ວ.ກ. ອອນ​ໄລ - ຕອນ​ເຊົ້າ​ວັນ​ທີ 18 ມັງກອນ 2013 (ຕາມ​ເວລາ ຮ່າ​ໂນ້ຍ), ພິທີ​ຕ້ອນຮັບ​​ເປັນ​ທາງ​ການ ​ເພື່ອ​ຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່​ໄປ​ຢ້ຽມຢາມລາຊະອານາຈັກ​ ແບນ​ຊິກ, ຕາມ​ຄຳ​ເຊີນຂອງ​ນາຍົກລັດຖະມົນຕີ​ແບນ​ຊິກ ​ແອ​ລີ​ໂອ ດີ ຣູ​​ໂປ ຢ່າງ​ເປັນ​ທາງ​ການ, ໄດ້​ຈັດ​ຂຶ້ນ​ຢ່າງສົມ​ກຽດ​ຢູ່​ທີ​ວັງ ​ແອດ​ມົງ ນະຄອນຫຼວງ​ບຣຸກ​ແຊນ.

ປະທານສະພາເອີຣົບ ເຮີມານ ວານ ຣົມປູຍ ຕ້ອນຣັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ - ຮູບຂອງ: TTXVN

     ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ໄດ້ພົບ​ປະ​​ເຈລະຈາ​ກັບ​ທ່ານນາຍົກລັດຖະມົນຕີ ​ລາຊະ​ອານາຈັກແບນ​ຊິກ ​ແອ​ລີ​ໂອ ດີ ຣູ​​ໂປ.

     ທ່ານນາຍົກລັດຖະມົນຕີ​ ​ແອ​ລີ​ໂອ ດີ ຣູ​​ໂປ ​ໄດ້​ເນັ້ນ​ວ່າ ແບນ​ຊິກ ຖື​ເປັນ​ສຳຄັນບົດບາດ​ທີ່​ຕັ້ງ​ຂອງ​ຫວຽດນາມ​ໃນ​ອາ​ຊຽນ, ​ເປັນ​ຕົ້ນ​ແມ່ນ​ບົດບາດ​ຜູ້​ປະສານ​ງານ​ການ​ພົວພັນລະຫວ່າງ​ອາ​ຊຽນ - ອີ​ຢູ ​ແລະ ຫວັງ​ເປັນ​ຢ່າງ​ຍິ່ງ​ວ່າ ຫວຽດນາມ​ຈະ​ກາຍ​ເປັນ​ປັດ​ໃຈ​ຊຸກຍູ້ການ​ພົວພັນ ​ແບນ​ຊິກ - ອາ​ຊຽນ ​ເວົ້າ​ໂດຍ​ສະ​ເພາະ ​ແລະ ອີ​ຢູ - ອາ​ຊຽນ​ເວົ້າ​ລວມ.

     ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ຢັ້ງຢືນ​ວ່າ ຫວຽດນາມ​ຕີ​ລາຄາ​ສູງ​ບົດບາດ​ທີ່​ຕັ້ງ​ຂອງແບນ​ຊິກ ຢູ່​ທະວີບ​ເອີຣົບ ​ແລະ ​ໃນ​ໂລກ, ຖື​ວ່າ ແບນ​ຊິກ ​ເປັນ​ຄູ່​ຮ່ວມມື​ສຳຄັນ, ​ເປັນ​ຂົວ​ຕໍ່​ເພື່ອຄວາມ​ພັດທະນາ​ລະຫວ່າງ​ຫວຽດນາມ ກັບອີ​ຢູ ​ແລະ ກັບບັນດາ​ປະ​ເທດ​ເອີຣົບອື່ນໆ.

