ວ.ກ.ອອນ​ໄລ - ຕາມ​ຕົວ​ເລດ ​ທີ່​ກົມ​ໃຫຍ່​ສະຖິຕິ ຫາ​ກໍ່​ປະກາດ​ເປັນ​ທາງ​ການ ໃຫ້​ຮູ້​ວ່າ ​ປີ 2012 ​​ເສດຖະກິດ​ຫວຽດນາມ ໄດ້​ເຕີ​ບ​ໂຕ​ໄວພໍ​ຄວນ, ບັນດາ​ຂົງ​ເຂດ​ສັງຄົມ​ກໍ່​ໄດ້​ພັດທະນາ​ເປັນ​ປົກກະຕິ​ໂດຍ​ພື້ນຖານ.

     ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ (GDP) ປີ 2012 ຕາມ​ລາຄາ​ປຽບທຽບ 1994 ​ເພີ່ມ​ຂຶ້ນ​ປະມານ 5,03% ທຽບ​ກັບ​ປີ 2011, ​ໃນ​ນັ້ນ ​ໄຕ​ມາດ​ທີ I ​ເພີ່ມ​ຂຶ້ນ 4,64%;​ໄຕ​ມາດ​ທີ II ເພີ່ມ​ຂຶ້ນ 4,80%; ໄຕ​ມາດ​ທີ III ເພີ່ມ​ຂຶ້ນ 5,05%; ໄຕ​ມາດ​ທີ IV ເພີ່ມ​ຂຶ້ນ 5,44%. ​ໃນ​ອັດຕາ​ຄວາມ​ເຕີ​ບໂຕລວມ 5,03% ຂອງ​ເສດຖະກິດ​ທົ່ວ​ປະ​ເທດ​ນັ້ນ, ຂົງ​ເຂດ​ກະສິກຳ, ປ່າ​ໄມ້ ​ແລະ ສິນ​ໃນ​ນ້ຳ ເພີ່ມ​ຂຶ້ນ 2,72%, ປະກອບສ່ວນ 0,44 ສ່ວນ​ຮ້ອຍ​ເຂົ້າ​ໃສ່​ອັດຕາ​ຄວາມ​ເຕີ​ບໂຕ​ລວມ; ຂົງເຂດອຸດສາຫະກຳ ​ແລະ ການກໍ່ສ້າງ ເພີ່ມ​ຂຶ້ນ 4,52%, ປະກອບສ່ວນ 1,89 ສ່ວນ​ຮ້ອຍ; ຂົງ​ເຂດ​ບໍລິການ​ເພີ່ມ​ຂຶ້ນ 6,42%, ປະກອບສ່ວນ 2,70 ສ່ວນ​ຮ້ອຍ.

     ມູນ​ຄ່າ​ການ​ຜະລິດກະສິກຳ, ປ່າ​ໄມ້ ​ແລະ ສິນ​ໃນ​ນ້ຳ ປີ 2012 ຕາມ​ລາຄາ​ປຽບທຽບ 1994 ​ເພີ່ມ​ຂຶ້ນ​ປະມານ 3,4% ທຽບ​ກັບ​ປີ 2011, ຊຶ່ງ​ກວມ​ດ້ວຍ: ການ​ກະສິກຳ ເພີ່ມ​ຂຶ້ນ 2,8%; ການ​ປ່າ​ໄມ້ ເພີ່ມ​ຂຶ້ນ 6,4%; ສິນ​​ໃນ​ນ້ຳ​ ເພີ່ມ​ຂຶ້ນ 4,5%.

