ການຮັບຮູ້ທາງທິດສະດີບາງປະການກ່ຽວກັບການເສີມຂະຫຍາຍ
ປະຊາທິປະໄຕສັງຄົມນິຍົມ ຕິດພັນກັບການເພີ່ມທະວີ
ກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ
ຜ່ານນິພົນຂອງເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ
ປະຊາທິປະໄຕສັງຄົມນິຍົມ ຕິດພັນກັບການເພີ່ມທະວີ
ກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ
ຜ່ານນິພົນຂອງເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ
ທ່ານເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ເຂົ້າຮ່ວມງານບຸນມະຫາສາມັກຄີປວງຊົນທັງຊາດ ກັບປະຊາຊົນບ້ານທ້າບເທື້ອງ, ຕາແສງຊອງເຟື້ອງ, ເມືອງດານເຟື້ອງ, ນະຄອນຮ່າໂນ້ຍ. _ພາບ: TTXVN
ປະຊາທິປະໄຕແມ່ນທາດແທ້ ເປົ້າໝາຍ ແລະ ແຮງຂັບເຄື່ອນ
ຂອງການກໍ່ສ້າງສັງຄົມນິຍົມຢູ່ຫວຽດນາມ
“ໃນລະບອບການເມືອງສັງຄົມນິຍົມ, ສາຍພົວພັນລະຫວ່າງພັກ, ລັດ ແລະ ປະຊາຊົນ ແມ່ນສາຍພົວພັນລະຫວ່າງບັນດາອັດຕະພາບທີ່ເປັນເອກະພາບກັນທາງດ້ານເປົ້າໝາຍແລະຜົນປະໂຫຍດ; ທຸກໆແນວທາງຂອງພັກ, ນະໂຍບາຍ ກົດໝາຍ ແລະ ການເຄື່ອນໄຫວທັງໝົດຂອງລັດ ລ້ວນແຕ່ແມ່ນເພື່ອຜົນປະໂຫຍດຂອງປະຊາຊົນ, ຖືເອົາຄວາມຜາສຸກຂອງປະຊາຊົນເປັນຈຸດໝາຍສູ້ຊົນ. ຮູບແບບການເມືອງແລະກົນໄກການດຳເນີນງານໂດຍທົ່ວໄປແມ່ນ ພັກນຳພາ, ລັດຄຸ້ມຄອງ ແລະ ປະຊາຊົນເປັນເຈົ້າຂອງ”(1). ການນຳພາຮອບດ້ານຂອງພັກແມ່ນເງື່ອນໄຂຕັດສິນເບື້ອງຕົ້ນ ເພື່ອຮັບປະກັນປະຊາຊົນເປັນເຈົ້າຂອງຂອງປະເທດ ແລະ ການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ; ປະຊາຊົນເປັນເຈົ້າຂອງປະເທດແມ່ນລັກສະນະພື້ນຖານຂອງປະຊາທິປະໄຕສັງຄົມນິຍົມ; ລັດແຫ່ງອຳນາດກົດໝາຍແມ່ນວິທີການ, ພາຫະນະທີ່ສຳຄັນທີ່ສຸດ ເພື່ອໃຫ້ພັກນຳພາປະເທດຊາດ ແລະ ປະຊາຊົນ ໃນການປະຕິບັດສິດເປັນເຈົ້າຂອງຂອງຕົນ.
ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ຊີ້ແຈງວ່າ: “ໃນທຸກວຽກງານຂອງພັກແລະລັດ, ຍາມໃດກໍຕ້ອງຊາບຊຶມທັດສະນະ “ປະຊາຊົນເປັນຮາກຖານ” ຢ່າງເລິກເຊິ່ງ, ເຊື່ອໝັ້ນ ເຄົາລົບ ແລະ ເສີມຂະຫຍາຍສິດເປັນເຂົ້າຂອງຂອງປະຊາຊົນຢ່າງແທ້ຈິງ; ຕັ້ງໝັ້ນໃນການປະຕິບັດທິດນຳທີ່ວ່າ: “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມກວດກາ, ປະຊາຊົນຊົມໃຊ້ ”. ປະຊາຊົນແມ່ນສູນກາງ ແລະ ເປັນເຈົ້າຂອງຂອງວຽກງານປ່ຽນແປງໃໝ່, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ; ແຜນນະໂຍບາຍແລະນະໂຍບາຍທັງໝົດ ຕ້ອງເລິ່ມຕົ້ນຈາກຊີວິດ ຄວາມປາດຖະໜາ ສິດທິ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນຢ່າງແທ້ຈິງ, ຖືເອົາຄວາມຜາສຸກ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະຊາຊົນ ເປັນເປົ້າໝາຍສູ້ຊົນ”(2). ສິດຂອງປະຊາຊົນໃນການເປັນເຈົ້າຂອງປະເທດ ແມ່ນທາດແທ້ ແລະ ແກ່ນແທ້ ຂອງລະບອບປະຊາທິປະໄຕສັງຄົມນິຍົມ. ຕາມສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ, ການປະຕິບັດລະບອບປະຊາທິປະໄຕສັງຄົມນິຍົມ ເປັນການສະທ້ອນເຈດຈຳນົງຂອງປະຊາຊົນ, ການປົກປ້ອງສິດທິແລະຜົນປະໂຫຍດຂອງປະຊາຊົນ ທີ່ກົດໝາຍຍອມຮັບ, ປຸກລະດົມຄວາມຄິດສ້າງສັນຂອງປະຊາຊົນ, ນຳໃຊ້ລະບົບສະຖາບັນເພື່ອຮັບປະກັນການຮັກສາຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ໃນຖານະເຈົ້າຂອງປະເທດ. ສະຫາຍເລຂາທິການໃຫຍ່ຢືນຢັນວ່າ: “ທາດແທ້ພື້ນຖານທີ່ສຸດຂອງປະຊາທິປະໄຕແມ່ນຮັບປະກັນວ່າ ອຳນາດທີ່ແທ້ຈິງເປັນຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ”(3). ນີ້ແມ່ນຂໍ້ຄິດວິທະຍາທີ່ສະທ້ອນເຖິງຄຸນລັກສະນະສໍາຄັນ ຂອງປະຊາທິປະໄຕສັງຄົມນິຍົມ, ນັ້ນແມ່ນ: ເພື່ອປະຊາຊົນ, ຖືປະຊາຊົນເປັນຮາກຖານ, ເປັນເຈົ້າຂອງ, ເປັນກຳລັງຊີ້ຂາດໃນພາລະກິດການສ້າງສາແລະພັດທະນາປະເທດທັງໝົດ. ຂໍ້ຄິດວິທະຍານີ້ສືບທອດມາຈາກຮີດຄອງປະເພນີ “ຖືປະຊາຊົນເປັນຮາກຖານ” ໂດຍໃຫ້ຄວາມສຳຄັນກັບກຳລັງແຮງຂອງປະຊາຊົນ ໃນປະຫວັດສາດພັນປີແຫ່ງການສ້າງຊາດ ແລະ ປົກປັກຮັກສາປະເທດຊາດ ຂອງປະຊາຊົນຫວຽດນາມ; ແມ່ນການໝູນໃຊ້ແລະພັດທະນາແນວຄິດໂຮ່ຈີມິນ ກ່ຽວກັບປະຊາທິປະໄຕ ໃນຍຸກໃໝ່; ສະແດງໃຫ້ເຫັນທັດສະນະທີ່ຈະແຈ້ງ ແລະ ເປັນເອກະພາບ ຂອງພັກເຮົາ ໃນຖານະກອງນຳໜ້າ ທີ່ກ້າວໜ້າ ນຳພາປະເທດແລະສັງຄົມຫວຽດນາມ ບົນເສັ້ນທາງກໍ່ສ້າງສັງຄົມນິຍົມ. ດັ່ງນັ້ນ, ສະຫາຍເລຂາທິການໃຫຍ່ຊີ້ແຈງວ່າ: “ປະຊາທິປະໄຕແມ່ນທາດແທ້ຂອງລະບອບສັງຄົມນິຍົມ, ເປັນທັງເປົ້າໝາຍ ແລະ ແຮງຂັບເຄື່ອນຂອງການກໍ່ສ້າງສັງຄົມນິຍົມ”(4).
