ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດຫວຽດນາມ
ແລະບັນດາອົງການການເມືອງ-ສັງຄົມ ໃນການຕິດຕາມກວດກາ
ວຽກງານການຈັດຕັ້ງແລະພະນັກງານ

ໂດຍ ປອ. ເລ ຕ້ຽນ ເຈົາ
ກຳມະການສູນກາງພັກ, ຮອງປະທານ-ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ
13:52, 13-11-2023

ວກ. - ການຕິດຕາມກວດກາວຽກງານການຈັດຕັ້ງແລະພະນັກງານ ແມ່ນການເຄື່ອນໄຫວທີ່ສຳຄັນທີ່ສຸດ ເຊິ່ງໄດ້ຮັບການປະຕິບັດຢ່າງຕັ້ງໜ້າ ໂດຍແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການການເມືອງ-ສັງຄົມ ເພື່ອປະກອບສ່ວນກໍ່ສ້າງພັກ ແລະ ລະບົບການເມືອງ ໃຫ້ສະອາດປອດໃສ ແລະໝັ້ນຄົງເຂັ້ມແຂງ. ໃນເວລາທີ່ຈະມາເຖິງ, ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການການເມືອງ-ສັງຄົມ ຈະສືບຕໍ່ປະຕິບັດ ແລະ ພະຍາຍາມຍົກສູງປະສິດທິຜົນ ຂອງການເຄື່ອນໄຫວທີ່ສຳຄັນນີ້ ເພື່ອໃຫ້ສົມກຽດກັບທີ່ຕັ້ງ ແລະ ບົດບາດໃນພາລະກິດການປະຕິວັດຂອງຊາດ.

ສະຫາຍນາງ ເຈືອງ ທິ ມາຍ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ ແລກປ່ຽນຄວາມຄິດເຫັນກັບສະຫາຍ ໂດ້ ວັນ ຈ້ຽນ, ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາຜູ້ແທນ ໃນການເຮັດວຽກກັບຄະນະກຳມະການພັັກແນວໂຮມປະເທດຊາດຫວຽດນາມ _ພາບ: vietnamnet.vn

ເນື້ອໃນຕິດຕາມກວດກາວຽກງານການຈັດຕັ້ງແລະພະນັກງານ
ຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການການເມືອງ
-ສັງຄົມ

ແນວໂຮມປະເທດຊາດຫວຽດນາມແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ລະບົບ​ການ​ເມືອງ, ມີ​ໜ້າ​ທີ່​ເຕົ້າ​ໂຮມ, ກໍ່ສ້າງ ​ແລະ ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ມະຫາ​ສາມັກຄີປວງຊົນ​ຊາດ; ປະຕິບັດປະຊາທິປະໄຕ ແລະ ເພີ່ມທະວີຄວາມເຫັນດີເຫັນພ້ອມທາງສັງຄົມ; ເປັນ​ຕົວ​ແທນ​ທີ່​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທໍາ​ ຖືກກົດໝາຍຂອງ​ປະ​ຊາ​ຊົນ; ຕິດຕາມກວດກາແລະວິພາກວິຈານສັງຄົມ; ເຂົ້າຮ່ວມການກໍ່ສ້າງພັກ, ລັດ ແລະ ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​​ປະຊາຊົນ ​ປະກອບສ່ວນ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ; ປະກອບສ່ວນສ້າງຄວາມເຫັນດີເຫັນພ້ອມທາງສັງຄົມ ແລະ ເຊື່ອມໂຍງລະຫວ່າງພັກ, ລັດກັບປະຊາຊົນ.

ໂດຍຊາບຊຶມຄຳສັ່ງສອນຂອງປະທານໂຮ່ຈີມິນທີ່ວ່າພະນັກງານແມ່ນກົກຮາກຂອງວຽກງານທັງໝົດ ດັ່ງນັ້ນ ພັກກອມມູນິດຫວຽດນາມ ຈຶ່ງ​ໄດ້​ອອກ​ເອກະສານ​ການ​ນຳ​ແລະຊີ້ນຳ​ຫຼາຍ​ສະບັບ ​ກ່ຽວ​ກັບ​ວຽກ​ງານ​ພະນັກງານ; ໃນນັ້ນ, ມີ​ເອກະສານ​ຫຼາຍ​ສະບັບ​ມອບ​ໃຫ້​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ​ແລະ ບັນດາ​ອົງການ​ການ​ເມືອງ-​ສັງຄົມ ​ເຂົ້າ​ຮ່ວມການຕິດຕາມກວດກາວຽກ​ງານ​ພະນັກງານ. ຈຸດ​ທີ່​ໜ້າ​ສັງ​ເກດ​ແມ່ນ ​ໃນ​ເອກະສານ​ເຫຼົ່າ​ນີ້ ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມການເມືອງສູນກາງ, ຄະນະເລຂາທິການສູນກາງ ໄດ້ກຳນົດບົດບາດສຳຄັນຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການການເມືອງ-ສັງຄົມ ໃນການຕິດຕາມກວດກາວຽກງານພະນັກງານ. ຄະນະ​ປະຈຳ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ (ຄະນະປະຈຳ) ໄດ້ປະສານສົມທົບກັບບັນດາອົງການການເມືອງ-ສັງຄົມ ເພື່ອອອກໂຄງການປະສານງານເລກທີ 30/CTPH-MTTW-TCTV, ລົງວັນທີ່ 30 ຕຸລາ 2018, “ກ່ຽວ​ກັບ​ການປະສານງານການ​ຕິດຕາມ​ກວດກາ ​ແລະ ການວິຈານສັງຄົມ ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ, ບັນດາ​ອົງການ​ການ​ເມືອງ-ສັງຄົມ ແລະ ປະຊາຊົນ​ ຕາມ​ມະຕິ​ກອງ​ປະຊຸມ​ຄັ້ງ​ທີ 7 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຊຸດທີ XII”.  

ໂຄງການປະສານງານໄດ້​ກຳນົດ​ຢ່າງ​ຈະ​ແຈ້ງເຖິງ ​ບັນດາ​ບັນຫາ​ທີ່ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການການເມືອງ-ສັງຄົມ ຈະສຸມໃສ່ຕິດຕາມກວດກາເຊັ່ນ: ຕິດຕາມກວດກາການຜັນຂະຫຍາຍປະຕິບັດກົດລະບຽບຂອງພັກ ແລະ ກົດໝາຍຂອງລັດກ່ຽວກັບວຽກງານພະນັກງານ; ຕິດຕາມກວດກາການປ່ຽນແປງໃໝ່, ກາຍົກສູງຄຸນນະພາບແລະປະສິດທິຜົນວຽກງານພະນັກງານ; ຕິດຕາມກວດກາການຜັນຂະຫຍາຍການກໍ່ສ້າງຖັນແຖວພະນັກງານທຸກຂັ້ນ ທີ່ມີຄຸນສົມບັດ, ຄວາມສາມາດ, ຊື່ສຽງພຽງພໍ ແລະ ຕອບສະໜອງຄວາມຕ້ອງການໃນໄລຍະໃໝ່; ການປະຕິບັດມາດຕະຖານ, ຂະບວນການ, ຂັ້ນຕອນແລະບັນທຶກບຸກຄະລາກອນ ຢ່າງເປີດເຜີຍແລະໂປ່ງໃສ; ສະໜອງຂໍ້ມູນ, ແລກປ່ຽນຂໍ້ມູນ ແລະ ອະທິບາຍງາຍງານເມື່ອຈຳເປັນ; ຕິດຕາມກວດກາ, ກວດ​ສອບ, ​ແນະນຳໃຫ້ຈັດການແກ້ໄຂຂໍ້ສະເໜີແນະ​ຈາກ​ບັນດາ​ອົງການ, ບຸກຄົນ ​ແລະ ສື່​ມວນ​ຊົນ ກ່ຽວກັບ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ກັບຖັນແຖວ​ພະນັກງານ ແລະວຽກງານພະນັກງານ ຢ່າງທັນທ່ວງທີ; ຕິດຕາມກວດກາປະກົດ​ການຊຸດ​ໂຊມ​ດ້ານ​ຈັນຍາບັນ ​ແລະ ວິຖີຊີວິດ​ຂອງ​ພະນັກງານ ​ທີ່​ໄດ້​ລະບຸ​ໄວ້​ໃນ​ມະຕິ​ກອງ​ປະຊຸມສູນກາງພັກ​ຄັ້ງ​ທີ 4 ສະໄໝທີ XII ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ກໍ່ສ້າງ ​ແລະ ປັບປຸງ​ພັກ; ຕິດຕາມກວດກາການ​ປະຕິບັດ​ຈັນຍາ​ບັນ​ການ​ບໍລິການ​ສາທາລະນະ ​ແລະ ມາດຕະຖານ​ຈັນຍາ​ບັນ​ວິຊາ​ຊີບ ​ຂອງ​ຜູ້​ນຳ, ພະນັກງານ​ຫຼັກ​ແຫຼ່ງ, ພະນັກງານ ​ແລະ ສະມາຊິກ​ພັກ.  

