ​ປະຕິບັດ​ບັນດາ ອຳນາດນິຕິບັນຍັດ ອຳນາດບໍລິຫານ ​ແລະ ອຳນາດຕຸລາການ​ນັ້ນ​ ນັບ​ມື້​ນັບ​ຈະ​ແຈ້ງ​ຂຶ້ນ​ຕື່ມ ​ແລະ ມີ​ການ​ຜັນ​ປ່ຽນ​​ຢ່າງ​ຕັ້ງໜ້າ. ​ໃນ​ນັ້ນ, ບົດບາດ​ແລະຄວາມຮັບຜິດຊອບຂອງ​ຜູ້​ແທນທີ່​ມາ​ຈາກ​ການ​ເລືອກ​ຕັ້ງ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ແລະ ມີປະສິດທິຜົນຍິ່ງ​ຂຶ້ນ. ການ​ເຄື່ອນ​ໄຫວ​ຂອງ​ອົງການ​ບັງຄັບ​ໃຊ້​ກົດໝາຍ​​ໄດ້​ມີ​ຄວາມ​ເປັນ​ເຈົ້າ​ການ, ຕັ້ງໜ້າ, ສຸມ​ໃສ່​ການ​ຄຸ້ມ​ຄອງ, ປະຕິບັດ​ງານ, ​ແກ້​ອຸປະສັກ, ຮັບ​ໃຊ້​ແລະ​ສະໜັບສະໜູນ​ການ​ພັດທະນາ. ການ​ປະຕິ​ຮູບ​ການ​ບໍລິຫານ ​ແລະ ຕຸລາການ​ມີ​ບາດກ້າວ​ບຸກທະ​ລຸ; ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ມີ​ຄວາມ​ກ້າວໜ້າ, ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ລັດ, ສິດ​ແລະ​ຜົນ​ປະ​ໂຫຍ​ດອັນ​ຊອບທຳ ຖືກ​ກົດໝາຍ ຂອງ​ອົງການ​ຈັດ​ຕັ້ງ​ແລະ​ບຸກຄົນ​ໄດ້​ດີ; ​ເຄົາລົບ, ປົກ​ປ້ອງ, ຮັບປະກັນ​ສິດທິ​ມະນຸດ, ສິດພົນລະ​ເມືອງ. ຜົນສຳເລັດ​ເຫຼົ່າ​ນີ້​ໄດ້​ຮັບການ​ຢືນຢັນ​ໂດຍ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ວ່າ: “ການ​ກໍ່ສ້າງລັດ​ແຫ່ງອຳນາດ​ກົດໝາຍສັງຄົມ​ນິຍົມມີ​ຄວາມ​ກ້າວໜ້າ​ຫຼາຍ​ຢ່າງ, ການຈັດ​ຕັ້ງ​ກົງຈັກ​ຂອງ​ລັດ​ສືບ​ຕໍ່​ໄດ້ຮັບ​ການ​ປັບປຸງ​ບູລະນະ, ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິພາບ​ແລະ​ປະສິດທິ​ຜົນ​ກວ່າ​ເກົ່າ; ຮັບປະກັນ​ການ​ປະຕິບັດ​ຢ່າງ​ຄົບ​ຊຸດ ບັນດາອຳນາດນິຕິບັນຍັດ ອຳນາດບໍລິຫານ ​ແລະ ອຳນາດຕຸລາການ”(7).

