ການ​ສຳ​ເລັດ ​ແລະ ​ເປີດ​ນຳ​ໃຊ້ ສະໜາມ​ບິນ​ສາກົນ ຝູ ກວັກ ຈະ​ສ້າງ​ເງື່ອນ​ໄຂ​​ໃຫ້​ເມືອງ​ເກາະ ​ຝູ ກວັກ ​ແລະ ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ມີ​ຄວາມ​ສະດວກ​ດີ​ກວ່າອີກ ​ໃນ​ການພັດທະນາ​​ເສດຖະກິດ - ສັງຄົມ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ການຕິດ​ຕໍ່​ແລກປ່ຽນ, ການ​ລົງທຶນ, ພັດທະນາ​ການ​ຄ້າ, ການ​ບໍລິການ, ວິທະຍາສາດ - ​ເຕັກນິກ…

ນາຍົກລັກຖະມົນຕີ ຫງວຽນເຕິນຢູ໊ງ ພ້ອມກັບບັນດາສະຫາຍການນຳ ຕັດແຖບຜ້າເປີດການນຳໃຊ້ ສະໜາມບິນສາກົນ ຝູ ກວັກ

    

     ວັນ​ທີ 15 ທັນວາ 2012, ສະ​ຫາຍນາຍົກ​ລັດ​ຖະມົນຕີ ຫງວຽນ​ເຕິ​ນຢູ໊ງ ​ໄດ້​ໃຫ້​ກຽດ​ມາ​ຮ່ວມ ​ແລະ ຕັດ​ແຖບ​ຜ້າ​ເປີດ​ການ​ນຳ​ໃຊ້ ສະໜາມບິນ​ສາກົນ ຝູ ກວັກ ຢູ່​ຕາ​ແສງ ​ເຢືອງ​ເຕີ, ​ເມືອງ ຝູ ກວັກ, ​ແຂວງ ກຽນ​ຢາງ.

     ສະຫາຍ​ອະດີດ​ເລຂາທິການ​ໃຫຍ່ ​ເລຂາ​ຟຽວ, ສະ​ຫາຍປະຈຳການ​ຄະນະ​ເລຂາທິການ ​ເລ​​ໂຮ່ງ​ແອງ, ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ, ອະດີດ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຫວິ​ງຈ້ອງ ພ້ອມ​ກັບ​ການ​ນຳ​ຂອງ​ກະຊວງ ຂະ​ແໜງ​ການ​ອ້ອມຂ້າງ​ສູນ​ກາງຈຳນວນ​ໜຶ່ງ ກໍ່​ໄດ້​ໃຫ້​ກຽດ​ມາ​ຮ່ວມ​ເຫດການ​ອັນ​ສຳຄັນ​ນີ້.

     ນີ້​ແມ່ນ​ໂຄງການ​ສະໜາມ​ບິນ​ສາກົນ​ທຳ​ອິດ​ທີ່​ໄດ້​ກໍ່ສ້າງ​ຂຶ້ນ​ຢູ່​ຫວຽດນາມ ຕາມ​ຮູບ​ການ​ການລົງທຶນດ້ວຍ​ທຶນ​ຂອງ​ວິ​ສາ​ຫະກິດ 100% ​ໂດຍ​ສະຫະບໍລິສັດທ່າ​ອາກາດ​ສະຍານ​ຫວຽດນາມ ​ເປັນ​ຜູ້​ລົງທຶນ​ດ້ວຍ​ຈຳນວນ​ເງິນ 3.000 ຕຶ້ດົ່ງ. ອອກ​​ແບບ​ກໍ່ສ້າງສະໜາມ​ບິນ​ໂດຍ ບໍລິສັດ​ທີ່​ປຶກສາ​ການ​ອອກ​ແບບ CPG-PAE (ສິງ​ຄະ​ໂປ-ສະ​ຫະລັດ​ອາ​ເມ​ລິ​ກາ) ຊຶ່ງ​ໄດ້​ອອກ​ແບບ​ຕາມ​ມາດຕະຖານ​ສາ​ກົນ​ທັນ​ສະ​ໄໝ ​ແລະ ຄົບ​ຊຸດ ອັນ​ກວມ​ມີ: ບໍລິ​ເວນ​​ເດີນບິນ​ມີ ທາງ​ແລ່ນ​ບິນຂຶ້ນ​ລົງ, ທາງ​ແລ່ນ 8 ສາຍ; ບໍລິ​ເວນ​ລານຈອດ​ເຮືອບິນ ທີ່​ມີ​ລານ​ຈອດ 8 ​ແຫ່ງ; ອາຄານ​ຮັບ​ຜູ້​ໂດຍສານ ​ແລະ ຈັດການຂົນ​ສົ່ງສິນຄ້າ, ລະບົບ​ໄຟຟ້າ​ສ່ອງ​ແສງ​ສະຫວ່າງ ​ແລະ ​ໄຟ​ສັນຍານ ຕາມ​ມາດຕະຖານ​ຂອງ​ອົງການ​ການບິນ​ພົນລະ​ເຮືອນ​ສາກົນ (International Civil Aviation Organization – ICAO)… ອາຄານ​ຮັບ​ຜູ້​ໂດຍສານ ​ໄດ້​ຈັດ​ເປັນ​ສອງ​ພາກສ່ວນ ຜູ້​ໂດຍສານ​ຂາ​ອອກ ​ແລະ ຜູ້​ໂດຍສານ​ຂາ​ເຂົ້າ ​ເປັນ​ຕ່າງຫາກ ທີ່​ມີ​ເນື້ອ​ທີ​ທັງ​ໝົດ 24,3 ​ພັນຕາແມັດ ຊຶ່ງ​ໄດ້​ປະກອບ​ດ້ວຍ​ເຄື່ອງ​ປະກອບ​ທັນ​ສະ​ໄໝ ສາມາດ​ຮັບ​ໃຊ້​ຜູ້​ໂດຍສານ​ໄດ້ 2,65 ລ້ານ​ຄົນຕໍ່​ປີ.