     ດັດຊະນີ​ການ​ຜະລິດ​ອຸດສາຫະກຳ​ເດືອນທັນວາ 2012 ເພີ່ມ​ຂຶ້ນປະມານ 5,0% ທຽບ​ກັບ​ເດືອນ​ກ່ອນ ​ແລະ ເພີ່ມ​ຂຶ້ນ 5,9% ທຽບກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກ່ອນ. ດັດຊະນີ​ການ​ຜະລິດ​ອຸດສາຫະກຳ​ຂອງ​ທັງປີ 2012 ເພີ່ມ​ຂຶ້ນ 4,8% ທຽບ​ກັບ​ປີ 2011, ຊຶ່ງ​ໃນ​ນັ້ນ ອຸດສາຫະກຳ​ຂຸດ​ຄົ້ນ ເພີ່ມ​ຂຶ້ນ 3,5%; ອຸດສາຫະກຳ​ປຸງ​ແຕ່ງ ປະດິດ ເພີ່ມ​ຂຶ້ນ 4,5%; ການຜະລິດ ​ແຈກ​ຢາຍ​ໄຟຟ້າ, ກາສ ​ເພີ່ມ​ຂຶ້ນ 12,3%; ການ​ສະໜອງ​​ນ້ຳ​ປະປາ, ການ​ຄຸ້ມ​ຄອງ ​ແລະ ​ແກ້​ໄຂ​ລະບາຍນ້ຳ​ເສຍ, ເພີ່ມ​ຂຶ້ນ 8,4%.

     ລວມຍອດມູນ​ຄ່າ​ສິນຄ້າ​ຂາຍຍ່ອຍ ​ແລະ ລາຍ​ຮັບ​ຈາກການ​ບໍລິການ​ຊົມ​ໃຊ້​ປີ 2012 ເພີ່ມ​ຂຶ້ນປະມານ 16% ທຽບ​ກັບ​ປີ 2011 (ຖ້າ​ຍົກ​ເວັ້ນປັດ​ໃຈ​ລາຄາ​ແລ້ວ ກໍ່ເພີ່ມ​ຂຶ້ນ 6,2%), ​ໃນ​ນັ້ນ ຂົງ​ເຂດ​ເສດຖະກິດ​ແຫ່ງ​ລັດ ກວມ​ເອົາ 12,3% ​ແລະ ຫລຸດ​ລົ​ງ 1,2%; ​ເສດຖະກິດ​ທີ່ບໍ່​ແມ່ນ​ຂອງ​ລັດ ກວມ​ເອົາ 84,8% ​ແລະ ເພີ່ມ​ຂຶ້ນ 18,4%; ຂົງ​ເຂດ​ທີ່​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ກວມ​ເອົາ 2,9% ​ແລະ ເພີ່ມ​ຂຶ້ນ 34,7%. ພິຈາລະນາ​ຕາມ​ຂະ​ແໜງ​ການ​ທຸລະ​ກິດ​ແລ້ວ ກໍ່​ເຫັນ​ວ່າ ການ​ຄ້າ​ກວມ​ເອົາ 77,1% ຂອງ​ລວມຍອດ ​ແລະ ເພີ່ມ​ຂຶ້ນ 15,2%; ​ການທຸລະກິດໂຮ​ງ​ແຮມ ຮ້ານ​ອາຫານ ກວມ​ເອົາ 11,8% ​ແລະ ເພີ່ມ​ຂຶ້ນ 17,2%; ການ​ບໍລິການ​ກວມ​ເອົາ 10,1% ​ແລະ ເພີ່ມ​ຂຶ້ນ 19,6%; ການທ່ອງທ່ຽວກວມ​ເອົາ 1% ​ແລະ ເພີ່ມ​ຂຶ້ນ 28,1%.

     ດັດຊະນີ​ລາຄາ​ຕະຫລາດ​ເດືອນ​ທັນວາ 2012 ເພີ່ມ​ຂຶ້ນ 0,27% ທຽບ​ກັບ​ເດືອນ​ກ່ອນ ​ແລະ ເພີ່ມ​ຂຶ້ນ 6,81% ທຽບ​ກັບ​ເດືອນ​ທັນວາ 2011. ດັດຊະນີ​ລາຄາ​ຕະຫລາດ​ສະ​ເຫຼ່ຍ​ປີ 2012 ເພີ່ມ​ຂຶ້ນ 9,21% ທຽບ​ກັບ​ລະດັບ​ສະ​ເຫຼ່ຍປີ 2011.

