ວ.ກ. ອອນ​ໄລ - ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ ຫວຽດນາມ ​ໃນ​ປີ 2012 ສືບ​ຕໍ່​ໄດ້​ປະຕິບັດ​ຢ່າງ​ແຂງ​ແຮງ ​ແນ​ໃສ່​ເພີ່ມ​ທະວີ​ຖານະບົດ​ບາດ ​ແລະ ທີ່​ຕັ້ງ ຂອງ​ຫວຽດນາມ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ການພົວພັນທາງການທູດຂອງຫວຽດນາມ ປີ 2012 ມີສີສັນສົດໄສ

     ການ​ພົວພັນກັບ​ບັນດາ​ຄຸ່ຮ່ວມ​ມື ​ໄດ້​ຮັບການ​ປະຕິບັດຢ່າງ​ເລິກ​ເຊິ່ງກວ່າ​ແຕ່​ກ່ອນ

​     ໃນ​ປີ 2012, ຫວຽດນາມ ​ໄດ້​​ສົ່ງຫຼາຍຄະນະ​ຜູ້​ແທນ​ໄປ​ຢ້ຽມຢາມ, ພົວພັນ​ພົບ​ປະ​ຂັ້ນ​ຕ່າງໆ ກັບບັນດາ​ປະ​ເທດ​ເພື່ອນບ້ານ​ໃກ້​ຄຽງໃນ​ພາກ​ພື້ນ, ​ຄູ່​ຮ່ວມ​ມືໃຫຍ່, ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ ​ແລະ ກັບບັນດາ​ຄູ່​ຮ່ວມ​ມືທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ. ຈຸດ​ພົ້ນ​ເດັ່ນ​ໃນ​ປີ​ທີ່​ຜ່ານ​ມາ​ແມ່ນ ຈຳນວນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຂອງ​ບັນດາ​ປະ​ເທດ​ມາ​ຢາມ​ຫວຽດນາມ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໄວ, ທົບ 4 - 5 ​ເທົ່າ ທຽບ​ກັບ​ປີ 2011. ຜ່ານ​ບັນດາ​ການ​ຢ້ຽມ​ຢານ, ການ​ພົບ​ປະ​ເຮັດ​ວຽກ​ເຫຼົ່ານັ້ນ ​ໄດ້​ເຮັດ​ໃຫ້ການ​ພົວພັນ​ຮ່ວມື​ ລະຫວ່າງຫວຽດນາມ ກັບ​ບັນດາ​ປະ​ເທດ​ມີ​ຄວາມ​ເລິກ​ເຊິ່ງກວ່າ​ເກົ່າ​.

     ​ໃນ​ການ​ຢ້ຽມຢາມ​ເປັນ​ທາງ​ການ ປະ​ເທດ​ສາທາລະນະ​ລັດ ສິງ​ຄະ​ໂປ ກາງ​ເດືອນ​ກັນຍາ 2012, ສະ​ຫາຍ ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ໄດ້ກ່າວຄຳປາໄສ “ເພື່ອໃຫ້ອາຊີອາຄະເນ ເປັນພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ” ​ເຊິ່ງ​ໃນ​ນັ້ນ ມີຫຼາຍ​ເນື້ອ​ໃນ​ສຳຄັນ ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ​ກໍ່​ຄື​ສາຍ​ພົວພັນ​ຫວຽດນາມ - ສິງ​ຄະ​ໂປ. ​

​     ໃນການ​ຢ້ຽມຢາມ​ເປັນ​ທາງ​ການ ສະຫະພາບ​ລັດ​ເຊຍ ​ໃນ​ເດືອນ​ກໍລະກົດ 2012, ສະຫາຍ​ປະທານປະ​ເທດ ​ເຈືອງ​ເຕິ​ນຊາງ ​ແລະ ການ​ນຳ​ລັດ​ເຊຍ ​ໄດ້​ເປັນ​ເອກະ​ພາບ​ກັນຍົກ​ລະດັບ​ການ​ພົວພັນ ຫວຽດນາມ - ລັດ​ເຊຍ ຂຶ້ນ​ເປັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ”.  ​​ທັນທີທັນ​ໃດ ພາຍຫຼັງ​ກັບ​ຄືນ​ສູ່​ຕຳ​​ແໜ່ງທີ່​ຕັ້ງ​ຜູ້ນຳ​ໜ້າ​ປະ​ເທດ​ລັດ​ເຊຍ ພະນະທ່ານ​ປະທານາທິບໍດີ ປູ​ຕີນ ​ໄດ້​ອອກ​ລັດຖະດຳລັດ “ວ່າ​ດ້ວຍ​ບັນດາ​ມາດ​ຕະການ​ປະຕິບັດ​ ນະ​ໂຍບາຍ​ການ​ຕ່າງປະ​ເທດ", ​ໃນ​ນັ້ນ​ຢັ້ງຢືນ​ວ່າ​ ຫວຽດນາມ ​ເປັນ​ໜຶ່ງ​ໃນ​ສາມ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ສຳຄັນ​ທີ່​ສຸດ ​ຂອງ​ລັດ​ເຊຍ ຢູ່​ທະວີບອາຊີ - ປາຊິ​ຟິກ.

