ວ.ກ. ອອນ​ໄລ - ວັນ​ທີ 12 ມັງກອນ 2013, ຄະນະ​ພະນັກງານ​ການ​ນຳ​ຂັ້ນ​ສູງ​ ຂອງ​ພັກ​ປະຊາຊົນ ປະຕິວັດ​ລາວ ນຳ​ໂດຍ​ສະຫາຍ ເຈືອງ ສົມບູນຂັນ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງ, ປະທານ ສະພາວິທະຍາສາດສັງຄົມແຫ່ງຊາດລາວ, ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ບັກ​ນິງ, ​ເນື່ອງ​ໃນ​ໂອກາດ​ຄະນະ​ມາ​ເຮັດ​ວຽກຢູ່ ສາທາ​ລະນະ​ລັດ ສັງຄົມ​ນິຄົມ ຫວຽດນາມ.

ຮູບ: ສະຫາຍເລຂາຄະນະພັກແຂວງບັກນີງ ມອບຊໍ່ດອກໄມ້ຕ້ອນຮັບສະຫາຍ ເຈືອງ ສົມບູນຂັນ

     ແບ່ງປັນ​ບົດຮຽນ​ປະສົບ​ການ​ໃນ​ການ​ພັດທະນາ​ເສດຖະກິດ ​ແລະ ວຽກງານກໍ່ສ້າງ​ພັກ, ສະຫາຍ​ ​ເຈິ່ນວັນ​ຕູ໋ຍ ເລຂາ​ຄະນະ​ພັກ​ແຂວງ​ບັກ​ນິງ ​ໄດ້​ໃຫ້​ຮູ້​ວ່າ: ກ່ອນ​ເມື່ອ​ຍັງ​ບໍ່​ທັນ​ແຍກອອກ​ເປັນແຂວງ​ໜຶ່ງ​ສະ​ເພາະ​ນັ້ນ ບັກ​ນິງ​ເປັນ​ແຂວງ​ກະສິກຳ. ພາຍຫຼັງ​ການ​ສ້າງ​ຕັ້ງ​ແຂວງ​ຄືນ​ໃໝ່​ເປັນ​ເວລາ 15 ປີ, ມາ​ເຖິງ​ປັດຈຸບັນ ບັກ​ນິງກຳລັງ​ພັດທະນາ​ເປັນ​ແຂວງ​ອຸ​ດສາ​ຫະກຳທີ່​ຂະຫຍັນ​ຂັນ​ເຄື່ອນ. ບັນລຸ​ຜົນສຳ​ເລັດ​ດັ່ງກ່າວ​ນັ້ນ ກໍ່​ຍ້ອນວ່າ​ບັກ​ນິງ​ໄດ້​ເອົາ​ໃຈ​ໃສ່ວຽກ​ງານ​ວາງ​ແຜນ​ກຳນົດ​ທີ່​ດິນ, ກໍ່ສ້າງ​ບັນດາ​ເຂດ​ອຸດສາຫະກຳ, ຕົວ​ເມືອງ​ໃຫ້​ຄ່ອຍໆປະກົດຕົວ​ຂຶ້ນ; ​ເອົາ​ໃຈ​ໃສ່​ພັດທະນາ​ພື້ນຖານ​ໂຄງ​ລ່າງຢ່າງ​ຄົບ​ຊຸດ​ເຊັ່ນ: ຄົມມະນາຄົມ, ​ໂທລະ​ຄົມ, ​ໄຟ​ຟ້າ, ​ເຊື່ອມ​ຕໍ່​ການ​ຄົມມະນາຄົມ​ລະຫວ່າງ​ຕົວ​ເມືອງ ​ແລະ ຊົນນະບົດ. ​ເພື່ອ​ເຮັດ​ວຽກ​ງານ​ເຫຼົ່າ​ນີ້​ໄດ້​ດີ ​ແມ່ນ​ຕ້ອງ​ມີ​ແຜນ​ນະ​ໂຍບາຍ​ທີ່​ຖືກຕ້ອງ, ພະນັກງານ​ມີ​ຄວາມ​ສາມາດ ​ແລະ ຮັກສາ​ລະບຽບ​ວິ​ໄນ​ຢ່າງ​​ເຂັ້ມ​ງວດ, ​ເອົາ​ໃຈ​ໃສ່​ເຖິງ​ຮາກ​ຖານ; ບັກ​ນິງ​ໄດ້​ເອົາ​ໃຈ​ໃສ່​ດຶງ​ດູດ ຄັດ​ເລືອກ​ບັນດາ​ນັກ​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ, ​ເຕັກ​ໂນ​ໂລ​ຊີ​ສະອາດ. ​ເພື່ອ​ພັດທະນາ​​ເສດຖະກິດຢ່າງ​ຍືນ​ຍົງ, ບັກ​ນິງ​ໄດ້​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ວຽກ​ງານ​ກໍ່ສ້າງ, ປັບປຸງ​ພັກ, ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ລະບົບ​ການ​ເມືອງ, ຍົກ​ສູງ​ບົດບາດ​ຂອງ​ອົງການ​ຈັດ​ຕັ້ງ​ພັກ ​ໃນ​ການ​ຊີ້​ນຳ​ປະຕິບັດ​ບັນດາ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ​ຢູ່​ທ້ອງ​ຖິ່ນ.

