ວ.ກ. ອອນ​ໄລ - ​ເຊົ້າ​ວັນ​ທີ 29 ທັນວາ 2012, ທີ່​ນະຄອນຫຼວງ​ຮ່າ​ໂນ້ຍ, ຄະນະ​ບໍລິຫານ​ງານສູນ​ກາງ ​ພັກ​ກອມ​ມູນິດ​ຫວຽດນາມ, ສະພາ​ແຫ່ງ​ຊາດ, ລັດຖະບານ, ຄະນະ​ກຳມະການ​ສູນ​ກາງ ​ແນວ​ໂຮມ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ ​ໄຊຊະນະ “ຮ່າ​ໂນ້ຍ-ດຽນບຽນ​ຝູ ​ເທິງອາກາດ” ຄົບຮອບ 40 ປີ (12-1972 – 12-2012) ຢ່າງ​ສົມ​ກຽດ.

ລາຍການສະແດງສິນລະປະຊົມເຊີຍໄຊຊະນະ ໃນພິທີສະເຫຼີມສະຫຼອງ

     ໃຫ້​ກຽດ​ມາ​ຮ່ວມ​ພິທີ​ສະ​ເຫຼີມສະຫຼອງ ມີ​ບັນດາ​ສະຫາຍ​ການ​ນຳ, ອະດີດ​ການ​ນຳ​ພັກ ​ແລະ ລັດ ​ແຫ່ງ ສສ ຫວຽດນາມ; ບັນດາ​ແມ່​ຫວຽດນາມ​ວິລະ​ຊົນ ​ແລະ ບັນດາ​ວິລະ​ຊົນ, ນັກຮົບ​ເກົ່າ, ທະຫານ​ລາດ​ກອງ​ຫຼອນ​ທີ່​ໄດ້​ເຂົ້າ​ຮ່ວມ​ບັ້ນ​ຮົບ “ຮ່າ​ໂນ້ຍ-ດຽນບຽນ​ຝູ ​ເທິງ​ອາກາດ” ໃນ 12 ວັນ​ຄືນປີ​ນັ້ນ; ຜູ້ຕາງ​ໜ້າການ​ນຳ​ ກະຊວງ​ປ້ອງ​ກັນ​ປະ​ເທດ ​ແຫ່ງສະຫະພາບ ລັດ​ເຊຍ, ສປ ຈີນ, ທູດ​ການ​ທະຫານ​ຂອງ​ບັນດາ​ປະ​ເທດ: ສປປ ລາວ, ກຳປູ​ເຈຍ, ກູ​ບາ, ​ເບ​ລາຣຸດ, ​ເກົາຫຼີ ກໍ່​ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີມສະຫຼອງ ຢ່າງ​ສົມ​ກຽດ.

     ​ໃນທີ່ພິທີ​ສະ​ເຫຼີມສະຫຼອງ, ບັນດາ​ຜູ້​ແທນ​ໄດ້​ພ້ອມ​ກັນ​ລຶ້ມຄືນ​ມູນ​ເຊື້ອ​ອັນ​ສະຫງ່າ​ງາມ ​ຂອງ​ໄຊຊະນະ​ທີ່​ມີ​ຄວາມໝາຍ​ປະຫວັດສາດ ​ແລະ ຍຸກ​ສະ​ໄໝ​ອັນ​​ເລິກ​ເຊິ່ງ, ອັນ​ໄດ້​ປະກອບສ່ວນ​ສຳຄັນ​ທີ່​ສຸດ ​ເຂົ້າ​ໃນ​ການ​ນຳ​ເອົາ​ການ​ຕໍ່​ສູ້ກູ້​ຊາດ ຕ້ານອາ​ເມ​ລິ​ກາ ຂອງ​ຊາດ​ຫວຽດນາມ​ໄປ​ເຖິງ​ໄຊຊະນະ​ສົມບູນ.

