ວ.ກ.ອອນໄລ -  ວັນທີ 2 ທັນວາ 2012, ທີ່ແຂວງເຫງ້ອານ, ກະຊວງແຮງງານ-ນັກຮົບ​ຜູ້​ເສຍ​ອົງຄະ-ສັງຄົມ ​ແຫ່ງ ສສ ຫວຽດນາມ ສົມທົບ​ກັບ​ກະຊວງແຮງ​ງານ ​ແລ​ະ ສະຫວັດ​ດິການ​ສັງຄົມ​ ແຫ່ງ ສປປ ລາວ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີມສະຫຼອງສາຍ​ພົວພັນ ​ລະຫວ່າງ​ສອງ​ກະຊວງ​ຄົບຮອບ 50 ປິ.

ຕາງໜ້າການນຳພັກ ແລະ ລັດຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ປະດັບຫຼຽນໄຊເອກະລາດຊັ້ນໜຶ່ງ ຂອງລັດແຫ່ງ ສສ ຫວຽດນາມ ໃຫ້ກະຊວງແຮງງານ ແລະ ສະຫວັດດິການສັງຄົມ ແຫ່ງ ສປປ ລາວ; ແລະປະດັບຫຼຽນໄຊເອກະລາດຊັ້ນສອງ ໃຫ້ທ່ານນາງ ລັດຖະມົນຕີ ອ່ອນຈັນ ທຳມະວົງ - ຮູບຂອງ: chinhphu.vn

     ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີມສະຫຼອງຢ່າງ​ສົມ​ກຽດ​ມີ ສະຫາຍ ຫງວຽນ​ຊວັນ​ຝຸກ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງນາຍົກລັດຖະມົນຕີ, ປະທານ​ຄະນະ​ກຳມາ​ທິການ​ຮ່ວມມື ຫວຽດນາມ - ລາວ; ສະຫາຍ​ນາງ​ ຫງວຽນ​ທິກິມ​ເງິນ, ​ເລຂາທິການ​ສູນ​ກາງ​ພັກ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ສສ ຫວຽດນາມ; ຝ່າຍ​ລາວ​ມີສະຫາຍນາງ ອ່ອນຈັນ ທຳມະວົງ, ກຳມະການ​ສູນ​ກາງ​ພັກ ປປ ລາວ, ລັດຖະມົນຕີ​ວ່າການ​ກະຊວງແຮງ​ງານ ​ແລ​ະ ສະຫວັດ​ດິການ​ສັງຄົມ​ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ການ​ນຳ, ຜູ້​ແທນ​ ແລະ ​ແຂກ​ຜູ້ມີ​ກຽດ​ຫຼາຍ​ທ່ານ.

     ສະ​ຫາຍຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ກ່າວ​ປາ​ໄສ​ຢັ້ງຢືນ​ວ່າ ​ຫວຽດນາມ ​ແລະ ລາວ​ ເປັນສອງປະເທດ​ເພື່ອນ​ບ້ານ ​​ໃກ້​ຄຽງ​ ທີ່​ຜູກ​ພັນ​ສະໜິດ​ແໜ້ນ​ນຳກັນ. ປະຊາຊົນ​ຫວຽດນາມ ​ແລະ ​ປະຊາຊົນ​ລາວ​ບັນດາ​ເຜົ່າຍາມ​ໃດ​ກໍ່​ຮັກ​ແພງ​ກັນ ​ແລະ ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ​ໃນ​ເວລາ​ຕົກທຸກ​ໄດ້​ຍາກ ກໍ່ຄື​ໃນ​ເມື່ອ​ຖືກ​​ໄພພິບັດ. ສາຍພົວພັນ​ມິດຕະພາບ​ນັ້ນ ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ດ້ວຍ​ເລືອດ​ເນື້ອ​ເຫື່ອ​ແຮງ​ຂອງ​ນັກຮົບ​ປະຕິວັດ​ຫຼາຍ​ຮຸ້ນ ​ແລະ ຂອງ​ປະຊາຊົນ​ສອງ​ປະ​ເທດ, ມັນ​ໄດ້​ກາຍ​ເປັນ​ສາຍ​ພົວພັນ​ແບບຢ່າງ ທີ່​ຫາ​ຍາກ​ໃນ​ໂລກ. ການ​ທີ່​ສອງ​ປະ​ເທດ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ​ໃນ​ວັນ​ທີ 18 ກໍລະກົດ 1977 ​ເປັນ​ເຫດການ​ທີ່​ສຳຄັນ​ຍິ່ງ, ​ເປັນ​ການ​ເພີ່ມ​ທະວີ​ສາຍ​ພົວພັນ​ພິ​ເສດ​ຫວ​ຽດນາມ - ລາວ ​ໃນ​ໄລຍະ​ໃໝ່​ແຫ່ງ​ການ​ສ້າງສາ​ພັດທະນາ​ປະ​ເທດ.

