ວກ. - ສະພາ​ແຫ່ງ​ຊາດ​ແມ່ນ​ອົງການ​ປະຕິບັດ​ອຳນາດນິຕິບັນຍັດ ສ້າງລັດຖະທຳທະນູນ ສ້າງ​ກົດໝາຍ, ຕັດສິນ​ບັນດາ​ບັນຫາ​ສຳຄັນ​ຂອງປະ​ເທດ ​ແລະ ຕິດຕາມ​ກວດກາ​ສູງ​ສຸດ​ ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ລັດ. ສະພາ​ແຫ່ງ​ຊາດ​ຫວຽດນາມ​ຜ່ານ​ບັນດາ​ໄລຍະ​ໄດ້​ເຮັດ​ເປັນ​ຢ່າງ​ດີ ກາ​ນໝູນ​ໃຊ້​ແນວ​ຄິດ​ໂຮ່ຈີ​ມິນ ​ແລະ ​ຫັນ​ແນວທາງ​ຂອງ​ພັກ​ເປັນ​ນິຕິ​ກຳ ​ໃນ​ການສ້າງ​ວັດທະນະທຳ ​ແລະ ​ຜູ້​ຄົນ​ຫວຽດນາມ. ພ້ອມ​ກັນ​ນັ້ນ, ການຈັດ​ຕັ້ງ ວິທີ ​ແບບ​ແຜນ ​ແລະ​ ການ​ເຄືອ​ນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ກໍ​ໄດ້​ເປັນ​ຕົວ​ແທນ​ໃຫ້​ແກ່​ບັນດາ​ຄຸນຄ່າ​ວັດທະນະທຳ​ການ​ເມືອງຫວຽດນາມ, ອີງ​ໃສ່​ຈິດ​ໃຈອຳນາດ​ກົດໝາຍ, ປະຊາທິປະ​ໄຕ, ຄວາມ​ສາມັກຄີ, ມະນຸດ​ອາລະຍະທຳ, ຮັບ​ໃຊ້​ປະ​ເທດ​ຊາດ ​ແລະ ຮັບ​ໃຊ້​ປະຊາຊົນ.

ເລີ່​ມຈາກບັນດາ​ປັດ​ໄຈ​ທາງພູມ​ສາດ, ປະຫວັດ​ສານ, ວັດທະນະທຳ, ການ​ເມືອງ, ​ເສດຖະກິດ, ສັງຄົມ​ແລະ​ອື່ນໆ, ​ໃນ​ຕະຫຼອດ​ຄວາມ​ຍາວ​ປະຫວັດສາດ​ແຫ່ງການກໍ່ຕັ້ງ​ປະ​ເທດ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ, ປະຊາຊົນ​ຫວຽດນາມ​ຕ້ອງ​ປະ​ເຊີນ​ໜ້າ ​ແລະ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຫຼາຍ​ປະການ​ ຈາກ​ໄພ​ທຳ​ມະ​ຊາດ​ແລະ​ເສິກ​ສົງຄາມ. ມູນ​ເຊື້ອ​ຮັກ​ຊາດ, ສາມັກຄີ, ຄວາມ​ກ້າຫານ, ຄວາມ​ສະຫຼາດ​ຄ່ອງ​ແຄ້ວ, ຄວາມ​ດຸ​ໝັ່ນ, ຄວາມມັກ​ຮຽນ​ຮູ້, ຄວາມເມດຕາ, ຄວາມ​ຜ່ອນຜັນ; ​ເຈດຈຳນົງ “ບໍ່ມີ​ສິ່ງ​ໃດ​ປະ​ເສີດ​ກວ່າຄວາມ​ເປັນ​ເອກະລາດ, ອິດສະຫຼະພາບ” ​ໄດ້ຫຼໍ່​ຫຼອມ​ຄວາມ​ກ້າຫານ, ອຸປະນິ​ໄສ, ສັກ​ສີ ​ແລະ​ ຄວາມ​ຍິ່ງ​ໃຫຍ່​ຂອງ​ຊາດ, ຕົກ​ຜະລຶກ​ເປັນ​ເອກະ​ລັດ​ວັດທະນະທຳຫວຽດນາມ. ​ໃນ​ຍຸກ​ສະ​ໄໝ​ໂຮ່ຈີ​ມິນ - ຍຸກ​ສະ​ໄໝ​ທີ່​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ທີ່​ສຸດ​ໃນ​ປະຫວັດ​ສາດ​ຂອງ​ຊາດ - ລະບົບວັດທະນະທຳຫວຽດນາມນັບ​ມື້​ນັບ​ເສີມ​ຂະຫຍາຍ​ເອກະລັກ​ຂອງ​ຕົນ​ຢ່າງ​ແຂງ​ແຮງ, ພ້ອມ​ກັນ​ນັ້ນ​ກໍ່​ເລືອກດູດ​ເອົາ​ແກ່ນສານ​ຂອງ​ວັດທະນະທຳ​ມະນຸດ ​ເພື່ອ​ສ້າງວັດທະນະທຳ​ຫວຽດນາມ​ໃໝ່​ທີ່​ອຸດົມ​ດ້ວຍ​ເອກະລັກ​ປະຈຳ​ຊາດ, ປະຊາທິປະ​ໄຕ,  ຄວາມ​ກ້າວໜ້າ ​ແລະ ຄວາມ​ອາລະຍະທຳ​ມະນຸດ. 

ດ້ວຍ​ວິ​ໄສ​ທັດວັດທະນະທຳທີ່​ກວ້າງຂວາງ​ເລິກ​ເຊິ່ງ ​ແລະ ຈິນຕະນາການ​ການ​ເມືອງ​ທີ່​ສ້ຽມ​ແຫຼມ ກ້າຫານ, ນັບ​ແຕ່​ເມື່ອນຳພາ​ປະຊາຊົນ​ລຸກ​ຮື​ຂຶ້ນ​ໂຄ່ນ​ລົ້ມ​ແອກ​ປົກຄອງ​ຂອງ​ລັດທິ​ລ່າ​ເມືອງ​ຂຶ້ນ, ວັນ​ທີ 2 ກັນຍາ 1945, ປະທານ​ໂຮ່ຈີ​ມິນ​ອ່ານ ປະກາດເອກະລາດ, ​ໃຫ້​ກຳ​ເນີ​ດປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ (ປະຈຸ​ບັນ​ແມ່ນ​ປະ​ເທດ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ). ນີ້​ແມ່ນ​ເອກະສານທາງ​ການ​ເມືອງ-ກົດໝາຍ​ທີ່​ມີ​ຂະໜາດ​ໃຫຍ່​ຍຸກ​ສະ​ໄໝ ​ແລະ ຄວາມ​ເລິກ​ເຊິ່ງວັດທະນະທຳ. ດັງ​ນັ້ນ, ​ໃນ​ກອງ​ປະຊຸມ​ຄັ້ງ​ປະຖົມມະ​ເລີດ​ຂອງ​ສະພາ​ລັດຖະບານ​ຊົ່ວຄາວ (3 ກັນຍາ 1945), ປະທານ​ໂຮ່ຈີ​ມິນ​ໄດ້​ ກຳນົດວ່າ ໜຶ່ງ​ໃນ​ບັນດາ​ວຽກ​ງານ​ຈຸດ​ສຸມ​ທີ່​ຕ້ອງ​ເຮັດ​ໃນ​ທັນທີ​ແມ່ນ ​ການ​ສ້າງ​ແລະ​ປະຕິບັດ​ລັດຖະທຳ​ມະນູນ; ຢາກ​ມີລັດຖະທຳ​ມະນູນ​ແມ່ນ​ຕ້ອງ​ມີ​ສະພາ​ແຫ່ງ​ຊາດ - ອົງການອຳນາດ​ລັດ​ສູງ​ສຸດ, ອົງການ​ຕົວ​ແທນ​ສູງ​ສຸດ​ຂອງ​ປະຊາຊົນ. ຕາມ​ນັ້ນ, “ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ທົ່ວ​ໄປດ້ວຍຄະແນນສຽງທົ່ວໄປຍິ່ງ​ໄວ​ຍິ່ງ​ດີ. ພົນລະ​ເມືອງ​ຊາຍ​ແລະ​ຍິງ​ທີ່​ມີ​ອາຍຸ​ສິບ​ແປດ​ປີທຸກ​ຄົນ​ມີ​ສິດ​ສະໝັກ​ຮັບ​ເລືອກ​ຕັ້ງ​ ແລະ ​ລົງ​ຄະ​ແນນ​ສຽງ, ​ໂດຍ​ບໍ່​ວ່າ​ຈະ​ຮັ່ງມີຫຼື​ທຸກ​ຍາກ, ສາສະໜາ, ເຊື້ອຊາດ ​ແລະ ​ອື່ນໆ”(1). ​ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ກຳນົດ 6 ໜ້າ​ທີ່ອັນ​ຮີບ​ດ່ວນ​ຂອງ​ລັດ​ປະຕິວັດ ​ເຊິ່ງ​ໃນ​ນັ້ນມີ 3 ໜ້າ​ທີ່ວັດທະນະທຳທີ​ໜຶ່ງ, “ເປີດບັ້ນ​ຮົບ​ເພື່ອ​ຕ້ານ​ການ​ບໍ່​ຮູ້​ໜັງສືທີສອງ, “​ເປີດ​ບັ້ນ​ຮົບ​​ເພື່ອ​ສຶກສາ​ຈິດ​ໃຈ​​ປະຊາຊົນຄືນ​ໃໝ່”; ທີສາມ, ປະຕິບັດ “ເສລີພາບໃນການນັບຖືສາສະໜາ​ ແລະ ​ຄວາມ​ສາມັກຄີ​ລະຫວ່າງ​ສາສະໜາ​ພຸດ​ແລະ​ສາສະໜາ​ຄຣິດ”. ວັນ​ທີ 8 ກັນຍາ 1945, ປະທານ​ໂຮ່ຈີ​ມິນໄດ້ອອກດຳລັດເລກທີ 14-SL, ດຳລັດທຳ​ອິດກ່ຽວ​ກັບ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ​ເພື່ອ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ. ເຖິງ​ວ່າ​ຕ້ອງ​ດຳ​ເນີນ​ໄປ​ໃນ​ເງື່ອນ​ໄຂທີ່​ເຕັນ​ໄປ​ດ້ວຍ “ສັດຕູ​ພາຍ​ໃນ, ສັດຕູຈາກ​ພາຍ​ນອກ”, ​ໃນ​ສະພາບ​ການ​ເສດຖະກິດ-ສັງຄົມ​ທີ່​ຫຍຸ້ງຍາກ​ທີ່​ສຸດ, ​ແຕ່ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຮີບ​ດ່ວນ, ​ເຂັ້ມງວດ, ປະຊາທິປະ​ໄຕ, ແມ່ນ​ວັນ​ບຸນ​ຂອງ​ມະຫາຊົນ ​ແລະ ຍາດ​ໄດ້​ໄຊຊະນະ​ອັນສະຫງ່າ​ລາສີ, ​ໄດ້​​ເຂົ້າ​ສູ່​ປະຫວັດສາດ​ຂອງ​ປະ​ເທດ​ຊາດ​ເປັນ​ຂີດ​ໝາຍ​ອັນຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ໃນ​ຂະ​ບວນການ​ສ້າງລະບອບ​ການ​ເມືອງ​ສາທາລະນະ​ລັດປະຊາທິປະ​ໄຕ​ຫວຽດນາມ.

ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານທີ່​ນຳ​ໂດຍປະທານ​ໂຮ່ຈີ​ມິນ​ ມີ​ການ​ເຂົ້າ​ຮ່ວມ​ຂອງຜູ້​ຊົງ​ຄຸນ​ວຸດ​ທິ​ແລະ​ປັນຍາ​ຊົນ​ທີ່​ມີ​ຊື່​ສຽງ​ຫຼາຍ​ຄົນ​ເຊັ່ນ ທ່ານ​ ຮວີ່ນ ທຸ້ກຂາງ, ທ່ານ ຫງວຽນ ​ວັນ​ໂຕ໊, ທ່ານ ບູ່​ຍ ບັ່ງດວ່າ​ນ... ​ໃນ​ບົດ​ຄວາມ “ຄົນ​ເກັ່ງ​ແລະ​ການ​ກໍ່ສ້າງປະ​ເທດ”, ລົງ​ໃນ​ໜັງສືພິມ ກື໊ວກວັກ, ສະບັບ​ອອກ​ວັນ​ທີ 14 ພະຈິກ 1945, ປະທານ​ໂຮ່ຈີ​ມິນ​ ໄດ້​ຢືນຢັນ: “ການກໍ່ສ້າງຕ້ອງການຄົນ​ເກັ່ງ. ເຖິງວ່າຄົນ​ເກັ່ງ​ຂອງ​ປະ​ເທດ​ເຮົາ​ມີ​ບໍ່​ຫຼາຍ​ກໍຕາມ, ແຕ່ຖ້າເຮົາມີຄວາມສະຫຼາດໃນການເລືອກ, ແຈກຢາຍ ແລະ ນຳໃຊ້ໃຫ້ດີ, ຄົນ​ເກັ່ງ​ກໍ​ຈະນັບ​ມື້ນັບຫຼາຍຂຶ້ນ”. ຄວາມດີ​ເດັ່ນ​ຂອງ​ລະບອບ​ໃໝ່ ​ແລະ ນ້ຳ​ໃຈ​ຮັກ​ຊາດ, ຄວາມ​ສາມາດ, ສະຕິ​ປັນຍາ, ລັກສະນະ​ວັດທະນະທຳ ​ແລະ ຄວາມ​ກ້າຫານ​ຂອງ​ໂຮ່ຈີ​ມິນ ​ໄດ້​ເຕົ້າ​ໂຮມ​ບັນດາ​ປັນຍາ​ຊົນ​ທີ່​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ (​ເຊັ່ນ ທ່ານ ຮວ່າງ ​ມິງ​ຢ໊າມ, ຫງວຽນ ວັນ​ຮວຽນ, ຕ້າ​ ກວາງ​ບື໋ວ, ງຽມ ຊວັນ​ອຽມ, ຟານ​ແອ​ງ, ຫວູ ດິ່ງ​ຕຸ້ງ, ງຸ້ຍຍື ກອນ​ຕຸ​ມ,...); ​ດຶງ​ດູດປັນຍາ​ຊົນ​ຈຳນວນ​ໜຶ່ງ​ທີ່​ຍອມ​ສະຫຼະ​ຊີວິດ​ການ​ເປັນ​ຢູ່​ຮັ່ງມີ ​ແລະ ​ສະພາບ​ການ​ເຮັດ​ວຽກ​ທີ່ດີ​ໃນ​ຝຣັ່ງ ​ໃຫ້​ກັບ​ຄືນ​ເມືອ​ປະ​ເທດ​ຊາດ​ ເພື່ອ​ເຂົ້າ​ຮ່ວມ​ການ​ປະຕິວັດ​ທີ່​ຫຍຸ້ງຍາກ​ແລະລຳບາກ (ເຊັ່ນ ທ່ານ​ ຟ້າ​ມ ກວາງ​ເລ້ (​ເຈິ່ນ ດ້າຍ​ເຫ​ງ້ຍ), ​ເຈິ່ນ ຫຶ​ວ​ເຕື້ອກ,...), ປະກອບສ່ວນສ້າງກຳລັງ​ແຮງ​ພາຍ​ໃນໃຫ້​ລັດ​ປະຕິວັດ​ໜຸ່ມນ້ອຍ​ໃນ​ການ​ປະຕິບັດ​ໜ້າ​ທີ່ “ການ​ຕໍ່ຕ້ານສັດຕູ” ​ແລະ “ການກໍ່ສ້າງ​ປະ​ເທດ​ຊາດ”.

​ເຖິງ​ວ່າ​ຈະ​ມີ​ວຽກ​ງານຫຼວງ​ຫຼາຍ​ກ່າຍກອງ​ໃນ​ການ​ກະກຽມ​ໃຫ້​ແກ່ການ​ຕໍ່​ສູ້​ໃນ​ທົ່ວ​ປະ​ເທດ​ ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງຜູ້​ຮຸກ​ຮານກໍ​ຕາມ, ແຕ່ພາຍໃຕ້ການຊີ້ນຳຂອງປະທານ ໂຮ່ຈີມິນ, ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 24 ພະຈິກ 1946 ຢູ່​ໂຮງ​ລະຄອນ​ໃຫຍ່​ຮ່າ​ໂນ້ຍ - ກອງປະຊຸມທີ່​ເຕັມ​ໄປ​ດ້ວຍຮອຍ​ປະທັບ​ປະຫວັດສາດ ແລະ ວັດທະນະທຳ. ກອງ​ປະ​ຊຸມ​ໄດ້​ຕ້ອນ​ຮັບ​ນັກ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດຫຼາຍກວ່າ 200 ຄົນ​ເຂົ້າ​ຮ່ວມ. ​ໃນ​ສຸນທອນພົດ​ໄຂ​ກອງ​ປະຊຸມ, ປະທານໂຮ່ຈີ​ມິນ​ໄດ້​ຢືນຢັນ​ວ່າ: “ວັດທະນະທຳ​ໃໝ່​ຂອງ​ຫວຽດນາມ​ຕ້ອງຖື​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ, ຂອງ​ຊາດ​ເປັນ​ພື້ນຖານ, ຕ້ອງ​ຮຽນ​ຮູ້​ສິ່ງ​ດີງາມ​ໃນວັດທະນະທຳຂອງ​ຕ່າງປະ​ເທດ, ສ້າງ​ວັນ​ທະນາະທຳຫວຽດນາມ, ​ເຮັດ​ໃຫ້ວັດທະນະທຳ​ໃໝ່​ສາມາດ​ແກ້​ໄຂ​ການ​ສໍ້​ລາດ​ບັງ​ຫຼວງ ຄວາມ​ຂີ້​ຄ້ານ ຄວາມ​ຟຸມ​ເຟືອຍ ການ​ໃຊ້​ຈ່າຍ​ສິ້ນ​ເປືອງ​ໄດ້, ຕ້ອງ​ເຮັດ​ໃຫ້​ທຸກ​ຄົນມີ​ອຸດົມຄະຕິ​ໃນ​ຄວາມ​ເປັນ​​ເຈົ້າ​ຕົນ​ເອງ​ແລະ​ເປັນເອກະລາດ​”(2). ​ເພິ່ນ​ຢືນຢັນຕ້ອງ “ເອົາວັດທະນະທຳມາ​ສ່ອງ​ທາງໃຫ້ປະເທດຊາດ(3).

ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາ​ດຊຸດ​ທີ 1 ​ເປັນ​ຕົວ​ແທນ​ໃຫ້ວັດທະນະທຳການ​ເມືອງ​ທີ່​ເຊິດ​ຊູ​ປະຊາທິປະ​ໄຕ, ຄວາມ​ສາມັກ​ຄິ, ​ເອົາ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ - ປະ​ເທດ​ຊາດ​ຂຶ້​ນເໜືອ, ຂຶ້ນ​ເທິງ​ໝົດ; ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ປັບປຸງ, ກໍ່ສ້າງ​ລັດຖະບານ​ແລະ​ບັນ​ດອົງການ​ອື່ນ​ຂອງ​ລະບົບ​ຈັກ​ແຫ່ງ​ລັດ; ປະຕິບັດ​ຢ່າງສຳ​ເລັດ​ມີ​ໄຊ ບັນດາ​ໜ້າ​ທີ່​ຕ້ານສັດຕູ “​ຄວາມ​ອຶດ​ຫີ​ວ”, “​ຄວາມ​ໂງ່​ຈ້າ”, “ສັດຕູຜູ້ຮຸກຮານ”, ກໍ່ສ້າງລະບົບ​ວັດທະນະທຳ​ໃໝ່.  ​ໂດຍ​ຮັບ​ຮູ້​ແຈ້ງ​ບົດບາດ​ຂອງລັດຖະທຳມະນູນ ​ແລະ ​ກົດໝາຍ ​ໃນ​ການ​ສ້າງ​ປະຊາທິປະ​ໄຕ, ນະວັດຕະກໍາທາງວັດທະນະທຳ​, ໃນ​ຖາ​ນະ​ເປັນ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ຮ່າງ​ລັດຖະທຳມະນູນ, ປະທານ​ໂຮ່ຈີ​ມິນ​ໄດ້​ຕັ້ງໜ້າ​ແລະ​ຮີບ​ດ່ວນ​ໃນ​ການ​​ຊີ້​ນຳ​ການ​ສ້າງ​ແລະ​ປະກາດ​ໃຊ້ລັດຖະທຳ​ມະນູນ. ລັດຖະທຳ​ມະນູນສະບັບທຳຖືກ​ຮັບຮອງ​ໂດຍ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 1 ​ໃນ​ວັນ​ທີ 9 ພະຈິກ 1946. ລັດຖະທຳ​ມະນູນປີ 1946 ສັ້ນ​ແລະຮັດກຸມຫຼາຍ, ນອກຈາກຄຳນຳ, ມີ 7 ພາກ, 70 ມາດຕາ, ສະທ້ອນໃຫ້ເຫັນເຖິງການ​ສືບ​ທອດ​ຄຸນຄ່າ​ທາງອຸດົມການ, ວັດທະນະທຳມູນ​ເຊື້ອ​ອັນ​ດີງາມ​ຂອງຊາ​ດ, ​ເລືອກຮັບ​ເອົາ​ແກ່ນສານ​ຂອງວັດທະນະທຳມະນຸດ, ​ໂດຍ​ສະ​ເພາະ​ແມ່ນ​ ແນວ​ຄິດ​ກ່ຽວ​ກັບ​ການຈັດ​ຕັ້ງ ​ແລະ ​ການ​ເຄື່ອນ​ໄຫວຂອງ​ລັດ​ທີ່​ອີງ​ໃສ່​ຫຼັກການອຳນາດ​ກົດໝາຍ. ຈິດ​ໃຈ​ດັ່ງກ່າວ​ຖືກ​ປະທານ​ໂຮ່ຈີ​ມິນ​ເນັ້ນ​ໜັກ​ໃນຄຳປາ​ໄສ​ປິດ​ກອງ​ປະຊຸມ​ຄັ້ງ​ທີ​ສອງຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 1: “ພາຍຫຼັງ​ການສ້າງ​ຕັ້ງ​ລັດ​ໃໝ່​ອິດ​ສະລະ​ພາບ 14 ​ເດືອນ, ລັດຖະທຳ​ມະນູນ​ສະບັບ​ທຳ​ອິດ​ໃນ​ປະຫວັດສາດ​ຂອງ​ປະ​ເທດ​ໄດ້​ຖືກ​ສ້າງ​​ຂຶ້ນ. ລັດຖະທຳ​ມະນູນສະບັບນີ້​ຍັງ​ເປັນ​ຮ່ອງຮອຍທາງ​ປະຫວັດສາດ. ລັດຖະທຳ​ມະນູນສະບັບ​ທຳ​ອິດ​ໃນ​ພາກ​ພື້ນອາຊີ​ຕາ​ເວັນ​ອອກ​​ແຫ່ງນີ້... ລັດຖະທຳ​ມະນູນສະບັບ​ນີ້​ໄດ້​ປະກາດ​ໃຫ້​ໂລກ​ຮູ້​ວ່າ ຫວຽດນາມ​ເປັນ​ເອກະລາດ. ລັດຖະທຳ​ມະນູນສະບັບ​ນີ້​ໄດ້​ປະກາດ​ໃຫ້​ໂລກ​ຮູ້​ວ່າ ປະຊາຊົນຫວຽດ​ນາມ​ມີ​ສິດ​ເສລີ​ທັງ​ໝົດ. ລັດຖະທຳ​ມະນູນສະບັບ​ນີ້ໄດ້​ປະກາດ​ໃຫ້​ໂລກ​ຮູ້​ວ່າ ແມ່​ຍິງ​ຫວຽດ​ນາມ​ໄດ້​ມີ​ຄວາມ​ສະ​ເໝີ​ພາບ​ກັບ​ຜູ້​ຊາຍ​ ເພື່ອ​ມີ​ສິດ​ເສ​ລີ​ພາບ​ທັງ​ໝົດ​ຂອງ​ພົນ​ລະ​ເມືອງ. ລັດຖະທຳ​ມະນູນສະບັບ​ນີ້​ໄດ້​ເຊີ​ດຊູ​ຈິດ​ໃຈ​ສາມັກຄີ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ບັນດາ​ເຜົ່າ​​ໃນຫວຽດນາມ ​ແລະ ຈິດ​ໃຈ​ແຫ່ງ​ຄວາ​ມຊື່ສັດ​ສຸຈະລິດ​ ແລະ ຄວາມ​ຍຸຕິ​ທຳຂອງ​ບັນດາຊົນ​ຊັ້ນ(4). ລັດຖະທຳ​ມະນູນປີ 1946 ບັນຈຸ​ບັນດາ​ຄຸນຄ່າ​ທີ່​ຍິ່ງ​ໃຫຍ່​ຂອງ​ຍຸກ​ສະ​ໄໝ ​ແລະ ​ເລິດ​ເຊິ່ງທາງວັດທະນະທຳ; ສະ​ແດງ​ເຈດຈຳນົງ​ຂອງ​ປະຊາຊົນ, ຄວາມ​ຮັບຜິດຊອບ​ແລະ​ການ​ຕັດສິນ​ໃຈ​ຢ່າງ​ສະຫຼາດ​ສ່ອງ​ໃສ​ຂອງ​ສະພາ​ແຫ່ງ​ຊາດ.

