ວັນ​ທີ 5 ທັນວາ 2012, ​ທີ່ແຂວງ ກອນ​ຕຸ​ມ ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ - ການ​ຄ້າ - ການທ່ອງທ່ຽວ ຢູ່ເຂດສາມຫລ່ຽມພັດທະນາ ກຳປູ​ເຈຍ - ລາວ - ຫວຽດນາມ ຄັ້ງ​ທີ 7 ​ໄດ້​ໄຂ​ຂຶ້ນ​ຢ່າງ​ສົມ​ກຽດ.

ຮູບພາບກອງປະຊຸມ - ຮູບຂອງ: ຊ່ອງສື່ຂ່າວອອນໄລຂອງກະຊວງແຜນການແລະການລົງທຶນ

     ກອງ​ປະຊຸມ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ ​ແລະ ນັກທຸລະກິດກວ່າ 400 ຄົນ​ທີ່​ມາ​ຈາກສາມ​ປະ​ເທດ. ​ເຖິງ​ວ່າ ​ສະພາບ​ການ​ເສດຖະກິດ​ໂລກ​ພົບ​ຄວາມ​ຫຍຸ້ງຍາກ ​ແລະ ​ຊຸດ​ໂຊມ​ລົງ​ກໍ່ຕາມ ​ແຕ່​ການ​ຮ່ວມ​ມື​ດ້ານ​ການລົງທຶນ ລະຫວ່າງ​ສາມ​ປະ​ເທດ ​ກໍ່​ຍັງ​ຄົງ​ໄດ້ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ. ລວມຍອດ​ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນລະຫວ່າງ​ຫວຽດນາມ ​ກັບ​ສອງ​ປະ​ເທດ ​ໃນ​ປີ 2012 ບັນລຸ​ປະມານກວ່າ 4 ຕື້ USD. ລາວ ​ແລະ ກຳປູ​ເຈ​ຍ ​ເປັນ​ສອງ​ປະ​ເທດ​ທີ່​ມີ​ການ​ລົງທຶນ​ຫຼາຍ​ທີ່​ສຸດ​ ຂອງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ, ປັດຈຸບັນ​ກວມ​ກວ່າ 50% ຍອດຈຳນວນ​​ໂຄງການ​ລົງທຶນ ​ແລະ ​ເງິນ​ລົງທຶນ​ທັງ​ໝົດຢູ່​ຕ່າງປະ​ເທດ​ຂອງ​ຫວຽດນາມ. ວິ​ສາ​ຫະກິດ​ຫວຽດນາມ​ລົງທຶນ​ເຂົ້າ​ລາວ ​ໃນ 50 ​ໂຄງການ ດ້ວຍ​ຈຳນວນ​ເງິນ​ເກືອບ 1,7 ຕື້ USD; ລົງທຶນ​ເຂົ້າກຳ​ປູ​ເຈຍ ​ໃນ 25 ​ໂຄງການ ດ້ວຍ​ຈຳນວນ​ເງິນ​ເກືອບ 1,5 ຕື້ USD. ຢູ່​ເຂດ​ສາມຫຼ່ຽມ​ພັດທະນາ​ ໄດ້​ເປັນ​ຮູບ​ເປັນ​ຮ່າງ​ບັນດາ​ເຂດປູກ​ສະ​ເພາະ​ຕົ້ນ​ໄມ້​ອຸດສາຫະກຳ​ໄລຍະ​ຍາວ​ນານ​ເຊັ່ນ ກາ​ເຟ, ຢາງພາລາ… ມີ​ເນື້ອ​ທີ່​​ເປັນ​ໝື່ນ​ເປັນ​ແສນ​ເຮັກຕາ, ​ແລະ ​ໄດ້​ສ້າງ​​ໂສມ​ໜ້າ​ໃໝ່​ໃຫ້​ເຂດ​ນີ້.

