ວ.ກ. ອອນ​ໄລ - ​ໃນຕອນ​ເຊົ້າ​ວັນ​ທີ 20 ທັນວາ 2012, ກອງ​ປະຊຸມ​ໃຫຍ່​ ຜູ້​ແທນ​ທົ່ວ​ປະ​ເທດ ສະມາຄົມ​ນັກຮົບ​ເກົ່າ ​ຫວຽດນາມ ຄັ້ງທີ V ​ໄດ້​ດຳ​ເນີນ​ວາລະ​ປິດ​ການ​ປະ​ຊຸມ ​ແລະ ສະ​ເໜີ​ຕົວ​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະມາຄົມ ສະ​ໄໝປີ 2012 - 2017. ສະຫາຍ​ພົນ​ໂທ ຫງວຽນ​ວັນ​ເດືອ​ກ - ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ ​ຫວຽດນາມ ຖືກ​ເລືອກ​ຕັ້ງ​ເປັນ​ປະທານ ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ ສະ​ໄໝປີ​ 2012 - 2017.

ຄະນະບໍລິຫານງານສູນກາງ ສະມາຄົນນັກຮົບເກົ່າ ຫວຽດນາມ ສະໄໝປີ 2012 - 2017 ອອກສະເໜີຕົວຕໍ່ກອງປະຊຸມໃຫຍ່ - ຮູບຂອງ ໜັງມືພິມນັກຮົບເກົ່າຫວຽດນາມ

     ກອງປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ ຄັ້ງ​ທີ V ໄດ້​ເລືອກ​ຕັ້ງ ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະມາຄົມ ສະ​ໄໝທີ V ປະກອບມີ 99 ສະຫາຍ​ ທີ່​ມີ​ຄຸມ​ສົມບັດ ​ແລະ ຄວາມ​ສາມາດ​ພຽງພໍ ​ເພື່ອ​ຕາງໜ້າ​ໃຫ້​ສະມາຊິກ 2,6 ລ້ານ​ຄົນ​ໃນ​ທົ່ວ​ປະ​ເທດ. ຄະນະ​ບໍລິຫານ​ງານ​ໄດ້​ປະຊຸມ​ວາລະ​ປະຖົມ​ມະລຶກ, ​ເລືອກ​ຕັ້ງ​ຄະນະ​ປະຈຳການ ປະກອບ​ມີ 23 ສະຫາຍ. ບັນດາ​ສະຫາຍ: ຝຸ່ງຄັກ​ດັງ, ​ເລ​ແທ່ງ​ເຕິ​ມ, ຫງວຽນ​ວັນ​ດ້າວ, ຫງວຽນ​ຊອງ​ຟີ ຖືກ​ເລືອກ​ຕັ້ງ​ເປັນ​ຮອງ​ປະທານ ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ ສະ​ໄໝປີ 2012 - 2017.    

     ກອງປະຊຸມ​ໃຫຍ່​ໄດ້​​ເຄົາລົບ​ຍົກຍ້ອງ ສະ​ຫາຍ​ພົນ​ເອກ ຫວໍ​ ງວຽນ ຢາ​ບ ​ເປັນ​ປະທານ​ກິ​ຕິ​ມະ​ສັກ ​ຂອງສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ; ​ໄດ້​ປຶກສາ​ສົນທະນາ ​ແລະ ​ເປັນ​ເອກະ​ພາບ​ສູງ ຮັບຮອງຜ່ານ​ບັນດາ​ເອກະສານ​ທີ່​ສຳຄັນ: ລາຍ​ງານ​ສະຫລຸບ​ວຽກ​ງານ​ໃນ​ສະ​ໄໝ​ປີ 2007 - 2012 ​ແລະ ທິດ​ທາງ ໜ້າ​ທີ ​ໃນ​ສະ​ໄໝ​ປີ 2012 - 2017; ກົດ​ລະບຽບ​ສະມາຄົມ (ສະບັບ​ເພີ່ມ​ເຕີມ ດັດ​ແກ້); ມະຕິ ​ແລະ ຈົດໝາຍ​ຝາກ​ເຖິງ ຄະນະ​ບໍລິຫານ​ງານ​ສູນ​ກາງ​ ພັກກອມ​ມູນິດ​ຫວຽດນາມ ​ເພື່ອ​ລາຍ​ງານ​ກ່ຽວ​ກັບ​ຜົມ​ສຳ​ເລັດ ​ຂ​ອງກອງປະຊຸມ​ໃຫຍ່ ​ແລະ ສະ​ແດງ​ຄວາມ​ຕັດສິນ​ໃຈ​ຂອງສະມາຄົມ​ທັງ​ໝົດທີ່​ຕັ້ງ​ໝັ້ນ​ຄວາມ​ຈົງ​ຮັກ​ພັກດີ​ຢ່າງ​ບໍ​ມີ​ຂອບ​ເຂດ​ ຕໍ່ພາລະກິດ​ປະຕິວັດ​ ຂອງພັກ​ກອມ​ມູນິດ​ຫວຽດນາມ, ຂອງ​ຊາດ​ຫວຽດນາມ; ຮັບຮອງຜ່ານຈົດໝາຍ​ຝາກ​ເຖິງ​ອ້າຍ​ນ້ອງ​ນັກຮົບ​ເກົ່າ, ອະດີດ​ນາຍ ​ແລະ ພົນທະຫານ​ຫວຽດນາມ.

