ຕອນ​ບ່າຍ​ວັນ​ທີ 23 ມັງກອນ 2013, ຢູ່​ທຳນຽບປະທານ​ປະ​ເທດ ທີ່​ນະຄອນຫຼວງ​ຮ່າ​ໂນ້ຍ, ​ໄດ້​ມີ​ການຈັດ​ພິທີ​ປະດັບ​ຫຼຽນ​ໄຊ ອິດສະຫຼະ, ຫຼຽນ​ໄຊ ​ແລະ ຫຼຽນ​ກາ​ມິດຕະພາບ​ ຂອງ​ລັດ​​ແຫ່ງ ສປປ ລາວ ​ໃຫ້​ແກ່​ໝູ່​ຄະນະ, ການ​ນຳ ​ແລະ ອະ​ດີດ​ການ​ນຳ​ຫ້ອງວ່າການ​ປະທານ​ປະ​ເທດ​ແຫ່ງ ສສ ຫວຽ​ດນາມ.

ຫົວໜ້າຫ້ອງການປະທານປະເທດລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ການນຳ ແລະ ອະດີດການນຳຫ້ອງການປະທານປະເທດຫວຽດນາມ - ຮູບຂອງ: TTXVN

     ໂດຍ​ຕາງໜ້າ​ປະທານ​ປະ​ເທດ​​ແຫ່ງ ສປປ ລາວ, ທ່ານ​ພົງ​ສະ​ຫວັດ ບຸ​ບຜາ, ລັດຖະມົນຕີ, ຫົວໜ້າ​ຫ້ອງວ່າການ​ປະທານ​ປະ​ເທດ​ລາວ ​ໄດ້​ປະດັບ​ຫຼຽນ​ໄຊອິດສະຫຼະ​ ຊັ້ນໜຶ່ງ ​ໃຫ້​ແກ່​ໝູ່​ຄະນະ​ຫ້ອງວ່າການ​ປະທານ​ປະ​ເທດ​ຫວຽດນາມ; ຫຼຽນ​ໄຊອິດສະຫຼະ​ຊັ້ນສອງ ​ໃຫ້​ແກ່​ທ່ານ​ ດ່າວຫວຽດຈຸ​ງ ຫົວ​ໜ້າ​ຫ້ອງວ່າການ​ປະທານ​ປະ​ເທດຫວຽດນາມ, ປະດັບ​ຫຼຽນ​ໄຊ​ມິດຕະພາບ​ໃຫ້ 5 ສະຫາຍ​ສັງກັດຫ້ອງວ່າການ​ປະທານ​ປະ​ເທດ​ຫວຽດນາມ.

     ​ເນື່ອງ​ໃນ​ໂອກາດ​ນີ້, ​ໂດຍ​ຕາງໜ້າ​ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ, ທ່ານ​ພົງ​ສະ​ຫວັດ ບຸ​ບຜາ, ລັດຖະມົນຕີ, ຫົວໜ້າ​ຫ້ອງວ່າການ​ປະທານ​ປະ​ເທດ​ລາວ ​ໄດ້​ປະດັບ​ຫຼຽນ​ກາ​ມິດຕະພາບ ​ໃຫ້ 2 ສະຫາຍ​ພະນັກງານຫ້ອງວ່າການ​ປະທານ​ປະ​ເທດ​ຫວຽດນາມ… ຜູ້​ທີ່​ມີ​ຄຸນງາມຄວາມດີ​ໃນ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ຫ້ອງການ​ປະທານ​ປະ​ເທດ.

     ​ໃນ​ພິທີ​ປະດັບ​ຫຼຽນ​ໄຊ, ທ່ານ​ດ່າວຫວຽດຈຸ​ງ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຫ້ອງວ່າການ​ປະທານ​ປະ​ເທດ​ຫວຽດນາມ ​​ໄດ້ກ່າວ​ຄຳ​ປາ​ໄສ​ສະ​ແດງ​ຄວາມ​ດີ​ອົກ​ດີ​ໃຈ ​ແລະ ຮູ້ສຶກ​ມີ​ກຽດຢ່າງ​ສູງຂອງໝູ່ຄະນະ ​ແລະ ຂອງ​ຕົນ​ເອງ ​ທີ່​ໄດ້​ຮັບຫຼຽນ​ໄຊ ​ເຊິ່ງ​ເປັນ​ລາງວັນ​ອັນ​ປະ​ເສີດຂອງ​ລັດ ​ແຫ່ງ ​ສປປ ລາວ ປະດັບ​ໃຫ້.

