ປ່ຽນແປງໃໝ່ແບບວິທີ​ການ​ນຳພາ​ຂອງ​ພັກ ​​
ຜ່ານ​ການເປັນ​ແບບຢ່າງ​ດ້ານຄຸນສົມບັດປະຕິວັດ

ໂດຍ ປອ. ລ້າຍ ຊວັນ ໂມນ
ກຳມະການສູນກາງພັກ, ຮອງຫົວໜ້າປະຈຳການ, ຄະນະໂຄສະນາອົບຮົມສູນກາງ
02:02, 26-12-2023
ວກ. - ໂຄງການການເມືອງກໍ່ສ້າງ​ປະ​ເທດ​ໃນສະໄໝຂ້າມຜ່ານຂຶ້ນສູ່ສັງຄົມ​ນິຍົມ (ສະບັບເພີ່ມ​ເຕີມ ​ແລະ ພັດທະນາ​​ປີ 2011) ຂອງພັກກອມມູນິດຫວຽດນາມໄດ້ຢືນຢັນວ່າ ແບບວິທີ​ການ​ນຳພາ​ສຳຄັນ​ແບບ​ໜຶ່ງ​ຂອງ​ພັກ​ແມ່ນ ​ການ​ເປັນຕົວຢ່າງ. ຈາກ​ນັ້ນ, ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ໜ້າ​ທີ່​ຂອງ​ການ​ປະຕິວັດ​ໃນ​ໄລຍະ​ໃໝ່, ພັກ​ຕ້ອງ​ປ່ຽນ​ໃໝ່ແບບ​ວິທີ​ການ​ນຳພາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ໂດຍ​ຜ່ານ​ການ​ສ້າງ​ຖັນແຖວພະນັກງານ ສະມາຊິກພັກທີ່​ເປັນ​ແບບຢ່າງ, ນຳໜ້າປະຈັນບານ ແລະ ມີຄຸນສົມບັດປະຕິວັດ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ນຳພາ​ແລະ ປະຕິບັດເປົ້າໝາຍທີ່ໄດ້ວາງໄວ້ ຢ່າງສຳເລັດມີໄຊ

ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ກັບປະຊາຊົນຊົນເຜົ່າສ່ວນນ້ອຍຢູ່ບ້ານ ດັກມຸດ, ຕາແສງ ດັກມາ, ເມືອງ ດັກຮ່າ, ແຂວງ ກອນຕູມ _ພາບ: TTXVN

ການເປັນແບບຢ່າງດ້ານ​ຄຸນສົມບັດ​ປະ​ຕິ​ວັດ ​ໃນ​ແນວ​ຄິດ​ຂອງ​ໂຮ່​ຈີ​ມິນ

ປະທານໂຮ່ຈີມິນ ໄດ້ເອົາໃຈໃສ່ເປັນພິເສດເຖິງການເປັນແບບຢ່າງດ້ານຄຸນສົມບັດສິນທຳປະຕິວັດຂອງພັກ ແລະ ຍົກສູງປະສິດທິຜົນແບບວິທີການນຳພາຂອງພັກ. ນີ້​ແມ່ນ​ບັນຫາ​ສຳຄັນ​ທີ່​ສຸດ ​ສຳລັບ​ວຽກ​ງານ​ກໍ່ສ້າງ​ພັກ, ພິ​ເສດ​ແມ່ນ​ໃນ​ເງື່ອນໄຂ​ພັກກຳອຳນາດ.

ປະທານໂຮ່ຈີມິນ ໄດ້ກ່າວຫຼາຍຄັ້ງເຖິງບັນຫາ “ການເປັນແບບຢ່າງ” ຂອງພະນັກງານ ສະມາຊິກພັກ ແລະ ປະຊາຊົນ. ທ່ານ​ຊີ້​ອອກ​ວ່າ: “ສະມາຊິກ​ພັກ, ບໍ່​ວ່າ​ຈະ​ຢູ່​ໃສ, ​ເຮັດ​ວຽກງານ​ໃດ​ກໍ​ຕາມ, ​ໃນ​ສະຖານະ​ການ ​ແລະ ສະພາບ​ການ​ໃດ​ກໍ່​ຕ້ອງ: - ຖື​​ຜົນ​ປະ​ໂຫຍ​ດຂອງ​ຊາດ ​ແລະ ປະຊາຊົນ​ເປັນ​ອັນ​ດັບ​ໜຶ່ງ./ - ຕ້ອງ​ພະຍາຍາມ​ສຸດ​ຂີດ ​ເພື່ອ​ເຂົ້າ​ຮ່ວມໃນ​ວຽກ​ງານ​ການຕໍ່ຕ້ານ./ - ຕ້ອງ​ໃກ້​ຊິດປະ​ຊາ​ຊົນ, ຮັກ​ແພງ​ແລະ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ, ຈັດ​ຕັ້ງ​ແລະ​ນໍາ​ພາປະ​ຊາ​ຊົນ./ - ຕ້ອງ​ຮັກ​ສາ​ຄຸນ​ສົມ​ບັດປະຕິວັດ, ເຫັນແກ່ສ່ວນລວມບໍ່ເຫັນແກ່ສ່ວນຕົວ”(1); “ຕັດສິນໃຈ​ຕໍ່​ສູ້​ເພື່ອ​ພັກ ແລະ ການ​ປະ​ຕິ​ວັດ​ຕະຫຼອດ​ຊີ​ວິດ. ນັ້ນ​ແມ່ນ​ສິ່ງ​ສຳຄັນ​ທີ່​ສຸດ./ ອອກແຮງເຮັດວຽກໃຫ້​ພັກ, ຮັກສາ​ລະບຽບ​ວິ​ໄນ​ຂອງ​ພັກ, ປະຕິບັດ​ແນວທາງ, ນະ​ໂຍບາຍ​ຂອງ​ພັກ​ໃຫ້​​ດີ/... ​ເພື່ອ​ພັກແລະປະຊາຊົນ ຕໍ່ສູ້ຢ່າງບໍ່​ເຫັນ​ແກ່​ຕົວ ແລະ​ເປັນ​ແບບຢ່າງ​ໃນ​ທຸກດ້ານທຸກວຽກງານ”(2). ນີ້​ແມ່ນ​ມາດຖານ​ຄຸນສົມບັດ​ປະຕິວັດ​ທີ່​ພະນັກງານ ສະມາຊິກ​ພັກ​ຕ້ອງ​ມີ ​ເພື່ອ​ໃຫ້​ມະຫາຊົນ​ຮັບ​ຮູ້ ຮຽນຮູ້ ​ແລະ ປະຕິບັດຕາມ.

ປະທານ​ໂຮ່ຈີມິນຍາມ​ໃດ​ກໍ່​ຖື​ຄຸນສົມບັດສິນ​ທຳ​ແມ່ນ​ຮາກ​ຖານ ​ແລະ “ແກ່ນຫຼັກ” ຂອງ​ວັດທະນະທຳ​ສັງຄົມ. ເພິ່ນເຊື່ອວ່າ ຖ້າທ່ານມີຄຸນສົມບັດປະຕິວັດ, “ເມື່ອຕ້ອງປະເຊີນກັບຄວາມຫຍຸ້ງຍາກ, ຄວາມລໍາບາກ ຫຼືຄວາມລົ້ມເຫຼວ, ທ່ານຈະບໍ່ຢ້ານ, ບໍ່ຂີ້ອາຍ, ຫຼືຖອຍຫຼັງ... ເມື່ອຈໍາເປັນ ຈະເຕັມໃຈສະຫຼະຊີວິດໂດຍບໍ່ເສຍດາຍ”(3); “ເມື່ອປະເຊີນກັບເງື່ອນໄຂແລະຄວາມສຳເລັດທີ່ເອື້ອອຳນວຍ ຍັງຄົງຮັກສາຈິດໃຈແຫ່ງຄວາມອົດທົນ, ຄວາມລຽບງ່າຍ, ຄວາມຖ່ອມຕົວ, “ກັງວົນກ່ອນຄົນອື່ນ, ຊື່ນຊົມຍິນດີພາຍຫຼັງຜູ້ອື່ນ”; ກັງວົນກ່ຽວກັບການສໍາເລັດວຽກງານໄດ້ດີ, ບໍ່ຕ້ອງກັງວົນກ່ຽວກັບຄວາມສຸກ; ບໍ່​ອວດອ້າງ​ຄຸນ​ງາມ​ຄວາມ​ດີ, ບໍ່​ມີພະຍາດອາດຍາສິດ, ບໍ່​ມີ​ຄວາມ​ຈອງ​ຫອງ, ບໍ່​ເສຍຄຸນປ່ຽນທາດ”(4). ຖັນແຖວພະນັກງານ ສະມາຊິກ​ພັກ​ຕ້ອງ​ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດ​ປະຕິວັດ​ ຢ່າງສະໝ່ຳສະເໝີ ​ເພື່ອ​ເປັນ​ກຳລັງ​ບຸກ​ເບີກນຳໜ້າ​ດ້ານ​ສະຕິ​ປັນຍາ, ຄຸນສົມບັດ​ສິນ​ທຳ ​ແລະເປັນ “ເມັດພັນ” ທີ່​ດີ ​ເພື່ອ​ເຜີຍແຜ່​ສູ່​ສັງຄົມ.