ສາມເນື້ອໃນທີ່ຕ້ອງສຸມໃສ່ຕິດຕາມກວດກາຄື: 

ທີໜຶ່ງຕິດຕາມກວດກາການປະຕິບັດກົດລະບຽບກ່ຽວກັບວຽກງານພະນັກງານ; ໃນນັ້ນ, ສຸມ​ໃສ່​ການຕິດຕາມກວດກາວຽກ​ງານ​ນຳພາ ​ແລະ ຊີ້​ນຳ​ປະຕິບັດ​ລະບຽບ​ການ​ກໍ່ສ້າງຖັນແຖວ​ພະນັກງານ. ຕິດຕາມກວດກາການເຜີຍແຜ່ ແລະ ຈັດຕັ້ງປະຕິບັດຂະບວນການທຸກຂັ້ນຕອນ ໃນການຄຸ້ມຄອງພະນັກງານເຊັ່ນ ການຄັດເລືອກ, ການຈັດວາງ, ການມອບໝາຍ, ການຍົກຍ້າຍ, ການໝູນວຽນພະນັກງານ ແລະ ການແບ່ງຂັ້ນຄຸ້ມຄອງພະນັກງານ; ການປະເມີນພະນັກງານ; ການວາງແຜນ, ການຝຶກອົບຮົມ ແລະ ການບຳລຸງສ້າງພະນັກງານ; ການແຕ່ງຕັ້ງ, ການແນະນຳພະນັກງານສະໝັກຮັບເລືອກຕັ້ງ; ການຍົກເລີກຕຳແໜ່ງພະນັກງານ; ການຍ້ອງຍໍໃຫ້ລາງວັນ, ການປະຕິບັດວິໄນຕໍ່ພະນັກງານ; ການປະຕິບັດລະບອບ ແລະ ນະໂຍບາຍພະນັກງານ; ການກວດກາ, ຕິດຕາມກວດກາວຽກງານພະນັກງານ; ການແກ້ໄຂ​ຄຳ​ຮ້ອງ​ຮຽນ ​ແລະ ການ​ປະນາມກ່ຽວກັບ​ວຽກ​ງານ​ພະນັກງານ ​ແລະ ພະນັກງານ.    

 ການຕິດຕາມກວດກາການ​ປະຕິບັດ​ຕາມມາດຕະຖານ, ຂະ​ບວນການ, ຂັ້ນຕອນ​ແລະບັນທຶກ​ບຸກຄະລາ​ກອນຜູ້ນຳໃນແຕ່ລະຂັ້ນ ຢ່າງເປີດເຜີຍ​ແລະ​ໂປ່​ງ​ໃສ ​ຕາມ​ລະບຽບ; ການສະໜອງຂໍ້ມູນ, ການແລກປ່ຽນຂໍ້ມູນ ແລະ ການອະທິບາຍລາຍງານເມື່ອຈຳເປັນ; ຄວາມຮັບຜິດຊອບຂອງໝູ່ຄະນະ, ບຸກຄົນ, ໂດຍສະເພາະ ຄວາມຮັບຜິດຊອບຂອງຜູ້ນຳໃນວຽກງານພະນັກງານ.

ອີງ​ຕາມ​ສະ​ພາບ​ການ​ແລະ​ຄວາມ​ຕ້ອງ​ການຕົວ​ຈິງ​, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມທຸກຂັ້ນ ຈະເປັນເຈົ້າການໃນການຄັດເລືອກເນື້ອໃນຕິດຕາມກວດກາ ໃຫ້ສອດຄ່ອງກັບແຕ່ລະໄລຍະເວລາສະເພາະ; ສັງເຄາະແລະສະທ້ອນຄວາມຄິດເຫັນຂອງປະຊາຊົນ ແລະຜູ້ມີຊື່ສຽງ ກ່ຽວກັບວຽກງານພະນັກງານ ໄປໃຫ້ຄະນະພັກແລະໜ່ວຍງານລັດຖະການ ຢ່າງສະໝ່ຳສະເໝີ, ເປັນໄລຍະໆ ຫຼືບໍ່ເປັນປົກກະຕິ, ໂດຍສະເພາະ ການສ້າງຖັນແຖວພະນັກງານຫຼັກແຫຼ່ງທຸກຂັ້ນ (ຫົວໜ້າແລະຮອງຫົວໜ້າຄະນະພັກ, ອຳນາດການປົກຄອງ).   

ທີສອງຕິດຕາມກວດກາການຈັດຕັ້ງປະຕິບັດກົດລະບຽບວ່າດ້ວຍການຄວບຄຸມອຳນາດໃນວຽກງານພະນັກງານ ແລະ ຕ້ານການວິ້ງເຕັ້ນຫາຕຳແໜ່ງ ການວິ້ງເຕັ້ນຫາອຳນາດ ຕາມກົດລະບຽບເລກທີ 205-QD/TW, ລົງວັນທີ 23 ກັນຍາ 2019 ຂອງກົມການເມືອງສູນກາງພັກ. ຕາມ​ນັ້ນ​, ໜັງສືວຽນໝາຍ​ເລກ 10/TT-MTTW-BTT ລະບຸທິດ​ທາງຢ່າງຊັດເຈນ​ ໃຫ້​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ​ແລະ ບັນດາ​ອົງການ​ການ​ເມືອງ-​ສັງຄົມ​ທຸກ​ຂັ້ນ ເປັນເຈົ້າການໃນການຕິດຕາມ​ກວດກາ ​ແລະ ກຳແໜ້ນ​ສະພາບ​ການ​ປະຕິບັດ​ລະບຽບ​ດັ່ງກ່າວ. ການເຄື່ອນໄຫວຕົ້ນຕໍແມ່ນ ຮັບຟັງຄວາມເຫັນຂອງປະຊາຊົນ; ສ່ອງແສນແລະສະໜອງຂໍ້ມູນແກ່ຄະນະພັກ ແລະໜ່ວຍງານລັດຖະການ ໃນກໍລະນີທີ່ພະນັກງານຂາດມາດຕະຖານ, ເງື່ອນໄຂ ແລະ ບໍ່ສັດຊື່; ມີ​ສັນຍານຂອງການ​ສວຍ​ໃຊ້​ຕຳ​ແໜ່​ງ ​ແລະ ​ອຳນາດ​ທີ່​ລະ​ເມີດ​ຫຼັກການ ​ແລະ ລະບຽບ​ການ​ ໃນ​ວຽກ​ງານພະນັກງານ; ມີປະກົດການທາງລົບ, ມີພຶດຕິກຳວິ້ງເຕັ້ນຫາຕຳແໜ່ງ ຫາອຳນາດ, ປົກປິດ ສະໜັບສະໜຸນການວິ້ງເຕັ້ນຫາຕຳແໜ່ງ ຫາອຳນາດ. ຕິດຕາມກວດກາການຈັດຕັ້ງປະຕິບັດຂໍ້ສະຫຼຸບການກວດກາ ກວດສອບ ຂອງໜ່ວຍງານທີ່ມີອຳນາດກ່ຽວ​ກັບ​ພະນັກງານ, ສະມາຊິກ​ພັກ ​ແລະ ວຽກ​ງານ​ພະນັກງານ; ຕິດຕາມກວດກາການປະຕິບັດໜ້າທີ່ ຄວາມຮັບຜິດຊອບ ແລະ ຂອບເຂດອຳນາດທີ່ໄດ້ຮັບມອບໝາຍ ສຳລັບພະນັກງານ ແລະສະມາຊິກພັກ ໃນວຽກງານກໍ່ສ້າງຖັນແຖວພະນັກງານ.

ທີສາມ, ຕິດຕາມກວດກາການປະຕິບັດຄວາມຮັບຜິດຊອບຂອງຄະນະພັກ ແລະ ອຳນາດການປົກຄອງ ໃນການນຳພາ ສ້າງເງື່ອນໄຂໃຫ້ແນວໂຮມປະເທດຊາດຫວຽດນາມ, ບັນດາອົງການການເມືອງ-ສັງຄົມ ແລະ ປະຊາຊົນ ດຳເນີນການປະກອບຄວາມເຫັນ, ຕິດຕາມພະນັກງານ ສະມາຊິກພັກ ແລະ ວຽກງານພະນັກງານ. ໜັງສືວຽນໝາຍ​ເລກ 10/TT-MTTW-BTT ສຸມໃສ່ການຕິດຕາມກວດກາວຽກງານການນຳພາ ຊີ້ນຳ​ການຈັດ​ຕັ້ງ​ປະຕິບັດ​ຂໍ້​ກຳນົດ​ຈຳນວນໜຶ່ງ ຂອງ​ກົມ​ການ​ເມືອງສູນການ, ຄະນະ​ເລຂາທິການສູນກາງພັກ(1) ແລະ ກົດລະບຽບທີ່ກ່ຽວຂ້ອງກັບການປະຕິບັດຕາມຄວາມຄິດເຫັນ, ຕິດຕາມກວດກາຖັນແຖວພະນັກງານ ສະມາຊິກພັກ ແລະ ວຽກງານພະນັກງານຂອງແນວໂຮມປະເທດຊາດຫວຽດນາມ, ບັນດາອົງການການເມືອງ-ສັງຄົມ ແລະປະຊາຊົນໃນທ້ອງຖິ່ນ.