ປະຊາທິປະໄຕສັງຄົມນິຍົມສະແດງອອກໃນຄວາມຈິງທີ່ວ່າ ປະຊາຊົນມີສິດເປັນເຈົ້າຂອງ ແລະ ເຂົ້າຮ່ວມການແກ້ໄຂບັນຫາໃນຊີວິດສັງຄົມທຸກດ້ານ ນັບແຕ່ການເມືອງ ເສດຖະກິດ ຈົນເຖິງວັດທະນະທຳ ສັງຄົມ ແລະອື່ນໆ. ປະຊາຊົນບໍ່ພຽງແຕ່ເປັນຜູ້ໄດ້ຮັບ ຜົນປະໂຫຍດຈາກນະໂຍບາຍເທົ່ານັ້ນ ແຕ່ຍັງເປັນຜູ້ຮ່ວມກັບ ລັດ ໃນການກຳນົດ ວາງນະໂຍບາຍ ແລະ ປະເມີນຜົນການປະຕິບັດນະໂຍບາຍອີກນຳ. ກົດລະບຽບປະຊາທິປະໄຕຢູ່ຮາກຖານ ຢືນຢັນບົດບາດຂອງປະຊາຊົນໃນຮາກຖານຄື: ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ. ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ເພີ່ມເນື້ອໃນ “ປະຊາຊົນຕິດຕາມກວດກາ” ແລະ “ປະຊາຊົນຊົມໃຊ້” ຜົນປະໂຫຍດ. ປະຊາຊົນໄດ້ຮັບເງື່ອນໄຂການຮັບປະກັນເຊັ່ນ ຮັບປະກັນຊີວິດການເປັນຢູ່ ແລະ ສິດທິພົນລະເມືອງ; ປັບປຸງຍົກສູງສະຕິປັນຍາ; ປະຕິບັດປະຊາທິປະໄຕ ແລະອື່ນໆ. ສະຫາຍເລຂາທິການໃຫຍ່ໄດ້ຕັກເຕືອນເປັນປະຈຳວ່າ: “ພ້ອມກັນກັບການເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນ, ເຄົາລົບ ແລະ ຮັບປະກັນສິດຂອງພົນລະເມືອງ ຕາມທີ່ລັດຖະທຳມະນູນແລະກົດໝາຍກຳນົດ, ບັນດາຄະນະພັກທຸກຂັ້ນ ແລະ ອົງການຂອງລັດ ຈຳເປັນຕ້ອງປຸກລະດົມ ແລະ ຈັດຕັ້ງປະຊາຊົນໃຫ້ເຂົ້າຮ່ວມຢ່າງກ້ວາງຂວາງ ແລະ ເປັນປະຈຳ ໃນວຽກງານຄຸ້ມຄອງເສດຖະກິດ ແລະ ຄຸ້ມຄອງສັງຄົມ. ສຳລັບບັນດາແຜນນະໂຍບາຍທີ່ກ່ຽວຂ້ອງກັບຊີວິດຂອງປະຊາຊົນໂດຍກົງ, ຄະນະພັກຕ້ອງຮັບຟັງຄວາມຄິດເຫັນຂອງປະຊາຊົນກ່ອນຕັດສິນຕົກລົງ. “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມກວດກາ” ຕ້ອງກາຍເປັນຄໍາຂວັນຂອງການກະທຳ, ເປັນທິດນຳຂອງວຽກງານຂົນຂວາຍມະຫາຊົນ. ຕ້ອງປະຕິບັດຢ່າງຖືກຕ້ອງຕາມຫຼັກການ: ນະໂຍບາຍຂອງພັກຕ້ອງມາຈາກຜົນປະໂຫຍດ, ຄວາມປາດຖະໜາ ແລະ ຄຸນນະສົມບັດຂອງປະຊາຊົນ... ເຊີດຊູຈິດໃຈຮັບໃຊ້ປະຊາຊົນ, ມີຈິດສຳນຶກ ແລະ ທັດສະນະຄະຕິທີ່ຖືກຕ້ອງຕໍ່ປະຊາຊົນ, ຮັກແພງ ສະໜິດສະໜົມ ເຄົາລົບນັບຖື ແລະ ຮັບຟັງປະຊາຊົນ”(5).
ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ຮຽກຮ້ອງໃຫ້ “ເສີມຂະຫຍາຍຄວາມຕັ້ງໜ້າທາງການເມືອງ-ສັງຄົມ, ສິດແລະຄວາມຮັບຜິດຊອບຂອງປະຊາຊົນ ໃນການເຂົ້າຮ່ວມການກໍ່ສ້າງແລະປັບປຸງພັກ, ກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ແນວໂຮມປະເທດຊາດ ແລະ ບັນດາອົງການການເມືອງສັງຄົມ”(6); “ສ້າງທຸກເງື່ອນໄຂໃຫ້ປະຊາຊົນເສີມຂະຫຍາຍສິດເປັນເຈົ້າຂອງ ແລະ ເຂົ້າຮ່ວມໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ຢ່າງມີປະສິດທິຜົນ”(7). ເຊິ່ງໝາຍຄວາມວ່າ ໃນລະດັບບຸກຄົນ ແຕ່ລະຄົນໃນຖານະພົນລະເມືອງລ້ວນແຕ່ແມ່ນບຸກຄົນທາງການເມືອງ, ມີສິດເຂົ້າຮ່ວມໃນຊີວິດການເມືອງ, ມີທັດສະນະ ມີຄວາມຄິດເຫັນທີ່ຈະແຈ້ງ, ມີສິດໄດ້ຮັບຂໍ້ມູນ ແລະ ໂອກາດໃນການເຂົ້າເຖິງຂໍ້ມູນ, ມີສິດໃນການສະຫງວນຄວາມຄິດເຫັນຕາມຫຼັກການລວມສູນປະຊາທິປະໄຕ ຕາມກົດໝາຍຂອງລັດ ແລະ ກົດລະບຽບຂອງພັກ, ກົດລະບຽບແລະຂໍ້ບັງຄັບຂອງອົງການຈັດຕັ້ງ, ອົງການການເມືອງແລະສັງຄົມ ທີ່ຕົນເອງເຂົ້າຮ່ວມເປັນສະມາຊິກ. ໃນດ້ານສັງຄົມ, ນັ້ນແມ່ນສິດເຂົ້າຮ່ວມໃນການສ້າງແລະປະເມີນແນວທາງ ນະໂຍບາຍ, ໃນການສ້າງສະຖາບັນ ລະບອບລະບຽບການ ແລະ ຄວບຄຸມອຳນາດ. ຄຽງຂ້າງນັ້ນ, ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ເນັ້ນໜັກວ່າ, ປະຊາທິປະໄຕສັງຄົມນິຍົມ ຕ້ອງຕິດກັບຄວາມຍຸຕິທຳ ແລະ ຄວາມສະເໝີພາບທາງສັງຄົມ; ການປະຕິບັດຄວາມກ້າວໜ້າ ແລະ ຄວາມສະເໝີພາບທາງສັງຄົມ ໃນແຕ່ລະບາດກ້າວ, ນະໂຍບາຍ ແລະ ໃນຕະຫຼອດຂະບວນການພັດທະນາ. ຄວາມຍຸຕິທຳທາງສັງຄົມບໍ່ພຽງແຕ່ຍຸຕິທຳ ແລະ ສະເໝີພາບໃນການແຈກຢາຍຜົນປະໂຫຍດເທົ່ານັ້ນ, ແຕ່ຍັງລວມທັງຄວາມຍຸຕິທຳ ແລະ ຄວາມສະເໝີພາບໃນໂອກາດການພັດທະນາສຳລັບທຸກຄົນ ໂດຍບໍ່ມີການຈຳແນກ. ນີ້ແມ່ນບັນດາຄຸນລັກສະນະທີ່ເຮັດໃຫ້ປະຊາທິປະໄຕສັງຄົມນິຍົມຢູ່ຫວຽດນາມ ແຕກຕ່າງກັບ “ປະຊາທິປະໄຕເສລີນິຍົມ” ອື່ນໆ. ສະຫາຍເລຂາທິການໃຫຍ່ໂຈ້ແຍກແລະຊີ້ແຈງວ່າ: “ແທ້ຈິງແລ້ວ ບັນດາສະຖາບັນປະຊາທິປະໄຕຕາມສູດ “ປະຊາທິປະໄຕເສລີນິຍົມ” ທີ່ຊາດຕາເວັນຕົກພະຍາຍາມສົ່ງເສີມ ແລະ ບັງຄັບໃຊ້ທົ່ວໂລກ ບໍ່ໄດ້ຮັບປະກັນວ່າ ອຳນາດທີ່ແທ້ຈິງເປັນຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ - ເຊິ່ງເປັນອົງປະກອບທີ່ສໍາຄັນທີ່ສຸດຂອງປະຊາທິປະໄຕ. ລະບົບອຳນາດນັ້ນ ສ່ວນໃຫຍ່ຍັງເປັນຂອງຊົນກຸ່ມນ້ອຍທີ່ຮັ່ງມີ ແລະ ຮັບໃຊ້ຜົນປະໂຫຍດຂອງບໍລິສັດທຶນນິຍົມຂະໜາດໃຫຍ່. ຄົນສ່ວນນ້ອຍທີ່ສຸດ, ພຽງ 1% ຂອງປະຊາກອນ ແຕ່ຖືຄອງຄວາມຮັ່ງມີ ປັດໄຈການຜະລິດເປັນສ່ວນໃຫຍ່, ຄວບຄຸມເຖິງ 3/4 ຂອງຊັບພະຍາກອນທາງດ້ານການເງິນ ຄວາມຮູ້ ແລະ ສື່ມວນຊົນທີ່ສໍາຄັນ ແລະ ດັ່ງນັ້ນຈຶງຄອບງຳທັງສັງຄົມ... ການປະກາດຄວາມສະເໝີພາບດ້ານສິດທິ ແຕ່ບໍ່ປະກອບດ້ວຍຄວາມສະເໝີພາບດ້ານເງື່ອນໄຂໃນການໃຊ້ສິດເຫຼົ່ານັ້ນ ໄດ້ພາໃຫ້ປະຊາທິປະໄຕຍັງເປັນພຽງຮູບແບບທີ່ຫວ່າງເປົ່າ ໂດຍບໍ່ມີເນື້ອແທ້. ໃນຊີວິດການເມືອງ, ເມື່ອອຳນາດຂອງເງິນຄອບຄອງ, ອຳນາດຂອງປະຊາຊົນກໍຈະຖືກຄອບງຳ. ດັ່ງນັ້ນ, ໃນປະເທດທຶນນິຍົມທີ່ພັດທະນາແລ້ວ, ການເລືອກຕັ້ງທີ່ເອີ້ນວ່າ “ເສລີ”, “ປະຊາທິປະໄຕ”, ເຖິງວ່າພວກເຂົາຈະສາມາດປ່ຽນລັດຖະບານໄດ້ ແຕ່ພວກເຂົາບໍ່ສາມາດປ່ຽນກອງກຳລັງທີ່ມີອຳນາດເໜືອກວ່າໄດ້; ເບື້ອງຫຼັງລະບົບຫຼາຍພັກນັ້ນ ແທ້ຈິງແລ້ວຍັງແມ່ນລະບົບຜະເດັດການຂອງບໍລິສັດທຶນນິຍົມ”(8).
ດ້ວຍບັນດາຄຸນລັກສະນະທີ່ດີເດັ່ນນັ້ນ, ປະຊາທິປະໄຕສັງຄົມນິຍົມທີ່ຫວຽດນາມສ້າງຂຶ້ນຈຶງເປັນລະບອບປະຊາທິປະໄຕທີ່ແມ້ຈິງ; ສະທ້ອນໃຫ້ເຫັນຢ່າງຄົບຖ້ວນ ເຖິງລັກສະນະກົດໝາຍ ລັກສະນະການເມືອງ ແລະ ມີລັກສະນະປະຊາຊົນແລະມະນຸດອາລະຍະທຳທີ່ເລິກເຊິ່ງ. ນັ້ນແມ່ນລະບອບປະຊາທິປະໄຕທີ່ “ຖືປະຊາຊົນເປັນໃຈກາງ” ແລະ “ເພື່ອປະຊາຊົນຢ່າງຈິງຈັງ”. ເພາະສະນັ້ນ, ສະຫາຍເລຂາທິການໃຫຍ່ຢືນຢັນວ່າ: “ການສ້າງລະບອບປະຊາທິປະໄຕສັງຄົມນິຍົມ, ຮັບປະກັນອຳນາດເປັນຂອງປະຊາຊົນຢ່າງແທ້ຈິງ ແມ່ນວຽກງານສຳຄັນ, ຍາວນານຂອງການປະຕິວັດຫວຽດນາມ”(9).
ປະຊາທິປະໄຕສັງຄົມນິຍົມພຽງແຕ່ໄດ້ຮັບການຮັບປະກັນຢ່າງແທ້ຈິງ
ພາຍໃຕ້ເງື່ອນໄຂຂອງການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ
ປະຫວັດສາດການພັດທະນາຂອງສະຖາບັນການເມືອງໃນໂລກໄດ້ສະແດງໃຫ້ເຫັນວ່າ, ປະຊາທິປະໄຕແມ່ນຮູບແບບໜຶ່ງຂອງການຈັດຕັ້ງອໍານາດລັດໃນປະຫວັດສາດ; ດັ່ງນັ້ນ, ປະຊາທິປະໄຕມີຄວາມສຳພັນທີ່ໃກ້ຊິດກັບລັດ ແລະ ບໍ່ສາມາດແຍກອອກຈາກລັດໄດ້ - ໃນດ້ານຂອງສະຖາບັນແລະກົງຈັກ.