     ເງິນ​ລົງທຶນ​ຂອງທົ່ວ​ສັງຄົມ​ປະຕິບັດ​ໃນ​ປີ 2012 ຕາມ​ລາຄາ​ປັດຈຸບັນ ​ໄດ້​ປະມານ 989,3 ພັນ​ຕື້​ໂດ່​ງ, ເພີ່ມ​ຂຶ້ນ 7% ທຽບ​ກັບ​ປີ​ກ່ອນ ​ແລະ ​ເທົ່າ​ກັບ 33,5% GDP, ຊຶ່ງ​ໃນ​ນັ້ນ ​ເງິ​ນລົງທຶນ​ຂອງ​ພາກ​ລັດ​ໄດ້ 374,3 ພັນ​ຕື້ໂດ່​ງ, ​ເພີ່ມ​ຂຶ້ນ 9,6%; ຂອງ​ຂົງ​ເຂດ​ທີ່​ບໍ່​ແມ່ນ​ພາກ​ລັດ ​ໄດ້ 385 ພັນ​ຕື້​ໂດ່​ງ, ເພີ່ມ​ຂຶ້ນ 8,1%; ຂອງ​ຂົງ​ເຂດ​ທີ່​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ​ໄດ້ 230 ພັນ​ຕື້​ໂດ່​ງ, ເພີ່ມ​ຂຶ້ນ 1,4%. ​ໃນ​ຈຳນວນເງິ​ນລົງທຶນ​ຂອງ​ພາກ​ລັດປີ​ 2012 ​ເງິນ​ຈາກ​ງົບປະມານ​ປະຕິບັດ​ໄດ້ 205 ພັນ​ຕື້​ໂດ່​ງ, ເພີ່ມ​ຂຶ້ນ 15% ທຽບ​ກັບ​ປີ 2011, ຊຶ່ງ​ກວມ​ດ້ວຍ ທຶນ​ຂອງ​ສູນ​ກາງ​ຄຸ້ມ​ຄອງ​ 50,3 ພັນ​ຕື້​ໂດ່​ງ, ເພີ່ມ​ຂຶ້ນ 15,4%; ທຶນ​ຂອງ​ທ້ອງ​ຖິ່ນ​ຄຸ້ມ​ຄອງ 154,7 ພັນ​ຕື້​ໂດ່​ງ, ເພີ່ມ​ຂຶ້ນ 14,9%.

     ມູນ​ຄ່າ​ສິນຄ້າ​ຂາ​ອອກ​​ໃນເດືອນ​ທັນວາ ​ໄດ້​ປະມານ 10,4 ຕື້ ຫຼຽນ​ສະຫະລັດ, ເພີ່ມ​ຂຶ້ນ 0,5% ທຽບ​ກັບ​ເດືອນ​ກ່ອນ ​ແລະ ​ເພີ່ມ​ຂຶ້ນ 15% ທຽບ​ກັບ​ປີ 2011. ຄິດ​ສະ​ເຫຼ່ຍ ​ປີ 2012, ມູນ​ຄ່າ​ສິນຄ້າ​ຂາ​ອອກບັນລຸ 114,6 ຕື້ ຫຼຽນ​ສະຫະລັດ, ເພີ່ມ​ຂຶ້ນ 18,3% ທຽບ​ກັບ​ປີ 2011, ຊຶ່ງ​ກວມ​ດ້ວຍ: ຂົງ​ເຂດ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ບັນລຸ 42,3 ຕື້ ຫຼຽນ​ສະຫະລັດ, ເພີ່ມ​ຂຶ້ນ 1,3%; ຂົງ​ເຂດ​ເສດຖະກິດ​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ (ກວມ​ທັງ​ນ້ຳມັນ​ດິບ) ບັນລຸ 72,3 ຕື້ ຫຼຽນ​ສະຫະລັດ, ເພີ່ມ​ຂຶ້ນ 31,2%. ຖ້າບໍ່​ຄິດ​ໄລ່​ນ້ຳມັນ​ດິບ​ແລ້ວ ມູນ​ຄ່າ​ຂາ​ອອກ​ຂອງ​ຂົງ​ເຂດ​ເສດຖະກິດ​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ໃນ​ປີ​ນີ້​ກໍ່ບັນລຸ​ 63,9 ຕື້ ຫຼຽນ​ສະຫະລັດ, ເພີ່ມ​ຂຶ້ນ 33,5% ທຽບ​ກັບ​ປີ​ກ່ອນ. ຖ້າ​ຫາກ​ຍົກເວັ້ນປັດ​ໃຈ​ລາຄາ, ມູນ​ຄ່າ​ສິນຄ້າ​ຂາ​ອອກ​ປີ 2012 ໄດ້ເພີ່ມ​ຂຶ້ນ 18,9%.