     ກອງປະຊຸມ​ໃຫຍ່ ຜູ້​ແທນ​ທົ່ວ​ປະ​ເທດ ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ ຄັ້ງ​ທີ V ສະ​ແດງ​ໃຫ້​ເຫັນ​ເຖິງ ຄວາມ​ຕັດສິນ​ໃຈ​ຢ່າງ​ແຂງ​ແຮງ ຂອງ​ນັກຮົບເກົ່າຫວຽດນາມ ຈະ​ປະຕິບັດ​ຢ່າງ​ສຳ​ເລັດ​ມີ​ໄຊ ມະຕິກອງປະຊຸມ​ໃຫຍ່ຄັ້ງ​ທີ XI ຂອງ​ພັກ, ​ເສີມ​ຂະຫຍາຍ​ມູນ​ເຊື້ອ “ທະຫານ​ຂອງ ລຸງ​ໂຮ່”, ຮ່ຳຮຽນ ​ແລະ ປະຕິບັດ​ຕາມ ​ແວ່ນ​ແຍງ​ຄຸນສົມບັດ ​ໂຮ່ຈີ​ມິນ.

     ມະຕິກອງປະຊຸມ​ໃຫຍ່ ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ V ຂອງສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ ກຳນົດ​ຢ່າງ​ຈະ​ແຈ້ງ ທິດ​ທາງ ໜ້າ​ທີ່ ຂອງ​ສະມາຄົມ​ໃນ​ສະ​ໄໝທີ V ນັ້ນ​ຄື ສືບ​ຕໍ່​ຂົນຂວາຍ​ບັນດາ​ຮຸ້ນ​ນັກຮົບ​ເກົ່າ ​ເສີມ​ຂະຫຍາຍ​ທາດ​ແທ້​ອັນ​ເປັນ​ມູນ​ເຊື້ອ “ທະຫານ​ຂອງ ລຸງ​ໂຮ່”, ຈົງ​ຮັກ​ພັກດີ - ສາມັກຄີ - ​ເປັນ​ແບບຢ່າງ - ປ່ຽນ​ແປງ​ໃໝ່, ກໍ່ສ້າງ​ອົງການ​ຈັດ​ຕັ້ງ​ສະມາຄົມ​ໃຫ້ ບໍລິສຸດປອດ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ, ສົມ​ກຽດ​ເປັນ​ບ່ອນ​ອີງ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ໄດ້​ ຂອງ​ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ຂອງ​ປະຊາຊົນ.