     ກ່າວ​ຄຳ​ປາ​ໄສ​ໃນ​ພິທີສະ​ເຫຼີມສະຫຼອງ ທ່ານ ​ເຈືອງ​ເຕິ​ນຊາງ ປະທານ​ປະ​ເທດ ສສ ຫວຽດນາມ ​ໄດ້​ຢືນຢັນ​ວ່າ: ​ໄຊຊະນະ “ຮ່າ​ໂນ້ຍ-ດຽນບຽນ​ຝູ ​ເທິງ​ອາກາດ” ​ແມ່ນໜຶ່ງ​ໃນ​ບັນດາ​ໄຊຊະນະປະຫວັດສາດ​ອັນ​ໃຫຍ່​ໂຕ ​ໃນ​ສະຕະວັດ ທີ  XX, ຊຶ່ງ​ໄດ້​ຂຽນ​ຕື່ມ​ໃສ່​ໜ້າປະຫວັດ​ທອງຄຳ​ອັນ​ເຫຼືອງ​ເຫຼື້ອມ​ ແຫ່ງ​ໄຊຊະນະ​ໃນ​ປະຫວັດສາດ​ຕ້ານ​ການ​ຮຸກ​ຮານ​ຈາກ​ພາຍ​ນອກ​ ເພື່ອປົກປັກຮັກສາ​ປະ​ເທດ​ ຂອງ​ຊາດ​ຫວຽດນາມ; ​ເປັນ​ການຢັ້ງຢືນ​ຢ່າງ​ສະຫງ່າ​ຜ່າ​ເຜີຍ ​ໃຫ້​ແກ່​ສັດຈະທຳ “ບໍ່​ມີ​ສິ່ງ​ໃດທີ່​ຈະ​ປະ​ເສີດ​ເລີດ​ລ້ຳ​ກວ່າ​ເອກະລາດ, ອິດ​ສະລະ​ພາບ”; ​ເປັນ​ໄຊຊະນະ​ຂອງ​ແນວທາງ​ສົງຄາມ​ປະຊາຊົນ, ທົ່ວ​ປວງ​ຊົນ, ຮອບດ້ານ; ​ໄຊຊະນະ​ຂອງ​ສິນລະປະ​ຍຸດການ​ທະຫານ​ຫວຽດນາມ​ ທີ່ສະ​ຫຼຽວສະຫຼາດ, ປະດິດ​ສ້າງ, ​ເອົາ​ໜ້ອຍ​ສູ້​ກັນ​ຫຼາຍ, ​ເອົາ​ນ້ອຍ​ຕີ​ກັບ​ໃຫຍ່, ອີງ​ບົນ​ພື້ນຖານ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມ ຂອງ​ທົ່ວ​ທັງ​ຊາດ;​ ໄຊຊະນະ​ຂອງ​ສິນລະປະການ​ກໍ່ສ້າງ​ທ່າ​ສະໜາມຮົບ​ການ​ປ້ອງ​ກັນ​ອາກາດປະຊາຊົນ ​ທີ່​ໝັ້ນຄົງ​ເຂັ້ມ​ແຂງ, ​ເສີມ​ຂະຫຍາຍ​ສຸດ​ຂີດ​ບົດ​ບາບຂອງ​ກຳລັງ​ປ້ອງ​ກັນ​ອາກາດ ​ດ້ວຍ​ສາມ​ປະ​ເພບ​ທັບ; ​ເປັນ​ໄຊຊະນະຂອງ​ຈິດ​ໃຈ​ເອກະລາດ​ ເປັນ​ເຈົ້າ​ຕົນ​ເອງ, ອີງ​ໃສ່​ກຳລັງ​ຂອງ​ຕົນ​​ເອງ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຕົນ, ສະຫຼຽວສະ​ຫຼາດ, ປະດິດ​ສ້າງ, ຂອງ​ເຈດ​ຈຳນົງ​ຕັດສິນ​ໃຈ​ສູ້​ຮົບ ​ແລະ ​ເດັດຂາດ​ຍາດ​ເອົາ​ໄຊຊະນະ; ພ້ອມ​ກັນ​ນັ້ນ ​ກໍ​ຍາດ​ແຍ່ງ​ເອົາ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ສະໜັບສະໜູນ ຊ່ວຍ​ເຫຼືອ ຂອງ​ບັນດາ​ປະ​ເທດ​ສັງຄົມ​ນິຍົມ​ອ້າຍ​ນ້ອງ, ຂອງ​ບັນດາ​ກຳລັງ​ກ້າວໜ້າ​ ທີ່​ຮັກຫອມ​ສັນຕິພາບ​ໃນ​ໂລກ...

