ວ.ກ. ອອນ​ໄລ -ແຕ່​ວັນທີ 12 ​ເຖິງ​ວັນ​ທີ 14 ທັນວາ 2012, ຢູ່​ທີ່​ຮ່າ​ໂນ້ຍ, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ X ຂອງ​ຄະນະຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ໄດ້​ຈັ​ດຂຶ້ນ​ຢ່າ​ງສົມ​ກຽດ. ນີ້​​ແມ່ນ​ເຫດການ​ການ​ເມືອງ​ທີ່​ສຳຄັນ, ​ເປັນ​ງານ​ມະ​ໂຫລານ​ຂອງ​ຊາວ​ໜຸ່ມ​ຫວຽດນາມ, ​ເປັນ​ບ່ອນ​ທີ່​​ແຜນນະ​ໂຍບາຍ ​ໂຄງການສຳຄັນ​ຕ່າ​ງໆ ກ່ຽວ​ກັບ​ວຽກ​ງານຄະນະ​ຊາວ​ໜຸ່ມ ​ແລະ ຂະ​ບວນການຊາວ​ໜຸ່ມ ​ເຍົາວະ​ຊົນ ອະນຸຊົນ ໃນ​ໄລຍະ​ເວລາ 5 ປີ​ສະ​ເພາະ​ໜ້າ ຈະ​ໄດ້​ຮັບ​ການ​ຕົກລົງ​ຮັບຮອງ.

ຮູບພາບ: ວາລະປະຊຸມທີໜຶ່ງ ກອງປະຊຸມໃຫຍ່ ຜູ້ແທນຄະນະຊາວໜຸ່ມທົ່ວປະເທດຄັ້ງທີ X ດຳເນີນໃນວັນທີ 11-12-2012 - ຮູບຂອງ: chinhphu.vn

     ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ, ອະດີດ​ເລຂາທິການ​ໃຫຍ່ ນົງ​ດຶກ​ແມ້ງ, ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ, ອະ​ດີດປະທານ​ປະ​ເທດ ​ເຈິ່ນດຶກ​ເລືອ​ງ, ນາຍົກລັດຖະມົນຕີ ຫງວຽນ​ເ​ຕິ​ນຢູ໊ງ, ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ອະດີດປະທານ​ສະພາ​ແຫ່ງ​ຊາດ ຫງວຽນວັນ​ອານ, ປະທານ​ຄະນະ​ກຳມະການ​ສູນ​ກາງ ​ແນວ​ໂຮມ​ແຫ່ງ​ຊາດ​ຫວຽດນາມ ຮວິ່ງ​ດ໋າມ; ບັນດາ​ສະຫາຍ​ ກຳມະການ​ກົມ​ການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ, ຮອງ​ປະທານ​ປະ​ເທດ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ຮອງ​ນາຍົກລັດຖະມົນຕີ, ບັນດາ​ນັກ​ປະຕິວັດ​ຜູ້​ອາວຸ​ໂສ, ອະດີດ​ການ​ນຳ ພັກ-ລັດ, ຜູ້ຕາງໜ້າ​ບັນດາ ​ແມ່​ຫວຽດນາມ​ວິລະ​ຊົນ, ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ, ວິລະ​ຊົນ​ແຮງ​ງານ, ບັນດາ​ສະຫາຍ​ກຳມະການ​ສູນ​ກາງ​ພັກ, ການ​ນຳ​ບັນດາ​ກະຊວງ ຂະ​ແໜງ​ການ, ​ແນວ​ໂຮມ​ແຫ່ງ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການຈັດ​ຕັ້ງມະ​ຫາ​ຊົນ​ຢູ່​ສູນ​ກາງ... ​ໄດ້​ໃຫ້​ກຽດ​ມາ​ຮ່ວມ​ກອງ​ປະຊຸມ​ໃຫຍ່.

