ວກ. - ໃນວັນ​ທີ 10 ມີ​ນາ 2013, ກົມ​ການ​ເມືອງສູນກາງພັກ​ໄດ້​ອອກ​ມະ​ຕິ​ເລກ​ທີ 22-NQ/TW “ວ່າ​ດ້ວຍ​ການ​ເຊື່ອມ​ໂຍງ​ສາ​ກົນ”. ສິດປີ​ທີ່​ຜ່ານ​ມາ, ການ​ຕີ​ລາ​ຄາ​ສັງ​ລວມ​ຂະ​ບວນ​​ການ​ຜັນ​ຂະ​ຫຍາຍ​​ປະ​ຕິ​ບັດມະ​ຕິ, ຖອດ​ຖອນ​ບົດ​ຮຽນ​ສຳລັບ​ໄລ​ຍະ​ຈະ​ມາ​ເຖິງ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຊື່ອມ​ໂຍງຂອງ​ປະ​ເທດ​​ກັບພາກ​ພື້ນ ແລະ ໂລກ ​ນັບ​ມື້​ນັບເລິກ​ເຊິ່ງ ກວ້າງ​ຂວາງ ແລະ ຮອບ​ດ້ານ ເຊິ່ງ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ.

 

ຄວາມຄິດ​ໃໝ່ຫຼາຍ​ຢ່າງໄດ້ເຂົ້າສູ່​ຊີ​ວິດສັງຄົມ

ຖ້າ​ໃຫ້​ທັດ​ສະ​ນະ​ວ່າ ການ​ເຊື່ອມ​ໂຍງ​ສາ​ກົນ​ແມ່ນ​ໄລ​ຍະ​ພັດ​ທະ​ນາ​ສູງຂອງ​ການ​ຮ່ວມ​ມື​ສາ​ກົນ, ເຊິ່ງ​ຫວຽດ​ນາມ ໄດ້​ຜັນ​ຂະ​ຫຍາຍ​ການເຄື່ອນ​ໄຫວ​ເຊື່ອມ​ໂຍງ​​ສາ​ກົນ​ ແຕ່ກ່ອນ​ດຳ​ເນີນ​​​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ (ປີ 1986). ແຕ່​, ນັບ​ແຕ່​ເມື່ອ​ດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ, ໂດຍສະເພາະ ເ​ມື່ອຫວຽດ​ນາມ​​ກາຍ​ເປັນ​ສະ​ມາ​ຊິ​ກ​ຂອງ​ສະ​ມາ​ຄົມ​ບັນ​ດາ​ປະຊາຊາດຕາ​ເວັນ​ອອກ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ, ປີ 1995), ການ​ເຊື່ອມ​ໂຍງ​ສາ​ກົນ​ຂອງ​ຫວຽດ​ນາມ ຈຶ່ງ​ໄດ້ຮັບການ​ຊຸກຍູ້ ​ແລະເປີດກວ້າງ​ເທື່ອລະ​ກ້າວ. ໃນ​ຂະ​ບວນການ​ດັ່ງ​ກ່າວ, ເອ​ກະ​ສານ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມຈຳ​ນວນ​ໜຶ່ງ, ເປັນ​ຕົ້ນ​ແມ່ນ​ ມະ​ຕິ​ເລກ​ທີ 07-NQ/TW ​ລົງ​ວັນ​ທີ 27 ພະ​ຈິກ 2002 ຂອງ​ກົມ​ການ​ເມືອງສູນກາງພັກ “ວ່າ​ດ້ວຍ​ການ​ເຊື່ອມ​ໂຍງ​​ສາ​ກົນ”, ​ໄດ້​ກຳ​ນົດ​ບັນ​ດາ​ມາດ​ຕະ​ການ​ທີ່​ລະ​ອຽດ, ຮອບ​ດ້ານ ​ເພື່ອ​ຜັນ​ຂະ​ຫຍາຍ​ການ​ເຊື່ອມ​ໂຍງ​ດ້ານເສດ​ຖະ​ກິດກັບ​ສາ​ກົນ. ແຕ່​ວ່າ, ຈົນຮອດ​ເວ​ລາ​ມະ​ຕິ​ເລ​ກ​ທີ 22-NQ/TW ​ລົງ​ວັນ​ທີ 10 ມີ​ນາ 2013 ຂອງ​ກົມ​ການ​ເມືອງ​​ສູນກາງພັກ “ວ່າ​ດ້​ວຍການ​ເຊື່ອມ​ໂຍງ​​ສາ​ກົນ” ຈຶ່ງ​ໄດ້ກຳນົດຢ່າງຈະແຈ້ງ​ບັນ​ດາ​ບັນ​ຫາ​ອັນ​ພື້ນ​ຖານ​ ກ່ຽວ​ກັບ​ຈິນ​ຕະ​ນາ​ການ​ເຊື່ອມ​ໂຍງ​​ສາ​ກົນ, ເປັນ​ຕົ້ນ​ແມ່ນ​ຄວາມ​ສຳ​ນຶກ, ທັດ​ສະ​ນະ​ຊີ້​ນຳ ແລະ ບັນ​ດາ​​ທິດທາງທີ່ສຳຄັນ ຂອງການ​ເຊື່ອມ​ໂຍງ​​ສາ​ກົນ. ໃນ​ສິບປີ​ທີ່​ຜ່ານ​ມາ, ມີຫຼາຍ​ຈຸດ​ໃໝ່​ກ່ຽວ​ກັບ​ຈິນ​ຕະ​ນາ​ການ, ຄວາມ​ຮັບ​ຮູ້ ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ສາ​ກົນ​ ໃນ​ມະ​ຕິ​ເລກ​ທີ 22-NQ/TW ທີ່​ໄດ້​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ເວືອງ ດິ່ງ ເຫ້ວ (ທາງຂວາ) ພົບປະທ່ານ ມີແກນ ດີອາດກາແນນ ເລຂາທີໜຶ່ງ ຄະນະບໍລິຫານງານສູນກາງ ພັກກອມມູນິດກູບາ, ປະທານປະເທດສາທາລະນະລັດກູບາ _ພາບ: TTXVN

ກ່ຽວ​ກັບ​ຄວາມ​ສຳ​ນຶກ, ມະ​ຕິ​ເລກ​ທີ 22-NQ/TW ​ໄດ້​ຢືນ​ຢັນ​ວ່າ, ການ​ເຊື່ອມ​ໂຍງ​​ສາ​ກົນ​ແມ່ນ​ການ “ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ ​ຕາມ​ບັນ​ດາ​ຂໍ້​ຕົກລົງ​ສາ​ກົນ ​ເຊິ່ງ​ຫວຽດ​ນາມ​ເປັນຜູ້ລົງຍາມ, ໄປ​ຄຽງ​ຄູ່​ກັບ​ການ​ເປັນ​ເຈົ້າ​ການ ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການກໍ່​ສ້າງ​ ແລະ ໃຊ້ປະໂຫຍດຈາກບັນ​ດາ​ກົດ​ລະ​ບຽບ, ກົດ​ໝາຍ​ສາ​ກົນ ແລະ ເຂົ້າ​ຮ່ວມການ​ເຄື່ອນ​ໄຫວ​ຂອງ​ປະ​ຊາ​ຄົມ​ໃນ​ພາກ​ພື້ນ ແລະ ສາ​ກົນ ຢ່າງ​ມີປະ​ສິດ​ທິ​ຜົນ”(1). ຄວາມ​ສຳ​ນຶກນີ້ ​​ຊີ້ບອກ​ຢ່າງ​ຈະ​ແຈ້ງ​ເຖິງການເຄື່ອນ​ໄຫວ​ເຊື່ອມ​ໂຍງ​​ສາ​ກົນ​ສາມ​ປະ​ເພດ, ລວມ​ມີ: 1- ປະ​ຕິ​ບັດ​ຕາມ “ກົດ​ຂອງເກມ”; 2- ເຂົ້າ​ຮ່ວມ​ການ​ສ້າງ “ກົດ​ຂອງເກມ”; 3- ເຂົ້າ​ຮ່ວມ​ບັນ​ດາການ​ເຄື່ອນ​ໄຫວ​ລວມ​ຂອງ​ພາກ​ພື້ນ ແລະ​ ສາ​ກົນ. ນີ້​ແມ່ນ​ວິ​ທີ​ການ​ເຂົ້າ​ເຖິງ​ທີ່​ເຂົ້າ​ໃຈ​ງ່າຍ, ຜັນ​ຂະ​ຫຍາຍ​ໄດ້​ງ່າຍ ແລະ ມີ​ປະ​ສິດ​ທິ​ຜົນ ​ໃນ​ການ​ແນະ​ນຳ “ການ​ກະທຳ ໃຫ້​​ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ບຸກ​ຄົນ​ທີ່​ເຂົ້າ​ຮ່ວມ​ການ​ເຊື່ອມ​ໂຍງ​ສາ​ກົນ. ໃນ​ພາກ​ຕົວ​ຈິງ​ແລ້ວ ​ການ​ເຊື່ອມ​ໂຍງ​​ສາ​ກົນ​ຂອງ​ຫວຽດ​ນາມ ໃນ​​ສີບປີ​ທີ່​ຜ່ານ​ມາ, ເປັນ​ຕົ້ນ​ແມ່ນ​ ຂະ​ບວນ​​ການ​ເຈ​ລະ​ຈາ, ລົງ​ນາມ, ຫັນ​ເປັນ​ກົດ​ໝາຍພາຍໃນ ແລະ ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ ຕາມ​ຄຳ​ໝັ້ນ​ສັນ​ຍາ​ສຳ​ລັບ​ສັນ​ຍາ​​ດ້ານ​ການ​ຄ້າ​ເສ​ລີ 15 ສະ​ບັບ, ແມ່ນຫຼັກ​ຖານ​ພະ​ຍາຍ​​ໃຫ້​ເຫັນຢ່າງຈະແຈ້ງວ່າ ຫວຽດ​ນາມ​ຍາມ​ໃດ​ກໍ່​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດຕາມ “ກົດ​ຂອງເກມ ແລະ ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ສ້າງ “ກົດ​ຂອງເກມ”.

ກ່ຽກັບ​ທັດ​ສະ​ນະ​ຊີ້​ນຳ, ມະ​ຕິ​ເລກ​ທີ 22-NQ/TW ​ໄດ້​ເນັ້ນ​ໜັກ​ວ່າ ການ​ເຊື່ອມ​ໂຍງ​​ສາ​ກົນ “ແມ່ນ​ການ​ກຳ​ນົດ​ທິດ​ຍຸດ​ທະ​ສາດທີ່ສຳຄັນ​ຂອງ​ພັກ ແນ​ໃສ່​ປະ​ຕິ​ບັດໜ້າ​ທີ່ກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຫວຽດ​ນາມສັງ​ຄົມ​ນິ​ຍົມ ​ຢ່າງ​ສຳ​ເລັດ​ມີ​ໄຊ​”(2). ທັດ​ສະ​ນະ​ນີ້​​ ໄດ້​ລະບຸທີ່​ຕັ້ງ​ອັນ​ສຳ​ຄັນ​ຂອງ​ການ​ເຊື່ອມ​ໂຍງ​​ສາ​ກົນ​ ໃນ​ພາ​ລະ​ກິດກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດຫວຽດ​ນາມ​ສັງ​ຄົມ​ນິ​ຍົມ, ຢຸດ​ຕິ​ຄວາມ​ລັ່ງ​ເລ​ໃນ​ການ​ເຊື່ອມ​ໂຍງ​​ສາ​ກົນ​ ຍ້ອນ​ວ່າ​​ມີ​ຄວາມລຳ​ບາກ​ໃຈ​ ກ່ຽວ​ກັບ​ຜົນ​ກ​ະ​ທົບ​ທາງລົບ​​ຈາກ​ສະ​ພາບ​ແວດ​ລ້ອມ​​ພາຍນອກ. ດັ່ງ​ນັ້ນ, ທັດ​ສະ​ນະ​ນີ້​ ໄດ້​ປະ​ກອບ​ສ່ວນ​ສ້າງ​​ຄວາມ​ເປັນເອ​ກະ​ພາບ​ໃນ​ຄວາມ​ຮັບ​ຮູ້​ ກ່ຽວ​ກັບ​ຄວາມ​ສຳ​ຄັນ ​ຂອງ​ການ​ເຊື່ອມ​ໂຍງ​ສາ​ກົນ ຢູ່​ຫວຽດ​ນາມ ໃນ​ສິບປີ​ທີ່​ຜ່ານ​ມາ.

