ວກ. - ການເພີ່ມທະວີວຽກງານກວດກາ ແລະ ຕິດຕາມຜູ້ເປັນຫົວໜ້າຄະນະພັກ ມີຄວາມໝາຍສໍາຄັນໃນໄລຍະປະຈຸບັນ ແນໃສ່ຮັກສາ ແລະ ເພີ່ມທະວີບົດບາດນຳພາ ຂອງພັກກອມມູນິດຫວຽດນາມ, ຍົກສູງຄຸນນະພາບວຽກງານກໍ່ສ້າງ ແລະ ປັບປຸງພັກ, ຄວບຄຸມອໍານາດ, ໂດຍສະເພາະແມ່ນ ອໍານາດຂອງຜູ້ເປັນຫົວໜ້າຄະນະພັກ, ຮັບປະກັນລະບຽບກົດໝາຍ ແລະ ລະບຽບວິໄນພາຍໃນພັກ. ນັ້ນແມ່ນພື້ນຖານ ເພື່ອຕີລາຄາ, ກວດຄືນ ແລະ ກັ່ນຕອງພະນັກງານ ຢ່າງມີປະສິດທິຜົນ.

ສະຫາຍ ຫງວຽນ ຝູ ຈ້ອງ, ເລຂາທິການໃຫຍ່ (ຜູ້ຢູ່ກາງ) ຢ້ຽມຢາມ ແລະ ເຮັດວຽກກັບຄະນະພັກນະຄອນໂຮ່ຈີມິນ _ແຫຼ່ງ: sggp.org.vn

ລັກສະນະຮີບດ່ວນຂອງການເພີ່ມທະວີວຽກງານກວດກາ
ແລະຕິດຕາມກວດກາຜູ້ເປັນຫົວໜ້າຄະນະພັກ

ຜູ້ເປັນຫົວໜ້າຄະນະພັກມີບົດບາດສໍາຄັນພິເສດໃນການນໍາພາ, ຊີ້ນໍາ, ບໍລິຫານ, ເປັນຜູ້ມີບັນດາການຕັດສິນຕົກລົງທີ່ກ່ຽວພັນເຖິງການເຄື່ອນໄຫວ ແລະ ການພັດທະນາ ຂອງການຈັດຕັ້ງພັກ ແລະ ອົງການ, ຫົວໜ່ວຍຢ່າງໂດຍກົງ ແລະ ເປັນປະຈໍາ. ຍ້ອນມີບົດບາດ ແລະ ທີ່ຕັ້ງສໍາຄັນພິເສດ, ດັງນັ້ນ, ຜູ້ເປັນຫົວໜ້າຄະນະພັກ ຈຶ່ງຕ້ອງໄດ້ຮັບການກໍ່ສ້າງ ບໍາລຸງ ຝຶກຝົນຫຼໍ່ຫຼອມ ແລະ ທົດສອບ ເພື່ອມີຄວາມສາມາດ, ຄຸນທາດ ຫຼັກໝັ້ນ ແລະ ອິດທິພົນຢ່າງພຽງພໍ, ກາຍເປັນ ຜູ້ນໍາໜ້າໃນຂະບວນການປ່ຽນແປງໃໝ່ ແລະ ພັດທະນາປະເທດຢ່າງແທ້ຈິງ. ກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ກໍານົດວ່າ: “ສ້າງຖັນແຖວພະນັກງານ, ກ່ອນອື່ນໝົດແມ່ນຜູ້ເປັນຫົວໜ້າຄະນະພັກ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດທີ່ປອດໃສ, ມີຄວາມສາມາດຢ່າງພົ້ນເດັ່ນ, ກ້າຄິດ, ກ້າເວົ້າ, ກ້າປະຕິບັດ, ກ້າຮັບຜິດຊອບ, ກ້າປ່ຽນແປງໃໝ່ຢ່າງປະດິດສ້າງ, ກ້າປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ກ້າເຄື່ອນໄຫວ ເພື່ອຜົນປະໂຫຍດລວມ, ມີອິດທິພົນສູງ ແລະ ນໍາໜ້າ, ເປັນແບບຢ່າງ, ເປັນແກ່ສານ ໃນການສ້າງຄວາມສາມັກຄີຢ່າງແທ້ຈິງ. ສ້າງຂໍ້ກຳນົດ ກ່ຽວກັບອໍານາດໜ້າທີ່, ຄວາມຮັບຜິດຊອບຂອງຜູ້ເປັນຫົວໜ້າໃນວຽກງານພະນັກງານ ແລະ ການຄຸ້ມຄອງພະນັກງານ; ປະຕິບັດຂໍ້ກໍານົດກ່ຽວກັບການຄວບຄຸມອຳນາດ ໃນວຽກງານພະນັກງານ ໃຫ້ດີ, ຕ້ານການວິ້ງເຕັ້ນຫາຕໍາແໜ່ງ, ອໍານາດ(1).

ການເພີ່ມທະວີວຽກງານກວດກາ, ຕິດຕາມກວດກາຜູ້ເປັນຫົວໜ້າຄະນະພັກ ແມ່ນຄວາມຕ້ອງການທີ່ຂາດບໍ່ໄດ້ໃນໄລຍະໃໝ່ ແນໃສ່ຮັກສາ ແລະ ເພີ່ມທະວີ ບົດບາດນຳພາຂອງພັກ, ຍົກສູງຄຸນນະພາບວຽກງານກໍ່ສ້າງ, ປັບປຸງພັກ ແລະ ການຄວບຄຸມອໍານາດ, ໂດຍສະເພາະແມ່ນອໍານາດຂອງຜູ້ເປັນຫົວໜ້າຄະນະພັກ. ພ້ອມກັນນັ້ນ, ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍສໍາຄັນ, ຮັບປະກັນລະບຽບກົດໝາຍ, ລະບຽບວິໄນພາຍໃນພັກ; ກວດພົບບັນດາປັດໄຈໃໝ່, ປັດໄຈຕັ້ງໜ້າຢ່າງທັນທ່ວງທີ ເພື່ອເສີມຂະຫຍາຍ ແລະ ປົກປ້ອງສິ່ງທີ່ຖືກຕ້ອງ, ປົກປ້ອງຄົນດີ, ພະນັກງານກ້າຄິດ ກ້າປະຕິບັດ ກ້າຮັບຜິດຊອບ ກ້າບຸກທະລຸ ເພື່ອຜົນປະໂຫຍດລວມ; ກວດພົບຢ່າງທັນທີ ເພື່ອປ້ອງກັນ, ສະກັດກັ້ນ, ແກ້ໄຂຈຸດບົກພ່ອງ, ແກ້ໄຂການລະເມີດ ຂອງການຈັດຕັ້ງພັກ ແລະ ສະມາຊິກພັກ ແຕ່ຫົວທີ, ບໍ່ໃຫ້ການລະເມີດນ້ອຍ ສະສົມກາຍເປັນການລະເມີດໃຫຍ່, ແກ່ຍາວ ແລະ ແຜ່ຂະຫຍາຍກ້ວາງອອກ; ສ້າງເງື່ອນໄຂ ໃຫ້ຜູ້ເປັນຫົວໜ້າຄະນະພັກ ເສີມຂະຫຍາຍບົດບາດຕັ້ງໜ້າ ເປັນເຈົ້າການ ປະດິດສ້າງ ໃນການນໍາພາແລະຊີ້ນຳ ການເຄື່ອນໄຫວ ຂອງອົງການ, ຫົວໜ່ວຍ, ທ້ອງຖິ່ນ, ເຮັດລ້ອນໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ; ແກ້ໄຂສະພາບການຕົກໃນທ່າຮັບ ຫຼືຖິ້ມຄວາມຮັບຜິດຊອບໃຫ້ຜູ້ອື່ນ, ເປັນບ່ອນອີງ ເພື່ອຕີລາຄາ, ກວດຄືນ ແລະ ກັ່ນຕອງພະນັກງານ. ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໄດ້ເນັ້ນໜັກວ່າ: “ສຸມໃສ່ການກວດກາ, ຕິດຕາມກວດກາ ຕໍ່ການຈັດຕັ້ງພັກ, ຜູ້ເປັນຫົວໜ້າ, ພະນັກງານຫຼັກແຫຼ່ງ ຢູ່ບັນດາບ່ອນທີ່ມັກເກີດການລະເມີດ, ບ່ອນມີບັນຫາຮີບຮ້ອນ ທີ່ສັງຄົມສົນໃຈ; ຈັດການກັບການລະເມີດກົດໝາຍ ຂອງອົງການພັກແລະສະມາຊິກພັກຢ່າງໄວ, ເດັດຂາດ ແລະ ເຂັ້ມງວດ. ເພີ່ມທະວີການຄຸ້ມຄອງ, ກວດກາ, ຕິດຕາມກວດກາ ພະນັກງານ ແລະ ສະມາຊິກພັກ, ໂດຍສະເພາະພະນັກງານນໍາພາ, ຄຸ້ມຄອງຫຼັກແຫຼ່ງ ຂັ້ນຕ່າງໆ ເພື່ອກວດພົບຢ່າງທັນທ່ວງທີ, ສະກັດກັ້ນແຕ່ຫົວທີ, ຈາກທາງໄກ, ແກ້ໄຂແຕ່ຫົວທີ, ບໍ່ໃຫ້ການລະເມີດນ້ອຍສະສົມກາຍເປັນການລະເມີດໃຫຍ່, ແກ່ຍາວ ແລະ ແຜ່ຂະຫຍາຍໃນວົງກວ້າງ(2).