     ສາຍ​ພົວພັນ​ລະຫວ່າງພັກ, ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ສືບ​ຕໍ່​ຂະຫຍາຍຕົວ​ຢ່າງ​ແຂ​ງແຮ​ງ, ນັບມື້​ນັບ​ຂະຫຍາຍເຂົ້າສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ຜະ​ສິດທິ​ຜົນ​ໃນ​ທຸກໆ​ຂົງ​ເຂດ, ​ໃນ​ນັ້ນ​ມີ​ຫຼາຍ​ຂົງ​ເຂດ​ຮ່ວມ​ມື​ລະຫວ່າງ​ກະຊວງ​ແຮງ​ງານ-ນັກຮົບ​ຜູ້​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ກັບກະຊວງ​ແຮງ​ງານ ​ແລະ ສະຫວັດ​ດິການ​ສັງຄົມ​ລາວ. ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ແຮງ​ງານ​ ແລະ ສັງຄົມ​ນັບ​ມື້​ນັບ​ຂະຫຍາຍຕົວ​ທັງ​ດ້ານ​ຂະໜາດ, ຮູບ​ການ ​ແລະ ລວງ​ເລິກ, ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ແຮງ​ງານ​ໄດ້​ດີ​ກວ່າ, ພິ​ເສດ​ແມ່ນ​ກຳລັງ​ແຮງ​ງານ​ທີ່​ມີ​ຄວາມ​ຊຳນິ​ຊຳນານ, ມີ​ຄວາມ​ສາມາດ​ດ້ານ​ວິຊາ​ຊ່າງ​ສູງ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດການພັດທະນາ​​ເສດຖະກິດ-ສັງຄົມຂອງ​ແຕ່ລະ​ປະ​ເທດ. ​ແຕ່ລະ​ປີ ຝ່າຍ​ລາວ​ໄດ້​ຮັບ​ຄົນ​ງານ​ຫວຽດນາມ​ຫຼາຍ​ພັນ​ຄົນ​ມາ​ເຮັດ​ວຽກ​ໃນ​ບັນດາ​ໂຄງການ, ກິດຈະການ​ຢູ່​ລາວ. ​ໃນ​ຂົງ​ເຂດ​ກໍ່ສ້າງ​ພະນັກງານ, ຫວຽດນາມ​ໄດ້​ກໍ່ສ້າ​ງພະນັກງານ​ເຮັດ​ວຽກ​​ໃນຂົງ​ເຂດ​ແຮງງານ, ​ເງິນ​ເດືອນ, ປະກັນ​ໄພ​ສັງຄົມ ...​ ເປັນ​ຈຳນວນ​ຫຼາຍ​ໃຫ້​ຝ່າຍ​ລາວ. ການ​ພົວພັນ​ຮ່ວມ​ມື​ດ້ານ​ແຮງ​ງານ, ສັງຄົມ​ລະຫວ່າງ​ສອງ​ປະ​ເທດ​ບໍ່​ພຽງ​ແຕ່​ໄດ້​ດຳ​ເນີນ​ລະຫວ່າງ​ບັນດາ​ອົງການ​ສູນ​ກາງ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ປະຕິບັດ​ເປັນ​ຢ່າງ​ດີ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ, ​ເປັນ​ຕົ້ນ​ແມ່ນ​​ບັນດາ​ແຂວງ​ທີ່​ມີ​ຊາຍ​ແດນ​ຕິດ​ຈອດ​ກັນ​ອີກ​ນຳ.

