ວ.ກ. ອອນ​ໄລ - ຕອນ​ເຊົ້າ​ວັນ​ທີ 25 ມັງກອນ 2013, ຢູ່​ທີ່​ນະຄອນຫຼວງຮ່າ​ໂນ້ຍ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ສະພາ​ແຫ່ງ​ຊາດ, ປະທານ​ປະ​ເທດ, ລັດຖະບານ​ ປະ​ເທດ​ສາທາລະນະ​ລັດ ສັງຄົມ​ນີຍົມ​ຫວຽດນາມ ​ແລະ ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ຈັດ​ຕັ້ງພິທີການ​ຂັ້ນ​ລັດຢ່າງ​ສົມ​ກຽດ ​ເພື່ອ​ສະ​ເຫຼີ​ມສະຫຼອງວັນ​ເຊັນ​ສັນຍາ​ປາຣີ ກ່ຽວກັບ​ການຢຸດຕິ​ສົງຄາມ, ຟື້ນ​ຟູ​ສັນຕິພາບຄືນ​ໃໝ່ຢູ່​ຫວຽດນາມ ຄົບຮອບ 40 ປີ (27-01-1973 – 27-01-2013).

ສະຫາຍປະທານປະເທດເຈືອງເຕິນຊາງ ປະດັບນາມມະຍົດອັນສູງສົ່ງ ວິລະຊົນກຳລັງປະກອບອາວຸດ ໃຫ້ຜູ້ຕາງໜ້າສອງຄະນະເຈລະຈາ ຢູ່ທີກອງປະຊຸມປາຣີ

     ໃນ​ພິທີ​ສະ​ເຫຼີມສະຫຼອງອັນ​ຄຶກຄື້ນນີ້, ສະ​ຫາຍ​ເຈືອງ​ເຕິ​ນຊາງ ປະທານ​ປະ​ເທດ ສສ ຫວຽດນາມ ​ໄດ້​ປະດັບ​ນາມມະຍົດ​ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ​ ໃຫ້​ແກ່ສອງ​ຄະນະ​ເຈລະຈາ. ສະ​ຫາຍປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ເນັ້ນ​ວ່າ: ການ​ຕໍ່ສູ້​ອັນ​ລຳບາກຍາວ​ນານຂອງ​ກອງທັບ​ແລະ​ປະຊາຊົນ​ເຮົາ​ຢູ່​ທີ່​ສະໜາ​ມຮົບ ​ແລະ ການ​ຕໍ່ສູ້​ທາງ​ການ​ທູດຢູ່​ທີ່​ກອງ​ປະຊຸມ​ປາຣີ ລ້ວນ​ແຕ່​ແນ​ໃສ່​ຈຸດໝາຍບັງຄັບ​ໃຫ້​ອາ​ເມ​ລິ​ກາ​ ຕ້ອງ​ຢຸດຕິ​ສົງຄາມ ຕ້ອງ​ໃຫ້ຄຳໝັ້ນສັນ​ຢາ​ເຄົາລົບ​ນັບຖື​ຄວາມ​ເປັນ​ເອກະລາດ ອຳນາດ​ອະທິປະ​ໄຕ ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມ. ພີ່ນ້ອງ​ຮ່ວມ​ຊາດ ສະຫາຍ​ພະນັກງານ ນັກຮົບ​ຜູ້​ທີ່​ເປັນ​ລູກ​ຮັກ​ຫຼານ​ແພງ​ດີ​ເດັ່ນ​ ຂອງ​ປະ​ເທດ​ຊາດຫວຽດນາມ​ ບໍ່​ຈັກ​ວ່າ​ເທົ່າ​ໃດ​ຄົນ ​ໄດ້​ເສຍສະຫຼະ​ຊີວິດ​ ເພື່ອ​ປະຕິບັດ​ຈຸດໝາຍ​ອັນ​ສັກກາລະ​ບູຊາ​ນັ້ນ.

     ເຊັນ​ສັນຍາ​ປາຣີ ອາ​ເມ​ລິ​ກາ​ຕ້ອງ​ຍອມຮັບຮູ້​ຄວາມ​ເປັນ​ເອກະລາດ ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມ, ຕ້ອງ​ຢຸດຕິ​ການ​ຖິ້ມ​ລະ​ເບີດ​ທຳລາຍ​ພາກ​ເໜືອ, ຖອນ​ທະຫານ​ອາ​ເມ​ລິ​ກາ ​ແລະ ບໍລິວາ​ນທັງ​ໝົດ​ອອກ​ຈາກ​ຫວຽດນາມ. ສັນຍາ​ປາຣີ ​ໄດ້​ໄຂ​ສະຖານະ​ການ​ໃໝ່​ ດ້ວຍ​ທ່າ​ແຮງ​ຂາດ​ຂັ້ນ​ຂອງ​ຫວຽດນາມ​ໃນ​ສະໜາມຮົບ, ສ້າງ​ປະຖົມ​ປັດ​ໃຈ​ອັນ​ໜັກ​ແໜ້ນ​ເພື່ອ​ໃຫ້​ກອງທັບ ​ແລະ ປະຊາຊົນ​ຫວຽດນາມ​ກ້າວ​ຂຶ້ນ “ຕີ​ໃຫ້​ພວກ​ຫຸ່ນ​ລົ້​ມລົງ” ​ເຊິ່ງຍອດ​ສູງ​ແມ່ນບັ້ນ​ຮົບ​ໂຮ່ຈີ​ມິນ​ອັນ​ເປັນ​ປະຫວັດສາດ ປົດ​ປ່ອຍ​ພາກ​ໃຕ້​ທັງ​ໝົດ ​ໂຮມປະ​ເທດ​ຊາດ​ເປັນ​ເອກະ​ພາບ.