ບັນດາຫຼັກການພື້ນຖານຂອງການເພີ່ມທະວີວຽກງານກວດກາ,
ຕິດຕາມກວດກາຜູ້ເປັນຫົວໜ້າຄະນະພັກ

ທີໜຶ່ງ, ໃນວຽກງານກວດກາ, ຕິດຕາມກວດກາຜູ້ເປັນຫົວໜ້າຄະນະພັກຂັ້ນຕ່າງໆ, ຕ້ອງປະຕິບັດຕາມໂຄງການການເມືອງ, ກົດລະບຽບພັກ,​ ບັນດາຂໍ້ກໍານົດຂອງພັກ ກ່ຽວກັບວຽກງານພະນັກງານ ແລະ ວຽກງານກວດກາ, ຕິດຕາມກວດກາພາຍໃນພັກ; ເພີ່ມທະວີບົດບາດນໍາພາຂອງພັກ, ຄວາມຮັບຜິດຊອບດ້ານການເມືອງ ຂອງຜູ້ເປັນຫົວໜ້າຄະນະພັກ, ປະຕິບັດຈິດໃຈເຄົາລົບນັບຖືກົດໝາຍຢ່າງເຂັ້ມງວດ. ກວດພົບຢ່າງທັນທ່ວງທີ ແລະ ຂະຫຍາຍບັນດາປັດໄຈໃໝ່, ປັດໄຈຕັ້ງໜ້າ, ປົກປ້ອງພະນັກງານກ້າຄິດ, ກ້າປະຕິບັດ, ກ້າຮັບຜິດຊອບ, ກ້າບຸກທະລຸ ເພື່ອຜົນປະໂຫຍດລວມ; ພ້ອມດຽມກັນນັ້ນ, ມີຄວາມເປັນເຈົ້າການ ແລະ ກວດພົບຢ່າງທັນທ່ວງທີ, ສະກັດກັ້ນແຕ່ຫົວທີ, ຈາກທາງໄກ, ແກ້ໄຂ ບັນດາການລະເມີດແຕ່ຫົວທີ, ບໍ່ໃຫ້ການລະເມີດນ້ອຍ ສະສົມກາຍເປັນ ການລະເມີດໃຫຍ່ ແລະ ຖືກແກ່ຍາວ.

ທີສອງ, ປະຕິບັດບັນດາຂໍ້ກໍານົດກ່ຽວກັບການກວດກາ, ຕິດຕາມກວດກາ ໃນລະບົບການເມືອງເວົ້າລວມ ແລະ ເວົ້າສະເພາະແມ່ນພາຍໃນພັກ ຢ່າງຄົບຖ້ວນ; ສຸມໃສ່ການກວດກາ, ຕິດຕາມກວດກາຜູ້ເປັນຫົວໜ້າ ແລະ ຄະນະພັກກ່ຽວກັບ: 1- ການປະຕິບັດໂຄງການການເມືອງ, ກົດລະບຽບພັກ, ມະຕິ, ຄໍາສັ່ງ, ຂໍ້ກໍານົດ, ຂໍ້ຕົກລົງ, ກົດລະບຽບ, ບົດສະຫຼຸບ, ຄໍາແນະນໍາຂອງພັກ, ນະໂຍບາຍແລະກົດໝາຍຂອງລັດ; 2- ການປະຕິບັດບັນດາຫຼັກການຈັດຕັ້ງ ແລະ ເຄື່ອນໄຫວຂອງພັກ, ກົດລະບຽບ ການເຮັດວຽກ, ລະບົບວຽກງານ, ການປະຕິບັດປະຊາທິປະໄຕພາຍໃນພັກ, ຮັກສາຄວາມສາມັກຄີພາຍໃນ; 3- ການນໍາພາ, ຊີ້ນໍາການປະຕິບັດປະຢັດມັດທະຍັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຟຸ່ມເຟືອຍ, ຫຍໍ້ທໍ້; ຄຸ້ມຄອງ ແລະ ຝຶກຝົນຫຼໍ່ຫຼອມ ຄຸນທາດຄຸນສົມບັດ, ແບບແຜນການດໍາລົງຊີວິດ ຂອງສະມາຊິກພັກ; 4- ການນໍາພາ, ຊີ້ນໍາ ແລະ ຈັດຕັ້ງປະຕິບັດ ການປະຕິຮູບດ້ານບໍລິຫານ, ປະຕິຮູບ ດ້ານຍຸຕິທຳ; 5- ການນໍາພາ, ຊີ້ນໍາບັນດາອົງການປົກປ້ອງກົດໝາຍ ໃນວຽກງານ ສືບສວນສອບສວນ, ສັ່ງຟ້ອງ, ພິພາກສາ, ດໍາເນີນຄະດີ; 6- ການຮັບສະໝັກ, ຮັບເອົາ, ຂຶ້ນແຜນກໍານົດ, ກໍ່ສ້າງ, ບໍາລຸງ, ຕີລາຄາ, ສັບປ່ຽນ, ຍົກຍ້າຍ, ແຕ່ງຕັ້ງ, ເລື່ອນຂັ້ນ, ສັບຊ້ອນ, ນໍາໃຊ້, ສະເໜີສະໝັກເລືອກຕັ້ງ, ເລືອກຕັ້ງ, ຍ້ອງຍໍ, ລົງລະບຽບວິໄນ ຕໍ່ພະນັກງານ, ປະຕິບັດນະໂຍບາຍຕໍ່ພະນັກງານ; 7- ການນໍາພາ, ຊີ້ນໍາ ແລະ ແກ້ໄຂການຮ້ອງຟ້ອງ, ຮ້ອງທຸກ.

ພິເສດ, ຖືເປັນສໍາຄັນ ການກວດກາ, ຕິດຕາມກວດກາ ຜູ້ເປັນຫົວໜ້າຄະນະພັກ ໃນການປະຕິບັດມາດຖານຂອງສະມາຊິກພັກ, ມາດຖານຂອງກໍາມະການຄະນະພັກ ແລະ ການປະຕິບັດໜ້າທີ່, ຂອບເຂດສິດອໍານາດ ຕາມຂໍ້ກໍານົດຂອງພັກ,​ ນະໂຍບາຍ, ກົດໝາຍຂອງລັດ; ກວດກາ,​ ຕິດຕາມຈິດໃຈຮັບຜິດຊອບ, ຄວາມເປັນແບບຢ່າງ, ການຕໍາໜິຕິຊົມ ແລະ ຕໍາໜິຕິຊົມຕົນເອງ, ນິໄສດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດ, ຊື່ກົງບໍລິສຸດ, ເຫັນແກ່ສ່ວນລວມ... ຂອງຜູ້ເປັນຫົວໜ້າຄະນະພັກ. ຜູ້ເປັນຫົວໜ້າ ຄະນະພັກຍາມໃດກໍຕ້ອງມີສະຕິຖືເອົາຕົນເອງຢູ່ພາຍໃຕ້ການກວດກາ, ຕິດຕາມກວດກາ ຂອງການຈັດຕັ້ງພັກ, ຖືກກວດກາ, ຕິດຕາມກວດກາຈາກສະມາຊິກພັກ ແລະ ມະຫາຊົນ. ພ້ອມດຽວກັນນັ້ນ, ເພີ່ມທະວີຄວາມຮັບຜິດຊອບໃນການກວດກາ, ຕິດຕາມກວດກາຂອງບັນດາໝູ່ຄະນະໃນຄະນະພັກ, ຄະນະປະຈຳຄະນະພັກ ຂັ້ນທຽບເທົ່າ ຕາມຂໍ້ກໍານົດຂອງພັກ.

ທີສາມ, ຊີ້ແຈ້ງເນື້ອໃນຈຸດສຸມຂອງການກວດກາ, ຕິດຕາມກວດກາ, ຄວາມຮັບຜິດຊອບ ແລະ ຮູບການກວດກາ, ຕິດຕາມກວດກາຕ່າງໆ. ຄະນະພັກຂັ້ນຕ່າງໆຕ້ອງມີຄວາມຮັບຮູ້ຢ່າງຈະແຈ້ງ ແລະ ຄົບຖ້ວນກ່ຽວກັບຄວາມສໍາຄັນ ແລະ ລັກສະນະຈໍາເປັນຕ້ອງ ຂອງການເພີ່ມທະວີການກວດກາ, ຕິດຕາມກວດກາ ຜູ້ເປັນຫົວໜ້າຄະນະພັກ ກໍຄືໝູ່ຄະນະໃນຄະນະພັກ; ປະຕິບັດການກວດກາ, ຕິດຕາມກວດກາ ຂອງການຈັດຕັ້ງພັກຂັ້ນເທິງ ຕໍ່ການຈັດຕັ້ງພັກຂັ້ນລຸ່ມ ຢ່າງມີປະສິດທິຜົນ; ຍົກສູງຄວາມຮັບຮູ້, ຄຸນທາດການເມືອງ, ສະຕິຝຶກຝົນຫຼໍ່ຫຼອມ, ການຢຶດໝັ້ນກ່ຽວກັບຫຼັກໝັ້ນດ້ານແນວຄິດ ແລະ ຈິດໃຈຮັບຜິດຊອບ, ລັກສະນະນໍາໜ້າ, ເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ, ໂດຍສະເພາະຜູ້ເປັນຫົວໜ້າຄະນະພັກ ໃນທຸກການເຄື່ອນໄຫວ ຂອງການຈັດຕັ້ງພັກ ແລະ ອົງການ, ຫົວໜ່ວຍ ແລະ ທ້ອງຖິ່ນ.