​     ໃນ​ໂອກາດ​ນີ້, ສະຫາຍຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ກໍ່​ໄດ້​ຂອບ​ອົກ​ຂອບ​ໃຈ​ລັດຖະບານ, ປະຊາຊົນ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ລາວ​ທີ່​ໄດ້ ​ແລະ ພວມ​ປະສານ​ສົມທົບ​ຢ່າງ​ຕັ້ງໜ້າ ດ້ວຍ​ມິດ​ຈິດ​ມິດ​ໃຈ​ແລະຄວາມຮັບຜິດຊອບສູງ​ ເພື່ອຊ່ວຍ​ໃຫ້​ບັນດາ​ອົງການ, ກົມ​ກອງ​ຂອງ​ຫວຽດນາມຊອກ​ຫາ ​ແລະ ທ້ອນ​ໂຮມ​ອັດຖິ​ຂອງ​ທະຫານ​ອາສາ​ສະໝັກ​ຫວຽດນາມ​ທີ່​ເສຍ​ຊີວິດ​ໃນ​​ເວລາ​ສູ້​ຮົບ​ຢູ່​ລາວ. ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ສອງ​ກະຊວງ​ມາ​ເຖິງ​ປັດຈຸບັນໄດ້ຊອກ​ຫາ ທ້ອນ​ໂຮມ ​ແລະ ຍົກຍ້າຍອັດຖິ​ຂອງ​ທະຫານ​ອາສາ​ສະໝັກ​ຫວຽດນາມ​ທີ່​ເສຍ​ຊີວິດ​ຢູ່​ລາວ ກັບ​ເມືອ​ປະ​ເທດ​ໄດ້ 16.000 ອັດຖິ.

     ລັດຖະມົນຕີ​ວ່າການກຊວງແຮງງານ-ນັກຮົບຜູ້ເສຍອົງຄະ-ສັງຄົມຫວຽດນາມ ສະ​ຫາຍນາງ ຝ້າ​ມທິຫາຍ​ຈວ່ຽນ ​ແລະ ລັດຖະມົນຕີວ່າການກະຊວງແຮງງານແລ ສະຫວັດດິການສັງຄົມລາວ ສະຫາຍນາງ ອ່ອນຈັນ ທຳມະວົງ ​ໄດ້ພ້ອມ​ກັນ​ຢັ້ງຢືນ​ວ່າ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ​ນີ້ ສອງ​ຝ່າຍ​ຈະ​ສືບ​ຕໍ່​ປັບປຸງ, ​ເພີ່ມ​ທະວີ ​ແລະ ​ເປີດ​ກວ້າງ​ກວ່າ​ອີກ​ການ​ພົວພັນ​ຮ່ວມ​ມື​ກັນ​ໃນ​ບັນດາ​ຂົງ​ເຂດ​ສະຫວັດ​ດິການ​ສັງ​ຄົມ, ​ແຮງ​ງານ, ກໍ່ສ້າງ​ພະນັກງານ, ອົບຮົມ​ວິຊາ​ຊ່າງ ​ແລະ ຊອກ​ຫາ ທ້ອນ​ໂຮມ​ອັດຖິ​ນັກຮົບ​ເສຍ​ຊີວິດ. ສອງ​ຝ່າຍ​ແລກປ່ຽນ​ບົດຮຽນ ຊ່ວຍ​ເຫຼືອກັນ​ແກ້​ໄຂ​ຜ່ານ​ຜ່າ​ຂໍ້​ຈຳກັດ​ຕ່າງໆ​ແນ​ໃສ່​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ທີ່​ໄດ້​ຮັບ​ມອບ​ໝາຍ​ຢ່າງ​ສຳ​ເລັດ​ມີ​ໄຊ, ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ແຕ່ລະ​ປະ​ເທດ ກໍ່​ຄື​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ./.

                                                                       ຂ່າວ​ຂອງ TTXVN