ຜົນໄດ້ຮັບທີ່ໂດດເດັ່ນ ແລະ ຂໍ້ຈໍາກັດບາງຢ່າງ ໃນການຕິດຕາມກວດກາ
ວຽກງານການຈັດຕັ້ງແລະພະນັກງານ ໃນເວລາທີ່ຜ່ານມາ

ທີໜຶ່ງ, ໃນການຕິດຕາມກວດກາການຜັນຂະຫຍາຍ, ການແນະນຳ, ການຈັດຕັ້ງປະຕິບັດກົດ​ລະບຽບ​ຂອງ​ພັກ​ກ່ຽວ​ກັບ​ວຽກ​ງານພະນັກງານ: ອອກເອກະສານແນະນຳການປະຕິບັດວຽກງານພະນັກງານໂດຍທັນທີ ເພື່ອນຳພາການຊາບຊຶມ ແລະຈັດຕັ້ງປະຕິບັດຢ່າງເຄັ່ງຄັດ ໃນທ້ອງຖິ່ນແລະຮາກຖານ. ລະບົບເອກະສານແນະນຳມີຄວາມເຂັ້ມງວດ ແລະຄົບຊຸດພໍຄວນ; ມີວິທີການໃໝ່ໆທີ່ສອດຄ່ອງກັບພຶດຕິກຳຕົວຈິງ ເຊິ່ງຕິດ​ພັນ​ກັບ​ຂະ​ບວນ​ການຈັດຫາ​ພະ​ນັກ​ງານທີ່ເປັນ​ປະ​ຊາ​ທິ​ປະ​ໄຕ​, ເປີດ​ເຜີຍ ​ແລະ ​ໂປ່ງ​ໃສ​. ພະນັກງານທີ່ໄດ້ຮັບການແຕ່ງຕັ້ງ ຫຼືເລື່ອນຊັ້ນ ລ້ວນແຕ່ສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ, ໄດ້ຮັບຄວາມເຫັນດີເຫັນພ້ອມ ແລະການສະໜັບສະໜູນຈາກພະນັກງານ, ສະມາຊິກພັກ ແລະ ປະຊາຊົນ. ຄຽງ​ຄູ່​ກັບ​ການ​ປະຕິບັດ​ລະບຽບ​ການ​ຂອງ​ສູນ​ກາງວ່າດ້ວຍ​ວຽກ​ງານການຈັດຕັ້ງແລະ​ພະນັກງານ, ບັນດາທ້ອງ​ຖິ່ນ​ໄດ້ພັດທະນາ​ໂຄງການສ້າງຖັນແຖວ​ພະນັກງານ ​ໃຫ້ໄດ້ຕາມ​ເງື່ອນ​ໄຂ, ມາດຕະຖານ, ຄຸນ​ນະພາ​ບ, ຄວາມ​ສາມາດ ​ແລະ ກຽດ​ສັກ​ສີ, ທຽບເທົ່າກັບ​ໜ້າທີ່​ຮອດ​ປີ 2030 ​ແລະຊຸມ​ປີ​ຕໍ່​ໆໄປ. ໃນສ່ວນຂອງການຈັດ​ຕັ້ງ​ປະຕິບັດກົດ​ລະບຽບຂອງ​ສູນ​ກາງ​ກ່ຽວ​ກັບ​ພະນັກງານ, ສະມາຊິກ​ພັກ ​ແລະ ວຽກງານພະນັກງານທີ່ກ່ຽວຂ້ອງກັບບົດບາດຂອງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ, ​ຄະນະ​ພັກ​ທຸກ​ຂັ້ນ​ກໍ່​ໄດ້​ອອກ​ຄຳ​ສັ່ງ, ຂໍ້ກຳນົດ ​ແລະ ​ແຜນການ​ປະຈຳ​ປີ ​ເພື່ອ​ຊີ້​ນຳ​ໃຫ້ບັນດາໜ່ວຍງານ​ປະຕິບັດ​ຢ່າງ​ຄົບ​ຖ້ວນ ​ແລະ ທັນ​ການ(2)

ທີສອງ, ຜ່ານການຕິດຕາມກວດກາການປະຕິບັດກົດລະບຽບວ່າດ້ວຍການ​ຮັບ​ສະ​ໝັກ​ລັດ​ຖະ​ກອນ, ພະ​ນັກ​ງານຂອງລັດແລະແຮງ​ງານ ​ຕາມ​ລັດ​ຖະ​ດຳ​ລັດເລກ​ທີ 68/2000/ND-CP ສະ​ແດງ​ໃຫ້​ເຫັນ​ວ່າ ການ​ຮັບ​ສະໝັກ​ໂດຍ​ພື້ນຖານ​ຕາມ​ຂະ​ບວນການ,​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ​ວ່າ​ດ້ວຍ​ພະນັກງານ ​ລັດຖະກອນ ​ປີ 2008, ກົດໝາຍ​ວ່າ​ດ້ວຍລັດຖະກອນ​ປີ 2010; ບັນດາດຳລັດຂອງລັດຖະບານຄວບຄຸມການຮັບສະໝັກ ການບັນຈຸ, ນຳໃຊ້ ແລະ ຄຸ້ມຄອງລັດຖະກອນແລະພາລະກອນ; ກ່ຽວກັບນະໂຍບາຍການດຶງດູດພະນັກງານ, ການສ້າງແຫຼ່ງພະນັກງານຈາກຜູ້ສຳເລັດການສຶກສາທີ່ດີເລີດ, ພະນັກງານວິທະຍາສາດໜູ່ມນ້ອຍ ແລະອື່ນໆ. ການຈັດຕັ້ງປະຕິບັດຂັ້ນຕອນການຮັບສະໝັກລັດຖະກອນ ແລະ ພາລະກອນ ຜ່ານການສອບເສັງແລະການກວດຮັບ ໂດຍພື້ນຖານແມ່ນຕາມມາດຕະຖານແລະລະບຽບການ. ການກວດຮັບສະໝັກພະນັກງານ ​ລັດຖະກອນໄດ້ດຳເນີນການ​ຢ່າງເຂັ້ມງວດ, ຮັບປະກັນ​​ຂັ້ນຕອນ ​ແລະ ມາດຕະຖານ, ໃຫ້ຄວາມສຳຄັນກັບຜູ້ໄດ້ຮັບບຸລິມະສິດເຊັ່ນ: ຄອບຄົວ​ນະ​ໂຍບາຍ, ຄອບຄົວ​ທຸກ​ຍາກ, ພະນັກງານ​ຍິງ, ພະນັກງານ​ໜຸ່ມ ​ທີ່​ມີ​ຜົນການຮຽນ​ດີ​ເດັ່ນ ແລະອື່ນໆ; ການຮັບສະໝັກຖືກຕ້ອງຕາມຕຳແໜ່ງງານ ແລະ ຖືກຕາມວິຊາ​ຊີບທີ່ໄດ້ຮັບການຝຶກອົບຮົມ ກໍຄືຄວາມຕ້ອງການຂອງວຽກງານ, ​ແນ​ໃສ່​ສ້າງ​ຖັນ​ແຖວ​ພະນັກງານ-ລັດຖະກອນ​ໜຸ່ມ​ທີ່ນັບ​ມື້​ນັບ​ມີ​ຄຸນ​ນະພາ​ບ ​ແລະ ຄວາມ​ສາມາດ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສະພາບ​ການ​ໃໝ່. ມຸ່ງເປົ້າໝາຍສ້າງຖັນແຖວລັດຖະກອນ ພາລະກອນໜຸ່ມນ້ອຍ ທີ່ມີ​ຄຸນ​ນະພາ​ບ ​ແລະ ຄວາມ​ສາມາດເພີ່ມຂຶ້ນ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສະພາບ​ການ​ໃໝ່. 