ທັດ​ສະ​ນະ​ຊີ້​ນຳ​ກໍ່​ເນັ້ນ​ໜັກ​ວ່າ ການ​ເຊື່ອມ​ໂຍງ​​ສາ​ກົນ​ແມ່ນ “ພາ​ລະ​ກິດ​ຂອງ​ທົ່ວ​ປວງ​ຊົນ ແລະ ຂອງ​ລະ​ບົບ​ການ​ເມືອງ​ທັງ​ໝົດ ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ ແລະ ການ​ຄຸ້ມ​ຄອງ​ຂອງ​ລັດ”(3). ສິ່ງ​ເຫຼົ່າ​ນີ້ ​ໄດ້​ກຳ​ນົດ​ບັນ​ດາ​ອັດ​ຕະ​ພາບ​ຂອງ​ການ​ເຊື່ອມ​ໂຍງ​​ສາ​ກົນ. ຕາມນັ້ນ, ການ​ເຊື່ອມ​ໂຍງ​​ສາ​ກົນ ​ແມ່ນ​ວຽກ​ງານ​ຂອງ​ທັງ​ໝົດ​ອົງ​ການ​ຈັດ​ຕັ້ງ ແລະ ບຸກ​ຄົນ ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ກນ​ເຂົ້າ​ຮ່ວມ ແລະ ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ເຊື່ອມ​ໂຍງ​​ສາ​ກົນ. ຂະ​ບວນ​ການ​ດັ່ງ​ກ່າວ ຕ້ອງ​ການ​ປະ​ຕິ​ບັດ​ຕາມ​ການ​ນຳ​ພາ​ຂອງ​ພັກ ແລະ ການ​ຄຸ້ມ​ຄອງ​ຂອງ​ລັດ. ສິບປີ​ທີ່​ຜ່ານ​ມາ, ຫວຽດ​ນາມ​ໄດ້​ເຫັນ​ກັບ​ຕາ ​ການ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງກ່ຽວ​ກັບ​ການເຄື່ອນ​ໄຫວ​ຂອງ​ອັດ​ຕະ​ພາບ​ຕ່າງໆ ​ທີ່​ໄປ​ຄຽງ​ຄູ່​ກັບ​ການ​ກຳ​ເນີດ​ຂອງ​ບັນ​ດາ​ກົດ​ລະ​ບຽບ​ກົດ​ໝາຍ​ຢູ່​ຂັ້ນ​ຕ່າງໆ​ ແນໃສ່​ຮັບ​ໃຊ້​ກາ​ນ​ຜັນ​ຂະ​ຫຍາຍ​ມະ​ຕິ​ສະ​ບັບ​ນີ້. ຢູ່​ສູນ​ກາງ, ໃນ​ວັນ​ທີ 24 ເມ​ສາ 2014, ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​​ສາ​ກົນ ​ໄດ້ຮັບການ​ສ້າງ​ຕັ້ງ​ຂຶ້ນ. ຕໍ່​ມາ, ຄະ​ນະ​ຊີ້​ນຳ​ປະ​ສົມ​ຂະ​ແໜງ​ການ ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງສາ​ກົນ​ ໃນ​ບັນ​ດາ​ຂົງ​ເຂດ​ການ​ເມືອງ, ເສດ​ຖະ​ກິດ, ການປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົບ, ວັດ​ທະ​ນະ​ທຳ-ສັງ​ຄົມ ​ໄດ້ຮັບການ​ສ້າງ​ຕັ້ງຂຶ້ນ​ຕາມ​ລຳ​ດັບ. ​ໃນ​ວັນ​ທີ 17 ມັງ​ກອນ 2016, ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ອະ​ນຸ​ມັດ​ຜ່ານ​ ຍຸດ​ທະ​ສາດ​ສັງ​ລວມ​ ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​​ສາ​ກົນ​ຮອດ​ປີ 2020, ວິ​ໄສ​ທັດ​ເຖິງ​ປີ 2030, ກຳ​ນົດ​ຄາດ​ໝາຍ, ທັດ​ສະ​ນະ​ຊີ້​ນຳ ແລະ ​ທິດທາງ​ຊຸກ​ຍູ້ການ​ເຊື່ອມ​ໂຍງ​​ສາ​ກົນ​ເປັນ​ຈຳ​ນວນ 50 ສະ​ບັບ ​ໃນ​ທຸກ​ຂົງ​ເຂດ(4). ໃນ​ລະ​ດັບ​ທ້ອງ​ຖິ່ນ, ບັນ​ດາ​ແຂວງ, ນະ​ຄອນ​ທີ່​ຂຶ້ນ​ກັບ​ສູນ​ກາງສ່ວນໃຫຍ່ ​ໄດ້​ກໍ່​ສ້າງ ແລະ ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ​ການເຊື່ອມ​ໂຍງ​​ສາ​ກົນ; ພ້ອມ​ທັງ, ສັບ​ຊ້ອນການເຄື່ອນ​ໄຫວ​ເຊື່ອມ​ໂຍງ​​ສາ​ກົນ​ ເຂົ້າ​ໃນ​ແຜນການພັດ​ທະ​ນາຂອງ​ທ້ອງ​ຖິ່ນ. ໃນ​ລະ​ດັບ​ບຸກ​ຄົນ, ຄອບ​ຄົວ, ວິ​ສາ​ຫະ​ກິດ…, ການ​ພັດ​ທະ​ນາ​ຂອງ​ຮູບ​ແບບ “ບ້ານ​ພັກ” (homestay) ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຕົວ​ຢ່າງ​ທີ່​ຈະ​ແຈ້ງກວ່າ​ໝູ່. ຕາມ​​ສະ​ຖິ​ຕິ​ຂອງ​ກົມ​ໃຫ​ຍ່​ການ​ທ່ອງ​ທ່ຽວ​ຫວຽດ​ນາມ, ນັບ​ເຖິງ​ທ້າຍ​ປີ 2018, ທົ່ວ​ປະ​ເທດ​ມີ​ບ້ານ​ພັກ​ 3.018 ແຫ່ງ, ກັບ 21.000 ຫ້ອງນອນ(5).

ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ຂົງ​ເຂດ​ເຊື່ອມ​ໂຍງ​​ສາ​ກົນ, ມະ​ຕິ​ເລກ​ທີ 22-NQ/TW ຢືນ​ຢັນ​ວ່າ: “ການ​ເຊື່ອມ​ໂຍງທາງດ້ານເສດຖະກິດ​ແມ່ນ​ຈຸດ​​ໃຈ​ກາງ, ການເຊື່ອມ​ໂຍງ​ໃນ​ບັນ​ດາ​ຂົງ​ເຂດ​ອື່ນ ​ຕ້ອງ​​ອຳ​ນວຍ​ຄວາມ​ສະ​ດວກ​ ໃຫ້​ແກ່​ການ​ເຊື່ອມ​ໂຍງ​ທາງດ້າ​ນ​ເສດ​ຖະ​ກິດ”(6). ປະ​ຕິ​ບັດ​ຕາມ​ທັດ​ສະ​ນະ​ຊີ້​ນຳ​ນີ້, ໃນ​ເວ​ລາ​ທີ່​ຜ່ານ​ມາ, ການ​ເຊື່ອມ​ໂຍງ​​ສາ​ກົນ​ຂອງຫວຽດ​ນາມ​ໃນ​ຂົງ​ເຂດ​ອື່ນ, ເປັນ​ຕົ້ນ​ແມ່ນດ້ານການ​ປ້ອງ​ກັນ​ປະເທດ-ປ້ອງ​ກັນ​ຄວາມ​ສະ​ຫງົບ, ໄດ້​ມີ​ການ​ປ່ຽນ​ແປງ​​ເທື່ອ​ລະ​ກ້າວ ​ຕາມ​ທິດອຳນວຍຄວາມ​ສະ​ດວກ​ໃຫ້​ແກ່​ການ​ເຊື່ອມ​ໂຍງ​ທາງ​ດ້ານ​ເສດ​ຖະ​ກິດ​ສາ​ກົນ. ຄຽງ​ຄູ່​ກັນ​ກັບ​ການ​ຢືນ​ຢັນ​ວ່າ “ການ​ເຊື່ອມ​ໂຍງ​​ສາ​ກົນ ​ແມ່ນ​ຂະ​ບວນ​​ການ​ທັງ​ຮ່ວມ​ມື, ທັງ​ຕໍ່​ສູ້; ຍຶດ​ໝັ້ນ​ຜົນ​ປະ​ໂຫຍດ​ຂອງ​ຊາດ, ປະ​ເທດ​ຊາດ”, ມະ​ຕິ​ເລກ​ທີ 22-NQ/TW ກໍ່​ໄດ້​ຢືນ​ຢັນຫຼັກ​ການທີ່ວ່າ “… ບໍ່​ເຂົ້າ​ຮ່ວມ​ການ​ເຕົ້າ​ໂຮມ​ກຳລັງ, ​ການ​ຮ່ວມ​ສຳ​ພັນກັບ​ຝ່າຍ​ນີ້ ເພື່ອ​ຕໍ່​ຕ້ານກັບ​ອີກ​ຝ່າຍ​ໜຶ່ງ”(7). ນີ້​ແມ່ນ​ກຳ​ນົດ​ຂອບ​ເຂດ​ຂອງ​ການ​ເຊື່ອມ​ໂຍງ​ສາ​ກົນ ໃນ​ຂົງ​ເຂດ​ປ້ອງ​ກັນ​ປະເທດ-ປ້ອງ​ກັນ​ຄວາມ​ສະ​ຫງົບ. ໃນ​ 10 ປີ​ທີ່​ຜ່ານ​ມາ, ການ​ເຄື່ອ​ນ​ໄຫວ​ເຊື່ອມ​ໂຍງ​​ສາ​ກົນ​ຂອງ​ຫວຽດ​ນາມ ຍາມ​ໃດ​ກໍ່​ປະ​ຕິ​ບັດ​ຕາມຫຼັກ​ການນີ້​ຢ່າງ​ເຂັ້ມ​ງວດ. ໃນ​ປື້ມ​​ປົກຂາວທາງ​ດ້ານ​ການປ້ອງ​ກັນ​ປະເທດຂອງຫວຽດ​ນາມ ປີ 2019 ກໍ່​ໄດ້​ຢືນ​ຢັນ​ກ່ຽວ​ກັບຫຼັກ​ການ “ສີ່​ຂໍ້​ຫ້າມ(8). ສຳ​ລັບ​ບັນ​ດາ​ຄູ່​ຮ່ວມ​ມື, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ພາກ​ພື້ນ, ການ​ເຄື່ອນ​ໄຫວ​ເຊື່ອມ​ໂຍງ​​ສາ​ກົນ​ຂອງ​ຫວຽດ​ນາມ ກໍ່​ໄດ້​ຜັນ​ຂະ​ຫຍາຍ​ຢ່າງ​ເປີດ​ເຜີຍ, ໂປ່ງໃສ, ຫຼີກລ້ຽງ​ຄວາມ​ເຂົ້າ​ໃຈ​ຜິດວ່າ “ໄປ​ນຳ​ຝ່າຍນີ້​ ເພື່ອ​ຕໍ່​ຕ້ານກັບ​ອີກ​ຝ່າຍ​ໜຶ່ງ”.

ກ່ຽວ​ກັບ​ບັນ​ດາທິດ​ທາງໃຫຍ່, ຫຼາຍ​ຈຸດ​ໃໝ່​ໃນ​ມະ​ຕິ​ເລກ​ທີ 22-NQ/TW ​ໄດ້​ຜັນ​ຂະ​ຫຍາຍ​ຢ່າງ​ສຳ​ເລັດ​ຜົນ, ພິ​ເສດ​ແມ່ນ ​ກຳ​ນົດ​ທິດ​ໃນ​ການ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ສາ​ກົນ, ພາ​ໃຫ້​ການ​ພົວ​ພັນ​ກັບ​ຄູ່​ຮ່ວມ​ມື​ຕ່າງໆເຂົ້າ​ສູ່​ລວງ​ເລິກ, ຊຸກ​ຍູ້​ການ​ເຊື່ອມ​ໂຍງ​​ສາ​ກົນ​ໃນ​ຂົງ​ເຂດ​ປ້ອງ​ກັນ​ປະເທດ-ປ້ອງ​ກັນ​ຄວາມ​ສະ​ຫງົບ, ວັດ​ທະ​ນະ​ທຳ-ສັງ​ຄົມ, ການ​ສຶກ​ສາ-ຝຶກອົບຮົມ, ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ, ສາ​ທາ​ລະ​ນະ​ສຸກ ແລະ ບັນ​ດາ​ຂົງ​ເຂດ​ອື່ນ.

ໃນສິບປີ​ທີ່​ຜ່ານ​ມາ, ເຖິງວ່າ​ພື້ນ​ຖານ​ເສດ​ຖະ​ກິດຂອງ​ຫວຽດ​ນາມ ​ຖືກ​ຜົນ​ກະ​ທົບທາງລົບ​ຈາກ​ພາຍນອກ, ເຊັ່ນ ​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ​ປີ 2007-2008, ການ​ແຂ່ງ​ຂັນ​ທາງ​ດ້ານ​ການ​ຄ້າລະຫວ່າງອາ​ເມ​ລິ​ກາ - ຈີນ, ການແຜ່ລະບາດຂອງ​ໂຄວິດ-19…, ແຕ່​ວ່າ ​ຫວຽດ​ນາມກໍ່​ຍັງ​​ຢູ່​ໃນ​ກຸ່ມ​ອັນ​ດັບ​ໜຶ່ງ ​ຂອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ​ທີ່​ໄດ້​ດຶງ​ດູດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ, ທີ່​ມີ​ນະ​ໂຍ​ບາຍ​​ການ​ເຈ​ລະ​ຈາ, ລົງ​ນາມ ແລະ ປະ​ຕິ​ບັດ​ຕາມ​ຂໍ້​ຕົກລົງຂອງສັນ​ຍາ​ການຄ້າເສລີຈຳ​ນວນຫຼາຍ, ເປັນ​ຕົ້ນ​ແມ່ນ ສົນທິ​ສັນ​ຍາ​​ວ່າ​ດ້ວຍຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP, ປະ​ຈຸ​ບັນ​ແມ່ນ​ສົນ​ທິ​ສັນ​ຍາ​​ວ່າ​ດ້ວຍຄູ່​ຮ່ວມ​ມື​ຮອບ​ດ້ານ ແລະ ກ້າວ​ໜ້າ ຂ້າມ​ປາ​ຊີ​ຟິກ - CPTPP), ​ສັນ​ຍາ​​ການ​ຄ້າ​ເສ​ລີ​ສະ​ຫະ​ພັນ​ເອີ​ຣົບ - ຫວຽດ​ນາມ (EVFTA).