​     ໃນ​ການ​ປະຊຸມ​ຄະນະ​ລັດຖະມົນຕີ​ຮ່ວມ ຄັ້ງ​ທີ​ສອງ ທີ່​ນະ​ຄອນ​ຮ່າ​ໂນ້ຍ ທ້າຍ​ເດືອນ​ຕຸລາ 2012, ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢູ໊ງ ​ແລະ ນາຍົກລັດຖະມົນຕີໄທ ຢິ່​ງລັກ ຊິນນະ​ວັດ ​ໄດ້​ເປັນ​ເອກະ​ພາບ​ກັນ​ ສູ້​ຊົນຍົກ​ລະດັບ ການ​ພົວພັນ​ລະຫວ່າງ​ສ​ອງປະ​ເທດ ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ 3 ​ເອກະ​ສາ​ທີ່​ສຳຄັນ: ຖະ​ແຫຼ​ງການ​ຮ່ວມ ​ກ່ຽວ​ກັບ​ກອງ​ປະຊຸມ​ຄະນະ​ລັດຖະມົນຕີ​ຮ່ວມ ຫວຽດນາມ - ​ໄທ ຄັ້ງ​ທີ​ສອງ; ຖະ​ແຫຼ​ງການ​ຮ່ວມ​ ກ່ຽວ​ກັບວິ​ໄສ​ທັດປ້ອງ​ກັນ​ຄວາມ​ສະຫງົບ ​ໄທ - ຫວຽດນາມ ​ໄລຍະ​ປີ 2012 - 2016 ​ແລະ ຂໍ້​ຕົກລົງ​ສ້າງ​ຕັ້ງ​ສະພາ​ວິ​ສາ​ຫະກິດ ​ໄທ - ຫວຽດນາມ ​ແລະ ຫວຽດນາມ - ​ໄທ.

     ຫວຽດນາມ​ປະສານ​ສົມທົບ​ກັບ​ບັນດາ​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ ​ໃນ​ການ​ຍູ້​ແຮງ ​ແລະ ຍົກ​ສູງ​ປະສິດທິ​ຜົນ ຂອງບັນດາ​ກົນ​ໄກ​ຮ່ວມື ທີ່​ມີ​ຢູ່​ໃນ​ປັດຈຸບັນ, ຊຸກ​ຍູ້ວຽກ​ງານ​ແບ່ງ​ເສັ້ນ​ຊາຍ​ແດນ ປັກ​ຫຼັກ​ໝາຍ​ຊາຍ​ແດນ​ກັບ​ລາວ; ຈັກ​ຕັ້ງ​ປີ​ສາມັກຄີ​ມິດຕະພາບ​ພິ​ເສດ​ ຫວຽດນາມ - ລາວ, ລາວ - ຫວຽດນາມ 2012 ຢ່າງ​ສຳ​ເລັດ​ຜົນ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງກະຊວງ ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ ກັບ​ກຳປູ​ເຈຍ ​ເນື່ອງ​ໃນ​ໂອກາດ ​ສະ​ເຫຼິມສະຫຼອງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ລະຫວ່າງ​ສອງ​ປະ​ເທດ​ຄົບຮອບ 45 ປີ; ສືບ​ຕໍ່​ຮ່ວມ​ມື​ດ້ານ​ການ​ຄ້າ ການ​ລົງທຶນ ​ແລະ ທ່ອງ​ທ່ຽວ​ກັບ​ຈີນ.

     ການ​ພົວພັນ​ລະຫວ່າງ​ຫວຽດນາມ ກັບບັນດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຕົ້ນຕໍ ສືບ​ຕໍ່​ໄດ້​ຮັບ​ການ​ຊຸກຍູ້​ຕາມ​ທິດ​ມີ​ເນື້ອ​ແທ້ ​ເຂົ້າ​ສູ່​ລວງ​ເລິກ ໜັ້ນຄົງ​ຖາວອນ.