ໃນ​ສະພາບ​ການ​ຕໍ່ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ, ສະພາ​ແຫ່ງ​ຊາດ​ຍັງ​ບໍ່​ທັນ​ມີ​ເງື່ອນ​ໄຂ​ປະກາດ​ໃຊ້​ກົດໝາຍ​ຕ່າງໆ​ເພື່ອ​ຄຸ້ມ​ຄອງ​ປະ​ເທດ, ຍັງ​ຕ້ອງ​ບໍລິຫານ​ປະ​ເທດ​ດ້ວຍດຳລັດ​ຂອງປະທານ​ປະ​ເທດ, ​ແຕ່​ຈິດ​ໃຈ​ປະຊາທິປະ​ໄຕ, ອຳນາດ​ກົດໝາຍ, ມະນຸດອາລະຍະທຳ ຂອງ​ລັດຖະທຳມະນູນປີ 1946 ​ໄດ້​ປຸກ​ຕື່ນ​ແລະ​ເສີມ​ຂະຫຍາຍ​ສຸດ​ຂີດ ກຳລັງແຮງຂອງ ວັດທະນະທຳ​ແລະ​ຄົນ​ຫວຽດນາມ, ສ້າງ​ເປັນກຳລັງແຮງສັງ​ລວມເພື່ອ​ໄຊຊະນະ​ຂອງ​ຊາດ ​ເມື່ອ​ກຳລັງ​ວັດຖຸ-​ເຕັກນິກອຽງ​ໄປ​ທາງ​ສັດຕູ.

ພາຍຫຼັງ 9 ປີ​ແຫ່ງ​ການ​ຕໍ່ສູ້​ຕ້ານ​ຝຣັ່ງ​ທີ່​ເຕັມ​ໄປ​ດ້ວຍ​ການ​ເສຍສະຫຼະ ​ແລະ ຄວາມ​ລຳບາກ, ​ໃນປີ 1957, ປະທານ​ໂຮ່ຈີ​ມິນ​ໄດ້​ລົງ​ນາມ​ແລະປະກາດ​ໃຊ້​ ກົດໝາຍຄວບ​ຄຸມລະບອບສື່​ມວນ​ຊົນ​; ກ່ຽວ​ກັບ​ສິດ​ເສລີ​ໃນ​ການຊຸມນຸມ ​ແລະ ສິດທິ​ໃນ​ການສະມາຄົມ; ສິດ​ເສລີພາບ​ທາງ​ຮ່າງ​ການ, ສິດທິ​ທີ່​ຍຶດຄອງ​ບໍ່​ໄດ້ສຳລັບ​ບ້ານ​ເຮືອນ ສິ່ງ​ຂອງ ​ແລະ​ຈົດໝາຍ​ຂອງ​ປະຊາຊົນ. ພາຍ​ໃຕ້​ການ​ນຳພາ​ຂອງປະທານ​ໂຮ່ຈີ​ມິນ ​ແລະ​ ພັກ​ແຮງ​ງານ​ຫວຽດ​ນາມ (ປະຈຸ​ບັນ​ແມ່ນພັກ​ກອມ​ມູນິດ​ຫວຽດນາມ), ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາລັດຖະທຳ​ມະນູນປີ 1959 ພ້ອມ​ກັບ​ບັນດາ​ກົດໝາຍກ່ຽວ​ກັບ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ລັດ​ ເຊັ່ນ: ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ຜູ້​ແທນ​ສະພາ​ແຫ່ງ​ຊາດ, ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສະພາ​ແຫ່ງ​ຊາດ, ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ຄະນະ​ລັດຖະບານ, ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສານ​ປະຊາຊົນ, ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ອົງການ​ໄອ​ຍະ​ການ​ປະຊາຊົນ..., ສ້າງ​ພື້ນຖານ​ກົດໝາຍ​ທີ່ສຳຄັນ​ເພື່ອ​ໃຫ້​ລັດຈັດ​ຕັ້ງ​ແລະ​ເຄື່ອນ​ໄຫວ​ຕາມລັດຖະທຳ​ມະນູນ ​ແລະ​ ກົດໝາຍ. ລັດຖະທຳ​ມະນູນປີ 1946, ລັດຖະທຳ​ມະນູນປີ 1959 ​ແລະ ​ບັນດາ​ກົດໝາຍ​ທີ່​ກ່າວ​ມາ​ຂ້າງ​ເທິງ ​ໄດ້​ຫັນ​ທັດສະນະ ​ແນວທາງ​ຂອງ​ພັກ​ເປັນ​ນິຕິ​ກຳ, ສະ​ແດງ​ເຖິງ​ຄວາມ​ເລິກ​ເຊິ່ງ​ໃນ​ແນວ​ຄິດວັດທະນະທຳການ​ເມືອງ, ວັດທະນະທຳກົດໝາຍ​ຂອງ​ປະ​ທານ​ໂຮ່ຈີ​ມິນ, ​ໂດຍ​ສະ​ເພາະ​ແມ່ນ ​ຈິດ​ໃຈ​ຄຸ້ມ​ຄອງ​ສັງຄົມ​ດ້ວຍ​ກົດໝາຍ, ​ເຊີດ​ຊູ​ຫຼັກການອຳນາດ​ກົດໝາຍ, ຄວາມ​ສາມັກຄີ, ມະນຸດ​ອາລະ​ຍະ​ທຳ​ແລະ ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ.

​ແນວ​ຄິດ​ໂຮ່ຈີ​ມິນ​ກ່ຽວ​ກັບວັດທະນະທຳ, ສາຍ​ພົວພັນ​ລະຫວ່າງວັດທະນະທຳກັບ​ກົດໝາຍ​ ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ເຕີມ ພັດທະນາ ​ແລະ ປັບປຸງ​ໃຫ້​ສົມບູນ​ ໂດຍ​ເພິ່ນ​ໃນ​ຫຼາຍ​ປີ​ຕໍ່​ໄປ. ຕາມ​ນັ້ນ, ວັດທະນະທຳ​ແລະ​ກົດໝາຍມີຄວາມສໍາພັນ​ແບບ​ສັດຈະ​ວິພາກ​ແລະ​ອິນ​ຊີ; ວັດທະນະທຳດ້ານ​ໜຶ່ງ, ມີອິດທິພົນຢ່າງ​​ໃຫຍ່​ຫຼວງຕໍ່ກົດຫມາຍ; ດ້ານອື່ນ, ກົດໝາຍ​ສ້າງ​ປະຖົມ​ປັດ​ໄຈ, ພື້ນຖານ​ກຳລັງ​ແຮງ ​ເພື່ອ​ພັດທະນາ​ວັດທະນະທຳ ​ແລະ ສ້າງຄົນ. ວັດທະນະທຳ​ເປັນ​ແຮງ​ຜັກ​ດັນ​ທີ່ສຳຄັນ​ຫຼາຍ ​ໃນ​ການ​ພັດທະນາ​ສັງຄົມ. ກົດໝາຍ​ໄດ້​ຮັບ​ການ​ກຳນົດ​ແລະ​ບັງຄັບ​ໃຊ້​ໂດຍ​​ທົ່ວ​ປວງ​ຊົນ ​ເພື່ອ​ສະ​ແດງ​ເຈດຈຳນົງ​ແລະ​ຄວາມ​ປາດ​ຖະໜາ​ຂອງ​ພວກ​ເຂົາ, ຮັບປະກັນ​ຄວາມ​ເປັນ​ທຳ, ຄວາມ​ສະ​ເໝີ​ພາບ ​ແລະ ມະນຸດ​ອາລະຍະທຳ​ຂອງ​ສັງຄົມ. ວັດທະນະທຳ​ແລະ​ກົດໝາຍ​ແມ່ນ​ເພື່ອ​ປະຊາຊົນ, ​ເພື່ອ​ການພັດທະນາຂອງ​ສັງຄົມ, ລ້ວນແຕ່ມຸ່ງສູ່ຄຸນຄ່າ​ແຫ່ງຄວາມຈິງ - ຄວາມດີ - ຄວາມງາມ.

ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຮ່ວມການເປີດ “ສັບປະດາມະຫາສາມັກຄີບັນດາຊົນເຜົ່າ - ມໍລະດົກວັດທະນະທຳຫວຽດນາມ” ປີ 2021 _ພາບ: ເອກະສານຂໍ້ມູນ

ກວ່າ 76 ປີ​ທີ່​ຜ່ານ​ມາ, ບົນ​ພື້ນຖານ​ແນວ​ຄິດ​ໂຮ່ຈີ​ມິນ, ທັດສະນະ ​ແນວທາງ ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ໄດ້​ຮັບ​ການ​ຫັນ​ເປັນ​ນິຕິ​ກຳ ​​ເປັນ​ນະ​ໂຍບາຍ ກົດໝາຍ​ຂອງ​ລັດ, ຜ່ານ​ນັ້ນ​ ຮັບຮອງ​ໃຫ້​ແນວທາງ ​ແລະ ມະຕິ​ຂອງ​ພັກ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເຂັ້ມ​ງວດ ​ແລະ​ມີ​ປະສິດທິ​ຜົນ​ໃນ​ຂອບ​ເຂດ​ທົ່ວ​ສັງຄົມ. ນະ​ໂຍບາຍ​ແລະກົດໝາຍ​ຂອງ​ລັດ ​ແມ່ນ​ວິທີທາງ​ທີ່​ຊ່ວຍ​ລັດ​ຄຸ້ມ​ຄອງບໍລິຫານ​ຊີວິດ​ໃນ​ທຸກ​ດ້ານ, ປະຊາຊົນ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ປະຕິບັດ​ສິດ​ແລະ​ພັນທະ​ຂອງ​ຕົນ​ຢ່າງ​ຖືກຕ້ອງ.

​ໃນ​ຂະ​ບວນການນຳພາ​ການ​ປະຕິວັດ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຢັ້ງຢືນ​ສະ​ເໝີ​ວ່າ, “ການ​ຄົ້ນຄວ້າ, ຮ່ຳຮຽນ ​ແລະ ໝູນ​ໃຊ້ລັດ​ທະ​ມາກ-​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນ​ຢ່າງ​ປະດິດ​ສ້າງ​ ແມ່ນ​ໜ້າ​ທີ່ສຳຄັນ, ​ເປັນ​ປະຈຳຂອງ​ພະນັກງານ ສະມາຊິກ​ພັກ ​ແລະ ຂອງ​ປະຊາຊົນ​ທັງ​ໝົດ. ການ​ຄົ້ນຄວ້າ, ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແນວ​ຄິດ, ຄຸນສົມບັດ ​ແລະ​ແບບ​ແຜນ​ໂຮ່ຈີ​ມິນ ​ແມ່ນ​ເພື່ອປະຕິບັດ​ໃຫ້​ຖືກຕ້ອງ​ຕາມ​ຈິດ​ໃຈ​ທີ່​ເພິ່ນ​ໄດ້​ຕັກ​ເຕືອນ​ຄື: ​ຮຽນ​ເພື່ອ​ເຮັດ​ວຽກ​, ​ເປັນ​ຄົນ, ​ເປັນ​ພະນັກງານ; ຮຽນ​ເພື່ອຮັບ​ໃຊ້​ອົງຄະນະ(5), ຮັບ​ໃຊ້​ຊົນ​ຊັ້ນ ​ແລະ ປະຊາຊົນ, ຮັບ​ໃຊ້​ປະ​ເທດ​ຊາດ ​ແລະ ມະນຸດຊາດ. ການ​ຄົ້ນຄວ້າ, ຮ່ຳຮຽນ ​ແລະ ໝູນ​ໃຊ້​ແນວ​ຄິດ​ໂຮ່ຈີ​ມິນ ​ແລະ ​ແນວທາງ ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ກ່ຽວ​ກັບ​ລັດ​ແລະ​ກົດໝາຍ, ກ່ອນ​ອື່ນ​ໝົດ​ ແມ່ນ​ຕ້ອງ​ສ້າງ​ແລະ​ປັບປຸງ​ບູລະນະ​ລັດ​ແຫ່ງອຳນາດ​ກົດໝາຍສັງຄົມ​ນິຍົມ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ. ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ຫຼາຍ​ຄັ້ງ​ທີ່​ຜ່ານ​ມາ​ມໍ່​ນີ້ ລ້ວນ​ແຕ່​ເນັ້ນ​ໜັກ​ເຖິງ​ເປົ້າ​ໝາຍ ​ແລະ ຄວາມ​ຕ້ອງການ​ກໍ່ສ້າງລັດ​ແຫ່ງອຳນາດ​ກົດໝາຍສັງຄົມ​ນິຍົມ​, ​ໂດຍ​ສະ​ເພາະ​ແມ່ນ​ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ, ຖື​ວ່າ​ນີ້​ເປັນ​ໜ້າ​ທີ່​ຈຸດ​ສຸມ​ໃນ​ການ​ປ່ຽນ​ແປງ​ໃໝ່​ລະບົບ​ການ​ເມືອງ.

