ວ.ກ.ອອນໄລ - ການປະຊຸມສຳມະນາຂັ້ນລັດ: “ໄຊຊະນະ ຮ່າໂນ້ຍ-ດຽນບຽນຝູ ເທິງອາກາດ - ຍອດສູງແຫ່ງສະຕິປັນຍາ ແລະ ຄວາມສາມາດອາດຫານ ຂອງຫວຽດນາມ” ໄດ້ຮັບການຈັດຕັ້ງຂຶ້ນ ເນື່ອງໃນໂອກາດ ສະເຫຼີມສະຫຼອງ 40 ປິ ແຫ່ງໄຊຊະນະ.  

 

ພົນໂທ ຫງວຽນແທ່ງກູງ ກ່າວຄຳປາໄສໄຂກອງປະຊຸມສຳມະນາ - ຮູບຂອງ: tapchicongsan.org.vn

     ການປະຊຸມສຳມະນາໄດ້ຮັບການຈັດຕັ້ງຂຶ້ນທີ່ນະຄອນຫຼວງຮ່າໂນ້ຍ ໃນວັນທີ 28 ພະຈິກ 2012 ໂດຍການ ປະສານສົມທົບກັນລະຫວ່າງກະຊວງປ້ອງກັນປະເທດ, ຄະນະໂຄສະນາອົບຮົມສູນກາງ, ຄະນະພັກ ແລະ ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ.

     ເຂົ້າຮ່ວມກອງປະຊຸມມີ ສະຫາຍພົນໂທ ຫງວຽນແທ່ງກູງ, ກຳມະການສູນກາງພັກ, ກຳມະການຄະນະປະຈຳການ ຄະນະພັກການທະຫານສູນກາງ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ, ຫົວໜ້າຄະນະຊີ້ນຳການປະຊຸມ ສຳມະນາ; ສະຫາຍ ມາຍກວາງເຝິນ, ກຳມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ; ສະຫາຍພົນຕີ ເຟືອງມິງຮວ່າ, ກຳມະການສູນກາງພັກ, ຜູ້ບັນຊາການກອງທັບປ້ອງກັນອາກາດ-ທະຫານອາກາດ; ສະຫາຍເຈືອງມິງຕວັນ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງ; ສະຫາຍ ເຕື໋ອງຟີຈ໊ຽນ, ຮອງເລຂາທິການ ຄະນະພັກນະຄອນຮ່າໂນ້ຍ. ພິເສດ ເຂົ້າຮ່ວມກອງປະຊຸມສຳມະນາຍັງມີບັນດານັກຮົບເກົ່າ, ຜູ້ເປັນພະຍານປະຫວັດສາດ, ພ້ອມດ້ວຍຫຼາຍສະຫາຍອະດີດການນຳ ພ້ອມທັງເປັນພະຍານປະຫວັດສາດ ຂອງໄຊຊະນະ ດຽນບຽນຝູ ເທິງອາກາດ.

     ກ່າວຄຳປາໄສໄຂກອງປະຊຸມສຳມະນາ, ສະຫາຍພົນໂທ ຫງວຽນແທ່ງກູງ ຢັ້ງຢືນວ່າ: ດ້ວຍເຈດຈຳນົງຕັດສິນໃຈ ສູ້ຮົບ, ຕັດສິນໃຈເອົາໄຊຊະນະຂ້າເສິກອາເມລິກາຜູ້ຮຸກຮານ, ໃນ 12 ວັນຄືນ, ທະຫານ ແລະ ປະຊາຊົນພາກເໜືອ ຫວຽດນາມ ໄດ້ຕີເອົາຊະນະບັ້ນບຸກໂຈມຕີຍຸດທະສາດ, ຍິງເຮືອບິນປະເພດຕ່າງຂອງສັດຕູຕົກ 80 ລຳ, ໃນນັ້ນ ມີເຮືອບິນຍຸດທະສາດ B.52 ຕົກ 32 ລຳ, ສ້າງເປັນໄຊຊະນະ “ຮ່າໂນ້ຍ - ດຽນບຽນຝູ ເທິງອາກາດ”, ບັງຄັບໃຫ້ອຳນາດ ການປົກຄອງອາເມລິກາ ຕ້ອງປະກາດຖະແຫຼງຢຸດຕິການຖິ້ມລະເບີດຍິງທຳລາຍພາກເໜືອ ແລະ ເຊັນສົນທິສັນຍາ ປາຣີ, ຖອນທະຫານສົ່ງນອກທັງໝົດ ອອກຈາກຫວຽດນາມກັບຄືນເມືອປະເທດ, ເຮັດໃຫ້ສະຖານະການສົງຄາມ ປ່ຽນແປງໄປ. ພ້ອມກັບກາລະເວລາ, ໄຊຊະນະ “ຮ່າໂນ້ຍ - ດຽນບຽນຝູ ເທິງອາກາດ” ໄດ້ກາຍເປັນເຫດການປະຫວັດສາດ ທີ່ສຳຄັນຍິ່ງ, ສະແດງໃຫ້ເຫັນຄວາມສາມາດອາດຫານ, ສະຕິປັນຍາ, ສາຍຕາຍຸດທະສາດ ຂອງພັກກອມມູນິດ ຫວຽດນາມ ແລະ ປະທານໂຮ່ຈີມິນ.