     ກັບ​ຍີ່ປຸ່ນ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນຕ່າງໆ ​ຫຼາຍ​ຄະນະ, ສຸມ​ໃສ່​ການ​ເຄື່ອນ​ໄຫວກະ​ກຽມ​ໃຫ້​ແກ່​ການສະ​ເຫຼິມສະຫຼອງ ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ​ລະຫວ່າງ​ສອງ​ປະ​ເທດ​ຄົບຮອບ 40 ປີ ​ແລະ ປີ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ 2013. ການ​ຮ່ວມ​ມື​ດ້ານ​ເສດຖະກິດ ການ​ຄ້າ ການ​ລົງ​ທຶນ,… ສືບ​ຕໍ່​ເປັນ​ບັນດາ​ຂົງ​ເຂດ​ຮ່ວມື​ທີ່​ພົ້ນ​ເດັ່ນ ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ຍີ່ປຸ່ນ ຍັງ​ຄົງ​ເປັນ​ປະ​ເທດ​ທີ່​ໃຫ້ການ​ຊ່ວຍ​ເຫຼືອ ODA ທີ່​ໃຫຍ່​ກວ່າ​ໝູ່​ໃຫ້ຫວຽດນາມ ​ແລະ ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ເສດຖະກິດ​ພັດທະນາ ທີ່​ໄດ້​ຮັບຮອງລະບຽບ​ເສດຖະກິດຕະຫຼາດຂອງ​ຫວຽດນາມ.

     ການ​ພົວພັນ​ຫວຽດນາມ - ສະຫະພາບ​ເອີຣົບ (EU) ສືບ​ຕໍ່​ໄດ້​ຮັບ​ການ​ຊຸກຍູ້. ສອງ​ຝ່າຍ​ໄດ້​ເຊັນ​ເປັນ​ທາງ​ການ ສັນຍາຄູ່​ຮ່ວມ​ມື ​ແລະ ຮ່ວມື​ຮອບດ້ານ (PCA) ​ແລະ ​ເລິ່ມຕົ້ນ​ການ​ເຈລະຈາ​ເປັນ​ທາງ​ການ ​ກ່ຽວ​ກັບສັນຍາ​ການ​ຄ້າ​ເສລີ ຫວຽດນາ - ສະຫະພາບ​ເອີຣົບ ​ໃນ​ເດືອນ​ມິຖຸນາ. ການ​ພົວພັນ​ຮ່ວມ​ມື​ໃນ​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ຄູ່​ຮ່ວມ​ມື​​ແຖວ​ໜ້າ​ໃນສະຫະພາບ​ເອີຣົບ ​ເຊັ່ນ​ ອັງກິດ ຝຣັ່ງ ​ເຢຍລະ​ມັນ ພິ​ເສດ​ແມ່ນ​ອີ​ຕາ​ລີ ລ້ວນ​ແຕ່​ໄດ້​ຮັບ​ການ​ຊຸກຍູ້​ຢ່າງ​ແຂງ​ແຮງ. ນອກຈາກ​ນັ້ນ, ຫວຽດນາມ​ກໍ່​ໄດ້​ຊຸກຍູ້​ການ​ພົວພັນ ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ​ຢູ່​ອາຊີ, ຕາ​ເວນ​ອອກ​ເອີຣົບ, ຕາ​ເວນ​ອອກ​ກາງ, ອາ​ຟຣິກກາ ​ແລະ ອາ​ເມ​ລິ​ກາ​ລາຕີ​ນ ​ໂດຍ​ຜ່ານ​ການ​ແລກປ່ຽນຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫຼາຍ​ຄະນະ ​ແລະ ສະ​ເໜີ​ຫຼາຍ​ເນື້ອ​ໃນ​ຮ່ວ​ມມື​ ທີ່​ແທ​ດ​ເໝາະ​ຕົວ​ຈິງ. ຫວຽດນາມ​ໄດ້​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ຢ່າງ​ສຳ​ເລັດ​ຜົນ ​ເວທີ​ປາຖະກະຖາ​ຫວຽດນາມ - ອາ​ເມ​ລິ​ກາ​ລາຕີ​ນ ກ່ຽວ​ກັບ​ການ​ຄ້າ - ການ​ລົງທຶນ ​ໃນ​ຕົ້ນ​ເດືອນ​ກໍລະກົດ, ສ້າງ​ກຳລັງ​ໜູນ​ໃຫ້​ແກ່​ການ​ຮ່ວມ​ມື​ ລະຫວ່າງ​ຫວຽດນາມ ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ນີ້.

     ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ການ, ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ໃນ ອາ​ຊຽນ

     ​ໃນ​ປີ 2012, ຫວຽດນາມ​ໄດ້ຜັນ​ຂະຫຍາຍ​ການ​ທູດພະຫຸ​ພາຄີ​ຢ່າງ​ແຂງ​ແຮງ, ມີ​ປະສິດທິ​ຜົນ, ພິ​ເສດ​ແມ່ນ​ໃນ​ກອບ ອາ​ຊຽນ.

     ຢູ່​ໃນ​ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ ​ແລະ ຂັ້ນລັດຖະມົນຕີ ​ໃນ​ກອບ​ອາ​ຊຽນ, ຫວຽດນາມ​ໄດ້​ຕັ້ງໜ້າ​ປະກອບສ່ວນ ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ອາ​ຊຽນ ​ແລະ ຊຸກຍູ້​ການ​ພົວພັນ​ລະຫວ່າງ​ອາ​ຊຽນ ກັບບັນດາ​ຄູ່​ຮ່ມມື.

     ຫວຽດນາມ​ໄດ້​ສຳ​​ເລັດ​ເປັນ​ຢ່າງ​ດີ ບົດ​ບາດ​ຂອງ​ປະ​ເທດ​ປະສານ​ງາ​ນການພົວພັນ​ສົນທະນາ ອາຊຽນ - ຈີນ ​ໃນ​ສະ​ໄໝ 2009 - 2012, ປະ​ກອຍ​ສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ຈີນ. ກ່ອນ​ເມື່ອມອບ​ບົດບາດ​ປະສານ​ງານ​ນີ້​ຄືນ​ໃຫ້ ​ໄທ, ຫວຽດນາມ​ໄດ້​ເປັນ​ເຈົ້າ​ການ​ ພ້ອມ​ກັນ​ກັບບັນດາ​ສະມາຊິກ​ໃນ​ກຸ່ມ ຕັ້ງໜ້າຊຸກ​ຍູ້​ ສຳ​​ເລັດການ​ຮຽບຮຽງ ​ເອກະສານທັດສະນະ​ຂອງ​ອາ​ຊຽນ ກ່ຽວ​ກັບ​ບັນດາ​ພາກສ່ວນ​ຂອງ ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບການປະພຶດ ຂອງບັນດາຝ່າຍ ຢູ່ທະເລຕາເວັນອອກ (The Code of Conduct of Parties in East Sea - COC), ​ເປັນ​ເອກະ​ພາບກັນ​ກ່ຽວ​ກັບ​ແບບ​ວິທີ​ນຳ​ໃຊ້​ເອກະສານ​ນີ້ ​ເປັນ​ພື້ນຖານ​ເພື່ອ​ໃຫ້​ອາ​ຊຽນ ​ແລກປ່ຽນ​ກັບ​ຈີນ ກ່ຽວ​ກັບ​ເນື້ອ​ໃນ COC.

     ພາຍຫຼັງ​ສະ​ໄໝ​ເປັນ​ຜູ້​ປະສານ​ງານ​ການ​ພົວພັນ​ອາ​ຊຽນ - ຈີນ, ຫວຽດນາມ​ ​ໄດ້ຫັນ​ມາ​ຮັບ​ເອົາ​ບົດ​ບາດປະສານ​ງານ​ການ​ພົວພັນອາ​ຊຽນ - ສະຫະພາບ​ເອີຣົບ ​ໃນ​ໄລຍະ 2012 - 2015. ​ໃນ​ມໍ່ໆ​ມາ​ນີ້, ສະຫະພາບ​ເອີຣົບ ​ໄດ້​ເປັນ​ເຈົ້າ​ການສະ​ເໜີ​ໃຫ້​ຫວຽດນາມ ສະໜັບ​ສະ​ໜູນ​ການ​ສ້າງ​ຕັ້ງ ສາຍ​ພົວພັນ​ຄູ່​ຮ່ວມມື​ຍຸດ​ທະ​ສາດລະຫ​ວ່າງ ສະຫະພາບ​ເອີຣົບ - ອາ​ຊຽນ.