     ທ່ານ​ປະທານ ​ເຈືອ​ງ​ເຕິ​ນຊາງ ຢັ້ງຢືນ​ວ່າ: ວັນ​ເວລາ​ຈະ​ຜ່ານ​ພົ້ນ​ໄປ, ​ແຕ່ໄຊຊະນະ “ຮ່າ​ໂນ້ຍ-ດຽນບຽນ​ຝູ ​ເທິງ​ອາກາດ” ​ໄດ້​ເປັນ​ສັນຍາ​ລັກ​ຕະຫຼອດ​ການ ຂອງ​ເຈດ​ຈຳນົງ​ອົງອາດ​ກ້າ​ແກ່ນ, ບໍ່​ອ່ອນ​ຍອມ​ເປັນອັນຂາດ, ຄວາມສະ​ຫຼຽວສະ​ຫຼາດ, ປະດິດ​ສ້າງ, ​ເປັນຄວາມ​ເອກອ້າງ​ທະ​ນົງ​ໃຈ ​ຂອງ​ຊາດ​ຫວຽດນາມ, ປະຊາຊົນ​ຫວຽດນາມ, ກອງທັບ​ຫວຽດນາມ ຊຶ່ງ​ເປັນ​ໜຶ່ງ​ໃນ​ບັນດາ​ຜົນງານການ​ສູ້​ຮົບ​ອັນ​ສະຫວ່າງ​ສະ​ໄຫວ​ ໃນ​ປະຫວັດສາດ​ຕ້ານການ​ຮຸກ​ຮານ​ຈາກ​ພາຍ​ນອກ ​ຂອງ​ຊາດ​ຫວຽດນາມ​ຜູ້​ພິລະ​ອາກຫານ; ​ເປັນ​ການສະ​ແດງ​ອອກ​ຢ່າງ​ພົ້ນ​ເດັ່ນ ​ຂອງ​ການ​ຕໍ່ສູ້​ປະຕິວັດ​ອັນ​ພິລະ​ອາດ​ຫານ ​ຂອງ​ປະຊາຊົນ​ຫວຽດນາມ​ໃນ​ຍຸກ​ສະ​ໄໝ ​ໂຮ່ຈີ​ມິນ.

     ທ່ານ​ປະທານ​ປະ​ເທດ​ໃຫ້​ທັດສະນະ​ວ່າ ​ໃນປັດຈຸບັນ​ນີ້ ປະ​ເທດ​ຫວຽດນາມ​ສັນຕິພາບ ​ເອກະ​ພາບ ພວມ​ປະຕິບັດ​ກິດຈະການ​ປ່ຽນແປງ​ໃໝ່, ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ ​ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ເພື່ອ​ໃຫ້​ປະຊາຊົນ​ຮັ່ງມີ ປະ​ເທດ​ຊາດ​ເຂັ້ມ​ແຂງ ມີປະຊາ​ທິປະ​ໄຕ ສະ​ເໝີ​ພາບ ສີວິ​ໄລ ກ້າວ​ຂຶ້ນ​ສູ່​ສັງຄົມ​ນິຍົມ​ຢ່າງ​ໜັກ​ແໜ້ນ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ ​ຢ່າງ​ໝັ້ນຄົງ...

     ​ເພື່ອ​ປະຕິບັດ​ບັນດາ​ຈຸດໝາຍ ໜ້າ​ທີ່​ດັ່ງ​ກ່າວ​ນັ້ນ​ໄດ້​ຢ່າງ​ສຳ​ເລັດ​ມີ​ໄຊ ຮຽກຮ້ອງ​ຕ້ອງການ​ມີ​ຄວາມ​ຕັດສິນ​ໃຈ, ຄວາມ​ຕັ້ງໜ້າ​ພະຍາ​ຍາມຊູ້​ຊົນ​ສູງ​ທີ່​ສຸດ​ ຂອງ​ທົ່ວ​ພັກ ທົ່ວ​ກອງທັບ ທົ່ວ​ປວງ​ຊົນ​ຫວຽດນາມ.

     ທ່ານ​ປະທານ​ປະ​ເທດ​​ເນັ້ນ​ໜັກ​ວ່າ ພັກ ​ລັດ ​ແລະ ປະຊາຊົນ​ຫວຽດນາມ ​ໄດ້​ຈາລຶກໄວ້​ໃນ​ໃຈ ​ແລະ ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕະຫຼອດ​ການ​ ຕໍ່​ຄວາມ​ສະໜັບສະໜູນ ການຊ່ວຍ​ເຫຼືອຢ່າງ​ສຸດ​ອົກ​ສຸດ​ໃຈ​ ຂອງ​ບັນດາ​ປະ​ເທດ​ສັງຄົມ​ນິຍົມ​ອ້າຍ​ນ້ອງ, ຂອງ​ເພື່ອນ​ມິດສາ​ກົນ ປະຊາຊົນ​ຜູ້​ຮັກຫອມ​ສັນຕິພາບ ​ແລະ ຄວາມ​ຍຸດຕິ​ທຳ, ​ໃນ​ນັ້ນ​ມີ​ປະຊາຊົນ​ອາ​ເມ​ລິ​ກາ, ທີ່​ໄດ້​ຊ່ວຍ​ເຫຼືອ​ປະຊາຊົນ​ຫວຽດນາມ​ ໃນ​​ເວລາ​ສົງຄາມທີ່​ຫຍຸ້ງຍາກ​ລຳບາກ ຮ້າຍ​ແຮງ​ດຸ​ເດືອດ.

