ວ.ກ. ອອນ​ໄລ - ລັດຖະບານຫວຽດນາມ​ຫາ​ກໍ່​ປະກາດ​ໃຊ້​ ມະຕິ​ຕົກລົງ​ໝາຍ​ເລກ 01/NQ-CP ວ່າ​ດ້ວຍ​ບັນດາ​ວິທີ​ແກ້​ຕົ້ນຕໍ ຊີ້​ນຳ​ນຳພາ​ການ​ປະຕິບັດ​​ແຜນການ​ພັດທະນາ​ ເສດຖະກິດ - ສັງຄົມ ​ແລະ ວາງ​ງົບປະມານ​ແຫ່ງ​ລັດ ປີ 2013.

ປີ 2013, ສູ້ຊົນເພີ່ມຍອດຜະລິດຕະພັນພາຍໃນປະເທດ (GDP) ຂຶ້ນປະມານ 5,5%

     ຈຸດໝາຍ​ສັງ​ລວມຂອງ ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ ​ປີ 2013 ທີ່​ສະພາ​​ແຫ່ງ​ຊາດ​ໄດ້​ຮັບຮອງ​ແມ່ນ: ​ເພີ່ມ​ທະວີ​ການ​ຮັກສາ​ເສດຖະກິດ​ມະຫາ​ພາບ​​ໃຫ້​ໝັ້ນຄົງ; ​ເງິນ​ເຟີ້​ຕ່ຳ​ກວ່າ, ຄວາມ​ເຕີບ​ໂຕ​ເສດຖະກິດ​ສູງ​ກວ່າ ປີ 2012. ຊຸກ​ຍູ້​ການ​ປະຕິບັດ 3 ບຸກທະລຸ​ຍຸດ​ທະ​ສາດ ຕິດ​ແໜ້ນ​ກັບ​ການ​ຈັດ​ວາງສັບ​ຊ້ອນໂຄງ​ປະ​ກອບ​ເສດຖະກິດ​ຄືນ​ໃໝ່, ຫັນປ່ຽນ​ຕົວ​ແບບ​ເຕີບ​ໂຕ​ເສດຖະກິດ. ຮັບປະກັນ​ຄວາມ​ປອດ​ໄພ​ສັງຄົມ ​ແລະ ສະຫວັດ​ດິການ​ສັງ​ຄົງ. ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ​ເພີ່ມ​ທະວີ​ກາ​ນປ້ອງ​ກັບປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລ​ະ ຮັບປະກັນສະຖຽນລະ​ພາບທາງ​ການ​ເມືອງ - ສັງຄົມ. 

     ບັນດາ​ຕົວ​​ເລກ​ຄາດໝາຍຕົ້ນຕໍ ຂອງ​ປີ 2013 ​ເຊັ່ນ: ຍອດ​ຜະລິດ​ຕະພັນ​ພາຍ​​ໃນ​ປະ​ເທດ (GDP) ​ເພີ່ມ​ຂຶ້ນ​ປະມານ 5,5%; ຍອດ​ມູນ​ຄ່າ​ຂາ​ອອກ​ເພີ່ມ​ຂຶ້ນ​ປະມານ 10%; ອັດຕາມູນ​ຄ່າ​ຂາ​ເຂົ້າ​ຫຼາຍ​ກວ່າ ທຽບ​ກັບ​ມູນ​ຄ່າ​ຂາ​ອອກ ປະມານ 8%; ລະດັບ​ຄວາມ​ໄວ​ຂອງ​ການ​ເພີ່ມ​ລາຄາ​ຄ່າ​ຄອງ​ຊີບ (CPI) ປະມານ 6-6,5%; ອັດຕາ​ຄອບຄົວ​ທຸກ​ຈົນ​ຫລຸດ​ລົງ 2%, ສະ​ເພາະ​ ເມືອ​ງທຸກ​ຈົນຫລຸດ​ລົງ 4%;...

