ວ.ກ. ອອນ​ໄລ - ຕອນ​ເຊົ້າ​ວັນ​ທີ 17 ມັງກອນ 2013, ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ອອກ​ເດີນທາງຈາກ​ຮ່າ​ໂນ້ຍ ໄປຢ້ຽມຢາມລາຊະອານາຈັກ​ ແບນ​ຊິກ ​ແລະ ສະຫະພາບ​ເອີຣົບ ຢ່າງ​ເປັນ​ທາງ​ການ;  ຢ້ຽມຢາມ​ຂັ້ນ​ລັດ ທີ່ປະ​ເທດ ສາທາລະນະ​ລັດ ອີ​ຕາ​ລີ ​ແລະ ຢ້ຽມຢາມສະຫະ​ລາຊະ​ອານາຈັກ​ອັງກິດ ​ແລະ ​ໄອ​ແລນ​ເໜືອ ຢ່າງ​ເປັນ​ທາງ​ການ, ​ແຕ່​ວັນ​ທີ 17 ​ເຖິງ​ວັນ​ທີ 24 ມັງກອນ 2013.

ສົມເດັດມົງກຸດລາຊະກຸມານ ຟີລິບ ແຫ່ງລາຊະອານາຈັກແບນຊິກ ຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ - ຮູບຂອງ: TTXVN

     ການ​ໄປ​ຢ້ຽມຢາມສັນທະ​ວະ​ໄມຕີ​ຕາມ​ຄຳ​ເຊີນຂອງ​ນາຍົກລັດຖະມົນຕີ​ແຫ່ງ​ລາຊະ​ອານາຈັກ​ແບນ​ຊິກ ​ແອ​ລີ​ໂອ ດີ ຣູ​​ໂປ, ປະທານ​ສະພາ​ເອີຣົບ ​ເຮີ​ມານ ວານ ຣົມປູ​ຍ, ປະທານາທິບໍດີ​ສາທາລະນະ​ລັດ​ອີ​ຕາ​ລີ ຈີ​ອໍ​ກີ​ໂອ ນາ​ໂປ​ລີ​ຕາ​ໂນ ​ແລະ ນາຍົກ​ລັດຖະມົນຕີ ລາຊະ​ອານາຈັກ​ອັງກິດ ​ເດ​ວິດ ກ​າ​ເມຣອນ.

     ນີ້​ແມ່ນ​ການ​ໄປ​ຢ້ຽມຢາມ​ບັນດາ​ປະ​ເທດ​ເອີຣົບຕາ​ເວັນ​ຕົກ​ຄັ້ງ​ທຳ​ອິດ​ຂອງສະຫາຍ ຫງວຽນຝູຈ້ອງ ​ໃນ​ຖານະ​ເປັນເລຂາທິການໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ ພັກ​ກອມ​ມູນິດ​ຫວຽດນາມ, ​ແມ່ນ​ການ​ມາ​ຢ້ຽມຢາມ​ຄັ້ງທຳ​ອິດ​ຂອງເລຂາທິການໃຫຍ່ ພັກ​ກອມ​ມູນິດ​ຫວຽດນາມ ​ຢູ່ພາກ​ພື້ນ​ນີ້​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ.

     ​ໄປ​ພ້ອມ​ກັນ​ກັບ​ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ​ໃນ​ຄັ້ງ​ນີ້​ຍັງ​ມີ​ບັນດາ​ສະຫາຍ: ຫງວຽນ​ຊວັນ​ຝຸກ ກຳມະການ​ກົມ​ການ​ເມືອງ, ຮອງນາຍົກລັດຖະມົນຕີ; ຮ່ວາ​ງບິ່ງ​ກວັນ ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ; ​ເຈິ່ນກວັກ​​ເວື້ອງ ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຫ້ອງ​ວ່າການ​ສູນ​ກາງ; ຟ້າ​ມບິ່ງ​ມິ​ງ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ກາງ​ຕ່າງປະ​ເທດ; ບູ່​ຍກວາງວິ​ງ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ແຜນການ​ ​ແລະ ການ​ລົງທຶນ; ​ໂຮ່​ເໝົ້າ​ງວາດ ກຳມະການ​ສູນ​ກາ​ງພັກ, ຜູ້​ຊ່ວຍ​ວຽກ​ເລຂາທິການ​ໃຫຍ່ ຮັບຜິດຊອບ​ຫ້ອງການ​ເລຂາທິການ​ໃຫຍ່; ພົນ​ໂທ ຫງວຽນ​ຈີ໋ວິ້ງ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ; ພົນ​ຕີ ​ໂຕ​ເລິ​ມ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງຕຳຫຼວດ.

