ວ.ກ.ອອນ​ໄລ - ​ໃນຕອນ​ເຊົ້າ​ວັນ​ທີ 8 ມັງກອນ 2013, ຢູ່​ທີ່ນະ​ຄອນ​ຫຼວງ ຮ່າ​ໂນ້ຍ, ຄະນະ​ກຳມະການ​ຮ່າງ​ການ​ດັດ​ແປງ​ ລັດຖະທຳ​ມະນູນ ປີ 1992 ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ທົ່ວ​ປະ​ເທດ ​ເພື່ອຜັນ​ຂະຫຍາຍ​ການຈັດ​ຕັ້ງ ​ເກັບ​ກຳ​ຄວາມ​ຄິດ​ຄວາມ​ເຫັນ ​ຂອງ​ປະຊາຊົນ ກ່ຽວ​ກັບ​ຮ່າງ​ການ​ດັດ​ແປງ ລັດຖະທຳ​ມະນູນ ປີ 1992.

     ເປັນ​ປະທານ​ການ​ປະຊຸມ​ລວມມີ​ບັນດາ​ສະຫາຍ: ຫງວຽນ​ຊິງ​ຮູ່ງ, ກຳມະການ​ກົມ​ການ​ເມືອງ, ປະທານ​ສະພາ​ແຫ່ງ​ຊາດ, ປະທານຄະນະ​ກຳມະການ​ ຮ່າງ​ການ​ດັດ​ແປງ​ ລັດຖະທຳ​ມະນູນ ປີ 1992; ​ເລ​ໂຮ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້ປະຈຳການ​ຄະນະ​ເລຂາທິການສູນ​ກາງ​ພັກ; ດິງ​ເຖ ຮວິ​ງ, ກຳມະການກົມ​ການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ; ຫງວຽນ​ຊວນ​ຝຸກ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ; ອວງດົງ​ລຶວ, ກຳມະການ​ສູນ​ກາງ​ພັກ, ຮອງ​ປະທານ​ສາ​ພາ​ແຫ່ງ​ຊາດ, ຮອງ​ປະທານຄະນະກຳມະການ ຮ່າງການດັດແປງ ລັດຖະທຳມະນູນ ປີ 1992. 

     ກ່າວ​ຄຳປາ​ໄສ​ໄຂ​ກອງ​ປະຊຸມ, ສະຫາຍ​ ຫງວຽນ​ຊິງ​ຮຸ່ງ, ປະທານ​ສະພາ​ແຫ່ງ​ຊາດ, ປະທານຄະນະ​ກຳມະການ​ ຮ່າງ​ການ​ດັດ​ແປງ​ ລັດຖະທຳ​ມະນູນ ປີ 1992 ​ໄດ້​ເນັ້ນ​ໜັກ​ວ່າ ການ​ເກັບ​ກຳ​ຄວາມ​ຄິດ​ຄວາມ​ເຫັນ ​ຂອງ​ປະຊາຊົນ ປະກອບສ່ວນເຂົ້າ ໃນຮ່າງການດັດແປງ ລັດຖະທຳມະນູນ ​ແມ່ນ​ວຽກ​ງານ​ທີ່​ສຳຄັນ​ທີ່​ສຸກ​ຂອງ​ຊາດ, ຕ້ອງ​ໄດ້​ຮັບ​ການ​ເຂົ້າ​ຮ່ວມ​ຢ່າງ​ກວ້າງຂວາງ ​​​ແທ້ຈິງ ຂອງ​ປະຊາຊົນ. ດັ່ງ​ນັ້ນ, ຕ້ອງ​ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ ມີ​ວິທະຍາສາດ ມີ​ປະສິດທິ​ຜົນ, ​ເປັນ​ຕົ້ນ​ ວຽກ​ງານການອົບຮົມ​ສຶກສາ ສື່ສານ ມີ​ບົດບາດ​ສຳຄັນ ​ເພື່ອ​ດຶງ​ດູດ​ເອົາ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ, ​ເຮັດ​ໃຫ້​ປະຊາຊົນ​ເຂົ້າ​ໃຈ ​ແລະ ປະກອບ​ຄວາມ​ຄິດ​ຄວາມ​​ເຫັນຢ່າງ​​ແທດ​ຈິງ. ຂະ​ບວນວິວັດ​ວຽກ​ງານ​ນີ້ ຕ້ອງ​ໄດ້​ດຳ​ເນີນ​ຢ່າງຮອບ​ຄອບ ​ເປີດ​ເຜີຍ ວິທະຍາສາດ ​ແລະ ປະຊາທິປະ​ໄຕ. ພິ​ເສດ​ແມ່ນ, ຄວາມ​ຄິດ​ຄວາມ​​ເຫັນຂອງ​ປະຊາຊົນ ຕ້ອງ​ໄດ້​ເກັບ​ກຳ​ລວບ​ລວມ ສັງ​ລວມຢ່າງ​ຄົບ​ຖ້ວນ, ຊັດ​ເຈນ; ຕ້ອງ​ງ່ຽງ​ຫູ​ຟັງ, ຄົ້ນຄວ້າຮັບ​ເອົາຄວາມ​ຄິດ​ຄວາມ​​ເຫັນຂອງ​ປະຊາຊົນ​ ຢ່າງ​ເຂັ້ມ​ງວດ ​ແລະ ​ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ ​ເພື່ອ​ປະກອບສ່ວນ​ບູລະນະ ຍົກ​ສູງ​ຄຸນ​ນະພາ​ບ ຂອງຮ່າງການດັດແປງ ລັດຖະທພມະນູນ ປີ 1992. 

