ວ.ກ. ອອນ​ໄລ - ວັນ​ທີ່ 8 ມັງກອນ 2013, ​ໃນ​ກອບ​ການ​ຢ້ຽມຢາມ​ສັນທະ​ວະ​ໄມຕີ​ ປະ​ເທດ​ຫວຽດນາມ ​ຢ່າງເປັນ​ທາງ​ການ, ສະຫາຍນາງ ປານີ ຢາທໍ່ຕູ້ ປະທານ​ສະພາ​ແຫ່ງ​ຊາດ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງສະພາ​ແຫ່ງ​ຊາດ ​ແຫ່ງ ສປປ ລາວ ​ໄດ້​ໄປ​ຢ້ຽມຢາມ​ນະຄອນ​ໂຮ່ຈີ​ມິນ ​ແລະ ​ແຂວງຕ່ຽນຢາງ.

ສະຫາຍ ເລແທງຫາຍ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນໂຮ່ຈີມິນ ຕ້ອນຮັບ ສະຫາຍປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ປານີ ຢາທໍ່ຕູ້ - ຮູບຂອງ: TTXVN

     ສະຫາຍ ​ເຈິ່ນ​ເຖຫງອກ, ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ແຂວງ​ຕ່ຽນຢາງ ​ໄດ້​ຕ້ອນຮັບສະ​ຫາຍປະທານ​ສະພາ​ແຫ່ງ​ຊາດ ​ແລະ ​ຄະນະ​ຜູ້​ແທນ​ຂັ້ນ​ສູງສະພາ​ແຫ່ງ​ຊາດ ​ແຫ່ງ ສປປ ລາວ ຢ່າງ​ສຸດ​ອົກ​ສຸດ​ໃຈ, ສະຫາຍ​ໄດ້​ສະ​ແດງ​ຄວາມ​ເຄົາລົບ​ນັບຖື​ຢ່າງ​ສູງ​ຕໍ່​ ສາຍ​ພົວພັນ​ສາມັກຄີ​ມິດຕະພາບ​ພິ​ເສດ ທີ່​ພັກ ​ແລະ ປະຊາຊົນ​ສອງ​ປະ​ເທດ​ເວົ້າ​ລວມ ​ແຂວງ​ຕ່ຽນຢາງ​ເວົ້າ​ສະ​ເພາະ ​ໄດ້​ເພີ່ມ​ພູນ​ຄູນ​ສ້າງ​ໃນ​ຕະຫຼອດ​ເຄິ່ງສະຕະວັດ​ທີ່​ຜ່ານ​ມາ, ພ້ອມ​ກັນ​ນັ້ນ​ກໍ່​ຫວັງ​ເປັນ​ຢ່າງ​ຍິ່ງ​ວ່າ ສາຍ​ພົວພັນ​ອັນ​ດີງາມ​ນີ້ ຈະ​ສື​ບ​ຕໍ່​ຂະຫຍາຍຕົວ​ກວ່າ​ອີກ​ໃນ​ອະນາຄົດ. ສະຫາຍ ​ເຈິ່ນ​ເຖຫງອກ ​ໄດ້​ແນະນຳ​ໃຫ້​ສະຫາຍປະທານ​ສະພາ​ແຫ່ງ​ຊາດ ປານີ ຢາ​ທໍ່​ຕູ້ ຊາບ​ກ່ຽກັບ​ຈຸດ​ພິ​ເສດ​ສະພາບ​ການ ຄວາມ​ສາມາດ​ບົ່ມ​ຊ້ອນ​ທາງ​ດ້ານ​ເສດຖະກິດ ​ແລະ ການ​ສ້າງສາ​ພັດທະນາ​ຂອງ​ແຂວງ​ຕ່ຽນຢາງ.

     ສະຫາຍນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ​ແຫ່ງ ສປປ ລາວ ​ໄດ້​ຂອບ​ອົກ​ຂອບ​ໃຈຢ່າງ​ຈິງ​ໃຈຕໍ່ ມິດ​ຈິດ​ມິດ​ໃຈ​ອັນ​ອົບ​ອຸ່ນ ​ແລະ ການ​ຕ້ອນຮັບ​ຢ່າງ​ສົມ​ກຽດ ຂອງ​ຄະນະ​ພັກ ​ແລະ ປະຊາຊົນ​ແຂວງ​ຕ່ຽນຢາງ ທີ່​ໄດ້​ສະ​ແດງ​ອອກ​ໃນ​ການ​ຮັບຕ້ອນ​ຄະນະ, ພ້ອນກັນ​ນັ້ນ ສະຫາຍ​ກໍ່ໄດ້ຂ່ຳນັບ​ຊົມ​ເຊີຍບັນດາ​ຜົນສຳ​ເລັດ ທີ່​​ທ້ອງ​ຖິ່ນຍາດ​ມາ​ໄດ້​ໃນ​ພາລະກິດ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ຮ່ວມປະ​ເທດ​ຊາດ​ເປັນ​ເອກະ​ພາບ ກໍ່​ຄື​ການ​ສ້າງສາ​ພັດທະນາ​ບ້ານ​ເມືອງ​ໃຫ້​ຮັ່ງມີ​ສວຍ​ງາມ.

​     ເນື່ອງ​ໃນ​ໂອກາດ​ນີ້ ສະຫາຍປະທານ​ສະພາ​ແຫ່ງ​ຊາດ ​ແຫ່ງ ສປປ ລາວ ​ໄດ້​ມອບ​ຂອງຂວັນ​ໃຫ້​ແກ່​ນັກຮົບ​ເກົ່າ​ທີ່​ເປັນ​ຕົວ​ແທນຂອງ​ແຂວງ 3 ຄົນ ​ເຊິ່ງກ່ອນ​ໜ້າ​ນີ້ເຄີຍ​​ໄດ້ເຂົ້າ​ຮ່ວມ​ການ​ສູ້​ຮົບ ​ໃນສະໜາມຮົບຢູ່ປະ​ເທດ​ລາວ. ສະຫາຍປະທານ ປານີ ຢາ​ທໍ່​ຕູ້ ​​​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງສະພາ​ແຫ່ງ​ຊາດ ​ແຫ່ງ ສປປ ລາວ ກໍ່​ໄດ້​ໄປ​ຢ້ຽມ​ຢາມ​ ສະ​ຖາ​ບັນຕົ້ນ​ໄມ້​ກິນ​ໝາກ​ພາກ​ໃຕ້ ຢູ່​ຕາ​ແສງ​ລອງ​ດິ້ງ ​ເມືອງ​ເຈົາ​ແທ່ງ.

​     ໃນ​ຄ່ຳ​ວັນ​ດຽວ​ກັນ, ສະຫາຍ ​ເລ​ແທງ​ຫາຍ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະ​ຄອນ​ໂຮ່ຈີ​ມິນ ​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ສົມ​ກຽດ ສະຫາຍນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ​ແຫ່ງ ສປປ ລາວ. ​ເຂົ້າ​ຮ່ວມ​ການ​ຕ້ອນຮັບ​ມີ ຮອງ​ປະທານສະພາ​ແຫ່ງ​ຊາດ​ຫວຽດນາມ ຕ່ອງ​ທີ້ຝອງ ​ແລະ ການ​ນຳ​ຄະນະ​ກຳມະການ​ປະຊາຊົນ, ສະພາ​ປະຊາຊົນ​ນະ​ຄອນ​ໂຮ່ຈີ​ມິນ.