     ສະໜາມບິນ​ສາກົນ ຝູ ກວັກ ບັນລຸ​ມາດຕະຖານ​ຂັ້ນ 4E ຕາມ​ມາດຕະຖານ​ຂອງ ອົງການ​ການບິນ​ພົນລະ​ເຮືອນສາກົນ, ຕອບ​ສະໜອງ​ໄດ້​ການ​ເຄື່ອນ​ໄຫວ​ຂອງ​ເຮືອບິນ​ທັນ​ສະ​ໄໝ ​ເຊັ່ນ​ເຮືອບິນ Boeing 747-400 ​ແລະ ​ເຮືອບິນຂະໜາດ​​ເທົ່າ​ທຽມ. ຂັ້ນ​ຕອນ​ການຂຸດ​ຄົ້ນການບິນ ​ໄດ້​ນຳ​​ໃຊ້​ມາດຕະຖານ​ການ​ຄິດ​ໄລ່​ລະດັບ C ຕາມ​ການ​ແບ່ງ​ລະດັບ​ມາດຕະຖານ​ການຮັບ​ໃຊ້​ຜູ້​ໂດຍສານ ຂອງສະມາຄົມ​ຂົນ​ສົ່ງ​ທາງ​ອາກາດ​ສາກົນ (International Air Transport Association – IATA) ຊ່ວຍ​ໃຫ້​ຮັບປະກັນ​ປະຕິບັດ​ຕາມ​ບັນດາ​ຂໍ້​ກຳນົດ​ສາ​ກົນ ​ແຕ່​ກໍ່​ຍັງສ້າງ​ເງື່ອນ​ໄຂ​ດີ ຄວາມ​ສະດວກ​ສະບາຍ ​ແລະ ສິ່ງ​ອຳນວຍ​ຄວາມ​ສະດວກ ​ໃຫ້​ແກ່​ຜູ້​ໂດຍສານ.

     ກ່າວ​ຄຳ​ປາ​ໄສ​​ໄຂພິທີ ສະ​ຫາຍນາຍົກ​ລັດ​ຖະມົນຕີ ຫງວຽນ​ເຕິ​ນຢູ໊ງ ເນັ້ນ​ວ່າ ການ​ສຳ​ເລັດ ​ແລະ ​​ນຳເອົາ ສະໜາມ​ບິນ​ສາກົນ ຝູ ກວັກ ​ເຂົ້າ​ນຳ​ໃຊ້​ເປັນ​ທາງ​ການ ​ເປັນ​ເຫດການ​ທີ່​ມີ​ຄວາມ​ໝາຍທີ່​ສຸດ​ ​ແລະ ຈະ​ເປັນກຳລັງ​ໝູນ​ອັນສຳຄັນ ປະກອບສ່ວນພັດທະນາ​ເມືອງ​ເກາະ ຝູ ກວັກ ຢ່າງ​ໄວ ​ແລະ ຍືນ​ຍົງ, ພ້ອມ​ກັນ​ນັ້ນ​ ກໍ່​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຂວງ ກຽນ​ຢາງ ​ແລະ ທົ່ວ​ເຂດ​ນີ້​ເວົ້າ​ລວມ. ສະ​ຫາຍນາຍົກ​ລັດຖະມົນຕີ ຫງວຽນ​ເຕິ​ນຢູ໊ງ ສະ​ເໜີ​ໃຫ້​ຜູ້​ເປັນເຈົ້າ​ຂອງ​ໂຄງການ​ລົງທຶນ ສືບ​ຕໍ່​​ສຳ​ເລັດລາຍການ​ກໍ່ສ້າງ​ທີ່​ຍັງ​ເຫຼືອ​ຂອງ​ ໂຄງການສະໜາມ​ບິນ​ສາກົນ ຝູ ກວັກ; ຮັບປະກັນ​ໃຫ້ ສະໜາມ​ບິນ​ສາກົນ ຝູ ກວັກ ບັນລຸ​ມາດຕະຖານ​ສາກົນ​​ໄດ້ຢ່າງ​ແທ້​ຈິງ.