     ​ເຂົ້າ​ຮ່ວມ​ໃນ​ຄະນະ​ຜູ້​ແທນ​ຍັງ​ມີ​ບັນດາ​ສະຫາຍ: ຟ້າ​ມ​ແຊງ​ເຈົາ ​ເອກອັກຄະ​ລັດຖະທູດຫວຽດນາມ​ປະຈຳ​ລາຊະ​ອານາຈັກ​ແບນ​ຊິກ ​ແລະ ສະຫະພາບ​ເອີຣົບ; ຫງວຽນ​ຮ່ວາ​ງລອງ ເອກອັກຄະ​ລັດຖະທູດຫວຽດນາມ​ປະຈຳ​ ສາທາລະນະ​ລັດ ອີ​ຕາ​ລີ ​ແລະ ຫວູກວາງ​ມິ​ງ ເອກອັກຄະ​ລັດຖະທູດຫວຽດນາມ​ປະຈຳ​ ລາຊະ​ອານາຈັກ​ອັງກິດ.

     ​ເວລາ 7 ​ໂມງ​ ເຊົ້າ​ວັນ​ທີ 17 ມັງກອນ, ຕາມ​ເວລາ ບຣຸກ​ແຊນ (13 ​ໂມງ​ທ່ຽງ​ວັນ​ທີ 17 ມັງກອນ, ຕາມ​ເວລາ​ຮ່າ​ໂນ້ຍ), ​ເຮືອບິນພິ​ເສດບັນທຸກ​ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນຂັ້ນ​ສູງ​ຫວຽດນາມ ​ໄດ້​ມາ​ຮອດ​ສະໜາມ​ບິນ​ກາ​ນທະຫານ ບຣຸກ​ແຊນ ຢູ່​ນະຄອນຫຼວງແບນ​ຊິກ. ອອກ​ໄປ​ຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່​ສະໜາມ​ບິນ​ມີ​ທ່ານ  ​ເດີກ ​ອາກ​ແຕນ, ຮອງ​ລັດຖະມົນຕີ​ຜູ້​ປະຈຳການ​ກະຊວງ​ການ​ຕ່າງປະ​ເທດ ​ແບນ​ຊິກ; ທ່ານ​ຂຸນ ​ໂຈ ​ເດີ ​ແກຣນ​ໄຣ, ກົງ​ສູນ​ກິ​ຕິ​ມະ​ສັກ ຫວຽ​ດນາມ ປະຈຳ​ແຂວງ ອານ​ເວີ​ດ ​ແລະ ພັນ​ລະ​ຍາ; ​ເອກອັກຄະ​ລັດຖະທູດ​ຂອງບັນດາ​ປະ​ເທດ ​ແລະ ພະນະ​ທ່ານ​ບາ​ງຄົນ​ໃນ ຄະນະ​ທູຕານຸທູດ; ພະນັກງານ ລັດຖະກອນ​ສະຖານທູດ​ຫວຽດນາມ ​ແລະ ຜູ້ຕາງໜ້າ​ວົງ​ຄະນາ​ຍາດ​ຊາວ​ຫວຽດນາມ​ຢູ່​ແບນ​ຊິກ.

     ພິທີ​ຕ້ອນຮັບ​ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢ່າງ​ເປັນ​ທາງ​ການ​ ໄດ້​ຈັດ​ຂຶ້ນ​ຢ່າງສົມ​ກຽດ​ໃນ​ຕອນ​ບ່າຍ​ວັນ​ທີ 17 ມັງກອນ ​ພາຍ​ໃຕ້​ການ​ເປັນ​ເຈົ້າພາບ​ຂອງທ່ານນາຍົກລັດຖະມົນຕີ ​ແອ​ລີ​ໂອ ດີ ຣູ​ໂປ. ຕໍ່​ຈາດ​ນັ້ນ, ທ່ານນາຍົກລັດຖະມົນຕີ ​ແບນ​ຊິກ ກໍ່​ໄດ້​ຮ່ວມ​ການພົບ​ປະ​ເຈລະຈາ​ກັບ​ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

    ​ທັນທີ ພາຍຫຼັງມາ​ຮອດ​ບຣຸກ​ແຊນ, ນະຄອນຫຼວງ​ຂອງ​ລາຊະ​ອານາຈັກ​ແບນ​ຊິກ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ກໍ່​ໄດ້​ໄປ​ວາງ​ພວງ​ມາ​ລາ​ທີ່ອະນຸສາວະລີ​ນັກຮົບ​ນິລະນາມ ​ແລະ ​ໄດ້​ມີ​ການ​ພົບ​ປະ​ແລກປ່ຽນ​ຄວາມ​ເຫັນ​ກັບ ສົມ​ເດັດມົງກຸດ​ລາຊະ​ກຸມານ ຟີ​ລິບ ​ແຫ່ງ​ແບນ​ຊິກ​ທີ່​ລາດ​ຊະ​ວັງ.

