ວກ. - ວຽກ​ງານການສ້າງ​ແລະບັງຄັບ​ໃຊ້​ກົດໝາຍມີ​ບົດບາດ​ສຳຄັນ​ ໃນ​ການຫັນ​ເປັນ​ນິຕິ​ກຳ ​ແລະ ຈັດ​ຕັ້ງ​ປະຕິບັດ​ບັນດາແຜນ​ນະ​ໂຍບາຍ ​ແລະ ແນວທາງ​ຂອງ​ພັກ. ​ໃນ​ເວລາ​ທີ່​ຜ່ານ​ມາ, ວຽກ​ງານ​ນີ້​ບັນລຸ​ຜົນສຳ​ເລັດ​ທີ່​ຕັ້ງໜ້າ​ຫຼາຍ​ຢ່າງ, ​ແຕ່ກໍມີ​ຂໍ້ຈຳກັດ​ແລະ​ຂໍ້​ບົກພ່ອງຈຳນວນ​ໜຶ່ງ ​ເຊິ່ງຕ້ອງ​ລະບຸ​ໃຫ້​ຄົບ​ຖ້ວນ, ວິ​ເຄາະ​ສາ​ເຫດຂອງ​ມັນ​ໃຫ້​ຊັດ​ເຈນ, ຈາກ​ນັ້ນ, ກຳນົດທິດ​ທາງ ນ້າ​ທີ່ ​ແລະ​ ວິທີ​ແກ້ ​ເພື່ອ​ສືບ​ຕໍ່​ການ​ປ່ຽນ​ແປງ​ໃໝ່, ສ້າງ​ການ​ຫັນປ່ຽນ​ຢ່າງ​ແຂງ​ແຮງ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ, ປະກອບສ່ວນ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ຢ່າງ​ສຳ​ເລັດ​ມີ​ໄຊ.

ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ເປັນປະທານກອງປະຊຸມຄັ້ງທີ 3 ຂອງຄະນະຊີ້ນຳການສ້າງບັນດາຫົວຂໍ້ທີ່ໄດ້ຮັບມອບໝາຍ ພາຍໃຕ້ໂຄງການ “ຍຸດທະສາດການສ້າງ ແລະ ປັບປຸງບູລະນະລະ ລັດແຫ່ງອຳກົດໝາຍສັງຄົມນິຍົມຫວຽດນາມ ຮອດປີ 2030, ກຳນົດທິດເຖິງປີ 2045” _ພາບ: TTXVN

ວຽກ​ງານ​ການສ້າງ​ແລະບັງຄັບ​ໃຊ້​ກົດໝາຍ

​ໃນ​ເງື່ອນ​ໄຂ​ຂອງ​ການ​ສ້າງ​ແລະ​ປັບປຸງ​ບູລະນະ ລັດ​ແຫ່ງອຳ​ກົດໝາຍ​ສັງຄົມ​ນິຍົມຫວຽດນາມ, ວຽກ​ງານ​ການສ້າງ​ແລະ​ບັງຄັບ​ໃຊ້​ກົດໝາຍ​ມີ​​ທີ່​ຕັ້ງ​ແລະ​ບົດບາດສຳຄັນພິ​ເສດ, ປະກອບສ່ວນ​ໂດຍ​ກົງ​ເຂົ້າ​ໃນ​ພາລະກິດ​ພັດທະນາ​ເສດຖະກິດ-ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ ​ປ້ອງ​ກັນ​ຄວາມ​ໝັ້ນຄົງ ຄວາມ​ປອດ​ໄພ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອງ​ທາງ​ສັງຄົມ​ຂອງ​ປະ​ເທດ. ​​ໂດຍ​ເຫັນ​ແຈ້ງ​ຄວາມສຳຄັນ​ຂອງ​ວຽກ​ງານ​ນີ້, ​ໃນ​ເວລາ​ທີ່​ຜ່ານ​ມາ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ປະກາດ​​ໃຊ້​ເອກະສານສຳຄັນ​ຫຼາຍ​ສະບັບ ​ເພື່ອນຳພາ ຊີ້​ນຳວຽກ​ງານ​ການສ້າງ​ແລະ​ບັງຄັບ​ໃຊ້​ກົດໝາຍ. ລາຍ​ງານ​ການ​ເມືອງ​ທີ່​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ​ຫວຽດນາມໄດ້​ກຳນົດ: “​ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ, ຍູ້​ແຮງ​ການ​ປັບປຸງ​ບູລະນະ​ກົດໝາຍ ຕິດ​ກັບການຈັດ​ຕັ້ງ​ປະຕິບັດ​ກົດໝາຍ ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິພາບ​ ແລະ ​ປະສິດທິ​ຜົນ ​ຂອງລັດ​ແຫ່ງອຳ​ກົດໝາຍ​ສັງຄົມ​ນິຍົມ. ຮັບປະກັນ ​ກົດໝາຍ​ເປັນ​ທັງ​ເຄື່ອງມື​ຂອງ​ລັດ​ໃນ​ການ​ຄຸ້ມ​ຄອງ​ສັງຄົມ, ທັງ​ເປັນ​ເຄື່ອງ​ມື​ໃຫ້​ປະຊາຊົນ​ເປັນ​ເຈົ້າ​ຂອງ, ກວດກາ ​ແລະ ຕິດຕາມ​ກວດກາ​ອຳນາດ​ລັດ. ຄຸ້ມ​ຄອງ​ບໍລິຫານ​ປະ​ເທດ​ຕາມ​ກົດໝາຍ, ພ້ອມ​ກັນ​ນັ້ນ​ກໍໃຫ້​ຄວາມ​ສຳຄັນ​ຕໍ່​ການສ້າງ​ຮາກ​ຖານ​ສິນ​ທຳ​ສັງຄົມ”(1). ບັນດາ​ມະຕິ, ຄຳ​ສັ່ງ, ຂໍ້​ສະຫຼຸບຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ​ສູນ​ກາງ, ຄະນະ​ເລຂາທິການ​ສູນ​ກາງ​ ກໍ​ໄດ້​ກຳນົດຢ່າງ​ຈະ​ແຈ້ງ​ເປົ້າ​ໝາຍ, ທິດ​ທາງ, ໜ້າ​ທີ່, ວິທີ​ແກ້​ໄຂ​​ ໃນ​ວຽກ​ງານ​ການສ້າງ​ແລະ​ບັງຄັບ​ໃຊ້​ກົດໝາຍ ​ແນ​ໃສ່​ກໍ່ສ້າງ​ລະບົບ​ກົດໝາຍ​ຫວຽດນາມ​ທີ່​ຄົບ​ຊຸດ, ​ເປັນ​ເອກະ​ພາບ, ໝັ້ນຄົງ ​ແລະ ​ໂປ່​ງ​ໃສ.   

ພາຍຫຼັງ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ; 15 ປີ​ແຫ່ງ​ການ​ປະຕິບັດ​ມະຕິສະບັບ​ເລກທີ 48/NQ-TW, ລົງ​ວັນ​ທີ 24 ພຶດສະພາ​ປີ 2005, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ສະ​ໄໝ​ທີ 9, “ກ່ຽວ​ກັບ​ຍຸດ​ທະ​ສາດ​ການ​ກໍ່ສ້າງ​ແລະ​ປັບປຸງບູລະນະ​ລະບົບ​ກົດໝາຍ​ຫວຽດນາມ​ຮອດ​ປີ 2010, ກຳນົດທິດ​ເຖິງ​ປີ 2020”; 10 ປີ​ແຫ່ງ​ການ​ປະຕິບັດ “ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ໄລຍະ​ປີ 2011-2020”, ວຽກ​ງານ​ການສ້າງ​ແລະ​ບັງຄັບ​ໃຊ້​ກົດໝາຍ​ໄດ້​ບັນລຸ​ຜົນສຳ​ເລັດ​ທີ່ສຳຄັນ​ຫຼາຍຢ່າງ.