ຜັນ​ຂະ​ຫຍາຍ​​ທິດທາງ​ເຮັດ​ໃຫ້​ການ​ພົວ​ພັນ​ຕ່າງໆ​ທີ່​ໄດ້​ສ້າງ​ຕັ້ງ​ຂຶ້ນ ​ໄປ​ສູ່​ລວງ​ເລິກ, ຫວຽດ​ນາມໄດ້​ຍົກ​ລະດັບການ​ພົວ​ພັນ​ກັບ 7 ປະ​ເທດ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ເໝາະ​ສົມ​ກັບ​ລະ​ດັບ​ການ​ພົວ​ພັນ​ສັງ​ລວມ, ລະ​ດັບ​ລວງ​ເລິກ ແລະ ລະ​ດັບ​ຄວາມ​ແທ້​ຈິງ​ໃນຫຼາຍ​ຂົງ​ເຂດ​ຮ່ວມ​ມື​ກັບ​ສ່ວນຫຼາຍ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຮອບ​ດ້ານກໍ່​ໄດ້​ຍົກ​ສູງ​ຂຶ້ນ. ດ້ວຍ​ເຄືອຂ່າຍ​ການ​ພົວ​ພັນ​ຄື​ປະ​ຈຸ​ບັນ, ຖ້າ​ແກ້​ໄຂ​ໄດ້​ດີ ແລະ ຂຸດ​ຄົ້ນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ການ​ພົ​ວ​ພັນ​ກັບ 17 ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ(9), 13 ຄູ່​ຮ່ວມ​ມື​ຮອບ​ດ້ານ(10), ​ຫວຽດ​ນາມຈະ​ຮັກ​ສາ​ໄດ້​ ສະ​ພາບ​ແວດ​ລ້ອມ​ສັນ​ທິ​ພາບ, ອຳນວຍຄວາມ​ສະ​ດວກ​ໃຫ້​ແກ່​ການ​ພັດ​ທະ​ນາ ແລະ ປົກ​ປັກ​ຮັກ​ສາ​ຄວາມ​ສະ​ຫງົບຂອງ​ປະ​ເທດ​ຊາດ, ເຖິງວ່າ​ສະ​ພາບ​ການ​ຢູ່​ພາກ​ພື້ນ  ແລະ ໃນ​ໂລກ​ ຈະ​ມີ​ການ​ຜັນ​ປ່ຽນ​ຢ່າງ​ສັບ​ສົນ ແລະ ຄາດ​ເດົາ​ໄດ້​ຍາກກໍ່​ຕາມ.

ສຳ​ລັບ​ການ​ເຊື່ອມ​ໂຍງ​ສາ​ກົນ​ໃນ​ຂົງ​ເຂດ​ປ້ອງ​ກັນ​ປະເທດ-ປ້ອງ​ກັນ​ຄວາມ​ສະ​ຫງົບ, ຈຸດ​​ໃໝ່​ຂອງທິດທາງນີ້​ແມ່ນ: “… ກໍ່​ສ້າງ​ແລະຜັນ​ຂະ​ຫຍາຍ​ແຜນ​ການ​ເຂົ້າ​ຮ່ວມ​ບັນ​ດາ​ກົນ​ໄກຫຼາຍ​ຝ່າຍ, ໃນ​ນັ້ນມີ​ການ​ເຂົ້າ​ຮ່ວມການ​ເຄື່ອ​ນ​ໄຫວ​ຮ່ວມ​ມື​ໃນ​ລະ​ດັບ​ສູງກວ່າ, ເຊັ່ນ​ການເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​​ອົງ​ການສະ​ຫະ​ປະ​ຊາ​ຊາດ”(11) ທີ່​ໄດ້​ມີ​ການ​ດຳ​ເນີນ​ໄປ​ຢ່າງ​ແທ້​ຈິງ. ໃນ​ເດືອນພຶດ​ສະ​ພາ 2014, ນາຍ​ທະ​ຫານກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມສອງ​ຄົນ​ທຳ​ອິດ​ ໄດ້​ຮັບ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ຢູ່ປະ​ເທດ​ຊູ​ດານ​ໃຕ້. ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ​ໄດ້​ແຕ່ງ​ຕັ້ງ​ນາຍ​ທະ​ຫານຈຳ​ນວນ 512 ຄົນ​​ເຂົ້າ​ຮ່ວມກອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ໃນ​ຄະ​ນະ​ຜູ້​ແທນ​ສາມ​ຄະ​ນະ ແລະ ສຳ​ນັກ​ງານ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​, ໃນ​ນັ້ນ​ມີ​ໂຮງ​ໝໍ​ສະ​ໜາມ​ຊັ້ນ 2 ໜຶ່ງ​ແຫ່ງ, ໜ່ວຍ​ງານ​ຊ່າງ​ແສງ ໜຶ່ງ​ໜ່ວຍ(12). ໃນ​ເດືອນຕຸ​ລາ 2022, ນາຍ​ຕຳຫຼວດ​ປະ​ຊາ​ຊົນ​ສາມ​ຄົນ​ທຳ​ອິດ ​ທີ່​ໄດ້​ເຂົ້າ​ຮ່ວມ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ຢູ່​ປະ​ເທດ​ຊູ​ດານ​ໃຕ້, ແມ່ນ​ຂີດ​ໝາຍ​ໃຫ້​ການ​ເລີ່ມ​ຕົ້ນ​ຂອງ​ໄລ​ຍະທີ່​ກຳ​ລັງ​ຕ່ຳຫຼວດ​ປະ​ຊາ​ຊົນຫວຽດນາມ ​ເຂົ້າ​ຮ່ວມ​ການ​ເຄື່ອ​ນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ບັນ​ດາ​ເນື້ອ​ໃນ​ຂອງ​ການ​ເຊື່ອມ​ໂຍງ​​ສາ​ກົນ​ໃນບັນດາ​ຂົງ​ເຂດ ​ວັດ​ທະ​ນະ​ທຳ-ສັງ​ຄົມ, ການ​ສຶກ​ສາ-ຝຶກອົບຮົມ, ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ, ສາ​ທາ​ລະ​ນະ​ສຸກ ແລະ ບັນ​ດາ​ຂົງ​ເຂດ​ອື່ນ, ​ລວມ​ທັງ​ການ​ເຂົ້າ​ຮ່ວມ ແລະ ໝູນ​ໃຊ້​ຂໍ້​ກຳ​ນົດ, ມາດ​ຕະ​ຖານ, ມາດ​ຖານ​ສາ​ກົນ​ຕ່າງ​ໆ ກໍ່​ໄດ້​ສັບ​ຊ້ອນ​ເຂົ້າ​ໃນ​ການກໍ່​ສ້າງ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຍຸດ​ທະ​ສາດ, ແຜນ​ການ​ພັດ​ທະ​ນາ​ ໃນ​ບັນ​ດາ​ຂົງ​ເຂດນີ້. ຕົວ​ຢ່າງ​ເຊັ່ນ, ການ​ສ້າງ​ເອ​ກະ​ສານ ແລະ ຂົນຂວາຍໃຫ້ ​ອົງ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳແຫ່ງສະ​ຫະ​ປະ​ຊາ​ຊາດ (UNESCO) ຮັບ​ຮອ​ເອົາ​ບັນ​ດາ​ມໍ​ລະ​ດົກຂອງຫວຽດນາມ, ຕໍ່​ມາ​ແມ່ນ​ການ​ປ່ຽນ​ແປງ​ລຳ​ດັບ​ການ​ດຳ​ເນີນ, ວິ​ທີ​ການ​ອະ​ນຸ​ລັກ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ມໍ​ລະ​ດົກ, ປ່ຽນ​ແປງ​ແບບ​ແຜນ​ດຳ​ລົງ​ຊີ​ວິດ​ຂອງ​ຊຸມ​ຊົນ​ທີ່​ພົວ​ພັນ​ເຖິງ​ມໍ​ລະ​ດົກ… ໃນ​ສີບປີ​ທີ່​ຜ່ານ​ມາ, ຫວຽດ​ນາມໄດ້​ມີ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທາດ​ວັດ​ຖຸ 1 ແຫ່ງ, ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ມີ​ຕົນ​ຕົວ​ຈຳ​ນວນ 8 ຢ່າງ(13) ທີ່​ໄດ້​ຮັບ​ການ​ຈົດ​ຊື່​​ໃນ​ລາຍ​ຊື່​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່ບໍ່​ມີ​ຕົນ​ຕົວ​ຕາງ​ໜ້າ​ຂອງມະ​ນຸດຊາດ ຈາກ​ອົງ​ການ​ສຶກ​, ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ​ແຫ່ງສະ​ຫະ​ປະ​ຊາ​ຊາດ.

ຢ່າງໃດກໍຕາມ, ມີ​ຈິນ​ຕະ​ນາ​ການ ແລະ ​ທິດທາງ​ໃໝ່​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​​ສາ​ກົນ​ບໍ່​ໜ້ອຍໃນ​ມະ​ຕິ​ເລກ​ທີ 22-NQ/TW ທີ່​​ຜັນ​ຂະ​ຫຍາຍ​ບໍ່​ມີ​ປະ​ສິດ​ທິ​ຜົນ, ຜົນ​ງານຈຳ​ກັດ.

ທີ​ໜຶ່ງ, ມະ​ຕິ​ເລກ​ທີ 22-NQ/TW ​ເນັ້ນ​ໜັກ​​ທັດ​ສະ​ນະ​ຊີ້​ນຳ​ວ່າ: ການ​ຊື່ອມ​ໂຍງ​​ສາ​ກົນ​ແມ່ນ​ພາ​ລະ​ກິດ​ຂອງ​ທົ່ວ​ປວງ​ຊົນ, ດັ່ງ​ນັ້ນ, “… ທຸກກົນ​ໄກ, ນະ​ໂຍ​ບາຍ​ຕ້ອງ​ເສີມ​ຂະ​ຫຍາຍ​ລັກ​ສະ​ນະ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ ແລະ ຄວາມ​ສາ​ມາດ​ປະ​ດິດ​ສ້າງ​ ຂອງທຸກອົງ​ການ​ຈັດ​ຕັ້ງ ແລະ ບຸກ​ຄົນທຸກຄົນ”. ຕາມນັ້ນ, ລັດ​ທັງ​ເປັນ​ອັດ​ຕະ​ພາບ​ຕົ້ນ​ຕໍ່​ຂອງ​ການ​ເຊື່ອມ​ໂຍງ, ທັງ​ຕ້ອງ​​ສ້າງ​ຄວາມ​ສະ​ດວກ​ໃຫ້​​ບັນ​ດາ​ອົງ​ການຈັດ​ຕັ້ງ, ບຸກ​ຄົນ ​ເສີມ​ຂະ​ຫຍາຍ​ລັກ​ສະ​ນະ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ ແລະ ຄວາມ​ສາ​ມາດ​ປະ​ດິດ​ສ້າງ​ ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ແລະ ສາ​ກົນ. ໂດຍເປັນ​ອົງການ​ຕົ້ນ​ຕໍ່ໃນ​ການ​ເຊື່ອມ​ໂຍງ​​ສາ​ກົນ, ສິບປີ​ທີ່​ຜ່ານ​ມາ, ລັດ​ໄດ້​ສຳ​ເລັດ​ໜ້າ​​ດີ​ພໍ​ສົມ​ຄວນ​, ເປັນ​ຕົ້ນ​ແມ່ນ​ ໃນ​ຂະ​ບວນ​​ການກວຽດນາມ​ເຂົ້າ​ຮ່ວມ​ບັນ​ດາ​​ສັນ​ຍາ​ການ​ຄ້າ​ເສ​ລີ, ໃນ​ນັ້ນ​ມີ​ສັນ​ຍາ​ການ​ຄ້າ​ເສ​ລີລຸ້ນ​ໃໝ່. ແຕ່​ວ່າ, ພາ​ລະ​ໜ້າທີ່​ສົ່ງ​ເສີ​ມ ແລະ ສ້າງ​ສະ​ພາບ​ແວດ​ລ້ອມ​ໃຫ້​​ບຸກ​ຄົນ ແລະອົງ​ການ​ຈັດ​ຕັ້ງ, ເປັ​ນ​ຕົ້ນ​ແມ່ນ​ວິ​ສາ​ຫະ​ກິດ, ເປັນ​ເຈົ້າ​ການແລະຕັ້ງ​ໜ້າ​ເຊື່ອມ​ໂຍງ​​ສາ​ກົນ ບໍ່​ມີ​ປະ​ສິດ​ທິ​ຜົນ. ລະ​ດັບ​ການບືນ​ຕົວ​​ສູ່​ໂລກ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ ​ຍັງ​ມີ​ຄວາມ​ຈຳ​ກັດ. ໃນ​ສິບປີທີ່​ຜ່ານ​ມາ, ມີ​ພຽງກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ-ໂທ​ລະ​ຄົມມະ​ນາ​ຄົມກອງ​ທັບ (Viettel)(14), ບໍ​ລິ​ສັດ​ຫຸ້ນ​ສ່ວນ​ສະ​ບຽງ​ອາ​ຫານນ້ຳ​ນົມ TH (TH True Milk)(15) ພ້ອມ​ກັບ​ບາງວິ​ສາ​ຫະ​ກິດ​ຫວຽດ​ນາມ ​ທີ່​ທຸ​ລະ​ກິດແລະລົງ​ທຶນ​ໃນ​ຕ່າງ​ປະ​ເທດ​ ​ມີ​ຜົນ​ກຳ​ໄລ.