     ທ່ານ​ຜູ້ນຳ​ທັງ​ສອງ​ໄດ້​ສະ​ແດງ​ຄວາມ​ດີ​ອົກ​ດີ​ໃຈ​ກ່ຽວ​ກັບ​ການ​ພັດທະນາ​ຢ່າງ​ຕັ້ງໜ້າ ຂອງ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ແບນ​ຊິກ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ທາງ​ດ້ານ​ຕ່າງໆ​ທຸກ​ຂົງ​ເຂດ ທີ່​ນັບ​ມື້​ນັບ​ສົມບູນ​ດ້ວຍ​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ​ເຂົ້າ​ສູ່​​ເນື້ອ​ແທ້, ທັງ​ຢູ່​ຂັ້ນ​ສະຫະລັດ ​ແລະ ຂັ້ນພູມ​ພາກ, ປະຊາ​ຄົມ, ກໍ່​ຄື​ໃນ​ເວທີ​ສາ​ກົນ ພະ​ຫຸພາຄີ; ​ເປັນ​ເອກະພາບ​ກັນ​ວາງ​ທິດ​ທາງ ​ແລະ ມາ​ດຕະການ​ແນ​ໃສ່​ເພີ່ມ​ທະວີຍິ່ງ​ກວ່າ​ອີກ​ສາຍ​ພົວພັນ​ມິດຕະພາບ ການຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເນ​ດຕ່າງໆ. ທ່ານ​ຜູ້ນຳ​ທັງ​ສອງກໍ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ທີ່​ທັງ​ສອງ​ຝ່າຍ​ໄດ້​ເອົາ​ໃຈ​ໃສ່...

     ພາຍຫຼັງ​ສຳ​ເລັດ​ການ​ພົບ​ປະ​​ເຈລະຈາ, ທ່ານ​ຜູ້ນຳ​ທັງ​ສອງ​ໄດ້​ເປັນ​ສັກຂີ​ພະຍານ​ພິທີ​ລົງ​ນາມ​ໃນ​ບັນດາ​ເອກະສານ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ: ບົດ​ບັນທຶກ​ຊ່ວຍ​ຈຳ (MOU) ກ່ຽວ​ກັບ​ການ​ຊ່ວຍ​ໜູນ​ງົບປະມານ​ເພື່ອ​ຮັບ​ມື​ກັບການ​ປ່ຽນ​ແປງ​ດິນຟ້າ​ອາກາດ, ບົດ​ບັນທຶກ​ຊ່ວຍ​ຈຳກ່ຽວ​ກັບ​ການ​ກໍ່ສ້າງ​ທ່າ​ກຳ​ປັນ ກິ່ງຫວູ, ຮາຍຟອງ.

     * ວັນ​ທີ 18 ມັງກອນ (ຕາມ​ເວລາ​ຮ່າ​ໂນ້ຍ), ​ໃນ​ກອບການ​ຢ້ຽມຢາມລາຊະ​ອານາຈັກແບນ​ຊິກ ​ແລະ ສະຫະພາບ​ເອີຣົບ ຢ່າງ​ເປັນ​ທາງ​ການ, ຢູ່ທີ່ນະຄອນຫຼວງ​ບຣຸກ​ແຊນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ໄດ້​ພົບ​ປະ​​ເຈ​ລິ​ຈາ​ກັບ​ທ່ານປະທານຄະນະ​ກຳມາ​ທິການ​ເອີຣົບ ​ໂຈ​ເຊ ມາ​ນູ​ແອນ ບາ​ໂຣ​ໂຊ ​ແລະ ທ່ານປະທານ​ສະພາ​ເອີຣົບ ​ເຮີ​ມານ ວານ ຣົມປູ​ຍ.

     ​ໃນ​ການ​ພົບ​ປະ​​ເຈລະຈາ​ລະຫວ່າ​ງ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ກັບ ທ່ານປະທານຄະນະ​ກຳມາ​ທິການ​ເອີຣົບ ໂຈ​ເຊ ມາ​ນູ​ແອນ ບາ​ໂຣ​ໂຊ, ທ່ານປະທານຄະນະ​ກຳມາ​ທິການ​ເອີຣົບ ​ເນັ້ນ​ວ່າ ຄະນະ​ກຳມາ​ທິການ​ເອີຣົບ ຖື​ເປັນ​ສຳຄັນ ​ແລະ ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ ​ເຊິ່ງ​ເປັນ​ປະ​ເທດ​ທີ່​ຂະຫຍາຍຕົວ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ, ມີ​ບົດ​ນາດນັບ​ມື້ນັບ​ສຳຄັນ​ໃນ​ພາກ​ພື້ນ​ອາຊີ​ອາຄະ​ເນ.