ພັກ​ຂອງພວກ​ເຮົາ​ແມ່ນ ພັກ​ກຳ​ອຳນາດ”, “ພັກ​ຂອງ​ທົ່ວ​ປວງ​ຊົນ”, “ພັກ​ຂອງ​ທົ່ວ​ປະ​ເທດ”, ​ແມ່ນ​ກອງກຳລັງນຳໜ້າ, ເປັນ​ຕົວ​ແທນ​ທີ່​ຈົງ​ຮັກ​ພັກດີ​ຂອງ​ຊົນ​ຊັ້ນ​ກຳມະກອນ, ປະຊາຊົນຜູ້ອອກແຮງງານ ​ແລະ ຂອງ​ປະ​ເທດ​ຊາດ. “ພັກເຮົາຍິ່ງໃຫຍ່, ເພາະນອກຈາກຜົນປະໂຫຍດຂອງຊົນຊັ້ນ ຂອງປະຊາຊົນ ຂອງປະເທດຊາດແລ້ວ, ພັກເຮົາບໍ່ມີຜົນປະໂຫຍດອື່ນໃດ”(5). ແຫຼ່ງກຳ​ລັງ​ແຮງຂອງ​ພັກ​ແມ່ນ​ຢູ່​ໃນ​ການ​ຕິດ​ພັນ​ກັບ​ປະຊາຊົນ. ສະນັ້ນ, ເພື່ອສົມກຽດ​ເປັນ​ກຳລັງ​ນຳພາ​ການ​ປະຕິວັດ​ຂອງ​ປະ​ເທດ​ຊາດ, ພັກ​ຕ້ອງ​ກໍ່ສ້າງ ປັບປຸງ ແລະ ປະດິດ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ; ຖັນແຖວພະນັກງານ ສະມາຊິກພັກຕ້ອງສືບຕໍ່ປູກຝັງ ຝຶກຝົນຫຼໍ່ຫຼອມ ອຸທິດຕົນ ເພື່ອປະເທດຊາດ, ເພື່ອປະຊາຊົນ, ຮັກສາລັກສະນະຊົນຊັ້ນ, ຄວາມກ້າຫານທາງດ້ານການເມືອງ ປະຕິວັດ ນຳໜ້າປະຈັນບານ; ຕໍ່ສູ້​ຕ້ານການ​ລ່ວງ​ອຳນາດແລະການ​ສໍ້​ລາດ​ບັງ​ຫຼວງ, ຄວາມ​ຮັ່ງມີ​​ບໍ່​ສາມາດ​ຊັກ​ຈູງ​ໄດ້, ຄວາມ​ທຸກ​ຍາກ​ບໍ່ສາມາດ​ສັ່ນ​ສະ​ເທືອ​ນໄດ້, ອຳນາດ​ບໍ່​ສາມາດ​ເຮັດໃຫ້ອ່ອນຍອມໄດ້.

ທ່ານປະທານໂຮ່ຈີມິນ ຊີ້ແຈງວ່າ “ຄຸນສົມບັດປະຕິວັດ ຂອງສະມາຊິກພັກ ແມ່ນ ບໍ່ວ່າຈະຫຍຸ້ງຍາກປານໃດ ກໍ່ຕ້ອງປະຕິບັດຕາມນະໂຍບາຍ ແລະ ມະຕິຂອງພັກຢ່າງເດັດດ່ຽວ, ເປັນແບບຢ່າງໃຫ້ມະຫາຊົນປະຕິບັດຕາມ. ສະມາຊິກ​ພັກ​ທຸກ​ຄົນ ​ຕ້ອງ​ເສີມ​ຂະຫຍາຍ​ສະຕິ​ຄວາມ​ຮັບຜິດຊອບ ​ຕໍ່ໜ້າ​ປະຊາຊົນ ​ແລະ ພັກ; ຕ້ອງ​ປ້ອງ​ກັນ ​ແລະ ຕ້ານ​ລັດທິອັດຕະ​ບຸກຄົນ​ ຢ່າງ​ເດັດດ່ຽວ”(6). ​ເພື່ອ​ປຸກລະດົມ ​ເຕົ້າ​ໂຮມ ຊີ້ນຳ​ແລະນຳພາ​ມະຫາຊົນ​ໄປຕາມພັກ, ພະນັກງານ ສະມາຊິກ​ພັກທຸກຄົນຕ້ອງ​ເປັນ​ແບບຢ່າງທາງດ້ານຄຸນສົມບັດ​ປະຕິວັດ. ພະນັກງານ ສະມາຊິກພັກຕ້ອງເປັນແບບຢ່າງໃຫ້ປະຊາຊົນເຊື່ອຟັງ ແລະ ປະຕິບັດຕາມ. ພະນັກງານ ສະມາຊິກພັກທີ່ມີຕຳແໜ່ງສູງເທົ່າໃດ ຕ້ອງມີຄວາມຮັບຜິດຊອບໃນການເປັນຕົວຢ່າງສູງເທົ່ານັ້ນ. ເຂົາຕ້ອງ​ເປັນ​ແບບຢ່າງ​ໃນ​ການບຳລຸງສ້າງອຸດົມການ ​ແລະ ຄຸນສົມບັດປະຕິວັດ, ໃນການຝຶກຝົນຫຼໍ່ຫຼອມ ​ແລະ ຮັກສາ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ພັກ, ກະຕັນຍູຕໍ່ປະຊາຊົນ; ເປັນແບບຢ່າງໃນການອຸທິດຕົນ ເປັນເຈົ້າການ ປະດິດສ້າງ ກ້າຄິດ ກ້າເວົ້າ ກ້າກະທຳ ກ້າຮັບຜິດຊອບ ໃນການປະຕິບັດງານຕາມຄວາມຮັບຜິດຊອບ ແລະ ໜ້າທີ່ທີ່ໄດ້ຮັບມອບໝາຍ; ​ເປັນ​ແບບຢ່າງ​ໃນ​ການ​ຕິຊົມຕົນ​ເອງແລະຕິຊົມ, ໃນການຊາບຊຶມ​ ແລະປະຕິບັດຕາມ​ແນວທາງ ທັດສະນະ ແຜນນະໂຍບາຍ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ​ ຢ່າງ​ເຂັ້ມ​ງວດ. ບັນດາ​ເນື້ອ​ໃນ​ນີ້ ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ, ສ້າງ​ປະສິດທິຜົນສູງ​ສຸດ ​ໃນ​ວຽກງານການ​ນຳພາ​ຂອງ​ພັກ, ທະວີ​ຄູນກຳລັງແຮງພາຍໃນອັນ​ໃຫຍ່​ຫຼວງ ຂອງ​ປະ​ເທດ​ຊາດ ​ໃນທຸກ​ສະຖານະການ​.

ປະທານ​ໂຮ່ຈີ​ມິນ​ເນັ້ນ​ໜັກ​ວ່າ ​ແບບຢ່າງ​ທີ່ມີ​ຊີວິດມີຄ່າຫຼາຍ​ກວ່າ​ສຸນທອນພົດໂຄສະນາ​ຊວນ​ເຊື່ອຫຼາຍ​ຮ້ອຍລາຍການ; ການ​ຍົກຕົວຢ່າງ​ຄົນ​ດີ ​ແລະ ​ເຮັດ​ຄວາມ​ດີ​ ໃນ​ແຕ່ລະ​ມື້ ​ເພື່ອ​ສຶກສາ​ອົບຮົມ​ເຊິ່ງກັນ​ແລະກັນ ​ແມ່ນໜຶ່ງ​ໃນວິທີ​ດີ​ທີ່​ສຸດ ​ໃນ​ການ​ກໍ່ສ້າງ​ພັກ. ພະນັກງານ ສະມາຊິກພັກ ເຖິງວ່າຈະຢູ່ໃນຕໍາແໜ່ງໃດ, ຖ້າມີຫົວໃຈ ວິໄສທັດ ຄວາມສາມາດ ມີຄຸນສົມບັດສິນທຳ ແລະ “ຄຳເວົ້າໄປຄຽງຄູ່ກັບການກະທຳ” ກໍຈະແຜ່ກະຈາຍ ສ້າງຜົນກະທົບທາງບວກຕໍ່ຊຸມຊົນ, ຊ່ວຍໃຫ້ມວນຊົນທົບທວນຕົນເອງ, ແກ້​ໄຂຕົນເອງ​, ​ປັບ​ປຸງ​ຕົນ​ເອງ​. ຜ່ານ​ການຍົກເປັນ​ແບບຢ່າງ​ຂອງ​ພະນັກງານ ສະມາຊິກ​ພັກ, ແບບວິທີ​ການ​ນຳພາ​ຂອງ​ພັກ​ ຈະ​ໄດ້​ຮັບ​ການ​ເສີມຂະຫຍາຍ, ທະວີ​ຄູນ​ກຳລັງ​ແຮງ, ຍົກສູງ​ຄວາມ​ສາມາດ​ນຳພາ ​ເພື່ອໃຫ້ພັກນຳພາ​ມະຫາຊົນ​ປະຕິບັດ​ທຸກ​ວຽກ​ງານ​ຂອງ​ການ​ປະຕິວັດ ຢ່າງສຳເລັດຜົນ.