ທີ​ສອງ, ການ​ປະ​ຕິ​ບັດ​ທັດ​ສະ​ນະ​ຊີ້​ນຳ​ກ່ຽວ​ກັບ​ການ​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນ ​ລະ​ຫວ່າງ​ການ​ເຊື່ອມ​ໂຍງ​ສາ​ກົນ ​ກັບ​ການ​ຍົກ​ສູງ​ກຳ​ລັງ​ແຮງ​ສັງ​ລວມ ແລະ ຄວາມ​ສາ​ມາດ​ແຂ່ງ​ຂັນ​ຂອງ​ຊາດ ​ເພີ່ມ​ທະ​ວີ​ລະ​ດັບ​ເຊື່ອມ​ຕໍ່​ລະ​ຫວ່າງ​ຂົງ​ເຂດ, ພາກ​ພື້ນ, ເຂດ​ໃນ​ປະ​ເທດ… ເຖິງວ່າໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ກຳ​ລັງ​ແຮງ​ສັງ​ລວມ ແລະ ຄວາມ​ສາ​ມາດ​ແຂ່ງ​ຂັນ​ຂອງ​ຊາດ​ຂອງຫວຽດ​ນາມ ​ໄດ້​​ເພີ່ມ​ຂຶ້ນ, ແຕ່​​ຄວາມແຕກໂຕນກັນ​ກັບ​ບັນ​ດາ​ປະ​ເທດ​​ໃນ​ພາກ​ພື້ນ ​ບໍ່​ທັນ​ໄດ້​ຫຍໍ້​ສັ້ນ. ຕາມການປະເມີນຜົນຂອງ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ (WEF) ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຈຳ​ນວນ​ໜຶ່ງ​, ຕົວຊີ້ວັດ​ຂອງ​ຫວຽດ​ນາມຈຳ​ນວນຫຼາຍ ​ຍັງ​ຢູ່​ເບື້ອງຫຼັງ​ຂອງ​ບັນ​ດາ​ປະ​ເທດອາ​ຊຽນ-5, ໂດຍສະເພາະ​ແມ່ນ ​ຕົວ​ເລກ​ກ່ຽວ​ກັບ​ຄຸນ​ນະ​ພາບຂອານ​ເຕີບ​ໂຕ, ລະ​ດັບການເຂົ້າຮ່ວມ​ຕ່ອງ​ໂສ້​ຄຸນ​ຄ່າ​ທົ່ວ​ໂລກ, ດັດຊະນີ​ການ​ປ່ຽນ​ແປງ​ໃໝ່​​ປະ​ດິ​ສ້າງ (GII). ຖ້າ​ຫາກ​ພວກ​ເຮົາ​ປຽບທຽບການຈັດ​ອັນ​ດັບຂອງ WEF ​ໃນ​ປີ 2013(16) ກັບ​ປີ 2019, ​ກໍ່ຈະເຫັນ​ໄດ້​ວ່າ, ການຈັດ​ອັນ​ດັບ​ຄວາມ​ສາມາດ​ແຂ່ງຂັນ​ຂອງ​ຫວຽດນາມ ບໍ່ມີ​ການ​ປ່ຽນ​ແປງ​ຫຼາຍ​ປານ​ໃດ​ ເມື່ອ​ທຽບ​ກັບ​ບັນດາ​ປະ​ເທດອາ​ຊຽນ. ຄຽງ​ຄູ່​ກັນ​ນັ້ນ, ລະດັບ​ການ​ເຊື່ອມ​ຕໍ່​ລະຫວ່າງ​ຂົງເຂດ ​ແລະ ພາກ​ພື້ນ​ໃນ​ທົ່ວ​ປະ​ເທດ ​ຍັງ​ບໍ່​ທັນ​ເພີ່ມ​ຂຶ້ນ​ຫຼາຍປານໃດ.

ທີ​ສາມ, ແຜນ​ນະ​ໂຍ​ບາຍກ່ຽວ​ກັບການເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ຂົງເຂດ​ເສ​ດ​ຖະ​ກິດ​ທີ່​ມີການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ ແລະ ຂົງເຂດ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ (ທັງ​ເສດ​ຖະ​ກິດຂອງ​ລັດ ແລະ ເສດ​ຖະ​ກິດເອກະຊົນ). ​ສາ​ມາດ​ພິ​ຈາ​ລະ​ນາ​ລະ​ດັບ​ເຊື່ອມ​ຕໍ່​ໂດຍ​ຜ່ານ​ສາມ​ມາດ​ຖາ​ດັ່ງ​ນີ້: 1- ຈຳ​ນວນ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ທີ່​ເຂົ້າ​ຮ່ວມ​ຕ່ອງ​ໂສ້​ການ​ຜ​ະ​ລິດ, ການ​ສະ​ໜອງ​ທົ່ວ​ໂລກ; 2- ອັດ​ຕາ​ສ່ວນ​ການ​ຫັນ​ເປັນ​ພາຍ​ໃນ​ປະ​ເທດ​ຂອງ​ຜະ​ລິດ​ຕະ​ພັນ​ຕ່າງໆ; 3- ອັດ​ຕາ​ສ່ວນ​ວິ​ສາ​ຫະ​ກິດ​​ທີ່​ໄດ້​ຮັບ​ການຊ່ວຍ​ເຫຼືອ. ມີ​ພຽງ 36% ຂອງຈຳນວນວິ​ສາ​ຫະ​ກິດ​ຫວຽດ​ນາມ ທີ່​ເຂົ້າ​ຮ່ວມ​ຕ່ອງ​ໂສ້​ຄຸນ​ຄ່າ​ທົ່ວ​ໂລກ, ໃນ​ຂະ​ນະທີ່ ​ອັດ​ຕາ​ສ່ວນນີ້​ຢູ່ ມາ​ເລ​ເຊຍ, ໄທ ​ແມ່ນ 60%(17). ກ່ຽວ​ກັບ​ອັດ​ຕາ​ສ່ວນ​ການ​ຫັນ​ເປັນ​ພາຍ​ໃນ​, ຂະແໜງການ​ຕ່ຳ​ແຜ່ນ​ຕັດ​ຫຍິບ ​ທີ່ຫວຽດ​ນາມ​ມີ​ທ່າ​ແຮງ ​ແຕ່ກໍ່​ບັນ​ລຸ​ເກືອບ 60%(18), ​ອຸດສາຫະກຳລົດໂອໂຕ ​ບັນ​ລຸ​ພຽງ 8%-10%. ກ່ຽວ​ກັບ​ວິ​ສາ​ຫະ​ກິດ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ, ຮອດ​ປີ 2020, ຈຳ​ນວນ​ວິ​ສາ​ຫະ​ກິດ​ທີ່​ໄດ້​ຮັບການ​ຊ່ວຍ​ເຫຼືອ ມີອັດຕາສ່ວນພຽງເກືອບ 4,5% ຂອງ​​ຈຳ​ນວນ​ວິ​ສາ​ຫະ​ກິດທັງໝົດ ໃນ​ຂ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງແລະຜະລິດ(20). ນີ້​ແມ່ນ​​ເຫດ​ຜົນ​​ສຳ​ຄັນ ທີ່​ພາ​ໃຫ້​​ວິ​ສາ​ຫະ​ກິດ​ຫວຽດ​ນາມຖືກ​ກະແຈກກະ​ຈາຍ​ ແລະ ມີ​ໂອ​ກາດນ້ອຍ​ທີ່ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ຜົນ​ກະ​ທົບ​ທີ່​ແຜ່​ລາມ​ຂອງເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ, ການຖ່າຍທອດເຕັກ​ໂນ​ໂລ​ຊີ ແລະ ການຖ່າຍໂອນຄວາມ​ຮູ້.

ທີ​ສີ່, ທັດ​ສະ​ນະ​ຊີ້​ນຳ​ກ່ຽວ​ກັບ​ການ​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນ​ ລະ​ຫວ່າງ​ການ​ເຊື່ອມ​ໂຍງສາ​ກົນ ກັບ​ການຍົກ​ສູງ​ຄຸນ​ນະ​ພາບ​ຊັບພະຍາກອນມະນຸດ. ​ເຖິງ​ປີ 2019, ​ແຮງງານຫວຽດ​ນາມ 2 ໃນ 3 ​ຂາດ​ທັກ​ສະ​ໃນການ​ອອກ​ແຮງ​ງານແລະເຕັກ​ນິກ; 55% ຂອງ​ວິ​ສາ​ຫະ​ກິດເຊື່ອ​ວ່າ ການຫາ​ແຮງ​ງານ​​ຄຸນ​ນະ​ພາບ​ສູງ​ເປັນເລື່ອງ​ຍາກ; ຄຸນ​ນະ​ພາບ​ແຮງ​ງານ​ໃນ​ວິ​ສາ​ຫະ​ກິດ​ທີ່​ມີການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດບໍ່​ເພີ່ມ​ຂຶ້ນ. ຕາມ​ລາຍ​ງານ​ຂອງ​ບໍ​ລິ​ສັດ ແມນເປົາເວີ ຫວຽດ​ນາມ​ຈຳ​ກັດ ແລະ ສະ​ຖາ​ບັນ​ວິ​ທະ​ຍາ​ສາດ, ແຮງ​ງານແລະສັງ​ຄົມ (ILSSA), ກຳ​ລັງ​ແຮງ​ງານ​ທົ່ວ​ໄປ​ຢູ່ໃນ​ວິ​ສາ​ຫະ​ກິດ​ທີ່​ມີການ​ທຶນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ກວມ​ເອົາ​ອັດ​ຕາ​ສ່ວນ​ສູງເປັນ​ພິ​ເສດ. ຕົວ​ຢ່າງ​ເຊັ່ນ, ຂົງ​ເຂດ​ປະ​ກອບ​ລົດໂດໂຕ​/ລົດ​ຈັກ ​ກວມ​ເອົາ 71%, ຕ່ຳແຜ່ນຕັດ​ຫຍິບ (59%) ແລະ ເອ​ເລັກ​ໂຕຮນິກ​ (49%). ໃນ​ຂະ​ນະ​ນັັ້ນ, ຖັນ​ແຖວ​ຜູ້ຊ່ຽວ​ຊານ, ນັກວິຊາການ, ວິສາວະກອນ (ກຸ່ມຄົນມີ​ທັກ​ສະ​ສູງ) ກວມ​ພຽງເກືອບ 20% ຂອງຈຳນວນ​ກຳ​ລັງ​ແຮງ​ງານ. ຄົນງານຈຳນວນຫຼາຍ​ທີ່ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດຫຼັງຈາກກັບບ້ານເມື່ອຢຸດຕິ​ສັນ​ຍາຈ້າງງານແລ້ວ ກໍ່ປະເຊີນກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ ​ໃນ​ການ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ. ຕາມການ​ຄົ້ນ​ຄວ້າ​ຂອງ​ອົງ​ການ​ຮ່ວມ​ມື​ສາ​ກົນ​ຍີ່​ປຸ່ນ (JICA), ແຮງງານຫວຽດນາມຫຼາຍເຖິງ 3 ໃນ 4 - ເຊິ່ງເປັນ​ອັດ​ຕາ​ທີ່​ສູງ​ທີ່​ສຸດ​ໃນ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ - ທີ່ໄດ້ຢຸດຕິ​ສັນ​ຍາຈ້າງ​ແຮງ​ງານ​ໃນ​ຍີ່​ປຸ່ນແລະກັບບ້ານ ບໍ່​ສາ​ມາດ​ຊອກ​ຫາ​ວຽກ​ເຮັດ​​ໄດ້(21).

ທີ​ຫ້າ, ຜັນ​ຂະ​ຫຍາຍ​ທິດທາງ “ເຂົ້າ​ຮ່ວ​ມ​ໃນສະຖາບັນ​ການ​ຮ່ວມ​ມື​ທາງ​ດ້ານ​ສິ່ງ​ແວດ​ລ້ອມຢ່າງຕັ້ງໜ້າ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮ່ວມ​ກັນ​ ເພື່ອປົກປ້ອງສິ່ງແວດລ້ອມແລະຕ້ານ​ໄພ​ທຳ​ມະ​ຊາດ, ຮັບ​ມື​ກັບ​ການ​ປ່ຽນ​ແປງສະພາບ​ດິນ​ຟ້າ​ອາ​ກາດ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ວມ, ປົກ​ປັກ​ຮັກ​ສາ​ປ່າ, ສັດແລະພືດ​ ຢູ່​ຫວຽດ​ນາມແລະໃນ​ໂລກ”. ໃນ​ຂະ​ນະທີ່ ຫວຽດ​ນາມ​ເຂົ້າ​ຮ່ວມ​ໃນສະຖາບັນ​ການ​ຮ່ວມ​ມື​ດ້ານ​ສິ່ງ​ແວດ​ລ້ອມລະດັບສາກົນຢ່າງຕັ້ງໜ້າ, ພິ​ເສດແມ່ນ ​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ບໍ່ຖິ້ມ​ຂີ້​ເຫຍື້ອ​ພຼາ​ສ​ຕິກ​ທີ່​ໃຊ້​ເທື່ອ​ດຽວ​ອີກຕໍ່ໄປ​ພາຍ​ໃນ​ປີ 2025(22) ແລະ ຫວ່າງ​ມໍ່ໆ​ມາ​ນີ້, ຄຳ​ໝັ້ນ​ສັນຍາທີ່​ຈະ​ຫຼຸດ​ການ​ປ່ອຍກ໊າດເຮືອນແກ້ວ​ສຸດ​ທິ​ໃຫ້​ເປັນ​ສູນ​ໃນ​ປີ 2050, ຂະ​ບວນການ​ປັບໃຊ້ ​ແລະປະຕິບັດ​ຕາມຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ ​ບໍ່​ມີ​ການ​ປ່ຽນ​ແປງ​ຫຼາຍ​ປານ​ໃດ. ໃນ​ສີບປີທີ່​ຜ່ານ​ມາ, ​ພ້ອມ​ກັບ​ການ​ເພີ່ມ​ຂຶ້ນ​ຂອງ​ການ​ເຊື່ອມ​ໂຍງ​​ສາ​ກົນ, ​ບັນ​ຫາ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ໂດຍ​ສະ​ເພາະ​ແມ່ນ ຢູ່​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ, ​ໝູ່ບ້ານ​ອາ​ຊີບ ແລະ ຕົວ​ເມືອງ​ໃຫຍ່. ຕາມ​ຫໍ​ການ​ຄ້າ​ເອີ​ຣົບ​ທີ່​ຫວຽດ​ນາມ (EuroCham), ຫວຽດ​ນາມ​ແມ່ນ​ໜຶ່ງ​ໃນຫ້າ​ປະ​ເທດ​ທີ່ຖິ້ມ​ຂີ້​ເຫຍື້ອ​ພຼາ​ສ​ຕິກ​ທະ​ເລຫຼາຍທີ່ສຸດ(23).