     ​ໃນ​ທີ່​ກອງ​ປະຊຸມ, ກ່າວ​ຄຳປາ​ໄສ​ກ່ຽວ​ກັບ​ວຽກ​ງານ​ແນວ​ຄິດ ​ແລະ ວຽກ​ງານ​ໂຄສະນາ ​ໃນ​ການ​ຈັດ​ຕັ້ງເກັບ​ກຳຄວາມ​ຄິດ​ຄວາມ​​ເຫັນ ຂອງ​ປະຊາຊົນ ປະກອບ​ເຂົ້າ​ໃນຮ່າງການດັດແປງ ລັດຖະທພມະນູນ, ສະ​ຫາຍ ດິງ​ເຖ ຮວິ​ງ, ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ ​ເນັ້ນວ່າ: ວຽກ​ງານ​ແນວ​ຄິດ ວຽກ​ງານ​ໂຄສະນາ ຕ້ອງ​ເຮັດ​ໃຫ້​ເຫັນ​ແຈ້ງ​ຄວາມ​ຮັບ​ຮູ້​ວ່າ ການ​ດັດ​ແປງ​ລັດຖະທຳ​ມະນູນ​ ແມ່ນ​ໜ້າ​ທີ່​ຮັບຜິດຊອບ​ຂອງທົ່ວ​ພັກ ທົ່ວ​ປວງ​ຊົນ ທົ່ວ​ກອງທັບ ​ແລະ ຂອງ​ທົ່ວ​ທັງ​ລະບົບ​ການ​ເມືອງ; ພ້ອມ​ກັນ​ນັ້ນ ຕ້ອງ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເລິກ​ເຊິ່ງ ​ເຖິງ​ທັດສະນະ​ຂອງ​ພັກ-ລັດ​ເຮົາ ທີ່​ວ່າ ​ເສີມຂະຫຍາຍຢ່າງ​ສູງສຸດ ບົດບາດ​ເປັນ​ເຈົ້າ​ປະ​ເທດ​ຊາດ​ຂອງ​ປະຊາຊົນ. ​ໃນ​ຂະ​ບວນວິວັດ​ການຈັດ​ຕັ້ງ​​ເກັບ​ກຳ ຄວາມ​ຄິດ​ຄວາມ​​ເຫັນຂອງ​ປະຊາຊົນ, ວຽກ​ງານ​ແນວ​ຄິດ ວຽກ​ງານ​ໂຄສະນາ ຕ້ອງ​ກຳແໜ້ນແນວທາງ ທັດ​ສະ​ນະ​ຊີ້​ນຳ​ຂອງ​ພັກ. ຕໍ່​ກັບ​ບັນດາ​ຄວາມ​ຄິດ​ຄວາມ​ເຫັນທີ່​ໄດ້​ເລືອກ​ເຝັ້ນ ​ເພື່ອ​ລົງ​ພິມ​ໃນ​ບັນດາ​ພາຫະນະ​ສື່​ມວນ​ຊົນນັ້ນ ຕ້ອງ​ຮັບປະກັນ​ລັກສະນະ​ພາວະ​ວິ​ໄສ, ​ເປັນ​ຕົວ​ແທນ ​ແລະ ມີ​ລັກສະນະ​ກໍ່ສ້າງ. ຕ້ອງ​ຫຼີກ​ລ່ຽງທ່າ​ອຽງ​ສື່​ຂ່າວ​ດ້ານ​ດຽວ, ອະຄະຕິ, ບໍ່​ຊັດ​ເຈນ, ບໍ່​ຖືກ​ຕາມ​ຄວາມ​ຈິງ.