     ທ່ານ​ປະທານ​ປະ​ເທດ​ປາຖະໜາ​ວ່າ ດ້ວຍ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ ກ່ຽວ​ກັບ​ຜົນງານ​ການ​ສູ້​ຮົບ​ອັນ​ພິລະ​ອາດ​ຫານ, ມູນ​ເຊື້ອ​ຮັກ​ຊາດ, ສາມັກຄີ, ​ເຈດ​ຈຳນົງ​ອົງອາດ​ກ້າ​ແກ່ນ ບໍ່​ອ່ອນ​ຍອມ​ເປັນອັນຂາດ​ ຂອງ​ຊາດຫວຽດນາມ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ພັກ​ກອມ​ມູນິດ​ຫວຽດນາມ, ​ເອກອ້າງ​ທະ​ນົງ​​ໃຈ​ກ່ຽວ​ກັບ​ມູນ​ເຊື້ອ​ອັນ​ສະຫງ່າ​ງາມ ຂອງກອງທັບ ປະຊາຊົນ​ຫວຽດນາມຜູ້​ພິລະ​ອາດ​ຫານ, ທົ່ວ​ພັກ ທົ່ວ​ກອງທັບ ​ແລະ ທົ່ວ​ປວງ​ຊົນ​ຫວຽດນາມ​ ຈະ​ຕັດສິນ​ໃຈ​ພິທັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ເຖິງ​ລະດັບ​ສູງ​ມູນ​ເຊື້ອ​ອັນ​ສະຫງ່າ​ງາມ​ດັ່ງກ່າວ​ນັ້ນ​ ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມ​ໃນ​ປັດຈຸບັນ​.

     ​ໃນພິທີ​ສະ​ເຫຼີມສະຫຼອງ, ທ່ານ​ພົນ​ຕີ ຫງວຽນ​ວັນຟຽດ, ອະດີດ​ເລຂາ​ຄະນະ​ພັກ, ຮອງຜູ້ບັນຊາການກອງທັບ ປ້ອງກັນອາກາດ-ທະຫານອາກາດຫວຽດນາມ - ຜູ້ຕາງໜ້າ​ນັກຮົບ​ເກົ່າ​ທີ່​ໄດ້​ເຂົ້າ​ຮ່ວມ​ການ​ສູ້​ຮົບ​ໂດຍ​ກົງ ​ໃນ​ບັ້ນ​ຮົບ “ຮ່າ​ໂນ້ຍ-ດຽນບຽນ​ຝູ ​ເທິງ​ອາກາດ” - ​ແລະ ທ່ານ​ ຫງວຽນງອກ​ຕຸ່ງ - ນັກ​ບິນ​ຕົ້ນຕໍ, ຮອງ​ຫົວໜ້າ​ໜ່ວຍ​ຊາວ​ໜຸ່ມໜ່ວຍ​ບິນ A320, ກອງ​ບິນ 919 - ຕ່າງ​ໜ້າ​ໃຫ້ສະມາຊິກ​ຊາວ​ໜຸ່ມ​ກວ່າ 23 ລ້ານ​ຄົນ​ໃນ​ທົ່ວ​ປະ​ເທດ - ຢັ້ງຢືນ​ຄວາມ​ຕັດສິນ​ໃຈ ສືບ​ຕໍ່​ພິທັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ພິລະ​ອາດ​ຫານ ຂອງ​ທະຫານ​ປ້ອງ​ກັນ​ອາກາດ-ທະຫານ​ອາກາດ, ຄຸນສົມບັດ​ອັນ​ດີ​ເດັ່ນ​ສູງ​ສົ່ງ​ຂອງ “ທະຫານ​ຂອງ​ລຸງ​ໂຮ່” ​ໃນ​ພາລະກິດ​ການ​ສ້າງສາພັດທະນາ​ປະ​ເທດ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດສັງຄົມ​ນິຍົມ, ປະກອບສ່ວນ​ພ້ອມ​ກັບ​ທົ່ວ​ພັກ ທົ່ວ​ປວງ​ຊົນ ທົ່ວ​ກ​ອງທັບຫວຽດນາມ ​ເດັດດ່ຽວ​ພິທັກ​ຮັກສາ​ຜືນ​ແຜ່ນດິນ​ອັນ​ລ້ຳ​ຄ່າ​ຫວຽດນາມ ​ໃຫ້​ໝັ້ນຄົງ​ຂະໜົງ​ແກ່ນ, ຍືນ​ຍົງ ​ແລະ ຈະ​ເລີ​ນພັດທະນາ​ຕະຫຼອດ​ກາລະ​ນານ./.

ບົດແລະຮູບພາບໂດຍ ຟ້າ​ມທິ​ເຫວ້