ຄວາມຮຽກຮ້ອງຕ້ອງການລະອຽດຈໍານວນໜຶ່ງໃນການເພີ່ມທະວີ
ວຽກງານກວດກາ, ຕິດຕາມກວດກາຜູ້ເປັນຫົວໜ້າຄະນະພັກ

ກ່ອນອື່ນໝົດໂຕເອງຜູ້ເປັນຫົວໜ້າຄະນະພັກຕ້ອງມີຄວາມຕື່ນຕົວໃນການເປັນແບບຢ່າງ ແລະ ປະຕິບັດຕາມການກວດກາ, ຕິດຕາມກວດກາຢ່າງມີສະຕິ; ພ້ອມດຽວກັນນັ້ນ, ຕ້ອງມີແນວຄິດ, ຫຼັກໝັ້ນການເມືອງໜັກແໜ້ນ, ນໍາໜ້າ ໃນການປົກປ້ອງພື້ນຖານແນວຄິດຂອງພັກ ແລະ ມີຄວາມເປັນແບບຢ່າງ ໃນການປະຕິບັດນະໂຍບາຍ, ກົດໝາຍຂອງລັດ, ນໍາໜ້າ ໃນການປະຕິບັດ ບັນດາຂໍ້ກໍານົດກ່ຽວກັບການກວດກາ, ຕິດຕາມກວດກາພາຍໃນພັກ, ເປັນແບບຢ່າງ ໃນການປະຕິບັດຄວາມຮັບຜິດຊອບນໍາພາ, ຊີ້ນໍາ, ບໍລິຫານ ແລະ ໃນການປະຕິບັດ ລະບຽບກົດໝາຍ, ລະບຽບວິໄນຂອງພັກ.  ພະນັກງານນໍາພາຂັ້ນຕ່າງໆ, ຜູ້ເປັນຫົວໜ້າ ຄະນະພັກ, ໂດຍສະເພາະພະນັກງານຂັ້ນສູງຂອງພັກ, ຜູ້ເປັນຫົວໜ້າການຈັດຕັ້ງພັກ ຢູ່ບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນ ຕ້ອງເປັນແບບຢ່າງ, ນໍາໜ້າ ໃນການປະຕິບັດກົດລະບຽບພັກ, ປະຕິບັດຂໍ້ກໍານົດຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ຄໍາແນະນໍາຕ່າງໆ ຂອງຄະນະກໍາມະການກວດກາສູນກາງ, ຄະນະກໍາມະການກວດກາຂັ້ນຕ່າງໆ ກ່ຽວກັບວຽກງານກວດກາ, ຕິດຕາມກວດກາ, ປະຕິບັດລະບຽບວິໄນຂອງພັກ ຢ່າງເຂັ້ມງວດ; ສ້າງການຈັດຕັ້ງພັກທີ່ປອດໃສ, ເຂັ້ມແຂງ ແລະ ເປັນແບບຢ່າງໃນການຕໍ່ສູ້ຕ້ານແນວຄິດເອກະສິດ, ສິດພິເສດ, “ຜົນປະໂຫຍດກຸ່ມ, ຍາມ​ໃດ​ກໍ່​ຍຶດໝັ້ນ​ໃນຄວາມຊື່ສັດ, ທ່ຽງທຳ ແລະ ບໍລິສຸດຂອງຜູ້ເປັນສະມາຊິກພັກ.

ທີສອງຖືເອົາການກວດກາ, ຕິດຕາມກວດກາຜູ້ເປັນຫົວໜ້າຄະນະພັກເປັນຈຸດໃຈກາງ ແລະ ແມ່ນການບູລິມະສິດຕົ້ນຕໍ, ຍ້ອນວ່າຜູ້ເປັນຫົວໜ້າຄະນະພັກໄດ້ຮັບມອບໝາຍຈາກອົງການການຈັດຕັ້ງໃຫ້ມີສິດທີ່ສໍາຄັນ ແລະ ມີຄວາມຮັບຜິດຊອບດ້ານການເມືອງໃນການນໍາພາ, ຊີ້ນໍາ, ບໍລິຫານ. ຢູ່ບາງບ່ອນ, ການປະຕິບັດແຜນນະໂຍບາຍຫັນເປັນການຄວບໜ້າທີ່”, ຜູ້ເປັນຫົວໜ້າຄະນະພັກກໍແມ່ນຜູ້ເປັນຫົວໜ້າປົກຄອງຂອງບັນດາອົງການ, ຄະນະ, ຂະແໜງການ, ຍ້ອນແນວນັ້ນ, ສິດອໍານາດການເມືອງທີ່ເຂົາເຈົ້າໄດ້ຮັບການມອບໝາຍແຮງໃຫຍ່ ແລະ ລວມສູນ. ສິ່ງ​ດັ່ງກ່າວ​ໄດ້​ກຳນົດ​ໃຫ້​ບັນດາ​ຄະນະ​ພັກ, ອົງການ​ກວດກາ​ແລະຕິດຕາມກວດກາ​ໃນອົງການຈັດຕັ້ງພັກທຸກຂັ້ນ ​ແລະ ​ໃນ​ລະບົບ​ການ​ເມືອງ ​ຕ້ອງເພີ່ມ​ທະວີ​ວຽກງານ​ກວດກາ ​ແລະ ຕິດຕາມກວດກາຜູ້ເປັນ​ຫົວໜ້າ​ຄະນະ​ພັກ, ຖືເອົາຜູ້ເປັນຫົວໜ້າຄະນະພັກເປັນຈຸດສຸມຂອງການກວດກາ, ​ຕິດ ຕາມກວດກາຢ່າງເປັນປະຈໍາ ແລະ ແໜ້ນແຟ້ນ..., ເພື່ອໃຫ້ຜູ້ເປັນຫົວໜ້າຄະນະພັກຮັບຮູ້ຄວາມຮັບຜິດຊອບໃນຂະບວນວິວັດແຫ່ງການນໍາໃຊ້ສິດອໍານາດຢ່າງຈະແຈ້ງ, ຊີ້ນໍາ, ຂັບເຄື່ອນການເຄື່ອນໄຫວຂອງອົງການ, ຫົວໜ່ວຍຢ່າງໃກ້ຊິດ, ບໍ່ກ້າ ແລະ ບໍ່ມີເງື່ອນໄຂ ເພື່ອອາດຍາສິດ ຫຼືສໍ້ລາດບັງຫຼວງ, ຫຍໍ້ທໍ້, ສວຍໃຊ້ສິດອໍານາດ, ລ່ວງອໍານາດ ແລະ ອື່ນໆ. ຜ່ານວຽກງານກວດກາ, ຕິດຕາມກວດກາຜູ້ເປັນຫົວໜ້າຄະນະພັກ, ຕ້ອງກວດພົບບັນດາຂໍ້ຈໍາກັດ, ຈຸດບໍ່ເໝາະສົມ, ສະເໜີໃຫ້ແກ້ໄຂຈຸດຜິດພາດ, ການລະເມີດຢ່າງທັນທ່ວງທີ; ສົ່ງເສີມການປ່ຽນແປງໃໝ່ ແລະ ພັດທະນາ. ຕ້ອງສຸມໃສ່ການລົງເລິກຊອກຮູ້ສະພາບການປະຕິບັດພາລະບົດບາດ, ໜ້າທີ່ ແລະ ລະບຽບວິໄນພາຍໃນອົງການ, ຫົວໜ່ວຍຂອງຜູ້ເປັນຫົວໜ້າຄະນະພັກທີ່ຖືກກວດກາ, ຕິດຕາມກວດກາ; ຊອກຮູ້ບັນດາບັນຫາສໍາຄັນທີ່ໄດ້ສ່ອງແສງກ່ຽວກັບການເຄື່ອນໄຫວຂອງອົງການ, ຫົວໜ່ວຍດັ່ງກ່າວຢ່າງເລິກເຊິ່ງ. ບົດລາຍງານກ່ຽວກັບການກວດກາ, ຕິດຕາມກວດກາຕ້ອງສະແດງອອກຜົນການເຄື່ອນໄຫວຂອງຜູ້ເປັນຫົວໜ້າຄະນະພັກ ໃນຖານະເປັນຜູ້ຮັບຜິດຊອບສູງສຸດ ຢ່າງຈະແຈ້ງ ແລະ ຄວາມຊື່ສັດ, ຕື່ນຕົວສະໝັກໃຈຂອງເຂົາເຈົ້າ; ພ້ອມດຽວກັນນັ້ນ, ມີບັນດາຄໍາຄິດຄໍາເຫັນຢ່າງຈະແຈ້ງ ແລະ ຄວາມຕ້ອງການລະອຽດຕ່າງໆ ເພື່ອແກ້ໄຂຜ່ານຜູ່ບັນດາຂໍ້ຈໍາກັດ, ຈຸດບໍ່ເໝາະສົມໃນການເຄື່ອນໄຫວຂອງເຂົາເຈົ້າ.