     ທ່ານ​ເລຂາທິການ​ໃຫຍ່ ຢັ້ງຢືນບັນດາ​ຜົນສຳ​ເລັດ​ອັນດີງາມ​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ອີ​ຢູ, ສະ​ແດງ​ຄວາມ​ຂອບອົກ​ຂອບ​ໃຈ​ການ​ຮ່ວມ​ມື ​ແລະ ຊ່ວຍ​ເຫຼືອ​ຂອງ​ອີ​ຢູ ຕໍ່​ກັບ​ຫວຽດນາມ; ທ່ານ​ໄດ້​ເນັ້ນ​ວ່າຫວຽດນາມ​ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນການ​ຮ່ວມ​ມື​ກັບ​ອີ​ຢູ ​ແລະ ປາຖະໜາ​ຢາກ​ພັດທະນາ​ການ​ຮ່ວມ​ມື​ກັບ​ອີ​ຢູ; ຖື​ວ່າ​ອີ​ຢູ​ເປັນ​ຄູ່​ຮ່ວມ​ມື​ສຳຄັນ​ອັນ​ດັບ​ໜຶ່ງ ມີທີ່​ຕັ້ງ​ບຸລິມະສິດ​ໃນ​ນະ​ໂຍບາຍພົວພັນ​ຕ່າງປະ​ເທດ​ຂອງ​ຕົນ... ຫວຽດນາມຫວັງ​ວ່າ​ຈະ​ສືບ​ຕໍ່​ໄດ້​ຮັບ​ການຮ່ວມ​ມື, ຊ່ວຍ​ໜູນ​ຂອງ​ອີ​ຢູ.

     ​ເພື່ອປັບປຸງ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ເລິກ​ເຊິ່ງກວ່າ​ອີກ​ໃນ​ເວລາ​ຕໍ່​ໄປ, ທ່ານ​ຜູ້ນຳ​ທັງ​ສອງ​ໄດ້​ເປັນ​ເອກະ​ພາບ​ກັນ ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ຍົກ​ສູງ​ປະ​ສິດທິ​ຜົນຂອງ​ບັນດາ​ກົນ​ໄກ​ຮ່ວມ​ມືທີ່​ມີ​ຢູ່, ​ເປັນ​ຕົ້ນ​ແມ່ນ​ສັນຍາ​ວ່າ​ດ້ວຍຄູ່​ຮ່ວມ​ມື ​ແລະ ການ​ຮ່ວມ​ມື​ຮອບດ້ານ (PCA) ລະຫວ່າງ​ຫວຽດນາມ - ອີ​ຢູ, ຍູ້​ແຮງ​ການ​ເຈລະຈາ, ​ເຊັນ​ສັນຍາ​ການ​ຄ້າ​ເສລີ (FTA) ລະຫວ່າງ​ອີ​ຢູ ​ແລະ ຫວຽດນາມ; ກຳ​ນົດບັນ​ດາ​ກົນ​ໄກກ່ຽວກັບ​ການ​ປະຊຸມ, ຄົ້ນ​ຄວ້າ​ທາ​ບທາມ, ສົນທະນາ​ການ​ເມືອງ; ຊຸກຍູ້​ຢ່າງ​ແຂງ​ແຮງ​ການ​ພົວພັນ​ໃນ​ຂົງ​ເຂດ​ຕ່າງໆ; ​ເພີ່ມ​ທະວີ​ການ​ແລກປ່ຽນ​ລະຫວ່າງ​ປະຊາຊົນ; ຊຸກຍູ້​ການ​ລົງທຶນ​ຂອງ​ອີ​ຢູ ຢູ່​ຫວຽດນາມ. ອີ​ຢູ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ເພີ່ມ​ແຫຼ່ງຊ່ວຍ​ເຫຼືອ​ໃຫ້​ແກ່​ຫວຽດນາມ ​ໃນ​ໄລຍະ​ປີ 2014 - 2020, ​ເພີ່ມ​ທະວີການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກສາ - ບຳລຸງ​ກໍ່​ສ້າງ, ວັດທະນະທຳ, ​ເປີດ​ກວ້າງ​ການ​ຮ່ວມື​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ກຳລັງ​ບົ່ມ​ຊ້ອນ​ຫຼາຍ ​ເຊັ່ນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ, ອຸດສາຫະກຳ​ສະໜັບສະໜູນ, ​ເຕັກ​ໂນ​ໂລ​ຊີ​ສູງ, ການພັດທະນາ​ແບບ​ຂຽວ​ສະອາດ...