     ຕາງໜ້າ​ການ​ນຳ ​ແລະ ປະຊາຊົນ​ນະຄອນ​ໂຮ່ຈີ​ມິນ, ສະຫາຍ​ ​ເລ​ແທງ​ຫາຍ ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈີ​ມິນ ​ໄດ້​ສະ​ແດງ​ຄວາມ​ຂ່ຳນັບ​ຊົມ​ເຊີຍ ບັນດາ​ຜົນສຳ​ເລັດທີ່​ປະຊາຊົນ​ລາວ​ຍາດ​ມາ​ໄດ້​ ໃນ​ເວລາ​ທີ່​ຜ່ານ​ມາ ພາຍ​​ໃຕ້ການ​ນຳພາ​ຂອງ​ພັກ​ ປະຊາຊົນ ປະຕິວັດ​ລາວ, ພິ​ເສດ​ແມ່ນ​ປີ 2012, ລາວ​ໄດ້​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ (WTO), ຈັດ​ຕັ້ງສຳ​ເລັດ​ຜົນ​ຢ່າງ​ດີ ກອງ​ປະຊຸມ​ອາຊີ - ​ເອີຣົບ ຄັ້ງ​ທີ 9.

     ສະຫາຍ​ເລຂາ​ຄະນະ​ພັກ​ນະຄອນ ເລ​ແທງ​ຫາຍ ກ່າວ​ວ່າ ບັນດາ​ຜົນສຳ​ເລັດ​ອັນ​ດີງາມ​ໃນ​ປີ​ສາມັກຄີ​ມິດຕະພາບ ຫວຽດນາມ - ລາວ ຈະ​ປະກອບສ່ວນ​ເພີ່ນພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ​ພິ​ເສດ​ລະ​ຫວ່າງ​ສອງ​ປະ​ເທດ ​ໃຫ້​ຈະ​ເລີ​ນພັດທະນາ​ກວ່າ​ອີກ, ມີ​ຄວາມ​ໝາຍ​ເລິກ​ເຊິ່ງ​ ແຜ່​ລາມ​ກວ້າງ​ອອກ​ໃນທຸກ​ຊັ້ນ​ຄົນ​ປະຊາຊົນ​ສອງ​ປະ​ເທດ.

     ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ຮັບ​ຕ້ອນ​ຢ່າງ​ສົມ​ກຽດ ​ແລະ ອົບ​ອຸ່ນ ທີ່​ການ​ນຳ ​ແລະ ປະຊາຊົນນະຄອນ​ໂຮ່ຈີ​ມິນ​ໄດ້​ມີ​ຕໍ່​ຕົນ​ເອງ ​ແລະ ຄະນະ, ສະຫາຍ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ ຢາ​ທໍ່​ຕູ້ ​ໄດ້​ສະ​ແດງ​ຄວາມ​ດີ​ອົກ​ດີ​ໃຈທີ່​ເຫັນ​ວ່າ ຄະ​ຄອນ​ໂຮ່ຈີ​ມິນ​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມືຢ່າງ​ບໍ່​ຢຸດ​ຢັ້ງ ກັບ​ນະຄອນຫຼວງ​ວຽງ​ຈັນ ​ແລະ ບາງ​ແຂວງ​ພາກ​ໃຕ້​ຂອງລາວ, ຊ່ວຍ​ເຫຼືອ​ໃຫ້​ທ້ອງ​ຖິ່ນ​ເຫຼົ່າ​ນີ້​ສ້າງສາພັດທະນາ, ນຳ​ໃຊ້​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ຂະ​ຫຍາຍ​ການ​ກະສິກຳ,…

     ສະຫາຍ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ ຢາ​ທໍ່​ຕູ້ ​ຫວັງ​ວ່າ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ​ນີ້ ທາງ​ຝ່າຍ​ນະຄອນ​ໂຮ່ຈີ​ມິນ ຈະ​ສືບ​ຕໍ່​ມີ​ການຮ່ວມມື ​ແລກປ່ຽນບົດຮຽນ​ປະສົບ​ການ​ເຄື່ອນ​ໄຫວ​ຂອງ​ຕົນ ກັບ​ນະຄອນຫຼວງ​ວຽງ​ຈັນ ​ແລະ ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ./.

                                                           ຕາມ​ຂ່າວ​ຂອງ: TTXVN