​ໃນ​ສະພາບ​ການ​ທີ່​ປະ​ເທດ​ພວມ​ກ້າວ​ເຂົ້າ​ສູ່​ໄລຍະການ​ພັດທະນາ​ໃໝ່ທີ່​​ເປັນ​ບາດ​ລ້ຽວທີ່ສຳຄັນ, ດ້ວຍ​ການ​ກະທົບ​ຫຼາຍ​ດ້ານ​ຂອງ​ເສດຖະກິດ​ຕະຫຼາດ, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີສີ່, ບັນດາ​ຄຸນຄ່າວັດທະນະທຳອັນ​ເປັນ​ມູນ​ເຊື້ອ​ຂອງ​ຊາດ ​ໄດ້​ຮັບ​ການ​ສືບ​ທອດ​ແລະ​ເສີມ​ຂະຫຍາຍ, ພ້ອມກັນ​ນັ້ນ​ ກໍ​​ເລືອ​ກຮັບ​ເອົາ​ແກ່ນສານວັດທະນະທຳຂອງ​ມະນຸດຊາດ, ​ເພີ່ມ​ເຕີມ​ແລະ​ພັດທະນາ​ບັນດາ​ຄຸນຄ່າ​ໃໝ່​ເຊັ່ນ ​ເສລີພາບ, ປະຊາທິປະ​ໄຕ, ທັນ​ສະ​ໄໝ, ສີວິ​ໄລ...ບັນດາ​ລັກສະນະ​ແລະ​ຄຸນ​ນະ​ທາດ​ພື້ນຖານຂອງວັດທະນະທໍາ ​ແລະ ຜູ້​ຄົນ​ຫວຽດນາມ ຈາກ​ປະ​ເພ​ນີ​ເຖິງ​ທັນ​ສະ​ໄມີ​ຄວາມ​ໝາຍ​ຕັ້ງໜ້າ​ທີ່​ສຸດ, ຕ້ອງ​ໄດ້​ປຸກ​ຕື່ນ, ເສີມ​ຂະຫຍາຍ​ຢ່າງ​ແຂງ​ແຮງ ​ແລະ ຫັນ​ເປັນ​ແຫຼ່ງ​ກຳ​ລັງ​ພາຍ​ໃນ, ພື້ນ​ຖານ​ຈິດ​ໃຈ, “ກຳ​ລັງ​ນຸ່ມ​ນວນ” ຂອງ​ປະ​ເທດ​ ເພື່ອ​ກ້າວ​ໄປ​ສູ່​ອະ​ນາ​ຄົດ​ອັນ​ສວຍ​ງາມ.

ຊາບ​ຊຶມ​ແນວ​ຄິດ​ຂອງ​ປະທານ​ໂຮ່ຈີ​ມິນທີ່​ວ່າການ​ກໍ່ສ້າງ​ລະບົບວັດທະນະທຳ​ໃໝ່​ຂອງ​ປະ​ເທດ​ຕ້ອງ​ຖື​ເອົາ​ຄວາມສຸກ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ, ຂອງ​ຊາດ​ເປັນ​ພື້ນຖານ, “ວັດທະນະທຳສ່ອງ​​ທາງ​ໃຫ້​ຊາດ​ໄປ”, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ສະພາ​ແຫ່ງ​ຊາດ​ໃນ​ຖານະ​ຕົວ​ແທນ​ສູງ​ສຸດ​ຂອງ​ປະຊາຊົນ, ອົງການອຳນາດ​ລັດ​ສູງ​ສຸດ, ຕາງໜ້າ​ໃຫ້​ເຈດ​ຈຳນົງ​ແລະ​ຄວາມ​ມຸ່ງ​ມາດ​ປາ​ຖະໜາ​ຂອງ​ປະ​ຊາ​ຊົນ​, ສະພາ​ແຫ່ງ​ຊາດຍາມ​ໃດ​ກໍ່​ໃຫ້​ຄວາມ​ສຳຄັນ​ທີ່​ສຸດ​ກັບ​ການຫັນ​ທັດສະນະ​ແລ​ະ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ເປັນ​ນິຕິ​ກຳ, ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ, ຜ່ານ​ບັນ​ດາ​ຄວາມ​ຕັດ​ສິນ​ໃຈ​ສຳ​ຄັນ​ເພື່ອ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ ແລະ ຜູ້​ຄົນ​ຫວຽດ​ນາມ, ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ປະ​ເທດ​ຢ່າງ​ຍືນ​ຍົງ.

ສະພາ​ແຫ່ງ​ຊາດ, ຄະນະກຳມະການ​ປະຈຳສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດຮັບ​ຮູ້​ຢ່າງ​​ເລິກ​ເຊິ່ງວ່າ, ວັດທະນະທຳ​ແມ່ນ​ພື້ນຖານ​ຈິດ​ໃຈ​ຂອງ​ສັງຄົມ, ທັງ​​ເປັນ​ເປົ້າ​ໝາຍ, ທັງ​ເຫັນກຳລັງ​ໜູນ​ຂອງການ​ພັດທະນາ​ສັງຄົມ ​ແລະ ຜູ້​ຄົນ; ​ແມ່ນກຳລັງ​ແຮງ​ພາຍ​ໃນທີ່​ສຳຄັນຂອງ​ປະ​ເທດ, ມັນ​ມີ​ແຮງ​ແຜ່​ກະຈາຍ ​ແລະ ຊຶມ​ເລິກ​ເຂົ້າ​ໄປ​ໃນ​ການ​ເຄື່ອນ​ໄຫວ​ສັງຄົມ​ທັງ​ໝົດ, ​ໃນ​ນັ້ນມີ​ຂົງ​ເຂດ​ກົດໝາຍ. ເພື່ອ​ໃຫ້ວັດທະນະທຳຊຶມ​ເລິກ​ເຂົ້າ​ໃນບັນ​ດາ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ, ​​ການ​ສ້າງ​ແລະ​ປະກາດ​ໃຊ້​ເອກະສານ​ທາງກົດໝາຍ​ຕ້ອງ​ໄດ້​ປະຕິບັດ​ບົນ​ຈິດ​​ໃຈຂອງ​ການຮັກ​ສາ ​ແລະ ​ເຊີດ​ຊູ​ຄຸນຄ່າ​ທີ່​ດີງາມ, ຍືນຍົງ​ໃນ​ກະ​ແສ​ວັດທະນະທຳຂອງຊາດ. ກົດໝາຍ​ສະ​ບັດ​​ໃດໆ​ກໍ່​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ສອດຄ່ອງ​ກັບ​ເອກະ​ລັກວັດທະນະທຳປະຈຳ​ຊາດ ​ແລະ ມຸ່ງ​ສູ່​ເປົ້າ​ໝາຍ​ການ​ກໍ່ສ້າງ ​ແລະ ພັດທະນາ​ວັດທະ​ນະທຳ​ແລະ​ຜູ້​ຄົນ​ຫວຽດນາມ. ຖ້າ​ຂາດ​ຄຸນຄ່າ​ເຫຼົ່ານີ້, ກົດໝາຍ​ບໍ່​ພຽງ​ແຕ່​ຂາດ​ລັກສະນະ​ປະຊາທິປະ​ໄຕ, ລັກສະນະ​ອາລະຍະທຳ​ມະນຸດ​ເທົ່າ​ນັ້ນ ​ແຕ່ກໍ່​ບໍ່​ສອດຄ່ອງ​ກັບ​ມູນ​ເຊື້ອວັດທະນະທຳຫວຽດນາມ​ ເຊິ່ງ​ໄດ້​ຮັບ​ການ​ສ້າງຂຶ້ນ​ແລະ​ເພີ່ມ​ພູນ​ເປັນ​ເວລາ​ນັບ​ພັນ​ປີ​ຂອງ​ປະ​ຫວັດ​ສາດ​.

ລັດຖະທຳ​ມະນູນ ​ແລະ​ ປະມວນ​ກົດໝາຍ​ຕ່າງໆ​ ​ໄດ້​ສ້າງ​ຕັ້ງ​ບັນດາ​ສະ​ຖາ​ບັນ​ສຳຄັນ ​ແລະພື້ນຖານ, ຢືນຢັນ​ສິດທິ​ມະນຸດ, ສິດ​ກໍ່ສ້າງ​ແລະຊົມ​​ໃຊ້​ວັດທະນະທຳ ​ຂອງ​ພົນລະ​ເມືອງຫວຽດນາມທຸກ​ຄົນ; ຮັບ​ໃຊ້​ເປົ້າໝາຍ​ການຮັກສາ ​ແລະ ພັດທະນາ​ວັດທະນະທຳ ຫວຽດນາມຢູ່ໃນ​ແລະ​ຕ່າງປະ​ເທດ; ຮັບປະກັນ​ໃຫ້​ປະຊາຊົນ​ທຸກ​ຄົນ​ມີ​ຄວາມ​ສະ​ເໝີ​ພາບ​ໃນ​ການ​ປະດິດສ້າງ​ແລະ​ຊົມ​​ໃຊ້ວັດທະນະທຳ, ​ໄດ້ສະແດງຄວາມ​ເຫັນ ​ແລະ ສະແດງຄວາມ​ປາຖະໜາ​ສ່ວນ​ຕົວທີ່ຖືກຕ້ອງຕາມກົດາຍຂອງຕົນ; ​ໄດ້​ຮັບ​ການ​ເຄົາລົບ ​ແລະ ຮັບ​ຮູ້​ບັນດາ​ຮີດຄອງ​ປະ​ເພນີ, ປະຫວັດສາດ, ຄວາມ​ຫຼາກ​ຫຼາຍ​ດ້ານ​ວັດທະນະທຳ ​ຂອງ​ປະຊາ​ຄົມ 54 ຊົນ​ເຜົ່າ​ຫວຽດນາມ. ນັບແຕ່​ລັດຖະທຳ​ມະນູນ​ສະບັບ​ທຳ​ອິດ (ປີ 1946) ມາ​ຮອດ​ປະຈຸ​ບັນ, ບັນດາ​ເນື້ອ​ໃນ​ຫຼັກ ​ແລະ ພື້ນຖານຂອງ​ວັດທະນະທຳ ​ໄດ້​ຮັບ​ການ​ສືບ​ທອດ, ສະ​ແດງ​ໃຫ້​ເຫັນ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ຕະຫຼອດ​ການ. ພິ​ເສດ, ​ໃນລັດຖະທຳ​ມະນູນປີ 2013, ບັນດາ​ເນື້ອ​ໃນ​ຂອງວັດທະນະທຳ​ໄດ້​ຮັບ​ການ​ກຳນົດ​ຢ່າງຮອບດ້ານ​, ອຸດົມສົມບູນ, ມີ​ຫຼາຍ​ຈຸດ​ໃໝ່, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​ຂອງ​ລັດ ​ໃນ​ການ​ຫັນ​ໂຄງການ​ການ​ເມືອງ​ຂອງ​ພັກ​ເປັນ​ນິຕິກຳ ກ່ຽວ​ກັບ​ການ​ສ້າງ​ລະບົບວັດທະນະທຳຫວຽດນາມທີ່​ກ້າວໜ້າ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ເອກະລັກ​ປະຈຳຊາດ, ພັດທະນາ​ຢ່າງຮອບດ້ານ, ​ເປັນ​ເອກະ​ພາບ​ໃນ​ຄວາມ​ຫຼາກ​ຫຼາຍ, ​ເຊື່ອມ​ຊຶມ​ຢ່າງ​ເລິກ​ເຊິ່ງ​ເຖິງຈິດ​ໃຈ​ມະນຸດສະທຳ, ປະຊາທິປະ​ໄຕ, ວິທະຍາສາດ ​ແລະ ຄວາມ​ກ້າວໜ້າ.