     ​ເຖິງ​ຢ່າງ​ນັ້ນ​ກໍ່ຕາມ, ປັດຈຸບັນກໍ່​ຍັງ​ມີ​ຂໍ້ຫຍຸ້ງຍາກ​ຄ້າງ​ຄາ​ຫຼາຍ​ຢ່າງ​ທີ່​ກີດຂວາງ​ການ​ພັດທະນາ​ຂອງ​ທົ່ວ​ທັງ​ເຂດ. ທ່ານ​ນາງ ຝ້າ​ມທິ​ໂຮ່ງ​ແທງ, ຮອງ​ຫົວໜ້າ​ກົມ​ທະວີບອາຊີ - ປາຊີ​ຟິກ, ກະຊວງ​ອຸດສາຫະກຳ ການຄ້າ ​ຫວຽດນາມ ​ໃຫ້​ຮູ້​ວ່າ: ມີຫຼາຍ​ນະ​ໂຍບາຍ ຂໍ້​ກຳນົດ​ທີ່​ກໍ່​ຄວາມ​ຫຍຸ້ງຍາກ​​ໃຫ້​ແກ່​ວິ​ສາ​ຫະກິດ​ເຊັ່ນ ກຳນົດ​ກ່ຽວ​ກັບ​ລົດ​ໂອ​ໂຕ​ບັນທຸກ​ສິນຄ້າ, ​ເສັ້ນທາງ​​ໄປມາ, ກຳນົດ​ກ່ຽວ​ກັບ​ທຶນ​ໃຫ້​ກູ້​ຢືມ. ປັດຈຸບັນ, ການ​ຂົນ​ສົ່ງ​ສິນຄ້າ​ຍັງ​ບໍ່​ທັນ​ໄປ​ຊື່​ໂດຍ​ກົງ​ໄດ້ (ຍ້ອນ​ວ່າ​ ແຕ່ລະ​ປະ​ເທດ​ໄດ້​ກຳນົດ​ນ້ຳໜັກ​ຂົນ​ສົ່ງສະ​ເພາະ​ຂອງ​ຕົນ, ດັ່ງ​ນັ້ນ​ຈຶ່ງ​ຕ້ອງ​ຫລຸດ​ຜ່ອນ​ນ້ຳໜັກ​ລົດ​ລົງ​ເມື່ອ​ຜ່ານ​ປະ​ເທດ​ເພື່ອນ​ບ້ານ) ອັນ​ໄດ້​ເຮັດ​ໃຫ້​ຄ່າ​ໃຊ້​ຈ່າຍ​ເພີ່ມ​ຂຶ້ນ ​ແລະ ຫຍຸ້ງຍາກ​ຕື່ມ​ອີກ​ໃຫ້​ແກ່​ການ​ຂົນ​ສົ່ງ​ສິນຄ້າ, ​ເປັນ​ຕົ້ນ​ແມ່ນ​ສິນຄ້າ​ແຊ່​ແຂງ, ໝາກ​ໄມ້​ສົດ. ນອກຈາກ​ນັ້ນ, ຜະ​ລິດ​ຕະພັນ​ຂອງ​ເຂດ​ນີ້​ກໍ່​ຍັງ​ບໍ່​ທັນ​ອຸດົມສົມບູນ, ຄວາມ​ຕ້ອງ​ການ​ຊົມ​ໃຊ້ກໍ່​ຍັງ​ຕ່ຳ, ລັກສະນະ​ຜະລິດ​ກຸ້ມ​ຕົນ​ເອງ​ກໍ່​ສະ​ແດງ​ອອກ​ແຈ້ງ​ພໍ​ຄວນ.