ຄວາມ​​ທ້າ​ທາຍ​ຕໍ່​ຂະ​ບວນ​ການ​ເຊື່ອມ​ໂຍງ​​​ສາ​ກົນ​ຂອງ​ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ

ໂລກ​ກຳ​ລັງ​ກ້າວ​ໄປ​ສູ່​ສະ​ຖາ​ນະ​ການ​ໃໝ່: ສະຖານະການຫຼັງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19, ຫຼັງ​ການ​ປະ​ທະ​ກັນ​ລະ​ຫວ່າງ​ລັດ​ເຊຍ-ຢູ​ເຄ​ຣນ. ຂະ​ບວນ​ການ​ປ່ຽນແປງ​ນຳ​​ທັງ​ກາ​ລະ​ໂອ​ກາດ ແລະ ຄວາມ​ທ້າ​ທາຍ​ມາສູ່​ຂະ​ບວນ​ການ​ເຊື່ອມ​ໂຍງ​​ສາ​ກົນ​ຂອງ​ຫວຽດ​ນາມ. ຄວາມທ້າທາຍຫຼັກ​ສີ່ປະການສາມາດລະບຸໄດ້ ເຊິ່ງຄາດວ່າ​ຈະ​ສົ່ງ​ຜົນ​ກະ​ທົບຕໍ່​ຂະ​ບວນການ​ເຊື່ອມ​ໂຍງ​ສາ​ກົນ​ຂອງ​ຫວຽດ​ນາມ​ ໃນ​ເວ​ລາ​ຕໍ່​ໄປ​ນີ້​ຄື:

ທີ​ໜຶ່ງ, ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ​ສີ່ (ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ 4.0). ການ​ພັດ​ທະ​ນາ​ນັບ​ມື້​ນັບ​ແຂງແຮງ​ ຂອງ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ 4.0 ​ໄດ້​ສ້າງ​ຄວາມ​ທ້າທາຍບໍ່​ໜ້ອຍ​ ຕໍ່​ຂະ​ບວນ​​ການ​ເຊື່ອມ​ໂຍງ​ສາ​ກົນຂອງ​ຫວຽດ​ນາມ, ເຊິ່ງ​ສະ​ແດງ​ອອກ​ໃນສາມ​ດ້ານ​ຕົ້ນ​ຕໍ່​ຄື: ​ໜຶ່ງ, ເປັນເລື່ອງຍາກສຳລັບ​ວິ​ສາ​ຫະ​ກິດ​ຫວຽດ​ນາມທີ່ຈະເຂົ້າ​ຮ່ວມ​ໃນ​ຕ່ອງ​ໂສ້​ການ​ຜະ​ລິດ ແລະ ຕ່ອງໄສ້ການ​ສະ​ໜອງລະດັບ​ໂລກ​ ເນື່ອງຈາກມີກຳລັງການຜະລິດ ແລະ ຄວາມ​ພ້ອມ​ຕ່ຳ. ຕາມ​ການ​ສຳຫຼວດ​ຂອງ​ກະ​ຊວງ​ອຸດ​ສາ​ຫະ​ກແລະການ​ຄ້າ ໃນການຮ່ວມມືກັບ​ໂຄງ​ການ​ພັດ​ທະ​ນາແຫ່ງສະ​ຫະ​ປະ​ຊາ​ຊາດ (UNDP), ​ວິ​ສາ​ຫະ​ກິດ​ຫວຽດ​ນາມສ່ວນຫຼາຍ​ຍັງຄົງ​ຢືນ​ຢູ່ນອກ​ການ​ປະ​ຕິ​ວັດ​ນີ້, ການເຂົ້າ​ເຖິງ​ເສົາຫຼັກທັງໝົດກອງຂອງ​ການ​ຜະ​ລິດ​ອັດສະລິຍະໃນລະດັບຕ່ຳ; ການປະຍຸກ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າກໍ່​ຍັງ​ໜ້ອຍ; ​ວິ​ສາ​ຫະ​ກິດ​ສ່ວນໃຫຍ່ໃນ​ປະ​ຈຸ​ບັນ ​ຍັງ​ບໍ່​ໄດ້​ສ້າງແລະໃຊ້​ຍຸດ​ທະ​ສາດ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ 4.0(24). ​ສອງ, ໂອ​ກາດ​ດຶງ​ດູດການລົງທຶນໂດຍກົງຈາກຕ່າງປະເທດຂອງ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ອາດຈະຫຼຸດ​ລົງ​ ເມື່ອ​ທຽບ​ກັບ​ໄລ​ຍະ​ເວ​ລາ​ກ່ອນ. ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ 4.0 ດ້ວຍ​ທ່າ​ອ່ຽງ​ຍົກ​ຍ້າຍ​ໂຮງ​ຈັກໂຮງງານ​​ເຂົ້າ​​ໃກ້​ຕະຫຼາດ​ຈຳ​ໜ່າຍ​ ຈະ​ຄ່ອຍໆຫຼຸດຄວາມໜ້າ​ດຶງ​ດູດ​ຂອງ​ຫວຽດ​ນາມ ໃນ​ການ​ດຶງ​ດູດການລົງທຶນໂດຍກົງຈາກຕ່າງປະເທດ. ​ສຳ​ຄັນ​ກວ່ານັ້ນ​ອີກ, ທ່າ​ອ່ຽງ​ນີ້​ຍັງ​ສົ່ງ​ຜົນ​ກະ​ທົບທາງລົບ ຕໍ່​ກະ​ແສເງິນ​ລົງ​ທຶນ​ໄລ​ຍະ​ຍາວ - ແຫຼ່ງ​ພະ​ລັງ​​ທີ່​ສຳ​ຄັນ ​ເພື່ອໃຫ້ຫວຽດ​ນາມເພີ່ມ​​ຄວາມ​ສາ​ມາດ​​ຜະ​ລິດ, ກ​ານ​ສົ່ງ​ອອກ ແລະ ການ​ຮຽນ​ຮູ້​​ເຕັກ​ໂນ​ໂລ​ຊີໃໝ່ ແລະບົດຮຽນ​ໃນ​ການ​ຄຸ້ມຄອງບໍ​ລິ​ຫານ. ​ສາມ, ໂອ​ກາດ​ວຽກເ​ຮັດງານທຳ​ຈຳ​ນວນຫຼາຍ​ຂອງ​ຄົນງານ​ຫວຽດ​ນາມ ຈະ​ຖືກແທນທີ່​ດ້ວຍ​ເຄື່ອງ​ຈັກ ແລະ ຫຸ່ນ​ຍົນ (ໂຣບົດ) ພ້ອມ​ກັບ​ທ່າ​ອຽງ​ເຄື່ອນ​ຍ້າຍ​ການ​ລົງ​ທຶນ ແລະ ຕ່ອງ​ໂສ້​​ສະ​ໜອງການຜະລິດໃຫ້​ໃກ້ຊິດກວ່າອີກ ​ຕາມ​ໄລ​ຍະ​ຫ່າງ​ທາງ​ພູມ​ສາດ ໄປຍັງ​ຕະຫຼາດ​ບໍລິໂພກ​ຂອງ​​ວິ​ສາ​ຫະ​ກິດ​ທີ່​ລົງ​ທຶນ​ຈາ​ຕ່າງ​ປະ​ເທດ.

ທີ​ສອງ, ທ່າ​ອຽງ​​ໂລ​ກາ​ພິ​ວັດ. ອາດ​ຈະ​ຖືວ່າ ​ໂລ​ກາ​ພິ​ວັດ​ແມ່ນ​ຂະ​ບວນ​ວິ​ວັດຄູ່ ລວ​ມ​ມີ: 1- ຂະ​ບວນ​ການ​ຫັນ​ເປັນ​ສາ​ກົນ​ໃນ​ຂອບ​ເຂດ​ທົ່ວ​ໂລກ, ໃນ​ທຸກ​ດ້ານ​ຂອງ​ຊີ​ວິດ​ມະ​ນຸດ ໄດ້ຮັບການຊຸກຍູ້ໂດຍບໍລິສັດຂ້າມຊາດເປັນຫຼັກ; 2- ຂະ​ບວນການສ້າງຄວາມສຳພັນລະດັບໂລກ ໃຫ້​ເປັນສະຖາບັນ ເປັນ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ປະ​ເທດ. ມີຫຼັກ​ຖານຈຳນວນຫຼາຍ​ທີ່​ສະແດງໃຫ້​ເຫັນວ່າ ເຖິງວ່າທ່າ​ອຽງໂລ​ກາ​ພິ​ວັດ​ຈະ​ບໍ່​ແຂງ​ແຮງຄືເມື່ອ​ກ່ອນອີກຕໍ່ໄປ ແຕ່ກໍ່​ຍັງດຳເນີນຕໍ່ໄປ, ເຖິງຈະຖືກ​ຜົນ​ກະ​ທົບດ້ານລົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​​ໂຄວິດ-19 ແລະ ຄຳ​ສັ່ງ​ຂວ້ຳ​ບາດ​ທາງເສດ​ຖະ​ກິດ​ຕໍ່​ປະ​ເທດ​ລັດ​ເຊຍ ແລະ ຈີນ; ຂະ​ບວນ​ການ​ຫັນ​ເປັນ​ສະຖາບັນລະດັບ​ໂລກໄດ້​ຊັກ​ຊ້າ​ລົງ ແລະ ​ການ​ເຈ​ລະ​ຈາພາຍໃນກອບຂອງ​ອົງ​ການ​ການ​ຄ້າ​ໂລກ (WTO) ຍັງຖືກຢຸດຊະງັກ ​ຍ້ອນ​ຄວາມ​ຂັດ​ແຍ້ງ ແລະ ການ​ແຂ່ງ​ຂັນ​ຍຸດ​ທະ​ສາດ​ ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃຫຍ່. ເບິ່ງ​ລວມ​ແລ້ວ, ການຢຸດຊະງັກ​ຂອງ​ຂະ​ບວນ​ການ​ໂລ​ກາ​ພິ​ວັດ​ຍັງເກີດຈາກຜົນ​ກະ​ທົບ​ຂອງ​ລັດ​ທິ​ຊາດນິ​ຍົມ, ແນວໂນ້ມການ​ຕ້ານ​ໂລ​ກາ​ພິ​ວັດ ແລະ ທ່າ​ອຽງ​ “ເປັນ​ເຈົ້າ​​ຕົນ​ເອງ”, “ເປັນ​ເຈົ້າ​ຍຸດ​ທະ​ສາດດ້ວຍຕົນເອງ” ທີ່ເກີດ​ຂຶ້ນດ້ວຍເຫດ​ຜົນຫຼາຍປະການເຊັ່ນ ຜົນ​ກະ​ທົບ​ຈາ​ກການແຜ່​ລະ​ບາດ​ຂອງໂຄວິດ-19 ແລະ ການ​ປະ​ທະ​ກັນ​ລະ​ຫວ່າງລັດ​ເຊຍ-ຢູ​ເຄ​ຣນ. ​ການໂລ​ກາ​ພິ​ວັດທີ່​ຊັກ​ຊ້າ​ລົງ​ສົ່ງ​ຜົນ​ກະ​ທົບຕໍ່​ປະ​ເທດ​ຕ່າງໆໃນ​ລະ​ດັບ​ທີ່​ແຕກ​ຕ່າງ​ກັນ. ສຳ​ລັບ​ຫວຽດ​ນາມ, ​ໂລ​ກາ​ພິ​ວັດ​​ເປັນທັງແຮງຜັກ​ດັນ ແລະ​ສະ​ພາບ​ແວດ​ລ້ອມສຳລັບ​ການ​ເຊື່ອມ​ໂຍ​ງ​​ສາກົນ. ດັ່ງ​ນັ້ນ, ຫວຽດ​ນາມ​ຍັງຈະ​ສາ​ມາດເຊື່ອມ​ໂຍງ​ສາ​ກົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ​ຖ້າ​​ມີ​ການໃຊ້ປະໂຫຍດຢ່າງດີຈາກ​ກ​ລະ​ໂອ​ກາດຂອງ​ບັນ​ດາສັນຍາການຄ້າເສລີ ແລະ ການ​ພົວ​ພັນ​ກັບເຄືອຂ່າຍທີ່ມີຢູ່ຂອງ 30 ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຮອບ​ດ້ານ​.