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ພັກ​ກອມ​ມູນິດ​ຫວຽດນາມກໍ​ໄດ້​ຊີ້​ແຈ້ງ: “ການ​ກໍ່ສ້າງລັດ​ແຫ່ງອຳນາດ​ກົດໝາຍສັງຄົມ​ນິຍົມ ​ໃນບາງ​ດ້ານ​ບໍ່​ເປັນ​ໄປ​ຕາມ​ຄວາມ​ຕ້ອງການ​ຂອງ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ການ​ຄຸ້ມ​ຄອງ​ປະ​ເທດ​ໃນ​ສະພາບ​ການ​ໃໝ່”(8). ​ໃນ​ນັ້ນ, ລະບົບ​ກົດໝາຍ​ຍັງ​ມີ​ຂໍ້​ກຳນົດຈຳນວນ​ໜຶ່ງບໍ່​ເປັນ​ເອກະ​ພາບ, ຂາດ​ລັກສະນະຕົວ​ຈິ​ງ, ຍັງ​ມີ​ຊ່ອງ​ຫວ່າງ​, ທັບຊ້ອນກັນ. ກົນ​ໄກ​ຄວບ​ຄຸມອຳນາດ​ຍັງ​ບໍ່​ທັນ​ສົມ​ບູນ​ແບບ; ບົດບາດ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ​ຍັງ​ຖືກຈຳກັດ. ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນຢູ່​ບາງ​ແຫ່ງບໍ່​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ແຂງ​ແຮງ; ພາລະ​ບົດບາດ, ໜ້າ​ທີ່, ການ​ແບ່ງ​ງານ, ການ​ແບ່ງ​ອຳນາດຍັງ​ບໍ່​ທັນ​ຈະ​ແຈ້ງ; ປະສິດທິພາບ ​ແລະ ປະສິດທິ​ຜົນ​ບໍ່​ສູງ. ຈິດ​ສຳນຶກ​ໃນ​ການປະຕິບັດ​ກົດໝາຍ​ບໍ່​ເຂັ້ມ​ງວດ; ລະບຽບ​ວິ​ໄນ​ຢູ່​ບາງ​ແຫ່ງ ​ໃນ​ບາງ​ຄັ້ງ​ ຍັງ​ຖືກ​ເບິ່ງ​ເບົາ, ການ​ຈັດການກັບ​ການ​ລະ​ເມີດ​ກົດໝາຍ​ບໍ່​ທັນ​ເວລາ, ບົດ​ລົງ​ໂທດ​ບໍ່ພໍສຳລັບ​ການ​ກ່າວ​ເຕືອນ. ການ​ປະຕິ​ຮູບ​ດ້ານການ​ບໍລິຫານ, ການ​ປະຕິ​ຮູບດ້ານ​ຕຸລາການ​ ຍັງ​ບໍ່​ທັນ​ບັນລຸ​ໄດ້​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ພັດທະນາ​ຂອງ​ປະ​ເທດ​ຢ່າງ​ຄົບ​ຖ້ວນ. ຖັນ​ແຖວ​ພະນັກງານ ລັດຖະກອນ​ຍັງ​ບໍ່​ທັນ​ກະທັດ​ລັດ; ຄຸນສົມບັດ​ສິນ​ທຳ ຄວາມ​ສາມາດ ຊື່​ສຽງ​ຂອງ​ພະນັກງານພາກສ່ວນ​ໜຶ່ງ​ຍັງຈຳກັດ, ຂາດ​ຄວາມ​ເປັນ​ມືອາຊີບ, ຕອບ​ສະໜອງ​ບໍ່​ໄດ້​ຕາມ​ຄວາມ​ຕ້ອງການ ໜ້າ​ທີ່​ຂອງ​ສະພາບ​ການ​ໃໝ່. ບັນຫາ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ຄົບ​ຊຸດ ສອດຄ່ອງ​ລະຫວ່າງ​ເສດຖະກິດ​ກັບ​ການ​ເມືອງ ວັດທະນະທຳ ສັງຄົມ; ລະຫວ່າງ​ການ​ປ່ຽນ​ແປງ​ໃໝ່​ເສດຖະກິດ ກັບ​ການ​ປ່ຽນ​ແປງ​ໃໝ່ດ້ານ​ການຈັດ​ຕັ້ງ ​ເຄື່ອນ​ໄຫວ​ຂອງ​ຂອງ​ກົງຈັກ​ແຫ່​ງລັດບາງ​ຄັ້ງຍັງ​ງຸ່ມ​ງ່າມ.