ຕາມ​ທ່ານ​ປະ​ທານ​ໂຮ່​ຈິ​ມິນ, ການເປັນ​ແບບ​ຢ່າງ​ທາງດ້ານຄຸນສົມບັດຕ້ອງໄດ້ປະຕິບັດ​ໃນ​ສາມ​ສາຍ​ພົວ​ພັນ​ຄື: ຕໍ່​ຕົນ​ເອງ, ຕ້ອງມີຄວາມຂະຫຍັນໝັ້ນພຽນ ປະຫຍັດ ຊື່ສັດ ແລະທ່ຽງທຳ; “ຄວາມເມດຕາ, ຄວາມຊອບທໍາ, ມີປັນຍາ ຄວາມກ້າຫານ ຄວາມຊື່ສັດ"; ເປັນແບບຢ່າງໃນການເຮັດວຽກ ຕັ້ງແຕ່ວຽກນ້ອຍ ຈົນເຖິງວຽກໃຫຍ່, ສຶກສາແລະຝຶກຝົນຢ່າງສະໝ່ຳສະເໝີ, ປັບປຸງຕົນເອງຢ່າງຕໍ່ເນື່ອງ. ຕໍ່ຜູ້ອື່ນ, ຕ້ອງມີຄວາມຊື່ສັດ ຈິງໃຈ ຖ່ອມຕົວ ສາມັກຄີ ຮັກແພງ ຊ່ວຍເຫຼືອເພື່ອນມິດ ແລະເພື່ອນຮ່ວມງານ, ຜູກພັນສະໜິດແໜ້ນກັບປະຊາຊົນ. ​ຕໍ່ວຽກງານ,​ ຕ້ອງ​ອຸທິດ​ຕົນ ສຸດອົກສຸດໃຈ, ເຫັນແກ່ສ່ວນລວມບໍ່ເຫັນແກ່ສ່ວນຕົວ ເປັນ​ແບບ​ຢ່າງ ເປັນ​ຜູ້​ນຳໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ. ປະ​ທານ​ໂຮ່​ຈິ​ມິນຍັງໄດ້ຊີ້ໃຫ້ເຫັນ 3 ຫຼັກການ ໃນການສ້າງຄຸນສົມບັດໃໝ່ ໃຫ້ແກ່ພະນັກງານ ສະມາຊິກຂອງພັກ ນັ້ນຄື: 1- ເວົ້າໄປຄວບຄູ່ກັບການກະທຳ, ເປັນແບບຢ່າງທາງດ້ານຄຸນສົມບັດ; 2- ການສ້າງ​ໄປ​ຄຽງ​ຄູ່​ກັບ​ການຕ້ານ.  ການສ້າງຄຸນສົມບັດ​ປະຕິວັດ​ຕ້ອງ​ຕິດ​ພັນ​ກັບ​ການ​ຕໍ່ສູ້ຕ້ານລັດທິອັດຕະບຸກຄົນ; 3- ຝຶກຝົນຫຼໍ່ຫຼອມຄຸນສົມບັດປະຕິວັດຕະຫຼອດຊີວິດ.

​ເພື່ອໃຫ້​ການເປັນແບບຢ່າງດ້ານຄຸນສົມບັດ​ປະຕິວັດ ​ກາຍ​ເປັນແບບ​ວິທີ​
ການ​ນຳພາ​ທີ່​ມີ​ປະສິດທິ​ຜົນ​ຂອງ​ພັກ ໃນ​ໄລຍະ​ການພັດທະນາ​ໃໝ່

​ໃນ​ຂະ​ບວນການ​ນຳພາ​ການ​ປະຕິວັດ​ໃນ​ຕະຫຼອດ 93 ປີຜ່ານມາ, ພັກ​ກອມ​ມູນິດ​ຫວຽດນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ປະຕິບັດ​ວິທີ​ການ​ຍົກເປັນ​ແບບຢ່າງ​ດ້ານ​ຄຸນສົມບັດ​ປະຕິວັດ​ຂອງ​ພະນັກງານ, ສະມາຊິກ​ພັກ; ​ເອົາ​ໃຈ​ໃສ່​ເຖິງການ​ສະຫຼຸບ​ສັງລວມວຽກ​ງານ​ປະຕິບັດ ​ແລະ ພັດທະນາ​ທິດ​ສະ​ດີກ່ຽວກັບການ​ກໍ່ສ້າງ​ພັກ ເພື່ອປ່ຽນແປງໃໝ່ ແລະ ຍົກສູງ​ປະສິດທິ​ຜົນ​ຂອງແບບ​ວິທີ​ການ​ນຳພາ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະຕິບັດ​ບົດບາດ​ “ນຳ​ພາປະ​ເທດ​ແລະ​ສັງຄົມ”. ປະ​ເທດ​ຊາດ​ມີພາລະໂອກາດ, ທ່າ​ແຮງ, ທີ່​ຕັ້ງ ​ແລະ ຊື່​ສຽງ​ສາກົນຄືທຸກວັນນີ້ ແມ່ນຍ້ອນ​ການ​ນຳພາ​ອັນ​ຖືກຕ້ອງ​ຂອງ​ພັກ, ການ​ອຸທິດ​ຕົນ ຄວາມສຸດອົກສຸດໃຈ ​ແລະ ການ​ເສຍສະຫຼະ​ ຂອງ​ພະນັກງານ ນັກຮົບ ສະມາຊິກ​ພັກ​ຫຼາຍ​ລຸ້ນຄົນ, ​ການເປັນແບບຢ່າງ​ທີ່​ດີ, ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ປະ​ເທດ​ຊາດ ຕໍ່​ພັກ ​ແລະ ກະຕັນຍູຕໍ່​ປະ​ຊາ​ຊົນ​.

ເຖິງ​ຢ່າງ​ນັ້ນ​ກໍ່​ຕາມ, ດັ່ງ​ທີ່​ປະທານ​ໂຮ່ຈີ​ມິນຊີ້​ອອກ​ວ່າ “​ໃນ​ບັນດາ​ພະນັກງານ​ແລະສະມາຊິກ​ພັກທີ່ມີຄ່າຄວນຫຼາຍ​ໝື່ນ​ຄົນ ຍັງ​​ມີຄົນອີກຈຳນວນໜຶ່ງທີ່ມີຈິດໃຈ ​ແລະຄຸນສົມບັດ​ປະຕິວັດຕ່ຳ. ພວກ​ເຂົາ​ຍັງມີແນວຄິດລັດທິອັດຕະບຸກຄົນ ​ໃນ​ຕົວ​ຂອງ​ເຂົາ​ເຈົ້າ​ເອງ”(7). ຖັນແຖວ​ພະນັກງານ ສະມາຊິກ​ພັກ​ຕ້ອງຝຶກຝົນຫຼໍ່ຫຼອມ ແລະບຳລຸງ​ສ້າງຕົນເອງເປັນ​ປະຈຳ, ຕ້ອງຮັກສາ​ຄຸນສົມບັດ ຄຸນທຳຂອງນັກປະຕິວັດ; ການຂາດ​ການ​ຝຶກຝົນຫຼໍ່ຫຼອມ​ຄຸນສົມບັດ​ສິນ​ທຳ​ ຈະນຳໄປສູ່ການ​ເສື່ອມ​ໂຊມ​ທາງ​ດ້ານ ແນວຄິດ​ການ​ເມືອງ, ຄຸນສົມບັດສິນທຳ, ວິຖີ​ຊີວິດ, “ການປ່ຽນແປງ​ຕົນ​ເອງ”, “ການ​ຫັນ​ປ່ຽນ​ຕົນ​ເອງ”, ຕິດພະຍາດອາດຍາສິດ, ​ສໍ້​ລາດ​ບັງ​ຫຼວງ, ການໃຊ້ຈ່າຍຟຸມເຟືອຍ, ການລະເມີດວິໄນຂອງ​ພັກ ​ແລະກົດໝາຍຂອງລັດ. ນັກປະຕິວັດຕ້ອງມີຄຸນສົມບັດປະຕິວັດ, ຖ້າບໍ່ມີຄຸນສົມບັດປະຕິວັດ “ບໍ່ວ່າເຈົ້າຈະມີຄວາມສາມາດປານໃດ, ເຈົ້າກໍ່ບໍ່ສາມາດນໍາພາປະຊາຊົນໄດ້”(8)

