ວ.ກ. ອອນ​ໄລ - ຕອນ​ບ່າຍ​ວັນ​ທີ 11 ມັງກອນ 2013, ຢູ່​ທີ່​ສຳນັກງານ​ສູນ​ກາງ ​ພັກກອມ​ມູນິດ​ຫວຽດນາມ, ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບຢ່າງ​ອົບ​ອຸ່ນ ຕໍ່​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ ພັກ​ປະຊາຊົນ​ປະຕິວັດ​ລາວ ນຳ​ໂດຍ​ສະຫາຍ ​ເຈືອ​ງ ສົມບູນ​ຂັນ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າຄະນະ ໂຄສະນາອົບຮົມສູນກາງ, ປະທານສະພາວິທະຍາສາດສັງຄົມ ແຫ່ງຊາດລາວ, ​ເປັນຫົວໜ້າຄະນະ.

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງ ພັກປະຊາຊົນ ປະຕິວັດ ລາວ

     ຄະນະ​ຜູ້​ແທນ​ພັກ​ປະຊາຊົນ ປະຕິວັດ​ລາວ ມາຢ້ຽມຢາມ ​ແລະ ​ເຂົ້າ​ຮ່ວມກອງປະຊຸມສຳມະນາວິທະຍາສາດ ດ້ານທິດສະດີຄັ້ງທີໜຶ່ງ ລະຫວ່າງສອງພັກ ໃນຫົວຂໍ້ “ບາງບັນຫາດ້ານທິດສະດີ - ພຶດຕິກຳຕົ້ນຕໍ ໃນຂະບວນວິວັດແຫ່ງ ການຍູ້ແຮງພາລະກິດປ່ຽນແປງໃໝ່ ຢູ່ຫວຽດນາມ ແລະ ລາວ”.

     ສະຫາຍ ​ເຈືອງ ສົມບູນ​ຂັນ ​ໄດ້​ລາຍ​ງານ​ຕໍ່​ສະຫາຍ​ເລຂາທິການ​ໃຫຍ່ ກ່ຽວ​ກັບ​ຜົນສຳ​ເລັດ​ຂອງ​ການ​ສຳ​ມະ​ນາ​ວິທະຍາສາດ​ຄັ້ງ​ທີ​ໜຶ່ງ ລະຫວ່າງ​ສອງ​ພັກ ​ແລະ ຕີ​ລາຄາ​ສູງ​ຄວາມ​ໝາຍ, ຄຸນ​ປະ​ໂຫຍ​ດຕົວ​ຈິງ​ຂອງ​ການ​ສຳ​ມະ​ນາ, ປະກອບສ່ວນ​ເຮັດ​ໃຫ້​ເຫັນ​ແຈ້ງບັນຫາ​ທິດ​ສະ​ດິຈຳນວນ​ໜຶ່ງ ​ເຊິ່ງພຶດຕິ​ກຳ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ຂອງ​ສອງ​ປະ​ເທດ​ພວມ​ວາງອອກ​ມາ. ຜົນສຳ​ເລັດ​ຂອງ​ການ​ສຳ​ມະ​ນາ ຈະ​ຊ່ວຍ​ໃຫ້​ລາວມີ​ບົດຮຽນ​ປະສົບ​ການຕື່ມ​ອີກ ທັງ​ດ້ານ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ ໃນ​ວຽກ​ງານ​ການ​ນຳພາ, ການ​ກໍ່ສ້າງ​ພັກ, ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ສັງຄົມ, ພັດທະນາ​ເສດຖະກິດ​ ​ໃນ​ຂະ​ບວນວິວັດການ​ຍູ້​ແຮງ​ພາລະກິດ​ປ່ຽນ​ແປງ​ໃໝ່ ຕາມ​ທິດ​ສັງຄົມ​ນິຍົມ​ຢູ່​ລາວ. ສະຫາຍ​ໄດ້​ເນັ້ນ​ໜັກ​ວ່າ ສະພາ​ທິດ​ສະ​ດີ​ສູນ​ກາງ​ ພັກກອມ​ມູນິດ​ຫວຽດນາມ ​ແລະ ສະພາ​ວິທະຍາສາດ​ສັງຄົມ​ແຫ່ງ​ຊາດ​ລາວ ຫາ​ກໍ່​ເຊັນ​ຂໍ້​ຕົກລົງ​ການ​ຮ່ວມ​ມື ​ສ້າງ​ເປັນ​ພື້ນຖານ ​ເພື່ອ​ໃຫ້​ສອງ​ພັກ​ຊຸກຍູ້​ການ​ຮ່ວມ​ມື​ກັນ ​ໃນ​ຂົງ​ເຂດ​ຄົ້ນ​ຄວ້າ​ທິດ​ສະ​ດີ; ຢັ້ງຢືນ​ວ່າ ພັກ, ລັດ ​ແລະ ປະຊາຊົນ​ລາວ ຕັດສິນ​ໃຈ​ປົກ​ປັກ​ຮັກສາ, ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ອັນ​ເປັນ​ມູນ​ເຊື້ອ ສາມັກຄີ​ພິ​ເສດ ​ແລະ ຮ່ວມ​ມື​ຮອບດ້ານ ລາວ - ຫວຽດນາມ ​ຢ່າງ​ຕະຫຼອດ​ການ.

     ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ໄດ້​ຊົມເຊີຍ​ຢ່າງ​ສຸດ​ອົກ​ສຸດ​ໃຈ ຕໍ່​ຄະນະ​ຜູ້​ແທນ​ພັກ​ປະຊາຊົນ​ປະຕິວັດ​ລາວ ນຳ​ໂດຍ​ສະຫາຍ ​ເຈືອງ ສົມບູນ​ຂັນ ມາ​ຢ້ຽມຢາມ ​ແລະ ​ເຂົ້າ​ຮ່ວມ​ການ​ສຳ​ມະ​ນາ​ວິທະຍາສາດ ລະຫວ່າງ​ສອງ​ພັກ, ຖື​ວ່າການ​ເຄື່ອນ​ໄຫວ​ນີ້​ເປັນ​ເຫດການ​ສຳຄັນ​ທີ່​ສຸດ ​ເຊິ່ງ​ໄດ້​ສະ​ແດງ​ອອກ​ໃນຊ່ວງ​ເວລາ​ທີ່ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ ​ຫາ​ກໍ່​ຈັດ​ຕັ້ງ​ສຳ​ເລັດ​ຜົນ​ຢ່າງ​ສະຫງ່າ​ງາມ ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ. ສະຫາຍ​ເລຂາທິການ​ໃຫຍ່ຢັ້ງຢືນ​ວ່າ ວຽກ​ງານ​ທິດ​ສະ​ດີ​ມີ​ບົດ​ບາດ​ສຳຄັນ​ທີ່​ສຸດ​ຕໍ່​ກັບ​ສອງ​ພັກ. ການຈັດ​ຕັ້ງ​ປະຊຸມ​ສຳ​ມະນາວິທະຍາສາດ​ ລະຫວ່າງ​ສອງ​ພັກ ​ເປັນ​ວຽກ​ງານ​ທີ່​ມີ​ຜົນ​ປະ​ໄຫ​ຍດ ​ແລະ ​ແທດ​ເໝາະ​ຕົວ​ຈິງທີ່​ສຸດ, ​ເປັນ​ໂອກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ຮ່ຳຮຽນ​ເຊິ່ງກັນ​ແລະ​ກັນ, ພ້ອມ​ກັນ​ລົງ​ເລິກ​ແລກປ່ຽນ ວິ​ເຄາະ​ໄຈ້​ແຍກ​ບັນດາ​ບັນຫາ​ຮີບດ່ວນ ​ເຊິ່ງການ​ປ່ຽນ​ແປງ​ໃໝ່​ຂອງ​ສອງ​ປະ​ເທດ​ວາງ​ອອກ​ມາ, ​ແບ່ງປັນ​ບັນດາ​ບົດຮຽນ​ປະສົບ​ການ​​ໃນ​ການ​ນຳພາ, ​ໃນ​ວຽກ​ງານ​ການ​ກໍ່ສ້າງ​ພັກ ຄຸ້ມ​ຄອງ​ສັງຄົມ ພັດທະນາ​ເສດຖະກິດ. ຜ່ານ​ນັ້ນ ​ເພື່ອຈະ​ເພີ່ມ​ທະວີ​ວຽກ​ງານ​ທິດ​ສະ​ດີ ປະກອບສ່ວນ​ປະຕິບັດ​ຢ່າງ​ສຳ​ເລັດ​ມີ​ໄຊ ມະຕິ​ຕົກລົງ​ຂອງ​ແຕ່​ລະ​ພັກ, ປັບປຸງ ​ແລະ ​ເພີ່ມ​ທະວີ​ຍິ່ງ​ກວ່າ​ອີກ ສາຍ​ພົວພັນ​ສາມັກຄີ​ພິ​ເສດ ຫວຽດນາມ - ລາວ. ສະຫາຍ​ເລຂາທິການ​ໃຫຍ່ຫວັງ​ວ່າ ​ໃນ​ເວລາ​ສະ​ເພາະ​ໜ້າ ສະພາ​ທິດ​ສະ​ດີ​ສູນ​ກາງ ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ສະພາ​ວິທະຍາສາດ​ສັງຄົມ​ແຫ່ງ​ຊາດ​ລາວ ຈະ​ສືບ​ຕໍ່​ປະ​ສາມ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ໂຄງການ​ຄົ້ນຄວ້າ ​ແລະ ຫົວ​ຂໍ້​ຄົ້ນຄວ້າ ທີ່​ທັງ​ສອງ​ຝ່າຍ​ລ້ວນ​ແຕ່ເອົາ​ໃຈ​ໃສ່ ​ແລະ ກະກຽມ​ເປັນ​ຢ່າງ​ດີ​ໃຫ້​ແກ່​ການ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ຄັ້ງ​ຕໍ່​ໄປ./.

ໂດຍ: ນັກ​ຂ່າວ PV