ທີສາມໃນການຕິດຕາມກວດກາລະບຽບການແຕ່ງຕັ້ງພະນັກງານ: ຜົນ​ການ​ຕິດຕາມ​ກວດກາ​ໃນ​ປີ 2020 ​ໃຫ້​ເຫັນ​ວ່າ, ອົງການ​​ຂັ້ນ​ແຂວງ​ໄດ້​ແຕ່ງ​ຕັ້ງບຸກຄະລະກອນ​ເຂົ້າ​ດຳລົງ​ຕຳ​ແໜ່​ງບໍລິຫານແລ້ວ 4.581 ຄົນ, ລວມມີຜູ້ໄດ້ຮັບການແຕ່ງຕັ້ງຄັ້ງທຳອິດ 3.086 ຄົນ ​ແລະ​ແຕ່ງ​ຕັ້ງຄືນໃໝ່ 1.495 ຄົນ. ອົງ​ການ​ຂັ້ນ​ເມືອງ​ໄດ້​ແຕ່ງ​ຕັ້ງຕຳແໜ່ງຜູ້ບໍລິຫານ ແລະ ແຕ່ງ​ຕັ້ງ​ຄືນ​ໃໝ່​ໃຫ້ 13.381 ຄົນ. ອົງ​ການ​ຂັ້ນ​ເມືອງ​ໄດ້​ແຕ່ງ​ຕັ້ງພະນັກງານ 6.797 ຄົນ. ວຽກງານການແຕ່ງຕັ້ງພະນັກງານຂອງທ້ອງຖິ່ນ ​ໂດຍ​ພື້ນຖານ​ແມ່ນ​ດຳ​ເນີນ​ໄປ​ຕາມຂັ້ນຕອນ ແລະ ​ລະບຽບ​ການ, ຮັບປະກັນ​ປະຊາທິປະ​ໄຕ, ​ເປີດ​ເຜີຍ, ​ໂປ່​ງ​ໃສ, ເຂັ້ມ​ງວດ, ຮອບຄອບ​, ​ຈຳກັດສຸດຂີດ​ສະພາບ​ການວິ້ງເຕັ້ນຫາ​ຕຳ​ແໜ່​ງ ຫາອຳນາດ, ສ້າງ​ສະພາບ​ແວດ​ລ້ອມ​ໃຫ້​ພະນັກງານ​ໄດ້ຝຶກຝົນ, ປະກອບສ່ວນ ​ແລະ ​ເຕີບ​ໂຕ. ຂະບວນການແຕ່ງຕັ້ງພະນັກງານໄດ້​ປະ​ຕິ​ບັດ​ຕາມຂໍ້ກຳນົດ​ຂອງ​ກົມ​ການ​ເມືອງສູນກາງພັກ​ວ່າ​ດ້ວຍ​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ພະນັກງານ ແລະ ການ​ແຕ່ງ​ຕັ້ງ ແນະ​ນຳ​​ພະ​ນັກ​ງານໃຫ້ດຳລົງຕຳແໜ່ງ, ຮັບ​ປະ​ກັນ​ມາດ​ຕະ​ຖານ ແລະເງື່ອນ​ໄຂ​ທີ່​ຖືກ​ຕ້ອງ​ຂອງພະນັກງານ ທັງໃນດ້ານ​ມາດ​ຕະ​ຖານຕຳແໜ່ງ ແລະ ມາດ​ຕະ​ຖານ​ການ​ປະ​ເມີນ​ພະ​ນັກ​ງານ; ຖັນແຖວພະນັກງານທີ່ໄດ້ຮັບການແຕ່ງຕັ້ງ, ເລື່ອນຊັ້ນ ແລະ ສະເໜີຊື່ຜູ້ສະໝັກນັ້ນ ໂດຍພື້ນຖານແລ້ວມີຄຸນສົມບັດຕາມຄວາມຕ້ອງການວຽກງານ. ສິ່ງສຳຄັນຄື, ບັນດາ​ຂະ​ບວນການ​ນັ້ນ​ຮັບປະກັນ​ຄວາມຕ້ອງການ​ຂອງການແບ່ງຂັ້ນແລະກະຈາຍອຳນາດ, ໄດ້ຮັບການ​ປະຕິບັດ​ຢ່າງ​ເຂັ້ມ​ງວດ ​ແລະ ກວດສອບ​ຢ່າງຮອບຄອບ​ໃນ​ແຕ່ລະ​ກໍລະນີ.

ໃນຂະບວນການຕິດຕາມກວດກາ, ເມື່ອ​ພົບ​ເຫັນ​​ຂໍ້​ບົກ​ຜ່ອງ, ບັນຫາທີ່​ບໍ່ຊັດເຈນ, ບັນດາ​ໜ່ວຍງານສະເພາະ ຂອງອົງການ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ​ທຸກ​ຂັ້ນ ​ໄດ້​ປຶກສາ​ຫາລື​ຢ່າງ​ທັນ​ການ​ກັບ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​​​ທ້ອງ​ຖິ່ນ ເພື່ອ​ຂໍຂໍ້​ມູນ​ເພີ່ມ​ເຕີມ(3), ສະເໜີໃຫ້ອະທິບາຍລາຍງານແຕ່ລະກໍລະນີ ແລະ ຖອດຖອນບົດຮຽນໃນອະນາຄົດ. ​ໃນ​ກໍລະນີ​ທີ່​ພະນັກງານ​ສະ​ແດງ​ອາການຝ່າຝືນ​ເງື່ອນ​ໄຂ, ມາດຕະຖານ ​ແລະ ຂັ້ນຕອນ​ການ​ແຕ່ງ​ຕັ້ງ, ຄະນະ​ປະຈຳ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ທຸກ​ຂັ້ນ ​ໄດ້​ອອກ​ຈົດໝາຍທາງການ​ໂດຍທັນທີ ​ເພື່ອ​ຮຽກ​ຮ້ອງ​ໃຫ້​ຄະ​ນະ​ພັກ​ທ້ອງ​ຖິ່ນ​ກວດສອບ ​ແລະ​ຈັດການ​ຕາມ​ລະ​ບຽບ​ການ(4).     

ທີສີ່, ກ່ຽວ​ກັບ​ການ​ປ່ຽນ​​ຕໍາ​ແໜ່ງ​ງານ​: ​ໂດຍ​ທົ່ວ​ໄປ, ການ​ປ່ຽນ​ຕຳແໜ່ງ​ງານແມ່ນຮັບປະກັນ​ການປະຕິບັດຕາມ​ຂະ​ບວນການ ແລະຂັ້ນຕອນທີ່ວາງໄວ້, ປະກອບສ່ວນ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການປ້ອງກັນແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ດ້ານຕັ້ງໜ້າຂອງການປ່ຽນຕຳແໜ່ງງານ ແມ່ນຊ່ວຍໃຫ້ລັດຖະກອນ ພາລະກອນຫຼາຍຄົນມີເງື່ອນໄຂຝຶກຝົນຄວາມກ້າຫານ, ເພີ່ມຄວາມຮູ້ສຶກຮັບຜິດຊອບ, ຍົກ​ສູງຂີດ​ຄວາມ​ສາ​ມາດ, ປັບປຸງຄວາມ​ສາ​ມາດ​ປັບຕົວ ແລະ ເຂົ້າໃຈ​ພື້ນ​ທີ່​ແລະເປົ້າໝາຍ​ຂອງ​ການ​ຄຸ້ມ​ຄອງ; ຈາກ​ນັ້ນ, ໃຫ້ແນະນຳ​ກ່ຽວກັບວິທີ​ແກ້​ໄຂ​ໃນ​ການຈັດ​ຕັ້ງຜັນຂະຫຍາຍ ​ແລະ ປະຕິບັດ​ວຽກ​ງານ​ວິຊາ​ຊີບ​ໃຫ້​ມີ​ປະສິດທິ​ຜົນ​ດີ. ພະນັກງານ​ລັດຖະກອນ​ຫຼາຍ​ຄົນ​ສະ​ແດງ​ຄວາມເຕັມໃຈທີ່ຈະຮັບ​ງານ​ໃໝ່ ​ແລະ ​ເຊື່ອ​ຟັງຄຳສັ່ງ​ຂອງ​ອົງການ​ຢ່າງ​ເຕັມທີ່. ການປ່ຽນຕໍາແໜ່ງງານປະກອບສ່ວນຈໍາກັດສະຖານະການປິດ, ພາກສ່ວນນິຍົມ ແລະ ຄວາມຫຍໍ້ທໍ້ ໃນການປະຕິບັດຫນ້າທີ່ສາທາລະນະ.

ທີຫ້າ, ຜົນ​ການ​ຕິດຕາມ​ກວດກາ​ການ​ປະກາດ ​ແລະ ການ​ເປີດ​ເຜີຍ​ຊັບ​ສິນ​ຂອງ​ພະນັກງານ, ລັດຖະກອນ ​ຂອງ​​ຄະນະ​ພັກ, ອົງການ​ຈັດ​ຕັ້ງ​ຮາກ​ຖານ​ຂອງພັກແລະ​ລັດແລະ ອົງການ​ບໍລິຫານ​ລັດ​ທຸກ​ຂັ້ນ ​ສະ​ແດງ​ໃຫ້​ເຫັນ​ວ່າ ໃນ​ປີ 2020, ຢູ່​ຂັ້ນ​ແຂວງ, ຈຳນວນຜູ້ມີໜ້າທີ່ຕ້ອງແຈ້ງຊັບສິນ ແລະ ລາຍໄດ້ຄັ້ງທໍາອິດ ມີ 447.910 ຄົນ, ໂດຍຈໍານວນຜູ້ເຂົ້າແຈ້ງຊັບສິນຄັ້ງທໍາອິດ ມີ 447.579 ຄົນ (ບັນລຸ 99.9%). ຢູ່ຂັ້ນເມືອງ, ຈຳນວນຜູ້ມີໜ້າທີ່ຕ້ອງແຈ້ງຊັບສິນ ແລະ ລາຍໄດ້ຄັ້ງທໍາອິດ ມີ 182.795 ຄົນ, ໂດຍຈໍານວນຜູ້ເຂົ້າແຈ້ງຊັບສິນຄັ້ງທໍາອິດ ມີ 181.478 ຄົນ (ບັນລຸ 99,3%). 