     ເພື່ອ​ປະຕິບັດ​ບັນດາມະຕິ​ຂອງ​ສະພາ​ແຫ່ງ​ຊາດ ກ່ຽກັບແຜນການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ ​ປີ 2013 ​ໃຫ້​ໄດ້​ຮັບ​ຜົນ​ອັນ​ດີງາມ, ລັດຖະບານ​ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ອົງການ​ຈັດ​ຕັ້ງ​ສູນ​ກາງ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ກຳ​ແພງ​ນະຄອນ​ຂຶ້ນ​ກັບ​ສູນ​ກາງ ຕ້ອງ​ສຸມ​ໃສ່​ຊີ້​ນຳ​ນຳພາ, ກຳກັບ​ຄວບ​ຄຸມ, ຈັດ​ຕັ້ງ​ປະຕິ​ບັດ 9 ຫຍ່ອມ​ວິທີ​ແກ້​ຕົ້ນຕໍ​ດັ່ງ​ລຸ່ມ​ນີ້:

     ທີ່​ໜຶ່ງ, ເພີ່ມ​ທະວີານ​ຮັກສາ​ເສດຖະກິດ​ມະຫາ​ພາບ​​ໃຫ້​ໄດ້ຢ່າງ​ໝັ້ນຄົງ, ຈຳກັດ​ຄວບ​ຄຸມ​ເງິນ​ເຟີ້.

     ທີ່​ສອງ, ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​, ຊຸກຍູ້​ຂະຫຍາຍ​ການ​ຜະລິດ ທຸລະ​ກິດ.

     ທີ່​ສາມ, ຍູ້​ແຮງ​ການ​ປະຕິບັດ​ບັນດາ​ການ​ບຸກທະລຸ​ຍຸດ​ທະ​ສາດ ຕິດ​ແໜ້ນ​ກັບ​ການຈັດ​ວາງ​ສັບ​ຊ້ອນ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ຫັນປ່ຽນ​ຕົວ​ແບບ​ເຕີບ​ໂຕ​ເສດຖະກິດ.

     ທີ່​ສີ່, ຮັບປະກັນ​ຄວາມ​ປອດ​ໄພ​ສັງຄົມ, ສະຫວັດ​ດິການ​ສັງຄົມ ​ແລະ ປົວ​ແປງຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ​.

     ທີ່​ຫ້າ, ພັດທະນາ​ການ​ສຶກສາ ບຳລຸງ​ກໍ່ສ້າງ, ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ ​ແລະ ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ຂອງ​ປະຊາຊົນ.

     ທີ່​ຫົກ, ​​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ດິນ​ດອນ, ຊັບພະຍາກອນ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ປ້ອງ​ກັນ ​ແລະ ຕ້ານ​ໄພ​ທຳ​ມະ​ຊາດ, ​ແລະ ປະ​ເຊີນ​ໜ້າ​ກັບການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ.

     ທີ່​​ເຈັດ, ສືບ​ຕໍ່​ຍູ້​ແຮງ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ, ປ້ອງ​ກັນ ​ແລະ ຕ້ານ​ໄພ​ສໍ້​ຫຼາດ​ບັງ​ຫຼວງ, ຟຸ່ມ​ເຟືອ, ຮັບປະກັນ​ລະບຽບ​​ສະຫງົບ​ ຄວາມ​ປອດ​ໄພສັງຄົມ ​ແລະ ກໍ່ສ້າງ​ຊີວິດ​ວັດທະ​ນະ​ທຳ​ໃໝ່.

     ທີ່​​ແປດ, ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ສະຖຽນ​ລະ​ພາບ​ທາງ​ການ​ເມືອງ, ສັງຄົມ; ຍົກ​ສູງ​ປະສິທິຜົນ​ວຽກ​ງານ​ການ​ຕ່າງປະ​ເທດ.

     ທີ່​​ເກົ້າ, ​ເພີ່ມ​ທະວີ​ວຽກ​ງານ​ການ​ໂຄສະນາ ​ໂທລະ​ຄົມສື່​ຂ່າວ, ສ້າງ​ຄວາມ​ເຫັນ​ດີ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ທາງ​ສັງຄົມ.

     ກະຊວງ​ແຜນການ ​ແລະ ການ​ລົງທຶນ ຈະ​ສັງ​ລວມ, ປະ​ເມີນ​ຄ່າ​ຜົນງານ​ການ​ປະຕິບັດ​ມະຕິ​ຕົກລົງ​ນີ້ ຂອງ​ແຕ່​ລະ​ກະຊວງ, ອົງການ, ທ້ອງ​ຖິ່ນ ​ແລະ ລາຍ​ງານ​ໃຫ້​ລັດຖະບານ ​ໃນ​ວາລະ​ປະຊຸມສາມັນເດືອນ​ທັນວາ 2013./.                                                      ຕາມ​ເວ​ບ​ໄຊ: chinhphu.vn