ວ.ກ. ອອນ​ໄລ - ຕອນ​ເຊົ້າ​ວັນ​ທີ 15 ມັງກອນ 2013, ຢູ່​ທີ່​ນະຄອນຫຼວງ​ຮ່າ​ໂນ້ຍ, ກົມປ້ອງ​ກັນຕ້ານ​ອາ​ຊະ​ຍາ​ກຳ​ຢາ​ເສບ​ຕິດ, ຄະນະ​ບັນຊາ​ການ​ທະຫານ​ຊາຍ​ແດນ ​ແລະ ກົມ​ຕຳຫຼວດ​ສືບ​ສວນ​ຕ້ານ​ອາ​ຊະ​ຍາ​ກຳ​ຢາ​ເສບ​ຕິດ, ​ກົມ​ໃຫຍ່​ຕຳຫຼວດ​ປ້ອງ​ກັນ​ຕ້ານ​ອາ​ຊະ​ຍາ​ກຳ, ກະຊວງ​ຕຳຫຼວດ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ​ສັງ​ລວມ​ແຜນການ 1048 ວ່າ​ດ້ວຍ​ການ​ປະສານ​ສົມທົບ​ກັນ​ແກ້​ໄຂສະພາບ​ການ​ສັບສົນ ດ້ານ​ການ​ຄ້າຂາຍ, ຂົນ​ສົ່ງ​ຢາ​ເສບ​ຕິດ ຢູ່​ບໍລິ​ເວນ​ຊາຍ​ແດນ​ຫວຽດນາມ - ລາວ (ສົບ​ເບົາ, ຫົວພັນ ລາວ ​ແລະ ​ໂໝກ​ເຈົາ, ​ເຊີນ​ລາ ຫວຽດນາມ). ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ, ຫົວໜ້າ​ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຕ້ານ​ອາ​ຊະ​ຍາ​ກຳ, ຮັບປະກັນ​ຄວາມ​ເປັນ​ລະບຽບຮຽບຮ້ອຍ​ແລະ​ປອດ​ໄພ​ທາງ​ສັງ​ຄົມ ​ໄດ້​ໃຫ້​ກຽດ​ມາ​ຮ່ວມ​ກອງ​ປະຊຸມ.

ຮອງນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ມອບໃບຍ້ອງຍໍ ໃຫ້ບັນດາຜູ້ດີເດັ່ນ ໃນວຽກງານປ້ອງກັນ ແລະ ຕ້ານຢາເສບຕິດ ຕາມຊາຍແດນ ຫວຽດນາມ - ລາວ. ຮູບຂອງ: VGP

     ລາຍ​ງານ​ຂອງຄະນະ​ບັນຊາ​ການ​ທະຫານ​ຊາຍ​ແດນທີ່​ກອງ​ປະຊຸມ​ໄດ້​ໃຫ້​ຮູ້​ວ່າ ພາຍຫຼັງ 9 ​ເດືອນ​ແຫ່ງ​ການ​ຜັນ​ຂະຫຍາຍ​ແຜນການ, ສະພາບ​ການ​ອາ​ຊະ​ຍາ​ກຳ ​ແລະ ​ໄພ​ຢາ​ເສບ​ຕິດ​ໄດ້​ຖືກ​ສະກັດ​ກັ້ນ ​ແລະ ຖືກ​ຄອບ​ງຳ​ຈຳກັດ, ລະບຽບ​ຄວາມ​ສະຫງົບ​ຢູ່​ບໍລິ​ເວນ​ໄດ້​ຮັກສາ​ຢ່າງ​ໝັ້ນຄົງ, ຂະ​ບວນການ​ປະຊາຊົນ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ, ປົກ​ປັກ​ຮັກສາ​ອຳນາດ​ອະທິປະ​ໄຕ​ໃນ​ຜືນ​​ແຜ່ນດິນ ຊາຍ​ແດນ​ແຫ່ງ​ຊາດ ​ໄດ້​ຮັບ​ການ​ປັບປຸງ ​ແລະ ຂະຫຍາຍຕົວ.