ທີ​ໜຶ່ງ, ວຽກ​ງານການສ້າງ​ແລະ​ປັບປຸງ​ບູລະນະ​ລະບົບກົດໝາຍ​ໄດ້​ຮັບ​ການ​ປະຕິບັດ​ຖືກຕ້ອງ​ຕາມ​ຈຸດ​ໜັກ​ໃຈ​ການ ດ້ວຍ​ທິດ​ທາງ​ບຸລິມະສິດ​ຄື ຮັບ​ໃຊ້​ການຈັດ​ຕັ້ງ​ປະຕິບັດ​ລັດຖະທຳ​ມະນູນ​ປີ 2013 ຢ່າງ​ມີ​ປະສິດທິ​ຜົນ. ຫັນ​ເປັນ​ນິຕິ​ກຳ​ຕໍ່​ບັນດາ​ແຜນນະ​ໂຍບາຍ ​ແນວທາງ​ຂອງ​ພັກ ກ່ຽວ​ກັບ​ການຈັດ​ຕັ້ງ​ກົງຈັກ, ຫຼຸດຜ່ອນ​ການ​ບັນຈຸ​ບຸກຄະລາ​ກອນ ​ແລະ ຍົກ​ສູງ​ປະສິດທິພາບ​ ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງບັນດາ​ອົງການ​ລັດ; ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ໝັ້ນຄົງ; ​ເຄົາລົບ​ແລະ​ປົກ​ປ້ອງ​ສິດທິ​ມະນຸດ, ສິດທິ​ພົນລະ​ເມືອງ; ​ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; ຄ່ອຍໆປັບປຸງ​ບູລະນະລະບຽບ​ລະບອບ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ, ​ແກ້​ບັນຫາ​ຄົງ​ຄ້າງ​ທາງກົດໝາຍສໍາລັບການລົງທຶນ ແລະ ການເຄື່ອນໄຫວທຸລະກິດ; ຍູ້​ແຮງ​ການ​ປະຕິ​ຮູບດ້ານ​ບໍລິຫານ, ປະຕິ​ຮູບ​ດ້ານ​ຕຸລາການ, ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ສະພາ​ແຫ່ງ​ຊາດ​ໄດ້​ປະກາດ​​ໃຊ້​ກົດໝາຍ​ຫຼາຍ​ສະບັບ, ​ໃນ​ນັ້ນມີ​ກົດ​ໝາຍ​ຕົ້ນຕໍຂອງ​ປະ​ເທດ​ເຊັ່ນ: ລັດຖະທຳ​ມະນູນ​ປີ 2013; ປະມວນ​ກົດໝາຍ​ແພ່ງ; ປະມວນ​ກົດໝາຍອາຍາ; ປະມວນ​ກົດໝາຍດໍາເນີນຄະດີແພ່ງ; ປະມວນ​ກົດໝາຍດໍາເນີນຄະດີອາຍາ; ປະມວນ​ກົດໝາຍ​ແຮງ​ງານ; ກົດໝາຍ​ການ​ລົງທຶນ; ກົດໝາຍ​ວິ​ສາ​ຫະກິດ... ມາ​ເຖິງ​ປະຈຸ​ບັນ, ​ໂດຍ​ພື້ນຖານ​ແລ້ວ ທຸກ​ຂົງ​ເຂດໄດ້ຖືກຄວບຄຸມໂດຍເອກະສານທາງດ້ານກົດໝາຍ. ຄຸນ​ນະພາ​ບຂອງ​ລະບົບເອກະສານທາງດ້ານກົດໝາຍ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ເລື້ອຍໆ, ​ໂດຍ​ພື້ນຖານ​ແມ່ນ​ມີ​ຄວາມ​ເປັນ​ເອກະ​ພາບ, ຄົບ​ຊຸດ, ​ເປັນ​ໄປ​ໄດ້, ​ເປີດ​ເຜີຍ, ​ໂປ່​ງ​ໃສ, ​ເຂົ້າ​ເຖິງ​ງ່າຍ.

ທີ​ສອງ, ຂະ​ບວນການ​ສ້າງ ​ແລະ ປະກາດ​ໃຊ້​ເອກະສານ​ທາງ​ກົດໝາຍ ​ມີ​ການ​ປ່ຽນ​ແປງ​ໃໝ່ຫຼາຍຢ່າງ, ​ໄດ້ຮັບ​ການກຳນົດໂດຍທົ່ວໄປໃຫ້ທັງສູນກາງ ແລະ ທ້ອງຖິ່ນ​ໃນກົດໝາຍ​ວ່າ​ດ້ວຍ​ການ​ປະກາດ​ໃຊ້​ເອກະສານ​ທາງ​ກົດໝາຍປີ 2015, ສະບັບ​ປັບປຸງ​ເພີ່ມ​ເຕີມ​ປີ 2020 ຕາມ​ທິດ​ແໜ້ນ​ແຟ້ນກວ່າ, ​ເພື່ອ​ຮັບປະກັນ​ຄຸນ​ນະພາ​ບຂອງ​ຂໍ້​ກຳນົດກົດໝາຍ; ຫຼຸດຜ່ອນ​ຮູບ​ແບບ​ເອກະສານ ​ແລະ ຈຳກັດ​ສິດ​ອຳນາດ​​ໃນ​ການອອກ​ລະບຽບ​ການ​ຂອງທ້ອງ​ຖິ່ນ. ​ເອົາ​ໃຈ​ໃສ່​ການສ້າງ ​ແລະ ປະ​ເມີນ​ຜົນ​ກະທົບ​ຂອງ​ນະ​ໂຍບາຍ,  ​ແຍກ​ຂັ້ນ​ຕອນ​ການ​ກຳນົດ​ນະ​ໂຍບາຍ ອອກ​ຈາກການ​ກະກຽມ​ຮ່າງ​ເອຫະສານ. ​ເພີ່ມ​ທະວີ​ຄວາມ​ເປີດ​ເຜີຍ, ​ໂປ່​ງ​ໃສ, ​ເກັບກຳ​ຄວາມ​ຄິດ​ເຫັນ​ຂອງ​ປະຊາຊົນ, ​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ຄິດ​ເຫັນ​ຂອງ​ຜູ້​ຖືກ​ຜົນ​ກະທົບ​ໂດຍ​ກົງຈາກ​ເອກະສານ​ກົດໝາຍ.