ທີ​ສາມ, ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃຫຍ່. ໃນອີກ 5-10 ປີ​ຂ້າງໜ້າ, ເຖິງວ່າບັນ​ດາ​ປະ​ເທດ​ໃຫຍ່ຈະຍັງ​ມີ​ການ​ຮ່ວມ​ມືກັນ, ແຕ່​​ລະ​ດັບ​ການ​ແຂ່ງ​ຂັນ, ​ການ​ປະ​ເຊີນ​ໜ້າ ແລະ ຄວາມເຄັ່ງ​ຕຶງ ​ຄາດ​ວ່າ​ຈະສູງກວ່າ​ໄລ​ຍະ 5-10 ປີ​ທີ່​ຜ່ານ​ມາ, ໂດຍສະເພາະ​ແມ່ນ ບັນ​ດາ​ບັນ​ຫາ​ທີ່​ພົວ​ພັນ​ເຖິງ​ພູມສາດ​ການ​ເມືອງ, ຄວາມ​ສະ​ຫງົບ-ການ​ທະ​ຫານ, ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ…, ໃນ​ພາ​ພື້ນຕ່າງໆ, ເຊັ່ນ​ເອີ​ຣົບ ແລະ ອາ​ຊີ-ປາ​ຊີ​ຟິກ. ສຳ​ລັບ​ລັດ​ເຊຍ, ຫຼັງ​ຈາກທີ່​ລັດ​ເຊຍ​ດຳ​ເນີນການປະຕິບັດການ​ພິ​ເສດທາງທະຫານ” ຢູ່​ຢູ​ເຄ​ຣນ, ອາ​ເມ​ຣີ​ກາ ແລະ ບັນ​ດາ​ປະ​ເທດ​​ຕາ​ເບັນ​ຕົກ ​ໄດ້ບັງຄັບໃຊ້ 10.608 ມາດຕະການຂວ້ຳບາດເພີ່ມເຕີມ ຕໍ່ອົງການແລະບຸກ​ຄົນຂອງ​ລັດ​ເຊຍ(25). ສຳ​ລັບ​ຈີນ, ນະ​ໂຍ​ບາຍ​ການບໍລິຫານງານຂອງປະ​ທາ​ນາ​ທິ​ບໍ​ດີ ໂຈ ​ດນ ແຫ່ງສະຫະລັດອາເມລິກາແມ່ນ “ແຂ່ງຂັນເມື່ອມີຄວາມຈໍາເປັນ, ຮ່ວມມືໃນເວລາທີ່ເປັນໄປໄດ້, ປະເຊີນໜ້າໃນເວລາທີ່ຈໍາເປັນ(26). ກ່ຽບ​ກັບ​ຝ່າຍ​ລັດ​ເຊຍ, ປະ​ທາ​ນາ​ທິ​ບໍ​ດີລັດ​ເຊຍ ວ​ລາດິເມຍ ປູ​ຕີນ ຍັງ​ໄດ້ບັງຄັບໃຊ້ມາດ​ຕະ​ການຂວ້ຳບາດ​ຕໍ່ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິ​ກາ ໂຈ ​ບດນ ແລະຜູ້ນຳຄົນສຳຄັນສ່ວນໃຫຍ່ໃນ​ລະ​ບົບລັດຖະບານ ແລະ ລັດຖະສະພາຂອງສະຫະລັດອາ​ເມລິ​ກາ(27). ຄ້າຍ​ຄືແນວນັ້ນ, ໃນກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດຈີນ ຄັ້ງ​ທີ XX​, ທ່ານປະ​ທານ​ ​ສີ ​ຈິ້ນ​ຜິງ ຂອງຈີນໄດ້​ປະ​ກາດ​ຕໍ່ຕ້ານ​ລັດ​ທິ​ເຈົ້າໂລກ ແລະ “ພ້ອມທີ່ຈະ​ປະ​ເຊີນ​ກັບຄື້ນ​ທະ​ເລ​ໃຫຍ່, ລົມ​ແຮງ ​ແລະ ​ພາ​ຍຸ​ທີ່​ອັນ​ຕະ​ລາຍ​”(28). ຈາກ​ແງ່​ມູມ​ຄວາມທ້າທາຍ, ການ​ແຂ່ງ​ຂັນ​ຍຸດ​ທະ​ສາດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃຫຍ່, ເປັນ​ຕົ້ນ​ແມ່ນອາ​ເມລິ​ກາ ແລະ ຈີນ, ບໍ່ພຽງກໍ່​ຄວາມ​ຫຍຸ້ງ​ຍາກ​ໃຫ້ກັບຫວຽດ​ນາມ ໃນ​ຂະ​ບວນ​​ການ​ຊຸກ​ຍູ້​ການ​ພົວ​ພັນ​ກັບ​ແຕ່​ລະ​ປະ​ເທດເທົ່ານັ້ນ, ແຕ່ຍັງທຳລາຍແນວທາງພະຫຸພາຄີ, ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ ທີ່ປະເທດຫວຽດ​ນາມ​ເຂົ້າ​ຮ່ວມ.

​ເສດ​ຖະ​ກິດ​ໂລກກໍ່​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ກວ່າ​ໄລຍະ​ຜ່ານ​ມາ. ໃນປີ 2023, ​ເສດ​ຖະ​ກິດ​ໂລກຄາດ​​ວ່າ​ຈະ​ເຕີບ​ໂຕ​ 2,7% - ລະ​ດັບ​ທີ່​ຕ່ຳ​ທີ່​ສຸດ​ນັບ​ແຕ່​ປີ 2001 (ຍົກ​ເວັ້ນ​ໄລ​ຍະ​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ​ ທີ່​ເກີດ​ຂຶ້ນ​ໃນປີ 2008-2009 ແລະ ໃນເວລາທີ່ມີການແຜ່ລະບາດຂອງ​ໂຄວິດ-19), ອັດຕາເງິນ​ເຟີ້​ອາດຈະ​ເພີ່ມ​ຂຶ້ນ​ຢ່າງ​​ໄວ ແລະ ແກ່​ຍາວເຖິງທ້າຍ​ປີ 2024, ເສດຖະກິດຫຼາຍປະເທດມີຄວາມສ່ຽງທີ່ຈະຕົກຢູ່ໃນສະພາບເສດຖະກິດຖົດຖອຍ(29). ການ​ຄ້າແລະການ​ລົງ​ທຶນ​ສາ​ກົນ​ໄດ້ຮັບ​​ຜົນ​ກະ​ທົບຢ່າງຮຸນ​ແຮງ​ຈາກ​ການແຜ່​ລະ​ບາດ​ຂອງໂຄວິດ-19 ແລະຍັງຄົງໄດ້​ຮັບ​ຜົນ​ກະ​ທົບທາງລົບຈາກຄວາມຂັດແຍ້ງ​ລະ​ຫວ່າງ​ລັດ​ເຊຍແລະຢູ​ເຄ​ຣນ. ໃນເວລາດຽວກັນ, ​ຕ່ອງ​ໂສ້​ການ​ຜະ​ລິດ ແລະ ການ​ແຈກ​ຢາຍສິນຄ້າ​ທົ່ວ​ໂລກ ​ທີ່ເສຍຫາຍຢູ່ແລ້ວ ກໍ່ຖືກທຳລາຍລົງອີກ ແລະ ຍາກຕໍ່ການ​ຟື້ນຕົວ. ບັນ​ດາ​ປະ​ເທດ​ໃຫຍ່ (ເປັນ​ຕົ້ນ​ແມ່ນອາ​ເມລິ​ກາ ແລະ ຈີນ) ມີ​ຄວາມ​ສາ​ມາດ​ປັບ​ການ​ພົວ​ພັນ​ລະ​ຫວ່າງ​ກັນ​ແລະ​ກັນ​ຫຼາຍ​ຂຶ້ນ​, ແຕ່​​ຜົນ​ກະ​ທົບ​ທາງລົບ​ຈາກ​ຄວາມຂັດແຍ້ງ​ລະ​ຫວ່າງ​ລັດ​ເຊຍ-ຢູ​ເຄ​ຣນ ຕໍ່​ເສດ​ຖະ​ກິດ​ໂລກ​ຈະຍັງ​ຄົງດຳເນີນ​ຕໍ່​ໄປອີກຫຼາຍປີ. ດັ່ງ​ນັ້ນ, ​ເປົ້າ​ໝາຍ​​ການ​ເຊື່ອມ​ໂຍງ​​ສາ​ກົນຂອງຫວຽດນາມ ​ເພື່ອ​ເພີ່ມ​ການ​ຄ້າ, ​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ, ​ປ່ຽນແປງຮູບ​ແບ​ບການ​ເຕີບ​ໂຕ ແລະອື່ນໆ ກໍ່​ຈະໄດ້ຮັບ​ຜົນ​ກະ​ທົບເຊັ່ນກັນ.

ສືບ​ຕໍ່​ຜັນ​ຂະ​ຫຍາຍ​ມະ​ຕິ​ເລກ​ທີ 22-NQ/TW ໃນ​ສະ​ຖາ​ນະ​ການ​ໃໝ່

ດ້ວຍ​ພາ​ລະໜ້າທີ່ໃນການເປັນ​ເອ​ກະ​ສານແນວທາງສຳລັບ​ຂະ​ບວນ​​ການ​ເຊື່ອມ​ໂຍງ​​ສາ​ກົນ, ມະ​ຕິ​ເລກ​ທີ 22-NQ/TW ​ຍັງ​ຄົງມີ​ຄຸນ​ຄ່າ​ຢູ່; ແຕ່​, ເພື່ອ​ໃຫ້ບັນລຸ​ເປົ້າ​ໝາຍທີ່ວ່າ ຈະບັນລຸໂດຍພື້ນຖານຕາມ​ມາດ​ຖານ​ຂອງ​ປະ​ເທດ​ອຸດ​ສາ​ຫະກຳ, ເປັນ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ ທີ່ມີ​ອຸດ​ສາ​ຫະ​ກຳ​ທັນ​ສະ​ໄໝ​ພາຍໃນປີ 2030, ກາຍ​ເປັນ​ປະ​ເທດພັດທະນາແລ້ວທີ່​ມີ​ລາຍ​ໄດ້​ສູງ, ຢູ່ໃນ​ກຸ່ມ​ປະ​ເທດອຸດ​ສາ​ຫະ​ກຳຊັ້ນຂຳໃນອາ​ຊີ ພາຍໃນປີ 2045, ຂະ​ບວນ​​ການ​ເຊື່ອມ​ໂຍງ​​ສາ​ກົນ​ຂອງ​ຫວຽດ​ນາມ ຈຳເປັນຕ້ອງ​ການສົ່ງເສີມ ແລະ ຜັນ​ຂະ​ຫຍາຍ​ຢ່າງມີ​ປະ​ສິດ​ທິ​ຜົນ​ກວ່າ​ອີກຕໍ່ໄປ, ບົນ​ພື້ນ​ຖານການປະເມີນ​ຢ່າ​ງ​ພາ​ວະ​ວິ​ໄສ ແລະຮອບ​ດ້ານ​ ກ່ຽວ​ກັບ​ຜົນ​ງານ, ຂໍ້​ຈຳ​ກັດ ແລະ ສາ​ເຫດ​ໃນ​ການ​ຜັນ​ຂະ​ຫຍາຍ​ມະ​ຕິ​ ໃນສິບປີ​ທີ່​ຜ່ານ​ມາ ແລະ ​ກຳ​ນົດ​ການຕັດສິນໃຈນະ​ໂຍ​ບາຍທີ່ຈະ​ຕ້ອງ​ດຳເນີນການ​ໃນ​ເວ​ລ​າທີ່ຈະມາເຖິງ. ຕາມນັ້ນ, ຕ້ອງ​ສຸມໃສ່​ບາງ​ເນື້ອ​ໃນ​ດັ່ງ​ນີ້:

ທີ​ໜຶ່ງ, ຈຳເປັນຕ້ອງ​ຢືນ​ຢັນວ່າ ເນື້ອແທ້​​ການ​ເຊື່ອມ​ໂຍງສາ​ກົນ​ຂອງ​ຫວຽດ​ນາມຍັງຄົງປະ​ຕິ​ບັດ​ຕາມ “ກົດຂອງເກມ ຢ່າງເຄັ່ງຄັດ ແລະ ມີສ່ວນຮ່ວມ​ໃນການ​ສ້າງ “ກົດ​ຂອງເກມ”. ຄວາມ​ແຕກ​ຕ່າງ​ຈາກເມື່ອ​ກ່ອນຄື ໃນ​ໄລ​ຍະ​ຈະ​ມາ​ເຖິງນີ້, ຫວຽດ​ນາມ​ຈະ​ເຂົ້າ​ຮ່ວມຫຼາຍຂຶ້ນເລື້ອຍໆ ໃນ​ການກໍ່​ສ້າງ “ກົດຂອງເກມ” ໃຫ້ສອດຄ່ອງກັບ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ-ປະ​ເທດ​ຊາດ​ຂອງ​ຫວຽດ​ນາມ; ດັ່ງນັ້ນ, ຕ້ອງຕັ້ງ​ໜ້າ ແລະເປັນ​ເຈົ້າ​ການກວ່າ​ອີກ ​ໃນ​ບັນ​ດາ “ສະ​ໜາມເກມໃນລະດັບພາກ​ພື້ນແລະທົ່ວ​ໂລກ; ນຳສະເໜີຄວາມຄິດລິເລີ່ມ ແລະ ພ້ອມທີ່ຈະສະໜັບສະໜູນຊັບພະຍາກອນ (ລວມທັງຊັບພະຍາກອນການເງິນ) ເພື່ອແກ້ໄຂບັນຫາທົ່ວໄປຂອງປະຊາຄົມສາກົນ.

ທີ​ສອງ, ການ​ເຊື່ອມ​ໂຍງ​​ສາ​ກົນຈະປະສົບຄວາມ​ເລັດໄດ້ ກໍ່ຕໍ່ເມື່ອການຊ້ກົດເກນແລະກົດ​ໝາຍ​ລວມ ​ກາຍ​ເປັນ​ວັດ​ທະ​ນະ​ທຳແຫ່ງຄວາມຕື່ນຕົວສະໝັກໃຈ​​ ຂອງທຸກ​ອົງ​ການແລະບຸກ​ຄົນ, ໂດຍສະເພາະ​ແມ່ນ ​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ. ໃນ​ສະ​ຖາ​ນະ​ການຢຸດຊະງັກຂອງ​ຕ່ອງ​ໂສ້​ການສະ​ໜອງ ແລະ ຜົນກະທົບ​ຈາກ​ພາຍນອກ​ທີ່ເກີດຂຶ້ນເລື້ອຍໆ, ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ, ເປັນ​ເຈົ້າ​ການ ແລະ ປະ​ດິດ​ສ້າງ​ ຂອງ​ປະ​ຊາ​ຊົນແລະວິ​ສາ​ຫະ​ກິດ, ລວມ​ທັງ​ວິ​ສາ​ຫະ​ກິດ​​ເອ​ກະ​ຊົນ, ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ ຕໍ່ປະ​ສິດ​ທິພາບ ແລະ ຄວາມ​ຍື​ຍົງຂອງ​ການ​ເຊື່ອມ​ໂຍງ​​ສາ​ກົນ.