ທີສາມ, ເພີ່ມທະວີວຽກງານກວດກາ, ຕິດຕາມກວດກາການຈັດຕັ້ງພັກແຕ່ຂັ້ນເທິງລົງຂັ້ນລຸ່ມ; ຄະນະພັກຂັ້ນເທິງຕ້ອງປະຕິບັດໜ້າທີ່ກວດກາ, ຕິດຕາມກວດກາຜູ້ເປັນຫົວໜ້າ ແລະ ຄະນະພັກຂັ້ນລຸ່ມ ໃຫ້ໄດ້ເປັນຢ່າງດີບັນດາສະຫາຍກໍາມະການກົມການເມືອງສູນກາງພັກ, ກໍາມະການຄະນະເລຂາທິການສູນກາງພັກ, ກໍາມະການຄະນະບໍລິຫານງານສູນກາງພັກ, ເລຂາຄະນະພັກບັນດາກະຊວງ, ຄະນະ, ຂະແໜງການສູນກາງ ແລະ ແຂວງ, ນະຄອນ ຕ້ອງເຊື່ອມຊຶມການສ້າງລະບຽບ, ທ່າທາງ, ແບບແຜນການເຮັດວຽກໃນການຈັດຕັ້ງພັກ, ອົງການບໍລິຫານລັດ; ກວດກາ, ຕິດຕາມກວດກາ, ຊຸກຍູ້ໃຫ້ຖັນແຖວພະນັກງານການນໍາຂັ້ນລຸ່ມ; ປະຕິບັດຄວາມຮັບຜິດຊອບນໍາພາຢ່າງຮອບດ້ານ, ເຂັ້ມງວດ, ຈິງໃຈ, ຕື່ນຕົວຕໍ່ຜູ້ເປັນຫົວໜ້າ ແລະ ຄະນະພັກຂັ້ນລຸ່ມ; ສຶກສາອົບຮົມ, ຕັກເຕືອນພະນັກງານການນໍາຂັ້ນລຸ່ມ ເມື່ອກວດພົບບັນຫາກໍຈຳເປັນຕ້ອງໄດ້ຮັບການແກ້ໄຂ

ຄະນະກໍາມະການກວດກາສູນກາງເພີ່ມທະວີການຕິດຕາມກວດກາບັນດາຄະນະພັກແຂວງ, ນະຄອນ, ໝູ່ຄະນະໃນຄະນະພັກ, ຜູ້ເປັນຫົວໜ້າຄະນະພັກຢູ່ອົງການ, ຫົວໜ່ວຍຕ່າງໆ ທີ່ຂຶ້ນກັບການຄຸ້ມຄອງຂອງສູນກາງ; ຊຸກຍູ້ໃຫ້ບັນດາຄະນະພັກແຂວງ, ນະຄອນເພີ່ມທະວີການຄຸ້ມຄອງຕໍ່ຜູ້ເປັນຫົວໜ້າຄະນະພັກຂັ້ນລຸ່ມ. ຜູ້ເປັນຜູ້ບັນຊາການສູງສຸດຢູ່ຂັ້ນເທິງຕ້ອງກວດກາ, ຕິດຕາມກວດກາສະພາບການປະຕິບັດພາລະບົດບາດ, ໜ້າທີ່ຂອງ ຜູ້ບັນຊາຢູ່ຂັ້ນລຸ່ມ (ກ່ອນອື່ນແມ່ນຜູ້ໃຕ້ບັງຄັບບັນຊາໂດຍກົງ) ເປັນເນື້ອໃນໃຈຂອງວຽກງານກວດກາ, ຕິດຕາມກວດກາປະຈໍາປີ, ປະຈໍາໄຕມາດ, ປະຈຳເດືອນ, ຊໍ້າບໍ່ໜໍາແມ່ນປະຈໍາວັນ; ຖືເອົາຜົນການກວດກາ, ຕິດຕາມກວດກາດັ່ງກ່າວ ເປັນບ່ອນອີງ ເພື່ອດໍາເນີນການກວດຄືນ, ກັ່ນຕອງພະນັກງານ. ເມື່ອກວດພົບມີປາກົດການລະເມີດ, ຫຼົງທິດ, ຕ້ອງດໍາເນີນການຕໍາໜິ, ສຶກສາອົບຮົມ, ຕັກເຕືອນຕໍ່ບັນດາຜູ້ມີຈຸດບົກພ່ອງ ຫຼືລ່ວງລະເມີດໃນລະດັບເບົາ ຢ່າງທັນທ່ວງທີ ແລະ ປະຕິບັດວິໄນຕໍ່ບັນດາຜູ້ມີການລະເມີດທີ່ຮ້າຍແຮງ ຢ່າງເຂັ້ມງວດ.  ​

ທີສີ່, ປະຕິບັດລະບົບການນໍາພາຮອບດ້ານ ແລະ ໜັກແໜ້ນຂອງການຈັດຕັ້ງພັກຢ່າງເຂັ້ມງວດ ໂດຍຕິດພັນກັບຄວາມຮັບຜິດຊອບຂອງຜູ້ເປັນຫົວໜ້າຄະນະພັກ. ຄະນະພັກຂັ້ນຕ່າງໆ ຕ້ອງເພີ່ມທະວີການກວດກາ, ຕິດຕາມກວດກາການປະຕິບັດລະບອບຄວາມຮັບຜິດຊອບຂອງສະມາຊິກພັກ ຢ່າງຮອບດ້ານ ແລະ ເຂັ້ມງວດ; ແລກປ່ຽນ, ຕັກເຕືອນບັນດາກໍລະນີທີ່ຜູ້ເປັນຫົວໜ້າຄະນະພັກຍັງບໍ່ທັນປະຕິບັດຖືກຕາມຄວາມຮັບຜິດຊອບ ຫຼືມີບັນຫາເກີດຂຶ້ນ ຢ່າງທັນທ່ວງທີຄະນະກໍາມະການກວດກາຂັ້ນຕ່າງໆຕ້ອງຕິດຕາມກວດກາຄວາມຮັບຜິດຊອບຂອງຜູ້ເປັນຫົວໜ້າຄະນະພັກ ໃນການປະຕິບັດພາລະບົດບາດ, ໜ້າທີ່ຂອງການຈັດຕັ້ງພັກ, ອົງການ, ຫົວໜ່ວຍ; ຈັດຕັ້ງການກວດກາ, ຕິດຕາມກວດກາ, ປະກອບຄໍາຄິດຄໍາເຫັນ, ແກ້ໄຂຄວາມຜິດພາດ, ການລະເມີດຢ່າງເປັນປະຈໍາປັບປຸງແລະປະຕິບັດການບໍລິຫານທັງໝົດລະບົບຕີລາຄາຄວາມຮັບຜິດຊອບຂອງສະມາຊິກພັກ, ຂັ້ນກໍາມະການຄະນະພັກ ຢ່າງແໜ້ນແຟ້ນ; ຜົນການຕີລາຄາເປັນພື້ນຖານສໍາຄັນໃຫ້ແກ່ການຄັດເລືອກ, ແຕ່ງຕັ້ງເຂົ້າໃນຄະນະພັກ, ຜູ້ເປັນຫົວໜ້າ ແລະ ປະຕິບັດວຽກງານຍ້ອງຍໍໃຫ້ລາງວັນ, ປະຕິບັດວິໄນສະມາຊິກພັກ ກໍຄືກວດຄືນ, ກັ່ນຕອງສະມາຊິກພັກ. ຜູ້​ທີ່​ບໍ່​ປະຕິບັດ​ໜ້າ​ທີ່​ຮັບຜິດຊອບ ຫຼື ​ເຈດ​ຕະນາ​ກະທຳ​ຜິດ, ​ເຫັນ​ແຈ້ງ​ການ​ລະ​ເມີດ, ຕ້ອງ​ຮັບຜິດຊອບ​ຕາມ​ລະບຽບ​ຂອງ​ພັກ; ຄະນະພັກ ແລະ ຜູ້ເປັນຫົວໜ້າອົງການການຈັດຕັ້ງພັກ ທີ່ມີສະມາຊິກພັກລະເມີດ ກໍມີສ່ວນຮ່ວມຮັບຜິດຊອບນໍາກັນ, ຕ້ອງພິຈາລະນາລະດັບການແກ້ໄຂໃຫ້ສອດຄ່ອງ ເພື່ອຮັກສາລະບຽບວິໄນ, ລະບຽບກົດໝາຍ ແລະ ຄວາມເຂັ້ມງວດພາຍໃນພັກຢ່າງໝັ້ນຄົງ.