ທີ​ສາມ, ວຽກ​ງານການຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຫຼາຍກວ່າ​ເກົ່າ ​ແລະ ບັນລຸ​ໄດ້​ໝາກຜົນ​ສຳຄັນ​ໃນ​ເບື້ອງ​ຕົ້ນ. ສະຕິ​ເຄົາລົບ​ກົດໝາຍ​ຂອງ​ປະຊາຊົນ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ. ການ​ປະກາດ​ໃຊ້​ບັນດາ​ເອກະສານ​ລະອຽດ​ກ່ຽວ​ກັບ​ກົດໝາຍ, ລັດຖະບັນຍັດ, ມະຕິ​ ​ໄດ້​ຮັບ​ການ​ຊີ້​ນຳ​ຢ່າງ​ແຂງ​ແຮງ ​ຈາກ​ລັດຖະບານ​ແລະ ນາຍົກລັດຖະມົນຕີ ດ້ວຍ​ຫຼາຍມາດ​ຕະການ​ແກ້​ໄຂທີ່​ຄົບ​ຊຸດ, ດັ່ງ​ນັ້ນ ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ, ສະຖານະພາບ “ຕິດໜີ້” ​ເອກະສານ​ລະອຽດ​ກ່ຽວ​ກັບ​ກົດໝາຍ ​ໄດ້​ຮັບ​ການ​ແກ້​ໄຂ​ເທື່ອ​ລະ​ກ້າວ. ວຽກ​ງານການ​ເຜີຍ​ແຜ່ກົດໝາຍ, ການ​ສຶກສາ​ອົບຮົມ​ທາງກົດໝາຍ ມີ​ການ​ປ່ຽນ​ແປງ​ໃໝ່​ຫຼາຍຢ່າງ​ ທັງ​ເນື້ອ​ຫາ​ແລະຮູບແບບ; ​ເອົາ​ໃຈ​ໃສ່ການ​ປຶກສາ​ຫາລື​ດ້ານ​ນະ​ໂຍບາຍ ແລະ ກົດໝາຍ; ​ເພີ່ມ​ທະວີ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ດັ່ງ​ນັ້ນກິດຈະກໍານີ້ຈຶ່ງ​ເປັນ​ປະ​ໂຫຍ​ດ​ ແລະ ມີ​ປະສິດທິຜົນຫຼາຍຂຶ້ນ. ການຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ໄດ້​ເຊື່ອມ​ຕິດ​ຫຼາຍ​ກວ່າ ​ກັບ​ການ​ກໍ່ສ້າງ​ແລະ​ປັບປຸງ​ບູລະນະ​ກົດໝາຍ, ສຸມ​ໃສ່​ແກ້​ໄຂ​ຂໍ້ຄົງຄ້າງ ​ແລະ “ຈຸດ​ອຸດ​ຕັນ” ທາງ​ດ້ານ​ລະບຽບ​ລະບອບ, ຊຸກຍູ້​ການ​ເຄື່ອນ​ໄຫວ​ລົງທຶນ ທຸລະ​ກິດ, ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ຮັບ​ມື​ຢ່າງ​ທັນ​ການ​ກັບ​​ໂລກລະບາດ​ແລະ​ໄພ​ທຳ​ມະ​ຊາດ. ປີ 2020, ນາຍົກລັດ​ຖະມົນຕີ​ໄດ້​ຊີ້​ນຳການກວດ​ສອບ​ເອກະສານ​ທາງ​ກົດໝາຍ​ໂດຍ​ລວມ​ໃນ​ຂົງ​ເຂດ​ການ​ຄຸ້ມ​ຄອງ​ລັດ, ​ແນ​ໃສ່​ຄົ້ນ​ຫາ ​ແລະ ຈັດການ​ແກ້​ໄຂຂໍ້​ກຳນົດ​ທີ່ທັບ​ຊ້ອນ​ກັນ ​ຂັດ​ແຍ່ງ​ກັນ ​ແລະ ບໍ່​ພຽງພໍ ທີ່​ພາ​ໃຫ້​​ເກີດ​ຄວາມ​ຫຍຸ້ງຍາກ ​ແລະ ກີດຂວາງ​ການ​ພັດທະນາ​ຂອງ​ປະ​ເທດ. ​ເອກະສານ​ທາງ​ກົດໝາຍຈຳນວນ​ໜຶ່ງທີ່​ປະກາດ​ໃຊ້​ໂດຍ​ສະພາ​ແຫ່ງ​ຊາດ, ຄະນະ​ກຳມະ​ການປະຈຳ​ສະພາ​ແຫ່ງ​ຊາດ, ລັດຖະບານ, ນາຍົກລັດຖະມົນຕີ, ກະຊວງ, ອົງການ​ລະດັບ​ກະຊວງ ​ໃນ​​ໄລຍະ​ທີ່​ຜ່ານ​ມາມໍ່​ນີ້ ​ມີ​ຂໍ້​ບົກພ່ອງ​ຫຼາຍ​ ​ແລະ ​ໄດ້​ຮັບ​ການ​ຈັດການ​ແກ້​ໄຂ​ຢ່າງ​ທັນ​ທ່ວງທີ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ຢືນຢັນ: “ລະບົບ​ກົດໝາຍ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ສົມບູນ​ໃນ​ຂັ້ນ​ພື້ນຖານ. ບົດບາດ​ຂອງ​ກົດໝາຍ ​ແລະ ການ​ບັງຄັບ​ໃຊ້ກົດໝາຍ​ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ໃນການຈັດ​ຕັ້ງ​ ແລະ ​ການ​ເຄື່ອນ​ໄຫວ​ຂອງ​ລັດ ​ແລະ ​ໃນ​ຊີວິດ​ສັງຄົມ”(2).

ຈຸດ​ອ່ອນ, ຂໍ້​ຈຳກັດ​ຈຳນວນ​ໜຶ່ງ

ຄຽງ​ຄູ່​ກັບ​ບັນດາ​ຜົນ​ທີ່​ໄດ້​ຮັບ, ວຽກ​ງານ​ການສ້າງ​ແລະ​ບັງຄັບ​ໃຊ້​ກົດໝາຍ​ໃນ​ເວລາ​ທີ່​ຜ່ານ​ມາຍັງ​ມີ​ຈຸດ​ອ່ອນ​ແລະ​ຂໍ້​ຈຳກັດຈຳນວນ​ໜຶ່ງ. ການ​ຫັນ​ແຜນ​ນະ​ໂຍບາຍ ​ແນວທາງ​ຂອງ​ພັກ​ໃນ​ບາງ​ຂົງ​ເຂດ​ເປັນ​ນິຕິ​ກຳ​ຍັງ​ຊັກຊ້າ ​ແລະ ບໍ່​ມີ​ເນື້ອ​ຫາ​​ຄົບ​ຖ້ວນ. ລະບົບ​ກົດໝາຍ​ຍັງ​ສັບສົນ, ພະ​ລຸງ​ພະລັງ, ຫຼາຍ​ຊັ້ນ​ຂັ້ນ; ການຄາດຄະເນ, ຄວາມໝັ້ນຄົງບໍ່ສູງ; ຂໍ້ກຳນົດຈຳນວນ​ໜຶ່ງ​ຍັງ​ທັບ​ຊ້ອນ ຂັດ​ແຍ່ງ​ກັນ; ຂໍ້ກໍານົດຫຼາຍ​ຂໍ້​ມີ​ລັກສະນະ​ລວມໆ ຫຼື​ສ້າງ​ການ​ຕີ​ຄວາມ​ ​ແລະ ​ການໝູນ​ໃຊ້ແຕກ​ຕ່າງ​ກັນ; ຍັງ​ບໍ່​ທັນ​ສາ​ມາດ​ປັບ​ຕົວ​ເຂົ້າ​ກັບ​ການ​ປ່ຽນ​ແປງ​ຂອງ​ຄວາມ​ເປັນ​ຈິງ​ໄດ້​ຢ່າງ​ວ່ອງ​ໄວ, ໂດຍ​ສະ​ເພາະຢ່າງ​ຍິ່ງ ຕໍ່ໜ້າ​ຜົນ​ກະທົບ​ຂອງການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່ ຫຼື​ໃນ​ສະຖານະ​ການ​ທີ່​ຕ້ອງກະທົບ​ຕອບ​ຢ່າງ​ໄວ​ຕໍ່​ໄພ​ທຳ​ມະ​ຊາດ, ​ໂລກລະບາດ. ຂະ​ບວນການ​ສ້າງ​ກົດໝາຍ​ຍັງ​ມີ​ບາງ​ຈຸດ​ທີ່​ແຂງ​ກະ​ດ້າງ ​ແລະ​ຍັງ​ຂາດ​ການ​ເຊື່ອມ​ໂຍງ​ຢ່າງ​ໃກ້ຊິດລະຫວ່າງ​ບາງ​ຂັ້ນ​ຕອນ. ການ​ກຳນົດ​ນະ​ໂຍບາຍ, ການ​ປະ​ເມີນ​ຜົນ​ກະທົບ​ຂອງ​ນະ​ໂຍບາຍ; ການປຶກສາຫາລືສາທາລະນະ ບໍ່​ໄດ້ຜົນ​ຫຼາຍ. ການ​ປະຕິບັດ​ລະບຽບ​ວິ​ໄນ​ໃນ​ການ​ກໍ່ສ້າງ​ແລະ​ຈັດ​ຕັ້ງ​ປະຕິບັດ​ກົດໝາຍ ບາງ​ຄັ້ງ ບາງ​ແຫ່ງ​ບໍ່​ເຂັ້ມ​ງວດ. ການຈັດ​ຕັ້ງ​ປະຕິບັດ​ກົດໝາຍບໍ່​ໄດ້​ຮັບການ​ເອົາ​ໃຈ​ໃສ່​ຢ່າງ​ເໝາະ​ສົມ, ບໍ່​​ມີ​ການ​ເຊື່ອມ​ໂຍງ​ຢ່າງ​ແໜ້ນ​ແຟ້ນກັບ​ວຽກ​ງານ​ສ້າງ​ກົດ​ໝາຍ. ​ສະຕິປະ​ຕິ​ບັດຕາມ​ກົດ​ໝາຍຂອງ​ພະນັກງານ, ປະ​ຊາ​ຊົນພາກສ່ວນ​ໜຶ່ງ ​ຍັງ​ຖືກ​ຈຳ​ກັດ. “ລະບົບກົດໝາຍ​ຍັງ​ມີ​ບົດ​ບັນຍັດ​ ຈຳນວນ​ໜຶ່ງ​ທີ່​ບໍ່​ສອດຄ່ອງ​ກັນ, ບໍ່ຕອບສະໜອງໄດ້ຕາມ​ຄວາມ​ຕ້ອງການ​ຕົວ​ຈິງ​ຢ່າງ​ທັນ​ການ. ການປະຕິບັດຕາມກົດໝາຍໂດຍທົ່ວໄປແມ່ນບໍ່ເຂັ້ມງວດ; ລະບຽບ​ວິ​ໄນ​ໃນ​ບາງ​ແຫ່ງ ບາງ​ຄັ້ງ​ຖືກມອງຂ້າມ”(3).  