ການ​ປະກາດ​ເປີດເຜີຍຊັບ​ສິນຂອງພະນັກງານດ້ວຍຮູບແບບຕິດປະກາດ​ຢູ່​ບ່ອນ​ເຮັດ​ວຽກ​ຂອງ​ພະນັກງານ ຫລື​ເຜີຍ​ແຜ່​ໃບ​ປະກາດ​ຊັບສິນໃນ​ທີ່​ປະຊຸມ ໄດ້​ປະຕິບັດ​ຕາມ​ລະບຽບ​ການ. ບັນທຶກທີ່ເກັບຖາວອນໄດ້ຮັບການຈັດຂຶ້ນຕາມຂໍ້ບັງຄັບ; ບັນຊີລາຍຊື່ຂອງຜູ້ມີໜ້າທີ່ຕ້ອງແຈ້ງຊັບສິນ ແລະ ລາຍຮັບຄັ້ງທໍາອິດ, ການກະກຽມຢ່າງເຕັມສ່ວນການປະກາດຊັບສິນຂອງຜູ້ປະກາດ; ໃບ​ປະກາດ​ຊັບສິນຂອງຜູ້ມີໜ້າທີ່ຕ້ອງແຈ້ງນັ້ນ ໄດ້ຈັດກຽມໄວ້ຢ່າງຄົບຖ້ວນ; ການສົ່ງມອບແລະຮັບໃບປະກາດຊັບສິນ ໄດ້ປະຕິບັດຢ່າງຈິງຈັງ; ບົດບັນທຶກ​ການຕິດໃບ​ປະກາດ​ຊັບ​ສິນ​ແລະລາຍ​ໄດ້ຂອງພະນັກງານ​ ຂອງ​ແຕ່ລະ​ອົງການ, ໜ່ວຍງານ ​ໄດ້​ປະຕິບັດ​ຢ່າງ​ເຂັ້ມ​ງວດ. ຜົນຂອງ​ການ​ປະຕິບັດ​ການ​ຄວບ​ຄຸມ​ຊັບ​ສິນ ​ແລະ ລາຍ​ໄດ້ ​ຖືກ​ລາຍ​ງານ​ຕໍ່ອົງການທີ່ມີອຳນາດຕາມກົດ​ລະບຽບ.

ທີຫົກ​ໃນ​ການ​ເລືອກ​ຕັ້ງ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ​ແລະ ຜູ້​ແທນ​ສະພາ​ປະຊາຊົນທຸກ​ຂັ້ນ, ມາດຕະຖານ​ໜຶ່ງ​ທີ່​ໄດ້​ເນັ້ນ​ໜັກ​ ປຶກສາ​ຫາລື ​ແລະ ພິຈາລະນາ​ຢ່າງຮອບຄອບຄື: ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຕ້ອງ​ເປັນ​ແບບຢ່າງ​ໃນ​ການ​ປະຕິບັດ​ກົດໝາຍ, ​ເດັດດ່ຽວ​ຕໍ່ສູ້​ຕ້ານ​ກັບ​ທຸກ​ປະກົດ​ການ​ຫຍໍ້​ທໍ້ອາດຍາສິດ, ຄວາມ​ຈອງຫອງ, ການລ່ວງອຳນາດ, ການສໍ້ລາດບັງຫຼວງ ແລະ ການລະເມີດກົດໝາຍ. ຂະ​ບວນ​ການ​ປຶກ​ສາ​ຫາ​ລື​ເພື່ອ​ຄັດ​ເລືອກ ແລະ ແນະ​ນຳ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ ໄດ້ຮັບການປະຕິບັດຕາມຢ່າງຖີ່ຖ້ວນ ໂດຍ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ທຸກ​ຂັ້ນ. ອົງການແນວໂຮມປະເທດຊາດໄດ້ຄັດເລືອກແລະແນະນຳຜູ້ສະໝັກຮັບເລືອກ ຖືກຕາມໂຄງສ້າງ, ອົງປະກອບ ແລະ ປະລິມານ, ບໍ່ບັນຈຸຢູ່ໃນບັນຊີລາຍຊື່ຜູ້ສະໝັກທີ່ມີສັນຍານສໍ້ລາດບັງຫຼວງ, ບໍ່ຊື່ສັດໃນການປະກາດຊັບສິນ ຫຼື ລະເມີດກົດໝາຍການເລືອກຕັ້ງ. ສຳລັບ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ຫຼືຜູ້​ແທນ​ສະພາ​ປະຊາຊົນ, ​ພາຍຫຼັງ​ທີ່ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ​ໄດ້ຈັດ​ການສຳຫຼວດຜູ້ມີສິດ​ເລືອກ​ຕັ້ງໃນສະຖານທີ່ຢູ່ອາໄສຂອງຕົນ ​ແລະ ມີ​ຄະແນນໄວ້ວາງໃຈຈຳນວນນ້ອຍ ພວກເຂົາຈະບໍ່​ໄດ້ລວມຢູ່ໃນລາຍຊື່​ການ​ປຶກສາ​ຫາລື​ຢ່າງເປັນທາງການ ຂອງອົງການແນວໂຮມປະເທດຊາດທຸກຂັ້ນ (ລົບອອກຈາກລາຍຊື່ຜູ້ສະໝັກ ສ.ສ. , ຜູ້ແທນສະພາປະຊາຊົນ)(5). ແນວໂຮມປະເທດຊາດຫວຽດນາມໄດ້ປະຕິບັດ​ໜ້າທີ່​ຕິດຕາມກວດກາ​ການ​ເລືອກ​ຕັ້ງ​ຢ່າງ​ເຂັ້ມ​ງວດ, ປະກອບສ່ວນ​ຮັບປະກັນ​ການ​ເລືອກ​ຕັ້ງ​ຕາມລະບອບປະຊາທິປະ​ໄຕ ​ແລະ ຄັດ​ເລືອກ​ຜູ້​ສະໝັກທີ່ສົມຄວນຈະ​ດຳລົງ​ຕຳ​ແໜ່​ງສຳຄັນ​ໃນອົງການຕ່າງໆຂອງ​ລັດ.  

ທີເຈັດ, ການຕິດຕາມກວດກາວຽກງານຄັດເລືອກແລະແຕ່ງຕັ້ງຜູ້ພິພາກສາ ແລະ ໄອຍະການ ກໍ່ໄດ້ຮັບຄວາມເອົາໃຈໃສ່ຢ່າງສະໝ່ຳສະເໝີ. ທຸກໆປີ, ຜູ້ແທນຄະນະປະຈຳທີ່ເປັນສະມາຊິກຂອງສະພາຄັດເລືອກ​ໄອ​ຍະ​ການ ​ຂອງ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ລ້ວນແຕ່ໄດ້ດຳເນີນການຕີລາຄາ, ປະເມີນ ແລະ ໃຫ້ຄວາມເຫັນກ່ຽວກັບເອກະສານຂອງບຸກຄົນທີ່ສະເໜີໃຫ້ແຕ່ງຕັ້ງເປັນໄອຍະການ ຂອງອົງການໄອຍະການປະຊາຊົນສູງສຸດ(6); ເປັນສະມາຊິກສະພາສອບຄັດເລືອກໄອຍະການລະດັບສູງ ລະດັບກາງ ແລະ ປະຖົມ, ປະກອບຄຳຄິດຄຳເຫັນໃສ່ລາຍຊື່ຜູ້ສະໝັກສອບຄັດເລືອກໄອຍະການ ແລະ ລາຍຊື່ຜູ້ທີ່ສະເໜີໃຫ້ແຕ່ງຕັ້ງເປັນໄອຍະການທຸກຂັ້ນ ຕາມລະບຽບການ.

ການເຂົ້າຮ່ວມຂອງແນວໂຮມປະເທດຊາດຫວຽດນາມໃນວຽກງານຄັດເລືອກຜູ້ພິພາກສາ ແລະ ໄອຍະການ ໄດ້ປະກອບສ່ວນຊ່ວຍເຫຼືອ​ບັນດາ​ອົງການ​ທີ່​ມີ​ອຳນາດຂອງ​ລັດ ​ແຕ່ງ​ຕັ້ງຖັນແຖວຜູ້​ພິພາກສາ ​ແລະ ​ໄອ​ຍະ​ການ​ທີ່​ມີ​ຄວາມ​ສາມາດ ​ແລະ ຄຸນ​ນະພາ​ບ ​ພຽງພໍ​ທີ່ຈະ​ຕອບ​ສະໜອງ​ຄວາມ​ຕ້ອງການ ​ແລະ ຄຸນ​ນະພາ​ບຂອງຖັນແຖວ​ພະນັກງານ​ຂອງ​ອົງການຕຸລາການ​ໃນ​ໄລຍະ​ໃໝ່(7).