     ​ເຂົ້າຮ່ວມ​ການ​ພົບ​ປະ​ແລກປ່ຽນ​ຄວາມ​ເຫັນ, ທາງ​ຝ່າຍ​ຫວຽດນາມ​ຍັງ​ມີ:  ທ່ານຫງວຽນ​ຊວັນ​ຝຸກ ກຳມະການ​ກົມ​ການ​ເມືອງ, ຮອງນາຍົກລັດຖະມົນຕີ; ທ່ານຮ່ວາ​ງບິ່ງ​ກວັນ ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ; ຟ້າ​ມບິ່ງ​ມິ​ງ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ກາງ​ຕ່າງປະ​ເທດ; ທ່ານຟ້າ​ມ​ແຊງ​ເຈົາ ​ເອກອັກຄະ​ລັດຖະທູດຫວຽດນາມ​ປະຈຳ​ລາຊະ​ອານາຈັກ​ແບນ​ຊິກ ​ແລະ ສະຫະພາບ​ເອີຣົບ.

     ສົມ​ເດັດມົງກຸດ​ລາຊະ​ກຸມານ ຟີ​ລິບ ​ໄດ້​ສະ​ແດງຄວາມ​ຂ່ຳນັບ​ຮັບ​ຕ້ອນ​ຢ່າງ​ສຸດ​ອົກ​ສຸດ​ໃຈ ຕໍ່​ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ທີ່​ມາ​ຢ້ຽມຢາມ​ລາຊະ​ອານາຈັກ​ແບນ​ຊິກ ຢ່າງ​ເປັນ​ທາງ​ການ. ການ​ມາ​ຢ້ຽມຢາມ​ຄັ້ງ​ນີ້​ ໄດ້​ດຳ​ເນີນ​ໃນ​ໂອກາດ​ທີ່​ສອງ​ປະ​ເທດສະ​ເຫຼີມສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຄົບຮອບ 40 ປີ ​ເຊິ່ງ​ເປັນ​ເຫດການທີ່ສຳຄັນ ຂີດ​ໝາຍ​ບາດກ້າວ​ຂະຫຍາຍຕົວ​ໃໝ່​ໃນ​ການ​ພົວພັນ​ມິດຕະພາບ ການ​ຮ່ວມື​ລະຫວ່າງ​ສອງ​ປະ​ເທດ.

     ສົມ​ເດັດມົງກຸດ​ລາຊະ​ກຸມານ ​ໄດ້​ແບ່ງປັນຄວາມ​ຄິດ​ເຫັນ​ນຳທ່ານເລຂາທິການໃຫຍ່ ກ່ຽວ​ກັບ​ມິດ​ຈິດ​ມິດ​ໃຈ​ອັບ​ດີງາມ ​ແລະ ຄວາມ​ປະ​ທັບ​ໃຈຕໍ່​ປະ​ເທດ​ຫວຽດນາມທີ່​ສວຍ​ງາມ, ຄົນ​ຫວຽດນາມ​ໃຈດີ ​ຮັກແພງຫວງແຫນເພື່ອນ​ມິດ ​ແລະ ບັນດາ​ຜົນສຳ​ເລັດ​ອັນ​ສຳຄັນ​ທາງ​ດ້ານ​ເສດຖະກິດ - ສັງຄົມ ທີ່​ສົມ​ເດັດ​ໄດ້​ຮູ້​ເຫັນ​ຜ່ານ​ການ​ໄປ​ຢ້ຽມຢາມ​ຫວຽດນາມ ຫຼາຍ​ຄັ້ງ​ກ່ອນ​ນີ້.

     ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ​ໄດ້​ສະ​ແດງຄວາມ​ດີ​ອົກ​ດີ​ໃຈ​ທີ່​ໄດ້ມາຢ້ຽມຢາມ​ລາຊະ​ອານາຈັກ​ແບນ​ຊິກ ຢ່າງ​ເປັນ​ທາງ​ການ ​ແລະ ຂອບ​ອົກ​ຂອບ​ໃຈ ສົມ​ເດັດມົງກຸດ​ລາຊະ​ກຸມານ ທີ່​ໄດ້​ສະຫຼະ​ເວລາ​ຕ້ອນຮັບ​ຄະນະ. ທ່ານເລຂາທິການໃຫຍ່ ຕີ​ລາຄາ​ສູງ​ຕໍ່​ບົດບາດ​ຂອງພະ​ລາຊະວົງ ​ໃນ​ພື້ນຖານ​ການ​ເມືອງ​ຂອງ​ລາຊະ​ອານາຈັກ​ແບນ​ຊິກ; ຂອບ​ອົກ​ຂອບ​ໃຈສົມ​ເດັດມົງກຸດ​ລາຊະ​ກຸມານ ທີ່​ໄດ້​ມີ​ນ້ຳ​ໃຈ​ຮັກ​​ແພງ ​ແລະ ​ໃຫ້ການ​ຮ່ວມ​ມື ຊ່ວຍ​ເຫຼືອຢ່າງ​ມີ​ປະສິດທິ​ຜົນ​ແກ່​ປະຊາຊົນ​ຫວຽດນາມ ​ໃນ​ເວລາ​ທີ່​ຜ່ານ​ມາ.