ທັດສະນະ ມະນຸດ​ເປັນ​ໃຈກາງ, ທັງ​ເປັນ​ເຈົ້າ​ຂອງ​ຂອງ​ຍຸດ​ທະ​ສາດ​ການ​ພັດທະນາວັດທະນະທຳ”, “​ພັດທະນາວັດທະນະທຳ​ເພື່ອຄວາມສົມບູນ​ແບບຂອງບຸກ​ຄະ​ລິກ​ກະພາບ​ຂອງ​ມະ​ນຸດ ແລະ ສ້າງ​ຄົນ​ເພື່ອ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ” ໄດ້​ຮັບ​ການ​ຊາບ​ຊຶມ​ໂດຍ​ຄະນະກຳມະການປະຈຳສະພາ​ແຫ່ງ​ຊາດ ​ເພື່ອ​ຊີ້​ນຳ​ການ​ທົບ​ທວນ​, ການສ້າງ​, ການ​ປະ​ກາດ​ໃຊ້​, ການ​ດັດ​ແກ້​, ການ​​ເພີ່ມ​ເຕີມ, ກ້າວ​ເຖິງ​ການປັບປຸງ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ​, ປະກອບສ່ວນ​ປົກ​ປ້ອງ​ຮາກ​ຖານ​ແນວ​ຄິດ​ຂອງ​ພັກ, ກຳນົດ​​ມາດຕະ​ຖານດ້ານ​ຈັນ​ຍາ​ບັນ, ສ້າງບຸກ​ຄະ​ລິກ​ກະພາບ, ວິ​ຖີ​ຊີວິດ, ​ແບບດຳຊີ​ວິດ​ທີ່​ດີ ແລະ ອາລະຍະທຳ; ກໍ່ສ້າງ​ຄົນ​ທີ່​ມີ​ໂລກ​ກະ​ທັດ​ວິທະຍາສາດ, ມຸ່ງ​ໄປ​ສູ່​ຄວາມ​ຈິງ - ຄວາມ​ດີ - ຄວາມ​ງາມ; ຕິດ​ແໜ້ນ​ການ​ສ້າງ, ຝຶກ​ຝົນ​ຄຸນສົມບັດ​ສິນ​ທຳ ​ກັບການ​ປະຕິບັດ​ສິດທິ​ມະນຸດ, ສິດ​ແລະ​ພັນທະ​ພື້ນຖານ​ຂອງ​ພົນລະ​ເມືອງ.

ສະພາ​ແຫ່ງ​ຊາດ, ຄະນະ​ກຳມະການ​ປະຈຳ​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບົດບາດ, ຄວາມສຳຄັນຂອງ​ວັດທະນະທຳ, ການ​ສຶກສາ ​ແລະ ວິທະຍາສາດ​ ຕໍ່​ການ​ພັດທະນາ ​ແລະ ການ​ຄົງ​ຕົວ​ຂອງ​ປະ​ເທດ. ບັນດາ​ນະ​ໂຍບາຍ​ທີ່​ຖືກຕ້ອງ​ກ່ຽວ​ກັບການ​ສຶກສາ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ​ໄດ້​ປະກອບສ່ວນ​ຍົກສູງຂະໜາດ, ຖານະບົດບາດ ​ແລະ ກຳລັງ​ຊ້ອນ​ແຝງຂອງ​ປະ​ເທດ, ທຽບ​ເທົ່າ​ກັບ​ບັນດາ​ປະ​ເທດສຳຄັນ​ໃນ​ຫ້າ​ທະວີບ ​ແລະ ກ້າວ​ຢ່າງ​ໜັກ​ແໜ້ນ​ຂຶ້ນ​ພ້ອມ​ກັນ​ກັບ​ຍຸກ​ສະ​ໄໝ. ສະພາ​ແຫ່ງ​ຊາດ​ໄດ້​ສຸມ​ໃສ່​ການ​ສ້າງ​ກົນ​ໄກ, ນະ​ໂຍບາຍທິດ​ທາງ, ຊຸກຍູ້​ການ​ເຄື່ອນ​ໄຫວວັດທະນະທຳ, ການ​ສຶກສາ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ; ຍົກ​ສູງລະດັບ​ຄວາມ​ຮູ້​ຂອງ​ປະຊາຊົນ ​ແລະ ລະດັບວັດທະນະທຳຂອງ​ຄົນ​ຫວຽດນາມ​ ຢ່າງ​ບໍ່​ຢຸດ​ບໍ່​ຢັ້ງ, ສ້າງ​ຊັບພະຍາ​ກອມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ​ຂຶ້ນ​ເລື້ອຍໆ ​ເພື່ອ​ຕອບ​ສະໜອງ​ການ​ພັດທະນາ​ປະ​ເທດ​ຢ່າງ​ໄວ​ແລະ​ຍືນ​ຍົງ

ຫຼາຍ​ນະ​ໂຍບາຍ, ບົດ​ບັນຍັດ​ຂອງ​ກົດໝາຍ​ໄດ້​ຮັບ​ການ​ປະກາດ​ໃຊ້, ປັບປຸງ, ​ເພີ່ມ​ເຕີມ, ປະກອບສ່ວນ​ເຂົ້າ​ໃນ​ການປະຕິບັດ​ໜ້າ​ທີ່ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວວັດທະນະທຳສ້າງ​ເງື່ອນ​​ໄຂອຳນວຍ​ຄວາມ​ສະດວກ​ເພື່​ອຮັກສາ​ແລະ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງ​ມໍລະດົກວັດທະນະທຳ, ​ໂດຍ​ສະ​ເພາະ​ແມ່ນ ​ບັນດາ​ມໍລະດົກ​ວັດທະນະທຳ ​ແລະ ບັນດາ​ບຸລຸດວັດທະນະທຳ ​ທີ່​ໄດ້​ຮັບ​ກຽດ​ຈາກ​ອົງ​ການ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ​ ແລະ ​ວັດ​ທະ​ນະ​ທໍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ (UNESCO); ​ເຊື່ອມຕໍ່ວັດທະນະທຳກັບ​ການ​ພັດທະນາ​ການທ່ອງທ່ຽວ, ອຸດສາຫະກຳວັດທະນະທຳ, ປົກ​ປ້ອງສິດທິ​ໃນ​ຊັບ​ສິນ​ທາງ​ປັນຍາ, ປະກອບສ່ວນ​ໂຄສະນາ​ເຜີຍ​ແຜ່​ພາບ​ພົດ​ຂອງ​ປະ​ເທດ​ແລະ​ຜູ້​ຄົນ​ກວຽດນາມ​ສູ່​ໂລກ; ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວວັດທະນະທຳ, ສິລະ​ປະ, ສຶກສາມູນ​ເຊື້ອ, ກໍ່ສ້າງຄົນໃໝ່; ຍົກ​ສູງ​ບົດບາດ ​ແລະ​ຄວາມ​ຮັບຜິດຊອບຂອງ​ອົງການ​ສື່ມວນ​ຊົນ, ພິມ​ຈຳໜ່າຍ, ສື່ສານ ຂໍ້​ມູນ, ​ເພື່ອສ້າງ​ແຮງ​ຂັບ​ເຄື່ອນ​ແລະ​ດຶງ​ດູດ​ໃຈ​ໃໝ່​ໃນຊີວິດ​ຈິດ​ໃຈ​ຂອງ​ສັງຄົມ.

​ແນວທາງ ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ​​ໄດ້​ສ້າງ​ກົນ​ໄກ​ໃຫ້​​ທັດສະນະກ່ຽວ​ກັບ ​ເສດຖະກິດ​ໃນ​ວັດທະນະທຳ, ວັດທະນະທຳ​ໃນ​ເສດຖະກິດ ກາຍ​ເປັນຄວາມ​ເປັນຈິງຂອງຊີວິດ. ພິເສດ, ລະບົບ​ນະ​ໂຍບາຍ, ກົດໝາຍ​ໄດ້​ກຳນົດຂອບ​ກົດໝາຍ​ໃນ​ເບື້ອງ​ຕົ້ນ ​ເພື່ອ​ພັດທະນາ​ຕະຫຼາດຜະລິດ​ຕະພັນ ​ແລະ ​ບໍລິການວັດທະນະທຳ, ບັນດາ​ຂະ​ແໜງ​ການ​ອຸດ​ສິຫະກຳວັດທະນະທຳ. ນີ້​ແມ່ນ​ພາກສ່ວນສຳຄັນ​ຂອງລະບົບ​ເສດຖະກິດ​ແຫ່ງ​ຊາດ, ປະກອບສ່ວນສຳຄັນ​ເຂົ້າ​ໃນ​ການ​ກໍ່ສ້າງ ​ແລະ ການ​ພັດທະນາ​ລະບົບວັດທະນະທຳຫວຽດນາມທີ່​ກ້າວໜ້າ ​ແລະ ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ເອກະລັກ​ປະຈຳ​ຊາດ.

​ເອກະສານ​ກົດໝາຍ​ຫຼາຍ​ສະບັບ​ໄດ້ກຳນົດ​ເນື້ອ​ໃນ​ການກໍ່ສ້າງວັດທະນະທຳ​ໃນ​ການ​ເມືອງ, ຄ່ອຍໆ​ເຮັດ​​ໃຫ້ບັນດາ​ຄຸນຄ່າວັດທະນະທຳຊຶມ​ເລິກ​ເຂົ້າ​ໃນ​ແນວ​ທາງ ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ​ໃນ​ນະ​ໂຍບາຍ ​ກົດໝາຍ​ຂອງ​ລັດ, ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ລະບົບ​ການ​ເມືອງ, ​ເສີມ​ຂະຫຍາຍ​ປະ​ຊາ​ທິປະ​ໄຕ​ສັງຄົມ​ນິຍົມ, ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ເຂົ້າ​ຮ່ວມ​ໃນ​ຊີວິດ​ການ​ເມືອງ​ຂອງ​ປະ​ເທດ​ຢ່າງ​ຂະຫຍັນ​ຂັນ​ແຂງ​ ແລະ​ມີ​ປະສິດທິ​ຜົນ. ​ໃນ​ນັ້ນ, ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ຂອງສະມາຊິກ​ສະພາ​​ແຫ່ງ​ຊາດ ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່​ ໃນ​ທິດ​ທາງ​ສົ່ງ​ເສີມ​ວັດທະນະທຳການ​ເມືອງ ສອດຄ່ອງ​ກັບ​ຈຸດ​ພິ​ເສດ​ຂອງ​ອົງການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ ​ເຊິ່ງປະທານ​ໂຮ່ຈີ​ມິນ​ໄດ້​ອອກ​ແບບ​ແລະ​ຕັ້ງ​ຮາກ​ຖານ, ​ໂດຍ​ສະ​ເພາະ​ແມ່ນ​ແບບ​ແຜນ, ວີ​ທິ​ເຮັດ​ວຽກທີ່​ມີ​ປະຊາທິປະ​ໄຕ, ສາມັກຄີ, ມີ​ຄວາມ​ຮັບຜິດຊອບ ​ແລະ​ ມີ​ປະສິດທິ​ຜົນ ​ໂດຍ​ອີງ​ໃສ່​ຫຼັກການອຳນາດ​ກົດໝາຍ, ຮັບ​ໃຊ້​ປະ​ເທດ​ຊາດ ຮັບ​ໃຊ້​ປະຊາຊົນ.