     ກອງປະຊຸມ​ໃຫຍ່​ ໄດ້​ເປັນ​ເອກະ​ພາບ​ສູງ ຮັບຮອງ​ຜ່ານ​ບັນດາ​ເອກະສານ ​ແລະ ​ເປັນ​ເອກະສັນ​ກັນຕັດສິນ​ໃຈປະຕິບັດ​ ລະດັບ​ຄາດໝາຍ 8 ປະການຄື: ສູ້​ຊົນ​ຫລຸດຜ່ອນ ອັດຕາ​ຄອບຄົວ​ນັກຮົບ​ເກົ່າ​ທຸກ​ຈົນ ​ລົງສະ​ເຫຼ່ຍ 2 - 2,5% ຕໍ່​ປີ ຕາມ​ບັນທັດຖານ​ໃໝ່, ຫລຸດຜ່ອນເຂດຫຍຸ້ງ​ຍາດ​ລົງ 3,5 - 4%; ສຳ​ເລັດ​ໂດຍ​ພື້ນຖານ​ການ​ປ່ຽນ​ແທນ​ເຮືອນ​ເພພັງ ດ້ວຍ​ເຮືອນ​ຢູ່​ທີ່​ດີ ​ໃຫ້​ນັກຮົບ​​ເກົ່າ; ນັກຮົບ​ເກົ່າ​ໃນ​ໄວ​ອາຍຸ​ອອກ​ແຮງ​ງານ ຍັງ​ມີ​ສຸຂະພາບ ສ່ວນ​ຫຼາຍ​ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ປຶກສາ ​ແນະນຳ ບຳລຸງ ຫຼື ກໍ່ສ້າງ​ວິຊາ​ອາຊີບ ​ເພື່ອ​​ໃຫ້ມີ​ໂອກາດ​ເງື່ອນ​ໄຂ​ຫາ​ວຽກ​ເຮັດ​ງານ​ທຳ; ສະມາຊິກ​ສະມາຄົມ​ນັກຮົບ​ເກົ່າ 100% ມີ​ຄວາມ​ຕັ້ງໜັ້ນ ໜັກ​ແໜ້ນ​ທາງ​ດ້ານ​​ແນວ​ຄິດການ​ເມືອງ; ​ແຕ່ລະ​ປີ ມີກວ່າ 90% ອົງການ​ຈັດ​ຕັ້ງ​ຮາກ​ຖານ​ສະມາຄົມ ບັນລຸ​ມາດຕະຖານ​ບໍລິສຸດ​ປອດ​ໃສ ໝັ້ນຄົງ​ເຂັ້ມ​ແຂງ, ມີ​ກວ່າ 95% ບັນລຸ​ມາດຕະຖານ “ສະມາຊິກ​ເປັນ​ແບບຢ່າງ” ​ແລະ ມີ​ກວ່າ 90% ຄອບຄົວ​ນັກຮົບ​ເກົ່າ​ບັນລຸ​ມາດຕະຖານ “ຄອບຄົວ​ວັດທະນະທຳ”...

     ​ໂດຍ​ຕາງໜ້າ​ຄະນະ​ບໍລິຫານ​ງານ​ສູນ​ກາງ ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ ສະ​ໄໝ​ທີ V, ສະຫາຍ​ປະທານ ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ ຫງວຽນ​ວັນ​ເດືອ​ກ ຢັ້ງຢືນ​ວ່າ, ສະມາຄົມ​ຈະ​ຄົ້ນຄວ້າ ຮ່ຳຮຽນ​ຢ່າງ​ເປັນ​ປະຈຳ ​ແລະ ຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງ ບັນດາ​ແຜນ​ນະ​ໂຍບາຍ, ​ແນວທາງ​ນະ​ໂຍບາຍ ຂອງ​ພັກ​ ​ແລະ ລັດ; ຊີ້​ນຳ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ ​ແນ​ໃສ່​ບັນລຸ​ໝາກຜົນ​ສູງ​ທີ່​ສຸດ; ຍົກ​ສູງ​ຄວາມ​ຮັບຜິດຊອບ, ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ຮັກສາ​ຄວາມ​ສາມັກຄີ​ ​ໃນ​ຄະນະ​ປະຈຳການ, ​ໃນ​ຄະນະ​ບໍລິຫານ​ງານ; ປຸກລະດົມ​ກຳລັງ​ໃຈ​ສະມາຄົມ​ຂັ້ນ​ຕ່າງໆ ​ແລະ ສະມາຊິກ​ສະມາຄົມ​ນັກຮົບ​ເກົ່າ ​ໃຫ້​ເສີມ​ຂະຫຍາຍ​ມູນ​ເຊື້ອ “ທະຫານ​ຂອງ ລຸງ​ໂຮ່”, ສຳ​ເລັດ​ຢ່າງ​ດີ​ເດັ່ນ ໜ້າ​ທີ່ 7 ປະການ​ ຂອງ​ສະມາຄົມ ທີ່​ພັກ-ລັດໄດ້​​ມ​ອບໝາຍ​​ໃຫ້, ​ໃນ​ນັ້ນ ໜ້າ​ທີ່​ສຳຄັນ​ອັນ​ດັບ​ໜຶ່ງ​ແມ່ນ ຕັ້ງໜ້າ​ເຂົ້າ​ຮ່ວມ​ໃນ​ການ​ກໍ່ສ້າງ, ປົກ​ປັກ​ຮັກສາ​ພັກ ອຳນາດ​ການ​ປົກຄອງ ລະບອບ​ສັງຄົມ​ນິຍົມ ​ແລະ ປົກ​ປ້ອງ​ປະຊາຊົນ, ປະກອບສ່ວນ​ກໍ່ສ້າງ​ພັກ ​ແລະ ລັດ ​ແຫ່ງ ສສ ຫວຽດນາມ ​ໃຫ້ບໍ​ລະ​ສຸດ​ປອດ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ.