3- ພາຍຫຼັງກວ່າ 35 ປີແຫ່ງການປ່ຽນແປງ​ໃໝ່, ປະເທດບັນລຸໄດ້ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງທີ່ມີຄວາມໝາຍປະຫວັດສາດ; ​ແຕ່​ກໍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ບໍ່​ໜ້ອຍ. ສະພາບ​ການ​ດັ່ງກ່າວ​​ ໄດ້​ວາງ​ຄວາມຮຽກຮ້ອງ​ຕ້ອງການ​ໃໝ່ ຕໍ່​ການ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາປະ​ເທດ​ເວົ້າ​ລວມ, ການ​ສ້າງລັດ​ແຫ່ງອຳນາດ​ກົດໝາຍສັງຄົມ​ນິຍົມ​ເວົ້າ​ສະ​ເພາະ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ຊີ້​ແຈ້ງວ່າ: “ການ​ກໍ່ສ້າງ​ແລະ​ປັບປຸງ​ບູລະນະລັດ​ແຫ່ງອຳນາດ​ກົດໝາຍສັງຄົມ​ນິຍົມ​ ໃຫ້​ສະອາດ​ປອດ​ໃສ ໝັ້ນຄົງ​ເຂັ້ມ​ແຂງ ກະທັດ​ລັດດີ, ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດ​ທີ​ພາບ ​ແລະ ​ປະສິດທິ​ຜົນ, ​ຮັບ​ໃຊ້ປະຊາຊົນ ​ແລະ ​ເພື່ອ​ພາລະກິດ​ການ​ພັດທະນາ​ຂອງ​ປະ​ເທດ. ​ເພີ່ມ​ທະວີ​ຄວາມ​ເປີດ​ເຜີຍ ​ໂປ່​ງ​ໃສ, ຄວາມ​ຮັບຜິດຊອບ​ໃນ​ການອະທິບາຍ​ລາຍ​ງານ, ການ​ຄວບ​ຄຸມອຳນາດ ຕິດ​ກັບການ​ຮັດ​ແໜ້ນ​ລະບຽບ​ວິ​ໄນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ ​ແລະ ຂອງ​ພະນັກງານ ລັດຖະກອນ ພາລະ​ກອນ. ສືບ​ຕໍ່​ຍູ້​ແຮງ​ການ​ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ໃຊ້​ຈ່າຍ​ຟຸມ​ເຟືອຍ, ອາດຍາ​ສິດ, ອາ​ຊະ​ຍາ​ກຳ ​ແລະ ຄວາມ​ຫຍໍ້​ທໍ້​ເລວ​ຊາມ​ທາງ​ສັງຄົມ”(9). ຊາບ​ຊຶມ ​ແລະ ຫັນ​ເປັນອັນ​ລະອຽດ ທັດສະນະ​ຂອງ​ພັກ​​ໃນ​ການ​ສືບ​ຕໍ່​ການ​ກໍ່ສ້າງ​ ປັບປຸງ​ບູລະນະ ​ເສີມ​ຂະຫຍາຍ​ປະສິດທິພາບ​ແລະ​ປະສິດທິ​ຜົນ ​​ໃນ​ການ​ເຄື່ອນ​ໄຫວຂອງລັດ​ແຫ່ງອຳນາດ​ກົດໝາຍສັງຄົມ​ນິຍົມ, ​ໃນ​ໄລຍະ​ເວລາ​ທີ່​ຈະ​ມາ​ເຖິງ, ຕ້ອງ​ສຸມ​ໃສ່​ປະຕິບັດໜ້າ​ທີ່​ຈຸດ​ໜັກຈຳນວນ​ໜຶ່ງດັ່ງ​ນີ້:

ທີໜຶ່ງ, ​ເປັນ​ເອກະ​ພາບ​ໃນ​ຄວາມ​ຮັບ​ຮູ້ ​ແລະ ການ​ກະທຳກໍ່ສ້າງ​​ແລະ​ປັບປຸງ​ບູລະນະ ລັດ​ແຫ່ງອຳນາດ​ກົດໝາຍສັງຄົມ​ນິຍົມຂອງ​ປະຊາຊົນ ​ໂດຍປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ​ແມ່ນ​ໜ້າ​ທີ່​ຈຸດ​ໜັກ​ໃຈກາງ​ຂອງ​ການ​ປ່ຽນ​ແປງ​ໃໝ່​ລະບົບ​ການ​ເມືອງ. ກຳນົດ​ແຈ້ງ​ກວ່າ​ອີກ ​ກ່ຽວ​ກັບທີ່​ຕັ້ງ ຕຳ​ແໜ່​ງ ພາລະ​ບົດບາດ ໜ້າ​ທີ່ ​ແລະ ສິດ​ຂອບ​ເຂດ ຂອງ​ບັນດາ​ອົງການ​ລັດ​ໃນ​ການປະຕິບັດ ອຳນາດນິຕິບັນຍັດ ອຳນາດບໍລິຫານ ​ແລະ ອຳນາດຕຸລາການ ບົນ​ພື້ນຖານ​ຫຼັກການອຳນາດກົດໝາຍ, ຮັບປະກັນອຳນາດລັ​ດ​ແມ່ນ​ເປັນ​ເອກະ​ພາຍ ​ແລະ ມີ​ການ​ແບ່ງ​ງານ​ຢ່າງ​ຈະ​ແຈ້ງ, ການ​ປະສານ​ງານ​ຢ່າງ​ແໜ້ນ​ແຟ້ນ ​ແລະ ການ​ເພີ່ມ​ທະວີ​ການ​ຄວບ​ຄຸມອຳນາດລັດ. ກໍ່ສ້າງລະບົບ​ກົດໝາຍ​ທີ່​ຄົບຖ້ວນ, ທັນ​ການ, ຄົບ​ຊຸດ, ​ເປັນ​ເອກະພາບ, ​ເປັນ​ໄປ​ໄດ້, ​ເປີດ​ເຜີຍ, ​ໂປ່​ງ​ໃສ, ​ເປັນ​ປົດ​ກະຕິ, ຖື​ເອົາ​ສິດ​ແລະ​ຜົນ​ປະ​ໂຫຍ​ດທີ່​ຖືກ​ກົດໝາຍ​ຂອງ​ປະຊາຊົນ ​ແລະ ຂອງ​ວິ​ສາ​ຫະກິດ​ ເປັນຈຸດ​ສຸມ​ຂອງ​ການ​ສົ່ງ​ເສີມການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ. ​ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ ລະຫວ່າງ​ການ​ສ້າງ​ກົດໝາຍ​ ກັບ​ການ​​ໂຄສະນາ​ກົດໝາຍ, ຍົກ​ສູງ​ປະສິດທິພາບ​ແລະ​ປະສິດທິ​ຜົນ​ຂອງ​ການຈັດ​ຕັ້ງປະຕິບັດ​ກົດໝາຍ ກໍຄື​ຂອງ​ການ​ກວດການ ກວດກາ ​ແລະ ຈັດການ​ກັບ​ການລະ​ເມີດ​ກົດໝາຍ.