ບັນດາ​ຈຸດ​ອ່ອນ​ແລະ​ຂໍ້​ຈຳກັດຂ້າງເທິງນີ້ແມ່ນມາຈາກຫຼາຍສາ​ເຫດ​ອັດຕະວິ​ໄສ ​ແລະ ພາວະ​ວິ​ໄສ​ທີ່​ຕ່າງ​ກັນ, ​ແຕ່ສາ​ເຫດ​ອັດຕະວິ​ໄສຍັງເປັນສາເຫດຕົ້ນຕໍ. ຄວາມຮັບ​​ຮູ້ກ່ຽວ​ກັບ​ບົດບາດ, ຄວາມ​ສຳຄັນ​ຂອງວຽກງານ​ການສ້າງ​​ແລະ​ບັງຄັບ​ໃຊ້​ກົດໝາຍ​ຂອງ​ບາງ​ອົງການ​ຈັດ​ຕັ້ງ, ຄະນະ​ພັກ​ ຍັງ​ບໍ່​ທັນ​ເລິກ​ເຊິ່ງ​ແທ້​ເທື່ອ, ບໍ່​ໄດ້​ເອົາ​ໃຈ​ໃສ່​ຫຼາຍ​ປານ​ໃດ​ໃນ​ການ​ນຳພາ, ຊີ້​ນຳ ​ແລະ ບຸລິມະສິດ​​ແຫຼ່ງກຳລັງ​ໃນ​ການ​ປະຕິບັດ; ​ແບບ​ວິທີ​ການນຳພາຍັງ​ບໍ່​ທັນ​ເໝາະ​ສົມ. ມີ​ຫຼາຍ​ອົງການ, ໜ່ວຍ​ງານ, ບຸກຄົນ​ເຂົ້າ​ຮ່ວມ​ຂະ​ບວນການ​ສ້າງ​ແລະ​ບັງຄັບ​ໃຊ້​ກົດໝາຍ, ​ແຕ່​ກົນ​ໄກ​ປະສານ​ງານ​ລະ​ຫວ່າ​ງອົງການ, ໜ່ວຍ​ງານ​ໃນ​ຂົງ​ເຂດ​ນີ້​ ຍັງ​ບໍ່​ມີ​ປະສິດທິ​ຜົນ​ແທ້​ຈິງ, ຍັງ​ໜັກກັບ​ຂັ້ນ​ຕອນ​ການ​ບໍລິຫານ, ຂາດ​ຄວາມ​ເປັນ​ເຈົ້າ​ການ, ຄວາມ​ໄຫວ​ພິບ. ​ເງື່ອນ​ໄຂເພື່ອ​ຮັບປະກັນ​ວຽກ​ງານ​ການສ້າງ​ແລະບັງຄັບ​ໃຊ້ກົດໝາຍ​ຍັງ​ມີ​ຈຳກັດ. ຖັນ​ແຖວ​ພະນັກງານ, ລັດຖະກອນທີ່​ເຮັດ​ວຽກ​ງານ​ກົດໝາຍ​ຢູ່​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ ຍັງ​ຂາດ​​ແຄນ; ຢູ່​​ໃນທ້ອງ​ຖິ່ນ, ສ່ວນ​ຫຼາຍ​ແມ່ນ​​ເຮັດ​ວຽກ​ແບບຄວບ​ໜ້າ​ທີ່, ລະດັບ​ວິຊາຊີບບໍ່ສະ​ໝ່ຳສະ​ເໝີ​ກັນ. ພຶດຕິ​ກຳ​ຕົວ​ຈິງ​ການ​ບັງຄັບ​ໃຊ້​ກົດໝາຍ​ໃນ​ເວລາ​ທີ່​ຜ່ານ​ມາ​ໃຫ້​ເຫັນ​ວ່າ, ພະນັກງານ ລັດຖະກອນ ພາລະ​ກອນ​ຈຳນວນ​ໜຶ່ງ ບໍ່​ມີ​ຄວາມ​ຮູ້​ເລິກ​ເຊິ່ງກ່ຽວ​ກັບ​ຂໍ້​ກຳນົດ​ກົດໝາຍ, ບັນດາ​ຫຼັກການນຳ​ໃຊ້​ກົດໝາຍ ດັ່ງ​ນັ້ນ​ການ​ນຳ​ໃຊ້​ແລະ​ບັງຄັບ​ໃຊ້​ກົດໝາຍ​ໃນ​ການ​ແກ້​ໄຂ​ວຽກ​ງານ​ຍັງ​ເຮັດ​ແບບ​ກົນ​ຈັກ, ​ແຂງ​ກະດ້າງ, ມີ​ປະກົດ​ການ​ຢ້ານ​ຄວາມ​ຮັບຜິດຊອບ ​ແລະ ຜັກ​ດັນ​ຄວາມ​ຮັບຜິດຊອບ​ໃຫ້​ແກ່​ກັນ. ບໍ່​ທັນມີ​ກົນ​ໄກ​ທີ່​ເໝາະ​ສົມ ​ເພື່ອ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຢ່າງ​ກວ້າງ​ຂວາງ​ ຂອງ​ບັນ​ດາ​ອົງ​ການ, ບຸກ​ຄົນ, ຜູ້​ຊ່ຽວ​ຊານ, ນັກ​ວິ​ທະ​ຍາ​ສາດ, ນັກ​ເຄື່ອນ​ໄຫວ​ພຶດຕິ​ກຳ ໃນ​ການ​ສ້າງ​ແລະບັງຄັບ​ໃຊ້​ກົດໝາຍ.

ທິດ​ທາງ, ໜ້າ​ທີ່​ຈຸດ​ໜັກ​ໃນ​ວຽກ​ງານ​ການສ້າງ​ແລະ​ບັງຄັບ​ໃຊ້​ກົດໝາຍ​
ເພື່ອ
ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ຢ່າງ​ສຳ​ເລັດ​ມີ​ໄຊ

ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ຕັ້ງ​ເປົ້າ​ໝາຍ​ເຖິງ​ປີ 2045 ເຮັດ​ໃຫ້​ຫວຽດນາມ “​ກາຍ​ເປັນ​ປະ​ເທດ​ທີ່​ພັດທະນາ​​ແລ້ວ, ​ມີ​ລາຍ​ໄດ້​ສູງ​”(4). ພຶດຕິ​ກຳ​ຕົວ​ຈິງ​ຫຼາຍ​ກວ່າ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ​ແລະ ປະສົບ​ການ​ສາກົນ​ໃຫ້​ເຫັນ​ວ່າ, ​ເພື່ອ​ເຮັດ​ໃຫ້​ເປົ້າ​ໝາຍ​ນີ້ເປັນຈິງ, ໜ້າ​ທີ່​ການສ້າງ​ລະບຽບ​ລະບອບການພັດທະນາ​ມີ​ຄຸນ​ນະພາ​ບສູງ ​ແມ່ນມີ​ບົດບາດສຳຄັນ​ທີ່​ສູດ. ​ເພາະສະ​ນັ້ນ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ສືບ​ຕໍ່​ກຳນົດ​ແຈ້ງ, ການສ້າງລະບຽບ​ລະບອບການພັດທະນາ​ແມ່ນ​ໜຶ່ງ​ໃນ​ສາມ​ການ​ບຸກທະລຸຍຸດ​ທະ​ສາດ​ດ້ວຍ​ເນື້ອ​ໃນ​ແລະ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່; ພ້ອມ​ກັນ​ນັ້ນ, ​ໄດ້​ກຳນົດ​ທິດ​ທາງ​ໃຫຍ່​ຈຳນວນ​ໜຶ່ງທີ່​ມີ​ລັກສະນະ​ປົກ​ຫຸ້ມ ​ໃນ​ການ​ກໍ່ສ້າງ​ແລະ​ຈັດ​ຕັ້ງ​ປະຕິບັດ​ກົດໝາຍ: “ກໍ່ສ້າງ​ລະບົບ​ກົດໝາຍ​ທີ່​ຄົບ​ຖ້ວນ, ທັນ​ການ, ຄົບ​ຊຸດ, ​ເປັນ​ເອກະ​ພາບ, ​ເປັນ​ໄປ​ໄດ້, ​ເປີດ​ເຜີ​ຍ, ​ໂປ່​ງ​ໃສ, ໝັ້ນຄົງ, ຖື​ເອົາ​ສິດ​ແລະ​ຜົນ​ປະ​ໂຫຍ​ດທີ່​ຖືກ​ກົດໝາຍ​ຂອງ​ປະຊາຊົນ, ວິ​ສາ​ຫະກິດ​ເປັນ​ຈຸດ​ໜັກ​ໃຈກາງ, ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ຮັບປະກັນ​ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ”(5). “​ເຊື່ອມ​ໂຍງ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ການ​ສ້າງ​ກົດໝາຍ ​ກັບ​ການຈັດ​ຕັ້ງ​ປະຕິບັດ​ກົດໝາຍ. ສຸມ​ການ​ຊີ້​ນຳ​ຢ່າງ​ແຮງ, ລົງທຶນ​ສ້າງບັນດາ​ແຫຼ່ງກຳລັງ ​ແລະ ເງື່ອນ​ໄຂ​ຕ່າງ​ໆ​ຢ່າງ​ສົມ​ເຫດ​ສົມ​ຜົນ ເພື່ອ​ຍົກ​ສູງ​ປະສິດທິພາບ​ແລະ​ປະສິດທິ​ຜົນ​ຂອງ​​ອົງການບັງຄັບ​ໃຊ້​ກົດໝາຍ, ອົງການ​ກວດກາ ກວດ​ສອບ ຈັດການ​ກັບ​ການລະ​ເມີດ​ກົດໝາຍ”(6). ​ໃນ​ລາຍ​ງານ​ສະຫຼຸບການຈັດຕັ້ງປະຕິບັດ ຍຸດທະສາດການພັດທະນາ ເສດຖະກິດ-ສັງຄົມ 2011-2020, ການ​ສ້າງຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 2021-2030 ​ໄດ້​ມີ​ການເພີ່ມຂໍ້​ກຳນົດການ​ສ້າງ​ລະບົບ​ກົດໝາຍ​ທີ່​ສາມາດ​ແຂ່ງຂັນ​ໃນ​ລະດັບ​ສາກົນ.

​ເພື່ອປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ຢ່າງ​ສຳ​ເລັດ​ມີ​ໄຊ, ວຽກ​ງານ​ການສ້າງ​ແລະ​ບັງຄັບ​ໃຊ້ກົດໝາຍ​ໃນສະ​​ເພາະ​ໜ້າຈະ​ໄດ້​ຮັບ​ການປ່ຽນ​ແປງ​ໃໝ່​ຕໍ່​ໄປ ​ແລະ ສຸມ​ໃສ່​ປະຕິບັດ​ໜ້າ​ທີ່​ຈຸດ​ໜັກ​ໃຈກາງ​ຈຳນວນ​ໜຶ່ງດັງ​ຕໍ່​ໄປ​ນີ້:

ທີ​ໜຶ່ງ, ຫັນ​ທັດສະນະ, ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ​ເປັນ​ນິຕິ​ກຳ​ຢ່າງ​ຄົບ​ຖ້ວນ, ຊັດ​ເຈນ, ທັນ​ການ ​ເຊິ່ງ​ໄດ້​ລະບຸ​ຢ່າງ​ຊັດ​ເຈນ​ໃນ​ເອກະສານກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ ​ແລະ ​ໃນບັນດາ​ມະຕິ ຄຳ​ສັ່ງ ຂໍ້​ສະຫຼຸບ ​ຂອງ​ກົມ​ການ​ເມືອງ, ຄະນະ​ເລຂາທິການ​ສູນ​ກາງ​ພັກ. ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ລະບຽບ​ການ​ ເພື່ອ​ປະຕິບັດ​ລັດຖະທຳ​ມະນູນ​ປີ 2013 ຢ່າງ​ມີ​ປະສິດທິ​ຜົນ. ວຽກ​ງານ​ການ​ສ້າງ​ແລະ​ປັບປຸງ​ບູລະນະ​ລະບົບ​ກົດໝາຍ ຕ້ອງ​ໃຫ້​ບຸລິມະສິດ​ແກ່​ບັນດາ​ຂົງ​ເຂດ​ກົດໝາຍທີ່​ກ່ຽວຂ້ອງກັບ​ການຈັດ​ຕັ້ງ​ກົງຈັກ​ຂອງ​ລັດ; ລະບອບ​ການ​ບໍລິການ​ສາທາລະນະ, ລັດຖະກອນ, ພາລະ​ກອນ; ການປະຕິ​ຮູບ​ການ​ບໍລິຫານ, ການປະຕິ​ຮູບ​ຕຸລາການ; ສິດທິ​ມະນຸດ, ສິດທິ​ພົນລະ​ເມືອງ; ການ​ພັດທະນາ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ; ການ​ຍົກ​ສູງ​ຄຸນ​ນະພາ​ບຊັບພະຍາກອນ​ມະນຸດ; ການປັບປຸງ​ບູລະນະ​ລະບຽບ​ລະບອບ​ເສດຖະກິດ​ຕະຫຼາດ, ​ໂດຍ​ສະ​ເພາະ ​ເພື່ອ​ປະກອບສ່ວນ​ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ​ຂ​ອງ​ຊາດ, ດັດຊະນີປະດິດສ້າງລະດັບໂລກ; ການ​ປະ​ຕິ​ບັດ​ຄໍາ​ໝັ້ນ​ສັນ​ຍາ​ສາ​ກົນ​; ສ້າງ​ຂອບ​ກົດໝາຍ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເຂົ້າ​ຮ່ວມ​ໃນ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່ ​ແລະ ຂະ​ບວນວິວັດ​ການ​ປ່ຽນ​ດິຈີ​ຕອນ, ສ້າງ​ພື້ນຖານ​ກົດໝາຍ​ໃຫ້​ແກ່​ການ​ສ້າງ​ຕັ້ງ ​ແລະ ​ການ​ພັດທະນາ​ຂອງຮູບ​ແບບ​ທຸ​ລະ​ກິດ​ໃໝ່​. ​ໃນ​ສະ​ເພາະ​ໜ້າ, ຕ້ອງການ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ສິ່ງ​ຄົງ​ຄ້າງກ່ຽວ​ກັບ​ລະບຽບ​ລະບອບ, ກົດໝາຍ, ​ແນ​ໃສ່​ຟື້ນ​ຟູ​ການ​ລົງທຶນ​ແລະການ​ທຸລະ​ກິດ​ ໃນ​ເງື່ອນ​ໄຂທັງ​ປ້ອງ​ກັນ​ແລະ​ຕ້ານ​ໂລກລະບາດ, ທັງ​ພັດທະນາ​ເສດຖະກິດ-ສັງຄົມ.