     ສະ​ຫາຍ​ເຈືອງ​ເຕິ​ນຊາງ ປະທານ​ປະ​ເທດ ຢັ້ງຢືນ​ວ່າ: ສັນຍາ​ປາຣີ ​ແມ່ນ​ຍອດ​ສູງ​ແຫ່ງ​ໄຊຊະນະ​ໃນ​ແນວ​ຮົບ​ການ​ຕ່າງປະ​ເທດ​ ຂອງ​ປະ​ເທດ​ເຮົາ​ໃນ​ສະ​ໄໝການ​ຕໍ່ສູ້​ກູ້​ຊາດ​ຕ້ານ​ອາ​ເມ​ລິ​ກາ, ​ເປັນ​ໜ້າ​ປະຫວັດສາດ​ທອງຄຳອັນ​ເຫຼື​ອງ​ເຫຼື້ອມ​ຂອງ​ພື້ນຖານ​ການ​ທູດ​ປະຕິ​ວັດ​ຫວຽດນາມ. ສະ​ຫາຍ​ປະທານ​ປະ​ເທດ ​ເນັ້ນ​ວ່າ: “ພັກ ລັດ ​ແລະ ປະຊາຊົນ​ຫວຽດນາມ​ຍາມ​ໃດ​ກໍ​ເຊື່ອ​ໝັ້ນ ​ແລະ ປາຖະໜາ​ວ່າ ​ເສີມ​ຂະຫຍາຍ​ຈິດ​ໃຈ​ກອງ​ປະຊຸມ​ປາຣີ ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ​ແນ່ນອນຈະ​ສືບ​ຕໍ່​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ກວ່າ​ອີກ; ສືບ​ຕໍ່​ສ້າງ​ຫຼັກ​ໝາຍ​ອັນ​ຮຸ່ງ​ເຮືອງ​ເຫຼືອ​ງ​ເຫຼື້ອມ​ໃໝ່ ​ໃນ​ພາລະກິດການກໍ່ສ້າງລັດ​ທິສັງຄົມ​ນິຍົມຢ່າງສຳ​ເລັດ​ຜົນ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມ​ສັງຄົມ​ນິຍົມທີ່​ຮັກ​​ແພງຢ່າງ​ໝັ້ນ​ຄົງ​ຂະໜົງ​ແກ່ນ”.