     ມູນ​ຄ່າ​ສິນຄ້າ​ຂາ​ເຂົ້າ​ເດືອ​ນທັນວາ ບັນລຸ​ປະມານ 10,6 ຕື້ ຫຼຽນ​ສະຫະລັດ, ເພີ່ມ​ຂຶ້ນ 6,5% ທຽບ​ກັບ​ເດືອນ​ກ່ອນ ​ແລະ ເພີ່ມ​ຂຶ້ນ 13% ທຽບ​ກັບ​ປີ 2011. ມູນ​ຄ່າ​ສິນຄ້າ​ຂາ​ເຂົ້າປີ 2012 ບັນລຸ 114,3 ຕື້ ຫຼຽນ​ສະຫະລັດ, ​ເພີ່ມ​ຂຶ້ນ 7,1% ທຽບ​ກັບ​ປີ​ກ່ອນ, ຊຶ່ງ​ກວມ​ດ້ວຍ: ຂົງ​ເຂດ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ ບັນລຸ 54 ຕື້ ຫຼຽນ​ສະຫະລັດ, ຫລຸດລົງ​ 6,7%; ​ຂົງ​ເຂດ​ເສດຖະກິດ​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດບັນລຸ 60,3 ຕື້ ຫຼຽນ​ສະຫະລັດ, ເພີ່ມ​ຂຶ້ນ 23,5%. ລະດັບ​ເພີ່ນ​ມູນຄ່າ​ຂາ​ເຂົ້າ​​ໃນປີ​ນີ້​​​ແມ່ນ​ຕ່ຳ​ກວ່າທຸກປີ ນັບ​ແຕ່​ປີ 2002 ​ເປັນ​ຕົ້ນ​ມາ (ຍົກ​ເວັ້ນປີ 2009). ຖ້າ​ຫາກ​ບໍ່ຄິດເຖິງປັດ​ໃຈ​ລາຄາ, ມູນ​ຄ່າ​ສິນຄ້າ​ຂາ​ເຂົ້າ​ປີ 2012 ເພີ່ມ​ຂຶ້ນ 7,4% ທຽບ​ກັບ​ປີ 2011.

     ປີ 2012 ມູນ​ຄ່າ​ຂາ​ອອກ​ຫຼາຍ​ກວ່າ​ຂາ​ເຂົ້າ 284 ລ້ານ ຫຼຽນ​ສະຫະລັດ ຊຶ່ງ​ເປັນປີ​ທຳ​ອິດ​ທີ່​ຫວຽດນາມ​ໄດ້​ຂາ​ອອກສິນຄ້າ​ຫຼາຍ​ກວ່າ​ຂາ​ເຂົ້າ ນັບ​ແຕ່​ປີ 1993, ໃນ​ນັ້ນ ຂົງ​ເຂດມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ໄດ້​ຂາອອກສິນຄ້າ​ຫຼາຍ​ກວ່າ​ຂາ​ເຂົ້າ ​ເກືອບ 12 ຕື້ ຫຼຽນ​ສະຫະລັດ, ທີ່​ລວມສູນ​ຢູ່​ໃນ​ຫຍ່ອມ​ສິນຄ້າຜະລິດຮັບຈ້າງປະກອບ​ເຄື່ອງ. ກົງ​ກັນ​ຂ້າມ, ຂົງ​ເຂດ​ເສດຖະກິ​ດພາຍ​ໃນ​ປະ​ເທດ​ມີ​ມູນ​ຄ່າ​ສິນຄ້າ​ຂາເຂົ້າຫຼາຍ​ກວ່າ​ຂາ​ອອກ 11,7 ຕື້ ຫຼຽນ​ສະຫະລັດ.