     ທ່ານ​ດ່າວຫວຽດຈຸ​ງ ​ເນັ້ນ​ວ່າ: ​ໃນ​ຕະຫຼອດ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ - ລາວ ​ໂດຍ​ທ່ານ​ປະທານ​ໂຮ່ຈີ​ມິນ ​ແລະ ທ່ານປະທານ​ໄກສອນ ພົມວິຫານ, ປະທານ​ສຸພາ​ນຸວົງ ກໍ່​ຕັ້ງ​ຂຶ້ນ ​ແລະ ​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ, ​ເພີ່ມ​ພູນ​ຄູນ​ສ້າງດ້ວຍ​ຄວາມ​ມານະ​ພະຍາຍາມ​ຢ່າງສຸດ​ຂີດ​ຂອງ​ບັນດາ​ຜູ້ນຳ​ຂອງ​ສອງ​ປະ​ເທດ​ນັ້ນ ​ໄດ້​ກາຍ​​ເປັນ​ຊັບສົມບັດ​ອັນ​ລ້ຳ​ຄ່າ, ​ເປັນ​ປັດ​ໃຈ​ຕັດສິນ​ໄຊຊະນະ​ຂອງ​ການ​ປະຕິວັດ​ໃນ​ແຕ່ລະ​ປະ​ເທດ, ​ເປັນ​ກົດ​ເກນ​ແຫ່ງ​ການ​ຄົງ​ຕົວ ​ແລະ ຂະຫຍາຍຕົວ ​ຂອງ​ສອງ​ປະ​ເທດ.

     ທ່ານ​ພົງ​ສະ​ຫວັດ ບຸ​ບຜາ, ລັດຖະມົນຕີ, ຫົວໜ້າ​ຫ້ອງວ່າການ​ປະທານ​ປະ​ເທດ​ລາວ ກ່າວ​ວ່າ: ໃນ​ເວລາ​ທີ່​ຜ່ານ​ມາ ຫ້ອງວ່າການ​ປະທານ​ປະ​ເທດ​ຫວຽດນາມ​ ​ໄດ້​ປະກອບ​ສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ, ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ, ຄວາມສາມັກ​ຄີ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ຫ້ອງວ່າການ.ພິທີ​ປະດັບ​ຫຼຽນ​ໄຊອິດສະຫຼະ, ຫຼຽນ​ໄຊ ຫຼຽນກາມິດຕະພາບ ຂອງ​ລັດ​ແຫ່ງ ສປປ ​ລາວ ​ໃຫ້​​ແກ່ໝູ່​ຄະນະ, ການ​ນຳ ​ແລະ ອະດີດ​ການ​ນຳ ຫ້ອງວ່າການ​ປະທານ​ປະ​ເທດ​ແຫ່ງ ​ສສ ​ຫວຽດນາມ ຄັ້ງ​ນີ້​ແມ່ນ​ເພື່ອ​ແນ​ໃສ່​ຈົດ​ຈຳ ​ແລະ ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ຄຸນງາມຄວາມດີ​ຕ່າງໆ ​ໃນ​ການ​ຊ່ວຍ​ເຫຼືອ ຮ່ວມ​ມື​ລະຫວ່າງ​ສອງ​ພັກ ສອງ​ລັດ ປະຊາຊົນ​ສອງ​ປະ​ເທດ​ເວົ້າ​ລວມ ​ແລະ ລະຫວ່າງ​ສອງ​ຫ້ອງວ່າການ​ປະທານ​ປະ​ເທດ​ເວົ້າ​ສະ​ເພາະ.

     ກ່ອນ​ນັ້ນ, ທ່ານ​ພົງ​ສະ​ຫວັດ ບຸ​ບຜາ, ລັດຖະມົນຕີ, ຫົວໜ້າ​ຫ້ອງວ່າການ​ປະທານ​ປະ​ເທດ​ລາວ ​ໄດ້​ພົບ​ປະ​ແລກປ່ຽນ​ຄວາມ​ເຫັນ​ ກັບ​ທ່ານ​ດ່າວຫວຽດຈຸ​ງ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຫ້ອງວ່າການ​ປະທານ​ປະ​ເທດ​ຫວຽດນາມ. ສອງ​ຝ່າຍ​ໄດ້​ລື້​ມຄືນ​ປະຫວັດ​ມູນ​ເຊື້ອສາຍ​ພົວພັນ ​ແລະ ​ເນັ້ນ​ໜັກ​ວ່າຕ້ອງ​ສືບ​ຕໍ່​ຊຸກຍູ້​ ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ທຸກໆ​ຂົງ​ເຂດ ​ໃນ​ເວລາ​ຕໍ່​ໄປ./.

ຕາມ​ຂ່າວ: TTXVN