ທີຫ້າປະຕິບັດຫຼັກການລວມສູນປະຊາທິປະໄຕ ແລະ ປັບປຸງກົນໄກກວດກາ, ຕິດຕາມກວດກາໃຫ້ສົມບູນ. ຄະນະພັກ (ກ່ອນອື່ນໝົດແມ່ນຄະນະປະຈໍາຄະນະພັກ), ຄະນະກໍາມະການກວດກາຂັ້ນຕ່າງໆ ຕ້ອງເພີ່ມທະວີວຽກງານກວດກາ, ຕິດຕາມກວດກາຜູ້ເປັນຫົວໜ້າຄະນະພັກຂັ້ນລຸ່ມ ໃນການປະຕິບັດຫຼັກການລວມສູນປະຊາທິປະໄຕ, ບໍ່ໃຫ້ເກີດປາກົດການຕັດສິນຕາມລຳພັງໃຈຕົນເອງ ແລະ ຜະເດັດການຄະນະກໍາມະການກວດກາສູນກາງ ສຸມໃສ່ການກວດກາ, ຕິດຕາມກວດກາການປະຕິບັດຫຼັກການລວມສູນປະຊາທິປະໄຕ ຂອງບັນດາຄະນະພັກແຂວງ, ນະຄອນ ແລະ ຄະນະພັກທີ່ຂຶ້ນກັບສູນກາງ. ຄະນະກໍາມະການຂັ້ນຕ່າງໆ ສະເໜີໃຫ້ດໍາເນີນການສໍາຫຼວດຢ່າງທັນທ່ວງທີ, ແກ້ໄຂບັນດາຜົນຍ້ອນຫຼັງ ເມື່ອກວດພົບຜູ້ເປັນຫົວໜ້າຄະນະພັກຂັ້ນລຸ່ມ ມີການກະທໍາລະເມີດຂໍ້ກໍານົດຂອງພັກ ຢ່າງເຂັ້ມງວດ; ລາຍງານຄະນະປະຈໍາການຄະນະພັກຂອງຕົນ ແລະ ຄະນະກໍາມະການກວດກາຂັ້ນເທິງ ຖ້າວ່າການສໍາຫຼວດ, ການແກ້ໄຂດັ່ງກ່າວບໍ່ມີປະສິດທິຜົນ.

ທີຫົກ, ກຳຂໍ້ມູນຂ່າວສານທີ່ສ່ອງແສງກ່ຽວກັບຜູ້ເປັນຫົວໜ້າຄະນະພັກຂັ້ນລຸ່ມຢ່າງທັນທ່ວງທີ; ສ້າງແລະປະຕິບັດຄວາມຮັບຜິດຊອບອະທິບາຍລາຍງານສຳລັບເຂົາເຈົ້າ. ຄະນະພັກ, ຄະນະກຳມະການກວດກາຂັ້ນຕ່າງໆ ເພີ່ມທະວີວຽກງານກວດກາ, ຕິດຕາມກວດກາຕໍ່ຜູ້ເປັນຫົວໜ້າຄະນະພັກຂັ້ນລຸ່ມ ຢ່າງເປັນປະຈຳ (ກ່ອນອື່ນໝົດແມ່ນຄະນະພັກຂັ້ນລຸ່ມໂດຍກົງ); ພ້ອມດຽວກັນນັ້ນ, ເຜີຍແຜ່ແລະເຊື່ອມຊຶມກ່ຽວກັບພາລະບົດບາດ, ໜ້າທີ່, ແບບແຜນການເຮັດວຽກ ໃຫ້ແກ່ຜູ້ເປັນຫົວໜ້າຄະນະພັກຂັ້ນລຸ່ມ ຢ່າງເລິກເຊິ່ງ. ຜັນຂະຫຍາຍລະບົບຂໍ້ມູນຂ່າວສານຢ່າງມີປະສິດທິຜົນ ລະຫວ່າງຫົວໜ້າຄະນະກຳມະການກວດກາ, ຄະນະຈັດຕັ້ງຂັ້ນເທິງ ແລະຫົວໜ້າຄະນະພັກຂັ້ນລຸ່ມ ເພື່ອແຈ້ງການ ລາຍງານບັນຫາທົ່ວໄປ, ການລະເມີດວິໄນຂອງພັກຢ່າງຮ້າຍແຮງ ແລະ ການລະເມີດກົດໝາຍ ພາຍໃນຂອບເຂດຮັບຜິດຊອບ. ດຳເນີນການສຳຫຼວດໃນກອງປະຊຸມເປີດກ້ວາງຂອງຄະນະປະຈຳຄະນະພັກ (ຫຼື ຄະນະຮັບຜິດຊອບພັກ, ຄະນະຊີ້ນຳຂອງພັກ) ແລະ ບົດລາຍງານກ່ຽວກັບວຽກງານນີ້ຄວນເປີດເຜີຍຕໍ່ສາທາລະນະໃນລະດັບໜຶ່ງ.

ບັນດາວິທີການແກ້ໄຂຕົ້ນຕໍ ເພື່ອເພີ່ມທະວີວຽກງານກວດກາ,
ຕິດຕາມກວດກາຜູ້ເປັນຫົວໜ້າຄະນະພັກ

1. ເພີ່ມທະວີວຽກງານກວດກາ, ຕິດຕາມກວດກາໃນຄະນະພັກ

ທີໜຶ່ງເພີ່ມທະວີວຽກງານກວດກາ, ຕິດຕາມກວດກາ ແລະ ປະຕິບັດການຕຳໜິຕິຊົມ ແລະ ຕຳໜິຕິຊົມຕົນເອງ ໃນຄະນະພັກ ຢ່າງເຂັ້ມງວດ. ກຳມະການຄະນະພັກ, ຜູ້ເປັນຫົວໜ້າຄະນະພັກ ຕ້ອງປະຕິບັດໂຄງການການເມືອງ, ກົດລະບຽບພັກ ແລະ ບັນດາຂໍ້ກຳນົດຂອງພັກ ຢ່າງເຂັ້ມງວດ; ຖ້າກວດພົບພະນັກງານ, ສະມາຊິກພັກລະເມີດ ຕ້ອງ ໄດ້ພິຈາລະນາ, ແກ້ໄຂຢ່າງທັນທ່ວງທີ. ຜູ້ເປັນຫົວໜ້າຄະນະພັກປະຕິບັດໜ້າທີ່ຄຸ້ມຄອງ, ສຶກສາອົບຮົມກຳມະການຄະນະພັກໃຫ້ດີ; ເປັນແບບຢ່າງໃນການຕຳໜິຕິຊົມ ແລະ ຕຳໜິຕິຊົມຕົນເອງບັນດາກຳມະການຄະນະພັກ ຕ້ອງໄດ້ແລກປ່ຽນຄຳຄິດຄຳເຫັນຢ່າງເປັນປະຈຳ; ຖ້າກວດພົບບັນຫາທີ່ບໍ່ເໝາະສົມໃນການຈັດຕັ້ງພັກ ຕ້ອງໄດ້ແລກປ່ຽນຢ່າງສັດຊື່, ໃຫ້ຄຳປຶກສາ, ສະເໜີທິດທາງແກ້ໄຂຕາມຈິດໃຈປະກອບສ່ວນໝູ່ຄະນະໃນຄະນະພັກຕ້ອງອະທິບາຍຢ່າງຈິງໃຈ ກ່ຽວກັບບັນດາບັນຫາຂອງບຸກຄົນ ກໍຄືບັນຫາຕ່າງໆ ທີ່ມະຫາຊົນໄດ້ຍົກຂຶ້ນມາ, ປະຕິບັດການສ່ອງແສງຂໍ້ມູນຂ່າວສານ, ກວດກາ, ຕິດຕາມກວດກາຕາມກຳນົດເວລາ ແລະ ໂດຍບັງເອີນ.

ທີສອງ ເສີມຂະຫຍາຍບົດບາດກວດກາ, ຕິດຕາມກວດກາຂອງຖັນແຖວກຳມະການຄະນະພັກ, ພ້ອມດຽວກັນນັ້ນ, ຍົກສູງຄວາມສາມາດໃນການກວດພົບ ແລະ ແກ້ໄຂບັນຫາຂອງຄະນະພັກ. ຄະນະພັກຕ້ອງປະຕິບັດຄວາມຮັບຜິດຊອບນຳພາການກໍ່ສ້າງແລະປັບປຸງພັກຢ່າງຄົບຖ້ວນ; ສ້າງແລະປັບປຸງບັນດາຂໍ້ກຳນົດທີ່ກ່ຽວຂ້ອງໃຫ້ສົມບູນ. ບັນດາກຳມະການໃນຄະນະພັກ, ໝູ່ຄະນະໃນຄະນະພັກຕ້ອງມີຈິດໃຈຮັບຜິດຊອບສູງ, ເຮັດວຽກຢ່າງໝົດຈິດໝົດໃຈ; ຕັກເຕືອນ, ຕິດຕາມເຊິ່ງກັນແລະກັນ, ປະຕິບັດໜ້າທີ່ປັບປຸງ, ຍົກສູງບົດບາດນຳພາ, ກຳລັງແຮງສູ້ຮົບຂອງຄະນະພັກ; ຖ້າມີກຳມະການໃນຄະນະພັກລະເມີດລະບຽບວິໄນຂອງພັກ ຫຼື ລະເມີດກົດໝາຍ ຕ້ອງໄດ້ແຈ້ງໃຫ້ອົງການຈັດຕັ້ງພັກທີ່ມີອຳນາດຕັດສິນຢ່າງຈິງໃຈ ແລະ ທັນທ່ວງທີ.