     ກ່າວ​ຄຳ​ປາ​​ໄສ​ທີ່​ພິທີ​ສະ​ເຫຼີມສະຫຼອງ, ທ່ານ​ນາງ ຫງວຽນ​ທີ້ບິ່ງ, ອະດີດ​ຮອງ​ປະທານ​ປະ​ເທດ, ອະດີດ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ລັດຖະບານຊົ່ວຄາວ​ແຫ່ງ​ສາທາລະນະ​ລັດ ພາກ​ໃຕ້​ຫວຽດນາມ, ອະດີດ​ຫົວໜ້າ​ຄະນະ​ເຈລະຈາ​ ຂອງ​ລັດຖະບານຊົ່ວຄາວ ​ແຫ່ງ​ສາທາລະນະ​ລັດພາກ​ໃຕ້​ຫວຽດນາມ ທີ່​ກອງ​ປະຊຸມ​ປາຣີ ​ໃຫ້​ຮູ້​ວ່າ: ສັນຍາ​ປາຣີ ກ່ຽວ​ກັບ​ການ​ຢຸດຕິ​ສົງຄາມ ຟື້ນ​ຟູ​ສັນຕິພາບ​ຄືນ​ໃໝ່​ຢູ່​ຫວຽດນາມ ທີ່​ໄດ້​ເຊັນ​ກັນ​ໃນ​ວັນ​ທີ 27 ມັງກອນ 1973 ​ແມ່ນ​ໄຊຊະນະ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ, ພາ​ໄປ​ເຖິງ​ມະຫາ​ໄຊຊະນະ​ໃນ​ລະດູບານ​ໃໝ່​ປີ 1975, ປົດ​ປ່ອຍ​ພາກ​ໃຕ້ ​ໂຮ​ມປະ​ເທດ​ຊາດ​ເປັນ​ເອກະ​ພາບ, ​ແມ່ນ​ເປັນ​ໝາກຜົນ​ຂອງ​ການ​ຕໍ່ສູ້​ກູ້​ຊາດ​ ຕ້ານການ​ຮຸກ​ຮານ​ຈາກ​ພາຍ​ນອກ ​ອັນ​ຍືດ​ເຍືອ​ຍາວ​ນານ ທຸກ​ຍາກ​ລຳບາກ​ທີ່​ສຸດ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມ​ເສຍສະຫຼະ ສິ່ງ​ທ້າ​ທາຍ ຂອງ​ປະຊາຊົນ​ຫວຽດນາມ ​ເຊິ່ງ​ໄດ້​ດຳ​ເນີນ​ໃນ​ສາມ​ແນວ​ຮົບ: ການ​ທະຫານ, ການ​ເມືອງ, ການ​ທູດ; ​ແມ່ນ​ເປັນ​ໝາກຜົນ​ຂອງ​ແນວທາງ​ເປັນ​ເອກະ​ລາດ ​ເປັນ​ເຈົ້າ​ຕົນ​ເອງ ພ້ອມ​ກັບ​ການ​ຍາດ​ແຍ່ງ​​ເອົາຄວາມ​ສາມັກຄີ​ສາກົນ​ຢ່າງ​ກວ້າງຂວາງ... ການ​ຕໍ່ສູ້​ຂອງ​ປະຊາຊົນ​ຫວຽດນາມ ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ​ຜູ້​ຮຸກ​ຮານ ​ເພື່ອ​ເອກະລາດ ​ເສລີພາບ ​ເອກະ​ພາບ​ແຫ່ງ​ຊາດ ​​ແມ່ນ​ການ​ຕໍ່ສູ້​ອັນ​ເປັນ​ທຳ ສອດຄ່ອງ​ກັບ​ອຸດົມ​ຄະຕິ ​ແລະ ຄວາມ​ມຸ່ງ​ມາດ​ປາຖະໜາ​ຂອງ​ປະຊາຊົນ​ໂລກ...

     ທ່ານ​ນາງ ​ເຮ​ແລນ ຫລຸ​ກ (Hélene Luc), ອະດີດ​ສະມາຊິກວຸດ​ທິສາ​ພາ, ປະທານ​ກິ​ຕິ​ມະ​ສັກ​ສະມາຄົມ​ມິດຕະພາບ​ຝຣັ່ງ - ຫວຽດນາມ ​ເວົ້າ​ວ່າ ວັນ​ທີ 27 ມັງກອນ 1973 ​ແມ່ນ​ວັນໜຶ່ງທີ່​ສວຍງາມ​ທີ່​ສຸດ​ໃນ​ປະຫວັດສາດ ຂອງ​ປະຊາຊົນ​ຫວຽດນາມ ​ເມື່ອ​ສັນຍາ​ປາຣີ ​ໄດ້ຮັບ​ການ​ລົງ​ລາຍ​ເຊັນ. ປະຊາຊົນ​ຝຣັ່ງ ກໍ່​ຄື​ບັນດາ​ຜູ້​ຮັກຫອມ​ສັນຕິພາບ ​ແລະ ຄວາມ​ຍຸດຕິ​ທຳ​ໃນ​ໂລກ ພ້ອມ​ກັບ​ປະຊາຊົນ​ຫວຽດນາມ​ພາກພູມ​ໃຈ​ຕ້ອງ​ຮັບ​ໄຊຊະນະ​ດັ່ງກ່າວ​ນັ້ນ.

     ທ່ານ​ນາງ ​ເຮ​ແລນ ຫລຸ​ກ ​ແບ່ງປັນ: “...ຂ້າພະ​ເຂົ້າ​ຂໍ​ສະ​ແດງ​ຄວາມ​ນິຍົມ​ນັບຖື​ຕໍ່ຄວາມ​​ເດັດດ່ຽວ​ໜຽວ​ແໜ້ນ​ຂອງ​ພວກ​ເພື່ອນ ທີ່​ຕັດສິນ​ໃຈ​ເຮັດ​ໃຫ້​ຊີວິດ​ການ​ເປັນຢູ່​ອິ່ມໜຳສຳລານ​ກວ່າ​ເກົ່າ, ຕັດສິນ​ໃຈປົກ​ປັກ​ຮັກສາ​ສັນຕິພາບ. ​ເລື່ອງ​ຄວາມ​ຮັກ​ເຊິ່ງພວກ​ເຮົາ​ໄດ້​ຜ່ານ​ໃນ​ພຶດຕິ​ກຳ ​ເພື່ອ​ສັນຕິພາບ ​ແລະ ຄວາມ​ຍຸດຕິ​ທຳ​ນັ້ນ ຈະ​ບໍ່​ຢຸດ​ຢູ່​ກັບ​ບ່ອນ​ຈັກ​ເທື່ອ”./.

ຂ່າວ​ແລະ​ຮູບ​ໂດຍ: ​ແທງ​ຖວີ