     ສອງ​ຝ່າຍ​ຜັນ​ຂະຫຍາຍ​ໂດຍ​ໄວ ບັນດາ​ເນື້ອ​ໃນ​ຮ່ວມ​ມືກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ກໍ່​ການ​ຮ້າຍ ​ແລະ ອາ​ຊະ​ຍາ​ກຳທີ່​ມີ​ການຈັດ​ຕັ້ງ​ຂ້າມ​ຊາດ ​ເຊິ່ງ​ໄດ້​ກຳນົດ​ໃນ​ສັນຍາ PCA ຫວຽດນາມ - ອີ​ຢູ; ​ເພີ່ມ​ທະວີ​ຍິ່ງກວ່າ​ອີກ ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ, ສິນລະປະ​ວັນນະຄະດີ, ປະກອບສ່ວນ​ເຂົ້າ​ໃນ​ການ​ຍົກ​ສູງ​ຄວາມ​ຮັບ​ຮູ້, ມິດ​ຈິດ​ມິດ​ໃຈ ຂອງ​ປະຊາຊົນ​ສອງ​ຝ່າຍ. ອີ​ຢູພ້ອມ​ແລ້​ວທີ່​ຈະ​ຊ່ວຍ​ໜູນ​ດ້ານ​ເຕັກນິກ​ ໃຫ້​ແກ່​ການ​ຫັນ​ເປັນ​ອຸດສາຫະກຳ - ທັນ​ສະ​ໄໝ​ຂອງ​ຫວຽດນາມ.

     ທ່ານ​ເລຂາທິການ​ໃຫຍ່ ​ແລະ ທ່ານປະທານຄະນະ​ກຳມາ​ທິການ​ເອີຣົບ ​ໄດ້​ຢັ້ງຢືນຄວາມ​ສຳຄັນ​ຂອງ​ສາຍ​ພົວພັນ​ອາ​ຊຽນ - ອີ​ຢູ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ຢັ້ງຢືນ​ວ່າ ​ໃນຖານະຂອງ​ປະ​ເທດ​ປະສານງານ​ການ​ພົວພັນ​ອາຊຽນ - ອີ​ຢູ, ຫວຽດນາມ​ພ້ອ​ມ​ແລ້ວ​ທີ່​ຈະ​ຮ່ວມ​ມື ​ແລະ ສະໜັບສະໜູນ​ອີ​ຢູ ​ໃນ​ການ​ເພີ່ມ​ທະວີ​ຍົກ​ສູງການ​ພົວພັນ​ກັບ​ອາ​ຊຽນ, ປະກອບສ່ວນ​ຢ່າງຕັ້ງໜ້າ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ວັດທະນາ​ຖາວອນຢູ່​ໃນ​ພາກ​ພື້ນ.

     ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຫວຽດນາມ​ຕີ​ລາຄາ​ສູງ​ຕໍ່​ບັນດາ​ການ​ປະກອບສ່ວນ​ທີ່​ມີ​ລັກສະນະ​ສ້າງສາ​ຂອງ​ອີ​ຢູ ​ແນ​ໃສ່​ຮັບປະກັນ​ຄວາມ​ສະຫງົບ, ຄວາມ​ປອດ​ໄພ​ດ້ານ​ການ​ເດີນ​​ເຮືອທະ​ເລ ​ແລະ ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ.

     ທ່ານປະທານຄະນະ​ກຳມາ​ທິການ​ເອີຣົບ ໂຈ​ເຊ ມາ​ນູ​ແອນ ບາ​ໂຣ​ໂຊ ​ໄດ້​ເນັ້ນ​​ເຖິງການ​ສະໜັບສະໜູນ​ການ​ແກ້​ໄຂ​ການ​ພິພາດແກ່ງແຍ້ງກັນດ້ວຍ​ສັນຕິ​ວິທີ, ບົນ​ພື້ນຖານ​ກົດໝາຍ​ສາກົນ ​ແລະ ບັນລຸ​ໄດ້​ໂດຍ​ໄວ​ໃນ ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).

     ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ (18 ມັງກອນ), ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ໄດ້​ພົບ​ປະ​ເຈ​ລິ​ຈາ​ກັບ​ທ່ານ​ປະທານ​ສະພາ​ເອີຣົບ ​ເຮີ​ມານ ວານ ຣົມປູ​ຍ ຢູ່​ທີ່​ສຳນັກງານຂອງຄະນະ​ກຳມາ​ທິການ​ເອີຣົບ ທີ່​ນະຄອນຫຼວງ​ບຣຸກ​ແຊນ./.

ສັງ​ລວມ​ໂດຍ: ຫງອກ​ມາຍ