     ບັນດາ​ກົມ​ກອງ​ຕຳຫຼວດ, ທະ​ຫານ​ຊາຍ​ແດນ ​ປະສານສົມທົບ​ກັບ​ບັນດາ​ສະຫາຍລາວ ຈັບ​ໄດ້​​ 158 ຕະດີ ພ້ອມ​ດ້ວຍ​ອາ​ຊະ​ຍາກ​ອນ 248 ຄົນ, ຢຶດຂອງ​ກາງ​ໄດ້: ​ເຮ​ໂຣອິນ​ແທ່ງ 310 ​ແທ່ງ, ​ເຮ​ໂຣອິນ​ຝຸ່ນ 116 ກິ​ໂລ, ຢາ​ບ້າ 15.930 ​ເມັດ, ຢາຝິ່ນ 5,2 ກິ​ໂລ, ວັດຖຸ​ດິບ​ສຳຮອງ​ຢາ 200 ກິ​ໂລ, ​ເງິນສົດ 403.400 USD, 19 ລ້ານ​ກີບ ​ແລະ ຂອງ​ກາງ​ອື່ນໆອີກ​ຫຼາຍ​ຢ່າງ.

     ນອກ​ຈາກ​ນັ້ນ, ບັນດາ​ກຳ​ລັງ​ທະຫານ​ຕຳຫຼວດ​ຍັງ​ຈັບ​ໄດ້​ຫຼາຍ​ຄະດີຄ້າຂາຍ​ຍ່ອຍ​, ລົບ​ລ້າງ​ຫຼາຍ​ຈຸດ​ສັກ​ຢາ​ເສບ​ຕິດ​ຢູ່​ຕາມບ້ານ​ຕ່າງໆ. ວຽກ​ງານ​ຂົນຂວາຍ​ປະຊາຊົນ, ​ໂຄສະນາ​ເຜີຍ​ແຜ່​ຍົກ​ສູງ​ຄວາມ​ຮັບ​ຮູ້ ຕື່ນ​ຕົວ​ໃຫ້​ມະຫາຊົນ, ສຶກສາ​ອົບຮົມ​ເປົ້າ​ໝາຍ ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ. ການ​ເຄື່ອນ​ໄຫວ​ວິຊາ​ການສະ​ເພາະ​ໄດ້​ຮັບ​ການ​ຊຸກຍູ້, ຕີ​ຢ່າງຖືກ​ໃສ່​ເປົ້າ​ໝາຍນຳ​ໜ້າ, ​ເປົ້າ​ໝາຍ “ຫົວ​ໂປ່” ທີ່​ດື້​ດ້ານ, ລົບ​ລ້າງ​ບັນດາ​ຈຸດ​ຂາຍຍ່ອຍ ​ແລະ ຈັດ​ຕັ້ງ​ການ​​ໃຊ້​ຢາ​ເສບ​ຕິດ, ສຸມ​ໃສ່​ການ​ຂົນຂວາຍ​ນຳ​ເອົາ​ເປົ້າ​ໝາຍ​ໃປສູນ​ບຳບັດ​ຜູ້​ຕິດ​ຢາ​ເສບ​ຕິດ ​ເພື່ອ​ເຮັດ​ໃຫ້ບໍລິ​ເວນ​ປອດໃສ.