ທີ​ສອງ, ປ່ຽນ​ແປງ​ໃໝ່​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສະພາ​​ແຫ່ງ​ຊາດ ​ໃນ​ຖານະ​ອົງການ​ຜູ້ຕາງໜ້າ​ສູງ​ສຸດ​ຂອງ​ປະຊາຊົນ, ອົງການອຳນາດລັດ​ສູງ​ສຸດ​ຂອງ​ປະ​ເທດ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ. ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ, ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ອຳນາດກົດໝາຍ ​ແລະ ຄວາມ​ເປັນ​ມື​ອາຊີບ​ ໃນ​ການ​​ປະຕິບັດ​ໜ້າ​ທີ່​ດ້ານ​ນິຕິບັນຍັດ, ຕັດສິນ​ບັນດາ​ບັນຫາ​ທີ່​ສຳຄັນຂອງ​ປະ​ເທດ ​ແລະ ​ໃນ​ການ​ຕິດຕາມ​ກວດກາ​ສູງ​ສຸດ. ສື​ຕໍ່​ການ​ປ່ຽນ​ແປງ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບຂອງ​ຂັ້ນ​ຕອນ​ການ​ສ້າງ​ກົດໝາຍ, ສຸມ​ໃສ່​ກໍ່ສ້າງ​ແລະ​ປັບປຸງ​ບູລະນະ​ ລະບຽບ​ລະບອບ​ການ​ພັດທະນາ​ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ ​ລະບຽບ​ລະບອບ​ເສດຖະກິດ​ຕະຫຼາດກຳທິດ​ສັງຄົມ​ນິຍົມ; ​ເຄົາລົບ, ຮັບປະກັນ, ປົກ​ປ້ອງ​ສິດທິ​ມະນຸດ ​ແລະ ສິດ​ພົນລະ​ເມືອງ; ປັບປຸງ​ບູລະນະ​ກົນ​ໄກ​ປົກ​ປ້ອງ​ລັດຖະທຳມະນູນ, ກົນ​ໄກ​ຕິດຕາມ​ກວດກາ, ​ເອົາຄະ​ແນນ​ສຽງ, ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ຜຸ້ດຳລົງຕຳແໜ່​ງທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ ຫຼື ຮັບ​ຮອງ​ຈາກ​ສະ​ພາ​ແຫ່ງ​ຊາດ; ຮັບປະກັນ​ມາດຕະຖານ ໂຄງສ້າງ, ຍົກ​ສູງ​ຄຸນ​ນະພາ​ບຂອງ​ຜູ້​ແທນ ຕາມ​ທິດ​ເພີ່ມ​​ຈຳນວນ​ຜູ້​ແທນ​​ເຮັດ​ວຽກເຕັມ​ເວລາຢ່າງ​ເໝາະ​ສົມ; ຫຼຸດຜ່ອນຈຳນວນ​ຜູ້​ແທນທີ່​ເຮັດ​ວຽກຢູ່​ອົງການ​ບໍລິຫານ ​ແລະ ຕຸລາການ. ສ້າງ​​ການ​ເຊື່ອມ​ໂຍງຄົບ​ຊຸດ ​ລະຫວ່າງ​ກົນ​ໄກ​ຕິດຕາມກວດກາ​ຂອງ​ບັນດາ​ອົງການ​ມາ​ຈາກການເລືອກ​ຕັ້ງ ກັບກົນ​ໄກ​ຕິດຕາມ​ກວດກາ, ​ວິຈານ​ສັງຄົມ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ - ສັງຄົມ ​ແລະ ປະຊາຊົນ.

ທີ​ສາມ, ສ້າງ​ການ​ບໍລິຫານ​ລັດ​ທີ່​ຮັບ​ໃຊ້​ປະຊາຊົນ, ປະຊາທິປະ​ໄຕ, ອຳນາດກົດໝາຍ, ​ເປັນ​ມື​ອາຊີບ, ທັນ​ສະ​ໄໝ, ສະອາດ​ປອດ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ, ​ເປີດ​ເຜີຍ ​ແລະ ​ໂປ່​ງ​ໃສ. ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ການຈັດ​ຕັ້ງ​ ແລະ ​ການ​ເຄື່ອນ​ໄຫວ​ຂອງ​ລັດຖະບານ ຕາມ​ທິດ​ກະທັດ​ລັດ ມີ​ປະສິດທິພາບ​ ​ແລະ ​ປະສິດທິ​ຜົນ; ​ເສີມ​ຂະຫຍາຍ​ຢ່າງ​ຄົບ​ຖ້ວນ​ທີ່​ຕັ້ງ ບົດບາດ ພາລະ​ໜ້າ​ທີ່ ​ແລະ ສິດ​ອຳນາດ ​ຂອງ​ອົງການ​ບໍລິຫານ​ຂອງ​ສະພາ​ແຫ່ງ​ຊາດ ​ເຊິ່ງ​ເປັນອົງ​ການ​ບໍ​ລິ​ຫານ​ສູງ​ສຸດ​ຂອງ​ລັດ​, ສຸມໃສ່ການຄຸ້ມຄອງມະຫາພາກ, ສ້າງ​ລະບຽບ​ລະບອບ, ຍຸດ​ທະ​ສາດ, ​ແຜນ​ກຳນົດ, ​ແຜນການ; ​ເພີ່ມ​ທະວີ​ຄວາມ​ສາມາດຄາດ​ຄະ​ເນ ວິ​ເຄາະ​ໄຈ້​ແຍກ ​ແລະ ສະ​ເໜີ​ນະ​ໂຍບາຍ ອີງ​ໃສ່ຫຼັກ​ຖານວິທະຍາສາດ ແລະ ການປະຕິບັດໃນສະຖານະການໃໝ່. ຍູ້​ແຮງ​ການ​ແບ່ງ​ຂັ້ນ ​ແບ່ງອຳນາດ, ກຳນົດ​ແຈ້ງຄວາມ​ຮັບຜິດຊອບ​ ລະຫວ່າງ​ລັດຖະບານ ກັບ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ; ລະຫວ່າງ​ສູນ​ກາງ​ ກັບທ້ອງ​ຖິ່ນ; ​ແກ້​ໄຂ​ການ​ທັບ​ຊ້ອນ​ກັນ​ທາງ​ດ້ານ​ພາລະ​ໜ້າ​ທີ່ ວຽກ​ງານ ​ແລະ ອຳນາດ​ ໃຫ້ໄດ້ຢ່າງເດັດຂາດ, ຮັບປະກັນ​ການຄຸ້ມຄອງລັດແບບລວມສູນ ແລະ ເປັນເອກະພາບ. ສຸມ​ໃສ່​ການ​ປະຕິ​ຮູບ​ເງິນ​ເດືອນ, ລະບອບ, ນະ​ໂຍບາຍ; ສ້າງ​ຖັນ​ແຖວ​ພະນັກງານ ລັດຖະກອນ ພາລະ​ກອນ​ທີ່​ດີ, ກະທັດ​ລັກ, ​ເຂັ້ມ​ແຂງ, ມີ​ຄຸນສົມບັດ ຄວາມ​ສາມາດ ຊື່​ສຽງ, ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ຮັບ​ໃຊ້​ປະຊາຊົນ ​ແລະ ການ​ພັດທະນາ​ຂອງ​ປະ​ເທດ.

ທີ​ສີ່, ກໍ່ສ້າງ​ລະບົບ​ຕຸລາການ​ຫວຽດນາມທີ່​ເປັນ​ມື​ອາຊີບ ທັນ​ສະ​ໄໝ ຍຸຕິ​ທຳ ​ເຂັ້ມ​ງວດ ​ແລະ ທ່ຽງທຳ, ຮັບ​ໃຊ້​ປະ​ເທດ​ຊາດ, ຮັບ​ໃຊ້​ປະຊາຊົນ. ປະຕິບັດ​ເປັນ​ຢ່າງ​ດີ​ໜ້າ​ທີ່​ປົກ​ປ້ອງ​ຄວາມ​ຍຸດຕິ​ທຳ​, ປົກ​ປ້ອງ​ສິດທິ​ມະນຸດ ສິດ​ພົນລະ​ເມືອງ, ປົກ​ປ້ອງລະບອບ​ສັງຄົມ​ນິຍົມ, ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ລັດ, ສິດ​ແລະ​ຜົນ​ປະ​ໂຫຍ​ດທີ່​ຖືກ​ກົດໝາຍ ຊອບທຳຂອງ​ອົງການຈັດ​ຕັ້ງ​ແລະ​ບຸກຄົນ. ປ່ຽນ​ແປງ​ໃໝ່​ການຈັດ​ຕັ້ງ, ຍົກ​ສູງຄຸນ​ນະພາ​ບ ປະສິດທິພາບ ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ ​ແລະ ກຽດ​ສັກ​ສີ​ຂອງ​ສານ​ປະຊາຊົນ, ອົງການ​ໄອ​ຍະ​ການ​ປະຊາຊົນ, ອົງການ​ສືບສວນ, ​ອົງການ​ບັງຄັບ​ໃຊ້​ຄຳ​ຕັດສິນ​ຂອງ​ສານ ​ແລະ ອົງການ​ຈັດ​ຕັ້ງ​ທີ່​ມີ​ການ​ເຄື່ອນ​ໄຫວ​ດ້ານ​ຕຸລາການ, ແກ້​ໄຂ​ຂໍ້​ຂັດ​ແຍ່ງ ການຟ້ອງ​ຮ້ອງ​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍ ​ແລະ ທັນ​ການ; ປ້ອງ​ກັນ​ແລະ​ຕໍ່ສູ້​ຕ້ານ​ການ​ເຄື່ອນ​ໄຫວທາງອາຍາ ແລະ ການລະ​ເມີດ​ກົດໝາຍຢ່າງມີປະສິດທິຜົນ. 