     ທ່ານ ຢູນ​ແຮງ - ​ເລຂາ​ຊ່ວຍ​ວຽກ​ນາຍົກລັດຖະມົນຕີ, ຫົວໜ້າ​ກົມ​ສົ່ງ​ເສີມ​ແລະ​ຕີ​ລາຄາ​ໂຄງການ​​ແຫ່ງສະພາ​ພັດທະນາ​ກຳປູ​ເຈຍ ກໍ່​ຮັບ​ຮູ້​ວ່າ​ບັນຫາ​ພະລັງງານ​ໄຟຟ້າ ພວນ​ເປັນຄວາມຫຍຸ້ງ​ຍາກຂອງ​ລັດຖະບານ​ປະ​ເທດ​ນີ້, ກໍ່​ຄື​ຂອງ​ບັນດາ​ວິ​ສາ​ຫະກິດ​ເມື່ອ​ລົງທຶນ​ເຂົ້າ​ໃນ​ເຂດ​ນີ້. ​ເຖິງ​ຢ່າງ​ນັ້ນ​ກໍ່ຕາມ, ທ່ານ​ກໍ່​ຢັ້ງຢືນ​ວ່າ ລັດຖະບານ​ກຳປູ​ເຈຍ​ຈະ​​ເພີ່ມ​ທະວີ​ການລົງທຶນ​ກໍ່ສ້າງ​ໄຟຟ້າ​ນ້ຳຕົກ, ​ໄຟຟ້າພະລັງ​ຄວາມ​ຮ້ອນ (ປະມານ 1.000 MWh), ກໍ່​ຄື​ການ​ລົງທຶນ​ກໍ່ສ້າງລະບົບ​ນຳ​ສົ່ງ​ໄຟຟ້າ​ໃນ​ອະນາຄົດ… ຄຽງ​ຂ້າງ​ນັ້ນ, ການ​ລົງທຶນ​ເຂົ້າ​ລາວ​ ຂອງ​ບັນດາ​ວິ​ສາ​ຫະກິດກໍ່ພົບຄວາມ​ຫຍຸ້ງຍາກບໍ່​ໜ້ອຍ ​ໃນ​ການ​ຊອກ​ຫາ​​ແຫຼ່ງກຳລັງ​ແຮງ​ງານ​ເມື່ອ​ເຖິງ​ລະດູ​ການ​ເກັບ​ກ່ຽວ. ການ​ໄປ​ມາຄ້າຂາຍ​ລະຫວ່າງ ນະຄອນ​ໂຮ່ຈີ​ມິນ ​ແລະ ຈຳປາ​ສັກ ປັດຈຸບັນ​ຍັງ​ມີ​ອຸປະສັກ​ຫຼາຍ​ຢ່າງ ຍ້ອນ​ເສັ້ນທາງ​ໄກ​ໂພດ (800 ກມ ຜ່ານ​ດ່ານ ​ເບີ​ອີ ​ແຂວງ​ກອນ​ຕູມ). ການ​ແລກປ່ຽນການ​ຄ້າລະຫວ່າງ​ກຳປູ​ເຈຍ ​ແລະ ລາວ ຍັງ​ອ່ອນ​ນ້ອຍ, ບໍ່​ສົມ​ຄູ່​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ແຕ່ລະ​ຝ່າຍ. ຄຽງ​ຂ້າງ​ນັ້ນ, ​ໂຄງການ​ເຊື່ອມ​ໂຍງ ​ການຂົນ​ສົ່ງສົ່ງ​ຕໍ່​ຜູ້​ໂດຍສານ ​ແລະ ສິນຄ້າ ລະຫວ່າງ​ປະ​ເທດ​ ຜ່ານ​ທາງ​ເລກ 13 ຈາກ​ພາກ​ໄຕ້​ຂອງ​ລາວ ລົງ​ໄປ​ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ກຳປູ​ເຈຍ ​​ແລະໄປ​ສູ່​ແຂວງ​ຕ່າງໆ​ຂອງ​ຫວຽດນາມ ກໍ່​ໄດ້​ຜັນ​ຂະຫຍາຍ​ຊ້າ.