     ດ້ວຍກົນອຸບາຍ ບັງຄັບໃຫ້ລັດຖະບານສາທາລະນະລັດ ປະຊາທິປະໄຕຫວຽດນາມ ຕ້ອງຍອມຮັບບັນດາເງື່ອນໄຂ ການເຈລະຈາຂອງອາເມລິກາ, ອຳນາດການປົກຄອງ ນິກສັນ ໄດ້ລະດົມເຮືອບິນ B.52 ເກືອບ 200 ລຳ, ເຮືອບິນ F.111 ສາມສິບລຳ ແລະ ເຮືອບິນອາຍພົ່ນສູ້ຮົບເທິງອາກາດ 1.000 ກວ່າລຳ, ກອງກຳປັ່ນຮົບບັນທຸດເຮືອບິນ 6 ກອງ ແລະ ເຮືອບິນສູບນ້ຳມັນໃຫ້ຍົນເທິງອາກາດ KC.135 ຫ້າສິບລຳ… ເປີດບັ້ນບຸກໂຈມຕີຍຸດທະສາດ ດ້ວຍກອງທັບອາກາດຂະໜາດໃຫຍ່ ເຂົ້າໃສ່ ຮ່າໂນ້ຍ, ຮ໋າຍຟອງ ແລະ ເປົ້າໝາຍຈຳນວນໜຶ່ງ ຢູ່ພາກເໜືອ, ດ້ວຍລະຫັດ “Linebacker II”. ສະເພາະຢູ່ ຮ່າໂນ້ຍ, ໃນ 12 ວັນຄືນ, ກອງທັບອາກາດອາເມລິກາ ໄດ້ເຕົ້າໂຮມລວມສູນ ເຮືອບິນ 1.000 ກວ່າ ທ່ຽວລຳ (ໃນນັ້ນມີເຮືອບິນ B.52 ປະມານ 500 ທ່ຽວລຳ), ຖິ້ມລະເບີດ 40.000 ໂຕນ ລົງໃສ່ຫຼາຍບໍລິເວນ, ໃນນັ້ນມີ ບໍລິເວນປະຊາຊົນອາໃສຢູ່, ເຮັດໃຫ້ຄົນຕາຍເກືອບ 2.400 ຄົນ ແລະ ບາດເຈັບ 1.355 ຄົນ.

     ໂດຍກຳໄດ້ຢ່າງຊັດເຈນ ກົນອຸບາຍ ລາຍຫຼ່ຽມ ແລະ ຈຸດເວລາບຸກໂຈມຕີດ້ວຍກອງທັບອາກາດຂອງສັດຕູ, ກອງທະຫານ ແລະ ປະຊາຊົນນະຄອນຫຼວງ ໄດ້ເປັນເຈົ້າການ ໃນການສ້າງຕັ້ງທ່າສະໜາມຮົບປ້ອງກັນອາກາດ ດ້ວຍສາມປະເພດທັບ ທີ່ສົມບູນແບບ, ໝັ້ນຄົງໜັກແໜ້ນ, ຫຼາຍຂັ້ນ ຫຼາຍຊັ້ນ, ເປັນເຈົ້າການເຂົ້າສູ້ຮົບ ດ້ວຍຈິດໃຈອົງອາດ “ກ້າເສຍຊີວິດ ເພື່ອໃຫ້ປະເທດຊາດໝັ້ນຍືນ”. ພາຍຫຼັງການສູ້ຮົບຢ່າງພິລະອາດຫານ ໃນເວລາ 12 ເວັນແລະຄືນ (18 ທັນວາ ເຖິງ 29 ທັນວາ 1972), ທະຫານ ແລະ ປະຊາຊົນນະຄອນຫຼວງ ພ້ອມກັບບັນດາທ້ອງຖິ່ນພາກເໜືອ ໄດ້ທັບມ້າງການບຸກໂຈມຕີດ້ວຍກອງທັບອາກາດ ຂອງຂອງອາເມລິກາ ໃຫ້ປະຊາໄຊລົງ.