ໃນປະຫວັດສາດ, ເມື່ອມີລັດແລ້ວ ປະຊາທິປະໄຕຈະຕ້ອງໄດ້ຮັບການປະກົດຕົວ ແລະ ດຳເນີນການຜ່ານລັດ. ປະຊາທິປະໄຕຕ້ອງໄດ້ຮັບການເຊື່ອມຊຶມ, ປູກຝັງເຂົ້າໄປໃນທຸກອົງການ ໂຄງສ້າງອຳນາດ ແລະ ລະບົບສະຖາບັນຂອງລັດ ກໍຄືໃນສະພາບແວດລ້ອມເສດຖະກິດ-ສັງຄົມ ແລະ ການພົວພັນທາງສັງຄົມ.
ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ຊີ້ໃຫ້ເຫັນເຖິງບັນຫາສຳຄັນຂອງການສ້າງປະຊາທິປະໄຕສັງຄົມນິຍົມຢູ່ຫວຽດນາມ, ນັ້ນແມ່ນ ປະຊາທິປະໄຕຕ້ອງໄດ້ສ້າງຂຶ້ນບົນພື້ນຖານຂອງລັດແຫ່ງອຳນາດກົດໝາຍສັງຄົມນຍົມຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ. ສະຫາຍເລຂາທິການໃຫຍ່ໄດ້ໄຈ້ແຍກສາຍພົວພັນລະຫວ່າງປະຊາທິປະໄຕ ແລະ ລັດແຫ່ງອຳນາດກົດໝາຍ: “ພວກເຮົາສະໜັບສະໜູນຢ່າງຕໍ່ເນື່ອງໃນການເສີມຂະຍາຍປະຊາທິປະໄຕ ແລະ ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມທີ່ເປັນຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ... ຜ່ານການບັງຄັບໃຊ້ກົດໝາຍ, ລັດຮັບປະກັນບັນດາເງື່ອນໄຂໃຫ້ປະຊາຊົນເປັນເຈົ້າຂອງຂອງອຳນາດການເມືອງ, ປະຕິບັດຜະເດັດການເພື່ອຕໍ່ຕ້ານການກະທຳທັງໝົດທີ່ລະເມີດຜົນປະໂຫຍດຂອງປະເທດຊາດ ແລະ ຂອງປະຊາຊົນ”(10). ເພາະສະນັ້ນ, ໜ້າທີ່ຈຸດໜັກໃນເສັ້ນທາງກໍ່ສ້າງສັງຄົມນິຍົມຢູ່ຫວຽດນາມແມ່ນ: “ສືບຕໍ່ການສ້າງ ແລະ ປັບປຸງບູລະນະລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ປະຕິບັດປະຊາທິປະໄຕ, ປະຕິບັດຕາມຫຼັກນິຕິທຳ ແລະ ຕ້ອງສ້າງການປ່ຽນແປງໃນທາງບວກ, ມີປະສິດທິພາບ ແລະ ປະສິດທິຜົນ. ກໍ່ສ້າງລັດທັງໃນດ້ານນິຕິບັນຍັດ ບໍລິຫານ ແລະ ຕຸລາການ, ຕິດພັນກັບການປະຕິຮູບ ແລະ ປັບປຸງອຳນາດການປົກຄອງທ້ອງຖິ່ນ ແລະ ແນວໂຮມປະເທດຊາດຫວຽດນາມ, ບັນດາອົງການການເມືອງ - ສັງຄົມ ຕາມທິດກະທັດລັດຮັດກຸມ, ມີປະສິດທິພາບ, ມີປະສິດທິຜົນ. ໃຫ້ຄວາມສຳຄັນກັບການປັບປຸງລະບອບລະບຽບໃຫ້ສົມບູນແບບ ແລະ ຈັດຕັ້ງປະຕິບັດກົດໝາຍຢ່າງເຂັ້ມງວດ ຕາມບັນດາຫຼັກການແລະຂໍ້ກຳນົດຂອງ ລັດຖະທຳມະນູນປີ 2013”(11). ໂດຍສືບທອດທັດສະນະທີ່ມີລັກສະນະຫຼັກການນັ້ນ, ມະຕິເລກທີ 27-NQ/TW, ລົງວັນທີ 9 ພະຈິກ 2022, ຂອງກອງປະຊຸມສູນກາງພັກຄັ້ງທີ 6 ສະໄໝທີ 13 “ວ່າດ້ວຍການສືບຕໍ່ການກໍ່ສ້າງ ແລະ ປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ ໃນໄລຍະໃໝ່ ໃຫ້ສົມບູນແບບ” ໄດ້ກຳນົດເປົ້າໝາຍ: “ການປັບປຸງບູລະນະລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ ເຊິ່ງແມ່ນລັດຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ ນຳໂດຍພັກກອມມູນິດຫວຽດນາມ; ມີລະບົບກົດໝາຍທີ່ສົມບູນ, ໄດ້ຮັບການປະຕິບັດຢ່າງເຂັ້ມງວດ, ສະເໝີຕົ້ນສະເໝີປາຍ; ເຄົາລົບລັດຖະທຳມະນູນ ແລະ ກົດໝາຍ, ເຄົາລົບ ຮັບປະກັນ ແລະ ປົກປ້ອງສິດທິມະນຸດ, ສິດພົນລະເມືອງຢ່າງມີປະສິດທິຜົນ; ອຳນາດລັດແມ່ນເປັນເອກະພາບ ໂດຍໄດ້ຮັບການແບ່ງງານຢ່າງຈະແຈ້ງ, ການປະສານສົມທົບຢ່າງແໜ້ນແຟ້ນ ແລະ ການຄວບຄຸມຢ່າງມີປະສິດທິຜົນ; ລະບົບການບໍລິຫານແລະຕຸລາການມືອາຊີບ, ຕາມຫຼັກນິຕິທຳ, ທັນສະໄໝ; ກົງຈັກຂອງລັດມີຄວາມກະທັດລັດຮັດກຸມ, ສະອາດ, ດຳເນີນງານຢ່າງມີປະສິດທິພາບແລະປະສິດທິຜົນ...”(12).