     ຜູ້​ແທນ 1.000 ຄົນ ຊຶ່ງ​ເປັນ​ພະນັກງານ, ສະມາຊິກ​ຊາວ​ໜຸ່ມ​ທີ່​ດີ​ເດັ່ນ, ຕາງໜ້າ​ໃຫ້​ສະມາຊິກ​ຊາວ​ໜຸ່ມກວ່າ 7 ລ້ານ 3 ໝື່ນ​ຄົນ, ທີ່​ມາ​ຈາກ​ເຂດ​ແຄວ້ນ​ທ້ອງ​ຖິ່ນ​ຕ່າງໆ​​ໃນ​ທົ່ວ​ປະ​ເທດ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ ຢ່າງ​ຄຶກຄື້ນ.

     ຜ່ານ 5 ປີ​ແຫ່ງ​ການປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄະ​ນະ​ຊາວ​ໜຸ່ມ​ທົ່ວປະ​ເທດ​ຄັ້ງ​ທີ IX, ວຽກ​ງານຄະນະຊາວ​ໜຸ່ມ ​ແລະ ຂບວນການຊາວ​ໜຸ່ມ ​ເຍົາວະ​ຊົນ ອະນຸຊົນ ​ໄດ້​ມີ​ບາດກ້າວ​ຫັນປ່ຽນຢ່າງ​ຕັ້ງໜ້າ, ຈະ​ແຈ້ງ​ໃນ​ຫຼາຍ​ດ້ານ.

     ສອງ​ຂະ​ບວນການ​ເຄື່ອນ​ໄຫວ​ປະ​ຕິ​ວັດ​ໃຫຍ່ ຂອງ​ສະ​ໄໝ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IXແມ່ນ “5 ຕະລຸມບອນ ພັດທະນາ​ເສດຖະກິດ - ສັງຄົມ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ” ​ແລະ “4 ການ​ເດີນ​ຮ່ວມ​ທາງ​ກັບ​ຊາວ​ໜູ່ມກໍ່ສ້າງ​ຕົວ, ສ້າງຕັ້ງ​ວິຊາອາຊີບຊີບ” ​ໄດ້​ເຂົ້າ​ສູ່​ຊີວິດ​ການ​ເປັນ​ຢູ່; ​ເສີມ​ຂະຫຍາຍ​ໄດ້​ບົດບາດ​ປະຈັນບານ ອາສາ​ສະໝັກ​ຂອງ​ໄວ​ໜຸ່ມ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ປົກ​ປັກ​ຮັກສາ​ຄວາມ​ສະຫງົບ, ປ້ອງ​ກັນ​ປະ​ເທດ, ຮັບປະກັນ​ສະຫວັດ​ດິການ​ສັງຄົມ; ຊ່ວຍ​​ເຫຼືອ​ແກ້​ໄຂ​ບັນດາ​ຄວາມ​ຕ້ອງການ ຄວາມ​ປາຖະໜາ​ອັນ​ຊອບ​ທຳ ຖືກ​ກົດໝາຍ​ຂອງ​ຊາວ​ໜຸ່ມ, ຊ່ວຍ​ໃຫ້​ຄະນະ​ຊາວ​ໜຸ່ມ​ໃກ້ຊິດ​ຕິດ​ແທ​ດກັບ​ຊາວ​ໜຸ່ມ, ​ເປັນ​ເພື່ອນ​ຜູ້​ສະໜິດ​ແໜ້ນ​ທີ່​ແທ້​ຈິງ​ຂອງ​ຊາວ​ໜຸ່ມ​ ບົນ​ເສັ້ນທາງ​ແຫ່ງການກໍ່ສ້າງ​ຕົວ, ສ້າງຕັ້ງ​ວິຊາອາຊີບຊີບ.