ທີ​ຫ້າ, ປັບປຸງ​ບູລະນະ​ອົງການ​ປົກຄອງ​ທ້ອງ​ຖິ່ນ​ໃຫ້​ເໝາະ​ສົມ​ກັບ​​ເຂດຊົນນະບົດ, ຕົວ​ເມືອງ, ໝູ່​ເກາະ, ຫົວໜ່ວຍ​ບໍລິຫານ-​ເສດຖະກິດ​ພິ​ເສດ​ ຕາມ​ກົດໝາຍ; ​ປະ​ຕິ​ບັດ ​ແລະ ສະຫຼຸບ​ການ​ທົດ​ລອງການຈັດ​ຕັ້ງອຳນາດ​ການ​ປົກຄອງ​ຕົວ​ເມືອງ ​ແນ​ໃສ່ສ້າງແລະດຳ​ເນີນການ​ຮູບ​ແບບ​ການ​ຄຸ້ມ​ຄອງ​ຕົວ​ເມືອງ​ທີ່​ສະ​ຫຼາດ, ທັນ​ສະ​ໄໝ, ກະທັດ​ລັດ, ​ເຄື່ອນ​ໄຫວ​ມີ​ປະສິດທິພາບ ​ແລະ ​ປະສິດທິ​ຜົນ. ​ເຊື່ອມ​ຕໍ່​ແລະ​ປ່ຽນ​ແປງ​ໃໝ່ ການຈັດ​ຕັ້ງ​ກົງຈັກ ​ແລະ ​ກົນ​ໄກ​ການ​ເຄື່ອນ​ໄຫວຂອງ​ແນວ​ໂຮມປະ​ເທດ​ຊາດ, ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ​ຢູ່​ທຸກ​ລະດັບ. ປະຕິ​ຮູບການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ງົບປະມານ​ແຫ່ງ​ລັດ ​ໃນ​ທິດ​ທາງ​ຂອງ​ການ​ແບ່ງ​ເຂດ​, ຮັບປະກັນ​ບົດບາດ​ເປັນ​ເຈົ້າ​ນຳພາ​ຂອງ​ງົບປະມານ​ສູນ​ກາງ, ຍົກ​ສູງ​ຈິດ​ໃຈ​ເປັນ​ເຈົ້າ​ການ ​ແລະ ​ເປັນ​ເຈົ້າ​ຕົນ​ເອງ ​ຂອງ​ງົບປະມານ​ທ້ອງ​ຖິ່ນ.