ການກໍ່ສ້າງແລະປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມໃຫ້ສົມບູນແບບນັ້ນ ຮຽກຮ້ອງໃຫ້ຕ້ອງເພີ່ມທະວີລະບຽບກົດໝາຍ, ຮັດແໜ້ນລະບຽບວິໄນ ແລະ ວິໄນທາງສັງຄົມ. ການເພີ່ມທະວີລະບຽບກົດໝາຍ ແລະ ການຄຸ້ມຄອງສັງຄົມດ້ວຍກົດໝາຍ ແມ່ນຫຼັກການທາງລັດຖະທຳມະນູນຢູ່ຫວຽດນາມ(13). ການປະຕິບັດປະຊາທິປະໄຕຕິດແໜ້ນກັບການເພີ່ມທະວີລະບຽບກົດໝາຍ ແລະ ຮັບປະກັນລະບຽບວິໄນທາງສັງຄົມ ແມ່ນສິ່ງຈຳເປັນທີ່ຂາດບໍ່ໄດ້ ເພື່ອເຮັດໃຫ້ສັງຄົມມີສຸຂະພາບເຂັ້ມແຂງ, ມີຄວາມເປັນລະບຽບຮຽບຮ້ອຍ, ມີລະບຽບວິໄນ, ບໍ່ຕົກຢູ່ໃນຄວາມວຸ້ນວາຍ, ເສລີພາບ ອະນາທິປະໄຕ, ປະກອບສ່ວນສະກັດກັ້ນ ແລະ ຂະຈັດການສໍ້ລາດບັງຫຼວງ, ການໃຊ້ຈ່າຍຟຸມເຟືອຍ ແລະ ຄວາມຫຍໍ້ທໍ້. ດັ່ງນັ້ນ, ສະຫາຍເລຂາທິການໃຫຍ່ໄດ້ເນັ້ນໜັກຫຼາຍເທື່ອວ່າ “ການເສີມຂະຫຍາຍປະຊາທິປະໄຕ ໄປຄຽງຄູ່ກັບການຮັກສາລະບຽບວິໄນ” (14), “ປະຊາທິປະໄຕຕ້ອງໄປຄຽງຄູ່ກັບລະບຽບ, ວິໄນ. ປະເທດທີ່ຂາດລະບຽບວິໄນ ສັງຄົມຈະວຸ່ນວາຍ ແລະ ບໍ່ໝັ້ນຄົງ, ປະເທດຈຶງບໍ່ສາມາດສ້າງ ແລະ ພັດທະນາໄດ້. ດັ່ງນັ້ນ, ປະຊາທິປະໄຕແລະລະບຽບວິໄນຕ້ອງໄປຄຽງຄູ່ກັນ. ປະຊາທິປະໄຕແຕ່ຕ້ອງມີລະບຽບວິໄນ ແລະ ລະບຽບວິໄນບົນພື້ນຖານຂອງການເສີມຂະຍາຍປະຊາທິປະໄຕ”(15), “ຕ້ອງກຳແໜ້ນແລະຈັດການເປັນຢ່າງດີ ກັບບັນດາສາຍພົວພັນທີ່ໃຫຍ່..., ໂດຍສະເພາະ ສາຍພົວພັນທີ່ໄດ້ເພີ່ມເຕີມໃນຄັ້ງນີ້ຄື ສາຍພົວພັນລະຫວ່າງການປະຕິບັດປະຊາທິປະໄຕ ແລະການເພີ່ມທະວີລະບຽບກົດໝາຍ, ຮັບປະກັນລະບຽບວິໄນທາງສັງຄົມ”(16), “ຕ້ານການສະແດງອອກຂອງປະຊາທິປະໄຕສຸດຂົ້ວ, ປະຊາທິປະໄຕຮູບນອກ”(17).
ສາມາດເຫັນໄດ້ວ່າ, ບັນດາບົດຂຽນຂອງສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງທັດສະນະປະຊາທິປະໄຕທາງດ້ານການເມືອງພາຍໃຕ້ເງື່ອນໄຂຂອງການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຢູ່ຫວຽດນາມ, ແມ່ນລະບອບການມອບອຳນາດຜ່ານການເລືອກຕັ້ງ ແລະ ບັນດາວິທີການປະຕິບັດປະຊາທິປະໄຕ, ຕັ້ງແຕ່ປະຊາທິປະໄຕແບບຕົວແທນ ຈົນເຖິງປະຊາທິປະໄຕໂດຍກົງ. ປະຊາຊົນເປັນເຈົ້າຂອງໃຫຍ່ທີ່ສຸດຂອງລັດ ແລະ ສັງຄົມ. ປະຊາຊົນມອບອຳນາດໃຫ້ລັດໃນຖານະເຈົ້າຂອງ, ເປັນອັດຕະພາບເດີມຂອງອຳນາດທັງໝົດ, ເປັນຜູ້ຮັບອຳນາດ. ລັດເປັນຜູ້ຮັບມອບອຳນາດ ແລະ ປະຕິບັດການອະນຸຍາດ, ນຳໃຊ້ອຳນາດທີ່ປະຊາຊົນມອບໝາຍໃຫ້ ເພື່ອປະຕິບັດອຳນາດຂອງປະຊາຊົນ. ປະຊາຊົນເປັນເຈົ້າໂດຍລັດ ຖືເປັນແກນຫຼັກຂອງປະຊາທິປະໄຕແບບຕົວແທນ. ສະຫາຍເລຂາທິການໃຫຍ່ ຊີ້ແຈງວ່າ, ລັດຕ້ອງເປັນລັດຂອງ ປະຊາຊົນ ໂດຍ ປະຊາຊົນ ແລະເພື່ອ ປະຊາຊົນຢ່າງແທ້ຈິງ, ລັດແມ່ນ “ອົງການທີ່ເປັນຕົວແທນເຈດຈຳນົງ ຄວາມປາດຖະໜາ ແລະ ຄວາມເປັນເຈົ້າຂອງຂອງປະຊາຊົນ, ແລະໃນນາມຂອງປະຊາຊົນ ຕັດສິນຕົກລົງວຽກງານທີ່ສໍາຄັນຂອງປະເທດ” (18) ແລະເນັ້ນໜັກວ່າ: “ເຮັດວຽກງານບຸກຄະລາກອນໃຫ້ດີ, ຮັບປະກັນເສີມຂະຫຍາຍປະຊາທິປະໄຕ ແລະ ການນຳພາລວມສູນ ເປັນເອກະພາບຂອງພັກ ໃນວຽກງານພະນັກງານ, ໂດຍພື້ນຖານແມ່ນແນະນຳບຸກຄົນທີ່ເປັນແບບຢ່າງໃນດ້ານຄຸນສົມບັດສິນທຳ ຄວາມສາມາດ ແລະ ສົມຄວນທີ່ຈະເປັນຕົວແທນຂອງເຈດຈຳນົງ ຄວາມປາດຖະໜາ ແລະ ສິດເປັນເຈົ້າຂອງຂອງປະຊາຊົນ”(19). ພ້ອມກັບກົນໄກປະຊາທິປະໄຕແບບຕົວແທນ, ປະຊາຊົນຍັງໃຊ້ສິດໃນການເປັນເຈົ້າຂອງໂດຍກົງ ຜ່ານການເລືອກຕັ້ງຜູ້ຕາງໜ້າຂອງຕົນ. ສະຫາຍເລຂາທິການໃຫຍ່ເຊື່ອໝັ້ນວ່າ, ການເລືອກຕັ້ງ “ແມ່ນໂອກາດເພື່ອໃຫ້ປະຊາຊົນໃຊ້ສິດໃນການເປັນເຈົ້າຂອງຂອງຕົນ ໂດຍຜ່ານການຄັດເລືອກ ແລະ ເລືອກຕັ້ງບຸກຄົນທີ່ດີເດັ່ນ, ມີຄຸນສົມບັດສິນທຳ, ມີຄວາມສາມາດ ແລະ ສົມຄວນທີ່ຈະເປັນຕົວແທນຂອງປະຊາຊົນໃນສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ. ນີ້ກໍແມ່ນໂອກາດເພື່ອສືບຕໍ່ກໍ່ສ້າງ ປັບປຸງ ແລະ ບູລະນະລັດແຫ່ງອຳນາດກົດໝາຍສັງຄົມນິຍົມຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ”(20).