ໃນໂຄງການການເມືອງກໍ່ສ້າງ​ປະ​ເທດ​ໃນສະໄໝຂ້າມຜ່ານຂຶ້ນສູ່ສັງຄົມ​ນິຍົມ (ສະບັບເພີ່ມ​ເຕີມ ​ແລະ ພັດທະນາ​​ປີ 2011) ພັກກອມມູນິດຫວຽດນາມ ​ໄດ້​ຊີ້​ແຈງ​ທັດສະນະ​ຂອງ​ຕົນ​ຢ່າງ​ຈະ​ແຈ້ງ​ວ່າ: ໜຶ່ງ​ໃນ 8 ທິດ​ທາງ​ເພື່ອ​ໃຫ້​ປະ​ເທດ​ເຮົາ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ທັນ​ສະ​ໄໝ ຕາມທິດທາງ​ສັງຄົມ​ນິຍົມ​ ໃນ​ກາງ​ສະຕະວັດ​ທີ 21 ​ແມ່ນ​ສ້າງ​ພັກ​ທີ່ສະອາດປອດໃສ ​ແລະ ໝັ້ນຄົງ​ເຂັ້ມ​ແຂງ. ພັກ​ກອມ​ມູນິດ​ຫວຽດນາມ​ແມ່ນ​ພັກ​ກຳ​ອຳນາດ, ນຳພາ​ລັດ ​ແລະ ສັງຄົມ. ​ເພື່ອ​ຮັບປະກັນ​ບົດບາດ​ນຳພາ​ຂອງ​ພັກ, ຄຽງ​ຄູ່​ກັບຄວາມເຂັ້ມແຂງທາງ​ການ​ເມືອງ, ແນວຄິດ ແລະ ການຈັດ​ຕັ້ງ, ພວກ​ເຮົາ​ຕ້ອງ​ສຸມ​ໃສ່​ການກໍ່ສ້າງພັກທາງດ້ານຄຸນສົມບັດສິນທຳ, ຕໍ່ສູ້ຕ້ານລັດທິອັດຕະບຸກຄົນ, ລັດທິສວຍໂອກາດ, ພະຍາດອາດຍາສິດ, ການສໍ້ລາດບັງຫຼວງ ແລະການໃຊ້ຈ່າຍຟຸມເຟືອຍ. ຖ້າບໍ່ບັນລຸເປົ້າໝາຍນີ້, ພັກຈະອ່ອນເພຍ ແລະ ບໍ່ສາມາດຮັກສາບົດບາດຂອງຕົນ ໃນການກຳອຳນາດ ແລະ ນຳພາພາລະກິດການປ່ຽນແປງໃໝ່.

ມະຕິ​ເລກທີ 15-NQ/TW, ລົງ​ວັນ​ທີ 30 ກໍລະກົດ 2007 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ “ວ່າດ້ວຍການສືບ​ຕໍ່ປ່ຽນແປງໃໝ່ແບບວິທີການ​ນຳພາ​ຂອງ​ພັກ ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ລະບົບ​ການ​ເມືອງ” ​ແມ່ນ​ບາດກ້າວ​ທີ່​ສຳຄັນ, ຕີລາຄາຂະບວນການ 20 ກວ່າ​ປີ​ແຫ່ງ​ການປ່ຽນແປງໃໝ່ຈິຕະນາການ, ຄວາມ​ຮັບ​ຮູ້ ​ແລະ ແບບວິທີ​ການ​ນຳພາ​ຂອງ​ພັກ ​ຕິດ​​ກັບ​ການ​ປ່ຽນແປງໃໝ່​ປະ​ເທດຢ່າງຮອບດ້ານ ​ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ພັກ (ປີ 1986);  ກຳນົດ​ທິດ​ທາງ, ໜ້າ​ທີ່​ ​ແລະ ວິທີ​ແກ້​ໄຂສະເພາະ ​ເພື່ອ​ສືບ​ຕໍ່​ປ່ຽນແປງ​ໃໝ່​ແບບວິທີການນຳພາ​ຂອງ​ພັກ ​ໃນ​ລະບົບ​ການ​ເມືອງ. ບົນ​ພື້ນຖານ​ນັ້ນ, ວັນ​ທີ 17 ພະຈິກ 2022, ທີ່​ກອງ​ປະຊຸມຄົບຄະນະ​ຄັ້ງ​ທີ 6 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ ຊຸດ​ທີ XIII ໄດ້​ອອກ​ມະຕິ​ເລກທີ 28-NQ/TW “ວ່າດ້ວຍການສືບ​ຕໍ່ປ່ຽນແປງໃໝ່ ແບບ​ວິທີ​ການ​ນຳພາ​ ແລະກຳ​ອຳນາດ​ຂອງ​ພັກ ຕໍ່ລະບົບການເມືອງໃນໄລຍະໃໝ່”. ໜຶ່ງໃນ 6 ໜ້າທີ່ແລະວິທີແກ້ໄຂ ທີ່ໄດ້ຮັບການເນັ້ນໜັກ ໂດຍມະຕິເລກທີ 28-NQ/TW ຄື: ເສີມຂະຫຍາຍບົດບາດ ແລະ ຄວາມຮັບຜິດຊອບ ໃນການເປັນແບບຢ່າງຂອງພະນັກງານ ສະມາຊິກພັກ; ຈາກ​ນັ້ນ ​ນຳ​ໄປ​ສູ່​ການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ​ ໃນວິທີການແລະ​ແບບແຜນ​ການ​ເຮັດ​ວຽກ, ວິທີ​ການ​ນຳພາ, ປະສິດທິຜົນ​ການ​ເຄື່ອນ​ໄຫວ​ຂອງ​ທຸກ​ຂັ້ນ, ຂະ​ແໜງ​ການ, ອົງການ​ການ​ເມືອງ-ສັງຄົມ ພາຍ​ໃຕ້​ການນຳພາຂອງ​ພັກ, ​ໂດຍ​ຜ່ານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງການການເມືອງ, ຍຸດ​ທະ​ສາດ, ທິດ​ທາງ​ນະ​ໂຍ​ບາຍ ແລະແຜນນະ​ໂຍ​ບາຍ​ໃຫຍ່; ​ໂດຍ​ຜ່ານ​ການ​ໂຄສະນາ​ເຜີຍ​ແຜ່ ຊັກ​ຊວນ ປຸກລະດົມ, ການຈັດ​ຕັ້ງ, ການກວດກາ, ການຕິດຕາມກວດກາ ​ແລະ ​ດ້ວຍ​ການກະທຳເປັນ​ແບບຢ່າງ​ ຂອງ​ພະນັກງານ ​ແລະ ສະມາຊິກ​ພັກ.

​ໃນ​ໄລຍະ​ຜ່ານ​ມາ, ​ໃນ​ທົ່ວ​ປະ​ເທດ​ມີ​ຫຼາຍ​ແບບຢ່າງທີ່ດີເດັ່ນ ​ແລະ ຮູບແບບທີ່​ພົ້ນ​ເດັ່ນ(9) ​ໃນ​ການ​ຮ່ຳຮຽນ ​ແລະ ການປະຕິບັດຕາມແນວຄິດ ຄຸນສົມບັດ ແລະແບບແຜນ​ຂອງ​ໂຮ່ຈີ​ມິນ. ຈາກການຮ່ຳຮຽນ ແລະ ການປະຕິບັດຕາມລຸງໂຮ່, ມີຫຼາຍວິທີການທີ່ດີ ແລະປະດິດສ້າງ ໃນການຝຶກຝົນຫຼໍ່ຫຼອມ ແລະການຍົກເປັນແບບຢ່າງ ທາງດ້ານຄຸນສົມບັດປະຕິວັດ ເຊິ່ງໄດ້ຮັບການເສີມຂະຫຍາຍ ແລະຂະຫຍາຍກວ້າງ, ປະກອບສ່ວນເຜີຍແຜ່ຢ່າງກ້ວາງຂວາງພາຍໃນພັກ ແລະ ທົ່ວປວງຊົນ(10).