ທີ​ສອງ, ​ໃນສາຍ​ພົວພັນ​ລະຫວ່າງ​ການ​ກໍ່ສ້າງ​ກົດ​ໝາຍ ​ແລະ ການບັງຄັບ​ໃຊ້​ກົດໝາຍ, ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ຈັດ​ຕັ້ງ​ປະຕິບັດ​ກົດໝາຍ, ຮັບປະກັນ​ການ​ເຊື່ອມ​ໂຍງ​ລະຫວ່າງ​ການສ້າງ​ແລະປັບປຸງບູລະນະ​ກົດໝາຍ ກັບ​ການຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ປະຕິບັດ​ກົດໝາຍ. ສືບ​ຕໍ່​ຈັດ​ຕັ້ງ​ປະຕິບັດ​ລັດຖະທຳ​ມະນູນປີ 2013, ບັນດາ​ກົດໝາຍ, ກົດດຳລັດ, ມະຕິ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະກຳມະການປະຈຳສະພາ​ແຫ່ງ​ຊາດ​ຢ່າງ​ເຂັ້ມ​ງວດ; ປະກາດໃຊ້ບັນດາເອກະສານກຳນົດລະອຽດກ່ຽວກັບກົດໝາຍ, ກົດດຳລັດ​ໂດຍ​ທັນທີ ​ເພື່ອ​ແນ​ໃສ່​ແກ້​ໄຂຢ່າງ​ຂາດ​ຂັ້ນ ​ສະຖານະ​ການຕິດ​ໜີ້​​ໃນ​ການ​ອອກ​ເອກະສານທາງ​ກົດໝາຍ, ນຳກົດໝາຍແລະກົດ​ດຳລັດເຂົ້າສູ່ຊີວິດສັງຄົມ​ໂດຍ​ໄວ. ​ໃນ​ການຈັດ​ຕັ້ງ​ປະຕິບັດ​ກົດໝາຍ ຕ້ອງ​ເພີ່ມ​ທະວີ​ການ​ຕິດຕາມ​ ​ແລະ ​ແນ​ະ​ນຳການ​ນໍາ​ໃຊ້​ກົດ​ໝາຍ​; ການກວດ​ພົບ​​ໄວ ​ແລະ ຈັດການ​ແກ້​ໄຂບັນຫາ​ໃນ​ທາງ​ປະຕິບັດ​ໄດ້​ທັນທີ; ສະ​ເໜີ​ແກ້​ໄຂ​ແລະ​ເພີ່ມ​ເຕີມ​ຂໍ້​ບັງຄັບ​ທີ່​ບໍ່​ເໝາະ​ສົມ​ກັບ​ກັບ​ຄວາມ​ເປັນ​ຈິງ​ໂດຍ​ທັນທີ. ພິ​ເສດ, ​ໃນ​ການ​ປະຕິບັດ​ກົດໝາຍ​ຕ້ອງ​ຊາບ​ຊຶມ​ ​ແລະ ປະຕິບັດ​ຢ່າງ​ເຖິງ​ຖອງ​ຫຼັກການ “ທຸກ​ຄົນ​ມີ​ສິດ​ເສລີ​ໃນ​ການດຳ​ເນີນ​ທຸລະ​ກິດ​ໃນບັນດາ​ຂົງ​ເຂດ, ອາຊີບ​ທີ່​ກົດໝາຍ​ບໍ່​ໄດ້​ຫ້າມ” (ມາດຕາ 33, ລັດຖະທຳ​ມະນູນ​ປີ 2013) ​ແລະ ຫຼັກການ “ລັດ​ໄດ້​ຮັບ​ການຈັດ​ຕັ້ງ ​ແລະ ​ເຄື່ອນ​ໄຫວ​ຕາມ​ລັດຖະທຳ​ມະນູນ​ແລະກົດໝາຍ, ຄຸ້ມ​ຄອງ​ສັງຄົມ​ດ້ວຍລັດຖະທຳ​ມະນູນ​ແລະກົດໝາຍ” (ຂໍ້ 1, ມາດຕາ 8, ລັດຖະທຳ​ມະນູນປີ 2013). ຍູ້​ແຮງ​ການ​ເຜີຍ​ແຜ່​ກົດໝາຍ ​ແລະ​ ອົບ​ລົມສຶກສາ​ກົດໝາຍ; ​ເພີ່ມ​ທະວີ​ຄວາມ​ສາມາດ​ເຂົ້າ​ເຖິງ​ກົດໝາຍຂອງ​ປະຊາຊົນ ​ແລະ ວິດສາ​ຫະກິດ, ຍົກ​ສູງ​ສະຕິຄວາມ​ຮັບ​ຮູ້​ໃນ​ການ​ປະຕິບັດ​ຕາມ​ກົດໝາຍ, ຮັບປະກັນ​ການ​ເຄົາລົບ​ກົດໝາຍ​ກາຍ​ເປັນ​ມາດຕະຖານ​​ໃນ​ການ​ປະຕິບັດ​ໜ້າ​ທີ່​ທາງ​ການ ​ແລະ ​ໃນຊີວິດ​ສັງຄົມ.

ທີ​ສາມ, ສືບ​ຕໍ່​ເພີ່ມ​ທະວີ ​ແລະ ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການນຳພາ​ຂອງ​ພັກຕໍ່ວຽກ​ງານ​ການສ້າງ​ແລະ​ບັງຄັບ​ໃຊ້​ກົດໝາຍ. ຫັນ​ບັນດາ​ທັດສະນະ, ​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ເປັນ​ນິຕິ​ກຳ ​​ໃນ​ນະ​ໂຍບາຍ​ແລະກົດໝາຍ; ນຳພາ​ການ​ກໍ່ສ້າງ​ຖັນ​ແຖວ​ພະນັກງານ, ລັດຖະກອນ​ທີ່​ມີ​ຄຸນສົມບັດ​ແລະ​ຄວາມ​ສາມາດ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ຢ່າງ​ມີ​ປະສິດທິ​ຜົນ. ການປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ນຳພາ​ຂອງ​ພັກຕໍ່ວຽກ​ງານ​ການສ້າງ​ແລະຈັດ​ຕັ້ງ​ປະຕິບັດ​ກົດໝາຍຕ້ອງ​ສຸມ​ໃສ່​ວຽກ​ງານ​ປ່ຽນ​ແປງ​ໃໝ່​ແລະ​ຍົກ​ສູງ​ຄຸນ​ນະພາ​ບການ​ສ້າງ​ກົດໝາຍ​ແລະ​ລະບຽບ​ຂໍ້​ບັງຄັບ; ກຳນົດນະ​ໂຍບາຍ​ແລະ​ກົດໝາຍ​ທີ່ສຳຄັນ, ສັບສົນ ​ແລະ ລະອຽດ​ອ່ອນ​ໃນ​ເວລາ​ທີ່​ເໝາະ​ສົມ. ເອົາ​ໃຈ​ໃສ່​ຊຸກຍູ້, ກວດກາ ​ແລະ ຕິດຕາມກວດກາ​ວຽກ​ງານ​ການສ້າງ ​ແລະ ຈັດ​ຕັ້ງ​ປະຕິບັດ​ກົດໝາຍ; ຈັດການ​ກັບ​ຄວາມ​ຮັບຜິດຊອບຂອງບັນດາອົງການ, ໜ່ວຍງານ ແລະ ບຸກຄົນທີ່​ເຮັດ​ວຽກບໍ່ສໍາເລັດ.