​      ເປັນ​ພິສດ, ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະຫວັດສາດ​ແຫ່ງ​ການ​ເຂົ້າຮ່ວມ​ໃນ​ອາ​ຊຽນ, ຜູ້​ຮັບ​ສະໝັກ​ເລືອກ​ຕັ້ງ ​​ໂດຍ​ຫວຽດນາມ​​ແນະນຳ ຈະ​ໄດ້​ຮັບ​ບົດບາດ​ເປັນເລຂາທິການ​ໃຫຍ່ ອາ​ຊຽນ. ​​ໃນການ​ປະຊຸມ​ຂັ້ນ​ສຸດ​ຍອດອາ​ຊຽນ ຄັ້ງທີ 21, ການ​ນຳ​ບັນດາ​ປະ​ເທດ​ອາ​ຊຽນ ​ໄດ້​​ອະນຸມັດ​ຜ່ານ ​ແລະ ​ແຕ່ງ​ຕັ້ງ​ເປັນ​ທາງ​ການ ​ໃຫ້ທ່ານ​ເລ​ເລືອ​ງມິ​ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ​ເປັນເລຂາທິການ​ໃຫຍ່ ອາ​ຊຽນ ​ໃນ​ສະ​ໄໝ 2013 - 2017.

     ຫວຽດນາມ​ໄດ້​ພະຍາຍາມ ພ້ອມກັບ​ບັນດາ​ສະມາ​ຊິກ​ອາ​ຊຽນ ​ໃນ​ການ​ສ້າງ​ເອກະສານ​ລວມຫຼາຍ​ສະບັບ ທີ່​ມີ​ລັກສະນະ​ກໍ່ສ້າງ, ຮັບປະກັນຜົນ​ປະ​ໂຫຍ​ດຂອງ​ອາ​ຊຽນ, ສອດຄ່ອງ​ກັບ​ທັດສະນະ ​ແລະ ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ຂອງ​ຫວຽດນາມ ​ເຊັ່ນ: ຖະ​ແຫຼ​ງການ​ອາ​ຊຽນ ກ່ຽວ​ກັບ​ສິດທິ​ມະນຸດ (AHRD); ​ແຜນການ​ກະທຳ​ຜັນ​ຂະຫຍາຍ​ ຖະ​ແຫຼ​ງການ​ປອງ​ດອງ​ບາ​ລີ ກ່ຽວ​ກັບ​ວົງ​ຄະນາ​ຍາດ​ອາ​ຊຽນ ​ໃນ​ວົງ​ຄະນາ​ຍາດ​ບັນດາ​ປະ​ເທດ​ໃນ​ໂລກ; ຖະແຫຼງການ ກ່ຽວກັບການເລິ່ມຕົ້ນ​ເຈລະຈາ ​ຄູ່​ຮ່ວມ​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP); ຖະ​ແຫຼ​ງການ​ຮ່ວມ​ອາ​ຊຽນ - ຈີນ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼິມສະຫຼອງ 10 ປີ ​ແຫ່ງ​ການ​ເຊັ​ນ DOC.

     ປະສິດທິ​ຜົນ​ຂອງ​ການ​ຕໍ່ສູ້​ປົດ​ປັກ​ຮັກສາ​ ອຳນາດ​ອະທິປະ​ໄຕ​ຕໍ່​ເຂດ​ທະ​ເລ ໝູ່​ເກາະ

     ວຽກ​ງານ​ຊາຍ​ແດນ​ອານາ​ເຂດ ຍາມ​ໃດ​ກໍ່​ໄດ້​ຮັບ​ການເອົາ​ໃຈ​ໃສ່​ເປັນ​ສຳຄັນ, ​ແກ້​ໄຂ​ຢ່າງ​ທັນ​ການ, ​ເປັນ​ຕົ້ນ​ແມ່ນ ບັນຫາ​ອຳນາດ​ອະທິປະ​ໄຕ​ຕໍ່​ທະ​ເລ​ຕະ​ເວນ​ອອກ. ​ໃນ​ປີ 2012, ຫວຽດນາມ​ໄດ້​ຕໍ່ສູ້​ດ້ານ​ການ​ຕ່າງປະ​ເທດ​ຢ່າງ​ເດັດດ່ຽວ ​ແນ​ໃສ່​ປົກ​ປັກ​ຮັກສາ ອະທິປະ​ໄຕ, ສິດອະທິປະໄຕ ​ແລະ ສິດພິພາກສາຕັດສິນ ຂອງ​ຕົນ​ໃນ​ທະ​ເລຕາ​ເວນ​ອອກ.