ທີ​ສາມ, ເພີ່ມ​ທະ​ວິ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ການ​ເຊື່ອມ​ໂຍງ​​ສາ​ກົນ ແລະ ການ​ເຊື່ອມ​ໂຍງ​ພາຍ​ໃນ​ປະ​ເທດ, ເປັນ​ຕົ້ນ​ແມ່ນ​ ລະ​ຫວ່າງ​ຂົງ​ເຂດ, ພາກ​ພື້ນ, ທ້ອງ​ຖິ່ນ; ການ​ເຊື່ອມ​ຕໍ່​ລະ​ຫວ່າງຂົງ​ເຂດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ ແລະ ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ; ​ການເຊື່ອມ​ຕໍ່​ຕະຫຼາດ, ກຳ​ລັງ​ແຮງ​ງານ​ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ ຢູ່​ໃນ​ປະ​ເທດ ແລະ ​ຕ່າງ​ປະ​ເທດ; ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ຂະ​ແໜງ​ການ, ຂົງ​ເຂດ, ລະ​ຫວ່າງ​ການ​ຄົ້ນ​ຄວ້າ ແລະ ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ ແລະອື່ນໆ. ທາດ​ແທ້​ຂອງ​​ໂລ​ກາ​ພິ​ວັດ ແລະ ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ 4.0 ແມ່ນ​ການເຊື່ອມຕໍ່ລະ​ຫວ່າງ​ຂະ​ແໜງ​ການ, ລະ​ຫວ່າງ​ຂົງ​ເຂດ, ຖ້າບໍ່​ມີ​ການ​ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ ​ຈະ​ບໍ່​ສາ​ມາດ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ແຫ່ງ​ການ​ເຊື່ອມ​ໂຍງ​​ສາ​ກົນໄດ້.

ທີ​ສີ່, ສຸມ​ໃສ່​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນມະນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ເປັນ​ຕົ້ນ​ແມ່ນ​ຖັນ​ແຖວ​ປັນ​ຍາ​ຊົນ​ ທີ່​ມີ​ຄວາມ​ສາ​ມາດ​ດ້ານ​ເຕັກ​ໂນ​ໂລ​ຊີ. ເພື່ອໃຫ້ການເຊື່ອມ​ໂຍງ​​ສາ​ກົນ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ທີ່ລະບຸໄວ້ໃນມະ​ຕິເລກ​ທີ 22-NQ/TW, ​ຊັບ​ພະ​ຍາ​ກອນ​ທີ່​ສຳ​ຄັນ​ກວ່າ​ໝູ່​ຂອງ​ຫວຽດ​ນາມແມ່ນ​ມະ​ນຸດ. ບໍ່​ມີ​​ຊັບ​ພະ​ຍາ​ກອນມະນຸດ​ທີ່​ຕອບ​ສະ​ໜອງ​ໄດ້​ ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ການ​ເຊື່ອມ​ໂຍງ​​ສາ​ກົນ, ຫວຽດ​ນາມຈະເສຍທ່າ​ດີ​ ໃນ​ການ​ແຂ່ງ​ຂັນ​ກັນ​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ, ໃນ​​ຂົງ​ເຂດ​ຜະ​ລິດ, ການປຸງ​ແຕ່ງ​ສົ່ງ​ອອກ ແລະທີ່ສຳ​ຄັນແມ່ນ ບໍ່​ສາ​ມາດ​ເພີ່ມ​ການ​ເຊື່ອມ​ຕໍ່ຂ້າງ​ເທິງໄດ້. ​ໃນ​ໄລ​ຍະ​ຕໍ່​ໄປ, ພາຍ​ໃຕ້​ຜົນ​ກະ​ທົບ​ຂອງ​​ໂລ​ກາ​ພິ​ວັດ ແລະ ການ​ປະ​ຕິ​ວັດ​ອຸ​ສາ​ຫະ​ກຳ 4.0, ຖ້າບໍ່​ມີ​ນະ​ໂຍ​ບາຍ​ຊີ້​ຂາດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​​ຊັບ​ພະ​ຍາ​ກອນມະນຸດຄຸນ​ນະ​ພາບ​ສູງ, ຫວຽດ​ນາມບໍ່​ພຽງ​ແຕ່ຈະ​ສູນເສຍ​​ຊັບ​ພະ​ຍາ​ກອນ​ນີ້, ແຕ່​ຍັງ​ຈະ​ປະ​ເຊີນຫຼາຍ​ບັນ​ຫາ​ສັງ​ຄົມ ​ຍ້ອນ​ຜູ້ອອກ​ແຮງ​ງານ​ເສຍ​ວຽກ​ເຮັດ​ງານ​ທຳ, ເພີ່ມ​ຊ່ງ​ຫວ່າງ​ລະ​ຫວ່າງ​ຄົນ​ຮັ່ງ​ມີ ແລະ ຄົນ​ທຸກ​ຍາກ…

ທີ​ຫ້າ, ການ​ເຊື່ອມ​ຕໍ່​ລະ​ຫວ່່າງ​ການ​ເຊື່ອມ​ໂຍງ​​ສາ​ກົນ ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ຕ່າງ​ຈາກເມື່ອມີການອອກມະ​ຕິ​ເລກ​ທີ 22-NQ/TW, ໃນ​ເວ​ລາ​ຈະ​ມາ​ເຖິງນີ້, ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມຈະ​ເປັນທັງ​ບັນ​ຫາຮີບດ່ວນສຳລັບ​ຊີ​ວິດ​ຂອງ​ປະ​ຊາ​ຊົນ ແລະ​ເປັນເງື່ອນໄຂທີ່ຕ້ອງປະ​ຕິບັດ​ຕາມ ຫາກ​ຫວຽດ​ນາມຕ້ອງການ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ ກວ້າງ​ຂວາງ, ຮອບ​ດ້ານ ​ເຂົ້າ​ກັບ​ພາກ​ພື້ນ ແລະ ໂລກ. ຕາມນັ້ນ, ບັນ​ດາ​ມາດ​ຖານ​ທາງ​ດ້ານ​ສິ່ງ​ແວດ​ລ້ອມ​ຕ້ອງ​ການ​ໄດ້​ຮັບ​ຄວາມ​ເອົ​າ​ໃຈ​ໃສ່, ປະ​ຕິ​ບັດ​ຕາມ​ໃນການ​ເຄື່ອນ​ໄຫວ​ການ​ເຊື່ອມ​ໂຍງ​​ສາ​ກົນ, ຕັ້ງແຕ່​ການ​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ, ການ​ຜະ​ລິດ​ສິນ​ຄ້າ​ສົ່ງ​ອອກ, ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ ຈົນເຖິງ​ການ​ຫັນ​ປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ຕາມ​ທິດ​ເປັນ​ສີຂຽວ, ​ໜູນ​ວຽນ.

ທີ​ຫົກ, ທິດ​ນຳ “ຕັ້ງ​ໜ້າ, ເປັນ​ເຈົ້າ​ການ” ໃນການເຊື່ອມ​ໂຍງ​​ສາ​ກົນ ​ຕ້ອງ​ການ​ເນື້ອ​ໃນ​​ໃໝ່. ​ທຽບ​ກັບ​ໄລ​ຍະ​ກ່ອນ, ກິດຈະກຳເຊື່ອມ​ໂຍງຈຳນວນຫຼາຍໃນ​ຫວຽດ​ນາມ ຕ້ອງຍອມ​ຮັບ​ການ​ແຂ່ງ​ຂັນ​ທີ່​ເຄັ່ງ​ຕຶງກວ່າແຕ່ກ່ອນ. ອີກ​ດ້​ານ​ໜຶ່ງ, ເພື່ອ​ຍົກ​ສູງ​ຖາ​ນະ​ບົດ​ບາດ ແລະ ກຽດສັກສີ​ຂອງ​ປະ​ເທດ​ພາກ​ພື້ນ ແລະ ໃນ​ໂລກ, ຫວຽດ​ນາມ​ຕ້ອງ​ມີ​ວິ​ທີ​ການ​ເຂົ້າ​ເຖິງ​ໃໝ່ ​ໃນ​ການ​ເຊື່ອມ​ໂຍງ​​ສາ​ກົນ. ຕາມນັ້ນ, ທິດ​ນຳ “ຕັ້ງ​ໜ້າ, ເປັນ​ເຈົ້າ​ການ” ໃນ​ການ​ເຊື່ອມ​ໂຍງ​​ສາ​ກົນ ​ຕ້ອງ​ມີ​ເນື້ອ​ໃນເພີ່ມເຕີມ​ກ່ຽວ​ກັບ​ຄວາມ​ຮັບ​ຜິດ​ຊອບ ແລະ​ຄວາມ​ເຕັມໃຈທີ່ຈະ “ທຸ່ມ​ເທກຳລັງວັງຊາແລະ ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວຽກ​ງານ​ລວມ​ຂອງ​ພາກ​ພື້ນ ແລະໂລກ, ນັ​ບ​ທັງ​ໃນ​ບັນ​ດາ​ຂົງ​ເຂດ ແລະບັນ​ຫາ​ທີ່​ຫວຽດ​ນາມບໍ່​ມີ​ທ່າ​ແຮງ, ບໍ່​ມີ​ຜົນ​ປະ​ໂຫຍດທັນທີ​ແຕ່ຈຳເປັນສຳລັບ​ປະ​ຊາ​ຄົມ​ພາກ​ພື້ນ ແລະ ສາ​ກົນ.

ສິບ​ປີ​ກ່ອນ, ມະຕິ​ເລກທີ 22-NQ/TW ​​ຖື​ເປັນ​ການ​ຫັນປ່ຽນ​ອັນ​ສຳຄັນ​ຂອງ​ພັກກອມມູນິດຫວຽດນາມ ​ໃນ​ດ້ານ​ແນວ​ຄິດ ​ແລະ ທິດ​ທາງ​ ເພື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ຫຼາຍ​ຈຸດ​ໃໝ່​ກ່ຽວ​ກັບ​ຈິນ​ຕະ​ນາ​ການ​ທີ່​ໄດ້​ຜັນ​ຂະ​ຫຍາຍ​ຢ່າງ​ເຂັ້ມ​ງວດ, ຊ່ວຍ​ໃຫ້​ການ​ເຊື່ອມ​ໂຍງ​​ສາ​ກົນ​ກາ​ເປັນ​ຍຸດ​ທະ​ສາດທີ່ສຳຄັນ ເພື່ອ​ພັດ​ທະ​ນາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຫວຽດ​ນາມສັງ​ຄົມ​ນິ​ຍົມ​. ແຕ່​ວ່າ, ຍັງ​ມີຫຼາຍ​ເນື້ອ​ໃນ​ທີ່ຍັງ​ບໍ່ໄດ້​ປະ​ຕິ​ບັດຢ່າງ​ມີ​ປະ​ສິດ​ທິ​ຜົນ, ສົ່ງ​ຜົນ​ກະ​ທົບ​ທາງລົບຕໍ່​ເສດ​ຖະ​ກິດ-ສັງ​ຄົມ ແລະ ສິ່ງ​ແວດ​ລ້ອມ. ໃນ​ເວ​ລາ​ຕໍ່​ໄປ​ນີ້, ຄວາມ​ປາ​ຖະ​ໜາ​ພັດ​ທະ​ນາ​​ປະ​ເທດ ແລະ ສະ​ຖາ​ນະ​ການ​ໃໝ່​ຂອງ​ໂລກ​ ຮຽກຮ້ອງໃຫ້​ຂະ​ບວ​ນ​ການ​ເຊື່ອມ​ໂຍງ​ສາ​ກົນ​ຂອງ​ຫວຽດ​ນາມ ຕ້ອງ​ໄດ້​ຮັບ​ການ​ສົ່ງເສີມ ດ້ວຍ​ບັນ​ດາ​ເນື້ອ​ໃນ​ໃໝ່. ເພື່ອ​ເຊື່ອມ​ໂຍງ​​ສາ​ກົນ​ຢ່າງ​ສຳ​ເລັດ​ຜົນ, ​ບົດ​ບາດ​ຊີ້ຂາດ​ຍັງ​ແມ່ນ​ການ​ນຳ​ພາຂອງ​ພັກ ແລະ ການ​ຄຸ້ມ​ຄອງ​ຂອງ​ລັດ, ພ້ອມ​ທັງ​ຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ໃຈ​ກາງ ແລະ ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ, ເປັນ​ເຈົ້າ​ການ ແລະ ​ປະ​ດິດ​ສ້າງ​ ຂອງ​ທັງ​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ./.