     ພ້ອມ​ກັນ​ນັ້ນ ກໍ່ຢັ້ງຢືນ​ວ່າ ຫວຽດນາມ​ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ປະຕິ​ບັບ​ແຜນ​ນະ​ໂຍບາຍ​ເພີ່ມ​ທະວີການ​ຮ່ວມມື​ຮອບດ້ານ​ກັບ​ແບນ​ຊິກ ​ເຊິ່ງ​ເປັນ​ສະມາຊິກ​ຜູ້​ສ້າງຕັ້ງ​ສະຫະພາບ​ເອີຣົບ ​ແລະ ມີ​ບົດບາດ​ສຳຄັນ​ໃນ​ສະຫະພາບເອີຣົບ.

     ​ໃນ​ບັນຍາກາດ​ຊື່ສັດ​ສຸດຈະລິດ ​ແລະ ມິດຕະພາບ, ສອງ​ຝ່າຍຮູ້ສຶກ​ດີ​ໃຈ​ທີ່​ເຫັນ​ວ່າ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ ຂະຫຍາຍຕົວ​ຢ່າງ​ຕັ້ງໜ້າ, ນັບ​ມື້​ນັບ​ຫຼາຍ​ຮູບ​ຫຼາຍ​​ແບບ. ສອງ​ຝ່າຍ​ໄດ້​ເປັນ​ເອກະສັນ​ກັນ​ວ່າ ຄວນ​ຕ້ອງ​ສືບ​ຕໍ່​ຮັກສາ​ການ​ພົບ​ປະ​ຂັ້ນ​ສູງ ​ແລະ ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ; ປະ​ສາມ​ສົ​ມທົບ​ກັນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ ​ໃນ​ປີ 2013 ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ ລະ​ຫວ່າງ​ສອງ​ປະ​ເທດ​ຄົບຮອບ 40 ປີ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລກປ່ຽນ​ການ​ຄ້າ ​ແລະ ການລົງທຶນ​ໃນ​ຂົງ​ເຂດ​ຕ່າງໆ ທີ່​ແບນ​ຊິກ​ມີ​ທ່າ​ແຮງ​ເຊັ່ນ: ກໍ່ສ້າງ​ພັດທະນາທ່າ​ກ່ຳ​ປັ່ນ​ທະ​ເລ ​ແລະ ການ​ບໍລິການ​ພາລາ​ທິການ, ຄົມມະນາຄົມ​ຂົນ​ສົ່ງ, ​ເຕັກ​ໂນ​ໂລ​ຊີ​ຂຽວ, ​ເຕັກ​ໂນ​ໂລ​ຊີ​ສູງ, ​ເຕັກ​ໂນ​ໂລ​ຊີ​ການ​ເດີນ​ອາກາດ - ອາ​ວະ​ກາດ, ອຸດສາຫະກຳ​ໜັກ, ສາທາລະນະ​ສຸກ...

     ສອງ​ຝ່າຍ​ໄດ້​ເນັ້ນ​ໜັກ​ວ່າ ການ​ຮ່ວມ​ມື​ດ້ານ​ການ​ສຶກສາ - ບຳລຸງ​ກໍ່ສ້າງ​ ​ແມ່ນ​ຈຸດ​ພົ້ນ​ເດັ່ນໃນ​ການ​ພົວພັນ​ທະວິ​ພາຄີ ດ້ວຍ​ການ​ໃຫ້​ບຸລິມະສິດ​ການ​ບຳລຸງ​ກໍ່ສ້າງ​ໃນ​ບັນດາ​ຂົງ​ເຂດ ​ເຕັດ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສາມ, ​ເຕັກ​ໂນ​ໂລ​ຊີ​ຊີວະ​ວິທະຍາ, ທໍລະນີ​ສາດ, ສິ່ງ​ແວດ​ລ້ອມ,.. ./.
                                                              ສັງລວມໂດຍນັກຂ່າວ