     ບັ້ນ​ຂົນຂວາຍ “​ໄວ​ນຸ່ມ​ຫວຽດນາມ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ ຄຳ​ສັ່ງສອນ​ຂອງ​ ລຸງໂຮ່” ​ແລະ​ໂຄງການ “ປຸກ​ລຸກ​ຄວາມ​ມຸ່ງ​ມາດ​ປາຖະໜາ​ຂອງ​ໄວ​ໜຸ່ມ​ຫວຽດນາມ​ໃຫ້​ແຈ້ງ​ສະຫວ່າງ​ຂຶ້ນ ​ເພື່ອ​ໃຫ້​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ສະ​ເໝີ​ພາບ, ສີວິ​ໄລ" ​ໂດຍ​ແມ່ນ​ຄະນະ​ຊາວ​ໜຸ່ມ​ປຸກລະດົມ​ຂົນຂວາຍ ​ແລະ ຈັດ​ຕັ້ງ​ການ​ປະຕິບັດ ​ໄດ້​ຄົ້ນ​ເຜີຍ, ຍ້ອງຍໍ​ສັນລະ​ເສີນ ​ແລະ ທະວີຄູນ​ເປັນ​ພັນໆ ​ແວ່ນ​ແຍງ​ແບບຢ່າງ​ທີ່ດີ​ເດັ່ນ ​ໃນ​ບັນດາ​ຂົງ​ເຂດຂອງ​ຊີວິດ​ສັງຄົມ, ​ເຮັດ​ໃຫ້​ມີ​ການຜັນປ່ຽນ​​ເທື່ອ​ລະ​ກ້າວ​ໃນ​ຄວາມ​ຮັບ​ຮູ້​ການ​ເມືອງ, ປັບປຸງ​ຄວາມ​ເຊື່ອຖື, ​ເພີ່ມ​ທະວີ​ສະຕິ​ຄວາມ​ຮັບຜິດຊອບ​ຂອງ​ຊາວ​ໜຸ່ມ​ຕໍ່​ປະ​ເທດ​ຊາດ.

     ການຈັດ​ຕັ້ງ​ຄະນະ​ຊາວ​ໜູ່ມນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ, ​ເປັນ​ແນວ​ໂຮມ​ສາມັກຄີ ​ເຕົ້າ​ໂຮມຊາວ​ໜຸ່ມ ​ເຍົາວະ​ຊົນ ອະນຸຊົນ​ເຂົ້າ, ປະກອບສ່ວນ​ກໍ່ສ້າງ ​ໃຫ້​ເປັນ​ຮູບ​ເປັນ​ຮ່າງ​ຊັ້ນ​ຄົນ​ຊາວ​ໜຸ່ມ​ໃໝ່​ຂຶ້ນ ທີ່​ມີ​ນ້ຳ​ໃຈ​ຮັກຊາດ​ອັນ​ດູດ​ດື່ມ, ມີ​ປັນຍາຄວາມ​ຮູ້, ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ມານະ​ຈິດ​ສູ້​ຊົນບືນ​ຕົວ​ຂຶ້ນ​ໃນ​ຊີວິດ​ການ​ເປັນ​ຢູ່, ​ເປັນ​ເຈົ້າ​ການ ​ເຊື່ອ​ໝັ້ນ​ຕົນ​ເອງ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

     ສະພາບ​ການ​ໃໝ່, ​ໂອກາດ​ໃໝ່, ສິ່ງ​ທ້າ​ທາຍ​ໃໝ່ ພວມ​ວາງ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ໜ້າ​ທີ່​ໃໝ່​ອອກ​ມາ​ໃຫ້​ຄະນະ​ຊາວ​ໜຸ່​ມ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້​ແນ​ໃສ່​ປະ​ເມີນ​ຄ່າ​ຢ່າງ​ພາວະ​ວິ​ໄສ ຮອບດ້ານ​ ຕໍ່ບັນດາ​ຜົນສຳ​ເລັດ​ທີ່​ໄດ້​ບັນລຸ ກໍ່​ຄື​ຄວາມ​ບົກພ່ອງ​ຈຸດ​ອ່ອນຍັງ​ຄົງ​ຄ້າງ, ຖອດ​ຖອນ​ເອົາ​ບົດຮຽນ​ຕ່າງໆ ​ໂດຍ​ຜ່ານການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄະນະ​ຊາວ​ໜຸ່ມ​ທົ່ວ​ປະ​ເທດ ຄັ້ງ​ທີ IX, ຈາກ​ນັ້ນ ກຳນົດ​ຈຸດໝາຍ ທິດ​ທາງ ໜ້າ​ທີ່​ວຽກ​ງານ​ຄະນະ​ຊາວ​ໜຸ່ມ ​ແລະ ຂະບວນການຊາວ​ໜຸ່ມ ​ເຍົາວະ​ຊົນ ອະນຸຊົນ ສະ​ໄໝ 2012 – 2017; ​ເພີ່ມ​ເຕີມ ດັດ​ແປງ​ກົດ​ລະບຽບ​ຂອງ​ຄະນະ​ຊາວ​ໜຸ່ມ; ​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສູນ​ກາງ ຄະນະ​ຊາວ​ໜຸ່ມ​ສະ​ໄໝ​ທີ X.