ສາມາດເວົ້າວ່າ, ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ໄດ້ຊີ້ໃຫ້ເຫັນບັນດາຕ່ອງໂສ້ທີ່ສຳຄັນ ເພື່ອຮັບປະກັນລັດປະຊາທິປະໄຕຈະຮັບໃຊ້ປະຊາຊົນຢ່າງແທ້ຈິງ: ການຈັດຕັ້ງຂອງລັດ, ພາລະບົດບາດ ໜ້າທີ່ ສິດຂອບເຂດ ໂຄງປະກອບການຈັດຕັ້ງບັນດາອົງການຂອງລັດ ກໍຄືການຝຶກອົບຮົມ ການຄັດເລືອກ ແລະ ບັນຈຸພະນັກງານແລະລັດຖະກອນ ໃນສາຂາວິຊາສະເພາະຂອງການບໍລິຫານລັດ... ຕ່ອງໂສ້ທັງໝົດນີ້ຕ້ອງໄດ້ຫັນເປັນກົດໝາຍ, ຫັນເປັນສະຖາບັນ ເປັນລະບຽບລະບອບຢ່າງເຄັ່ງຄັດ, ເພື່ອປ້ອງກັນການບິດເບືອນແລະການລ່ວງອຳນາດ, ຄວບຄຸມອຳນາດຕໍ່ອົງການລັດ ແລະ ບຸກຄົນທີ່ເຮັດວຽກໃນອົງການ ແລະ ກົນໄກອຳນາດສັງຄົມ.
ປະຊາທິປະໄຕຕ້ອງຕິດແໜ້ນກັບການປະຕິບັດມະຫາສາມັກຄີປວງຊົນທັງຊາດ
ປະຊາທິປະໄຕທີ່ແທ້ຈິງຈະສົ່ງເສີມຄວາມສາມັກຄີທີ່ແທ້ຈິງ. ປະຊາທິປະໄຕ ແລະ ຄວາມສາມັກຄີເພື່ອບັນລຸຄວາມເຫັນດີເຫັນພ້ອມທາງສັງຄົມ ແມ່ນປັດໄຈຊຸກຍູ້ການພັດທະນາ. ຫຼັກການນີ້ໃນພຶດຕິກຳແຫ່ງການປ່ຽນແປງໃໝ່ ແລະ ການພັດທະນາຢູ່ຫວຽດນາມ ມັກຈະສະແດງຢູ່ໃນປະໂຫຍກ “ເຈດຈຳນົງຂອງພັກ - ຫົວໃຈຂອງປະຊາຊົນ - ກົດໝາຍຂອງປະເທດ”. ຄວາມສອດຄ່ອງກັນນີ້ສ້າງຄວາມເຂັ້ມແຂງຂອງປະຊາທິປະໄຕ, ກາຍເປັນກໍາລັງຂັບເຄື່ອນຂອງການປ່ຽນແປງໃໝ່ ແລະ ການພັດທະນາ, ພ້ອມກັນນັ້ນປະຊາທິປະໄຕແມ່ນເປົ້າໝາຍຂອງການປ່ຽນແປງໃໝ່ ແລະ ຂອງເສັ້ນທາງໄປສູ່ສັງຄົມນິຍົມ.
ໃນທັດສະນະຂອງສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ, ມະຫາສາມັກຄີປວງຊົນທັງຊາດແມ່ນ “ກຳລັງແຮງອັນໃຫຍ່ຫຼວງແລະຊະນະເລີດ ເພື່ອກໍ່ສ້າງປະເທດຊາດຂອງເຮົາໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ, ປະຊາຊົນເຮົາມີຄວາມສຸກຫຼາຍຂຶ້ນເລື້ອໆ, ປະເທດເຮົານັບມື້ນັບພັດທະນາ ແລະ ຈະເລີນຮຸ່ງເຮືອງ”(21), ແມ່ນ “ແຫຼ່ງກຳລັງແຮງ ແລະ ເປັນປັດໄຈຕັດສິນຊີ້ຂາດ ໃນການຮັບປະກັນໄຊຊະນະທີ່ຍືນຍົງ ຂອງພາລະກິດການປະຕິວັດຫວຽດນາມ”(22). ເພື່ອກໍ່ສ້າງແລະເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອມມະຫາສາມັກຄີປວງຊົນທັງຊາດ, ສະຫາຍເລຂາທິການໃຫຍ່ຊີ້ແຈ້ງວ່າ: “ຕ້ອງການປະຕິບັດແລະເສີມຂະກຍາຍປະຊາທິປະໄຕສັງຄົມນິຍົມ ແລະ ສິດເປັນເຈົ້າຂອງຂອງປະຊາຊົນ ຢ່າງກວ້າງຂວາງ. ຕ້ອງປະຕິບັດປະຊາທິປະໄຕໂດຍກົງ ແລະ ປະຊາທິປະໄຕແບບຕົວແທນຢ່າງຖືກຕ້ອງ ແລະ ມີປະສິດທິຜົນ, ໂດຍສະເພາະແມ່ນ ປະຊາທິປະໄຕຢູ່ຮາກຖານ; ເຮັດໃຫ້ດີແລະມີປະສິດທິຜົນຕາມທິດນຳທີ່ວ່າ: “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນຕິດຕາມກວດກາ, ປະຊາຊົນຊົມໃຊ້”(23). ພັກຈະຕ້ອງສ້າງສະພາບແວດລ້ອມທີ່ມີສຸຂະພາບດີ, ຍຸຕິທຳ ແລະ ສະເໝີພາບ; ດ້ວຍເຫດນີ້ ຈຶ່ງຊ່ວຍໃຫ້ທຸກຄົນ ທຸກພາກສ່ວນ ມີເງື່ອນໄຂ ແລະ ໂອກາດ ໃນການພັດທະນາ, “ຊຸກຍູ້ຄວາມສະເໝີພາບ ແລະ ຄວາມສາມັກຄີ ລະຫວ່າງບັນດາເຜົ່າ, ສາສະໜາຢ່າງຕໍ່ເນື່ອງ”(24). ຕາມນັ້ນ, ການປະຕິບັດປະຊາທິປະໄຕຢູ່ໃນພັກ ແລະ ໃນລະບົບການເມືອງທັງໝົດ ຕັ້ງແຕ່ສູນກາງຈົນເຖິງຮາກຖານ ແມ່ນພື້ນຖານອັນໜັກແໜ້ນ ເພື່ອກໍ່ສ້າງພັກ ແລະ ລະບົບການເມືອງທີ່ສາມັກຄີ ເປັນເອກະພາບ, ກາຍເປັນແກນນຳ ແລະ ກຳລັງຂັບເຄື່ອນໃນການກໍ່ສ້າງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ.
ຕາມສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ, ເພື່ອເສີມຂະຫຍາຍແລະປະຕິບັດປະຊາທິປະໄຕຢ່າງແຂງແຮງແລະມີເນື້ອແທ້ນັ້ນ, ກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດຕ້ອງໄດ້ຮັບການກໍ່ສ້າງ ແລະ ປັບປຸງ ບົນພື້ນຖານຂອງພັນທະພາບຊົນຊັ້ນກຳມະກອນ ກັບຊົນຊັ້ນຊາວນາ ແລະ ຖັນແຖວປັບຍາຊົນ ໂດຍພັກນຳພາ; ເພີ່ມທະວີຄວາມສຳພັນອັນໃກ້ຊິດລະຫວ່າງປະຊາຊົນ ກັບ ພັກ ແລະ ລັດ, ສ້າງພະລັງໃໝ່ໃຫ້ແກ່ກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ; ເສີມຂະຫຍາຍຊັບພະຍາກອນທັງໝົດ ແລະ ທ່າແຮງສ້າງສັນຂອງປະຊາຊົນ ຢ່າງແຂງແຮງ ເພື່ອສ້າງສາແລະປົກປັກຮັກສາປະເທດຊາດ. ສະຫາຍເລຂາທິການໃຫຍ່ຢືນຢັນວ່າ: “ກຳລັງແຮງຊະນະເລີດຂອງພັກ, ລັດ ແລະ ລະບອບການປົກຄອງຂອງເຮົາ ແມ່ນຢູ່ທີປະຊາຊົນ. ທຸກວຽກງານໃຫຍ່ຫຼືນ້ອຍ ຈະເຮັດໄດ້ຫຼືບໍ່ນັ້ນ ແມ່ນຂຶ້ນຢູ່ກັບປະຊາຊົນ, ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກ ແລະ ການປະສານສົມທົບຂອງລະບົບການເມືອງທັງໝົດ... ການສະໜັບສະໜູນ, ຕິດຕາມກວດກາ, ຊ່ວຍເລືອຂອງປະຊາຊົນ ແມ່ນພື້ນຖານເພື່ອກໍ່ສ້າງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ”(25). ນັ້ນໝາຍຄວາມວ່າ ປະຊາຊົນທຸກຊັ້ນວັນນະມີສິດເຂົ້າຮ່ວມ, ຕິດຕາມກວດກາ ແລະ ວິພາກວິຈານວຽກງານທັງໝົດຂອງພັກ ແລະ ລັດ. ເພື່ອເຮັດໄດ້, ສະຫາຍເລຂາທິການໃຫຍ່ກ່າວວ່າ “ຕ້ອງປະຕິບັດກົດລະບຽບປະຊາທິປະໄຕຢູ່ຮາກຖານເປັນຢ່າງດີ, ສ້າງເງື່ອນໄຂໃຫ້ປະຊາຊົນປະຕິບັດສິດເປັນເຈົ້າຂອງຢ່າງຄົບຖ້ວນ, ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຕິດຕາມກວດກາຕໍ່ອຳນາດການປົກຄອງ, ຮັບປະກັນໃຫ້ອຳນາດການປົກຄອງເປັນຂອງປະຊາຊົນ ແລະ ໂດຍປະຊາຊົນຢ່າງແທ້ຈິງ”(26). ການປະຕິບັດໄດ້ພິສູດແລ້ວວ່າ: ໃນປະເທດໃດ-ຊາດໃດໆ, ຖ້າພັກທີ່ກຳອຳນາດຮູ້ຈັກເຄົາລົບ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງຂອງປະຊາຊົນຢ່າງດີ, ຫຼືເວົ້າອີກຢ່າງໜຶ່ງວ່າ ປະຊາທິປະໄຕໄດ້ຮັບການປະຕິບັດ ກໍຈະມີຄວາມເຫັນດີເຫັນພ້ອມທາງສັງຄົມສູງ. ນີ້ແມ່ນການສະແດງອອກເຖິງຄວາມສາມັກຄີຂອງຊາດ ແລະ ຄວາມສາມັກຄີສັງຄົມ ຢ່າງຄົບຖ້ວນທີ່ສຸດ.
ທາງດ້ານອື່ນ, ເພື່ອເສີມຂະຫຍາຍແລະປະຕິບັດປະຊາທິປະໄຕຢ່າງກວ້າງຂວາງໃນໝູ່ປະຊາຊົນທຸກຊັ້ນວັນນະ, ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ໄດ້ເອົາໃຈໃສ່ທີ່ສຸດເຖິງບົດບາດຂອງແນວໂຮມປະເທດຊາດຫວຽດນາມ - ພື້ນຖານການເມືອງຂອງອຳນາດການປົກຄອງປະຊາຊົນ; ເປັນຕົວແທນ ແລະ ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາ ຖືກກົດໝາຍຂອງປະຊາຊົນ; ເຕົ້າໂຮມແລະເສີມຂະຫຍາຍກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ, ປະຕິບັດປະຊາທິປະໄຕ, ເພີ່ມທະວີຄວາມເຫັນດີເຫັນພ້ອມທາງສັງຄົມ; ຕິດຕາມກວດກາ ແລະ ວິຈານສັງຄົມ. ແນວໂຮມປະເທດຊາດຫວຽນາມ ແລະ ບັນດາອົງການສະມາຊິກ ເປັນບ່ອນສະທ້ອນສຽງຂອງປະຊາຊົນທຸກຊັ້ນວັນນະ; ມີທີ່ຕັ້ງແລະບົດບາດສຳຄັນ ໃນການເຄື່ອນໄຫວຂອງລະບົບການເມືອງ, ໂດຍສະເພາະແມ່ນ ໃນສາຍພົວພັນລະຫວ່າງພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າຂອງ. ເພາະສະນັ້ນ, ໃນວິໄສທັດມະຫາພາກກ່ຽວກັບຂະບວນການປັບປຸງໃຫ້ສົມບູນແບບ ແລະ ການປະຕິບັດປະຊາທິປະໄຕສັງຄົມນິຍົມຢູ່ຫວຽດນາມ, ສະຫາຍເລຂາທິການໃຫຍ່ໄດ້ເນັ້ນຄວາມຮຽກຮ້ອງຕ້ອງການທີ່ວ່າ: “ແນວໂຮມປະເທດຊາດ ແລະ ບັນດາອົງການການເມືອງແລະສັງຄົມ ຕ້ອງເສີມຂະຫຍາຍແລະປະຕິບັດບົດບາດຫຼັກຂອງຕົນ ເພື່ອໃຫ້ປະຊາຊົນເປັນເຈົ້າຂອງ”(27), “ເສີມຂະຫຍາຍປະຊາທິປະໄຕ ແລະ ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ, ປະຕິບັດໃຫ້ໄດ້ເປັນຢ່າງດີ ບັນດານະໂຍບາຍທີ່ປະຊາຊົນພໍໃຈ; ເອົາໃຈໃສ່ໃນການກໍ່ສ້າງ ແລະ ປ່ຽນແປງໃໝ່ຢ່າງແຂງແຮງ ບັນດາເນື້ອໃນ ແລະ ວິທີການເຄື່ອນໄຫວ ຂອງແນວໂຮມປະເທດຊາດ ແລະ ບັນດາອົງການການເມືອງ-ສັງຄົມ; ຍົກສູງປະສິດທິຜົນຂອງການຕິດຕາມກວດກາແລະການວິຈານສັງຄົມ, ປ່ຽນແປງໃໝ່ຢ່າງແຂງແຮງ ວິທີການເຕົ້າໂຮມປະຊາຊົນ ແລະ ການສ້າງກອງກຳລັງຫຼັກແຫຼ່ງໃນບັນດາຂົງເຂດ ແລະ ພື້ນທີ່ທີ່ສຳຄັນ. ປະຕິບັດຕາມກົດລະບຽບວຽກງານຂົນຂວາຍມະຫາຊົນຂອງລະບົບການເມືອງ ແລະ ກົດລະບຽບປະຊາທິປະໄຕໃນຮາກຖານຢ່າງດີ; ຍົກສູງປະສິດທິຜົນວຽກງານຂົນຂວາຍປະຊາຊົນຂອງອົງການລັດ; ປະຕິບັດນະໂຍບາຍຊົນເຜົ່າ ແລະ ສາສະໜາເປັນຢ່າງດີ. ກໍ່ສ້າງກຸ່ມກ້ອນມະຫາສາມັກຄີປວງຊົາທັງຊາດ; ປຸກຕື່ນນ້ຳໃຈຮັກຊາດ ແລະ ລະດົມທຸກແຫຼ່ງກຳລັງ ເພື່ອປະຕິບັດໜ້າທີ່ການເມືອງໃຫ້ປະສົບຜົນສຳເລັດ...”(28).