     ພິ​ເສດ, ສະພາ​ແຫ່ງ​ຊາດ​ຫວຽດນາມ​ໄດ້​ອະນຸມັດ​ຜ່ານ ກົດໝາຍ​ທະ​ເລ ​ໃນ​ເດືອນ​ມິຖຸນາ, ສ້າງ​ພື້ນຖານ​ນິຕິ​ກຳ​ອັນ​ສຳຄັນ​ ໃຫ້​ແກ່​ການປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ ອຳນາດ​ອະທິປະ​ໄຕ​ໃນ​ເຂດ​ທະ​ເລ ໝູ່​ເກາະ ​ແລະ ບັນດາ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ຂອງ​ປະ​ເທດ.

     ຕໍ່​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ຫວຽດນາມ​ໄດ້​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ຕາມ​ທິດ​ຕົ້ນຕໍ​ຕ່າງໆ ​ເຊັ່ນ: ​ເປັນ​ເຈົ້າ​ການ​ພ້ອມ​ກັນ​ກັບ​ບາງ​ປະ​ເທດ ຕັ້ງ​ບັນຫາ​ທະ​ເລ​ຕາ​ເວນ​ອອກ/DOC ຂຶ້ນ​ທີ່​ບັນດາ​ເວທີ​ປາຖະກະຖາ​ພະຫຸ​ພາຄີ​ ຂອງ​ພາກ​ພື້ນ; ​ເພີ່ມ​ທະວີ​ການ​ປະສານ​ສົມທົບ ​ແລະ ຕັ້ງ​ໝັ້ນຂົນຂວາຍ​ຊວນ​ເຊື່ອ​ໃຫ້​ອາ​ຊຽນ ​ເປັນ​ເອກະ​ພາບ​ໃນ​ຫຼັກການ​ລວມ ກ່ຽວ​ກັບ​ທະ​ເລ​ຕາ​ເວນ​ອອກ ​ແລະ ຮັບປະກັນ​ໃຫ້​ຫຼັກການ​ລວ​ມນັ້ນ​ ໄດ້​ຮັບ​ການ​ສ່ອງ​ແສງ​ໃນ​ລະດັບ​ທີ່​ຕ່າງ​ກັນ ​ເຂົ້າ​ໃນ​ບັນດາ​ຖະ​ແຫຼ​ງການ, ​ເອກະສານ​ຂອງ​ອາ​ຊຽນ ກໍ່​ຄື​ລະຫວ່າງ​ອາ​ຊຽນ​ ແລະ ບັນດາ​ຄູ່​ຮ່ວມ​ມື; ​ເພີ່ມ​ທະວີ​ການ​ເຈລະຈາ​ ກ່ຽວ​ກັບ​ເຂດ​ສັບ​ໄຂວ່​ກັນ​ໃນ​ໄຫຼ່​ທະວີບ ​ແລະ ​ເຂດ​ເສ​ດຖະກິດທະ​ເລ​ພິ​ເສດ.

     ຄຽງ​ຂ້າງ​ບັນດາ​ຈຸດ​ພົ້ນ​ເດັ່ນ​ເທິງ​ນີ້, ຈຸດ​ສຳຄັນ​ໜຶ່ງ​ອີກ​ໃນ​ວຽກ​ງານການທູດ​ປີ 2012 ​ແມ່ນ​ການ​ທູດ​ວັດທະນະທຳ​ໄດ້​ຮັບ​ການ​ຊຸກ​ຍູ້, ສຸມ​ໃສ່​ການ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ການ​ທູດ​ວັດທະນະທຳ​ຮອດ​ປີ 2020.

     ຫວຽດນາມ ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ການ​ຂົນຂວາຍໃຫ້ UNESCO ຮັບຮອງ​ເອົາ​ມໍລະດົກ​ໂລກ​ບາງ​ແຫ່ງ ​ເຊັ່ນ ກຳແພງ​ລາຊະວັງ ​ໂຮ່; ​ແຜ່ນ​ໄມ້​ພິມ ພຸດທະ​ປະຫວັດ ວັດ​ຫວິ​ງງຽມ; ​ພິທີການ​ເຊື່ອຖືບູຊາ ພະເຈົ້າຜູ້ສ້າງຊາດ ຮູ່ງ​ເວື​ອງ, ​ແລະ ພວມ​ສືບ​ຕໍ່ຂົນຂວາຍ​ໃຫ້ UNESCO ຮັບຮອງ​ເອົາ​ມໍລະດົກ​ໂລກຕໍ່ ​ເຂດ​​ທັດສະ​ນິຍະ​ພາບ ຈ່າງ​ອານ./.

                                                         ຕາມເວບໄຊ: chinhphu.vn