ທີ່​ກອງ​ປະຊຸມຄົບຄະນະ​ຄັ້ງ​ທີ 8 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຊຸດ​ທີ XII, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ ຝູ ຈ້ອງ ຢືນຢັນ​ວ່າ: ຍ້ອນ​ແຜນ​ນະ​ໂຍບາຍແລະຂໍ້ບັງຄັບ​ທີ່​ຖືກຕ້ອງ ແລະທັນ​ການ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງສູນກາງ ແລະ ຄະນະ​ເລຂາທິການສູນກາງ ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ເປັນ​ແບບຢ່າງ, ສະ​ນັ້ນ, ຄວາມຮູ້ສຶກ​ຮັບ​ຜິດ​ຊອບ​ຂອງ​ພະນັກງານ ສະມາຊິກ​ພັກ ​ຈຶ່ງ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ເທື່ອ​ລະ​ກ້າວ, ຈາກນັ້ນມີການປະຕິບັດ​ຕົວ​ຈິງ​ ໃນ​ການ​ເຮັດ​ວຽກ ແລະ ຊີວິດ​ການ​ເປັນ​ຢູ່, ສ້າງ​ການ​ປ່ຽນ​ແປງ​ທາງ​ດ້ານແນວຄິດການ​ເມືອງ, ຄຸນສົມບັດ ວິຖີຊີວິດ​ ​ແລະ ແບບແຜນ​ເຮັດ​ວຽກ; ມີສະຕິຕໍ່ລະລະບຽບວິໄນ ແລະຄວາມສາມັກຄີພາຍໃນ. ການປະຕິບັດແຜນນະໂຍບາຍ, ຂໍ້ບັງຄັບຂອງພັກກ່ຽວກັບການເປັນແບບຢ່າງໄດ້ປະກອບສ່ວນປັບປຸງລະບຽບວິໄນຂອງພັກ; ຍົກສູງ​ຄວາມ​ສາມາດ​ນຳພາ ​ແລະ ກຳລັງ​ແຮງສູ້ຮົບ​ຂອງ​​ອົງການ​ພັກ ​ແລະ ສະມາຊິກ​ພັກ; ປະກອບສ່ວນ​ສະກັດ​ກັ້ນ​ແລະຍູ້ຖອຍ ການເສື່ອມໂຊມ ການ​ສໍ້​ລາດ​ບັງ​ຫຼວງ ປະກົດການ​ຫຍໍ້​ທໍ້, ​ປັບປຸງ​ຄວາມ​ໄວ້​ວາງ​ໃຈ​ຂອງ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ​ໃນ​ການ​ນຳພາ​ຂອງ​ພັກ.

ພາຍຫຼັງກວ່າ 35 ປີແຫ່ງການປ່ຽນແປງໃໝ່, ປະເທດບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ ທີ່ມີຄວາມໝາຍປະຫວັດສາດ, ບົດບາດທີ່ຕັ້ງ ກຳລັງແຮງສັງລວມ ແລະ ກຽດສັກສີຂອງປະເທດໃນເວທີສາກົນ ໄດ້ຮັບການຍົກສູງຂຶ້ນ. ແຕ່ວ່າ, “ໄພ​ອັນຕະລາຍ 4 ປະການ​ທີ່​ພັກ​ໄດ້​ຊີ້​ອອກນັ້ນ ​ຍັງ​ມີ​ຢູ່, ບາງດ້ານຍັງຮ້າຍ​ແຮງ​ກວ່າແຕ່ກ່ອນ; ໄພຂົ່ມຂູ່ຕໍ່ເອກະລາດ, ອຳນາດອະທິປະໄຕ, ຜົນປະໂຫຍດຍຸດທະສາດຂອງປະເທດ... ພາວະການເສື່ອມໂຊມ, “ການຫັນປ່ຽນຕົນເອງ”, “ການປ່ຽນແປງຕົນເອງ” ຢູ່ພາຍໃນ; ການ​ຕ້ານ​ທານ​​ທໍາ​ລາຍຢ່າງດຸເດືອດ​ຂອງ​ອິດທິກໍາ​ລັງສັດຕູ ແລະ ພວກປະຕິການ”(11). ພະນັກງານ ສະມາຊິກພັກຈໍານວນໜຶ່ງ ຍັງບໍ່ທັນປະຈັນບານນຳໜ້າ ແລະ ເປັນແບບຢ່າງ, ຍັງບໍ່ທັນເສີມຂະຍາຍຄວາມຮັບຜິດຊອບຂອງຕົນຢ່າງເຕັມສ່ວນ, ຂາດຄວາມກ້າຫານ, ຍັງຢູ່ໃນທ່າຮັບ, ຫຼົບຫຼີກການເຮັດວຽກ, ເພິ່ງພາອາໃສຂັ້ນເທິງ; ການປະຕິບັດຄວາມຮັບຜິດຊອບໃນການເປັນແບບຢ່າງ, ໂດຍສະເພາະຄວາມເປັນແບບຢ່າງຂອງຫົວໜ້າ, ບໍ່ໄດ້ສ້າງຜົນກະທົບທາງບວກຢ່າງແທ້ຈິງ.

​ຄວາມ​ຮຽກຮ້ອງ​ຕ້ອງການອັນຮີບດ່ວນຂອງພຶດຕິກຳ​ໃຫ້​ເຫັນ​ວ່າ ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ແລະ ຊຸກຍູ້​ວຽກ​ງານ​ກໍ່ສ້າງ​ພັກ ແລະລະບອບ​ການ​ເມືອງ​ ໃຫ້ປອດ​ໃສ ​ແລະເຂັ້ມ​ແຂງ​ ຢ່າງ​ແທ້​ຈິງ; ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ ສະມາຊິກພັກທີ່​ເປັນ​ແບບຢ່າງ, ​ມີຄຸນສົມບັດ​ປະຕິວັດ​ທີ່ບໍລິສຸດ, ມີ​ຄວາມ​ສາມາດ​ພຽງພໍ, ປະກອບສ່ວນ​ເພີ່ມ​ທະວີ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ຂອງ​ແບບວິທີການ​ນຳພາ​ຂອງ​ພັກ ​ເພື່ອ​ນຳພາ​ປະ​ເທດ​ຊາດ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ​ໃນ​ຊຸມ​ປີ​ຕໍ່ໜ້າ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ​ໄດ້​ຢືນຢັນ​ວ່າ: “​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ກໍ່ສ້າງ ​ແລະ ​ປັບປຸງ​ພັກ​ຢ່າງຮອບດ້ານ​ ໃນ​ດ້ານ​ການ​ເມືອງ ແນວຄິດ ຄຸນສົມບັດ, ການຈັດ​ຕັ້ງ ​ແລະ ພະນັກງານ”(12). ສຸມ​ໃສ່ການ​ກໍ່ສ້າງ​ພັກທາງດ້ານຄຸນສົມບັດ, ຕັ້ງໜ້າ​ຕໍ່ສູ້​ປ້ອງກັນ ແລະຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຕ້ານພະຍາດອາດຍາສິດ ການໃຊ້ຈ່າຍຟຸມເຟືອຍ ປະກົດ​ການ​ຫຍໍ້​ທໍ້; ສະກັດກັ້ນ ແລະຍູ້ຖອຍພາວະການເສື່ອມໂຊມທາງດ້ານແນວຄິດການເມືອງ ຄຸນສົມບັດ ວິຖີຊີວິດ, ບັນດາປະກົດການ “ການປ່ຽນແປງຕົນເອງ” ແລະ “ການຫັນປ່ຽນຕົນເອງ” ພາຍໃນ ຢ່າງມີປະສິດທິຜົນ ໂດຍຕິດ​ພັນ​ກັບ​ການ​ຊຸກ​ຍູ້​ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມແນວຄິດ ຄຸນສົມບັດ  ແລະ ແບບ​ແຜນ​ຂອງ​ໂຮ່​ຈີ​ມິນ; ເສີມຂະຫຍາຍຄວາມ​ຮັບ​ຜິດ​ຊອບໃນການ​ເປັນແບບ​ຢ່າງ​ ຂອງ​​ພະນັກງານ ສະມາຊິກ​ພັກ. ທັດສະນະຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ​ໄດ້​ຍົກ​ອອກ​ມາຄື: ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ມີ​ວິ​ໄນ, ​ເປັນ​ເຈົ້າຕົນ​ເອງ ​ແລະ ບຳລຸງ​ສ້າງ​ຄຸນສົມບັດ​ສິນ​ທຳ​ຂອງ​ພະນັກງານ ສະມາຊິກພັກ. ຍົກສູງຈິດໃຈແຫ່ງຄວາມຕື່ນຕົວສະໝັກໃຈຝຶກຝົນຫຼໍ່ຫຼອມຄຸນສົມບັດ ຂອງພະນັກງານ ສະມາຊິກພັກ. ຍູ້​ແຮງ​ການ​ສຶກສາ​ອົບຮົມ​ຄຸນສົມບັດປະຕິວັດ, ດຳເນີນການຮ່ຳຮຽນ ແລະປະຕິບັດຕາມແນວຄິດ ຄຸນສົມບັດ ແລະ ​ແບບແຜນ​ຂອງ​​ໂຮ່ຈີ​ມິນ ຢ່າງສະໝ່ຳສະເໝີ ກວ້າງຂວາງ ແລະມີປະສິດທິຜົນ ໂດຍຕິດພັນກັບການຈັດຕັ້ງປະຕິບັດວຽກງານການເມືອງ. ປະຕິບັດຂໍ້ບັງຄັບ​ຂອງ​ພັກ ​ກ່ຽວ​ກັບ​ຄວາມ​ຮັບ​ຜິດ​ຊອບໃນການ​ເປັນ​ແບບຢ່າງ, ຜູ້ມີ​ຕຳ​ແໜ່ງສູງ ຍິ່ງຕ້ອງເປັນແບບຢ່າງຫຼາຍ, ກ່ອນ​ອື່ນ​ໝົດ​ແມ່ນ​ກຳມະການ​ກົມ​ການ​ເມືອງສູນກາງ, ​ກຳມະການຄະນະເລຂາທິການສູນກາງ, ກຳມະການ​ຄະນະ​ບໍລິຫານ​ງານ​ສູນ​ກາງພັກ. ສະມາຊິກ​ພັກ​ຕື່ນຕົວສະໝັກ​ໃຈ​ເປັນ​ແບບຢ່າງ​ ເພື່ອ​ຢືນຢັນຕຳແໜ່ງນຳພາ ແລະ ບົດບາດນຳໜ້າ ​ເປັນ​ແບບຢ່າງ, ສ້າງ​ການແຜ່ກະຈາຍ ​ແລະ ຊຸກຍູ້​ບັນດາຂະບວນການ​ປະຕິວັດ(13).