ສາມາດເວົ້າວ່າ, ທັດສະນະຂອງສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ກ່ຽວກັບປະຊາທິປະໄຕສັງຄົມນິຍົມ ຕິດພັນກັບການເພີ່ມທະວີກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ ເປັນການສືບທອດແກ່ນສານໃນປະຫວັດສາດແນວຄິດຂອງມະນຸດ ກ່ຽວກັບປະຊາທິປະໄຕ, ຄວາມສາມັກຄີຂອງຊາດ, ຄວາມສາມັກຄີໃນສັງຄົມ ກໍຄືບົດບາດຂອງມະຫາຊົນໃນການພັດທະນາສັງຄົມ; ພ້ອມກັນນັ້ນ ແມ່ນການໝູນໃຊ້ ແລະ ພັດທະນາທິດສະດີຂອງລັດທະມາກ - ແລນິນ ແລະ ແນວຄິດໂຮ່ຈີມິນ ກ່ຽວກັບບັນຫາເຫຼົ່ານີ້ ໃນເງື່ອນໄຂການກໍ່ສ້າງພັກ ແລະ ລະບົບການເມືອງໃຫ້ສະອາດປອດໄສ, ໝັ້ນຄົງເຂັ້ມແຂງ, ການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຢູ່ຫວຽດນາມ, ປະຕິບັດເປົ້າໝາຍໃນການນຳປະເທດໄປສູ່ການເປັນປະເທດທີ່ພັດທະນາແລ້ວ ຕາມທິດສັງຄົມນິຍົມໃນກາງສະຕະວັດທີ 21./.
---------------------------
(1), (2) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດິແລະພຶດຕິກຳກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2022, ໜ້າ 28, 48.
(3) ຫງວຽນ ຝູ ຈ້ອງ: ເຊື່ອໝັ້ນໃນການນຳພາຂອງພັກ, ຄວາມຫຍຸ້ງຍາກໃດໆ ກໍສາມາດເອົາຊະນະໄດ້, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ໜ້າ 751.
(4) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດິແລະພຶດຕິກຳກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 28.
(5) ຫງວຽນ ຝູ ຈ້ອງ: ເຊື່ອໝັ້ນໃນການນຳພາຂອງພັກ, ຄວາມຫຍຸ້ງຍາກໃດໆ ກໍສາມາດເອົາຊະນະໄດ້, ປຶ້ມທີ່ໄດ້ແນະນຳ, ໜ້າ 354-355.
(6), (7), (8), (9) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດິແລະພຶດຕິກຳກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 62, 117, 20-21, 28.
(10) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດິແລະພຶດຕິກຳກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 28-29.
(11) ຫງວຽນ ຝູ ຈ້ອງ: ເຊື່ອໝັ້ນໃນການນຳພາຂອງພັກ, ຄວາມຫຍຸ້ງຍາກໃດໆ ກໍສາມາດເອົາຊະນະໄດ້, ປຶ້ມທີ່ໄດ້ແນະນຳ, ໜ້າ 88.
(12) ເອກະສານກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກ ສະໄໝທີ 13, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2022, ໜ້າ 40-41.
(13) ເບິ່ງ: ຫວູ ຈ້ອງ ເລິມ: “ຍົກສູງຄວາມຮັບຮູ້ ແລະ ແກ້ໄຂຢ່າງຖືກຕ້ອງ ການພົວພັນລະຫວ່າງການປະຕິບັດປະຊາທິປະໄຕ ແລະ ການເພີ່ມທະວີລະບຽບກົດໝາຍ, ຮັບປະກັນວິໄນສັງຄົມ ຢູ່ຫວຽດນາມ ໃນປະຈຸບັນ” (ພາກ 1), ວາລະສານກອມມູນິດ, ສະບັບທີ 986, ເດືອນມີນາ 2022, ໜ້າ 69-72.
(14) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດິແລະພຶດຕິກຳກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 48.
(15) ຫງວຽນ ຝູ ຈ້ອງ: ເຊື່ອໝັ້ນໃນການນຳພາຂອງພັກ, ຄວາມຫຍຸ້ງຍາກໃດໆ ກໍສາມາດເອົາຊະນະໄດ້, ປຶ້ມທີ່ໄດ້ແນະນຳ, ໜ້າ 221.
(16), (17) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດິແລະພຶດຕິກຳກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 55, 62.
(18), (19) ຫງວຽນ ຝູ ຈ້ອງ: ກ້າວສູ່ເສັ້ນທາງແຫ່ງການປ່ຽນແປງໃໝ່ຢ່າງໝັ້ນຄົງ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2022, ເຫຼັ້ມ 2, ໜ້າ 284, 396.
(20) ຫງວຽນ ຝູ ຈ້ອງ: ກ້າວສູ່ເສັ້ນທາງແຫ່ງການປ່ຽນແປງໃໝ່ຢ່າງໝັ້ນຄົງ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 330.
(21), (22), (23), (24) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດິແລະພຶດຕິກຳກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 118, 29, 112, 29.
(25), (26) ຫງວຽນ ຝູ ຈ້ອງ: ເຊື່ອໝັ້ນໃນການນຳພາຂອງພັກ, ຄວາມຫຍຸ້ງຍາກໃດໆ ກໍສາມາດເອົາຊະນະໄດ້, ປຶ້ມທີ່ໄດ້ແນະນຳ, ໜ້າ 220, 65.
(27) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດິແລະພຶດຕິກຳກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 112.
(28) ຫງວຽນ ຝູ ຈ້ອງ: ເຊື່ອໝັ້ນໃນການນຳພາຂອງພັກ, ຄວາມຫຍຸ້ງຍາກໃດໆ ກໍສາມາດເອົາຊະນະໄດ້, ປຶ້ມທີ່ໄດ້ແນະນຳ, ໜ້າ 56
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1009 (ເດືອນມີນາ 2023)