ທີ​ຫົກ, ​ເສີມ​ຂະຫຍາຍ​ບົດບາດ, ກຳລັງ​ແຮງ​ສັງ​ລວມ ຂອງ​ລະບົບ​ການ​ເມືອງ ​ແລະ ຂອງ​ກ້ອນ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ບັນດາ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ​ເປັນ​ແກນ​ກາງ​ໃນ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ປົກ​ປັກ​ຮັກສາລັດ​ແຫ່ງອຳນາດ​ກົດໝາຍສັງຄົມ​ນິຍົມ ຕໍ່ທຸກໆ​ກົນອຸບາຍ​ແລະ​ການ​ເຄື່ອນ​ໄຫວມ້າງ​ເພທຳລາຍ​ ຂອງບັນດາ​ອິດ​ທິກຳລັງ​ສັດຕູຢູ່​ພາຍ​ໃນ​ແລະ​ຕ່າງປະ​ເທດ, ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ທາງ​ການ​ເມືອງ​ພາຍ​ໃນ, ຮັກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ ແລະ ຄວາມ​ປອດ​ໄພທາງ​ສັງຄົມ, ມຸ່ງ​ສູ່​ການ​ກໍ່ສ້າງ​ສັງຄົມ​ທີ່​ເປັນ​ລະບຽບ ມີ​ລະບຽບ​ວິ​ໄນ ປອດ​ໄພ ​ແລະ ສົດ​ໃສ. ຍົກ​ສູງ​ປະສິດທິພາບ ແລະ ​ປະສິດທິ​ຜົນ ​ການ​ຄຸ້ມ​ຄອງ​ລັດທາງ​ດ້ານຄວາມ​ສະຫງົບ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ. ປົກ​ປັກ​ຮັກສາ​ພື້ນຖານ​ແນວ​ຄິດ ​ແນວທາງ ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ຢ່າງ​ໝັ້ນຄົງ, ຕໍ່ສູ້ ປະຕິ​ເສດບັນດາ​ຖ້ອຍທຳນອງ​ບິດເບືອນ, ທັດສະນະ​ທີ່​ຜິດພາດ ​ເປັນ​ປໍ​ລະ​ປັກ ກ່ຽວ​ກັບ​ທາດ​ແທ້, ຮູບ​ແບບ ​ແລະ ​ເປົ້າ​ໝາຍຂອງ​ການກໍ່ສ້າງລັດ​ແຫ່ງອຳນາດ​ກົດໝາຍສັງຄົມ​ນິຍົມຫວຽດນາມ. ກີດ​ກັ້ນ, ຍູ້​ຖອຍຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ, ວິຖີ​ຊີວິດ, ປະກົດ​ການ​ຂອງ “ການ​ຫັນປ່ຽນຕົນ​ເອງ”, “ການ​ປ່ຽນ​ແປງ​ຕົນ​ເອງ” ຢູ່​ພາຍ​ໃນ; ​ເດັດດ່ຽວ​ແລະໝັ້ນ​ໜຽວ​ໃນ​ການ​ການ​ຕໍ່ສູ້​ ເພື່ອ​ກີດ​ກັ້ນ​ແລະ​ຍູ້​ຖອຍການ​ສໍ້​ລາດ​ບັງ​ຫຼວງ ຄວາມ​ຫຍໍ້​ທໍ້​ເລວ​ຊາມ, ພ້ອມ​ກັນ​ກັບ​ການ​ເພີ່ມ​ທະວີ​ການ​ຝຶກ​ຝົນ​ຄຸນສົມບັດ​ສິນ​ທຳ, ​ແບບ​ແຜນ ວິທີ​ເຮັດ​ວຽກ, “ການ​ກວດ​ສອບ​ຕົນ​ເອງ​, ການ​ແກ້​ໄຂ​ຕົນ​ເອງ​”, “ການ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ” ຂອງ​ພະນັກງານ ສະມາຊິກ​ພັກ./. 

---------------

(1), (2) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ 6, ໜ້າ 232, 397.

(3) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 13, ໜ້າ 10.

(4), (5), (6) ຫງວຽນ​ຝູຈ້ອງ: “ບາງ​ບັນຫາ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ​ກ່ຽວ​ກັບລັດທິ​ສັງຄົມ​ນິຍົມ ​ແລະ ​ເສັ້ນທາງ​ຂຶ້ນ​ສູ່​ສັງຄົມ​ນິຍົມຢູ່​ຫວຽດນາມ”, ວາລະສານ​ກອມມູນິດ, ສະບັບ​ທີ 966, ​ເດືອນ​ພຶດສະພາ 2021, ໜ້າ 10, 9, 9.

(7), (8) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 13, ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2021, ​ເຫຼັ້ມ I, ໜ້າ 71, 89.

(9) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ I, ໜ້າ 118.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 978 (​ເດືອນ​ພຶດສະພາ 2021)