     ສະຫາຍ ເຈືອງ ສົມບູນຂັນ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປປ ລາວ ສະ​ແດງ​ຄວາມ​ດີ​ໃຈ​ຕໍ່​ການ​ພັດທະນາ​ເສດຖະກິດ - ສັງຄົມ ຢ່າງ​ໄວວາ ຍືນ​ຍົງ ຂອງ​ແຂວງ​ບັກ​ນິງ. ​ໃນ​ສະພາບ​ການ​ໂລກ ​ແລະ ພາຍ​ໃນ​ປະ​ເທດ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ ​ແຕ່​ແຂວງ​ບັກ​ນິງ ກໍ່​ຍັງ​ຄົງ​ບັນລຸ​ໄດ້​ຄວາມ​ຈະ​ເລີ​ນ​ເຕີບ​ໂຕ​ເສດຖະກິດ​ສູງ, ​ເປັນ​ພິ​ເສດ​ແມ່ນ​ວຽກງານ​ດຶງ​ດູດ​​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ ຍັງໄດ້​ຮັບ​ການ​ປະຕິບັດໃນ​ລະດັບ​ສູງ. ຜົນສຳ​ເລັດ​ຂອງ​ແຂວງ​ບັກ​ນິງ​ ​ໄດ້​ຢັ້ງຢືນ​ຄວາມ​ຖືກຕ້ອງ​ໃນ​ການ​ນຳພາ ຊີ້​ນຳ​ຂອງ​ຄະນະ​ພັກ​ຂັ້ນ​ຕ່າງໆ ​ຢູ່​ແຂວງ​ບັກ​ນິງ. ນີ້​ແມ່ນ​ບັນດາ​ບົດຮຽນ​ປະສົບ​ການ​ອັນ​ລ້ຳ​ຄ່າ ທີ່​ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ ຫວັງ​ວ່າ​ຈະ​ໄດ້ຮັບ​ການແບ່ງປັນ ​ແລະ ຮ່ຳຮຽນ, ໝູນ​ໃຊ້.

     ບັກ​ນິງ ​ເປັນ​ແຂວງ​ທີ່​ມີ​ສາຍ​ພົວພັນ​ສະໜິດ​ແໜ້ນ​ກັບ​ບາງ​ແຂວງ​ຂອງ​ລາວ. ​ໂດຍຕາງໜ້າ​ໃຫ້​ແຂວງ​ເຫຼົ່າ​ນີ້, ສະຫາຍ ເຈືອງ ສົມບູນຂັນ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ການເອົາ​ໃຈ​ໃສ່ ຊ່ວຍ​ເຫຼື​ອຂອງ​ແຂວງ​ບັກ​ນິງ​ໃນ​ເວລາ​ທີ່​ຜ່ານ​ມາ. ​ໃນ​ວັນ​ດຽວ​ກັນນີ້, ຄະນະ​ພະນັກງານ​ການ​ນຳ​ຂັ້ນ​ສູງ​ ຂອງ​ພັກ​ປະຊາຊົນ ປະຕິວັດ​ລາວ ​ໄດ້​ໄປ​ຢາມ​ບາງ​ເຂດ​ອຸດສາຫະກຳ​ຂອງ​ແຂວງ​ບັກ​ນິງ./.    
                                                            ຕາມຂ່າວ: TTXVN