ທີສາມ, ປັບປຸງກົນໄກຄວບຄຸມອຳນາດໃນການເຄື່ອນໄຫວຂອງຄະນະພັກ ໃຫ້ສົມບູນ, ຈັດແບ່ງສິດອຳນາດຢ່າງສອດຄ່ອງ ແລະ ມີວິທະຍາສາດ. ​ເດັດດ່ຽວ​ສະກັດ​ກັ້ນ​ການ​ກະທຳ​ລະ​ເມີດ​ຫຼັກການ​ເຄື່ອນ​ໄຫວ​ຂອງ​ຄະນະ​ພັກ, ບໍ່ອະນຸຍາດໃຫ້ກຳມະການ ຄະນະພັກຫັນວຽກງານ ຂົງເຂດທີ່ໄດ້ຮັບມອບໝາຍໃຫ້ຮັບຜິດຊອບເປັນ ຖິ່ນຖານສ່ວນຕົວບໍ່ຢູ່ພາຍໃຕ້ການນຳພາ ແລະ ກວດກາ, ຕິດຕາມກວດກາຂອງຄະນະພັກ. ສ້າງ ແລະ ປັບປຸງລະບຽບການເຮັດວຽກ ຂອງໝູ່ຄະນະໃນຄະນະພັກ ໃຫ້ສົມບູນ. ໃນນັ້ນ, ບັນດາບັນຫາສຳຄັນຕ້ອງໄດ້ຍົກຂຶ້ນມາໃຫ້ຄະນະພັກສົນທະນາ, ກຳມະການຄະນະພັກຕ້ອງປະກອບຄຳຄິດຄຳເຫັນຂອງຕົນຢ່າງຄົບຖ້ວນ; ບັນດາບັນຫາຕ້ອງລົງມະຕິ ແຕ່ຍັງມີຄຳຄິດຄຳເຫັນທີ່ແຕກຕ່າງກັນ ຕ້ອງໄດ້ແລກປ່ຽນ, ສົນທະນາ ຢ່າງລະອຽດກ່ອນດຳເນີນການລົງມະຕິ.

ທີສີ່, ຄະນະພັກສ້າງ ແລະ ປະຕິບັດແຜນການເຄື່ອນໄຫວປະຈຳປີ, ປະຈຳໄຕ ມາດ ແລະ ປະຈຳເດືອນ; ຄຸ້ມຄອງ ແລະ ຊີ້ນຳບັນດາການຈັດຕັ້ງພັກຢ່າງໃກ້ຊິດ. ຜູ້ເປັນຫົວໜ້າຄະນະພັກຕ້ອງຮັບຟັງການລາຍງານກ່ຽວກັບການປະຕິບັດຄວາມຮັບຜິດຊອບຂອງບັນດາກຳມະການຄະນະພັກ ຢ່າງເປັນປະຈຳ ແລະ ຕ້ອງແລກປ່ຽນ, ປະກອບຄໍາຄິດຄຳເຫັນຢ່າງທັນທ່ວງທີ ຖ້າເຫັນວ່າ ກຳມະການຄະນະພັກປະຕິບັດຄວາມຮັບຜິດຊອບຍັງບໍ່ທັນຄົບຖ້ວນ; ພ້ອມດຽວກັນນັ້ນ, ຕ້ອງຮັບຟັງຄຳຄິດຄຳເຫັນຂອງມະຫາຊົນ, ຮັບເອົາຄຳເຫັນຕຳໜິຕິຊົມ ແລະ ຕຳໜິຕິຊົມຕົນເອງ ຂອງກຳມະການຄະນະພັກ ແລະ ສະມາຊິກພັກ ໃນການຈັດຕັ້ງພັກ ຢ່າງເຂັ້ມງວດ; ຊຸກຍູ້ບັນດາສະມາຊິກພັກໃນການຈັດຕັ້ງພັກ ປະຕິບັດວຽກງານກໍ່ສ້າງພັກ, ສ້າງອຳນາດການປົກຄອງທີ່ປອດໃສ, ເຂັ້ມແຂງໃຫ້ໄດ້ເປັນຢ່າງດີ.

ທີຫ້າ, ຄະນະພັກປະຕິບັດລະບົບການບັນທຶກ, ສຳເນົາເອກະສານຢ່າງເຂັ້ມງວດ ເພື່ອຮັບປະກັນລັກສະນະເປັນລະບົບ, ຊັດເຈນຂອງສຳນວນສຳເນົາ, ບໍ່ໃຫ້ແຊກແຊງຕໍ່ວຽກງານພະນັກງານຢ່າງຜິດກົດໝາຍຖ້າວ່າ ກຳມະການຄະນະພັກແຊກແຊງຕໍ່ວຽກງານພະນັກງານ ຫຼື ມີການຕັດສິນການລະເມີດກົດລະບຽບ, ລະເມີດກົດໝາຍ, ຂາດຄວາມທ່ຽງທຳ,... ໃນການສ້າງໂຄງການ ເຊິ່ງຄະນະພັກຕ້ອງລາຍງານຕໍ່ອົງການຈັດຕັ້ງພັກຢ່າງທັນທ່ວງທີ. ພ້ອມດຽວກັນນັ້ນ, ຄະນະພັກ, ໝູ່ຄະນະນຳ, ພະນັກງານການນຳ ຕ້ອງເດັດດ່ຽວຕ້ານການຊັກໄຍໃດໆ (ໂດຍສະເພາະການຊັກໄຍໃນວຽກງານພະນັກງານ) ຈາກພີ່ນ້ອງ, ໝູ່ເພື່ອນຂອງພະນັກງານການນຳ ແລະ ລາຍງານຕໍ່ອົງການຈັດຕັ້ງພັກໂດຍໄວ.

2. ເພີ່ມທະວີວຽກງານກວດກາ, ຕິດຕາມກວດກາຂອງຄະນະພັກຂັ້ນເທິງຕໍ່ຜູ້ເປັນຫົວໜ້າ ແລະ ຄະນະພັກຂັ້ນລຸ່ມ

ທີໜຶ່ງປະຕິບັດຄວາມຮັບຜິດຊອບກວດກາ, ຕິດຕາມກວດກາຂອງອົງການຈັດຕັ້ງພັກຂັ້ນເທິງ ຕໍ່ການຈັດຕັ້ງພັກຂັ້ນລຸ່ມ, ກ່ອນອື່ນໝົດແມ່ນຂັ້ນລຸ່ມໂດຍກົງ. ຄະນະພັກຂັ້ນເທິງຕ້ອງຈັດຕັ້ງການນໍາພາບັນດາໜ້າທີ່ໃນຂົງເຂດໄດ້ຮັບການມອບໝາຍຢ່າງມີປະສິດທິຜົນ, ພ້ອມດຽວກັນນັ້ນ, ນໍາໃຊ້ບັນດາວິທີການ, ມາດຕະການຢ່າງຮອບດ້ານ ເຊັ່ນ: ກວດກາ, ຕິດຕາມກວດກາ, ສົນທະນາ, ຮັບເອົາຂໍ້ສະເໜີ, ບົດລາຍງານ, ຊຸກຍູ້, ດັດແກ້ບັນຫາຕ່າງໆ ເພື່ອເພີ່ມທະວີການກວດກາ, ຕິດຕາມກວດກາຕໍ່ຄະນະພັກຂັ້ນລຸ່ມ, ພິເສດແມ່ນຜູ້ເປັນຫົວໜ້າຄະນະພັກຂັ້ນລຸ່ມ

ທີສອງ, ຄະນະພັກຂັ້ນເທິງເພີ່ມທະວີການຄວບຄຸມອໍານາດຕໍ່ຄະນະພັກຂັ້ນລຸ່ມ, ໂດຍສະເພາະແມ່ນ ຕໍ່ຜູ້ເປັນຫົວໜ້າຄະນະພັກ; ຊຸກຍູ້ການຫັນວຽກງານກວດກາ, ຕິດຕາມກວດກາພາຍໃນພັກ ເປັນການກໍານົດມາດຖານ. ຄະນະພັກຕ້ອງນໍາໃຊ້ລະບົບຄວບຄຸມສິດອໍານາດ, ລະບົບການບໍລິຫານວຽກງານ ແລະ ລະບົບການຄຸ້ມຄອງບຸກຄະລາກອນຢ່າງມີປະສິດທິຜົນ; ຖືເປັນສໍາຄັນການສ້າງ ແລະ ປັບປຸງລະບົບການຄຸ້ມຄອງ, ກວດກາ, ຕິດຕາມກວດກາຜູ້ເປັນຫົວໜ້າຄະນະພັກ ໃຫ້ໜັກແໜ້ນ ແລະ ມີປະສິດທິຜົນຢ່າງແທ້ຈິງ