ຄຽງຄູ່ກັນນັ້ນ, ພັກຕ້ອງສຸມໃສ່ກໍ່ສ້າງຖັນແຖວພະນັກງານທຸກຂັ້ນ, ໂດຍສະເພາະ ພະນັກງານລະດັບຍຸດທະສາດ ໃຫ້ມີຄຸນສົມບັດ, ຄວາມສາມາດ ແລະ ກຽດສັກສີຢ່າງພຽງພໍ ທຽບເທົ່າກັບໜ້າທີ່ວຽກງານ... ກໍ່ສ້າງຖັນແຖວພະນັກງານ, ກ່ອນອື່ນໝົດແມ່ນຫົວໜ້າ ໃຫ້ມີຄວາມກ້າຫານທາງດ້ານການເມືອງ, ມີຄຸນສົມບັດທີ່ດີ, ມີຄວາມສາມາດໂດດເດັ່ນ, ກ້າຄິດ ກ້າເວົ້າ ກ້າເຮັດ ກ້າຮັບຜິດຊອບ ກ້າປ່ຽນແປງໃໝ່ປະດິດສ້າງ, ກ້າຮັບມືກັບຄວາມຫຍຸ້ງຍາກແລະສິ່ງທ້າທາຍ, ກ້າທີ່ຈະປະຕິບັດເພື່ອຜົນປະໂຫຍດລວມ, ມີຊື່ສຽງສູງ ແລະ ເປັນຜູ້ປະຈັນບານ ເປັນແບບຢ່າງຢ່າງແທ້ຈິງ ແລະ ເປັນແກນສານຂອງຄວາມສາມັກຄີ(14).

​ເພື່ອໃຫ້ການເປັນແບບຢ່າງຄຸນສົມບັດ​ປະຕິວັດ ​​ກາຍ​ເປັນແບບ​ວິທີ​ການ​ນຳພາທີ່ມີປະສິດທິຜົນ​ຂອງ​ພັກ, ​ເສີມ​ຂະຫຍາຍ​ບົດບາດ ​ແລະ ຄວາມ​ສາມາດຊີ້ນຳ​ນຳພາ​ຂອງ​ພັກ, ຈຳເປັນຕ້ອງ​ປະຕິບັດ​ບັນດາ​ມາດ​ຕະການ​ຕົ້ນຕໍດັ່ງນີ້:

ທີໜຶ່ງ, ​ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ຄວາມ​ຮັບຜິດຊອບ ​ຂອງ​ຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ​ທຸກ​ຂັ້ນ, ຂອງຖັນແຖວ​ພະນັກງານ ສະມາຊິກ​ພັກ ກ່ຽວກັບການເປັນ​ແບບຢ່າງ ​ແລະ “​ສະໝັກໃຈ​ເປັນ​ແບບຢ່າງ” ຕາມ​ທິດນຳທີ່ວ່າ “ຜູ້ມີຕຳແໜ່ງສູງ ຍິ່ງ​ຕ້ອງ​ເປັນ​ແບບຢ່າງ”. ຕ້ອງຮັບຮູ້ຢ່າງເລິກເຊິ່ງວ່າ ການເປັນແບບຢ່າງແມ່ນຄວາມຮັບຜິດຊອບ ໜ້າທີ່ ແລະຄຸນສົມບັດສິນທຳຂອງພະນັກງານ ສະມາຊິກພັກຕໍ່ໜ້າພັກ ແລະປະຊາຊົນ. ຄວາມຮັບຜິດຊອບໃນການເປັນແບບຢ່າງຕ້ອງສະແດງອອກໃນແນວຄິດການເມືອງ ຄຸນສົມບັດ ວິຖີຊີວິດ, ການເຄື່ອນໄຫວຕິຊົມຕົນເອງ ແລະຕິຊົມ; ຈົນເຖິງ​ການ​ພົວພັນ​ກັບ​ປະຊາຊົນ, ​ໃນ​​ວຽກງານ, ຍົກ​ສູງຈິດສຳນຶກກ່ຽວ​ກັບ​ລະບຽບ​ວິ​ໄນ, ຮັກສາ​ຄວາມ​ສາມັກຄີ​ພາຍ​ໃນ.

ພະນັກງານ ສະມາຊິກພັກມີຕຳແໜ່ງສູງ ຍິ່ງຕ້ອງຝຶກຝົນຫຼໍ່ຫຼອມ ປູກຝັງ ແລະ ເປັນແບບຢ່າງທາງດ້ານຄຸນສົມບັດປະຕິວັດ; ເດັດດ່ຽວຕໍ່ສູ້ກັບ “ຜົນປະໂຫຍດກຸ່ມ”, ກັບອົງການຈັດຕັ້ງພັກ ສະມາຊິກພັກ ທີ່ມີອາການເສື່ອມໂຊມທາງດ້ານຄຸນສົມບັດສິນທຳ, ມີປາກົດການຂອງ “ການປ່ຽນແປງຕົນເອງ” ແລະ “ການຫັນປ່ຽນຕົນເອງ”.

ທີສອງ, ປະຕິບັດຂໍ້ບັງຄັບຂອງພັກກ່ຽວກັບການເປັນແບບຢ່າງ​ຢ່າງເຂັ້ມງວດ ຄົບຊຸດ ​ແລະ ມີ​ປະສິດທິ​ຜົນ(15) ສົມທົບ​ກັບ​ການ​ປະຕິບັດ​ມະຕິ​ກ່ຽວ​ກັບ​ການ​ກໍ່ສ້າງແລະປັບປຸງ​ພັກ(16) ​ແລະ ລະບຽບ​ການ​ອື່ນ​ຂອງ​ສູນ​ກາງພັກ, ເພື່ອ​ເພີ່ມ​ທະວີ​ລະບຽບ​ວິ​ໄນ​ຂອງ​ພັກ, ຍົກສູງ​ຄວາມ​ສາມາດ​ນຳພາ ​ແລະ ກຳລັງ​ແຮງ​ສູ້ຮົບ​ ຂອງ​ອົງການຈັດຕັ້ງ​ພັກ ​ແລະ ສະມາຊິກ​ພັກ, ປະກອບສ່ວນ​ປ້ອງ​ກັນ ​ແລະ ຍູ້ຖອຍພາວະເສື່ອມໂຊມທາງດ້ານແນວຄິດການເມືອງ, ການ​ສໍ້​ລາດ​ບັງ​ຫຼວງ ແລະ ປະກົດ​ການ​ຫຍໍ້​ທໍ້, ປັບປຸງຄວາມ​ໄວ້ວາງ​ໃຈຂອງປະຊາຊົນ​ຕໍ່​ການ​ນຳພາ​ຂອງ​ພັກ.

ຊາບຊຶມທັດສະນະທີ່​ຖື​ວ່າ ວຽກ​ງານ​ພະນັກງານ​ແມ່ນ​ວຽກ​ງານ “​ກະ​ແຈ” ຂອງໜ້າທີ່ວຽກງານ “ຫຼັກ”, ແມ່ນຮາກ​ຖານ​ຂອງ​ວຽກ​ງານ​ທັງ​ໝົດ, ​ເປັນ​ປັດ​ໄຈຕັດສິນຊີ້ຂາດ​ຄວາມ​ສຳ​ເລັດ ​ຫຼື​ຄວາມ​ລົ້ມ​ເຫຼວ​ ຂອງ​ການ​ປະຕິວັດ, ມີຄວາມກ່ຽວຂ້ອງ​ກັບຄວາມຢູ່ລອດຂອງພັກ ແລະຊະຕາກຳຂອງລະບອບ,​ ພະນັກງານ ສະ​ມາ​ຊິກ​ພັກທຸກຄົນ ​ຕ້ອງ​ມີ​ສະ​ຕິ​ “ເປັນ​ແບບຢ່າງ​ໃນ​ທຸກ​ວຽກ​ງານ, ພົວພັນ​ຢ່າງ​ໃກ້ຊິດ​ກັບ​ມະຫາຊົນ, ​ເປັນ​ເອກະ​ພາບ​ພາຍ​ໃນ​ຢ່າງ​ແທ້​ຈິງ; ປະຕິບັດຕາມແນວທາງ ແລະນະໂຍບາຍຂອງພັກຢ່າງດີ, ນຳພາການຜະລິດແລະຕໍ່ສູ້ເປັນຢ່າງດີ; ຮັບ​ໃຊ້​ປະ​ຊາ​ຊົນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ, ​ເບິ່ງ​ແຍງດູແລ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ວິນ​ຍານ​ຂອງ​ປະ​ຊາ​ຊົນ”(17).