     ສິ່ງບັງເອີນທີ່ແປກປະຫຼາດຢ່າງໜຶ່ງສຳລັບອາເມລິກາ ໃນສອງການສົງຄາມທຳລາຍພາກເໜືອຫວຽດນາມ ກໍ່ຄືກຳລັງທະຫານອາກາດທີ່ໜຸ່ມນ້ອຍຂອງຫວຽດນາມໄດ້ຂະຫຍາຍຕົວຢ່າງໄວວາ, ມີວິທີສູ້ຮົບອັນໂດດເດັ່ນ ອາດກ້າ ຊຳນານໃນການສູ້ຮົບ, ສູ້ຮົບຢ່າງມີປະສິດທິຜົນ ແລະ ກາຍເປັນກຳລັງບຸກຈົມຕີ ທີ່ແຂງແກ່ງເທິງອາກາດ, ສ້າງຄວາມເຈັບຫົວປວດສະໝອງ, ຄວາມຢ້ານກົວ ແລະ ເສຍຫາຍຢ່າງໜັກໜ່ວງ ໃຫ້ແກ່ກອງທັບອາກາດອາເມລິກາ. ເພື່ອຍາດມາໄດ້ໄຊຊະນະອັນຍິ່ງໃຫຍ່ນັ້ນ, ກ່ອນອື່ນແມ່ນຕ້ອງເວົ້າເຖິງສາຍຕາເບິ່ງກວ້າງມອງໄກ ແລະ ການນຳພາອັນສະຫຼາດສ່ອງໃສ, ສຳພັດໄວ, ເກັ່ງກ້າສາມາດ ຂອງພັກ ແລະ ລັດຖະບານຫວຽດນາມ; ລັກສະນະເປັນເຈົ້າການ, ປະດິດສ້າງ ໃນການຄົ້ນຄວ້າສ້າງແຜນການ, ຊອກຫາວິທີສູ້ຮົບ ຂອງທະຫານປ້ອງກັນອາກາດ - ທະຫານອາກາດ; ຫົວຄິດສະຫຼາດສະຫຼຽວ, ຍຸດທະວິທີຊຳໜິຊຳນານ ໃນການຮົບ, ຫຼັກໝັ້ນການເມືອງໜັກແໜ້ນ, ຄວາມຕັດສິນໃຈສູ້ຮົບສູງທີ່ສຸດ ຂອງທະຫານປ້ອງກັນອາກາດ - ທະຫານອາກາດ ເວົ້າໂດຍສະເພາະ ແລະ ຂອງກອງທັບ, ປະຊາຊົນພາກເໜືອເວົ້າລວມ.

     ບັນດາການສົງຄາມປົດປ່ອຍຊາດ ແລະ ສົງຄາມປົກປັກຮັກສາປະເທດຊາດ ໃນຕະຫຼອດປະຫວັດສາດ ແຫ່ງການກໍ່ຕັ້ງປະເທດ ແລະ ປົກປັກຮັກສາປະເທດ ຂອງຊາດຫວຽດນາມ, ໃນນັ້ນມີພາລະກິດການປົກປັກຮັກສາ ແລະ ປົດປ່ອຍ ນະຄອນທັງລອງ - ດົງໂດ - ຮ່າໂນ້ຍ, ລ້ວນແຕ່ແມ່ນສົງຄາມທີ່ເປັນທຳ. ໃນຍຸກສະໄໝໂຮ່ຈີມິນ, ລັກສະນະເປັນທຳ ມະນຸດສະທຳນັ້ນ ກາຍເປັນບ່ອນອີງທາງຈິດໃຈ ໃຫ້ແກ່ພະນັກງານັກຮົບ ປະຊາຊົນແຕ່ລະຄົນ. ການປົກປັກຮັກສາ ນະຄອນຫຼວງຮ່າໂນ້ຍ ໃນການຕ້ານສົງຄາມທຳລາຍດ້ວຍກອງທັບອາກາດ ຂອງອາເມລິກາ ແມ່ນການສົງຄາມປະຊາຊົນ ທີ່ຂະຫຍາຍຕົວຂຶ້ນເຖິງລະດັບສູງ ໃນເງື່ອນໄຂໃໝ່ - ສົງຄາມປະຊາຊົນ ປົກປັກຮັກສາ ປະເທດຊາດຫວຽດນາມສັງຄົມນິຍົມ. ໄຊຊະນະ “ຮ່າໂນ້ຍ - ດຽນບຽນຝູ ເທິງອາກາດ” ຍັງມີການປະກອບສ່ວນ ຂອງປະຊາຊົນ ແລະ ບັນດາກຳລັງ ທີ່ຮັກຫອມສັນຕິພາບໃນໂລກ. ປະຊາຊົນອາເມລິກາຜູ້ກ້າວໜ້າ ກໍ່ຢືນຢູ່ຄຽງຂ້າງກັບປະຊາຊົນຫວຽດນາມ, ໄດ້ຕໍ່ສູ້ຢ່າງແຂງແຮງ ເພື່ອກີດກັ້ນການກທຳສ່ຽງໄພສົງຄາມ ທີ່ໂຫດຮ້າຍ ຂອງທາງການກຳອຳນາດອາເມລິກາ. ການ “ປະເຊີນໜ້າປະຫວັດສາດ” ໄດ້ຊ່ວຍໃຫ້ມະນຸດຊາດຜູ້ຮັກຫອມສັນຕິພາບ ແລະ ບັນດາຊົນຊາດ ທີ່ຖືກກົດຂີ່ຂົ່ມເຫັງ ມີຄວາມເຊື່ອໝັ້ນໃນໄຊຊະນະ ຂອງກຳລັງແຮງແຫ່ງຄວາມເປັນທຳ, ຂອງເສັ້ນທາງປະຕິວັດ ທີ່ພັກ, ລຸງໂຮ່ ແລະ ປະຊາຊົນຫວຽດນາມ ໄດ້ຄັດເລືອກ, ເພື່ອຈຸດປະສົງສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ສັງຄົມນິຍົມ.