ທີສາມ, ພະນັກງານ, ສະມາຊິກພັກ, ໂດຍສະເພາະແມ່ນຜູ້ເປັນຫົວໜ້າຄະນະພັກຕ້ອງເປັນແບບຢ່າງໃນການປະຕິບັດບັນດາຂໍ້ກໍານົດຂອງພັກແລະລັດ ເມື່ອຜົວ, ເມຍ, ລູກຫຼານ, ພີ່ນ້ອງເຮັດທຸລະກິດ, ບໍລິຫານວິສາຫະກິດ; ບໍ່ໃຫ້ສວຍໃຊ້ສິດອໍານາດ ເພື່ອຫາຜົນປະໂຫຍດສ່ວນຕົວ ຫຼື ສ້າງ ກຸ່ມຜົນປະໂຫຍດ”, ຫາກຳໄລສ່ວນຕົວ; ຄຸ້ມຄອງຢ່າງແໜ້ນແຟ້ນ ແລະ ຕັກເຕືອນຍາດພີ່ນ້ອງຢ່າງເປັນປະຈໍາ, ບໍ່ໃຫ້ເຂົາເຈົ້າສວຍໃຊ້ສິດອໍານາດຂອງຕົນ ເພື່ອຫາຜົນປະໂຫຍດສ່ວນຕົວ. ຄະນະພັກ ແລະ ອົງການກວດກາຂັ້ນຕ່າງໆ ຕ້ອງເພີ່ມທະວີການກວດກາ, ຕິດຕາມກວດກາບັນດາສາຍພົວພັນຂອງພະນັກງານການນໍາ,​ ໂດຍສະເພາະແມ່ນ ຜູ້ເປັນຫົວໜ້າຄະນະພັກ ກັບບັນດາວິສາຫະກິດ, ການຈັດຕັ້ງເສດຖະກິດ ແລະ ຈັດການແກ້ໄຂໃບຮ້ອງຟ້ອງ, ຈົດໝາຍປະນາມກ່ຽວກັບຄວາມຜິດພາດໃນສາຍພົວພັນດັ່ງກ່າວ ຕາມການກໍານົດຂອງກົດໝາຍ ແລະ ລະບຽບວິໄນຂອງພັກ ຢ່າງທັນທ່ວງທີ.

ທີສີ່, ຄະນະພັກຂັ້ນເທິງເພີ່ມທະວີການແນະນໍາຄະນະພັກຂັ້ນລຸ່ມ ຈັດຕັ້ງດໍາເນີນຊີວິດການເມືອງພັກ ຕາມຫຼັກການລວມສູນປະຊາທິປະໄຕ; ຍົກສູງຄຸນນະພາບການດໍາເນີນຊີວິດການເມືອງພັກ, ເປັນເອກະພາບໃນການກໍານົດ ຫຼື ຜ່ານຫົວຂໍ້ກອງປະຊຸມດໍາເນີນຊີວິດການເມືອງພັກ ຂອງໝູ່ຄະນະໃນຄະນະພັກຂັ້ນລຸ່ມ; ກໍາມະການຄະນະພັກຂັ້ນເທິງໄດ້ຮັບມອບໝາຍໃຫ້ເຂົ້າຮ່ວມການດໍາເນີນຊີວິດພັກຕາມໄລຍະເວລາ ກັບຄະນະພັກຂັ້ນລຸ່ມຕາມລະບຽບການ. ຄະນະກໍາມະການກວດກາ ແລະ ຄະນະຈັດຕັ້ງຄະນະພັກຂັ້ນເທິງ ດໍາເນີນການກວດກາ, ຕິດຕາມກວດກາ, ແນະນໍາຄະນະພັກ, ຜູ້ເປັນຫົວໜ້າຄະນະພັກຂັ້ນລຸ່ມ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ຫຼັກການຕໍາໜິຕິຊົມ ແລະ ຕໍາໜິຕິຊົມຕົນເອງ ແລະ ບັນດາຂໍ້ກໍານົດວ່າດ້ວຍການເຄື່ອນໄຫວຂອງການຈັດຕັ້ງພັກ ຢ່າງເຂັ້ມງວດ; ຊີ້ແຈ້ງແລະຊຸກຍູ້ຄະນະພັກຂັ້ນລຸ່ມ ແກ້ໄຂບັນດາຂໍ້ຈໍາກັດ, ຈຸດອ່ອນ, ຈຸດບົກພ່ອງຢ່າງທັນທ່ວງທີ; ພ້ອມດຽວກັນນັ້ນ, ແກ້ໄຂບັນດາຈຸດຄົງຄ້າງ, ຂໍ້ສະເໜີຂອງຄະນະພັກຂັ້ນລຸ່ມໂດຍໄວ.

ທີຫ້າເພີ່ມທະວີການກວດກາ, ຕິດຕາມກວດກາວຽກງານພະນັກງານ ແລະ ປະຕິບັດການກວດຄືນ, ຕີລາຄາ, ກັ່ນຕອງພະນັກງານ. ຄະນະພັກຂັ້ນເທິງຕ້ອງເພີ່ມທະວີການກວດກາ, ຕິດຕາມກວດກາຂະບວນວິວັດແຫ່ງການຮັບສະໝັກ, ຄັດເລືອກ, ກໍ່ສ້າງ, ຕີລາຄາ, ຜັດປ່ຽນ, ແຕ່ງຕັ້ງພະນັກງານ, ເພີ່ມທະວີການຄວບຄຸມກໍາມະການຄະນະພັກຂັ້ນລຸ່ມ, ໂດຍສະເພາະບັນດາຜູ້ສະໝັກທີ່ເປັນຫົວໜ້າຄະນະພັກຂັ້ນລຸ່ມແຕ່ງຕັ້ງ; ວິເຄາະ, ຕີລາຄາ, ໃຫ້ຄຳປຶກສາ ແລະ ສະເໜີຄໍາຄິດຄໍາເຫັນທີ່ກ່ຽວພັນເຖິງວຽກງານກວດກາ, ຕິດຕາມກວດກາວຽກງານພະນັກງານຕ້ອງປະຕິບັດມາດຖານ, ຕຳແໜ່ງງານ, ບັນດາຂັ້ນຕອນກວດກາ, ຕິດຕາມກວດກາຕໍ່ພະນັກງານ, ສະມາຊິກພັກໃຫ້ດີ. ບັນດາອົງການກວດກາ, ຕິດຕາມກວດກາຕ້ອງມີຄວາມເປັນເຈົ້າການ ໃນການອັບເດດສໍານວນພະນັກງານໃນຄະນະພັກ, ອໍານາດການປົກຄອງ; ພ້ອມດຽວກັນນັ້ນ, ປະກອບຄໍາຄິດຄໍາເຫັນ, ສະຫຼຸບກ່ຽວກັບມາດຖານຄຸນສົມບັດຂອງສະມາຊິກພັກ ແລະ ມາດຖານກໍາມະການຄະນະພັກຂັ້ນຕ່າງໆ ຕາມຂໍ້ກໍານົດ ຢ່າງທັນທ່ວງທີ; ເຂົ້າຮ່ວມການຕີລາຄາ, ຈັດປະເພດໝູ່ຄະນະໃນຄະນະພັກ ແລະ ກໍາມະການຄະນະພັກ ຢ່າງຮອບດ້ານ, ທ່ຽງທໍາ, ພາວະວິໄສ, ສົມທົບກັບບັນດາບົດສະຫຼຸບການກວດກາ, ຕິດຕາມກວດກາຕ່າງໆ ເພື່ອເປັນບ່ອນອີງໃນການກວດຄືນ, ຕີລາຄາ ແລະ ກັ່ນຕອງພະນັກງານ.

ທີຫົກວິເຄາະແລະຕີລາຄາສະພາບການການຮ້ອງຟ້ອງ, ຮ້ອງທຸກຢ່າງເປັນປະຈໍາ, ຕັກເຕືອນຢ່າງທັນທ່ວງທີ ຕໍ່ພະນັກງານ, ສະມາຊິກພັກ, ກໍາມະການຄະນະພັກ, ຜູ້ເປັນຫົວໜ້າຄະນະພັກຂັ້ນລຸ່ມ ທີ່ມີການຮ້ອງຟ້ອງ ການປະນາມຫຼາຍຄະນະພັກຂັ້ນເທິງຕ້ອງຮັບຟັງຄໍາຄິດຄໍາເຫັນຂອງຄະນະພັກຂັ້ນລຸ່ມ ແລະ ພະນັກງານ, ສະມາຊິພັກ, ມະຫາຊົນ, ຮັບເອົາຄໍາຄິດຄໍາເຫັນ ຂອງການຕໍາໜິຕິຊົມແລະຕໍາໜິຕິຊົມຕົນເອງຢ່າງຈິງຈັງ. ອົງການກວດກາ, ພາກສ່ວນຈັດຕັ້ງ-ພະນັກງານ ຕ້ອງວິເຄາະ, ຕີລາຄາສະພາບການ, ສະເໜີຄໍາຄິດຄໍາເຫັນແກ້ໄຂ ຕໍ່ບັນດາບັນຫາເກີດຂຶ້ນ, ບັນຫາໃໝ່ທີ່ກ່ຽວພັນເຖິງຜູ້ເປັນຫົວໜ້າຄະນະພັກ ແລະ ຄະນະພັກຂັ້ນລຸ່ມ ຢ່າງເປັນປະຈໍາ.

