ຕາມ​ຂ່າວ​ຂອງ​ເວັບ​ໄຊ: ĐCSVN - ທຸກໆ​ປີ, ​ເມື່ອ​ຮອດ​ເດືອນ​ເມສາ ສະຫະພັນ​ບັນດາ​ອົງການຈັດ​ຕັ້ງ​ມິດຕະພາບ​ນະຄອນຫຼວງ​ຮ່າ​ໂນ້ຍ ສສ ຫວຽດນາມ ກໍ່​ໄດ້​ຈັດ​ຕັ້ງງານ​ມະ​ໂຫລານ​ມິດຕະພາບ “ອວຍ​ໄຊ​ໃຫ້​ພອນບຸ​ນປີ​ໃໝ່​ອັນ​ເປັນ​ມູນ​ເຊື້ອ​ຂອງ​ບາງ​ປະ​ເທດ​ອາຊີ”. ນີ້​ແມ່ນ​ການ​ເຄື່ອນ​ໄຫວໜຶ່ງ​ທີ່​ມີ​ຄວາມ​ໝາຍ​ອັນ​ສຳຄັນ ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ, ຮັດ​ແໜ້ນ​ຄວາມ​ສາມັກຄີ ສາຍ​ພົວພັນ​ມິດຕະພາບ​ອັນສະໜິດ​ແໜ້ນ​ລະຫວ່າງ​ປະຊາຊົນ​ນະຄອນຫຼວງ​ຮ່າ​ໂນ້ຍ ກັບ​ປະຊາຊົນ​ບັນດາ​ປະ​ເທດ​ໃນ​ໂລກ ພິ​ເສດ​​ແມ່ນປະຊາຊົນ​ບັນດາ​ປະ​ເທດ​ອາຊີ.

ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ດຳເນີນພິທີຫົດສົງພະພຸດທະຮູບ. ວັນທີ 11 ເມສາ 2013

ທຸກໆ​ປີ, ​ເມື່ອ​ຮອດ​ເດືອນ​ເມສາ ສະຫະພັນ​ບັນດາ​ອົງການຈັດ​ຕັ້ງ​ມິດຕະພາບ​ນະຄອນຫຼວງ​ຮ່າ​ໂນ້ຍ ສສ ຫວຽດນາມ ກໍ່​ໄດ້​ຈັດ​ຕັ້ງງານ​ມະ​ໂຫລານ​ມິດຕະພາບ “ອວຍ​ໄຊ​ໃຫ້​ພອນບຸ​ນປີ​ໃໝ່​ອັນ​ເປັນ​ມູນ​ເຊື້ອ​ຂອງ​ບາງ​ປະ​ເທດ​ອາຊີ”. ນີ້​ແມ່ນ​ການ​ເຄື່ອນ​ໄຫວໜຶ່ງ​ທີ່​ມີ​ຄວາມ​ໝາຍ​ອັນ​ສຳຄັນ ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ, ຮັດ​ແໜ້ນ​ຄວາມ​ສາມັກຄີ ສາຍ​ພົວພັນ​ມິດຕະພາບ​ອັນສະໜິດ​ແໜ້ນ​ລະຫວ່າງ​ປະຊາຊົນ​ນະຄອນຫຼວງ​ຮ່າ​ໂນ້ຍ ກັບ​ປະຊາຊົນ​ບັນດາ​ປະ​ເທດ​ໃນ​ໂລກ ພິ​ເສດ​​ແມ່ນປະຊາຊົນ​ບັນດາ​ປະ​ເທດ​ອາຊີ.

 

 ບັນດາ​ຜູ້​ແທນ​ແລະແຂກຜູ້ມີກຽດເຂົ້າ​ຮ່ວມ​ພິທີ​ບາສີສູ່ຂວັນ -
ໜຶ່ງ​ໃນ​ບັນດາ​ພິທີ​ສຳຄັນ​ທີ່​ສຸດ​ໃນ​ວັນ​ບຸນປີ​ໃໝ່​ຂອງປະຊາຊົນ​ລາວບັນດາ​ເຜົ່າ

 

 

 ງານມະໂຫລານໄດ້ເປີດສາກດ້ວຍລາຍການຟ້ອນລຳ
ສະແດໂດຍນັກຮຽນນັກສຶກສາລາ ທີ່ກຳລັງຮ່ຳຮຽນຢູ່ຮ່າໂນ້ຍ

 
 ບັນດາຜູ້ແທນແຂກຜູ້ມີກຽດເຂົ້າຮ່ວມຟ້ອນລຳວົງ ກັບສິລະປິນແລະນັກຮຽນນັກສຶກສາລາ