ການເຄື່ອນໄຫວຕິດຕາມກວດກາວຽກງານການຈັດຕັ້ງແລະພະນັກງານຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການການເມືອງ-ສັງຄົມ ໃນເວລາທີ່ຜ່ານມາ, ໂດຍສະເພາ ນັບແຕ່ເມື່ອມີກົດລະບຽບຂອງກົມການເມືອງສູນກາງພັກວ່າດ້ວຍການຕິດຕາມກວດກາ ແລະ ວິຈານສັງຄົມ, ໄດ້​ຮັບ​ໝາກຜົນ​ທີ່​ມີ​ຄວາມ​ໝາຍ​ໃນ​ຫຼາຍ​ດ້ານ. ສິ່ງນີ້ໄດ້ປະກອບສ່ວນສ້າງການປ່ຽນແປງທີ່ຕັ້ງໜ້າ ທາງດ້ານຄວາມຮັບຮູ້ກ່ຽວກັບບົດບາດຕິດຕາມກວດກາຂອງແນວໂຮມປະເທດຊາດຫວຽດນາມ. ການເຄື່ອນໄຫວຕິດຕາມກວດກາວຽກງານການຈັດຕັ້ງແລະພະນັກງານ ໄດ້ຮັບຄວາມເອົາໃຈໃສ່ ແລະສະໜັບສະໜູນໂດຍປະຊາຊົນຈຳນວນຫຼວງຫຼາຍຈາກທຸກຊັ້ນຄົນ, ບັນດາ​ອົງການ​ສື່​ມວນ​ຊົນ​ກໍ່​ຕອບ​ສະໜອງ ​ແລະ ​ໂຄສະນາເຜີຍແຜ່ກິດຈະກຳເຫຼົ່ານີ້​ຢ່າງ​ຕັ້ງໜ້າ.

ວິທີການເສີມຂະຫຍາຍບົດບາດຕິດຕາມກວດກາວຽງານການຈັດຕັ້ງ
ແລະພະນັກງານ ຂອງແນວໂຮມປະເທດຊາດຫວຽດນາມ
ແລະ ບັນດາອົງກາການເມືອງ
-ສັງຄົມ ໃນ​ໄລຍະ​ຈະ​ມາ​ເຖິງ

ທີໜຶ່ງ, ເພີ່ມທະວີການນຳພາຂອງຄະນະພັກເພື່ອເສີມຂະຫຍາຍບົດບາດຕິດຕາມກວດກາຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການການເມືອງ-ສັງຄົມ. ໃນນັ້ນ, ແນວໂຮມປະເທດຊາດຫວຽດນາມຈະສຳເລັດໂຄງການໃນໄວໆນີ້ ແລະ ຍື່ນສະເໜີຕໍ່ຄະນະເລຂາທິການສູນກາງ ເພື່ອປະກາດໃຊ້ຄໍາສັ່ງກ່ຽວກັບການເພີ່ມທະວີການນໍາພາຂອງພັກ ຕໍ່ວຽກງານການຕິດຕາມກວດກາແລະວິຈານສັງຄົມ ຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການການເມືອງ-ສັງຄົມ ໃນໄລຍະຈະມາເຖິງ. ນີ້​ແມ່ນ​ເອກະສານ​ສຳຄັນ ເພື່ອ​ຊີ້​ນຳ ນຳພາ​ຄະນະ​ພັກ​ທຸກ​ຂັ້ນ ໃຫ້ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາໂດຍລວມ ​ແລະ ຕິດຕາມກວດກາວຽກ​ງານການຈັດຕັ້ງແລະ​ພະນັກງານໂດຍສະເພາະ ຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການການເມືອງ-ສັງຄົມ ​ໃຫ້​ມີ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງ.  

ທີສອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການການເມືອງ-ສັງຄົມ ຕ້ອງເປັນເຈົ້າການໃນການຄົ້ນຄວ້າເອກະສານຂອງພັກ ແລະ ຂໍ້ບັງຄັບຂອງລັດຢ່າງລະອຽດ​ຖີ່​ຖ້ວນ ​ເພື່ອ​ສະ​ເໜີ ​ແລະ ແນະນຳການ​ແກ້ໄຂ ແລະ ​ປັບປຸງເພີ່ມ​ເຕີມ​ກົນ​ໄກຕິດຕາມ​ກວດກາ​ ຂອງ​ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການການເມືອງ-ສັງຄົມ ໃນສະພາບການໃໝ່. ການຕິດຕາມກວດກາວຽກງານການຈັດຕັ້ງແລະພະນັກງານແມ່ນວຽກງານທີ່ຫຍຸ້ງຍາກ; ດັ່ງນັ້ນ, ມັນຈຶ່ງຮຽກຮ້ອງລະບົບກົດໝາຍຕ້ອງມີການກຳນົດບັນດາບັນຫາທີ່ກ່ຽວຂ້ອງຢ່າງຮອບດ້ານ, ຄົບຖ້ວນ, ລະອຽດຖີ່ຖ້ວນ ແລະ ຈະແຈ້ງ. ຄວາມຮຽກຮ້ອງຕ້ອງການນີ້ ສ້າງ​ພື້ນຖານກົດໝາຍບໍ່​ພຽງ​ແຕ່​ໃຫ້​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ແລະ ບັນດາອົງການການເມືອງ-ສັງຄົມເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ພື້ນຖານ​ໃຫ້​ບັນດາ​ອົງການ ການ​ຈັດ​ຕັ້ງ, ໂດຍສະເພາະ ບັນດາເປົ້າໝາຍທີ່ຢູ່ພາຍໃຕ້ການຕິດຕາມກວດກາ ຕ້ອງປະຕິບັດ​ຢ່າງ​ເຂັ້ມ​ງວດ.

ທີສາມເພີ່ມທະວີການປະສານງານລະຫວ່າງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງກາສະມາຊິກ, ບັນດາອົງການແລະການຈັດຕັ້ງອື່ນໆ ໃນການປະຕິບັດການຕິດຕາມກວດກາວຽກງານການຈັດຕັ້ງແລະພະນັກງານ. ການເຄື່ອນໄຫວຕິດຕາມກວດກາຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຈະ​ມີ​ປະສິດທິ​ຜົນ​ກໍ່ຕໍ່ເມື່ອມີການປະສານງານ​ ແລະ ການດຳເນີນງານ ຄວບຄູ່​ກັບ​ການ​ເຄື່ອນ​ໄຫວ​ຕິດຕາມກວດກາ, ກວດກາ, ກວດສອບ​ ຂອງ​ບັນດາ​ອົງການ, ອົງການ​ຈັດ​ຕັ້ງ​ອື່ນໆ​ ໃນ​ລະບົບ​ການ​ເມືອງ.

ທີສີ່ການຕິດຕາມກວດກາວຽກງານການຈັດຕັ້ງ-ພະນັກງານ ແລະ ການຕິດຕາມກວດກາພະນັກງານ ສະມາຊິກພັກ ຕ້ອງເຮັດເປັນປົກກະຕິ; ຕ້ອງສະຫຼຸບ, ສະຫຼຸບສັງລວມ ແລະຖອດຖອນບົດຮຽນກ່ຽວກັບ​ການ​ຜັນຂະຫຍາຍ ການເຄື່ອນໄຫວຕິດຕາມກວດກາວຽກ​ງານການຈັດຕັ້ງແລະພະນັກງານ​ ໃນເວລາ​ຜ່ານ​ມາ ​ເພື່ອ​ເລືອກ​​ເນື້ອ​ໃນການ​ຕິດຕາມ​ກວດກາ​ໃຫ້​ຖືກຕ້ອງ, ຊັດເຈນ ແລະ ​ແທດ​ເໝາະ​ກັບ​ສະພາບ​ຕົວ​ຈິງ​ຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການການເມືອງ-ສັງຄົມ.