     ​ເພື່ອ​ຂຸດ​ຄົ້ນ​ຄວາມ​ສາມາດ​ຊ້ອນ​ແຝງ​ຢູ່​ໃນ​ເຂດ​ນີ້, ທ່ານ​ກາວ​ວຽດຊິງ, ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ, ​ໃຫ້​ທັດສະນະ​ວ່າ ບັນດາ​ຝ່າຍ​ທີ່​ກ່ຽວ​ຕ້ອງ​ຍົກ​ລະດັບ ​ແລະ ປັບປຸງ​ບູລະນະ​ພື້ນຖານ​ໂຄງ​ລ່າງ, ​ໃນ​ນັ້ນ​ມີ​ນະ​ໂຍບາຍ​​ໃຫ້​ບຸລິມະສິດ​ເປັນ​ພິ​ເສດ​ການ​ລົງທຶນ ​ເພື່ອສົ່ງ​ເສີມບັນດາ​ພາກສ່ວນ​ເສດຖະກິດ​ເຂົ້າ​ຮ່ວມ​ການ​ລົງທຶນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ທີ່​ຈຳ​ເປັນຕ້ອງການ. ບັນດາ​ຝ່າຍ​ທີ່​ກ່ຽວ​ຕ້ອງຊຸກຍູ້ ​ແລະ ຈັດ​ຕັ້ງ​ການ​ປະຕິບັດ​ຢ່າງ​ຄົບ​ຊຸດ​ແຜນ​ແມ່​ບົດ​ເຂດ​ສາມຫຼ່ຽມ​ພັດທະນາ ທີ່​ລັດຖະບານ​ສາມ​ປະ​ເທດ​ໄດ້​ຜ່ານ​ອະນຸມັດ. ນອກຈາກ​ນັ້ນ, ຕ້ອງ​ຍູ້​ແຮງ​ການ​ກໍ່ສ້າງ ​ແລະ ປັບປຸງ​ບູລະນະ​ລະ​ບົດ​ກົດໝາຍ​ກ່ຽວ​ກັບ​ການ​ລົງທຶນ, ການ​ທຸລະ​ກິດ; ບັນດາ​ນະ​ໂຍບາຍ​ທີ່​ມີ​ຄວາມ​ກ່ຽວຂ້ອງ​ກັບ​ພາສີສຸນ​ລະກາ​ກອນ, ການ​ກວດກາ​ການຂາ​ເຂົ້າຂາ​ອອກ, ​ແຮງ​ງານ, ກໍ່​ຄື​ບັນດາ​ລະບຽບ​ການ​ບໍລິຫານທີ່​ມີ​ຄວາມ​ພົວພັນ​ເຖິງ​ການ​ໃຫ້​ໃບ​ອະນຸຍາດ​ລົງທຶນ, ທຸລະ​ກິດ, ຮັບປະກັນ​ລັກສະນະ​ໂປ່​ງ​ໃສ, ຄົບ​ຊຸດ, ​ເປັນ​ເອກະ​ພາບ​ແຕ່​ສູນ​ກາງ​ລົງ​ເຖິງ​ທ້ອງ​ຖິ່ນ.

    ເຂດສາມຫຼ່ຽມ​ພັດທະນາ​ກຳປູ​ເຈຍ - ລາວ - ຫວຽດນາມ (ມີ 13 ​ແຂວງ) ​ເປັນ​ເຂດ​ສາມ​ແຍກ​ຊາຍ​ແດນ​ຂອງ​ສາມ​ປະ​ເທດ. ຄວາມ​ຄິດ​ສ້າງ​ເຂດ​ສາມຫຼ່ຽມ​ພັດທະນາ ​ໂດຍ​ແມ່ນ​ນາຍົກລັດຖະມົນຕີ​ແຫ່ງລັດຖະບານ​ລາດ​ຊະ​ອານາຈັກ​ກຳປູ​ເຈຍ ທ່ານ​ຮູ​ນ​ແຊນ ສະ​ເໜີ​ອອກ​ມາ​ຢູ່​ທີ່​ການ​ພົບ​ປະ​ຊັ້ນ​ສູງ​ລະຫວ່າງ​ສາມ​ນາຍົກລັດຖະມົນຕີ ທີ່​ວຽງ​ຈັນ ປີ 1999, ຊຶ່ງ​ມີ​ຈຸດໝາຍ​ເພີ່ມ​ທະວີ​ຄວາມ​ສາມັກຄີ ການ​ຮ່ວມ​ມື​ລະຫວ່າງ​ສາມ​ປະ​ເທດ ​ແນ​ໃ​ສ່ພັດທະນາ​ເສດຖະກິດ-ສັງຄົມ, ລົບ​ລ້າງຄວາມທຸກ​ຍາກ, ປະກອບສ່ວນ​ຮັກສາ​ຄວາມ​ປອດ​ໄພ​ສະຖຽນລະ​ພາບ​ຂອງ​ແຕ່ລະ​ປະ​ເທດ​ໃຫ້ໝັ້ນຄົງ./.

ຕາມ​ຂ່າວ​ຂອງ: TTXVN