ທີເຈັດຄະນະພັກ, ຄະນະກໍາມະການກວດກາຂັ້ນຕ່າງໆ ເພີ່ມທະວີວຽກງານ ກວດກາ, ຕິດຕາມກວດກາການແກ້ໄຂຂໍ້ຈໍາກັດ, ຈຸດອ່ອນ; ຊຸກຍູ້ການປະຕິບັດບົດສະຫຼຸບກ່ຽວກັບການກວດກາ; ຈັດການແກ້ໄຂການລະເມີດລະບຽບວິໄນຂອງພັກ ແລະ ລະເມີດກົດໝາຍທີ່ຮ້າຍແຮງ ຢ່າງເຂັ້ມງວດປັບປຸງກົນໄກການກວດກາ, ຕິດຕາມກວດກາ, ປະຕິບັດລະບຽບວິໄນຂອງພັກໃຫ້ສົມບູນ

3. ເພີ່ມທະວີການນໍາພາຂອງພັກຕໍ່ວຽກງານກວດກາ, ຕິດຕາມກວດກາ

ທີໜຶ່ງ, ເພີ່ມທະວີການນໍາພາຂອງຄະນະພັກຕໍ່ວຽກງານກວດກາ, ຕິດຕາມກວດກາ, ປັບປຸງຂໍ້ກໍານົດວ່າດ້ວຍວຽກງານກວດກາ, ຕິດຕາມກວດກາພາຍໃນພັກ ໃຫ້ສົມບູນ. ຄະນະພັກຂັ້ນຕ່າງໆ ຕ້ອງປະຕິບັດຂໍ້ກໍານົດຂອງພັກວ່າດ້ວຍການກວດກາ, ຕິດຕາມກວດກາຢ່າງເຂັ້ມງວດ; ສຸມໃສ່ການກວດກາ, ຕິດຕາມກວດກາການຈັດຕັ້ງພັກ, ຜູ້ເປັນຫົວໜ້າ, ພະນັກງານຫຼັກແຫຼ່ງຢູ່ບັນດາບ່ອນແລະຂົງເຂດທີ່ເກີດການລະເມີດໄດ້ງ່າຍ, ບ່ອນທີ່ມີບັນຫາຮ້ອນເຄືອງຮີບດ່ວນ ທີ່ສັງຄົມສົນໃຈ; ເພີ່ມທະວີວຽກງານກວດກາ, ຕິດຕາມກວດກາຕາມພາລະບົດບາດ, ຂອບເຂດໜ້າທີ່ຂອງຕົນ; ໃຫ້ຄວາມສໍາຄັນກັບການຕິດຕາມກວດກາເປັນປະຈໍາຕໍ່ການຈັດຕັ້ງພັກຂັ້ນລຸ່ມ ແລະ ການຕິດຕາມກວດກາຂອງສະມາຊິກພັກ.

ທີສອງຄະນະພັກຂັ້ນຕ່າງໆ ຕ້ອງເສີມຂະຫຍາຍສຸດຂີດບົດບາດຂອງວຽກງານກວດກາ, ຕິດຕາມກວດກາພາຍໃນພັກ, ມີການປະສານງານໃນການເຄື່ອນໄຫວຂອງບັນດາອົງການກວດກາພັກ, ກວດກາລັດ ແລະ ອົງການຍຸຕິທໍາ; ລະຫວ່າງການເຄື່ອນໄຫວຕິດຕາມຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນຕ່າງໆ; ລະຫວ່າງບັນດາການເຄື່ອນໄຫວຕິດຕາມກວດກາຄື: ຕິດຕາມກວດກາປະຊາທິປະໄຕ, ຕິດຕາມກວດກາການບໍລິຫານ, ຕິດຕາມດ້ານຍຸຕິທໍາ, ຕິດຕາມດ້ານການກວດສອບ, ຕິດຕາມກວດກາດ້ານການເງິນການບັນຊີ, ຕິດຕາມກວດກາດ້ານສະຖິຕິ, ຕິດຕາມກວດກາຂອງຫະຫາຊົນ ແລະ ຕິດຕາມຄວາມຄິດເຫັນຂອງປະຊາຊົນ ແລະອື່ນໆ. ເພີ່ມທະວີການປະມວນແຫຼ່ງຂໍ້ມູນຂ່າວສານ, ນໍາໃຊ້ຂໍ້ມູນໃຫຍ່ຂອງການປະຕິວັດອຸດສາຫະກໍາຄັ້ງທີສີ່ຢ່າງມີປະສິດທິຜົນ ເພື່ອຮັບໃຊ້ວຽກງານກວດກາ, ຕິດຕາມກວດກາ; ສ້າງແລະປັບປຸງບູລະນະກົນໄກການປຶກສາຫາລື, ການຄົ້ນຄ້ວາ, ພິນິດໄສ, ຕີລາຄາບັນດາບັນຫາກວດກາ ຕິດຕາມກວດກາ, ການລະເມີດລະບຽບວິໄນ, ລະເມີດກົດໝາຍ ແລະ ການຮັບຟັງລາຍງານວຽກງານທີ່ກ່ຽວຂ້ອງຕ່າງໆ ຢ່າງເປັນປະຈໍາ ເພື່ອປະຕິບັດການປະສານງານລະຫວ່າງບັນດາຮູບແບບກວດກາ, ຕິດຕາມກວດກາຢ່າງມີປະສິດທິຜົນ.

ທີສາມເສີມຂະຫຍາຍບົດບາດຂອງຄະນະກໍາມະການກວດກາຂັ້ນຕ່າງໆຕື່ມອີກ ເພື່ອຍົກສູງປະສິດທິຜົນວຽກງານກວດກາ, ຕິດຕາມກວດກາ. ຄະນະກໍາມະການກວດກາຂັ້ນຕ່າງໆ ຕ້ອງເພີ່ມທະວີການກວດກາ, ຕິດຕາມກວດກາ, ຊຸກຍູ້ຜູ້ເປັນຫົວໜ້າຄະນະພັກ, ໝູ່ຄະນະໃນຄະນະພັກ, ການນໍາຂັ້ນຕ່າງໆ ໃນການປະຕິບັດຕາມໂຄງການການເມືອງ, ກົດລະບຽບພັກ, ມະຕິ, ຄໍາສັ່ງ, ຂໍ້ກໍານົດ, ຂໍ້ຕົກລົງ, ກົດລະບຽບ, ບົດສະຫຼຸບ, ຄໍາແນະນໍາຂອງພັກ, ນະໂຍບາຍແລະກົດໝາຍຂອງລັດນໍາໃຊ້ບັນດາແບບວິທີກວດກາ, ຕິດຕາມກວດກາຢ່າງມີປະສິດທິຜົນ ເພື່ອເພີ່ມທະວີລັກສະນະລະບຽບວິໄນ, ລະບຽບແລະ ກົດໝາຍຢ່າງເຂັ້ມງວດ, ຈັດການແກ້ໄຂຢ່າງເຂັ້ມງວດ ຕໍ່ການກະທໍາລ່ວງສິດອໍານາດ, ນໍາໃຊ້ສິດອໍານາດ ເພື່ອຫາຜົນປະໂຫຍດສ່ວນຕົວ, ສໍ້ລາດບັງຫຼວງ, ຟຸ່ມເຟືອຍ, ຫຍໍ້ທໍ້; ຈັດການແກ້ໄຂການເມີນເສີຍ, ຂາດຄວາມຮັບຜິດຊອບຢ່າງເຂັ້ມງວດ ແລະອື່ນໆ. ເພີ່ມທະວີການຊີ້ນໍາຕໍ່ຄະນະກໍາມະການກວດກາຂັ້ນລຸ່ມ, ຈັດຕັ້ງການຝຶກອົບຮົມວິຊາສະເພາະ ແລະ ຊ່ວຍເຫຼືອຄະນະກໍາມະການກວດກາຂັ້ນລຸ່ມ ໃນການປະຕິບັດໜ້າທີ່ກວດກາ, ຕິດຕາມກວດກາຢ່າງຕັ້ງໜ້າເພີ່ມທະວີການສ້າງລະບຽບວິໄນຂອງບັນດາອົງການກວດກາເອງ, ປັບປຸງກົນໄກຄວບຄຸມຢູ່ພາຍໃນໃຫ້ສົມບູນ; ພ້ອມດຽວກັນນັ້ນ, ປະຕິບັດການຄວບຄຸມອໍານາດຢ່າງມີປະສິດທິຜົນ./.

-----------------

(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 187 – 188.

  (2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 189 –190.

(3), (4) ເບິ່ງເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 200, 197 –198.

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 999 (ເດືອນຕຸລາ 2022)