ທີຫ້າ, ເພື່ອດຳເນີນການຕິດຕາມກວດກາ​ວຽກ​ງານ​ພະນັກງານ​ຢ່າງ​ມີ​ປະສິດທິ​ຜົນ, ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການການເມືອງ-ສັງຄົມ ຈຳເປັນຕ້ອງ​ດຶງ​ດູດ ​ແລະ ນຳໃຊ້ພະນັກງານ​ທີ່​ມີຄຸນສົມບັດສິນທຳ, ມີຄວາມສາມາດ, ກ້າຫານ, ກ້າ​ເວົ້າ, ກ້າ​ເຮັດ, ກ້າ​​ຮັບຜິດຊອບ​ ໃນ​ການເຄື່ອນໄຫວຕິດຕາມ​ກວດກາ. ເພີ່ມທະວີບັນດາມາດຕະການຍົກລະດັບຄຸນນະພາບຂອງພະນັກງານຊັ້ນນຳ ຂອງແນວໂຮມທຸກຂັ້ນ, ມີນະໂຍບາຍວາງແຜນ, ກໍ່ສ້າງ ຝຶກອົບຮົມ ແລະ ດຶງດູດພະນັກງານທີ່ມີຄວາມສາມາດ ຄຸນສົມບັດ ຄຸນນະພາບ ແລະ ຈັນຍາບັນ ເພື່ອປະຕິບັດການຕິດຕາມກວດກາ. ເຕົ້າໂຮມແລະເສີມຂະຫຍາຍ ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ ຂອງ​ບັນດາ​ອົງການ​ສະມາຊິກ ​ແລະ ບຸກຄົນ​ທີ່ມີຊື່ສຽງ, ນັກ​ວິຊາ​ການ, ປັນຍາ​ຊົນ, ນັກວິທະຍາສາດ ແລະ ສະພາ​ທີ່​ປຶກສາ ເພື່ອໃຫ້ສາມາດຮ່ວມການເຄື່ອນໄຫວຕິດຕາມກວດກາ, ຊ່ວຍຍົກສູງຄຸນນະພາບການຕິດຕາມກວດກາໂດຍລວມ ແລະ ການຕິດຕາມກວດກາວຽກງານການຈັດຕັ້ງແລະພະນັກງງານໂດຍສະເພາະ ຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການການເມືອງ-ສັງຄົມ. ສຳລັບ​ທ້ອງ​ຖິ່ນ, ຕ້ອງ​ເອົາ​ໃຈ​ໃສ່​ຊຸກຍູ້​ການ​ຝຶກ​ອົບຮົມ, ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ວິທີ​ການ ​ແລະ ການ​ປະຕິບັດ​ທີ່​ມີ​ປະສິດທິ​ຜົນ, ​ເພີ່ມ​ທະວີ​ການ​ໂຄສະນາ​ເຜີຍ​ແຜ່, ຊາບຊຶມ​ຂໍ້ກຳນົດກົດລະບຽບ​​ຂອງ​ພັກ, ກົດໝາຍ​ຂອງ​ລັດ ກ່ຽວກັບການຕິດຕາມກວດກາຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການການເມືອງ-ສັງຄົມ; ພະນັກງານທີ່ເຮັດວຽກງານແນວໂຮມຢູ່​ຮາກ​ຖານ​ ຕ້ອງ​ມີ​ຄວາມ​ຮູ້​ກ່ຽວ​ກັບ​ນະ​ໂຍບາຍ ​ແລະ ກົດໝາຍ ​ເພື່ອ​ດຳ​ເນີນ​ການຕິດຕາມ​ກວດກາ​ຢ່າງ​ມີ​ປະສິດທິ​ຜົນ./. 

-----------------

(1) ເຊັ່ນ: ກົດລະບຽບກ່ຽວກັບການຕິດຕາມກວດກາ ແລະ ວິຈານສັງຄົມຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການການເມືອງ-ສັງຄົມ (ອອກພ້ອມກັບມະຕິຕົກລົງໝາຍເລກ 217-QĐ/TW, ລົງວັນທີ 12 ທັນວາ 2013 ຂອງກົມການເມືອງສູນກາງພັກ) ແລະ ລະບຽບການວ່າດ້ວຍການມີສ່ວນຮ່ວມຂອງແນວໂຮມປະເທດຊາດຫວຽດນາມ, ບັນດາອົງຄະນະການເມືອງ-ສັງຄົມ ແລະ ປະຊາຊົນ ໃນການກໍ່ສ້າງພັກ, ກໍ່ສ້າງອຳນາດການປົກຄອງ (ອອກພ້ອມກັບມະຕິຕົກລົງໝາຍເລກ 218-QĐ/TW, ລົງວັນທີ 12 ທັນວາ 2013 ຂອງກົມການເມືອງສູນກາງພັກ); ຕິດຕາມກວດກາການປະຕິບັດມະຕິຕົກລົງໝາຍເລກ 99-QĐ/TW, ລົງວັນທີ 3 ຕຸລາ 2017, ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການປະກາດໃຊ້ບົດແນະນຳຂອບໃຫ້ຄະນະພັກ ອົງການຈັດຕັ້ງພັກຂຶ້ນສັງກັບສູນກາງ ສືບຕໍ່ເສີມຂະຫຍາຍບົດບາດຂອງປະຊາຊົນ ໃນການຕໍ່ສູ້ເພື່ອສະກັດກັ້ນແລະຍູ້ຖອຍຄວາມເສື່ອມໂຊມ, “ການຫັນປ່ຽນຕົນເອງ”, “ການປ່ຽນແປງຕົນເອງ ຢູ່ພາຍໃນ”; ຕິດຕາມກວດກາການປະຕິບັດກົດລະບຽບເລກທີ 124-QD/TW, ລົງວັນທີ 2 ກຸມພາ 2018, ຂອງຄະນະເລຂາທິການສູນກາງພັກ, ວ່າດ້ວຍ ການຕິດຕາມກວດກາຂອງແນວໂຮມປະເທດຊາດຫວຽດນາມ, ບັນດາອົງການການເມືອງ-ສັງຄົມ ແລະ ປະຊາຊົນ ຕໍ່ການ​ປູກຝັງ ​ແລະ ການຝຶກອົບຮົມຄຸນສົມບັດສິນທຳ, ວິຖີຊີວິດ​​ຂອງຜູ້ນຳ, ພະນັກງານ​ຫຼັກ​ແຫຼ່ງ ​ແລະ ພະນັກງານ ສະມາຊິກພັກ".

(2) ມະຕິຕົກລົງໝາຍເລກ 99-QĐ/TW, ລົງວັນທີ ຕຸລາ 2017, ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍ “ການປະກາດໃຊ້ບົດແນະນຳຂອບໃຫ້ຄະນະພັກ ອົງການຈັດຕັ້ງພັກຂຶ້ນສັງກັບສູນກາງ ສືບຕໍ່ເສີມຂະຫຍາຍບົດບາດຂອງປະຊາຊົນໃນການຕໍ່ສູ້ເພື່ອສະກັດກັ້ນ ແລະ ຍູ້ຖອຍຄວາມເສື່ອມໂຊມ, “ການຫັນປ່ຽນຕົນເອງ”, “ການປ່ຽນແປງຕົນເອງ ຢູ່ພາຍໃນ”; ກົດລະບຽບເລກທີ 101-QĐ/TW, ລົງວັນທີ 7 ມິຖຸນາ 2012, ຂອງຄະນະເລຂາທິການສູນກາງພັກ “ວ່າດ້ວຍຄວາມຮັບຜິດຊອບໃນການເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ, ໂດຍສະເພາະ ພະນັກງານນຳພາຫຼັກແຫຼ່ງທຸກຂັ້ນ”; ກົດລະບຽບເລກທີ 124-QĐ/TW, ລົງວັນທີ 2 ກຸທພາ 2018, ຂອງຄະນະເລຂາທິການສູນກາງ, “ວ່າດ້ວຍການຕິດຕາມກວດກາຂອງແນວໂຮມປະເທດຊາດຫວຽດນາມ, ບັນດາອົງການການເມືອງ-ສັງຄົມ ແລະ ປະຊາຊົນ ຕໍ່ການ​ປູກຝັງ ​ແລະ ການຝຶກອົບຮົມຄຸນສົມບັດສິນທຳ, ວິຖີຊີວິດ​​ຂອງຜູ້ນຳ, ພະນັກງານ​ຫຼັກ​ແຫຼ່ງ ​ແລະ ພະນັກງານ ສະມາຊິກພັກ”; ກົດລະບຽບເລກທີ 205-QĐ/TW, ລົງວັນທີ 23 ກັນຍາ 2019, ຂອງກົມການເມືອງສູນກາງວ່າດ້ວຍການຄວບຄຸມອຳນາດໃນວຽກງານພະນັກງານ ແລະ ຕໍ່ສູ້ຕ້ານການວິ້ງເຕັ້ນຫາຕຳແໜ່ງ, ຫາອຳນາດ”; ກົດລະບຽບເລກທີ 213-QĐ/TW, ລົງວັນທີ 2 ມັງກອນ 2020, ຂອງກົມການເມືອງສູນກາງວ່າດ້ວຍຄວາມຮັບຜິດຊອບຂອງສະມາຊິກພັກກຳລັງເຮັດວຽກ ຕ້ອງຮັກສາການຕິດຕໍ່ພົວພັນເປັນ​ປະຈຳ ກັບອົງການຈັດຕັ້ງພັກແລະປະຊາຊົນໃນເຂດທີ່ຢູ່ອາໄສ”.