------------------------------

(1), (2), (3), (6), (7), (11), ມະ​ຕິ​ເລກ​ທີ 22-NQ/TW, ລົງວັນທີ 10 ເມສາ 2013, ຂອງກົມການເມືອງສູນກາງພັກ, “ວ່າດ້ວຍການເຊື່ອມໂຍງສາກົນ”, https://tulieuvankien.dangcongsan.vn/he-thong-van-ban/van-ban-cua-dang/nghi-quyet-so-22-nqtw-ngay-1042013-cua-bo-chinh-tri-ve-hoi-nhap-quoc-te-264
(4) ຂໍ້ຕົກລົງເລກທີ 40/QĐ-TTg, ລົງວັນທີ 07 ມັງກອນ 2016, ຂອງນາຍົກລັດຖະມົນຕີ, “ວ່າດ້ວຍການອະນຸມັດຜ່ານຍຸດທະສາດສັງລວມ ການເຊື່ອມໂຍງສາກົນຮອດປີ 2020, ວິໄສທັດຮອດປີ 2030”, https://thuvienphapluat.vn/van-ban/Thuong-mai/Quyet-dinh-40-QD-TTg-phe-duyet-chien-luoc-tong-the-hoi-nhap-quoc-te-2020-2030-2016-299890.aspx
(5) ຮົ່ງ ຟຸກ: “ແງ່ມູມໜຶ່ງກ່ຽວກັບ ໂຮມສະເຕຍ໌”, ໜັງສືພິມຊົນເຜົ່າແລະການພັດທະນາເອເລັກໂຕຣນິກ, ອອກວັນທີ 17 ກັນຍາ 2019,  https://baodantoc.vn/mot-goc-nhin-ve-homestay-45128.htm 
 (8) ບໍ່ເຂົ້າຮ່ວມເປັນພັນທະມິດທາງທະຫານ, ບໍ່ຮ່ວມສຳພັນກັບປະເທດນີ້ ເພື່ອຕໍ່ຕ້ານກັບປະເທດອື່ນ, ບໍ່ໃຫ້ຕ່າງປະເທດຕັ້ງຖານທັບຫຼືໃຊ້ດິນແດນຫວຽດນາມ ເພື່ອຕໍ່ຕ້ານປະເທດອື່ນ, ບໍ່ໃຊ້ກຳລັງຫຼືຂູ່ວ່າຈະໃຊ້ກຳລັງໃນການພົວພັນສາກົນ. 
(9) ປະຈຸບັນ, ຫວຽດນາມມີ 17 ຄູ່ຮ່ວມມືຍຸດທະສາດ, ໃນນັ້ນມີ 4 ຄູ່ຮ່ວມມືຍຸດທະສາດຮອບດ້ານ, ລວມມີ: ລັດເຊຍ (ປີ 2001); ອິນເດຍ (ປີ 2007); ຈີນ (ປີ 2008); ຍີ່ປຸ່ນ, ເກົາຫຼີໃຕ້ ແລະ ສະເປນ (ປີ 2009); ອັງກິດ (ປີ 2010); ເຢຍລະມັນ (ປີ 2011); ອີຕາລີ, ໄທ, ອິນໂດເນເຊຍ, ສິງກະໂປ, ຝຣັ່ງ (ປີ 2013); ມາເລເຊຍ, ຟີລິບປິນ (ປີ 2015); ອົດສະຕຣາລີ (ປີ 2018); ນິວຊີແລນ (ປີ 2020).
(10) ມີ 13 ຄູ່ຮ່ວມມືຮອບດ້ານ, ລວມມີ: ອາຟຣິກາໃຕ້ (ປີ 2004); ຊິລີ, ບຣາຊິນ, ເວເນຊູເອລາ (ປີ 2007); ອາເຈນຕິນາ (ປີ 2010); ຢູເຄຣນ (ປີ 2011); ອາເມລິກາ, ເດນມາກ (ປີ 2013); ມຽນມາ, ການາດາ (ປີ 2017); ຮົງກາຣີ (ປີ 2018); ບຣູໄນ, ໂຮນລັງ (ປີ 2019) 
(12) ເບິ່ງ: ກ່ຽວ ຢາງ: “ບັນດາທູດຂອງປະເທດຫວຽດນາມທີ່ຮັກຫອມສັນຕິພາບ”, ໜັງສືພິມເອເລັກໂຕຣນິກຂອງພັກກອມມູນິດຫວຽດນາມ, ອອກວັນທີ 30 ມິຖຸນາ 2022, https://dangcongsan.vn/multimedia/mega-story/bai-4-dau-an-viet-nam-trong-su-menh-gin-giu-hoa-binh-615197.html
(13) ສຳນັກຂ່າວສານຫວຽດນາມ: “14 ຕົວແທນມໍລະດົກທາງວັດທະນະທຳທີ່ບໍ່ມີຕົວຕົນຂອງມະນຸດຊາດໃນຫວຽດນາມ” ໜັງສືພິມເອເລັກໂຕຣນິກ Vietnam+, ອອກວັນທີ 07 ກຸມພາ 2022, https://www.vietnamplus.vn/14-di-san-van-hoa-phi-vat-the-dai-dien-nhan-loai-cua-viet-nam/771732.vnp 
(14) ເຖິງເດືອນເມສາ 2022, ກຸ່ມບໍລິສັດ Viettel ໄດ້ລົງທຶນໃນ 9 ປະເທດ ແລະ ມີສ່ວນແບ່ງຕະຫຼາດເປັນທີ່ໜຶ່ງ ໃນ 5/9 ປະເທດ, ລວມມີ: ມຽນມາ, ກຳປູເຈຍ, ລາວ, ຕີມໍຕາເວັນອອກ, ບູຣຸນດີ. ເບິ່ງ: ຕູ໋ ອານ: “Viettel ຢືນອັນດັບ 1 ໃນດ້ານຜູ້ໃຊ້ໂທລະສັບໃນ 5 ຕະຫຼາດຕ່າງປະເທດ”,  ໜັງສືພິມເອເລັກໂຕຣນິກການລົງທຶນ, ອອກວັນທີ 21 ເມສາ 2022. https://baodautu.vn/viettel-dung-so-1-ve-thue-bao-tai-5-thi-truong-nuoc-ngoai-d164383.html
(15) ເບິ່ງ: ເອກະສານ: "2019 - ຂີດໝາຍ TH true MILK ໃນແຜນທີ່ນ້ຳນົມໂລກ", ໜັງສືພິມເອເລັກໂຕຣນິກຂອງພັກກອມມູນິດຫວຽດນາມ, ອອກວັນທີ 05 ກຸມພາ 2020,https://dangcongsan.vn/thong-tin-kinh-te/2019-dau-an-th-true-milk-tren-ban-do-sua-the-gioi-563461.html
(16) Xem: Klaus Schwab: “The Global Competitiveness Report 2013 - 2014” (ແປຫຍໍ້: ບົດລາຍງານຄວາມສາມາດການແຂ່ງຂັນລະດັບໂລກ 2013 - 2014), World Economic Forum, 2013, https://www3.weforum.org/docs/WEF_GlobalCompetitivenessReport_2013-14.pdf; Wikipedia: “Global Competitiveness Report” (ແປຫຍໍ້: ບົດລາຍງານກ່ຽວກັບຄວາມສາມາດການແຂ່ງຂັນໂລກ), https://en.wikipedia.org/wiki/Global_Competitiveness_Report#2019_rankings
(17) ເຢືອງ ຮ່າ: “ວິສາຫະກິດຫວຽດນາມ ເຂົ້າຮ່ວມໃນຕ່ອງໂສ້ການສະໜອງລະດັບໂລກ”, ເວັບໄຊທ໌ຂອງສະຖາບັນຍຸດທະສາດ ແລະ ນະໂຍບາຍການເງິນ, ອອກວັນທີ 01 ຕຸລາ 2021. https://mof.gov.vn/webcenter/portal/vclvcstc/pages_r/l/chi-tiet-tin?dDocName=MOFUCM215702
(18) ຊວນ ກວາງ: “ອັດຕາສ່ວນການຜະລິດຕ່ຳແຜ່ນຕັດຫຍິບຂອງຫວຽດນາມ ເພີ່ມຂຶ້ນເປັນລະດັບສູງສຸດ, ໃກ້ເປົ້າໝາຍ 60%”, ໜັງສືພິມເອເລັກໂຕຣນິກ Vietnam+, ອອກວັນທີ 27 ກຸມພາ 2023. https://www.vietnamplus.vn/ty-le-noi-dia-hoa-det-may-viet-nam-len-cao-nhat-gan-muc-tieu-60/817198.vnp
(19) ດິ່ງ ຕວຽນ: "ທັດສະນະຂອງຜູ້ຊ່ຽວຊານ: ອັດຕາສ່ວນການຫັນເປັນພາຍໃນປະເທດຂອງລົດໂອໂຕທີ່ປະກອບຢູ່ໃນຫວຽດນາມຍັງຕໍ່າ, ຍ້ອນຫຍັງ?", ໜັງສືພິມເອເລັກໂຕຣນິກຊາວໜຸ່ມ, ອອກວັນທີ 21 ກໍລະກົດ 2021, https://thanhnien.vn/goc-nhin-chuyen-gia-ti-le-noi-dia-hoa-o-to-lap-rap-tai-viet-nam-thap-vi-dau-post1271143.html
(20) ຫງວຽນ ຫວູ ເຍີດ ແອັງ: “ການພັດທະນາອຸດສາຫະກຳສະໜັບສະໜູນຢູ່ຫວຽດນາມໃນຍຸກປະຈຸບັນ”, ວາລະສານເອເລັກໂຕຣນິກເສດຖະສາດແລະການຄາດຄະເນ, ອອກວັນທີ 25 ມີນາ 2022. https://kinhtevadubao.vn/phat-trien-nganh-cong-nghiep-ho-tro-o-viet-nam-hien-nay-21974.html
(21) ເບິ່ງ: ຟານ ຮວາດ: "ຄົນງານທີ່ກັບຈາກຍີ່ປຸ່ນຫວ່າງງານ - ຍ້ອນຫຍັງ?", ວາລະສານເອເລັກໂຕຣນິກຕຳຫຼວດປະຊາຊົນ, ອອກວັນທີ 28 ກັນຍາ 2022, https://cand.com.vn/Xa-hoi/lao-dong-tu-nhat-ban-tro-ve-that-nghiep--vi-sao--i669015/ 
(22) ເບິ່ງ: ດຶກ ຕວນ: “ສູ້ຊົນຮອດປີ 2025, ຄົນທັງປະເທດຈະບໍ່ໃຊ້ຖົງພຼາສະຕິກແບບໃຊ້ຄັ້ງດຽວ”, ໜັງສືພິມເອເລັກໂຕຣນິກຂອງລັດຖະບານ, ອອກວັນທີ 9 ມິຖຸນາ 2019. https://baochinhphu.vn/phan-dau-den-nam-2025-ca-nuoc-khong-su-dung-tui-nilon-dung-mot-lan-102257070.htm 
(23) ເບິ່ງ: “Reduction of Plastic Waste” (ແປໂດຍຫຍໍ້: ຫຼຸດຂີ້ເຫຍື້ອພຼາສະຕິກໃຫ້ເຫຼືອນ້ອຍທີ່ສຸດ), Ajinomoto, 2020, https://www.ajinomoto.com.vn/en/ajinomoto-vietnam-environment-activities/reduction-plastic-waste /
(24) ເບິ່ງ: ເຈີ່ນ ຕ໋ວນ ແອງ: “ໄລ່ຕາມ ກ້າວໄກ ແລະ ຂຶ້ນໜ້າໃນບາງຂົງເຂດ” ໃນຂະບວນການເຂົ້າໃກ້ການປະຕິວັດອຸດສາຫະກຳຄັ້ງທີ 4 ເພື່ອພັດທະນາອຸດສາຫະກຳທັນສະໄໝຂອງປະເທດ”, ວາລະສານເອເລັກໂຕຣນິກກອມມູນິດ, ອອກວັນທີ 20 ເມສາ 2021. https://www.tapchicongsan.org.vn/web/guest/media-story/-/asset_publisher/V8hhp4dK31Gf/content/-bat-kip-tien-cung-va-vuot-len-o-mot-so-linh-vuc-trong-qua-trinh-tiep-can-cach-mang-cong-nghiep-lan-thu-tu-de-phat-trien-nen-cong-nghiep-hien-dai-cua-
(25) ເບິ່ງ: “Total number of list-based sanctions imposed on Russia by territories and organizations worldwide from February 22, 2022 to February 10, 2023, by target” (ແປໂດຍຫຍໍ້: ຈໍານວນການຂວ້ຳບາດທັງໝົດຕາມລາຍການທີ່ກຳນົດຕໍ່ລັດເຊຍ ຕາມດິນແດນແລະອົງການທົ່ວໂລກ ຕັ້ງແຕ່ວັນທີ 22 ກຸມພາ 2022 ເຖິງວັນທີ 10 ກຸມພາ 2023 (ຕາມເປົ້າໝາຍ), Statista Research Department, ວັນທີ 21 ກຸມພາ 2023, https://www.statista.com/statistics/1293531/western-sanctions-imposed-on-russia-by-target/
(26) Cheng Li: “Biden’s China strategy: Coalition-driven competition or Cold War-style confrontation?” (ແປໂດຍຫຍໍ້: ຍຸດທະສາດຂອງປະທານາທິບໍດີສະຫະລັດອາເມລິກາ ໂຈ ໄບເດນ ທີ່ມີຕໍ່ຈີນ: ການແຂ່ງຂັນທີ່ຂັບເຄື່ອນໂດຍພັນທະມິດ ຫຼືການປະເຊີໜ້າແບບສົງຄາມເຢັນ?) Brookings, ເດືອນພຶດສະພາ 2021, https://www.brookings.edu/research/bidens-china-strategy-coalition-driven-competition-or-cold-war-style-confrontation/
(27) Maegan Vazquez: “Russia issues sanctions against Biden and a long list of US officials and political figures” (ແປໂດຍຫຍໍ້: ລັດເຊຍອອກມາດຕະການຂວ້ຳບາດຕໍ່ປະທານາທິບໍດີອາເມລິກາ ໂຈ ໄບເດນ ພ້ອມທັງ ເຈົ້າໜ້າທີ່ ແລະ ບຸກຄົນສຳຄັນທາງການເມືອງຈຳນວນຫຼາຍຂອງອາເມລິກາ), CNN, ວັນທີ 15 ມີນາ 2022, https://edition.cnn.com/2022/03/15/politics/biden-us-officials-russia-sanctions/index.html
(28) Huaxia: “Full text of the report to the 20th National Congress of the Communist Party of China” (ແປໂດຍຫຍໍ້: ຂໍ້ຄວາມເຕັມຂອງລາຍງານທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກກອມມູນິດຈີນ), Xinhua, ວັນທີ 25 ຕຸລາ 2022, https://english.news.cn/20221025/8eb6f5239f984f01a2bc45b5b5db0c51/c.html
(29) Xem: “World Economic Outlook: Countering the cost - of - living crisis” (ແປໂດຍຫຍໍ້: ແງ່ຫວັງເສດຖະກິດໂລກ: ຮັບມືກັບວິກິດການຄ່າຄອງຊີບ) International Monetary Fund, ເດືອນຕຸລາ 2022, https://www.imf.org/en/Publications/WEO/Issues/2022/10/11/world-economic-outlook-october-2022
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1014 (ເດືອນພຶດສະພາ 2023)