     ຈຳນວນ​ພົນລະ​ເມືອ​ງສະ​ເຫຼ່ຍປີ 2012 ປະມານ 88,78 ລ້ານ​ຄົນ, ເພີ່ມ​ຂຶ້ນ 1,06% ທຽບ​ກັບປີ 2011, ຊຶ່ງ​ກວມ​ດ້ວຍ: ຊາຍ 43,92 ລ້ານ​ຄົນ, ເພີ່ມ​ຂຶ້ນ 1,09%; ຍິງ 44,86 ລ້ານ​ຄົນ, ເພີ່ມ​ຂຶ້ນ 1,04%. ໃນ​ຈຳນວນພົນລະ​ເມືອງ​ປີ​ນີ້, ປະຊາກອນຢູ່​ໃນ​ຕົວ​ເມືອງ​ຕ່າງໆ ມີ 28,81 ລ້ານ​ຄົນ, ເພີ່ມ​ຂຶ້ນ 3,3% ທຽບ​ກັບ​ປີ​ກ່ອນ; ປະຊາກອນຢູ່​​ເຂດ​ຊົນນະບົດ ມີ 59,97 ລ້ານ​ຄົນ, ເພີ່ມ​ຂຶ້ນ 0,02%.

     ອັດຕາ​ສ່ວນ​ຄົນ​ວ່າງ​ງານ ​ໃນ​ຈຳນວນ​ຜູ້​ອອກ​ແຮງ​ງານ​ທີ່ຢູ່​ໃນ​ໄວ​ອາຍຸ ຂອງ​ປີ 2012 ແມ່ນ 1,99%, ຊຶ່ງ​ໃນ​ນັ້ນ ຢູ່​ໃນ​ຕົວ​ເມືອງ​ຕ່າງໆ ​ແມ່ນ 3,25%, ຢູ່​ເຂດ​ຊົນນະບົດ​ແມ່ນ 1,42%. ​ອັດຕາ​ສ່ວນ​ຜູ້​ຂາດ​ວຽກ​ເຮັດ​ງານ​ທຳ ໃນ​ຈຳນວນ​ຜູ້​ອອກ​ແຮງ​ງານ​ທີ່ຢູ່​ໃນ​ໄວ​ອາຍຸຂອງ​ປີ 2012 ​ແມ່ນ 2,8%, ຊຶ່ງ​ໃນ​ນັ້ນ ຢູ່​ໃນ​ຕົວ​ເມືອງ​ຕ່າງໆ ​ແມ່ນ 1,58%, ຢູ່​ເຂດ​ຊົນນະບົດ​ແມ່ນ 3,35%. ອັດຕາ​ສ່ວນ​ຜູ້​ອອກ​ແຮງ​ງານ​ທີ່​ບໍ່​ເປັນ​ທາງ​ການ ປີ 2012 ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ທຽບ​ກັບ​ປີ​ກ່ອນໆ, ຈາກ 34,6% ປີ 2010 ຂຶ້ນ​ເປັນ 35,8% ປີ 2011 ​ແລະ 36,6% ປີ 2012.

     ຄິດ​ສະ​ເຫຼ່ຍລວມ ປີ 2012, ຈຳນວນ​ຄອບຄົວ​ຖືກ​ອຶດ​ຫີ​ວຍ້ອນຂາດ​ອາຫານ​ ​ແມ່ນ 450,3 ພັນ​ເທື່ອ​ຄອບຄົວ, ຫລຸດລົງ 27,6% ທຽບ​ກັບ​ປີ 2011, ທຽບ​ເທົ່າ​ກັບ 1.911,8 ພັນ​​ເທື່ອຄົນ​ຖືກ​ອຶດ​ຫີ​ວຍ້ອນຂາດ​ອາຫານ, ຫລຸດ​ລົງ 26,9%. ອັດຕາ​ສ່ວນ​ຄອບຄົວ​ທຸກ​ຈົນ​ໃນ​ປີ 2012 ປະມານ 11,3 - 11,5%, ຫລຸດ​ລົງ 1,1 - 1,3% ທຽບ​ກັບ​ປີ 2011, ຕ່ຳ​ກວ່າ​ລະດັບ​ຫລຸດຜ່ອນ 1,6% ຂອງ​ປີ 2011 ທຽບ​ກັບ​ປີ 2010./ 

                                                                             ກົມ​ໃຫຍ່​ສະຖິຕິ