.ກ. ອອນໄລ - ຕອນ​ເຊົ້າວັນ​ທີ 10 ມັງກອນ 2013, ຢູ່ທີ່ຮ່າໂນ້ຍ ກອງປະຊຸມສຳມະນາວິທະຍາສາດ ດ້ານທິດສະດີຄັ້ງທີໜຶ່ງ ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ ໃນຫົວຂໍ້ “ບາງບັນຫາ ດ້ານທິດສະດີ - ພຶດຕິກຳຕົ້ນຕໍ ໃນຂະບວນວິວັດແຫ່ງການຍູ້ແຮງ ພາລະກິດປ່ຽນແປງໃໝ່ ຢູ່ຫວຽດນາມ ແລະ ລາວ” ​ໄດ້​ໄຂ​ຂຶ້ນ​ຢ່າງ​ສົມ​ກຽດ.

ພິທີໄຂກອງປະຊຸມສຳມະນາວິທະຍາສາດ ດ້ານທິດສະດີລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ

     ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຫວຽດນາມ ​ເຂົ້າຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ ນຳ​ໂດຍສະຫາຍ ດິງເຖຮວິງ, ກຳມະການ​ກົມ​ການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ, ​ເປັນ​ຫົວໜ້າ​ຄະນະ ​ແລະ ຄະນະ​ຜູ້​ແທນ​ພັກ​ປະຊາຊົນ ປະຕິວັດ​ລາວ ນຳ​ໂດຍ​ສະຫາຍ ເຈືອງ ສົມບູນຂັນ, ເລຂາທິການສູນກາງພັກ, ຫົວໜ້າຄະນະ ໂຄສະນາອົບຮົມສູນກາງ, ປະທານສະພາວິທະຍາສາດສັງຄົມແຫ່ງຊາດ, ​ເປັນຫົວໜ້າຄະນະ.

     ກ່າວ​ຄຳ​ປາ​ໄສ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ ສະຫາຍ ຮວ່າງ​ບິ່ງ​ກວັນ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ ​ໄດ້​ເນັ້ນ​ວ່າ ຜ່ານ​ການ​ປ່ຽນ​ແປງ​ໃໝ່​ໃນ 25 ກວ່າປີທີ່​ຜ່ານ​ມາ ຫວຽດນາມ ​ແລະ ລາວ ​ໄດ້​ບັນລຸ​ຜົນສຳ​ເລັດ​ທີ່​ສຳຄັນ​ຕ່າງໆ ຫຼາຍ​ຢ່າງ. ​ແຕ່​ວ່າ, ສະພາບ​ການ​ໃນ​ແຕ່ລະ​ປະ​ເທດ ກໍ່​ຄື​ໃນ​ພາກ​ພື້ນ ​ແລະ ສາກົນ ກໍ່​ໄດ້​ມີ​ການ​ຜັນ​ປ່ຽນ​ຢ່າງ​ສັບສົນ, ມັນ​ຮຽກຮ້ອງ​ໃຫ້​ຕ້ອງ​ສືບ​ຕໍ່​ຍົກ​ສູງ​ ກຳລັງ​ຄວາມ​ສາມາດ​ນຳພາ​ຂອງ​ແຕ່​ລະ​ພັກ ຕໍ່​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຕ່ລະ​ປະ​ເທດ. ​ເພາະສະ​ນັ້ນ, ການ​ສຳ​ມະ​ນາ​ວິທະຍາສາດ​ດ້ານ​ທິດ​ສະ​ດີ ​ແນ​ໃສ່​ຄົ້ນຄວ້າ ​ແລກປ່ຽນ ທຳ​ຄວາມ​ກະຈ່າງ​ແຈ້ງ ​ບັນດາ​ບັນຫາ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ ກ່ຽວ​ກັບ​ການ​ນຳພາ​ຂອງ​ພັກ ​ໃນ​ຂະ​ບວນວິວັດ​ການ​ພັດທະນາ​ເສດຖະກິດ​ຕະຫຼາດ, ການ​ຄຸ້ມ​ຄອງ​ລັດ ຄຸ້ມ​ຄອງສັງຄົມ,... ​​ແມ່ນມີ​ຄວາມ​ຈຳ​ເປັນ ​ແລະ ຮີບ​ດ່ວນ​ທີ່​ສຸດ.

     ຕາງໜ້າ​ຄະນະ​ພັກ ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນຫຼວງ​ຮ່າ​ໂນ້ຍ, ສະຫາຍ​ ຫງວຽນ​ເຖຖາວ,    ກຳມະການ​ສູນ​ກາງ​ພັກ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະ​ຄອນ​ຮ່າ​ໂນ້ຍ ກ່າວ​ຄຳ​ປາ​ໄສ​ຂ່ຳນັບ​ຊົມ​ເຊີຍ ​ແລະ ຢັ້ງຢືນ​ວ່າ ຄະນະ​ພັກ ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ຮ່າ​ໂນ້ຍ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່​ກໍ່ສ້າງ ​ແລະ ບຳລຸງ​ຄູນ​ສ້າງ​​ສາຍ​ພົວພັນມິດຕະພາບ​ພິ​ເສດ​ຫວຽດນາມ - ລາວ ​ໃຫ້​ສວຍ​ສົດ​ງົດ​ງາມ.

     ກ່າວ​ຄຳ​ປາ​ໄສ​​ໃນ​ວາລະ​ເປີດ​ກອງ​ປະຊຸມ​ສຳ​ມະ​ນາ, ສະຫາຍ ດິງເຖຮວິງ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ໝາຍ​ຂອງ​ການຈັດ​ຕັ້ງການ​ສຳ​ມະ​ນາ​ວິທະຍາສາດ​ ດ້ານ​ທິດ​ສະ​ດີ​ຄັ້ງ​ທຳ​ອິດ ລະຫວ່າງ​ສອງ​ພັກ. ສະຫາຍ​ເນັ້ນ​ວ່າ ການ​ສຳ​ມະນາວິທະຍາສາດ​ ຍິ່ງ​ມີ​ຄວາມ​ໝາຍ​ສຳຄັນ​ກວ່າ​ອີກ ​ເມື່ອ​ມັນ​​ຖືກຈັດ​ຕັ້ງ​ຂຶ້ນ​ມາ​ພາຍຫຼັງ​ທີ່​ສອງ​ປະ​ເທດ​ໄດ້​ສົ່ງ​ທ້າຍ​ປີ​ເກົ່າ 2012: “ປີສາມັກຄີ​ມິດຕະພາບ ຫວຽດນາມ - ລາວ​, ລາວ - ຫວຽດນາມ” ທີ່​ເຕັມ​ໄປ​ດ້ວຍ​ການ​ເຄື່ອນ​ໄຫວ​ຟົດ​ຟື້ນ, ​ແທດ​ເໝາະ​ຕົວ​ຈິງ, ມີ​ປະສິດທິ​ຜົນ ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ສອງ​ເຫດການ​ອັນ​ມະ​ໂຫລານ: 50 ປີ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ​ແລະ 35 ປີ​ເຊັນ​ສົນທິສັນຍາ​ມິດຕະພາບ ການ​ຮ່ວມ​ມື ຫວຽດນາມ - ລາວ, ​ແລະ ພາຍຫຼັງ​ການມາຢ້ຽມຢາມສັນທະ​ວະ​ໄມຕີ​ປະ​ເທດ​ຫວຽດນາມ ​ຢ່າງ​ເປັນ​ທາງ​ການ ​ຂອງ​ສະຫາຍ ຈູມ​ມາລີ ​ໄຊ​ຍະ​ສອນ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງພັກ ປປ ລາວ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ.

     ​ສະຫາຍ ເຈືອງ ສົມບູນຂັນ ສະ​ແດງ​ຄວາມ​ດີ​ໃຈ​ຊົມ​ເຊີຍ​ຕໍ່​ການ​ທີ່​ສອງ​ພັກ ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ ລາວ ​ແລະ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ຢ່າງ​ສຳ​ເລັດ​ຜົນ​ ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ເລິກ​ເຊິ່ງຫຼາຍ​ຢ່າງ ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ, ລາວ - ຫວຽດນາມ 2012; ສະຫາຍ​ໄດ້​ເນັ້ນ​ວ່າ ການຈັດ​ຕັ້ງ​ສຳມະ​ນາ​ວິທະຍາສາດ​ດ້ານ​ທິດ​ສະ​ດີ​ຄັ້ງ​ທຳ​ອິດ ລະຫວ່າງ​ສອງ​ພັກ ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ ຕໍ່​ກັບ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່, ກໍ່ສ້າງ ​ແລະ ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ.

​     ໃນ​ສອງ​ວັນ ຄື​ວັນ​ທີ 10 ​ແລະ 11 ມັງກອນ 2013, ບັນດາ​ຜູ້​ແທນ​ສືບ​ຕໍ່​ໄດ້​ຮັບ​ຟັງ​ ຄຳ​ປະກອບຄວາມ​ເຫັນ​ຂອງ​ບັນດາ​ຜູ້ຕາງໜ້າ ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກປະຊາຊົນ​ປະຕິວັດ​ລາວ; ພ້ອມ​ກັນ​ນັ້ນ​ກໍ່​ປຶກສາ​ສົນທະນາ, ​ແລກປ່ຽນ, ​ໄຈ້​ແຍກ​​ຢ່າງ​ເລິກ​ເຊິ່ງກວ່າ​ອີກ ບັນດາ​ບັນຫາ​ທີ່​ທັງ​ສອງ​ຝ່າຍ​ຕ່າງ​ກໍ​ເອົາ​ໃຈ​ໃສ່./.

ໂດຍ: ຫງວຽນ​ດຶກ