ທີ​ສີ່, ສືບ​ຕໍ່​ຄົ້ນຄວ້າ ​ແລະ ​ປ່ຽນ​ແປງ​ໃໝ່​ເທື່ອ​ລະ​ກ້າວ ​ການເຂົ້າ​ເຖິງ​ໃນ​ວຽກ​ງານ​ການ​ສ້າງ​ກົດໝາຍ, ປະກອບສ່ວນ​ປະກາດ​ໃຊ້​ກົດໝາຍ​ທີ່ມີ​ທັງຄຸນຄ່າ​ໃນ​ການ​ນຳ​ໃຊ້​ໃນ​ໄລຍະ​ຍາວ ​ແລະ ​ສາມາດ​ດັດປັບ​ເຂົ້າ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງ​ການ​ໃໝ່ຂອງພຶດຕິ​ກຳ​ຕົວ​ຈິງ ​ໄດ້​ຢ່າງ​ວ່ອງ​ໄວ; ທັງ​ຮັບປະກັນ​ຫຼັກການລະບອບ​ກົດໝາຍ​ສັງຄົມ​ນິຍົມ, ທັງ​ສ້າງ​ພື້ນ​ທີ່ປະດິດ​ສ້າງ​ໃນ​ການ​ບໍລິຫານ​ ຂອງ​ລັດຖະບານທີ່​ຊື່ສັດ​ສຸ​ຈະລິດ, ກະທຳ, ສ້າງ​ການ​ພັດທະນາ, ກໍ​ຄື​ພື້ນ​ທີ່​ການ​ນໍາ​ໃຊ້​ກົດ​ໝາຍຢ່າງ​ຍືດຫຍຸ່ນ ຂອງລະບົບ​ສານ​ທີ່ຮັບໃຊ້ຍຸຕິທໍາ, ຄວາມ​ຊອບທຳ​ ແລະ ຄວາມ​ສະ​ເໝີ​ພາບ. ຄົ້ນຄວ້າ​ແລະກຳນົດ​ແຈ້ງ​ເງື່ອນ​ໄຂ, ​ເນື້ອ​ໃນ, ລຳດັບ, ຂັ້ນຕອນ, ສິດອຳນາດໃນການສ້າງ, ປະກາດໃຊ້ ແລະ ດຳເນີນການທົດ​ລອງຂອບ​ລະບອບ​ລະບຽບທີ່​ມີ​ການ​ກວດກາ ​ເພື່ອ​ເຂົ້າ​ຮ່ວມ​ຢ່າງ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ໃນ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່. ສືບ​ຕໍ່​ຄົ້ນ​ຄ້ວາ, ປັບປຸງ​ຂະ​ບວນການສ້າງ​ກົດໝາຍ ​ແລະລະບຽບຂໍ້​ບັງຄັບ​​ໃນ​ທາງ​ປະຕິບັດ​ແລະ​ມີ​ປະສິດທິ​ຜົນ. ຄົ້ນ​ຄວ້າ​ແລະນຳ​ໃຊ້ບັນດາ​ເຕັກ​ນິກສ້າງ​ກົດໝາຍ​ທີ່​ທັນ​ສະ​ໄໝ, ​ໃຫ້​ຄວາມ​ສຳຄັນ​ກັບການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ.

ທີ​ຫ້າ, ກຳນົດ​ໜ້າ​ທີ່, ສິດຂອບ​ເຂດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ແຕ່​ລະ​ອັດຕະພາບ​ໃນ​ຂະ​ບວນການ​ສ້າງ​ແລະບັງຄັບ​ໃຊ້ກົດໝາຍຢ່າງ​ຈະ​ແຈ້ງ. ​ເພີ່ມ​ທະວີ​ຄວາມ​ເຂັ້ມ​ງວດ ລະບຽບວິໄນ ແລະ ຄວາມຮັບຜິດຊອບຂອງບັນດາຫົວໜ້າຄະນະພັກ, ຫົວໜ້າສຳ​ນັງານ ອົງການ, ພ້ອມດຽວກັນນັ້ນ ​ເອົາ​ໃຈ​ໃສ່​ວຽກ​ງານກວດກາ ແລະ ປະ​ເມີນ​ຜົນ​ການຈັດ​ຕັ້ງ​ປະຕິບັດ. ​ເພີ່ມ​ທະວີ ​ແລະ ຍົກ​ສູງ​ປະສິດທິ​ຜົນການ​ປະສານ​ງານ​ລະຫວ່າງ​ອົງການ, ໜ່ວຍງານ ​ແລະ ບຸກຄົນ ​ໃນ​ວຽກ​ງານ​ສ້າງ​ແລະບັງຄັບ​ໃຊ້​ກົດໝາຍ, ​ໂດຍ​ສະ​ເພາະແມ່ນ​ໃນ​ການ​ຮ່າງ, ດັດ​ແກ້ ​ແລະ ການ​ຍື່ນ​ສະ​ເໜີ​ໂຄງການ, ຮ່າງ​ເອກະສານ, ​ໃນ​ຂັ້ນ​ຕອນ​ການ​ເກັບ​ກຳຄຳເຫັນ, ການ​ປະ​ເມີນ, ການ​ກວດກາ ​ເພື່ອ​ເລັ່ງລັດ​ຄວາມ​ຄືບ​ໜ້າ ​ແລະ ປັບປຸງ​ຄຸນ​ນະພາ​ບຂອງວຽກງານ​ສ້າງ​ກົດໝາຍ. ຮັບປະກັນ​ການ​ເຂົ້າ​ຮ່ວມ​ຢ່າງ​ຄົບ​ຖ້ວນ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ ​ຂອງ​ບັນດາ​ອົງການ ​ແລະ ປະຊາຊົນ​​ທຸກ​ຊັ້ນ​ວັນນະ ​ໃນ​ການ​ສ້າງ ​ແລະ ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ນະ​ໂຍບາຍ ​ແລະ ຮ່າງ​ກົດໝາຍ. ​ເສີມ​ຂະຫຍາຍ​ບົດບາດ​ຕິດຕາມ​ກວດກາ ​ແລະ ວິຈານ​ສັງຄົມ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ - ສັງຄົມ. ການຈັດ​ຕັ້ງ​​ເກັບ​ກຳ​ຄວາມ​ເຫັນ​ຕ້ອງ​ເປັນ​ວິທະຍາສາດ ​ແລະ ສະ​ເພາະ; ຮູບ​ແບບ​ຕ້ອງ​ຫຼາກ​ຫຼາຍ ​ແລະ ​ເໝາະ​ສົມ​ກັບ​ແຕ່ລະ​ກຸ່ມ​ເປົ້າ​ໝາຍ. ການ​ຄົ້ນຄວ້າ​ແລະການຮັບເອົາຄໍາຄິດຄໍາເຫັນ ຕ້ອງ​ເຂັ້ມງວດ​ແລະ​ຈິງ​ຈັງ; ຄວາມ​ຄິດ​ເຫັນທີ່​ບໍ່​ໄດ້​ຮັບ​ການ​ຍອມຮັບ ຄວນ​ໄດ້​ຮັບ​ການ​ອະທິບາຍ​ຢ່າງ​ລະອຽດ.

ທີ​ຫົກ, ຍົກ​ສູງ​ຄຸນ​ນະພາ​ບການ​ປະ​ເມີນ ​ແລະ ​ການ​ກວດກາ ​ເອກະສານ​ທາງ​ກົດໝາຍ, ຖື​ວ່າ​ເປັນ​ວິທີ​ແກ້​ທີ່ສຳຄັນ ​ເພື່ອ​ຮັບປະກັນຄວາມ​ຖືກຕ້ອງ​ຕາມ​ລັດຖະທຳ​ມະນູນ, ຖືກ​ກົດ​ໝາຍ, ຄົບ​ຊຸດ ​ແລະ ​ເປັນ​ເອກະ​ພາບ ​ຂອງ​ລະບົບ​ກົດໝາຍ. ​ເນື້ອ​ໃນ​ຂອງ​ການ​ປະ​ເມີນ ແລະ ການກວດກາ ຈຳຕ້ອງຕີ​ລາຄາຄວາມເໝາະສົມ ແລະ ລະດັບ​ການ​ຫັນ​ແນວທາງ ນະ​ໂຍບາຍ​ຂອງພັກ​ ເປັນ​ນິຕິ​ກຳ; ຄວາມ​ຖືກຕ້ອງ​ຕາມລັດຖະທຳ​ມະນູນ, ຖືກ​ກົດໝາຍ, ຄວາມ​ຄົບ​ຊຸດ ​ແລະ ​ເປັນ​ເອກະ​ພາບ​ກັບ​ລະບົບ​ກົດໝາຍ; ຄວາມ​ເປັນ​ໄປ​ໄດ້​ຂອງ​ກົດ​ຂໍ້​ບັງຄັບ, ຜົນ​ກະທົບ​ຂອງ​ມັນ​ຕໍ່​ຊີວິດ​ເສດຖະກິດ-ສັງຄົມ. ຄວາມ​ຄິດ​ເຫັນ​ການ​ປະ​ເມີນ ກວດ​ສອບ ຈະ​ຕ້ອງໄດ້ຮັບການຄົ້ນຄວ້າ​ແລະ​ຍອມຮັບ​ ໂດຍ​ອົງການ​ຮ່າງ​ ຢ່າງ​ຖື່ຖ້ວນ ​ແລະ ຕ້ອງ​ເປັນ​ຊ່ອງ​ທາງ​ຂໍ້​ມູນສໍາຄັນ ​ໃຫ້​ອົງການ​ທີ່​ມີອໍານາດອ້າງ​ອີງ​ ໃນ​ຂະ​ບວນການກວດ​ສອບ​ແລະ ​ອະນຸມັດເອກະສານທາງກົດຫມາຍ.