     ຜ່ານ​ການ​ເຮັດ​ວຽກ​ໃນ 2 ວັນ, ກອງ​ປະຊຸມ​ໃຫຍ່​ໄດ້​ສຳ​ເລັດ​ຢ່າງ​ສະຫງ່າ​ລາສີ, ປະຕິບັດ​ໜ້າ​ທີ່​ຕ່າງໆໄດ້​ເປັນ​ຢ່າງ​ດີ ​ແລະ ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສູນ​ກາງ ຄະນະ​ຊາວ​ໜຸ່ມ​ສະ​ໄໝ​ທີ X (​ໄລຍະ​ປີ 2012 - 2017) ປະກອບ​ມີ 151 ສະຫາຍ. ສະຫາຍ ຫງວຽນ​ດັກ​ວິ​ງ ​ໄດ້​ຖືກ​ເລືອ​ກຕັ້ງຄືນ​ໃໝ່​ເປັນ ​ເລຂາ​ທີ​ການ​ທີໝຶ່ງ ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ.

     ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ X ​ ຂອງຄະນະຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ແມ່ນ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ການ​ກະທຳ, ກອງ​ປະຊຸມ​ໃຫຍ່​​ແຫ່ງຄວາມ​ປາຖະໜາອັນ​ແຮງ​ກ້າ​ຂອງ​ຊາວ​ໜຸ່ມ​ຢາກ​ສ້າງສາ​ພັດທະນາ​ປະ​ເທດ. ດ້ວຍ​ຄຳ​ຂວັນ​ເຄື່ອນ​ໄຫວ: ​ໄວ​ໜຸ່ມ​ຫວຽດນາມ​ສ້າງ​ຄວາມ​ມຸ່ງ​ມາດ​ປາຖະໜາ​ໃຫຍ່, ຝຶກ​ຝົນ​ຄຸນສົມບັດ​ສິນ​ທຳ, ຫລໍ່​ຫລອມ​ຄວາມ​ເກັ່ງ​ກ້າ​ສາມາດ, ສາມັກຄີ, ປະດິດ​ສ້າງ, ຕະລຸມບອນ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ບັນດາ​ມະຕິ​ຕົກລົງ​ຂອງ​ກອງ​ປະຊຸມ​ໃຫຍ່ສະ​ແດງ​ໃຫ້​ເຫັນ​ເຖິງ​ເຈດ​ຈຳນົງ ​ແລະ ຄວາມ​ມຸ່ງ​ມາດ​ປາຖະໜາ​ອັນ​ສູງ​ສົ່ງ​ ຂອງ​ຊາວ​ໜຸ່ມ​ຫວຽດນາມ  ​ໄດ້ນຳ​ໃຊ້​ຄວາມ​ເກັ່ງ​ກ້າ​ສາມາດ ​ແລະ ກຳລັງ​ແຮງ​ຂອງ​ໄວ​ໜຸ່ມ ​ເຂົ້າ​ໃນ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມ​ສັງຄົມ​ນິຍົມ ຮັ່ງມີ​ເຂັ້ມ​ແຂງ, ສີວິ​ໄລ ຄຽງ​​ໄຫລ່ກັບ​ບັນດາ​ປະ​ເທດມະຫາ​ອຳນາດ​ໃນ​ຫ້າ​ທະວີບ ຄື​ດັ່ງທີ່​​ ລຸງ​ໂຮ່ ຜູ້​ແສນເຄົາລົບ​ຮັກຂອງພວກເຮົາ ​ເຄີຍ​​ໄຝ່ຝັນ./.