     ​ແຜນການ 1048 ​ໄດ້​ຮັບການ​ສະໜັບສະໜູນຢ່າງ​ຕັ້ງໜ້າ​ຂອງ​ມະຫາຊົນ, ລະດົມ​ໄດ້​ການ​ເຂົ້າ​ຮ່ວມ​ຢ່າງ​ແຂງ​ແຮງ, ​ເດັດດ່ຽວ​ຂອງ​ບັນດາ​ຄະນະ​ພັກ, ອຳນາດ​ການ​ປົກຄອງ, ອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ບັນດາ​ກຳລັງ​ຮັບຜິດຊອບ​ສະ​ເພາະ, ​ເຮັດ​ໃຫ້​ບໍລິ​ເວນ​ມີ​ການ​ຜັນ​ປ່ຽນ​ຢ່າງ​ຕັ້ງໜ້າ​ທັງ​ດ້ານ​ຄວາມ​ຮັບ​ຮູ້, ຄວາມ​ຮັບຜິດຊອບ ​ແລະ ການ​ກະທຳ​ຕົວຈິງ.

     ຜ່ານ​ໄລຍະ​ເວລາ​ໜຶ່ງ, ມີ​ຫຼາຍ​ບໍລິ​ເວນ​ທີ່ຖືກ​ຖື​ວ່າ​ເປັນຖິ່ນ​ຖານຢາ​ເສບ​ຕິດ​ທີ່​ບໍ່​ອາດ​ຈະ​ລ່ວງ​ລ້ຳ​ໄດ້​ເຊັ່ນ ຫລຸ​ງສາ, ຕ່າ​ເຢ ຕາ​ແສງ​ຫຼອງ​ລວງ, ບ້ານ​ໝວງ, ບ້ານ​ຫ້ວຍ​ຫຽງ ​ເມືອງ​ສົບ​ເບົາ, ລາວ ​ໄດ້​ມີ​ການ​ຜັນ​ປ່ຽນ​ຢ່າງ​​ແຂງ​ແຮງຕາມ​ທິດ​ຕັ້ງໜ້າ.

     ກ່າວ​ຄຳ​ປ​າໄສ​ທີ່ກອງ​ປະຊຸມ, ຮອງ​ນາຍົກລັດຖະມົນຕີ ຫງວຽນຊວັນ​ຝຸກ ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ສ້າງ​ແຜນການ​ທີ່​ມີ​ຈຸດໝາຍ​ຮອບດ້ານ, ນີ້​ແມ່ນ​ຕົວ​ແບບ​ໃໝ່ ທີ່​ປະກອບສ່ວນ​ປະຕິບັດ​ຢ່າງສຳເລັດ​ມີ​ໄຊ​ຈຸດໝາຍ​ແຫ່ງ​ຊາດ​ດ້ານ​ການ​ປ້ອງ​ກັນ ​ແລະ ຕ້ານ​ຢາ​ເສບ​ຕິດ​ຢູ່​ຫວຽດນາມ.

     ຄຽງ​ຂ້າງ​ນັ້ນ, ສະຫາຍ​ຮອງ​ນາຍົກລັດຖະມົນຕີກໍ່​ໄດ້​ຕີ​ລາຄາ​ສູງກ່ຽວ​ກັບການ​ທີ່ ກຳລັງ​ພາລະ​ບົດບາດ​ຂອງສອງ​ປະ​ເທດ ຫວຽດນາມ - ລາວ ​ໄດ້​ຕັ້ງໜ້າ​ປະສານ​ສົມທົບ​ກັນ​ ສ້າງ​​ໃຫ້ມີ​ການປ່ຽນ​ແປງ​ໃຫຍ່​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ອາ​ຊະ​ຍາ​ກຳ​ຢາ​ເສບ​ຕິດ​ຢູ່​ຕາມ​ເຂດ​ຊາຍ​ແດນ,  ພ້ອມ​ກັນ​ນັ້ນກໍ່​ປະ​ສານສົມທົບ​ກັນ​ໃຫ້​ດີກ​ວ່າ​ອີກ ​ເພື່ອ​ທະວີຄູນ​ວິທີ​ເຮັດ​ນີ້​ໃຫ້​ກ້ວາ​ງອອກ​ໃນ​ເວລາ​ຕໍ່ໜ້າ./.