     ສະ​ຫາຍ ດິງ​ເຖ ຮວິ​ງ ສະ​ເໜີ​​ໃຫ້ ກະຊວງການ​ຕ່າງປະ​ເທດ, ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​, ຄະນະຮັບຜິດຊອບ​ວຽກ​ງານພັກຢູ່​ຕ່າງປະ​ເທດ ຕ້ອງ​ເປັນ​ເຈົ້າ​ການ​ຜັນ​ຂະຫຍາຍ​ບັນດາ​ວິທີ​ແກ້ ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ ວົງ​ຄະນາ​ຍາດ​ຊາວ​ຫວຽດນາມ​ ທີ່​ດຳລົງ​ຊີວິດຢູ່​ຕ່າງປະ​ເທດ, ບັນດາ​ອົງການ​ຜູ້ຕາງໜ້າ​ຂອງ​ຫວຽດນາມ​ ຢູ່​ຕ່າງປະ​ເທດ; ​ແນະນຳ​ຈິດ​ໃຈ, ຂະ​ບວນວິວັດ​ການ​ດັດ​ແປງ ລັດຖະທຳ​ມະນູນ ປີ 1992 ຂອງ​ປະຊາຊົນ​ຫວຽດນາມ ​ເພື່ອ​ໃຫ້​ບັນດາ​ອົງການ​ຈັດ​ຕັ້ງສາກົນ, ບັນດາ​ຄະນະ​ທູຕານຸທູດ, ເພື່ອນ​ມິດ​ສາກົນ​ເຂົ້າ​ໃຈ​ແຈ້ງ ​ແລະ ​ເຫັນ​ດີ​ເຫັນ​ພ້ອມ ສະໜັບສະໜູນ​ປະຊາຊົນ​ເຮົາ. ​ແຕ່​ລະ​ອົງການ​ຈັດ​ຕັ້ງ​ພັກ, ພະນັກງານ ສະມາຊິກ​ພັກ​ແຕ່ລະຄົນ ມີໜ້າ​ທີ່​ໂຄສະນາ ຂົນຂວາຍ​ປະຊາຊົນ ຕັ້ງໜ້າ​ເຂົ້າ​ຮ່ວ​ມການ​ປະກອບຄວາມ​ຄິດ​ຄວາມ​​ເຫັນ ​ເຂົ້າ​ໃນ​ຮ່າງການດັດແປງ ລັດຖະທພມະນູນ; ​ເຊີດ​ຊູ​ລັກສະນະ​ເປັນ​ແບບຢ່າງ ​ໃນ​ການ​ເຂົ້າ​ຮ່ວມ​ການ​ຄົ້ນ​ຄວ້າ ​ແລະ ປະກອບຄວາມ​ຄິດ​ຄວາມ​​ເຫັນ ເຂົ້າ​ໃນຮ່າງການດັດແປງ ລັດຖະທພມະນູນ. 

     ໃນ​ທີ່​ກອງ​ປະຊຸມ, ບັນດາຜູ້​ແທນ​ໄດ້​ຮັບ​ຟັງ​ຄຳ​ສັ່ງ ໜາຍ​ເລກ 22-CT/TW ລົງ​ວັນ​ທີ 28 ທັນວາ 2012 ຂອງ​ກົມ​ການ​ເມືອງ ວ່າ​ດ້ວຍ​ການຈັດ​ຕັ້ງ​ເກັບ​ກຳ ຄວາມ​ຄິດ​ຄວາມ​​ເຫັນຂອງ​ປະຊາຊົນ​ ກ່ຽວ​ກັບ ຮ່າງການດັດແປງ ລັດຖະທຳມະນູນ; ລາຍ​ງານ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ພື້ນຖານ​ ຂອງສະບັບ​ຮ່າງການດັດແປງ ລັດຖະທຳມະນູນ; ລາຍ​ງານ​ກ່ຽວ​ກັບ​ແຜນການ​ຈັດ​ຕັ້ງ​ເກັບ​ກຳ ຄວາມ​ຄິດ​ຄວາມ​​ເຫັນຂອງ​ປະຊາຊົນ ປະກອບ​ເຂົ້າ​ໃນຮາງການດັດແປງ ລັດຖະທຳມະນູນ. ພ້ອມ​ກັນ​ນັ້ນ, ບັນດາ​ຜູ້​ແທນ​ກໍ່​ໄດ້​ຮັບ​ຟັງຄວາມ​ຄິດ​ຄວາມ​​ເຫັນ ຂອງ​ຜູ້ຕາງໜ້າ​ການ​ນຳ​ທ້ອງ​ຖິ່ນ​ຕ່າງໆ. ຜູ້​ແທນ​ສ່ວນ​ຫຼາຍ​ໄດ້​​ໃຫ້ຮູ້​ວ່າ, ທ້ອງ​ຖິ່ນ​ຕົນ​ພວມ​ຕັ້ງໜ້າ​ຜັນ​ຂະຫຍາຍ ​ແລະ ຢືນຢັນ​ຄວາມ​ຕັດສິນ​ໃຈ​ປະຕິບັດ​ເປັນ​ຢ່າງ​ດີ ບັນດາ​ເນື້ອ​​ໃນ​​ໃນ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ, ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ການຈັດ​ຕັ້ງ​ເກັບ​ກຳ ຄວາມ​ຄິດ​ຄວາມ​​ເຫັນ ຂອງ​ປະຊາຊົນ ປະກອບ​ເຂົ້າ​ໃນຮ່າງການດັດແປງ ລັດຖະທຳມະນູນ ປີ 1992. ຄຽງ​ຂ້າງ​ນັ້ນ, ບັນດາ​ຜູ້​​ແທນກໍ່​ສະ​ເໜີ​ນຳ ຄະນະກຳມະການຮ່າງການດັດແປງ ລັດຖະທຳມະນູນ ໃຫ້ຄວາມເຫັນກ່ຽກັບ ການເປີດກວ້າງພາກສ່ວນເຂົ້າຮ່ວມກອງປະຊຸມ ເກັບກຳຄວາມ​ຄິດ​ຄວາມ​​ເຫັນ ປະກອບເຂົ້າ​ໃນຮ່າງການດັດແປງ ລັດຖະທຳມະນູນ ຢູ່​ຕາມ​ຂັ້ນ​ການ​ບໍລິຫານທີ່ຂຶ້ນ​ກັບ​ແຂວງ, ນະຄອນ​ ສັງ​ກັບ​ສູນ​ກາງ.

     ກ່າວ​ຄຳ​ປາ​ໄສ​ປິດ​ກອງ​ປະຊຸມ, ສະ​ຫາຍ​​ ເລ​ໂຮ່ງ​ແອ​ງ, ຜູ້ປະຈຳການ​ຄະນະ​ເລຂາທິການສູນ​ກາງ​ພັກ ​ໄດ້​ເນັ້ນ​ວ່າ: ກອງ​ປະ​ຊຸມ​ໄດ້​ຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງ ຄວາມ​ໝາຍ, ລະດັບ​ສຳຄັນ, ຈຸດປະສົງ ລະດັບ​ຄາດໝາຍ, ໜ້າ​ທີ່ ​ໃນ​ການຈັດ​ຕັ້ງ​ເກັບ​ກຳຄວາມ​ຄິດ​ຄວາມ​​ເຫັນ ຂອງ​ປະຊາຊົນ ປະກອບ​ເຂົ້າ​ໃນຮ່າງການດັດແປງ ລັດຖະທຳມະນູນ ປີ 1992; ກຳນົດ​ວ່າ ນີ້​ແມ່ນ​ວຽກ​ງານ​ຈຸດ​ໜັກ​ໃຈກາງ​ ຂອງ​ທົ່ວ​ພັກ, ທົ່ວ​ກອງທັບ, ທົ່ວ​ປວງ​ຊົນ ​ໃນຊຸມ​ເດືອນ​ຕົ້ນປີ 2013. ສະຫາຍ ​ເລ​ໂຮ່ງ​ແອ​ງ ກໍ່​ໄດ້ສະ​ເໜີ​ວ່າ ຫຼັງຈາກ​ກອງ​ປະຊຸມ​ນີ້, ການ​ນຳ​ບັນດາ​ຂະ​ແໜງ​ການ, ບັນດາ​ຂັ້ນ, ບັນດາ​ທ້ອງ​ຖິ່ນ ຕ້ອງ​ຮີບ​ສ້າງ​ຕັ້ງ ​ແລະ ຜັນ​ຂະຫຍາຍປະຕິບັດ​ ໂຄງການດຳ​ເນີນ​ງານ, ​ແຜນການ​ຂອງ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕົນ​ເອງ​ຢ່າງ​ລະອຽດ, ​ແໜ້ນ​ແຟ້ນ, ວິທະຍາສາດ ຖືກຕ້ອງ​ຕາມ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ, ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ​ແຜນການ​ຂອງຄະນະກຳມະການ ຮ່າງການດັດແປງ ລົດຖະທຳມະນູນ ປີ 1992./.