ທີ​ສາມ, ຊຸກຍູ້​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມແນວຄິດ, ຄຸນສົມບັດ ແລະແບບແຜນ​ຂອງ​ໂຮ່ຈີ​ມິນ ຕາມ​ຂໍ້​ສະຫຼຸບສະບັບເລກທີ 01-KL/TW, ລົງ​ວັນ​ທີ 18 ພຶດສະພາ 2021 ຂອງ​ກົມ​ການ​ເມືອງສູນກາງພັກ “ວ່າດ້ວຍການສືບ​ຕໍ່​ປະຕິບັດ​ຄຳ​ສັ່ງ​​ເລກທີ 05-CT/TW ຂອງ​ກົມ​ການ​ເມືອງສູນກາງພັກ “ວ່າດ້ວຍການ​ຊຸກ​ຍູ້​ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມແນວຄິດ, ຄຸນສົມບັດ ແລະ ແບບ​ແຜນ​ຂອງ​ໂຮ່​ຈິ​ມິນ”; ໃນນັ້ນ ​ສຸມ​ໃສ່​ເຮັດ​ໃຫ້​ດີ 3 ບັນຫາ​ຄື: ສຶກສາຮ່ຳຮຽນ, ປະຕິບັດຕາມ​ລຸງ​ໂຮ່ ​ແລະ ການ​ເປັນ​ແບບຢ່າງ​ ຂອງ​ພະນັກງານ ສະມາຊິກ​ພັກ.

“ຍົກສູງຄຸນສົມບັດ​ປະຕິວັດ, ລົບ​ລ້າງ​ລັດທິອັດຕະ​ບຸກຄົນ”, ​ເດັດດ່ຽວ ໜຽວ​ແໜ້ນ ແລະ ຕັ້ງໜ້າ ໃນການປ້ອງກັນ ກີດ​ກັ້ນ ແລະ ຍູ້ຖອຍ​ການ​ສໍ້​ລາດ​ບັງ​ຫຼວງ, ປະກົດ​ການ​ຫຍໍ້​ທໍ້, ຄວາມຊຸດໂຊມ​ທາງ​ດ້ານແນວຄິດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ ແລະ ວິຖີຊີວິດ​ ​ຂອງ​ພະນັກງານ ສະມາຊິກ​ພັກ, ສະພາບ “ການປ່ຽນແປງຕົນເອງ”, “ການຫັນປ່ຽນຕົນເອງ” ຢູ່ພາຍໃນ, ເຮັດໃຫ້ການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ ຄຸນສົມບັດ ແລະແບບແຜນຂອງໂຮ່ຈີມິນ ເປັນວຽກປະຈຳ, ຄວາມຕ້ອງການທາງດ້ານວັດທະນະທຳຈິດໃຈຂອງພັກ, ສ້າງເຄື່ອງໝາຍອັນຈະແຈ້ງກ່ຽວກັບການກໍ່ສ້າງວັດທະນະທຳຂອງພັກ, ເພື່ອ​ໃຫ້​ພັກ​ຂອງ​ພວກ​ເຮົາ “ແມ່ນຄຸນສົມບັດສິນ​ທຳ​ ແມ່ນ​ອາ​ລະ​ຍະ​ທຳ” ທີ່ແທ້ຈິງ”(18).

ທີ​ສີ່, ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ກວດກາ, ຕິດຕາມ​ກວດກາ, ສົມທົບ​ກັບ​ການ​ເສີມ​ຂະຫຍາຍ​ບົດບາດ​ຕິດຕາມກວດກາຂອງ​ອົງການ​ຂ່າວ, ສະຫະພັນ, ອົງການ​ການ​ເມືອງ-ສັງຄົມ ​ແລະ ປະຊາຊົນ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ຮັບຜິດຊອບ, ​ການເປັນ​ແບບຢ່າງດ້ານຄຸນສົມບັດປະຕິວັດ​ຂອງ​ພະນັກງານ ສະມາຊິກ​ພັກ. ຍ້ອງຍໍຊົມເຊີຍແບບຢ່າງທີ່ກ້າວໜ້າ ແລະ ແບບຢ່າງຄຸນສົມບັດແລະວິຖີຊີວິດທີ່ສ່ອງປະກາຍຢ່າງທັນທີ; ຕໍ່ສູ້ແລະປ້ອງກັນຄວາມຜິດເຂວ ແລະການກະທຳຜິດ ຢ່າງເຂັ້ມແຂງແລະມີປະສິດທິພາບ, ຈັດການກັບການກະທຳທີ່ລະເມີດຄຸນສົມບັດ ແລະ ວິຖີຊີວິດຢ່າງເຂັ້ມງວດ.

ປະສານສົມທົບຢ່າງໃກ້ຊິດລະຫວ່າງ “ການກໍ່ສ້າງ” ແລະ “ການຕ້ານ”, ໃນນັ້ນ “ການກໍ່ສ້າງ” ແມ່ນພື້ນຖານແລະຍຸດທະສາດ; “ການຕ້ານ” ແມ່ນສໍາຄັນແລະຮີບດ່ວນ. ເຊີດຊູທິດນຳ “​ເວົ້າໄປຄຽງຄູ່ກັບ​ການ​ກະທຳ”, “ຝຶກ​ຝົນຫຼໍ່ຫຼອມຕະຫຼອດຊີວິດ”, ດຳເນີນການ “ທົບທວນ​ຕົນ​ເອງ”, “ແກ້​ໄຂ​ດ້ວຍ​ຕົນ​ເອງ” ຢ່າງສະໝ່ຳສະເໝີ ​ເພື່ອ​ໃຫ້ການເປັນ​ແບບຢ່າງ​ດ້ານ​ຄຸນສົມບັດ​ປະຕິວັດ​ ​ນຳ​ມາ​ເຊິ່ງປະສິດທິ​ຜົນ​ອັນ​ໃຫຍ່​ຫຼວງ ​ໃນ​ການ​ປ່ຽນແປງໃໝ່ແບບວິທີການ​ນຳພາ​ຂອງ​ພັກ ຢ່າງແທ້ຈິງ; ຜ່ານນັ້ນ, ຍົກ​ສູງ​ກຽດ​ສັກ​ສີ ​ແລະ ຄວາມ​ສາມາດ​ນຳພາ ​ຂອງ​ຖັນແຖວພະນັກງານ ສະມາຊິກ​ພັກ ກໍ່ຄືຂອງ​ອົງການ​ຈັດ​ຕັ້ງ​ພັກ ​ຕໍ່ໜ້າ​ມະຫາຊົນ, ​ເຮັດ​ໃຫ້ການ​ເປັນ​ແບບຢ່າງກາຍ​ເປັນ​ປົກກະຕິ, ເປັນສິນທຳທີ່ຊິນເຄີຍ ແລະ ວັດທະນາ​ທຳອັນດີງາມ​ຂອງ​ພັກ ​ແລະ ທົ່ວ​ສັງຄົມ./.

------------------------------

(1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຜ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 7, ໜ້າ 54

(2) ໂຮ່ຈີມິນ: ນິພົນຄົບຊຸດ, ປຶຶ້ມທີ່ໄດ້ແນະນຳ, ເຫຼັ້ມ 11, ໜ້າ 603

(3), (4) ໂຮ່ຈີມິນ: ນິພົນຄົບຊຸດ, ປຶຶ້ມທີ່ໄດ້ແນະນຳ, ເຫຼັ້ມ 11, ໜ້າ 602, 603

(5) ໂຮ່ຈີມິນ: ນິພົນຄົບຊຸດ, ປຶຶ້ມທີ່ໄດ້ແນະນຳ, ເຫຼັ້ມ 12, ໜ້າ 402

(6) ໂຮ່ຈີມິນ: ນິພົນຄົບຊຸດ, ປຶຶ້ມທີ່ໄດ້ແນະນຳ, ເຫຼັ້ມ 11, ໜ້າ 607

(7) ໂຮ່ຈີມິນ: ນິພົນຄົບຊຸດ, ປຶຶ້ມທີ່ໄດ້ແນະນຳ, ເຫຼັ້ມ 14, ໜ້າ 468

(8) ໂຮ່ຈີມິນ: ນິພົນຄົບຊຸດ, ປຶຶ້ມທີ່ໄດ້ແນະນຳ, ເຫຼັ້ມ 5, ໜ້າ 292

(9) ແຕ່ລະປີ, ເນື່ອງໃນໂອກາດວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ, ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຫໍພິພິທະພັນໂຮ່ຈີມິນ ຈັດຕັ້ງງານວາງສະແດງ “ແບບຢ່າງທີ່ລຽບງ່າຍແຕ່ສະຫງ່າລາສີ”. ສະເພາະໃນ 5 ປີ​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 05-CT/TW, ລົງ​ວັນ​ທີ 15 ພຶດສະພາ 2016 ຂອງ​ກົມ​ການ​ເມືອງສູນກາງພັກ “ວ່າດ້ວຍ​ການ​ຊຸກຍູ້​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມແນວຄິດ ຄຸນສົມບັດ ​ແບບແຜນ​ຂອງ​ໂຮ່ຈີ​ມິນ”, ຈໍາ​ນວນ​ແບບ​ຢ່າງທີ່ດີເດັ່ນ ທີ່ໄດ້ຮັບກຽດ​ແມ່ນ 640 ກຸ່ມ​ແລະ​ບຸກ​ຄົນ​