ທີ​ເຈັດ, ​ເອົາ​ໃຈ​ໃສ່, ລົງທຶນ​ແຫຼ່ງພະລັງ​ທີ່​ເໝາະ​ສົມ ​ໃຫ້​ວຽກ​ງານ​ການ​ສ້າງ​ແລະ​ບັງຄັບ​ໃຊ້​ກົດໝາຍ. ສະພາ​ແຫ່ງ​ຊາດ, ລັດຖະບານ, ນາຍົກ​ລັດຖະມົນຕີ, ບັນດາ​ກະຊວງ ຄະນະ ຂະ​ແໜງ​ການ​ສູນ​ກາງ, ທ້ອງ​ຖິ່ນ​ ຕ້ອງ​ເອົາ​ໃຈ​ໃສ່, ຈັດສັນ​ເງິນ​ທຶນ​ເພື່ອ​ຮັບປະກັນ​ປະສິດທິ​ຜົນ​ ຂອງ​ວຽກ​ງານ​ການສ້າງ​ແລະ​ບັງຄັບ​ໃຊ້​ກົດໝາຍ. ​ເອົາ​ໃຈ​ໃສ່​ການ​ກໍ່ສ້າງ ຝຶກ​ອົບຮົມ ຍົກ​ສູງ​ຄວາມ​ສາມາດ, ຫຼັກ​ໝັ້ນ​ທາງ​ການ​ເມືອງ, ລະດັບ​ວິຊາ​ອາຊີບ ວິຊາ​ສະ​ເພາະ​ໃຫ້​ຖັນ​ແຖວ​ພະນັກງານທີ່​ເຮັດ​ວຽກ​ງານ​ການ​ສ້າງ​ແລະ​ບັງຄັບ​ໃຊ້​ກົດໝາຍ. ມີ​ກົນ​ໄກ​ດຶງ​ດູດ, ສົ່ງ​ເສີມ​ຜູ້​ຊ່ຽວຊານ, ນັກວິທະຍາສາດ, ຜູ້​ປະຕິບັດ​ງານ​ທີ່​ມີ​ຄຸນ​ວຸດ​ທິ​ແລະ​ມີ​ປະສົບ​ການ ​ໃຫ້​ເຂົ້າ​ຮ່ວມ​ວຽກ​ງານ​ການ​ສ້າງ​ແລະ​ບັງຄັບ​ໃຊ້​ກົດໝາຍ​ຢ່າງ​ແທ້​ຈິງ ​ແລະ ​ມີ​ປະສິດທິ​ຜົນ. ປະຕິບັດ​ບັນດາ​ມາດ​ຕະການ​ແກ້​ໄຂ​ ເພື່ອ​ຮັບປະກັນ​ຄຸນ​ນະພາ​ບການ​ບໍລິການ​ດ້ານ​ກົດໝາຍ, ການ​ຊ່ວຍ​ເຫຼືອ​ດ້ານ​ກົດໝາຍ; ມີ​ນະ​ໂຍ​ບາຍ​ສະ​ເພາະ​ເພື່ອ “​ເປີດ​ກວ້າງການ​ປົກ​ຫຸ້ມ” ແລະ ​ປັບ​ປຸງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ ຂອງ​ອົງ​ການທີ່​ປະ​ຕິ​ບັດງານ​ໃນຂົງ​ເຂດ​ນີ້​. ​ເອົາ​ໃນ​ໃສ່ການ​ຮັບ ​ແລະ ຈັດການ​ແກ້​ໄຂ​ຄຳ​ຮ້ອງ​ທຸກ ​ແລະ ຂໍ້​ສະ​ເໜີແນະ​ ຈາກ​ປະຊາຊົນ ​ແລະ ວິ​ສາ​ຫະ​ກິດ; ​ເພີ່ມ​ທະວີ​ການ​ສົນທະນາ, ​ຕອບ​ບັນຫາ​ແລະ​ຄວາມ​ບໍ່​ພຽງພໍ​ໃນ​ການ​ນຳ​ໃຊ້ ​ແລະ​ການປະຕິບັດ​ນະ​ໂຍບາຍ, ກົດໝາຍ​​ໃນ​ທັນທີ.

ດ້ວຍການ​ນຳ​ໃຊ້ວິທີ​ແກ້​ໄຂ​ຕ່າງໆ​ຢ່າງ​ຄົບ​ຊຸດ, ດ້ວຍ​ຄວາມ​ພະຍາຍາມ​ແລະ​ຄວາມ​ຕັດສິນ​ໃຈ​ສູງ, ພວກ​ເຮົາ​ຈຶ່ງ​ສາມາດ​ບັນລຸ​ເປົ້າ​ໝາຍ​ການ​ສ້າງ​ລະບົບ​ກົດໝາຍ​ທີ່​ຄົບ​ຖ້ວນ, ຄົບ​ຊຸດ, ​ເປັນ​ເອກະ​ພາບ, ທັນ​ການ, ​ເປັນ​ໄປ​ໄດ້, ໝັ້ນຄົງ, ​ເປີດ​ເຜີຍ, ​ໂປ່​ງ​ໃສ, ຕິດ​ພັນ​ກັບ​ການ​ປະຕິບັດ​ກົດໝາຍ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ເຂັ້ມ​ງວດ, ຮັບປະກັນ “ທຸກ​​ແນວ​ທາງ​ຂອງ​ພັກ, ທຸກນະ​ໂຍບາຍ ກົດໝາຍ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ລັດ ແມ່ນ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ, ຖື​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ​ເປັນ​ຈຸດໝາຍ​ສູ້​ຊົນ(7) ດັ່ງ​ທີ່​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ໄດ້​ເນັ້ນ​ໜັກ. ກົດໝາຍ​​ຂຶ້ນ​ກັບ​ໂຄງບົນ, ຖ້າ​​ສາມາດ​ສ້າງ​ລະບົບ​ກົດໝາຍ​ທີ່​ຕອບ​ສະໜອງ​ໄດ້​ຢ່າງ​ເຕັມທີ່​ຕາມ​ທີ່​ກຳນົດ​ໄວ້​ໃນ​ເອກະສານ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ, ພ້ອມ​ກັນ​ນັ້ນ, ​ການ​ຈັດ​ຕັ້ງ​ປະຕິບັດ​ກົດໝາຍຢ່າງ​ມີ​ປະສິດທິ​ຜົນ ​ແລະ​ ເຂັ້ມ​ງວດ, ກໍ​ໝາຍ​ຄວາມ​ວ່າ, ​ໄດ້​ກໍ່ສ້າງ​ໂຄງ​ລ່າງ ​“ອ່ອນ” ທີ່​ສຳຄັນ ​ໃຫ້​ປະ​ເທດ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງໃນອະນາຄົດ​ອັນ​ໃກ້./.

------------------------

 (1) ເອກະສາ​ນກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12, ຫ້ອງການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 176.

(2), (3) ເອກະສາ​ນກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2021, ​ເຫຼັ້ມ 1, ໜ້າ 71 - 72, 89.

(4) ເອກະສາ​ນກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 2, ໜ້າ 327.

(5), (6) ເອກະສາ​ນກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 1, ໜ້າ 175, 179.

(7) ຫງວຽນ​ຝູຈ້ອງ: “ບາງ​ບັນຫາ​ທິດ​ສະ​ກີ ​ແລະ ພຶດຕິ​ກຳ​ກ່ຽວ​ກັບ​ລັດທິ​ສັງຄົມ​ນິຍົມ ​ແລະ ​ເສັ້ນທາງ​ຂຶ້ນ​ສູ່ລັດທິ​ສັງຄົມ​ນິຍົມ​ຢູ່​ຫວຽດນາມ”, ວາລະ​ສານ​ກອມ​ມູນິດ, ສະບັບທີ 966, ​ເດືອນ​ພຶດສະພາ​ປີ 2021, ໜ້າ 9.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ ວາລະ​ສານ​ກອມ​ມູນິດ, ສະບັບທີ 979, (​ເດືອນ​ທັວາ​ປີ 2021)