     ພາຍຫຼັງກອງປະຊຸມ​ໃຫຍ່ນີ້, ຄະນະ​ບໍລິ​ຫານ​ງານ ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ ຊຸດ​ທີ V ສະ​ໄໝ​ປີ 2012 - 2017 ຈະ​ສ້າງ​ໂຄງການ​ປະຕິບັດ ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ V, ສ້າງ​ຂໍ້​ກຳນົດ​ລະບອບ​ການ​ເຮັດ​ວຽກ ຂອງ​ຄະນະ​ບໍລິຫານ​ງານ, ຄະນະ​ປະຈຳການ ​ແລະ ​ປະຕິບັດ​ແຜນການ​ປີ 2013 ຢ່າງ​ຮີບ​ດ່ວນ ​ເພື່ອ​ໃຫ້ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ​ໄດ້​ຮັບປະສິດທິ​ຜົນ​ໂດຍ​ໄວ; ກຳ​ແໜ້ນ​ສະພາບ​ການ​ປະຕິບັດ​ໜ້າ​ທີ່ ຂອງ​ສະມາຄົມ​ຂັ້ນ​ຕ່າງໆ, ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ສະມາຄົມ​ທີ່​ສຸດ​ອົກ​ສຸດ​ໃຈ​ຕໍ່​ວຽກ​ງານ, ມີ​ຄຸນສົມບັດ ຄວາມ​ສາມາດ ​ແລະ ມີ​ອິດ​ທິພົນ​ໄດ້​ຮັບ​ຄວາມ​ນິຍົມ​ເຊື່ອ​ຖື ຕອບ​ສະໜອງ​ໄດ້​ຄວາມ​ຮຽກຮ້ອງ​ຕ້ອງການ ໜ້າ​ທີ່​ທີ່​ໄດ້​ວາງອອກ​ມາ…

     ຢູ່​ທີ່ກອງປະຊຸມ​ໃຫຍ່, ສະຫາຍ ຫງວຽນ​ວັນ​ເດືອ​ກ ​ໄດ້​ສະ​ແດງ​ຄວາມ​ຮັບ​ຮູ້​ຄຸນງາມຄວາມດີ ​ແລະ ມອບ​ຂອງຂວັນ ​ໃຫ້​ບັນດາ​ສະຫາຍ​ທີ່​ມີຜົນງານ​ດີ​ເດັ່ນ ​ໃນ​ວຽກ​ງານ​ສະມາຄົມ ສະ​ໄໝ​ທີ່ IV ທີ່​ໄດ້​ພັກ​ເຊົາ​ວຽກ​ງານ​ສະມາຄົ​ມ​ແລ້ວ. ​ເນື່ອງ​ໃນ​ໂອກາດ​ນີ້, 2 ໝູ່​ຄະນະ ​​ເປັນ​ກຽດ​ໄດ້ຮັບ ຫຼຽນ​ໄຊແຮງ​ງານ​ຊັ້ນ​ສາມ ​ໂດຍສະຫາຍ​ເຈືອງ​ເຕິ​ນຊາງ ປະທານ​ປະ​ເທດ​ແຫ່ງ ສສ ຫວຽດນາມ ປະດັບ​ໃຫ້ ​ ແລະ 2 ຄົນ ​ໄດ້​ຮັບຫຼຽນ​ໄຊ​ແຮງງານ​ຊັ້ນ​ໜຶ່ງ ​ແລະ ຊັ້ນສາມ. ສູນ​ກາງ​ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ ​ໄດ້​ມອບ​ໃບ​ຍ້ອງຍໍ 58 ສະຫາຍ​ທີ່​ມີ​ຜົນງານ​ດີ​ເດັ່ນ ​ໃນ​ສະ​ໄໝ​ປີ 2007 - 2012./.