(3) ຂໍໃຫ້​ຄະນະ​ປະຈຳ​ພັກ​ແຂວງ​ຂອງ​ບັນດາ​ແຂວງ​ຄື: ອຽນບ໋າຍ, ລ້າງ​ເຊີນ, ​ເງ້ອານ, ກວ໋າງ​ຈີ້, ກວ໋າງ​ຫງາຍ, ບິ່ງ​ທ້ວນ, ບັກກ້ານ ເພີ່ມ​ເຕີມ​ຂໍ້​ມູນ​​ກ່ຽວ​ກັບ​ຄຸນວຸດທິ​ວິຊາ​ຊີບ, ຄຸນສົມບັດ​ທາງ​ທິດ​ສະ​ດີ​ການ​ເມືອງ, ບັນຊີ​ລາຍ​ຊື່​ຮັບ​ສະໝັກ​ລັດຖະກອນ, ບັນຊີ​ລາຍ​ຊື່​ການ​ແຕ່ງ​ຕັ້ງ ແລະອື່ນໆ.

(4) ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມອອກເອກະສານສະບັບເລກທີ 3237/MTTW-BTT, ສະເໜີໃຫ້ມີການລາຍງານກ່ຽວກັບການປະຕິບັດຂັ້ນຕອນການແຕ່ງຕັ້ງພະນັກງານ ໂດຍຂໍໃຫ້ ຄະນະພັກແຂວງລາວກາຍລາຍງານສະເພາະ ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ຂະ​ບວນການ ​ແລະ ເງື່ອນ​ໄຂ ​ໃນການ​ແຕ່ງ​ຕັ້ງ​ພະນັກງານ ໃຫ້​ສະຫາຍ ດ່າ​ມ ກວາງ ​ວີງ ​ແລະ ຜົນ​ການ​ກວດກາ, ກວດສອບ ແລະປະມວນຜົນຂໍ້​ມູນທີ່ໜັງສືພິມ​ແຮງ​ງານລະບຸ. ວັນທີ 7 ທັນວາ 2021, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຮັບລາຍງານສະບັບເລກທີ 195-BC/TU, ລົງວັນທີ 2 ທັນວາ 2021, ຂອງຄະນະພັກແຂວງລາວກາຍ, “ກ່ຽວກັບການປະຕິບັດຂະ​ບວນການ ​ແລະ ເງື່ອນ​ໄຂ​ໃນການ​ແຕ່ງ​ຕັ້ງສະຫາຍ ດ່າ​ມ ກວາງ ​ວີງ  ໃຫ້ດຳລົງຕຳແໜ່ງ ຫົວໜ້າກວດກາແຂວງລາວກາຍ ແລະ ຢືນຢັນຂໍ້ມູນຂ່າວສານ”, ຂໍໃຫ້ຄະນະເລຂາທິການສູນກາງພັກ ປະຕິບັດ​ວິ​ໄນ​ຕໍ່​ສະຫາຍ ດ່າ​ມ ກວາງ ​ວີງ; ວັນທີ 25 ພະຈິກ 2021, ຄະນະກຳມະການປະຊາຊົນແຂວງລາວກາຍ ໄດ້ອອກມະຕິໝາຍເລກ 4135/QD-UBND ປະຕິບັດວິໄນ ພະນັກງານລັດຖະກອນ ດ້ວຍຮູບການ ບັງຄັບໃຫ້ເລີກຈ້າງ ສະຫາຍ ດ່າມ ກວາງ ວິງ, ຫົວໜ້າກວດກາແຂວງລາວກາຍ.

(5) ​ໃນ​ການ​ເລືອກ​ຕັ້ງ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ​ແລະ ຜູ້​ແທນ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ສຳລັບວາລະປີ 2016-2021, ​ທຽບກັບ​ລາຍຊື່ທີ່​​ນຳ​ສະ​ເໜີ​ໃນ​ກອງ​ປະຊຸມ​ປຶກສາ​ຫາລື​ຄັ້ງ​ທຳ​ອິດ, ຜ່ານ​ການ​ປຶກສາ​ຫາລືຫຼາຍຄັ້ງ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມທຸກ​ຂັ້ນ ​ໄດ້ຕັດ​ລາຍ​ຊື່ຜູ້ສະໝັກຮັບຕຳແໜ່ງຜູ້ແທນສະພາແຫ່ງຊາດຈຳນວນ 150 ຄົນ ​ແລະຜູ້​ສະໝັກຮັບຕຳແໜ່ງຜູ້ແທນ​ສະພາ​ປະຊາຊົນ​ທຸກ​ຂັ້ນຈຳນວນ 63.607 ຄົນ ເນື່ອງ​ຈາກໃນ​ປະຈຸ​ບັນ​ມີການ​ລະ​ເມີດ​ນະ​ໂຍບາຍ, ກົດໝາຍ, ສໍ້​ລາດ​ບັງ​ຫຼວງ, ມີຄວາມຫຍໍ້ທໍ້, ລະເມີດຈະລິຍະທຳ ແລະວິຖີຊີວິດ, ແລະ ບໍ່ໄດ້ຮັບຄວາມໄວ້ວາງໃຈຈາກຜູ້ລົງຄະແນນສຽງໃນສະຖານທີ່ເຮັດວຽກ ຫຼືທີ່ຢູ່ອາໄສ (ລາຍງານສະບັບໝາຍເລກ 259/BC-MTTW, ລົງວັນທີ 8 ກໍລະກົດ 2016, ຂອງຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ກ່ຽວ​ກັບ​ການສະຫຼຸບຜົນງານ​ຂອງ​ແນວ​ໂຮມ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ).  

​ໃນ​ການ​ເລືອກ​ຕັ້ງ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ​ແລະ ຜູ້​ແທນ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ສຳລັບວາລະປີ 2021-2026, ຄະນະ​ປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດ​ຕັ້ງຄະນະເຮັດວຽກ 9 ຄະນະ ​ເພື່ອ​ກວດກາ ​ແລະ ຕີດຕາມກວດກາ​ວຽກ​ງານ​ເລືອກ​ຕັ້ງ, ​ໃນ​ນັ້ນ ຈັດ​ຕັ້ງ​ການ​ກວດກາ​ແລະຕິດຕາມກວດກາໂດຍ​ກົງໃນ 22 ​ແຂວງ​ແລະນະຄອນທີ່ຂຶ້ນກັບ​ສູນ​ກາງ; ຄະນະກຳມະການແນວໂຮມປະເທດຊາດຫວຽດນາມປະຈຳແຂວງ ເປັນປະທານໃນການຈັດຄະນະກວດກາ ແລະຕິດຕາມກວດກາການເລືອກຕັ້ງຈຳນວນ 480 ຄະນະ, ປະສານງານແລະປະກອບສ່ວນໃນການກວດກາແລະຕິດຕາມກວດກາໃນ 845 ຄະນະ; ຄະນະກຳມະການແນວໂຮມປະເທດຊາດຫວຽດນາມປະຈຳເມືອງ ເປັນປະທານໃນການຈັດຄະນະກວດກາ ແລະຕິດຕາມກວດກາການເລືອກຕັ້ງຈຳນວນ 2.764 ຄະນະ, ປະສານງານແລະປະກອບສ່ວນໃນການກວດກາແລະຕິດຕາມກວດກາໃນ 4.269 ຄະນະ; ຄະນະກຳມະການແນວໂຮມປະເທດຊາດຫວຽດນາມປະຈຳຕາແສເປັນປະທານໃນການຈັດຄະນະກວດກາ ແລະຕິດຕາມກວດກາການເລືອກຕັ້ງຈຳນວນ 18.490 ຄະນະ, ປະສານງານແລະປະກອບສ່ວນໃນການກວດກາແລະຕິດຕາມກວດກາໃນ 23.696 ຄະນະ.

(6) ປີ 2020, ຜູ້ຕາງໜ້າຄະນະປະຈຳ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເປັນສະມາຊິກສະພາຄັດເລືອກ​ໄອ​ຍະ​ການ, ອົງການໄອຍະການປະຊາຊົນສູງສຸດ ໄດ້ປະກອບຄຳເຫັນໃສ່ 8 ເອກະສານແຕ່ງຕັ້ງໄອຍະການ, ອົງການໄອຍະການປະຊາຊົນສູງສຸດ; ໃຫ້​ຄວາມ​ຄິດ​ເຫັນ​ກ່ຽວ​ກັບເອກະສານສະໝັກສອບໄອຍະການ ອົງການໄອຍະການປະຊາຊົນທຸກຂັ້ນ ຈຳນວນ 1.561 ລາຍການ.

(7) ປີ 2020, ຜູ້ຕາງໜ້າຄະນະປະຈຳ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເປັນສະມາຊິກສະພາຄັດເລືອກແລະຕິດຕາມກວດກາຜູ້ພິພາກສາແຫ່ງຊາດ ໄດ້ປະສານໃຫ້ຄວາມເຫັນກ່ຽວກັບເອກະສານການແຕ່ງຕັ້ງ, ການແຕ່ງຕັ້ງຄືນໃໝ່, ຍົກເລີກ, ປົດຕຳແໜ່ງຜູ້ພິພາກສາສານປະຊາຊົນທຸກຂັ້ນ ຈຳນວນ 729 ລາຍການ.

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1011 (ເດືອນເມສາ 2023)