​ໃນ​ວິວັດທະນາ​ການ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຫວຽດນາມ​ໄດ້​ໃຫ້​ສັດຕະຍາບັນ ຫຼື​ເຂົ້າ​ຮ່ວມ​ໃນ​ເກືອບ​ທຸກ​ອະນຸ​ສັນຍາ​ສາກົນ​ວ່າ​ດ້ວຍ​ສິດທິ​ມະນຸດ, ​ໃນ​ນັ້ນ​ມີ​ບັນດາ​ສິດ​ກ່ຽວ​ກັບວັດທະນະທຳ, ຫວຽດນາມມີ​ການ​ພົວພັນ​ຮ່ວມ​ມືທາງ​ດ້ານ​ວັດທະນະທ​ກັບ​ຫຼາຍ​ປະ​ເທດ ​ແລະ ​ເຂດ​ແດນ​. ສະ​ພາ​ແຫ່ງ​ຊາດ​ຍາມ​ໃດ​ກໍ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ລະ​ບຽບ​ການ ແລະ ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ, ຫັນ​ເປັນ​ກົດໝາຍ​ພາຍ​ໃນ​ເຂົ້າ​ໃນ​ລະບົບ​ກົດໝາຍ​ຫວຽດນາມ, ຊຸກຍູ້​ແລະ​ປົກ​ປ້ອງ​ບັນດາ​ສິດທິ​ພື້ນຖານ​ຂອງ​ມະນຸດ, ລວມທັງ​ສິດທິ​ທາງດ້ານວັດທະນະທໍາ ຕາມຫຼັກກົດບັດສະຫະປະຊາຊາດ ​ແລະ​ມາດຕະຖານ​ໃນ​ສົນທິສັນຍາ​ສາກົນ​ທີ່​ຫວຽດນາມ​ເປັນ​ພາຄີ​ຄຸ່ສັນຍາ; ສ້າງ​ເງື່ອນ​ໄຂ​ເພື່ອ​ແລກປ່ຽນ, ຮ່ວມ​ມື, ​ໂຄສະນາ​ເຜີຍ​ແຜ່ວັດທະນະທຳ, ​ແນະນຳກ່ຽວ​ກັບປະ​ເທດ​​ແລະ​ຜູ້​ຄົນ​ຫວຽດ​ນາມສູ່​ໂລກ

ສະພາ​ແຫ່ງ​ຊາດ​ໄດ້ສຸມ​ໃສ່​ກາ​ຕິດຕາມ​ກວດກາ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ຮັບປະກັນ​ສິດທິ​ມະນຸດ, ສິດທິ​ພົນລະ​ເມືອງ; ກ່ຽວ​ກັບ​ການ​ກໍ່ສ້າງວັດທະນະທຳ ​ແລະ ຜູ້​ຄົນ​ຫວຽດນາມ. ຈັດ​ຕັ້ງ​ການ​ຊັກ​ຖາມຢູ່ສະພາແຫ່ງຊາດ, ຄະນະກຳມະ​ການປະຈຳສະພາ​ແຫ່ງ​ຊາດ, ການ​ອະທິບາຍ​ລາຍ​ງານ​ຢູ່​ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ ​ໃນ​ຫຼາຍ​ບັນຫາ​ໃຫຍ່​ແລະສຳຄັນ​ກ່ຽວ​ກັບວັດທະນະທຳ, ​ເຊັ່ນ ກາ​ລົງທຶນ​ພັດທະນາວັດທະນະທຳ; ການ​ຮັກສາ​ແລະ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າຂອງມໍລະ​ດົກ​ວັດທະນະທຳ; ປະສິດທິ​ຜົນ​​ການ​ເຄື່ອນ​ໄຫວຂອງ​ສະ​ຖາ​ບັນວັດທະນະທຳຮາກ​ຖານ; ວັດທະນະທຳ​ໂຮ​ງຮຽນ; ຫັນ​ຂົງ​ເຂດວັດນະຄະດີ, ສິລະປະກຳເປັນ​ສັງຄົມ; ການ​ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ​ຄວາມ​ປອດ​ໄພ​ທາງ​ສັງຄົມ; ປະກົດ​ການ​ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ສິນ​ທຳ​ທາງສັງຄົມ; ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ, ກົນ​ໄກ, ນະ​ໂຍບາຍ ສໍາ​ລັບ​ວັນ​ນະ​ຄະ​ດີ​ແລະສິນ​ລະ​ປະ​; ສ້າງວັດທະນະທຳສຳນັກງານ, ຈັນ​ຍາ​ບັນ​ການ​ງານ​ສາທາລະນະ... ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ​ ໄດ້ດຳ​ເນີນ​ການ​ຕິດຕາມກວດກາ​ແລະ​ສຳ​ຫຼວດຫຼາຍ​ຄັ້ງ ​ເພື່ອ​ຮັບ​ໃຊ້​ການ​ປັບປຸງ​ກົດໝາຍ; ພ້ອມ​ກັນ​ນັ້ນ, ຮຽກຮ້ອງ​ໃຫ້​ລັດຖະບານ, ບັນດາ​ກະຊວງ, ຂະ​ແໜງການ ແລະ ທ້ອງ​ຖິ່ນ ​ແກ້​ໄຂ​ແລະຂະ​ຈັດ​ຄວາມ​ບໍ່​ພຽງພໍ​ໃນ​ຂະ​ບວນການຜັນ​ຂະຫຍາຍ​ປະຕິບັດ ​ເພື່ອ​ຍົກ​ສູງ​ປະສິທິພາ​ບ​ແລະ​ປະສິດທິ​ຜົນການ​ເຄື່ອນ​ໄຫວ​ຂອງ​ລະບົບ​ອົງການລັດ​ທຸກ​ຂັ້ນ.

ສະພາ​ແຫ່ງ​ຊາດ​ໄດ້​ພິຈາລະນາ​ແລະ​ຮັບຮອງ​ຜ່ານ ​ມະຕິ​ທີ່ສຳຄັນ​ຂອງ​ປະ​ເທດ​ຫຼາຍ​ສະບັບ. ບັນດາ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ໄດ້​ກຳນົດສະ​ເໝີ​ວ່າ, ​ໃນ​ແຕ່​ລະນະ​ໂຍບາຍ​ລ້ວນ​ແຕ່​ໃຫ້​ຄວາມ​ສຳຄັນ​ກັບ​ປັດ​ໄຈວັດທະນະທຳ, ຫັນ​ທັດສະນະ, ​ແນວທາງ​ຂອງ​ພັກ​ກ່ຽວ​ກັບວັດທະນະທຳ​ເປັນ​ນິຕິ​ກຳຢ່າງ​ຖືກຕ້ອງ. ການ​ລົງ​ທຶນ​ໃນວັດທະນະທຳນັບ​ມື້​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ, ຕອບ​ສະໜອງ​ຄວາມ​ຕ້ອງການ​ໃນ​ການ​ອະນຸຮັກ​ແລະ​ເສີມ​ຂະຫຍາຍ​ຄຸນຄ່າວັດທະນະທຳທີ່​ເປັນ​ມູນ​ເຊື້ອ, ຂຸດ​ຄົ້ນ​ຊັບພະຍາກອນວັດທະນະທຳ​ ເພື່ອ​ຮັບ​ໃຊ້​ໃຫ້​ແກ່ການ​ເຕີບ​ໂຕ​ແລະການ​ພັດທະນາ, ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ​ແກ້​ໄຂ​ວຽກ​ເຮັດ​ງານທຳ, ​ເບິ່ງ​ແຍງ​ປັບປຸງ​ຊີວິດ​ດ້ານ​ວັດຖຸ​ແລະ​ຈິດ​ໃຈ​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ເລື້ອຍໆ.

ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ເວລາ​ທີ່​ຜ່ານ​ມາ​ ໄດ້​ປະກອບສ່ວນສຳຄັນ​​ເຂົ້າໃນ​ການ​ສ້າງ​ການ​ປ່ຽນ​ແປງ​ໃໝ່​ທີ​ຕັ້ງໜ້າ, ສ້າງ​ພື້ນຖານ​ນິຕິ​ທຳ​ທີ່​ໜັກ​ແໜ້ນ​ໃຫ້​ແກ່​ການ​ພັດທະນາວັດທະນະທຳ ​ແລະ ຜູ້​ຄົນ​ຫວຽດນາມ ​ໃນ​ໄລຍະ​ການ​ພັດທະນາ​ໃໝ່​ຂອງ​ປະ​ເທດ. ຢ່າງ​ໃດ​ກໍ​ຕາມ, ນອກຈາກ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ແລ້ວ, ຍັງ​ມີ​ຂໍ້​ຈຳກັດ, ຂໍ້​ຂາດ​ຕົກ​ບົກ​ຜ່ອງ ​ແລະ ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ທີ່​ຕ້ອງ​ໄດ້​ຍອມຮັບ​ຢ່າງ​ກົງ​ໄປ​ກົງ​ມາ. ບາງ​ຂໍ້ກໍານົດຂອງ​ກົດໝາຍໃນປະຈຸບັນ ຍັງບໍ່ທັນຕອບ​ສະໜອງ​ໄດ້​ຢ່າງ​ເຕັມ​ສ່ວນ​ ກັບຄວາມ​ຕ້ອງການຂອງພຶດຕິ​ກຳຕົວ​ຈິງແລະພາລະກິດການປ່ຽນ​ແປງ​ໃໝ່. ຍັງ​ມີ​ຫຼາຍ​ບັນຫາ​ໃໝ່​ທີ່​ເກີດ​ຂຶ້ນ​ໃນ​ຂົງ​ເຂດ​ວັດທະນະທຳ​ທີ່​ບໍ່​ມີ​ກົດໝາຍ​ຄວບ​ຄຸມ. ບາງ​ເນື້ອ​ໃນ​ກ່ຽວ​ກັບ​ສິດທິ​ມະນຸດ, ສິດ​ແລະ​ພັນທະ​ພື້ນຖານຂອງ​ພົນ​ລະ​ເມືອງ, ​ໂດຍ​ສະ​ເພາະ​ກ່ຽວ​ກັບວັດທະນະທຳ, ຍັງ​ບໍ່​ທັນ​ໄດ້​ຫັນ​ເປັນ​ນິຕິ​ກຳ​ຢ່າງ​ຄົບ​ຖ້ວນ, ທັນ​ການ. ບາງ​ກົດໝາຍ​ຫາ​ໄດ້​ປະກາດ​ໃຊ້​​ແລ້ວ ແຕ່​ກໍ​ບໍ່​ທັນ​ກັບການ​ປ່ຽນ​ແປງ​ໃໝ່​ຂອງ​ຄວາມ​ເປັນ​ຈິງ. ການ​ຫັນ​ນະ​ໂຍບາຍວັດທະນະທຳ​ໃນ​ການ​ພັດທະນາ​ເສດຖະກິດ ​ແລະ ນະ​ໂຍບາຍ​ເສດຖະກິດ​ໃນ​ການ​ພັດທະນາວັດທະນະທຳ ​ເປັນ​ນິຕິ​ກຳ​ນັ້ນ​ກໍ​ຍັງ​ຊ້າ, ຍັງ​ບໍ່​ຮັບປະກັນ​ການ​ພັດທະນາຢ່າງ​​ແຂງ​ແຮງຂອງ​ຕະຫຼາດ​ຜະລິດ​ຕະພັນແລະ​ບໍລິການວັດທະນະທຳ, ພັດທະນາ “ກຳລັງ​ແຮງນຸ່​ມນ​ວນ” ຂອງ​ປະ​ເທດ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ກໍ​ຄື​ຮັບປະກັນ​ສະຫວັດດີ​ການວັດທະນະທຳ​ໃຫ້​ປະຊາຊົນ. ການ​ກໍ່ສ້າງ​ລະບົບ​ນິ​ເວດ​ໃຫ້​ແກ່​ບັນດາ​ຂະ​ແໜງ​​ອຸດສາຫະກຳວັດທະນະທຳ ​ແລະ ຊຸກຍູ້​ໃຫ້ບັນດາ​ຂະ​ແໜງ​ອຸດສາຫະກຳວັດທະນະທຳພັດທະນາ ຕິດ​ກັບ​ຕະຫຼາດ​ຜະລິດ​ຕະພັນ ​ແລະ​ບໍລິການວັດທະນະທຳນັ້ນ ກໍ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ກົນ​ໄກ, ນະ​ໂຍບາຍສຳລັບສິລະ​ປິນ, ​ເພື່ອ​ການ​ພັດທະນາ​ບັນດາ​ຂະແໜງ ວັດທະນະທຳ​ ແລະ ສິລະປະ​ຂັ້ນ​ສູງນັ້ນ ບໍ່​ພຽງພໍ​ຕໍ່​ການ​ສົ່ງ​ເສີມ, ລະດົມ​ກຳລັງ​ໃຈ, ຊຸກຍູ້​ການ​ສ້າງສັນງານ​ສິລະ​ປະ ຕະຫຼອດ​ຈົນ​ການຄົ້ນພົບແລະສົ່ງ​ເສີມ​ພອນ​ສະຫວັນ​ທາງດ້ານວັນ​ນະຄະ​ດີ​ແລະສິລະປະ; ຍັງ​ບໍ່​ທັນ​ໄດ້​ສ້າງວັນນະກຳ​ຄຸນ​ນະ​ພາບ​ສູງ​, ມີອິດ​ທິ​ພົນ​ແລະ​ແຜ່​ຂະ​ຫຍາຍກວ້າງ. ການ​ລົງທຶນ​​ໃນ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທໍາ​ແລະ​ມະ​ນຸດ​ນັ້ນບໍ່​ສົມຄູ່, ບໍ່ຮັບ​ຮູ້​​ຢ່າງ​ຄົບ​ຖ້ວນວ່າ ​ການ​ລົງທຶນ​ດ້ານ​ວັດທະນະທຳ​ແມ່ນ​ການ​ລົງທຶນ​ພັດທະນາ. ແຫຼ່ງ​ເງິນ​ລົງທຶນ​ກໍ່ສ້າງ​ສະ​ຖາ​ບັນ​ວັດທະນະທຳ​ບໍ່​ສະໝ່ຳສະເໝີ​, ຊ່ອງ​ຫວ່າງ​ໃນ​ການຊົມ​ໃຊ້​ວັດທະນະທຳລະຫວ່າງ​ເຂດ, ພາກ​ ໄດ້​ຮັບ​ການ​ຮັດ​ແຄບ​ຢ່າງ​ຊັກ​ຊ້າ... 

ກອງປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ວາງ​ເປົ້າ​ໝາຍ​ຮອດ​ປີ 2030 ຫວຽດນາມ​ຈະ​ເປັນ​ປະ​ເທດ​ກຳລັງ​ພັດທະນາ, ມີ​ອຸດສາຫະກຳທັນ​ສະ​ໄໝ, ມີ​ລາຍ​ໄດ້​ປານ​ກາງສູງ ​ແລະ ຮອດ​ປີ 2045 ຈະ​ກາຍ​ເປັນ​ປະ​ເທດ​ພັດທະນາ, ມີ​ລາຍ​ໄດ້​ສູງ. ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ ກຳນົດທິດ​ທາງໜຶ່ງ​ໃນ​ບັນ​ດາ​ທິດ​ທາງ​ທີ່​ສຳ​ຄັນ​ແມ່ນ ​ພັດ​ທະ​ນາ​ມະ​ນຸດ​ຢ່າງ​ຮອບ​ດ້ານ, ສ້າງ​ວັດ​ທະ​ນະ​ທຳທີ່​ກ້າວ​ໜ້າ ​ແລະ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ເອກະລັກ​ປະຈຳ​ຊາດ, ​ເພື່ອ​ໃຫ້ວັດທະນະທຳກາຍ​ເປັນກຳລັງ​ແຮງ​ພາຍ​ໃນ​ທີ່​​ແທ້​ຈິງ, ​ເປັນກຳລັງ​ຊຸກຍູ້​ການ​ພັດທະນາ​ປະ​ເທດ ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ການປຸກ​ຕື່ນ​ຄວາມ​ປາຖະໜາ​ພັດທະນາ​ປະ​ເທດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ມີ​ຄວາມສຸກ; ​ເສີມ​ຂະຫຍາຍຄຸນຄ່າ​ວັດທະນະທຳ ​ແລະ ກຳລັງ​ແຮງຂອງ​ຄົນ​ຫວຽດນາມ ​ໃນ​ພາລະກິດ​ການ​ສ້າງສາ ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ໄດ້ກາຍ​ເປັນ​ໜຶ່ງ​ໃນໜ້າ​ທີ່ຈຸດ​ສຸມ ​ແລະ ​ບຸກທະລຸ​ຍຸດ​ທະ​ສາດ ​ໃນ​ໄລຍະ​ປະຈຸ​ບັນ.

​ເ​ພື່ອປະຕິບັດ​ເປົ້າ​ໝາຍ ​ແລະ ໜ້າ​ທີ່​ສຸດ​ທະ​ສາດ​ທີ່​ສຳຄັນ​ທີ່​ສຸດ​ນີ້, ຄະນະ​ພັກ​ສະພາ​ແຫ່ງ​ຊາດ​ໄດ້ປະກາດ​ໃຊ້ ແຜນ​ການ​ເຄື່ອນ​ໄຫວ​ທີ່ມີວິທີ​ແກ້​ໄຂ 6 ກຸ່ມ​ ແລະ 107 ວຽກ​ງານ​ສະ​ເພາະ, ໃນ​ນັ້ນ​ມີ​ຫຼາຍ​ເນື້ອ​ໃນ​ກ່ຽວ​ກັບວັດທະນະທຳ. ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ​ນີ້, ຄະນະ​ພັກ​ສະພາ​ແຫ່ງ​ຊາດ​ຈະ​ສຸມ​ໃສ່​ການຊີ້ນຳ ນຳພາ​ການ​ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນ​ຕໍ່​ໄປ​ນີ້:

ທີ​ໜຶ່ງ, ສືບ​ຕໍ່​ໃຫ້ຄຳປຶກສາ​ກ່ຽວ​ກັບ​ການ​ສ້າງ​ແລະ​ຈັດ​ຕັ້ງປະຕິບັດ​ “ຍຸດ​ທະ​ສາດການສ້າງ​ແລະ​ປັບປຸງ​ບູລະນະລະບົບ​ກົດໝາຍ ​ແລະ ການຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ຮອດ​ປີ 2030, ກຳນົດທິດ​ຮອດ​ປີ 2045, ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ໃນ​ການ​ກໍ່ສ້າງ​ແລະປັບປຸງ​ບູລະນະ​ລັດ​ແຫ່ງອຳນາດ​ກົດໝາຍ​ສັງຄົມ​ນິຍົມ​ຫວຽດນາມ”. ​ໃນ​ນັ້ນ, ​ໃຫ້​ຄວາມສຳຄັນ​ກັບ​ການ​ຍົກ​ສູງ​ຄວາມ​ຮັບ​ຮູ້, ຄວາມ​ສາມາດ ​ແລະ ຄຸນ​ນະພາ​ບການ​ສ້າງ​ກົດໝາຍກ່ຽວ​ກັບວັດທະນະທຳ​ ຂອງ​ສະພາ​ແຫ່ງ​ຊາດ; ຖືວັດທະນະທຳ​ເປັນ​ເປົ້າ​ໝາຍ, ​ແຫຼ່ງກຳລັງ​ພາຍ​ໃນ, ກຳລັງ​ແຮງ​ບຸກທະລຸ​ຂອງ​ຂະ​ບວນການ​ພັດທະນາ.

ທີ​ສອງ, ຫັນ​ບັນດາ​ທັດສະນະ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ເປັນ​ນິຕິກຳ, ຊາບ​ຊຶມ​ແລະ​ຜັນຂະຫຍາຍ​ຄໍາ​ເຫັນ​ຊີ້​ນໍາຕ່າງໆ ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່​ ຫງວຽນ​ຝູຈ້ອງ ທີ່​ກອງ​ປະຊຸມ​ວັດທະນະທຳ​ທົ່ວ​ປະ​ເທດ​ໃນ​ວັນ​ທີ 24 ພະຈິກ 2021 ກ່ຽວ​ກັບ​ການ​ກໍ່ສ້າງ​ແລະ​ພັດທະນາວັດທະນະທຳ​ແລະ​ຜູ້​ຄົນ​ຫວຽດນາມ, ຮັບປະກັນ​ຄວາມ​ຄົບ​ຊຸດ ​ເປັນ​ເອກະ​ພາບ ທັນ​ການ ​ເປັນ​ໄປ​ໄດ້ ໝັ້ນຄົງ ​ເປີດ​ເຜີຍ ​ໂປ່​ງ​ໃສ, ​ໂດຍ​ມີ​ການ​ຄິດ​ໄລ່​ຢ່າງ​ຖີ່​ຖ້ວນ​ເຖິງ​ຄວມຕ້ອງການ​ຂອງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ຊີ້​ນໍາການ​ຄົ້ນ​ຄວ້າ, ​ເຂົ້າ​ຮ່ວມ​ການ​ສ້າງ​ລະບົບ​ຄຸນຄ່າ​ແຫ່ງ​ຊາດ, ລະບົບ​ຄຸນຄ່າ​ຄອບຄົວ, ລະບົບ​ຄຸນຄ່າ​ຄົນ​ຫວຽດນາມ; ປັບປຸງ​ລະບົບ​ກົດໝາຍ​ໃຫ້​ສົມບູນ​ ເພື່ອປົກ​ປ້ອງ​ພື້ນຖານ​ແນວ​ຄິດ​ຂອງ​ພັກ ​ແລະ ວັດທະນະທຳຂອງ​ຊາດ, ຕ້ານ​ກັບ​ບັນດາ​ປະກົດ​ການ​ຂອງ​ການ​ເສື່ອ​ມ​ໂຊມ, “ການ​ປ່ຽນ​ແປງ​ຕົນ​ເອງ”, “ການ​ຫັນປ່ຽນ​ຕົນ​ເອງ” ​ແລະ​ ຮັກ​ສາມາດ​ຕະຖານ​ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ​ຂອງ​ຄົນ​ຫວຽດນາມ; ຊຸກຍູ້​ໃຫ້ “ສັງຄົມຮຽນຮູ້” ຕິດ​ກັບ​ການ​ເຄົາລົບ​ໃຊ້ຄົນ​ເກັ່ງທີ່ມີ​ຄຸນທຳ; ການພັດທະນາ​ພາລະກິດ​ການສຶກສາ ຝຶກ​ອົບຮົມ ​ແລະ ວິທະຍາສາດ-ເຕັກ​ໂນ​ໂລຊີ ເປັນນະໂຍບາຍແຫ່ງຊາດອັນດັບໜຶ່ງ; ​ເສີມ​ຂະຫຍາຍ​ຄວາມ​ຄິດ​ປະດິດ​ສ້າງ, ຊຸກຍູ້​ການ​ພັດທະນາ​ວັດທະນະທຳ ແລະ​ສິ​ລະ​ປະ​; ວາງແຜນກຳນົດ​ແລະຄຸ້ມຄອງສື່​ມວນຊົນ​ແລະ​ການ​ຖະ​ແຫຼ​ງຂ່າວຢ່າງ​ດີ; ​ໃຊ້​ປະ​ໂຫຍ​ດຈາກ​ທ່າ​ໄດ້​ປຽບ​ຂອງ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ​ໂດຍ​ສະ​ເພາະ​ແມ່ນ ​ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ, ​ເພື່ອ​ແນະນຳຜົນ​ສໍາ​ເລັດຂອງ​ກິດຈະກຳ​ປ່ຽນ​ແປງ​ໃໝ່ ​ແລະ ​ເອກະລັກ​ຂອງວັດທະນະທຳຫວຽດນາມ​ສູ່​ໂລກ; ​ເລືອກ​ຮັບ​ເອົາ​ແກ່ນສານວັດທະນະທຳຂອງ​ມະນຸດຊາດ, ພ້ອມ​ກັນ​ນັ້ນ​ກໍ​ກີດ​ກັ້ນ, ຈຳກັດ ​ແລະ​ ຫຼຸດຜ່ອນ​ຜົນ​ກະທົບ​ທາງ​ລົບຕ່າງໆ.