(10)  ​ແຂວງ ຮ່າ​ຢາງ: ປະຕິບັດ​ການເປັນແບບຢ່າງ​ດ້ວຍ​ຄຳ​ຂວັນ “ຂັ້ນເທິງກ່ອນ, ຂັ້ນລຸ່ມຕາມຫຼັງ”, “​ຜູ້ມີ​ຕຳ​ແໜ່​ງສູງ, ຍິ່ງ​ຕ້ອງ​ເປັນ​ແບບຢ່າງ​ຫຼາຍ​ກວ່າ”. ແຂວງ​ລາຍ​ເຈົາ: ລົງ​ທະ​ບຽນ​ເພື່ອເປັນ​ຕົວ​ຢ່າງ 1 ​ເຖິງ 2 ສິ່ງທີ່​ສະ​ເພາະ​ຄື: 1- ການແກ້ໄຂຜ່ານຜ່າ​ຂໍ້​ຈຳກັດ, ຄວາມ​ຫຍຸ້ງຍາກ, ຂໍ້​ຂາດ​ຕົກ​ບົກພ່ອງທີ່ແກ່​ຍາວ; 2- ການບຸກທະລຸ, ການປ່ຽນແປງໃໝ່, ການປະດິດສ້າງ, ຄວາມຮີບດ່ວນ. ນະຄອນ​ຮ່າ​ໂນ້ຍ: ປະຕິບັດ​ຕາມຫຼັກຄຸນສົມບັດ​ຂອງ​ພະນັກງານ ລັດຖະກອນ ພາລະກອນ ແລະຄົນ​ງານໃນ​ບັນດາ​ອົງການຂອງ​ນະຄອນຮ່າໂນ້ຍ. ແຂວງ​ຊ໊ອກ​ຈັງ: ດຳເນີນການ “ສ້າງ 8 ປະການ ແລະຕໍ່ຕ້າງ 8 ປະການ”. ​ແຂວງ​ແຂັງຮ່ວາ: ປ່ຽນແປງໃໝ່ລະບຽບ​ ວິທີ​ເຮັດ​ວຽກ ​ດ້ວຍທິດນຳທີ່ວ່າ “​ແຂວງ​ໃກ້ຊິດຕາແສງ, ​ເມືອງໃກ້ຊິດບ້ານ, ຕາ​ແສງໃກ້ຊິດກັບແຕ່​ລະ​ຄອບຄົວ”. ແຂວງຮວ່າບິ່ງ: ກໍ່ສ້າງມາດຕະຖານຄຸນສົມບັດຕາມຈິດໃຈ “ເຄົາລົບປະຊາຊົນ, ໃກ້ຊິດກັບປະຊາຊົນ, ເຂົ້າໃຈປະຊາຊົນ, ຮຽນຮູ້ຈາກປະຊາຊົນ ແລະມີຄວາມຮັບຜິດຊອບຕໍ່ປະຊາຊົນ”, “ຮັບຟັງປະຊາຊົນ, ເວົ້າໃຫ້ປະຊາຊົນເຂົ້າໃຈ, ​ເຮັດ​ໃຫ້​ປະຊາຊົນ​ເຊື່ອ​ຖື”. ແຂວງ ​ບັກ​ຢາງ: ອອກ​ຄຳສັ່ງ​ກ່ຽວ​ກັບ​ການ​ຍົກ​ສູງ​ຄຸນ​ນະພາ​ບການທົບທວນ, ການຕິຊົມ​ຕົນ​ເອງ ​ແລະຕິຊົມ ບັນດາ​ປະກົດ​ການ​ເສື່ອມໂຊມທາງດ້ານແນວຄິດການ​ເມືອງ, ຄຸນສົມບັດ, ວິຖີ​ຊີວິດ, “ການປ່ຽນແປງ​ຕົນ​ເອງ”, “ການຫັນປ່ຽນ​ຕົນ​ເອງ” ​ໃນ​ການດຳເນີນຊີວິດ​ຂອງ​ຄະນະ​ພັກ, ໜ່ວຍພັກ.

(11) ເອກະສານກອງປະຊຸມຄັ້ງທີສີ່ ຄະນະບໍລິຫານງານສູນກາງພັກສະໄໝທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 2, ໜ້າ 228

(12) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 180

(13), (14) ເບິ່ງ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 183-184, 187

(15) ກົດລະບຽບເລກທີ 101-QD/TW, ລົງວັນທີ 7 ມິຖຸນາ 2012, ຂອງຄະນະເລຂາທີການສູນກາງພັກ “ວ່າດ້ວຍຄວາມຮັບຜິດຊອບໃນການເປັນແບບຢ່າງຂອງພະນັກງານ ສະມາຊິກພັກ, ໂດຍສະເພາະແມ່ນ ພະນັກງານຫຼັກແຫຼ່ງທຸກຂັ້ນ”; ກົດລະບຽບສະບັບເລກທີ 55-QD/TW, ລົງວັນທີ 19 ທັນວາ 2016 ຂອງກົມການເມືອງສູນກາງພັກ, “ວ່າດ້ວຍບາງສິ່ງທີ່ຕ້ອງປະຕິບັດທັນທີ ເພື່ອເພີ່ມທະວີບົດບາດເປັນແບບຢ່າງຂອງພະນັກງານ ສະມາຊິກພັກ”; ກົດລະບຽບເລກທີ 08-QDi/TW, ລົງວັນທີ 25 ຕຸລາ 2018 ຂອງຄະນະບໍລິຫານງານສູນກາງພັກ, ວ່າດ້ວຍ “ຄວາມຮັບຜິດຊອບໃນການເປັນແບບຢ່າງຂອງພະນັກງານ ສະມາຊິກພັກ, ກ່ອນອື່ນໝົດແມ່ນ ກຳມະການກົມການເມືອງສູນກາງ, ກຳມະການຄະນະເລຂາທິການສູນກາງ, ກຳມະການຄະນະບໍລິຫານງານສູນກາງພັກ”,...

(16) ມະຕິ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 4 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XI ​ແລະ XII ກ່ຽວກັບການກໍ່ສ້າງແລະປັບປຸງພັກ, ບົດສະຫຼຸບສະບັບ​ເລກທີ 21-KL/TW, ລົງ​ວັນ​ທີ 25 ຕຸລາ 2021 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ “ວ່າດ້ວຍ​ການ​ຍູ້​ແຮງ​ການ​ກໍ່ສ້າງ ​ແລະ ປັບປຸງພັກ ແລະ ​ລະບົບ​ການ​ເມືອງ​; ​ເດັດດ່ຽວ​ສະກັດ​ກັ້ນ, ຍູ້​ຖອຍ, ຈັດການ​ແກ້​ໄຂ​ຢ່າງ​ເຂັ້ມ​ງວດ​ຕໍ່​ພະນັກງານ ​ແລະ ສະມາຊິກ​ພັກ​ທີ່​ເສື່ອມ​ໂຊມ​ດ້ານແນວຄິດ​ການ​ເມືອງ ຄຸນສົມບັດ ວິຖີຊີວິດ, ມີປາກົດການ “ປ່ຽນແປງຕົນເອງ”, “​ການ​ຫັນປ່ຽນ​ຕົນ​ເອງ”” ​ແລະ ຂໍ້​ຕົກລົງ​ເລກທີ 37-QD/TW, ລົງ​ວັນ​ທີ 25 ຕຸລາ 2021 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, “ກົດລະບຽບກ່ຽວກັບສິ່ງທີ່ສະມາຊິກພັກບໍ່ໄດ້ຮັບອະນຸຍາດໃຫ້ເຮັດ”,...

(17) ໂຮ່ຈີມິນ: ນິພົນຄົບຊຸດ, ປຶຶ້ມທີ່ໄດ້ແນະນຳ, ເຫຼັ້ມ 15, ໜ້າ 98

(18) ເບິ່ງ: ນັກຂ່າວ: “ເນື້ອໃນເຕັມຄຳປາໄສຂອງທ່ານເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ທີ່ກອງປະຊຸມສະຫຼຸບ 5 ປີແຫ່ງການປະຕິບັດຄຳສັ່ງເລກທີ 05”, ໜັງສືພິມເອເລັກໂຕຮນິກຄວາມສະຫງົບປະຊາຊົນ ວັນທີ 12 ມິຖຸນາ 2021,  https://cand.com.vn/thoi-su/Toan-van-phat-bieu-cua-Tong-Bi-thu-Nguyen-Phu-Trong-tai-Hoi-nghi-so-ket-5-nam-thuc-hien-Chi-thi-so-05-i616597/

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1016 (ເດືອນມິຖຸນາ 2023)