     ບົດປະກອບຄວາມຄິດເຫັນໃນການສຳມະນາ 50 ກວ່າບົດ ໄດ້ສືບຕໍ່ຢັ້ງຢືນ ແລະ ທຳຄວາມກະຈ່າງແຈ້ງຕື່ມອີກ ກ່ຽວກັບບັນຫາທີ່ສຳຄັນຈຳນວນໜຶ່ງ ດັ່ງລຸ່ມນີ້:

    - ສະພາບແວດລ້ອມລວມໃນປະເທດ, ສາກົນ ແລະ ສະພາບການຕໍ່ສູ້ຕ້ານອາເມລິກາເພື່ອກູ້ຊາດ  ພາຍຫຼັງການບຸກຈົມຕີຍຸດທະສາດປີ 1972, ກົນອຸບາຍ ເລ່ຫຼ່ຽມໃໝ່ຂອງຈັກກະພັດອາເມລິກາ ກ່ອນເມື່ອເຊັນສັນຍາປາຣີ.

    - ການນຳພາອັນຖືກຕ້ອງ, ປະດິດສ້າງຂອງພັກກອມມູນິດຫວຽດນາມ ແລະປະທານ ໂຮ່ຈີມິແມ່ນປັດໃຈ ຕັດສິນໄຊຊະນະ “ຮ່າໂນ້ຍ - ດຽນບຽນຝູ ເທິງອາກາດ”.

    - ນ້ຳໃຈຕໍ່ສູ້ເດັດດ່ຽວ, ສະຫຼຽວສະຫຼາດ, ອົງອາດກ້າແກ່ນ, ຄວາມໄຫວພິກ ປະດິດສ້າງ ຂອງທະຫານ ປ້ອງກັນອາກາດ - ທະຫານອາກາດ, ຂອງກອງທັບ ແລະ ປະຊາຊົນພາກເໜືອ, ໂດຍກົງແມ່ນທະຫານ ແລະ ປະຊາຊົນ ນະຄອນຫຼວງ ຮ່າໂນ້ຍ, ຫາຍຟອງ ແລະ ນະຄອນໃຫຍ່ຈຳນວນໜຶ່ງອີກ ໄດ້ສະແດງໃຫ້ເຫັນເຖິງ ຄວາມສາມາດອາດກ້າ, ສະຕິປັນຍາຂອງກອງທັບ, ຂອງປະຊາຊົນຫວຽດນາມຜູ້ພິລະອາດຫານ.

    - ຕີລາຄາຂະໜາດໃຫຍ່ໂຕ, ຄວາມໝາຍ, ປັດໃຈໄຊຊະນະ, ຖອດຖອນບົດຮຽນປະສົບການ ພ້ອມກັນນັ້ນກໍ່ ເສີມຂະຫຍາຍບັນດາບົດຮຽນປະຫວັດສາດຂອງ ໄຊຊະນະ “ຮ່າໂນ້ຍ - ດຽນບຽນຝູ ເທິງອາກາດ” ເຂົ້າໃນພາລະກິດການສ້າງສາ ແລະ ປົດປັກຮັກສາປະເທດຊາດໃນປັດຈຸບັນ. ການປະຊຸມສຳມະນາເປັນການເຄື່ອນໄຫວທີ່ແທດຈິງ ປະກອບສ່ວນເຂົ້າໃນການອົບຮົມສຶກສາມູນເຊື້ອປະຕິວັດ ໃຫ້ແກ່ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ./.

                                                                       ໂດຍ ຟອງຍື