     ພ້ອມ​ກັນ​ນັ້ນ ສະ​ຫາຍນາຍົກ​ລັດ​ຖະມົນຕີ ຫງວຽນ​ເຕິ​ນຢູ໊ງ ເນັ້ນ​ໜັກ​ວ່າ ການ​ນຳ​ເມືອງ ຝູ ກວັກ, ​ແຂວງ ກຽນ​ຢາງ ຕ້ອງ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ຊ່ວຍ​ເຫຼືອ​ບັນດາ​ຄອບຄົວ​ທີ່​ຕ້ອງຍົກຍ້າຍ​ໄປ​ຢູ່​ບ່ອນອື່ນ ສະຫຼະ​ເນື້ອທີ່​​ໃຫ້ໂຄງການສະໜາມ​ບິນ​ສາກົນ ຝູ ກວັກ, ຮັບປະກັນ​ໃຫ້​ຄອບຄົວ​ເຫຼົ່າ​ນີ້​ມີ​ຊີວິດ​ການ​ເປັນ​ຢູ່​ປົກ​ກະຕິ.

     ສະ​ຫາຍນາຍົກ​ລັດຖະມົນຕີ ຫງວຽນ​ເຕິ​ນຢູ໊ງ ກໍ່​ສະ​ເໜີ​ໃຫ້​ບັນດາ​ກະຊວງ ຂະ​ແໜງ​ການ​ພາລະ​ບົດາດ, ​ແຂ​ວງ ກຽນ​ຢາງ ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານວາງ​ແຜນ​ກຳນົດ​ເມືອງ​ເກາະ ຝູ ກວັກ, ​ເປັນ​ຕົ້ນ​ແມ່ນ​ແຜນ​ກຳນົດ​ກ່ຽວ​ກັບ​ພື້ນຖານ​ໂຄງ​ລ່າງ, ການທ່ອງທ່ຽວ; ຍູ້​ແຮງ​ການກໍ່ສ້າງ​ບັນດາ​ກິດຈະການ​ກໍ່ສ້າງ​ຈຸດ​ໜັກ​ຂອງ​ເກາະ ຝູ ກວັກ, ພິ​ເສດ​ແມ່ນ​ສາຍ​ທາງ​ຄົມມະ​ນາ​ຄົມ, ລະບົບ​ໄຟ​ຟ້າ, ​ນ້ຳປະປາ ​ໃຫ້​ເກາະນີ້.

    

     * ຕອນ​ເຊົ້າ​ວັນ​ດຽວ​ກັນ, ບໍລິສັດ​ການບິນ VietJetAir
ໄດ້​ເປີດ​ນຳ​ໃຊ້​ສາຍ​ການບິນ ນະຄອນ ​ໂຮ່ຈີ​ມິນ - ​ຝູ ກວັກ ​ເປັນ​ທາງ​ການ. ນີ້​ແມ່ນ​ສາຍ​ການບິນ​ທີ 9 ຂອງ VietJetAir. ສາຍ​ການບິນ ນະຄອນ ​ໂຮ່ຈີ​ມິນ - ​ຝູ ກວັກ ​ໃນ​ເບື້ອງ​ຕົ້ນ​ຈະ​ໄດ້​ VietJetAir ຂຸດ​ຄົ້ນ​ວັນ​ລະ​ທ່ຽວ ດ້ວຍ​ເຮືອບິນ Airbus A320 ໃໝ່, ບັນທຸກ​ຜູ້​ໂດຍສານ​ໄດ້ 180 ຄົນ. ທ່ຽວ​ການບິນ​ຈະ​ບິນ​ຂຶ້ນ​ຈາກ​ນະຄອນ ​ໂຮ່ຈີ​ມິນ ​ເວລາ 7 ​ໂມງ 15 ນາທີ ​ແລະ ​ເຖິງ ຝູ ກວັກ ​ເວລາ 8 ​ໂມງ 05 ນາທີ​ໃນຕອນ​ເຊົ້າ​ວັນ​ດຽວ​ກັນ. ທ່ຽວ​ການບິນ​ກັບ​ຈາກ ຝູ ກວັດ ມານະ​ຄອນ ​ໂຮ່ຈີ​ມິນ ຈະ​ບິນ​ຂຶ້ນ​ເວລາ 8 ​ໂມງ 40 ນາທີ ​ໃນ​ວັນ​ດຽວ​ກັນ./.