ທີ​ສາມ, ປ່ຽນ​ແປງ​ໃໝ່ ​ແລະ ຍູ້​ແຮງ​ວຽກ​ງານ​ການຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ການ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ກົດໝາຍ​ກ່ຽວກັບ​ວັດທະນະທຳ; ​ໃນ​ການ​ປະຕິບັດ​ຂໍ້​ສະ​ເໜີ​ແນະ​ຕ່າງໆ​ພາຍຫຼັງ​ການ​ຕິດຕາມ​ກວດ​ກາ, ຕິດ​ກັບ​ຄວາມ​ຮັບຜິດຊອບ​ໃນ​ການ​ອະທິບາຍ​ລາຍ​ງານ​ຂອງ​ອົງການ, ບຸກຄົນ​ທີ່​ກ່ຽວຂ້ອງ, ​ໂດຍ​ສະ​ເພາະ​ແມ່ນ ​ຄວາມ​ຮັບຜິດຊອບ​ຂອງ​ຫົວໜ້າ.

ທະ​ສີ່, ກຳນົດບັນດາ​ເປົ້າ​ໝາຍວັດທະນະທຳທີ່​ຕ້ອງ​ບັນລຸ​ໄດ້ ​ແລະ ປະເມີນຜົນ​ກະທົບທາງດ້ານວັດທະນະທໍາຢ່າງຄົບຖ້ວນ ກ່ອນທີ່ຈະປະກາດໃຊ້ນະໂຍບາຍ, ກົດໝາຍ, ຕະຫຼອດ​ຈົນ​ການຕັດສິນບັນຫາທີ່ສໍາຄັນຂອງປະເທດ.

ທີ​ຫ້າ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ການ​ທູດ​ລັດຖະສະພາ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ແລະ​ແລກປ່ຽນວັດທະນະທຳຢ່າງ​ບໍ່​ຢຸດ​ຢັ້ງ. ກໍ່ສ້າງ​ກົນ​ໄກ, ນະ​ໂຍບາຍ​ເພື່ອ​ພັດທະນາ​ການທູດວັດທະນະທຳ, ສະໜັບສະໜູນ​ການສົ່ງ​ເສີມ​ສິລະ​ປະ​ແຫ່ງ​ຊາດ, ສົ່ງ​ອອກ​ຜະລິດ​ຕະພັນແລະ​ບໍລິການ​ວັດທະນະທຳ ໄປ​ຕ່າງປະ​ເທດ ​ແລະ ເລືອກ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນແລະ​ບໍ​ລິ​ການ​ວັດ​ທະ​ນະ​ທຳຈາກ​ຕ່າງປະ​ເທດ ​ໃນ​ຂະ​ບວນ​ການ​ເຊື່ອມ​ໂຍງ​ສາ​ກົນ​ຢ່າງ​ກວ້າງ​ຂວາງ; ​ເສີມ​ຂະຫຍາຍ​ສຸດ​ຂີດຄວາມ​ເກັ່ງ​ກ້າຄວາມ​ສາມາດ ​ແລະ ຄວາມ​ກະຕືລືລົ້ນ​ຂອງ​ປັນຍາ​ຊົນ ​ແລະ ສິລະ​ປິນຫວຽດນາມຢູ່​ຕ່າງປະ​ເທດ.

ທີ​ຫົກ, ສືບ​ຕໍ່​ການ​ກໍ່ສ້າງ​ ແລະ ​​ປັບປຸງບູລະນະ​ບັນດາ​ນະ​ໂຍບາຍ “ພັດທະນາ​ວັດທະນະທຳ​ໃນ​ການ​ພັດທະນາ​ເສດຖະກິດ ​ແລະ ​ເສດຖະກິດ​ໃນ​ການພັດທະນາ​ວັດທະນະທຳ”, ​ເພື່ອ​ໃຫ້ບັນດາ​ຄຸນ​ຄ່າວັດທະນະທຳຊຶມ​ເຂົ້າ ​ແລະ ​ຫັນປ່ຽນ​ເຂົ້າ​ໃນ​ຂະ​ບວນ​ການ​ເຄື່ອນ​ໄຫວ​ທັງ​ໝົດ ແລະ ການພັດ​ທະ​ນາຂອງ​ລະບົບ​ເສດ​ຖະ​ກິດ​ຕະ​ຫຼາດ​ຕາມ​ທິດ​ສັງ​ຄົມ​ນິ​ຍົມ, ຕັ້ງ​ແຕ່ກຳລັງ​ການ​ຜະລິດ ຈົນ​ເຖິງການ​ພົວພັນ​ການ​ຜະລິດ. ຍູ້​ແຮງ​ການສ້າງ​ວັດທະນະທຳ​ໃນ​ການ​ເມືອງ, ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕສັງຄົມ​ນິຍົມ ​ແລະ ກຳລັງ​ແຮງ​ແຫ່ງ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ​ໃນ​ນັ້ນ​ມີ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ແຫ່ງ​ຊາດ. ​ເພີ່ມ​ທະວີ​ການ​ລົງທຶນດ້ານວັດທະນະທຳ; ສຸມ​ໃສ່​ພັດທະນາ​ຕະຫຼາດ​ຜະລິດ​ຕະພັນ​ແລະ​ບໍລິ​ການ​ວັດທະນະທຳ, ບັນດາ​ຂະ​ແໜງ​ອຸດສາຫະກຳວັດທະນະທຳ, ຊຸກຍູ້​ຂົງ​ເຂດ​ເສດຖະກິດ​ປະດິດ​ສ້າ​ງ, ຮັດ​ແຄບ​ຊ່ອງ​ຫວ່າງ​ທາງ​ດ້ານ​ການ​ຊົມ​ໃຊ້ວັດທະນະທຳຂອງ​ປະ​ຊາ​ຊົນ​ໃນ​ພາກ​ພື້ນ​ຕ່າງໆ.

ວັດທະນະທຳຫວຽດນາມຕົກ​ຜະລຶກ​ຈາກປະຫວັດສາດ​ນັບ​ພັນ​ປີ​ແຫ່ງ​ການ​ກໍ່ສ້າງ ​ແລະ ປ້ອງ​ກັນ​ປະ​ເທດ​ຊາດ. ວັດທະນະທຳ​ໄດ້​ສ້າງກຳລັງ​ແຮງ​ແຫ່ງ​ຄວາມ​ສາມັກຄີ, ນ້ຳ​ໃຈຮັກ​ຊາດ, ​ຈິດ​ໃຈ​ອີງ​ໃສ່​ຕົນ​ເອງ ສ້າງຄວາມ​ເຂັ້ມ​ແຂງດ້ວນ​ຕົນ​ເອງ, ຄວາມຮັກ​ແພງຊ່ວຍ​ເຫຼືອ​ເຊິ່ງກັນ​ແລະກັນ, ​ເຊີດ​ຊູ​ປະ​ເທດ​ຫວຽດນາ​ທີ່​ອາລະຍະທຳແລະ​ກ້າຫານ. ​ແນວ​ຄິດ​ໂຮ່ຈີ​ມິນ​ກ່ຽວ​ກັບ “ວັດທະນະທຳ​ສ່ອງ​​ທາງ​ໃຫ້​ປະ​ເທດ​ຊາດ​ໄປ” ​ໄດ້​ກາຍ​ເປັນ​ສັດຈະທຳ, ຢືນຢັນ​ບົດ​ບາດ​ເປັນ​ພື້ນຖານ​ທາງ​ຈິດ​ໃຈ, ການສ່ອງເຍືອງ ແລະ ພາ​ທາງ​ຂອງວັດທະນະທຳ ຕໍ່ພາລະກິດ​ການ​ພັດທະນາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ. ​ໃນ​ເວລາ​ທີ່​ຜ່ານ​ມາ, ການ​ແຜ່​ລະ​ບາກ​ຂອງ​ພະຍາດ​ໂຄ​ວິດ-19 ​ໄດ້​ແລະ​ພວມ​ກະທົບ​ໃນ​ຫຼາຍ​ດ້ານ, ສົ່ງ​ຜົນກະທົບ​ຮ້າຍ​ແຮງ​ເຖິງ​ຊີວິ​ດດ້ານ​ວັດຖຸ​ແລະ​ຈິດ​ໃຈ​ຂອງ​ປະຊາຊົນ. ໃນ​ເວ​ລາ​ທີ່​ຫຍຸ້ງ​ຍາກ​ທີ່​ສຸດ​ນັ້ນ, ພາຍ​ໃຕ້​ການຊີ້ນຳນຳພາ​ຢ່າງ​ລວມສູນ​ຂອງ​ພັກ, ຕອບສະໜອງຄຳຮຽກຮ້ອງຂອງ​ສະ​ຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ພ້ອມ​ກັບການ​ເຂົ້າ​ຮ່ວມ​ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ, ບັນດາ​ຄຸນຄ່າ​ທີ່​ເປັນມູນ​ເຊື້ອ​ອັນ​ດີງາມ​ຂອງ​ຊາດ, ​ເຊັ່ນ “ຮັກ​ແພງ​ຜູ້​ອື່ນ​ເໝືອມຮັກ​ແພງ​ຕົວ​ຕົນ​ເອງ”, “​ໃບ​ໄມ້​ດີ​ຫຸ້ມ​ຫໍ່​ໃບ​ໄມ້​ຂາດ” ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​ແຂງ​ແຮງ, ລະດົມກຳລັງ​ໃນ​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ ແລະ ​ທົ່ວ​ກອງທັບ​ໃຫ້​ຮ່ວມ​ແຮງ​ຮ່ວມ​ໃຈກັນ​ຜ່ນຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ. ຄວາມ​ເປັນ​ຈິງ​ໄດ້​ພິສູດກຳລັງ​ແຮງ​ອັນ​ຍິ່ງ​ໃຫຍ່ຂອງວັດທະນະທຳ ​ແລະ​ຜູ້​ຄົນ​ຫວຽດນາມ. ດ້ວຍກຳລັງ​ແຮງ​ອັນ​ໃຫຍ່​ຫຼວງ​ນັ້ນ, ຫວຽດນາມເຊື່ອ​ໝັ້ນ​ຢ່າງ​ໜັກ​ແໜ້ນ​ກ່ຽວ​ກັບ​ອະ​ນາ​ຄົດ​ທີ່​ສົດ​ໃສ​ຂອງ​​ຊາດ. ບັນດາ​ເປົ້າ​ໝາຍ​ອັນ​ສູງ​ສົ່ງ​ທີ່​ກຳນົດ​ໂດຍ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ຈະຕ້ອງສຳ​ເລັດ​ຢ່າງ​ແນ່ນອນ. ​ແນ່ນອນ​ວ່າ ຫວຽດນາມຈະ​ນັບ​ມື້​ນັບ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະມີ​ຄວາມ​ຜາ​ສຸກ, ຄຽງ​ບ່າ​ຄຽງ​ໄຫຼ່ກັບ​ບັນດາ​ມະຫາ​ອຳນາດ​ໃນ 5 ທະວີບ ຕາມ​ຄວາມ​ປາດ​ຖະໜາ​ຂອງ​ປະທານ​ໂຮ່ຈີ​ມິນ./.

-------------------

(1) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ 4, ໜ້າ 7.

(2) ໂຮ່ຈີ​ມິນ - ຊີວະປະຫວັດຫຍໍ້, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2016, ​ເຫຼັ້ມ 3, ໜ້າ 321.

(3) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 1, ໜ້າ 25.

(4) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 4, ໜ້າ 491.

(5) ຍ້ອນການ​ຄັດຄ້ານ​ຕ້ານ​ຢັນ​ຢ່າງ​ດຸ​ເດືອດ​ຂອງສັດຕູ​ໃນ​ປະ​ເທດ ​ແລະ ສັດຕູ​ຕ່າງ​ປະທດ, ​ແຕ່​ວັນ​ທີ 11 ພະຈິກ 1945, ພັກ​ຕ້ອງຖອນ​ຕົວ​ອອກ​ສູ່​ການ​ເຄື່ອນ​ໄຫວ​ລັບ (​ເຖິງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 2 ຂອງ​ພັກ, ​ເດືອນ​ກຸມພາ 1951, ພັກ​ຈຶ່ງອອກ​ເຄື່ອນ​ໄຫວ​ເປີດ​ເຜີຍ ​ແລະ​ ໃສ່​ຊື່ວ່າ ພັກ​ແຮງ​ງານ​ຫວຽດນາມ), ດັ່ງ​ນັ້ນ ຄຳວ່າ “ອົງຄະ​ນະ” ຂ້າງ​ເທິງ​ແມ່ນ​ໝາຍ​ເຖິງພັກ​ກອມ​ມູນິດ​ຫວຽດນາມ.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານກອມ​ມູນິດ ສະບັບ​ທີ 981 (​ເດືອນ​ມັງກອນ 2022)